Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພວກພະຍາມານໃນໂລກປະຈຸບັນ

(ບົດເທດສະໜາຕອນທີ່ 79 ໃນໜັງສືປະຖົມມະການ)
DEMONS IN THE WORLD TODAY
(SERMON #79 ON THE BOOK OF GENESIS)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 25/5/2014
A sermon preached at the Baptist Tabernacle of Los Angeles
Lord’s Day Morning, May 25, 2014

“ຕໍ່ມາເມື່ອມະນຸດເລີ່ມທະວີຫລາຍຂຶ້ນເທິງພື້ນແຜ່ນດິນໂລກ ແລະພວກພວກເຂົາໃຫ້ກຳເນີດລູກສາວຫລາຍຄົນ ລູກຊາຍທັງຫລາຍຂອງພຣະເຈົ້າເຫັນວ່າລູກສາວທັງຫລາຍຂອງມະນຸດສວຍງາມ ແລະພວກເຂົາຮັບນາງທັງຫລາຍໄວ້ເປັນເມຍຕາມມັກໃຈຂອງພວກເຂົາ”(ປະຖົມມະການ 6:1-2)


ຂໍໃຫ້ທ່ານເປີດຂໍ້ພຣະຄໍາພີນີ້ປະໄວ້,ກ່ອນທີ່ຂ້າພະເຈົ້າຈະອະທິບາຍສອງຂໍ້ນີ້,ຂ້າພະເຈົ້າກໍາລັງຈະເອົາຫົວໃຈແຫ່ງການປະຖິ້ມຄວາມເຊື່ອໃນປະຈຸບັນນີ້ແກ່ທ່ານ, ພວກເຮົາໄດ້ ເບິ່ງຄໍາທໍານວາຍທີ່ພຣະເຢຊູໃຫ້ໃນວັນອາທິດແລ້ວນີ້ແລະພວກເຮົາຈະຂໍຄິດເຖິງມັນອີກ ເທື່ອໜື່ງຕອນນີ້.

ພວກສາວົກຖາມພຣະເຢຊູວ່າ“ແມ່ນຫຍັງເປັນເຄື່ອງໝາຍວ່າພຣະອົງຈະສະເດັດມາ ແລະວາລະສຸດທ້າຍຂອງໂລກນີ້” (ມັດທາຍ 24:3),ພຣະຄຣິສຊົງໃຫ້ເຄື່ອງໝາຍຫຼາຍຢ່າງ ແກ່ພວກເຂົາ,ແຕ່ຫຼັງຈາກນັ້ນພຣະອົງໄດ້ໃຫ້ເຄື່ອງໝາຍໃຫຍ່ອັນໜື່ງຊື່ງອາດຈະລວມເຖິງ ເຄື່ອງໝາຍອື່ນທັງໝົດນໍາ, ພຣະຄຣິສຕັດວ່າ:

“ດ້ວຍວ່າໃນສະໄໝຂອງໂນອາເປັນຢ່າງໃດ ເມື່ອບຸດມະນຸດສະເດັດມາ ກໍຈະເປັນຢ່າງນັ້ນດ້ວຍ”(ມັດທາຍ 24:37)

ຖ້າພວກເຮົາຢາກຈະຮູ້ວ່າເຫດການທົ່ວໄປຈະເປັນແນວໃດແດ່ກ່ອນການສະເດັດມາຄັ້ງທີ່ ສອງຂອງພຣະຄຣິສແລະຈຸດສິ້ນສຸດຂອງໂລກນີ້,ສິ່ງທີ່ພວກເຮົາຈະຕ້ອງເຮັດກໍຄືອ່ານເຖິງ ສິ່ງທີ່ເກີດຂື້ນໃນສະໄໝຂອງໂນອາກ່ອນທີ່ນໍ້າຖ້ວມໃຫຍ່ຈະມາ,ແລະເລື່ອງນີ້ໄດ້ຮັບການອະທິບາຍພຽງແຕ່ສາມບົດເທົ່ານັ້ນໃນພຣະຄໍາພີ-ໃນປະຖົມມະການ 4,5 ແລະ 6.

ຄືນວັນອາທິດແລ້ວນີ້ຂ້າພະເຈົ້າໄດ້ສະແດງໃຫ້ພວກທ່ານເຫັນເຖິງສະໄໝຂອງ ພວກບັນພະບຸລຸດໃນໜັງສືປະຖົມມະການບົດທີ່ 5, ເປັນຊ່ວງເວລາແຫ່ງການປະຖິ້ມຄວາມ ເຊື່ອ,ບໍ່ແມ່ນຊ່ວງເວລາແຫ່ງຄວາມເຊື່ອອັນຍິ່ງໃຫຍ່ອີກຕໍ່ໄປ! ພວກບັນພະບຸລຸດໃນບົດນັ້ນ ບໍ່ແມ່ນພວກຜູ້ນໍາຝ່າຍວິນຍານ,ສິ່ງທີ່ກ່າວເຖິງທັງໝົດກໍຄືພວກເຂົາມີຊີວິດຢູ່ມີລູກຊາຍແລະລູກສາວແລະຫຼັງຈາກນັ້ນກໍຕາຍໄປ, ມີເທົ່ານັ້ນ! ຈາກລາຍຊື່ພວກບັນພະບຸລຸດນີ້ກໍມີຜູ້ຊາຍ ຄົນໜື່ງທີ່ສຸດທ້າຍແລ້ວກໍໄດ້ເຮັດບາງສິ່ງບາງຢ່າງ, ຊື່ຂອງລາວຄືເອໂນກ,ລາວເທດສະໜາ ຕໍ່ຕ້ານການເຕີບໃຫຍ່ຂື້ນຂອງການປະຖິ້ມຄວາມເຊື່ອໃນຍຸກສະໄໝນັ້ນໂດຍການກ່າວວ່າ ພຣະເຈົ້າກໍາລັງສະເດັດມາ“ເພື່ອພິພາກສາປັບໂທດຄົນທັງຫຼາຍ”(ຢູດາ 15),ລາວໄດ້ເທດ ເຖິງເລື່ອງການພິພາກສາຂອງນໍ້າຖ້ວມໃຫຍ່ທີ່ກໍາລັງຈະມາ,ແລະພຣະຄໍາພີກ່າວວ່າ“ເອໂນກ ໄດ້ດໍາເນີນກັບພຣະເຈົ້າ”(ປະຖົມມະການ 5:22),ບໍ່ໄດ້ເວົ້າເຖິງບັນພະບຸລຸດຄົນໃດຈົນຮອດ ໂນອາ“ແລະໂນອາໄດ້ດໍາເນີນກັບພຣະເຈົ້າ”(ປະຖົມມະການ 6:9),ພວກບັນພະບຸລຸດໝົດ ທຸກຄົນຊ່ວງນີ້ບໍ່ໄດ້ຢູ່ໃນລາຍຊື່ບຸລຸດແຫ່ງຄວາມເຊື່ອໃນເຮັບເລີ 11 ນອກຈາກຜູ້ຊາຍສອງ ຄົນນີ້ - ເອໂນກແລະໂນອາ, ສະນັ້ນພວກເຮົາເຫັນວ່າໃນຊ່ວງປະຖົມມະການ 5 ເປັນເວ ລາແຫ່ງການເຕີບໃຫຍ່ຂື້ນຂອງການປະຖິ້ມຄວາມເຊື່ອ.

