Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຢາແກ້ສໍາຫຼັບການປະຖີ້ມຄວາມເຊື່ອ

THE ANTIDOTE FOR APOSTASY
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 23/3/2014
A sermon preached at the Baptist Tabernacle of Los Angeles
Lord’s Day Evening, March 23, 2014

“ແຕ່ຝ່າຍທ່ານຈົ່ງດຳເນີນຕໍ່ໄປໃນສິ່ງທີ່ທ່ານຮຽນຮູ້ແລ້ວ ແລະໄດ້ເຊື່ອຢ່າງຫມັ້ນຄົງ ທ່ານກໍຮູ້ວ່າທ່ານໄດ້ຮຽນມາຈາກຜູ້ໃດ ແລະຕັ້ງແຕ່ເດັກມາແລ້ວ ທີ່ທ່ານໄດ້ຮູ້ພຣະຄຳພີອັນບໍລິສຸດ ຊຶ່ງມີລິດສອນທ່ານໃຫ້ໄດ້ປັນຍາເຖິງຄວາມພົ້ນໂດຍຄວາມເຊື່ອໃນພຣະເຢຊູຄຣິສ” (2 ຕີໂມທຽວ 3:14-15)


ຂ້າພະເຈົ້າຢືມຫົວຂໍ້ນີ້ “ຢາແກ້ຜິດສໍາຫຼັບການປະຖີ້ມຄວາມເຊື່ອ” ມາຈາກດຣ.ເຈ
ເວີນັນແມັກກີ້, ດຣ.ແມັກກີ້ ຄືໜື່ງໃນຄູທີ່ສອນພຣະຄໍາພີຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ ເຂົ້າຮ່ວມຄຣິສຕະຈັກເຟີສແບັບຕິດຄົນຈີນແຫ່ງເມືອງລອສແອງເຈີລິສໃນປີ 1961 ຕອນທີ່
ອາຍຸໄດ້ 19 ປີ, ຂ້າພະເຈົ້າມີຄູສອນພຣະຄໍາພີທີ່ຍິ່ງໃຫຍ່ຢູ່ສອງຄົນ, ດຣ.ທິໂມທີລິນຊື່
ເປັນນັກວິຊາການພຣະຄໍາພີເດີມ - ແລະສອນຢູ່ໃນໂຮງຮຽນມະຫາວິທະຍາໄລບັອບໂຈນ,
ໂຮງຮຽນສາສະໜາສາດທັລບອດແລະໂຮງຮຽນພຣະຄໍາພີທຣິນິຕີອີແວນເຈີລີໂຄໃນເມືອງ
ເດຍຟິວລັດອິລິນ່ອຍ, ຂ້າພະເຈົ້າໄດ້ຮຽນຮູ້ສິ່ງທີ່ຍິ່ງໃຫຍ່ຈາກດຣ.ລິນຊື່ງເປັນສິດຍາພິບານ ຂອງຂ້າພະເຈົ້າມາຫຼາຍປີ, ຄູອີກຄົນໜື່ງຂອງຂ້າພະເຈົ້າຄືດຣ.ເຈ.ເວີນັນແມັກກີ້ຊື່ງເປັນ
ສິດຍາພິບານຂອງຄຣິສຕະຈັກທີ່ຍິ່ງໃຫຍ່ແຫ່ງການເປີດປະຕູຢູ່ໃນຖະໜົນ 550 ຊາວໂຮບ
ໃນເມືອງລອສແອງເຈີລິສບໍ່ໄກປານໃດຈາກຄຣິສຕະຈັກຄົນຈີນທີ່ຂ້າພະເຈົ້າເປັນສະມາຊິກຢູ່ນັ້ນ.

ເປັນເວລາສາມປີທີ່ຂ້າພະເຈົ້າໄດ້ຍິນດຣ.ແມັກກີ້ສອນພຣະຄໍາພີສອງເທື່ອຕໍ່ມື້ -ຢູ່ໃນລາຍການວິທະຍຸຂອງລາວຊື່ “ຜ່ານທາງພຣະຄໍາພີ”ແລະໃນລາຍການ“ໄຮນູນ”ຂອງ
ລາວເຊັ່ນກັນດຽວກັນຊື່ງເປັນເລື່ອງລາວພຣະຄໍາພີທີ່ແຕກຕ່າງກັນຈາກລາຍການ“ຜ່ານທາງ
ພຣະຄໍາພີ”, ຂ້າພະເຈົ້າສືບຕໍ່ຟັງລາຍການ“ຜ່ານທາງພຣະຄໍາພີ” ທຸກໆມື້ເປັນເວລາອີກ 7
ປີ, ຈາກຊາຍທີ່ສະຫຼາດຫຼາຍທັງສອງຄົນຂ້າພະເຈົ້າໄດ້ຮຽນຮູ້ທີ່ຈະມີຄວາມໝັ້ນໃຈຢ່າງເຕັມ
ລົ້ນໃນຄໍາເວົ້າຕ່າງໆຂອງພຣະຄໍາພີ, ພຣະຄໍາພີບໍລິສຸດ.

ທັງດຣ.ລິນແລະດຣ.ແມັກກີ້ໄດ້ໃຊ້ເວລາທີ່ດີໃນການສອນພຣະຄໍາພີໃນເລື່ອງຄໍາພະຍາກອນ, ເຖິງແມ່ນວ່າຕອນນີ້ບົດເທດສ່ວນຫຼາຍຂອງຂ້າພະເຈົ້າແມ່ນເຈາະຈົງໃນຫົວຂໍ້
“ເລື່ອງຄວາມລອດ”ກໍຕາມ,ເລື່ອງນີ້ເປັນເລື່ອງຄວາມແຈ່ມໃສຂອງຄໍາທໍານວາຍພຣະຄໍາພີ
ໂດຍສະເພາະແມ່ນກ່ຽວຂ້ອງກັບການປະຖີ້ມຄວາມເຊື່ອຂອງຍຸກສຸດທ້າຍ, ດຣ.ແມັກກີ້
ເວົ້າຖືກຕ້ອງວ່າ 2 ຕີໂມທຽວບົດທີ່ສາມໄດ້ໃຫ້“ພາບຂອງຍຸກສຸດທ້າຍກ່ອນການຮັບຂື້ນ
ຂອງຄຣິສຕະຈັກ, ດຽວນີ້ແມ່ນຫຍັງແດ່ທີ່ລູກຂອງພຣະເຈົ້າສາມາດເຮັດໃນມື້ສຸດທ້າຍນີ້?
ມີພຽງຢາແກ້ດຽວເທົ່ານັ້ນທີ່ຕໍ່ຕ້ານໂລກແຫ່ງການປະຖີ້ມຄວາມເຊື່ອໄດ້ຄືພຣະຄໍາຂອງພຣະ
ເຈົ້າ” (J. Vernon McGee, Th.D., Thru the Bible, Thomas Nelson Publishers, 1983, p. 472; note on II Timothy 3:14-15).

