Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ນີ້ຄືຍຸກສຸດທ້າຍ

(ຕອນທີ່ 4 ເລື່ອງຄໍາທໍານາຍໃນພຣະຄໍາພີ)
THESE ARE THE LAST DAYS!
(NUMBER 4 ON BIBLE PROPHECY)
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 31/8/2014
A sermon preached at the Baptist Tabernacle of Los Angeles
Lord’s Day Morning, August 31, 2014


ກະລຸນາເປີດພຣະຄໍາພີຂອງທ່ານໄປໃນໜັງສືສອງເປໂຕບົດທີ່ສາມຂໍ້ທີ່ 3, ແລະຂໍ ໃຫ້ທຸກຄົນຢືນຂື້ນໃນຂະນະທີ່ພວກເຮົາອ່ານ 2 ເປໂຕ 3:3

“ຈົ່ງຮູ້ຂໍ້ນີ້ກ່ອນ ຄືໃນວັນສຸດທ້າຍຄົົນທີ່ມັກເຢາະເຢີ້ຍຈະເກີດຂຶ້ນແລະດຳເນີນຕາມໃຈປາດຖະຫນາຊົ່ວຂອງຕົນ ແລະຈະຖາມວ່າ "ຄຳທີ່ຊົງສັນຍາໄວ້ວ່າພຣະອົງຈະສະເດັດມານັ້ນຢູ່ໃສ” (2 ເປໂຕ 3:3-4)

ໃນເຊົ້ານີ້ຂ້າພະເຈົ້າຈະຂໍເວົ້າເຖິງຫົວຂໍ້ “ນີ້ຄືຍຸກສຸດທ້າຍ”ມີໝາຍສໍາຄັນຫຼາຍຢ່າງທີ່ສະແດງ ໃຫ້ເຫັນວ່າພວກເຮົາກໍາລັງອາໄສຢູ່ຊ່ວງເວລານັ້ນໃນປະຈຸບັນນີ້.

ໃຫ້ສັງເກດຖ້ອຍຄໍາໃນ 2 ເປໂຕ 3:3 ທີ່ວ່າ“ຄືໃນວັນສຸດທ້າຍ”,ຈົ່ງເອົາໃຈໃສ່ຕໍ່ປະ ໂຫຍກຄໍາວ່າ“ວັນສຸດທ້າຍ” ພວກທ່ານຈະພົບຖ້ອຍຄໍານັ້ນແລະຄວາມຄິດແບບນັ້ນຫຼາຍໆ ເທື່ອໃນພຣະຄໍາພີ,ອັກຄະສາວົກເປົາໂລກ່າວວ່າ “ໃນຄາວສຸດທ້າຍຈະເກີດເຫດການອັນຕະ ລາຍຂື້ນ”(2 ຕີໂມທຽວ 3:1),ອັກຄະສາວົກຢາໂກໂບໄດ້ກ່າວວ່າ “ທ່ານໄດ້ສະສົມຊັບສົມ ບັດໄວ້ແລ້ວສໍາຫຼັບວັນສຸດທ້າຍ”(ຢາໂກໂບ 5:3),ອັກຄະສາວົກຢູດາໄດ້ເວົ້າເຖິງຊ່ວງເວລາ ດຽວກັນເມື່ອທ່ານກ່າວວ່າຈະມີ “ຄົນເຢາະເຢີ້ຍເກີດຂື້ນໃນສະໄໝສຸດທ້າຍຜູ້ຊື່ງ...ດໍາເນີນ ຕາມຕັນຫາອັນຊົ່ວຂອງຕົນ”(ຢູດາ 18),ອີກເທື່ອໜື່ງ ອັກຄະສາວົກເປົາໂລໄດ້ເຕືອນເຖິງ ເລື່ອງການໂຈມຕີຂອງຊາຕານທີ່ເພີ້ມຂື້ນ“ໃນສະໄໝຫຼັງ”(1 ຕີໂມທີ 4:1),ແລະພຣະເຢຊູ ຄຣິດເຈົ້າຊົງຕັດເຖິງຍຸກສຸດທ້າຍໂດຍປຽບທຽບມັນກັບສະໄໝກ່ອນນໍ້າຖ້ວມໂລກ,ພຣະຄຣິດຊົງຕັດວ່າ “ໃນສະໄໝຂອງໂນອາເປັນແນວໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນຢ່າງ ນັ້ນດ້ວຍ”(ມັດທາຍ 24:37)

ພຣະຄໍາພີສອນວ່າມີຈຸດໜື່ງໃນປະຫວັດສາດທີ່ຮູ້ຈັກກັນໃນນາມວັນສຸດທ້າຍ,ນັກສຶກສາພຣະຄໍາພີຫຼາຍຄົນຄິດວ່າພວກເຮົາຢູ່ໃນຍຸກນັ້ນໃນປະຈຸບັນນີ້,ຂ້າພະເຈົ້າຄິດວ່າພວກເຂົາເວົ້າຖືກ,ພຣະຄໍາພີເຕືອນກັບການການຫາມື້ຫາຍາມ,ແຕ່ມີຊ່ວງເວລາໜື່ງທີ່ຮູ້ຈັກກັນໃນນາມ “ຍຸກສຸດທ້າຍ”, “ຍຸກສຸດທ້າຍ” ບໍ່ແມ່ນບໍພໍເທົ່າໃດມື້ຫຼືອາທິດ, ຮູບແບບ “ຍຸກສຸດທ້າຍ” ແນ່ໃສ່ຊ່ວງເວລາໜື່ງກ່ອນທີ່ຈະຈົບສິ້ນ,ທຸກໆໝາຍສໍາຄັນເບິ່ງຄືຊີ້ບອກວ່າພວກເຮົາຢູ່ໃນຈຸດທົ່ວໄປໃນປະຈຸບັນນີ້, ສອງສາມປີທີ່ຜ່ານມານັກປະກາດຂ່າວປະເສີດຊາວອັງກິດຊື່ລີໂອ ນາດເຣຟເວນຮິລໄດ້ກ່າວວ່າ “ນີ້ຄືຄາວສຸດທ້າຍ” ຄໍາຖາມກໍຄື ຄາວສຸດທ້າຍຈະດົນປານ ໃດ?” (Leonard Ravenhill, America is Too Young to Die, Bethany House Publishers, 1979, p. 50), ດຣ.ເອັມ.ອາ.ດິຮານໄດ້ກ່າວວ່າ “ພວກເຮົາເຊື່ອວ່າພວກເຮົາກໍາລັງອາໄສຢູ່ ໃນຍຸກສຸດທ້າຍແຫ່ງຄວາມສໍາເລັດຂອງຄໍາທໍານວາຍນີ້” (M. R. DeHaan, M.D., The Jew and Palestine in Prophecy, Zondervan Publishing House, 1978, p. 170).