ພວກນັກອະທິບາຍໄດ້ກ່າວເຖິງ“ພົງພັນຕາມແບບພຣະເຈົ້າຂອງເສດ”ແລະ“ພົງພັນທີ່ບໍ່ເປັນຕາມແບບຢ່າງຂອງພຣະເຈົ້າຂອງຄາອິນ” ແຕ່ບໍ່ມີຈັກຄໍາ-ບໍ່ມີຈັກຄໍາ-ໃນພຣະຄໍາພີ ທີ່ສອນແບບນັ້ນ!ແມ່ນມີສອງເຊື້ອຊາດ,ເຊື້ອຊາດທີ່ມາຈາກຄາອິນແລະເຊື້ອຊາດທີ່ມາຈາກ ເສດ,ແຕ່ ທັງສອງກຸ່ມກໍບໍ່ໄດ້ເປັນຕາມແບບພຣະເຈົ້າ! ທັງສອງກຸ່ມໄດ້ຈິບຫາຍໄປຊ່ວງນໍ້າ ຖ້ວມ!ພວກອາຈານຊາວຢິວບູຮານເວົ້າວ່າຊ່ວງເວລາຂອງພວກບັນພະບຸລຸດເປັນຊ່ວງເວລາການປະຖິ້ມຄວາມເຊື່ອເພີ່ມຂື້ນ,ຊື່ງໄດ້ນໍພາພວກເຮົາໄປຫາຈຸດສໍາຄັນທີ່ສຸດຂອງຄວາມບາບແລະການປະຖິ້ມຄວາມເຊື່ອຢູ່ໃນຂໍ້ພຣະຄໍາພີຂອງເຮົາ,ໃຫ້ເຮົາເບິ່ງອີກເທື່ອໜື່ງໃນປະຖົມ ມະການ 6:1-2.

I. ໜື່ງ ມັນເປັນຊ່ວງເວລາຂອງກິດຈະກໍາທີ່ຊົ່ວຮ້າຍອັນໃຫຍ່ຫຼວງ.

“ຕໍ່ມາເມື່ອມະນຸດເລີ່ມທະວີຫລາຍຂຶ້ນເທິງພື້ນແຜ່ນດິນໂລກ ແລະພວກພວກເຂົາໃຫ້ກຳເນີດລູກສາວຫລາຍຄົນ ລູກຊາຍທັງຫລາຍຂອງພຣະເຈົ້າເຫັນວ່າລູກສາວທັງຫລາຍຂອງມະນຸດງາມ ແລະພວກເຂົາຮັບນາງທັງຫລາຍໄວ້ເປັນເມຍຕາມມັກໃຈຂອງພວກເຂົາ ພຣະເຢໂຮວາຕັດວ່າ "ວິນຍານຂອງເຮົາຈະບໍ່ອ້ອນວອນກັບມະນຸດຕະຫລອດໄປ ເພາະພວກເຂົາເປັນແຕ່ເນື້ອໜັງ ອາຍຸຂອງພວກເຂົາຈະພຽງແຕ່ຮ້ອຍຊາວປີ ໃນຄາວນັ້ນມີພວກມະນຸດຄົນຍັກເທິງແຜ່ນດິນໂລກ ແລ້ວພາຍຫລັງເມື່ອລູກຊາຍທັງຫລາຍຂອງພຣະເຈົ້າເຂົ້າຫາລູກສາວທັງຫລາຍຂອງມະນຸດ ແລະນາງທັງຫລາຍເກີດລູກໃຫ້ແກ່ພວກເຂົາ ລູກເຫລົ່ານັ້ນເປັນຄົນມີອຳນາດຫລາຍ ຕັ້ງແຕ່ສະໄໝບູຮານເປັນຄົນມີຊື່ສຽງ ແລະພຣະເຈົ້າຊົງເຫັນວ່າຄວາມຊົ່ວຂອງມະນຸດມີຫລາຍເທິງແຜ່ນດິນໂລກ ແລະເຈດຕະນາທຸກຢ່າງແຫ່ງຄວາມຄິດທັງຫລາຍໃນໃຈຂອງພວກເຂົາລ້ວນແຕ່ຊົ່ວຮ້າຍຢ່າງດຽວສະເໝີໄປ” (ປະຖົມມະການ 6:1-5)

ສະກໍຟິວໄດ້ກ່າວໄວ້ວ່ານີ້ແມ່ນ“ການແຕ່ງງານລະຫວ່າງລູກຫຼານຂອງຄາອິນແລະ ເສດ” ແຕ່ການບັນທຶກນັ້ນຜິດພາດ“ລູກຊາຍທັງຫຼາຍຂອງພຣະເຈົ້າ”ຄືພວກທູດສະຫວັນທີ່ ລົ້ມລົງທີ່ມີຄວາມສໍາພັນທາງເພດກັບ“ພວກລູກສາວທັງຫຼາຍຂອງມະນຸດ” ດຣ.ໄຣຣີ່ກ່າວວ່າ ວະລີ“ລູກຊາຍທັງຫຼາຍຂອງພຣະເຈົ້າ”ຖືກໃຊ້ໃນພຣະຄໍາພີເດີມເກືອບທຸກເທື່ອເຈາະຈົງເຖິງ ພວກທູດສະຫວັນ…ໃນໂອກາດການລວມເປັນໜື່ງນີ້[ພວກເຂົາໄດ້]ຢູ່ກິນນໍາກັນກັບພວກຜູ້ ຍິງທີ່ເປັນມະນຸດແລ້ວມີລູກຫຼານອອກມາ” (Ryrie Study Bible, note on Genesis 6:2).ອ້າງ ຈາກຢູດາບົດທີ່ 6 ແລະ 7 ເພື່ອເປັນແຫຼ່ງຂໍ້ມູນ ດຣ.ເອັມ.ອາ.ດິຮານກ່າວວ່າ“ພວກທູດສະ ຫວັນຊື່ງລົ້ມລົງຈາກສະພາບທໍາອິດຂອງພວກເຂົາທີ່ຄັ້ງໜື່ງເຄີຍເປັນທູດສະຫວັນທີ່ບໍລິສຸດ, ຄວາມບາບຂອງພວກເຂົາເປັນແບບດຽວກັນກັບຂອງເມືອງໂສໂດມ-ໄປຕາມຝ່າຍເນື້ອໜັງທີ່ແປກປະຫຼາດ,ລ່ວງປະເວນີ,ໝັ້ນໝາຍໃນຄວາມສໍາພັນທີ່ຜິດປົກກະຕິ-ໄດ້ນໍາເອົາການພິ ພາກສາຂອງພຣະເຈົ້າມາ” (M. R. DeHaan, M.D., The Days of Noah, Zondervan Publishing House, 1963, p. 144).