2 ຕີໂມທຽວບົດທີ່ສາມແນ່ນອນໄດ້ໃຫ້ເຮົາເຫັນສິ່ງທີ່ຂີ້ຮ້າຍ ແລະພາບທີ່ເປັນຕາ ຢ້ານຫຼາຍຂອງການປະຖີ້ມຄວາມເຊື່ອໃນຍຸກສຸດທ້າຍ,ແລະທຸກເຄື່ອງໝາຍສະແດງໃຫ້ເຫັນວ່າພວກເຮົາອາໄສຢູ່ກາງຂອງການປະຖີ້ມຄວາມເຊື່ອໃນຕອນນີ້! ຄໍາວ່າ “ການປະຖີ້ມ ຄວາມເຊື່ອ” ໝາຍເຖິງ “ການໂຕນໜີ” ຫຼື ກະບົດ, ການປະຖີ້ມ ຫຼື ການລົ້ມລົງຈາກສາ
ສະໜາໜື່ງ” (Webster’s Dictionary, Unabridged, Collins World, 1975) ແມ່ນຂໍ້ພຣະ ຄໍາພີຂອງເຮົາໄດ້ໃຫ້ຢາແກ້, ຢາປົວສໍາຫຼັບການປະຖີ້ມຄວາມເຊື່ອ.

“ແຕ່ຝ່າຍທ່ານຈົ່ງດຳເນີນຕໍ່ໄປໃນສິ່ງທີ່ທ່ານຮຽນຮູ້ແລ້ວ ແລະໄດ້ເຊື່ອຢ່າງຫມັ້ນຄົງ ທ່ານກໍຮູ້ວ່າທ່ານໄດ້ຮຽນມາຈາກຜູ້ໃດ ແລະຕັ້ງແຕ່ເດັກມາແລ້ວ ທີ່ທ່ານໄດ້ຮູ້ພຣະຄຳພີອັນບໍລິສຸດ ຊຶ່ງມີລິດສອນທ່ານໃຫ້ໄດ້ປັນຍາເຖິງຄວາມພົ້ນໂດຍຄວາມເຊື່ອໃນພຣະເຢຊູຄຣິສ” (2 ຕີໂມທຽວ 3:14-15)

ໃຫ້ເຮົາເບິ່ງຂໍ້ພຣະຄໍາພີນີ້ໃກ້ກວ່ານີ້ແລະພວກເຮົາຈະເຫັນຫຼາຍສິ່ງຫຼາຍຢ່າງ.

I. ໜື່ງ ແນ່ໃສ່ໃນປະໂຫຍກ “ແຕ່”

“ແຕ່ຝ່າຍທ່ານຈົ່ງດຳເນີນຕໍ່ໄປໃນສິ່ງທີ່ທ່ານຮຽນຮູ້ແລ້ວ…”
(2 ຕີໂມທຽວ 3:14)

ອັນນີ້ຄວນຈະແປວ່າ“ຢ່າງໃດກໍຕາມ”ແຕ່ຄົນຊົ່ວແລະຄົນເຈົ້າເລ້ກົນຈະຊົ່ວຮ້າຍຫລາຍຍິ່ງຂຶ້ນ ທັງລໍ້ລວງຄົນອື່ນແລະກໍຖືກຄົນອື່ນລໍ້ລວງດ້ວຍ “ແຕ່[ຢ່າງໃດກໍຕາມ]ຈົ່ງດຳເນີນຕໍ່ໄປໃນສິ່ງທີ່ທ່ານຮຽນຮູ້ແລ້ວ…” ບໍ່ວ່າເຂົາຈະຊົ່ວປານໃດກໍຕາມທ່ານຈົ່ງດຳເນີນຕໍ່ໄປໃນສິ່ງທີ່ທ່ານຮຽນຮູ້ແລ້ວ,ນັ້ນແລະຄືສິ່ງທີ່ອັກຄະສາວົກເປົາໂລກໍາລັງບອກຄົນໜຸ່ມທິໂມທີ - ແລະພວກ ເຮົາ.

