Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຜີຊະນິດນີ້

(ບົດເທດສະໜາຕອນທີ່ 1 ໃນຫົວຂໍ້ການຟື້ນຟູ)
THIS KIND
(SERMON NUMBER 1 ON REVIVAL)
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 20/7/2014
A sermon preached at the Baptist Tabernacle of Los Angeles
Lord’s Day Evening, July 20, 2014

“ເມື່ອພຣະອົງສະເດັດເຂົ້າໃນເຮືອນແລ້ວ ພວກສາວົກຂອງພຣະອົງມາທູນຖາມພຣະອົງເປັນສ່ວນຕົວວ່າ "ເປັນຫຍັງພວກຂ້າພະອົງໄລ່ຜີນັ້ນອອກບໍ່ໄດ້" ພຣະອົງຕັດຕອບເຂົາວ່າ "ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ” (ມາລະໂກ 9:28-29)


ຄືນນີ້ຂ້າພະເຈົ້າກໍາລັງຈະເທດສະໜາເລື່ອງພະຍາມານແລະຊາຕານ,ໃນເລື່ອງທີ່ ດຣ. ເຈ.ໄອ.ແພັກເກີ ເອີ້ນວ່າ “ສະພາບການພັງທະລາຍລົງຂອງຄຣິສຕະຈັກສະໄໝປະຈຸ ບັນ” ແລະໃນເຫດຜົນທີ່ບໍ່ມີການຟື້ນຟູໃຫຍ່ຢູ່ໃນປະເທດອາເມລິການັບຕັ້ງແຕ່ປີ 1859, ຂ້າພະເຈົ້າຂໍເພີ່ງຄໍາເທດສະໜາຂອງດຣ.ມາຕິນລອຍ-ໂຈນ - ບົດເທດທີ່ເພີ່ນໄດ້ເທດໃນ ຫົວຂໍ້ນີ້ຢູ່ທີ່ເວສມິນສ໌ເຕີແຊັບໂພໃນລອນດອນປີ 1959, ຂ້າພະເຈົ້າຈະບໍ່ເອົາບົດເທດຂອງ ເພີ່ນເປັນຂໍ້ເປັນຂໍ້ໄປແລະຂ້າພະເຈົ້າໄດ້ເພີ່ມຕື່ມຄວາມຄິດບາງຢ່າງເຂົ້າໄປ, ແຕ່ຫົວເລື່ອງ ພື້ນຖານແລະໂຄ່ງຮ່າງກໍຍັງມາຈາກ “ເດິະດອກເຕີ”.

“ເມື່ອພຣະອົງສະເດັດເຂົ້າໃນເຮືອນແລ້ວ ພວກສາວົກຂອງພຣະອົງມາທູນຖາມພຣະອົງເປັນສ່ວນຕົວວ່າ ເປັນຫຍັງພວກຂ້າພະອົງໄລ່ຜີນັ້ນອອກບໍ່ໄດ້ ພຣະອົງຕັດຕອບເຂົາວ່າ ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍນອກຈາກ ໂດຍການອະທິຖານແລະການອົດອາຫານ” (ມາລະໂກ 9:28-29)

ຂ້າພະເຈົ້າຢາກໃຫ້ພວກທ່ານຄິດເຖິງກ່ຽວກັບຂໍ້ພຣະຄໍາພີສອງຂໍ້,ຂ້າພະເຈົ້າກໍາລັງຈະເອົາພຣະຄໍາພີພວກນີ້ມາປະຍຸກໃຊ້ເພື່ອຮ້ອງຂໍຄວາມຈໍາເປັນຕໍ່ພຣະເຈົ້າໃຫ້ສົ່ງການຟື້ນຟູມາໃນຄຣິສຕະຈັກທັງຫຼາຍທີ່“ພັງທະລາຍລົງ”ໃນປະເທດອາເມລິກາແລະໂລກຕາເວັນຕົກ

ຂ້າພະເຈົ້າຮູ້ດີວ່າຄໍາວ່າ“ຟື້ນຟູ” ໄດ້ປິດຜູ້ຄົນລົງໃນປະຈຸບັນນີ້, ພວກເຂົາບໍ່ຢາກໄດ້ ຍິນກ່ຽວກັບເລື່ອງນີ້, ແຕ່ເຫດຜົນທີ່ພວກເຂົາຮູ້ສຶກແບບນີ້ກໍຄືມາຈາກຊາຕານ, ນີ້ຄືຫົວຂໍ້ທີ່ ພະຍາມານບໍ່ຕ້ອງການໃຫ້ຜູ້ຄົນຄິດເຖິງມັນ, ດັ່ງນັ້ນຂ້າພະເຈົ້າຂໍອະທິຖານວ່າທ່ານຈະຟັງ ດ້ວຍຄວາມລະມັດລະວັງໃນຂະນະທີ່ຂ້າພະເຈົ້າເວົ້າເຖິງເລື່ອງວິກິດການທີ່ຈໍາເປັນນີ້ໃນ ຄຣິສຕະຈັກຂອງພວກເຮົາແລະໃນຄຣິສຕະຈັກທຸກໆແຫ່ງ.

ນີ້ຄືເລື່ອງທີ່ເຮົາທຸກຄົນຄວນມີຄວາມສົນໃຈຫຼາຍ, ຢ່າງໜ້ອຍພວກເຮົາກໍຮູ້ສຶກເປັນ ຫ່ວງກ່ຽວກັບສະພາບຂອງຄຣິສຕະຈັກທັງຫຼາຍໃນປະຈຸບັນ, ພວກເຮົາເປັນຄຣິສຕຽນທີ່ ອ່ອນແອຫຼາຍ, ຄວາມຈິງແລ້ວຖ້າທ່ານບໍ່ມີຄວາມສົນໃຈໃນການຟື້ນຟູທີ່ແທ້ຈິງ,ທ່ານກໍຄວນ ຕັ້ງຄໍາຖາມວ່າທ່ານຍັງເປັນຄຣິສຕຽນຢູ່ຫຼືບໍ! ຖ້າທ່ານບໍ່ມີຄວາມເປັນຫ່ວງຕໍ່ຄຣິສຕະຈັກຂອງ ພວກເຮົາແລະຂອງຄົນອື່ນ,ທ່ານກໍບໍ່ແມ່ນຄຣິສຕຽນທີ່ສັ່ນສະເທືອນສະເທືອນຢ່າງແນ່ນອນ! ຂ້າພະເຈົ້າຂໍ້ຢ້ຳອີກວ່າການຟື້ນຟູທີ່ແທ້ຈິງຄວນຈະເປັນບາງສິ່ງທີ່ພວກເຮົາໝົດທຸກຄົນໃຫ້ ຄວາມສົນໃຈຫຼາຍທີ່ສຸດ.