“ຈົ່ງຮູ້ຂໍ້ນີ້ກ່ອນ ຄືໃນວັນສຸດທ້າຍຄົົນທີ່ມັກເຢາະເຢີ້ຍຈະເກີດຂຶ້ນແລະດຳເນີນຕາມໃຈປາດຖະຫນາຊົ່ວຂອງຕົນ ແລະຈະຖາມວ່າ "ຄຳທີ່ຊົງສັນຍາໄວ້ວ່າພຣະອົງຈະສະເດັດມານັ້ນຢູ່ໃສ”(2 ເປໂຕ 3:3-4)

ຄໍາຕໍ່ໄປໃນຂໍ້ພຣະຄໍາພີຄື “ຄົນເຢາະເຢີ້ຍ” ຄົນພວກນີ້ເຢາະເຢີ້ຍຄວາມຄິດຂອງ ການສະເດັດມາຄັ້ງທີ່ສອງຂອງພຣະຄຣິດແລະຈຸດສິ້ນສຸດຂອງໂລກ, ພວກເຂົາເຢາະເຢີ້ຍ ແລະຫົວຂວັນ,ພວກເຂົາເຢາະເຢີ້ຍຖາກຖາງແລະເປັນຄົນບໍ່ເຊື່ອ, ພວກເຂົາຫົວຂວັນຄວາມ ຄິດແຫ່ງການສະເດັດມາຄັ້ງທີ່ສອງຂອງພຣະຄຣິດ, ພວກເຂົາປະຕິເສດທຸກຢ່າງທີ່ເວົ້າເຖິງ ກ່ຽວກັບຈຸດຈົບຂອງໂລກ, ພວກເຂົາເອີ້ນມັນວ່າ “ຄວາມຄິດດ້ານລົບ” - ແລະພວກເຂົາໄດ້ ເອົາມັນອອກໄປຈາກຄວາມຄິດຂອງເຂົາ.

ເປັນຫຍັງພວກເຂົາຈື່ງເຢາະເຢີ້ຍແລະຫົວຂວັນ? ປະໂຫຍກຕໍ່ໄປບອກພວກເຮົາວ່າ “ດໍາເນີນຕາມຄວາມປາດຖະໜາຊົ່ວຂອງຕົນເອງ” ພວກເຂົາມີຊີວິດໃນຄວາມເຫັນແກ່ຕົວ ແລະຄວາມບາບ, ນັ້ນແລະເປັນເຫດຜົນທີ່ວ່າເປັນຫຍັງພວກເຂົາຈື່ງບໍ່ຕ້ອງການໃຫ້ພຣະ ຄຣິດສະເດັດມາ, ພຣະອົງຈະລົບກວນການດໍາເນີນຊີວິດໃນວິທີບາບຂອງເຂົາ, ຄົນເຢາະ ເຢີ້ຍພວກນີ້ຈະບໍ່ພິຈາລະນາຫຼັກຖານ,ພວກເຂົາຈະບໍ່ອ່ານພຣະຄຳພີ,ພວກເຂົາບໍ່ຕ້ອງການທີ່ຈະຮູ້ຈັກຄວາມຈິງ - ເພາະພວກເຂົາເປັນພວກເຢາະເຢີ້ຍທີ່ດໍາເນີນຕາມຕັນຫາຂອງຕົນ.

ໃນອະດີດທີ່ຜ່ານມາຂ້າພະເຈົ້າໄດ້ເຂົ້າຮ່ວມໃນງານສະຫຼອງຮັບໃບປະກາດຢູ່ມະຫາໄລຢູຊີແອວເອ, ມີຄົນເປັນພັນໆຄົນໄປບ່ອນນັ້ນ, ຜູ້ບັນຍາຍໃນງານຮັບໃບປະກາດໄດ້ເວົ້າ ເຖິງລາຍລະອຽດຍາວຢຽດຂອງເຫດການທີ່ເປັນຕາຢ້ານຫຼາຍ ແລະສິ່ງທີ່ເກີດຂື້ນທີ່ກໍາລັງ ເກີດຂື້ນໃນໂລກປະຈຸບັນນີ້- ພາວະໂລກຮ້ອນ,ປະຊາກອນລົ້ນໂລກ,ມົນລະພິດ,ຄວາມບໍ່ສົມ ດຸນກ່ຽວກັບນິເວດວິທະຍາ,ຄວາມຫາຍະນະຂອງຝົນ,ການຂູ່ເຮັດສົງຄາມນິວເຄລຍຈາກປະ ເທດອີຣານ,ເກົາຫຼີເໜືອແລະປາກີສະຖານ, ການສູນພັນຂອງຕົ້ນໄມ້ຫຼືສັດນັບຮ້ອຍໆຊະນິດ ແລະການຂູ່ຂອງພວກກໍ່ການຮ້າຍ,ແຕ່ຫຼັງຈາກນັ້ນລາວເວົ້າວ່າ“ຢ່າເຊື່ອຄໍາທໍານວາຍເລື່ອງ ໂລກແຕກ, ໂລກຈະບໍ່ສູນສິ້ນດອກ” ນີ້ແລະຄືຄໍາເວົ້າຂອງລາວ! ຂ້າພະເຈົ້າໄດ້ຂຽນຄໍາເວົ້າ ຂອງລາວລົງໄປໃນເຈ້ຍແລ້ວເອົາຍັດໃສ່ຖົງໂສ້ງ! ຫຼັງຈາກທີ່ໄດ້ຟັງສະພາບທີ່ເປັນຕາຢ້ານ ທັງໝົດທີ່ລາວເວົ້າວ່າ “ຢ່າເຊື່ອຄໍາທໍານວາຍເລື່ອງໂລກແຕກ, ໂລກຈະບໍ່ສູນສິ້ນດອກ” ຂ້າພະເຈົ້າບໍ່ສາມາດຊ່ວຍໄດ້, ໄດ້ຄິດເຖິງຂໍ້ພຣະຄໍາພີຂອງເຮົາທີ່ວ່າ

“ໃນວັນສຸດທ້າຍຄົົນທີ່ມັກເຢາະເຢີ້ຍຈະເກີດຂຶ້ນ… ແລະຈະຖາມວ່າ "ຄຳທີ່ຊົງສັນຍາໄວ້ວ່າພຣະອົງຈະສະເດັດມານັ້ນຢູ່ໃສ”(2 ເປໂຕ 3:3-4)

