Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຜູ້ຍິງຖ້າມກາງຝູງຊົນ

THE WOMAN IN THE CROWD
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 2/3/2014
A sermon preached at the Baptist Tabernacle of Los Angeles
Lord’s Day Morning, March 2, 2014

“ພຣະອົງຈຶ່ງຕັດແກ່ຜູ້ຍິງນັ້ນວ່າ ລູກສາວເອີ໋ຍ ຄວາມເຊື່ອຂອງເຈົ້າເຮັດ ໃຫ້ເຈົ້າຫາຍດີ ຈົ່ງໄປເປັນສຸກແລະດີຈາກພະຍາດນີ້ເຖີດ” (ມາລະໂກ 5:34)


ພຣະເຢຊູຊົງໄລ່ຜີອອກຈາກຄົນບ້າຊື່ງອາໄສຢູ່ທາງຕາເວັນອອກສຽງໃຕ້ຂອງທະເລກາລິລີ, ຜູ້ຄົນໃນເມືອງນັ້ນບອກໃຫ້ພຣະອົງອອກໄປຈາກເຂົາ, ພຣະອົງບໍ່ເຄີຍຢູ່ບ່ອນທີ່ຜູ້ ຄົນບໍ່ຕ້ອງການ, ດັ່ງນັ້ນພຣະອົງຈື່ງອອກໄປຈາກເຂົາແລ້ວຂ້າມທະເລກັບໄປທາງແຄມທະ ເລດ້ານຕາເວັນຕົກ, ບໍ່ດົນຝູງຊົນເປັນຈໍານວນຫຼາຍກໍໄດ້ມາພົບພຣະອົງ, ມີຜູ້ຊາຍຄົນໜື່ງ ແລ່ນມາຖ້າມກາງຝູງຊົນ,ເມື່ອລາວມາຮອດແລ້ວຈື່ງຄຸເຂົ່າລົງຢູ່ຕີນພຣະເຢຊູແລ້ວບອກພຣະ ອົງວ່າລູກສາວນ້ອຍຂອງລາວກໍາລັງຕາຍ, ລາວໄດ້ອ້ອນວອນພຣະເຢຊູຂໍພຣະອົງໂຜດມາ ກັບລາວເພື່ອເອົາມືຂອງພຣະອົງວາງໃສ່ລູກສາວຂອງຕົນ “ເພື່ອລາວຈະຫາຍດີ…ແລະມີຊີ ວິດອີກ” ພຣະເຢຊູຈື່ງໄດ້ໄປກັບຜູ້ຊາຍຄົນນັ້ນແລະຝູງຊົນກໍພາກັນຕິດຕາມພຣະອົງໄປຢ່າງ ຮີບດ່ວນໃນຂະນະທີ່ພຣະອົງຍ່າງໄປນັ້ນ.

ໃນຖ້າມກາງຝູງຊົນນັ້ນມີຜູ້ຍິງປ່ວຍຄົນໜື່ງ, ລາວມີອາການເລືອດໄຫຼອອກບໍ່ຢຸດ, ລາວເປັນແບບນີ້ມາໄດ້ສິບສອງປີແລ້ວ, ລາວໄດ້ໄປຫາໝໍຫຼາຍຄົນແລ້ວແລະໄດ້ໃຊ້ເງີນຈົນ ໝົດເພື່ອປິ່ນປົວພະຍາດນັ້ນແຕ່ບໍ່ດີສໍາພັດແຮງລົງກວ່າເກົ່າ, ລາວໄດ້ຍິນວ່າພຣະເຢຊູກໍາ ລັງປົວຄົນຢູ່, ລາວຈື່ງບຽດຜ່າຖ້າມກາງຝູງຊົນໄປແລ້ວຈັບເສື້ອພຣະເຢຊູ, ໃນທັນໃດນັ້ນ ເລືອດກໍຢຸດໄຫຼທັນທີແລະລາວກໍຫາຍດີເປັນປົກກະຕິ, ພຣະເຢຊູຊົງຮູ້ສຶກວ່າມີລິດອອກຈາກ ພຣະອົງຕອນຜູ້ຍິງຄົນນັ້ນຈັບເສື້ອຂອງພຣະອົງແລະຖືກປົວ,ພຣະເຢຊູຕັດວ່າ “ໃຜໄດ້ແຕະ ເສື້ອຂອງເຮົາ?”ພວກສາວົກຕອບວ່າມີຫຼາຍຄົນໃນຖ້າມກາງຝູງຊົນທີ່ແຕະຕ້ອງພຣະອົງ.

“ຝ່າຍຜູ້ຍິງນັ້ນກໍຢ້ານຈົນໂຕສັ່ນ ເພາະຮູ້ເລື່ອງທີ່ເປັນແກ່ຕົນນັ້ນ ຈຶ່ງມາກາບ ລົງທູນແກ່ພຣະອົງຕາມຄວາມຈິງທັງສິ້ນ” (ມາລະໂກ 5:33)

ແລະພຣະເຢຊູຕັດກັບນາງວ່າ “ລູກສາວເອີ໋ຍ ຄວາມເຊື່ອຂອງເຈົ້າເຮັດໃຫ້ເຈົ້າຫາຍດີ”

ທຸກການປິ່ນປົວທີ່ພຣະເຢຊູຊົງປະທານມາໃຫ້ແກ່ເຮົາສ່ວນຫຼາຍກໍເພື່ອສະແດງໃຫ້ ເຫັນວ່າພຣະອົງຊົງສາມາດປົວຈິດໃຈຂອງເຮົາທັງຫຼາຍໃນການປ່ຽນແປງແນວໃດແດ່, ຖ້າ ພວກທ່ານຍັງບໍ່ເຊື່ອໃນເຊົ້ານີ້ຂ້າພະເຈົ້າຢາກໃຫ້ພວກທ່ານເອົາໃຈໃສ່ຢ່າງລະມັດລະວັງຕໍ່ ການປິ່ນປົວແລະການກັບໃຈໃຫມ່ຂອງຜູ້ຍິງຄົນນີ້,ຂ້ າພະເຈົ້າກໍາລັງຈະຊີ້ໃຫ້ເຫັນເຖິງບົດ ຮຽນທີ່ຄວາມສໍາຄັນສີ່ຢ່າງໃນເລື່ອງການກັບໃຈໃຫມ່ຈາກນາງຊື່ງພຣະເຈົ້າອາດຈະໃຊ້ໃນ ການກັບໃຈໃຫມ່ຂອງທ່ານເອງກໍເປັນໄດ້ - ຖ້າຫາກທ່ານຕັ້ງໃຈຟັງດີໆ!

