Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ໝາຍສໍາຄັນແຫ່ງການກັບໃຈໃຫມ່ແທ້

(ບົດເທດສະໜາຕອນທີ່ 7 ເລື່ອງການຟື້ນຟູ)
A TRUE SIGN OF REAL CONVERSION
(SERMON NUMBER 7 ON REVIVAL)
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 14/9/2014
A sermon preached at the Baptist Tabernacle of Los Angeles
Lord's Day Evening, September 14, 2014

“ໂຢຮັນຮຽນມາຍັງຄຣິສຕະຈັກທັງເຈັດທີ່ຢູ່ໃນແຂວງເອເຊຍ ຂໍໃຫ້ທ່ານທັງຫລາຍຈົ່ງໄດ້ຮັບພຣະຄຸນແລະສັນຕິສຸກຈາກພຣະອົງຜູ້ຊົງເປັນຢູ່ດຽວນີ້ ແລະຜູ້ຊົງເປັນຢູ່ໃນການກ່ອນ ແລະຜູ້ຈະສະເດັດມານັ້ນ ແລະຈາກພຣະວິນຍານທັງເຈັດທີ່ຢູ່ໜ້າພຣະທີ່ນັ່ງຂອງພຣະອົງ ແລະຈາກພຣະເຢຊູຄຣິດຜູ້ຊົງເປັນພະຍານທີ່ສັດຊື່ ແລະຊົງເປັນຜູ້ທໍາອິດທີ່ໄດ້ຟື້ນຈາກຄວາມຕາຍ ແລະຜູ້ຊົງຄອບຄອງກະສັດທັງປວງໃນໂລກ ແດ່ພຣະອົງຜູ້ຊົງຮັກເຮົາທັງຫລາຍ ແລະໄດ້ຊົງຊຳລະບາບຂອງເຮົາດ້ວຍພຣະໂລຫິດຂອງພຣະອົງ” (ພະນິມິດ 1:4-5)


ດຣ.ປີເຕີ້ມາສເຕີໄດ້ກາຍເປັນສິດຍາພິບານຂອງຄຣິສຕະຈັກເທເບີນາໂຄຂອງສະເປີໂຈນຢູ່ໃນລອນດອນນັບແຕ່ປີ 1970,ເປັນເວລາ 44 ປີທີ່ລາວໄດ້ເທດສະໜາຂ່າວປະເສີດ ຢູ່ຫັ້ນແລະຄຣິສຕະຈັກຂອງລາວກາຍເປັນຄຣິສຕະຈັກທີ່ເປັນພະຍານທີ່ເຂັ້ມແຂງເພື່ອພຣະຄຣິດໄປທົ່ວໂລກ, ດຣ.ມາສເຕີໄດ້ຂຽນໜັງສືເຫຼັ້ມໜື້ງຊື່ວ່າ ເຄື່ອງໝາຍທີ່ແນ່ນອນເຈັດ ຢ່າງແຫ່ງການກັບໃຈໃໝ່ແທ້ (Sword and Trowel, 2009 edition).ຂ້າພະເຈົ້າຢາກຈະເອົາ ເຄື່ອງໝາຍທັງເຈັດຢ່າງທີ່ລາວວ່າຈະປາກົດຢູ່ໃນຄົນຜູ້ໜື່ງທີ່ກັບໃຈໃໝ່ແທ້ໃຫ້, ແຕ່ຂ້າພະ ເຈົ້າໄດ້ຕັດສິນໃຈແລ້ວວ່າຈະເອົາໃຫ້ແຕ່ຈຸດທີ່ໜື່ງເທົ່ານັ້ນ.

ພວກທີ່ກັບໃຈໃຫມ່ແທ້ໄດ້ປາກົດຂື້ນປະມານ 3,000 ຄົນໃນເທດສະການວັນເພັນ ເທດສະເຕ,ມັນຄືການຟື້ນຟູເທື່ອທໍາອິດໃນປະຫວັດສາດຂອງຊາວຄຣິສຕຽນ.

ດຣ.ໂຈເອວຮໍ ສິດຍາພິບານຢູ່ລັດນິວອິງແລນໃນຕອນຕົ້ນຂອງສະຕະວັດທີ່ 19 ໄດ້ໃຫ້ນິຍາມທີ່ດີເລື່ອງການຟື້ນຟູ, ລາວໄດ້ກ່າວວ່າ:

ທິດສະດີແຫ່ງການຟື້ນຟູເປັນສິ່ງທີ່ທໍາມະດາຫຼາຍ,ມັນເປັນພຽງແຕ່ການເພີ່ມຂື້ນແລະການຂະຫຍາຍຕົວຂອງຈໍານວນຄົນບາບໃນເວລາດຽວກັນ,ຊື່ງເປັນ ຜົນສະທ້ອນຂອງພຣະວິນຍານບໍລິສຸດຊື່ງຊົງໃຊ້ໃນການກັບໃຈຂອງຄົນ ບາບທີ່ສະເພາະເຈາະຈົງໃນແຕ່ລະຄົນ... (Joel Hawes, D.D., quoted in Lectures on Revivals of Religion by Dr. William B. Sprague, The Banner of Truth Trust, 2007 edition, p. 290).

