Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມລອດຂອງຕົນເອງ

YOUR OWN SALVATION
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 9/2/2014
A sermon preached at the Baptist Tabernacle of Los Angeles
Lord’s Day Morning, February 9, 2014

“ຄວາມລອດຂອງຕົນ” (ຟີລິບປອຍ 2:12)


ມື້ຄືນນີ້ຂ້າພະເຈົ້າໄດ້ເທດສະໜາໃນໜັງສືຟີລິບປອຍ2:12-13 ໃນການປະຊຸມອະ ທິຖານຕອນແລງວັນເສົາ, ພວກທ່ານເກືອບທຸກຄົນຢູ່ນໍາກັນແລະຖ້າທ່ານບໍ່ໄດ້ເຂົ້າຮ່ວມ ທ່ານກໍສາມາດອ່ານຄໍາເທດສະໜາຢູ່ເທິງເວັບໄຊຂອງເຮົາໄດ້ www.realconversion.com, ຢູ່ໃນຄໍາເທດສະໜາມື້ຄືນນີ້ຂ້າພະເຈົ້າໄດ້ອ້າງອີງປະໂຫຍກບາງປະໂຫຍກຈາກຄໍາເທດສະໜາໂດຍ ຊີ.ເອັຊ.ສະເປີໂຈນ, ບົດເທດຂອງລາວບໍ່ໄດ້ປະສົມສອງຂໍ້ເຂົ້າກັນມີພຽງແຕ່ປະ ໂຫຍກຄໍາວ່າ “ຄວາມລອດຂອງຕົນເອງ” ຂ້າພະເຈົ້າຮູ້ສຶກວ່າຕົນຕ້ອງອະທິບາຍພຣະຄໍາພີ ທັງສອງຂໍ້ນັ້ນ, ແຕ່ຫຼັງຈາກທີ່ຂ້າພະເຈົ້າໄດ້ຂຽນບົດເທດນັ້ນຄວາມຄິດຂອງຂ້າພະເຈົ້າກໍກັບ ໄປຫາຄໍາເທດສະໜາຂອງສະເປີໂຈນໃນສາມຄໍາພວກນັ້ນ - “ຄວາມລອດຂອງຕົນເອງ”

ຄໍາເທດສະໜາທີ່ຂ້າພະເຈົ້າເທດມື້ຄືນນີ້ກ່ຽວຂ້ອງກັບຫຼາຍຮູບແບບແຕ່ຄໍາເທດສະໜານີ້ກ່ຽວຂ້ອງແຕ່ອັນດຽວ, ຊື່ວ່າ“ຄວາມລອດຂອງຕົນເອງ” ຂໍໃຫ້ພຣະວິນຍານບໍລິສຸດ ນໍາທ່ານໃຫ້ເຫັນຄວາມສໍາຄັນທີ່ຍິ່ງໃຫຍ່ຂອງ“ຄວາມລອດຂອງຕົນເອງ”ໃນເຊົ້ານີ້, ມັນເປັນ ຮູບແບບທີ່ງ່າຍຫຼາຍແຕ່ມັນຄືສິ່ງໜື່ງທີ່ສໍາຄັນຢ່າງສູງ - ເປັນເລື່ອງທີ່ສໍາຄັນກວ່າໝູ່ແທ້ໆ! ຂໍໃຫ້ພຣະວິນຍານຂອງພຣະເຈົ້າເປັນເຫດໃຫ້ທ່ານພົບກັບຄວາມຈິງກ່ຽວກັບໂຕທ່ານເອງ, ຢ່າໄປຄິດເຖິງຄົນອື່ນນອກຈາກໂຕທ່ານເອງ, ຂ້າພະເຈົ້າຂໍອະທິຖານເພື່ອທ່ານຈະບໍ່ຄິດເຖິງ ສິ່ງອື່ນໃນເຊົ້າມື້ນີ້ແຕ່ຄິດເຖິງ “ຄວາມລອດຂອງຕົນເອງ”

I. ໜື່ງ ຂ້າພະເຈົ້າຢາກໃຫ້ທ່ານຄິດເຖິງຄໍາວ່າ “ຄວາມລອດ”

ພາສາກຣີກແປຄໍາວ່າ “ຄວາມລອດ” ຄື “ໂຊເທເຣຍ” ໝາຍເຖິງ “ການລອດ ພົ້ນ” ແລະ “ການປົກປັກຮັກສາ” (ຈອຊຣິກເກີແບຣີ່), ນັ້ນແລະຄືສິ່ງສໍາຄັນທີ່ສຸດຕໍ່ພວກ ເຮົາທຸກໆຄົນ, ພວກເຮົາທຸກຄົນເປັນຄົນບາບ, ບາບທໍາມະຊາດຂອງເຮົາໄດ້ສືບທອດມາ ຈາກພໍ່ແມ່ຄູ່ທໍາອິດຂອງພວກເຮົາ, ແລະພວກເຮົາກໍມີບາບສ່ວນບຸກຄົນທຸກຢ່າງຢູ່ແລ້ວ,ມີ ຊາຍໜຸ່ມຄົນຈີນຜູ້ໜື່ງຖາມຂ້າພະເຈົ້າວ່າຄວາມບາບໝາຍເຖິງຫຍັງ, ຂ້າພະເຈົ້າຕອບວ່າ “ມັນໝາຍເຖິງການເຮັດບາງສິ່ງບາງຢ່າງທີ່ເຈົ້າບໍ່ຢາກໃຫ້ແມ່ຂອງເຈົ້າຮູ້ຈັກ” ພວກເຮົາເປັນ ຄົນບາບໂດຍກໍເນີດແລະພວກເຮົາໂດຍສ່ວນຕົວແລ້ວກໍເຮັດບາບ.

ຄໍາວ່າ“ຄວາມລອດ”ໝາຍເຖິງການລອດພົ້ນຈາກຄວາມຜິດແຫ່ງບາບໃນອະດີດ ຂອງເຮົາ, ທ່ານໄດ້ທໍາລາຍພຣະບັນຍັດຂອງພຣະເຈົ້າ, ທ່ານຮູ້ສຶກຜິດແລະອາຍ, ຄວາມ ລອດຊ່ວຍທ່ານພົ້ນຈາກຄວາມຜິດຂອງຄວາມບາບພວກນັ້ນ, ໃນຄວາມລອດບາບຂອງ ທ່ານຖືກລຶບອອກ,ຖືກປົກຫຸ້ມໄວ້,ຖືກລ້າງໂດຍພຣະໂລຫິດຂອງພຣະຄຣິດ, ທ່ານໄດ້ຮັບ ການຍົກໂທດຈາກບາບທຸກຢ່າງທີ່ທ່ານໄດ້ເຮັດ, ທ່ານຖືກລ້າງຈາກຄວາມຊົ່ວຊ້າທຸກຢ່າງທີ່ ທ່ານເຄີຍເຮັດຜ່ານມາ, ທ່ານຖືກເຮັດໃຫ້ເປັນທີ່ຍອມຮັບຕໍ່ພຣະເຈົ້າຜູ້ພິພາກສາທີ່ຍິ່ງໃຫຍ່ ແລະໜ້າຢ້ານ.

