Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຂໍໃຫ້ຂ້າພະເຈົ້າມີລິດແບບນີ້ແດ່

(ບົດເທດສະໜາຕອນທີ່ 2 ໃນຫົວຂໍ້ການຟື້ນຟູ)
GIVE ME THIS POWER
(SERMON NUMBER 2 ON REVIVAL)
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 27/7/2014
A sermon preached at the Baptist Tabernacle of Los Angeles
Lord’s Day Evening, July 27, 2014

“ຂໍໃຫ້ຂ້າພະເຈົ້າມີລິດແບບນີ້ແດ່” (ກິດຈະການ 8:19)


ຂໍ້ພຣະຄໍາພີພວກນີ້ເປັນຄໍາເວົ້າໃນລະຫວ່າງການຟື້ນຟູທີ່ຍິ່ງໃຫຍ່ຢູ່ໃນເມືອງສະມາ ເຣຍ, ແຕ່ຂ້າພະເຈົ້າຈະບໍ່ຂໍອອກຄວາມຄິດເຫັນໃນເລື່ອງການຟື້ນຟູນັ້ນ, ມັນອາດຈະເອົາ ຄວາມຄິດຂອງພວກເຮົາອອກໄປຈາກເລື່ອງຊື່ງຂໍ້ພຣະຄໍາພີຂອງເຮົານໍາສະເໜີຕໍ່ພວກເຮົາ,ໃນຄໍາເທດສະໜານີ້ມັນພຽງພໍທີ່ເຮົາຈະເວົ້າວ່າຟີລິບໄດ້ໄປສະມາເຣຍແລະເທດເລື່ອງພຣະຄຣິດແລະກໍຕາມມາໂດຍການຟື້ນຟູອັນຍິ່ງໃຫຍ່,ຜູ້ຄົນເກືອບທຸກຄົນໃນເມືອງນັ້ນໄດ້ກັບໃຈ ເສຍໃໝ່.

ແຕ່ບໍ່ແມ່ນຊີໂມນຄົນເຮັດເວດມົນທີ່ເຊື່ອ!ເມື່ອເປໂຕລົງໄປຊ່ວຍຟີລິບໃນການຟື້ນຟູ, ຊີໂມນກໍໄດ້ໄປຫາລາວ, ແລະຊີໂມນເວົ້າວ່າ:

“ຂໍໃຫ້ຂ້າພະເຈົ້າມີລິດແບບນີ້ແດ່” (ກິດຈະການ 8:19)

ຊີໂມນໄດ້ຍື່ນແມ່ນແຕ່ຂໍ້ສະເໜີເປັນເງີນໃຫ້ກັບເປໂຕເພື່ອໃຫ້ຕົນມີລິດອໍານາດ! ເປໂຕບອກ ລາວວ່າ “ເຮົາເຫັນວ່າເຈົ້າຈະຕ້ອງຮັບຄວາມຂົມຂື່ນແລະຕິດບ່ວງແຮ້ວແຫ່ງຄວາມຊົ່ວຊ້າ” (ກິດຈະການ 8:23), ຊາລຊ໌ຊິເມໂອນ(1759-1836) ໄດ້ກ່າວວ່າ:

ຊີໂມນໄດ້ສະແດງອອກເຖິງຄວາມຈິງໃຈໃນການຮັບເຊື່ອຂອງຕົນ,ສະນັ້ນຟີລິບຈື່ງໃຫ້ລາວຮັບບັບຕິດສະມາ… ສະນັ້ນພວກຄຣິສຕຽນແທ້ຈື່ງນັບຖືລາວ ໃນຖານະເປັນພີ່ນ້ອງຄົນໜື່ງ, ແຕ່ໃນບໍ່ຊ້າ[ຟີລິບ]ກໍຄົ້ນພົບຄວາມໜ້າຊື່ໃຈ ຄົດໃນໃຈຂອງຊີໂມນ…ລາວກໍຍັງຢູ່ໃນສະພາບທີ່ເຄີຍເປັນຢູ່ເມື່ອກ່ອນ, ຄື ໃນສະພາບທາງສັນດານ[ໃນສະພາບທີ່ບໍ່ໄດ້ກັບໃຈໃຫມ່],ສະນັ້ນເປໂຕຈື່ງຕໍານິລາວດ້ວຍ ຄໍາວ່າ “ເຮົາເຫັນວ່າເຈົ້າຈະຕ້ອງຮັບຄວາມຂົມຂື່ນແລະຕິດບ່ວງແຮ້ວແຫ່ງຄວາມຊົ່ວຊ້າ”… [ໃນ] ສະພາບຂອງບາບ… [ໃນ] ສະ ພາບຂອງການຖືກລົງໂທດຍ້ອນຄວາມຜິດບາບ (Charles Simeon, Expository Outlines on the Whole Bible, Zondervan Publishing House, 1955 edition, volume 14, pp. 339, 340).

ເປໂຕບອກຊີໂມນໃຫ້ “ກັບໃຈໃໝ່ຈາກການຊົ່ວຮ້າຍຂອງເຈົ້ານີ້”,ແຕ່ຊີໂມນກໍບໍ່ກັບ ໃຈ, ລາວຍັງສືບຕໍ່ເຮັດແບບທີ່ລາວເຄີຍເຮັດມາ ,ລາວເວົ້າຕໍ່ເປໂຕວ່າ:

“ຂໍທ່ານອະທິຖານຕໍ່ອົງພຣະຜູ້ເປັນເຈົ້າເຜື່ອຂ້າພະເຈົ້າດ້ວຍ ເພື່ອເຫດການທີ່ທ່ານໄດ້ກ່າວແລ້ວນັ້ນຈະບໍ່ໄດ້ເກີດແກ່ຕົວຂ້າພະເຈົ້າຈັກຢ່າງ” (ກິດຈະການ 8:24)

ດຣ.ແມັກກີ້ໄດ້ກ່າວວ່າ:

ຊີໂມນບໍ່ໄດ້ຂໍເພື່ອຈະລອດ,ລາວບໍ່ໄດ້ຂໍໃຫ້ອະທິຖານເພື່ອຄວາມລອດຂອງຕົນ,ລາວພຽງແຕ່ຂໍຢ່າໃຫ້ສິ່ງຮ້າຍຕ່າງໆເກີດຂື້ນກັບຕົນ (J. Vernon McGee, Th.D., Thru the Bible, Thomas Nelson Publishers, 1983, volume IV, p. 545; note on Acts 8:24).

