Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ສະຫວັນແລະນາຮົກ

HEAVEN AND HELL
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນມື້ວັນພະຫັດຕອນແລງ 3/7/2014
A sermon preached at the Baptist Tabernacle of Los Angeles
Thursday Evening, July 3, 2014

“ເຮົາບອກທ່ານທັງຫລາຍວ່າ ຄົນເປັນຈຳນວນຫລາຍຈະມາຈາກທິດຕະເວັນອອກແລະທິດຕະເວັນຕົກ ຈະມາເອນກາຍລົງກັນກັບອັບລາຮາມແລະອິສອັກແລະຢາໂຄບໃນອານາຈັກແຫ່ງສະຫວັນ ແຕ່ບັນດາລູກຂອງອານາຈັກຈະຕ້ອງຖືກຂັບໄລ່ໄສສົ່ງອອກໄປໃນທີ່ມືດພາຍນອກ ບ່ອນນັ້ນຈະມີສຽງຮ້ອງໄຫ້ຂົບຂ້ຽວຫຍ້ຳແຂ້ວ”(ມັດທາຍ 8:11-12)


ຂໍ້ພຣະຄໍາພີຂໍ້ນີ້ມີສອງສ່ວນ,ສ່ວນທໍາອິດຄືເລື່ອງທີ່ວິເສດແຕ່ສ່ວນທີ່ສອງເປັນເລື່ອງທີ່ໜ້າຢ້ານຫຼາຍ, ແມ່ນທັງສອງເລື່ອງເປັນຄວາມຈິງ, ຂ້າພະເຈົ້າຕ້ອງເທດທັງສອງ ເລື່ອງໃນຄໍ່າຄືນນີ້.

I. ໜື່ງ ຄໍາສັນຍາເລື່ອງສະຫວັນ.

“ເຮົາບອກທ່ານທັງຫລາຍວ່າ ຄົນເປັນຈຳນວນຫລາຍຈະມາຈາກທິດຕະເວັນອອກແລະທິດຕະເວັນຕົກ ຈະມາເອນກາຍລົງກັນກັບອັບລາຮາມແລະອິສອັກແລະຢາໂຄບໃນອານາຈັກແຫ່ງສະຫວັນ...”(ມັດທາຍ 8:11).

ທ້າວໂອລີແວັກໄດ້ກຽມວິດີໂອທີ່ວິເສດຫຼາຍທີ່ພວກເຮົາພາກັນເບິ່ງໃນວັນພໍ່,ລາວໄດ້ຕື່ມເຂົ້າໄປຫຼາຍຢ່າງແລະຕອນນີ້ພວກທ່ານກໍສາມາດເບິ່ງມັນໄດ້ຢູ່ໜ້າເວັບໄຊຂອງພວກ ເຮົາ,ຈາກທົ່ວທຸກມຸມໂລກພວກເຮົາໄດ້ຮັບອີເມລທີ່ບອກເຮົາວ່າວິດີໂອນັ້ນເປັນພຣະພອນໃຫ້ກັບພວກເຂົາແນວໃດແດ່, ພ້ອມດ້ວຍການເຜົາໄໝ້ຂອງການມັດຈໍາຢູ່ໃນຕຶກຂອງພວກເຮົາ, ພວກເຂົາອອກຄວາມຄິດເຫັນໃນເລື່ອງຄວາມດີໃຈທີ່ພວກເຂົາຮູ້ສຶກໃນຄຣິສຕະຈັກຂອງ ພວກເຮົາຕອນທີ່ພວກເຂົາເຫັນຮູບ,ພວກເຂົາຕື່ນເຕັ້ນທີ່ເຫັນຫຼາຍເຊື້ອຊາດພາກັນຍີ້ມແລະ ຮ້ອງເພງດ້ວຍຄວາມຍິນດີພ້ອມກັນ,ພວກເຂົາບໍ່ຮູ້ວ່າພວກເຮົາເຮັດແນວໃດແດ່,ເວົ້າຕາມ ຄວາມຊື່ຂ້າພະເຈົ້າກໍບໍ່ຮູ້ຄືກັນ! ຄຣິສຕະຈັກຂອງພວກເຮົາຄືອັດສະຈັນຂອງພຣະຄຸນຂອງ ພຣະເຈົ້າ,ແລະແນ່ນອນມັນມາຈາກການເຮັດວຽກອັນບໍ່ຮູ້ຈັກເມື່ອຍຂອງທ່ານເພື່ອພຣະຄຣິສຂໍພຣະເຈົ້າອວຍພອນແກ່ພວກທ່ານທຸກຄົນ!