ພິທີກອນໃນພິທີມອບປະກາດຊະນິຍະບັດນັ້ນກ່າວວ່າ “ໂລກບໍ່ໄດ້ກໍາລັງຈະຈົບ ສິ້ນ”,ໃນປີ 1965 ເພງຂອງແບຣີ່ແມັກໄກໄດ້ກ່າວວ່າ “ເຈົ້າບໍ່ເຊື່ອບໍວ່າພວກເຮົາຢູ່ໃນຄືນ ກ່ອນຫາຍະນະ”ຂ້າພະເຈົ້າເຊື່ອຈົນຮອດປະຈຸບັນນີ້ີ້! ພວກເຮົາອາໄສຢູ່ໃນ“ຍຸກທ້າຍ”ແມ່ນ ແຕ່ກ່ອນທີ່ສົງຄາມຫວຽດນາມຈະເກີດຂື້ນ, ຊົນຊາດອິດສະຣາເອວເກີດຂື້ນໃນປີ 1948, ພວກຄອມມູນິດເຂົ້າມາຄອບຄອງປະເທດຈີນໃນປີຄ.ສ.1949, ສົງຄາມເຢັນໄດ້ຂະຫຍາຍ ຕົວຢ່າງຮ້າຍແຮງແຫ່ງການສະສົມອາວຸດນິວເຄຼຍໃນຕົ້ນປີ 1950, ປະທານາທິບໍດີເຄນເນ ດີຖືກລອບຍິງຫົວໃນປີ 1963, ຈາກຫຼັງນັ້ນມັລຄອມເອກຊ໌ກໍຖືກຍິງ, ຫຼັງຈາກນັ້ນດຣ.ມາ ຕິນລູເທີຄິງກໍຖືກຍິງ, ຫຼັງຈາກນັ້ນກໍແມ່ນບັອບບີເຄນເນນີ, ເພງຣັອກແລະຢາເສບຕິດໄດ້ ຫຼັ່ງໄຫຼເຂົ້າມາສູ່ທຸກລຸ້ນ,ທຸກສິ່ງບໍ່ຄືເກົ່າແລ້ວ, ວັດທະນາທໍາຂອງເຮົາໄດ້ລົ້ມລະລາຍເທົ່າທີ່ ເຄີຍມີມາຄືກັບທີ່ລີໂອນາດເຣຟເວນຮິລກ່າວວ່າ “ນີ້ຄືຍຸກສຸດທ້າຍ ຄໍາຖາມກໍຄືຍຸກສຸດທ້າຍ ຈະດົນປານໃດແດ່?”

ພວກສາວົກຢາກຈະຮູ້ວ່າເມື່ອໃດທີ່ໂລກຈະຈົບສິ້ນ,ເມື່ອໃດທີ່ຍຸກນີ້ຈະຈົບລົງ, ພວກ ເຂົາຂໍໃຫ້ພຣະຄຣິດບອກພວກເຂົາເຖິງໝາຍສໍາຄັນຢ່າງໜື່ງ, ພຣະອົງໄດ້ໃຫ້ໝາຍສໍາຄັນ ຫຼາຍຢ່າງບັນທຶກໄວ້ໃນມັດທາຍ 24, ແລະໃນເລື່ອງທີ່ຄ້າຍຄືກັນໃນລູກາ 21, ໃນມັດທາຍ 24 ໄດ້ບອກສ່ວນໜື່ງຂອງຄໍາຕອບຂອງພຣະເຢຊູ,ໄດ້ໃຫ້ໝາຍສໍາຄັນຫຼາຍຢ່າງຂອງຍຸກ ສິ້ນສຸດແລະລູກາ 21 ໄດ້ໃຫ້ໝາຍສໍາຄັນເພີ້ມຂື້ນອີກ,ໃນເຊົ້ານີ້ຂ້າພະເຈົ້າຈະເຈາະຈົງ ເຄື່ອງໝາຍຕ່າງໆໃນລູກາ 21, ແມ່ນຫຍັງຈະເປັນໝາຍສໍາຄັນວ່າພຣະອົງຈະສະເດັດມາ ແລະຄາວສຸດທ້າຍຂອງໂລກ?”(ມັດທາຍ 24:3), ພຣະເຢຊູຊົງຕອບຄໍາຖາມດ້ວຍຄໍາຕອບ ຫຼາຍຢ່າງໃນໜັງສືລູກາບົດທີ່ຊາວເອັດ.

I. ໜື່ງ ຈະມີໝາຍສໍາຄັນກ່ຽວກັບນິເວດວິທະຍາ.

ພຣະເຢຊູຊົງກ່າວວ່າຈະມີ

“ທັງຈະເກີດແຜ່ນດິນໄຫວໃຫຍ່ໃນທີ່ຕ່າງໆແລະຈະເກີດກັນດານອາຫານແລະໂລກລະບາດຢ່າງຮ້າຍແຮງແລະຈະມີຄວາມວິບັດອັນໜ້າຢ້ານແລະໝາຍສຳຄັນໃຫຍ່ໆ…ເທິງແຜ່ນດິນກໍຈະມີຄວາມທຸກຮ້ອນຕາມຊາດຕ່າງໆ ຊຶ່ງມີຄວາມສັບສົນ ເພາະສຽງກຶກກ້ອງຂອງທະເລແລະຄື້ນ ຈິດໃຈມະນຸດກໍຈະສະຫລົບສະໄລໄປເພາະຄວາມຢ້ານແລະເພາະສັງຫອນເຖິງເຫດການຊຶ່ງຈະບັງເກີດໃນໂລກ” (ລູກາ 21:11, 25-26)

ຈົ່ງຄິດເຖິງເລື່ອງນີ້! ພຣະເຢຊູຊົງກ່າວວ່າໃຈຂອງມະນຸດຈະສະຫລົບສະໄລເມື່ອພວກເຂົາ ເຫັນສິ່ງທີ່ກໍາລັງເກີດຂື້ນ“ໃນໂລກ” ພຣະອົງຕັດວ່າຈະມີຄວາມໂສກເສົ້າ,ຄວາມຕົກໃຈແລະ ຄວາມເຈັບປວດ,ຄວາມຢ້ານອັນໃຫຍ່ຫຼວງເພາະສິ່ງທີ່ກໍາລັງເກີດຂື້ນໃນໂລກນີ້.