ດຣ.ແມັກກີ້ໄດ້ກ່າວວ່າ“ລາວບໍ່ໄດ້ກັບໃຈໃໝ່”(ເຫຼັ້ມດຽວກັນໃນກິດຈະການ 8:21),ໜ້າເສົ້າ ທີ່ພວກບັນພະບຸລຸດນັກຂຽນບູຮານຂອງຄຣິສຕະຈັກບອກເຮົາວ່າ ລາວບໍ່ເຄີຍໄດ້ຮັບຄວາມ ລອດເລີຍ, ຄວາມຈິງແລ້ວພວກເຂົາບອກເຮົາວ່າລາວໄດ້ກາຍມາເປັນຜູ້ນໍາຂອງສາສະໜາ ນອກຮີດພວກນອສຕິກແລະ “ສັດຕູຂອງຄຣິສຕະຈັກ” (The Reformation Study Bible, Ligonier Ministries, 2005, p. 1572; note on Acts 8:9). ລາວຍັງສືບຕໍ່ເຊື່ອໃນ“ລິດອໍານາດ” ແຕ່ບໍ່ແມ່ນໃນລິດອໍານາດພຣະຄຣິດ, ດັ່ງທີ່ລາວໄດ້ກ່າວໄວ້ວ່າ:

“ຂໍໃຫ້ຂ້າພະເຈົ້າມີລິດແບບນີ້ແດ່” (ກິດຈະການ 8:19)

ເລື່ອງນີ້ສາມາດນໍາມາປະຍຸກໃຊ້ໃນປະຈຸບັນນີ້ໄດ້ແນວໃດແດ່?

I. ໜື່ງ ນິໄສຫຼືບຸກຄະລິກຂອງຜູ້ເຊື່ອທົ່ວໄປໃນຍຸກສະໄໝຂອງພວກເຮົາເປັນພວກເພເລ ກຽນແລະພວກນອສຕິກ.

ໂດຍ“ນິໄສພື້ນຖານ” ຂ້າພະເຈົ້າໝາຍເຖິງຄວາມຄິດທີ່ມີຢູ່ທົ່ວໄປກ່ຽວກັບວ່າບຸກຄົນ ໜື່ງລອດແນວໃດແດ່,ໃນໜັງສືຂອງດຣ.ໄມໂຄຮໍຕັນເລື່ອງ ຄຣິສຕຽນທີ່ບໍ່ມີພຣະຄຣິດ ໄດ້ ເວົ້າວ່າ ພວກອາເມລິກາສ່ວນຫຼາຍປະສົບປະສານເຂົ້ານໍາກັນລະຫວ່າງພວກເພເລກຽນທີ່ ເນັ້ນເລື່ອງຄວາມລອດຂອງຕົນເອງກັບ ພວກນອສຕິກທີ່ເນັ້ນໃນເລື່ອງປະສົບການພາຍໃນ ແລະມີຄວາມຮູ້ແຈ້ງ”(Baker Books, 2008, p. 251) ນີ້ໝາຍເຖິງວ່າຜູ້ຄົນໃນປະຈຸບັນນີ້ຄິດ ວ່າພວກເຂົາສາມາດເຮັດບາງສິ່ງບາງຢ່າງເພື່ອທີ່ຈະລອດໄດ້(ລັດທິເພເລກຽນ), ສິ່ງທີ່ພວກ ເຂົາຕ້ອງການກໍຄືຮຽນຮູ້“ຄວາມລັບ”ຂອງສິ່ງທີ່ເວົ້າຫຼືຄິດ(ລັດທິນອສຕິກ). ຂ້າພະເຈົ້າໄດ້ຄົ້ນພົບວ່າພວກເຮົາກໍາລັງຕໍ່ສູ້ກັບຄວາມຄິດຜິດໆເຫຼົ່ານັ້ນໃນຄຣິສ ຕະຈັກຂອງພວກເຮົາເອງ,ຜູ້ຄົນທີ່ເຂົ້າມາໃນໂບດຈາກໂລກແລະແມ່ນແຕ່ຜູ້ທີ່ເກີດແລະຖືກ ລ້ຽງໃຫຍ່ມາໃນໂບດກໍຍັງຍຶດຕິດກັບຄວາມຄິດຂອງລັດທິເພເລກຽນແລະລັດທິນອສຕິກ.

ຈົ່ງອອກໄປຂ້າງນອກແລ້ວສົນທະນາກັບສິບຫຼືສິບຫ້າຄົນແລະພວກທ່ານຈະເຫັນວ່າເລື່ອງນີ້ເປັນຄວາມຈິງ,ຖາມເຂົາເຈົ້າຖ້າວ່າພວກເຂົາເປັນຄົນບາບທີ່ບໍ່ມີໃຜຊ່ວຍ, ແລະທຸກ ຄົນຈະບອກທ່ານວ່າພວກເຂົາສາມາດເຮັດບາງຢ່າງຫຼືຢຸດເຮັດບາງສິ່ງບາງຢ່າງທີ່ຈະຊ່ວຍ ເຂົາໃຫ້ພົ້ນໄດ້ “ຂ້ອຍກໍາລັງເຮັດດີທີ່ສຸດທີ່ສາມາດເຮັດໄດ້” “ຂ້ອຍບໍ່ໄດ້ຊົ່ວຫຼາຍໄປກວ່າຄົນ ອື່ນໆ” ທ່ານໄດ້ຍິນແບບນີ້ຕະຫຼອດເວລາ, ເຖິງແມ່ນວ່າພວກເຂົາກໍບໍ່ຮູ້ຈັກມັນກໍຕາມ,ແຕ່ມີ ຊື່ໜື່ງທີ່ພວກເຂົາເຊື່ອ - ລັດທິເພເລກຽນ,ພວກເຂົາຄິດວ່າມະນຸດສາມາດເຮັດບາງສິ່ງບາງ ຢ່າງຫຼືຢຸດເຮັດບາງສິ່ງບາງຢ່າງແລະສິ່ງນີ້ກໍຈະຊ່ວຍເຂົາໃຫ້ພົ້ນໄດ້, ແຕ່ນັ້ນມັນພັດຕໍ່ຕ້ານ ໃນສິ່ງທີ່ພຣະຄໍາພີສອນ, ແນ່ນອນພຣະຄໍາພີກ່າວວ່າ:

“ພວກເຮົາຕາຍແລ້ວໃນການບາບ” (ເອເຟໂຊ 2:5) “ໂດຍທີ່ຄວາມເຂົ້າໃຈຂອງເຂົາມືດມົນໄປ ແລະເຂົາຢູ່ຫ່າງຈາກຊີວິດຊຶ່ງມາຈາກພຣະເຈົ້າ ເພາະເຫດຄວາມໂງ່ຊຶ່ງຢູ່ໃນຕົວເຂົາ ອັນເນື່ອງຈາກໃຈທີ່ແຂງກະດ້າງຂອງເຂົາ” (ເອເຟໂຊ 4:18)

