Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຕ້ອງການ-ຜູ້ຊາຍທີ່ສູ້

(ບົດເທດສະໜາເນື່ອງໃນວັນພໍ່ແຫ່ງຊາດ)
NEEDED – FIGHTING MEN!
(A FATHER’S DAY SERMON)
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 15/6/2014
A sermon preached at the Baptist Tabernacle of Los Angeles
Lord’s Day Morning, June 15, 2014

“ບັດນີ້ ພຣະວິນຍານໄດ້ກ່າວໄວ້ຢ່າງແຈ່ມແຈ້ງວ່າ ໃນການພາຍຫລັງຈະມີບາງຄົນປະຖິ້ມຄວາມເຊື່ອ ໂດຍຫັນໄປເຊື່ອຟັງວິນຍານທີ່ລໍ້ລວງ ແລະຟັງຄຳສອນຂອງພວກຜີປີສາດ ການໜ້າຊື່ໃຈຄົດຂອງຄົົນທີ່ເວົ້າຕົວະ ຄືເຮັດໄປທັງຮູ້ໆເໝືອນຢ່າງກັບເອົາເຫລັກແດງນາບລົງໄປເທິງຈິດສຳນຶກຜິດຊອບຂອງເຂົາ” (1 ຕີໂມທຽວ 4:1-2)


ມື້ນີ້ເປັນວັນພໍ່,ຂ້າພະເຈົ້າຖືກຄາດຫວັງໃຫ້ເທດສະໜາກ່ຽວກັບການເປັນພໍ່ທີ່ດີ, ແຕ່ ຂ້າພະເຈົ້າບໍ່ຮູ້ສຶກວ່າພຣະເຈົ້າຢາກໃຫ້ເຮັດແບບນັ້ນໃນເຊົ້ານີ້,ຖ້າຂ້າພະເຈົ້າຫາກບອກພວກທ່ານວ່າຈະເປັນພໍ່ທີ່ດີໄດ້ແນວໃດແດ່ພວກທ່ານໜ້າຈະບໍ່ເຮັດຕາມຢູ່ດີ, ບົດເທດສະໜາໃນ ວັນພໍ່ສ່ວນຫຼາຍເວົ້າເຖິງເລື່ອງສິນທໍາໜ້ອຍໜື່ງ, ດາວິດເມີເຣີໄດ້ຂຽນໜັງສືເຫຼັມໜື່ງມີຊື່ວ່າ ເປັນຫຍັງຜູ້ຊາຍຈື່ງຊັງທີ່ຈະໄປໂບດ (David Murrow, Thomas Nelson Publishers,2004). ຂ້າພະເຈົ້າຄິດວ່ານັກເທດທຸກຄົນຄວນຈະອ່ານມັນ,ສິ່ງໜື່ງທີ່ເຮັດໃຫ້ຜູ້ຊາຍຊັງທີ່ຈະໄປໂບດອີງຕາມໜັງສືຂອງເມີເຣີຄືມີຄໍາເທດສະໜາກ່ຽວກັບສິນທໍາໜ້ອຍໂພດ, ບອກພວກເຂົາໃຫ້ ເປັນເດັກດີ-ຄໍາເວົ້າເພື່ອໃຫ້ມີຜົນກະທົບ, ຜູ້ຊາຍບໍ່ຕ້ອງການບົດບັນຍາຍກ່ຽວກັບການເປັນ ຄົນດີ,ແມ່ຂອງພວກເຂົາສອນເຂົາຕັ້ງແຕ່ຍັງນ້ອຍໆມາແລ້ວແລະພວກເຂົາກໍຮຽນຮູ້ທີ່ຈະປັບປ່ຽນມັນ,ຂ້າພະເຈົ້າບໍ່ໄດ້ກໍາລັງເວົ້າວ່າແມ່ຂອງເຂົາເຈົ້າຜິດທີ່ເຮັດແບບນັ້ນ, ມັນເປັນເລື່ອງ ປົກກະຕິຢູ່ແລ້ວທີ່ແມ່ຫຼາຍຄົນຈະສອນລູກໆຂອງເຂົາ, ແຕ່ຜູ້ຊາຍທີ່ໃຫຍ່ແລ້ວບໍ່ໄດ້ຮຽນຮູ້ ແບບນັ້ນ, ຜູ້ຊາຍຮຽນຮູ້ຫຼາຍຢ່າງໂດຍການຕິດຕາມແບບຢ່າງຂອງຊາຍຄົນອື່ນໆ,ຖ້າພວກ ຜູ້ຊາຍກໍາລັງຕາມພຣະຄຣິດ, ຂ້າພະເຈົ້າກໍຄົ້ນພົບວ່າພວກເຂົາຈະບໍ່ໄປຫ່າງຈາກລາຍລະ ອຽດຂອງຊີວິດ, ດັ່ງນັ້ນຂ້າພະເຈົ້າຈື່ງຢາກຈະແນ່ໃຈວ່າພວກເຂົາລອດແລ້ວແລະກໍາລັງ ຕິດຕາມພຣະອົງ,ເມີເຣີໄດ້ກ່າວວ່າຜູ້ພວກຊາຍຕ້ອງການຄວາມທ້າທາຍ, ທີ່ຈະສະໝັກເຂົ້າ ເປັນທະຫານ,ທີ່ຈະສູ້ເພື່ອພຣະເຈົ້າໃນຖານະເປັນທະຫານແຫ່ງໄມ້ກາງແຂນ! ຂ້າພະເຈົ້າ ຄິດວ່າເມີເຣີເວົ້າຖືກຕ້ອງດີ,ນັ້ນແລະຄືສິ່ງທີ່ຂ້າພະເຈົ້າເທດແລະເປັນເຫດຜົນທີ່ວ່າເປັນຫຍັງຄຣິສຕະຈັກນີ້ຈື່ງເຕັມໄປດ້ວຍຜູ້ຊາຍ,ຜູ້ຊາຍທີ່ຮ້ອນຮົນທີ່ຈະ“ຕໍ່ສູ້ຢ່າງເຕັມກຳລັງເພື່ອຄວາມເຊື່ອ [ແລະ]ຈົ່ງຍຶດຊີວິດນິລັນດອນໄວ້”(1 ຕີໂມທຽວ 6:12),ບໍ່ມີຄວາມຕ້ອງການໃຫຍ່ ກວ່ານີ້ແລ້ວສໍາຫຼັບຜູ້ຊາຍໃນຄຣິສຕະຈັກທັງຫຼາຍຂອງເຮົາ,ພວກເຮົາຢູ່ໃນສົງຄາມ - ພວກ ເຮົາຕ້ອງການຜູ້ຊາຍທີ່ສູ້, ຜູ້ຊາຍທີ່ບໍ່ຢ້ານທີ່ຈະສູ້ເພື່ອພຣະເຈົ້າແລະເພື່ອສິ່ງທີ່ຖືກຕ້ອງໃນ ເມືອງທີ່ມີເຄາະກໍານີ້,ໃນປະເທດຂອງເຮົາທັງຫຼາຍທີ່ຖືກຊາຕານຄວບຄຸມຢູ່ນີ້.