ເລື່ອງນີ້ກໍເປັນມຸມມອງອັນດຽວກັນຂອງພວກອາຈານຊາວຢິວບູຮານແລະຂ້າພະ ເຈົ້າຖືກໂນ້ມນ້າວໃຈວ່າໂດຍພື້ນຖານແລ້ວມັນຄືສິ່ງທີ່ຖືກຕ້ອງ,ເຖິງຢ່າງໃດກໍຕາມພວກນັກ ສຶກສາພຣະຄໍາພີຫຼາຍຄົນກໍແປກໃຈວ່າພວກທູດສະຫວັນທີ່ລົ້ມລົງ(ຕອນນີ້ຮູ້ຈັກໃນຖານະພະຍາມານ)ສາມາດມີຄວາມສໍາພັນທາງເພດກັບຜູ້ຍິງມະນຸດໃນສະໄໝຂອງໂນອາໄດ້ແນວໃດ.

ສິດຍາພິບານເປັນເວລາດົນນານຂອງຂ້າພະເຈົ້າຢູ່ໃນຄຣິສຕະຈັກຄົນຈີນຄື ດຣ.ທິ ໂມທີລິນ,ລາວເປັນນັກສຶກສາພຣະຄໍາພີເດີມຜູ້ຊື່ງເປັນໜື່ງໃນພວກຜູ້ແປພຣະຄໍາພີສະບັບອາເມຣິກັນສະແຕນດາດ(ເອັນເອເອັສວີ),ຍັງໄດ້ສອນຢູ່ໃນໂຮງຮຽນພວກອະນຸລັກແຫ່ງຕ່າງໆ ອີກດ້ວຍ, ດຣ.ລິນໄດ້ຕອບເຖິງການທີ່ພວກທູດສະຫວັນສາມາດຮັບເອົາຜູ້ຍິງມະນຸດມາເປັນ ເມຍຂອງເຂົາເຈົ້າແນວໃດແດ່, ລາວບອກວ່າພວກທູດສະຫວັນທີ່ລົ້ມລົງໄດ້ເຂົ້າສິງພວກຜູ້ ຊາຍແລະພວກຜູ້ຊາຍທີ່ພະຍາມານເຫຼົ່ານີ້ສິງຢູ່ໄດ້ມີຄວາມສໍາພັນທາງເນື້ອໜັງກັບພວກຜູ້ ຍິງ, ລາວເວົ້າວ່າ“ພວກທູດສະຫວັນທີ່ລົ້ມລົງຊົ່ວພວກນີ້ສາມາດມີລູກທີ່ມີອິດທິພົນຂອງພະ ຍາມານ[ຜູ້ຊື່ງ]ຊົ່ວຮ້າຍໃນເລື່ອງສິນລະທໍາໄດ້” (Timothy Lin, Ph.D., Genesis: A Biblical Theology, Biblical Studies Ministries International, 2002, pp. 96-97) ດຣ.ລິນຍັງກ່າວ ອີກວ່າ:

     ໃນຂະນະທີ່ຊາຕານໄດ້ເປີດເຜີຍການເຂົ້າໄປແຊກແຊງຫຼາຍຂື້ນໃນ ວຽກງານຂອງມະນຸດ,ມັນໄດ້ຕື່ມໃສ່ຄວາມດຶງດູດໃຈຂອງຕັນຫາທາງເພດ ສໍາພັນຕໍ່ມະນຸດທີ່ເສື່ອມຊາມຊື່ງມັນໄດ້ນໍາໄປໃຊ້ໃນທາງທີ່ຜິດໃນຕອນຕົ້ນ,ການແຕ່ງງານລະຫວ່າງຜູ້ທີ່ເຊື້ອຊາດທີ່ແຕກຕ່າງກັນໃນຊ່ວງເວລານີ້ບໍ່ພຽງແຕ່ເຮັດໃຫ້ເກີດຄວາມເສື່ອມຊາມຂອງສະຖາບັນແຫ່ງການແຕ່ງງານທີ່ບໍລິສຸດໄປສູ່ວິທີແຫ່ງຄວາມພໍໃຈທີ່ເຫັນແກ່ຕົວແລະຄວາມຢາກທາງລາຄະຕັນຫາເທົ່ານັ້ນແຕ່ຍັງເຮັດບາງສິ່ງບາງຢ່າງທີ່ຈິງຈັງຫຼາຍໄປກວ່າຄວາມຄິດທົ່ວໄປອີກດ້ວຍ, ມັນໄດ້ນໍາໄປສູ່ການຢູ່ກິນນໍາກັນຂອງລູກຊາຍທັງຫຼາຍຂອງ ພຣະເຈົ້າກັບລູກສາວທັງຫຼາຍຂອງມະນຸດ,ເພື່ອວ່າເຊື້ອສາຍຂອງມະນຸດຈະຖືກຫຼຸດຄ່າລົງຕໍ່າກວ່າລະດັບຂອງມະນຸດ, ມັນປະສົບຜົນສໍາເລັດ,ມະນຸດບໍ່ ແມ່ນພົງພັນຂອງມະນຸດອີກຕໍ່ໄປແຕ່ເປັນພົງພັນຂອງຊາຕານ,ເຫດສະນັ້ນ ມັນຈື່ງຢັບຢັ້ງຄໍາສັນຍາເລື່ອງພຣະຜູ້ໄຖ່ທີ່ຈະມາເກີດເປັນມະນຸດ.
     ແຜນການຂອງຊາຕານໄດ້ເຮັດໃຫ້ເກີດຄວາມເສື່ອມຊາມຕໍ່ປະຊາ ກອນໝົດທັງໂລກ,ຜູ້ຄົນເລັ່ງຄວາມສົນໃຈໄປທີ່“ການກິນແລະການດື່ມ, ການແຕ່ງງານແລະຍົກໃຫ້ເປັນຜົວເມຍກັນຈົນເຖິງວັນທີ່ໂນອາໄດ້ເຂົ້າໄປ ໃນເຮືອ”(ມັດທາຍ 24:38), ເຊັ່ນກັນ“ແຜ່ນດິນໂລກເຕັມໄປດ້ວຍຄວາມ ຮຸນແຮງ”(ປະຖົມມະການ 6:11,13),ເຄື່ອງມືຫຼັກຂອງຊາຕານທີ່ກໍ່ໃຫ້ເກີດ ຄວາມຊົ່ວຮ້າຍ,ຄວາມເສື່ອມຊາມແລະຄວາມຮຸນແຮງໃນຊ່ວງເວລານີ້ຄື ການບຸກລຸກແລະການລົບກວນໂດຍ“ລູກຊາຍທັງຫຼາຍຂອງພຣະເຈົ້າ”ຜູ້… ເຮັດໃຫ້ຜູ້ຄົນໃນສະໄໝນັ້ນເສື່ອມຊາມລົງ(ເຫຼັ້ມດຽວກັນ)