ດັ່ງນັ້ນຂໍໃຫ້ພວກເຮົາເລີ່ມຕົ້ນໂດຍການຄິດກ່ຽວກັບເຫດການນີ້ໃນມາລະໂກບົດທີ່ ເກົ້າ, ມັນເປັນເຫດການທີ່ສໍາຄັນຫຼາຍເພາະພຣະວິນຍານບໍລິສຸດມີຄວາມເປັນຫ່ວງອັນໃຫຍ່ ຫຼວງຈື່ງໃຫ້ເລື່ອງນີ້ແກ່ພວກເຮົາຢູ່ໃນໜັງສືຂ່າວປະເສີດສາມເຫຼັ້ມ,ໃນມັດທາຍ, ມາລະໂກ ແລະລູກາ, ທ້າວພຣຸດໂຮມຫາກໍອ່ານເລື່ອງຢູ່ໃນໜັງສືລູກາແລະຂ້າພະເຈົ້າກໍາລັງອ່ານພຣະ ຄໍາພີສອງຂໍ້ຈາກໜັງສືມາລະໂກ, ໃນສ່ວນທໍາອິດຂອງໜັງສືມາລະໂກບອກພວກເຮົາວ່າ ພຣະຄຣິດໄດ້ພາເປໂຕ, ຢາໂກໂບແລະໂຢຮັນຂື້ນໄປເທິງພູແຫ່ງການປ່ຽນຮູບກາຍບ່ອນທີ່ ພວກເຂົາໄດ້ເປັນພະຍານເຖິງເຫດການທີ່ໜ້າອັດສະຈັນ, ແຕ່ເມື່ອພວກເຂົາລົງມາຈາກພູ ພວກເຂົາກໍພົບກັບຝູງຊົນໃຫຍ່ທີ່ຢືນອ້ອມພວກສາວົກທີ່ເຫຼືອຢູ່ແລະຖົກຖຽງກັບພວກເຂົາ! ພວກສາວົກສາມຄົນທີ່ລົງມາກັບພຣະເຢຊູບໍ່ເຂົ້າໃຈວ່າແມ່ນຫຍັງເກີດຂື້ນ, ຈາກນັ້ນກໍມີຜູ້ ຊາຍຄົນໜື່ງຍ່າງອອກມາຈາກຝູງຊົນແລ້ວບອກພຣະເຢຊູວ່າລູກຊາຍຂອງລາວຖືກຜີສິງຊື່ງຜີໄດ້ເຮັດລູກຊາຍນັ້ນນໍ້າລາຍອອກແລະກັດແຂ້ວຂອງຕົນເອງ, ຈາກນັ້ນຊາຍຄົນນັ້ນກໍເວົ້າ ວ່າ“ຂ້າພະອົງໄດ້ພາລາວມາຫາພວກສາວົກຂອງພຣະອົງ[ເພື່ອໄລ່ຜີອອກ]ແລະພວກເຂົາບໍ່ສາມາດເຮັດໄດ້”(ມາລະໂກ 9:18), ພວກເຂົາໄດ້ພະຍາຍາມໄລ່ຜີອອກແຕ່ກໍລົ້ມເຫຼວ.

ພຣະເຢຊູຈື່ງຖາມຜູ້ຊາຍຄົນນັ້ນໜ້ອຍໜື່ງ,ແລ້ວພຣະອົງກໍໄລ່ຜີອອກຈາກເດັກນ້ອຍຢ່າງໄວວາ,ຜູ້ຊື່ງຖືກປົວໃຫ້ດີໃນທັນທີທັນໃດນັ້ນ,ຈາກນັ້ນພຣະຄຣິດກໍເຂົ້າໄປໃນບ້ານແລະ ພວກສາວົກກໍໄປກັບພຣະອົງ,ເມື່ອພວກເຂົາມາຮອດເຮືອນແລ້ວພວກສາວົກກໍຖາມພຣະອົງວ່າ “ເປັນຫຍັງພວກເຮົາຈື່ງໄລ່ຜີນັ້ນອອກໄປບໍ່ໄດ້”(ມາລະໂກ 9:28),ພວກເຂົາພາກັນພະ ຍາຍາມຢ່າງໜັກ,ພວກເຂົາເຄີຍເຮັດສໍາເລັດຫຼາຍເທື່ອແລ້ວກ່ອນໜ້ານີ້,ແຕ່ຕອນນີ້ພວກເຂົາ ພັດລົ້ມເຫຼວຢ່າງສິ້ນເຊີງ,ພຣະຄຣິດຕັດແບບງ່າຍໆວ່າ “ຈົ່ງອອກມາຈາກລາວຊະ”ແລະເດັກ ກໍດີເປັນປົກກະຕິ,ພວກເຂົາຈື່ງຖາມວ່າ “ເປັນຫຍັງພວກຂ້າພະອົງຈື່ງໄລ່ຜີນັ້ນອອກບໍ່ໄດ້” ພຣະຄຣິດຊົງຕອບວ່າ “ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ” (ມາລະໂກ 9:29)

ຕອນນີ້ຂ້າພະເຈົ້າກໍາລັງຈະໃຊ້ເຫດການນີ້ເພື່ອສະແດງໃຫ້ເຫັນເຖິງບັນຫາໃນຄຣິສຕະຈັກຫຼາຍແຫ່ງຂອງເຮົາໃນປະຈຸບັນນີ້,ເດັກນ້ອຍຄົນນີ້ເປັນໂຕແທນຂອງຄົນໜຸ່ມໃນໂລກ ສະໄໝໃໝ່,ພວກສາວົກເປັນໂຕແທນຂອງຄຣິສຕະຈັກຫຼາຍແຫ່ງໃນປະຈຸບັນນີ້,ເຫັນໄດ້ງ່າຍບໍ່ວ່າຄຣິສຕະຈັກຫຼາຍແຫ່ງລົ້ມເຫຼວໃນການຊ່ວຍຄົນໜຸ່ມສາວ?ຈອຊເບີນາ ບອກພວກເຮົາ ວ່າພວກເຮົາສູນເສຍຄົນໜຸ່ມຂອງພວກເຮົາກວ່າ 88% ທີ່ເຕີບໃຫຍ່ມາໃນຄຣິສຕະຈັກ, ແລະພວກເຮົານໍາວິນຍານຄົນໜຸ່ມສາວໄດ້ພຽງແຕ່ໜ້ອຍດຽວ,ຈໍານວນໜ້ອຍຫຼາຍອອກຈາກໂລກ,ຄຣິສຕະຈັກຫຼາຍແຫ່ງແຫ່ວແຫ້ງແລະລົ້ມລົງຢ່າງໄວວາ,ຄຣິສຕະຈັກແບັບຕິດໃຕ້ຕອນນີ້ກໍາລັງສູນເສຍຄຣິສຕະຈັກປະມານ 1,000 ແຫ່ງທຸກໆປີ! ອັນນັ້ນຄືຄ່າສະເລ່ຍຂອງເຂົາ ເອງ! ແລະຄຣິສຕະຈັກແບັບຕິດອິດສະຫຼະຫຼາຍແຫ່ງຂອງພວກເຮົາກໍບໍ່ໄດ້ດີໄປກວ່ານີ້, ທຸກຄົນທີ່ເບິ່ງຄ່າສະເລ່ຍກໍສາມາດເຫັນໄດ້ເລີຍວ່າຄຣິສຕະຈັກຫຼາຍແຫ່ງຂອງພວກເຮົາບໍ່ ຮອດເຄີ່ງໜື່ງທີ່ເຂັ້ມແຂງດັ່ງທີ່ເຄີຍເປັນມາເມື່ອໜື່ງຮ້ອຍປີກ່ອນ, ນັ້ນແລະເປັນເຫດຜົນທີ່ວ່າ ເປັນຫຍັງດຣ.ເຈ.ໄອ.ແພັກເກີຈື່ງເວົ້າເຖິງເລື່ອງ“ສະພາບການພັງທະລາຍລົງຂອງຄຣິສຕະ ຈັກສະໄໝປະຈຸບັນນີ້”

