Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ນີ້ຄືສິ່ງທີ່ເກີດຂື້ນໃນການຟື້ນຟູ

(ບົດເທດສະໜາຕອນທີ່ 8 ເລື່ອງການຟື້ນຟູ)
THIS IS WHAT HAPPENS IN REVIVAL!
(SERMON NUMBER 8 ON REVIVAL)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 21/9/2014
A sermon preached at the Baptist Tabernacle of Los Angeles
Lord's Day Evening, September 21, 2014


ຕອນນີ້ຂ້າພະເຈົ້າຢາກໃຫ້ພວກທ່ານເປີດພຣະພີຂອງທ່ານໄປໃນກິດຈະການ 8:5

“ສ່ວນຟີລິບຈຶ່ງລົງໄປຍັງເມືອງສະມາເລຍແລະປະກາດເລື່ອງພຣະຄຣິດໃຫ້ຊາວເມືອງນັ້ນຟັງ”

ຕອນນີ້ລົງໄປເບິ່ງໃນຂໍ້ທີ່ແປດ

“ຈຶ່ງເກີດຄວາມປື້ມປີຕິຢ່າງຍິ່ງໃນເມືອງນັ້ນ”(ກິດຈະການ 8:8)

ຊໍເຊີນນັ່ງລົງ

ຂ້າພະເຈົ້າໄດ້ປະລາຍລະອຽດຂອງເລື່ອງທີ່ເກີດຂື້ນຢູ່ໃນເມືອງສະມາເລຍໄວ້, ແຕ່ ພວກທ່ານສາມາດເຫັນໄດ້ວ່າມັນເກີດຂື້ນຄ້າຍໆຄືກັບສິ່ງທີ່ເກີດຂື້ນຢູ່ໃນເຢລູຊາເລັມໃນເທດສະການວັນເພັນເທດສະເຕ, ຟີລິບໄດ້ປະກາດເລື່ອງພຣະຄຣິດໃຜ້ຜູ້ຄົນຟັງ,ພວກເຂົາຟັງ ຄໍາເທດສະໜາຂອງລາວດ້ວຍຄວາມຕັ້ງໃຈ, ມີຫຼາຍຄົນໄດ້ກັບໃຈເສຍໃໝ່“ຈຶ່ງເກີດຄວາມປື້ມປີຕິຢ່າງຍິ່ງໃນເມືອງນັ້ນ”

ນີ້ຄືເຫດການອັນດຽວກັນທີ່ໄດ້ເກີດຂື້ນໃນວັນເພັນເທດສະເຕ! ເປໂຕ“ໄດ້ກ່າວດ້ວຍ ສຽງດັງ”ແລະໄດ້ເທດເລື່ອງພຣະຄຣິດໃຫ້ແກ່ເຂົາເຈົ້າ,ພວກເຂົາ“ຮັບເອົາຄໍາຂອງທ່ານດ້ວຍຄວາມຍິນດີ”ແລະໄດ້ກັບໃຈເສຍໃໝ່,ພວກເຂົາມີຄວາມຊື່ນຊົມຍິນດີໃນການສາມັກຄີທໍາທຸກໆມື້,ສິ່ງດຽວກັນໄດ້ເກີດຂື້ນດ້ວຍການມີກຸ່ມຜູ້ຊາຍຈໍານວນຫຼາຍໄດ້ຮັບຄວາມລອດເມື່ອພວກອັກຄະສາວົກໄດ້ປະກາດເລື່ອງ“ການເປັນຂື້ນມາຈາກຄວາມຕາຍໂດຍທາງພຣະເຢຊູ”(ກິດ ຈະການ 4:2,4),ໂດຍການອ່ານໜັງສືກິດຈະການພວກເຮົາສາມາດເຫັນສິ່ງຊື່ງໄດ້ປາກົດ ຂື້ນໃນວັນເພັນເທດສະເຕເກີດຂື້ນອີກເທື່ອໜື່ງໆ,ດັ່ງນັ້ນພວກເຮົາຈື່ງສະຫຼຸບໄດ້ວ່າວັນເພັນ ເທດສະເຕບໍ່ແມ່ນເກີດຂື້ນ“ເທື່ອດຽວ”,ແລະຂ້າພະເຈົ້າກໍບໍ່ເຊື່ອວ່າວັນເພັນເທດສະເຕຄື“ວັນ ເກີດຂອງຄຣິສຕະຈັກ”ແບບທີ່ມີບາງຄົນສອນນັ້ນ, ພວກສາວົກແລະຄົນອື່ນໆໄດ້ຮັບຄວາມ ລອດແລ້ວກ່ອນວັນເພັນເທດສະເຕ,ໜື່ງຮ້ອຍຊາວຄົນທີ່ອະທິຖານຢູ່ເທິງຫ້ອງຊັ້ນເທິງກ່ອນ ວັນເພັນເທດສະເຕຖືກເອີ້ນວ່າ“ພວກສາວົກ” ແລະ“ພວກພີ່ນ້ອງ”ຢູ່ໃນກິດຈະການ 1:15 ກ່ອນວັນເພັນເທດສະເຕ,ທີ່ຜູ້ຄົນໄດ້ມາຮ່ວມຕົວປະຊຸມຢູ່ພ້ອມກັນໃນຖານະຄຣິສຕະຈັກສິບມື້ກ່ອນວັນເພັນເທດສະເຕ, ດັ່ງນັ້ນຄຣິສຕະຈັກຈື່ງມີຢູ່ແລ້ວຕອນທີ່ວັນເພັນເທດສະເຕມາ ເຖິງ! ນອກຈາກນີ້ວັນເພັນເທດສະເຕບໍ່ແມ່ນ“ປະສົບການຄັ້ງດຽວ”ທີ່ບໍ່ເຄີຍເກີດຂື້ນອີກຄືກັບ ທີ່ບາງຄົນສອນໃນທຸກມື້ນີ້, ຈຸດເດັ່ນທີ່ສໍາຄັນຂອງວັນເພັນເທດສະເຕໄດ້ເກີດຂື້ນແລ້ວເກີດ ຂື້ນອີກໃນໜັງສືກິດຈະການ - ແລະຜ່ານທາງປະຫວັດສາດຄຣິສຕຽນເຊັ່ນດຽວກັນ.