ຜູ້ຄົນຫຼາຍເຊື້ອຊາດທີ່ແຕກຕ່າງກັນຢູ່ໃນຄຣິສຕະຈັກຂອງພວກເຮົາ! ແມ່ນ ພຣະ ເຢຊູຕັດວ່າມັນຈະເປັນແບບນັ້ນໃນສະຫວັນ! “ເຮົາບອກທ່ານທັງຫລາຍວ່າ ຄົນເປັນຈຳນວນຫລາຍຈະມາຈາກທິດຕະເວັນອອກແລະທິດຕະເວັນຕົກ...ໃນອານາຈັກແຫ່ງສະ ຫວັນ...”ມັນບໍ່ເປັນເລື່ອງແປກອີກຕໍ່ໄປສໍາຫຼັບພວກເຮົາ - ເພາະພວກເຮົາຖືກຊັກຈູງເຂົ້າຫາ ກັນໂດຍພຣະຄຣິສ - ຈະເປັນຄືກັບຄົນທີ່ຢູ່ທົ່ວທຸກມຸມໂລກທີ່ຈະຢູ່ໃນອານາຈັກແຫ່ງສະ ຫວັນ!

ແຕ່ໃຫ້ສັງເກດທີ່ພຣະເຢຊູກ່າວວ່າ“ຈະມີຫຼາຍຄົນມາ” ຂ້າພະເຈົ້າຮູ້ດີວ່າບາງເທື່ອ ກໍຮູ້ສຶກວ່າຄືກັບມີໜ້ອຍຄົນຈະມາ, ພວກເຮົາອາໄສຢູ່ໃນເມືອງທີ່ມືດມົນແລະຊົ່ວຊ້າ,ພວກ ເຮົາອາໄສຢູ່ໃນປະເທດທີ່ໂຫດຮ້າຍແລະເຫັນແກ່ຕົວ,ມີເດັກນ້ອຍເປັນລ້ານແລະເປັນເຄິ່ງຖືກທໍລະມານເພື່ອໃຫ້ຕາຍຢູ່ທີ່ນີ້ທຸກໆປີ,ແມ່ນຄຣິສຕະຈັກຫຼາຍແຫ່ງງຽບເງົາ! ຂ້າພະເຈົ້າບໍ່ສາ ມາດເອົາຕົນເອງມາເວົ້າແມ່ນແຕ່ຄໍາດຽວກ່ຽວກັບປະເທດອາມເລິກາທີ່ປ່າເຖື່ອນໃນວັນຊາດ ທີ 4 ເດືອນ 7,ຄືສິ່ງທີ່ໄດ້ເຮັດໃຫ້ຂ້າພະເຈົ້າເຈັບປ່ວຍຫົວໃຈ, ປະເທດອາເມລິກາຈະຜ່ານ ພົ້ນໄປໃນໄວໆນີ້ແລະຈະຖືກລືມເລື່ອນ - ແຕ່ພວກເຮົາຈະຊື່ນຊົມຍິນດີກັບຄົນເປັນລ້ານໆ ຄົນຂອງພຣະເຈົ້າໃນອານາຈັກແຫ່ງສະຫວັນ! ນັ້ນແລະຄືບ້ານແທ້ຂອງເຮົາ! ນັ້ນແລະຄືປະ ເທດແທ້ຂອງເຮົາ! ນັ້ນແລະຄືຊົນຊາດຂອງພວກເຮົາທີ່ຢູ່ໃຕ້ພຣະເຈົ້າ.

ເມືອງນັ້ນບໍ່ຮູ້ຈັກຄໍາວ່າເຈັບຫົວໃຈ
ບໍ່ມີນໍ້າຕາຊຸ່ມຕາອີກຕໍ່ໄປ
ບໍ່ມີຄວາມສິ້ນຫວັງໃນສະຫວັນ
ບໍ່ມີອິດສາຫຼືການຕໍ່ສູ້ໃນອາກາດ
ສິດທິຊົນທຸກຄົນລ້ວນແຕ່ຊອບທໍາໝົດ
ພວກເຂົາອາໄສໃນຄວາມສະຫງົບສຸກທີ່ອ່ອນຫວານ
ຈິດໃຈຂອງຂ້າຈົດຈໍ່ຢູ່ໃນເມືອງນັ້ນ
ແລະມື້ໜື່ງພຣະພອນນັ້ນຂ້າຈະແບ່ງ
ໃນເມືອງທີ່ສົດໃສ,ຂາວບໍລິສຸດນັ້ນ
ຂ້າມີຫວັງ,ຜ້າຄຸມແລະມົງກຸດ
ຕອນນີ້ຂ້າແນມເບິ່ງ,ລໍຖ້າແລະປາດຖະໜາ
ເມືອງຂາວນັ້ນໃນບໍ່ຊ້າຈະລອຍລົງມາ
(“The Pearly White City” by Arthur F. Ingler, 1873-1935).