ຂໍ້ພຣະຄໍາພີພວກນີ້ໄດ້ສະແດງໃຫ້ເຫັນວ່າມະນຸດໄດ້ເສື່ອມຊາມລົງຢ່າງສິ້ນເຊີງ-ເປັນທາດ ຂອງບາບ,ຄົນຜູ້ໜື່ງບໍ່ສາມາດເຮັດບາງສິ່ງບາງຢ່າງເພື່ອຊ່ວຍຕົນເອງຈາກຄວາມເປັນທາດຂອງເຂົາໄດ້-ຕາຍແລ້ວໃນການບາບ-ສະນັ້ນຈື່ງຖືກມັດເພື່ອໄປນາຮົກ, ພວກທ່ານຮູ້ຈັກຜູ້ ໃດບໍທີ່ຢູ່ນອກໂບດທີ່ເຊື່ອແບບນັ້ນ?ຂ້າພະເຈົ້າບໍ່ຮູ້ຈັກ!ຈັກຄົນເລີຍ,ໃນສັງຄົມຂອງພວກເຮົາເຊື່ອວ່າພວກເຂົາເປັນທາດຕໍ່ບາບ, ເຖິງແມ່ນວ່າຄຣິສຕະຈັກກໍບໍ່ໄດ້ເທດເຖິງມັນເລີຍ! ນັ້ນ ແລະເປັນຫຍັງທຸກຄົນທີ່ຫຼົງຫາຍລວມທັງຜູ້ທີ່ໃຫຍ່ຂື້ນມາໃນໂບດຄິດວ່າພວກເຂົາສາມາດ ເຮັດບາງສິ່ງບາງຢ່າງຫຼືເຊົາເຮັດບາງສິ່ງບາງຢ່າງແລະສິ່ງນັ້ນຈະຊ່ວຍພວກເຂົາໃຫ້ພົ້ນໄດ້, ພວກເຂົາກໍເປັນລັດທິເພເລກຽນ,ພວກເຂົາບໍ່ມີຄວາມຄິດທີ່ວ່າພວກເຂົາເປັນຄົນທີ່ບໍ່ມີຄວາມຫວັງປາສະຈາກໂອກາດອັນແຈ່ມໃສທີ່ຈະໄດ້ຄວາມລອດຂອງຕົນເອງ.

ທີ່ສອງ,ພວກເຂົາຄືພວກນອສຕິກ,ໝາຍຄວາມວ່າພວກເຂົາຄິດວ່າພວກເຂົາພວກ ເຂົາສາມາດຮຽນບາງສິ່ງບາງຢ່າງແລະເປັນຄົນຮູ້ແຈ້ງເຫັນຈິງໄດ້ແລະໃຊ້ຄວາມຮູ້ນີ້ເພື່ອທີ່ ຈະລອດ,ພວກເຮົາເຫັນຕະຫຼອດເວລາ, ພວກເຮົາມີຄົນເຂົ້າມາໃນໂບດແລະໃຊ້ເວລາຫຼາຍ ເດືອນ,ບາງເທື່ອເປັນຫຼາຍປີ, ພະຍາຍາມຮຽນຮູ້“ຄວາມລັບ”ທີ່ພວກເຂົາສາມາດໃຊ້ເພື່ອໃຫ້ ພຣະຄຣິດຊ່ວຍເຂົາໃຫ້ພົ້ນໄດ້,ນີ້ຄືສິ່ງທີ່ ດຣ.ຮໍຕັນ ເອີ້ນວ່າ “ພວກເນັ້ນຄວາມຮູ້ໃນເລື່ອງ ປະສົບການພາຍໃນແລະຄວາມຮູ້ແຈ້ງເຫັນຈິງ”ຂ້າພະເຈົ້າບອກເຂົາເຈົ້າບອກແລ້ວບອກອີກວ່າພວກເຂົາເປັນຄົນ:

“ເຖິງແມ່ນຈະຮຽນກັນຢູ່ສະເໝີ ແຕ່ກໍບໍ່ອາດເຂົ້າໃຈເຖິງຄວາມຈິງເລີຍ” (2 ຕີໂມທຽວ 3:7)

ແຕ່ພວກເຂົາກໍບໍ່ເຊື່ອ,ພວກເຂົາຍັງສືບຕໍ່ຄິດວ່າມີຫຼັກສູດ“ຄວາມລັບ”ບາງຢ່າງທີ່ພວກນອສ ຕິກສາມາດຮຽນເພື່ອມາເປັນຄຣິສຕຽນໄດ້, ຂ້າພະເຈົ້າເຄີຍເຫັນຜູ້ຄົນຮ້ອງໄຫ້ພ້ອມດ້ວຍນໍ້າ ຕາໄຫຼລົງແກ້ມຂອງເຂົາ,ພະຍາຍາມຮຽນຮູ້,ພະຍາຍາມຄິດຄໍານວນຕໍາລາ “ຄວາມລັບ” ທີ່ ພວກເຂົາສາມາດໃຊ້ເພື່ອທີ່ຈະລອດພົ້ນໄດ້!ເມື່ອບໍ່ດົນມານີ້ມີຊາຍໜຸ່ມສອງຄົນຄິດວ່າພວກ ເຂົາ“ຄິດຄໍານວນມັນໄດ້”ທັງສອງເວົ້າວ່າ “ຂ້ອຍບໍ່ໄດ້ເຮັດຫຍັງເລີຍ-ດັ່ງນັ້ນຂ້ອຍຮູ້ວ່າຂ້ອຍ ລອດແລ້ວ” ຂ້າພະເຈົ້າຖາມພວກເຂົາບາງຢ່າງແລະພົບວ່າ ແມ່ນແລ້ວພວກເຂົາບໍ່ໄດ້ ເຮັດຫຍັງເລີຍ! ພວກເຂົາຄິດວ່າພວກເຂົາເປັນພວກຮູ້ຄວາມລັບເພື່ອທີ່ຈະລອດໄດ້, ຂ້າພະ ເຈົ້າບອກພວກເຂົາວ່າມັນບໍ່ແມ່ນຫຼັກຄໍາສອນທີ່ປະຕິຮູບແລ້ວ,ບໍ່ແມ່ນຫຼັກຄໍາສອນພຣະຄໍາພີ, ຂ້າພະເຈົ້າບອກພວກເຂົາວ່າມັນຄືສາສະນານອກຮີດຂອງ“ລັດທິທີ່ຮັບເອົາສິ່ງທີ່ເກີດຂຶ້ນຢ່າງບໍ່ຕໍ່ຕ້ານ”ທີ່ເວສລີແລະວິດຟິວເທດສະໜາຕໍ່ຕ້ານຢ່າງຫ້າວຫັນໃນສະຕະວັດທີ່ສິບແປດ,ຂ້າພະເຈົ້າບອກພວກເຂົາວ່າມີບາງສີ່ງບາງຢ່າງທີ່ພວກເຂົາຕ້ອງເຮັດ, ພວກເຂົາຕ້ອງເຊື່ອໃນ ພຣະຄຣິດ,ພຣະຄໍາພີໄດ້ກ່າວໄວ້ຢ່າງຊັດເຈນວ່າ:

“ຈົ່ງເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າແລະທ່ານຈະລອດ” (ກິດຈະການ 16:31)

“ຜູ້ທີ່ເຊື່ອໃນພຣະບຸດກໍບໍ່ຕ້ອງຖືກຳພິພາກສາລົງໂທດ ແຕ່ຜູ້ທີ່ບໍ່ເຊື່ອກໍຕ້ອງ ຖືກພິພາກສາລົງໂທດຢູ່ແລ້ວ” (ໂຢຮັນ 3:18)

