Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຫັກທໍາລາຍໂສ້ແຫ່ງຄວາມໂດດດ່ຽວ

BREAKING THE CHAINS OF LONELINESS
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 13/7/2014
A sermon preached at the Baptist Tabernacle of Los Angeles
Lord's Day Morning, July 13, 2014

“ວິບັດແກ່ຄົນນັ້ນທີ່ຢູ່ຄົນດຽວ” (ປັນຍາຈານ 4:10)


ອີງຕາມດຣ.ລີໂອນາດຊູນິນນັກຈິດຕະວິທະຍາຊາວລອສແອງເຈີລິສກ່າວວ່າບັນຫາໃຫຍ່ທີ່ສຸດຂອງມະນຸດກໍຄືຄວາມໂດດດ່ຽວ,ຜູ້ຊ່ຽວຊານດ້ານຈິດວິເຄາະເອຣິກຟຣອມໄດ້ກ່າວວ່າ“ຄວາມຕ້ອງການທີ່ເລິກທີ່ສຸດຂອງມະນຸດກໍຄືຄວາມຕ້ອງການເອົາຊະນະການແຍກກັນຢູ່ ຂອງເຂົາ,ເພື່ອອອກໄປຈາກຄຸກແຫ່ງຄວາມໂດດດ່ຽວຂອງເຂົາ” ພຣະຄໍາພີກ່າວວ່າ“ຊື່ງມະ ນຸດຢູ່ຄົນດຽວນັ້ນກໍບໍ່ເໝາະ”(ປະຖົມມະການ 2:18),ນັກແຕ່ງກອນຊາວອັງກິດຈອນມິລຕັນ ໄດ້ເຕືອນສະຕິພວກເຮົາວ່າຄວາມໂດດດ່ຽວຄືສິ່ງທໍາອິດຊື່ງພຣະເຈົ້າກ່າວວ່າບໍ່ດີ.

ແລະບໍ່ມີບ່ອນໃດທີ່ໂດດດ່ຽວຫຼາຍໄປກວ່າເມືອງໃຫຍ່ຄືກັບລອສແອງເຈີລິສນີ້,ເຮີ ເບີດພຣັຊນາວໄດ້ກ່າວວ່າ “ເມືອງຄືຊຸມຊົນໃຫຍ່ບ່ອນທີ່ຜູ້ຄົນໂດດດ່ຽວໄປພ້ອມໆກັນ” ເທເຣຊາແມ່ຜູ້ທີ່ອາໄສຢູ່ໃນສະລໍາແຫ່ງເມືອງຄັລຄັດຕາໃນປະເທດອິນເດຍໄດ້ກ່າວວ່າ “ຄວາມໂດດດ່ຽວຄືປະເພດຄວາມທຸກຍາກທີ່ຮ້າຍແຮງທີ່ສຸດ” ຖ້າວ່າມັນເປັນຄວາມຈິງ,ຄົນ ອາເມລິກາຄືຄົນທີ່ຢູ່ຖ້າມກາງຄົນທຸກຍາກຫຼາຍທີ່ສຸດໃນໂລກ! ຄົນເປັນລ້ານໆຄົນໃນລອສ ແອງເຈີລິສຢູ່ຢ່າງໂດດດ່ຽວ, ແລ້ວພວກທ່ານເດເປັນແນວໃດ? ພວກທ່ານເຄີຍຮູ້ສຶກບໍວ່າ ບໍ່ມີຜູ້ໃດສົນໃຈເລີຍ - ທີ່ວ່າບໍ່ມີໃຜທີ່ເຂົ້າໃຈແທ້ ຫຼືມີໃຜເຫັນອົກເຫັນໃຈທ່ານບໍ?

ຂ້າພະເຈົ້າເຊື່ອວ່າພວກນັກຈິດຕະວິທະຍາ ດຣ.ຊູນິນແລະດຣ.ຟຣອມເວົ້າຖືກ, ຂ້າ ພະເຈົ້າເຊື່ອວ່າຄວາມໂດດດ່ຽວຄືບັນຫາໃຫຍ່ທີ່ສຸດທີ່ຜູ້ຄົນໃນປະຈຸບັນນີ້ກໍາລັງປະເຊີນຢູ່ - ໂດຍສະເພາະໃນເມືອງລອສແອງເຈີລິສແລະທົ່ວໂລກ, ພວກທ່ານຫຼາຍຄົນຖືກໂສ້ແຫ່ງ ຄວາມໂດດດ່ຽວລ້າມໄວ້ໃນເຊົ້ານີ້! ຂ້າພະເຈົ້າກໍາລັງຈະແກ້ໄຂບັນຫາຫົວຂໍ້ແຫ່ງຄວາມ ໂດດດ່ຽວໃນບົດເທດສະໜານີ້.

I. ໜື່ງ ຈົ່ງຄິດເຖິງຄວາມໂດດດ່ຽວແຫ່ງວັດທະນາທໍາແລະຊົນຊາດຂອງພວກເຮົາ.

ດ້ວຍຄວາມກ້າວໜ້າທຸກຢ່າງຂອງເຮົາໃນເລື່ອງວິທະຍາສາດແລະເທັກໂນໂລຊີ, ພວກເຮົາແຮງຢູ່ດ່ຽວດາຍຫຼາຍຂື້ນໃນປະຈຸບັນນີ້ຫຼາຍກວ່າຜູ້ຄົນໃນອະດີດ,ໃນມື້ວັນເກີດຄົບຮອບຫົກສິບຫ້າປີຂອງນັກແຕ່ງນິຍາຍວິທະຍາສາດເອັຊ.ຈີ.ແວວໄດ້ກ່າວວ່າ “ຂ້າພະເຈົ້າ ໂດດດ່ຽວແລະບໍ່ເຄີຍພົບກັບສັນຕິສຸກເລີຍ” ໜ້າເສົ້າແລະໂດດດ່ຽວທີ່ຊາຍແກ່ຄົນນັ້ນເປັນ ຄົນທີ່ບໍ່ເຊື່ອເລື່ອງພຣະເຈົ້າແລະເປັນສັດຕູຂອງພວກຄຣິສຕຽນ.