ຂ້າພະເຈົ້າເຫັນດ້ວຍກັບຄໍາເວົ້ານັ້ນຢ່າງເຕັມທີ່,ສິ່ງທີ່ເກີດຂື້ນກັບຄົນບາບຄົນໜື່ງໃນການກັບໃຈໃຫມ່ທີ່ເຈະຈົງຕໍ່ຈໍານວນຂອງຄົນບາບໃນການທີ່ພຣະເຈົ້າສົ່ງການຟື້ນຟູມາ, ສະນັ້ນການ ການທີ່ດຣ.ມາສເຕີໃຊ້ການຟື້ນຟູໃນວັນເພັນເທດສະເຕເພື່ອສະແດງໃຫ້ເຫັນເຖິງເຄື່ອງໝາຍ ແຫ່ງການກັບໃຈໃຫມ່ຈື່ງຖືກຕ້ອງ, ນີ້ຄືເຄື່ອງໝາຍທໍາອິດຂອງດຣ.ມາສເຕີແລະຈຸດທີ່ສໍາ ຄັນທີ່ສຸດໃນເລື່ອງທີ່ເກີດຂື້ນຢູ່ໃນການກັບໃຈໃໝ່ແທ້ອັນໜື່ງຄື: ການສໍານຶກເລື່ອງຄວາມ ບາບແລະການອະໄພບາບໂດຍພຣະໂລຫິດຂອງພຣະຄຣິດ,ໃນເທດສະການວັນເພັນເທດ ສະເຕ,ເປໂຕກ່າວວ່າ:

“ພຣະເຈົ້າໄດ້ຊົງຍົກພຣະເຢຊູນີ້ ຊຶ່ງທ່ານທັງຫລາຍໄດ້ຄຶງໄວ້ທີ່ກາງແຂນ ຊົງຕັ້ງຂຶ້ນໃຫ້ເປັນທັງອົງພຣະຜູ້ເປັນເຈົ້າແລະເປັນພຣະຄຣິດ” (ກິດຈະການ 2:36)

“ເມື່ອຄົນທັງຫລາຍໄດ້ຍິນແລ້ວກໍຮູ້ສຶກແທງໃຈເຂົາ ຈຶ່ງກ່າວແກ່ເປໂຕແລະອັກຄະສາວົກອື່ນໆວ່າ "ທ່ານພີ່ນ້ອງທັງຫລາຍ ເຮົາຈະເຮັດແນວໃດດີ” (ກິດຈະການ 3:37)

ເຄື່ອງໝາຍທໍາອິດແຫ່ງພຣະຄຸນໃນຂໍ້ພຣະຄໍາພີຂໍ້ນີ້ຄືການສໍານຶກເລື່ອງຄວາມບາບ,ພວກເຂົາຖືກ“ແທງໃຈຂອງເຂົາ” - ຫຼືຕັດຫົວໃຈ”ແບບທີ່ພາສາກຣີກເວົ້າເຖິງ,ການກັບໃຈ ປາກົດຂື້ນເມື່ອພຣະວິນຍານຂອງພຣະເຈົ້າຊົງສ້າງຄວາມຮູ້ສຶກທີ່ໜັກແໜ້ນ,ເຮັດໃຫ້ການກັບໃຈໃໝ່ເລິກເຊີ່ງກວ່າໃນເລື່ອງຄວາມບາບຂອງເຂົາ ແລະສະແຫວງຫາຢ່າງໜັກໜ່ວງທີ່ຈະ ໄດ້ຮັບການອະໄພ,ບໍ່ແມ່ນທຸກຄົນຈະຮູ້ສຶກເຖິງຄວາມອາຍທີ່ເລິກເຊີ່ງແລະໂສກເສົ້າແບບທີ່ ບັນຢັນ,ວິດຟິວແລະສະເປີໂຈນຮູ້ສຶກ,ແຕ່ຕ້ອງມີປະສາດສໍາພັດເລື່ອງບາບບາງຢ່າງແລະ ໂສກເສົ້າ ຫຼືບໍ່ມີການກັບໃຈໃໝ່ເກີດຂື້ນເລີຍ.

