Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ທ່ານເຫັນຫຍັງແດ່ເມື່ອແນມເບິ່ງໄມ້ກາງແຂນ

WHAT DO YOU SEE WHEN YOU LOOK AT THE CROSS?
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 13/4/2014
A sermon preached at the Baptist Tabernacle of Los Angeles
Lord’s Day Morning, April 13, 2014

“ແລ້ວພວກເຂົາກໍນັ່ງເຝົ້າພຣະອົງຢູ່ບ່ອນນັ້ນ” (ມັດທາຍ 27:36)


ຕອນທີ່ຂ້າພະເຈົ້າເປັນໄວລຸ້ນຂ້າພະເຈົ້າຈະຕື່ນຕັນໃຈແລະນໍ້າຕາໄຫຼເມື່ອໄດ້ຍິນ ເຖິງການຖືກຄຶງເທິງໄມ້ກາງແຂນເຖິງແມ່ນວ່າຂ້າພະເຈົ້າຍັງບໍ່ທັນເຊື່ອພຣະເຈົ້າກໍຕາມ, ຂ້າ ພະເຈົ້າເກືອບຈະຮູ້ສຶກເຖິງການທີ່ຖືກຕະປູຕອກລົງເທິງມືແລະຕີນຂອງພຣະຄຣິສ, ເມື່ອຂ້າ ພະເຈົ້າໄດ້ຍິນເພງທີ່ທ້າວກຣິຟຟິດຫາກໍຮ້ອງໄປຂ້າພະເຈົ້າມັກຈະຮ້ອງໄຫ້ສະເໝີ, ຂ້າພະ ເຈົ້າຕ້ອງຫັນໜ້າໜີເພາະມັນເຮັດໃຫ້ຂ້າພະເຈົ້າອຶດອັດໃຈ, ຂ້າພະເຈົ້າຮູ້ສຶກເຖິງຄວາມເຈັບ ປວດຂອງພຣະຄຣິສ, ຂ້າພະເຈົ້າມີຄວາມທຸກໃຈໂດຍຄວາມທຸກທໍລະມານຂອງພຣະອົງ, ອັນນີ້ບໍ່ແມ່ນການແກ້ງເຮັດ, ບໍ່ມີອັນໃດເປັນຂອງປອມເລີຍ, ຂ້າພະເຈົ້າຮູ້ສຶກບັນເທົາຄວາມ
ເຈັບປວດຂ້າງໃນກະເພາະເມື່ອຂ້າພະເຈົ້າຄິດເຖິງຄວາມທຸກທໍລະມານຂອງພຣະຄຣິສເທິງ ໄມ້ກາງແຂນ.

ຂ້າພະເຈົ້າບໍ່ເຄີຍໄດ້ຍິນຄົນໜຸ່ມມີຄວາມຮູ້ສຶກແບບນັ້ນຊ່ວງການນະມັດສະການວັນອາທິດໃນປະຈຸບັນນີ້, ແລະຂ້າພະເຈົ້າກໍແປກໃຈວ່າເປັນຫຍັງບາງຄັ້ງ, ເປັນຫຍັງມັນຈື່ງ ເປັນເລື່ອງຍາກສໍາຫຼັບຜູ້ຄົນທີ່ຈະມີຄວາມຮູ້ສຶກກັບຄວາມຮູ້ສຶກເຖິງຄວາມທຸກທໍລະມານຂອງ ພຣະຄຣິສ? ຄວາມສາມາດເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນໝາຍເຖິງຮູ້ສຶກເຈັບປວດຄືກັບທີ່
ຄົນອື່ນຮູ້ສຶກ, ຄົນສ່ວນຫຼາຍໃນປະຈຸບັນນີ້ເບິ່ງຄືວ່າບໍ່ຫວັ່ນໄຫວໂດຍຄວາມຮູ້ສຶກອີດູຕົນ, ໂສກເສົ້າຫຼືມີຄວາມກະລຸນາຕໍ່ຄົນທີ່ທຸກທໍລະມານ, ຂ້າພະເຈົ້າຈື່ໄດ້ເຖິງການສະດຸ້ງຕົກໃຈ ຫຼາຍປີກ່ອນຕອນທີ່ມີກຸ່ມໄວ້ລຸ້ນພາກັນຫົວຂວັນໃສ່ໝານ້ອຍທີ່ຖືກເຂົາເຕະທ້ອງມັນຢູ່, ສຽງ
ຫົວຂອງພວກເຂົາເຮັດໃຫ້ຂ້າພະເຈົ້າຢ້ານຫຼາຍ, ບໍ່ຈໍາເປັນຕ້ອງເວົ້າວ່າພວກເຂົາທຸກຄົນໜີ
ໄປຈາກຄຣິສຕະຈັກຂອງພວກເຮົາແລ້ວ, ມັນຕ້ອງອາໄສການອັດສະຈັນສໍາຫຼັບຄົນທີ່ມີໃຈ ແຂງກະດ້າງໃນການມາເປັນຄຣິສຕຽນ.