ແຕ່ວ່າຄວາມລອດມີຄວາມໝາຍຫຼາຍກວ່ານັ້ນ,ໂດຍທາງທໍາມະຊາດແລ້ວທ່ານຮັກ ຄວາມຊົ່ວ, ທ່ານເປັນທາດບາບແຕ່ເມື່ອຄວາມລອດມາແລ້ວທ່ານກໍລອດພົ້ນຈາກອໍານາດ ຂອງບາບທີ່ມີໄຊເໜືອທ່ານ, ປະການທີ່ສອງຂອງຄວາມລອດຄືວ່າທ່ານໄດ້ພົ້ນຈາກການ ເປັນທາດຕໍ່ຄວາມຊົ່ວຮ້າຍ, ທ່ານໄດ້ລົບໜີຄວາມເປື່ອຍເນົ່າຊື່ງຢູ່ໃນໂລກຜ່ານທາງລາຄະ ຕັນຫາແລ້ວບໍ? ພຣະຄຣິສສາມາດເຮັດໃຫ້ທ່ານເປັນອິດສະຫຼະໄດ້!

ຄວາມລອດຍັງໝາຍເຖິງການລອດພົ້ນຈາກພຣະພິໂລດຂອງພຣະເຈົ້າ, ຄວາມ ຢາກຮ້າຍຂອງພຣະອົງວາງລົງເໜືອບາບຂອງທ່ານ, ຄວາມລອດໝາຍຄວາມວ່າທ່ານໄດ້ ລອດຈາກຄວາມຢາກຮ້າຍຂອງພຣະເຈົ້າແລ້ວ, ຄົນສ່ວນຫຼາຍໃນປະຈຸບັນນີ້ບໍ່ເຂົ້າໃຈວ່າ ພຣະເຈົ້າຊົງໃຈຮ້າຍກັບພວກເຂົາເພາະບາບຂອງເຂົາ,ແຕ່ມັນກໍບໍ່ໄດ້ປ່ຽນແປງຫຍັງເລີຍ, ຄວາມຄິດຂອງຄົນຮຸ່ນໃຫມ່ເວົ້າວ່າ “ມັນຄືຄວາມຈິງສໍາຫຼັບເຈົ້າແຕ່ບໍ່ແມ່ນສໍາຫຼັບຂ້ອຍ”ນັ້ນ ແລະຄືຫົນທາງທີ່ພວກໄວຮຸ່ນໃນປະຈຸບັນນີ້,ແຕ່ຄວນຈະມີບາງຄົນບອກທ່ານວ່າທ່ານກໍເປັນ ຄົນໂງ່ຖ້າຫາກທ່ານຄິດແບບນັ້ນ! “ມັນຄືຄວາມຈິງສໍາຫຼັບເຈົ້າແຕ່ບໍ່ແມ່ນຄວາມຈິງສໍາຫຼັບ ຂ້ອຍ” ອັນນັ້ນເປັນຄໍາສົນທະນາຂອງຄົນໂງ່! ພຣະຄໍາພີຄືຜູ້ພິພາກສາຄົນສຸດທ້າຍຂອງ ຄວາມຈິງ, ພຣະຄໍາພີກ່າວວ່າ “ພຣະເຈົ້າຊົງພຣະພິໂລດກັບຄົນຊົ່ວທຸກວັນ”(ເພງສັນລະ ເສີນ 7:11), ນັ້ນແລະຄືຂໍ້ຄວາມແຫ່ງຄວາມຈິງ, ມັນຄືຄວາມຈິງບໍ່ວ່າທ່ານຈະເຊື່ອຫຼືບໍ່ເຊື່ອ ກໍຕາມ, ມັນຈະເປັນແນວໃດຖ້າຫາກທ່ານໝໍບອກວ່າ “ທ່ານມີມະເຮັງ”? ມັນຈະສົມຄວນທີ່ ທ່ານຈະເວົ້າວ່າ “ມັນຄືຄວາມຈິງສໍາຫຼັບເຈົ້າແຕ່ບໍ່ແມ່ນຄວາມຈິງສໍາຫຼັບຂ້ອຍ”? ອັນທີ່ຈິງ ແລ້ວມີຜູ້ຄົນທີ່ເຮັດແບບນັ້ນ! ທ່ານໝໍທາງໂລກຈິດເວົ້າວ່າພວກເຂົາຢູ່ໃນສະຖານະແຫ່ງ ການ“ປະຕິເສດ”ໝາຍຄວາມວ່າພວກເຂົາປະຕິເສດເຖິງແມ່ນວ່າມັນເປັນຄວາມຈິງກໍຕາມ, ມັນບໍ່ສໍາຄັນວ່າທ່ານຈະປະຕິເສດຫຼາຍປານໃດກໍຕາມມັນກໍຍັງເປັນຄວາມຈິງຢູ່,“ພຣະເຈົ້າ ຊົງພຣະພິໂລດກັບ[ທ່ານ]ທຸກວັນ” ນັ້ນຄືຄວາມຈິງເຖິງແມ່ນວ່າທ່ານຈະປະຕິເສດຫຼືບໍກໍຕາມ ມັນກໍຍັງເປັນຄວາມຈິງຢູ່ເຖິງແມ່ນວ່າທ່ານຈະເຊື່ອບໍ່ເຊື່ອກໍຕາມ