ມີບາງຄົນຖາມຂ້າພະເຈົ້າ ຖ້າຫາກວ່າຂ້າພະເຈົ້າເຄີຍປະສົບກັບການສໍານຶກບາບ ແບບດຽວກັບວິດຟິວເປັນ,ຂ້າພະເຈົ້າກໍຄິດເຖິງເລື່ອງນັ້ນໜ້ອຍໜື່ງ,ຈາກນັ້ນຂ້າພະເຈົ້າກໍເຂົ້າໃຈວ່າປະສົບການຂອງຕົນເປັນມີຫຼາຍຫົນທາງ,ຄ້າຍໆກັນກັບຂອງລາວ,ຂ້າພະເຈົ້າປະສົບ ກັບຄວາມທຸກແລະຄວາມເຈັບປວດເປັນເວລາຫຼາຍເດືອນ,ສຸດທ້າຍກໍພ້ອມທີ່ຈະເຮັດເກືອບ ທຸກສິ່ງທຸກຢ່າງທີ່ຈະກໍາຈັດຄວາມບາບຂອງຕົນອອກໄປໃນສາຍພຣະເນດຂອງພຣະເຈົ້າຜູ້ບໍລິສຸດ,ຈາກນັ້ນຂ້າພະເຈົ້າກໍໄດ້ຍິນເພງຂອງຊາລສ໌ເວສລີ(1707-1788) ຊື່ວ່າ “ຄວາມຮັກ ອັດສະຈັນ!ເປັນໄປໄດ້ແນວໃດທີ່ພຣະເຈົ້າຂອງຂ້າຊົງຍອມຕາຍເພື່ອຂ້າ” ພຣະເຈົ້າໄດ້ສະ ແດງໃຫ້ຂ້າພະເຈົ້າເຫັນເຖິງຄວາມຮັກຂອງພຣະຄຣິດທີ່ຊົງຕາຍແທນຂ້າພະເຈົ້າ,ເພື່ອຍົກ ໂທດບາບແລະຊໍາລະລ້າງໃຫ້ສະອາດໂດຍພຣະໂລຫິດຂອງພຣະອົງ!ໃນວິນາທີນັ້ນເອງຂ້າພະເຈົ້າກໍໄດ້ເຊື່ອວາງໃຈໃນພຣະຄຣິດ!ຂ້າພະເຈົ້າກັບໄປບ້ານຮ້ອງເພງ “ຄວາມຮັກອັດສະ ຈັນ! ເປັນໄປໄດ້ແນວໃດທີ່ພຣະເຈົ້າຂອງຂ້າຊົງຍອມຕາຍເພື່ອຂ້າ”

ແຕ່ການສໍານຶກໂດຍໂຕມັນເອງບໍ່ແມ່ນເຄື່ອງໝາຍແຫ່ງການກັບໃຈໃໝ່, ບໍ່ແມ່ນ! ມັນຄືການສໍານຶກເລື່ອງບາບຕາມມາໂດຍຄວາມເຊື່ອໃນການຊົງໄຖ່ຂອງພຣະຄຣິດ! ການ ສໍານຶກທີ່ຖືກກື່ນກິນໂດຍພຣະຄຣິດ! ການສໍານຶກທີ່ຖືກແຊ່ໃນພຣະໂລຫິດອັນປະເສີດຂອງ ພຣະອົງ! ນັ້ນແລະຄືສິ່ງທີ່ເກີດຂື້ນໃນການກັບໃຈໃໝ່ອັນໜື່ງ! ເມື່ອມັນເກີດຂື້ນກັບທ່ານມັນ ກໍຈະປ່ຽນແປງຊີວິດຂອງທ່ານ! ພຣະຄຣິດຈະບໍ່ເປັນຄືກັບຜູ້ຕັດສິນອີກຕໍ່ໄປ ບໍ່ເລີຍ! ທ່ານ ກໍຈະຮ້ອງດ້ວຍສຽງດັງກັບຄາວຊິນເຊນດອຟຜູ້ນໍາມິດຊັນນາຣີຊາວໂມຣາເວຍຊື່ງເວົ້າວ່າ

ພວກຄຣິສຕຽນຄືຄົນຂອງພຣະເຈົ້າ,ລູກທີ່ເກີດມາຂອງພຣະວິນຍານບໍລິສຸດເຊື່ອຟັງພຣະອົງ,ຕິດໄຟໂດຍໄຟຂອງພຣະອົງ,ພຣະໂລຫິດພຣະອົງຄືກຽດຂອງພວກເຂົາ

ພຣະໂລຫິດພຣະອົງຄືກຽດຂອງພວກເຂົາ!ພຣະໂລຫິດພຣະອົງຄືກຽດຂອງພວກເຂົາ! ພຣະ ໂລຫິດພຣະອົງຄືກຽດຂອງພວກເຂົາ!