ຂ້າພະເຈົ້າເຊື່ອວ່າເຫດຜົນຂອງການມີໃຈແຂງກະດ້າງນີ້ສາມາດສືບຄົ້ນຫາເຖິງສິ່ງທີ່ພວກຄົນໜຸ່ມເບິ່ງໃນໂທລະພາບແລະໃນໜັງແລະໃນວັດທະນາທໍາຂອງພວກເຮົາ,ມະຫາວິທະຍາໄລມິຊິແກນໄດ້ອອກຜົນການສຶກສາໃນປີ 1999 ຊື່ງໄດ້ສະແດງໃຫ້ເຫັນວ່າຄົນ ໜຸ່ມສາວເບິ່ງການຂ້າຕະກໍາຫຼາຍກວ່າ 16,000 ເທື່ອຢູ່ໃນໂທລະພາບໃນຊ່ວງອາຍຸ18 ປີ,
ມີການຂ້າກັນຢູ່ໃນໂທລະພາບປະມານ 900 ເທື່ອ, ຢູ່ໃນໂທລະພາບເທົ່ານັ້ນ! ບໍ່ໄດ້ນັບ ລວມພວກຂ້າຕະກໍາແລະພວກຂ້າຕະກໍາທີ່ເຂົາເບິ່ງໃນໜັງ, ວິດີໂອເກມແລະລາຍການ ໃຫມ່ໆຕ່າງໆ! ອັນດັບຕົ້ນໆຂອງເລື່ອງທັງໝົດທີ່ໜ້າຢ້ານແລະການຂ້າ,ພວກຄົນໜຸ່ມສາວ ຮູ້ດີວ່າເດັກນ້ອຍ 3,000 ຕາຍຍ້ອນການເອົາລູກອອກທຸກໆມື້ໃນປະເທດນີ້! ແມ່ນແລ້ວ 3,000 ຄົນທຸກມື້-ເປັນລ້ານຄົນແລະໜື່ງສ່ວນສີ່ທຸກໆປີ! ການສັງຫານໝູ່ຢ່າງຫຼວງຫຼາຍນີ້ ໄດ້ຖອກລົງໃນຄວາມຄິດຂອງຄົນໜຸ່ມສາວຈະຕ້ອງເຮັດບາງສິ່ງບາງຢ່າງຕໍ່ຄວາມຮູ້ສຶກຂອງເຂົາເຈົ້າ, ຂ້າພະເຈົ້າເຊື່ອໝັ້ນວ່າມັນໄດ້ເຮັດໃຫ້ຄົນຍຸກນີ້ໃຈແຂງກະດ້າງແລະບໍ່ມີອາລົມ
ຄວາມຮູ້ສຶກຕໍ່ຄວາມຮູ້ສຶກຂອງຄົນທີ່ທຸກທໍລະມານ.

ໃນເຊົ້າມື້ນີ້ຂ້າພະເຈົ້າກໍາລັງຂໍໃຫ້ພວກທ່ານພະຍາຍາມແລະຮູ້ສຶກເຖິງຄວາມເປັນ ຕາຢ້ານທີ່ພຣະຄຣິສຊົງພົບພໍ້ເທິງໄມ້ກາງແຂນ,ພວກທ່ານເຫັນຫຍັງແດ່ເມື່ອທ່ານແນມເບິ່ງ ໄມ້ກາງແຂນ?ໃນວັນທີ່ພຣະຄຣິສທຸກທໍລະມານມີຫຼາຍຄົນຢູ່ໃກ້ໆໄມ້ກາງແຂນຂອງພຣະອົງຂໍ້ພຣະຄໍາພີຂອງເຮົາບອກວ່າພວກທະຫານທີ່ຕອກພຣະອົງໃສ່ໄມ້ກາງແຂນນັ່ງລົງ ແລະ “ເຝົ້າພຣະອົງຢູ່ບ່ອນນັ້ນ” (ມັດທາຍ 27:36),ມີຫຼາຍຄົນຢູ່ບ່ອນນັ້ນກໍາລັງແນມເບິ່ງພຣະອົງ ເຊັ່ນດຽວກັນ, ຄົນພວກໃດທີ່ເປັນຄືກັບທ່ານ? ຈົ່ງຄິດເຖິງເລື່ອງນີ້, ພວກທ່ານເຫັນຫຍັງແດ່ ເມື່ອທ່ານແນມເບິ່ງໄມ້ກາງແຂນ?

I. ໜື່ງ ພວກປະໂລຫິດແລະພວກຜູ້ໃຫຍ່ເຫັນສັດຕູທີ່ຖືກຂ້າຢູ່ເທິງໄມ້ກາງແຂນ.

“ພວກປະໂລຫິດໃຫຍ່ກັບພວກນັກທຳແລະພວກຜູ້ໃຫຍ່ກໍເຍາະເຍີ້ຍພຣະອົງເຊັ່ນກັນວ່າ "ເຂົາຊ່ວຍຄົນອື່ນໃຫ້ລອດໄດ້ ແຕ່ຊ່ວຍຕົວເອງໃຫ້ລອດບໍ່ໄດ້ ຖ້າເຂົາເປັນກະສັດຂອງຊາດອິດສະຣາເອນ ໃຫ້ເຂົາລົງມາຈາກກາງແຂນດ໋ຽວນີ້ເຖີດ ແລະເຮົາຈະເຊື່ອເຂົາ ເຂົາໄວ້ໃຈໃນພຣະເຈົ້າ ຖ້າພຣະອົງພໍພຣະໄທໃນເຂົາກໍໃຫ້ພຣະອົງຊົງຊ່ວຍເຂົາໃຫ້ລອດດ໋ຽວນີ້ເຖີດ ເພາະເຂົາໄດ້ກ່າວວ່າ `ເຮົາເປັນພຣະບຸດຂອງພຣະເຈົ້າ'”(ມັດທາຍ 27:41-43).