“ແລະເພາະສັງຫອນເຖິງເຫດການຊຶ່ງຈະບັງເກີດໃນໂລກ”(ລູກາ 21:26)

ເມື່ອທ່ານແນມເບິ່ງການລະລາຍຂອງນໍ້າກ້ອນຂົວໂລກເໜືອແລະຜົນກະທົບທີ່ເກີດຈາກການປ່ຽນແປງຂອງອຸນນະພູມມັນເປັນຕາຢ້ານອີຫຼີ, ເມື່ອທ່ານເຂົ້າໃຈວ່າໂລກເອດກໍາ ລັງລະບາດຢ່າງຮ້າຍແຮງໃນອັຟຣິກາໂດຍບໍ່ມີສັນຍານວ່າຈະຈົບລົງເລີຍ - ມັນເປັນຕາ ຢ້ານຫຼາຍ, ເມື່ອທ່ານແນມເບິ່ງການຟື້ນຂື້ນໃຫມ່ຂອງໂລກປອດແຫ້ງທີ່ດື້ຢາຕ້ານເຊື້ອ,ແລະເຊື້ອພະຍາດໃໝ່ຢ່າງເຊັ່ນອີໂບລາທີ່ລະບາດໂດຍບໍ່ຕອບສະໜອງກັບຢາທີ່ເຄີຍຮູ້ຈັກໃດໆ ເລີຍ - ມັນເປັນຕາຢ້ານຫຼາຍ.

ບໍ່ແປກໃຈເລີຍທີ່ຄົນໜຸ່ມສາວຫຼາຍຄົນກະວົນກະວາຍເຖິງເລື່ອງອະນາຄົດ, ຜົນສໍາ ຫຼວດຊີ້ບອກວ່າ 80 ເປີເຊັນຂອງໄວລຸ້ນໃນປະຈຸບັນນີ້ບໍ່ຄິດວ່າພວກເຂົາມີອະນາຄົດທີ່ດີ, ມັນໄດ້ສະແດງໃຫ້ເຫັນວ່າຄົນໜຸ່ມສາວເຫຼົ່ານີ້ມັກກັງວົນກ່ຽວກັບບັນຫາໃນເລື່ອງນິເວດວິທະຍາຢ່າງເຊັ່ນການລະລາຍຂອງນໍ້າກ້ອນຂົວໂລກເໜືອແລະໄພພິບັດຕ່າງໆທີ່ສາມາດເກີດຂື້ນໄດ້ຢູ່ທົ່ວໂລກ.

ແລະບັນຫາທີ່ເປັນຕາຢ້ານທີ່ພວກເຮົາເຫັນໃນເລື່ອງນິເວດວິທະຍາຖືກລາຍງານຢູ່ ໃນໜ້າໜັງສືພິມຕ່າງໆທຸກໆມື້, ພວກມັນຄືໝາຍສໍາຄັນແຫ່ງການສິ້ນສຸດຂອງໂລກທີ່ພວກ ເຮົາຮູ້ຈັກແລະການສະເດັດກັບມາຄັ້ງທີ່ສອງຂອງພຣະເຢຊູກໍໃກ້ເຂົ້າມາແລ້ວ.

II. ສອງ ຈະມີໝາຍສໍາຄັນແຫ່ງການຕໍ່ຕ້ານພວກຢິວ.

ມີຫຼາຍຄົນຊັງຄົນຢິວແລະຊົນຊາດອິດສະຣາເອວ, ໂຮງລະຄອນເດິະເມໂທຣໂພລິ ທັນໃນນະຄອນນິວຢອກກໍາລັງກະກຽມການສະແດງລະຄອນຊື່ເລື່ອງ“ຄວາມຕາຍຂອງຄລິງຮັອຟເຟີ”ໃນຊ່ວງລະດູໃບໄມ້ລົ່ນນີ້, ມັນໄດ້ນໍາສະເໜີເລື່ອງພວກຜູ້ກໍ່ການຮ້າຍຊາວປາ ເລສໄຕທີ່ຂ້າຊາວຢິວເຖົ້າຄົນໜື່ງທີ່ນັ່ງຢູ່ໃນລົດລໍ້, ມັນນໍາສະເໜີພວກຜູ້ກໍ່ການຮ້າຍໃນຖາ ນະເປັນນັກຕໍ່ສູ້ອິດສະຫຼະທີ່ມີສິດທີ່ຈະຂ້າຊາຍຊະລາຊາວຢິວທີ່ບໍ່ມີທາງສູ້ຄົນນີ້, ພວກຜູ້ກໍ່ ການຮ້າຍຮ້ອງເພງວ່າ “ບໍ່ວ່າຄົນຈົນຈະຮ່ວມຕົວກັນຢູ່ໃສ, ພວກເຂົາກໍສາມາດພົບພວກ ຢິວທີ່ຕຸ້ຍໄດ້, ເຈົ້າຮູ້ວ່າຈະສໍ້ໂກງຄົນທໍາມະດາໄດ້ແນວໃດ[ແລະ]ທໍາລາຍຊື່ສຽງຄົນທີ່ເຈົ້າສໍ້ ໂກງໄດ້ແນວໃດແດ່...ປະເທດອາເມລິກາຄືປະເທດທີ່ຄົນຢິວໃຫຍ່” ຂ້າພະເຈົ້າຂໍຮ້ອງພວກ ທ່ານໃຫ້ປະທ້ວງລະຄອນທີ່ຕໍ່ຕ້ານພວກຢິວນີ້ໂດຍການສົ່ງອີເມລໄປຫາປີເຕີເກລທີ່ pgelb@metopera.org, ທ້າວເກລຄືຜູ້ບໍລິຫານໂຮງລະຄອນເດິະເມໂທຣໂພລິທັນໃນນະຄອນນິວຢອກ, ໂທຫາລາວແລະຂໍໃຫ້ລາວຍົກເລີກເລື່ອງ“ຄວາມຕາຍຂອງຄລິງຮັອຟເຟີ” (News item taken from the Jewish Standard, August 19, 2014),ການຕໍ່ຕ້ານແຫ່ງຄວາມກຽດຊັງພວກຢິວ ເປັນບັນຫາທົົ່ວໂລກໃນປະຈຸບັນນີ້, ພຣະເຢຊູຕັດວ່າ:

“ເມື່ອທ່ານເຫັນກອງທັບທັງຫລາຍມາຕັ້ງລ້ອມຮອບກຸງເຢລູຊາເລັມເມື່ອນັ້ນຈົ່ງຮູ້ວ່າວິບັດຂອງເມືອງນັ້ນກໍໃກ້ເຂົ້າມາແລ້ວ”(ລູກາ 21:20)

ຄວາມກຽດຊັງພວກຢິວຈະເຕີບໃຫຍ່ຢ່າງເຂັ້ມແຂງຂື້ນໃນຍຸກສຸດທ້າຍທີ່ພວກທະຫານກຸ່ມ ໃຫຍ່ຂອງພວກຕ່າງຊາດຈະເຂົ້າມາຕໍ່ສູ້ອິດສະຣາເອວເພື່ອທໍາລາຍຄົນຢິວ,ຮິດເລີໄດ້ພະຍາຍາມກວາດລ້າງພວກຢິວແລ້ວແຕ່ລາວລົ້ມເຫຼວເພາະພວກຢິວຄືຄົນທີ່ພຣະເຈົ້າຊົງເລືອກໄວ້ໃນໂລກນີ້, ພຣະຄໍາພີກ່າວວວ່າ:

“ພວກເຂົາເປັນທີ່ຮັກກໍເນື່ອງມາຈາກບັນພະບຸລຸດຂອງເຂົາ”(ໂລມ 11:28)

ພວກແບັບຕິດທີ່ເຊື່ອພຣະຄໍາພີເປັນກຸ່ມທີ່ສະໜັບສະໜູນທີ່ເຂັ້ມແຂງຂອງປະເທດ ອິດສະຣາເອວ,ພວກເຮົາຕ້ອງສືບຕໍ່ທີ່ຈະຢືນຄຽງຂ້າງກັບຄົນຢິວແລະລັດແຫ່ງອິດສະຣາເອວແຕ່ພຣະຄໍາພີສອນວ່າພວກຊາວໂລກທີ່ບໍ່ເຊື່ອຈະຫັນມາຕໍ່ສູ້ກັບພວກຢິວໃນຍຸກສຸດທ້າຍ, ພຣະຄໍາພີກ່າວວ່າ:

“ເຮົາຈະເຮັດໃຫ້ເຢລູຊາເລັມເປັນກ້ອນຫີນໜັກແກ່ບັນດາຊົນຊາດທັງຫຼາຍ” (ເສຄາລິຢາ 12:3)

ນັ້ນຄືສິ່ງທີ່ກໍາລັງເກີດຂື້ນໃນປະຈຸບັນນີ້, ມັນຄືໝາຍສໍາຄັນທີ່ວ່າພວກເຮົາກໍາລັງອາໄສຢູ່ໃກ້ ຍຸກນີ້ແລ້ວ,ຄຣິສຕຽນຈະຕ້ອງສືບຕໍ່ຢືນຢັດກັບອິດສະຣາເອວແລະພວກຢິວແມ່ນແຕ່ໃນຍາມຄວາມມືດມິດເຕີບໂຕຂື້ນໃນ“ວັນສຸດທ້າຍ”

III. ສາມ ຈະມີເຄື່ອງໝາຍຕ່າງໆຂອງສາສະໜາ-ເຄື່ອງໝາຍແຫ່ງການຫລອກລວງ ຂອງສາສະໜາທຽມເທັດ.

ພຣະເຢຊູຊົງຕັດວ່າ:

“ພຣະອົງຈຶ່ງຕັດວ່າ"ລະວັງໃຫ້ດີຢ່າໃຫ້ຜູ້ໃດລໍ້ລວງທ່ານໃຫ້ຫລົງດ້ວຍວ່າຈະມີຫລາຍຄົນມາຕ່າງອ້າງນາມຂອງເຮົາ… ທ່ານທັງຫລາຍຢ່າຕາມເຂົາໄປເລີຍ”(ລູກາ 21:8)

ອີກເທື່ອໜື່ງທີ່ພຣະຄຣິດຊົງຕັດວ່າ:

“ດ້ວຍວ່າຈະມີພຣະຄຣິດປອມ ແລະຜູ້ທໍານວາຍປອມເກີດຂຶ້ນຫລາຍຄົນ ແລະຈະເຮັດໝາຍສຳຄັນອັນໃຫຍ່ແລະການອັດສະຈັນຕ່າງໆ ຖ້າເປັນໄປໄດ້ຈະລໍ້ລວງແມ່ນຜູ້ທີ່ຊົງເລືອກສັນໃຫ້ຫລົງ”(ມັດທາຍ 24:24)

ຫຼາຍສິ່ງຫຼາຍຢ່າງທີ່ທ່ານເຫັນຢູ່ໃນທີບີເອັນແມ່ນຂອງຫລອກລວງ, ລາຍການຂ່າວປະເສີດ ຫຼາຍຢ່າງເປັນຂອງຫລອກລວງແລະເຮັດໃຫ້ສົບສົນ, ອັກຄະສາວົກເປົາໂລກ່າວວ່າ:

“ເພາະຈະເຖິງເວລາທີ່ຄົນຈະທົນຕໍ່ຄຳສອນອັນຖືກຕ້ອງບໍ່ໄດ້ ແຕ່ເຂົາຈະຮວບຮວມຄູໄວ້ໃຫ້ສອນໃນສິ່ງທີ່ເຂົາມັກຟັງ ຕາມຄວາມປາດຖະຫນາຂອງຕົນເອງ”(2 ຕີໂມທຽວ 4:3)

IV. ສີ່ ຈະມີເຄື່ອງໝາຍແຫ່ງການຂົ່ມເຫງຕໍ່ຕ້ານພວກຄຣິສຕຽນ.

ການຖືກຂົ່ມເຫງຂອງພວກຄຣິສຕຽນກໍາລັງເກີດຂື້ນໄປທົ່ວໂລກແບບທີ່ບໍ່ເຄີຍມີມາ ກ່ອນ,ຢ່າງເຊັ່ນ: ພວກຄຣິສຕຽນແທ້ໃນປະເທດຈີນຕ້ອງໄດ້ນະມັດສະການແບບລັບໆຢູ່ໃຕ້ ດິນໃນ“ຄຣິສຕະຈັກຕາມບ້ານ”, ພວກຄຣິສຕຽນຊາວຈີນເປັນຮ້ອຍໆຄົນຖືກຈັບໃສ່ຄຸກເພາະ ຄວາມເຊື່ອຂອງພວກເຂົາ,ໂດຍສະເພາະໃນຊ່ວງວິວັດທະນາການວັດທະນາທໍາ,ການລາຍ ງານຂອງຜູ້ກໍ່ການຮ້າຍມູສະລິມເຈຮາດິສທີ່ໄດ້ຂ້າພວກຄຣິສຕຽນປາກົດຢູ່ໃນໜັງສືພິມທຸກໆມື້,ພຣະເຢຊູຊົງທໍານາຍໄວ້ເຖິງເລື່ອງການຂົ່ມເຫງທີ່ມີຢູ່ທົ່ວໂລກຂອງພວກຄຣິສຕຽນທີ່ກໍາ ລັງເກີດຂື້ນໃນປະຈຸບັນນີ້, ພຣະເຢຊູຕັດວ່າ:

“ພວກເຂົາຈະຈັບທ່ານໄວ້ແລະຈະຂົ່ມເຫງທ່ານແລະຈັບທ່ານໄວ້…ໃນຄຸກ”(ລູກາ 21:12)