ຈົ່ງຫຍັບໃກ້ໄມ້ກາງແຂນ
ເປັນລາສີຂ້າສະເໝີໄປ
ຈົນວິນຍານຂ້າຖືກຮັບໄປ
ໄປເຖິງສະຫວັນຊັ້ນຟ້າ
(“Near the Cross” by Fanny J. Crosby, 1820-1915).

ຮ້ອງ

ຈົ່ງຫຍັບໃກ້ໄມ້ກາງແຂນ
ເປັນລາສີຂ້າສະເໝີໄປ
ຈົນວິນຍານຂ້າຖືກຮັບໄປ
ໄປເຖິງສະຫວັນຊັ້ນຟ້າ

ຄາວຊິນເຊນດອຟໄດ້ກ່າວວ່າ:

ພຣະໂລຫິດຂອງພຣະຄຣິດບໍ່ພຽງແຕ່ຊົງອໍານາດສູງສຸດສໍາຫຼັບປີ່ນປົວບາບເທົ່ານັ້ນ,ແຕ່ມັນຍັງເປັນອາຫານຫຼັກຂອງຊີວິດຄຣິສຕຽນອີກດ້ວຍ.

ຂໍພຣະບຸດຊົງໂຜດນໍາພາ
ຂໍຢູ່ໃກ້ກາງແຂນນັ້ນ
ຊົງໂຜດໃຫ້ເດີນທາງທຸກວັນ
ໃຕ້ຮົ່ມເຢັນກາງແຂນນັ້ນ

ຮ້ອງ

ຈົ່ງຫຍັບໃກ້ໄມ້ກາງແຂນ
ເປັນລາສີຂ້າສະເໝີໄປ
ຈົນວິນຍານຂ້າຖືກຮັບໄປ
ໄປເຖິງສະຫວັນຊັ້ນຟ້າ

ນັ້ນແລະຄືເຄື່ອງໝາຍແຫ່ງການກັບໃຈໃໝ່ແທ້ - ການສໍານຶກເລື່ອງບາບແລະຄວາມລອດ ໂດຍພຣະໂລຫິດແຫ່ງໄມ້ກາງແຂນຂອງພຣະຄຣິດ! ບົດເພງທີ່ 6 ໃຫ້ເຮົາຮ້ອງ!

ສິ່ງອັນໃດລ້າງຜິດບາບໄດ້ ມີແຕ່ໂລຫິດຂອງພຣະເຢຊູ
ສິ່ງອັນໃດເຮັດໃຫ້ດີໄດ້ ມີແຕ່ໂລຫິດຂອງພຣະເຢຊູ
ໂລຫິດປະເສີດພຣະອົງ ຊໍາລະເຮົາໃຫ້ເປັນຄົນດີ
ບໍ່ມີສິ່ງອັນໃດອື່ນ ມີແຕ່ໂລຫິດຂອງພຣະເຢຊູ

ສິ່ງອັນໃດໃຫ້ພົ້ນບາບໄດ້ ແຕ່ໂລຫິດຂອງພຣະເຢຊູ
ສິ່ງອັນໃດອາດລຶບຜິດໄດ້ ແຕ່ໂລຫິດຂອງພຣະເຢຊູ
ໂລຫິດປະເສີດພຣະອົງ ຊໍາລະເຮົາໃຫ້ເປັນຄົນດີ
ບໍ່ມີສິ່ງອັນໃດອື່ນ ມີແຕ່ໂລຫິດຂອງພຣະເຢຊູ

ບໍ່ມີໃຜອາດໄຖ່ໂທດໄດ້ ມີແຕ່ໂລຫິດຂອງພຣະເຢຊູ
ການດີໃຜກໍເຮັດບໍ່ໄດ້ ມີແຕ່ໂລຫິດຂອງພຣະເຢຊູ
ໂລຫິດປະເສີດພຣະອົງ ຊໍາລະເຮົາໃຫ້ເປັນຄົນດີ
ບໍ່ມີສິ່ງອັນໃດອື່ນ ມີແຕ່ໂລຫິດຂອງພຣະເຢຊູ

ນີ້ແລະຄວາມຫວັງແລະສັນຕິສຸກ ມີແຕ່ໂລຫິດຂອງພຣະເຢຊູ
ນີ້ແລະຄວາມຊອບທໍາຂອງຂ້າ ມີແຕ່ໂລຫິດຂອງພຣະເຢຊູ
ໂລຫິດປະເສີດພຣະອົງ ຊໍາລະເຮົາໃຫ້ເປັນຄົນດີ
ບໍ່ມີສິ່ງອັນໃດອື່ນ ມີແຕ່ໂລຫິດຂອງພຣະເຢຊູ
(“Nothing But the Blood” by Robert Lowry, 1826-1899).