ໂຊກບໍ່ດີທີ່ຄຣິສຕະຈັກຫຼາຍແຫ່ງຜູ້ຄົນບໍ່ຮູ້ແມ່ນກະທັ່ງວ່າພວກເຮົາຢູ່ໃນສົງຄາມ! ແລະພວກເຂົາບໍ່ຮູ້ວ່າແມ່ນໃຜຄືສັດຕູ! ສິດຍາພິບານສ່ວນຫຼາຍບໍ່ເຄີຍບອກເຂົາເຈົ້າ! ຂ້າພະ ເຈົ້າກກໍາລັງຈະເຮັດແບບນັ້ນໃນເຊົ້ານີ້! ໃຫ້ເຮົາຟັງຂໍ້ພຣະຄໍາພີຂອງເຮົາອີກເທື່ອໜື່ງ.

“ບັດນີ້ ພຣະວິນຍານໄດ້ກ່າວໄວ້ຢ່າງແຈ່ມແຈ້ງວ່າ ໃນການພາຍຫລັງຈະມີບາງຄົນປະຖິ້ມຄວາມເຊື່ອ ໂດຍຫັນໄປເຊື່ອຟັງວິນຍານທີ່ລໍ້ລວງ ແລະຟັງຄຳສອນຂອງພວກຜີປີສາດ ການໜ້າຊື່ໃຈຄົດຂອງຄົົນທີ່ເວົ້າຕົວະ ຄືເຮັດໄປທັງຮູ້ໆເໝືອນຢ່າງກັບເອົາເຫລັກແດງນາບລົງໄປເທິງຈິດສຳນຶກຜິດ ຊອບຂອງເຂົາ” (1 ຕີໂມທຽວ 4:1-2)

ໃນນີ້ອັກຄະສາວົກເປົາໂລໄດ້ເວົ້າເຖິງ“ການພາຍຫລັງ” ຂ້າພະເຈົ້າເຊື່ອວ່ານີ້ແນ່ໃສ່ “ຍຸກສຸດທ້າຍ” ທີ່ເວົ້າເຖິງໃນ 2 ຕີໂມທຽວ 3:1,ຂ້າພະເຈົ້າໄດ້ສຶກສາພຣະຄໍາພີເປັນເວລາ 55 ປີມາແລ້ວແລະຂ້າພະເຈົ້າໄດ້ສໍານຶກຕົນວ່າພວກເຮົາກໍາລັງອາໄສຢູ່ໃນຈຸດນັ້ນແລ້ວໃນ ຕອນນີ້,ພວກເຮົາກໍາລັງອາໄສຢູ່ໃນ “ການພາຍຫຼັງ” ພວກເຮົາກໍາລັງອາໄສຢູ່ໃນ “ຍຸກສຸດ ທ້າຍ” ພວກເຮົາກໍາລັງອາໄສຢູ່ໃກ້ການສະເດັດກັບມາຄັ້ງທີ່ສອງຂອງພຣະຄຣິດແລະການ ສິ້ນສຸດຂອງໂລກນີ້ຄືກັບທີ່ເຮົາຮູ້ຈັກແລ້ວ, ແລະພວກເຮົາກໍາລັງອາໄສຢູ່ໃນຊ່ວງເວລາເມື່ອ ນາຮົກເບິ່ງຄືວ່າຫຼຸດອອກມາ,ຊາຕານແລະພວກສະມຸນຂອງມັນກໍາລັງເດີນຂະບວນຜ່ານຖະໜົນຂອງເຮົາ,ຄານເຂົ້າໄປໃນເຮືອນທັງຫຼາຍຂອງເຮົາແລະກໍາລັງທໍາລາຍຫົນທາງຊີວິດຂອງພວກເຮົາ.

ແມ່ນແຕ່ປະທານາທິບໍດີແຫ່ງສະຫະລັດອາເມລິກາກໍເບິ່ງຄືເຂົ້າໃຈວ່າມີບາງສິ່ງບາງຢ່າງຜິດພາດ,ພວກເຮົາມີອີກຄົນໜື່ງກາດຍິງໃນວັນພຸດແລ້ວນີ້,ເປັນຜູ້ຊາຍອາຍຸ 15 ປີຢູ່ໃນ ລັດໂອເຣກ໋ອນໄດ້ເຂົ້າໄປໃນໂຮງຮຽນພ້ອມກັບປືນແລະເປີດສັນຍານເຕືອນໄພ, ລາວກາດ ຍິງເດັກນ້ອຍຜູ້ຊາຍຄົນອື່ນໆແລະເຮັດໃຫ້ຄູຄົນໜື່ງບາດເຈັບກ່ອນທີ່ຈະຍິງຕົວຕາຍ, ປະທາ ນາທິບໍດີໂອບາມາໄດ້ກ່າວວ່າ:

ຕອນນີ້ມັນເກີດຂື້ນອາທິດລະເທື່ອ,ລະດັບຄວາມຮຸນແຮງເລື່ອງປືນຂອງເຮົາແມ່ນຢູ່ໃນລະດັບສູງ...ສະຫະລັດບໍ່ມີສິດຜູກຂາດເລື່ອງຄົນບ້າ...ແມ່ນພວກເຮົາຂ້າກັນເອງໃນກຸ່ມຄົນທີ່ຍິງກັນທີ່ມີອັດຕາ[ສູງຂື້ນ] ຫຼາຍກວ່າທຸກແຫ່ງ (Barack Obama, The Los Angeles Times, Wednesday, June 11, 2014).

ແນ່ນອນຄໍາຕອບຂອງໂອບາມາຄືການກໍາຈັດປືນຖີ້ມ, ແຕ່ຂ້າພະເຈົ້າບໍ່ເຫັນດ້ວຍ, ພວກເຂົາສາມາດກໍາຈັດປືນທຸກກະບອກໃນປະເທດຂອງເຮົາໄດ້ແຕ່ຄວາມຮຸນແຮງກໍຈະຍັງສືບຕໍ່,ຫຼາຍອາທິດກ່ອນມີເດັກຜູ້ຊາຍຄົນໜື່ງເອົາມືດລ່າສັດໄລ່ແທງນັກຮຽນຢູ່ໂຮງຮຽນຂອງຕົນ, ຖ້າພວກເຂົາຫາກກໍາຈັດມີດລ່າສັດພວກເຂົາກໍຈະຂ້າກັນດ້ວຍກ້ອນຫີນຫຼືແກ້ວແຕກ ຕ່າງໆຫຼືຈູດໄຟເຜົາຄືກັບທີ່ເຂົາເຮັດເມື່ອກ່ອນຢູ່ເມືອງລອສແອງເຈີລິສ, ຄາອິນຂ້ານ້ອງຊາຍ ຂອງລາວອາແບວດົນມາແລ້ວກ່ອນທີ່ຈະປືນຈະຖືກປະດິດຂື້ນມາ!