ຄົນຈໍານວນບໍ່ໜ້ອຍຈະຢູ່ທີ່ນັ້ນ,ພຣະເຈົ້າຕັດວ່າຈະມີ “ຄົນຈໍານວນຫຼາຍຊ່ືງບໍ່ສາ ມາດນັບໄດ້ມາຈາກທຸກຊາດ,ທຸກຕະກູນ,ປະຊາກອນແລະທຸກພາສາ”ໃນອານາຈັກແຫ່ງສະຫວັນ! (ພະນິມິດ 7:9)

ໃນເມືອງທີ່ສົດໃສ,ຂາວບໍລິສຸດນັ້ນ
ຂ້າມີວັງ,ຜ້າຄຸມແລະມົງກຸດ
ຕອນນີ້ຂ້າແນມເບິ່ງ,ລໍຖ້າແລະປາດຖະໜາ
ເມືອງຂາວນັ້ນໃນບໍ່ຊ້າຈະລອຍລົງມາ

“ເຮົາບອກທ່ານທັງຫລາຍວ່າ ຄົນເປັນຈຳນວນຫລາຍຈະມາຈາກທິດຕະເວັນອອກແລະທິດຕະເວັນຕົກ ຈະມາເອນກາຍລົງກັນກັບອັບລາຮາມແລະອິສອັກແລະຢາໂຄບໃນອານາຈັກແຫ່ງສະຫວັນ...”

ພວກເຂົາຈະມາ! ພວກເຂົາຈະມາ! ແລະບໍ່ມີສິ່ງໃດບໍ່ວ່າຈະຢູ່ໃນໂລກຫຼືໃນນາຮົກ ສາມາດຢຸດຢັ້ງພວກເຂົາຈາກການມາໄດ້! ພວກທ່ານຄິດວ່າມັນຍາກທີ່ຈະມາ - ແຕ່ຂ້າພະ ເຈົ້າຂໍບອກທ່ານວ່າມັນເປັນໄປບໍ່ໄດ້ທີ່ຈະຢຸດຢັ້ງພວກເຂົາບໍ່ໃຫ້ມາໄດ້! ຄືກັບຄື້ນສຶນາມິໃຫຍ່ ຂອງພຣະເຈົ້າທີ່ພັດພາເອົາຄົນທີ່ເລືອກສັນຂອງພຣະອົງເຂົ້າສູ່ອານາຈັກດ້ວຍພຣະຄຸນທີ່ ຕ້ານທານບໍ່ໄດ້ເລີຍ! ຄົນຂີ້ສົງໄສທັງຫຼາຍຈະຖືກກວາດອອກໄປ! ຄົນຂີ້ຢ້ານຈະຖືກ ກວາດອອກໄປ! ຄົນຊົ່ວຊ້າຈະຖືກກວາດອອກໄປ “ພວກເຂົາຈະມາ!” ຮາເລລູຢາ! ພວກເຂົາຈະມາ!

ຈົ່ງມາຫາພຣະເຢຊູດຽວນີ້,ພຣະອົງຈະບໍ່ຂັບໄລ່ທ່ານອອກໄປ, ພຣະອົງຈະຊ່ວຍ ພວກທ່ານທຸກຄົນທີ່ມາຫາພຣະອົງໃຫ້ພົ້ນ!

ຂ້າສາມາດແຕ່ພິນາດຖ້າຫາກໄປ
ຂ້າແກ້ບັນຫາທີ່ຈະພະຍາຍາມ
ເພາະຖ້າຂ້າຢູ່ຫ່າງຈາກພຣະຄຣິດ
ຂ້າຈະຕ້ອງຕາຍຕະຫຼອດເປັນນິດ

ຢ່າພາດທີ່ຈະໄປເມືອງຂາວງາມນັ້ນ! ຢ່າພາດທີ່ຈະຮ້ອງເພງກັບພວກເຮົາ

ໃນເມືອງທີ່ສົດໃສ,ຂາວບໍລິສຸດນັ້ນ
ຂ້າມີວັງ,ຜ້າຄຸມແລະມົງກຸດ
ຕອນນີ້ຂ້າແນມເບິ່ງ,ລໍຖ້າແລະປາດຖະໜາ
ເມືອງຂາວນັ້ນໃນບໍ່ຊ້າຈະລອຍລົງມາ

II. ສອງ ຄໍາເຕືອນກ່ຽວກັບເລື່ອງນາຮົກ.

ໜ້າເສົ້າ,ພວກເຮົາຕ້ອງຂໍເອົາສ່ວນທີ່ສອງຂອງຂໍ້ພຣະຄໍາພີໃຫ້ທ່ານ, ຂ້າພະເຈົ້າ ເກືອບຢາກຈະເອົາມັນຖີ້ມ! ແຕ່ມັນຄືໜ້າທີ່ຂອງຂ້າພະເຈົ້າທີ່ຈະເທດສະໜາໃຫ້ທ່ານຟັງ.