ຂ້າພະເຈົ້າຈື່ໄດ້ດີຕອນທີ່ມະນຸດຂື້ນໄປເຖິງດວງຈັນເປັນຄັ້ງທໍາອິດ, ພວກທ່ານຮູ້ບໍ່ ວ່າມີຄົນທີ່ບໍ່ເຊື່ອເລື່ອງນີ້? ພວກເຂົາເວົ້າວ່າ “ຮູບຂອງພວກເຂົາທີ່ຍ່າງອ້ອມດວງຈັນຖືກ ຖ່າຍຢູ່ໃນຮ້ານຖ່າຍຮູບ, ພວກເຂົາເຕີມແຕ່ງທັງໝົດເພື່ອໃຫ້ເບິ່ງຄືດວງຈັນ,ແຕ່ມັນເປັນພຽງ ໜັງເລື່ອງໜື່ງ” ຂ້າພະເຈົ້າບໍ່ໄດ້ຍິນປະມານຊ່ວງໜື່ງມາແລ້ວ,ແຕ່ຂ້າພະເຈົ້າແນ່ໃຈວ່າຍັງມີ ຄົນໂກ້ບາງຄົນທີ່ຢູ່ຂ້າງນອກທີ່ຄິດແບບນັ້ນ, ແຕ່ມັນບໍ່ສໍາຄັນວ່າ“ຄົນໂກ້” ຄິດແນວໃດ! ມະນຸດຍ່າງເທິງດວງຈັນບໍ່ວ່າເຂົາຈະເຊື່ອຫຼືບໍເຊື່ອກໍຕາມ,ບໍ່ວ່າມັນເປັນຄວາມຈິງ“ຕໍ່ເຂົາ”ຫຼືບໍກໍຕາມ! ແລະນັ້ນຄືຫົນທາງດຽວກັບພຣະພິໂລດຂອງພຣະເຈົ້າ,ຄວາມຢາກຮ້າຍຂອງພຣະ ເຈົ້າເໜືອຄວາມບາບ, ມັນຄືຄວາມຈິງບໍ່ວ່າທ່ານຈະເຊື່ອຫຼືບໍ່ເຊື່ອກໍຕາມ.

ນັກຈິດຕະແພດເຊັ່ນດຣ.ຄາລເມນນິງເກີໄດ້ເວົ້າວ່າບັນຫາທາງດ້ານຈິດໃຈແລະ ຄວາມຮູ້ສຶກສະໄໝໃໝ່ຫຼາຍຢ່າງມາຈາກການຢູ່ພາຍໃຕ້ການຄວບຄຸມຄວາມກະວົນກະວາຍໃຈເລື່ອງຄວາມບາບ (Karl Menninger, M.D., Whatever Became of Sin? , Hawthorn Books,1973),ພວກເຂົາເວົ້າວ່າມັນຄືຮາກເງົ້າແຫ່ງຄວາມຕົກຕໍ່າຢູ່ໃນຫຼາຍຄົນ,ພວກເຂົາເວົ້າວ່າມັນຄືໜື່ງຮາກເງົ້າແຫ່ງເຄື່ອງດື່ມມື່ນເມົາແລະຢາເສບຕິດ,ຈິດສໍານຶກຂອງຜູ້ຄົນບອກເຂົາວ່າພວກເຂົາມີມົນທິນແຫ່ງຄວາມບາບ,ຄວາມຄິດຂອງເຂົາປະຕິເສດແລະຢູ່ໃຕ້ການຄວບ ຄຸມນີ້,ແຕ່ຈິດສໍານຶກຂອງພວກເຂົານໍາພວກເຂົາສູ່ສິ່ງມື່ນເມົາ,ຢາເສບຕິດແລະແມ່ນກະທັ່ງ ຂ້າຕົວຕາຍ,ພວກທ່ານຮູ້ຫຼືບໍ່ວ່າການຂ້າຕົວຕາຍຄືສາເຫດການຕາຍອັນດັບຫນື່ງໃນພວກໄວ ຮຸ່ນແລະພວກໜຸ່ມສາວທັງຫຼາຍ? ສາເຫດອັນດັບໜື່ງ! ຊາຍໜຸ່ມຄົນດຽວທີ່ເວົ້າວ່າ “ມັນຄື ຄວາມຈິງສໍາຫຼັບເຈົ້າແຕ່ບໍ່ແມ່ນຄວາມຈິງສໍາຫຼັບຂ້ອຍ” - ຄົນໜຸ່ມພວກນັ້ນທີ່ຂ້າຕົວຕາຍ ແບບດຽວກັນມີອັດຕາເພີ່ມຢ່າງຕົກໃຈ,ຄົນອື່ນໆເປັນລ້ານໆຄົນທີ່ຕ້ອງເພິ່ງຢາເສບຕິດເພື່ອມີຊີວິດຢູ່ແຕ່ລະມື້, ພວກເຂົາບໍ່ຮູ້ວ່າຈະມີຊີວິດແນວໃດແດ່! ພວກເຂົາບໍ່ຮູ້ວ່າຈະມີຄວາມສຸກ ແນວໃດແດ່! ພຣະຄໍາພີກ່າວວ່າ “ທາງຂອງຄົນລະເມີດກໍຍາກ” (ສຸພາສິດ 13:15), ມັນ ລໍາບາກແລະຍາກທີ່ຈະມີຊີວິດໃນຄວາມບາບ, ມັນຍາກທີ່ຈະເປັນຜູ້ລະເມີດ!

ຂ້າພະເຈົ້າຮູ້ຈັກຄົນໜື່ງທີ່ເວົ້າວ່າລາວບໍ່ຕ້ອງການພຣະຄຣິສ, ບໍ່ແມ່ນລາວ!ລາວ ບອກວ່າຕົນເປັນຄົນດີແລະບໍ່ຕ້ອງການພຣະຄຣິສທີ່ຈະໃຫ້ອະໄພບາບລາວ, ບໍ່ດົນຕໍ່ມາລາວ ໄດ້ດື່ມຈອກນໍ້າຢາພິດເຂົ້າໄປ,ລາວຄານໄປດ້ວຍແຂນແລະເຂົ່າຂອງຕົນເປັນເວລາຫຼາຍ ຊົ່ວໂມງກ່ອນທີ່ເຂົາຈະມາພົບລາວ, ລາວຕາຍໃນລະຫວ່າງທາງໄປໂຮງໝໍ, ຂ້າພະເຈົ້າດີ ໃຈທີ່ຮູ້ວ່າລາວໄດ້ກື່ນກິນຄວາມຊີວິດພ້ອມດ້ວຍມົນທິນເໜືອບາບຂອງລາວ,ເຖິງແມ່ນວ່າ ລາວຈະປະຕິເສດມັນກໍຕາມ,ພຣະຄໍາພີກ່າວວ່າ“ພຣະເຈົ້າຕັດວ່າບໍ່ມີສັນຕິສຸກກັບຄົນຊົ່ວ ຮ້າຍ”(ອິດສະຢາ 57:21)