ເທັກໂນໂລຊີແມ່ນຢູ່ເບື້ອງຫຼັງແຫ່ງຄວາມໂດດດ່ຽວຂອງພວກເຮົາ,ການເບິ່ງໂທລະພາບ ຍົກຕົວຢ່າງນັກແຕ່ງຄໍລໍາແອນແລນເດີສ໌ໄດ້ກ່າວວ່າ “ໂທລະພາບໄດ້ພິສູດແລ້ວວ່າຜູ້ ຄົນຈະເບິ່ງທຸກເລື່ອງຫຼາຍກວ່າເບິ່ງກັນແລະກັນ” ຜູ້ຄົນໃສ່ເວລາຢູ່ກັບໂທລະພາບເປັນເວລາ ຫຼາຍຊົ່ວໂມງຫຼືຫຼີ້ນວິດີໂອເກມເປັນເວລາຫຼາຍຊົ່ວໂມງຈົນຈົບ,ພວກເຮົາບໍ່ໄດ້ນັ່ງລົງແລະກິນເຂົ້າກັບໝູ່ຄູ່ຫຼືໃນຖະນະຄອບຄົວອີກຕໍ່ໄປ, ພວກເຮົາເກືອບລືມວ່າຈະມີການສົນທະນາກັນ ແນວໃດແດ່,ພວກເຮົາຍຸ້ງຢູ່ກັບການນັ່ງເບິ່ງໂທລະພາບຫຼືຫຼີ້ນໄອແພັດເພື່ອສົນທະນາຊື່ງກັນແລະກັນ - ໃນເລື່ອງທີ່ມີລະດັບຄວາມສໍາຄັນ.

ຜູ້ຄົນສຽບຊາຍສະເບົ້າເຂົ້າຫູຂອງເຂົາແລະສູບດົນຕີເຂົ້າສູ່ສະໝອງຂອງພວກເຂົາ, ພວກເຂົາປິດຕົວເອງເຂົ້າໃນລົດ,ຄົນໜື່ງຕໍ່ລົດຄັນໜື່ງ, ພວກເຂົາ“ເປີດເຂົ້າ”ຄອມພິວເຕີ - ຄົນດຽວ.

ໂທລະພາບ,ຄອມພິວເຕີ,ລົດ,ກາແຊັດເທັບ-ເທັກໂນໂລຊີທັງໝົດນີ້ - ບໍ່ໄດ້ເຮັດ ໃຫ້ເຮົາມີຄວາມສຸກ,ມັນພັດເຮັດໃຫ້ເຮົາໂດດດ່ຽວຫຼາຍຂື້ນ, ອັລເບີດໄອສະຕາຍນ໌ໄດ້ກ່າວ ວ່າ “ມັນກາຍເປັນເລື່ອງຊັດເຈນທີ່ເປັນຕາໜ່າຍທີ່ເທັກໂນໂລຊີຂອງພວກເຮົາໄດ້ໃຫຍ່ກວ່າ ມະນຸດເຮົາແລ້ວ” ວິດີໂອເກມສ້າງແບບຊົ່ວຮ້າຍສຸດຂອງຄວາມໂດດດ່ຽວຕໍ່ຄົນໜຸ່ມສາວ ຫຼາຍຄົນໃນປະຈຸບັນນີ້!

ພຣະຄໍາພີກ່າວວ່າ “ວິບັດແກ່ຄົນນັ້ນທີ່ຢູ່ຄົນດຽວເມື່ອເຂົາລົ້ມ ເພາະບໍ່ມີຜູ້ອື່ນດຶງ ເຂົາຂື້ນ”(ປັນຍາຈານ 4:10), ແລະຂ້າພະເຈົ້າເຊື່ອວ່ານີ້ຄືເຫດຜົນຫຼັກທີ່ຄົນໜຸ່ມຫຼາຍຄົນ ກັບໄປຫຼີ້ນຢາເສບຕິດ, ພວກເຂົາໂດດດ່ຽວ,ບາງຄົນໄປເຂົ້າແກັງນັກເລງ-ບ່ອນທີ່ພວກເຂົາ ພະຍາຍາມທີ່ຈະພົບຄວາມເປັນເພື່ອນທີ່ພວກເຂົາບໍ່ໄດ້ຮູ້ສຶກຢູ່ໃນຄອບຄົວທີ່ແຕກແຍກກັນຫຼືທີ່ມີບັນຫາ, ສ່ວນຄົນອື່ນໆກໍອອກໄປງານລ້ຽງໃນແລງວັນສຸກແລະວັນເສົາ - ສະແຫວງຫາ ທີ່ຈະເອົາຊະນະຄວາມໂດດດ່ຽວຂອງພວກເຂົາ, ແຕ່ດ້ວຍວິທີໃດວິທີໜຶ່ງມັນກໍບໍ່ເກີດຜົນ, ພວກແກັງບໍ່ຢູ່ນໍາກັນ,ງານລ້ຽງກໍເລີກລາ - ແລະທ່ານກໍກັບບ້ານ-ຢູ່ຄົນດຽວອີກເທື່ອໜື່ງ.

