Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ລັກສະນະພິເສດຫຼັກໆຂອງການຟື້ນຟູທີ່ແທ້ຈິງ

(ບົດເທດສະໜາຕອນທີ່ 9 ເລື່ອງການຟື້ນຟູ)
THE MAIN FEATURES OF TRUE REVIVAL
(SERMON NUMBER 9 ON REVIVAL)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 28/9/2014
A sermon preached at the Baptist Tabernacle of Los Angeles
Lord's Day Evening, September 28, 2014


ເປໂຕໄດ້ຢືນຂື້ນໃນວັນເພັນເທດສະເຕແລະອ້າງອີງຈາກໜັງສືໂຢເອນວ່າ

“ພຣະເຈົ້າຕັດວ່າ ຕໍ່ມາໃນວັນສຸດທ້າຍ ເຮົາຈະເທພຣະວິນຍານຂອງເຮົາມາເໜືອເນື້ອໜັງທັງປວງ ລູກຊາຍລູກສາວຂອງທ່ານຈະທໍານວາຍ ຄົນໜຸ່ມຂອງທ່ານຈະເຫັນນິມິດ ແລະຄົນແກ່ຈະຝັນເຫັນ ໃນຄາວນັ້ນເຮົາຈະເທພຣະວິນຍານຂອງເຮົາເທິງຂ້າທາດແລະທາດຍິງຂອງເຮົາ ແລະຄົນເຫລົ່ານັ້ນຈະທໍານວາຍ”(ກິດຈະການ 2:17,18)

ພຣະເຈົ້າຊົງຖອກເທພຣະວິນຍານ“ຂອງ”ພຣະອົງລົງມາໃນການຟື້ນຟູ, ພຣະອົງ ຕັດວ່າ “ໃນຄາວນັ້ນເຮົາຈະເທພຣະວິນຍານຂອງເຮົາ” ເປັນເລື່ອງແປກທີ່ການແປສະໄໝ ໃໝ່ສ່ວນຫຼາຍໄດ້ຕັດຄໍາວ່າ“ຂອງ”ອອກໄປ, ຊື່ງຄໍານີ້ມັນຢູ່ໃນພາສາກຣີກຕົ້ນສະບັບ,ມັນຄື ຄໍາວ່າອາໂປ,ພຣະຄໍາພີເກົ່າສະບັບເຈນີວາມີຄໍານີ້“ພຣະວິນຍານຂອງເຮົາ” ສະບັບຄິງເຈມສ໌ ກໍມີ “ພຣະວິນຍານຂອງເຮົາ”, ມີພຽງແຕ່ສະບັບແປໃໝ່ຢ່າງເຊັ່ນເອັນເອເອສວີແລະນິວ ຄິງເຈມສ໌ທີ່ມີຄໍານີ້,ນັ້ນແລະຄືເຫດຜົນທີ່ຂ້າພະເຈົ້າບໍ່ເຊື່ອຖືມັນ, ນັ້ນແລະເປັນເຫດຜົນທີ່ຂ້າ ພະເຈົ້າບອກໃຫ້ທ່ານໃຊ້ສະບັບຄິງເຈມສ໌ຊື່ງທ່ານສາມາດເຊື່ອຖືໄດ້,ພວກນັກແປລຸ້ນເກົ່າບໍ່ໄດ້ເອົາຄໍານີ້ອອກຫຼືເອົາຄໍາແບບທີ່ເອີ້ນວ່າ “ການເຄື່ອນທີ່ຂອງສິ່ງທີ່ຄ້າຍຄືກັນ”ອອກ “ໃນຄາວນັ້ນເຮົາຈະຖອກພຣະວິນຍານຂອງເຮົາ”ນັກເສລີນິຍົມເວົ້າວ່າ“ອັນນັ້ນຄືສະບັບເຊບທົວຈິນ” ຂ້າພະເຈົ້າວ່າມັນໄຮ້ສາລະ, ມັນຄືສິ່ງທີ່ພຣະວິນຍານຂອງພຣະເຈົ້າໄດ້ໃຊ້ລົງໄປໃນພຣະຄໍາພີພັນທະສັນຍາໃໝ່ພາສາກຣີກ-ແລະພຣະອົງກໍບໍ່ຕົວະ! ເມື່ອພຣະວິນຍານບໍລິ ສຸດຂອງພຣະເຈົ້າອ້າງສະບັບເຊບທົວຈິນພາສາກຣີກຕົ້ນສະບັບພຣະອົງກໍ “ຫາຍໃຈອອກມາ”ໂດຍການດົນໃຈໃນພັນທະສັນຍາໃໝ່ “ພຣະວິນຍານຂອງເຮົາ” ເປັນຫຍັງມັນຈື່ງສໍາຄັນ? ຂ້າພະເຈົ້າຈະຂໍບອກທ່ານວ່າເປັນຫຍັງຈື່ງສໍາຄັນ ພຣະເຈົ້າບໍ່ໄດ້ຖອກພຣະວິນຍານຂອງພຣະອົງທັງໝົດອອກມາ, ພຣະອົງພຽງແຕ່ສົ່ງຕາມທີ່ພວກເຮົາຕ້ອງການ, ຍ້ອນກັບໄປໃນປີ 1882 ຈອຊສມີດຕັນໄດ້ກ່າວວ່າ: ມີເງົາອັນໜື່ງຂອງຄວາມໝາຍທີ່ບໍ່ສູນຫາຍໃນປະໂຫຍກຄໍາວ່າ “ພຣະວິນຍານຂອງເຮົາ”(ອາໂປ)ທີ່ໂດດເດັ່ນລະຫວ່າງຂອບເຂດທີ່ໃຫ້ແກ່ມະນຸດແລະຄວາມສົມບູນທີ່ບໍ່ມີຂີດຈໍາກັດຂອງແຫຼ່ງຕ່າງໆແຫ່ງນໍ້າພຸ(George Smeaton, The Doctrine of the Holy Spirit, 1882; reprinted by the Banner of Truth, 1974; p. 28)ຄຣິສຕະຈັກຫຼາຍແຫ່ງທີ່ສືບທອດຄວາມເຊື່ອຈາກພວກສາວົກໄດ້ຮັບການຖອກເທຂອງພຣະວິນຍານ ຊໍ້າອີກໆເພາະມີການໃຫ້ເພີ້ມຂື້ນຕະຫຼອດກ່ຽວຂ້ອງກັບ(ອາໂປ), ດຣ.ເອ.ທີ.ໂຣເບີດສັນ ໄດ້ກ່າວວ່າ “ພຣະວິນຍານທັງໝົດຍັງຄົງຢູ່ກັບພຣະເຈົ້າ” (Word Pictures in the New Testament, volume 3, Broadman Press, 1930, p. 26; note on Acts 2:17).