“ແຕ່ບັນດາລູກຂອງອານາຈັກຈະຕ້ອງຖືກຂັບໄລ່ໄສສົ່ງອອກໄປໃນທີ່ມືດພາຍນອກ ບ່ອນນັ້ນຈະມີສຽງຮ້ອງໄຫ້ຂົບຂ້ຽວຫຍ້ຳແຂ້ວ”(ມັດທາຍ 8:12)

ມີຜູ້ຊາຍອາວຸໂສຄົນໜື່ງໃສ່ໝວກຂົນນົກແລ່ນອອກກໍາລັງກາຍຊ້າໆຜ່ານເຮືອນ ຂອງພວກເຮົາທຸກໆມື້,ລາວເຄີຍໄປພັກຜ່ອນຍາວນານກັບເມຍຂອງລາວຢູ່ແຖວອາເມລິກາ ໃຕ້ທຸກໆປີ,ລາວເປັນເຈົ້າຂອງບ້ານງາມທີ່ມີສະລອຍນໍ້າຢູ່ໃນສວນຫຼັງບ້ານ,ນັກເທດຄົນໜື່ງຊື່ ວ່າເຄີຕິສໂກແມນກໍາລັງອາໄສຢູ່ໃນບ້ານຂອງພວກເຮົາໃນຂະນະທີ່ຊາຍອາວຸໂສຄົນນີ້ແລ່ນຜ່ານ,ອາຈານໂກແມນຈື່ງອອກໄປຕາມຫົນທາງເພື່ອເປັນພະຍານໃຫ້ກັບລາວແຕ່ລາວພັດ ແລ່ນໜີໄປຄືກັບລາວກໍາລັງຖືກຜີໄລ່ຕາມ,ໂກແມນຈື່ງແລ່ນຕາມລາວໄປຮ້ອງໃສ່ວ່າ“ຢຸດ ກ່ອນ! ຜູ້ເຖົ້າເອີຍ ເຈົ້າກໍາລັງຈະຕົກນາຮົກ ຢຸດກ່ອນ! ເຈົ້າກໍາລັງຈະຕົກນາຮົກ!”ແຕ່ຊາຍ ແກ່ທີ່ໃສ່ໝວກຂົນນົກແລ່ນໄປປະລາວ,ກ່ອນຄໍ່າຄືນສຸດທ້າຍຊາຍແກ່ຄົນນັ້ນນອນບໍ່ຫລັບ, ລາວຈື່ງເອົາໂສ້ງລອຍນໍ້າມາໃສ່ແລ້ວໄປລອຍນໍ້າຢູ່ສະຂອງຕົນໄປມາ,ແຕ່ລາວລົ້ມຫົວຟາດລົງພື້ນສະປະມານສອງໂມງເຊົ້າ,ມີບາງຄົນມາພົບສົບຂອງລາວຟູ່ຢູ່ເທິງນໍ້າ,ໂຕລາວເຢັນໃນເຊົ້າມື້ຕໍ່ມາ,ຄໍາສຸດທ້າຍທີ່ລາວໄດ້ຍິນຈາກນັກເທດຄົນໜື່ງຄື “ຢຸດ ຊາຍແກ່ເອີຍ ເຈົ້າກໍາລັງ ຈະຕົກນາຮົກໄດ໋ ເຈົ້າກໍາລັງຈະຕົກນາຮົກ!” ລາວເປັນຄົນດີ ຂ້າພະເຈົ້າມັກນິໄສລາວ, ຂ້າພະເຈົ້າເສຍໃຈຫຼາຍເມື່ອໄດ້ຍິນຂ່າວຈາກໄອລີນາວ່າລາວຕາຍແນວໃດແດ່, ຂ້າພະ ເຈົ້າໄດ້ຍິນກ່ອນທີ່ຂ້າພະເຈົ້າຈະແຕ່ງບົດເທດນີ້.