ພວກທ່ານເວົ້າວ່າ“ເລື່ອງແບບນັ້ນມັນຈະບໍ່ເກີດຂື້ນກັບຂ້ອຍ” ຢ່າໄປແນ່ໃຈກ່ຽວກັບ ເລື່ອງນັ້ນ! ຊີວິດຍາວນານແລະຍາກແລະເຕັມໄປດ້ວຍສິ່ງທີ່ໜ້າຢ້ານ, ພວກທ່ານໄດ້ຍິນ ເລື່ອງນັກສະແດງໜຸ່ມຊື່ຟີລິບເຊມົວຮັອຟແມນ? ທີ່ລາວເຄີຍຊະນະລາງວັນອໍສະກາ,ລາວ ເຄີຍໄດ້ມັນ!ແຕ່ພວກເຂົາພົບລາວນອນຕາຍຢູ່ໃນຫ້ອງນໍ້າບໍພໍເທົ່າໃດມື້ທີ່ຜ່ານມາກັບເຂັມຊີດ ຢາຢູ່ໃນແຂນຂອງລາວ,ຫ້ອງຂອງລາວເຕັມໄປດ້ວຍຖົງເຮໂຣອິນເປັນຮ້ອຍຖົງ! ຂ້າພະເຈົ້າ ຄິດວ່າລາວພະຍາຍາມທີ່ຈະອັດຄວາມຮູ້ສຶກແຫ່ງສິ່ງຊົ່ວຮ້າຍແລະຄວາມຕົກຕໍ່າຂອງຕົນ! ຊ່າງເປັນເລື່ອງໜ້າສະລົດໃຈ!

ຫຼັງຈາກນັ້ນ ເຊັ່ນກັນຄວາມລອດຊ່ວຍເຮົາໃຫ້ພົ້ນຈາກການພິພາກສາຂອງພຣະ ເຈົ້າໃນອະນາຄົດ, ພຣະຄໍາພີກ່າວວ່າມື້ນັ້ນກໍາລັງມາ, ບາງບ່ອນມັນເອີ້ນວ່າ“ວັນຂອງອົງ ພຣະຜູ້ເປັນເຈົ້າ” ໃນບ່ອນອື່ນອີກເອີ້ນວ່າ “ວັນນັ້ນ” ຫຼື “ວັນແຫ່ງການແກ້ແຄ້ນ” ອັກຄະ ສາວົກເປົາໂລເວົ້າເຖິງ “ໃນວັນນັ້ນພຣະອົງຈະຊົງພິພາກສາໂລກ” (ກິດຈະການ 17:31) ອັກຄະສາວົກເປໂຕເວົ້າເຖິງ“ວັນແຫ່ງການພິພາກສາ”( 2 ເປໂຕ 2:9), ນັກປະກາດຂ່າວ ປະເສີດຜູ້ມີຊື່ສຽງໂດ່ງດັງບິລລີ່ເກຣແຮມໄດ້ໃຫ້ຂໍ້ຄິດຍ້ອນກັບໃນປີ 1949 ໃນສົງຄາມຄຣູ ເສດຄັ້ງທໍາອິດຂອງລາວ,ຢູ່ໃນລອສແອງເຈີລິສນີ້ຢູ່ທີ່ມຸມຖະໜົນວໍຊິງຕັນແລະຮິລ,ຂ້າພະ ເຈົ້າບໍ່ຄ່ອຍເຫັນດ້ວຍກັບລາວແຕ່ເລື່ອງນີ້ລາວເວົ້າຖືກຕ້ອງຢ່າງສົມບູນແບບວ່າ

ພຣະເຈົ້າຕັດວ່າ “ເຮົາໄດ້ກໍານົດວັນໜື່ງໄວ້” ພຣະອົງຊົງປະກາດໄປທົ່ວ ໂລກ…ຄົນທີ່ບໍ່ເຊື່ອທຸກຄົນໃນໂລກກໍາລັງຈະຖືກພິພາກສາໃນມື້ນັ້ນ…“ເຮົາ ໄດ້ກໍານົດວັນໜື່ງໄວ້ຊື່ງເຮົາກໍາລັງຈະພິພາກສາໂລກໂດຍສິ່ງທີ່ພວກເຈົ້າ ໄດ້ເຮັດກັບພຣະເຢຊູຄຣິສແລ້ວນັ້ນ” ສິ່ງເຫຼົ່ານີ້ຄືຄໍາຂອງພຣະເຈົ້າໃນຄືນນີ້ (Billy Graham, Revival in Our Time, Van Kampen Press, 1950, page 159).

ສິ່ງທີ່ເກຣແຮມເວົ້າເມື່ອ 65 ປີກ່ອນ, ໝາຍຄວາມວ່າມັນຈະບໍ່ເກີດແມ່ນບໍ?ບໍ່ແມ່ນ ມັນຫມາຍເຖິງພວກເຮົາຢູ່ໃນຊ່ວງ 65 ປີໃກ້ຈະເຖິງວັນແຫ່ງການພິພາກສາ! ຄວາມລອດ ຢ່າງດຽວສາມາດຊ່ວຍທ່ານໃຫ້ພົ້ນຈາກການພິພາກສາຂອງພຣະເຈົ້າໃນມື້ນັ້ນ, ຄວາມລອດ ໃນພຣະຄຣິສຢ່າງດຽວຈະເກັບຮັກສາທ່ານຈາກຖືກຖີ້ມລົງໃນບຶງໄຟນາຮົກໃນວັນທີ່ໜ້າຢ້ານ ນັ້ນໄດ້!