ຂໍ້ພຣະຄໍາພີທັງໝົດນີ້ເລັ່ງເຖິງຄຣິສຕະຈັກໃນຍຸກສຸດທ້າຍ,ພວກເຮົາຮູ້ເລື່ອງນີ້ເພາະ ວ່າພວກເຮົາຖືກບອກວ່າຈະມີແຕ່ “ສະພາບຂອງພຣະເຈົ້າ” (ຂໍ້ 5) ແລະຈະເປັນຄົນ “ເຖິງ
ຈະຮຽນກັນຢູ່ສະເໝີ [ແຕ່]ໃນເລື່ອງຄວາມເຊື່ອນັ້ນເຂົາໃຊ້ບໍ່ໄດ້ເລີຍ” ຂໍ້ 7,8),ດຣ.ແມັກກີ້
ໄດ້ກ່າວໄວ້ວ່າ “ຍຸກສຸດທ້າຍຄືສັບທີ່ໃຊ້ທາງດ້ານເຕັກນິກໃນບ່ອນຕ່າງໆຂອງພຣະຄໍາພີ ໃຫມ່ ມັນເວົ້າເຖິງຍຸກສຸດທ້າຍຂອງຄຣິສຕະຈັກ”(ເຫຼັ້ມດຽວກັນໜ້າ 469),ຂ້າພະເຈົ້າໝັ້ນ
ໃຈວ່າລາວເວົ້າຖືກ “ຈະເກີດເຫດການອັນຕະລາຍ” ນັ້ນໝາຍຄວາມວ່າເຮັດໃຫ້ໂສກເສົ້າ ເສຍໃຈ, ເວລາທີ່ຮ້າຍແຮງແທ້ໆ, ພາສາກຣີກແປຄໍາວ່າ“ໄພອັນຕະລາຍ” ມາຈາກຄໍາວ່າ
“ຄາເລໂປສ” ມັນເປັນຄໍາທີ່ປາກົດຄັ້ງດຽວເທົ່ານັ້ນໃນພຣະຄໍາພີໃຫມ່ພາສາກຣີກ, ໃນມັດ ທິວ 8:28 ຖືກໃຊ້ເພື່ອອະທິບາຍເຖິງຄົນທີ່ມີຜີສິງໃນເມືອງກາດາຣາຜູ້ທີ່“ໂຫດຮ້າຍຫຼາຍ”
ດັ່ງນັ້ນພວກເຮົາຖືກບອກວ່າຮ້າຍແຮງ, ຍຸກຂອງຊາຕານຈະປາກົດໃນຄຣິສຕະຈັກຫຼາຍ ແຫ່ງຂອງຍຸກສຸດທ້າຍ, ຫຼັງຈາກນັ້ນເປົາໂລກໍໄດ້ອະທິບາຍເຖິງສິບເກົ້າຢ່າງທີ່ແຕກຕ່າງກັນ ຂອງຄຣິສຕະຈັກຍຸກສຸດທ້າຍ, ອີກເທື່ອໜື່ງ ດຣ.ແມັກກີ້ໄດ້ກ່າວວ່າ “ຖ້າພວກທ່ານແນມ ກັບໄປເບິ່ງປະຫວັດສາດຂອງຄຣິສຕະຈັກ,ແນ່ນອນທ່ານຈະພົບກັບບາງສິ່ງບາງຢ່າງທີ່ເປັນ
ຫຼັກຖານແຕ່ຂ້າພະເຈົ້າບໍ່ຄິດວ່າພວກທ່ານຈະພົບຈຸດໜື່ງໃນຂໍ້ເຫຼົ່ານີ້ປາກົດຂື້ນໃນແບບທີ່
ເປັນຍຸກປະຈຸບັນນີ້ໄດ້, ຂ້າພະເຈົ້າເຊື່ອວ່າຕອນນີ້ພວກເຮົາຢູ່ໃນຍຸກທີ່“ອັນຕະລາຍ”ເຫຼົ່ານີ້
ຊື່ງໄດ້ອະທິບາຍເຖິງໃນຕອນນີ້”(ເຫຼັ້ມດຽວກັນ), ນີ້ຄືສິບເກົ້າຢ່າງທີ່ອະທິບາຍເຖິງສະມາຊິກ
ຂອງຄຣິສຕະຈັກໃນຍຸກຂອງພວກເຮົາ.

1.  ຄົນຮັກຕົນເອງ (ເຫັນແກ່ຕົວ)
2.  ຄົນໂລບ (ຮັກເງີນ, ວັດຖຸສິ່ງຂອງ)
3.  ຄົນອວດຕົວ
4.  ຄົນເຢີຢີ່ງ
5.  ຄົນໝີ່ນປະໝາດ (ຜູ້ໃສ່ຮ້າຍປ້າຍສີ)
6.  ຄົນເຊື່ອຟັງພໍ່ແມ່ (ຄົນຍຸກນີ້ທັງໝົດຖືກລ້ຽງໃຫຍ່ມາໃນທາງນີ້ ແລະຕອນນີ້
ໄດ້ທໍາລາຍສັງຄົມຂອງເຮົາ)
7.   ຄົນບໍ່ຮູ້ບຸນຄຸນ
8.   ຄົນບໍ່ບໍລິສຸດ (ບໍ່ມີຄວາມຄິດຂອງການປະພຶດດີ)
9.   ບໍ່ຄົນຮັກຊື່ງກັນແລະກັນ (ບໍ່ມີຄວາມຮັກແລະບໍ່ມີຫົວໃຈ)
10. ເປັນຄົນບໍ່ເຮັດຕາມສັນຍາ (ພວກເຂົາບໍ່ເຄີຍໃຫ້ອະໄພແລະບໍ່ຢາກໄດ້ຮັບ ການອະໄພ)
11. ເປັນຄົນຫາຄວາມໃສ່ເຂົາ(ນິນທາທີ່ຊົ່ວຮ້າຍ)
12. ເປັນຄົນບໍ່ມີສະຕິຢັບຢັ້ງໃຈ (ບໍ່ມີການຄວບຄຸມຕົນເອງ)
13. ເປັນຄົນໂຫດຮ້າຍ
14. ເປັນຄົນຊັງຄົນດີ (ຄົນຊັງຄຣິສຕຽນທີ່ດີ)
15. ເປັນຄົນທໍລະຍົດ
16. ເປັນຄົນໃຊ້ແຕ່ອາລົມ(ບໍ່ໄຕ່ຕອງແລະໃຈຮ້ອນ)
17. ເປັນຄົນຫົວສູງ (ອວດດີ)
18. ເປັນຄົນຮັກຄວາມສະໜຸກສະໜານຫຼາຍກວ່າຮັກພຣະເຈົ້າ
19. ເຂົາມີສະພາບທາງຂອງພຣະເຈົ້າພາຍນອກແຕ່ລິດຂອງທາງນັ້ນເຂົາໄດ້
      ປະຕິເສດຄົນແບບນີ້ທ່ານຈົ່ງເມີນໜ້າໜີຈາກເຂົາ

ພວກນີ້ຄືຄຣິສຕຽນປອມທີ່ຢູ່ໃນຄຣິສຕະຈັກແລະໂຮງຮຽນພຣະຄໍາພີທີ່ປະຖີ້ມຄວາມເຊື່ອ,ພາຍນອກພວກເຂົາປາກົດວ່າເປັນຜູ້ຮັບໃຊ້ຂອງພຣະເຈົ້າແຕ່ພາຍໃນຄວາມຈິງແລ້ວ ພວກເຂົາເປັນຜູ້ຮັບໃຊ້ຂອງຊາຕານ.