ແຕ່ທັງສອງຄົນກໍອອກໄປດ້ວຍຄວາມສັບສົນເທິງໃບໜ້າຂອງເຂົາ, ຍັງຄົງຄິດວ່າພວກເຂົາ ສາມາດຮຽນຮູ້“ຄວາມລັບ”ໃນມື້ໜື່ງ! ມັນເຮັດໃຫ້ໃຈຂອງຂ້າພະເຈົ້າແຕກສະລາຍ! ພຣະ ເຢຊູຊົງຮັກພວກເຂົາ, ສິ່ງທີ່ພວກເຂົາຕ້ອງເຮັດກໍຄືເຊື່ອໃນພຣະອົງ,ແຕ່ພວກເຂົາກໍຍັງສືບຕໍ່ ຊອກຫາຕໍາລາຄວາມລັບ! ພວກເຂົາປະຕິບັດກັບພຣະເຢຊູຄືກັບບັງຄັບຫຼືອໍານາດໜື່ງຄືກັບ ຊີໂມນຜູ້ຊື່ງເວົ້າວ່າ ຂໍໃຫ້ຂ້າພະເຈົ້າມີລິດແບບນີ້ແດ່”(ກິດຈະການ 8:19),ຊີໂມນສືບຕໍ່ເປັນ ພວກນອສຕິກ, ພຣະຄໍາພີສະບັບຣີໂຟເມເຊີ່ນສະຕາດີໄບໂບກ່າວວ່າ:

ລັດທິນອສຕິກ(ຊື່ມາຈາກພາສາກຣີກຈາກຄໍາວ່ານໍຊິສ,ໝາຍເຖິງ“ຄວາມຮູ້”) ສອນວ່າຄົນຜູ້ໜື່ງສາມາດໄດ້ຮັບຄວາມລອດໂດຍບໍ່ແມ່ນເພາະຄຸນຄວາມດີ ແຫ່ງຄວາມຕາຍຂອງພຣະຄຣິດເພື່ອຄົນບາບແຕ່ໂດຍທາງຄວາມຮູ້ພິເສດ…(ສະບັບຣີໂຟເມເຊີ່ນສະຕາດີໄບໂບ,ເຫຼັ້ມດຽວກັນ)

ເມື່ອບຸກຄົນໜື່ງມີຄວາມຄິດນີ້ໃນຫົວຂອງເຂົາ, ມັນກໍເປັນໄປບໍ່ໄດ້ເລີຍທີ່ມະນຸດຈະ ເອົາມັນອອກໄປຈາກເຂົາໄດ້,ພວກເຂົາເປັນຄືກັບພວກຄາທໍລິກຊາວລາຕິນອາເມລິກາຜູ້ຊື່ງ ຄິດເຖິງເລື່ອງພຣະຄຣິດວ່າເປັນແຕ່ໄອຍະການ(ຄຣິສໂຕ) ຫຼາຍກວ່າທີ່ຈະຄິດວ່າພຣະອົງ ເປັນພຣະຜູ້ຊ່ວຍໃຫ້ລອດທີ່ຊົງຮັກ! ມີຍິງຊະລາຄາທໍລິກຄົນໜື່ງຄວາມຈິງຍ່າງອອກຈາກ ໂບດນີ້ດ້ວຍຄວາມໃຈຮ້າຍເມື່ອຂ້າພະເຈົ້າເວົ້າວ່າພຣະເຢຊູບໍ່ແມ່ນໄອຍະການແຕ່ເປັນພຣະຜູ້ຊ່ວຍທີ່ຊົງຮັກຄົນໜື່ງ! ລາວສືບຕໍ່ຢ້ານພຣະເຢຊູຫຼາຍກວ່າທີ່ຈະປ່ຽນຄວາມຄິດຂອງຕົນ, ອັນນັ້ນແລະເປັນຫົນທາງຂອງພວກນັກປະກາດຂ່າວປະເສີດສ່ວນຫຼາຍເປັນໃນປະຈຸບັນນີ້! ພວກເຂົາມັກສືບຕໍ່ຄິດເຖິງພຣະເຢຊູໃນຖານະພວກນອສຕິກທີ່ເປັນ“ລິດອໍານາດ”ໜື່ງທີ່ພວກ ເຂົາສາມາດໃຊ້ຢ່າງຊໍານານໂດຍການຮຽນຮູ້ຄວາມລັບຫຼາຍກວ່າທີ່ຈະຄິດເຖິງພຣະອົງໃນ ຖານະເປັນພຣະຜູ້ຊ່ວຍໃຫ້ລອດ ຜູ້ຊື່ງໃຫ້ອະໄພໃນຄວາມຜິດບາບຂອງເຂົາທັນທີຖ້າພວກ ເຂົາຫາກເຊື່ອໃນພຣະອົງ! ໜ້າເສົ້າປານໃດ!

ແລະພວກທ່ານຮູ້ຈັກ,ມັນຄືພວກຜີປີສາດ! ດຣ,ມາຕິນລອຍ-ໂຈນໄດ້ກ່າວວ່າ:

ມີຊ່ວງເວລາເມື່ອ[ພະຍາມານ]ເຈາະຈົງໃສ່ຄຣິສຕຽນໂດຍພສະເພາະຫຼືຂະ ແໜງການຂອງໂບດຄຣິສຕຽນເກືອບໝົດປະເທດໃນເວລານັ້ນ (The Christian Soldier, Ephesians 6:10-13, The Banner of Truth Trust, 1977, p. 302).

ຂ້າພະເຈົ້າເຊື່ອວ່າອາເມລິກາແລະຕາເວັນຕົກຢູ່ໃຕ້ອໍານາດຂອງຊາຕານແລະແມ່ນແຕ່ຄຣິສຕະຈັກທີ່ດີທີ່ສຸດຂອງພວກເຮົາຫຼາຍແຫ່ງກໍໄດ້ຮັບຜົນສະທ້ອນໂດຍຫຼັກຄໍາສອນຂອງພະຍາມານ,ອັກຄະສາວົກເປົາໂລກ່າວວ່າ:

“ພຣະວິນຍານໄດ້ຕັດໄວ້ຢ່າງແຈ່ມແຈ້ງວ່າ ໃນການພາຍຫລັງຈະມີບາງຄົນປະຖິ້ມຄວາມເຊື່ອ ໂດຍຫັນໄປເຊື່ອຟັງວິນຍານທີ່ລໍ້ລວງ ແລະຟັງຄຳສອນຂອງພວກຜີປີສາດ”(1 ຕີໂມທຽວ 4:1)

ຂ້າພະເຈົ້າເຊື່ອວ່າມຸມມອງຂອງພວກເພເລກຽນແລະພວກຖືຄວາມຮູ້ທີ່ແຜ່ຫຼາຍຢູ່ ໃນຄຣິສຕຽນພວກຂ່າວປະເສີດ,ຄວາມຈິງແລ້ວເປັນ - “ຫຼັກຄໍາສອນຂອງພະຍາມານ”