I. ໜື່ງ ນາງຕ້ອງການທີ່ຈະຖືກປົວແທ້.

ນາງບໍ່ແມ່ນຄົນລໍ້ຫຼິ້ນຊື່ໆ,ຜູ້ຄົນທີ່ແກ້ງເຮັດວ່າເປັນຄົນເອົາຈິງເອົາຈັງກ່ຽວກັບຄວາມ ລອດມັກຈະເປັນພຽງ“ຄົນຢອກຫຼີ້ນ” ແລະເປັນສິ່ງທີ່ໂຮງຮຽນຂ່າວປະເສີດເກົ່າເອີ້ນຜູ້ຄົນທີ່ ພຽງແຕ່ລໍ້ຫຼີ້ນ,ພຽງແຕ່ຫຼີ້ນແລະຖາມຄໍາຖາມໂງ່ໆ, ຄົນໂງ່ທີ່ເປັນ“ຄົນຢອກຫຼີ້ນ”ບໍ່ເຄີຍໄດ້ພົບ ທາງລອດ, ພວກເຂົາເປັນຄືກັບຜູ້ຊາຍທີ່ມາຖາມພຣະເຢຊູວ່າ “ມີໜ້ອຍຄົນລອດບໍ?”(ລູກາ 12:23), ມັນເປັນຄໍາຖາມທີ່ໄຮ້ສາລະ -ເລັກໆນ້ອຍໆ,ບໍ່ສໍາຄັນ, ລາວພຽງແຕ່ຖາມຄໍາຖາມ ທີ່ອອກມາຈາກຄວາມຢາກຮູ້ຢາກເຫັນເທົ່ານັ້ນ, ມັນບໍ່ໄດ້ສໍາຄັນຫຍັງຕໍ່ລາວ, ລາວເປັນພຽງ ແຕ່ “ຄົນຢອກຫຼີ້ນ”

ມີຫຼາຍຄົນເປັນແບບນັ້ນທີ່ມາເພື່ອເບິ່ງພວກເຮົາໃນຫ້ອງນໍາວິນຍານ,ພວກເຂົາຖາມ ຄໍາຖາມໜ້ອຍໜື່ງ, ພວກເຂົາສົນທະນາເລັກນ້ອຍ ແຕ່ພວກເຂົາບໍ່ໄດ້ເອົາຈິງເອົາຈັງກັບ ເລື່ອງຄວາມລອດ, ທ່ານສາມາດບອກໄດ້ວ່າທີ່ພວກເຂົາບໍ່ເອົາຈິງເອົາຈັງກໍເພາະເຂົາກໍາລັງ ຫົວຂວັນແລະເວົ້າຕະຫຼົກບຶດໜື່ງຫຼັງຈາກທີ່ພວກເຂົາອອກໄປຈາກຫ້ອງນໍາວິນຍານ, ເຂົາ ບໍ່ໄດ້ເອົາຈິງເອົາຈັງກ່ຽວກັບເລື່ອງຄວາມລອດ, ພວກເຂົາພຽງແຕ່ລໍ້ຫຼີ້ນ, ພວກເຂົາເປັນພຽງ ແຕ່“ຄົນຢອກຫຼີ້ນ” ນັ້ນແລະເປັນຫຍັງພຣະຄໍາພີຈື່ງບອກວ່າພວກເຂົາເປັນຄົນທີ່:

“ເຖິງຈະຮຽນກັນຢູ່ສະເໝີ ແຕ່ກໍບໍ່ອາດຮຽນຮູ້ເຖິງຄວາມຈິງເລີຍ” ( 2 ຕີໂມທຽວ 3:7)

ພວກເຂົາບໍ່ເຄີຍເຈີພຣະຄຣິສເພາະເຂົາບໍ່ໄດ້ສະແຫວງຫາພຣະອົງ, ພວກເຂົາບໍ່ມີຄວາມ ຢາກອັນແຮງກ້າ,ຄວາມກະຕືລືລົ້ນໃນການສະແຫວງຫາພຣະຄຣິສ, ພວກເຂົາບໍ່ຕື່ນເຕັ້ນ, ພວກເຂົາບໍ່ກະຫາຍທີ່ຈະເຈີພຣະຄຣິສ, ພວກເຂົາບໍ່ມີຄວາມຢາກອັນແຮງກ້າ,ບໍ່ກະຕືລືລົ້ນ ບໍ່ເໜັ່ງຕີງ“ຢອກຫຼີ້ນ” - ຊື່ງເປັນຄົນ“ເຖິງຈະຮຽນກັນຢູ່ສະເໝີ ແຕ່ກໍບໍ່ອາດຮຽນຮູ້ເຖິງ ຄວາມຈິງເລີຍ” ໜ້ອຍກວ່າຫ້ານາທີ,ພາຍຫຼັງທີ່ອອກໄປຈາກຫ້ອງນໍາວິນຍານແລ້ວທ່ານກໍ ສາມາດເຫັນໄດ້ວ່າພວກເຂົາບໍ່ໄດ້ເປັນຫ່ວງເປັນໃຍທີ່ຈະເຈີພຣະຄຣິສ, ພວກເຂົາພຽງແຕ່ລໍ້ ຫຼີ້ນຊື່ໆ,ພວກເຂົາບໍ່ມີຄວາມຢາກອັນແຮງກ້າ “ຄົນຢອກຫຼີ້ນ”, ພວກເຂົາຈະບໍ່ຈິງຈັງກ່ຽວກັບ ເລື່ອງຄວາມລອດຈົນກວ່າທີ່ເຂົາຈະເປີດຕາຂອງເຂົາຕອນທີ່ທຸກທໍລະມານຢູ່ໃນນາຮົກແຕ່ ເມື່ອເຖິງຕອນນັ້ນມັນຈະສາຍເກີນໄປ! ພວກເຂົາຈະຢອກຫຼີ້ນໃນຊີວິດຂອງເຂົາຈົນກວ່າທີ່ ພວກເຂົາຈະສູນເສຍທຸກສິ່ງທຸກຢ່າງຕະຫຼອດໄປເປັນນິດ.