ຄຣິສຕະຈັກຫຼາຍແຫ່ງຂອງພວກເຮົາກໍຄືກັບພວກສາວົກກໍາລັງເຮັດເທົ່າທີ່ເຮັດໄດ້, ແລະພວກເຂົາກໍຍັງລົ້ມເຫຼວຢູ່,ພວກເຂົາລົ້ມເຫຼວບໍ່ເປັນທ່າຄືກັບພວກສາວົກເຮັດເມື່ອພວກ ເຂົາພະຍາຍາມທີ່ຈະຊ່ວຍເດັກນ້ອຍນັ້ນ,ຄໍາຖາມທີ່ພວກເຮົາຄວນຈະຖາມກໍຄືວ່າ“ເປັນຫຍັງ ພວກເຮົາຈື່ງໄລ່ຜີນັ້ນອອກໄປບໍ່ໄດ້?” ແມ່ນຫຍັງເປັນສາເຫດຂອງຄວາມລົ້ມເຫຼວນີ້?

ໃນມາລະໂກບົດທີ່ເກົ້ານີ້, ມັນເບິ່ງຄືວ່າພຣະຄຣິດກໍາລັງແກ້ໄຂກັບຄໍາຖາມນີ້ຢູ່, ແລະຄໍາຕອບທີ່ພຣະອົງໃຫ້ມີຄວາມສໍາຄັນຫຼາຍໃນປະຈຸບັນນີ້ຄືກັບໃນສະໄໝນັ້ນ.

“ພວກສາວົກຂອງພຣະອົງມາທູນຖາມພຣະອົງເປັນສ່ວນຕົວວ່າ ເປັນຫຍັງພວກຂ້າພະອົງໄລ່ຜີນັ້ນອອກບໍ່ໄດ້ ພຣະອົງຕັດຕອບເຂົາວ່າ ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ ເລີຍນອກຈາກໂດຍການອະທິຖານແລະການອົດອາຫານ” (ມາລະໂກ 9:28-29)

ຂໍ້ພຣະຄໍາພີຂໍ້ນີ້ສາມາດແບ່ງອອກເປັນສາມຈຸດງ່າຍໆໄດ້.

I. ໜື່ງ ຈຸດທໍາອິດກໍຄື “ຜີຊະນິດນີ້”

ເປັນຫຍັງພວກເຮົາຈື່ງໄລ່ມັນອອກບໍ່ໄດ້?ພຣະຄຣິດຕັດວ່າ “ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍນອກຈາກໂດຍການອະທິຖານແລະການອົດອາຫານ”, ພຣະອົງບອກພວກ ເຂົາວ່າມັນມີຄວາມແຕກຕ່າງກັນລະຫວ່າງກໍລະນີໜື່ງແລະກໍລະນີອື່ນໆ, ໃນອະດີດພຣະ ຄຣິດເຄີຍສົ່ງພວກເຂົາອອກໄປປະກາດແລະໄລ່ຜີອອກ - ແລະພວກເຂົາກໍໄດ້ອອກໄປປະ ກາດແລະໄລ່ຜີອອກຫຼາຍໂຕ,ພວກເຂົາໄດ້ກັບມາດ້ວຍຄວາມຊື່ນຊົມຍິນດີ,ພວກເຂົາກ່າວວ່າ ແມ່ນແຕ່ຜີຫຼາຍໂຕກໍເຊື່ອຟັງພວກເຂົາ.

ດັ່ງນັ້ນເມື່ອຜູ້ຊາຍຄົນນີ້ພາລູກຊາຍຂອງຕົນມາຫາພວກເຂົາພວກເຂົາກໍແນ່ໃຈວ່າ ພວກຕົນສາມາດຊ່ວຍລາວໄດ້ໂດຍການເຮັດແບບດຽວກັນກັບທີ່ພວກເຂົາເຄີຍເຮັດເມື່ອ ກ່ອນ,ແຕ່ຕອນນີ້ພວກເຂົາພັດລົ້ມເຫຼວຢ່າງສິ້ນເຊີງ,ເຖິງແມ່ນວ່າພວກເຂົາຈະພະຍາຍາມສໍ່າໃດເດັກນ້ອຍນັ້ນກໍບໍ່ໄດ້ຮັບການຊ່ວຍເຫຼືອໃດໆ, ແລະພວກເຂົາກໍແປກໃຈວ່າມັນເປັນຫຍັງ, ຫຼັງຈາກນັ້ນພຣະຄຣິດກໍເວົ້າເຖິງ“ຜີຊະນິດນີ້”, ມີຄວາມແຕກຕ່າງກັນລະຫວ່າງ“ຜີຊະນິດນີ້” ແລະຜີຊະນິດທີ່ທ່ານເຄີຍຈັດການກັບມັນໃນເມື່ອກ່ອນນັ້ນ.