ຂະບວນການ“ຄໍາແຫ່ງຄວາມເຊື່ອ”ຖືກສົ່ງເສີມໂດຍພວກມີຊື່ສຽງຢ່າງເຊັ່ນທີ.ດີ.ເຈກເບັນນີ້ຮິນ,ຈອຍຊ໌ເມເຢີແລະໂຈເອວອອສທີນ, ພວກເຂົາເຜີຍແຜ່ຄວາມຮັ່ງມີຂອງຂ່າວປະ ເສີດຈົນສຸດປາຍແຜ່ນດິນໂລກ,ແມ່ນແຕ່ຄຣິສຕະຈັກແບັບຕິດກໍໄດ້ຮັບຜົນກະທົບສ່ວນຫຼາຍແມ່ນບໍ່ຮູ້ຈັກມັນ,ດຣ.ຮໍຕັນກ່າວວ່າມີຄວາມ“ຄ້າຍຄືກັນທີ່ສະດຸດຕາລະຫວ່າງຂໍ້ຄວາມທີ່ຮັ່ງມີແລະລັດທິນອສຕິກບູຮານ”(ເຫຼັ້ມດຽວກັນໜ້າ67),ລາວກ່າວວ່າຄຣິສຕະຈັກຫຼາຍແຫ່ງຕອນນີ້ ເທດສະໜາ“[ປະສົມປະສານກັນ]ຂອງພວກທີ່ຊ່ວຍຕົນເອງເພເລກຽນແລະພວກຍົກຕົວເອງເປັນພຣະເຈົ້າພວກນອສຕິກ”(ເຫຼັ້ມດຽວກັນໜ້າ 68) “[ພຣະເຈົ້າ]ມີກົດບາງຢ່າງແລະຫຼັກ ການບາງຢ່າງເພື່ອໃຫ້ທ່ານໄດ້ໃນສິ່ງທີ່ຕ້ອງການຂອງຊີວິດແລະຖ້າຫາກທ່ານຕິດຕາມພວກມັນທ່ານກໍສາມາດມີໃນສິ່ງທີ່ທ່ານຕ້ອງການໄດ້”(ເຫຼັ້ມດຽວກັນ),ແນ່ນອນມີສໍາຄັນຫຼາຍຂອງພວກສາສະໜານອກຮີດລັດທິເພເລກຽນແລະລັດທິນອສຕິດ, ນັ້ນແລະຄືສິ່ງທີ່ຜູ້ຄົນທົ່ວໄປ ເຊື່ອ- ຖ້າທ່ານຮຽນຮູ້ກົດແລະເວົ້າຄໍາເວົ້າທີ່ຖືກຕ້ອງທ່ານກໍສາມາດໄດ້ໃນສິ່ງທີ່ທ່ານຕ້ອງ ການ -ລວມທັງຄວາມລອດນໍາ.

ໃນຕອນທ້າຍຂອງລາຍການໂທລະພາບໂຈເອວອອສທີນແນມເບີ່ງກ້ອງແລະເວົ້າ ກັບຜູ້ຊົມທາງໂທລະພາບວ່າ:

ພຽງແຕ່ເວົ້າວ່າ “ພຣະເຢຊູເຈົ້າຂ້ານ້ອຍກັບໃຈຈາກຄວາມບາບຂອງຕົນ, ຂໍໂຜດເຂົ້າມາໃນໃຈຂອງຂ້ານ້ອຍ, ຂ້ານ້ອຍຂໍໃຫ້ພຣະອົງເປັນພຣະເຈົ້າ ແລະພຣະຜູ້ຊ່ວຍໃຫ້ລອດຂອງຂ້ານ້ອຍ” ເພື່ອນໆຖ້າທ່ານຫາກອະທິຖານ ຕາມຄໍາອະທິຖານທີ່ງ່າຍໆນັ້ນແລ້ວ,ພວກເຮົາເຊື່ອວ່າທ່ານໄດ້ບັງເກີດໃຫມ່ແລ້ວ.

ທ້າວອອສທີນໄດ້ເທດສະໜາໂດຍບໍ່ມີພຣະຄຣິດແລະຂ້າງເທິງຄືຄໍາອະທິຖານທີ່ບໍ່ໄດ້ເອີຍ ເຖິງຂ່າວປະເສີດໃນນັ້ນເລີຍ!ບໍ່ໄດ້ເອີຍເຖິງການຕາຍຂອງພຣະຄຣິດໃນຖານະເປັນໂຕແທນເພື່ອຄົນບາບຢູ່ເທິງໄມ້ກາງແຂນເລີຍ, ບໍ່ວ່າຈະຢູ່ໃນຄໍາເທດສະໜາຫຼືໃນຄໍາອະທິຖານ!ບໍ່ໄດ້ ເອີຍເຖິງພຣະໂລຫິດຂອງພຣະຄຣິດທີ່ຊໍາລະລ້າງຄວາມບາບຂອງຄົນບາບທີ່ຫຼົງຫາຍເລີຍ ບໍ່ວ່າຈະຢູ່ໃນຄໍາເທດສະໜາຫຼືໃນຄໍາອະທິຖານ! ອີກຄໍາເວົ້າໜື່ງບໍ່ມີການເອີຍເຖິງຂ່າວປະ ເສີດເລີຍ(1 ໂກລິນໂທ 15:1-4), ແມ່ນອອສທີນເວົ້າວ່າ “ຖ້າທ່ານຫາກອະທິຖານຕາມ ຄໍາອະທິຖານນັ້ນແລ້ວ,ພວກເຮົາເຊື່ອວ່າທ່ານໄດ້ບັງເກີດໃຫມ່ແລ້ວ”ມີສອງຢ່າງທີ່ເປັນໄປໄດ້ຄື-ໜື່ງອອສທີນເປັນນັກຕົ້ມຕຸ່ນຢ່າງເຕັມຕົວ-ຫຼື(ຫຼາຍກວ່ານັ້ນ) ລາວໄດ້ເຊື່ອຟັງວິນຍານທີ່ລໍ້ ລວງ ແລະຟັງຄຳສອນຂອງພວກຜີປີສາດ”

ທັງສອງທາງທັງລັດທິເພເລກຽນແລະນອສຕິກໄດ້ແຕກກະຈັດກະຈາຍໂດຍຊາຕານທົ່ວໂລກ-ໂດຍສະເພາະຢູ່ໃນສະຫະລັດອາເມລິກາ,ແລະທ່ານກໍເຊື່ອມັນ! ນັ້ນແລະເປັນຫຍັງ ທ່ານຈື່ງຍັງບໍ່ລອດ!