ຈາກນັ້ນພຣະອົງຊົງຕັດວ່າພໍ່ແມ່ທີ່ບໍ່ເຊື່ອພຣະເຈົ້າ ແລະຍາດຕິພີ່ນ້ອງຈະຂົ່ມເຫງລູກຫຼານ ຂອງພວກເຂົາທີ່ມາເປັນຄຣິສຕຽນແທ້,ມັນເກີດຂື້ນແບບນີ້ຕະຫຼອດເມື່ອຄົນມູສະລິມໜຸ່ມສາວຄົນໜື່ງມາເປັນຄຣິສຕຽນ,ສ່ວນພວກເຮົາກໍໄດ້ເຫັນເລື່ອງແບບນີ້ເກີດຂື້ນແລ້ວເກີດອີກໃນປະເທດອາເມລິກາ, ພຣະຄຣິດຕັດວ່າ:

“ແມ່ນແຕ່ພໍ່ແມ່, ຍາດຕິພີ່ນ້ອງແລະມິິດສະຫາຍຈະທໍລະຍົດທ່ານ… ຄົນທັງ ປວງຈະກຽດຊັງທ່ານເພາະເຫດນາມຂອງເຮົາ”(ລູກາ 21:16-17)

ຈົ່ງນັບເບິ່ງການສູນເສຍຂອງມັນ,ບາງຄົນບໍ່ມັກຖ້າຫາກທ່ານມາເປັນຄຣິສຕຽນແທ້!ບາງຄົນຈະຕໍ່ຕ້ານທ່ານ! ມັນຈະເຮັດໃຫ້ທ່ານສູນເສຍຢ່າງໃດຢ່າງໜື່ງໄປເພື່ອມາເປັນຄຣິສຕຽນແທ້ ໃນຍຸກທີ່ມືດມົນນີ້! ນີ້ຄືໝາຍສໍາຄັນຢ່າງໜື່ງທີ່ວ່າພວກເຮົາກໍາລັງອາໄສຢູ່ໃນຍຸກສຸດທ້າຍ.

V. ຫ້າ ພຣະຄຣິດໄດ້ໃຫ້ໃນສິ່ງທີ່ເຮົາອາດຈະເອີ້ນວ່າໝາຍສໍາຄັນແຫ່ງຈິດຕະວິທະຍາ.

ພຣະຄຣິດຕັດວ່າ:

“ແຕ່ຈົ່ງລະວັງ[ເອົາໃຈໃສ່]ໂຕທ່ານໃຫ້ດີຢ້ານວ່າໃນເວລາໜຶ່ງເວລາໃດໃຈຂອງທ່ານຈະລົ້ນໄປດ້ວຍ…ຄິດກັງວົນເຖິງຊີວິດນີ້ແລ້ວເວລານັ້ນຈະມາເຖິງທ່ານໂດຍບໍ່ທັນຮູ້ຕົວ ເພາະວ່າວັນນັ້ນຈະມາຄືກັບບ່ວງແຮ້ວເຖິງຄົນທັງປວງທີ່ຢູ່ທົ່ວພື້ນແຜ່ນດິນໂລກ” (ລູກາ 21:34-35)

ມີຄົນໜຸ່ມຄົນໜື່ງທີ່ມາໂບດນີ້ເວົ້າວ່າ“ອາທິດໜ້ານີ້ຂ້ອຍຈະບໍ່ໄດ້ມາໂບດ,ຂ້ອຍຕ້ອງ ຊ່ວຍປ້າຍ້າຍເຄື່ອງ” ລາວມີເວລາຫົກມື້ທີ່ຈະເຮັດແຕ່ມັນ“ຕ້ອງ”ເປັນເຊົ້າວັນອາທິດ,ລາວຖືກ ຖ່ວງດ້ວຍບັນຫາຂອງຊີວິດ, ມີຫຼາຍຄົນຂາດໂບດດ້ວຍເຫດຜົນທີ່ໂງ່ແລະບໍ່ມີສາລະ, ພວກ ເຂົາຖືກຖ່ວງດ້ວຍບັນຫາຕ່າງໆຂອງຊີວິດ, ແລະວັນແຫ່ງການພິພາກສາຈະມາເໜືອເຂົາ ໂດຍບໍ່ຮູ້ໂຕ, ພວກເຂົາຈະບໍ່ກຽມພ້ອມເມື່ອການພິພາກສາຂອງພຣະເຈົ້າມາເຖິງ.

ທ່ານສາມາດຫຼີກລ້ຽງຢາເສບຕິດແລະເພດສໍາພັນໄດ້ແຕ່ພັດຖືກວຽກຖ່ວງຢູ່,ຈາກນັ້ນກໍຖືກ“ຄວາມກັງວົນຂອງຊີວິດນີ້”ດູດທ່ານລົງໄປຢູ່ກ້ອງມັນ, ຂ້າພະເຈົ້າເຄີຍເຫັນເລື່ອງນີ້ ເກີດຂື້ນກັບຄົນໜຸ່ມສາວຫຼາຍຄົນເປັນເວລາຫຼາຍປີແລ້ວ.

ຫຼັງຈາກນັ້ນພຣະເຢຊູຊົງຕັດວ່າ:

ເຫດສະນັ້ນຈົ່ງເຝົ້າລະວັງແລະອະທິຖານຢູ່ທຸກເວລາເພື່ອທ່ານທັງຫລາຍສົມຄວນທີ່ຈະພົ້ນເຫດການທັງປວງຊຶ່ງຈະບັງເກີດມານັ້ນ ແລະຈະຍືນຢູ່ຕໍ່ໜ້າບຸດມະນຸດໄດ້”(ລູກາ 21:36).

ອັນນັ້ນຄືສິ່ງທີ່ທ່ານຈະຕ້ອງເຮັດເພື່ອກຽມພ້ອມສໍາຫຼັບຈຸດຈົບຂອງຍຸກນີ້ແລະການພິພາກສາທີ່ຈະມາເຖິງນັ້ນ,ມີສອງສິ່ງທີ່ທ່ານຈະຕ້ອງເຮັດ:

(1) ຈົ່ງກັບມາທີ່ຄຣິສຕະຈັກ,ບໍ່ມີອັນໃດທີ່ພວກເຮົາສາມາດເຮັດທີ່ຈະຊ່ວຍ ທ່ານໄດ້ຖ້າທ່ານຫາກບໍ່ກັບມາທີ່ຄຣິສຕະຈັກ.

(2) ຈົ່ງມາຫາພຣະຄຣິດ, ພຣະອົງຊົງຕາຍເພື່ອຈ່າຍຄ່າຄວາມຜິດບາບ ຂອງທ່ານ,ພຣະອົງຊົງຟືນຂື້ນຈາກຕາຍ,ພຣະອົງຊົງມີຊີວິດທີ່ພຣະ ຫັດເບື້ອງຂວາຂອງພຣະເຈົ້າໃນຕອນນີ້,ພຣະອົງຊົງຢູ່ບ່ອນນັ້ນເພື່ອ ທ່ານໃນຕອນນີ້,ຈົ່ງມາຫາພຣະອົງແລະພຣະອົງຈະຊົງຊໍາລະທ່ານ ອອກຈາກຄວາມຜິດບາບຂອງທ່ານດ້ວຍພຣະໂລຫິດຂອງພຣະອົງ.