ຂ້າພະເຈົ້າໄດ້ຮັບພຣະພອນທີ່ບໍ່ທໍາມະດາໃນການຟື້ນຟູສາມເທື່ອ, ຂ້າພະເຈົ້າເຫັນ ດ້ວຍເຕັມທີ່ກັບອຽນເອັຊ.ເມີເຣຜູ້ທີ່ເວົ້າວ່າ“ໄດ້ເປັນພະຍານຕໍ່ການຟື້ນຟູຕ່າງໆທີ່ບໍ່ປ່ຽນແປງແຫ່ງຄໍາເວົ້າເຖິງເລື່ອງບາງສິ່ງບາງຢ່າງທີ່ຖືກໃຫ້ມາຊື່ງມັນບໍ່ໄດ້ຢູ່ຫັ້ນມາກ່ອນ (Iain H. Murray, Pentecost Today? The Biblical Basis for Understanding Revival, The Banner of Truth Trust, 1998, p. 22)ຄົນທີ່ເປັນພະຍານດ້ວຍຕາຕໍ່ການຟື້ນຟູໃນປີ 1859 ຢູ່ທີ່ອັລສະເຕີປະເທດໄອແລນເໜືອໄດ້ກ່າວວ່າ “ພວກຜູ້ຊາຍມີຄວາມຮູ້ສຶກຄືກັບວວ່າພຣະເຈົ້າໄດ້ຊົງລະບາຍລົມຫາຍໃຈເທິງພວກເຂົາ, ຕອນທໍາອິດພວກເຂົາຖືກກະທົບດ້ວຍຄວາມຢ້ານແລະເຄົາລົບຢໍາເກງ - ຫຼັງຈາກນັ້ນພວກເຂົາກໍອາບໄປດ້ວຍນໍ້າຕາ - ຈາກນັ້ນກໍຖືກຕື່ມເຕັມໄປດ້ວຍຄວາມຮັກທີ່ບໍ່ສາມາດເວົ້າໄດ້” (William Gibson, The Year of Grace, a History of the Ulster Revival of 1859, Elliott, 1860, p. 432)ໃນວັນທີ່ 29 ເດືອນ 2 ປີ 1860 ສາສະດາຈານຊີ.ເອັຊໂຈນໄດ້ກ່າວວ່າ “ພວກເຮົາຖືກຢ້ຽມຢ້າມດ້ວຍຈໍານວນມະ ຫາສານຂອງອິດທິພົນຂອງພຣະວິນຍານທີ່ຜິດປົກກະຕິ, ມັນມາຄືກັບລົມທີ່ພັດມາຢ່າງໄວ ວາແລະ..ມາເມື່ອຄຣິສຕະຈັກຫຼາຍແຫ່ງມີຄວາມຄາດຫວັງໜ້ອຍ” (ເມີເຣເຫຼັ້ມດຽວກັນໜ້າ 25) ນັ້ນແລະທີ່ວ່າຂ້າພະເຈົ້າໄດ້ເຫັນການຟື້ນຟູຄັ້ງທໍາອິດແລະຄັ້ງທີ່ສາມແນວໃດແດ່ນັ້ນ, ພຣະວິນຍານບໍລິສຸດໄດ້ລົງມາຢ່າງກະທັນຫັນແລະມາແບບບໍ່ຄາດຝັນໄວ້ຊື່ງຂ້າພະເຈົ້າຈະບໍ່ມີມື້ລືມຕາບໃດທີ່ຍັງມີຊີວິດຢູ່!

ໃນການຟື້ນຟູແທ້ອາດຈະປະກອບດ້ວຍເຫດການທີ່ເປັນຮອບນອກ, ບໍ່ແມ່ນຈຸດໃຈ ກາງ, ນີ້ຄືເຫດການທີ່ເກີດຂື້ນຢູ່ໃນການຟື້ນຟູບາງອັນແຕ່ບໍ່ແມ່ນລັກສະນະພິເສດຂອງທຸກໆ ການຟື້ນຟູ, ຂ້າພະເຈົ້າຈະຂໍເວົ້າເຖິງບາງອັນໃນຈໍານວນນັ້ນ, ຈຸດເຫຼົ່ານີ້ແມ່ນຖືກຄັດອອກ ມາຈາກສ່ວນຕ່າງໆໃນໜັງສືຂອງດຣ.ມາຕິນລອຍ-ໂຈນທີ່ຊື່ວ່າ ການຟື້ນຟູ (Crossway Books, 1987) ແລະມາຈາກປະສົບການສ່ວນຕົວຂອງຂ້າພະເຈົ້າເອງ,ແລະມາຈາກການສັງ ເກດເບິ່ງການຟື້ນຟູຕ່າງໆທີ່ຂ້າພະເຈົ້າເຄີຍເຫັນມາກ່ອນ.

