Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ສະໄໝຂອງໂນອາແລະສະໄໝຂອງໂລດ

(ບົດເທດສະໜາຕອນທີ່ 77 ໃນໜັງສືປະຖົມມະການ)
THE DAYS OF NOAH AND THE DAYS OF LOT
(SERMON #77 ON THE BOOK OF GENESIS)
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 18/5/2014
A sermon preached at the Baptist Tabernacle of Los Angeles
Lord’s Day Morning, May 18, 2014

“ໃນສະໄໝຂອງໂນອາເຫດການໄດ້ເປັນມາແລ້ວຢ່າງໃດ ໃນສະໄໝຂອງບຸດມະນຸດກໍຈະເປັນໄປຢ່າງນັ້ນດ້ວຍ ເຂົາໄດ້ກິນແລະດື່ມ ໄດ້ສົມລົດກັນແລະໄດ້ຍົກໃຫ້ເປັນຜົວເມຍກັນ ຈົນເຖິງວັນນັ້ນທີ່ໂນອາໄດ້ເຂົ້າໃນນາວາ ແລະນ້ຳໄດ້ມາຖ້ວມລ້າງຜານເຂົາເສຍທັງສິ້ນ ໃນສະໄໝຂອງໂລດກໍຄືກັນ ເຂົາໄດ້ກິນດື່ມ ຊື້ຂາຍ ຫວ່ານປູກ ກໍ່ສ້າງ ແຕ່ໃນວັນນັ້ນທີ່ໂລດອອກໄປຈາກເມືອງໂສໂດມ ໄຟແລະກຳມະຖັນໄດ້ຕົກຈາກຟ້າມາເຜົາຜານເຂົາເສຍທັງສິ້ນ ໃນວັນທີບຸດມະນຸດຈະມາປາກົດກໍເປັນເໝືອນຢ່າງນັ້ນ” (ລູກາ 17:26-30)


ພວກທ່ານຄວນຈະສັງເກດເບິ່ງສາມຢ່າງກ່ຽວກັບຂໍ້ພຣະຄໍາພີຂໍ້ນີ້, ໜື່ງ ໃຫ້ຈົດຄໍາ ອະທິບາຍທີ່ຍິ່ງໃຫຍ່ທີ່ພຣະເຢຊູຊົງໃຊ້ - ນໍ້າຖ້ວມໃນສະໄໝຂອງໂນອາແລະໄຟກັບກໍາມະ ຖັນທີ່ຕົກລົງມາໃສ່ເມືອງໂສໂດມ, ອັນທີ່ສອງໃຫ້ເຮົາເບິ່ງປະໂຫຍກສຸດທ້າຍຂອງຂໍ້ທີ່ 29 “ເຜົາຜານເຂົາເສຍທັງສິ້ນ” ຕອນນີ້ໃຫ້ເຮົາໄປເບິ່ງຂໍ້ 30 “ໃນວັນທີບຸດມະນຸດຈະມາປາກົດກໍເປັນເໝືອນຢ່າງນັ້ນ”ອັນນີ້ແນ່ໃສ່ການສະເດັດມາຄັ້ງທີ່ສອງຂອງພຣະຄຣິສໃນການພິພາກ ສາໂລກຂອງຄົນທີ່ບໍ່ເຊື່ອ. ຜູ້ຄົນໃນສະໄໝຂອງໂນອາບໍ່ໄດ້ກະກຽມ-ດັ່ງນັ້ນພວກເຂົາທຸກຄົນຈື່ງຖືກທໍາລາຍ,ຜູ້ ຄົນໃນສະໄໝຂອງໂລດກໍບໍ່ໄດ້ກະກຽມຫຍັງ-ດັ່ງນັ້ນພວກເຂົາທຸກຄົນຈື່ງຖືກທໍາລາຍ, ການ

ກິນ,ການດື່ມແລະການແຕ່ງງານກັນມັນບໍ່ໄດ້ຜິດຫຍັງດອກ ແຕ່ມັນເປັນສິ່ງທີ່ພວກເຂົາທຸກ ຄົນເປັນຫ່ວງ! ພວກເຂົາບໍ່ໄດ້ຟັງໂນອາຫຼືໂລດ, ດັ່ງນັ້ນພວກເຂົາທຸກຄົນຈື່ງຖືກທໍາລາຍ.