ວັນເພັນເທດສະເຕຄືຫຍັງ? ດຣ.ມາຕິນລອຍ-ໂຈນໄດ້ກ່າວວ່າ:

ມັນຄືຄວາມຈິງທີ່ເຫັນໄດ້ງ່າຍ[ຄໍາຢືນຢັນທີ່ເປັນຈິງໜື່ງ]ທີ່ທຸກໆການຟື້ນຟູ ຂອງສາສະໜາທີ່ວ່າຄຣິສຕະຈັກໄດ້ສໍາພັດປະເພດໜື່ງຂອງການເກີດຊໍ້າ ຂອງສິ່ງທີ່ເກີດຂື້ນໃນວັນເພັນເທດສະເຕ...ແລະທຸກໆການຟື້ນຟູຂອງສາ ສະໜາຂ້າພະເຈົ້າຂໍເວົ້າວ່າມັນເກີດຂື້ນຊໍາອີກຂອງສິ່ງທີ່ໄດ້ເກີດຂື້ນໃນວັນ ເພັນເທດສະເຕ...ພວກເຮົາຈະຕ້ອງ[ຢຸດເວົ້າ]ວ່າສິ່ງທີ່ເກີດຂື້ນໃນວັນເພັນ ເທດສະເຕໄດ້ເກີດຂື້ນພຽງຄັ້ງດຽວແລະຈົບແລ້ວ,ມັນບໍ່ແມ່ນແບບນັ້ນມັນຄືຄັ້ງທໍາອິດຂອງຫົວຂໍ້ນີ້(Martyn Lloyd-Jones, M.D., Revival, Crossway Books, 1987, pp. 199, 200)

ຂ້າພະເຈົ້າໄດ້ເວົ້າເຖິງໃນບົດເທດສອງເລື່ອງວ່າການຟື້ນຟູມາເມື່ອພຣະວິນຍານບໍລິສຸດໄດ້ເຮັດໃຫ້ສໍານຶກເລື່ອງບາບ(ໂຢຮັນ 16:8),ອັນທີ່ສອງຄືເມື່ອພຣະວິນຍານບໍລິສຸດຊົງ ນໍາຄົນບາບເຂົ້າມາຫາພຣະຄຣິດ(ໂຢຮັນ 16:14, 15) ເຮັດໃຫ້ພຣະຄຣິດເປັນຜູ້ທີ່ມີຊີວິດ ຈິງຕໍ່ຄົນບາບ,ເປັນປີແລ້ວທີ່ສິ່ງນີ້ໄດ້ເກີດຂື້ນໃນຄຣິສຕະຈັກຂອງເຮົາປະມານເດືອນລະເທື່ອນັ້ນຄືກ່ຽວກັບເລື່ອງທີ່ບຸກຄົນໜື່ງໄດ້ກັບໃຈໃໝ່ໃນແຕ່ລະເດືອນ,ແຕ່ເມື່ອການຟື້ນຟູມາເຖິງ ຜູ້ຄົນຫຼາຍກວ່າເກົ່າໄດ້ກັບໃຈໃໝ່ໃນຊ່ວງເວລາພຽງສັ້ນໆ, ອຽນເອັຊເມີເຣໄດ້ກ່າວວ່າ “ຈາກວັນເພັນເທດສະເຕພາຍນອກແລ້ວ ວຽກຂອງພຣະວິນຍານບໍລິສຸດສາມາດເຫັນໄດ້ໃນ ສອງ[ຫົນທາງ]ທາງປົກກະຕິແລະທາງບໍ່ປົກກະຕິ” (Iain H. Murray, Pentecost Today? The Biblical Basis for Understanding Revival, The Banner of Truth Trust, 1998, p. 18), ພວກເຮົາໄດ້ປະສົບກັບວຽກ“ປົກກະຕິ”ຂອງພຣະວິນຍານບໍລິສຸດຢູ່ໃນການກັບໃຈໃໝ່ຂອງ ບຸກຄົນໜື່ງໃນທຸກໆສີ່ຫຼືຫ້າອາທິດ, ແຕ່ເມື່ອພຣະເຈົ້າສົ່ງການຟື້ນຟູມາຖ້າມກາງພວກເຮົາກໍ ຈະມີຈໍານວນຜູ້ຄົນທີ່ກັບໃຈໃຫມ່ຫຼາຍຄົນແບບ“ຜິດປົກກະຕິ” - ບາງເທື່ອສິບຫຼືສິບສອງຄົນ (ຫຼາຍກວ່າ)ຢູ່ໃນຊ່ວງເວລາສັ້ນໆ.

ຂ້າພະເຈົ້າຢ້ານວ່າຄົນຂອງພວກເຮົາບາງຄົນຈະຄິດວ່າການຟື້ນຟູເປັນຄືກັບເວລາໜື່ງເມື່ອພວກເຮົາຕ້ອງເຮັດວຽກໃຫ້ໜັກກວ່າເກົ່າ,ທີ່ວ່າພວກເຮົາຈະຕ້ອງຂໍຮ້ອງຄົນບາບໃຫ້ຫຼາຍຂື້ນແລະເຮັດວຽກຢ່າງໜັກໜ່ວງໃນການປະກາດຂ່າວປະເສີດ, ນີ້ຄືຄວາມຄິດທີ່ກັ່ນ ຕອງລົງມາສູ່ພວກເຮົາຈາກຟີນນີ້,ມັນຄືສິ່ງທີ່ກົງກັນຂ້າມກັບສິ່ງທີ່ຈະເກີດຂື້ນເມື່ອພຣະເຈົ້າ ຊົງສົ່ງການຟື້ນຟູມາ.