1. ພາສາແປກໆ ຢູ່ໃນການຟື້ນຟູຄັ້ງແລກໃນວັນເພັນເທດສະເຕ,ພວກເຮົາຖືກ ບອກວ່າ “ພວກເຂົາເລີ່ມເວົ້າພາສາຕ່າງໆຕາມທີ່ພຣະວິນຍານຊົງໂຜດໃຫ້ ເວົ້າ”(ກິດຈະການ 2:4) ໝູ່ຄູ່ຂອງເຮົາຫຼາຍຄົນທີ່ເປັນພວກເພັນຕາຄອສ ສອນວ່າອັນນີ້ເປັນລັກສະນະພິເສດທີ່ເປັນໃຈກາງຢ່າງໜື່ງ,ທີ່ການຟື້ນຟູທຸກ ເທື່ອຈະຕ້ອງປະກອບມີແບບນີ້, ແຕ່ມີສອງເຫດຜົນຫຼັກທີ່ຈະປະຕິເສດຄໍາ ອ້າງນັ້ນຄື (1) ພາສາຕ່າງໆຂອງກິດຈະການບົດທີ່ 2 ບໍ່ແມ່ນຄໍາເວົ້າທີ່ດີ ໃຈຢ່າງລົ້ນເຫຼືອ,ຄວາມຈິງແລ້ວມັນຄືພາສາຕ່າງປະເທດ,ເລື່ອງນີ້ຊັດເຈນ ຫຼາຍໃນກິດຈະການ 2:6-11 “ເພາະຕ່າງຄົນຕ່າງໄດ້ຍິນເຂົາເວົ້າພາສາ ຂອງຕົນເອງ” (ກິດຈະການ 2:6) “ເປັນຫຍັງພວກເຮົາທຸກຄົນໄດ້ຍິນເຂົາ ເວົ້າພາສາຂອງບ້ານເກີດເມືອງນອນຂອງເຮົາ”(ກິດຈະການ 2:8),ຫຼັງຈາກ ນັ້ນກໍມີລາຍຊື່ກຸ່ມພາສາຕ່າງໆຈົບລົງດ້ວຍຄໍາວ່າ “ເຮົາທັງຫລາຍຕ່າງກໍໄດ້ ຍິນຄົນເຫລົ່ານີ້ກ່າວເຖິງມະຫະກິດຂອງພຣະເຈົ້າຕາມພາສາຂອງເຮົາເອງ” (ກິດຈະການ 2:11),ເຫດສັນນັ້ນຈື່ງເຫັນໄດ້ຢ່າງຊັດເຈນແລ້ວວ່າພວກເຂົາ ບໍ່ໄດ້ເວົ້າພາສາດ້ວຍຄວາມດີໃຈຢ່າງລົ້ນເຫຼືອຕາມທີ່ພວກເພັນຕາຄອສ ແລະພວກຄາຣິສເມຕິກພາກັນເຮັດ,ຂ້າພະເຈົ້າຮູ້ດີວ່າພວກເຂົາໄດ້ອ້າງອີງ ພຣະຄໍາພີຂໍ້ອື່ນເພື່ອເຮັດແບບນີ້,ຕອນນີ້ຂ້າພະເຈົ້າບໍ່ໄດ້ມາແກ້ເລື່ອງນັ້ນ ຂ້າພະເຈົ້າກໍາລັງເວົ້າວ່າຄົນເຫຼົ່ານັ້ນທີ່ເວົ້າໃນວັນເພັນເທດສະເຕພາກັນເວົ້າ ພາສາຕ່າງປະເທດ“ຕາມທີ່ພຣະວິນຍານຊົງໂຜດໃຫ້ເວົ້າ ”(ກິດຈະການ 2:4),ຂ້າພະເຈົ້າບໍ່ໄດ້ສົງໄສເລີຍວ່ານີ້ເປັນເລື່ອງອັດສະຈັນແຕ່ມັນກໍບໍ່ໄດ້ຢູ່ ໃນຈຸດໃຈກາງຂອງການຟື້ນຟູ,ເພາະວ່າການຟື້ນຟູອັນອື່ນທີ່ບັນທຶກໄວ້ໃນ ໜັງສືກິດຈະການບໍ່ມີເລື່ອງແບບນີ້ເກີດຂື້ນ,(2)ການເວົ້າດ້ວຍຄວາມດີໃຈ ຢ່າງລົ້ນເຫຼືອບໍ່ໄດ້ປາກົດຢູ່ໃນການຟື້ນຟູຂອງພວກໂປແຕສແຕນກ່ອນທີ່ ການຟື້ນຟູຈອມປອມຈະເກີດຂື້ນມາໃນສະຕະວັດທີ່ 20,ບໍ່ໄດ້ຢູ່ໃຕ້ແມ່ນແຕ່ ພຶດຕິກໍາທີ່ເກີນຂອບເຂດຂອງຟີນນີ້,ກະລຸນາຢ່າຟ້າວຢຸດຟັງເທື່ອ,ບາງເທື່ອ ທ່ານອາດຈະຄົ້ນພົບວ່າທ່ານຈະເຫັນດ້ວຍກັບເລື່ອງນີ້ຖ້າຫາກທ່ານໄດ້ຍິນ ພຽງແຕ່ສ່ວນໜື່ງຂອງຄໍາເວົ້າຂອງຂ້າພະເຈົ້າ, ການຟື້ນຟູຈອມປອມລວມ ເຖິງທຸກຮູບແບບຂອງ“ການຕັດສິນໃຈນິຍົມ”ບໍ່ພຽງແຕ່ເປັນແບບນິກາຍເພັນ ຕາຄອສແລະພວກກະແສຄາຣິສເມຕິກເທົ່ານັ້ນ, ຊື່ງເປັນສ່ວນໜື່ງຂອງ “ການຟື້ນຟູ”ປອມໃນຍຸກຂອງພວກເຮົາ,ການຟື້ນຟູຈອມປອມຢູ່ໃນຍຸກສະ ໄໝໃໝ່ໄດ້ມີຮາກຂອງ“ການຕັດສິນໃຈນິຍົມ”ຢູ່ໃນຮູບແບບຕ່າງໆຂອງເຂົາ ເຈົ້າ, ເຊັ່ນດຽວກັນຂ້າພະເຈົ້າຮູ້ຈັກດີວ່າມີພວກເພັນຕາຄອສແລະຄາຣິສ ເມຕິກບາງຄົນໄດ້ຮັບຄວາມລອດແທ້, ແຕ່ພາສາແປກໆບໍ່ແມ່ນສ່ວນໜື່ງ ຂອງການຟື້ນຟູໃນປະຫວັດສາດຂອງໂປແຕສແຕນກ່ອນສະຕະວັດທີ່ຊາວ ດັ່ງທີ່ນັກສຶກສາພຣະຄໍາພີພວກເພັນຕາຄອສຫຼາຍຄົນຍອມຮັບກັນ.

2. “ມີເປວໄຟສັນຖານເໝືອນລິ້ນປາກົດແກ່ເຂົາ”(2:3) ນັ້ນຄືເຫດການທີ່ເກີດ ຂື້ນເທື່ອດຽວ,ຊື່ງມັນບໍ່ໄດ້ປາກົດຢູ່ໃນການຟື້ນຟູໃດໆອີກເລີຍທີ່ຖືກບັນທຶກ ໄວ້ໃນໜັງກິດຈະການ ຫຼືໃນປະຫວັດສາດຂອງຊາວຄຣິສຕຽນ.