ຕອນນີ້ໃຫ້ເຮົາເບິ່ງປະຖົມມະການ 6:4:

“ມີພວກມະນຸດຄົນຍັກເທິງແຜ່ນດິນໂລກ ແລ້ວພາຍຫລັງເມື່ອລູກຊາຍທັງຫລາຍຂອງພຣະເຈົ້າເຂົ້າຫາລູກສາວທັງຫລາຍຂອງມະນຸດ ແລະນາງທັງຫລາຍເກີດລູກໃຫ້ແກ່ພວກເຂົາ ລູກເຫລົ່ານັ້ນເປັນຄົນມີອຳນາດຫລາຍ ຕັ້ງແຕ່ສະໄໝບູຮານເປັນຄົນມີຊື່ສຽງ”(ປະຖົມມະການ 6:4)

ສະບັບຄິງເຈມສ໌ງເອີ້ນລູກຫຼານຂອງພວກຜູ້ຊາຍທີ່ຖືກພະຍາມານສິງເຫຼົ່ານີ້ວ່າ“ພວກຍັກ”*ນີ້ແມ່ນການແປທີ່ໂຊກບໍ່ດີປານໃດຊື່ງມາຈາກການແປຜິດຂອງພາສາຮິບຣູຄໍາວ່າ “ເນຟີດິມ” ໂດຍພວກອາຈານເກົ່າແກ,ພວກເຂົາແປພາສາຮິບຣູເປັນພາສາກຣີກໃນສະບັບເຊບທູຈິນ ເປັນ“ຈິແຈ້ນເຕສ”(ພວກຍັກ),ແຕ່ພາສາຮິບຣູຄໍາວ່າ“ເນຟີດິມ”ບໍ່ໄດ້ໝາຍເຖິງ“ພວກຍັກ”,ແຕ່ໝາຍເຖິງ“ພວກທີ່ລົ້ມລົງ”, ດຣ.ເຮັນຣີ່ເອັມມໍຣິສ ໄດ້ກ່າວໄວ້ວ່າ“ທາງທໍາມະຊາດແລະ ຄວາມໝາຍທີ່ໜ້າຈະເປັນໄປໄດ້ຄື“ຄົນເຫຼົ່ານັ້ນທີ່ໄດ້ລົ້ມລົງ”, ໜ້າຈະແນ່ໃສ່ເຖິງ…ພວກທູດ ສະຫວັນທີ່ລົ້ມລົງ…ພວກລູກຫຼານທີ່ເປັນໜື່ງດຽວກັນຂອງພວກທີ່ຖືກພະຍາມານຄວບຄຸມ ທັງຊາຍແລະຍິງໃນຊ່ວງເວລານີ້ແມ່ນຄົນທີ່ຖືກເອີ້ນວ່າ[ເນຟີດິມຫຼືຜູ້ລົ້ມລົງ]” (Henry M. Morris, Ph.D., The Genesis Record, Baker Book House, 1986 edition, p. 172; note on Genesis 6:4). ດັ່ງນັ້ນພວກເຮົາສາມາດແປປະຖົມມະການ 6:4 ວ່າ“ໃນຄາວນັ້ນມີພວກທີ່ລົ້ມ ລົງເທິງແຜ່ນດິນໂລກແລະຫຼັງຈາກນັ້ນເມື່ອລູກຊາຍທັງຫຼາຍຂອງພຣະເຈົ້າ[ພວກພະຍາ ມານ] ນອນກັບລູກສາວທັງຫຼາຍຂອງມະນຸດແລະພວກເຂົາຄອດລູກໃຫ້ແກ່ພວກເຂົາ…” ໃນຊ່ວງສຸດທ້າຍກ່ອນທີ່ນໍ້າຖ້ວມໃຫຍ່ມາ,ເຊື້ອຊາດມະນຸດທັງໝົດໄດ້ປະກອບດ້ວຍຄົນທີ່ຖືກພະຍາມານສິງແລະຄົນທີ່ພະຍາມານຈູງໃຈ, ແຜນການຂອງຊາຕານເກືອບປະສົບຜົນສໍາ ເລັດແລ້ວ,ມັນເກືອບຈະທໍາລາຍເຊື້ອສາຍມະນຸດແລ້ວແລະເກືອບຈະຢຸດຢັ້ງການສະເດັດມາຂອງພຣະຄຣິສ,ພວກສະມຸນຂອງພະຍາມານເຫຼົ່ານີ້ຖືກອະທິບາຍເຖິງໃນປະຖົມມະການ 6:5, ແມ່ນຫຍັງຢຸດຢັ້ງແຜນການຂອງຊາຕານ? ເບິ່ງໃນປະຖົມມະການ 6:8,

“ແຕ່ໂນອາເປັນທີ່ພໍພຣະໄທໃນສາຍພຣະເນດຂອງພຣະເຢໂຮວາ” (ປະຖົມມະການ 6:8)

ໂນອາແລະຄອບຄົວຂອງລາວລອດຈາກການເຂົ້າສິງຂອງພະຍາມານໂດຍພຣະຄຸນຂອງ ພຣະເຈົ້າ,ພຣະອົງປ້ອງກັນພວກເຂົາໄວ້ໃນຕອນທີ່ພຣະອົງຊົງສົ່ງນໍ້າຖ້ວມມາທໍາລາຍລ້າງ“ພວກທີ່ລົ້ມລົງ” ຖ້າພວກທ່ານຫາກເປັນຄົນໜື່ງໃນພວກທີ່ຖືກເລືອກ,ຊົງເລືອກໂດຍພຣະ ເຈົ້າ,ພວກທ່ານກໍບໍ່ຕ້ອງຢ້ານຫຍັງ,ເພາະພຣະຄຸນຂອງພຣະເຈົ້າແຂງແຮງກວ່າຊາຕານແລະພວກສະມຸນຂອງມັນ, ລູເທີກ່າວວ່າ“ເຖິງວ່າໂລກນີ້ຈະຕື່ມເຕັມດ້ວຍຄວາມຊົ່ວຮ້າຍທີ່ຄຸກ ຄາມພວກເຮົາ,ພວກເຮົາຈະບໍ່ຢ້ານເພາະພຣະເຈົ້າຊົງມີເຈດຕະນາທີ່ຈະໃຫ້ຄວາມຈິງຂອງ ພຣະອົງມີໄຊຜ່ານທາງເຮົາ” ແຕ່ຖ້າພວກທ່ານຍັງບໍ່ທັນລອດທ່ານກໍຄວນຈະຢ້ານ! ແລະມັນ ຈື່ງໄດ້ນໍາເຮົາໄປສູ່ປະການທີ່ສອງ.