ໃຫ້ເຮົາຄິດເຖິງການຟື້ນຟູເທື່ອທໍາອິດໃນວັນເພັນເທດສະເຕແລະທ່ານກໍຈະເຫັນວ່ານີ້ແມ່ນຄວາມຄິດທີ່ຜິດພາດ, ຂ້າພະເຈົ້າຄິດວ່າພວກເຮົາສາມາດເວົ້າແມ່ນກະທັ່ງວ່າມັນຄື ຄວາມຄິດແບບຊາຕານ,ມັນບໍ່ແມ່ນສິ່ງທີ່ຊາຕານເວົ້າກັບຄົນຫຼົງຫາຍບໍ? ແມ່ນມັນບໍທີ່ເຮັດ ໃຫ້ພວກເຂົາຄິດແບບນັ້ນ? ມັນເວົ້າວ່າ “ຖ້າເຈົ້າລອດມັນຈະຍາກຂື້ນກວ່າດຽວນີ້ຫຼາຍ, ເຈົ້າ ຈະຕ້ອງເຮັດວຽກຫຼາຍຂື້ນແລະເຈົ້າຈະບໍ່ມີການຢຸດພັກຫຼືຄວາມຍິນດີເລີຍ” ແຕ່ພະຍາມານ ມັນເປັນຜູ້ຂີ້ຕົວະ,ກົງກັນຂ້າມກັບຄວາມຈິງ! ເມື່ອທ່ານໄດ້ຮັບຄວາມລອດມັນກໍຈະງ່າຍຂື້ນ ສໍາຫຼັບທ່ານຫຼາຍກວ່າຕອນນີ້ອີກ! ພະຍາມານມັນເປັນຜູ້ຂີ້ຕົວະ,ສ່ວນພຣະເຢຊູບໍ່ເຄີຍຕົວະ ເລີຍ! ພຣະເຢຊູບອກເຮົາຄວາມຈິງສະເໝີ! ພຣະເຢຊູຕັດວ່າ “ເຮົາຈະໃຫ້ເຈົ້າຫາຍເມື່ອຍ ເປັນສຸກ”(ມັດທາຍ 11:28) ແລະພຣະເຢຊູຕັດວ່າ “ທ່ານຈະພົບທີ່ສະຫງົບສຸກໃນໃຈຂອງ ຕົນ”(ມັດທາຍ 11:29), ໃຫ້ເຮົາເປີດໄປເບິ່ງໃນມັດທາຍ 11:28-30, ຂໍໃຫ້ເຮົາຢືນຂື້ນ ແລ້ວອ່ານດັງໆ.

“ບັນດາຜູ້ເຮັດວຽກອິດເມື່ອຍແລະແບກພາລະໜັກ ຈົ່ງມາຫາເຮົາ ແລະເຮົາຈະໃຫ້ທ່ານທັງຫລາຍຫາຍເມື່ອຍເປັນສຸກ ຈົ່ງເອົາແອກຂອງເຮົາແບກໄວ້ ແລ້ວຮຽນຈາກເຮົາ ເພາະວ່າເຮົາມີໃຈອ່ອນສຸພາບແລະຖ່ອມລົງ ແລະທ່ານທັງຫລາຍຈະພົບທີ່ສະຫງົບສຸກໃນໃຈຂອງຕົນ ດ້ວຍວ່າແອກຂອງເຮົາກໍແບກງ່າຍ ແລະພາລະຂອງເຮົາກໍເບົາ”(ມັດທາຍ 11:28-30)

ເຊີນນັ່ງລົງ ຕອນນີ້ໃຫ້ທຸກຄົນເອົາບິກແລ້ວຂີດກ້ອງປະໂຫຍກສຸດທ້າຍຂອງຂໍ້ທີ່ 28 “ເຮົາ ຈະໃຫ້ທ່ານທັງຫຼາຍຫາຍເມື່ອເປັນສຸກ” ຕໍ່ໄປຂີດກ້ອງປະໂຫຍກສຸດທ້າຍຂອງຂໍ້ທີ່ 29 “ທ່ານທັງຫຼາຍຈະພົບທີ່ສະຫງົບສຸກໃນໃຈຂອງຕົນ” ຕອນນີ້ໃຫ້ຂີດກ້ອງຂໍ້ສາມສິບໝົດຂໍ້ “ດ້ວຍວ່າແອກຂອງເຮົາກໍແບກງ່າຍ ແລະພາລະຂອງເຮົາກໍເບົາ”

ຂ້າພະເຈົ້າໄດ້ຍິນຄົນທີ່ເຊື່ອໃໝ່ເວົ້າສະເໝີວ່າ “ເປັນຫຍັງມັນຄືງ່າຍແທ້ຕອນນີ້! ຂ້ອຍຄິດວ່າມັນໜ້າຈະຍາກຫຼາຍຖ້າຂ້ອຍໄດ້ມາເປັນຄຣິສຕຽນຄົນໜື່ງ,ແຕ່ຕອນນີ້ຂ້ອຍໄດ້ ເຊື່ອວາງໃຈໃນພຣະເຢຊູແລ້ວຂ້ອຍຮູ້ສຶກມີຄວາມສະຫງົບ,ມັນງ່າຍຫຼາຍທີ່ຕອນນີ້ພຣະເຢຊູໄດ້ຊ່ວຍຂ້ອຍໃຫ້ລອດແລ້ວ”ຄວາມຄິດພວກນັ້ນທຸກຢ່າງແມ່ນຢູ່ໃນປື້ມເພງຂອງເຮົາ! ພວກ ທ່ານບາງຄົນໄດ້ຮ້ອງເພງນັ້ນແຕ່ຍັງບໍ່ເຄີຍມີປະສົບການເລື່ອງນັ້ນເທື່ອ!