ພວກເຂົາເຍາະເຍີ້ຍແລະຫົວຂວັນໃສ່ພຣະອົງໃນເລາທີ່ພຣະອົງທຸກທໍລະມານເທິງໄມ້ກາງ ແຂນ, ພວກເຂົາເຫັນພຣະອົງໃນຖານະເປັນສັດຕູ ແລະພວກເຂົາດີໃຈທີ່ໄດ້ກໍາຈັດພຣະອົງ,
ມີຜູ້ຄົນທີ່ເປັນແບບນັ້ນໃນປະຈຸບັນນີ້,ຄວາມຈິງແລ້ວຊ່ອງເອັຊບີໂອໄດ້ຈ່າຍເງີນໃຫ້ຊາຍຄົນໜື່ງເຊັ່ນບິລເມເຮີໃຫ້ເຍີ້ຍພຣະເຈົ້າແລະເວົ້າຕະຫຼົກເຖິງເລື່ອງພຣະຄຣິສ,ຜູ້ຊາຍຢ່າງເຊັ່ນຣິຊາດດໍກິນສ໌ແລະຄຣິສໂຕເຟີຮິດເຊັ້ນປາກົດໃນພາບລັກທີ່ດີໂດຍການຕໍ່ສູ້ພຣະຄຣິສ, ພຣະ ຄໍາພີແລະພຣະເຈົ້າ! ພວກເຂົາກາຍເປັນພວກປະໂລຫິດແລະພວກຜູ້ໃຫຍ່ຂອງຄົນທີ່ບໍ່ເຊື່ອ,
ເມດາລີນເມີເຣໂອແຮຄົນທີ່ບໍ່ເຊື່ອເລື່ອງພຣະເຈົ້າຜູ້ຊື່ງຫ້າມບໍ່ໃຫ້ມີການອະທິຖານແລະອ່ານພຣະຄໍາໃນໂຮງຮຽນຂອງພວກເຮົາກ່າວວ່າ:

“ມັນຈະເປັນເລື່ອງທີ່ດີທີ່ສຸດຂອງໂລກເທົ່າທີ່ຈະເປັນໄປໄດ້ຖ້າຫາກທຸກຄົນ ເປັນຄົນບໍ່ເຊື່ອເລື່ອງພຣະເຈົ້າ”

“ຂ້ອຍເປັນຄົນທີ່ບໍ່ເຊື່ອເລື່ອງພຣະເຈົ້າເພາະວ່າສາສະໜາຄືສິ່ງຄໍ້າຍັນແລະມີພຽງແຕ່ຄົນພິການເທົ່ານັ້ນທີ່ຕ້ອງການເຄື່ອງຄໍ້າຍັນ

“ຂ້ອຍຈະໝັ້ນກັບກິດຈະກໍາທາງເພດສໍາພັນກັບຊາຍໃດກໍຕາມທີ່ເຫັນດ້ວຍ ກັນ ທຸກເວລາແລະທຸກສະຖານທີ່ຂ້ອຍພໍໃຈ”

ນັ້ນຄືສິ່ງທີ່ພວກປະໂລຫິດໃຫຍ່ທີ່ບໍ່ເຊື່ອໃນພຣະເຈົ້າຄິດ! ນັ້ນຄືສິ່ງທີ່ພວກສາສະດາຈານໃນ ວິທະຍາໄລຂອງທ່ານ,ໃນໂຮງຮຽນທາງໂລກຄິດ, ພຣະເຈົ້າຊົງປ່ອຍໃຫ້ເຂົາເຮັດຄືກັບ ທີ່ພຣະອົງປ່ອຍໃຫ້ພວກທີ່ບໍ່ມີພຣະເຈົ້າທີ່ຢູ່ໃກ້ໄມ້ກາງແຂນເຮັດ, ພຣະອົງເວົ້າແບບງ່າຍໆ ວ່າ“ຄົນໂງ່ເວົ້າໃນໃຈຂອງຕົນວ່າບໍ່ມີພຣະເຈົ້າ”(ເພງສັນລະເສີນ 14:1), ພວກທ່ານເປັນຄື ພວກເຂົາບໍ? ພວກທ່ານເຫັນຫຍັງແດ່ເມື່ອທ່ານແນມເບິ່ງໄມ້ກາງແຂນ?

II. ສອງ ພວກທະຫານໂຣມັນເຫັນເສື້ອຜືນໜື່ງເພື່ອມາຈົກສະຫຼາກຢູ່ຂ້າງໆ ໄມ້ກາງແຂນ.

“ຄັ້ນຄຶງພຣະອົງທີ່ກາງແຂນແລ້ວ ເຂົາກໍເອົາເສື້ອພຣະອົງມາຈັບສະຫຼາກແບ່ງປັນກັນເພື່ອຈະສຳເລັດຕາມພຣະວັດຈະນະໂດຍຜູ້ທໍານວາຍຊຶ່ງວ່າ `ເສື້ອຜ້າຂອງຂ້າພຣະອົງ ເຂົາແບ່ງປັນກັນ ສ່ວນເສື້ອຂອງຂ້າພຣະອົງນັ້ນ ເຂົາກໍຈັບສະລາກກັນ' ແລ້ວພວກເຂົາກໍນັ່ງເຝົ້າພຣະອົງຢູ່ບ່ອນນັ້ນ” (ມັດທາຍ 27:35-36)

ຄົນພວກນີ້ເຫັນແກ່ເງີນຫຼາຍໂຜດສິ່ງທີ່ພວກເຂົາສາມາດຄິດໄດ້ກໍຄືເສື້ອຂອງພຣະຄຣິສ,ມັນໜ້າຈະມີຄ່າບໍ່ຫຼາຍແລະຄວາມຄິດຂອງເຂົາເຈົ້າແຂງຫຼາຍ,ສິ່ງທີ່ເຂົາຄິດໄດ້ກໍຄືການໄດ້ເງີນມາຈາກເສື້ອຂອງພຣະຄຣິສ! ຄວາມຄິດຂອງທ່ານເລັ່ງໃສ່ຢູ່ໃສ? ພວກທ່ານເຫັນຫຍັງ ແດ່ເມື່ອທ່ານແນມເບິ່ງໄມ້ກາງແຂນ?