ຕອນນີ້ລະຫວ່າງ“ຄົນຢອກຫຼີ້ນ”ກັບຜູ້ຍິງທີ່ຢູ່ໃນຂໍ້ພຣະຄໍາພີຂອງເຮົາ, ນາງມີຄວາມ ທຸກໃຈທີ່ຈະຮັບການປົວຈາກພະຍາດເລືອດໄຫຼບໍ່ຢຸດຂອງຕົນ, ນາງມີຄວາມກະຕືລືລົ້ນສະ ແຫວງຫາການປິ່ນປົວ, ນາງເປັນຄືກັບຄົນເຫຼົ່ານັ້ນທີ່ເຊື່ອຟັງພຣະບັນຊາຂອງພຣະເຢຊູ “ຈົ່ງພະຍາຍາມເຂົ້າໄປ” (ລູກາ 13:24) ປະໂຫຍກ “ພະຍາມຍາມ” ມາຈາກພາສາກຣີກ ອະກໍໄນໂຊໄມ, ພວກເຮົາໄດ້ຄໍາວ່າ “ຄວາມທຸກ”ຈາກຄໍາໆນີ້, ຕອນນີ້ບໍ່ໄດ້ອະທິບາຍວ່າ ຜູ້ຍິງຄົນນີ້ຢາກຈະດີຈາກພະຍາດເລືອດໄຫຼບໍ່ຢຸດບໍ? ນາງບໍ່ໄດ້ພະຍາຍາມທີ່ຈະສະແຫວງ ຫາການປິ່ນປົວບໍ? ນາງບໍ່ໄດ້ພະຍາຍາມຢ່າງທຸກທໍລະມານເພື່ອທີ່ຈະໄດ້ຮັບການປິ່ນປົວບໍ? ນາງໄດ້ໄປຫາໝໍຄົນນີ້ຕໍ່ໝໍຄົນນັ້ນ, ນາງ“ໄດ້ທົນທຸກລຳບາກຫລາຍເພາະມີໝໍຫລາຍຄົນມາປົວ” ບໍ່ຕ້ອງສົງໄສວ່າພວກເຂົາໄດ້ພະຍາຍາມຜ່າຕັດອາການເຈັບຂອງນາງ-ເຈັບຫຼາຍອີຫຼີ ນັບຕັ້ງແຕ່ບໍ່ມີຢາສະລົບພວກເຂົາໄດ້ພາກັນຜ່າຕັດລາວຕອນທີ່ລາວຍັງຕື່ນຢູ່! ພວກເຂົາເອົາ ຢານໍ້າໃຫ້ລາວກິນແຮງເປັນຜິດຕໍ່ລາວຫຼາຍກວ່າທີ່ຈະເປັນການປົວລາວໃຫ້ດີ! ແລະລາວໄດ້ ໃຊ້ເງີນທັງໝົດແລະເງີນທີ່ທ້ອນໂຮມທັງໝົດກັບ “ຢາທັງຫຼາຍ”

ບໍ່ຕ້ອງສົງໄສເລີຍວ່ານາງໄດ້ກັບໃຈໃຫມ່ໃນມື້ນັ້ນ! ນາງມີຄວາມຈິງຈັງໃນເລື່ອງນີ້, ນາງມີຄວາມຮູ້ສຶກວ່າຕົນເອງຕ້ອງໄດ້ຮັບຄວາມລອດ! ນັ້ນແລະເປັນປະເພດບຸກຄົນທີ່ຮັບ ຄວາມລອດທ່ານຮູ້ຫຼືບໍ, “ຄົນຢອກຫຼີ້ນ”ຍັງຄົງສືບຕໍ່ຢູ່ໃນສະຖານະການທີ່ຫຼົງຫາຍຢູ່, ແຕ່ ຄົນທີ່ຈິງຈັງ ແລະຮ້ອນໃຈກ່ຽວກັບສະຖານະການທີ່ບໍ່ເຊື່ອຂອງເຂົາມັກຈະເຈີກັບພຣະເຢຊູ ຢ່າງໄວວາ, ແມ່ນ - ພົບສະເໝີ “ທ່ານຈະພົບເຮົາ!”

“ເຈົ້າຈະສະແຫວງຫາເຮົາແລະພົບເຮົາ ເມື່ອເຈົ້າສະແຫວງຫາດ້ວຍສິ້ນສຸດ ໃຈຂອງເຈົ້າ” (ເຢເລມີ 29:13)

ທ່ານຈະພົບກັບພຣະຜູ້ຊ່ວຍໃຫ້ລອດ! ທ່ານຈະ! ທ່ານຈະ! ແຕ່ມີພຽງເມື່ອທ່ານຄົ້ນຫາພຣະ ອົງ“ດ້ວຍສຸດໃຈຂອງທ່ານ”ເທົ່ານັ້ນ -ຄືກັບຜູ້ຍິງຄົນນີ້ທີ່ເລືອດໄຫຼບໍ່ຢຸດໄດ້ເຮັດ! ລາວຢາກ ຈະໄດ້ຮັບການປິ່ນປົວແທ້ໆ! ລາວຄິດເຖິງເລື່ອງນີ້ຕະຫຼອດເວລາ! ທ່ານຄິດເຖິງເລື່ອງນີ້ຕະ ຫຼອດເວລາບໍ? ຄວາມບໍ່ເຊື່ອໄດ້ລົບກວນທ່ານບໍ? ທ່ານຍັງຄົງສືບຕໍ່ເປັນກັງວົນກ່ຽວກັບ ເລື່ອງນີ້ບໍ? ທ່ານຄວນເປັນກັງວົນ!

II. ສອງ ພວກໝໍທີ່ນາງໄປຫາບໍ່ໄດ້ຊ່ວຍນາງໃຫ້ດີຂື້ນເລີຍ.

ຂ້າພະເຈົ້າໄດ້ເວົ້າເຖິງໝໍເຫຼົ່ານີ້ແລ້ວ, ແຕ່ຂ້າພະເຈົ້າຕ້ອງເວົ້າອີກໜ້ອຍໜື່ງກ່ຽວກັບ ເຂົາເຈົ້າ, ສິ່ງຫຼັກໆກໍຄື-ບໍ່ມີໃຜຈັກຄົນທີ່ສາມາດປົວລາວໄດ້! ພວກເຂົາບໍ່ສາມາດຊ່ວຍຫຍັງ ລາວໄດ້ເລີຍ - ມີແຕ່ເຮັດໃຫ້ລາວເປັນແຮງກວ່າເກົ່າ.

ບາງເທື່ອພວກເຮົາກໍມີຄົນໜຸ່ມມາທີ່ໂບດ ແລະເປັນຫ່ວງກ່ຽວກັບຈິດວິນຍານຂອງ ເຂົາ, ພວກເຂົາເລີ່ມເປັນກັງວົນກ່ຽວກັບຄວາມບາບຂອງເຂົາແລະຊີວິດນິລັນດອນ, ແຕ່ ພວກເຂົາກໍໄປຫາໝູ່ທີ່ບໍ່ເຊື່ອຂອງເຂົາແລະບອກເຂົາເຈົ້າວ່າຕົນຮູ້ສຶກແນວໃດແດ່, ແນ່ນອນ ໝູ່ທີ່ບໍ່ແມ່ນຄຣິສຕຽນເຫຼົ່ານັ້ນກໍບອກເຂົາວ່າເຂົາບໍ່ເປັນຫຍັງດອກແລະຫຼັງຈາກນັ້ນກໍບອກໃຫ້ ເຂົາເຊົາມາໂບດ, ດັ່ງນັ້ນໝູ່ທີ່ບໍ່ເຊື່ອພວກນັ້ນກໍເປັນຄືກັບພວກໝໍທີ່ບໍ່ສາມາດປົວຜູ້ຍິງທີ່ ເລືອດໄຫຼບໍ່ຢຸດນີ້, ສິ່ງທີ່ພວກເຂົາສາມາດເຮັດໄດ້ກໍຄືທໍາລາຍແລະເອົາເງີນຂອງນາງໄປ!