ບໍ່ແມ່ນການງານຂອງມືຂ້າ
     ເຮັດໃຫ້ສໍາເລັດຕາມບັນຍັດພຣະອົງ
ເທົ່າທີ່ຮູ້ບໍ່ມີຄວາມກະຕືລືລົ້ນຂອງຂ້າ
     ນໍ້າຕາຂອງຂ້າທີ່ໄຫຼລົງມາ
(“Rock of Ages, Cleft For Me” by Augustus M. Toplady, 1740-1778).

ໃນໂລກທີ່ເຈົ້າລົ້ມເຫຼວທີ່ຈະພົບ
     ສັນຕິສຸກສໍາຫຼັບໃຈທີ່ວຸ້ນວາຍ
ຈົ່ງມາຫາພຣະຄຣິດ ເຊື່ອໃນພຣະອົງ
     ທ່ານຈະໄດ້ຮັບສັນຕິສຸກແລະຄວາມຍິນດີ
ເປັນຫຍັງຈື່ງບໍ່ມາດຽວນີ້? ເປັນຫຍັງຈື່ງບໍ່ມາດຽວນີ້?
     ເປັນຫຍັງຈື່ງບໍ່ມາຫາພຣະເຢຊູດຽວນີ້?
ເປັນຫຍັງຈື່ງບໍ່ມາດຽວນີ້?ເປັນຫຍັງຈື່ງບໍ່ມາດຽວນີ້?
     ເປັນຫຍັງຈື່ງບໍ່ມາຫາພຣະເຢຊູດຽວນີ້?
(“Why Not Now?” by Daniel W. Whittle, 1840-1901).

ພຣະເຢຊູຊົງເອີ້ນຜູ້ອິດເມຍໃຫ້ມາພັກ
     ຊົງເອີ້ນມື້ນີ້ ຊົງເອີ້ນມື້ນີ້
ຈົ່ງເອົາພາລະວາງທີ່ພຣະອົງແລະຈະໄດ້ຮັບພອນ
     ພຣະອົງຈະບໍ່ຖີ້ມທ່ານອອກໄປ
(“ພຣະເຢຊູຊົງເອີ້ນ” by Fanny J. Crosby, 1820-1915).

ຈາກຄວາມເປັນທາດ,ຄວາມໂສກເສົ້າແລະຄໍ່າຄືນ
     ພຣະເຢຊູຂ້າມາ ພຣະເຢຊູຂ້າມາ
ສູ່ອິດສະຫຼະພຣະອົງ,ຄວາມຍິນດີແລະແສງສະຫວ່າງ
     ພຣະເຢຊູຂ້າມາຫາພຣະອົງ...
(“Jesus, I Come” by William T. Sleeper, 1819-1904).

ໂອຈິດໃຈ ເຈົ້າກັງວົນແລະມີທຸກບໍ?
     ບໍ່ມີແສງໃນບ່ອນມືດທີ່ເຈົ້າເຫັນບໍ?
ມີຄວາມສະຫວ່າງເມື່ອແນມເບິ່ງພຣະຜູ້ຊ່ວຍ
     ຊີວິດມີອິດສະຫຼະແລະເສລີພາບຫຼາຍຂື້ນ
ຈົ່ງເປີດຕາຂອງເຈົ້າໄປຫາພຣະເຢຊູ
     ແນມເບິ່ງພຣະພັກອັນອັດສະຈັນພຣະອົງ
ສິ່ງຂອງຂອງໂລກຈະມືດມົວຕໍ່ໄປ
     ໃນສະຫວ່າງແຫ່ງກຽດແລະພຣະຄຸນພຣະອົງ
(“Turn Your Eyes Upon Jesus” by Helen H. Lemmel, 1863-1961).

ຂ້າພະເຈົ້າສາມາດຮ້ອງເພງທີ່ໜ້າອັດສະຈັນເຫຼົ່ານີ້ຕໍ່ໄປເລື່ອຍໆ

ວັນສະໜຸກ,ວັນສະໜຸກເມື່ອພຣະເຢຊູລ້າງບາບຂອງຂ້າ
     ແລະຊົງສັງສອນໃຫ້ອະທິຖານ,ຊື່ນຊົມຍິນດີຢູ່ທຸກໆວັນ
ວັນສະໜຸກ,ວັນສະໜຸກເມື່ອພຣະເຢຊູລ້າງບາບຂອງຂ້າ
      (“O Happy Day” by Philip Doddridge, 1702-1751).

ພະຍາມານບອກທ່ານວ່າມັນຈະຍາກແລະເກືອບທົນບໍ່ໄດ້ທີ່ຈະເປັນຄຣິສຕຽນຄົນໜື່ງ, ແຕ່ ບົດເພງເວົ້າວ່າມັນຈະເປັນວັນທີ່ມີຄວາມສຸກ! ແລະພຣະເຢຊູຕັດວ່າ“ເຮົາຈະໃຫ້ທ່ານເຊົາ ເມື່ອຍເປັນສຸກ...ດ້ວຍວ່າແອກຂອງເຮົາກໍແບກງ່າຍ ແລະພາລະຂອງເຮົາກໍເບົາ”(ມັດທາຍ 11:28,30).