ມີນັກສຶກສາໃນວິທະຍາໄລຫຼາຍຄົນຢ້ານຖ້າຫາກພວກເຂົາມາເປັນຄຣິສຕຽນ,ມັນຈະລົບກວນກັບການຮຽນຂອງພວກເຂົາ,ແລະພວກເຂົາກໍຈະບໍ່ໄດ້ເຮັດວຽກທີ່ດີເມື່ອຈົບໄປແລ້ວເງີນ! ເງີນ! ເງີນ! ນັ້ນຄືສິ່ງທີ່ຄົນໜຸ່ມຊາວຈີນທຸກຄົນຄິດ, ພວກເຂົາເວົ້າວ່າ “ມັນຈະ ເຮັດໃຫ້ຂ້ອຍເສຍເງີນຖ້າຂ້ອຍມາເປັນຄຣິສຕຽນ”

ດົນມາແລ້ວຕອນທີ່ຂ້າພະເຈົ້າເປັນສະມາຊິກຂອງຄຣິສຕະຈັກຄົນຈີນ,ຂ້າພະເຈົ້າໄດ້ຕັດສິນໃຈມີຊີວິດທີ່ປ່ຽນແປງ, ຂ້າພະເຈົ້າຕັດສິນໃຈວ່າຂ້າພະເຈົ້າຈະຕິດຕາມພຣະຄຣິສບໍ່ ວ່າມັນຈະສູນເສຍຫຍັງກໍຕາມ! ພຣະເຢຊູຖາມຄໍາຖາມທີ່ຍິ່ງໃຫຍ່ຄໍາຖາມໜື່ງເມື່ອພຣະອົງ ຕັດວ່າ:

“ເພາະຖ້າຜູ້ໃດຈະໄດ້ສິ່ງຂອງສິ້ນທັງໂລກ ແຕ່ຕ້ອງສູນເສຍຈິດວິນຍານຂອງຕົນ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ”(ມາລະໂກ 8:36)

ວໍເຣນບັຟເຟດຄືໜື່ງໃນຫ້າຂອງຄົນທີ່ລວຍທີ່ສຸດໃນໂລກ,ລາວໄດ້ບໍລິຈາກເງີນເປັນ
ຫຼາຍລ້ານໂດລາທຸກປີເພື່ອແຜນການການເປັນພໍ່ແມ່ເພື່ອຊ່ວຍເຫຼືອເດັກນ້ອຍທີ່ຂາດຄວາມ ຊ່ວຍເຫຼືອຕອນທີ່ຢູ່ໃນທ້ອງແມ່ຂອງເຂົາເຈົ້າ, ມັນຈະເກີດຫຍັງຂື້ນຕໍ່ຈິດວິນຍານຂອງລາວ ເມື່ອລາວຕາຍໄປ?ຕອນນີ້ລາວມີອາຍຸຫຼາຍກວ່າ 80 ປີແລ້ວ,ມັນຈະມີປະໂຫຍດອັນໃດ ໃນການທີ່ລາວມີເງີນຫຼາຍແລະສູນເສຍຈິດວິນຍານຂອງຕົນໃນກາງໄຟນາຮົກຕະຫຼອດເປັນນິດ.

ພວກທະຫານໂຣມັນເຫັນພຽງແຕ່ການທີ່ພວກເຂົາສາມາດໄດ້ເງີນຈາກເສື້ອຂອງ ພຣະຄຣິສເທົ່ານັ້ນ, ພວກທ່ານເດເຫັນຫຍັງແດ່ເມື່ອທ່ານແນມເບິ່ງໄມ້ກາງແຂນ?

III. ສາມ ໂຈນຄົນໜື່ງທີ່ຖືກຄຶງກັບພຣະເຢຊູເຫັນພຣະອົງເປັນຄົນລົ້ມເລວຄົນໜື່ງ ທີ່ຢູ່ເທິງໄມ້ກາງແຂນ.

ມີໂຈນສອງຄົນຖືກຄຶງເທິງໄມ້ກາງແຂນຄົນລະຂ້າງຂອງພຣະເຢຊູ, ໂຈນຄົນທີ່ໜື່ງ ແນມເບິ່ງພຣະເຢຊູແລະຄິດວ່າພຣະອົງເປັນພຽງອາຊະຍາກອນອີກຄົນໜື່ງ, ລາວຄິດວ່າ ພຣະເຢຊູເປັນພຽງຄົນບ້າຄົນໜື່ງຜູ້ຊື່ງເຊື່ອວ່າພຣະອົງຄືພຣະບຸດຂອງພຣະເຈົ້າ, ລາວໄລ່ ພຣະຄຣິສໄປໃນຖານະເປັນຄົນບ້າໃນສາສະໜາຄົນໜື່ງແລະຫັນໄປດ່າແລະເຍີ້ຍພຣະຄຣິສ