3. ພວກຜີຮ້ອງອອກມາໃນຂະນະທີ່ພວກມັນອອກມາຈາກຄົນທີ່ຖືກຜີສິງຢູ່(ກິດ ຈະການ 8:7)ແລະມີການປີ່ນປົວຫຼາຍຄົນ(8:7)ບໍ່ແມ່ນວ່າລັກສະນະພິເສດ ເຫຼົ່ານີ້ປາກົດຢູ່ໃນການຟື້ນຟູໃນວັນເພັນເທດສະເຕ! ດັ່ງນັ້ນອີກເທື່ອໜື່ງ, ເລື່ອງນີ້ບໍ່ແມ່ນລັກສະນະພິເສດທີ່ຢູໃຈກາງຂອງການຟື້ນຟູ, ເພາະມັນບໍ່ໄດ້ ບັນທຶກໄວ້ໃນການຟື້ນຟູອື່ນໆທີ່ຢູ່ໃນໜັງສືກິດຈະການ, ຂ້າພະເຈົ້າຮູ້ດີວ່າ (ອັນທີ່ເອີ້ນວ່າ)“ການຟື້ນຟູການຫົວ”ໄດ້ເຮັດໃຫ້ເລື່ອງນີ້ຢູ່ໃຈກາງແຕ່ພວກ ເຂົາເວົ້າຜິດ, ການຟື້ນຟູເປັນຮ້ອຍໆທີ່ໄດ້ປາກົດຂື້ນໃນປະຫວັດສາດຂອງ ຄຣິສຕຽນຊື່ງເຫດການເຫຼົ່ານີ້ບໍ່ໄດ້ບັນທຶກໄວ້ເລີຍ- ແລະບໍ່ໄດ້ຢູ່ໃນການຟື້ນ ຟູເທື່ອຕ່າງໆທີ່ຢູ່ໃນໜັງສືກິດຈະການເຊັ່ນກັນ.

4. ພວກອັກຄະສາວົກຖືກຈັບຂັງຄຸກຫຼັງຈາກທີ່ໄດ້ເທດສະໜາຢູ່ໃນການຟື້ນຟູ ໃຫຍ່ທີ່ໄດ້ບັນທຶກໄວ້ໃນໜັງສືກິດຈະການ 4:1-4, ແຕ່ການຂັງຄຸກບໍ່ໄດ້ໄປ ກັບທຸກການຟື້ນຟູທີ່ຖືກບັນທຶກໄວ້ໃນໜັງສືກິດຈະການ,ບາງເທື່ອເລື່ອງນີ້ກໍ ເກີດຂື້ນຢູ່ໃນປະຫວັດສາດຂອງຄຣິສຕຽນແຕ່ກໍບໍ່ສະເໝີໄປ, ດັ່ງນັ້ນພວກ ເຮົາຈື່ງສະຫຼຸບໄດ້ວ່າການກັກຂັງພວກນັກເທດບໍ່ແມ່ນລັກສະນະພິເສດທີ່ຢູ່ ໃຈກາງຂອງການຟື້ນຟູ.

5. ການສັ່ນໄຫວຂອງເຮືອນທີ່ຢູ່ໃນກິດຈະການ 4:31, ຂ້າພະເຈົ້າຮູ້ດີວ່າ ເລື່ອງນີ້ກໍໄດ້ເກີດຂື້ນໃນຕອນຕົ້ນຂອງການຟື້ນຟູຢູ່ເທິງເກາະລູອິສບ່ອນທີ່ ດັນແຄນແຄມເບວໄດ້ເທດສະໜາໃນທ້າຍປີ 1940, ແຕ່ມັນກໍບໍ່ໄດ້ເກີດ ຂື້ນຢູ່ບ່ອນໃດອີກເລີຍໃນໜັງສືກິດຈະການ,ແລະກໍບໍ່ຄ່ອຍຖືກບັນທຶກໄວ້ໃນ ປະຫວັດສາດແຫ່ງການຟື້ນຟູຕ່າງໆ, ສະນັ້ນພວກເຮົາຈື່ງສະຫຼຸບໄດ້ວ່າ ການສັ່ນໄຫວຂອງເຮືອນບໍ່ແມ່ນລັກສະນະພິເສດທີ່ຢູ່ໃຈກາງຂອງການຟື້ນ ຟູ.

6. ການເອົາຕໍາລາໄປເຜົາທີ່ເມືອງເອເຟຊັດໃນກິດຈະການ 19:19,20, ແມ່ນ ແລ້ວຢູ່ທີ່ເມືອງເອເຟຊັດໃນຊ່ວງທີ່ມີການຟື້ນຟູທີ່ນັ້ນ,ຜູ້ຄົນໄດ້ພາກັນເອົາຕໍາ ລາເວດມົນຕ່າງໆມາເຜົາຖີ້ມ“ພຣະວັດຈະນະຂອງພຣະເຈົ້າກໍບັງເກີດຜົນ ຫຼາຍແລະມີໄຊ”(19:20),ຂ້າພະເຈົ້າໄດ້ເຫັນແບບນັ້ນເກີດຂື້ນຢູ່ໃນການຟື້ນ ຟູຢູ່ທີ່ຄຣິສຕະຈັກແບັບຕິດເນັ້ນຮາກຖານເດີມໃນລັດເວີຈີເນຍ,ແຕ່ພວກເຂົາ ກໍບໍ່ໄດ້ເອົາປື້ມຕ່າງໆມາເຜົາຖີ້ມໃນຊ່ວງຂອງການຟື້ນຟູທີ່ຂ້າພະເຈົ້າເຫັນຢູ່ ທີ່ຄຣິສຕະຈັກແບັບຕິດເຟິສໄຊນາ, ມັນກໍບໍ່ໄດ້ເກີດຂື້ນໃນຊ່ວງການຟື້ນຟູ ອື່ນໆທີ່ຖືກບັນທຶກໄວ້ໃນໜັງສືກິດຈະການ, ດັ່ງນັ້ນຂ້າພະເຈົ້າຈື່ງສະຫຼຸບວ່າ ອັນນີ້ກໍເປັນການປາກົດຂື້ນຮອບນອກເຊັ່ນກັນບໍ່ແມ່ນລັກສະນະພິເສດທີ່ຢູ່ ໃຈກາງທີ່ຢູ່ໃນການຟື້ນຟູ.