ພວກທ່ານອາດຈະບໍ່ຄິດວ່າຄວາມລອດຂອງທ່ານເປັນສິ່ງທີ່ີສໍາຄັນຫຼາຍ - ແຕ່ບໍ່ ແມ່ນສໍາຫຼັບພຣະເຈົ້າ! ພຣະອົງຄິດວ່າຄວາມລອດຂອງທ່ານເປັນສິ່ງທີ່ສໍາຄັນຫຼາຍຊື່ງພຣະ ອົງໄດ້ສົ່ງພຣະເຢຊູມາເພື່ອຊ່ວຍທ່ານໃຫ້ພົ້ນ!ພຣະເຢຊູເອງຊົງຄິດວ່າຄວາມລອດຂອງທ່ານສໍາຄັນຫຼາຍຊື່ງພຣະອົງໄດ້ຊົງທົນທຸກທໍລະມານແລະຕາຍເທິງໄມ້ກາງແຂນເພື່ອຊ່ວຍທ່ານ ໃຫ້ພົ້ນ! ພຣະຄໍາພີກ່າວວ່າ “ພຣະເຢຊູຄຣິສໄດ້ສະເດັດເຂົ້າມາໃນໂລກເພື່ອຊ່ວຍຄົນບາບ” ( 1ຕີໂມທຽວ 1:15)ພຣະວິນຍານບໍລິສຸດຊົງຄິດວ່າຄວາມລອດຂອງທ່ານສໍາຄັນຫຼາຍຊື່ງ ພຣະອົງຊົງສືບຕໍ່ເຮັດວຽກໃນນາມຂອງທ່ານ,ເຫດສັນນັ້ນພຣະເຈົ້າສາມພຣະພາກຜູ້ບໍລິສຸດຊົງຄິດວ່າຄວາມລອດຂອງທ່ານເປັນສິ່ງສໍາຄັນທີ່ຍິ່ງໃຫຍ່.

ໃນຖານະເປັນສິດຍາພິບານຂອງທ່ານ,ຂ້າພະເຈົ້າຄິດວ່າຄວາມລອດຂອງທ່ານເປັນສິ່ງທີ່ສໍາຄັນຫຼາຍຊື່ງຂ້າພະເຈົ້າໄດ້ເທດສະໜາຂ່າວປະເສີດແກ່ທ່ານຢ່າງໝັ້ນຄົງ! ຂ້າພະ ເຈົ້າສາມາດເວົ້າຢ່າງງ່າຍໆເຖິງເລື່ອງອື່ນໃນພຣະຄໍາພີ, ແຕ່ຂ້າພະເຈົ້າເປັນຫ່ວງເລື່ອງ ຄວາມລອດຂອງທ່ານທີ່ຂ້າພະເຈົ້າຮູ້ສຶກວ່າຖືກບັງຄັບໃຫ້ເທດຕໍ່ພວກທ່ານເຖິງຄວາມຕ້ອງ ການຂອງຄວມລອດໃນພຣະຄຣິສ.

ເຊັ່ນດຽວກັນຄຣິສຕະຈັກນີ້ກໍຮູ້ສຶກເປັນຫ່ວງທ່ານຫຼາຍໃນເລື່ອງຄວາມລອດຂອງ ທ່ານຊື່ງຄົນຂອງພວກເຮົາໄດ້ອະທິຖານເພື່ອທ່ານຈະໄດ້ຮັບຄວາມລອດເປັນຊົ່ວໂມງ,ທັງໃນຄໍາອະທິຖານສ່ວນຕົວແລະໃນການປະຊຸມອະທິຖານທັງສາມເທື່ອ,ພວກເຂົາອະທິຖານເປັນ ເວລາດົນ ແລະດ້ວຍຄວາມເຂັ້ມແຂງເພື່ອໃຫ້ທ່ານໄດ້ຮັບຄວາມລອດ.

ພະຍາມານກັບພວກບໍລິວານຄິດວ່າຄວາມລອດຂອງທ່ານເປັນສິ່ງທີ່ສໍາຄັນຫຼາຍຊື່ງ ພວກມັນເຮັດວຽກຢ່າງໝັ້ນຄົງເພື່ອເກັບຮັກສາທ່ານຈາກການໄດ້ຮັບຄວາມລອດ! ຈິດວິນ ຍານຂອງຜູ້ຫຼົງຫາຍໃນນາຮົກກໍຮູ້ເຖິງຄວາມສໍາຄັນຂອງຄວາມລອດຂອງທ່ານເຊັ່ນກັນ! ເສດຖີທີ່ຕາຍແລ້ວຕົກນາຮົກໄດ້ຮ້ອງຂໍໃຫ້ສົ່ງລາຊາຣັສໄປເພື່ອເຕືອນອ້າຍນ້ອງຫ້າຄົນຂອງ ລາວ “ເພື່ອບໍ່ໃຫ້ເຂົາມາເຖິງທີ່ທໍລະມານນີ້”(ລູກາ 16:28)

ພຣະພອນພຣະເຈົ້າສາມພຣະພາກ ,ຜູ້ຄົນໃນຄຣິສຕະຈັກນີ້,ພະຍາມານແລະບໍລິ ວານຂອງມັນ,ຈິດວິນຍານໃນນາຮົກ ທຸກຄົນຕ່າງກໍຮູ້ດີວ່າຄວາມລອດຂອງທ່ານສໍາຄັນຢ່າງ ໃຫຍ່ຫຼວງ! ຂໍໃຫ້ທ່ານຕື່ນຂື້ນແລະເຫັນຄວາມຕ້ອງການແຫ່ງຄວາມລອດອັນຍິ່ງໃຫຍ່ຂອງ ທ່ານໃນພຣະເຢຊູຄຣິສ!

II. ສອງ ຂ້າພະເຈົ້າຢາກໃຫ້ທ່ານຄິດເຖິງ ຄວາມລອດ“ຂອງທ່ານເອງ”

ຂໍ້ພຣະຄໍາພີເວົ້າເຖິງ “ຄວາມລອດຂອງຕົນເອງ” ໃນເວລານີ້ຂ້າພະເຈົ້າຢາກໃຫ້ ທ່ານຄິດເຖິງ “ຄວາມລອດຂອງທ່ານເອງ” ຄໍາວ່າ “ຂອງຕົນເອງ”ແປເປັນພາສາກຣີກ- “ຫິວຕັນ” - ບໍ່ມີໃຜອື່ນອີກນອກຈາກຄວາມລອດ “ໂຕທ່ານເອງ”! ຈົ່ງຄິດດຽວນີ້ວ່າມັນມີ ຄວາມສໍາຄັນຫຼາຍພຽງໃດສໍາຫຼັບທ່ານທີ່ຈະໄດ້ຮັບຄວາມລອດ! ຄິດເຖິງຄວາມລອດຂອງ ຕົນເອງ - ແລະບໍ່ແມ່ນສິ່ງໃດອື່ນ - ໃນເຊົ້ານີ້! ຜູ້ຄຸມຄຸກເວົ້າວ່າ “ຂ້ອຍຈະຕ້ອງເຮັດແນວ ໃດຈື່ງຈະລອດ?” (ກິດຈະການ 16:30), ນີ້ເປັນສິ່ງທີ່ທ່ານຄວນຈະຄິດເຖິງວ່າ “ຂ້ອຍຈະ ຕ້ອງເຮັດແນວໃດຈື່ງຈະລອດ?”