ບາງເທື່ອເມື່ອຄົນໜຸ່ມຄົນໜື່ງເລີ່ມຮູ້ສຶກສໍານຶກບາບຂອງເຂົາໆຈະໄປຫາອາຈານອີກ ຄົນໜື່ງຊື່ງໃຫ້ຄໍາໜຸນໃຈຜິດແກ່ເຂົາ, ຂ້າພະເຈົ້າຫວັງວ່າມັນຈະບໍ່ເປັນແນວນັ້ນແຕ່ວ່າມີນັກ ເທດຫຼາຍຄົນທີ່ຊົ່ວໃນປະຈຸບັນນີ້ຜູ້ທີ່ເປັນຄືກັບໝໍພວກນັ້ນທີ່ຢູ່ໃນຂໍ້ພຣະຄໍາພີຂອງເຮົາ,ພວກ ເຂົາດີໃຈທີ່ທ່ານຖະວາຍຊັບ - ພວກເຂົາຕ້ອງການເງີນຂອງພວກທ່ານ! ແຕ່ພວກເຂົາບໍ່ ສາມາດຊ່ວຍຈິດວິນຍານທີ່ປ່ວຍຂອງທ່ານໄດ້!.

ຂ້າພະເຈົ້າໄດ້ເທດສະໜາຢູ່ສະຖານທີ່ແຫ່ງໜື່ງໃນຫຼາຍປີກ່ອນ,ຫຼັງຈາກເທດແລ້ວມີຄົນໜຸ່ມສາມຄົນມາຫາໂດຍສ່ວນຕົວ,ເປັນຜູ້ຊາຍຄົນໜື່ງແລະຜູ້ຍິງສອງຄົນ,ພວກເຂົາບອກ ຂ້າພະເຈົ້າບາງສິ່ງບາງຢ່າງຊື່ງມັນຊັດເຈນວ່າພວກເຂົາຍັງບໍ່ທັນເຊື່ອ, ພວກເຂົາຍັງບໍ່ລອດ ເທື່ອ, ພວກເຂົາຮ້ອງໄຫ້ພາຍໃຕ້ການສໍານຶກຜິດທີ່ສຸດຊື້ງ, ຂ້າພະເຈົ້າໄດ້ລົມກັບພວກເຂົາ ສອງສາມເທື່ອຫຼັງຈາກເທດສະໜາຈົນກະທັ່ງທັງສາມເບິ່ງຄືວ່າລອດແທ້ແລ້ວ, ພວກເຂົາກັບ ດ້ວຍຄວາມດີໃຈແລະບອກອາຈານຂອງເຂົາວ່າພວກເຂົາລອດແລ້ວໃນກອງປະຊຸມທີ່ຂ້າພະ ເຈົ້າເທດ, ອາຈານຄົນນັ້ນຈື່ງໂທຫາຂ້າພະເຈົ້າໃນເຊົ້າມື້ຕໍ່ມາ, ລາວຮ້ອງໃສ່ຂ້າພະເຈົ້າຮ້ອງ ແລ້ວຮ້ອງອີກວ່າ - “ຂ້ອຍບໍ່ຍອມຮັບເຈົ້າ! “ຂ້ອຍບໍ່ຍອມຮັບເຈົ້າ! “ຂ້ອຍບໍ່ຍອມຮັບເຈົ້າ!” (“ບໍ່ຍອມຮັບ” ແປວ່າ “ຂ້ອຍປະຕິເສດເຈົ້າ!” “ຂ້ອຍປະນາມເຈົ້າ!”) ມີຄົນບອກຂ້າພະເຈົ້າ ຫຼັງຈາກນັ້ນວ່າອາຈານຄົນນັ້ນອິດສາຂ້າພະເຈົ້າເພາະລາວຕ້ອງການອ້າງວ່າລາວເປັນຄົນ ພາເຂົາຮັບເຊື່ອ, ອັນນັ້ນຊົ່ວຂະໜາດ,ຜູ້ຮັບໃຊ້ທີ່ຈິດໃຈອ່ອນແອ “ບໍ່ຍອມຮັບ”ຂ້າພະເຈົ້າທີ່ ພາຄົນໜຸ່ມສາມຄົນໄດ້ຮັບຄວາມລອດຈາກແປວໄຟນາຮົກ! ຄວາມໂງ່ທາງຈິດໃຈທີ່ຢາກໄດ້ ຄວາມຊອບຂອງຕົນເອງໄດ້ເລີ່ມຕົ້ນຂື້ນຍຸແຍ່ຈົນກວ່າລາວໄດ້ໃຫ້ການນະມັດສະການຢຸດລົງ ລາວຈະຕ້ອງຕອບເລື່ອງນັ້ນເມື່ອລາວປະເຊີນໜ້າກັບພຣະເຈົ້າໃນວັນພິພາກສາສຸດທ້າຍ! ບໍ່ ແມ່ນບັນລັງພິພາກສາຂອງພຣະຄຣິສແຕ່ເປັນການພິພາກສາຄັ້ງສຸດທ້າຍ! ເຖິງແມ່ນວ່າຜູ້ ຮັບໃຊ້ທີ່ເຮັດແບບນັ້ນເປັນໂປແຕດສະແຕນກໍຕາມ, ລາວເປັນຄົນທີ່ບໍ່ດີຖ້າບໍ່ແມ່ນຊົ່ວຮ້າຍ ຫຼາຍກວ່າບາດຫຼວງໂລມັນຄາທໍລິກ! ມີຫຼາຍຄົນເປັນຄືລາວໃນປະຈຸບັນນີ້, ຂໍພຣະເຈົ້າຊ່ວຍ ທ່ານໃຫ້ພົ້ນຈາກຜູ້ຄູສອນປອມແບບນີ້ດ້ວຍເຖີດ! ພຣະເຈົ້າຕັດເຖິງນັກເທດແບບນັ້ນວ່າ:

“ເມື່ອເຮົາບໍ່ໄດ້ໃຊ້ເຂົາຫຼືສັ່ງເຂົາ ເພາະສະນັ້ນເຂົາຈື່ງບໍ່ເປັນປະໂຫຍດແກ່ ຊົນຊາດນີ້ຢ່າງໃດເລີຍ ພຣະເຢໂຮວາຕັດດັ່ງນີ້ແລະ” (ເຢເລມີ 23:32)