ຄວາມເຫັນແກ່ຕົວຂັດຂວາງຜູ້ຄົນຈາກຮູບແບບຄວາມສໍາພັນທີ່ຍາວນານ,ພຣະຄໍາພີກ່າວໄວ້ວ່າ:

“ແຕ່ຈົ່ງເຂົ້າໃຈຂໍ້ນີ້ດ້ວຍ ຄືວ່າໃນວັນສຸດທ້າຍນັ້ນ ຈະເກີດເຫດການປີ້ນຍຸກ ເພາະວ່າຄົນຈະເປັນຄົນຮັກຕົນເອງ ເປັນຄົນເຫັນແກ່ເງີນ...ເປັນຄົນບໍ່ຮັກຊຶ່ງກັນແລະກັນ ເປັນຄົນບໍ່ເຮັດຕາມສັນຍາ... ເປັນຄົນທໍລະຍົດ...ເປັນຄົນຮັກຄວາມສະໜຸກສະໜານຫຼາຍກວ່າຮັກພຣະເຈົ້າ”(2 ຕີໂມທຽວ 3:1-4)

ຂໍ້ຄວາມຂອງພຣະຄໍາພີໄດ້ຖືກໃຫ້ໃນຖານະເປັນຄໍາທໍານາຍແຫ່ງຊ່ວງເວລາໂດດດ່ຽວ -ແລະມັນໄດ້ອະທິບາຍວ່າເປັນຫຍັງຫຼາຍຄົນຈື່ງຢູ່ໂດດດ່ຽວ.

“ເປັນຄົນຮັກຕົນເອງ”ທ່ານບໍ່ສາມາດຢູ່ໃກ້ກັບຄົນອື່ນໄດ້ຖ້າຫາກທ່ານມີຄວາມຮັກຕໍ່ ຕົນເອງຢູ່ເໜືອສິ່ງໃດ, “ຮັກຄວາມສະໜຸກສະໜານຫຼາຍກວ່າຮັກພຣະເຈົ້າ” ມີຫຼາຍຄົນມີ ຄວາມເຫັນແກ່ຕົວຂອງການຮັກຄວາມສະໜຸກສະໜານແລະບໍ່ມີຄວາມຮັກຂອງພຣະເຈົ້າ! ພວກທ່ານເປັນແບບນັ້ນບໍ? ພວກທ່ານເຫັນແກ່ຕົວຮອດໄສ້ບໍ? ຄວາມເຫັນແກ່ຕົວຄືຫົວໃຈ ຂອງຄວາມບາບ - ພວກທ່ານຮັກໂຕເອງບໍ່ແມ່ນພຣະເຈົ້າ, ໃນການຮັກຕົນເອງຂອງທ່ານໆ ກໍກະບົດຕໍ່ສູ້ພຣະເຈົ້າ, ທ່ານຍູ້ພຣະເຈົ້າອອກຈາກຄວາມຄິດຂອງທ່ານ,ແລະທ່ານກໍຖືກ ສາບແຊ່ງໂດຍຜົນອອກມາເປັນຄວາມໂດດດ່ຽວ, ທ່ານອາດຈະບໍ່ເຄີຍຮູ້ຈັກຄວາມຮັກຂອງ ພຣະເຈົ້າ, ທ່ານອາດຈະສືບຕໍ່ດໍາເນີນໄປໂດຍປາສະຈາກເພື່ອນທີ່ຍືນຍາວໃນໂລກ, ພຣະ ຄໍາພີກ່າວວ່າ “ຄົນທີ່ມີເພື່ອນຕ້ອງແກ້ງເຮັດເປັນເພື່ອນ” (ສຸພາສິດ 18:24), ຖ້າຫາກພວກທ່ານບໍ່ແມ່ນໝູ່ເພື່ອນກັນທ່ານກໍຈະບໍ່ມີເພື່ອນແທ້ເລີຍ,ນັ້ນແລະຄືສະພາບທີ່ ໜ້າເສົ້າຂອງຄົນຫຼົງຫາຍແລະໂດດດ່ຽວ,ຄົນທີ່ບໍ່ມີພຣະເຈົ້າໃນສະໄໝຂອງພວກເຮົາ.

ນັ້ນແລະຄືເຫດຜົນທີ່ເປັນຫຍັງທ່ານຈື່ງຈໍາເປັນຕ້ອງຈັດວາງຊົ່ວໂມງເຮັດວຽກຂອງ ທ່ານເພື່ອທີ່ທ່ານຈະບໍ່ຕ້ອງເຮັດວຽກໃນຊ່ວງນະມັດສະການ,ທ່ານຕ້ອງການພຣະເຈົ້າ! ທ່ານ ຕ້ອງການເພື່ອນທ່ານຈະຫາເພື່ອນທີ່ຄຣິສຕະຈັກໄດ້ຫຼາຍກວ່າຈໍານວນເງີນທີ່ທ່ານຫາໄດ້ໃນມື້ວັນອາທິດ.

ບໍ່ມີອັນໃດສາມາດປິ່ນປົວຄວາມໂດດດ່ຽວຂອງທ່ານໄດ້ນອກຈາກພຣະຄຣິດແລະ ຄຣິສຕະຈັກທ້ອງຖີ່ນ! ພວກທ່ານຈະຕ້ອງອຸທິດໂຕແດ່ພຣະເຈົ້າແລະຖືກລ້າງຈາກບາບຂອງ ທ່ານໂດຍພຣະໂລຫິດຂອງພຣະອົງ! ຈາກນັ້ນທ່ານຕ້ອງເຂົ້າມາໃນຄຣິສຕະຈັກທ້ອງຖີ່ນ ແລະສ້າງໝູ່ຕະຫຼອດໄປຢູ່ໃນນີ້! ເປັນຫຍັງຈື່ງຢູ່ຄົນດຽວ? ກັບບ້ານສາ-ກັບໄປຄຣິສຕະຈັກ.