ຫຼາຍປີທີ່ຜ່ານມາຂ້າພະເຈົ້າມີໝູ່ຄົນໜື່ງຊື່ງເປັນໝູ່ນັກຮຽນທີ່ດີຄົນໜື່ງ, ຂ້າພະເຈົ້າ ຮັກລາວສະເໝີ, ມີຢູ່ຄືນໜື່ງຂ້າພະເຈົ້າຂໍຮ້ອງໃຫ້ລາວມາໂບດກັບຕົນເພື່ອໃຫ້ຟັງຂ່າວປະ ເສີດ, ລາວບອກວ່າ “ບໍ” ຈາກນັ້ນລາວເວົ້າວ່າ “ໂຣເບີດ ເປັນເລື່ອງຂອງໃຜຂອງມັນ ເລື່ອງຂອງໃຜຂອງມັນ” ຂ້າພະເຈົ້າຈະບໍ່ມີມື້ລືມຄໍາເວົ້າຂອງລາວຕາບໃດທີ່ຍັງມີຊີວິດຢູ່, ລາວໝາຍຄວາມວ່າຂ້າພະເຈົ້າມີໂບດສ່ວນລາວມີກຸ່ມຄົນທີ່ເປັນໝູ່ກິນເບຍນໍາກັນ, ສິ່ງທີ່ດີ ສໍາຫຼັບຂ້າພະເຈົ້າແຕກຕ່າງຈາກສິ່ງທີ່ດີສໍາຫຼັບລາວ “ໂຣເບີດ ເປັນເລື່ອງຂອງໃຜຂອງມັນ ເລື່ອງຂອງໃຜຂອງມັນ”, ຂ້າພະເຈົ້າແນມເບິ່ງຫີບສົບຂອງລາວໃນບໍ່ພໍເທົ່າໃດປີຕໍ່ມາ, ລາວ ບໍ່ມີຜົມສີເທົາເທິງຫົວຂອງລາວ,ໃບໜ້າຂອງລາວບໍ່ມີຮອຍແຫ່ວ, ລາວມີອາຍຸພຽງສີ່ສິບປາຍ ເທົ່ານັ້ນ,ດ້ວຍວິທີໃດວິທີໜຶ່ງລາວຮູ້ດີວ່າມັນຈະຈົບໃນທາງນັ້ນ,ເຖິງແມ່ນວ່າລາວມີສຸຂະພາບດີ,ລາວເຄີຍບອກຂ້າພະເຈົ້າວ່າ “ຂ້ອຍອາຍຸບໍ່ຮອດຫ້າສິບປີດອກ ໂຣເບີດ, ຂ້ອຍອາຍຸ ບໍ່ຮອດຫ້າສິບປີດອກ”, ລາວອາຍຸໄດ້ສີ່ສິບແປດປີຕອນທີ່ລາວຕາຍຢູ່ໃນເຮືອນຂອງລາວ,ຂ້າ
ພະເຈົ້າແນມເບິ່ງລາວໃນໂລງສົບນັ້ນ ແລະຄໍາເວົ້າຂອງລາວກໍທະລຸເຂົ້າໃນຄວາມຄິດຂອງ ຂ້າພະເຈົ້າວ່າ “ໂຣເບີດ ເປັນເລື່ອງຂອງໃຜຂອງມັນ ເລື່ອງຂອງໃຜຂອງມັນ” ໃນຂະນະທີ່
ຂ້າພະເຈົ້າດໍາເນີນການໃນງານສົບຂອງລາວ,ຂ້າພະເຈົ້າບໍ່ສາມາດໃຫ້ຄວາມຫວັງແມ່ນແຕ່ ຄໍາດຽວຕໍ່ຄອບຄົວແລະໝູ່ຂອງລາວ-ຄວາມຫວັງແມ່ນແຕ່ຄໍາດຽວ! ຂ້າພະເຈົ້າສາມາດປະ ກາດຂ່າວປະເສີດຕໍ່ຄົນທີ່ລາວຕາຍປະເທົ່ານັ້ນ.

ນັ້ນຄືໂຈນຄົນທີ່ໜື່ງທີ່ຫ້ອຍຢູ່ຂ້າງພຣະເຢຊູ, ຈົ່ມພຶມພໍາໝີ່ນປະໝາດພຣະເຈົ້າ, ລາວຄິດວ່າພຣະເຢຊູເປັນພຽງຄົນທີ່ບ້າສາສະໜາອີກຄົນໜື່ງເທົ່ານັ້ນ, ກ່ອນທີ່ຕາເວັນຕົກ ດິນໃນມື້ນັ້ນຜູ້ຊາຍຄົນນີ້ກໍຢູ່ໃນນາຮົກ, ພວກທ່ານເດເຫັນຫຍັງແດ່ເມື່ອທ່ານແນມເບິ່ງໄມ້ ກາງແຂນ?

IV. ສີ່ ຄົນຄົນທີ່ສອງເຫັນພຣະອົງໃນຖານະເປັນພຣະເຈົ້າແລະພຣະຜູ້ຊ່ວຍຢູ່ເທິງ ໄມ້ກາງແຂນ.

ຊາຍຄົນນີ້ເຄີຍຕໍ່ສູ້ພຣະເຢຊູກັບຝູງຊົນທີ່ຢູ່ໃນຕອນເຊົ້າ,ແຕ່ພໍຮອດຕອນທ່ຽງຄວາມມືດທີ່ແປກປະຫຼາດໄດ້ເຂົ້າມາປົກຄຸມທົ່ວແຜ່ນດິນ, ລາວໄດ້ຍິນພຣະເຢຊູອະທິຖານເພື່ອຄົນ ທີ່ຄຶງພຣະອົງວ່າ:

“ຝ່າຍພຣະເຢຊູຈຶ່ງຊົງອະທິຖານວ່າ "ຂ້າແຕ່ພຣະບິດາ ຂໍໂຜດອະໄພໂທດເຂົາ ເພາະວ່າເຂົາບໍ່ຮູ້ວ່າເຂົາເຮັດຫຍັງ”(ລູກາ 23:34)

ຄໍາອະທິຖານຂອງພຣະເຢຊູເພື່ອຄົນທີ່ຂ້າພຣະອົງເຄື່ອນໄຫວເລິກໆຢູ່ໃນຫົວໃຈຂອງໂຈນ ຄົນທີ່ສອງ,ລາວຈື່ງເຊົາເຍາະເຍີ້ຍພຣະເຢຊູ, ຫັນໜ້າຂອງລາວແນມເບິ່ງທີ່ພຣະຜູ້ຊ່ວຍໃຫ້ ລອດແລະຫົວໃຈຂອງລາວກໍລະລາຍ, ລາວບໍ່ເຄີຍຮູ້ຈັກໃຜຈັກຄົນທີ່ຈະອະທິຖານເພື່ອສັດຕູ ຂອງຕົນໃຫ້ໄດ້ຮັບການຍົກໂທດ.