II. ສອງ ພວກເຮົາອາໄສຢູ່ໃນສະໄໝແຫ່ງກິດຈະກໍາທີ່ຊົ່ວຮ້າຍໃນປະຈຸບັນນີ້.

ເລື່ອງນີ້ໄດ້ພາເຮົາກັບໄປຫາຄໍາທໍານວາຍຂອງພຣະເຢຊູຄຣິສເຈົ້າ,ຊື່ງຊົງຕັດວ່າ:

“ດ້ວຍວ່າໃນສະໄໝຂອງໂນອາເປັນຢ່າງໃດ ເມື່ອບຸດມະນຸດສະເດັດມາ ກໍຈະເປັນຢ່າງນັ້ນດ້ວຍ”(ມັດທາຍ 24:37)

ດຣ.ເອັມ.ອາ.ດີຮານ ໄດ້ກ່າວວ່າ:

ພວກເຮົາສາມາດເຫັນສະພາບການຂອງຄວາມຄ້າຍຄືກັນໃນປະຈຸບັນນີ້ກັບສະໄໝຂອງໂນອາໄດ້ບໍ…?ແນ່ນອນຄົນໃດໜື່ງຕ້ອງຕາບອດຝ່າຍວິນຍານແລະປະຕິເສດພຣະຄໍາຂອງພຣະເຈົ້າ,ລົ້ມເຫຼວທີ່ຈະລະນຶກເຖິງທຸກຢ່າງທີ່ ເກີດຂື້ນຊໍ້າອີກສະໄໝຂອງໂນອາ…(M. R. DeHaan, The Days of Noah, Zondervan Publishing House, 1971 edition, page 149).

ການບັງຄັບທີ່ຖືກຄອບງໍາຂອງພະຍາມານໄດ້ຄວບຄຸມທົ່ວໂລກໃນສະໄໝຂອງໂນອາ-ແລະ ເກືອບຈະທໍາລາຍເຊື້ອສາຍມະນຸດທັງໝົດ.

ໃນຊົ່ວຊີວິດຂອງຂ້າພະເຈົ້າຂ້າພະເຈົ້າໄດ້ເຫັນລິດອໍານາດຂອງຊາຕານເພີ່ມຂື້ນທົ່ວໂລກ,ໃນປີ 1960 ເບິ່ງຄືວ່າໂລກກໍາລັງຍ່າງໂຊເຊໄປໃກ້ຂອບແຫ່ງການທໍາລາຍລ້າງ,ຄົນ ໜຸ່ມຫຼາຍຄົນໄດ້ເປີດໂຕເຂົາເອງໃຫ້ພະຍາມານສິງໂດຍການຫຼີ້ນຢາເສບຕິດຄືກັບແອລເອັສດີ,ພວກເຂົາໃຊ້ຢາເສບຕິດປະຈຸບັນນີ້ທີ່ເຮັດໃຫ້ແອລເອັສດີເບິ່ງຄືວ່າເກືອບບໍ່ມີພິດໄພຄືກັບ ເຂົ້າໜົມອົມ,ຂ້າພະເຈົ້າກໍາລັງເທດສະໜາຖ້າມກາງພວກຮິບປີ້ໃນເຂດເມືອງຊານຟຣານຊິສໂກໃນຕົ້ນປີ 70, ຂ້າພະເຈົ້າສາມາດບອກພວກທ່ານໄດ້ຈາກປະສົບການສ່ວນຕົວວ່າເດັກ ນ້ອຍເຫຼົ່ານີ້ສ່ວນຫຼາຍແມ່ນຢູ່ໃຕ້ການດຶງດູດທີ່ຄອບງໍາຂອງພະຍາມານແລະຂ້າພະເຈົ້າເຫັນມີຫຼາຍຄົນທີ່ຖືກພະຍາມານສິງຢູ່, ໃນປີ 1973 ສານສູງສຸດຂອງອາເມລິກາໄດ້ຕັດສິນໃຫ້ ການເອົາລູກອອກເປັນສິ່ງທີ່ຖືກຕ້ອງຕາມກົດໝາຍທົ່ວປະເທດອາເມລິກາ,ນັບຕັ້ງແຕ່ນັ້ນ ເປັນຕົ້ນມາມີເດັກນ້ອຍ 55 ລ້ານຄົນໄດ້ຖືກທໍາລາຍຈົນໝົດໂດຍການຖືກຜີສິງ“ທ່ານໝໍ”ທີ່ ເອົາລູກອອກ, ພວກເຮົາຍັງໄດ້ຄົ້ນພົບອີກວ່າ, ການຮັບໃຊ້ຕໍ່ພວກຄົນໜຸ່ມໃນເມືອງຊານ ຟຣານຊິສໂກແລະເມືອງລອສແອງເຈີລິສທີ່ວ່າຜູ້ຍິງເກືອບໝົດທຸກຄົນຜູ້ທີ່ເຄີຍເອົາລູກ ອອກ“ຕາມຄວາມຕ້ອງການ”ກາຍເປັນສະມຸນພະຍາມານແລະມີຫຼາຍຄົນກາຍເປັນຄົນທີ່ຖືກພະຍາມາສິງຢ່າງສິ້ນເຊີງ, ໃນປະຈຸບັນພວກຜູ້ຍິງເຫຼ່ານີ້,ແລະພວກຜູ້ຊາຍທີ່ເສບຢາເສບຕິດ ເປັນຮາງສຽງໃຫຍ່ທີ່ເລືອກໂອບາມາໃຫ້ດໍາລົງຕໍາແໜ່ງໃນສະໄໝທີ່ສອງ, ທ່ານໂອບາມາມີ ຄວາມຄິດຫຼາຍຢ່າງທີ່ຊັດເຈນຄືກັບປີສາດ, ໂດຍສ່ວນຕົວແລ້ວຂ້າພະເຈົ້າເຊື່ອວ່າລາວກາຍ ເປັນສະມຸນຂອງພະຍາມານໃນຂະນະທີ່ເຂົ້າຮ່ວມ(ປະມານ 21 ປີ)ໃນໂບດແຫ່ງໜື່ງທີ່ສິດ ຍາພິບານຄືດຣ.ເຢເຣໄມໄຣ, ຄົນທີ່ຮ້ອງໃນໂທລະພາບວ່າ “ພຣະເຈົ້າຊົງສາບແຊ່ງປະເທດ ອາເມລິກາ! “ພຣະເຈົ້າຊົງສາບແຊ່ງປະເທດອາເມລິກາ! “ພຣະເຈົ້າຊົງສາບແຊ່ງປະເທດ ອາເມລິກາ” ຂ້າພະເຈົ້າບໍ່ເຫັນວ່າມີໃຜແດ່ທີ່ເຂົ້າຮ່ວມໃນໂບດຂອງລາວເປັນເວລາ 21 ປີ ທີ່ບໍ່ແມ່ນສະມຸນຂອງພະຍາມານ! ມັນບໍ່ຄວນເປັນເລື່ອງແປກສໍາຫຼັບພວກເຮົາທີ່ເຫັນວ່າ ປະທານາທິບໍດີເບິ່ງຄືວ່າພ້ອມທີ່ຈະສູ້ຮົບກັບພວກມູສະລິມຫຼາຍກວ່າກັບພວກຄຣິສຕຽນ,ເບິ່ງຄືວ່າພວກເຂົາຈະຖືກຊັກນໍາໄປນໍາກັນໂດຍວິນຍານທີ່ຊົ່ວຮ້າຍອັນດຽວກັນ.