ຕອນນີ້ເຮົາຈະມາເບິ່ງກຸ່ມຄົນສອງກຸ່ມແລະເບິ່ງວ່າເປັນຫຍັງພວກເຂົາຈື່ງບໍ່ພ້ອມສໍາຫຼັບການພິພາກສາ, ແຕ່ກ່ອນອື່ນຂ້າພະເຈົ້າຕ້ອງຂໍເວົ້າວ່າພຣະຄໍາພີສອນວ່າພຣະເຈົ້າຊົງ ເປັນແຫ່ງຄວາມໂກດຮ້າຍແລະເປັນພຣະເຈົ້າແຫ່ງການພິພາກສາ, ຂ້າພະເຈົ້າຮູ້ດີວ່າມັນບໍ່ ແມ່ນສິ່ງທີ່ຜູ້ຄົນໃນສະໄໝນີ້ເຊື່ອ,ພວກເຂົາມັກເວົ້າວ່າ“ຂ້ອຍບໍ່ເຊື່ອໃນພຣະເຈົ້າແຫ່ງການພິພາກສາ”,ແຕ່ມັນບໍ່ໄດ້ສໍາຄັນຫຍັງດອກວ່າພວກເຂົາເຊື່ອຫຍັງ,ພຣະເຈົ້າບໍ່ແມ່ນເປັນແຕ່ພຽງ

ແຕ່ການປັ້ນແຕ່ງຂອງຈິນຕະນາການຂອງພວກທ່ານເທົ່ານັ້ນ,ພຣະເຈົ້າຊົງມີຕົວຕົນຢູ່ຂ້າງໆພວກທ່ານ,ພຣະອົງຊົງມີຕົວຕົນເຖິງແມ່ນວ່າພວກທ່ານຈະເຊື່ອໃນພຣະອົງຫຼືບໍ, ດັ່ງນັ້ນມັນ ຈື່ງບໍ່ສໍາຄັນວ່າທ່ານ“ບໍ່ເຊື່ອໃນພຣະເຈົ້າແຫ່ງການພິພາກສາຫຼືບໍ”, ນັບຕັ້ງແຕ່ການມີຊີວິດ ຢູ່ຂອງພຣະເຈົ້າບໍ່ໄດ້ຂື້ນຢູ່ກັບສິ່ງທີ່ທ່ານເຊື່ອ, ສິ່ງທີ່ທ່ານຄິດກໍບໍ່ໄດ້ປ່ຽນແປງຫຍັງເລີຍ! ສົມມຸດທ່ານເວົ້າວ່າ “ຂ້ອຍບໍ່ເຊື່ອໃນເມືອງຊານຟຣານຊິສໂກ” ມັນຈະເຮັດໃຫ້ເມືອງຊານ ຟຣານຊິສໂກຫາຍໂຕໄປບໍ? ແນ່ນອນບໍ່! ສົມມຸດວ່າທ່ານເວົ້າວ່າ“ຂ້ອຍບໍເຊື່ອວ່າມີລົດລາກ ໃນເມືອງຊານຟຣານຊິສໂກ” ມັນຈະເຮັດໃຫ້ລົດລາກຫາຍໄປຈາກເມືອງນັ້ນບໍ? ແນ່ນອນບໍ ແລະພຣະເຈົ້າກໍເຊັ່ນດຽວກັນ, ຖ້າທ່ານເວົ້າວ່າ “ຂ້ອຍບໍ່ເຊື່ອໃນພຣະເຈົ້າແຫ່ງການພິພາກ ສາ” ມັນກໍບໍ່ໄດ້ປ່ຽນແປງຫຍັງ, ບໍ່ວ່າທ່ານຈະເຊື່ອຫຼືບໍເຊື່ອກໍຕາມ, ພຣະເຈົ້າຊົງມີຊິວິດຢູ່ ຂ້າງໆສະໝອງຂອງທ່ານ-ແລະພຣະອົງຊົງເປັນພຣະເຈົ້າແຫ່ງການພິພາກສາ ແລະຄວາມ ໂກດຮ້າຍຕໍ່ສູ້ຄົນບາບ,ບໍ່ວ່າທ່ານຈະເຊື່ອຫຼືບໍເຊື່ອກໍຕາມ.

ຄວາມຈິງແລ້ວຜູ້ຄົນໃນສະໄໝຂອງໂນອາຄິດຄືກັບພວກທ່ານ, ພວກເຂົາມີຄວາມ ຄິດບາງຢ່າງເລື່ອງພຣະເຈົ້າ-ແຕ່ກໍຄືກັບທ່ານພວກເຂົາຄິດວ່າພຣະເຈົ້າບໍ່ແມ່ນພຣະເຈົ້າແຫ່ງ ການພິພາກສາ! ແລະກໍຄືກັບພວກທ່ານພວກເຂົາຄິດຜິດ-ຜິດຢ່າງຕາຍ! ດັ່ງນັ້ນພຣະເຈົ້າ ຈື່ງໄດ້ສົ່ງນໍ້າຖ້ວມໃຫຍ່ມາ,“ແລະທໍາລາຍພວກເຂົາໝົດສິ້ນ”(ລູກາ 17:27) ແລະແບບດຽວກັນນັ້ນກໍໄດ້ເກີດຂື້ນໃນເມືອງໂສໂດມເຊັ່ນກັນ, ຜູ້ຄົນໃນເມືອງໂສ ໂດມຄິດວ່າພຣະເຈົ້າຈະບໍ່ພິພາກສາເຂົາ, ຜູ້ຄົນໃນສະໄໝຂອງໂນອາບໍ່ໄດ້ເອົາໃຈໃສ່ຕໍ່ຄໍາ ເທດສະໜາຂອງລາວ, ເຊັ່ນດຽວກັບທີ່ຊາວເມືອງໂສໂດມບໍ່ຟັງຄໍາເຕືອນຂອງໂລດທີ່ມີຕໍ່ ເຂົາ,ລູກເຂີຍຂອງລາວເອງຄິດວ່າລາວເປັນພຽງແຕ່“ຄົນເວົ້າລິ້ນ” ຕອນທີ່ລາວເຕືອນພວກ ເຂົາວ່າການພິພາກສາກໍາລັງຈະມາ,ແຕ່ພວກເຂົາຄິດຜິດ,ການພິພາກສາໄດ້ຕົກລົງມາ“ແລະທໍາລາຍເຂົາໝົດສິ້ນ”(ລູກາ 17:29)