ພວກເຂົາເປັນຄົນ“ເຖິງຈະຮຽນກັນຢູ່ສະເໝີ ແຕ່ກໍບໍ່ອາດຮຽນຮູ້ເຖິງຄວາມຈິງເລີຍ”
(ຂໍ້ 7), ແລະຄົນແບບນີ້ແມ່ນຢູ່ໃນຄຣິສຕະຈັກທຸກແຫ່ງໃນປະຈຸບັນນີ້, ປະສົບການທີ່ ຮ້າຍແຮງບາງຢ່າງທີ່ຂ້າພະເຈົ້າເຄີຍພົບເຈີມາຈາກສະມາຊິກຄຣິສຕະຈັກ-ຄວາມຈິງແລ້ວ ສິ່ງທີ່ຂີ້ຮ້າຍກວ່າທີ່ຂ້າພະເຈົ້າໄດ້ປະສົບພົບພໍ້ມາຈາກຄົນທີ່ບໍ່ແມ່ນສະມາຊິກຂອງຄຣິສຕະ ຈັກໃນໂລກນີ້.

ຂ້າພະເຈົ້າເຄີຍເຫັນພວກແບັບຕິດດຶງຜົມຊື່ງກັນແລະກັນອອກ,ດ່າກັນດ້ວຍພາສາ
ທີ່ຫຍາບຄາຍຫຼາຍແລະດຶກປື້ມເພງໃສ່ກັນແລະກັນ - ເວລາ 11:00 ໂມງຕອນເຊົ້າວັນອາ ທິດໃນເວລານະມັດສະການ, ຂ້າພະເຈົ້າເຄີຍເຫັນຜູ້ອໍານວຍການເພງປະສານສຽງຄົນໜື່ງ
ຖືກຖີ້ມລົງທາງຍ່າງ,ຖືກແຕະຈົນເລືອດຂອງລາວອອກເຕັມໜ້າ, ຖົງໂສ້ງຂອງລາວຖືກຮື້ຄົ້ນ
ເພື່ອເອົາກະແຈຂອງຄຣິສຕະຈັກ, ພວກທີ່ເຮັດແມ່ນພວກທີ່ເອີ້ນວ່າ “ພວກຜູ້ຊ່ວຍ” ຂອງ
ຄຣິສຕະຈັກ, ຊື່ງເກີດຂື້ນຍ້ອນກັບໄປໃນຊຸມປີ 1950 ກ່ອນທີ່ຜູ້ຄົນຈະທໍາຮ້າຍກັນ ແລະກັນເພາະສິ່ງໃດໜື່ງ, ມັນຄືຄຣິສຕະຈັກແບັບຕິດທີ່ຢູ່ໃນເຂດຮັນຕິງຕັນພາກລັດຄາລິ
ຟໍເນຍ.

ນັບຕັ້ງແຕ່ຂ້າພະເຈົ້າໄດ້ເຫັນຜູ້ນໍາຄຣິສຕະຈັກຫຼາຍຄົນລ່ວງປະເວນີກັບເດັກນ້ອຍ,ລັກເງີນຈາກຄັງຊັບຂອງຄຣິສຕະຈັກ,ຍາດເອົາຈາກສິດຍາພິບານໂດຍການຈັບຫົວໃນຂະ ນະທີ່ຜູ້ຊາຍຄົນອື່ນຊົກທ້ອງຂອງລາວຢ່າງແຮງ,ເວົ້າໃສ່ຮ້າຍປ້າຍສີກັນໃນອິນເຕີເນັດແລະ
ຄວາມຊົ່ວຮ້າຍອື່ນອີກຫຼາຍຢ່າງບໍ່ຢາກເວົ້າເຖິງ, ຜູ້ຊາຍທີ່ສອນຂ້າພະເຈົ້າຢູ່ໃນໂຮງຮຽນ
ວັນອາທິດໄດ້ປຸ້ນທະນາຄານດ້ວຍປື້ນ, ພວກສາສະດາຈານແບັບຕິດໃນໂຮງຮຽນພຣະຄໍາພີ
ຂອງຂ້າພະເຈົ້າໄດ້ເວົ້າວ່າພວກໝາໄດ້ກິນຮ່າງກາຍຂອງພຣະເຢຊູ,ບໍ່ມີການສະເດັດມາຄັ້ງ
ທີ່ສອງຂອງພຣະຄຣິສ, ໜັງສືພຣະຄໍາພີເກືອບທຸກເຫຼັ້ມເປັນຂອງປອມ,ບໍ່ມີຄົນຄືກັບໂມເສດ
ການອົບພະຍົບອອກຈາກອີຢິບບໍ່ເຄີຍເກີດຂື້ນແລະຫຼັກຄໍາສອນປອມອື່ນໆອີກຫຼາຍຢ່າງ
ຄົນໜື່ງໃນພວກສາສະດາຈານຂອງຂ້າພະເຈົ້າໄດ້ຂ້າໂຕຕາຍໂດຍການຍິງຫົວຂອງຕົນ.

ພວກບຸລຸດເຫຼົ່ານີ້ເຕີບໃຫຍ່ຂື້ນໃນຄຣິສຕະຈັກແບັບຕິດໃຕ້ຫຼາຍແຫ່ງ,ພວກເຂົາທັງ
ໝົດໄດ້“ດໍາເນີນຕໍໄປ” ແລະເວົ້າຕາມ“ຄໍາອະທິຖານຂອງຄົນບາບ”ກ່ອນທີ່ພວກເຂົາຈະຮັບ
ບັບຕິດສະມາ, ເປັນເວລາດົນນານທີ່ຂ້າພະເຈົ້າເກີດຄວາມສັບສົນ,ສົງໄສວ່າພວກຄຣິສຕຽນ
ພາເຊື່ອສິ່ງເຫຼົ່ານັ້ນແລະເຮັດແບບນັ້ນໄດ້ແນວໃດ,ເມື່ອຂ້າພະເຈົ້າເວົ້າຕໍ່ຕ້ານສິ່ງເຫຼົ່ານີ້ຂ້າພະ
ເຈົ້າກໍຖືກເຕືອນວ່າຈະຖືກຕັ້ງຊື່ວ່າ“ຜູ້ສ້າງບັນຫາ”ແລະຈະບໍ່ຖືກເອີ້ນໃຫ້ເປັນສິດຍາພິບານ ຂອງຄຣິສຕະຈັກແບັບຕິດໃຕ້, ຕໍ່ມາຂ້າພະເຈົ້າກໍໄດ້ຂຽນໜັງສືເຫຼັ້ມໜື່ງຊື່ງບັນທຶກຄໍາສອນ
ຜິດພວກນັ້ນ, ມັນເອີ້ນວ່າ “ພາຍໃນສະພາຄຣິສຕະຈັກແບັບຕິດໃຕ້