ຜູ້ມີໃຜອື່ນໃດສາມາດຖືກລ້າງໃນພຣະໂລຫິດຂອງພຣະເຢຊູເພື່ອທ່ານ, ທ່ານຈະ ຕ້ອງຖືກລ້າງ! ທ່ານຕ້ອງກັບໃຈໃຫມ່! ທ່ານຕ້ອງເຊື່ອວາງໃຈໃນພຣະເຢຊູ! ຖ້າທ່ານບໍ່ເຊື່ອ ວາງໃຈໃນພຣະຜູ້ຊ່ວຍໃຫ້ລອດ, ທ່ານກໍຈະເປັນຄົນຫຼົງຫາຍເປັນນິດນິລັນດອນ! ຈົ່ງຄິດເຖິງຄວາມຈິງທີ່ວ່າທ່ານຕ້ອງຕາຍສ່ວນຕົວທ່ານ, ບໍ່ມີໃຜທີ່ຄິດວ່າໝູ່ເພື່ອນ ຂອງຕົນຫຼືຍາດຕິພີ່ນ້ອງສາມາດຕາຍເພື່ອຕົນເອງໄດ້, ຂ້າພະເຈົ້າຈະຍ່າງຜ່ານປະຕູແຫ່ງ ຄວາມຕາຍໂຕຄົນດຽວ, ແລະພວກທ່ານກໍເຊັ່ນກັນ! ແລະເມື່ອພວກທ່ານຕາຍໄປແລ້ວພວກ ທ່ານກໍຈະໄດ້ຮັບການປອບໃຈແລະມີຄວາມສຸກຫຼືບໍກໍຈະຖືກເຮັດໃຫ້ຢ້ານແລະທໍລະມານ, ພວກທ່ານອາດຈະເຫັນ“ກະສັດໃນສະງ່າລາສີຂອງພຣະອົງ”(ອິດສະຢາ 33:17); ຫຼືບໍທ່ານ ກໍ“ຈະອາໄສຢູ່ກັບການໄໝ້ເປັນນິດນິລັນ”(ອິດສະຢາ 33:14), ມີສະຫວັນສ່ວນຕົວສໍາຫຼັບ ຄຣິສຕຽນແທ້, ແຕ່ພວກທ່ານສາມາດໄປໄດ້ຖ້າຫາກໄດ້ພົບກັບ “ຄວາມລອດຂອງ
ຕົນເອງ
” ມີນາຮົກສ່ວນຕົວ-ແລະຖ້າທ່ານບໍ່ເຄີຍພົບກັບຄວາມລອດທ່ານຈະໄດ້ໄປບ່ອນນັ້ນ-ບໍ່ແມ່ນ ຄົນອື່ນ, ທ່ານຈະຫລົບໜີຈາກໄຟແຫ່ງນາຮົກໄດ້ແນວໃດ - ຖ້າທ່ານຫາກປະຕິເສດຄວາມ ລອດທີ່ໄດ້ຍື່ນໃຫ້ແກ່ທ່ານໂດຍພຣະເຢຊູຄຣິສ? ຂໍ້ຊໍ້າຂອງບົດເພງເກົ່າບົດໜື່ງກ່າວວ່າ: “ບໍ່ ແມ່ນອ້າຍນ້ອງຂອງຂ້າ,ບໍ່ແມ່ນເອື້ອຍນ້ອງຂອງຂ້າແຕ່ຄືຂ້າ,ພຣະເຈົ້າຂ້າທີ່ຢືນຢູ່ບ່ອນຈໍາ ເປັນແຫ່ງຄໍາອະທິຖານ!”