ພຣະເຢຊູຈົບຄໍາເຕືອນນີ້ໃນຂໍ້ສາມສິບໂດຍການກ່າວວ່າ:

“ໃນວັນທີບຸດມະນຸດຈະມາປາກົດກໍເປັນເໝືອນຢ່າງນັ້ນ”(ລູກາ 17:26-30)

ຂ້າພະເຈົ້າເຊື່ອວ່າພວກເຮົາມີຊີວິດຢູ່ໃນຍຸກສະໄໝນັ້ນໃນປະຈຸບັນນີ້, ບໍ່ມີໃຜຮູ້ວັນຫຼືເວລາ ເມື່ອການພິພາກສາຂອງພຣະເຈົ້າຈະຕົກລົງມາໃສ່ຊົ່ວອາຍຸທີ່ບາບນີ້,ແຕ່ເຄື່ອງໝາຍທຸກຢ່າງເບິ່ງໄດ້ຊີ້ບອກວ່າພວກເຮົາກໍາລັງມີຊີວິດຢູ່ໃກ້ຈຸດຈົບຂອງຍຸກນັ້ນແລ້ວໃນຕອນນີ້,ພຣະຄໍາພີ ກ່າວວ່າ“ຈົ່ງຕຽມຕົວພົບພຣະເຈົ້າຂອງເຈົ້າ”(ອາໂມດ 4:12), ດຣ.ເອັດຮິນຊັນ ແຫ່ງມະຫາ ວິທະຍາໄລລິເບີຕີ້ໄດ້ກ່າວວ່າ:

ຄວາມຄິດເຫັນຄຣິສຕຽນສ່ວນຫຼາຍທີ່ຄັ້ງໜື່ງເຄີຍທີ່ຖືກວັດທະນາທໍາ ຕາເວັນຕົກຄອບງໍາດຽວນີ້ແມ່ນໄດ້ພັງທະລາຍລົງແລ້ວແລະຄືຈະເປັນໄປບໍ່ໄດ້ທີ່ຈະຟື້ນມາອີກ, ພວກເຮົາໄດ້ຢູ່ໃນບໍລິເວນຊາຍດູດຂອງລັດທິຄວາມ ເປັນແບບວິທີໂລກ, ລັດທິຄວາມສໍາພັນກັນແລະລັດທິທີ່ເຊື່ອວ່າຄົນເຮົາສາ ມາດເຂົ້າໄປເຖິງພຣະເຈົ້າໄດ້ດ້ວຍການອະທິຖານ... ດຽວນີ້ຂັ້ນຕອນແມ່ນຖືກຕັ້ງໄວ້ສໍາຫຼັບເຄື່ອງໝາຍແຫ່ງຍຸກສຸດທ້າຍ, ການປ່ຽນແປງແລະການພັດທະນາແມ່ນກໍາລັງເກີດຂື້ນຢ່າງໄວວາຊື່ງພວກເຮົາກໍາລັງເລັ່ງຄວາມໄວໂດຍບໍ່ຄິດໄປຂ້າງໜ້າວິກິດການອັນໃຫຍ່ເທົ່າທີ່ ໂລກເຄີຍຮູ້ຈັກມາກ່ອນ,ທຸກເຫດການທີ່ປ່ຽນແປງໄດ້ເຕືອນສະຕິພວກເຮົາ ວ່າ“ສິ່ງໃຫຍ່ໜື່ງ”ຢູ່ໃນຫົວມຸມອ້ອມຮອບເຮົາ(Ed Hindson, Ph.D., Final Signs, Harvest House Publishers, 1996, pp. 65, 7).