ພຣະຄໍາພີບອກພວກເຮົາກ່ຽວກັບຄຣິສຕຽນໃນຍຸກຕົ້ນໆວ່າ:

“ເຂົາໄດ້ຮ່ວມໃຈກັນໄປໃນວິຫານ ແລະຫັກຂະໜົມປັງຕາມບ້ານຂອງເຂົາຮ່ວມຮັບປະທານອາຫານດ້ວຍຄວາມຊື່ນຊົມຍິນດີແລະດ້ວຍຈິງໃຈ ທຸກວັນເລື່ອຍໄປ ທັງໄດ້ສັນເສີນລະພຣະເຈົ້າແລະຄົນທັງປວງກໍມັກໃຈ ຝ່າຍອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ຜູ້ທີ່ກຳລັງຈະລອດ ເຂົ້າສົມທົບກັບຄຣິສຕະຈັກທະວີຂຶ້ນທຸກໆວັນ” (ກິດຈະການ 2:46-47)

ນັ້ນແລະວ່າເປັນຫຍັງການຢູ່ໃນຄຣິສຕະຈັກຈື່ງຮັກສາພວກເຂົາ “ໃຫ້ມີຄວາມຊື່ນຊົມຍິນດີ” ຢ່າງເຕັມລົ້ນ - ແລະຮັກສາພວກເຂົາຈາກຄວາມໂດດດ່ຽວໄດ້, ພວກເຂົາຢູ່ໃນຄຣິສຕະຈັກ ທຸກເທື່ອທີ່ປະຕູເປີດ, ຈົ່ງເຮັດຕາມແບບຢ່າງຂອງເຂົາ! ຈົ່ງກັບມາທີ່ນີ້ອີກໃນວັນອາທິດໜ້າ! ຈົ່ງເດີນທາງມາໃນການສາມັກຄີທໍາຢ່າງເຕັມລົ້ນຂອງຄຣິສຕະຈັກຂອງພວກເຮົາ! ມັນຈະ ຊ່ວຍປົວຄວາມໂດດດ່ຽວຂອງທ່ານ! ພຣະຄຣິສຈະຊົງທຸບທໍາລາຍໂສ້ແຫ່ງຄວາມໂດດດ່ຽວ! ເຊີນເຂົ້າມາໃນຄຣິສຕະຈັກແລະມອບຫົວໃຈຂອງທ່ານໃຫ້ກັບພຣະຄຣິດ!

II. ສອງ ຈົ່ງຄິດເຖິງກ່ຽວກັບຄວາມໂດດດ່ຽວແຫ່ງຄວາມຕາຍ.

ພຣະຄໍາພີບອກເຮົາວ່າ ຢາໂຄບໄດ້ກ່າວວ່າ:

“ລູກຂອງເຮົາຈະບໍ່ລົງໄປກັບພວກເຈົ້າ[ໄປອີຢິບ] ເພາະອ້າຍຂອງລາວກໍ ຕາຍໄປແລ້ວ ເຫຼືອແຕ່ລາວຄົນດຽວ...”(ປະຖົມມະການ 42:38)

ມື້ໜື່ງພີ່ນ້ອງຂອງພວກທ່ານກໍຈະຕາຍເຊັ່ນດຽວກັນ - ແລະທ່ານຈະຖືກປະໃຫ້ຢູ່ຜູ້ດຽວ.

ຄວາມຕາຍຄືສິ່ງທີ່ຂີ້ຮ້າຍຫຼາຍ-ແລະມັນກະທົບກັບທຸກຄົນ-ລວມທັງພວກທ່ານນໍາ, ແລະຄວາມຕາຍສາມາດປະທ່ານໃຫ້ຢູ່ໂດດດ່ຽວແລະສິ້ນຫວັງໄດ້, ທ່ານອາດຈະຖືກຕ້ອນ ຮັບໄປບ່ອນທີ່ທ່ານເວົ້າວ່າ:

“ຂ້າພະອົງເຝົ້າຢູ່ ຂ້າພະອົງເໝືອນນົກກະຈອກໂດດດ່ຽວເທິງຫຼັງຄາເຮືອນ”
(ເພງສັນລະເສີນ 102:7)

ພວກທ່ານສາມາດຮູ້ສຶກຄືກັບນົກ - ໂດດດ່ຽວຢູ່ເທິງຫຼັງຄາບ້ານ - ໂດດດ່ຽວບໍ່ມີໃຜສົນໃຈ

ພຣະເຈົ້າໄດ້ສົ່ງທູດສະຫວັນເພື່ອປ່ອຍເປໂຕເມື່ອລາວຖືກມັດຢູ່ໃນຄຸກ,ທູດສະຫວັນກ່າວວ່າ “ຈົ່ງລຸກຂື້ນໄວໆແລະໂສ້ກໍຫຼຸດອອກຈາກມືຂອງທ່ານ”(ກິດຈະການ 12:7),ນັ້ນ ແລະຄືສິ່ງທີ່ຈະເກີດຂື້ນກັບທ່ານເມື່ອທ່ານມາຫາພຣະຄຣິດແລະກັບໃຈໃຫມ່, ໂສ້ແຫ່ງ ຄວາມເປັນທາດຂອງຄວາມຕາຍຈະຫຼຸດອອກ - ແລະທ່ານກໍຈະເປັນອິດສະຫຼະ,ພຣະຄຣິດ ໄດ້ມາ