7. ໄດ້ສາລະພາບບາບ,ແມ່ນແລ້ວຜູ້ຄົນພາກັນສາລະພາບຄວາມຜິດບາບຂອງ ພວກເຂົາຕໍ່ໜ້າສາທາລະນະຢູ່ໃນການຟື້ນຟູຕ່າງໆ, ມັນເກີດຂື້ນບາງຄັ້ງ ຄາວ - ໃນປີ 1904 ມີການຟື້ນຟູຢູ່ໃນປະເທດເວວສ໌, ເກີດຂື້ນທີ່ວິທະຍາ ໄລອັສເບີຣີລັດເຄນທັກກີ້ໃນຊຸມປີ 1960, ໄດ້ເກີດຂື້ນຢູ່ຄຣິສຕະຈັກແບັບ ຕິດເຟີສໄຊນາແລະບ່ອນອື່ນໆອີກ, ແຕ່ມັນບໍ່ໄດ້ເກີດຂື້ນໃນວັນເພັນເທດ ສະເຕຫຼືໃນຊ່ວງຂອງການຕື່ນຂື້ນອັນຍິ່ງໃຫຍ່ຄັ້ງແລກຫຼືເກີດຂື້ນຢູ້ໃນຊ່ວງ ການຟື້ນຟູອື່ນໆອີກ, ດັ່ງນັ້ນພວກເຮົາຕ້ອງສະຫຼຸບວ່າການສາລະພາບບາບ ຢ່າງເປີດເຜີຍຕໍ່ໜ້າພີ່ນ້ອງໃນໂບດຄືເລື່ອງທີ່ເກີດຂື້ນຮອບນອກບໍ່ແມ່ນຢູ່ໃຈ ກາງລັກສະນະພິເສດຂອງການຟື້ນຟູເລີຍ.

8. ຮ້ອງສຽງດັງແລະລົ້ມລົງພື້ນ,ແມ່ນແລ້ວເລື່ອງນັ້ນໄດ້ເກີດຂື້ນໜ້ອຍເທື່ອໃນ ຊ່ວງການຟື້ນຟູອັນໜື່ງທີ່ເມືອງນອດແທມຕັນ,ຢູ່ໃນຄຣິສຕະຈັກຂອງໂຈນາ ທານເອັດເວີດແລະຢູ່ໃນການປະຊຸມທີ່ດໍາເນີນການໂດຍດຣ.ອາຊາເຮວເນັດ ເລັດຕັນຢູ່ໃນຊ່ວງການຟື້ນຕື່ນຂື້ນອັນຍິ່ງໃຫຍ່ເທື່ອທີ່ສອງ, ແຕ່ປົກກະຕິບໍ່ ຄ່ອຍເກີດຂື້ນພາຍໃຕ້ການຮັບໃຊ້ຂອງຈອຊວິດຟິວ,ເຖິງແມ່ນວ່າມັນໄດ້ເກີດ ຂື້ນໃນຊ່ວງການປະຊຸມບາງຄັ້ງຄາວບ່ອນທີ່ລາວໄດ້ເທດສະໜາໃນການ ຟື້ນຟູອັນຍິ່ງໃຫຍ່ທີ່ເມືອງແຄມບັສແລງປະເທດສະກັອດແລນ, ມັນບໍ່ແມ່ນ ລັກສະນະພິເສດຂອງການຟື້ນຕື່ນຂື້ນອັນຍິ່ງໃຫຍ່ຄັ້ງທີ່ສາມທີ່ຢູ່ພາຍໃຕ້ ການຮັບໃຊ້ຂອງສະເປີໂຈນຢູ່ໃນລອນດອນ, ມັນບໍ່ໄດ້ເກີດຂື້ນໃນວັນເພັນ ເທດສະເຕເທົ່າທີ່ຂ້າພະເຈົ້າສາມາດບອກໄດ້ຈາກພຣະຄໍາພີ, ດັ່ງນັ້ນການ ຮ້ອງສຽງດັງ ແລະການນອນລົງເກືອກພື້ນບໍ່ແມ່ນລັກສະນະພິເສດທີ່ຢູ່ໃຈ ກາງຂອງການຟື້ນຟູເລີຍ, ມັນອາດຈະເກີດຂື້ນແຕ່ບໍ່ຈໍາເປັນຕ້ອງເກີດຂື້ນຢູ່ ໃນການຟື້ນຟູ, ແລະຜູ້ຄົນຖືກ“ຂ້າໃນພຣະວິນຍານ”ເມື່ອຖືກແຕະໜ້າຜາກ ໂດຍນັກປະກາດຂ່າວປະເສີດບໍ່ໄດ້ປາກົດຂື້ນຢູ່ໃນການຟື້ນຟູທີ່ຂ້າພະເຈົ້າ ເຄີຍເຫັນ,ຫຼືບໍໄດ້ປາກົດຢູ່ໃນການຟື້ນຟູສ່ວນຫຼາຍໃນປະຫວັດສາດ (see chapter six of Iain H. Murray’s book, Pentecost Today? The Biblical Basis for Understanding Revival, Banner of Truth, 1998, pp. 134-169).