VI. ຫົກ ຈະມີໝາຍສໍາຄັນຂອງຄຣິສຕະຈັກຫຼາຍແຫ່ງທີ່ບໍ່ມີຄວາມຮັກ.

ພວກສາວົກຖາມພຣະອົງວ່າ:

“ແມ່ນຫຍັງຈະເປັນເຄື່ອງໝາຍທີ່ວ່າພຣະອົງຈະສະເດັດມາ ແລະວາລະສຸດທ້າຍຂອງໂລກນີ້”(ມັດທາຍ 24:3)

ໜື່ງໃນໝາຍສໍາຄັນທີ່ພຣະຄຣິດຊົງໃຫ້ໃນມັດທາຍ 24 ຄື- ຄຣິສຕະຈັກຫຼາຍແຫ່ງທີ່ຢູ່ໃນ ຫຼາຍໆສ່ວນຂອງໂລກບໍ່ມີຄວາມຮັກແທ້ຕໍ່ຄົນບາບທີ່ຫຼົງຫາຍຢູ່, ເປັນຄຣິສຕຽນທີ່ບໍ່ມີຄວາມ ກະລຸນາ,ບໍ່ມີຄວາມເປັນມິດ,ປາສະຈາກຄວາມຮັກ, ເມື່ອພວກເຂົາຖາມເຖິງໝາຍສໍາຄັນ ຢ່າງໜື່ງແຫ່ງການສະເດັດກັບມາຂອງພຣະອົງແລະຈຸບຈົບຂອງໂລກ,ພຣະເຢຊູຕັດວ່າ:

“ຄວາມຮັກຂອງຄົນເປັນຈຳນວນຫລາຍຈະເຢັນຊ່າລົງ ເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ”(ມັດທາຍ 24:12).

ຄຣິສຕະຈັກຫຼາຍແຫ່ງໃນປະຈຸບັນນີ້ເຢັນຊ່າຫຼາຍຕໍ່ຄົນທີ່ມາຢ້ຽມພວກເຂົາ,ມັນຄ່ອນຂ້າງຍາກທີ່ຈະພົບເພື່ອນແທ້ເມື່ອເຮົາເຂົ້າໄປໃນຄຣິສຕະຈັກຂອງເຂົາແຫ່ງໃດໜື່ງ, ຂໍພຣະ ເຈົ້າຊ່ວຍເຮົາແດ່ທ້ອນ! ຖ້າປາສະຈາກລິດອໍານາດຂອງພຣະວິນຍານຂອງພຣະເຈົ້າຄຣິສ ຕະຈັກຂອງເຮົາເອງກໍຈະບໍ່ເປັນມິດແລະບໍ່ມີຄວາມຮັກຄືກັບຄຣິສຕະຈັກຂອງເຂົາ!

“ຄວາມຮັກຂອງຄົນເປັນຈຳນວນຫລາຍຈະເຢັນຊ່າລົງ”(ມັດທາຍ 24:12).

ຄຣິສຕະຈັກໜື່ງຖ້າປາສະຈາກການສະຖິດຢູ່ນໍາຂອງພຣະເຈົ້າຈະບໍ່ມີຄວາມຮັກຕໍ່ ຄົນທີ່ຫຼົງຫາຍເລີຍ, ແລະຄຣິສຕະຈັກໃດກໍຕາມບ່ອນທີ່ບໍ່ມີຄວາມຮັກຕໍ່ຄົນທີ່ຫຼົງຫາຍກໍເປັນ ຄຣິສຕະຈັກທີ່ກໍາລັງຕາຍ, ບໍ່ສໍາຄັນວ່າພວກເຂົາຈະອອກໄປເຄາະປະຕູຫຼາຍປານໃດກໍ ຕາມ, ບໍ່ສໍາຄັນດອກວ່າພວກເຂົາເອົາລົດເມຮັບສົ່ງແນວໃດແດ່, ບໍ່ສໍາຄັນດອກວ່າພວກເຂົາ ປະກາດຂ່າວປະເສີດແນວໃດແດ່! ພວກເຂົາກໍເປັນຄຣິສຕະຈັກທີ່ກໍາລັງຕາຍເພາະພວກ ເຂົາມີຄວາມຮັກຂອງຄຣິສຕຽນໜ້ອຍໜື່ງໃນໂຕຂອງເຂົາ.

ຂໍພຣະເຈົ້າໂຜດຊ່ວຍຄຣິສຕະຈັກຂອງເຮົາໃຫ້ພົ້ນຈາກການຖືກດູດເຂົ້າໄປໃນໂດຍພວກຄຣິສຕຽນທີ່ບໍ່ມີຄວາມຮັກໃນ“ຍຸກສຸດທ້າຍ”ຜູ້ມາຢ້ຽມທຸກຄົນຄວນໄດ້ຮັບການປະຕິບັດແບບເຈົ້າຊາຍຄົນໜື່ງແລະທຸກຄົນທີ່ເຂົ້າມາໂບດຫຼາຍເດືອນແລ້ວຄວນຈະໄດ້ຮັບການປະຕິບັດແບບກະສັດອົງໜື່ງ, ແລະພວກເຮົາທຸກຄົນຄວນຈະເຮັດວຽກໃນການອະທິຖານເພື່ອທີ່ ພຣະເຈົ້າຈະເຮັດໃຫ້ຄຣິສຕະຈັກຂອງເຮົາເປັນສະຖານທີ່ໜື່ງທີ່ເຕັມໄປດ້ວຍຄວາມຮັກຂອງພຣະເຈົ້າສໍາຫຼັບຄົນບາບ,ບໍ່ດັ່ງນັ້ນວັນໜື່ງຄຣິສຕະຈັກຂອງເຮົາຈະຖືກເວົ້າວ່າ:

“ເຈົ້າໄດ້ຊື່ວ່າມີຊີວິດຢູ່ ແຕ່ວ່າເຈົ້າໄດ້ຕາຍໄປແລ້ວ”(ພະນິມິດ 3:1)

ຈົ່ງຕິດຕາມຄົນຫຼົງຫາຍດ້ວຍຄວາມກະຕືລືລົ້ນໃນອາທິດນີ້,ພາເຂົາມາໃຫ້ຫຼາຍຈາກການປະກາດໃນຄືນວັນພຸດແລະວັນພະຫັດເພື່ອທີ່ພວກເຮົາຈະສາມາດໂທຫາເຂົາແລະຊວນ ເຂົາມາໂບດໄດ້, ຈາກນັ້ນໃຫ້ພາຄົນມາໃຫ້ຫຼາຍເພີ່ມຂື້ນເມື່ອທ່ານອອກໄປປະກາດດ້ວຍໂຕ ຂອງທ່ານເອງ,ພາເຂົາມາເພີ່ມຂື້ນແລະໂທຫາເຂົາດ້ວຍໂຕທ່ານເອງ-ເພື່ອໃຫ້ພວກເຮົາຕິດ ຕາມພວກເຂົາແລະພາເຂົາມາໂບດເພື່ອໃຫ້ເຂົາໄດ້ຍິນຂ່າວປະເສີດຂອງພຣະຄຣິດ.