“...ເພື່ອໂດຍຄວາມຕາຍພຣະອົງຈະໄດ້ຊົງທຳລາຍຜູ້ນັ້ນທີ່ມີອຳນາດແຫ່ງຄວາມຕາຍ ຄືພະຍາມານ ແລະຈະໄດ້ຊົງຊ່ວຍ [ປ່ອຍເປັນອິດສະຫຼະ]
ເຂົາເຫລົ່ານັ້ນໃຫ້ພົ້ນຈາກການເປັນຂ້າທາດຊົ່ວຊີວິດ ເພາະເຫດຢ້ານຄວາມຕາຍ” (ເຮັບເລີ 2:14-15)

ຄືກັບທີ່ຊາລສ໌ເວສລີໄດ້ກ່າວໄວ້ວ່າ:

ໂສ້ຂອງຂ້າຫຼຸດອອກ,ໃຈຂອງຂ້າພົ້ນແລ້ວ
ຂ້າລຸກຂື້ນ,ຍ່າງໄປແລະຕິດຕາມພຣະອົງ
ຄວາມຮັກອັນອັດສະຈັນ ເປັນແນວໃດ
ຄືພຣະອົງພຣະເຈົ້າຂອງຂ້າ,ຄວນຕາຍເພື່ອຂ້າບໍ!
   (“And Can It Be?” by Charles Wesley, 1707-1788).

ໂສ້ແຫ່ງຄວາມໂດດດ່ຽວຂອງຄວາມຕາຍຈະຫຼຸດອອກຈາກທ່ານເມື່ອທ່ານມາຫາພຣະຄຣິສ ຢ່າງແທ້ຈິງ!

III. ສາມ ຈົ່ງຄິດເຖິງກ່ຽວກັບຄວາມໂດດດ່ຽວແຫ່ງນາຮົກ.

ພຣະຄໍາພີບອກເຮົາເຖິງເລື່ອງຂອງເສດຖີຄົນໜື່ງຜູ້ຊື່ງບໍ່ແມ່ນຄຣິສຕຽນ,ລາວຕາຍ ໄປແລະຕົກນາຮົກ, ພຣະຄໍາພີກ່າວວ່າ:

“ແລ້ວເມື່ອຢູ່ໃນນາຮົກເປັນທຸກທໍລະມານຍິ່ງຫຼາຍ ເສດຖີນັ້ນຈຶ່ງແຫງນເບິ່ງເຫັນອັບລາຮາມຢູ່ແຕ່ໄກ ແລະລາຊາລັດຢູ່ທີ່ເອິກຂອງທ່ານ ເສດຖີຈຶ່ງຮ້ອງວ່າ `ອັບລາຮາມພໍ່ເອີຍ ຂໍເອັນດູຂ້າພະເຈົ້າເຖີດ ຂໍໃຊ້ລາຊາລັດມາເພື່ອຈະເອົາປາຍນິ້ວຈຸ່ມນ້ຳມາແຕະລິ້ນຂອງຂ້າພະເຈົ້າໃຫ້ເຢັນ ເພາະວ່າຂ້າພະເຈົ້າທຸກທໍລະມານຢູ່ໃນເເປວໄຟນີ້”(ລູກາ 16:23-24)

ໃນນາຮົກລາວເປັນບ້ານໍາກັບຄວາມຄິດຂອງການມີນໍ້າໜ້ອຍໜື່ງມາເຮັດໃຫ້ປາກ ຂອງລາວເຢັນ,ແຕ່ລາວກໍຢູ່ໂດດດ່ຽວຕະຫຼອດໄປໃນນາຮົກ,ບໍ່ມີໃຜຊ່ວຍເຫຼືອລາວ, ລາວ ຮ້ອງອອກໄປເພື່ອໃຫ້ບາງຄົນມາແລະຊ່ວຍເອົານໍ້າຢອດໃຫ້ລາວແດ່.

ຄວາມທຸກທໍລະມານຂອງຊາຍຄົນນີ້ສະແດງເຖິງຄວາມໂດດດ່ຽວສຸດໆຂອງນາຮົກ,ໝູ່ເພື່ອນຂອງພວກທ່ານຖ້າຫາກພວກເຂົາຢູ່ໃນນາຮົກເຊັ່ນກັນກໍຈະບໍ່ມີໂອກາດທີ່ຈະຊ່ວຍ ທ່ານໄດ້ອີກຫຼາຍໄປກວ່າທີ່ອະດີດໝູ່ຂອງລາວຈະສາມາດຊ່ວຍບັນເທົາຄວາມທຸກທໍລະມານຂອງລາວໄດ້,ພວກເຂົາຈະຖືກແຍກອອກຈາກທ່ານໃນຄວາມສິ້ນຫວັງ,ຄວາມມືດມົນແລະ ໄຟ,ທ່ານກໍຈະຢູ່ຄົນດຽວຄືກັບລາວຢູ່,ທໍລະມານຕະຫຼອດໄປເປັນນິດໃນຄວາມໂດດດ່ຽວ.