ນັ້ນແລະຄືຫົນທາງມັນຄືຊ່ວງເວລາແຫ່ງການຟື້ນຟູ! “ຈຶ່ງເກີດຄວາມປື້ມປີຕິຢ່າງຍິ່ງໃນເມືອງນັ້ນ”(ກິດຈະການ 8:8), ອັນນັ້ນແລະຄືສິ່ງທີ່ເກີດຂື້ນໃນວັນເພັນເທດສະເຕ, ນັ້ນ ແລະຄືສິ່ງທີ່ເກີດຂື້ນຢູ່ໃນສະມາເລຍ, ນັ້ນແລະຄືສິ່ງທີ່ເກີດຂື້ນຢູ່ໃນທຸກໆການຟື້ນຟູທີ່ແທ້ຈິງ “ຈຶ່ງເກີດຄວາມປື້ມປີຕິຢ່າງຍິ່ງໃນເມືອງນັ້ນ” ດຣ.ລອຍ-ໂຈນໄດ້ກ່າວວ່າ “ທຸກການຟື້ນຟູ... ຂ້າພະເຈົ້າຂໍເວົ້າວ່າມັນຄືສິ່ງທີ່ເກີດຂື້ນຊໍາອີກກັບສິ່ງທີ່ເກີດຂື້ນໃນວັນເພັນເທດສະເຕ (Revival, ibid., pp. 199, 200). ດັ່ງນັ້ນພວກເຮົາຕ້ອງຈື່ໄວ້ສະເໝີວ່າສິ່ງທີ່ເກີດຂື້ນໃນວັນ ເພັນເທດສະເຕ,ປະເດັ່ນຫຼັກທີ່ເກີດຂື້ນຢູ່ໃນການຟື້ນຟູນັ້ນ,ຖ້າພວກເຮົາຫາກຄິດກ່ຽວກັບວັນ ເພັນເທດສະເຕພວກເຮົາກໍຈະຮູ້ເຖິງສິ່ງພວກເຮົາກໍາລັງອະທິຖານເພື່ອແລະສິ່ງທີ່ພວກເຮົາ ກໍາລັງສະແຫວງຫາໃນການຟື້ນຟູອັນໜື່ງ.

ເປໂຕໄດ້ຢືນຂື້ນໃນວັນເພັນເທດສະເຕແລະອ້າງຈາກໜັງສືໂຢເອນວ່າ

“ເຮົາຈະຖອກພຣະວິນຍານຂອງເຮົາມາເໜືອເນື້ອໜັງທັງປວງ... ໃນຄາວນັ້ນເຮົາຈະຖອກພຣະວິນຍານຂອງເຮົາເທິງຜູ້ຮັບໃຊ້ແລະທາດຍິງຂອງເຮົາ ແລະຄົນເຫລົ່ານັ້ນຈະພະຍາກອນ”(ກິດຈະການ 2:17-18)