ອັນນັ້ນເປັນພຽງຈຸດເລີ່ມຕົ້ນຂອງການປະກາດຂ່າວປະເສີດແທ້, ເມື່ອສຸດທ້າຍແລ້ວ ພວກເຂົາເຂົ້າມາໃນໂບດແລ້ວພວກເຮົາຈະຕ້ອງຮັກເຂົາພໍທີ່ຈະຊ່ວຍເຂົາໃຫ້ເຂົ້າມາໃນການສາມັກຄີທໍາຂອງຄຣິສຕະຈັກຂອງເຮົາ, ຢ່າປ່ອຍໃຫ້ຄົນໃດໜື່ງໃນພວກເຂົາຢືນຢູ່ຜູ້ດຽວໃນ ເວລານະມັດສະການ,ໃຫ້ແນມເບິ່ງຄົນເຫຼົ່ານັ້ນທີ່ທ່ານຕ້ອງຊ່ວຍເຂົາໃຫ້ພົບກັບການສາມັກຄີທໍາໃນຄຣິສຕະຈັກຂອງເຮົາ,ຈົ່ງອະທິຖານຢ່າງໜັກໃນຊ່ວງອາທິດນັ້ນເພື່ອໃຫ້ພຣະເຈົ້າສະ ແດງຄວາມຮັກທີ່ຍິ່ງໃຫຍ່ໃຫ້ເຂົາເຫັນ.

ນີ້ຄືວັນທີ່ຍາກລໍາບາກແລະເປັນຕາຢ້ານສໍາຫຼັບຄົນເຫຼົ່ານັ້ນທີ່ບໍ່ມີຄວາມຫວັງ,ພວກ ເຮົາຂໍອະທິຖານໃຫ້ທ່ານມາຫາພຣະເຢຊູແລະໄດ້ຮັບການອະໄພໂທດບາບໂດຍຄວາມຕາຍຂອງພຣະອົງໃນບ່ອນຂອງທ່ານເທິງໄມ້ກາງແຂນ,ພວກເຮົາຂໍອະທິຖານໃຫ້ທ່ານພົບສັນຕິ ສຸກກັບພຣະເຈົ້າຜ່ານທາງພຣະເຢຊູຄຣິດເຈົ້າຂອງເຮົາ! ພວກເຮົາຂໍອະທິຖານເພື່ອທີ່ທ່ານ ຈະໄດ້ກັບມາທີ່ຄຣິສຕະຈັກຂອງເຮົາອີກໃນອາທິດໜ້ານີ້ ເພື່ອຮຽນຮູ້ໃຫ້ຫຼາຍຂື້ນກ່ຽວກັບ ຄວາມລອດຜ່ານທາງພຣເຢຊູພຣະບຸດຂອງພຣະເຈົ້າ! ຂໍເຊີນ ດຣ.ແຊນ ມານໍາພວກເຮົາ ອະທິຖານແດ່, ເອແມນ.

(ຈົບຄໍາເທດສະໜາ) ທ່ານສາມາດອ່ານຄຳເທດສະໜາຂອງ ດຣ. ໄຮເມີ ທຸກອາທິດເທິງອິນເຕີເນັດ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: 2 ເປໂຕ 3:3-9.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“The Eve of Destruction” (by Barry McGuire, 1965)/
“In Times Like These” (by Ruth Caye Jones, 1902-1972).

ໂຄງຮ່າງບົດເທດສະໜາ

ນີ້ຄືຍຸກສຸດທ້າຍ

(ຕອນທີ່ ເລື່ອງຄໍາທໍານາຍໃນພຣະຄໍາພີ)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ

“ຈົ່ງຮູ້ຂໍ້ນີ້ກ່ອນ ຄືໃນວັນສຸດທ້າຍຄົົນທີ່ມັກເຢາະເຢີ້ຍຈະເກີດຂຶ້ນແລະດຳເນີນຕາມໃຈປາດຖະຫນາຊົ່ວຂອງຕົນ ແລະຈະຖາມວ່າ "ຄຳທີ່ຊົງສັນຍາໄວ້ວ່າພຣະອົງຈະສະເດັດມານັ້ນຢູ່ໃສ” (2 ເປໂຕ 3:3-4)

(2 ຕີໂມທຽວ 3:1; ຢາໂກໂບ 5:3; ຢູດາ 18; 1 ຕີໂມທຽວ 4:1
ມັດທາຍ 24:37, 3)

ພວກເຂົາຜິດພາດເພາະໝາຍສໍາຄັນຫຼາຍຢ່າງສະແດງໃຫ້ເຫັນວ່າຈຸດຈົບ ໃກ້ເຂົ້າມາແລ້ວ.

I.   ໜື່ງ ຈະມີໝາຍສໍາຄັນກ່ຽວກັບນິເວດວິທະຍາ. ລູກາ 21:11,25-26

II.  ສອງ ຈະມີໝາຍສໍາຄັນແຫ່ງການຕໍ່ຕ້ານພວກຢິວ. ລູກາ 21:20; ໂລມ 11:28; ເສຄາລິຢາ 12:3.

III. ສາມ ໝາຍສໍາຄັນຕ່າງໆຂອງສາສະໜາທຽມເທັດ. ລູກາ 21:8;ມັດທາຍ 24:24; 2 ຕີໂມທຽວ 4:3

IV. ສີ່ ຈະມີໝາຍສໍາຄັນແຫ່ງການຂົ່ມເຫງຕໍ່ຕ້ານພວກຄຣິສຕຽນ.ລູກາ 21:12,16-17

V.  ຫ້າ ໝາຍສໍາຄັນແຫ່ງຈິດຕະວິທະຍາ. ລູກາ 21:34-35, 36

VI. ຫົກ ໝາຍສໍາຄັນຂອງຄຣິສຕະຈັກຫຼາຍແຫ່ງທີ່ບໍ່ມີຄວາມຮັກ. ພະນິມິດ 3:1