ໃນຫົນທາງໜື່ງ,ບັນຫາມັກຈະເປັນຄືເກົ່າສະເໝີ,ວຽກຂອງຄຣິສຕະຈັກກໍຄືເພື່ອຊ່ວຍຄົນໜຸ່ມສາວອອກຈາກອໍານາດຂອງຊາຕານແລະສະມຸນຂອງມັນ “ເພື່ອຫັນຈາກຄວາມມືດ ໄປສູ່ຄວາມສະຫວ່າງແລະຈາກອໍານາດຂອງຊາຕານໄປສູ່ພຣະເຈົ້າ”(ກິດຈະການ 26:18), ມັນຄືເກົ່າໃນທຸກຍຸກສະໄໝແລະໃນທຸກວັດທະນາທໍາສະເໝີມາ, ຄຣິສຕະຈັກຫຼາຍແຫ່ງຈໍາ ເປັນເປັນຕ້ອງຈັດການກັບຊາຕານແລະພວກສະມຸນຕະຫຼອດ,ແຕ່ມີຄວາມແຕກຕ່າງກັນລະຫວ່າງພວກພະຍາມານ,ພວກມັນທຸກໂຕບໍ່ຄືກັນ,ອັກຄະສາວົກເປົາໂລໄດ້ກ່າວໄວ້ວ່າ “ພວກ ເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງແລະເລືອດແຕ່ຕໍ່ສູ້ກັບເທບຜູ້ຄອງ, ສັກດິເທບ, ຜູ້ຄອງພິພົບໃນໂມ ຫະຄວາມມືດແຫ່ງໂລກນີ້ ຕໍ່ສູ້ກັບພວກວິນຍານທີ່ຊົ່ວໃນສະຖານຟ້າອາກາດ” (ເອເຟໂຊ 6:12), ລາວບອກພວກເຮົາວ່າພວກພະຍາມານມີຫຼາຍລະດັບທີ່ແຕກຕ່າງກັນ, ແລະຜູ້ນໍາ ຂອງມັນຄືຊາຕານເອງ “ເຈົ້າຊາຍແຫ່ງອໍານາດໃນອາກາດ ວິນຍານທີ່ຄອບຄອງທີ່ເຮັດ ວຽກຢູ່ໃນພວກລູກແຫ່ງການບໍ່ເຊື່ອຟັງ”(ເອເຟໂຊ 2:2), ຊາຕານຢູ່ທີ່ນີ້ໃນລິດອໍານາດຂອງ ມັນທັງໝົດ, ແຕ່ກໍມີພວກສະມຸນທີ່ຕໍ່າກວ່າຢູ່ໃຕ້ການຄວບຄຸມຂອງມັນ, ພວກສາວົກສາ ມາດຂັບໄລ່ຜີທີ່ອ່ອນແອຢ່າງງ່າຍດາຍ,ແຕ່ຕອນນີ້ມີຜີທີ່ມີອໍານາດໃຫຍ່ກວ່າເກົ່າ,“ຜີຊະນິດ ນີ້” ມີຄວາມແຕກຕ່າງ,ສະນັ້ນຈື່ງມີບັນຫາໃຫຍ່ກວ່າເກົ່າ,ສິ່ງທໍາອິດທີ່ພວກເຮົາຄວນຈະຄົ້ນ ຫາກໍຄືແມ່ນຫຍັງຄື“ຜີຊະນິດນີ້”ທີ່ພວກເຮົາຈະຕ້ອງຈັດການກັບມັນໃນປະຈຸບັນນີ້.

ໃນຂະນະທີ່ພວກເຮົາແນມເບິ່ງປະໂຫຍກ“ຜີຊະນິດນີ້”ຂ້າພະເຈົ້າກໍແປກໃຈຖ້າຫາກວ່າສິດຍາພິບານຫຼາຍຄົນໃນປະຈຸບນີ້ເຂົ້າໃຈວ່າສົງຄາມທີ່ພວກເຮົາຕໍ່ສູ້ໃນຂະນະນີ້ຄືສົງ ຄາມຝ່າຍວິນຍານ, ຂ້າພະເຈົ້າແນ່ໃຈວ່າສິດຍາພິບານຫຼາຍຄົນບໍ່ເຄີຍຄິດວ່າວຽກຂອງເຂົາ ເຈົ້າຄືການຕໍ່ສູ້ກັບຊາຕານແລະພວກວິນຍານຕ່າງໆ, ພວກໂຮງຮຽນສາສະໜາສາດແລະ ແມ່ນແຕ່ວິທະຍາໄລພຣະຄໍາພີຫຼາຍແຫ່ງເນັ້ນໜັກໃນວິທີຕ່າງໆຂອງມະນຸດແຕ່ພວກເຂົາບໍ່ ໄດ້ສອນພວກນັກເທດວ່າບັນຫາຫຼັກໆຂອງພວກເຂົາວາງລົງຢູ່ໃນຂອບເຂດຂອງຝ່າຍວິນ ຍານ.

ດັ່ງນັ້ນພວກເຂົາຈື່ງສືບຕໍ່ໃຊ້ວິທີເດີມໆທີ່ເຄີຍປະສົບຜົນສໍາເລັດມາແລ້ວໃນອະດີດ,ພວກເຂົາບໍ່ເຂົ້າໃຈວ່າວິທີເກົ່າເຫຼົ່ານັ້ນບໍ່ສາມາດຈັດການກັບ “ຜີຊະນິດນີ້” ໃນປະຈຸບັນໄດ້, ທຸກຄົນຮູ້ດີວ່າມີຄວາມຈໍາເປັນ,ແຕ່ຄໍາຖາມກໍຄືວ່າ - ແມ່ນຫຍັງຄືຄວາມຈໍາເປັນທີ່ແທ້ຈິງ? ຈົນກວ່າພວກເຮົາຮູ້ຈັກຄວາມຈໍາເປັນໃນປະຈຸບັນນີ້ແທ້ໆແລ້ວ,ພວກເຮົາຈະເປັນຄົນບໍ່ປະສົບ ຜົນສໍາເລັດຄືກັບພວກສາວົກບໍ່ປະສົບຄວາມສໍາເລັດກັບເດັກນ້ອນຄົນນັ້ນ.

II. ຈຸດທີ່ສອງກໍຄືວິທີຊື່ງລົ້ມເຫຼວ.

ຂ້າພະເຈົ້າເຫັນຄຣິສຕະຈັກຫຼາຍແຫ່ງຂອງເຮົາເຮັດສີ່ງທີ່ມີປະໂຍດຫຼາຍໃນອະດີດ,ແຕ່ບໍ່ມີຜົນກະທົບຕໍ່“ຜີຊະນິດນີ້”ອີກຕໍ່ໄປ, ແລະເພາະພວກເຮົາເຊື່ອຖືວິທີເກົ່າໆພວກເຮົາຈື່ງ ສູນເສຍຄົນໜຸ່ມຂອງເຮົາໄປເກືອບໝົດ,ແລະພວກເຮົາກໍນໍາວິນຍານຄົນໜຸ່ມຈາກໂລກຍາກຫຼາຍຂື້ນ,ເພື່ອຫຼີກລ້ຽງຄວາມສ່ຽງຂອງການເຂົ້າໃຈຜິດ, ຂ້າພະເຈົ້າຈະຂໍເອົາບົດຮຽນວັນອາ ທິດໃສ່ໃນຊັ້ນວາງນັ້ນ, ມັນເປັນບົດຮຽນທີ່ມີປະສິບທິພາບໃນໜື່ງຮ້ອຍຊາວຫ້າປີທີ່ຜ່ານມາ, ແຕ່ຂ້າພະເຈົ້າຄິດວ່າມັນມີຄຸນຄ່າໜ້ອຍໃນປະຈຸບັນນີ້, ຂ້າພະເຈົ້າຈະຂໍເວົ້າເລື່ອງດຽວກັນ ກ່ຽວກັບໃບປິວເລື່ອງຄວາມລອດ, ຄວາມຈິງແລ້ວໃນເມື່ອກ່ອນຜູ້ຄົນເຄີຍອ່ານແລະມາໂບດ ແຕ່ຂ້າພະເຈົ້າຂໍຖາມສິດຍາພິບານແບບງ່າຍໆວ່າ“ພວກທ່ານມີຄົນໜຸ່ມຈັກຄົນທີ່ເຂົ້າມາໃນ ໂບດຂອງທ່ານແລະຮັບເຊື່ອໂດຍການອ່ານໃບປິວ?”ຂ້າພະເຈົ້າຄິດວ່າມັນຊັດເຈນຫຼາຍທີ່“ຜີຊະນິດນີ້”ໃນສະໄໝຂອງພວກເຮົາບໍ່ໄດ້ຕອບສະໜອງດີປານໃດຕໍ່ວິທີທີ່ເຄີຍໃຊ້ໃນອະດີດ, ມັນບໍ່ໄດ້ຊ່ວຍພວກເຮົາໃຫ້ນໍາຄົນໜຸ່ມມາໂບດເລີຍຕອນນີ້ຊື່ງພວກເຮົາກໍາລັງຈັດການກັບ “ຜີຊະນິດນີ້”.