ພາຍຫຼັງທີ່ຂ້າພະເຈົ້າຮຽນຈົບຈາກໂຮງຮຽນພຣະຄໍາພີແບັບຕິດໃຕ້, ຂ້າພະເຈົ້າກໍ ຍ້າຍໄປຮຽນປະລິນຍາເອກຢູ່ໂຮງຮຽນພຣະຄໍາພີເພຣສໄບທິຣຽນ,ໂຮງຮຽນພຣະຄໍາພີເພຣສໄບທິຣຽນຂີ້ຮ້າຍສຸດໆເລີຍ! ສາສະດາຈານຜູ້ໜື່ງເປັນຄົນບໍ່ເຊື່ອພຣະເຈົ້າແລະຄຸຍໂມ້! ຂ້າ
ພະເຈົ້າກໍເຂົ້າໃຈວ່າພວກສາສະດາຈານພວກນີ້ບໍ່ເຄີຍບັງເກີດໃຫມ່ເລີຍ,ບໍ່ເຄີຍພົບກັບການ
ກັບໃຈໃຫມ່ທີ່ແທ້ຈິງແລະບໍ່ແມ່ນຄຣິສຕຽນ, ຂ້າພະເຈົ້າຮູ້ດີວ່າພວກທ່ານທີ່ກໍາລັງຟັງເລື່ອງນີ້
ຈະຄິດວ່າຂ້າພະເຈົ້າເວົ້າເກີນຄວາມຈິງ ແຕ່ຂ້າພະເຈົ້າຂໍໃຫ້ທ່ານແນ່ໃຈໃນສາຍພຣະ ເນດຂອງພຣະເຈົ້າວ່າບໍ່ມີຈັກຢ່າງທີ່ເວົ້າເກີນຄວາມຈິງຫຼືປັ້ນແຕ່ງເລື່ອງໃນສິ່ງທີ່ຫາກໍເວົ້າ.

ຂ້າພະເຈົ້າເຄີຍເຫັນດ້ວຍຕາຂອງຕົນເອງທຸກໆອັນໃນຈໍານວນສິບເກົ້າຢ່າງທີ່ຖືກອະທິບາຍເຖິງສະມາຊິກຄຣິສຕະຈັກທີ່ຫຼົງຫາຍໃນຍຸກສຸດທ້າຍ, ເລື່ອງນີ້ໄດ້ອະທິບາຍເຖິງການ
ປະຖີ້ມຄວາມເຊື່ອຂອງ“ຍຸກສຸດທ້າຍ” ແລະສິ່ງເຫຼົ່ານີ້ໄດ້ປາກົດຂື້ນຢູ່ໃນທຸກໆນິກາຍທົ່ວ
ໂລກ, ຂ້າພະເຈົ້າຮູ້ຈັກຄົນໜຸ່ມສາວຫຼາຍຄົນທີ່ຖືກກວາດອອກໄປແລະຖືກທໍາລາຍໂດຍ ການເຫັນຊີວິດຝ່າຍເນື້ອໜັງແລະຄວາມບໍ່ເຊື່ອຂອງພວກຄຣິສຕຽນທີ່ປະຖີ້ມຄວາມເຊື່ອໃນ
ຍຸກສຸດທ້າຍເຫຼົ່ານີ້, ຂ້າພະເຈົ້າຈື່ໄດ້ວ່າມີນັກເທດໜຸ່ມທີ່ດີຄົນໜື່ງຜູ້ທີ່ເຕັມໄປດ້ວຍກາຈໍາ ຂອງນັກປະກາດຂ່າວປະເສີດເມື່ອລາວມາຮຽນຢູ່ໂຮງຮຽນພຣະຄໍາພີແບັບຕິດໃຕ້,ລາວເຊົາ
ຮຽນພາຍຫຼັງຈົບແຕ່ເທີມດຽວ, ກ່ອນທີ່ລາວຈະອອກໄປລາວບອກຂ້າພະເຈົ້າວ່າ “ເຂົາກໍາ ລັງໃຊ້ຫຍັງສອນ? ນີ້ຄືສິ່ງທີ່ພວກເຂົາສອນນັກເທດທັງຫຼາຍຂອງເຮົາ, ພວກເຂົາບໍ່ເຊື່ອ ຫຍັງເລີຍ”.

II. ສອງ ແນ່ໃສ່ໃນສ່ວນທີ່ເຫຼືອຂອງຂໍ້ສິບສີ່

“ແຕ່ຝ່າຍທ່ານຈົ່ງດຳເນີນຕໍ່ໄປໃນສິ່ງທີ່ທ່ານຮຽນຮູ້ແລ້ວ ແລະໄດ້ເຊື່ອຢ່າງຫມັ້ນຄົງ ທ່ານກໍຮູ້ວ່າທ່ານໄດ້ຮຽນມາຈາກຜູ້ໃດ” (2 ຕີໂມທຽວ 3:14)

ແມ່ນຫຍັງແດ່ທີ່ຄຣິສຕຽນສາມາດເຮັດໄດ້ໃນຍຸກສຸດທ້າຍທີ່ຊົ່ວຮ້າຍຂອງການປະ ຖີ້ມຄວາມເຊື່ອນີ້? ຢາແກ້ສໍາຫຼັບການປະຖີ້ມຄວາມເຊື່ອກໍຄືພຣະຄໍາພີ,ພຣະຄໍາຂອງພຣະ ເຈົ້າຜູ້ດໍາລົງພຣະຊົນຢູ່, ອັກຄະສາວົກເປໂຕເອີ້ນພຣະຄໍາພີວ່າ “ແສງສະຫວ່າງທີ່ສ່ອງໃນ
ບ່ອນມືດ” ( 2 ເປໂຕ 1:19).