ບາງຄົນລີ້ຢູ່ໃນບ່ອນທີ່ເອີ້ນວ່າ“ພັນທະສັນຍາແຫ່ງພຣະຄຸນ” ພວກເຂົາເຊື່ອວ່າທ່ານ ຈະໄດ້ຮັບຄວາມລອດແນ່ນອນຖ້າທ່ານຫາກມາຈາກຄອບຄົວຄຣິສຕຽນ, ພວກເຂົາອາດຈະ ເຊື່ອແບບນັ້ນແຕ່ຂ້າພະເຈົ້າບໍ່ເຊື່ອ! ແມ່ນແທ້ທີ່ບາງຄົນເກີດມາໃນຄອບຄົວຄຣິສຕຽນມີວິທີ ທາງແຫ່ງພຣະຄຸນຫຼາຍກວ່າ,ເຂົາໄດ້ຍິນຄໍາເທດສະໜາຫຼາຍກວ່າ, ເຂົາໄດ້ອ່ານພຣະຄໍາພີ ຫຼາຍກວ່າ,ເຂົາມີຄົນຫຼາຍຄົນອະທິຖານເພື່ອແລະອື່ນໆ ແຕ່ບໍ່ມີໃຜໄດ້ຮັບຄວາມລອດເພາະ ເຂົາຢູ່ໃນ“ພັນທະສັນຍາແຫ່ງພຣະຄຸນ” ພັນທະສັນຍາຢ່າງດຽວບໍ່ໄດ້ເຮັດໃຫ້ມີຊີວິດສໍາຫຼັບ ຄຣິສຕຽນ, ມັນຄືຜົນຂອງ“ສາສະໜາສາດຮັບໜ້າທີ່ແທນ”-ຊື່ງເວົ້າວ່າຄຣິສຕະຈັກມາແທນ ທີ່ອິດສະຣາເອນ,ນີ້ແມ່ນຫຼັກຄໍາສອນພະຍາມານທີ່ເປັນສາເຫດໃຫ້ຫຼາຍຄົນຕໍ່ສູ້ປະເທດອິດ ສະຣາເອນແລະກາຍເປັນຄົນຕໍ່ຕ້ານຊາວຢິວ, ຄໍາຖາມຖຽງກັນຂອງໄຮເດວເບີກເວົ້າວ່າ ເລື່ອງນີ້ກ່ຽວກັບພວກທີ່ເອີ້ນວ່າ“ພັນທະສັນຍາແຫ່ງພຣະຄຸນ” “…ໂດຍການຮັບບັບຕິດສະ ມາສັນຍາລັກແຫ່ງພັນທະສັນຍາ, ເດັກນ້ອຍຄວນຖືກຍອມຮັບເຂົ້າໃນໂບດຄຣິສຕຽນແລະ ຄວນເດັ່ນຈາກເດັກນ້ອຍທີ່ບໍ່ເຊື່ອ,ເລື່ອງນີ້ຖືກເຮັດໃນສະໄໝພຣະຄໍາພີເດີມໂດຍການຮັບພິທີຕັດຊື່ງຖືກເອົາມາແທນຢູ່ໃນພຣະຄໍາພີໃຫມ່ໂດຍພິທີບັບຕິດສະມາ, (Heidelberg Catechism, Question 74). ບໍ່ມີພຣະຄໍາພີບ່ອນໃດສະໜັບສະໜູນຄວາມຄິດຂອງ “ການຮັບໜ້າທີ່ແທນ”,ພວກເຮົາບໍ່ເຄີຍຖືກບອກວ່າພິທີບັບຕິດສະມາເຂົ້າມາແທນທີ່ຂອງພິທີ ຕັດ, ພວກເຮົາບໍ່ເຄີຍຖືກບອກວ່າເດັກນ້ອຍຄວນຮັບບັບຕິດສະມາເພາະພວກເຂົາເປັນສ່ວນ ໜື່ງຂອງສິ່ງທີ່ເອີ້ນວ່າ“ພັນທະສັນຍາແຫ່ງພຣະຄຸນ” ຂ້າພະເຈົ້າບໍ່ເຄີຍເຫັນພວກແບັບຕິດ ແທ້ຈັກຄົນຍອມຮັບຄໍາສອນນີ້,ປະຫວັດສາດຂອງພວກແບັບຕິດມັກຈະຍຶດຫຼັກຄໍາສອນແຫ່ງ “ບັບຕິດສະມາຂອງຜູ້ທີ່ເຊື່ອ” ເຫດສັນນັ້ນພວກແບັບຕິດທີ່ຖືກກັນບໍ່ສາມາດເຊື່ອເຫດຜົນໃນ “ພັນທະສັນຍາແຫ່ງພຣະຄຸນ”ໄດ້, ທ່ານຈະຕ້ອງໄດ້ຮັບຄວາມລອດກ່ອນທີ່ຈະຮັບບັບຕິດສະ ມາ, “ພິທີບັບຕິດສະມາຕາມບ້ານ”ໃນໜັງສືກິດຈະການຖືກອີງຕາມການກັບໃຈໃຫມ່ຂອງ ແຕ່ລະເຮືອນທີ່ສະເພາະເຈາະຈົງ-ຊື່ງມັກເກີດຂື້ນໃນຊ່ວງເວລາແຫ່ງການຟື້ນຟູອັນຍິ່ງໃຫຍ່-ຄືກັບໃນໜັງສືກິດຈະການ,ອີກເລື່ອງໜື່ງຄົນຊົ່ວບາງຄົນທີ່ຂ້າພະເຈົ້າເຄີຍຮູ້ຈັກມາຈາກຄອບ ຄົວຄຣິສຕຽນ, ອີກແງ່ໜື່ງບໍ່ມີຜູ້ຊ່ວຍຂອງພວກເຮົາຄົນໃດມາຈາກຄອບຄົວຂອງຄຣິສຕຽນ, ບໍ່ວ່າຈະເປັນດຣ.ແຊນ, ດຣ.ເຄແກນ ຫຼືໂຕຂ້າພະເຈົ້າເອງກໍຕາມ, ພວກເຮົາທຸກຄົນໄດ້ຮັບ ຄວາມລອດໂດຍທາງຄວາມເຊື່ອສ່ວນຕົວໃນພຣະເຢຊູບໍ່ແມ່ນໂດຍ “ພັນທະສັນຍາແຫ່ງ ພຣະຄຸນ”

ທ່ານບໍ່ສາມາດລີ້ທາງຫຼັງ“ພັນທະສັນຍາແຫ່ງພຣະຄຸນ”ໄດ້ອີກຫຼາຍກວ່າທີ່ີທ່ານສາ ມາດລີ້ທາງຫຼັງການກໍານົດໄວ້ລ່ວງໜ້າ, ທ່ານບໍ່ສາມາດຄາດຫວັງກັບພໍ່ແມ່ຂອງທ່ານຫຼືພຣະ ເຈົ້າພຣະອົງເອງທີ່ຈະເອົາຄວາມຮັບຜິດຊອບຂອງທ່ານເພື່ອສະແຫວງຫາ“ຄວາມລອດຂອງ ຕົນເອງ”, ນິໂຄເດມັສແມ່ນພວກທີ່ຢູ່ໃນພັນທະສັນຍາເດີມແທ້ໆ ແຕ່ພຣະເຢຊູກໍຍັງບອກ ລາວວ່າ “ທ່ານຕ້ອງບັງເກີດໃຫມ່”(ໂຢຮັນ 3:7) ຂ້າພະເຈົ້າຮູ້ດີວ່າມັນຈະເຮັດໃຫ້ພວກ ຄາວວິນນິດ“ຊັ້ນສູງ”ບໍພໍໃຈແຕ່ມັນຄືຄວາມຈິງໃນພຣະວັດຈະນະຂອງພຣະເຈົ້າ,ເຖິງແມ່ນ ວ່າມັນບໍ່ສະໜັບສະໜູນ“ສາສະໜາສາດການຮັບໜ້າທີ່ແທນ”ຂອງເຂົາເຈົ້າກໍຕາມ, ຂ້າພະ ເຈົ້າໄດ້ປະຕິຮູບໃນຫົວຂໍ້ເລື່ອງຄວາມລອດ, ແຕ່ບໍ່ມີໃຜຄາດຫວັງໃຫ້ຂ້າພະເຈົ້າຕາມພວກ ເຂົາສູ່ສາສະໜາສາດການຮັບໜ້າທີ່ແທນ!ຂ້າພະເຈົ້າຈະບໍ່ມີມື້ເຮັດຕາມ!ຂ້າພະເຈົ້າບໍ່ອາຍ “ລັດທິແຫ່ງຟ້າລິຂິດ”ເມື່ອມາເຖິງປະເທດອິດສະຣາເອນແລະຄຣິສຕະຈັກ,ພຣະເຈົ້າມີພຽງ ພັນທະສັນຍາໃນໂລກນີ້ກັບຄົນຢິວເທົ່ານັ້ນ,ຄຣິສຕຽນຖືກຕອນງ່າເຂົ້າສູ່“ພັນທະສັນຍາໃຫມ່”ໂດຍຄວາມເຊື່ອໃນພຣະຄຣິສພຽງຜູ້ດຽວ!