ຂ້າພະເຈົ້າບໍ່ໄດ້ກໍາລັງເວົ້າວ່າສິ່ງເຫຼົ່ານີ້ບໍ່ເຄີຍປາກົດຂື້ນແຕ່ພວກມັນບໍ່ແມ່ນຈຸດສູນ ກາງແນ່ນອນ,ບໍ່ແມ່ນຄວາມຈິງທີ່ຢູ່ໃນທຸກໆການຟື້ນຟູຜ່ານມາຫຼາຍສະຕະວັດ,ຖ້າພວກເຮົາ ຫາກຊອກຫາສິ່ງເຫຼົ່ານີ້ພວກເຮົາກໍຈະພົບວ່າພວກເຮົາຖືກຫລອກແລ້ວ ບໍ່ວ່າຈະເປັນໂດຍ ລັດທິທີ່ເປັນບ້ານໍາສິ່ງໜື່ງສິ່ງໃດຫຼືໂດຍພະມານເອງ! ດຣ.ມາຕິນລອຍ-ໂຈນໄດ້ກ່າວວ່າ “ທ່ານຕ້ອງບໍ່ຍົກລະດັບສູ່ຄວາມເປັນໜື່ງແລະຕໍາແໜ່ງຈຸດສູນກາງທີ່ມີຄວາມສໍາຄັນຊື່ງເປັນຂອງຮອບນອກ” (Revival, Crossway Books, 1987, p. 60). ໜື່ງໃນການປະຊຸມທີ່ຂີຮ້າຍທີ່ ສຸດທີ່ຂ້າພະເຈົ້າເຄີຍເຂົ້າຮ່ວມຄືທີ່ເອີ້ນວ່າການປະຊຸມ “ການຟື້ນຟູການຫົວ”ຢູ່ລັດຟລໍຣິດາ, ບ່ອນທີ່ສຽງຫົວຄືຄວາມຄິດທີ່ວ່າເປັນຄືກັບຈຸດສູນກາງຂອງລັກສະນະພິເສດແຫ່ງການຟື້ນຟູ! ດຣ.ອາເທີບີ.ຮຸກກັບຂ້າພະເຈົ້າເຫັນຄວາມເສື່ອມຊາມທີ່ຂີ້ຮ້າຍຂອງ“ການຟື້ນຟູ”ໃນຄືນໜື່ງທີ່ເມືອງເປຊາເດນາລັດຄາລິຟໍເນຍເປັນບ່ອນທີ່ຜູ້ຄົນພາກັນເຮັດສຽງຂູ່ຄືກັບໂຕສິງ ແລະຮ້ອງ ສຽງດັງຄືກັບລີງ! ຂ້າພະເຈົ້າບໍ່ແນ່ໃຈວ່າເປັນຫຍັງພວກເຂົາຈື່ງຄິດວ່າເລື່ອງນີ້ຊ່ວຍເຂົາໄດ້ ແດ່!ມັນເບິ່ງຄືວ່າບໍ່ມີຫຍັງເລີຍແຕ່ເປັນຄືກັບຄົນບ້າໂວຍວາຍບໍ່ມີລະບຽບ,ພຣະຄຣິດຢູ່ໃສແດ່ຫັ້ນ?

9. ທ່ານບໍ່ສາມາດ“ເຮັດ”ໃຫ້ການຟື້ນຟູມາໄດ້, ອັນນັ້ນມາຈາກ“ລັດທິຕັດສິນ ໃຈນິຍົມ”,ແມ່ນແຕ່ການອະທິຖານແລະອົດອາຫານກໍບໍ່ສາມາດຮັບປະກັນ ການຟື້ນຟູໄດ້ ຄໍາສອນທີ່ວ່າການຟື້ນຟູຂື້ນກັບພຶດຕິກໍາຂອງພວກຄຣິສຕຽນ ມາຈາກຊາລສ໌ຈີ.ຟີນນີ່(1792-1875), ມັນໄດ້ສ້າງຄວາມເສຍຫາຍອັນ ໃຫຍ່ຫຼວງເພາະມັນໄດ້ເຮັດໃຫ້ຜູ້ຄົນຄິດວ່າການຟື້ນຟູຂື້ນກັບພວກເຂົາແທນ ທີ່ຈະຂື້ນຢູ່ກັບພຣະເຈົ້າ, ພຣະເຈົ້າພຽງຜູ້ດຽວທີ່ຕັດສິນໃຈວ່າເມື່ອໃດພຣະ ອົງຈະສົ່ງການຟື້ນຟູມາ,ພວກເຮົາສາມາດອະທິຖານແລະຄວນອະທິຖານ ເພື່ອການຟື້ນຟູ,ແຕ່ພຣະເຈົ້າເທົ່ານັ້ນທີ່ເປັນຜູ້ຕັດສິນໃຈວ່າເມື່ອໃດພຣະອົງ ຈະຊົງສົ່ງການຟື້ນຟູມາໃຫ້ເຮົາ, ບໍ່ມີອັນໃດທີ່ພວກເຮົາສາມາດເຮັດໄດ້ທີ່ ຮັບປະກັນວ່າຈະມີການຟື້ນຟູ, ມັນຂື້ນຢູ່ກັບພຣະຫັດຂອງພຣະເຈົ້າ “ລິດ ອໍານາດເປັນຂອງພຣະເຈົ້າ”ເພງສັນລະເສີນ 62:11 (See Iain H. Murray, Pentecost Today?, The Banner of Truth Trust, 1998, pp. 8-16).


ແລ້ວແມ່ນຫຍັງລະເກີດຂື້ນຢູ່ໃນການຟື້ນຟູແທ້ອັນໜື່ງ? ແມ່ນຫຍັງຄືລັກສະນະພິ ເສດທີ່ເປັນໃຈກາງຂອງການຟື້ນຟູທີ່ແທ້ຈິງ? ດຣ.ມາຕິນລອຍ-ໂຈນໄດ້ໃຫ້ລໍາດັບສິ່ງຕ່າງໆ ທີ່ມາພ້ອມກັບການຟື້ນຟູທີ່ແທ້ຈິງ, ລາວໄດ້ອີງສິ່ງເຫຼົ່ານີ້ຕາມການສຶກສາເລື່ອງວັນເພັນເທດ ສະເຕໃນລັກສະນະພິເສດທີ່ຢູ່ໃຈກາງຂອງມັນທີ່ຢູ່ໃນໜັງສືອັນຍິ່ງໃຫຍ່ຂອງທ່ານເລື່ອງ ການຟື້ນຟູ (ເຫຼັ້ມດຽວກັນໜ້າ 204-211).

1. ພຣະເຈົ້າໄດ້ລົງມາໃນຖ້າມກາງພວກເຂົາ, ທຸກໆຄົນແມ່ນມີຄວາມຮູ້ສຶກເຖິງ ພຣະພັກ,ສະຫງ່າລາສີແລະລິດອໍານາດຂອງພຣະອົງ,ນັ້ນແລະຄືສິ່ງທີ່ເກີດ ຂື້ນໃນການວັດແທກບາງຢ່າງແລະຕໍ່ຂອບເຂດບາງປະການຢູ່ໃນການຟື້ນ ຟູທີ່ຄຣິສຕະຈັກທີ່ເຄີຍຮູ້ຈັກມາກ່ອນ (ທ່ານບໍ່ຈໍາເປັນຕ້ອງຖືກບອກວ່າພຣະ ເຈົ້າຊົງຢູ່ທີ່ນັ້ນ, ທ່ານຮູ້ຢູ່ແລ້ວວ່າພຣະອົງຊົງຢູ່ບ່ອນນັ້ນ! ອັນນັ້ນຄືປະສົບ ການສ່ວນຕົວຂອງຂ້າພະເຈົ້າຢູ່ໃນການຟື້ນຟູທີ່ໄດ້ເຫັນມາແລ້ວ,ໄດ້ສໍາພັດ ເຖິງຄວາມເຄົາລົບຢໍາເກງແລະການອັດສະຈັນຢູ່ໃນການປະຊຸມນະມັສການ ຜູ້ຄົນມີຄວາມເຄົາລົບຢໍາເກງ, ໄດ້ສໍາພັດເຖິງພຣະພັກຂອງພຣະເຈົ້າຜູ້ບໍ ລິສຸດ).