ສິ່ງທີ່ຮັກສາຂ້າພະເຈົ້າຈາກຄວາມສິ້ນຫວັງໃນໂຮງຮຽນນັ້ນແລະການເລີກຮັບໃຊ້ ພ້ອມກັນກໍຄື“ສິ່ງທີ່[ຂ້າພະເຈົ້າໄດ້]ຮຽນຮູ້ແລ້ວ ແລະ[ໄດ້]ເຊື່ອຢ່າງໝັ້ນຄົງຂ້າພະເຈົ້າກໍຮູ້
ແລ້ວວ່າ[ຂ້າພະເຈົ້າໄດ້]ຮຽນມາຈາກຜູ້ໃດ” (2 ຕີໂມທຽວ 3:14), ຊາຍນຸ່ມທິໂມທີໄດ້ຮຽນ
ພຣະຄໍາພີຈາກແມ່ຕູ້ຂອງລາວ,ແມ່ຂອງລາວແລະຈາກອັກຄະສາວົກເປົາໂລເອງ(ເບິ່ງ 2
ຕີໂມທຽວ 1:2, 5), ຂ້າພະເຈົ້າໄດ້ຮຽນພຣະຄໍາພີລວມທັງຄໍາພະຍາກອນແຫ່ງການປະຖີ້ມ
ຄວາມເຊື່ອເຫຼົ່ານີ້ຈາກດຣ.ແມັກກີ້ແລະດຣ.ລິນ,ຄວາມຈິງແລ້ວຄໍາເທດສະໜາທີ່ຂ້າພະເຈົ້າ
ໄດ້ຍິນໃນມື້ທີ່ຂ້າພະເຈົ້າຮັບເຊື່ອແມ່ນມາຈາກດຣ.ຊາລສ໌ເຈ.ວູດບຣີດຜູ້ຊື່ງເທດສະໜາຕໍ່ ຕ້ານລັດທິເສລີພາບຢູ່ໃນໂຮງຮຽນສາສະໜາສາດຟູເລີ,ຊື່ງເປັນເຫດທີ່ທ່ານໄດ້ລາອອກຍ້ອນ ບັນຫານັ້ນສອງປີກ່ອນ, ດຣ.ວູດບຣີດໄດ້ເທດສະໜາເຖິງ“ພວກເຢາະເຢີ້ຍ” ໃນ “ຍຸກສຸດ ທ້າຍ” ຈາກໜັງສື 2 ເປໂຕບົດທີ່ສາມໃນມື້ທີ່ຂ້າພະເຈົ້າຮັບເຊື່ອ(ເບິ່ງ 2 ເປໂຕ 3:3), ດັ່ງ
ນັ້ນຂ້າພະເຈົ້າຈື່ງຮູ້ດີວ່າການປະຖີ້ມຄວາມເຊື່ອແມ່ນຫຍັງກ່ອນທີ່ຂ້າພະເຈົ້າຈະໄປໂຮງຮຽນ
ພຣະຄໍາພີອີກ, ຂ້າພະເຈົ້າໄດ້ຮຽນຮູ້ທີ່ຈະເຊື່ອໝັ້ນພຣະຄໍາພີຢ່າງເຕັມລົ້ນຫຼາຍກວ່າການ ເຊື່ອຄວາມຄິດຕ່າງໆຂອງພວກຄູທີ່ຍັງບໍ່ລອດ, ຂ້າພະເຈົ້າໄດ້ຮຽນຮູ້ຈາກ ດຣ.ວູດບຣີດ, ດຣ.ລິນ ແລະດຣ.ແມັກກີ້ທີ່ຈະເຊື່ອວາງໃຈພຣະຄໍາຂອງພຣະເຈົ້າ, ຂໍ້ພຣະຄໍາພີຂອງຂ້າພະ
ເຈົ້າຢູ່ໃນໂຮງຮຽນທີ່ປະຖີ້ມຄວາມເຊື່ອຄືເພງສັນລະເສີນ 119:99,

“ຂ້າພະອົງມີຄວາມເຂົ້າໃຈກວ່າບັນດາຄູຂອງຂ້າພະອົງ ເພາະບັນດາພຣະ ໂອວາດ[ພຣະຄໍາພີ]ຂອງພຣະອົງເປັນຄໍາຕຶກຕອງຂອງຂ້າພະອົງ” (ເພງສັນລະເສີນ 119:99)

ພວກຄົນໜຸ່ມຂ້າພະເຈົ້າຮູ້ວ່າພວກເຂົາສອນຫຍັງແດ່ໃນວິທະຍາໄລຂອງທ່ານ, ຂ້າ ພະເຈົ້າຮຽນຈົບຢູ່ວິທະຍາໄລລອສແອງເຈີລິສຊີດຕີ້ແລະມະຫາວິທະຍາໄລລັດຄາລິຟໍເນຍ
ທີ່ເມືອງລອສແອງເຈີລິສ(ປະລິນຍາຕີປີ 1970), ຂ້າພະເຈົ້າຮູ້ດີວ່າພວກເຂົາຕໍ່ສູ້ພວກຄຣິສ ຕຽນແນວໃດແດ່, ຂ້າພະເຈົ້າຮູ້ດີວ່າພວກເຂົາຫົວຂວັນພວກຄຣິສຕຽນແລະດູຖູກພຣະເຢຊູ,
ຂ້າພະເຈົ້າຮູ້ດີວ່າມັນຍາກກວ່າເກົ່າທີ່ຈະຢືນຢັດເພື່ອພຣະເຈົ້າໃນປະຈຸບັນນີ້ຫຼາຍກວ່າທີ່ເຄີຍ
ເປັນຕອນທີ່ຂ້າພະເຈົ້າຢູ່ໃນວິທະຍາໄລ,ແລະຂ້າພະເຈົ້າຮູ້ດີວ່າທຸກສິ່ງທຸກຢ່າງໄດ້ຕໍ່ສູ້ຄົນ
ໜຸ່ມໃນຍຸກສຸດທ້າຍແຫ່ງການປະຖີ້ມຄວາມເຊື່ອທີ່ຊົ່ວຮ້າຍນີ້, ແມ່ນກະທັ່ງປະທານນາທິບໍດີ
ກໍຕໍ່ສູ້ພວກເຮົາ, ແຕ່ຂ້າພະເຈົ້າກໍຍັງຮູ້ເຊັ່ນກັນວ່າຄົນທີ່ເຊື່ອພຣະຄໍາພີສາມາດເວົ້າກັບນັກ ແຕ່ງເພງສັນລະເສີນວ່າ.