ທ່ານກຽມພ້ອມທີ່ຈະພົບພຣະເຈົ້າແລ້ວຫຼືຫຍັງ? ທ່ານກຽມພ້ອມສໍາຫຼັບການສະເດັດ ກັບມາຂອງພຣະຄຣິສແລະການສິ້ນສຸດຂອງຍຸກນີ້ແລ້ວບໍ? ພວກສາວົກຖາມພຣະເຢຊູວ່າ “ແມ່ນຫຍັງເປັນເຄື່ອງໝາຍວ່າພຣະອົງຈະສະເດັດມາ ແລະວາລະສຸດທ້າຍຂອງໂລກນີ້” (ມັດທາຍ 24:3), ພຣະເຢຊູບໍ່ໄດ້ຕິພວກເຂົາ,ພຣະອົງພັດໃຫ້ເຄື່ອງໝາຍຫຼາຍຢ່າງວ່າຈະ ເກີດຂື້ນກັບຄົນເຫຼົ່ານັ້ນທີ່ຢູ່ໃນໂລກໃນເວລາທີ່ໃກ້ເຂົ້າມາແລ້ວ,ຂ້າພະເຈົ້າສໍານຶກໄດ້ວ່າພວກເຮົາກໍາລັງອາໄສໃນຍຸກນັ້ນ-ຕອນນີ້, ພຣະເຢຊູຕັດວ່າມັນຈະເປັນຄືກັບສະໄໝໂນອາກ່ອນທີ່ ການພິພາກສາແຫ່ງນໍ້າຖ້ວມໃຫຍ່ມາເຖິງ -ແລະເຊັ່ນກັນໃນສະໄໝຂອງໂລດກ່ອນທີ່ພຣະ ເຈົ້າຈະຖອກໄຟແຫ່ງການພິພາກສາລົງໃສ່ພວກເຂົາ,ດຣ.ເອັມ.ອາ.ດີຮານໄດ້ກ່າວໄວ້ວ່າ:

     ບໍ່ມີຂໍ້ແກ້ໂຕສໍາຫຼັບຄົນທີ່ປະຕິເສດເຄື່ອງໝາຍແຫ່ງການສະເດັດມາ ຂອງພຣະຄຣິສ, ໂດຍການເປີດພຣະຄໍາພີຕໍ່ໜ້າເຮົາພວກເຮົາສາມາດອ່ານ ທັງຫ້າບົດຊື່ງພຣະເຢຊູໄດ້ອ້າງອີງໃສ່“ສະໄໝຂອງໂນອາແລະສະໄໝຂອງໂລດ”ໃນເວລາສາມສິບນາທີ, ສະໄໝຂອງໂນອາແລະໂລດມີຫຼາຍຢ່າງ ຄ້າຍຄືກັນ,ມັນເປັນສະໄໝແຫ່ງຄວາມອຸດົມສົມອັນຍິ່ງໃຫຍ່, ພຣະເຢຊູຕັດ ວ່າພວກເຂົາພາກັນກິນ, ດື່ມ...ມັນໝາຍເຖິງຄວາມໂລພາແລະການເມົາ, ຖ້າຫາກມີເຫດການຊື່ງເກີດຂື້ນຊໍ້າອີກຂອງສະໄໝນັ້ນ, ມັນຄືຍຸກສະໄໝນີ້ ຫຼາຍກວ່າສະໄໝໃດໆຕັ້ງແຕ່ສະໄໝຂອງໂນອາແລະໂລດ, ສະໄໝເຫຼົ່ານີ້ ເປັນສະໄໝແຫ່ງ“ຄວາມໂລພາແລະການເມົາ”
     ສິ່ງຕໍ່ໄປທີ່ພຣະເຢຊູກ່າວເຖິງກ່ຽວກັບສະໄໝຂອງໂນອາແລະໂລດຄື.. ການໃຊ້ໄປໃນທາງຜິດເລື່ອງເພດສໍາພັນ...ພວກເຮົາຈໍາເປັນຕ້ອງກ່າວເຖິງຫຼາຍຂື້ນເລື່ອງການປຽບທຽບທີ່ແປກຂອງຍຸກສະໄໝນີ້, ໃນຊົ່ວອາຍຸໜື່ງ ພວກເຮົາໄດ້ເຫັນສະຖາບັນອັນສັກສິດຂອງຄອບຄົວໄດ້ເສື່ອມລົງຫຼາຍກວ່າ ທຸກສະຕະວັດໃນປະຫວັດສາດ...ການຜິດສິນລະທໍາແມ່ນເຮັດຄືບໍ່ເຫັນແລະການຢ່າຮ້າງເພີ່ມເປັນສອງເທົ່າ, ສາມເທົ່າແລະສີ່ເທົ່າໃນຊົ່ວອາຍຸ...ຄວາມ ບາບແຫ່ງການຜິດສິນລະທໍາທົ່ວໄປເປັນສາເຫດທີ່ການພິພາກສາຂອງ ພຣະເຈົ້າຕົກໃສ່ເມືອງໂສໂດມ...ເປັນຄືກັບການຢູ່ກິນນໍາກັນເປັນຜົວເມຍທີ່ຜິດກົດໝາຍຂອງລູກຊາຍທັງຫຼາຍຂອງພຣະເຈົ້າແລະລູກສາວຂອງມະນຸດ ໄດ້ດູດເຂົ້າກັນໃນສະໄໝກ່ອນນໍ້າຖ້ວມ(M. R. DeHaan, M.D., The Days of Noah, Zondervan Publishing House, 1963, pp. 80-82).