ນັ້ນແລະຄືເຄື່ອງໝາຍທໍາອິດຂອງການກັບໃຈໃໝ່ - ການສໍານຶກເລື່ອງບາບແລະ ການຊໍາລະລ້າງໂດຍພຣະໂລຫິດຂອງພຣະຄຣິດ! ຈົ່ງໃຫ້ຜູ້ທີ່ໂອ້ອວດ ອວດເລື່ອງພຣະໂລ ຫິດຂອງພຣະຄຣິດ! ຈົ່ງໃຫ້ຜູ້ທີ່ຖະວາຍກຽດຖະວາຍຢູ່ໄມ້ກາງແຂນ ຈົ່ງໃຫ້ຜູ້ທີ່ເປັນພະ ຍານເປັນພະຍານກ່ຽວກັບ

“...ພຣະເຢຊູຄຣິດພຣະເຈົ້າໄດ້ຊົງຕັ້ງພຣະເຢຊູໄວ້ໃຫ້ເປັນທີ່ລຶບລ້າງພຣະອາຊະຍາ ໂດຍຄວາມເຊື່ອໃນພຣະໂລຫິດຂອງພຣະອົງ”(ໂລມ 3:24-25)

“ບັດນີ້ເຮົາຈຶ່ງເປັນຄົນຊອບທຳແລ້ວໂດຍພຣະໂລຫິດຂອງພຣະອົງ ຍິ່ງກວ່ານັ້ນ ເຮົາຈະພົ້ນຈາກພຣະພິໂລດໂດຍພຣະອົງ”(ໂລມ 5:9)

ລອດໂດຍໂລຫິດຂອງຜູ້ຊົງຖືກຄຶງຕາຍ
ຕອນນີ້ຖືກໄຖ່ຈາກບາບແລະວຽກໃໝ່ກໍເລີ່ມຂື້ນ
ຮ້ອງສັນເສີນແດ່ພຣະບິດາແລະສັນເສີນພຣະບຸດ
ລອດໂດຍໂລຫິດຂອງຜູ້ຊົງຖືກຄຶງຕາຍ
ລອດແລ້ວໆ!ບາບຂອງຂ້າໄດ້ຮັບອະໄພ,ຄວາມຊົ່ວຫາຍໄປແລ້ວ
ລອດແລ້ວໆ!ຂ້າລອດແລ້ວໂດຍໂລຫິດຂອງຜູ້ຜູ້ຊົງຖືກຄຶງຕາຍ
(“Saved by the Blood” by S. J. Henderson, 1902).

ໂອພຣະຄຣິດການເຮັດວຽກຂອງພຣະອົງຢ່າງດຽວ
ທີ່ສາມາດຍົກເອົາບາບຂອງຂ້າໄດ້
ໂອພຣະເຢຊູພຣະໂລຫິດພຣະອົງຢ່າງດຽວ
ທີ່ສາມາດໃຫ້ສັນຕິສຸກແກ່ຂ້າໄດ້
(“Not What These Hands Have Done” by Horatius Bonar, 1808-1889).

ນັ້ນແລະຄືໝາຍສໍາຄັນອັນທໍາອິດຂອງການກັບໃຈໃໝ່ແທ້-ການສໍານຶກເລື່ອງບາບແລະສັນຕິ ສຸກໂດຍທາງພຣະໂລຫິດ! ມູດີຜູ້ຊະລາແລ້ວເຄີຍກ່າວວ່າ

ພິນາດໂດຍການລົ້ມລົງ
ຖືກໄຖ່ໂດຍພຣະໂລຫິດ

ຖືກໄຖ່ແລ້ວ ຖືກໄຖ່ແລ້ວ
ຖືກໄຖ່ແລ້ວໂດຍໂລຫິດພຣະເຢຊູ
ຖືກໄຖ່ແລ້ວ ຖືກໄຖ່ແລ້ວ
ຂ້າເປັນລູກພຣະອົງຕະຫຼອດເປັນນິດ
(“Redeemed” by Fanny J. Crosby, 1820-1915).

ຮ້ອງ

ຖືກໄຖ່ແລ້ວ ຖືກໄຖ່ແລ້ວ
ຖືກໄຖ່ແລ້ວໂດຍໂລຫິດພຣະເຢຊູ
ຖືກໄຖ່ແລ້ວ ຖືກໄຖ່ແລ້ວ
ຂ້າເປັນລູກພຣະອົງຕະຫຼອດເປັນນິດ

ຂ້າພະເຈົ້າຂໍໂທດເດີ້!ດຣ.ມາສເຕີໄດ້ໃຫ້ໝາຍສໍາຄັນເຈັດຢ່າງຂອງການກັບໃຈໃໝ່ ແທ້!ແຕ່ຂ້າພະເຈົ້າບໍ່ສາມາດຂ້າມຂໍ້ທີ່ໜື່ງໄປບໍ່ໄດ້! ຮ້ອງອີກ!