ພຣະອົງຊົງອະທິຖານ“ພຣະບິດາໂຜດໃຫ້ອະໄພເຂົາ!”
ເຖິງແມ່ນໂລຫິດພຣະອົງໄຫຼລົງມາຢ່າງໄວວາ
ອະທິຖານເພື່ອຄົນບາບໃນເວລາທີ່ຖືກສາບແຊ່ງ
ບໍ່ມີຜູ້ໃດມີແຕ່ພຣະເຢຊູຊົງຮັກຫຼວງຫຼາຍ
ພຣະພອນຈົ່ງມີແດ່ພຣະຜູ້ໄຖ່! ພຣະຜູ້ໄຖ່ປະເສີດ!
ດຽວນີ້ເບິ່ງຄືວ່າຂ້າເຫັນພຣະອົງເທິງໄມ້ກາງແຂນ
ເຈັບຊໍ້າແລະໂລຫິດໄຫຼ ເພື່ອຄົນບາບທີ່ອ້ອນວອນ
ຕາບອດແລະບໍ່ຟັງຄວາມ - ຊົງຕາຍເພື່ອຂ້າ!
   (“Blessed Redeemer” by Avis Burgeson Christiansen, 1895-1985).

ທຸກສິ່ງທີ່ໂຈນຮູ້ກໍຄືຄວາມຊົ່ວຊ້າຂອງຝູງຊົນ,ຄວາມຮັກທີ່ອ່ອນຫວານຂອງພຣະເຢຊູເພື່ອພວກເຂົາແລະຄໍາຈາລຶກທີ່ຕອກໃສ່ເທິງຫົວຂອງພຣະເຢຊູຊື່ງກ່າວວ່າ:ນີ້ຄືກະສັດຂອງ
ພວກຢິວ”(ລູກາ 23:38), ທັນທີທັນໃດນັ້ນຊາຍຄົນນີ້ກໍເຊື່ອ! ລາວໄດ້ຍິນເຖິງເລື່ອງທີ່ຜູ້ຄົນ ໄດ້ຮັບການປິ່ນປົວແລະຟື້ນມາໃໝ່ໂດຍພຣະເຢຊູ,ລາວໄດ້ຍິນເຖິງເລື່ອງທີ່ພຣະເຢຊູໄດ້ເທດ ສະໜາ,ຕອນນີ້ມັນມາເຂົ້າໃນຄວາມຄິດຂອງລາວ, ນີ້ຄືກະສັດຂອງພວກຢິວ! ນີ້ຄືພຣະເມສິ ຍາ! ນີ້ຄືພຣະຜູ້ຊ່ວຍ! ລາວບໍ່ມີຄວາມຈິງທັງໝົດນີ້, ແຕ່ພວກເຮົາມີຈັກຄົນທີ່ີມີຄວາມຈິງທັງ
ໝົດນີ້ກ່ຽວກັບພຣະເຢຊູ? ຂ້າພະເຈົ້າຮູ້ວ່າຕົນບໍ່ມີຄວາມຈິງທັງໝົດນີ້-ແລະຄົນອື່ນໆກໍບໍ່ມີ ໃນຄວາມຄິດເຫັນຂອງຂ້າພະເຈົ້າ, ດຣ.ລອຍໂຈນກ່າວວ່າ: “ຄວາມຈິງບໍ່ພຽງພໍ” ມີຫຼາຍສິ່ງ
ທີ່ຕ້ອງຮຽນຮູ້ກ່ຽວກັບພຣະຄຣິສທີ່ພວກເຮົາຈະບໍ່ມີມື້ເຂົ້າໃຈດ້ວຍຄວາມຄິດນ້ອຍໆຂອງເຮົາ!
ແຕ່ໂຈນຄົນນີ້ຮູ້ດີວ່າລາວເປັນຄົນບາບ, ລາວມີຄວາມຮູ້ສຶກໃນໃຈຂອງລາວ! ລາວເວົ້າກັບ ໂຈນທີ່ບໍ່ເຊື່ອວ່າ “ພວກເຮົາໄດ້ຮັບສົມກັບໂທດທີ່ເຮົາໄດ້ເຮັດນັ້ນແທ້ ແຕ່ທ່ານຜູ້ນີ້ບໍ່ໄດ້ເຮັດ
ຜິດຫຍັງເລີຍ”(ລູກາ 23:41),ແມ່ນແລ້ວ “ຄວາມຈິງບໍ່ພຽງພໍ” ນີ້ຄືບ່ອນທີ່ຂ້າພະເຈົ້າຄິດ ເຖິງພີ່ນ້ອງທີ່ປະຕິຮູບຂອງເຮົາທີ່ໄປໃນທາງທີ່ຜິດ, ດຣ.ລອຍ-ໂຈນເວົ້າຖືກວ່າ“ຄວາມຈິງບໍ່ ພຽງພໍ”, ຖ້າທ່ານກໍາລັງແນມຫາຄວາມຈິງເພື່ອພິສູດພຣະຄຣິສໃຫ້ແກ່ທ່ານ,ທ່ານກໍຈະຕາຍ
ໃນຄວາມບາບຂອງທ່ານແລະບໍ່ມີມື້ລອດໄດ້,ພຣະຄໍາພີກ່າວຢ່າງຊັດເຈນວ່າ: “ດ້ວຍວ່າ ຄວາມເຊື່ອດ້ວຍໃຈກໍນໍາໄປສູ່ຄວາມຊອບທໍາ”(ໂລມ 10:10).