ຂໍໃຫ້ຂ້າພະເຈົ້າເຕືອນສະຕິພວກທ່ານວ່າພຣະເຢຊູຊົງຕັດວ່າ:

“ໃນສະໄໝຂອງໂນອາເຫດການໄດ້ເປັນມາແລ້ວຢ່າງໃດ..ໃນສະໄໝຂອງໂລດກໍຄືກັນ...ໃນວັນທີບຸດມະນຸດຈະມາປາກົດກໍເປັນເໝືອນຢ່າງນັ້ນ” (ລູກາ 17:26,28,30)

ແລະພຣະຄຣິສຊົງທໍານວາຍວ່າການພິພາກສາທີ່ເປັນຕາຢ້ານກໍາລັງຈະຕົກລົງໃສ່ຄົນທີ່ປະຕິເສດພຣະຄຣິສ,ພຣະຄຣິສຕັດວ່າ:

“ດ້ວຍວ່າໃນຄາວນັ້ນຈະເກີດຄວາມທຸກລຳບາກໃຫຍ່ ຢ່າງທີ່ບໍ່ເຄີຍມີຕັ້ງແຕ່ເລີ່ມໂລກມາຈົນເຖິງເວລານີ້ ແລະຈະບໍ່ມີຕໍ່ໄປອີກເລີຍ ແລະຖ້າບໍ່ໄດ້ຊົງໃຫ້ມື້ເຫລົ່ານັ້ນຫຍໍ້ສັ້ນເຂົ້າ ຈະບໍ່ມີເນື້ອໜັງໃດໆລອດໄດ້ເລີຍ ແຕ່ເພາະຊົງເຫັນແກ່ຜູ້ທີ່ເລືອກສັນໄວ້ ຈຶ່ງຊົງໃຫ້ມື້ເຫລົ່ານັ້ນຫຍໍ້ສັ້ນເຂົ້າ” (ມັດທາຍ 24:21-22)

ພຣະຄໍາພີເວົ້າເຖິງການທີ່ພຣະເຈົ້າຊົງຖອກຂັນເຈັດໜ່ວຍແຫ່ງຄວາມໂກດຮ້າຍ ຂອງພຣະເຈົ້າໃສ່ແຜ່ນດິນໂລກໃນສະໄໝແຫ່ງຄວາມທຸກລໍາບາກໃຫຍ່,ນີ້ຄືຄໍາທໍານວາຍໃນໜັງສືພະນິມິດບົດທີ່ສິບຫົກ (ຈາກສະບັບເອັນເອເອັສວີ)

ຂັນໜ່ວຍທີ່ໜື່ງແຫ່ງການພິພາກສາຊື່ງຈະກໍໃຫ້ເກີດຕຸ່ມຝີອັນຮ້າຍແຮງທີ່ ເປັນໜອງຈະຖືກຖອກລົງໃສ່ມະນຸດ(ຂໍ້ 2)

ຂັນໜ່ວຍທີ່ສາມແຫ່ງການພິພາກສາຈະປ່ຽນທະເລໄປເປັນເໝືອນເລືອດ ຂອງຄົນຕາຍ (ຂໍ້ 3)

ຂັນໜ່ວຍທີ່ີສາມແຫ່ງການພິພາກສາຈະປ່ຽນແມ່ນໍ້າແລະນໍ້າພຸທັງຫຼາຍໃຫ້ ກາຍເປັນເລືອດ (ຂໍ້ 4)

ຂັນໜ່ວຍທີ່ສີ່ແຫ່ງການພິພາກສາຈະຖືກຖອກລົງໃສ່ດວງຕາເວັນມັນກໍຈະ ລວກມະນຸດດ້ວຍໄຟແລະຄົນທັງຫຼາຍຈະຖືກລວກດ້ວຍຄວາມຮ້ອນຂອງ ໄຟ (ຂໍ້ 8,9)

ຂັນທີ່ຫ້າແຫ່ງການພິພາກສາຈະກໍໃຫ້ເກີດຄວາມມືດໃຫຍ່ແລະຜູ້ຄົນຈະກັດລິ້ນຂອງຕົນເພາະຄວາມເຈັບປວດ (ຂໍ້ 10).

ຂັນທີ່ຫົກແຫ່ງການພິພາກສາຈະຖືກຖອກລົງເທິງແມ່ນໍ້າຢູເຟຣຕິສເຮັດໃຫ້ ນໍ້າແຫ້ງໄປ (ຂໍ້ 12)

ຂັນໜ່ວຍທີ່ເຈັດແຫ່ງການພິພາກສາຈະຖືກຖອກລົງ ແລະແຜ່ນດິນໄຫວ ໃຫຍ່ກວ່າທຸກເທື່ອຈະທໍາລາຍແຜ່ນດິນໂລກແລະໝາກເຫັບໃຫຍ່ຈະຕົກລົງມາໃສ່ຜູ້ຄົນຂອງໂລກ (ຂໍ້ 19,21)

ຜູ້ຄົນຈະກັບໃຈໃຫມ່ບໍ? ບໍ ມັນຊ້າເກີນໄປທີ່ຈະກັບໃຈ! “ຄົນທັງຫຼາຍຈື່ງເວົ້າໝີ່ນປະໝາດ ພຣະເຈົ້າເພາະໄພພິບັດທີ່ເກີດຈາກໝາກເຫັບນັ້ນ” (ພະນິມິດ 16:21),ພຣະຄໍາພີກ່າວວ່າ:

“ເພາະທ່ານເອງກໍຮູ້ດີແລ້ວວ່າ ວັນຂອງອົງພຣະຜູ້ເປັນເຈົ້າຈະມາເໝືອນຢ່າງຂະໂມຍທີ່ມາໃນເວລາກາງຄືນ ເມື່ອເຂົາເວົ້າວ່າ "ສະຫງົບສຸກແລະປອດໄພແລ້ວ" ເມື່ອນັ້ນແຫລະຄວາມພິນາດກໍຈະມາເຖິງເຂົາທັນທີ ເໝືອນກັບຄວາມເຈັບປວດມາເຖິງຍິງທີ່ມີລູກ ເຂົາຈະໜີກໍບໍ່ພົ້ນ” (1 ເທສະໂລນິກາ 5:2-3)

ມີພຽງຄຣິສຕຽນແທ້ຜູ້ທີ່ມີປະສົບການການກັບໃຈໃຫມ່ແທ້ເທົ່ານັ້ນທີ່ມີຄວາມຫວັງ ແຫ່ງການຖືກຮັບຂື້ນກ່ອນທີ່ເຫດການທີ່ເປັນຕາຢ້ານນີ້ເກີດຂື້ນ,ແຕ່ຄົນສ່ວນຫຼາຍທີ່ເອີ້ນວ່າ “ຄຣິສຕຽນ”ຈະຖືກປະໄວ້ໃນໂລກນີ້,ພຣະຄຣິສຈະກ່າວກັບພວກເຂົາວ່າ “ເຮົາບໍ່ເຄີຍຮູ້ຈັກ ເຈົ້າເລີຍ”(ມັດທາຍ 25:12)

ພວກເຮົາເຄີຍໄດ້ຍິນຄໍາເທດສະໜາເລື່ອງເຫຼົ່ານີ້ຕະຫຼອດ, ແຕ່ໜ້າແປກທີ່ເລື່ອງນີ້ ຖືກງຽບໄປເປັນເວລາຫຼາຍປີ,ຍ້ອນກັບໄປໃນປີ 1969 ບິລລີ່ເກຣແຮມໄດ້ກ່າວໄວ້ວ່າ:

ພຣະຄໍາພີສອນຕະຫຼອດຈົນຮອດຍຸກສຸດທ້າຍ, ມັນຈະມີຊ່ວງເວລາແຫ່ງ ຄວາມອັນຕະລາຍ,ສົງຄາມ,ການທໍາລາຍລ້າງ,ການບໍ່ມີກົດໝາຍ,ການຜິດສິນລະທໍາຢ່າງໜັກຊື່ງພຣະເຈົ້າຈະຕ້ອງເຂົ້າແຊກແຊງ ...ໃນປະເທດນິວຊີ ແລນພວກນັກສຶກສາກ່ຽວກັບຄວາມເປັນມະນຸດໄດ້ຕັນທາງປະທ້ວງຄຣິສ ຕຽນພວກເຮົາຖືປ້າຍທີ່ມີຄໍາຂຽນວ່າ “ຢ່າໃຫ້ບິລລີ່ເກຣແຮມເຮັດໃຫ້ພວກ ທ່ານຢ້ານ” (Billy Graham, “The Day to Come,” The Challenge: Sermons from Madison Square Garden, Doubleday and Company, 1969, p. 164).

ກ່ອນທີ່ລາວຈະຕາຍບໍ່ດົນປານໃດນັກປະກາດຂ່າວປະເສີດຄົນໜື່ງໄດ້ບອກຂ້າພະ ເຈົ້າກັບຄອບຄົວວ່າຄໍາເທດສະໜາຂອງບິລລີ່ເກຣແຮມເມື່ອກ່ອນ “ເຮັດໃຫ້ຕື່ນເຕັ້ນຫຼາຍ” ແມ່ນແລ້ວແຕ່ວ່ານັກເທດແບບນັ້ນຢູ່ໃສແດ່ຕອນນີ້? ນັກເທດສ່ວນຫຼາຍບໍ່ກ້າທີ່ຈະເຕືອນຜູ້ ຄົນກ່ຽວກັບການພິພາກສາແລະໄຟນາຮົກທີ່ຈະມາເຖິງ! ມີຜູ້ຊາຍຄົນໜື່ງບອກຂ້າພະເຈົ້າວ່າ

ຂ້າພະເຈົ້າເປັນຄົນລ້າສະໄໝຄືກັບໄດໂນເສົາ,ລາວວ່າຂ້າພະເຈົ້າຄວນຈະເທດບົດເທດໜຸ່ມນວນແບບໂຈເອວອອສຕີນຫຼືຄືກັບນັກອະນຸລັກນິຍົມຂອງພວກເຮົາຫຼາຍຄົນ, ແລະແມ່ນແຕ່ ພວກນັກເທດທີ່ເນັ້ນຮາກຖານເດີມທັງຫຼາຍ,ຂ້າພະເຈົ້າຕອບລາວໂດຍອ້າງໜັງສື 2 ຕີໂມ ທຽວ 4:2-4.