II. ສອງ ທ່ານຈະຕ້ອງຖືກຊ່ວຍໃຫ້ພົ້ນຈາກຫຼັກຄໍາສອນພະຍາມານສອງຢ່າງນີ້ຫຼືທ່ານ ຈະບໍ່ມີມື້ລອດເລີຍ!

ຫຼັກຄໍາສອນຜິດທໍາອິດຄືລັດທິເພເລກຽນ, ມັນຄືຄວາມຄິດທີ່ວ່າທ່ານສາມາດເຮັດ ບາງສິ່ງບາງຢ່າງຫຼືເຊົາເຮັດບາງສິ່ງບາງຢ່າງແລະຮັບຄວາມລອດໄດ້,ນີ້ຄືສາສະໜາທີ່ນອກ ຮີດທີ່ຊັດເຈນຫຼາຍທີ່ຂ້າພະເຈົ້າເກືອບອຶດອັນໃຈທີ່ຈະເວົ້າເຖິງມັນ,ແຕ່ພວກທ່ານຫຼາຍຄົນທີ່ ຟັງຂ້າພະເຈົ້າໃນຄືນນີ້ເຊື່ອມັນ! ທ່ານບໍ່ເຄີຍອ່ານຂໍ້ພຣະຄໍາພີພວກນີ້ບໍ?

“ດ້ວຍວ່າຊຶ່ງທ່ານທັງຫລາຍລອດນັ້ນກໍລອດໂດຍພຣະຄຸນເພາະຄວາມເຊື່ອ ແລະບໍ່ແມ່ນໂດຍຕົວທ່ານທັງຫລາຍເອງ ແຕ່ພຣະເຈົ້າຊົງປະທານໃຫ້ ຄວາມພົ້ນນັ້ນຈະເນື່ອງດ້ວຍການກະທຳກໍຫາບໍ່ໄດ້ເພື່ອມິໃຫ້ຄົນໜຶ່ງຄົນໃດອວດໄດ້”(ເອເຟໂຊ 2:8-9)

ບໍ່ມີອັນໃດທີ່ທ່ານເຮັດສາມາດຊ່ວຍທ່ານໃຫ້ລອດພົ້ນໄດ້!ບໍ່ມີອັນໃດ! ບໍ່ມີອັນໃດທີ່ທ່ານເຊົາ ເຮັດ ສາມາດຊ່ວຍທ່ານໃຫ້ພົ້ນໄດ້! ບໍ່ມີອັນໃດ! ສະນັ້ນມີພຽງສິ່ງດຽວເທົ່ານັ້ນທີ່ຄົນບາບຖືກ ສັ່ງໃຫ້ເຮັດແລະສິ່ງນັ້ນຄື:

“ຈົ່ງເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າແລະທ່ານຈະລອດ” (ກິດຈະການ 16:31)

ພວກທ່ານເວົ້າວ່າ “ແຕ່ອັນນັ້ນມັນງ່າຍໂພດ” ແມ່ນ, ແຕ່ມີສິ່ງໜື່ງທີ່ຄົນບາບຜູ້ຫຼົງຫາຍຈະບໍ່ ເຮັດ-ບໍ່ວ່າເຮົາຈະຂໍຮ້ອງເຂົາສໍ່າໃດກໍຕາມ!ບໍ່ວ່າເຮົາຈະເທດສະໜາເລື້ອຍໆກໍຕາມ!ຄົນບາບ ກໍປະຕິເສດພຣະຄຣິດແລະເຮັດສີ່ງອື່ນໆອີກ, ເຂົາເຊື່ອທຸກໆດ້ານໃນຄວາມສາມາດຂອງ ເຂົາເອງ(ລັດທິເພເລກຽນ)ຊື່ງເຂົາໄດ້ປະຕິເສດພຣະເຢຊູທຸກເທື່ອແທນ ເຂົາຈະເຊື່ອຂໍ້ພຣະ ຄໍາພີຂໍ້ໜື່ງຫຼືຄຸນສົມບັດຂອງພຣະເຢຊູແຕ່ບໍ່ແມ່ນພຣະເຢຊູພຣະອົງເອງ, ເຂົາຈະບໍ່ເຊື່ອໃນ ໃນຕົວພຣະເຢຊູເອງ! ເປັນຫຍັງກໍເພາະວ່າລັດທິເພເລກຽນຄືລັດທິຂີ້ຕົວະ,ນັ້ນແລະທີ່ເປັນ ຫຍັງຖ້າປາສະຈາກພຣະຄຸນຂອງພຣະເຈົ້າຄົນບາບຜູ້ຫຼົງຫາຍກໍຈະບໍ່ມີມື້ມາຫາພຣະເຢຊູ ແລະເຊື່ອວາງໃຈໃນພຣະອົງພຽງຜູ້ດຽວເລີຍ!ເຂົາຈະປະຕິເສດພຣະເຢຊູທຸກເວລາເພາະເຂົາເສື່ອມຊາມລົງຢ່າງສິ້ນເຊີງ.

“ຕາຍແລ້ວໃນການລະເມີດແລະການບາບ”(ເອເຟໂຊ 2:1)

ຫຼັກຄໍາສອນຜິດທີ່ສອງຄືລັດທິນອສຕິກ, ມັນຄືລັກສະນະຂອງຄວາມຄິດທີ່ວ່າພຣະ ເຈົ້າຊົງເປັນບຸກຄົນທີ່ບັງຄັບຫຼືໃຊ້ອໍານາດທີ່ສາມາດໃຊ້ໄດ້ຢ່າງຄ່ອງແຄ້ວຫຼື“ໃຊ້”ໂດຍຄົນທີ່ມີຄວາມຮູ້ພິເສດໄດ້(ພາສາກຣີກຄໍາວ່າ“ນອສຕິກ”ແປວ່າ“ຄວາມຮູ້), ຄວາມຄິດນີ້ໄດ້ຜ່ານເຂົ້າ ສູ່ຄວາມຄິດນັກປະກາດຂ່າວປະເສີດທີ່ມີຊື່ສຽງ, ດຣ.ຮໍຕັນ ກ່າວວ່ານັກປະກາດຂ່າວປະ ເສີດລັດທິນອສຕິກໄດ້ໃຫ້ເຮົາ“ແນມເບິ່ງພາຍໃນຂອງເຮົາເອງເພື່ອສ້າງຈິນຕະນາການຂອງ ເຮົາເອງທີ່ພວກເຮົາສາມາດໃຊ້ໄດ້ຢ່າງຄ່ອງແຄ້ວແລະສາມາດຄວບຄຸມໄດ້” (ເຫຼັ້ມດຽວກັນ ໜ້າ 167).