ຂ້າພະເຈົ້າຄິດວ່າມີຫຼາຍຢ່າງກວ່າປືນອີກ,ຂ້າພະເຈົ້າສໍານຶກຢ່າງເຕັມລົ້ນວ່າຊາຕານແລະສະມຸນຂອງມັນຕໍ່ສູ້ຢູ່ເບື້ອງຫຼັງຄວາມຮຸນແຮງແລະການກະທໍາທີ່ໂງ່ໆນີ້,ອັນນີ້ແລະເປັນສິ່ງທີ່ພວກເຮົາສູນເສຍການປົກປ້ອງຂອງພຣະເຈົ້າແລະຄວາມຮຸນແຮງໄດ້ເລີ່ມຂື້ນ, ພວກ ເຮົາເລີ່ມສູນເສຍການປົກປ້ອງຈາກພຣະເຈົ້າເມື່ອສານສູງສຸດກ່າວວ່າພວກນັກຮຽນໃນລັດ ນິວຢອກບໍ່ສາມາດອະທິຖານແບບງ່າຍໆໃນໂຮງຮຽນອີກຕໍ່ໄປ,ໃນປີ 1962 ສານໄດ້ກ່າວ ວ່າມັນຜິດກົດໝາຍສໍາຫຼັບນັກຮຽນທີ່ຈະເວົ້າວ່າ:

ພຣະເຈົ້າຜູ້ຊົງລິດ, ພວກເຮົາຍອມຮັບການເພີ່ງພາອາໄສໃນພຣະອົງ ແລະເຮົາຂໍໃຫ້ພຣະພອນຂອງພຣະອົງຢູ່ກັບເຮົາ,ພໍ່ແມ່ຂອງເຮົາ,ຄູຂອງເຮົາແລະປະເທດຂອງພວກເຮົາ.

ຈາກນັ້ນໃນປີ 1963 ສານສູງສັ່ງຫ້າມນັກຮຽນອະນຸບານອະທິຖານຄໍາອະທິຖານນີ້ກ່ອນກິນ ເຂົ້າທ່ຽງ

ພວກເຮົາຂອບຄຸນສໍາຫຼັບດອກໄມ້ທີ່ຫອມຫວານ
ພວກເຮົາຂອບຄຸນສໍາຫຼັບອາຫານທີ່ພວກເຮົາກິນ
ພວກເຮົາຂອບຄຸນສໍາຫຼັບນົກທີ່ສົ່ງສຽງຮ້ອງ
ພວກເຮົາຂອບຄຸນສໍາຫຼັບທຸກສິ່ງທຸກຢ່າງ

ກອນອັນນັ້ນຮອດບໍ່ໄດ້ເອີຍເຖິງພຣະເຈົ້າເລີຍ,ແຕ່ສານກໍຍັງກ່າວວ່າມັນອາດຈະເຮັດໃຫ້ເຂົາຄິດເຖິງກ່ຽວກັບພຣະເຈົ້າໄດ້! ມີຜູ້ພິພາກສາຄົນໜື່ງບໍ່ເຫັນດີນໍາຈື່ງເວົ້າວ່າ “ສະນັ້ນພວກ ເຮົາຈື່ງຂໍໃຫ້ສານສັ່ງຫ້າມບໍ່ພຽງແຕ່ສິ່ງທີ່ເດັກນ້ອຍພວກນີ້ກຳລັງເວົ້າເທົ່ານັ້ນແຕ່ຍັງລວມ ເຖິງສິ່ງທີ່ພວກເຂົາກໍາລັງຄິດ...ຊື່ງອາດຈະເຮັດໃຫ້ພວກພໍ່ຜູ້ກໍ່ຕັ້ງຕົກໃຈ” ໃນປີດຽວກັນ 1963 ສານໄດ້ອອກກົດວ່າອາສາສະໝັກທີ່ອ່ານພຣະຄໍາພີຢູ່ໃນໂຮງຮຽນແມ່ນຜິດກົດໝາຍ ສານເຊື່ອຖືພວກນັກຈິດຕະວິທະຍາຜູ້ຊື່ງກ່າວວ່າການອ່ານພຣະຄໍາພີ“ສາມາດ”ເປັນອັນຕະລາຍໃນແງ່ຈິດຕະວິທະຍາຕໍ່ພວກ[ເດັກນ້ອຍ]ໄດ້” ຈົ່ງຄິດເບິ່ງ! ພວກທີ່ເອີ້ນວ່ານັກຈິດຕະວິ ທະຍາກ່າວວ່າການອ່ານພຣະຄໍາພີສາມາດ“ທໍາຮ້າຍໃນແງ່ຈິດຕະວິທະຍາ”ຕໍ່ພວກເດັກນ້ອຍໄດ້! ທັງໝົດນີ້ເກີດຂື້ນໃນປີ 1963 ແລະ 63,ຄວາມຜິດນັ້ນເຮັດໃຫ້ພຣະເຈົ້າເອົາການ ປ້ອງກັນຂອງພຣະອົງອອກໄປແລະເປັນເຫດໃຫ້ປະທານາທິບໍດີຈອນເອັຟເຄນເນດີ້ສະໝອງໄຫຼອອກມາຢູ່ເມືອງດາລັສລັດເທັກຊັສ,ປະເທດອາເມລິກາໄດ້ຮັບການສັ່ນໄຫວແລະຈີກຂາດໂດຍຄວາມຮຸນແຮງເທົ່າທີ່ເຄີຍເປັນມາ! ປະທານາທິບໍດີທຸກຄົນຖືກພິພາກສານັບຕັ້ງແຕ່ນັ້ນ ເປັນຕົ້ນມາ, ມີຜູ້ດຽວທີ່ຖືກຍົກເວັ້ນຄືເຣໂນເຣແກນ,ປະທານາທິບໍດີທຸກຄົນໝົດວາລະດ້ວຍ ຄວາມອັບອາຍແລະລົ້ມເຫຼວ.