ຢ່າປັດເລື່ອງນີ້ອອກໂດຍການຄິດວ່າລາວເປັນຜູ້ເຖົ້າແລະທ່ານຍັງໜຸ່ມຢູ່! ຢ່າບັງ ອາດເຮັດແບບນັ້ນ, ຂ້າພະເຈົ້າໄດ້ອ່ານເລື່ອງຂ່າວມໍລະນະກໍາທີ່ມີປະຫວັດຂອງຜູ້ຕາຍປະ ກອບນໍາຢູ່ໃນໜັງສືພິມສອງສະບັບທຸກໆເຊົ້າ,ຂ້າພະເຈົ້າເຊົາອ່ານໜັງສືກາຕູນແລ້ວ,ພວກ ເຮົາມັກເອີ້ນພວກມັນວ່າ“ເຈ້ຍຕະລົກ”,ແຕ່ພວກມັນບໍ່ໄດ້ຕະລົກອີກຕໍ່ໄປ,ພວກມັນໜ້າເສົ້າ ແລະສິ້ນຫວັງ - ໜ້າເສົ້າແລະສິ້ນຫວັງຄືກັບພວກຜູ້ເຖົ້າທີ່ຢູ່ໂດດດ່ຽວໃນບ້ານທີ່ສວຍງາມ, ຄົນໜຸ່ມທັງຫຼາຍຢ່າປ່ອຍໃຫ້ພໍ່ແມ່ຂອງຕົນຢູ່ຢ່າງດ່ຽວດາຍ,ມັນເປັນທາງໂຫດຮ້າຍຫຼາຍທີ່ຈະມີຊີວິດຢູ່,ສັນຍາກັບຂ້າພະເຈົ້າຕໍ່ໜ້າພຣະເຈົ້າວ່າພວກທ່ານຈະຮັບພໍ່ແມ່ທີ່ເຖົ້າແລ້ວມາຢູ່ກັບທ່ານເມື່ອພວກເຂົາຕ້ອງຢູ່ໂດດດ່ຽວ,ສັນຍາກັບຂ້າພະເຈົ້າ!ໃຫ້ອ່ານຈຸດນີ້ທີ່ຢູ່ໃນຄໍາເທດສະໜາທີ່ມີຊື່ວ່າ“ສະຫວັນແລະນາຮົກ” ຢ່າປ່ອຍໃຫ້ພໍ່ແມ່ຂອງທ່ານມີຊີວິດທີ່ໜ້າເບື່ອ,ໂດດດ່ຽວ ໃນຍາມເຖົ້າໂດຍພຽງແຕ່ໄດ້ຮັບໂທລະສັບຫຼືຂໍ້ຄວາມທຸກສອງສາມມື້ຈາກທ່ານ! ໃຫ້ພາພໍ່ ຫຼືແມ່ມາຢູ່ກັບທ່ານເມື່ອຄູ່ຄອງຂອງພວກເຂົາຕາຍຈາກໄປ,ນັ້ນແລະເປັນສິ່ງທີ່ຄຣິສຕຽນແທ້ ເຮັດ! ຢ່າງໜ້ອຍກໍພະຍາຍາມເຮັດມັນ, ເພື່ອເຫັນແກ່ພຣະເຈົ້າຢ່າປ່ອຍໃຫ້ແມ່ຂອງພວກ ທ່ານແຫ່ວແຫ້ງແລະຕາຍຢ່າງໂດດດ່ຽວ - ໃນຂະນະທີ່ທ່ານເອງພັດມ່ວນຊື່ນກັບຊີວິດຢູ່ຄົນ ດຽວ,ຖ້າທ່ານເຮັດແບບນັ້ນທ່ານກໍຈະກ່ຽວໃນສິ່ງທີ່ທ່ານຫວ່ານລົງໄປ, ເຊັ່ນດຽວກັນທ່ານ ກໍຈະຕາຍຢ່າງໂດດດ່ຽວແລະລົງໄປນາຮົກຄົນດຽວຄືກັບຊາຍເຖົ້າທີມີຂົນນົກຢູ່ເທິງໝວກ ຂອງລາວຕາຍມື້ວານນີ້,ເມື່ອລາວຕ້ອງລົ້ມຫົວຟາດແລ້ວຈົ່ມນໍ້າລົງໃນສະລອຍນໍ້າຂອງຕົນ.

“ແຕ່ບັນດາລູກຂອງອານາຈັກຈະຕ້ອງຖືກຂັບໄລ່ໄສສົ່ງອອກໄປໃນທີ່ມືດພາຍນອກ ບ່ອນນັ້ນຈະມີສຽງຮ້ອງໄຫ້ຂົບຂ້ຽວຫຍ້ຳແຂ້ວ”(ມັດທາຍ 8:12)