ພຣະເຈົ້າຊົງຖອກພຣະວິນຍານ“ຂອງ”ພຣະອົງລົງມາໃນການຟື້ນຟູ, ພຣະອົງຕັດວ່າ “ໃນຄາວນັ້ນເຮົາຈະຖອກພຣະວິນຍານຂອງເຮົາ”ມັນແປກທີ່ວ່າການແປສະໄໝໃໝ່ໄດ້ເອົາຄໍາວ່າ“ຂອງ”ອອກໄປ,ມັນມີຢູ່ໃນພາສາກຣີກຄືຄໍາວ່າອາໂປ,ພຣະຄໍາພີເກົ່າສະບັບເຈນີວາມີຄໍາວ່າ“ພຣະວິນຍານຂອງເຮົາ” ສະບັບຄິງເຈມກໍມີຄໍານີ້“ພຣະວິນຍານຂອງເຮົາ” ສ່ວນການແປສະໄໝໃໝ່ມີພຽງສະບັບເອັນເອເອັສວີເທົ່ານັ້ນທີ່ມີຄໍານີ້ຢູ່,ນີ້ແລະຄືເຫດຜົນທີ່ຂ້າພະເຈົ້າບໍ່ເຊື່ອຖືມັນ,ນັ້ນແລະຄືເຫດຜົນທີ່ຂ້າພະເຈົ້າບອກພວກທ່ານໃຫ້ໃຊ້ພຣະຄໍາພີຄິງເຈມສະບັບສະກໍຟິວ,ພວກທ່ານສາມາດເຊື່ອຖືໄດ້,ພວກນັກແປລຸ້ນເກົ່າບໍ່ໄດ້ເອົາຄໍານີ້ອອກຫຼືເອົາຄໍາແບບທີ່ເອີ້ນວ່າ“ການເຄື່ອນທີ່ຂອງສິ່ງທີ່ຄ້າຍຄືກັນ” “ໃນຄາວນັ້ນເຮົາຈະຖອກພຣະວິນຍານຂອງເຮົາ” ນັກເສລີນິຍົມເວົ້າວ່າ“ນັ້ນແລະຄືພວກເຊບທົວຈິນ” ຂ້າພະເຈົ້າວ່າພວກໄຮ້ສາລະ“ເວົ້າສຸ່ມສີ່ສຸມຫ້າ”! ມັນຄືສິ່ງທີ່ພຣະວິນຍານຂອງພຣະເຈົ້າໄດ້ໃຊ້ລົງໄປໃນພຣະຄໍາພີພັນທະສັນຍາໃໝ່ພາສາກຣີກ-ແລະພຣະອົງກໍບໍ່ຕົວະ! ເມື່ອພຣະວິນຍານບໍລິສຸດຂອງພຣະເຈົ້າອ້າງສະບັບເຊບທົວຈິນພາສາກຣີກຕົ້ນສະບັບກໍຖືກ“ຫາຍໃຈອອກມາ”ໂດຍການດົນໃຈ ໃນພັນທະສັນຍາໃໝ່ “ພຣະວິນຍານຂອງເຮົາ” ເປັນຫຍັງມັນຈື່ງສໍາຄັນ? ຂ້າພະເຈົ້າຈະຂໍບອກທ່ານວ່າເປັນຫຍັງຈື່ງສໍາຄັນ, ພຣະເຈົ້າບໍ່ໄດ້ຖອກພຣະວິນຍານຂອງພຣະອົງທັງໝົດ ອອກມາ, ພຣະອົງພຽງແຕ່ສົ່ງຕາມທີ່ພວກເຮົາຕ້ອງການ, ຍ້ອນກັບໄປໃນປີ 1882 ຈອຊ ສມີດຕັນໄດ້ກ່າວວ່າ: ມີເງົາອັນໜື່ງຂອງຄວາມໝາຍທີ່ບໍ່ສູນຫາຍໃນປະໂຫຍກຄໍາວ່າ“ພຣະວິນຍານຂອງເຮົາ”(ອາໂປ)ທີ່ເດັ່ນລະຫວ່າງຂອບເຂດທີ່ໃຫ້ແກ່ມະນຸດແລະຄວາມສົມບູນທີ່ບໍ່ມີຂີດຈໍາກັດຂອງແຫຼ່ງຕ່າງໆແຫ່ງນໍ້າພຸ(George Smeaton, The Doctrine of the Holy Spirit, 1882; reprinted by the Banner of Truth, 1974; p. 28)ຄຣິສຕະຈັກຫຼາຍແຫ່ງທີ່ສືບທອດຄວາມເຊື່ອຈາກພວກສາວົກໄດ້ຮັບການຖອກເທຂອງພຣະວິນຍານຊໍ້າອີກໆເພາະມີການໃຫ້ເພີ້ມຂື້ນຕະຫຼອດ! ຂ້າພະເຈົ້າໄດ້ຮັບພຣະພອນທີ່ບໍ່ທໍາມະດາໃນການຟື້ນຟູສາມເທື່ອ, ຂ້າ ພະເຈົ້າເຫັນດ້ວຍເຕັມທີ່ກັບອຽນເອັຊ.ເມີເຣຜູ້ທີ່ເວົ້າວ່າ “ໄດ້ເປັນພະຍານຕໍ່ການຟື້ນຟູຕ່າງໆທີ່ບໍ່ປ່ຽນແປງແຫ່ງຄໍາເວົ້າເຖິງເລື່ອງບາງສິ່ງບາງຢ່າງທີ່ຖືກໃຫ້ມາຊື່ງມັນບໍ່ໄດ້ຢູ່ຫັ້ນມາກ່ອນ”(ເຫຼັ້ມດຽວກັນໜ້າ 22),ຄົນທີ່ເປັນພະຍານດ້ວຍຕາຕໍ່ການຟື້ນຟູໃນປີ 1859 ຢູ່ທີ່ອັລສະເຕີປະເທດໄອແລນເໜືອໄດ້ກ່າວວ່າ “ພວກຜູ້ຊາຍໄດ້ມີຄວາມຮູ້ສຶກໃນເວລາທີ່ ພຣະເຈົ້າຊົງລະບາຍລົມຫາຍໃຈເທິງພວກເຂົາ, ຕອນທໍາອິດພວກເຂົາຖືກກະທົບດ້ວຍຄວາມຢ້ານແລະເຄົາລົບຢໍາເກງ - ຫຼັງຈາກນັ້ນພວກເຂົາກໍອາບໄປດ້ວຍນໍ້າຕາ - ຈາກນັ້ນກໍຖືກຕື່ມເຕັມໄປດ້ວຍຄວາມຮັກທີ່ບໍ່ສາມາດເວົ້າໄດ້” (William Gibson, The Year of Grace, a History of the Ulster Revival of 1859, Elliott, 1860, p. 432)ໃນວັນທີ່ 29 ເດືອນ 2 ປີ 1860 ສາສະດາຈານຊີ.ເອັຊໂຈນໄດ້ກ່າວວ່າ “ພວກເຮົາຖືກຢ້ຽມຢ້າມດ້ວຍຈໍານວນມະຫາສານຂອງອິດທິພົນຂອງພຣະວິນຍານທີ່ຜິດປົກກະຕິກ, ມັນມາຄືກັບລົມທີ່ພັດມາຢ່າງໄວວາແລະ..ມາເມື່ອຄຣິສຕະຈັກຫຼາຍແຫ່ງມີຄວາມຄາດຫວັງໜ້ອຍ” (ເມີເຣເຫຼັ້ມດຽວກັນໜ້າ 25),ນັ້ນແລະທີ່ວ່າຂ້າພະເຈົ້າໄດ້ເຫັນການຟື້ນຟູມາເຖິງສາມຄັ້ງແນວໃດແດ່ນັ້ນ, ພຣະວິນຍານບໍລິສຸດໄດ້ລົງມາຢ່າງກະທັນຫັນແລະມາແບບບໍ່ຄາດຝັນໄວ້ຊື່ງຂ້າພະເຈົ້າຈະບໍ່ມີມື້ລືມຕາບໃດທີ່ຍັງມີຊີວິດຢູ່! ຂ້າພະເຈົ້າຈະຂໍເອົາມາໃຫ້ພວກທ່ານເຖິງສິ່ງທີ່ເກີດຂື້ນໃນການຟື້ນຟູ,ອ້າງອີງຈາກດຣ.ລອຍ-ໂຈນ

ພວກເຂົາບໍ່ມີຄວາມເຊື່ອໜື່ງໃນພຣະເຈົ້າອີກຕໍ່ໄປ, ພຣະເຈົ້າຊົງກາຍເປັນ ຄວາມຈິງອັນໜື່ງຕໍ່ເຂົາເຈົ້າ,ພຣະເຈົ້າໄດ້ລົງມາສູ່ຖ້າມກາງພວກເຂົາ...ທຸກຄົນຄືການຮູ້ສຶກເຖິງຕົວຕົນແລະສະຫງ່າລາສີຂອງພຣະອົງ

ຄຣິສຕະຈັກຖືກປະທານໃຫ້ໃນຖານະຜົນຂອງເລື່ອງນີ້,ຄືຄວາມໝັ້ນຄົງອັນຍິ່ງໃຫຍ່ທີ່ກ່ຽວຂ້ອງກັບຄວາມຈິງ(ເຫຼັ້ມດຽວກັນ)