2. ຄຣິສຕະຈັກໄດ້ຖືກມອບໃຫ້ໃນຖານະເປັນຜົນຂອງເລື່ອງນີ້, ຄວາມໝັ້ນຄົງ ອັນຍິ່ງໃຫຍ່ກ່ຽວຂ້ອງກັບຄວາມຈິງ, ຜູ້ຄົນແມ່ນມີຄວາມໝັ້ນໃຈແລະເຊື່ອ ໝັ້ນກ່ຽວກັບຄວາມຈິງຈາກພຣະຄໍາພີ,ນີ້ແມ່ນປະສົບການທົ່ວໄປໃນຊ່ວງເວ ລາແຫ່ງ ການຟື້ນຟູ.

3. ຄຣິສຕະຈັກເຕັມໄປດ້ວຍຄວາມຊື່ນຊົມຍິນດີອັນໃຫຍ່ຫຼວງ ແລະສໍາພັດເຖິງ ການສັນລະເສີນ, ໃນທັນໃດນັ້ນຜູ້ຄົນຕ່າງກໍຮູ້ວ່າພຣະເຈົ້າໄດ້ລົງມາຖ້າມ ກາງພວກເຂົາ, “ໃບໜ້າຂອງເຂົາໄດ້ສະແດງອອກ, ພວກເຂົາໄດ້ຮັບການ ປ່ຽນຮູບລັກ,ໃບໜ້າຂອງພວກເຂົາເບິ່ງຄືກັບຊາວສະຫວັນລົງມາສະຖິດນໍາ, ຊື່ງໄດ້ສະແດງເຖິງຄວາມຍິນດີແລະການສັນລະເສີນ... ພຣະວິນຍານໄດ້ ສ່ອງສະຫວ່າງລັກສະນະສະເພາະແລະຊົງປະທານຄວາມຊື່ນຊົມຍິນດີຊື່ງບໍ່ ສາມາດເວົ້າອອກມາໄດ້ແລະເຕັມລົ້ນດ້ວຍສະຫງ່າລາສີ” (ລອຍໂຈນເຫຼັ້ມ ດຽວກັນໜ້າ 206)

4. ເມື່ອການຟື້ນຟູມາເຖິງທ່ານບໍ່ຈໍາເປັນຕ້ອງໜຸນໃຈຜູ້ຄົນໃຫ້ມາໂບດເພື່ອນະ ມັດສະການແລະຟັງຄໍາເທດສະໜາ,ພວກເຂົາຢືນຢັນຈະມາ,ພວກເຂົາຈະ ມາຄືນນີ້ຕໍ່ຄືນນັ້ນແລະພວກເຂົາອາດຈະຢູ່ເປັນເວລາຫຼາຍຊົ່ວໂມງແບບທີ່ ພວກເຂົາພາກັນເຮັດໃນວັນເພັນເທດສະເຕ.

5. ລິດອໍານາດໃຫມ່ແລະຄວາມກ້າຫານໄດ້ຖືກປະທານໃຫ້ໃນການເທດສະໜາ ການເທດສະໜາທີ່ມີລິດອໍານາດຂອງຂ່າວປະເສີດຄືລັກສະນະພິເສດອັນ ໜື່ງທີ່ຢູ່ໃນທຸກໆການຟື້ນຟູແທ້, ລິດອໍານາດໃໝ່ຄືປະສົບການໃນການເທດ ສະໜາ, ຜູ້ຄົນທີ່ຟັງຈະຄິດວ່າຊີວິດຂອງພວກເຂົາຂື້ນຢູ່ກັບມັນ, ເມື່ອການ ຟື້ນຟູມາເຖິງການເທດສະໜາເອງຈະເປັນໂຕຊັກນໍາຝູງຊົນໃຫ້ມາ.

6. ເມື່ອການຟື້ນຟູມາເຖິງຜູ້ຄົນມາພາຍໃຕ້ຈິດສໍານຶກເລື່ອງບາບ,ຄົນຫຼົງຫາຍ ພາກັນສໍານຶກເລື່ອງບາບທີ່ວ່າພວກເຂົາຢູ່ໃນຄວາມທຸກລໍາບາກ, ຂ້າພະ ເຈົ້າຄິດວ່າເລື່ອງນີ້ອາດຈະເປັນສິ່ງພິສູດອັນໃຫຍ່ທີ່ສຸດວ່າພຣະເຈົ້າໄດ້ສົ່ງ ການຟື້ນຟູມາໃຫ້ຄຣິສຕະຈັກ,ຜູ້ຄົນທີ່ມີໃຈເຢັນຊ່າແລະບໍ່ມີຄວາມແຕກຕ່າງ ຖືກເຮັດໃຫ້ມີຄວາມຮູ້ສຶກ“ຕື່ນຕົກໃຈແລະຢ້ານຫຼາຍ”ໂດຍຄວາມບາບຂອງ ເຂົາເຈົ້າ(ລອຍໂຈນເຫຼັ້ມດຽວກັນໜ້າ 209), ນີ້ເປັນການພິສູດວ່າພຣະວິນ ຍານບໍລິສຸດໄດ້ສະເດັດລົງມາໂນ້ມນ້າວພວກເຂົາເຖິງ “ເລື່ອງຄວາມບາບ ແລະຄວາມຊອບທໍາແລະການພິພາກສາ”(ໂຢຮັນ 16:8), ໃນວັນເພັນເທດ ສະເຕພວກເຂົາໄດ້ສໍານຶກເຖິງຄວາມຜິດບາບຈື່ງຮ້ອງຂື້ນວ່າ “ທ່ານພີ່ນ້ອງ ທັງຫຼາຍເຮົາຈະຕ້ອງເຮັດແນວໃດດີ?”(ກິດຈະການ 2:37), ເລື່ອງເກີດຂື້ນ ຢູ່ໃນທຸກໆການຟື້ນຟູທີ່ແທ້ຈິງ,ບ່ອນໃດກໍຕາມທີ່ການສໍານຶກເລື່ອງບາບບໍ່ມີ ທ່ານກໍມີການຟື້ນຟູຂອງປອມ, ຕ້ອງມີການສໍານຶກຜິດຢ່າງໜັກໜ່ວງຊື່ງ ເປັນຄວາມຈິງທີ່ຢູ່ໃນທຸກໆການຟື້ນຟູແທ້ (ລອຍ-ໂຈນເຫຼັ້ມດຽວກັນໜ້າ 209)