ທຸກໆຄົນຮູ້ດີວ່າປະເທດຂອງພວກເຮົາແຕກຕ່າງຈາກທີ່ເຄີຍເປັນມາກ່ອນ, ແລະ ຄຣິສຕະຈັກຫຼາຍແຫ່ງກໍປ່ຽນໄປເຊັ່ນດຽວກັນ,ແຕ່ຄົນສ່ວນຫຼາຍບໍ່ເຂົ້າໃຈວ່າແຫຼ່ງແຫ່ງຄວາມແຕກຕ່າງນີ້ຄືຊາຕານ, ດຣ.ເມີຣິລເອັຟ.ອັນເກີ ຜູ້ເປັນສາສະດາຈານເປັນເວລາດົນນານ ຂອງໂຮງຮຽນພຣະຄໍາພີເມືອງດາລັສໄດ້ກ່າວວ່າ:

ຄຣິສຕະຈັກແຫ່ງສະຕະວັດທີ່ຊາວຢູ່ໃນຂອບເຂດປະຕິເສດທີ່ເປັນຕາຢ້ານ ທີ່ຈະລະນຶກການຕໍ່ສູ້ທີ່ເໜືອທໍາມະຊາດແຫ່ງຕົວຕົນຂອງພະຍາມານ, ສະ ພາບຂອງຄວາມບໍ່ເຊື່ອນີ້ສາມາດເປັນໂທດໃຫ້ແກ່ຊີວິດທີ່ຝ່າຍວິນຍານຢູ່ໃນ ລະດັບຕໍ່າໄດ້ແລະອໍານາດໃນຄຣິສຕະຈັກ...ຕາບອດໂດຍ [ຊາຕານ] ເຈົ້າ ຊາຍແຫ່ງອໍານາດໃນອາກາດທີ່ໄດ້ເປີດເຜີຍໃຫ້ໃນພຣະຄໍາພີ (Merrill F. Unger, Th.D., Ph.D., Biblical Demonology, Kregel Publications, 1994, p. 201).

ດຣ.ມາຕິນລອຍ-ໂຈນເປັນສິດຍາພິບານຢູ່ໂບດເວສມີນສະເຕີແຊບໂພເປັນເວລາ ດົນນານໃນລອນດອນປະເທດອັງກິດ,ລາວໄດ້ຮັບການພິຈາລະນາວ່າເປັນໜື່ງໃນນັກເທດ ຂ່າວປະເສີດທີ່ດີຄົນໜື່ງແຫ່ງສະຕະວັດທີ່ຊາວ, ດຣ.ລອຍໂຈນໄດ້ກ່າວໄວ້ວ່າ:

ກິດຈະກໍາທີ່ຊົ່ວຮ້າຍກໍາລັງເພີ່ມຂື້ນ,ແມ່ນຫຍັງຄືສາເຫດ? ຂ້າພະເຈົ້າຂໍ ເວົ້າວ່າພື້ນຖານກໍຄືຝ່າຍວິນຍານຕົກຕໍ່າລົງ, ທັງປະເທດບໍ່ເປັນຕາມແບບ ພຣະເຈົ້າ...ເໝືອນດັ່ງການບໍ່ເປັນຕາມແບບພຣະເຈົ້າໄດ້ເພີ່ມຂື້ນ ແລະ ຄວາມຄິດທັງໝົດເລື່ອງພຣະເຈົ້າໃນຄວາມຄິດສາທາລະນະຊົນໄດ້ນ້ອຍລົງ ທ່ານອາດຈະຄາດຫວັງຄວາມສອດຄ່ອງທີ່ເພີ່ມຂື້ນຢູ່ໃນການຕໍ່ສູ້ທີ່ປາກົດ ຂື້ນຂອງຄວາມຊົ່ວຮ້າຍ (D. Martyn Lloyd-Jones, M.D., Healing and the Scriptures, Oliver-Belson Books, 1988, pp. 159-160).

ດຣ.ລອຍໂຈນຍັງກ່າວອີກວ່າ“ຄວາມຊົ່ວຮ້າຍຢູ່ໃກ້ໆຫຼາຍເມື່ອມັນໄດ້ຊັກຊວນຜູ້ຄົນວ່າບໍ່ມີ ຄວາມຊົ່ວຮ້າຍ,ສະນັ້ນຄຣິສຕະຈັກຈື່ງຖືກເມົາຢາແລະຫລອກລວງ,ກໍາລັງເງົານອນແລະບໍ່ ລະວັງການປະທະກັນອີກຕໍ່ໄປ” (Lloyd-Jones, The Christian Warfare, The Banner of Truth Trust, 1976, p. 106).

ແຕ່ພວກເຮົາບໍ່ຄວນເມົາຢາແລະຖືກຫລອກລວງ”ໂດຍຊາຕານ, ພວກເຮົາຄວນຈະ ລະວັງກັບລູເທີທີ່ວ່າ:

...ຄວາມຄິດຂອງໂລກນີ້ເຕັມດ້ວຍຄວາມຊົ່ວຮ້າຍ
ຄວນຂົ່ມຂູ່ເພື່ອທໍາລາຍພວກເຮົາ
ພວກເຮົາຈະບໍ່ຢ້ານເພາະພຣະເຈົ້າຊົງກະລຸນາ
ຄວາມຈິງຂອງພຣະອົງຈະມີໄຊຜ່ານທາງເຮົາ
(“A Mighty Fortress Is Our God” by Martin Luther, 1483-1546).

ພວກເຮົາຢູ່ໃນການປະທະກັນ,ເຮັດສົງຄາມກັບຊາຕານແລະພວກສະມຸນທີ່ຕໍ່ສູ້ຂອງມັນ.

I. ໜື່ງ ເປັນການຕໍ່ສູ້ເພື່ອຄວາມເຊື່ອທີ່ຄັ້ງໜື່ງໄດ້ຊົງມອບໄວ້ກັບສິດທິຊົນແລ້ວ.

ອັກຄະສາວົກຢູດາກ່າວວ່າ

“...ທ່ານໃຫ້ຕໍ່ສູ້ຢ່າງຈິງຈັງເພື່ອຄວາມເຊື່ອຊື່ງຄັ້ງໜື່ງໄດ້ຊົງໂຜດມອບໄວ້ແກ່ສິດທິຊົນແລ້ວ (ຢູດາ 3)

ຄໍາວ່າ“ຕໍ່ສູ້”ໝາຍເຖິງ“ດີ້ນລົນ”ຕໍ່ສູ້ຢ່າງຈິງຈັງ(ສະບັບສະຕຣອງ 1864),ພວກເຮົາຖືກເອີ້ນ ໃຫ້ຕໍ່ສູ້ເພື່ອປົກປ້ອງ ແລະປະກາດຫຼັກການແຫ່ງຄວາມເຊື່ອຄຣິສຕຽນທີ່ໄດ້ຖືກໃຫ້ໃນພຣະ ຄໍາພີ, ດຣ.ດັບໂບຢູ.ເອ.ຄຣິສແວວກ່າວໄວ້ວ່າ “ຮູບແບບ[ຕໍ່ສູ້]ແມ່ນມີຄວາມພົວພັນກັບ ການຕໍ່ສູ້ກັນແລະການສູ້ຮົບຢ່າງຫ້າວຫັນທີ່ສຸດແລະຂໍ້ກໍານົດຕ່າງໆ[ສໍາຫຼັບ] ຫຼັກການພື້ນ ຖານແຫ່ງຄວາມເຊື່ອຄຣິສຕຽນ...” (The Criswell Study Bible, note on Jude 3).