ມີພຽງພຣະເຢຊູຄຣິດຜູ້ດຽວສາມາດຈີກໂສ້ຂອງນາຮົກອອກຈາກທ່ານໄດ້! ແລະ ພຣະອົງສາມາດເຮັດແບບນັ້ນດຽວນີ້ເທົ່ານັ້ນ - ໃນຂະນະທີ່ທ່ານຍັງມີຊີວິດຢູ່, ຖ້າທ່ານ ຫາກລໍຖ້າຈົນກວ່າທ່ານຕາຍໄປມັນກໍຈະຊ້າເກີນໄປ, ຈົ່ງມາຫາພຣະຄຣິດດຽວນີ້ເລີຍ - ແລະທ່ານຈະຮ້ອງເພງ:

ພຣະເຈົ້າຂ້າດ້ວຍຮ້ອຍຂ້ຽນທີ່ເຮັດໃຫ້ພຣະອົງຊໍ້າ
ຄວາມຢ້ານຂອງຄວາມຕາຍແທງໃຫ້ຄົນໃຊ້ພົ້ນ
ເພື່ອພວກເຮົາຈະຢູ່ແລະຮ້ອງເພງຕໍ່ພຣະອົງ ອາເລລູຢາ!
   (“The Strife Is O’er,” translated by Francis Pott, 1832-1909).

ຄວາມຕາຍບໍ່ສາມາດຮັກສາເຫຍື່ອຂອງມັນໄດ້-ພຣະເຢຊູພຣະຜູ້ຊ່ວຍຂ້າ
ພຣະອົງຊົງຈີກອຸປະສັກອອກໄປ-ພຣະເຢຊູພຣະເຈົ້າຂອງຂ້າ
   (“Christ Arose” by Robert Lowry, 1826-1899).

ໂສ້ຄວາມໂດດດ່ຽວຂອງນາຮົກໄດ້ຖືກທຸບທໍາລາຍເປັນນິດຖ້າຫາກທ່ານຫັນກັບມາຫາພຣະ ເຢຊູຄຣິດ! ຈົ່ງມາຫາພຣະອົງ! ຈົ່ງອອກມາຈາກຄວາມບາບ! ຈົ່ງມາທີ່ຄຣິສຕະຈັກ! ໂສ້ ຂອງຄວາມໂດດດ່ຽວໃນນາຮົກຈະຖືກທໍາລາຍເພື່ອທ່ານໂດຍພຣະເຢຊູຄຣິດພຣະບຸດຂອງ ພຣະເຈົ້າ!

IV. ສີ່ ຈົ່ງຄິດເຖິງຄວາມໂດດດ່ຽວຂອງພຣະຄຣິດ.

ພຣະຄຣິດມັກຢູ່ຄົນດຽວຊ່ວງການຮັບໃຊ້ຂອງພຣະອົງໃນໂລກນີ້,ພຣະຄໍາພີກ່າວວ່າ

“ແລະເມື່ອໃຫ້ປະຊາຊົນເຫລົ່ານັ້ນໄປຫມົດແລ້ວ ພຣະອົງສະເດັດຂຶ້ນໄປເທິງພູໂດຍລຳພັງເພື່ອຈະອະທິຖານ ເມື່ອເຖິງເວລາຄ່ຳ ພຣະອົງຍັງຊົງຢູ່ບ່ອນນັ້ນແຕ່ຜູ້ດຽວ” (ມັດທາຍ 14:23)

ຝູງຊົນໃຫຍ່ໄດ້ຕິດຕາມພຣະເຢຊູແຕ່ພຣະອົງມັກອອກໄປຢູ່ຄົນດຽວກັບພຣະເຈົ້າ-ຫ່າງຈາກ ຝູງຊົນ,ພຣະອົງມັກຕັດວ່າ “ພຣະບິດາບໍ່ໄດ້ປະເຮົາໄວ້ແຕ່ລໍາພັງ”(ໂຢຮັນ 8:29),ໃນຊ່ວງ ການຮັບໃຊ້ຂອງພຣະອົງໃນໂລກພຣະເຈົ້າຊົງຢູ່ໃກ້ຊິດພຣະເຢຊູສະເໝີ,ແຕ່ພວກເຂົາໄດ້ຈັບ ພຣະອົງ,ຕີພຣະອົງແລະເອົາມົງກຸດໜາມໃສ່ຫົວພຣະອົງແລະເຢາະເຢີ້ຍພຣະອົງ, ພວກ ເຂົາລາກພຣະອົງໄປຮ່ອມພູແລະຄຶງພຣະອົງໃສ່ໄມ້ກາງແຂນ,ແລະໃນຂະນະທີ່ພຣະອົງຖືກຫ້ອຍຢູ່ເທິງໄມ້ກາງແຂນນັ້ນ,ພຣະເຈົ້າຊົງຢູ່ຫ່າງໄກຈາກພຣະບຸດອົງດຽວທີ່ບັງເກີດມາຂອງພຣະອົງ,ພຣະເຢຊູຊົງຮ້ອງສຽງດັງວ່າ:

“ພຣະເຈົ້າຂອງຂ້າພຣະອົງ ພຣະເຈົ້າຂອງຂ້າພຣະອົງ ເປັນຫຍັງພຣະອົງຈື່ງຊົງປະຖິ້ມຂ້າພຣະອົງໄປ” (ມັດທາຍ 27:46)

ໃນຊົ່ວວິນາທີທີ່ເປັນຕາຢ້ານນີ້ພຣະເຢຊູພຣະບຸດຂອງພຣະເຈົ້າຖືກປ່ອຍໄວ້ໃຫ້ຢູ່ຜູ້ ດຽວເທິງໄມ້ກາງແຂນ,ພຣະອົງຊົງຢູ່ໂດດດ່ຽວອ້າງວາງເຕັມທີ່,ພຣະເຈົ້າຊົງຫັນຫຼັງຈາກພຣະບຸດທີ່ຮັກຂອງພຣະອົງ - ແລະພຣະຄຣິດຊົງແບກບາບຂອງເຮົາທັງໝົດໂດຍພຣະອົງເອງ-ຢູ່ຜູ້ດຽວເທິງໄມ້ກາງແຂນ,ລູເທີຄືນັກສາສະໜາຜູ້ຍິ່ງໃຫຍ່ແຕ່ລາວພັດກ່າວວ່າລາວບໍ່ສາມາດເຂົ້າໃຈຢ່າງຖ່ອງແທ້ເຖິງເລື່ອງນີ້ຫຼືບໍ່ສາມາດອະທິບາຍໃນຮູບແບບຂອງມະນຸດເຮົາໄດ້.