ມີວິທີຕ່າງໆທີ່ໃຊ້ບໍ່ໄດ້ໃນປະຈຸບັນນີ້,ເມື່ອພວກເຂົານໍາໃຊ້ຕໍ່“ຜີຊະນິດນີ້”,ອີກແງ່ມຸມໜື່ງພຣະຄຣິດກໍາລັງຕັດໃນທາງທີ່ມີຜົນວ່າ“ພວກທ່ານລົ້ມເຫຼວໃນຈຸດນີ້ເພາະລິດອໍານາດທີ່ ທ່ານມີຢູ່ຊື່ງພຽງພໍສໍາຫຼັບເລື່ອງອື່ນແຕ່ບໍ່ມີຄຸນຄ່າໃນເລື່ອງນີ້,ມັນເຮັດໃຫ້ເຈົ້າບໍ່ມີອໍານາດທີ່ ຈະຊ່ວຍເດັກນ້ອຍທີ່ຢູ່ໃຕ້ອໍານາດຂອງ“ຜີຊະນິດນີ້”ໄດ້.

ຂ້າພະເຈົ້າຮູ້ດີວ່າມີສິດຍາພິບານຫຼາຍຄົນທີ່ເຂົ້າໃຈວ່າມີຫຼາຍສິ່ງທີ່ພວກເຮົາເຮັດໃນອະດີດແຕ່ໃຊ້ບໍ່ໄດ້ໃນປະຈຸບນີ້, ແຕ່ເພາະພວກເຂົາຖືກອົບຮົ່ມມາໃຫ້ຄິດກ່ຽວກັບວິທີການ ຫຼາຍກວ່າ“ກົນອຸບາຍ”ຂອຊາຕານ(2 ໂກລິນໂທ 2:11)- ພວກເຂົາປັບຕົວເຂົ້າໃສ່ຢ່າງຄຶກ ຄື້ນຕໍ່ວິທີໃຫມ່ຊື່ງບໍ່ໄດ້ດີກວ່າວິທີເກົ່າ - ນັ້ນແລະຖ້າພວກເຮົາຫາກພະຍາຍາມທີ່ຈະນໍາຄົນ ໜຸ່ມມາເປັນສະມາຊິກທີ່ເຂັ້ມແຂງຂອງຄຣິສຕະຈັກ, ຍົກຕົວຢ່າງພວກເຮົາມີຜູ້ຊາຍບາງຄົນ ທີ່ບອກພວກເຮົາວ່າຄໍາຕອບກໍຄືເພື່ອ“ພິສູດ”ໃຫ້ຄົນໜຸ່ມສາວເຫັນວ່າເລື່ອງລາວການຊົງສ້າງໃນໜັງສືປະຖົມມະການເປັນເລື່ອງຈິງແລະວິວັດທະນາການຄືເລື່ອງຫລອກລວງ,ພວກເຂົາຄິດວ່າຄົນໜຸ່ມສາວຈະກັບໃຈໃຫມ່ແລະຈະມີຫຼາຍຄົນອອກມາຈາກໂລກ, ຖ້າພວກເຮົາສາ ມາດພິສູດວ່າວິວັດທະນາການບໍ່ຈິງແລະເອົາຄໍາຕອບໃນປະຖົມມະການໃຫ້ພວກເຂົາ,ພວກ ເຂົາຄິດວ່າໂດຍວິທີນີ້ພວກເຂົາສາມາດຈັດການກັບສະຖານະການປະຈຸບັນນີ້ໄດ້.

ດຣ.ລອຍ-ໂຈນໄດ້ກ່າວວ່າ “ມັນຄືຫົນທາງດຽວກັນໃນຊ່ວງຕົ້ນໆຂອງສະຕະວັດທີ່ ສິບແປດ,ເມື່ອຜູ້ຄົນປັກຄວາມເຊື່ອຂອງພວກເຂົາຢູ່ເທິງ[ ການຂໍໂທດ],ສິ່ງເຫຼົ່ານີ້ທີ່ພວກເຂົາ ສອນພວກເຮົາຄືສິ່ງທີ່ກໍາລັງຈະສະແດງໃຫ້ເຫັນຄວາມຈິງຂອງຊາວຄຣິສຕຽນ,ແຕ່ພວກເຂົາບໍ່ໄດ້ເຮັດແບບນັ້ນ, “ຜີຊະນິດນີ້” ບໍ່ສາມາດໄລ່ອອກໂດຍວິທີ່ນັ້ນໄດ້.