ດຣ.ຄຣິສແວວທ່ານເອງໄດ້ຕໍ່ສູ້ຢ່າງຍາວນານແລະໜັກເພື່ອຄວາມບໍ່ຜິດພາດຂອງ ພຣະຄໍາພີ, ໜັງສືທີ່ສໍາຄັນຂອງລາວຖືກເອີ້ນວ່າ ເປັນຫຍັງຂ້ອຍຈື່ງເທດວ່າພຣະຄໍາພີເປັນ ຄວາມຈິງທີ່ແທ້ຈິງ: ຄວາມຮ້ອນຮົນທີ່ເອີ້ນວ່າຂໍໃຫ້ຄຣິສຕຽນທຸກຄົນຍອມຮັບພຣະຄໍາພີ ໃນຖານະລົມຫາຍໃຈພຣະເຈົ້າຄວາມຈິງແຫ່ງເມືອງສະຫວັນ (W. A. Criswell, Ph.D., Broadman Press, 1969).ຂ້າພະເຈົ້າມີສ່ວນໜ້ອຍໜື່ງໃນ “ການຕໍ່ສູ້ເພື່ອພຣະຄໍາພີ” ໃນຊຸມ ປີ 1970 ແລະ 1980, ຄຣິສຕະຈັກໄດ້ຖະວາຍ 600 ໂດລາຕໍ່ເຕືອນ(ເປັນຈໍານວນເງີນທີ່ ຫຼາຍພໍສົມຄວນໃນສະໄໝນັ້ນ)ໃຫ້ກັບ ດຣ.ບິລພາວແວວ ເພື່ອຊ່ວຍລາວພິມ “ງານຂຽນ ແບັບຕິດໃຕ້”- ຊື່ງໄດ້ເປີດໂປ່ງຄໍາສອນຜິດທີ່ຢູ່ໃນໂຮງຮຽນພຣະຄໍາພີແບັບຕິດໃຕ້ຫົກແຫ່ງ ແລະຊື່ງໄດ້ສົ່ງຈັດໝາຍໄປໃຫ້ສິດຍາພິບານແບັບຕິດໃຕ້ທຸກຄົນໃນປະເທດອາເມລິກາ, ຂ້າ ພະເຈົ້າກັບພັນລະຍາໄດ້ເຂົ້າຮ່ວມກອງປະຊຸມແຫ່ງຊາດຂອງຄະນະກໍາມະການແບັບຕິດໃຕ້ຫຼາຍເທື່ອເພື່ອແຈກຈາຍງານຂຽນຂອງ ດຣ.ພາວແວວ, ພວກຜູ້ແທນເສລີພາບທີ່ກອງປະ ຊຸມເມືອງພິສເບີກຫຍໍ່ງານຂຽນນັ້ນແລ້ວຖີ້ມມັນໃສ່ໜ້າພັນລະຍາຂອງຂ້າພະເຈົ້າ, ຄວາມຈິງ ແລ້ວຖົ່ມນໍ້າລາຍໃສ່ລາວເຖິງແມ່ນວ່າລາວມານລູກໄດ້ຫຼາຍເດືອນແລ້ວ ແລະທ້ອງໃຫຍ່ກໍ ຕາມ! ນີ້ຄືຫົນທາງແຫ່ງການຕໍ່ສູ້ເພື່ອຄວາມເຊື່ອຂອງເຮົາ.

ນັບຕັ້ງແຕ່ນັ້ນມາພວກເຮົາກໍໄດ້ຢືນຢັດຕໍ່ສູ້ຢ່າງແຂງແຮງຕໍ່ຫຼັກຄໍາສອນແບບຊາ ຕານຂອງຣັກແມນແລະໜັງຊົ່ວຮ້າຍເລື່ອງ “ການທົດລອງສຸດທ້າຍຂອງພຣະຄຣິສ” ຄຣິສ ຕະຈັດຂອງເຮົາໂດຍໂຕເຮົາເອງໄດ້ປິດຄລິນິກທີ່ເອົາລູກອອກສາມແຫ່ງຢູ່ໃນເຂດເມືອງ ລອສແອງເຈີລິສ

ຕອນນີ້ຂ້າພະເຈົ້າອາຍຸໄດ້ 73 ປີແລ້ວ,ແຕ່ພຣະເຈົ້າກໍຍັງເອີ້ນໃຫ້ສູ້ຮົບກັບສົງຄາມ ອັນສຸດທ້າຍ - ສົງຄາມຕໍ່ສູ້“ພວກຕັດສິນໃຈນິຍົມ” - ເພື່ອການກັບໃຈໃຫມ່ທີ່ແທ້ຈິງ - ນັບ ຕັ້ງແຕ່ຄຣິສຕະຈັກທັງຫຼາຍຖືກແຊກຊຶມດ້ວຍຄົນທີ່ຍັງບໍ່ລອດເປັນລ້ານໆຄົນ,ພວກເຮົາກໍຍັງໄດ້ຕໍ່ສູ້ເພື່ອການກັບຄືນມາຢູ່ໃຈກາງ ແລະຄວາມຈໍາເປັນຂອງພຣະໂລຫິດນິລັນດອນຂອງ ພຣະຄຣິສ, ເປັນວິທີດຽວຂອງການຊໍາລະລ້າງຄວາມຜິດບາບຂອງເຮົາໃນສາຍພຣະເນດ ຂອງ ພຣະເຈົ້າຜູ້ຊົງບໍລິສຸດ!

ພວກເຮົາຮູ້ວ່າແຫຼ່ງແຫ່ງຫຼັກຄໍາສອນຜິດເຫຼົ່ານີ້ແມ່ນສິ່ງຊົ່ວຮ້າຍ,ເພາະຫົວຂໍ້ພຣະຄໍາພີຂອງເຮົາເວົ້າວ່າ:

“ບັດນີ້ ພຣະວິນຍານໄດ້ກ່າວໄວ້ຢ່າງແຈ່ມແຈ້ງວ່າ ໃນການພາຍຫລັງຈະມີບາງຄົນປະຖິ້ມຄວາມເຊື່ອ ໂດຍຫັນໄປເຊື່ອຟັງວິນຍານທີ່ລໍ້ລວງ ແລະຟັງຄຳສອນຂອງພວກຜີປີສາດ ການໜ້າຊື່ໃຈຄົດຂອງຄົົນທີ່ເວົ້າຕົວະ ຄືເຮັດໄປທັງຮູ້ໆເໝືອນຢ່າງກັບເອົາເຫລັກແດງນາບລົງໄປເທິງຈິດສຳນຶກຜິດ ຊອບຂອງເຂົາ” (1 ຕີໂມທຽວ 4:1-2)

ຂ້າພະເຈົ້າກໍາລັງຂໍໃຫ້ຜູ້ຊາຍທຸກຄົນທີ່ຢູ່ນີ້ໃນເຊົ້ານີ້ໃຫ້ເຂົ້າຮ່ວມກັບພວກເຮົາໃນ ການຕໍ່ສູ້ກັບ“ວິນຍານທີ່ລໍ້ລວງໃຫ້ເຮັດບາບ”ເຫຼົ່ານັ້ນ - ພວກພະຍາມານ - ຜູ້ຊື່ງກໍາລັງ ພະຍາມຍາມສຸດໆທີ່ຈະຈີກຫົວໃຈແຫ່ງຫຼັກຄໍາສອນອັນຍິ່ງໃຫຍ່ຂອງຄວາມເຊື່ອຄຣິສຕຽນ! ພວກບຸລຸດທັງຫຼາຍ - ຂໍເຊີນມາຊ່ວຍພວກເຮົາແດ່!