7. ຜູ້ຄົນຈະເຊື່ອວາງໃຈພຣະຄຣິດແລະໄດ້ພົບການອະໄພໂທດບາບ,ໃນທັນທີ ພວກເຂົາກໍເຫັນວ່າພຣະເຢຊູຄືຄວາມຫວັງແຫ່ງຄວາມລອດພຽງຢ່າງດຽວ ຂອງພວກເຂົາ,ພວກເຂົາບໍ່ພຽງແຕ່“ຕັດສິນໃຈ”ເທົ່ານັ້ນ ພວກເຂົາພັດບິນ ເຂົ້າໄປຫາພຣະຄຣິດແທນແລະ“ຮັບເອົາ”ຊີວິດໃຫມ່ແລະພວກເຂົາໄດ້ຖີ້ມ ຊີວິດເກົ່າໄປເພາະພວກເຂົາໄດ້ຮັບຄວາມລອດໂດຍພຣະເຢຊູແລ້ວ,ພວກ ເຂົາເວົ້າເຖິງເລື່ອງກ່ຽວກັບຄວາມຮັກຂອງພຣະຄຣິດແລະພຣະໂລຫິດຂອງ ພຣະຄຣິດ,ພຣະໂລຫິດແຫ່ງການໄຖ່ຂອງພຣະຄຣິດຄືຈຸດສູນກາງຢູ່ໃນ ທຸກໆການຟື້ນຟູທີ່ແທ້ຈິງ.

8. ພວກຄົນທີ່ເຊື່ອແລ້ວໄດ້ເຂົ້າຮ່ວມຄຣິສຕະຈັກ, ພວກເຂົາ “ໄດ້ສົມທົບກັບ ຄຣິສຕະຈັກ(ກິດຈະການ2:47), ບໍ່ມີຄວາມຈໍາເປັນທີ່ຈະ“ຕິດຕາມ”ໃນການ ຟື້ນຟູ,ພວກຄົນທີ່ເຊື່ອພາກັນເຂົ້າຮ່ວມນະມັດສະການອັດຕະໂນມັດເລີຍ- ແລະທ່ານກໍບໍ່ສາມາດກັ້ນພວກເຂົາອອກໄປຈາກການໄປນະມັດສະການໄດ້ ຂ້າພະເຈົ້າເຫັນເລື່ອງແບບນີ້ເກີດຂື້ນຢູ່ໃນການຟື້ນຟູຄັ້ງທໍາອິດທີ່ຕົນເປັນ ພະຍານໄດ້ແລະຢູ່ບ່ອນອື່ນອີກ, ທ່ານບໍ່ຈໍາເປັນຕ້ອງໄປຕາມຄົນທີ່ເຊື່ອ ດອກ,ພວກເຂົາຖືກຊັກນໍາເຂົ້າມາໃນການສາມັກຄີທໍາຂອງຄຣິສຕະຈັກໂດຍ ລິດອໍານາດຂອງພຣະວິນຍານບໍລິສຸດ,ດຣ.ລອຍໂຈນໄດ້ກ່າວວ່າ“ເມື່ອພຣະ ວິນຍານບໍລິສຸດເຂົ້າມາລິດເດດຫຼາຍຢ່າງຈະເກີດຂື້ນໃນຊົ່ວໂມງໜື່ງຫຼາຍ ກວ່າທີ່ຈະເກີດຂື້ນໃນຊ່ວງຫ້າສິບປີຫຼືແມ່ນແຕ່ໜື່ງຮ້ອຍປີໃນການເຮັດວຽກ ຂອງທ່ານຫຼືຂອງຂ້າພະເຈົ້າເອງ...ອະທິຖານເພື່ອໃຫ້ພຣະເຈົ້າອີດູຕົນແລະ ມີເມດຕາແລະສົ່ງພຣະວິນຍານຂອງພຣະອົງມາຖ້າມກາງພວກເຮົາອີກເທື່ອ ໜື່ງ”(ລອຍ-ໂຈນເຫຼັ້ມດຽວກັນໜ້າ 210,211)


ເພື່ອນທີ່ຮັກແພງທັງຫຼາຍ, ພວກເຮົາບໍ່ໄດ້ຢູ່ໃນຊ່ວງແຫ່ງການຟື້ນຟູຢູ່ຄຣິສຕະຈັກ ຂອງເຮົາໃນຕອນນີ້ແຕ່ພຣະວິນຍານບໍລິສຸດກໍາລັງຊັກນໍາບາງຄົນໃຫ້ມາຫາພຣະເຢຊູໃນມື້ນີ້ ຂ້າພະເຈົ້າຂໍອະທິຖານວ່າທ່ານຈະເຊື່ອວາງໃຈພຣະເຢຊູໃນໄວໆນີ້, ພຣະເຢຊູຊົງຕາຍເທິງ ໄມ້ກາງແຂນເພື່ອຊ່ວຍທ່ານໃຫ້ພົ້ນຈາກບາບ, ພຣະອົງຊົງຫຼັ່ງໂລຫິດອັນເປັນນິດນິລັນເພື່ອ ຊໍາລະລ້າງທ່ານອອກຈາກຄວາມບາບ, ພຣະອົງຊົງຟື້ນຈາກຕາຍເພື່ອປະທານຊີວິດນິລັນ ດອນໃຫ້ແກ່ທ່ານ, ຂ້າພະເຈົ້າຂໍຮ້ອງໃຫ້ທ່ານຈົ່ງເຊື່ອວາງໃຈໃນພຣະເຢຊູດຽວນີ້ເລີຍ,ແມ່ນ ກະທັ່ງກ່ອນທີ່ການຟື້ນຟູຈະມາເຖິງ, ຂໍເຊີນດຣ.ແຊນມານໍາພວກເຮົາອະທິຖານແດ່.ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ກິດຈະການ 8:5-8.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“O Breath of Life” (by Bessie P. Head, 1850-1936).