ມີແມ່ນກະທັ່ງນັກເທດແບັບຕິດຜູ້ຊື່ງຈະໃຫ້ຄໍາແນະນໍາທີ່ຜິດໆ - ທີ່ຈະໃຫ້ທ່ານໜີ ຈາກໂບດນີ້ໄປຫາໂບດຂອງເຂົາ- ເພື່ອທີ່ເຂົາຈະເອົາຂອງຖະວາຍຂອງທ່ານໄດ້! ເງີນຂອງ ທ່ານ! ຂ້າພະເຈົ້າຂໍວ່ານັກເທດແບບນັ້ນເປັນພວກ “ຂີ້ລັກແກະ” ແລະຜູ້ຄູສອນປອມ! ມັນ ເຮັດໃຫ້ຂ້າພະເຈົ້າເຈັບທ້ອງເມື່ອຂ້າພະເຈົ້າຄິດເຖິງເຂົາເຈົ້າ! ພວກເຂົາເປັນຄືກັບພວກໝໍທີ່ ບໍ່ສາມາດປິ່ນປົວຜູ້ຍິງຄົນນີ້ທີ່ເປັນພະຍາດເລືອດໄຫຼບໍ່ຢຸດຄົນນີ້ໄດ້!.

III. ສາມ ຮ່າງກາຍຂອງນາງຖືກປົວເມື່ອນາງແຕະເສື້ອຂອງພຣະເຢຊູ

ນາງມາຖ້າມກາງຝູງຊົນທີ່ຢູ່ອ້ອມຮອບພຣະເຢຊູ, ແຕ່ລະຄົນຕ່າງກໍບຽດສຽດກັນ ເພາະມີຄົນຫຼາຍ - ຢູ່ໜ້າແໜ້ນແລະແອອັດ - ເພື່ອເບິ່ງພຣະເຢຊູເຮັດອັດສະຈັນ! ເຖິງ ແມ່ນວ່າຫຼາຍຄົນຈັບບາຍພຣະເຢຊູແຕ່ມີພຽງຜູ້ຍິງຄົນນີ້ຄົນດຽວເທົ່ານັ້ນທີ່ໄດ້ຮັບລິດອໍານາດຈາກພຣະເຢຊູເພື່ອມາປົວຮ່າງກາຍຂອງນາງ, ອີກເວລາຕໍ່ມາ “ຜູ້ໃດໄດ້ແຕະຕ້ອງພຣະອົງ ແລ້ວກໍຫາຍດີທຸກຄົນ”(ມາລະໂກ 6:56), ແຕ່ຕອນນີ້ມີພຽງແຕ່ຜູ້ຍິງຄົນນີ້ຄົນດຽວທີ່ໄດ້ຫາຍ ດີ, ພວກເຮົາບໍ່ສາມາດເວົ້າໄດ້ວ່າເປັນຫຍັງມັນຈື່ງເປັນແບບນັ້ນ, ບາງທີ່ອາດຈະບໍ່ມີຜູ້ໃດ ຖືກ “ຊົງເລືອກໄວ້ແລ້ວຕາມທີ່ພຣະເຈົ້າພຣະບິດາໄດ້ຊົງຮູ້ໄວ້ກ່ອນ” (1 ເປໂຕ 1:2).

ຂ້າພະເຈົ້າເຊື່ອວ່າການປົວຝ່າຍຮ່າງກາຍຂອງນາງສອດຄ້ອງກັບການຕື່ນຂອງນາງ ຄືກັບຄົນບາບທຸກຄົນ,ນາງໄດ້“ຕາຍໃນການບາບແລະການລະເມີດ”( ເອເຟໂຊ 2:1), ຄົນ ພວກນັ້ນຊື່ງໄດ້ຕາຍໃນຄວາມບາບແລ້ວຈະຕ້ອງຕ້ອນຮັບລິດອໍານາດກ່ອນທີ່ພວກເຂົາຈະ ສາມາດມາຫາພຣະເຢຊູໄດ້, ບາງຄົນເອີ້ນອັນນີ້ວ່າ“ການບັງເກີດໃຫມ່” ອັນນັ້ນບໍ່ຖືກປານ ໃດ, ຂ້າພະເຈົ້າມັກເອີ້ນວ່າ “ການຟື້ນຕື່ນຂື້ນ”ດີກວ່າ, ນັ້ນແລະເປັນສິ່ງທີ່ອັກຄະສາວົກເປົາ ໂລເອີ້ນເມື່ອທ່ານກ່າວວ່າ:

“ຄົົນທີ່ຫລັບຢູ່ຈົ່ງຕື່ນຂຶ້ນແລະຈົ່ງຟື້ນຂຶ້ນມາຈາກຄວາມຕາຍ ແລະພຣະຄຣິສຈະຊົງສ່ອງສະຫວ່າງແກ່ທ່ານ” (ເອເຟໂຊ 5:14)

ເມື່ອທ່ານຕື່ນຂື້ນໂດຍພຣະວິນຍານບໍລິສຸດ,ທ່ານຈະສໍານຶກເຖິງຄວາມບາບ, ທ່ານ ຈະຖືກເຮັດໃຫ້ຮູ້ສຶກວ່າທ່ານເປັນທາດບາບທີ່ບໍ່ມີຄວາມຫວັງໃດໆ, ທ່ານຈະຖືກເຮັດໃຫ້ຮູ້ສຶກ ວ່າທ່ານໄດ້“ຕາຍແລວໃນການບາບ”(ເອເຟໂຊ 2:1), ດຣ.ມາຕິນລອຍ-ໂຈນໄດ້ກ່າວໄວ້ວ່າ ເຄື່ອງໝາຍທໍາອິດຂອງຊີວິດຝ່າຍຈິດວິນຍານຄືການຮູ້ສຶກວ່າທ່ານໄດ້ຕາຍແລ້ວ” (The Law: Its Functions and Limits, The Banner of Truth Trust, 1975, p. 145).

ມີອີກເທື່ອໜື່ງທີ່ດຣ.ມາຕິນລອຍ-ໂຈນໄດ້ກ່າວໄວ້ວ່າທ່ານບໍ່ສາມາດເປັນຄຣິສຕຽນ ຄົນໜື່ງໄດ້ໂດຍປາສະຈາກການຖືກເຮັດໃຫ້ຖ່ອມໃຈ” (Authentic Christianity, Volume I, The Banner of Truth Trust, 1999, p. 114).