ໝູ່ກອງທັບຂອງພຣະຄຣິສເຈົ້າ ຕ້ອງຕໍ່ສູ້ມານຮ້າຍ
ໄມ້ກາງແຂນພຣະເຢຊູ ຊົງນໍາໜ້າເຮົາໄປ
ພຣະຄຣິສເຈົ້າກະສັດໃຫຍ່ ສະເດັດເຖິງສັດຕູ
ຮີບເຂົ້າເປັນທະຫານຂອງພຣະອົງ ຈົ່ງຍົກໄປສູ້ຮົບ
ໝູ່ກອງທັບຂອງພຣະຄຣິສເຈົ້າ ຕ້ອງຕໍ່ສູ້ມານຮ້າຍ
ໄມ້ກາງແຂນພຣະເຢຊູ ຊົງນໍາໜ້າເຮົາໄປ
(“Onward, Christian Soldiers” by Sabine Baring-Gould, 1834-1924).

II. ສອງ ເປັນການຕໍ່ສູ້ຝ່າຍວິນຍານ - ແລະຕ້ອງຕໍ່ສູ້ໃນຄໍາອະທິຖານ

ຂໍໃຫ້ເຮົາເປີດເອເຟໂຊ 6:10-12 ອ່ານດັງໆ

“ພີ່ນ້ອງທັງຫລາຍຂອງຂ້າພະເຈົ້າ ສຸດທ້າຍນີ້ຂໍທ່ານຈົ່ງມີກຳລັງຂຶ້ນໃນອົງພຣະຜູ້ເປັນເຈົ້າ ແລະໃນລິດເດດອັນຊົງລິດຂອງພຣະອົງ ຈົ່ງສວມຍຸດທະພັນທັງຊຸດຂອງພຣະເຈົ້າເພື່ອຈະຕໍ່ຕ້ານອຸບາຍຕ່າງຂອງພະຍາມານໄດ້ ເພາະວ່າເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງ ແລະເລືອດແຕ່ຕໍ່ສູ້ກັບເທບຜູ້ຄອບຄອງ ສັກດິເທບ ເທບຜູ້ຄອງໂລກໃນໂມຫະຄວາມມືດແຫ່ງໂລກນີ້ ຕໍ່ສູ້ກັບເຫລົ່າວິນຍານທີ່ຊົ່ວໃນສະຖານຟ້າອາກາດ”(ເອເຟໂຊ 6:10-12)

ນີ້ແມ່ນເປັນຂໍ້ພຣະຄໍາພີທີ່ຍິ່ງໃຫຍ່, ທີ່ສອນເຮົາວ່າພວກເຮົາບໍ່ໄດ້ຕໍ່ສູ້ “ກັບເນື້ອໜັງແລະ ເລືອດ” ສົງຄາມຂອງເຮົາແມ່ນຕໍ່ສູ້“ພະຍາມານ”ແລະສະມຸນຂອງມັນ, ດຣ.ເຈ.ເວີນັນແມັກ ກີ ໄດ້ກ່າວໄວ້ວ່າ:

ພວກເຮົາມີສັດຕູທີ່ຊອກເຫັນແລະລະບຸຕົວຕົນໄດ້,ມັນຄືຊາຕານຊື່ງເປັນຜູ້ ນໍາການຕໍ່ສູ້ທີ່ຊົ່ວຮ້າຍຂອງມັນ,ຕອນນີ້ພວກເຮົາຕ້ອງລະນຶກເຖິງວ່າການຕໍ່ ສູ້ນັ້ນຢູ່ໃສ, ຂ້າພະເຈົ້າຄິດວ່າຄຣິສຕະຈັກໄດ້ສູນເສຍວິໄສທັດສ່ວນໃຫຍ່ ແຫ່ງການຕໍ່ສູ້ຝ່າຍວິນຍານໄປແລ້ວ (J. Vernon McGee, Th.D., Thru the Bible, Thomas Nelson Publishers, 1983, vol. V, pp. 279-280; note on Ephesians 6:12).

ພວກເຮົາບໍ່ໄດ້ຢູ່ໃນສົງຄາມສູ້ຮົບກັບບາຣັກໂອບາມາແທ້ຫຼືກັບການທໍາລາຍຕົນເອງຂອງ“ພັກນໍ້າຊາ”ລີພັບລິກັນ,ພວກເຮົາບໍ່ໄດ້ຢູ່ໃນສົງຄາມສູ້ກັບທະຫານພວກຮັກຮ່ວມເພດຫຼື ພວກທະຫານມູສະລິມ, ປະທານາທິບໍດີຈອຊດັບໂບຢູບຸຊຄິດວ່າພວກເຮົາສາມາດໃຫ້ເສລີ ພາບແກ່ປະເທດອີຣັກໄດ້ແລະຈັດຕັ້ງປະຊາທິປະໄຕໂດຍການສົ່ງທະຫານໄປບ່ອນນັ້ນ, ຂ້າ ພະເຈົ້າຮູ້ວ່າມັນຈະບໍສໍາເລັດ, ຕອນນີ້ພວກທະຫານອິດສະລາມກໍາລັງເຂົ້າໄປບ່ອນນັ້ນ, ພວກທ່ານເຫັນບໍ ບຸຊກັບໂອບາມາບໍ່ເຂົ້າໃຈວ່າມັນບໍ່ແມ່ນເປັນສົງຄາມທີ່ສາມາດເອົາຊະນະ ໂດຍທະຫານຂອງພວກເຮົາໄດ້, ມັນຄືສົງຄາມຝ່າຍວິນຍານ, ຄົນເປັນພັນໆກໍາລັງກັບມາ ຫາພຣະຄຣິສໃນສະຖານທີ່ເຫຼົ່ານັ້ນ, ພວກເຮົາຕ້ອງຕໍ່ສູ້ກັບອໍານາດທີ່ຊົ່ວຮ້າຍດ້ວຍຄໍາອະທິ ຖານ! ຄໍາອະທິຖານຈະຊະນະສົງຄາມທີ່ບໍ່ມີທະຫານອາເມລິກາຄົນໃດສາມາດເອົາຊະນະ ໄດ້! ກະລຸນາເປີດເບິ່ງເອເຟໂຊ 6:18 ອ່ານດັງໆ