ມີພວກທ່ານບາງຄົນທີ່ຢູ່ໃນນີ້ມີແມ່ເປັນຄຣິສຕຽນ,ບາງຄົນໃນພວກທ່ານກໍາລັງທຸບ ຕີໃຈແມ່ທີ່ທຸກຍາກໃຫ້ແຕກ,ພວກເຮົາໄດ້ພາແມ່ຂອງຂ້າພະເຈົ້າມາຢູ່ໃນບ້ານຂອງພວກເຮົາແລະເມຍຂອງຂ້າພະເຈົ້າກໍຮັກລາວ,ແລະພວກເຮົາກໍເປັນຫ່ວງເພີ່ນໃນຊ່ວງໄລຍະເວລາສີ່ປິສຸດທ້າຍຂອງເພີ່ນ,ແຕ່ມີພວກລູກໆທີ່ຢູ່ໃນຄຣິສຕະຈັກໃນຄໍ່າຄືນນີ້ຊື່ງຈະທໍາຮ້າຍຫົວໃຈແມ່ຂອງເຂົາແລະເຮັດໃຫ້ຜົມຂອງເພີ່ນຫງອກກ່ອນເວລາອັນຄວນ,ທ່ານຈະສືບຕໍ່ໆເຮັດສິ່ງໜື່ງທີ່ທໍລະມານຫົວໃຈແມ່ຂອງພວກທ່ານໃນຕອນກາງຄືນ! ເພີ່ນອາດຈະບໍ່ມີມື້ບອກພວກທ່ານ ແຕ່ທ່ານຄືຄວາມຫວັງດຽວທີ່ເພີ່ນມີຢູ່,ເພີ່ນໄດ້ຖອກຊີວິດຂອງເພີ່ນໃຫ້ກັບທ່ານ,ເພີ່ນເປັນ ທາດຕັ້ງແຕ່ເຊົ້າໆຈົນຮອດຄໍ່າເພື່ອໃຫ້ແນ່ໃຈວ່າທ່ານມີຊີວິດທີ່ດີກວ່າທີ່ເພີ່ນມີ,ແຕ່ພວກທ່ານກໍປະຕິເສດສິ່ງໜື່ງທີ່ເພີ່ນຂໍຮ້ອງຈາກທ່ານໄປ! ເພີ່ນບໍ່ບອກກັບທ່ານເພາະເພີ່ນຮັກທ່ານຫຼາຍ ຈື່ງບໍ່ຢາກໃຫ້ທ່ານເສຍໃຈ,ແຕ່ຄວາມຈິງແລ້ວມີສິ່ງດຽວທີ່ເພີ່ນຕ້ອງການຈາກທ່ານແທ້ກໍຄືໃຫ້ ທ່ານເຊື່ອວາງໃຈໃນພຣະເຢຊູ,ຢູ່ບ່ອນຫັ້ນແລະຍີ້ມເມື່ອທ່ານຮັບບັບຕິດສະມາ ! ພວກທ່ານບໍ່ ສາມາດໃຫ້ສິ່ງນັ້ນກັບແມ່ຈົນໆຂອງທ່ານໄດ້ບໍ? ເພີ່ນຈະຮູ້ສຶກຄືກັບວ່າຊີວິດຂອງເພີ່ນເປັນ ສິ່ງເສດເຫຼືອ,ຊີວິດຂອງເພີ່ນບໍ່ມີຄ່າອັນໃດເລີຍຖ້າຫາກທ່ານບໍ່ມາຫາພຣະເຢຊູ,ຮັບບັບຕິດ ສະມາແລະເຮັດໃຫ້ເພີ່ນພູມໃຈໃນໂຕທ່ານ.

ບໍ່ວ່າແມ່ຂອງພວກທ່ານຈະເປັນຄຣິສຕຽນຫຼືບໍ,ກະລຸນາເພື່ອເຫັນແກ່ພຣະເຈົ້າຄົນ ໜຸ່ມສາວເອີຍ-ເຊີນມາຫາພຣະເຢຊູດຽວນີ້ເຖີດໃນຂະນະທີ່ໃຈຂອງທ່ານຍັງອ່ອນແລະໜຸ່ມຢູ່ ຢ່າອອກໄປໂດຍທີ່ບໍ່ມີພຣະຄຣິສ-ຈົນໃນທີ່ສຸດທ່ານຕ້ອງແລ່ນໜີຈາກພຣະຄຣິສ- ຄືກັບ ຊາຍແກ່ທີ່ມີໝວກຂົນນົກຢູ່ເທິງຫົວຂອງລາວເຮັດ-ແລະທ່ານຈະເຮັດແບບນັ້ນຖ້າຫາກທ່ານ ບໍ່ໄດ້ຕອນຮັບເອົາພຣະເຢຊູໃນຕອນນີ້,ໃນເມື່ອທ່ານຍັງໜຸ່ມຢູ່-ແລະຕາຍແລະຈົ່ມລົງໃນ ນາຮົກບາງເທື່ອອາດຈະເປັນຢູ່ໃນສະຂອງທ່ານກໍໄດ້,ຕາຍຢູ່ໃນນໍ້າແລ້ວຈົ່ມລົງໄປບ່ອນມືດ ມົນ,ບ່ອນທີ່ບໍ່ມີໃຜເອົານໍ້າມາຢອດໃສ່ລີ້ນໃຫ້ເຢັນຢູ່ໃນແປວໄຟທີ່ໄໝ້ຢູ່ເປັນນິດ.