ຄົນໜຸ່ມສາວໃນປະຈຸບັນນີ້ເຮັດແບບນີ້ໂດຍປາສະຈາກແມ່ນແຕ່ຄວາມເຂົ້າມັນ,ພວກເຂົາໄດ້ເຮັດໃຫ້ພຣະເຢຊູເຂົ້າໃນຄວາມນຶກຄິດ“ບັງຄັບ”ທີ່ພວກເຂົາສາມາດໃຊ້ໄດ້ຢ່າງຄ່ອງແຄ້ວໄດ້, ອັນນັ້ນມັນບໍ່ແມ່ນສິ່ງທີ່ຊີໂມນນັກສະແດງກົນເຮັດບໍ? ລາວເວົ້າວ່າ“ຂໍໃຫ້ຂ້າພະ ເຈົ້າມີລິດແບບນີ້ແດ່”(ກິດຈະການ 8:19),ດັ່ງນັ້ນພຣະເຈົ້າຈື່ງເປັນພຽງແຕ່“ລິດອໍານາດ”ໜື່ງ ທີ່ສາມາດໃຫ້ຫຼືຮັບເອົາໂດຍມະນຸດຄົນໜື່ງໄດ້.

ການເນັ້ນໜັກຂອງພວກນອສນິກນີ້ນໍາໄປສູ່“ເວດມົນຂາວ” ໃນເວດມົນດໍານັກມາຍາ ກົນໃຊ້ຄໍາທໍາມະດາເພື່ອຄວບຄຸມແລະໃຊ້ວິນຍານຊົ່ວຕ່າງໆ, ສ່ວນທີ່ເອີ້ນວ່າ“ເວດມົນຂາວ” ນັກມາຍາກົນໃຊ້ຄໍາທໍາມະດາ,ຄາຖາຫຼືຄໍາອະທິຖານເພື່ອຄວບຄຸມແລະໃຊ້ວິນຍານດີ-ແມ່ນ ແຕ່ພຣະເຈົ້າ, ສັງເກດວ່າ “ຄໍາອະທິຖານຂອງຄົນບາບ”ຂອງໂຈເອວອອສທີນຄືຄາຖາຂອງ ເວດມົນຂາວແທ້.

ພຽງແຕ່ເວົ້າວ່າ“ພຣະເຢຊູເຈົ້າຂ້ານ້ອຍກັບໃຈຈາກຄວາມບາຂອງຕົນ, ຂໍ ໂຜດເຂົ້າໃນໃຈຂອງຂ້ານ້ອຍ, ຂ້ານ້ອຍຂໍໃຫ້ພຣະອົງເປັນພຣະເຈົ້າແລະ ພຣະຜູ້ຊ່ວຍໃຫ້ລອດຂອງຂ້ານ້ອຍ”ເພື່ອນໆຖ້າທ່ານຫາກອະທິຖານຕາມຄໍາອະທິຖານທີ່ງ່າຍໆນັ້ນແລ້ວ,ພວກເຮົາເຊື່ອວ່າທ່ານໄດ້ບັງເກີດໃຫມ່ແລ້ວ.

ຖ້າທ່ານຫາກເວົ້າຄໍາພວກນັ້ນ,ລິດອໍານາດກໍຈະໄຫຼເຂົ້າສູ່ໃຈຂອງທ່ານ! ທ່ານກໍສາມາດເຮັດ ໃຫ້ໂຕຂອງທ່ານບັງເກີດໃໝ່ອີກເທື່ອໜື່ງໂດຍການເວົ້າຄໍາພວກນັ້ນ! ມັນຄືລັດທິນອສຕິກ ພັນແທ້! ມັນຄືເວດມົນຂາວພັນແທ້! ມັນຄືຊື່ແລະອ້າງສິດ ມັນຄືຂໍ້ຄວາມພຣະທໍາແຫ່ງ ຄວາມເຊື່ອ! ຊື່ແລະອ້າງສິດມັນ, ມັນຜ່ານເຂົ້າສູ່ນັກປະກາດຂ່າວປະເສີດແລະມັນຄືເວດ ມົນຂາວ! ຈົ່ງຈື່ໄວ້ວ່າຊີໂມນເປັນໝໍຜີ,ເປັນນັກມາຍາກົນ(ກິດຈະການ 8:9),ເປັນໜື່ງໃນບັນ ພະບຸລຸດຂອງລັດທິນອສຕິກ! ດັ່ງນັ້ນລາວຈື່ງເວົ້າວ່າ “ຂໍໃຫ້ຂ້າພະເຈົ້າມີລິດແບບນີ້ແດ່”

ສະຫຼຸບ

ພຣະເຢຊູຄຣິດບໍ່ແມ່ນ“ລິດອໍານາດ”ໜື່ງທີ່ທ່ານສາມາດຄວບຄຸມຫຼືໃຊ້ຢ່າງຊໍານານຫຼືສາມາດໃຊ້ໄດ້!ພຣະອົງຊົງຮັບສະພາບສະພາບເປັນມະນຸດ, ພຣະອົງຊົງຕາຍເທິງໄມ້ກາງ ແຂນເພື່ອຈ່າຍໜີບາບຂອງທ່ານ,ທ່ານບໍ່ສາມາດ “ຄໍານວນ”ຫຼື “ຮຽນຮູ້” ເພື່ອຈະ“ໄດ້”ພຣະ ອົງມາເພື່ອທີ່ຈະຊ່ວຍທ່ານໃຫ້ພົ້ນໄດ້! ທ່ານສາມາດພະຍາຍາມຮຽນຮູ້“ຄວາມລັບ”ຂອງການ ທີ່ຈະລອດຕະຫຼອດທັງຊີວິດຂອງທ່ານ- ແຕ່ທ່ານຈະຍັງຄົງຫຼົງຫາຍຢູ່ຄືກັບຊີໂມນນັກມາຍາ ກົນ ,ທ່ານຈະຕ້ອງມາຫາພຣະຄຣິດໃນຖານະຄົນບາບຄົນໜື່ງຊື່ງບໍ່ສາມາດ “ຄິດຄໍານວນ“ ເລື່ອງນີ້ໄດ້,ທ່ານຈະຕ້ອງລົ້ມລົງຕໍ່ໜ້າພຣະອົງແລະເຊື່ອໃນພຣະອົງ,ທ່ານຈະຕ້ອງລອດພົ້ນຈາກຄວາມບາບຂອງທ່ານໂດຍກາງແຂນຂອງພຣະຄຣິດ!ທ່ານຈະຕ້ອງໄດ້ຮັບການຊໍາລະ ຈາກຄວາມບາບຂອງທ່ານໂດຍພຣະໂລຫິດອັນປະເສີດຂອງພຣະອົງ,ມັນບໍ່ມີທາງອື່ນອີກທີ່ຈະພົ້ນຈາກບາບໄດ້! ບໍ່ມີສິ່ງໃດອີກແລ້ວທີ່ຈະຮຽນຮູ້! ບໍ່ມີ “ກຸນແຈຄວາມລັບ” ຫຼືຄໍາພິເສດ ທີ່ຈະຮຽນຮູ້ໄດ້! “ຈົ່ງເຊື່ອວາງໃຈໃນພຣະເຢຊູຄຣິດແລະທ່ານຈະລອດໄດ້” (ກິດຈະການ 16:31) ເປັນຫຍັງທ່ານຈື່ງຍັງບໍ່ເຊື່ອໃນພຣະເຢຊູ? ຄໍາຕອບງ່າຍຫຼາຍ, ທ່ານຍັງບໍ່ໄດ້ສໍາ ນຶກຜິດເລື່ອງຄວາມບາບ! ຄວາມບາບທ່ານຍັງບໍ່ໄດ້ສ້າງບັນຫາໃຫ້ກັບທ່ານແລະເຮັດໃຫ້ ທ່ານຕື່ນຂື້ນໃນຕອນກາງຄືນ!ໃຈທີ່ບາບຂອງທ່ານຍັງບໍ່ເຄີຍເບີ່ງຄືວ່າເປັນຕາລັງກຽດຕໍ່ທ່ານ ເລີຍ.