“ຈົ່ງອະທິຖານອ້ອນວອນທຸກຢ່າງແລະຈົ່ງຂໍໂດຍພຣະວິນຍານທຸກເວລາ ທັງນີ້ຈົ່ງລະວັງຕົວດ້ວຍຄວາມພຽນທຸກຢ່າງ ຈົ່ງອະທິຖານເພື່ອສິດທິຊົນທຸກຄົນ” (ເອເຟໂຊ 6:18)

ທ່ານເຫັນບໍພວກເຮົາເຂົ້າໃຈສັດຕູທີ່ແທ້ຈິງໃນຂໍ້ທີ່ 11 ແລະ 12, ພວກເຮົາເຫັນ ຄວາມຈໍາເປັນທີ່ຈະສວມຍຸດທະພັນທັງຊຸດຂອງພຣະເຈົ້າໃນຂໍ້ 13-17,ແຕ່ຕອນນີ້ພວກເຮົາ ໄປສູ້ກັບຊາຕານແລະສະມຸນຂອງມັນໃນຂໍ້ 18, ຄໍາອະທິຖານຄືການຕໍ່ສູ້!!!

ຂ້າພະເຈົ້າຢາກໃຫ້ຜູ້ຊາຍທຸກຄົນທີ່ຢູ່ນີ້ໃນເຊົ້ານີ້ຍຶດຖືຄວາມຄິດທີ່ວ່ານັກອະທິຖານບໍ່ແມ່ນຄົນທີ່ເປັນຄືຜູ້ຍິງ!ປະເພດຄໍາອະທິຖານທີ່ອັກຄະສາວົກເປົາໂລກໍາລັງເວົ້າເຖິງແມ່ນ ການຕໍ່ສູ້-ກັບຊາຕານແລະພວກສະມຸນຂອງມັນ! “ການອະທິຖານຕະຫຼອດກັບການອະທິ ຖານແລະການອ້ອນວອນທຸກຢ່າງ”ບໍ່ແມ່ນສໍາຫຼັບຄົນອ່ອນແອ!ເບົາບາງ,ອ່ອນແຮງ,ຊ່ວຍບໍ່ ໄດ້,ຄົນອ່ອນກໍາລັງທີ່ສັ່ນໄຫວແລະບາງທີ່ແມ່ນກະທັ່ງຕົກໃຈຢ້ານ,ຖ້າພວກເຂົາເຂົ້າຮ່ວມໜື່ງໃນການນະມັສການອະທິຖານສາມເທື່ອຕໍ່ອາທິດໃນໂບດຂອງພວກເຮົາ,ພວກເຮົາເຮັດຕາມແບບຢ່າງທີ່ເກົ່າແກ່ຂອງພວກພິວຣິທັນ-ມີແຕ່ຜູ້ຊາຍເທົ່ານັ້ນທີ່ນໍາອະທິຖານ! ພວກຜູ້ຍິງສະ ໜັບຄໍາອະທິຖານຂອງພວກເຮົາດ້ວຍຄໍາວ່າ“ເອແມນ”ຂອງເຂົາ ແຕ່ຜູ້ຊາຍເປັນຜູ້ອະທິຖານ -ຄືກັບທີ່ຂ້າພະເຈົ້າໄດ້ຍິນຜູ້ຊາຍອະທິຖານຢູ່ໂບດຂອງດຣ.ເພສລີໃນປະເທດໄອແລນເໜືອ, ຜູ້ຊາຍເຫຼົ່ານັ້ນຮູ້ດີວ່າຈະມາຫາພຣະທີ່ນັ່ງແຫ່ງພຣະຄຸນໄດ້ແນວໃດ!ພວກເຮົາເຮັດຕາມແບບ ຢ່າງອັນນັ້ນ,ພວກເຮົາໂຈມຕີປະຕູຮົ້ວສະຫວັນໃນການປະຊຸມອະທິຖານຂອງເຮົາ, ເຊີນມາ ຮ່ວມກັບພວກເຮົາ,ຖ້າພວກທ່ານມີຄວາມກ້າທີ່ພຣະເຈົ້າປະທານໃຫ້ເພື່ອຕໍ່ສູ້ກັບພະຍາມານ ໃນຄໍາອະທິຖານ! ເອແມນ ພວກເຮົາອະທິຖານໃນຄືນວັນພຸດເວລາ 7:00, ຄືນວັນພະຫັດ ເວລາ 7:00 ໂມງ,ແລະຄືນວັນເສົາເວລາ 6:00 ໂມງ,ເປັນຫຍັງຈື່ງອະທິຖານຫຼາຍແທ້? ຄຣິສຕະຈັກຂອງເຮົາໃນເມືອງລອສແອງເຈີລິສແຫ່ງນີ້ຈະຢູ່ບໍ່ເກີນສອງເດືອນຖ້າພວກເຮົາບໍ່ມີຄໍາອະທິຖານຂອງພວກທະຫານຜູ້ຊາຍ! ເຊີນມາຮ່ວມກັບພວກເຮົາ

ເໝືອນໝູ່ກອງທັບທີ່ເຂັ້ມແຂງ ໄປຄຣິສຕະຈັກພຣະເຈົ້າ
ເຮົາພີ່ນ້ອງຈົ່ງທຽວທາງ ນໍາຄົນໃຈເສາະໃສ
ເຮົາບໍ່ແຕກແຍກພັດພາກກັນ ຮັກກັນເປັນອັນດຽວ
ໃນຄວາມຮັກ,ຄວາມຫວັງເຮົາມີຫຼັກຢ່າງດຽວ
ໝູ່ກອງທັບຂອງພຣະຄຣິສເຈົ້າ ຕ້ອງຕໍ່ສູ້ມານຮ້າຍ
ໄມ້ກາງແຂນພຣະເຢຊູ ຊົງນໍາໜ້າເຮົາໄປ

III. ສາມ ທ່ານຈະຕ້ອງເປັນຄົນກັບໃຈໃຫມ່ເພື່ອເຂົ້າຮ່ວມການຕໍ່ສູ້ນີ້

ໃນຕອນຕົ້ນຂອງສົງຄາມໂລກຄັ້ງທີ່ສອງເຊີດຊີລໄດ້ເປັນນາຍົກຄົນໃຫມ່, ລາວໄດ້ ອອກລາຍການວິທະຍຸແລະເວົ້າກັບປະຊາຊົນຊາວອັງກິດວ່າ“ຂ້າພະເຈົ້າບໍ່ມີອັນໃດມອບໃຫ້ແກ່ທ່ານມີແຕ່ເລືອດ,ວຽກໜັກ,ນໍ້າຕາແລະການຮ້ອງໄຫ້” ພວກເຂົາຕິດຕາມລາວແລະເອົາ ຊະນະທ້ອງຂອງຮິດເລີແລະພວກນາຊີໄດ້!