ຂ້າພະເຈົ້າຈໍາເປັນຕ້ອງເວົ້າເຖິງການລຸກຂື້ນຕໍ່ສູ້ຂອງພວກຮັກຮ່ວມເພດແລະການ ແຕ່ງງານຂອງພວກ“ເກ” ບໍ? ຂ້າພະເຈົ້າຈໍາເປັນຕ້ອງເວົ້າເຖິງຮູບໂປ້ທີ່ປະຈຸບັນຖືກພວກ ໄວລຸ້ນຜູ້ຊາຍເບິ່ງຫຼາຍກວ່າ 95% ບໍ? ຂ້າພະເຈົ້າຈໍາເປັນຕ້ອງເວົ້າເຖິງປະເພດຂອງ ດົນຕີທີ່ໄດ້ຍິນໃນຄອນເສີດເພງຣັອກ, ບ່ອນທີ່ຝູງຊົນທັງໝົດຖືກສະກົດຈິດໂດຍການເຕັ້ນ ແລະການຫລອມລະລາຍເຂົ້າໃນຈັ່ງຫວະການເຕັ້ນຂອງຝູງຊົນທີ່ຢູ່ຝ່າຍເນື້ອໜັງແດ່ບໍ? ຂ້າພະເຈົ້າຈໍາເປັນຕ້ອງກ່າວເຖິງສິ່ງສົກກະປົກທີ່ບໍ່ສາມາດອະທິບາຍໄດ້ແລະການຂ້າທີ່ໜ້າຢ້ານທີ່ເຫັນເກືອບຢູ່ໃນໜັງທຸກເລື່ອງຂອງຮໍລິວູດໃນປະຈຸບັນນີ້ແດ່ບໍ? ດຣ.ເຈ.ເວີນັນແມັກກີ້ ໄດ້ກ່າວໄວ້ວ່າ:

ມີຫຼາຍຄົນທີ່ຖືກພະຍາມານສິງໃນປະຈຸບັນນີ້…ພວກເຮົາກໍາລັງເຫັນຫຼາຍ ຂື້ນແລະຫຼາຍຂື້ນເຖິງການປາກົດໂຕຂອງພວກຊື່ງເປັນແບບພະຍາມານ, ພວກເຮົາມີພະຍານຫຼັກຖານຫຼາຍຢ່າງທີ່ກ່ຽວຂ້ອງກັບເລື່ອງນີ້(J. Vernon McGee, Th.D., Thru the Bible, Thomas Nelson Publishers, volume IV, 1983, p. 51; comment on Matthew 8:32).

ດຣ.ແມັກກີ້ເປັນຄົນທີ່ໄດ້ຮັບຄວາມເຄົາລົບຢ່າງສູງແລະເປັນຄູສອນພຣະຄາພີທີ່ຮູ້ຢ່າງກວ້າງຂວາງ,ດຣ.ມາຕິນລອຍ-ໂຈນໄດ້ຮັບການເອີ້ນວ່າເປັນໜື່ງໃນນັກເທດທີ່ຍິ່ງໃຫຍ່ທີ່ສຸດໃນສະ ຕະວັດທີ່ຊາວ,ລາວເປັນສິດຍາພິບານທີ່ເວສມິນສະເຕີແຊັບໂປຢູ່ໃຈກາງເມືອງລອນດອນປະເທດອັງກິດຫຼາຍກວ່າຊາວຫ້າປີ,ດຣ.ລອຍ-ໂຈນກ່າວໄວ້ວ່າ:

ກິດຈະກໍາແບບພວກປີສາດໄດ້ກໍາເນີດເກີດຂື້ນເນື່ອງຈາກການຕົກຕໍ່າລົງ ຝ່າຍຈິດວິນຍານ ແລະການທີ່ບໍ່ເປັນຕາມແບບພຣະເຈົ້າຂອງໝົດປະ ເທດ(Martyn Lloyd-Jones, M.D., Healing and the Scriptures, Oliver-Belson Books, 1988, p. 159).

ພຣະຄໍາພີໄດ້ທໍານວາຍເຖິງລາຍຊື່ກິດຈະກໍາຕ່າງໆຂອງພະຍາມານໃນຍຸກສຸດທ້າຍອັກຄະສາວົກເປົາໂລກ່າວໄວ້ວ່າ:

“ແຕ່ຈົ່ງເຂົ້າໃຈຂໍ້ນີ້ດ້ວຍ ຄືວ່າໃນວັນສຸດທ້າຍນັ້ນ ຈະເກີດເຫດການປິ້ນຍຸກ ເຫດວ່າຄົນຈະເປັນຄົນຮັກຕົວເອງ, ເປັນຄົນເຫັນແກ່ເງີນ, ເປັນຄົນອວດຕົວ, ເປັນຄົນຈອງຫອງ, ເປັນຄົນເວົ້າໝິ່ນປະມາດ, ເປັນຄົນບໍ່ເຊື່ອຟັງຄຳບີດາມານດາ, ເປັນຄົນອະກະຕັນຍູ, ເປັນຄົນບໍ່ມີສິນລະທຳ, ເປັນຄົນບໍ່ຮັກຊຶ່ງກັນແລະກັນ, ເປັນຄົນບໍ່ເຮັດຕາມສັນຍາ, ເປັນຄົນຫາຄວາມໃສ່ເຂົາ, ເປັນຄົນບໍ່ມີສະຕິຢັ້ງໃຈ, ເປັນຄົນໂຫດຮ້າຍ, ເປັນຄົນຊັງຄົນດີ, ເປັນຄົນທໍລະຍົດ, ເປັນຄົນໃຊ້ອາລົມ, ເປັນຄົນຫົວສູງ, ເປັນຄົນຮັກຄວາມສະໜຸກສະໜານຍິ່ງກວ່າຮັກພຣະເຈົ້າ, ເຂົາມີສະພາບທາງຂອງພຣະເຈົ້າພາຍນອກ ແຕ່ລິດຂອງທາງນັ້ນເຂົາປະຕິເສດເສຍ ຄົນຢ່າງນີ້ທ່ານຈົ່ງຫັນໜ້າໜີຈາກເຂົາເສຍດ້ວຍ”(2 ຕີໂມທຽວ 3:1-5)

“ແຕ່ຄົນຊົ່ວແລະຄົນມີເລ້ກົນຈະຊົ່ວຮ້າຍຫລາຍຂຶ້ນ ທັງຫລອກລວງຄົນອື່ນ ແລະກໍຖືກຄົນອື່ນຫລອກລວງນໍາ” (2 ຕີໂມທຽວ 3:13)

ອັກຄະສາວົກເປົາບົ່ງບອກວ່າກິດຈະກໍາທີ່ຊົ່ວຮ້າຍນີ້ຈະຮຸກຮານເຂົ້າມາໃນຄຣິສຕະຈັກທັງ ຫຼາຍໃນຍຸກສຸດທ້າຍ.

“ແລະເຂົາຈະບ່າຍຫູຈາກຄວາມຈິງ ຫັນໄປຟັງເລື່ອງນິຍາຍຕ່າງໆ” (2 ຕີໂມທຽວ 4:4)

“ດ້ວຍວ່າໃນສະໄໝຂອງໂນອາເປັນຢ່າງໃດ ເມື່ອບຸດມະນຸດສະເດັດມາ ກໍຈະເປັນຢ່າງນັ້ນດ້ວຍ”(ມັດທາຍ 24:37)

ພວກເຮົາອາໄສຢູ່ໃນຊ່ວງເວລາແຫ່ງການໝຸນວຽນກິດຈະກໍາຂອງຊາຕານ, ມີພຽງແຕ່ ພຣະເຢຊູເທົ່ານັ້ນທີ່ຊ່ວຍເຮົາໃຫ້ພົ້ນໄດ້.

ໃນຍຸກສະໄໝຊົ່ວຮ້າຍທີ່ເຮົາອາໄສຢູ່ໃນປະຈຸບັນນີ້,ທຸກໆຄົນຄວນຈະເອົາໃຈໃສ່ລະມັດລະວັງຕໍ່ຄໍາເຕືອນທີ່ຖືກໃຫ້ໂດຍອັກຄະສາວົກເປໂຕ

“ທ່ານທັງຫຼາຍຈົ່ງເປັນຄົນໃຈໜັກແໜ້ນ ຈົ່ງລະວັງລະໄວໃຫ້ດີດ້ວຍວ່າສັດຕູ ຂອງທ່ານຄືພະຍາມານວົນວຽນຢູ່ຮອບໆຄືໂຕສິງແຜດສຽງ ທ່ຽວໄປຊອກ ຫາຄົນທີ່ມັນຈະກັດກິນໄດ້”(1 ເປໂຕ 5:8)

ພວກທ່ານເຄີຍແປກໃຈບໍວ່າເປັນຫຍັງພວກທ່ານບາງຄົນຈື່ງຍາກຫຼາຍທີ່ຈະເຊື່ອ ວາງໃຈໃນພຣະເຢຊູແລະລອດ? ພວກທ່ານເຄີຍຄິດບໍ່ວ່າມັນໜ້າຈະເປັນການໂຈມຕີຂອງ ພະຍາມານຢູ່ໃນຄວາມຄິດຂອງທ່ານ-ຄວາມພະຍາຍາມອັນສຸດທ້າຍຂອງຊາຕານກໍເພື່ອ ຈະເກັບຮັກສາທ່ານໃຫ້ເປັນທາດຂອງມັນຕໍ່? ພຣະຄໍາພີເວົ້າເຖິງຄົນເຫຼົ່ານັ້ນທີ່ຢູ່ໃນຄວາມ ເປັນທາດຂອງພະຍາມານ“ຊົ່ວຊີວິດ”(ເຮັບເລີ 2:14,15).

ນັ້ນແລະເປັນເຫດຜົນທີ່ພຣະເຢຊູສະເດັດມາ-ເພື່ອປົດປ່ອຍທ່ານອອກຈາກຄວາມ ເປັນທາດຂອງພະຍາມານ,ເພື່ອປ່ອຍທ່ານໃຫ້ພົ້ນຈາກການເປັນທາດຂອງຊາຕານ! ພຣະເຢ ຊູຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍໜີບາບຂອງທ່ານ,ພຣະເຢຊູຊົງຟື້ນຄືນຈາກຄວາມ ຕາຍເພື່ອປົດປ່ອຍທ່ານຈາກການເປັນທາດຂອງພະຍາມານ! ຈົ່ງມາແລະຂໍຮ້ອງໃຫ້ພຣະເຢ ຊູປ່ອຍທ່ານຈາກຊາຕານ! ເຊີນມາແລະຂໍຮ້ອງພຣະເຢຊູໃຫ້ອະໄພບາບຂອງທ່ານແລະປະ ທານຊີວິດໃຫມ່ແກ່ທ່ານ! ພຣະເຢຊູຊົງກ່າວວ່າພຣະເຈົ້າຊົງສົ່ງພຣະອົງ“ໃຫ້ຮ້ອງປະກາດ ອິດສາລະພາບແກ່ບັນດາຊະເລີຍ…ໃຫ້ປ່ອຍຜູ້ຟົກຊໍ້າໃຫ້ເປັນອິດສະຫຼະ”(ລູກາ 4:18),ເຊີນ ມາ, ເຊີນມາ, ເຊີນມາ-ຫາພຣະເຢຊູ! “ບໍ່ມີໃຜຊ່ວຍໄດ້ນອກຈາກພຣະເຢຊູ,ບໍ່ມີໃຜຊ່ວຍໄດ້ ນອກຈາກພຣະເຢຊູທີ່ີສາມາດຊ່ວຍຄົນບາບໄດ້”

ຢ່າໄປຄິດເຖິງຊາຕານອີກຕໍ່ໄປ! ຈົ່ງຄິດເຖິງແຕ່ພຣະເຢຊູເທົ່ານັ້ນ! ຈົ່ງຖິ້ມໂຕຂອງ ທ່ານລົງເທິງພຣະເຢຊູແລະພຣະອົງຈະຊົງປົດປ່ອຍທ່ານອອກຈາກຄວາມບາບແລະຄວາມ ຕາຍ! ພຣະເຢຊູຈະຊົງຊ່ວຍທ່ານໃຫ້ພົ້ນ, ພຣະອົງຈະຊົງຊ່ວຍທ່ານໃຫ້ພົ້ນດຽວນີ້”! ຈົ່ງກັບ ຈາກຄວາມບາບແລ້ວເຊື່ອວາງໃຈໃນພຣະຜູ້ຊ່ວຍໃຫ້ລອດດຽວນີ້!.