ປາສະຈາການສໍານຶກຜິດຂອງໃຈທີ່ບາບກໍບໍ່ມີການກັບໃຈໃໝ່ທີ່ແທ້ຈິງ, ຈົນກວ່າມະ ນຸດຄົນໜື່ງຈະມີບັນຫາຢ່າງເລິກເຊີງກ່ຽວກັບໃຈທີ່ບາບຂອງເຂົາເຂົາກໍຈະບໍ່ເຫັນວ່າເຂົາມີ ຄວາມຕ້ອງການພຣະເຢຊູເລີຍ.

ດັ່ງນັ້ນພວກເຮົາຈື່ງອະທິຖານເພື່ອການຟື້ນຟູແລະເພື່ອການກັບໃຈໃໝ່ທີ່ແທ້ຈິງ,ແຕ່ ແມ່ນຫຍັງຄືຈຸດທີ່ພວກເຮົາເນັ້ນໜັກໃນຄໍາອະທິຖານຂອງພວກເຮົາ? ພວກເຮົາພຽງແຕ່ອະ ທິຖານວ່າ “ໂອພຣະເຈົ້າຂ້າ ຂໍໂຜດນໍາຜູ້ຄົນຫຼາຍຂື້ນເຂົ້າມາ“ - ຫຼື“ໂອພຣະເຈົ້າຂ້າຂໍສົ່ງ ການຟື້ນຟູມາແດ່ເທີນ”? ຖ້າເຮົາເຮັດແບບນັ້ນ, ເຮົາກໍບໍ່ໄດ້ກໍາລັງອະທິຖານເພື່ອສິ່ງທີ່ ພວກເຮົາຕ້ອງການແທ້,ພວກເຮົາກໍກໍາລັງອະທິຖານແບບມົວໆ,ເປັນຄໍາອະທິຖານທົ່ວໆໄປ,ພຣະເຈົ້າຊົງຕອບໃນສິ່ງທີ່ທ່ານຂໍໃນຄໍາອະທິຖານ,ຖ້າຄໍາອະທິຖານເປັນແບບທົ່ວໄປ,ປົກກະ ຕິແລ້ວທ່ານກໍຈະບໍ່ໄດ້ຈັກອັນ! ໃຫ້ເຮົາອະທິຖານເພື່ອສິ່ງໜື່ງທີ່ຕ້ອງການທີ່ສຸດ-ການສໍານຶກ ຜິດຂອງຄົນທີ່ມີໃຈບາບ,ໃຫ້ເວົ້າກັບຂ້າພະເຈົ້າ - “ການສໍານຶກຜິດຂອງຄົນທີ່ມີໃຈບາບ” ເທົ່ານັ້ນພໍ!ນັ້ນແລະຄືສິ່ງທີ່ພວກເຮົາຕ້ອງການຫຼາຍທີ່ສຸດ!ນັ້ນແລະຄືສິ່ງທີ່ພວກເຮົາຕ້ອງການໃຫ້ພຣະວິນຍານຂອງພຣະເຈົ້າເຮັດ!ຈົນກວ່າພວກທ່ານຈະສໍານຶກໃຈທີ່ມີບາບ,ຂ່າວປະເສີດຈະເບີ່ງຄືກັບຂີ້ຕົມ,ບໍ່ຈະແຈ້ງ,ແລະບໍ່ແມ່ນຂອງແທ້!

ພວກເຮົາກໍາລັງຈະອະທິຖານແລະອົດອາຫານໃນອາທິດໜ້ານີ້ຈົນຮອດເວລາ 5 ໂມງແລງ, ຫຼັງຈາກນັ້ນພວກເຮົາກໍຈະມາທີ່ໂບດນີ້ເພື່ອອະທິຖານຕື່ມອີກໜ້ອຍໜື່ງແລະກິນ ເຂົ້າຮ່ວມກັນ, ນັ້ນແລະຄືສີ່ງທີ່ພວກເຮົາຕ້ອງການທີ່ຈະອະທິຖານແລະອົດອາຫານເພື່ອ “ການສໍານຶກຜິດຂອງຄົນທີ່ມີໃຈບາບ” ເມື່ອພຣະເຈົ້າເຮັດແບບນັ້ນພວກເຮົາກໍຈະເຫັນຜູ້ຄົນ ຫຼາຍຂື້ນມາເຊື່ອວາງໃຈໃນພຣະເຢຊູ! ເມື່ອສິ່ງນັ້ນເກີດຂື້ນຕໍ່ຈໍານວນຂອງຜູ້ຄົນໃນຄັ້ງ ດຽວກັນນັ້ນພວກເຮົາກໍຈະມີການຟື້ນຟູ! ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍດຣ.ໄຄຣທັນ ແອວ.ແຊນ: ກິດຈະການ 8:18-24.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ
“Depth of Mercy! Can There Be?” (by Charles Wesley, 1707-1788; altered by the Pastor).

ໂຄງຮ່າງບົດເທດສະໜາ

ຂໍໃຫ້ຂ້າພະເຈົ້າມີລິດແບບນີ້ແດ່

(ບົດເທດສະໜາຕອນທີ່ 2 ໃນຫົວຂໍ້ການຟື້ນຟູ)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ “ຂໍໃຫ້ຂ້າພະເຈົ້າມີລິດແບບນີ້ແດ່” (ກິດຈະການ 8:19)
(ກິດຈະການ 8:23, 24)

I. ໜື່ງ ນິໄສຫຼືບຸກຄະລິກຂອງຜູ້ເຊື່ອທົ່ວໄປໃນຍຸກສະໄໝຂອງພວກເຮົາແມ່ນພວກເພເລ
ກຽນແລະພວກນອສຕິກ ເອເຟໂຊ 2:5; 4:18; 2 ຕີໂມທຽວ 3:7; ກິດຈະການ
16:31; ໂຢຮັນ 3:18, 1 ຕີໂມທຽວ 4:1.

II. ສອງ ທ່ານຈະຕ້ອງຖືກຊ່ວຍໃຫ້ພົ້ນຈາກຫຼັກຄໍາສອນພະຍາມານສອງຢ່າງນີ້ຫຼືທ່ານ ຈະບໍ່ມີມື້ລອດເລີຍ! ເອເຟໂຊ 2:8,9; ກິດຈະການ 16:31;ເອເຟໂຊ 2:1; ກິດຈະການ 8:9.