ເມື່ອທ່ານຕື່ນຂື້ນແລ້ວ,ທ່ານຈະຮູ້ສຶກວ່າທ່ານບໍ່ລິດອໍານາດຂອງຕົນເອງເລີຍທີ່ທ່ານ ຄ່ອນຂ້າງຕາຍໃນຄວາມສິ້ນຫວັງໃນຄວາມບາບ,ເມື່ອທ່ານຖ່ອມໃຈລົງທ່ານກໍອາດຈະກຽມ ຕົວເພື່ອມາຫາພຣະຜູ້ຊ່ວຍໃຫ້ລອດ, ທ່ານອາດຈະກຽມຕົວທີ່ຈະຍອມຮັບວ່າທ່ານບໍ່ສາມາດ ຮຽນຮູ້ອັນໃດເລີຍທີ່ສາມາດຊ່ວຍທ່ານໄດ້, ທ່ານອາດຈະກຽມຕົວເພື່ອຍອມຮັບວ່າໂຕທ່ານ ເອງບໍ່ມີໃຜນອກຈາກພຣະເຢຊູທີ່ສາມາດຊ່ວຍທ່ານໃຫ້ລອດໄດ້.

ເມື່ອທ່ານຕື່ນຂື້ນແລ້ວທ່ານຈະຮູ້ສຶກວ່າພຽງແຕ່ຄໍາສອນກ່ຽວກັບເລື່ອງພຣະຄຣິສບໍ່ ສາມາດເຮັດດີອັນໃດຕໍ່ທ່ານໄດ້, ທ່ານຈະຮູ້ສຶກວ່າມີພຽງພຣະເຢຊູອົງເອງເທົ່ານັ້ນທີ່ຊ່ວຍ ທ່ານໄດ້, ດຣ.ລອຍ-ໂຈນໄດ້ບອກຢ່າງຊັດເຈນເຖິງເລື່ອງນີ້ໃນຂໍ້ຄວາມທີ່ຢູ່ໃນໜັງສືຂອງທີ່ ຊື່ການຟື້ນຟູ ຂອງທ່ານ, ໃນຕອນຈົບຂອງຂໍ້ຄວາມນັ້ນທ່ານໄດ້ກ່າວໄວ້ວ່າ “ມັນເປັນສິ່ງທີ່ ເປັນຕາໜ່າຍທີ່ຈະເອົາຫຼັກຄໍາສອນທີ່ແທ້ຈິງມາແທນຄວາມເປັນຈິງຂອງຕົວຕົນຂອງບຸກຄົນ ໜື່ງ” (Revival, Crossway Books, 1987, p. 58). ເມື່ອທ່ານຕື່ນຂື້ນທ່ານຈະບໍພໍໃຈກັບສິ່ງທີ່ ທ່ານຮູ້ກ່ຽວກັບພຣະເຢຊູ! ທ່ານຈະຕ້ອງການພຣະເຢຊູພຣະອົງເອງ! ທ່ານຈະຮູ້ສຶກວ່າມີ ພຽງແຕ່ພຣະເຢຊູອົງດຽວເທົ່ານັ້ນທີ່ສາມາດຊ່ວຍທ່ານໄດ້! ພະຍາມານຮູ້ດີວ່າພຣະເຢຊູເປັນ ໃຜ, ພະຍາມານຢູ່ເມືອງຄາເປີນາອູມຮ້ອງສຽງດັງວ່າ ທ່ານຄືພຣະຄຣິສພຣະບຸດຂອງພຣະ ເຈົ້າ…ເພາະມັນຮູ້ວ່າພຣະອົງຊົງເປັນພຣະຄຣິສ” (ລູກາ 4:41), ຜີເຫຼົ່ານີ້ຮູ້ຈັກຄໍາສອນ, ພວກມັນຮູ້ວ່າພຣະອົງຊົງເປັນພຣະຄຣິສ(ພຣະເມສສິຍາ), ພວກມັນຮູ້ດີວ່າພຣະອົງຊົງເປັນ ພຣະບຸດຂອງພຣະເຈົ້າ, ພວກມັນຮູ້ຄໍາສອນກ່ຽວກັບພຣະຄຣິສແຕ່ພວກມັນບໍ່ຮູ້ຈັກພຣະອົງ ໂດຍສ່ວນຕົວ, ສິ່ງທີ່ພວກມັນຮູ້ກໍຄືຄໍາສອນບາງຢ່າງກ່ຽວກັບພຣະຄຣິສ, ເມື່ອທ່ານຕື່ນຂື້ນ ທ່ານຈະບໍມີຄວາມພໍໃຈກັບສິ່ງທີ່ຮູ້ກ່ຽວກັບພຣະເຢຊູ, ທ່ານຈະຕ້ອງການພຣະອົງເອງ! ເມື່ອ ທ່ານຕື່ນຂື້ນຢ່າງແທ້ຈິງຈາກຄວາມບໍ່ເຊື່ອ ແລະທຸກທໍລະມານຂອງທ່ານແລ້ວທ່ານຈະບໍ່ມີ ຄວາມພໍໃຈກັບການເຊື່ອໃນຂໍ້ພຣະຄໍາພີ, ທ່ານຈະຮູ້ວ່າມີພຽງພຣະເຢຊູຄຣິສເທົ່ານັ້ນທີ່ີສາ ມາດຊ່ວຍທ່ານໃຫ້ລອດໄດ້.

“ເພາະເຫດວ່າ…ມີຄົນກາງແຕ່ຜູ້ດຽວລະຫວ່າງພຣະເຈົ້າກັບມະນຸດຄືພຣະ ເຢຊູຄຣິສຜູ້ຊົງສະພາບເປັນມະນຸດ” ( 1 ຕີໂມທຽວ 2:5)

ທ່ານຈະຕ້ອງຮູ້ແລະເຊື່ອ“ບຸລຸດພຣະເຢຊູຄຣິສ” ພຣະອົງເອງເພື່ອຮັບຄວາມລອດ

“ແລະນີ້ແລະຄືຊີວິດນິລັນດອນ ຄືທີ່ເຂົາຮູ້ຈັກພຣະອົງ ຜູ້ຊົງເປັນພຣະເຈົ້າທ່ຽງແທ້ອົງດຽວ ແລະຮູ້ຈັກພຣະເຢຊູຄຣິສທີ່ພຣະອົງຊົງໃຊ້ມາ” (ໂຢຮັນ 17:3)

ທ່ານຈະບໍ່ຮູ້ກ່ຽວກັບພຣະເຈົ້າ, ທ່ານຕ້ອງຮູ້ຈັກພຣະເຈົ້າ, ທ່ານບໍ່ຮູ້ສິ່ງທີ່ກ່ຽວກັບພຣະເຢຊູ, ທ່ານຈະຕ້ອງຮູ້ຈັກພຣະເຢຊູຄຣິສ! ນັ້ນຄືຫົນທາງດຽວທີ່ຈະມີຊີວິດຕະຫຼອດໄປເປັນນິດ! ນັ້ນຄືຫົນທາງດຽວທີ່ຈະລອດ! ທ່ານຈະຕ້ອງຮູ້ຈັກພຣະເຢຊູຄຣິສພຣະອົງເອງ