ນັ້ນແລະຄືບ່ອນທີ່ນັກເທດສະໄໝໃໝ່ຜິດພາດ,ພວກເຂົາເທດສະໜາໃສ່ຫົວບໍ່ແມ່ນຫົວໃຈ,ໂອພຣະເຈົ້າຂ້າຂໍຢ່າຍອມໃຫ້ຂ້າພະເຈົ້າເຮັດແບບນັ້ນເລີຍ! ພຣະບິດາໂຜດຊ່ວຍຂ້າ ພະອົງໃຫ້ເທດຕໍ່ໃຈຂອງພວກເຂົາ! “ດ້ວຍວ່າຄວາມເຊື່ອດ້ວຍໃຈກໍນໍາໄປສູ່ຄວາມຊອບທໍາ”
ໂຈນທີ່ກໍາລັງຈະຕາຍຄົນນີ້ຫັນໜ້າຂອງລາວມາແລ້ວແນມເບິ່ງພຣະເຢຊູ-ແລະກ່າວວ່າ:

“ພຣະອົງເຈົ້າຂ້າ ຂໍພຣະອົງຊົງລະນຶກເຖິງຂ້າພະອົງເມື່ອພຣະອົງສະເດັດເຂົ້າໃນອານາຈັກຂອງພຣະອົງ”(ລູກາ 23:42)

ກ່ອນທີ່ຄໍາເຫຼົ່ານັ້ນຈະອອກຈາກປາກຂອງລາວ, ໂຈນຄົນທີ່ສອງໄດ້ຮັບຄວາມລອດແລ້ວ! ລາວຮູ້ຈັກຫຼັກຄໍາສອນໜ້ອຍຫຼາຍ,ລາວບໍ່ໄດ້ມີຄວາມຮູ້ສຶກພິເສດຫຼືຂໍ້ພິສູດວ່າພຣະເຢຊູເປັນພຣະເຈົ້າແລະພຣະຜູ້ຊ່ວຍໃຫ້ລອດ,ແຕ່ລາວກໍເຊື່ອວາງໃຈພຣະເຢຊູແລະ “ດ້ວຍວ່າຄວາມ ເຊື່ອດ້ວຍໃຈກໍນໍາໄປສູ່ຄວາມຊອບທໍາ”,ລາວໄດ້ເຊື່ອວາງໃຈໃນພຣະເຢຊູແບບງ່າຍໆ! ນັ້ນ ຄືທັງໝົດທີ່ຂ່າວປະເສີດຮຽກຮ້ອງ!

ໃນວິນາທີທີ່ຄົນບາບຄົນໜື່ງເຊື່ອ
ແລະວາງໃຈໃນພຣະເຈົ້າຂອງເຂົາຜູ້ຖືກຄຶງ
ຄັ້ງດຽວນັ້ນເຂົາກໍຮັບການອະໄພຂອງພຣະອົງ
ການຊົງໄຖ່ເຕັມລົ້ນຜ່ານພຣະໂລຫິດພຣະອົງ
   (“The Moment a Sinner Believes” by Joseph Hart, 1712-1768).

ໂຈນເຊື່ອໃນພຣະເຢຊູແລະຮັບຄວາມລອດໃນວິນາທີນັ້ນ! ອັນນັ້ນແລະຄືແບບທີ່ເຮົາໄດ້ຮັບ ຄວາມລອດ,ພວກທ່ານຮູ້ບໍ! ພວກເຮົາເຊື່ອໃນພຣະເຢຊູ, ພວກເຮົາວາງໃຈໃນພຣະອົງ, ພວກເຮົາລອດແລ້ວ! ແລະພຣະເຢຊູຕັດກັບໂຈນຜູ້ທີ່ຮັບຄວາມລອດແລ້ວວ່າ:

“ເຮົາບອກຄວາມຈິງແກ່ເຈົ້າວ່າ ວັນນີ້ເຈົ້າຈະຢູ່ກັບເຮົາໃນເມືອງສຸກກະເສີມ” (ລູກາ 23:43)

ໃນມື້ນັ້ນໂຈນຄົນນັ້ນຈະຕາຍຢູ່ເທິງໄມ້ກາງແຂນແລະໄປເມືອງສະຫວັນກັບພຣະເຢຊູ!

ລອດໂດຍພຣະໂລຫິດພຣະອົງຜູ້ຖືກຄຶງ
ດຽວນີ້ຄ່າໄຖ່ຈາກບາບແລະຊີວິດໃໝ່ໄດ້ເລີ່ມຕົ້ນ
ຮ້ອງສັນລະເສີນແດ່ພຣະບິດາແລະພຣະບຸດ
ຂ້າລອດແລ້ວໂດຍພຣະໂລຫິດພຣະອົງຜູ້ຖືກຄຶງ
ລອດແລ້ວ!ລອດແລ້ວ!ບາບຂອງຂ້າໄດ້ຮັບການອະໄພແລ້ວ
ຄວາມຊົ່ວຊ້າຂອງຂ້າໄດ້ຫາຍໄປໝົດສິ້ນ
ລອດແລ້ວ!ລອດແລ້ວ!ຂ້າລອດແລ້ວໂດຍພຣະໂລຫິດພຣະອົງຜູ້ຖືກຄຶງ
   (“Saved by the Blood” by S. J. Henderson, 1902).