“ຈົ່ງປະກາດພຣະວັດຈະນະ ໃຫ້ເອົາໃຈໃສ່ທີ່ຈະເຮັດທັງໃນຂະນະທີ່ມີໂອກາດແລະບໍ່ມີໂອກາດ ຈົ່ງເວົ້າກ່າວ ຫ້າມປາມ ແລະຕັກເຕືອນດ້ວຍຄວາມອົດທົນທຸກຢ່າງແລະການສັ່ງສອນ ເພາະຈະເຖິງເວລາທີ່ຄົນຈະທົນຕໍ່ຄຳສອນອັນຖືກຕ້ອງບໍ່ໄດ້ ແຕ່ເຂົາຈະຮວບຮວມຄູໄວ້ໃຫ້ສອນໃນສິ່ງທີ່ເຂົາມັກຟັງ ຕາມຄວາມປາດຖະຫນາຂອງຕົນເອງ ແລະເຂົາຈະບ່າຍຫູຈາກຄວາມຈິງ ຫັນໄປຟັງເລື່ອງນິຍາຍຕ່າງໆ” (2 ຕີໂມທຽວ 4:2-4)

ບໍ່ຕ້ອງແປກໃຈທີ່ຄຣິສຕະຈັກຫຼາຍແຫ່ງຂອງພວກເຮົາເຕັມໄປດ້ວຍຄົນທີ່ຍັງບໍ່ລອດ! ພວກ ສິດຍາພິບານຢ້ານຫຼາຍໂພດທີ່ຈະເທດແບບສາສະນາດັ່ງເດີມຄືກັບທີ່ພວກສະໄໝກ່ອນເຮັດ

ພຣະເຈົ້າຂອງຂ້າພະເຈົ້າໄດ້ມອບວຽກບ້ານໃຫ້ເຮັດຄືການບໍ່ໃຫ້ສອນພຣະຄໍາພີເປັນຂໍ້ເປັນຂໍ້ໄປ,ວຽກຂອງຂ້າພະເຈົ້າຄືໃຫ້“ເທດສະໜາພຣະຄໍາ” ໃຫ້ເອົາມັນຫຼືປະມັນ! ຂ້າພະ ເຈົ້າໄດ້ໃຫ້ພວກທ່ານໃນສິ່ງທີ່ພຣະຄໍາພີສອນ:

“ໃນສະໄໝຂອງໂນອາເຫດການໄດ້ເປັນມາແລ້ວຢ່າງໃດ..ໃນສະໄໝຂອງໂລດກໍຄືກັນ...ໃນວັນທີບຸດມະນຸດຈະມາປາກົດກໍເປັນເໝືອນຢ່າງນັ້ນ” (ລູກາ 17:26,28,30)

ຖ້າມັນຫາກເປັນເລື່ອງທີ່“ເຮັດໃຫ້ຕື່ນເຕັ້ນຫຼາຍ”ສໍາຫຼັບທ່ານ, ກໍຂໍພຣະເຈົ້າໂຜດຊ່ວຍທ່ານ! ທ່ານຈະມີບັນຫາໃຫຍ່ເມື່ອການພິພາກສາຕົກມາໃສ່ທ່ານ!

ຕອນນີ້ແມ່ນຫຍັງຄືສິ່ງທີ່ທ່ານຈະຕ້ອງເຮັດເພື່ອຫລົບໜີຈາກການພິພາກສາຂອງ ພຣະເຈົ້າ? ພວກທ່ານຈະຕ້ອງເຮັດຄືກັບທີ່ໂນອາແລະໂລດພາກັນເຮັດ. ພຣະເຈົ້າບອກໂລດໃຫ້ໜີອອກໄປຈາກເມືອງໂສໂດມ,ພຣະເຈົ້າຕັດວ່າ“ຈົ່ງໜີເອົາຊີວິດລອດ ຢ່າໄດ້ຫຼຽວຫຼັງມາເບິ່ງ…ຢ້ານວ່າເຈົ້າຈະຖືກທໍາລາຍ”(ປະຖົມມະການ 19:17), ຖ້າທ່ານຫວັງທີ່ຈະລອດທ່ານກໍຈະຕ້ອງເຮັດແບບນັ້ນເຊັ່ນດຽວກັນ,ຈົ່ງອອກມາຈາກຊີວິດທີ່ບໍ່ມີພຣະເຈົ້າ,ພຣະເຈົ້າຕັດວ່າ“ຈົ່ງອອກຈາກຖ້າມກາງພວກເຂົາເຫຼົ່ານັ້ນແລະຈົ່ງແຍກຕົວອອກຈາກເຂົາທັງຫຼາຍ…ແລ້ວເຮົາຈື່ງຈະຮັບພວກເຈົ້າທັງຫຼາຍ (2 ໂກລິນໂທ 6:17),ຈົ່ງໜີຈາກ ຄົນພວກນັ້ນທີ່ບໍ່ໄປໂບດ, ຈົ່ງອອກຈາກຄົນເຫຼົ່ານັ້ນທີ່ດໍາເນີນຊີວິດຢູ່ໃນຄວາມບາບແລະບໍ່ມີ ຄວາມຄິດຂອງພຣະເຈົ້າ, ນັ້ນແລະເປັນສິ່ງທີ່ໂລດຈໍາເປັນຕ້ອງເຮັດແລະນັ້ນແລະເປັນສິ່ງທີ່ ທ່ານຕ້ອງເຮັດ, ຈົ່ງອອກໄປຈາກໂລກທີ່ຊົ່ວແລ້ວເຂົ້າໄປຄຣິສຕະຈັກທຸກເທື່ອທີ່ປະຕູເປີດ! ແລະຫາໝູ່ໃຫມ່ໃນຄຣິສຕະຈັກ!