ຫຼັງຈາກນັ້ນໃຫ້ຄິດເຖິງສິ່ງທີ່ພຣະເຢຊູຊົງເຮັດເພື່ອຊ່ວຍທ່ານ! ຈົ່ງຄິດວ່າພຣະອົງ ຊົງທຸກທໍລະມານຫຼາຍເທົ່າໃດໃນສວນເກັດເສມານີຈົນພຣະອົງເຫື່ອຍໄຫຼອອກມາເປັນເລືອດ ເພື່ອຊ່ວຍທ່ານ, ທ່ານເຄີຍໄດ້ຍິນເລື່ອງນັ້ນຫຼາຍເທື່ອທີ່ມັນບໍ່ມີຄວາມໝາຍອັນໃດຕໍ່ທ່ານ ເລີຍ? ທ່ານຍັງມີຄວາມຄິດແບບນີ້ໃນຫົວຄິດຂອງທ່ານບໍ? ຄິດເຖິງຖືກຄຶງຕາຍຂອງພຣະ ອົງເທິງໄມ້ກາງແຂນ-ໃນຖານະເປັນຜູ້ຮັບແທນຂອງທ່ານ,ໃນບ່ອນຂອງທ່ານ,ເຈັບປວດແລະ ຕາຍເພື່ອຈ່າຍໜີບາບຂອງທ່ານ, ທ່ານເຄີຍໄດ້ຍິນເລື່ອງນັ້ນຫຼາຍເທື່ອບໍທີ່ມັນບໍ່ມີຄວາມ ໝາຍອັນໃດຕໍ່ທ່ານເລີຍ? ທ່ານເບີ່ງຂ້າມມັນໃນຄວາມຄິດຂອງທ່ານບໍ? ຖ້າທ່ານເຮັດທ່ານ ກໍບໍ່ມີຄວາມຫວັງໃດ, ບໍ່ມີຫຍັງເລີຍ!

ມີຜູ້ຊາຍແກ່ຄົນໜື່ງມາພົບສິດຍາພິບານຄົນໜື່ງ, ລາວຢູ່ໂດດດ່ຽວແລະສິດຍາພິ ບານກໍໃຫ້ລາວພັກຢູ່ໃນຫ້ອງໆໜື່ງໃນໂບດ, ລາວໄດ້ຂຽນເພງຂ່າວປະເສີດດ້ວຍນໍ້າຕາທີ່ໄຫຼ ລົງແກ້ມຂອງລາວ, ລາວໄດ້ຕາຍໄປແລ້ວຫຼາຍປີເມື່ອຂ້າພະເຈົ້າໄດ້ໄປຢ້ຽມໂບດນັ້ນ, ແຕ່ຜູ້ ຄົນຍັງຊີ້ຫ້ອງອາພາດເມັ້ນຂອງລາວໃຫ້ຂ້າພະເຈົ້າເບິ່ງ ແລະພວກເຂົາຍັງຄົງໄຫ້ເມື່ອພວກ ເຂົາຮ້ອງເພງຂອງລາວ.

ຂ້າມັກທີ່ຈະບອກເຖິງສິ່ງທີ່ຂ້າຄິດກ່ຽວກັບພຣະເຢຊູ
     ຕັ້ງແຕ່ຂ້າພົບໃນພຣະອົງເພື່ອນທີ່ເຂັ້ມແຂງແລະຈິງແທ້
ຂ້າຢາກບອກວ່າພຣະອົງຊົງປ່ຽນຊີວິດຂອງຂ້າແນວໃດ
     ພຣະອົງເຮັດບາງສິ່ງທີ່ບໍ່ມີເພື່ອນໃດເຮັດໄດ້
ບໍ່ມີເປັນຫ່ວງຂ້າເໝືອນພຣະເຢຊູ
     ບໍ່ມີເພື່ອນໃດທີ່ດີເໝືອນພຣະອົງ
ບໍ່ມີໃຜອີກແລ້ວທີ່ສາມາດຍົກບາບແລະຄວາມມືດຈາກຂ້າ
     ໂອ ພຣະອົງຊົງຫ່ວງຂ້າຫຼາຍແທ້
(“ບໍ່ມີເປັນຫ່ວງຂ້າເໝືອນພຣະເຢຊູ”ໂດຍຊາລເວສລີ 1871-1966)

ແຕ່ບໍ່ແມ່ນແນວທາງຂອງຜູ້ຍິງທີ່ເລືອດໄຫຼບໍ່ຢຸດຮູ້ສຶກ, ຊື່ງໄດ້ນໍາພາເຮົາໄປສູ່ຈຸດສຸດທ້າຍ

IV. ສີ່ ນາງໄດ້ກັບໃຈໃຫມ່ເມື່ອນາງມາຫາພຣະເຢຊູ.

ຂ້າພະເຈົ້າໄດ້ເວົ້າວ່ານາງບໍ່ໄດ້ຮູ້ສຶກວ່າພຣະເຢຊູເປັນໝູ່ຂອງຕົນເທື່ອ, ເມື່ອພຣະ ເຢຊູແນມຫາລາວພຣະຄໍາພີກ່າວວ່າ:

“ຝ່າຍຜູ້ຍິງນັ້ນກໍຢ້ານຈົນໂຕສັ່ນ ເພາະຮູ້ເລື່ອງທີ່ເປັນແກ່ຕົນນັ້ນ ຈຶ່ງມາກາບ ລົງທູນແກ່ພຣະອົງຕາມຈິງທັງສິ້ນ” (ມາລະໂກ 5:33)

ນາງຢ້ານພຣະອົງ, ຊື່ງໄດ້ພາໃຫ້ຂ້າພະເຈົ້າເຊື່ອວ່າລາວຍັງບໍ່ທັນລອດເທື່ອ, ລາວຕື່ນຂື້ນ ແຕ່ຍັງບໍ່ໄດ້ກັບໃຈໃຫມ່.