ເຊີນມາແລະສົນທະນາກັບພວກເຮົາກ່ຽວການທີ່ພຣະເຢຊູຊ່ວຍທ່ານໃຫ້ພົ້ນ,ອອກ ໄປຈາກຕັ່ງຂອງທ່ານແລ້ວຍ່າງໄປທາງຫຼັງຫ້ອງປະຊຸມນີ້ຕອນນີ້ເລີຍ, ດຣ.ເຄແກນຈະພາ ທ່ານໄປອີກຫ້ອງໜື່ງບ່ອນທີ່ພວກເຮົາສາມາດສົນທະນາກັນໄດ້, ຂໍເຊີນ ດຣ.ແຊນມາອະທິ ຖານເພື່ອຄົນທີ່ຈະເຊື່ອວາງໃຈໃນພຣະເຢຊູດຽວນີ້ແດ່. ເອແມນ

*ພວກອາຈານສະໄໝບູຮານແປຄໍາພາສາຮິບຣູ“ເນຟິດິມ” ເປັນ “ຈິແຈ້ນເຕສ”ໃນ ສະບັບເຊບທົວຈິນ, ສະນັ້ນພວກເຂົາຈື່ງໄດ້ແນະນໍາຄວາມຄິດຜິດໆວ່າເນຟີດິມຄືພວກຍັກ, ຄໍາວ່າ “ເນຟີດິມ”ປາກົດເຊັ່ນກັນໃນໜັງສືຈັດເຊັນບັນຊີ 13:33 ບ່ອນທີ່ແປຜິດວ່າເປັນ “ພວກຍັກ” ໃນສະບັບຄິງເຈມສ໌,ທັງສອງບ່ອນນີ້ການແປທີ່ບໍ່ດີມາຈາກການແປຜິດໃນສະ ບັບເຊບທົວຈິນ(ຈິແຈ້ນເຕສ), ຫົນທາງທີ່ເຮົາຮູ້ວ່າພວກເຂົາເປັນຄົນໂຕໃຫຍ່ໃນຈັດເຊັນບັນ ຊີ 13:33 ກໍຄືພວກເຂົາເຮັດໃຫ້ຄົນຮິບຣູຮູ້ສຶກວ່າຕົນເອງນ້ອຍໆ, ແຕ່ມັນພຽງແຕ່ໝາຍເຖິງ ພວກເຂົາໂຕໃຫຍ່,ແຂງແຮງ,ບໍ່ແມ່ນວ່າພວກເຂົາເປັນພວກຍັກ, ຄໍາວ່າ“ເນຟີດິມ”ແນ່ໃສ່ ຄວາມຈິງທີ່ວ່າພວກເຂົາເປັນສະມຸນພະຍາມານຄືກັບຄົນສ່ວນຫຼາຍທີ່ອາໄສຢູ່ໃນດິນແດນ ຄານາອັນເປັນກ່ອນທີ່ພວກຮິບຣູຈະມາ, ພວກຮິບຣູຖືກລົບກວນໂດຍສະມຸນພະຍາມານເຫຼົ່າ ນີ້ເພາະພວກເຂົາບໍ່ໄດ້ຂັບໄລ່ເຂົາເຈົ້າທັງໝົດອອກໄປຈາກດິນແດນນັ້ນຕາມທີ່ພຣະເຈົ້າຊົງ ສັ່ງໃຫ້ພວກເຂົາເຮັດ, ໃນຂໍ້ພຣະຄໍາພີເຫຼົ່ານີ້ພວກເຂົາບໍ່ແມ່ນ“ຍັກ”, ແມ່ນແຕ່ພວກນັກ ອະທິບາຍພຣະຄໍາພີແລະແມ່ນກະທັ່ງສະບັບສະຕຣອງພາກັນສັບສົນໂດຍການແປຜິດພາດ ຂອງພວກອາຈານຊາວບູຮານ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວ ອາເບວ ພຣຸດໂຮມ: ປະຖົມມະການ 6:1-8.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“Then Jesus Came” (by Dr. Oswald J. Smith, 1889-1986).

ໂຄງຮ່າງບົດເທດສະໜາ

ພວກພະຍາມານໃນໂລກປະຈຸບັນ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ຕໍ່ມາເມື່ອມະນຸດເລີ່ມທະວີຫລາຍຂຶ້ນເທິງພື້ນແຜ່ນດິນໂລກ ແລະພວກພວກເຂົາໃຫ້ກຳເນີດລູກສາວຫລາຍຄົນ ລູກຊາຍທັງຫລາຍຂອງພຣະເຈົ້າເຫັນວ່າລູກສາວທັງຫລາຍຂອງມະນຸດສວຍງາມ ແລະພວກເຂົາຮັບນາງທັງຫລາຍໄວ້ເປັນເມຍຕາມມັກໃຈຂອງພວກເຂົາ”(ປະຖົມມະການ 6:1-2)

(ມັດທາຍ 24:3,37; ຢູດາ 15; ປະຖົມມະການ 5:22; 6:6)

I. ໜື່ງ ມັນເປັນຊ່ວງເວລາຂອງກິດຈະກໍາທີ່ຊົ່ວຮ້າຍອັນໃຫຍ່ຫຼວງ. ປະຖົມມະການ 6:1-5; ມັດທາຍ 24:38; ປະຖົມມະການ 6:11, 13, 4,8.

II. ສອງ ພວກເຮົາອາໄສຢູ່ໃນສະໄໝແຫ່ງກິດຈະກໍາທີ່ຊົ່ວຮ້າຍໃນປະຈຸບັນນີ້. ມັດທາຍ 24:37; 2 ຕີໂມທຽວ 3:1-5, 13; 4:4; 1 ເປໂຕ 5:8 ເຮັບເລີ 2:14, 15; ລູກາ 4:18.