ຂ້າພະເຈົ້າສາມາດເວົ້າໃນເຊົ້ານີ້ວ່າຂ້າພະເຈົ້າບໍ່ມີຫຍັງມອບໃຫ້ທ່ານມີແຕ່ການຕໍ່ສູ້ທີ່ຍາວນານຕໍ່ອໍານາດຂອງພະຍາມານ, ມັນບໍ່ງ່າຍເລີຍ, ທ່ານຕ້ອງສັງລວມໃຈຂອງທ່ານ, ຊີວິດແລະຈົ່ງກັບໃຈຈາກບາບຂອງທ່ານ, ທ່ານຈະຕ້ອງວາງໂຕຂອງທ່ານລົງເທິງຕີນຂອງ ພຣະເຢຊູແລະວາງໃຈໃນພຣະອົງດ້ວຍສຸດໃຈຂອງທ່ານ, ທ່ານຈະຕ້ອງມາທີ່ຄຣິສຕະຈັກ ແລະຢູ່ທີ່ນີ້ທຸກເວລາ,ທ່ານຕ້ອງອຸທິດມອບຊີວິດຂອງທ່ານໃຫ້ກັບພຣະຄຣິສແລະຮັບການຊໍາລະລ້າງຈາກບາບຂອງທ່ານໂດຍຄວາມບໍລິສຸດຂອງພຣະອົງ ແລະພຣະໂລຫິດນິລັນດອນ ຂອງພຣະອົງ! ພຣະຄໍາພີກ່າວວ່າ:

“ສະນັ້ນທ່ານຈົ່ງທົນການຍາກລຳບາກດັ່ງທະຫານທີ່ດີຂອງພຣະເຢຊູຄຣິດ” (2 ຕີໂມທຽວ 2:3)

ຈົ່ງລຸກຂື້ນຈາກນັ້ນແບກໄມ້ກາງແຂນແລ້ວຕາມພຣະຄຣິສ! ເຊີນມາຊ່ວຍພວກເຮົາ ຕໍ່ສູ້ຊາຕານໃນເມືອງໃຫຍ່ແລະຊົ່ວຊ້ານີ້

ຄົນສັດຊື່ຈົ່ງເຂົ້າມາເທີນ ທີ່ໝູ່ເຮົາເປັນສຸກ
ຮ້ອງສຽງໄຊະຊະນະແລະຮ້ອງສຽງສັນລະເສີນ
ຊາວສະຫວັນກັບທັງຊາວໂລກພາກັນຂາບວັນທາ
ໄຫວ້ພຣະເຢຊູຄຣິດກະສັດໃຫຍ່ແຕ່ບັດນີ້ສືບໄປ
ໝູ່ກອງທັບຂອງພຣະຄຣິສເຈົ້າ ຕ້ອງຕໍ່ສູ້ມານຮ້າຍ
ໄມ້ກາງແຂນພຣະເຢຊູ ຊົງນໍາໜ້າເຮົາໄປ

ເຊີນຢືນຂື້ນກັບຂ້າພະເຈົ້າແລະຮ້ອງ ຮ້ອງຂໍ້ຊໍ້າ ທ່ານຈະຕ້ອງໄດ້ຮັບຄວາມລອດຈາກຄວາມບາບຂອງທ່ານໂດຍພຣະເຢຊູເພື່ອທີ່ຈະເຂົ້າຮ່ວມກັບກອງທັບຂອງພຣະອົງໄດ້, ທ່ານຈະຕ້ອງຮັບການຊໍາລະລ້າງຈາກຄວາມບາບ ຂອງທ່ານໂດຍພຣະໂລຫິດຂອງພຣະອົງ, ຖ້າທ່ານສົນໃຈໃນການຮັບເອົາຄວາມລອດຈາກ ບາບຂອງທ່ານໂດຍພຣະເຢຊູ,ຂໍເຊີນຍ່າງໄປຂ້າງຫຼັງຫ້ອງປະຊຸມນີ້ດຽວນີ້ເລີຍ,ດຣ.ເຄແກນ ຈະພາທ່ານໄປອີກຫ້ອງໜື່ງບ່ອນທີ່ພວກເຮົາສາມາດສົນທະນາກັນໄດ້, ໄປໄວໆເລີຍ, ຂ້າແດ່ພຣະເຈົ້າ,ຂ້າພະອົງຂໍອະທິຖານເພື່ອບາງຄົນທີ່ຈະເຊື່ອວາງໃຈໃນພຣະເຢຊູແລະຮັບເອົາ ຄວາມລອດໃນເຊົ້ານີ້ດ້ວຍ,ໃນພຣະນາມຂອງພຣະເຢຊູ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວ ອາເບວ ພຣຸດໂຮມ: 2 ຕີໂມທຽວ 4:1-5.

ໂຄງຮ່າງບົດເທດສະໜາ

ຕ້ອງການ-ຜູ້ຊາຍທີ່ສູ້

(ບົດເທດສະໜາເນື່ອງໃນວັນພໍ່ແຫ່ງຊາດ)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ບັດນີ້ ພຣະວິນຍານໄດ້ກ່າວໄວ້ຢ່າງແຈ່ມແຈ້ງວ່າ ໃນການພາຍຫລັງຈະມີບາງຄົນປະຖິ້ມຄວາມເຊື່ອ ໂດຍຫັນໄປເຊື່ອຟັງວິນຍານທີ່ລໍ້ລວງ ແລະຟັງຄຳສອນຂອງພວກຜີປີສາດ ການໜ້າຊື່ໃຈຄົດຂອງຄົົນທີ່ເວົ້າຕົວະ ຄືເຮັດໄປທັງຮູ້ໆເໝືອນຢ່າງກັບເອົາເຫລັກແດງນາບລົງໄປເທິງຈິດສຳນຶກຜິດຊອບຂອງເຂົາ” (1 ຕີໂມທຽວ 4:1-2)

(1 ຕີໂມທຽວ 6:12; 2 ຕີໂມທຽວ 3:1)

I. ໜື່ງ ເປັນການຕໍ່ສູ້ເພື່ອຄວາມເຊື່ອທີ່ຄັ້ງໜື່ງໄດ້ຊົງມອບໄວ້ກັບສິດທິຊົນແລ້ວ. ຢູດາ 3.

II. ສອງ ເປັນການຕໍ່ສູ້ຝ່າຍວິນຍານ - ແລະຕ້ອງຕໍ່ສູ້ໃນຄໍາອະທິຖານ ເອເຟໂຊ 6:10-12, 18.

III. ສາມ ທ່ານຈະຕ້ອງເປັນຄົນກັບໃຈໃຫມ່ເພື່ອເຂົ້າຮ່ວມການຕໍ່ສູ້ນີ້ 2 ຕີໂມທຽວ 2:3.