ອີກວິທີໜື່ງຊື່ງລົ້ມເຫຼວຄືການໃຊ້ການແປສະໄໝໃໝ່,ພວກເຮົາຖືກບອກວ່າຄົນໜຸ່ມສາວບໍ່ເຂົ້າໃຈພຣະຄໍາພີສະບັບຄິງເຈມສ໌,ສິ່ງທີ່ພວກເຮົາຕ້ອງການກໍຄືພຣະຄໍາພີໃນພາສາ ທັນສະໄໝ, ຈາກນັ້ນພວກໄວລຸ້ນກໍຈະອ່ານມັນ,ຫຼັງຈາກນັ້ນພວກເຂົາຈະເວົ້າວ່າ “ນີ້ຄືຊາວ ຄຣິສຕຽນ”-ແລະພວກເຂົາຈະເຂົ້າມາໃນຄຣິສຕະຈັກທັງຫຼາຍຂອງພວກເຮົາໃນການຂັບລົດ, ແຕ່ມັນກໍບໍ່ເກີດຂື້ນ,ຄວາມຈິງແລ້ວສິ່ງທີ່ກົງກັນຂ້າມໄດ້ເກີດຂື້ນ, ຂ້າພະເຈົ້າໄດ້ເຮັດວຽກກັບ ຄົນໜຸ່ມສາວແບບພິເສດມາ 55 ປີມາແລ້ວ,ຂ້າພະເຈົ້າຮູ້ຈັກຄວາມຈິງວ່າການແປສະໄໝ ໃໝ່ບໍ່ໄດ້ດຶງດູດພວກໄວລຸ້ນອີກຕໍ່ໄປ, ຄວາມຈິງແລ້ວຂ້າພະເຈົ້າໄດ້ຍິນພວກເຂົາຫຼາຍຄົນ ເວົ້າວ່າ“ຟັງເບີ່ງຄືບໍ່ຄ່ອຍຖືກ, ມັນຟັງເບິ່ງບໍ່ຄືພຣະຄໍາພີເລີຍ”

ຂ້າພະເຈົ້າບໍ່ເຄີຍເທດສະໜາໃນພາສາທີ່ແປໃໝ່ແລະຈະບໍ່ເຮັດຈັກເທື່ອ, ແລະພວກ ເຮົາກໍເຫັນພວກຄົນໜຸ່ມສາວກັບໃຈໃຫມ່ທຸກເທື່ອທັງທີ່ຢູ່ໃນຄຣິສຕະຈັກຂອງເຮົາ ແລະຈາກ ໂລກຂ້າງນອກເຊັ່ນດຽວກັນ,ແລ້ວພວກແປໃຫມ່ຈະມີຄຸນຄ່າຫຍັງລະ,ພວກເຂົາບໍ່ໄດ້ແກ້ບັນຫານີ້,ພວກເຂົາບໍ່ໄດ້ຈັດການກັບ “ຜີຊະນິດນີ້”

ແມ່ນຫຍັງອີກຄືສິ່ງທີ່ພວກເຂົາກໍາລັງພະຍາຍາມ? ບັນຫາໃຫຍ່ກໍຄືດົນຕີ! “ພວກ ເຮົາໄດ້ເອົາດົນຕີທີ່ຖືກຕ້ອງມາແລະຈາກນັ້ນພວກເຂົາກໍຈະເຂົ້າມາແລະເປັນຄຣິສຕຽນ” ມັນ ຄ່ອນຂ້າງໜ້າເສົ້າ,ຂ້າພະເຈົ້າຈໍາເປັນຕ້ອງອອກຄວາມຄິດເຫັນແທ້ບໍ? ມີພວກແບັບຕິດໃຕ້ ພວກໜື່ງທີ່ພາກັນເຊົາບ່ອນປະຊຸມຢູ່ໃນເມືອງລອສແອງເຈີລິສ, ສິດຍາພິບານໃສ່ເສື້ອຍືດ ແລ້ວນັ່ງລົງເທິງຕັ່ງວາງຕີນ,ກ່ອນທີ່ລາວຈະຂື້ນກ່າວກໍມີການບັນເລງດົນຕີຣັອກປະມານຊົ່ວໂມງໜື່ງ,ຜູ້ຊາຍຂອງເຮົາຄົນໜື່ງໄປຈອບເບິ່ງ,ລາວຕົກໃຈຫຼາຍ, ລາວບອກວ່າການນະມັດ ສະການຂອງເຂົາມັນມືດແລະເປັນຕາເວດທະນາ,ບໍ່ແມ່ນຝ່າຍຈິດວິນຍານອີກຕໍ່ໄປ,ລາວເວົ້າວ່າຜູ້ຄົນເຫຼົ່ານັ້ນບໍ່ໄດ້ຊະນະວິນຍານ ແລະລາວບໍ່ສາມາດຈິນຕະນາການທີ່ພວກເຂົາອະທິ ຖານເປັນຊົ່ວໂມງຄືກັບຄົນໜຸ່ມຂອງພວກເຮົາພາກັນເຮັດທຸກອາທິດ, ເປັນຊົ່ວໂມງບໍ່ມີຫຍັງ ນອກຈາກອະທິຖານ?ລືມມັນໄປຊະ! ດັ່ງນັ້ນດົນຕີຣັອກຈື່ງລົ້ມເຫຼວທີ່ຈະໄລ່ “ຜີຊະນິດນີ້” ອອກໄປເຊັ່ນກັນ.

III. ຈຸດທີ່ສາມກໍຄືວ່າພວກເຮົາຕ້ອງການບາງຢ່າງທີ່ສາມາດລົງໄປໃຕ້ອໍານາດທີ່ຊົ່ວຮ້າຍ ນັ້ນແລະທໍາລາຍມັນ,ແລະມີພຽງສິ່ງດຽວທີ່ສາມາດເຮັດແບບນັ້ນໄດ້ແລະນັ້ນຄືລິດອໍານາດຂອງພຣະເຈົ້າ!

ດຣ.ລອຍ-ໂຈນໄດ້ກ່າວວ່າ “ສະນັ້ນພວກເຮົາຕ້ອງເຂົ້າໃຈວ່າຜີຊະນິດມັນໃຫຍ່ປານ ໃດ,ລິດອໍານາດຂອງພຣະເຈົ້າແມ່ນຍິ່ງໃຫຍ່ກວ່າຢ່າງບໍ່ມີບ່ອນສິ້ນສຸດ, ສິ່ງທີ່ພວກເຮົາຕ້ອງ ການບໍ່ແມ່ນມີຄວາມຮູ້ຫຼາຍຂື້ນ,ຄວາມເຂົ້າໃຈຫຼາຍຂື້ນ,ຄໍາຂໍໂທດຫຼາຍຂື້ນ, [ການແປໃໝ່ຫຼື ດົນຕີຣັອກ]-ບໍເລີຍ, ພວກເຮົາຕ້ອງການລິດອໍານາດທີ່ສາມາດເຂົ້າໄປໃນໃຈຂອງມະນຸດ, ທຸບເຂົາ,ຕີໃຫ້ມຸ່ນ, ເຮັດໃຫ້ເຂົາຖ່ອມໃຈລົງແລະຫຼັງຈາກນັ້ນສ້າງເຂົາໃຫ້ເປັນຄົນໃຫມ່, ນັ້ນ ແລະຄືລິດອໍານາດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່” ຊື່ງໄດ້ພາເຮົາກັບໄປຫາຂໍ້ພຣະຄໍາພີອີກ.