ພຣະເຈົ້າບໍ່ສາມາດແມ່ນແຕ່ແນມເບິ່ງຄວາມບາບ- ດັ່ງນັ້ນພຣະເຈົ້າຈື່ງຫັນຫຼັງໄປ ໃນຂະນະທີ່ພຣະເຢຊູ“ແບກຄວາມບາບຂອງພວກເຮົາໄວ້ໃນພຣະກາຍຂອງພຣະອົງເທິງຕົ້ນໄມ້[ເທິງໄມ້ກາງແຂນ]”(1 ເປໂຕ 2:24),ນັ້ນແລະເປັນຫຍັງພຣະເຢຊູຈື່ງເປັນຜູ້ດຽວທີ່ສາ ມາດທຸບທໍາລາຍໂສ້ແຫ່ງຄວາມບາບທີ່ມັດເຮົາໄວ້ໃນຄວາມບາບ,ຄວາມໂດດດ່ຽວ,ສະພາບການຫຼົງຫາຍໄດ້, ພຣະຄຣິດສາມາດຊ່ວຍທ່ານໃຫ້ພົ້ນຈາກການລົງໂທດຂອງບາບໄດ້ ເພາະພຣະອົງຊົງແບກຄວາມບາບພຽງຜູ້ດຽວຢູ່ເທິງໄມ້ກາງແຂນ!

ພຽງຜູ້ດຽວພຣະຜູ້ຊ່ວຍຊົງອະທິຖານໃນສວນເກັດເສມານີທີ່ມືດມົວ
ຜູ້ດຽວພຣະອົງຊົງດື່ມຈອກຂົມແລະທຸກທໍລະມານເພື່ອຂ້າ
ຜູ້ດຽວ!ຜູ້ດຽວ! ພຣະອົງຊົງແບກພຽງຜູ້ດຽວ
ພຣະອົງປະທານພຣະອົງເອງເພື່ອຊ່ວຍຄົນຂອງພຣະອົງ
ພຣະອົງທຸກທໍລະມານ,ເລືອດໄຫຼແລະຕາຍຜູ້ດຽວ,ຜູ້ດຽວ
   (“Alone” by Ben H. Price, 1914).

ພຣະຄຣິດຊົງສິ້ນພຣະຊົນຜູ້ດຽວຢູ່ເທິງໄມ້ກາງແຂນເພື່ອຊ່ວຍທ່ານໃຫ້ພົ້ນຈາກ ຄວາມໂດດດ່ຽວທີ່ບາບໄດ້ນໍາເຂົ້າມາສູ່ຈິດໃຈມະນຸດ, ພຣະອົງຊົງສິ້ນພຣະຊົນໃນບ່ອນຂອງ ທ່ານເພື່ອຈ່າຍຄ່າບາບຂອງທ່ານ,ພຣະຄຣິດສາມາດທຸບທໍາລາຍໂສ້ຂອງບາບໄດ້ເພາະພຣະອົງໄດ້ໄປເທິງໄມ້ກາງແຂນເພື່ອທ່ານແລ້ວ! ຈົ່ງກັບມາຫາພຣະເຢຊູຢ່າງເຕັມຕົວແລະທ່ານ ຈະຖືກປົດປ່ອຍຈາກຄວາມຊົ່ວຮ້າຍຂອງບາບ!.

V. ແຕ່ສຸດທ້າຍ ຈົ່ງຄິດເຖິງຄວາມໂດດດ່ຽວຂອງການກັບໃຈໃຫມ່.

ພວກທ່ານຈະບໍ່ກັບໃຈມາຫາພຣະຄຣິດໂດຍຂ້າພະເຈົ້າ, ຂ້າພະເຈົ້າເປັນພຽງແຕ່ ເຄື່ອງມືເທົ່ານັ້ນ -ນັກເທດ-ເພື່ອຊີ້ທາງທີ່ຖືກຕ້ອງໃຫ້ກັບທ່ານ - ໄປຫາພຣະຄຣິດ- ຄືກັບ ນັກປະກາດຂ່າວປະເສີດໃນຄວາມຄືບໜ້າຂອງພີລກຣິມ, ແຕ່ພວກທ່ານຈະຕ້ອງພົບພຣະ ຄຣິດໂດຍໂຕທ່ານເອງ,ທ່ານຈະຕ້ອງໄປຫາພຣະຄຣິດພຽງຄົນດຽວ, ພາບທີ່ສົມບູນແບບທີ່ ພວກເຮົາມີເລື່ອງຄວາມໂດດດ່ຽວຂອງການກັບໃຈໃຫມ່ໃນປະສົບການເລື່ອງຄວາມລອດ ຂອງຢາໂຄບ:

“ຢາໂຄບຢູ່ບ່ອນນັ້ນແຕ່ຜູ້ດຽວ ມີບຸລຸດຜູ້ໜື່ງມາປໍ້າສູ້ກັບລາວຈົນແຈ້ງ”
(ປະຖົມມະການ 32:24)

“ບຸລຸດ”ທີ່ປໍ້າສູ້ກັບຢາໂຄບໃນຄືນນັ້ນກໍຄືພຣະຄຣິດທີ່ຊົງປາກົດໃນສະພາບມະນຸດ,ຜູ້ຊື່ງມາ ໃນຄວາມມືດຫາຢາໂຄບໃນຕອນທີ່ຢາໂຄບຢູ່ຜູ້ດຽວ.