ຖືກໄຖ່ແລ້ວ ຖືກໄຖ່ແລ້ວ
ຖືກໄຖ່ແລ້ວໂດຍໂລຫິດພຣະເຢຊູ
ຖືກໄຖ່ແລ້ວ ຖືກໄຖ່ແລ້ວ
ຂ້າເປັນລູກພຣະອົງຕະຫຼອດເປັນນິດ

ດຣ.ມາຕິນລອຍ-ໂຈນໄດ້ກ່າວວ່າ:

ທ່ານຈະພົບແບບນັ້ນຢູ່ໃນການຟື້ນຟູທຸກເທື່ອໂດຍບໍ່ມີຂໍ້ຍົກເວັ້ນ,ໄດ້ມີການ ເນັ້ນໜັກເຖິງເລື່ອງພຣະໂລຫິດຂອງພຣະຄຣິດຢ່າງຍິ່ງໃຫຍ່...ຂ້າພະເຈົ້າຮູ້ຈັກດີເມື່ອຂ້າພະເຈົ້າເວົ້າເຖິງສິ່ງຕ່າງໆແບບນັ້ນຂ້າພະເຈົ້າກໍກໍາລັງເວົ້າເຖິງສິ່ງທີ່ບໍ່ປົກກະຕິແລະສິ່ງທີ່ບໍ່ໄດ້ຮັບຄວາມນິຍົມໃນປະຈຸບັນນີ້, ມີນັກເທດ ຄຣິສຕຽນຫຼາຍຄົນທີ່ຄິດວ່າພວກເຂົາເປັນຄົນສະຫຼາດໃນການຫົວຂວັນ ເລື່ອງທິດສະດີກ່ຽວກັບພຣະໂລຫິດ,ພວກເຂົາປ່ອຍມັນໄປດ້ວຍຄໍາດູຖູກ...ແນ່ນອນພວກເຂົາເຮັດແບບນັ້ນ,ອັນນັ້ນແລະທີ່ວ່າເປັນຫຍັງຄຣິສຕະຈັກຈື່ງ ເປັນໃນແບບທີ່ເປັນຢູ່,ແຕ່ຢູ່ໃນຊ່ວງແຫ່ງການຟື້ນຟູ[ຄຣິສຕະຈັກຫຼາຍແຫ່ງ]ໄດ້ຖະວາຍກຽດໄມ້ກາງແຂນ, [ພວກເຂົາໂອ້ອວດໃນເລື່ອງພຣະໂລຫິດ.. ຄືກັບທີ່ຜູ້ຂຽນໜັງສືເຮັບເລີໄດ້ເວົ້າເຖິງ, ມີຫົນທາງດຽວທີ່ເຮົາສາມາດເຂົ້າ ໄປດ້ວຍຄວາມກ້າໃນສະຖານທີ່ບໍລິສຸດທີ່ສຸດ, ແລະນັ້ນກໍຄືໂດຍທາງພຣະ ໂລຫິດຂອງພຣະເຢຊູ(ເບິ່ງ ເຮັບເລີ 10:19),ນີ້ຄືສິ່ງທີ່ພຣະວິນຍານບໍລິສຸດ ໄດ້ຮັບກຽດ... ຈຸດໃຈກາງແລະຫົວໃຈຂອງຂ່າວປະເສີດຂອງຄຣິສຕຽນຄື “ພຣະເຈົ້າໄດ້ຊົງຕັ້ງພຣະເຢຊູໄວ້ໃຫ້ເປັນທີ່ລົບລ້າງພຣະອາຍາ ໂດຍຄວາມເຊື່ອໃນພຣະໂລຫິດຂອງພຣະອົງ”(ໂລມ 3:25)...ຂ້າພະເຈົ້າບໍ່ເຫັນຄວາມ ຫວັງໃດເລີຍໃນການຟື້ນຟູໃນຂະນະທີ່ທັງຜູ້ຊາຍແລະຜູ້ຍິງກໍາລັງປະຕິເສດພຣະໂລຫິດແຫ່ງໄມ້ກາງແຂນ.(Martyn Lloyd-Jones, M.D., Revival, Crossway Books, 1987, pp. 48, 49).