“ເປັນຫຍັງພວກຂ້າພະອົງໄລ່ຜີນັ້ນອອກບໍ່ໄດ້ ພຣະອົງຕັດຕອບເຂົາວ່າ "ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ” (ມາລະໂກ 9:28-29)

ອະທິຖານແລະອົດອາຫານ, ບໍ່ມີອັນໃດອີກທີ່ສາມາດຊ່ວຍຄຣິສຕະຈັກທັງຫຼາຍຊະ ນະການໂຈມຕີຂອງຊາຕານຂອງ“ຜີຊະນິດນີ້ໄດ້, ຄຣິສຕະຈັກຫຼາຍແຫ່ງບໍ່ປະກາດກັບຄົນ ໜຸ່ມສາວໃນປະຈຸບັນນີ້, ພວກເຮົາສາມາດເຮັດຫຍັງໄດ້ແດ່?ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ”

“ພວກນັກສຶກສາພຣະຄໍາພີ”ແບບໂລກທີ່ສະຫຼາດບາງຄົນຈະເວົ້າວ່າ “ຕົ້ນສະບັບເອ ກະສານທີ່ຂຽນດ້ວຍມືທີ່ດີທີ່ສຸດບໍ່ເວົ້າວ່າ ແລະອົດອາຫານ” ແຕ່ແມ່ນຫຍັງຄືສິ່ງທີ່ພວກ“ນັກ ສຶກສາ”ຮູ້ຈັກກ່ຽວກັບພະຍາມານ? ແມ່ນຫຍັງຄືສິ່ງທີ່ເຂົາຮູ້ກ່ຽວກັບຄົນນອກສາສະໜາທີ່ ກັບໃຈໃຫມ່ຈາກຖະໜົນແລະວິທະຍາໄລຂອງເມືອງຂອງພວກເຮົາ? ເຂົາຮູ້ຫຍັງແດ່ກ່ຽວ ກັບການຟື້ນຟູ - ການຟື້ນຟູຄືກັບທີ່ພວກເຂົາກໍາລັງປະເຊີນຢູ່ໃນຕອນນີ້ທີ່ປະເທດຈີນ? ເຂົາບໍ່ຮູ້ຈັກຢ່າງເລີຍກ່ຽວກັບເລື່ອງພວກນັ້ນ, ຂ້າພະເຈົ້າເຄີຍເຫັນເປັນພະຍານດ້ວຍຕາ ສາມເທື່ອທີ່ການຟື້ນຟູທຸບທໍາລາຍຄວາມບາບໃຫ້ແຕກໃນຊີວິດຂອງຂ້າພະເຈົ້າ,ຂ້າພະເຈົ້າ ຕື່ນຕັນໃຈທີ່ຈະຄິດວ່າຂ້າພະເຈົ້າໄດ້ຮັບສິດທິພິເສດເທດສະໜາທັງສາມການຟື້ນຟູນັ້ນມັນ ບໍ່ແມ່ນການປະຊຸມພວກນັກປະກາດຂ່າວປະເສີດ, ມັນຄືຊ່ວງເວລາເມື່ອລິດອໍານາດຂອງ ພຣະເຈົ້າເຂົ້າມາໃນໃຈຂອງມະນຸດແລະທຸບເຂົາ,ທຸບເຂົາໃຫ້ມຸ່ນ,ຖ່ອມໃຈເຂົາແລະເຮັດໃຫ້ ເຂົາເປັນຄົນທີ່ຖືກສ້າງໃໝ່ໃນພຣະເຢຊູຄຣິດ.

ດັ່ງນັ້ນພວກເຮົາຈະບໍ່ເຮັດຕາມນັກຄົ້ນຄວ້າພຣະຄໍາພີຈາກພວກຄັດລອກພຣະຄໍາພີທີ່ເປັນຄົນບໍ່ເຊື່ອຊື່ງໄດ້ເອົາຄໍາວ່າ“ອົດອາຫານ”ອອກໄປ”, ພວກເຮົາຮູ້ດີວ່າພຣະຄຣິດຕັດ ວ່າ “ແລະອົດອາຫານ” ພວກເຮົາຮູ້ໄດ້ແນວໃດ? ພວກເຮົາຮູ້ໄດ້ເພາະສອງເຫດຜົນ, ໜື່ງ ພວກສາວົກໄດ້ອະທິຖານຢ່າງຊັດເຈນໃນຕອນທີ່ພວກເຂົາໄລ່ຜີອອກຕອນຊ່ວງແລກໆ, ດັງ ນັ້ນບາງຢ່າງຈະຕ້ອງໄດ້ຕື່ມເຂົ້າໄປ,ບາງສິ່ງອື່ນອີກທີ່ຈໍາເປັນຕ້ອງອົດອາຫານ! ການອະທິ ຖານຢ່າງດຽວບໍ່ພຽງພໍ,ພວກເຮົາຍັງຮູ້ດີໂດຍຜ່ານທາງປະສົບການ, ເພາະພວກເຮົາເຄີຍອົດ ອາຫານແລະພວກເຮົາເຄີຍເຫັນດ້ວຍຕາຂອງພວກເຮົາເອງວ່າພຣະເຈົ້າສາມາດເຮັດຫຍັງ ແດ່ເມື່ອພວກເຮົາທຸ່ມເທໃຈຂອງພວກເຮົາລົງໃນການອະທິຖານແລະອົດອາຫານ.

ຕອນນີ້ຂ້າພະເຈົ້າຈະຂໍປິດພ້ອມຄໍາອ້າງອີງໜື່ງຈາກດຣ.ມາຕິນລອຍ-ໂຈນ,ຜູ້ທີ່ເປັນ ນັກເທດ, ຜູ້ມີຄວາມເຂົ້າໃຈທີ່ແຈ່ມແຈ້ງແລະເລິກເຊິງ !ຂ້າພະເຈົ້າຂອບຄຸນພຣະເຈົ້າເພາະ ເພີ່ນ, ໃນອີກບ່ອນໜື່ງເພີ່ນໄດ້ກ່າວວ່າ:

ຂ້າພະເຈົ້າສົງໄສວ່າມັນເຄີຍປາກົດແກ່ພວກເຮົາຫຼືບໍວ່າພວກເຮົາຄວນຈະ ພິຈາລະນາຄໍາຖາມເລື່ອງການອົດອາຫານ?ຄວາມຈິງກໍຄື ມັນບໍ່ແມ່ນບໍທີ່ ວ່າເລື່ອງທັງໝົດນີ້ເບິ່ງຄືວ່າໄດ້ວາງລົງເທິງຊີວິດຂອງພວກເຮົາແລ້ວແລະ ມັນໃສ່ລົງໄປໃນຄວາມຄິດຄຣິສຕຽນທັງໝົດແລ້ວ?

ແລະໜ້າຈະຫຼາຍກວ່າສິ່ງອື່ນໃດໝົດຄືເປັນຫຍັງພວກເຮົາຈື່ງບໍ່ສາມາດເອົາຊະນະ“ຜີຊະນິດນີ້” ໄດ້.