“ການເຂົ້າໃນພຣະຄໍາຂອງພຣະອົງໃຫ້ຄວາມສະຫວ່າງ ໃຫ້ຄວາມເຂົ້າໃຈ ແກ່ຄົນທໍາມະດາ” (ເພງສັນລະເສີນ 119: 130)

ແລະ

“ພຣະຄໍາຂອງພຣະອົງເປັນໂຄມສໍາຫຼັບຕີນຂອງຂ້າພະອົງແລະເປັນຄວາມ ສະຫວ່າງແກ່ທາງຂອງຂ້າພະອົງ” (ເພງສັນລະເສີນ 119:105)

“ເພາະສະນັ້ນຂ້າພະອົງຖືວ່າບັນດາຂໍ້ບັງຄັບຂອງພຣະອົງຖືກຕ້ອງໃນທຸກ ເລື່ອງ ຂ້າພະອົງຊັງທາງຜິດທຸກທາງ” (ເພງສັນລະເສີນ 119:128)

ຟັງອີກເທື່ອໜື່ງຕໍ່ເນື່ອໃນຂອງບົດເພງທີ່ທ້າວກຣິຟຟິດຫາກໍຮ້ອງ

ຖ້າມກາງພາຍຸແຫ່ງຄວາມສົງໄສແລະຄວາມບໍ່ເຊື່ອທີ່ເຮົາຢ້ານກົວ
ຈົ່ງຢືນໝັ້ນໜັງສືເຫຼັ້ມໜື່ງຕະຫຼອດໄປທີ່[ພວກເຮົາຄວນ]ຖືເອົາໄວ້
ຜ່ານອາຍຸທີ່ກະວົນກະວາຍມັນຍັງຄົງຢູ່ຄືເກົ່າ
ໜັງສືຂອງພຣະເຈົ້າ ແລະພຣະຄໍາພີເປັນຊື່ຂອງມັນ
ໜັງສືເກົ່າແລະຄວາມເຊື່ອເກົ່າຄືກ້ອນຫີນທີ່ຂ້າຢືນຢູ່
ໜັງສືເກົ່າແລະຄວາມເຊື່ອເກົ່າຄືປ້ອມປາການຂອງແຜ່ນດິນ
ຜ່ານພາຍຸແລະຄວາມກົດດັນພວກເຂົາຢືນຢັດຕໍ່ການທົດສອບ
ໃນທຸກໆບໍລິເວນໜື່ງຂອງໂລກແລະຊົນຊາດທີ່ຮັບພອນ
ໜັງສືເກົ່າແລະຄວາມເຊື່ອເກົ່າ
ຄືຄວາມຫວັງຂອງແຜ່ນດິນທຸກແຫ່ງ
(“ໜັງສືເກົ່າແລະຄວາມເຊື່ອເກົ່າ” ໂດຍ George H. Carr, 1914).

III. ສາມ ແນ່ໃສ່ໃນຂໍ້ສິບຫ້າ.

“…ພຣະຄຳພີອັນບໍລິສຸດ ຊຶ່ງມີລິດສອນທ່ານໃຫ້ໄດ້ປັນຍາເຖິງຄວາມພົ້ນໂດຍຄວາມເຊື່ອໃນພຣະເຢຊູຄຣິສ” (2 ຕີໂມທຽວ 3:15)

ດຣ.ມາຕິນລອຍ-ໂຈນກ່າວໄວ້ວ່າ “ຂ້າພະເຈົ້າບໍ່ມີຄວາມຮູ້ຂອງພຣະເຈົ້າເລີຍຈາກ ສ່ວນທີ່ພຣະຄໍາພີບອກຂ້າພະເຈົ້າ” (Great Doctrines of the Bible (1), ໜ້າ 36), ລາວເວົ້າ
ວ່າ “ບໍ່ມີໜັງສືອື່ນໃດອີກທີ່ເປັນສຽງຂອງພຣະເຈົ້າ” (Evangelistic Sermons, ໜ້າ 25)

“ພຣະຄຳພີອັນບໍລິສຸດ ຊຶ່ງມີລິດສອນທ່ານໃຫ້ໄດ້ປັນຍາເຖິງຄວາມພົ້ນໂດຍຄວາມເຊື່ອໃນພຣະເຢຊູຄຣິສ” (2 ຕີໂມທຽວ 3:15)

ພຣະຄໍາຊີ້ເຮົາໄປຫາພຣະເຢຊູ, ເມື່ອມະນຸດຄົນໜື່ງຟັງພຣະຄໍາພີແລະເຊື່ອຢ່າງແທ້ ຈິງໃນສິ່ງທີ່ພຣະເຈົ້າຕັດໃນນັ້ນເຂົາກໍຈະຢາກທີ່ຈະຮູ້ຈັກພຣະຄຣິສ, ການເຊື່ອໃນພຣະຄໍາພີ
ຈະບໍ່ຊ່ວຍທ່ານໃຫ້ລອດໄດ້,ພຣະຄໍາຂອງພຣະເຈົ້າທີ່ບໍ່ມີຜິດພາດຊີ້ທ່ານໄປທີ່ພຣະຄຣິສ, ວ່າຈະໄດ້ຮັບຄວາມລອດແນວໃດແດ່? ຈະໄດ້ຮັບໂດຍຜ່ານຄວາມເຊື່ອໃນພຣະເຢຊູຄຣິສ ເທົ່ານັ້ນ! ບີ.ບີ.ແມັກຄີນນີ ຊາວແບັບຕິດໃຕ້ສະໄໝເກົ່າໄດ້ຂຽນໄວ້ວ່າ:

ຂ້າຮູ້,ຂ້າຮູ້,ຂ້າຮູ້ວ່າພຣະຄໍາພີຄືຄວາມຈິງ
ພຣະເຈົ້າຊົງດົນໃຈຜ່ານທຸກທາງ
ຂ້າຮູ້ວ່າພຣະຄໍາພີຄືຄວາມຈິງ
(“ຂ້າຮູ້ວ່າພຣະຄໍາພີຄືຄວາມຈິງ” ໂດຍດຣ.ບີ.ບີ.ແມັກຄິນນີ 1886-1952)

ແມ່ນທ່ານສາມາດເຊື່ອວ່າພຣະຄໍາພີຄືຄວາມຈິງແລະຍັງບໍ່ລອດຢູ່! ເພື່ອທີ່ຈະລອດ
ທ່ານຈະຕ້ອງເຊື່ອຟັງພຣະຄໍາພີແລະເຊື່ອວາງໃຈໃນພຣະເຢຊູຄຣິສ, ພຣະຄໍາພີບອກເຮົາ
ວ່າພຣະຄຣິສຊົງສິ້ນພຣະຊົນເພື່ອບາບຂອງເຮົາ,ພຣະຄໍາພີບອກເຮົາວ່າຄວາມບາບຂອງ ເຮົາສາມາດໄດ້ຮັບການລຶບລ້າງ “ຜ່ານທາງຄວາມເຊື່ອໃນພຣະໂລຫິດຂອງພຣະອົງ” (ໂລມ 3:25), ພຣະຄໍາພີກ່າວວ່າ “ຈົ່ງເຊື່ອວາງໃຈໃນພຣະເຢຊູຄຣິສເຈົ້າແລະທ່ານຈະ
ລອດໄດ້” (ກິດຈະການ 16:31), ແຕ່ທ່ານສາມາດມີ“ຄວາມລອດໂດຍຄວາມເຊື່ອຊື່ງຢູ່ໃນ ພຣະເຢຊູຄຣິສ” ເທົ່ານັ້ນ (2 ຕີໂມທຽວ 3:15) ດຣ.ເອ.ກັບໂບຢູ.ໂທເຊີ ໄດ້ກ່າວໄວ້ວ່າ:

ຄວາມເຊື່ອຄືຂອງຂວັນຈາກພຣະເຈົ້າຕໍ່ຈິດວິນຍານທີ່ສໍານຶກຜິດແລະບໍ່ມີ
ອັນໃດທີ່ເຮັດໄດ້ດ້ວຍປະສາດສໍາພັດຫຼືຂໍ້ມູນທີ່ມີເງິນພໍທີ່ຈະຊື້ໄດ້, ຄວາມ ເຊື່ອຄືຄວາມອັດສະຈັນອັນໜື່ງ,ມັນຄືຄວາມສາມາດທີ່ພຣະເຈົ້າໃຫ້ເຮົາເພື່ອທີ່ຈະເຊື່ອວາງໃຈໃນພຣະບຸດຂອງພຣະອົງ (A. W. Tozer, D.D., Man: The Dwelling Place of God, Christian Publications, 1966, p. 33).

ຕອນທີ່ທ່ານບໍ່ສະບາຍເພາະຄວາມບາບຂອງທ່ານແລະໝົດຫວັງທີ່ຈະຫາຍຈາກມັນ,ຈາກ ນັ້ນ(ແຕ່ບໍ່ແມ່ນກ່ອນໜ້ານັ້ນ)ພຣະເຈົ້າຈະໃຫ້ຄວາມເຊື່ອແກ່ທ່ານເພື່ອທີ່ຈະເຊື່ອວາງໃຈໃນ ພຣະເຢຊູຄຣິສໄດ້.

ຖ້າທ່ານຫາກຢາກຈະລົມກັບພວກເຮົາກ່ຽວກັບເລື່ອງນັ້ນ,ກະລຸນາອອກຈາກຕັ່ງຂອງ
ທ່ານແລ້ວຍ່າງໄປຂ້າງຫຼັງຫ້ອງປະຊຸມນີ້, ດຣ.ເຄແກນຈະພາທ່ານໄປອີກຫ້ອງໜື່ີງບ່ອນທີ່ ພວກເຮົາສາມາດອະທິຖານແລະສົນທະນາກັນໄດ້, ຂໍເຊີນດຣ.ແຊນມາອະທິຖານເພື່ອບາງ ຄົນທີ່ຈະເຊື່ອວາງໃຈໃນພຣະເຢຊູໃນຄືນນີ້ແດ່ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ້າວອາເບວ ພຣຸດໂຮມ 2 ຕີໂມທຽວ 3: 1-7,12-15.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“The Old Book and the Old Faith” (by George H. Carr, 1914).


ໂຄງຮ່າງບົດເທດສະໜາ

ໂຄງຮ່າງບົດເທດສະໜາ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ແຕ່ຝ່າຍທ່ານຈົ່ງດຳເນີນຕໍ່ໄປໃນສິ່ງທີ່ທ່ານຮຽນຮູ້ແລ້ວ ແລະໄດ້ເຊື່ອຢ່າງຫມັ້ນຄົງ ທ່ານກໍຮູ້ວ່າທ່ານໄດ້ຮຽນມາຈາກຜູ້ໃດ ແລະຕັ້ງແຕ່ເດັກມາແລ້ວ ທີ່ທ່ານໄດ້ຮູ້ພຣະຄຳພີອັນບໍລິສຸດ ຊຶ່ງມີລິດສອນທ່ານໃຫ້ໄດ້ປັນຍາເຖິງຄວາມພົ້ນໂດຍຄວາມເຊື່ອໃນພຣະເຢຊູຄຣິສ” (2 ຕີໂມທຽວ 3:14-15).

I.   ໜື່ງ ແນ່ໃສ່ໃນປະໂຫຍກ “ແຕ່” 2 ຕີໂມທຽວ 3:14ກ, 5, 7, 8.

II.  ສອງ ແນ່ໃສ່ໃນສ່ວນທີ່ເຫຼືອຂອງຂໍ້ສິບສີ່ 2 ຕີໂມທຽວ 3:14ຂ; 2 ເປໂຕ
1:19; 3:3; ເພງສັນລະເສີນ 119:99, 130, 105, 128.

III. ສາມ ແນ່ໃສ່ໃນຂໍ້ສິບຫ້າ. 2 ຕີໂມທຽວ 3:15; ໂລມ 3:25; ກິດຈະການ 16:31.