ສະເປີໂຈນໄດ້ເລົ່າເລື່ອງຄວາມຝັນຂອງຜູ້ຍິງຄົນໜື່ງທີ່ລາວໄດ້ເລົ່າໃຫ້ລູກຂອງລາວຟັງ,ລາວຝັນວ່າການພິພາກສາມາເຖິງແລ້ວ,ປື້ມເຫຼັ້ມໃຫຍ່ໄດ້ເປີດຂື້ນແລະພຣະເຈົ້າຕັດວ່າ “ວາງພວກຄົນບໍ່ເຊື່ອລົງເບື້ອງຊ້າຍແລະຄົນທີ່ເຊື່ອຢູ່ເບື້ອງຂວາ” ແລ້ວທູດສະຫວັນກໍມາພາ ແມ່ໄປເວົ້າວ່າ “ນາງເປັນຄຣິສຕຽນແລະຕ້ອງໄປຢູ່ເບື້ອງຂວາ ແຕ່ພວກລູກຂອງນາງເປັນ ຄົນຫຼົງຫາຍ,ພວກເຂົາເປັນແບ້, ພວກເຂົາຕ້ອງໄປຢູ່ເບື້ອງຊ້າຍ” ລາວຝັນວ່າພວກລູກໆ ພາກັນຮ້ອງໄຫ້ແລ້ວເວົ້າວ່າ “ແມ່ເອີຍ ພວກເຮົາຕ້ອງພາກຈາກເຈົ້າໄປບໍ?”ແມ່ຈື່ງໂອບ ກອດລູກໆແລ້ວເວົ້າວ່າ “ລູກຂອງແມ່ເອີຍ ຖ້າວ່າມັນເປັນໄປໄດ້ແມ່ຊິພາພວກລູກໄປກັບ ແມ່, ແຕ່ມັນເປັນໄປບໍ່ໄດ້ເພາະພວກລູກບໍ່ໄດ້ເຊື່ອໃນພຣະເຢຊູ, ແມ່ໄດ້ຂໍຮ້ອງພວກເຈົ້າໃຫ້ ເຊື່ອວາງໃຈໃນພຣະເຢຊູແຕ່ພວກເຈົ້າກໍບໍ່ຟັງແລະເຊື່ອຄວາມແມ່, ຕອນນີ້ແມ່ຕ້ອງໄດ້ແຍກ ຈາກພວກເຈົ້າໄປຕະຫຼອດການ” ໃນວິນາທີນັ້ນທູດສະຫວັນກໍມາຫານາງ, ນໍ້າຕາຂອງນາງ ໄດ້ຈາງຫາຍໄປແລ້ວຕອນນີ້,ຊະນະຄວາມຮັກໄຄ່ແບບທໍາມະຊາດ, ຖືກເຮັດໃຫ້ມິດງຽບ ຢ່າງເໜືອທໍາມະຊາດແລະຍອມຮັບຕໍ່ນໍ້າພຣະໄທຂອງພຣະເຈົ້າ, ນາງຫັນໄປເບິ່ງພວກ ລູກໆແລະເວົ້າກັບເຂົາວ່າ “ແມ່ໄດ້ພາພວກເຈົ້າໄປໂບດ ແມ່ສອນພຣະຄໍາພີໃຫ້ພວກເຈົ້າ ຟັງຢູ່ບ້ານ, ແມ່ອະທິຖານເພື່ອພວກເຈົ້າໃນຕອນກາງຄືນ, ພວກເຈົ້າກໍຍັງປະຕິເສດຢູ່, ດຽວ ນີ້ສິ່ງທີ່ແມ່ຕ້ອງເວົ້າຄືຄໍາວ່າເອແມນຕໍ່ການລົງໂທດເປັນນິດນິລັນຂອງພວກເຈົ້າ” ຫຼັງຈາກ ນັ້ນພວກເຂົາກໍຖືກກະຊາກໄປຈາກລາວແລະລາວໄດ້ເຫັນພວກເຂົາຖືກຖີ້ມລົງໃນບ່ອນມືດ ຂ້າງນອກເຂົ້າໃນແປວໄຟຊົ່ວນິດນິລັນ.

ຄົນໜຸ່ມທັງຫຼາຍ,ພວກທ່ານຈະຄິດແນວໃດແດ່ເມື່ອວັນສຸດທ້າຍມາເຖິງແລະພວກ ທ່ານໄດ້ຍິນພຣະຄຣິດເວົ້າວ່າ “ຈົ່ງຖອຍໄປ ເຈົ້າຜູ້ຖືກສາບແຊ່ງເຂົ້າສູ່ໄຟຊົ່ວນິດນິລັນ” ແລະຈາກນັ້ນພວກທ່ານກໍໄດ້ຍິນສຽງອື່ນອີກເວົ້າວ່າ “ເອແມນ” ແລະເມື່ອທ່ານຖາມວ່າສຽງ ເອແມນນັ້ນມາຈາກໃສ,ທ່ານກໍພົບວ່າມັນເປັນສຽງແມ່ຂອງທ່ານ, ຫຼືຍິງສາວທັງຫຼາຍເມື່ອ ທ່ານຖືກຖີ້ມໄປບ່ອນມືດພາຍນອກຂອງນາຮົກພວກທ່ານອາດຈະໄດ້ຍິນຄໍາວ່າ “ເອແມນ” ແລະຄົ້ນພົບວ່າມັນມາຈາກປາກພໍ່ຂອງທ່ານ.