ໃນວິນາທີທີ່ທ່ານເຊື່ອໃນພຣະເຢຊູແລະວາງໃຈໃນພຣະອົງ, ທ່ານຈະເປັນເທື່ອລະ ໜ້ອຍລອດຄືກັບໂຈນທີ່ຕາຍຢູ່ເທິງໄມ້ກາງແຂນທີ່ຢູ່ຂ້າງພຣະຜູ້ຊ່ວຍໃຫ້ລອດ,ພຣະເຢຊູຊົງຊ່ວຍໂຈນໃຫ້ລອດ, ພຣະເຢຊູຊົງຊໍາລະລ້າງຄວາມບາບທຸກຢ່າງຂອງມະນຸດໂດຍພຣະໂລ ຫິດຂອງພຣະອົງທີ່ໄຫຼຢູ່ເທິງໄມ້ກາງແຂນໃນມື້ນັ້ນ! ແລະພຣະໂລຫິດຂອງພຣະອົງກໍພ້ອມ ທີ່ຈະເອົາມາໃຊ້ເພື່ອຊໍາລະລ້າງບາບຂອງທ່ານໃຫ້ໝົດໄປໃນເຊົ້ານີ້! ຢ່າເຊື່ອນັກເທດຄົນໃດ ກໍຕາມທີ່ບອກທ່ານວ່າບໍ່ມີພຣະໂລຫິດ, ດຣ.ລອຍ-ໂຈນກ່າວໄວ້ວ່າ “ມັນບໍພຽງພໍທີ່ຈະເວົ້າ ເຖິງກ່ຽວກັບໄມ້ກາງແຂນແລະຄວາມຕາຍ, ບົດທົດສອບຄື ‘ໂລຫິດ’”

ຖ້າທ່ານຈະເຊື່ອວາງໃຈໃນພຣະເຢຊູໃນເຊົ້ານີ້ທ່ານກໍຈະຖືກຊໍາລະລ້າງຈາກຄວາມບາບທຸກຢ່າງຂອງທ່ານໂດຍພຣະໂລຫິດຂອງພຣະອົງ! ທ່ານຈະໄດ້ຮັບຄວາມລອດ! ທ່ານ ກໍຈະໄດ້ເປັນຄຣິສຕຽນແທ້! ທ່ານກໍພ້ອມທີ່ຈະໄປສະຫວັນ! ທ່ານກໍຈະມີຊີວີດໃຫມ່ໃນ ພຣະຄຣິສ! ຈົ່ງກັບໃຈແລ້ວເຊື່ອວາງໃຈພຣະຜູ້ຊ່ວຍໃຫ້ລອດດຽວນີ້ເລີຍ!

ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການຮັບຄວາມລອດ ແລະເປັນຄຣິສຕຽນ ແທ້,ກະລຸນາລຸກຂື້ນຈາກຕັ່ງຂອງທ່ານແລ້ວຍ່າງໄປຂ້າງຫຼັງຫ້ອງນີ້ຕອນນີ້ເລີຍ,ດຣ.ເຄແກນ
ຈະພາທ່ານໄປອີກຫ້ອງໜື່ງບ່ອນທີ່ພວກເຮົາສາມາດອະທິຖານແລະສົນທະນາກັນໄດ້, ຖ້າ ພວກທ່ານທີ່ຢູ່ທີ່ນີ້ມາຄັ້ງທໍາອິດແລະທ່ານມີຄໍາຖາມທ່ານຢາກຈະຖາມຂ້າພະເຈົ້າກ່ຽວກັບຄໍາ
ເທດສະໜານີ້,ຂໍໃຫ້ໄປທາງຫຼັງຫ້ອງນີ້ດຽວນີ້ເລີຍ, ຂ້າພະເຈົ້າເອງຈະນັ່ງລົງແລະສົນທະນາ ກັບທ່ານ,ຮີບໄປໄວໆ, ຂໍເຊີນດຣ.ແຊນ ມາອະທິຖານເພື່ອບຸກຄົນທີ່ຈະເຊື່ອວາງໃຈພຣະເຢ ຊູໃນເຊົ້ານີ້ແດ່. ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ້າວ ອາເບວ ພຣຸດໂຮມ: ມັດທາຍ 27:35-44.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“Blessed Redeemer” (by Avis B. Christiansen, 1895-1985).


ໂຄງຮ່າງບົດເທດສະໜາ

ທ່ານເຫັນຫຍັງແດ່ເມື່ອແນມເບິ່ງໄມ້ກາງແຂນ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ແລ້ວພວກເຂົາກໍນັ່ງເຝົ້າພຣະອົງຢູ່ບ່ອນນັ້ນ” (ມັດທາຍ 27:36)

I.    ໜື່ງ ພວກປະໂລຫິດແລະພວກຜູ້ໃຫຍ່ເຫັນສັດຕູທີ່ຖືກຂ້າຢູ່ເທິງໄມ້ກາງແຂນ.
ມັດທາຍ 27:41-43; ເພງສັນລະເສີນ 14:1.

II.  ສອງ ພວກທະຫານໂຣມັນເຫັນເສື້ອຜືນໜື່ງເພື່ອມາຈົກສະຫຼາກຢູ່
ຂ້າງໆໄມ້ກາງແຂນ. ມັດທາຍ 27:35-36; ມາລະໂກ 8:36.

III. ສາມ ໂຈນຄົນໜື່ງທີ່ຖືກຄຶງກັບພຣະເຢຊູເຫັນພຣະອົງເປັນຄົນລົ້ມເລວຄົນ
ໜື່ງທີ່ຢູ່ເທິງໄມ້ກາງແຂນ.

IV. ສີ່ ຄົນຄົນທີ່ສອງເຫັນພຣະອົງໃນຖານະເປັນພຣະເຈົ້າແລະພຣະຜູ້ຊ່ວຍຢູ່ເທິງ ໄມ້ກາງແຂນ. ລູກາ 23:34,38; ໂລມ 10:10; ລູກາ 23:42,43.