ຄຣິສຕະຈັກຖືກຕື່ມເຕັມດ້ວຍຄວາມຍິນດີໃຫຍ່ແລະການສັນລະເສີນ...ເມື່ອຄຣິສຕະຈັກຢູ່ໃນສະພາບແຫ່ງການຟື້ນຟູໜື່ງທ່ານບໍ່ຈໍາເປັນຕ້ອງໜຸນໃຈຜູ້ຄົນໃຫ້ສັນລະເສີນ,ພວກທ່ານບໍ່ສາມາດຢຸດຢັ້ງພວກເຂົາໄດ້,ພວກເຂົາເຕັມລົ້ນໄປດ້ວຍພຣະເຈົ້າ,ໃບໜ້າຂອງເຂົາບົ່ງບອກມັນເອງ, ພວກເຂົາໄດ້ປ່ຽນ ຮູບ...ໃຫ້ຄວາມຊື່ນຊົມຍິນດີຊື່ງ“ບໍ່ສາມາດເວົ້າອອກມາໄດ້ແລະເຕັມດ້ວຍ ສະງ່າລາສີ” (ເຫຼັ້ມດຽວກັນໜ້າ 206)

ທ່ານບໍ່ຈໍາເປັນຕ້ອງໜຸນໃຈຜູ້ຄົນໃຫ້ເຂົ້າມານະມັສການ,ສັນລະເສີນແລະຟັງພຣະຄໍາ,ພວກເຂົາຮຽກຮ້ອງມັນ, ພວກເຂົາມາຄືນແລ້ວຄືນອີກແລະພວກ ເຂົາຈະຢູ່ເປັນເວລາຫຼາຍຊົ່ວໂມງຈົນຮອດຕອນເຊົ້າ,ເລື່ອງນີ້ດໍາເນີນຕໍ່ໄປ ຄືນແລ້ວຄືນອີກ(ເຫຼັ້ມດຽວກັນໜ້າ 207).

[ຢູ່ໃນການຟື້ນຟູ]ບົດເທດດຽວກັນໄດ້ເທດໄປແລະແມ່ນມັນບໍ່ແມ່ນອັນດຽວກັນ,ໄດ້ມີການສາທິດເຖິງເລື່ອງຂອງພຣະວິນຍານບໍລິສຸດແລະເລື່ອງລິດອໍາ ນາດນີ້(ເຫຼັ້ມດຽວ ກັນໜ້າ 208)

ຖ້າທ່ານຢາກໃຫ້ຜູ້ຄົນໃນຄຣິສຕະຈັກຂອງທ່ານອະທິຖານເພື່ອການຟື້ນຟູ ເພາະວ່າໃນວິນາທີທີ່ການຟື້ນຟູເກີດຂື້ນຝູງຊົນຈະມາ(ເຫຼັ້ມດຽວກັນ).

ກ່ອນທີ່ລາວຈະຈົບຄໍາເທດສະໜາພວກເຂົາກໍຮ້ອງຂື້ນວ່າ “ພວກເຮົາຈະ ຕ້ອງເຮັດແນວໃດແດ່? ...ພວກເຂົາເຈັບປວດຫົວໃຈ,ທຸກທໍລະມານຢ່າງ ເລິກເຊິ່ງໃນການສໍານຶກເລື່ອງບາບນີ້(ໜ້າ 209)

ມັນບໍ່ແມ່ນຄໍາຖາມແຫ່ງການຕັດສິນໃຈເມື່ອທ່ານມີການຟື້ນຟູ,ມັນຄືການກັບໃຈໃຫມ່ທີ່ເລິກເຊີ່ງ,ມັນຄືການປ່ຽນແປງໃໝ່, ຜູ້ຄົນໄດ້ຮັບຊີວິດໃໝ່ແລະຖີ້ມ ຊີວິດເກົ່າ...ອ່ານເລື່ອງລາວຕ່າງໆນີ້ຄືເລື່ອງຈິງ,ອັນນີ້ບໍ່ແມ່ນຄວາມຄິດຂອງຂ້າພະເຈົ້າ,ນີ້ບໍ່ແມ່ນທິດສະດີອັນໜື່ງແຕ່ມັນຄືຄວາມຈິງ(ເຫຼັ້ມດຽວກັນໜ້າ 209).

ພວກທີ່ລອດແລ້ວກໍເຂົ້າຮ່ວມກັບຄຣິສຕະຈັກ... ອັນນັ້ນແລະຄືສິ່ງທີ່ພຣະ ເຈົ້າຊົງເລີ່ມຄຣິສຕະຈັກ,ນັ້ນແລະຄືສິ່ງທີ່ພຣະເຈົ້າຊົງສືບຕໍ່ໃຫ້ຄຣິສຕະຈັກມີຊີວິດຢູ່...ອັນນີ້ບໍ່ແມ່ນຄວາມຕ້ອງການສູງສຸດໃນຊົ່ວໂມງນີ້ບໍ? ຖ້າທ່ານ ເຊື່ອແບບນັ້ນ,ຈົ່ງອະທິຖານຕໍ່ພຣະເຈົ້າຢ່າງບໍ່ຢຸດຢ່ອນ... ຂ້າພະເຈົ້າບໍ່ໄດ້ ເວົ້າວ່າທ່ານຄວນຢຸດຄວາມພະຍາຍາມທຸກຢ່າງຂອງທ່ານລົງແລະລໍຖ້າ,ບໍ່ ເລີຍ,ຈົ່ງສືບຕໍ່...ເຮັດທຸກສິ່ງທີ່ທ່ານກໍາລັງເຮັດຢູ່,ແຕ່ຂ້າພະເຈົ້າຂໍເວົ້າແບບນີ້-ໃຫ້ແນ່ໃຈວ່າທ່ານແບ່ງເວລາອະທິຖານເພື່ອການຟື້ນຟູ, ໃຫ້ເຫັນວ່າມີເວ ລາຫຼາຍກວ່າສິ່ງອື່ນໃດ, ເພາະເມື່ອພຣະວິນຍານບໍລິສຸດລົງມາໃນລິດເດດ, ຈະມີຫຼາຍຢ່າງເກີດຂື້ນໃນຊົ່ວໂມງດຽວຫຼາຍກວ່າທີ່ຈະເກີດຂື້ນໃນຊ່ວງຫ້າ ສິບປີຫຼືແມ່ນແຕ່ໜື່ງຮ້ອຍປີໃນຖານະຜົນຂອງຄວາມພະຍາຍາມຂອງທ່ານ,ລິດອໍານາດຂອງພຣະວິນຍານບໍລິສຸດ - ນັ້ນແລະຄືຄວາມໝາຍຂອງວັນ ເພັນເທດສະເຕ...ອະທິຖານເພື່ອໃຫ້ພຣະເຈົ້າອີດູຕົນແລະມີເມດຕາແລະສົ່ງພຣະພອນຂອງພຣະອົງຄືພຣະວິນຍານບໍລິສຸດມາເທິງເຮົາອີກເທື່ອໜື່ງ (ເຫຼັ້ມດຽວກັນໜ້າ 210,211).