ມີຄົນຊົ່ວຫຼາຍຄົນທີ່ລອດແລ້ວ,ຄົນຂີ້ເມົາ,ພວກຍິງໂສເພນີ,ຄົນຮັກຮ່ວມເພດດຽວກັນທີ່ລອດແລ້ວແລະຄົນຕິດຢາເສບຕິດຈະເຂົ້າສູ່ເມືອງສະຫວັນ,ແລະ“ລູກຫຼານຂອງອານາຈັກ” ຄືກັບພວກທ່ານເປັນລູກທີ່ມາໂບດຕະຫຼອດຊີວິດຂອງທ່ານ,ແຕ່ປະຕິເສດພຣະເຢຊູຈະຖືກ ຖີ້ມລົງໃນທີ່ມືດພາຍນອກແລະໃນແປວໄຟຂອງນາຮົກ,ແລະບ່ອນນັ້ນທ່ານຈະບໍ່ມີຄວາມ ຫວັງອີກຕໍ່ໄປ-ຕະຫຼອດໄປເປັນນິດ-ຕະຫຼອດໄປເປັນນິດ! ຫຼົງຫາຍຕະຫຼອດໄປເປັນນິດ. ແລະມັນເປັນເລື່ອງງ່າຍຫຼາຍທີ່ຈະຫລົບໜີຈາກສິ່ງໂຫດຮ້າຍນີ້! ທັງໝົດທີ່ທ່ານ ຕ້ອງເຮັດກໍຄືເຊື່ອວາງໃຈໃນພຣະເຢຊູ - ລຽບໆງ່າຍໆ -“ເຊື່ອແຕ່ເທົ່ານັ້ນ ເຊື່ອພຣະອົງ ດຽວນີ້!ພຣະອົງຊົງຊ່ວຍທ່ານ,ພຣະອົງຊົງຊ່ວຍທ່ານ, ພຣະອົງຊົງຊ່ວຍທ່ານໃຫ້ພົ້ນດຽວນີ້” ຈົ່ງເຊື່ອແບບງ່າຍໆໃນພຣະອົງແລະບາບຂອງທ່ານຈະຖືກລ້າງໂດຍພຣະໂລຫິດຂອງພຣະຄຣິດທີ່ຫຼັງໄຫຼເທິງໄມ້ກາງແຂນ! ຈົ່ງມາຫາກາງແຂນຂອງພຣະຄຣິດແລະຖືກຊໍາລ້າງໃນ ພຣະໂລຫິດຂອງພຣະອົງ! ບົດເທດນີ້ຖືກດັດແປງແລະຫຍໍ້ມາຈາກບຸກຄົນໜື່ງ ໂດຍ ຊີ.ເອັຊ.ສະເປີໂຈນ “ເຈົ້າຊາຍແຫ່ງນັກເທດ” ຊື່ງທ່ານໄດ້ເທດກັບຝູງຊົນໃຫຍ່ຢູ່ກາງທົ່ງ ຕອນທີ່ເພີ່ນອາຍຸໄດ້ຊາວປີ, ຊື່ງເພີ່ນຈະເປັນຜູ້ທໍາອິດທີ່ບອກທ່ານວ່າເພງນີ້ເປັນຄວາມຈິງ.

ມີຫ້ອງຢູ່ທີ່ກາງແຂນເພື່ອທ່ານ
ມີຫ້ອງຢູ່ທີ່ກາງແຂນເພື່ອທ່ານ
ເຖິງແມ່ນຫຼາຍລ້ານໄດ້ມາ ກໍຍັງມີຫ້ອງເພື່ອທ່ານຢູ່
ແມ່ນແລ້ວ,ມີຫ້ອງຢູ່ທີ່ກາງແຂນເພື່ອທ່ານ
(“Room at the Cross For You” by Ira F. Stanphill, 1914-1993).

ທ່ານຢາກຈະລົມກັບພວກເຮົາກ່ຽວກັບການຖືກເຮັດໃຫ້ສະອາດຈາກຄວາມບາບ ໂດຍຄວາມເຊື່ອໃນພຣະໂລຫິດຂອງພຣະເຢຊູບໍ? ຖ້າຢາກຂໍເຊີນໄປຫ້ອງນໍາວິນຍານດຽວ ນີ້ເລີຍ, ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ໂຄງຮ່າງບົດເທດສະໜາ

ສະຫວັນແລະນາຮົກ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ເຮົາບອກທ່ານທັງຫລາຍວ່າ ຄົນເປັນຈຳນວນຫລາຍຈະມາຈາກທິດຕະເວັນອອກແລະທິດຕະເວັນຕົກ ຈະມາເອນກາຍລົງກັນກັບອັບລາຮາມແລະອິສອັກແລະຢາໂຄບໃນອານາຈັກແຫ່ງສະຫວັນ ແຕ່ບັນດາລູກຂອງອານາຈັກຈະຕ້ອງຖືກຂັບໄລ່ໄສສົ່ງອອກໄປໃນທີ່ມືດພາຍນອກ ບ່ອນນັ້ນຈະມີສຽງຮ້ອງໄຫ້ຂົບຂ້ຽວຫຍ້ຳແຂ້ວ” (ມັດທາຍ 8:11-12).

I. ໜື່ງ ຄໍາສັນຍາເລື່ອງສະຫວັນ. ມັດທາຍ 8:11; ພະນິມິດ 7:9

II. ສອງ ຄໍາເຕືອນກ່ຽວກັບເລື່ອງນາຮົກ. ມັດທາຍ 8:12.