ຂ້າພະເຈົ້າກໍາລັງຈະເອີ້ນໃຫ້ມີການອົດອາຫານທົ່ວໄປໃນອາທິດໜ້ານີ້ຈົນຮອດ 5 ໂມງແລງ,ໃນຊ່ວງນັ້ນພວກເຮົາຈະພາກັນມາໂບດແລະກິນເຂົ້າຮ່ວມກັນກ່ອນທີ່ຈະອອກໄປປະກາດຂ່າວປະເສີດ, ພວກເຮົາກໍາລັງຈະອົດອາຫານແລະອະທິຖານເພື່ອການກັບໃຈໃໝ່ ຂອງພວກຄົນໜຸ່ມຜູ້ທີ່ເຄີຍມາໂບດແຕ່ຍັງບໍ່ທັນຮັບເຊື່ອເທື່ອ, ພວກເຮົາຍັງກໍາລັງຈະອະທິ ຖານແລະອົດອາຫານເພື່ອໃຫ້ມີຄົນໜຸ່ມສາວມາທີ່ໂບດຂອງເຮົາເພີ່ມຂື້ນ.

ຕອນນີ້ຂ້າພະເຈົ້າຕ້ອງບໍ່ປິດການນະມັດສະການນີ້ໂດບປາສະຈາກປະໂຫຍກໜ້ອຍໜື່ງກ່ຽວກັບພຣະເຢຊູ,ສິ່ງທີ່ພວກເຮົາຕ້ອງການທັງໝົດໄດ້ພົບໃນພຣະອົງແລ້ວ, ພຣະຄໍາ ເຮັບເລີກ່າວວ່າ:

“ແຕ່ເຮົາກໍເຫັນພຣະເຢຊູ ຜູ້ຊຶ່ງພຣະອົງຊົງເຮັດໃຫ້ຕ່ຳກວ່າທູດສະຫວັນແຕ່ໜ້ອຍດຽວນັ້ນ ຊົງໄດ້ຮັບສະຫງ່າລາສີແລະພຣະກຽດເປັນມົງກຸດ ເພາະທີ່ພຣະອົງຊົງສິ້ນພຣະຊົນດ້ວຍຄວາມທຸກທໍລະມານ ທັງນີ້ໂດຍພຣະຄຸນຂອງພຣະເຈົ້າ ພຣະອົງຈະໄດ້ຊົງຊີມຄວາມຕາຍເພື່ອມະນຸດທຸກຄົນ...ເຫດສະນັ້ນພຣະອົງຈຶ່ງຊົງຕ້ອງເປັນເໝືອນກັບພີ່ນ້ອງທຸກຢ່າງ ເພື່ອວ່າພຣະອົງຈະໄດ້ຊົງເປັນມະຫາປະໂລຫິດ ຜູ້ປະກອບດ້ວຍພຣະເມດຕາແລະຄວາມສັດຊື່ໃນການທຸກຢ່າງຊຶ່ງກ່ຽວກັບພຣະເຈົ້າ ເພື່ອລົບລ້າງບາບທັງຫລາຍຂອງປະຊາຊົນ” (ເຮັບເລີ 2:9,17)

ເອແມນ.

ພຣະເຢຊູພຣະບຸດຂອງພຣະເຈົ້າຊົງຕາຍໃນສະຖານທີ່ຂອງຄົນບາບໃນຖານະເປັນຕົວແທນຂອງຄົນບາບ,ໃນວິນາທີທີ່ເຮົາອຸທິດຊີວິດແດ່ພຣະເຢຊູຄວາມຜິດບາບຂອງທ່ານກໍຖືກຍົກເລີກໂດຍຄວາມຕາຍຂອງພຣະອົງເທິງໄມ້ກາງແຂນ, ໃນວິນາທີທີ່ທ່ານເອົາໂຕຂອງ ທ່ານວາງລົງເທິງພຣະຜູ້ຊ່ວຍ,ຄວາມບາບຂອງທ່ານກໍຖືກຊໍາລະລ້າງຈາກການບັນທຶກຂອງ ພຣະເຈົ້າຕະຫຼອດໄປເປັນນິດໂດຍພຣະໂລຫິດອັນປະເສີດຂອງພຣະຄຣິດ, ພວກເຮົາຂໍອະ ທິຖານເພື່ອວ່າທ່ານຈະເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າແລະລອດຈາກຄວາມບາບໂດຍ ພຣະອົງ, ເອແມນແລະເອແມນ, ກະລຸນາຢືນຂື້ນແລະຮ້ອງເພງສຸດທ້າຍຢູ່ໃນເຈ້ຍຂອງ ທ່ານນໍາກັນ.

ໃຈຊົ່ວເທົ່າໃດຂ້າກໍເຊື່ອວ່າ
ໂລຫິດປະເສີດໄດ້ລ້າງໃຈຂ້າ
ໄດ້ຊົງເອີ້ນມາເຊີນມາຢ່າຊ້າ
ໂອພຣະເຢຊູດຽວນີ້ຂ້າມາ
(ໃຈຊົ່ວເທົ່າໃດຂ້າກໍເຊື່ອວ່າ”ໂດຍຊາລັອດອີລຽດ 1789-1871)

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ລູກາ 9:37-45.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ
“Old-Time Power” (by Paul Rader, 1878-1938).

ໂຄງຮ່າງບົດເທດສະໜາ

ຜີຊະນິດນີ້

(ບົດເທດສະໜາຕອນທີ່ 1 ໃນຫົວຂໍ້ການຟື້ນຟູ)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ເມື່ອພຣະອົງສະເດັດເຂົ້າໃນເຮືອນແລ້ວ ພວກສາວົກຂອງພຣະອົງມາທູນຖາມພຣະອົງເປັນສ່ວນຕົວວ່າ "ເປັນຫຍັງພວກຂ້າພະອົງໄລ່ຜີນັ້ນອອກບໍ່ໄດ້" ພຣະອົງຕັດຕອບເຂົາວ່າ "ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ” (ມາລະໂກ 9:28-29).

(ມາລະໂກ 9:18)

I. ໜື່ງ ຈຸດທໍາອິດກໍຄື “ຜີຊະນິດນີ້” ກິດຈະການ 26:18;ເອເຟໂຊ 6:12; 2:2.

II. ຈຸດທີ່ສອງກໍຄືວິທີຊື່ງລົ້ມເຫຼວ. 2 ໂກລິນໂທ 2:11.

III. ຈຸດທີ່ສາມກໍຄືວ່າພວກເຮົາຕ້ອງການບາງຢ່າງທີ່ສາມາດລົງໄປໃຕ້ອໍານາດທີ່ຊົ່ວຮ້າຍ ນັ້ນແລະທໍາລາຍມັນ,ແລະມີພຽງສິ່ງດຽວທີ່ສາມາດເຮັດແບບນັ້ນໄດ້ແລະນັ້ນຄືລິດອໍານາດຂອງພຣະເຈົ້າ! ເຮັບເລີ 2:9, 17.