ຂໍໃຫ້ເຮົາຢືນຂື້ນແລ້ວເປີດປື້ມເພງໄປໃນບົດທີ່ 7 “ພຣະເຢຊູ ຄົນຮັກແຫ່ງຈິດໃຈ ຂ້າ”ໂດຍນັກແຕ່ງເພງແລະກາບກອນຜູ້ຍິ່ງໃຫຍ່ແຫ່ງການຟື້ນຕື່ນຂື້ນຄັ້ງທີ່ໜື່ງຊື່ຊາລເວສລີ

ພຣະເຢຊູຜູ້ຊົງຮັກແພງ ຂໍຊົງໂຜດໃຫ້ເພີ່ງພຣະອົງ
   ເມື່ອຈິດໃຈໄດ້ເຕັມລໍາບາກເມື່ອໜັກໃຈທົນຄວາມທຸກຍາກ
ຂໍໂຜດໃຫ້ເພິ່ງພຣະຜູ້ຊ່ວຍໂຜດໃຫ້ພົ້ນການອັນຕະລາຍ
   ໃນທາງມືດໂຜດນໍາຂ້ານ້ອຍ ຈົນໄດ້ເຖິງທີ່ສຸກສໍາບາຍ

ນອກພຣະອົງທີ່ເພິ່ງບໍ່ມີໃຈຢ້ານຂອງຂ້ານ້ອຍມອບໄວ້
   ຂໍຊົງໂຜດເມດຕາປານີ ໂຜດຄໍ້າຊູ້ບັນເທົາເອົາໃຈ
ພຣະອົງຊົງພຣະນາມຊອບທໍາ ໂທດຂ້ານ້ອຍບໍ່ອາດນັບໄດ້
   ມີແຕ່ບາບເຕັມໃຈມືດດໍາ ພຣະອົງຊົງພຣະຄຸນຍິ່ງໃຫຍ່

ໂອພຣະຄຣິດເທົ່ານັ້ນທີ່ຂ້າຢາກໄດ້ ຂ້າພົບທຸກສິ່ງໃນພຣະອົງ
   ຊູຜູ້ລົ້ມ,ໜຸນຜູ້ທໍ້,ປົວຜູ້ເຈັບປ່ວຍແລະນໍາພາຄົນຕາບອດ
ພຣະນາມພຣະອົງບໍລິສຸດ ຕົວຂ້າເຕັມດ້ວຍຄວາມບໍ່ຊອບທໍາ
   ຂ້າເຕັມດ້ວຍຄວາມຜິດບາບ ພຣະອົງເຕັມດ້ວຍພຣະຄຸນແລະຄວາມຈິງ

ພຣະອົງຊົງພຣະກະລຸນາ ຊົງໂຜດລຶບຜິດບາບນ້ອຍໃຫຍ່
   ຊົງໂຜດໃຫ້ໂລຫິດໄຫຼມາ ຊໍາລະລ້າງໃຫ້ໃຈເສາະໃສ
ພຣະອົງໂຜດນໍ້າຝ່າຍຊີວິດ ຂໍໃຫ້ກິນຈົນອີ່ມບໍ່ຢຸດ
   ຂໍໃຫ້ໃຈເປັນທີ່ສະຖິດຂອງພຣະອົງບໍ່ສິ້ນບໍ່ສຸດ
(“Jesus, Lover of My Soul” by Charles Wesley, 1707-1788).

ຂ້າພະເຈົ້າຂໍອະທິຖານວ່າທ່ານຈະມາຫາພຣະເຢຊູ,ແບບທີ່ຊາລສ໌ເວສລີໄດ້ກ່າວໄວ້ວ່າ:ພຣະເຢຊູຊົງຮັກຈິດວິນຍານຂອງທ່ານ! ພຣະອົງຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າບາບ ຂອງທ່ານ! ພຣະອົງຊົງຫຼັ່ງໄຫຼພຣະໂລຫິດອັນປະເສີດຂອງພຣະອົງເພື່ອລ້າງຊໍາລະທ່ານ ອອກຈາກຄວາມຜິດບາບທຸກຢ່າງຂອງທ່ານ! ພຣະອົງຊົງຟື້ນຂື້ນພ້ອມຮ່າງກາຍຈາກຄວາມ ຕາຍເພື່ອປະທານຊີວິດນິລັນດອນໃຫ້ແກ່ທ່ານ! ເຊີນມາຫາພຣະເຢຊູ, ເຊື່ອໃນພຣະເຢຊູ

ເຊື່ອແຕ່ເທົ່ານັ້ນ ເຊື່ອແຕ່ເທົ່ານັ້ນ
   ເຊື່ອພຣະອົງບັດນີ້
ພຣະອົງຊົງໂຜດ ພຣະອົງຊົງໂຜດ
   ໂຜດໃຫ້ພົ້ນມື້ນີ້
(“Only Trust Him” by John H. Stockton, 1813-1877).

ດຣ. ແຊນ ຂໍເຊີນມານໍາພວກເຮົາອະທິຖານແດ່. ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ກິດຈະການ 2:40-47.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Thy Holy Spirit, Lord, Alone” (by Fanny J. Crosby, 1820-1915).