ດົນມາແລ້ວມີມິດຊັນນາຣີຊາວໂມຣາເວຍຄົນໜື່ງໄດ້ເວົ້າເຖິງສິ່ງທີ່ຫົວໜ້າເຜົ່າອິນ ເດຍແດງທີ່ຢູ່ໃນປະເທດອາເມລິກາເວົ້າຫຼັງຈາກທີ່ລາວໄດ້ກັບໃຈໃຫມ່ແລ້ວ,ຫົວເຜົ່າອິນເດຍແດງກ່າວວ່າ:

         ຄັ້ງໜື່ງມີນັກເທດຄົນໜື່ງມາຫາພວກເຮົາ,ປາດຖະໜາຈະສອນພວກ ເຮົາເລີ່ມຕົ້ນດ້ວຍການພິສູດໃຫ້ພວກເຮົາເຫັນວ່າມີພຣະເຈົ້າອົງໜື່ງ, ພວກ ເຮົາຕອບລາວວ່າ“ເຈົ້າຄິດວ່າພວກເຮົາໂງ່ໃນເລື່ອງນັ້ນບໍ? ຮີບໜີໄປສາ!” ນັກເທດອີກຄົນໜື່ງກໍມາຫາພວກເຮົາແລ້ວບອກວ່າ“ເຈົ້າຈະຕ້ອງບໍ່ລັກ,ບໍ່ດື່ມຂອງມືນເມົາ,ບໍ່ຕົວະ” ພວກເຮົາກໍຕອບລາວວ່າ“ເຈົ້າຄິດວ່າພວກເຮົາບໍ່ຮູ້ຈັກ ເລື່ອງນັ້ນບໍ? ກັບໄປບອກຄົນຂອງເຈົ້າເອງສາ,ພວກຄົນຂາວແຮງເປັນຄົນ ຂີ້ເຫຼົ້າ, ຂີ້ລັກແລະຕົວະຫຼາຍກວ່າພວກເຮົາອີກ” ດັ່ງນັ້ນພວກເຮົາຈື່ງ ສົ່ງລາວກັບເຊັ່ນກັນ, ຈາກນັ້ນໜື່ງໃນມີມິດຊັນນາຣີຊາວໂມຣາເວຍກໍມາຫາ ຂ້ອຍຢູ່ຕູບແລ້ວນັ່ງໃກ້ໆຂ້ອຍ,ລາວບອກຂ້ອຍວ່າ “ຂ້ອຍມາຫາເຈົ້າໃນນາມ ຂອງພຣະເຈົ້າແຫ່ງຟ້າສະຫວັນແລະແຜ່ນດິນໂລກ,ພຣະອົງຢາກໃຫ້ຂ້ອຍ ບອກເຈົ້າວ່າພຣະອົງຈະຊ່ວຍເຈົ້າໃຫ້ລອດພົ້ນແລະຊ່ວຍເຈົ້າໃຫ້ພົ້ນຈາກ ສະຖານະການທີ່ທຸກທໍລະມານ,ເພື່ອຊ່ວຍເຈົ້າໃຫ້ລອດພຣະອົງຊົງກາຍເປັນມະນຸດຄົນໜື່ງແລະຫຼັ່ງເລືອດຂອງພຣະອົງເພື່ອລ້າງເຈົ້າໃຫ້ສະອາດຈາກ ບາບ” ຫຼັງຈາກນັ້ນມິດຊັນນາຣີຄົນນັ້ນກໍເຂົ້າໄປນອນໃນຕູບຂອງຂ້າພະເຈົ້າ ເພາະລາວເມື່ອຍຫຼາຍຈາກການເດີນທາງອັນຍາວໄກ,ຂ້າພະເຈົ້າກໍຄິດໃນ ໃຈວ່າ ຜູ້ຊາຍຄົນນີ້ເປັນຄົນແບບໃດແທ້? ລາວເຂົ້າໄປນອນຢູ່ໃນແບບ ຫວານນົວ,ຂ້ອຍອາດຈະຂ້າລາວແລ້ວໂຍນລາວຖີ້ມຢູ່ໃນປ່າກໍໄດ້,ຊິມີໃຜຮູ້ຫຼືສົນໃຈລະ? ແຕ່ລາວພັດເປັນຫ່ວງເລື່ອງຈິດວິນຍານຂອງຂ້ອຍ” ຂ້າພະ ເຈົ້າບໍ່ສາມາດເອົາຄໍາເວົ້າຂອງລາວອອກໄປຈາກຄວາມຄິດໄດ້ເລີຍ,ຕອນທີ່ຂ້າພະເຈົ້າໄປນອນຂ້າພະເຈົ້າກໍໄດ້ຝັນເຫັນພຣະໂລຫິດຊື່ງພຣະຄຣິດໄດ້ ຫຼັ່ງອອກມາເພື່ອຂ້າພະເຈົ້າ,ຂ້າພະເຈົ້າຄິດວ່ານີ້ຄືຂ່າວໃໝ່,ມັນແປກສໍາຫຼັບຂ້ອຍຫຼາຍ” ຂ້າພະເຈົ້າຈື່ງໄປບອກຊາວອິນເດຍແດງຄົນອື່ນກ່ຽວກັບຄໍາ ເວົ້າຂອງມິດຊັນນາຣີຄົນນັ້ນ,ຈາກນັ້ນໂດຍພຣະຄຸນຂອງພຣະເຈົ້າ,ການຟື້ນຟູຢູ່ຖ້າມກາງພວກເຮົາກໍເກີດຂື້ນ,ຂ້າພະເຈົ້າຂໍບອກທ່ານທີ່ເປັນມິດຊັນນາຣີວ່າ“ພີ່ນ້ອງທັງຫຼາຍ ຈົ່ງເທດສະໜາພຣະຄຣິດຕໍ່ຄົນນອກສາສະໜາ,ເທດ ເລື່ອງພຣະຄຣິດ,ພຣະໂລຫິດແລະຄວາມຕາຍຂອງພຣະອົງເພື່ອຄວາມຜິດບາບຂອງພວກເຂົາ,ຖ້າທ່ານຫາກຫວັງທີ່ຈະໃຫ້ເກີດພຣະພອນຖ້າມກາງ ພວກເຂົາ” (Adapted from John Greenfield, When the Spirit Came: The Moravian Revival, Strategic Press, n.d., pp. 36, 37).