ແຕ່ຍັງບໍ່ໝົດເທົ່ານັ້ນ! ທ່ານຈະຕ້ອງເຮັດໃນສິ່ງທີ່ໂນອາເຮັດເຊັ່ນກັນ,ພຣະເຈົ້າຕັດ ກັບໂນອາວ່າ:

“ເຈົ້າຈົ່ງເຂົ້າ...ມາໃນເຮືອ” (ປະຖົມມະການ 7:1)

“ພະເຈົ້າຕັດແກ່ໂນອາວ່າ "ຕໍ່ໜ້າເຮົາບັນດາເນື້ອໜັງກໍມາເຖິງວາລະສຸດທ້າຍແລ້ວ ເພາະວ່າແຜ່ນດິນໂລກເຕັມໄປດ້ວຍຄວາມອຳມະຫິດເພາະພວກ ເຂົາ ແລະເບິ່ງເຖີດ ເຮົາຈະທຳລາຍພວກເຂົາພ້ອມກັບແຜ່ນດິນໂລກ” (ປະຖົມມະການ 6:13)

“ເຈົ້າຈົ່ງເຂົ້າ...ມາໃນເຮືອ” (ປະຖົມມະການ 7:1)

ເຮືອຄືປະເພດໜື່ງຫຼືເປັນພາບຂອງພຣະຄຣິສ,ຈົ່ງມາຫາພຣະຄຣິສ,ພຣະຄຣິສຕັດວ່າ“ຈົ່ງມາຫາເຮົາ”(ມັດທາຍ 11:28),ໂນອາໄດ້ເຂົ້າໄປຂ້າງໃນແລະລາວກໍລອດຈາກການພິພາກສາ, ທ່ານຕ້ອງເຂົ້າໄປຂ້າງໃນຫາພຣະຄຣິສ, ພຣະຄຣິສຈະຊົງຊໍາລະລ້າງທ່ານອອກຈາກຄວາມ ບາບທຸກຢ່າງດ້ວຍພຣະໂລຫິດຂອງພຣະອົງທີ່ຊົງຫຼັ່ງລົງມາຈາກໄມ້ກາງແຂນ, ຈົ່ງມາຫາ ພຣະຄຣິສໂດຍຄວາມເຊື່ອ! ພຣະອົງຊົງຟື້ນຂື້ນມາຈາກຄວາມຕາຍ,ພຣະອົງຈະຊົງມອບຊີ ວິດອັນຕະຫຼອດໄປເປັນນິດໃຫ້ແກ່ທ່ານ-ແລະຊ່ວຍທ່ານໃຫ້ພົ້ນຈາກຄວາມໂກດຮ້າຍທີ່ຈະ ມາເຖິງ.

ຈົ່ງປະຄວາມບາບໄວ້ເບື້ອງຫຼັງຄືກັບໂລດເຮັດ, ຈົ່ງເຂົ້າມາຫາພຣະຄຮິສຄືກັບທີ່ໂນ ອາເຮັດ,ແລະຂໍພຣະເຈົ້າຊົງປຸກທ່ານໃຫ້ຕື່ນແລະຊັກຈູງທ່ານໃຫ້ເຮັດເຊັ່ນນັ້ນ. ຖ້າຫາກພວກທ່ານຢາກຈະລົມກັບພວກເຮົາກ່ຽວກັບເລື່ອງນີ້,ກະລຸນາອອກຈາກຕັ່ງຂອງທ່ານແລ້ວຍ່າງໄປຂ້າງຫຼັງຫ້ອງປະຊຸມນີ້, ດຣ.ເຄແກນ ຈະພາທ່ານໄປອີກຫ້ອງໜື່ງ ບ່ອນທີ່ພວກເຮົາສາມາດສົນທະນາກັນໄດ້, ຂໍເຊີນດຣ.ແຊນມາອະທິຖານເພື່ອຄົນທີ່ຈະເຊື່ອ ວາງໃຈພຣະເຢຊູໃນເຊົ້ານີ້ແດ່! ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວ ອາເບວ ພຣຸດໂຮມ: 2 ເປໂຕ 2:4-9.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“In Times Like These” (by Ruth Caye Jones, 1902-1972).