ຄືກັບພວກທ່ານບາງຄົນ,ຢາໂຄບຍັງບໍ່ຮູ້ຈັກກັບພຣະເຢຊູທາງສ່ວນຕົວ,ໃນຊົ່ວໂມງ ໂດດດ່ຽວນັ້ນລາວໄດ້ປໍ້າສູ້ກັບພຣະຄຣິດຈົນໝົດຄືນ,ແລະພວກທ່ານເຊັ່ນກັນຈະຕ້ອງມາຫາພຣະຄຣິດທັງໝົດໂດຍໂຕຂອງທ່ານເອງ,ທ່ານເຫັນບໍວ່າຂ້າພະເຈົ້າບໍ່ສາມາດເຮັດໃຫ້ທ່ານ ກັບໃຈໃຫມ່ໄດ້,ຂ້າພະເຈົ້າບໍ່ສາມາດເຮັດໃຫ້ທ່ານກາຍມາເປັນຄຣິສຕຽນແທ້ໄດ້, ນັ້ນແລະຄື ລະຫວ່າງທ່ານກັບພຣະຄຣິດພຽງຜູ້ດຽວ.

“ຢາໂຄບຢູ່ບ່ອນນັ້ນແຕ່ຜູ້ດຽວ ມີບຸລຸດຜູ້ໜື່ງມາປໍ້າສູ້ກັບລາວຈົນແຈ້ງ”
(ປະຖົມມະການ 32:24)

ພຣະຄຣິດຊົງສິ້ນເທິງໄມ້ກາງແຂນເພື່ອຈ່າຍໜີ້ບາບຂອງທ່ານ,ແຕ່ທ່ານຕ້ອງ“ຍອມແພ້”ຕໍ່ພຣະຄຣິດ,ທ່ານຕ້ອງຍອມຈໍານົນຕໍ່ພຣະຄຣິດ,ທ່ານຈະຕ້ອງບໍ່ຟັງຄວາມເຢີຫຍີ່ງແລະ ໃຈກະບົດຂອງທ່ານ,ທ່ານຈະຕ້ອງລົ້ມລົງທີ່ພຣະບາດຂອງພຣະຄຣິດໃນຖານະຄົນບາບທີ່ບໍ່ມີຄວາມຊ່ວຍເຫຼືອ, ທ່ານຈະຕ້ອງຍອມຈໍານົນຕໍ່ພຣະອົງແລະວາງໃຈເຊື່ອໃນພຣະອົງຢ່າງ ຄົບຖ້ວນ, ພຣະອົງຈະປ່ຽນແປງໃຈຂອງທ່ານ! ພຣະອົງຈະທຸບທໍາລາຍໂສ້ຂອງຄວາມບາບ ພຣະອົງຈະຊົງຊໍາລະລ້າງບາບຂອງທ່ານດ້ວຍພຣະໂລຫິດຂອງພຣະອົງ!

ຖ້າທ່ານຢາກຈະສົນທະນາກັບພວກເຮົາກ່ຽວກັບການອຸທິດຊີວິດຕໍ່ພຣະຄຣິດແລະ ມາເປັນຄຣິສຕຽນແທ້, ກະລຸນາລຸກອອກຈາກບ່ອນນັ່ງຂອງທ່ານແລ້ວຍ່າງໄປຂ້າງຫຼັງຫ້ອງ ນີ້ຕອນນີ້ເລີຍ, ດຣ.ເຄແກນຈະພາທ່ານໄປອີກຫ້ອງໜື່ງບ່ອນທີ່ພວກເຮົາສາມາດສົນທະນາ ກັນໄດ້, ຂໍເຊີນດຣ.ແຊນມາອະທິຖານເພື່ອບາງຄົນທີ່ຈະເຊື່ອວາງໃຈໃນພຣະຄຣິດໃນເຊົ້ານີ້
ແດ່, ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ປັນຍາຈານ 4:8-12.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ
“Ten Thousand Angels” (by Ray Overholt, 1959).

ໂຄງຮ່າງບົດເທດສະໜາ

ຫັກທໍາລາຍໂສ້ແຫ່ງຄວາມໂດດດ່ຽວ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ວິບັດແກ່ຄົນນັ້ນທີ່ຢູ່ຄົນດຽວ” (ປັນຍາຈານ 4:10)

(ປະຖົມມະການ 2:18)

I.   ໜື່ງ ຄວາມໂດດດ່ຽວແຫ່ງວັດທະນາທໍາແລະຊົນຊາດຂອງພວກເຮົາ ປັນຍາຈານ 4:10; 2 ຕີໂມທຽວ 3:1-4; ສຸພາສິດ 18:24; ກິດຈະການ
2:46-47

II.  ສອງ ຄວາມໂດດດ່ຽວແຫ່ງຄວາມຕາຍ ປະຖົມມະການ 42:38; ເພງສັນລະເສີນ 102:7; ກິດຈະການ 12:7; ເຮັບເລີ 2:14-15.

III. ສາມ ຄວາມໂດດດ່ຽວຂອງນາຮົກ ລູກາ 16:23-24.

IV. ສີ່ ຄວາມໂດດດ່ຽວຂອງພຣະຄຣິດ ມັດທາຍ 14:23; ໂຢຮັນ 8:29;
ມັດທາຍ 27:46; 1 ເປໂຕ 2:24.

V.  ຫ້າ ຄວາມໂດດດ່ຽວແຫ່ງການກັບໃຈໃຫມ່ ປະຖົມມະການ 32:24.