ແຕ່ເຖິງແມ່ນລາວມີຄວາມຢ້ານຫຼາຍລາວກໍຍັງມາຫາພຣະເຢຊູ “ນາງຈື່ງມາກາບ ລົງຕໍ່ໜ້າພຣະເຢຊູ” ຄວາມຢ້ານຂອງນາງສະແດງໃຫ້ເຫັນວ່ານາງຍັງບໍ່ທັນຮູ້ຈັກພຣະອົງ, ແຕ່ນາງກໍມາຫາພຣະອົງຢູ່ດີ, ນາງມາດ້ວຍໂຕສັ້ນແລະຢ້ານຫຼາຍ, ນາງບໍ່ໄດ້ມີຄວາມເຊື່ອ ທີ່ຍິ່ງໃຫຍ່, ນາງເປັນຄືກັບຜູ້ຍິງຄົນຈົນຄົນໜື່ງຊື່ງບໍ່ຮູ້ຫຍັງຫຼາຍ, ແຕ່ນາງຮູ້ວ່າພຣະເຢຊູຊົງ ປິ່ນປົວນາງແລ້ວ, ນາງໄດ້ຕື່ນຂື້ນໂດຍພຣະຄຸນຂອງພຣະອົງແຕ່ຍັງບໍ່ທັນຮູ້ຈັກຄວາມຮັກ ຂອງພຣະອົງ, ແຕ່ນາງກໍຍັງມາຫາພຣະອົງຢູ່ດີ!

ຂ້າພະເຈົ້າມັກເພງຂອງແອນນາດັບໂບຢູວໍເທີແມນທີ່ທ້າວກຣິຟຟິດຮ້ອງກ່ອນທີ່ຂ້າພະເຈົ້າຈະເທດສະໜາບົດນີ້, ຂ້າພະເຈົ້າຮັກມັນເພາະຂ້າພະເຈົ້າຮູ້ດີວ່າມັນເປັນຄວາມຈິງ ມັນເປັນຄວາມຈິງໃນຊີວິດຂອງຂ້າພະເຈົ້າແລະມັນຈະເປັນແບບນັ້ນໃນຊີວິດຂອງທ່ານເຊັ່ນ ກັນ, ຖ້າຫາກທ່ານມາຫາພຣະເຢຊູ.

ແລະຂ້າຮູ້ວ່າ ແມ່ນ ຂ້າຮູ້ວ່າ
     ພຣະໂລຫິດພຣະເຢຊູສາມາດເຮັດໃຫ້ຄົນບາບສະອາດ
ແລະຂ້າຮູ້ວ່າ ແມ່ນ ຂ້າຮູ້ວ່າ
     ພຣະໂລຫິດພຣະເຢຊູສາມາດເຮັດໃຫ້ຄົນບາບສະອາດ
(“ແມ່ນຂ້າຮູ້” by Anna W. Waterman, 1920).

ຖ້າທ່ານຫາກມາຫາພຣະຜູ້ຊ່ວຍໃຫ້ລອດ,ພຣະອົງຈະຊົງຊ່ວຍທ່ານໃຫ້ລອດໃນເຊົ້ານີ້, ພຣະອົງຈະຊົງຊໍາລະຄວາມບາບຂອງທ່ານດ້ວຍພຣະໂລຫິດອັນປະເສີດຂອງພຣະອົງ- ແລະພຣະອົງຈະຊົງຕັດກັບທ່ານຄືກັບທີ່ພຣະອົງຕັດກັບຜູ້ຍິງທີ່ດີຈາກພະຍາດເລືອດໄຫຼນັ້ນ.

“ພຣະອົງຈຶ່ງຕັດແກ່ຜູ້ຍິງນັ້ນວ່າ "ລູກສາວເອີ໋ຍ ທີ່ເຈົ້າຫາຍໂລກນັ້ນກໍເພາະເຈົ້າເຊື່ອ ຈົ່ງໄປເປັນສຸກແລະຫາຍໂລກນີ້ເຖີດ” (ມາລະໂກ 5:34)

ຖ້າທ່ານມາຫາພຣະເຢຊູໃນເຊົ້ານີ້ພຣະອົງຈະຊົງຊ່ວຍທ່ານໃຫ້ພົ້ນຈາກຄວາມບາບຂອງ ທ່ານແລະພຣະອົງຈະອວຍພຣະພອນໃຫ້ແກ່ທ່ານໃນຕອນບ່າຍນີ້ຄືກັບທີ່ພຣະອົງຊົງປະ ທານໃຫ້ແກ່ຜູ້ຍິງຄົນນັ້ນ.

“ທີ່ເຈົ້າຫາຍໂລກນັ້ນກໍເພາະເຈົ້າເຊື່ອ ຈົ່ງໄປເປັນສຸກແລະຫາຍໂລກນີ້ເຖີດ”

ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການລອດຈາກບາບໂດຍພຣະເຢຊູ,ເຊີນ ລຸກຂື້ນຈາກບ່ອນນັ່ງຂອງທ່ານແລ້ວຍ່າງໄປຂ້າງຫຼັງຫ້ອງປະຊຸມນີ້,ດຣ.ເຄແກນຈະພາທ່ານ ໄປອີກຫ້ອງໜື່ງບ່ອນທີ່ພວກເຮົາສາມາດອະທິຖານແລະສົນທະນາກັນໄດ້, ໄປດຽວນີ້ເລີຍ, ຂໍເຊີນ ດຣ.ແຊນມາອະທິຖານເພື່ອຄົນທີ່ຈະເຊື່ອວາງໃຈໃນພຣະເຢຊູໃນເຊົ້ານີ້ແດ່ ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ ມາລະໂກ 5:25-34
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“Yes, I Know!” (by Anna W. Waterman, 1920).


ໂຄງຮ່າງບົດເທດສະໜາ

ຜູ້ຍິງຖ້າມກາງຝູງຊົນ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ພຣະອົງຈຶ່ງຕັດແກ່ຜູ້ຍິງນັ້ນວ່າ "ລູກສາວເອີ໋ຍ ທີ່ເຈົ້າຫາຍໂລກນັ້ນກໍເພາະເຈົ້າເຊື່ອ ຈົ່ງໄປເປັນສຸກແລະຫາຍໂລກນີ້ເຖີດ” (ມາລະໂກ 5:34)

(ມາລະໂກ 5:34)

I. ໜື່ງ ນາງຕ້ອງການທີ່ຈະຖືກປົວແທ້. ລູກາ 13:23; 2 ຕີໂມທຽວ 3:7; ເຢເລມີ 29:13

II. ສອງ ພວກໝໍທີ່ນາງໄປຫາບໍ່ໄດ້ຊ່ວຍນາງໃຫ້ດີຂື້ນເລີຍ. ເຢເລມີ 23:32

III. ສາມ ຮ່າງກາຍຂອງນາງຖືກປົວເມື່ອນາງແຕະເສື້ອຂອງພຣະເຢຊູ ມາລະໂກ 6:56; 1 ເປໂຕ 1:2; ເອເຟໂຊ 2:1; 5:14; 2:5; ລູກາ 4:41; 1 ຕີໂມທຽວ 2:5; ໂຢຮັນ 17:3

IV. ສີ່ ນາງໄດ້ກັບໃຈໃຫມ່ເມື່ອນາງມາຫາພຣະເຢຊູ. ມາລະໂກ 5:33