ຕອນທ້າຍຂອງຊີວິດຂອງລາວ,ໃນຕອນອາຍຸໄດ້ 90 ກວ່າປີ,ອັກຄະສາວົກໂຢຮັນ ໄດ້ຂຽນໜັງສືພະນິມິດ,ລາວເລີ່ມເວົ້າເຖິງພຣະຄຣິດແລະກ່າວວ່າ:

“ແດ່ພຣະອົງຜູ້ຊົງຮັກເຮົາທັງຫລາຍ ແລະໄດ້ຊົງຊຳລະບາບຂອງເຮົາດ້ວຍພຣະໂລຫິດຂອງພຣະອົງ”(ພະນິມິດ 1:5).

ອັກຄະສາວົກໂຢຮັນເປັນຄຣິສຕຽນມາຫຼາຍກວ່າ 70 ປີແລ້ວ-ລາວຄິດເຖິງຄວາມຮັກຂອງ ພຣະເຢຊູຫຼາຍຢ່າງແລະຄວາມສໍາຄັນຂອງພຣະໂລຫິດຂອງພຣະອົງ,ຊື່ງໄດ້ຫຼັ່ງລົງມາຈາກ ໄມ້ກາງແຂນເພື່ອຊ່ວຍເຮົາໃຫ້ລອດ, ນີ້ຄືສິ່ງທໍາອິດທີ່ລາວເວົ້າເຖິງຕອນທີ່ລາວເລີ່ມຂຽນ ໜັງສືພະນິມິດ.

ຊາຍເຖົ້າຫົວໜ້າເຜົ່າອິນເດຍແດງໄດ້ຝັນເຫັນພຣະໂລຫິດຂອງພຣະເຢຊູ,ອັກຄະສາວົກຢອນຄິດເຖິງກ່ຽວກັບພຣະໂລຫິດຂອງພຣະເຢຊູເປັນເວລາຫຼາຍກວ່າ 70 ປີ,ໂອຂໍ ໃຫ້ພວກທ່ານສໍານຶກເລື່ອງບາບຂອງທ່ານແດ່ທ້ອນແລ້ວຈາກນັ້ນກໍເຊື່ອວາງໃຈໃນພຣະເຢຊູແລະຖືກຊໍາລະລ້າງຈາກຄວາມຜິດບາບ“ໃນພຣະໂລຫິດຂອງພຣະອົງເອງ”, ທ່ານກໍຈະໄດ້ ຮັບຄວາມລອດໃນວິນາທີທີ່ທ່ານເຊື່ອວາງໃຈໃນພຣະເຢຊູແລະຖືກຊໍາລະໃຫ້ສະອາດຈາກ

ຄວາມບາບທຸກຢ່າງໂດຍພຣະໂລຫິດຂອງພຣະອົງທີ່ຫຼັ່ງໄຫຼເທິງໄມ້ກາງແຂນ! ນັ້ນຄືໝາຍ ສໍາຄັນແຫ່ງການກັບໃຈໃໝ່ທີ່ແທ້ຈິງ!ຈາກນັ້ນທ່ານກໍຈະສາມາດຮ້ອງເພງກັບພວກເຮົາດ້ວຍສຽງດັງວ່າ:

ລອດແລ້ວໆ!ບາບຂອງຂ້າໄດ້ຮັບອະໄພ,ຄວາມຊົ່ວຫາຍໄປແລ້ວ
ລອດແລ້ວໆ!ຂ້າລອດແລ້ວໂດຍໂລຫິດຂອງຜູ້ຜູ້ຊົງຖືກຄຶງຕາຍ

ຂໍເຊີນ ດຣ.ແຊນ ມານໍາພວກເຮົາອະທິຖານແດ່

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

SOLO AND READING

ໂຄງຮ່າງບົດເທດສະໜາ

OUTLINE