ຖ້າພວກທ່ານມາຈາກຄອບຄົວຄຣິສຕຽນ,ຂ້າພະເຈົ້າຂໍເຕືອນທ່ານໃຫ້ສະແຫວງຫາ ພຣະຄຣິສສໍາຫຼັບ“ຄວາມລອດຂອງຕົນເອງ” ຖ້າທ່ານຫາກບໍເຄີຍເຊື່ອວາງໃຈໃນພຣະເຢຊູ ທ່ານຄວນຈະຢ້ານທີ່ວ່າທ່ານຈະຖືກແຍກອອກຈາກຄອບຄົວຂອງທ່ານຕະຫຼອດໄປເປັນນິດ! ແຕ່ບາງເທື່ອທ່ານອາດຈະມາຈາກຄອບຄົວທີ່ຍັງບໍ່ລອດ, ຖ້າຫາກແມ່ນ ຂ້າພະເຈົ້າຂໍໜຸນ ໃຈທ່ານວ່າຢ່າຕາມພວກເຂົາໄປບຶງໄຟນາຮົກ! ທ່ານຈະຕ້ອງເຊື່ອວາງໃຈພຣະເຢຊູສໍາຫຼັບ “ຄວາມລອດຂອງຕົນເອງ”

ຫຼືທ່ານອາດຈະຖືກທົດລອງໃຫ້ລືມຄວາມລອດຂອງທ່ານເອງໂດຍການຄິດເຖິງຄົນ ອື່ນ, ທ່ານຄິດບໍວ່າບາງຄົນທີ່ທ່ານຮູ້ຈັກທີ່ເປັນສະມາຊິກຂອງຄຣິສຕະຈັກນີ້ຍັງບໍ່ລອດແທ້? ບາງເທື່ອເຂົາອາດຈະເປັນແບບນັ້ນ - ແຕ່ມັນຈະຊ່ວຍທ່ານໄດ້ແນວໃດ? ທ່ານຕ້ອງລືມ ເລື່ອງເຂົາເຈົ້າແລ້ວຄິດເຖິງພຽງແຕ່ “ຄວາມລອດຂອງທ່ານເອງ

ມັນເບິ່ງຄືວ່າທຸກສິ່ງທຸກຢ່າງໃນໂລກແລະໃນສະຫວັນ,ໃນນາຮົກແລະພຣະເຈົ້າເອງ ຊົງເອີ້ນທ່ານໃຫ້ທ່ານສະແຫວງຫາ“ຄວາມລອດຂອງຕົນເອງ”ເໜືອກວ່າທຸກສິ່ງໃດ! ເພື່ອນ ຂອງຂ້າພະເຈົ້າເອີຍ,ຈົ່ງທົບທວນເຖິງໂຕທ່ານເອງ! ທ່ານລອດແລ້ວບໍ? ຖ້າຫຍັງຈົ່ງສະ ແຫວງຫາພຣະຄຣິສເໜືອທຸກສິ່ງອື່ນໃດໃນຊີວິດ!ຈົ່ງເຮັດໃຫ້ການເອີ້ນຫາຂອງທ່ານເອງແລະການັຊົງເລືອກຂອງທ່ານແນ່ນອນ!

ຂ້າພະເຈົ້າຂໍກະຕຸ້ນແຕ່ລະຄົນທີ່ຢູ່ນີ້ໃນເຊົ້ານີ້ໃຫ້ສະແຫວງຫາພຣະຄຣິສດ້ວຍສຸດ ໃຈຂອງທ່ານ, ຈົ່ງເຊົານອນລັບໃນຄວາມບໍ່ເຊື່ອ, ຫັນຫຼັງຈາກຄວາມຄິດຂອງທ່ານເອງແລະ ຄວາມຫວັງຈອມປອມ! ພຣະເຢຊູຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າແຫ່ງບາບ, ພຣະ ອົງຊົງຕາຍໃນຖານະເປັນຜູ້ຮັບແທນເພື່ອຄົນບາບເຊັ່ນພວກທ່ານ! ຈົ່ງກັບໃຈໃໝ່ແລະມອບ ຊີວິດຂອງທ່ານໃຫ້ກັບພຣະເຢຊູແລ້ວພຣະອົງຈະຊົງຊ່ວຍທ່ານໃຫ້ລອດ! ພຽງເທົ່ານີ້ຫຼັງ ຈາກນັ້ນທ່ານກໍຈະສາມາດຮ້ອງເພງດ້ວຍຄວາມໝັ້ນໃຈວ່າ

ຂ້າພະເຈົ້າໄດ້ພົບເພື່ອນຜູ້ຊົງເປັນທຸກຢ່າງແກ່ຂ້າ
ຄວາມຮັກຂອງພຣະອົງຊົງເປັນຄວາມຈິງ
ຂ້າຮັກທີ່ຈະຮ້ອງວ່າພຣະອົງຊົງຍົກຊູຂ້າ
ແລະພຣະຄຸນຂອງພຣະອົງຊົງເຮັດເພື່ອທ່ານໄດ້
ລອດໂດຍລິດອໍານາດຂອງພຣະອົງ,ລອດສູ່ຊີວິດໃຫມ່
ດຽວນີ້ຊີວິດຊ່າງອ່ອນຫວານແລະຊື່ນຊົມຍິນດີເຕັມລົ້ນ
ເພາະຂ້າໄດ້ລອດແລ້ວ,ລອດແລ້ວ,ລອດແລ້ວ!
(“ລອດແລ້ວ,ລອດແລ້ວ! ໂດຍ:ແຈັກພີ.ສະກໍຟິວ 1882-1972)

ເພື່ອນທີ່ຮັກ, ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບ “ຄວາມລອດຂອງຕົນເອງ” ກະລຸນາອອກຈາກຕັ່ງຂອງທ່ານແລ້ວໄປຫ້ອງນໍາວິນຍານຕອນນີ້ເລີຍ, ທ້າວຈອນຊາມູເອວ ເຄແກນຈະພາທ່ານໄປຫ້ອງອື່ນບ່ອນທີ່ເຮົາສາມາດລົມກັນແລະຕອບຄໍາຖາມຂອງທ່ານໄດ້. ຖ້າທ່ານຫາກສົນໃຈໃນການເປັນຄຣິສຕຽນແທ້ກະລຸນາໄປທາງຫຼັງຫ້ອງນີ້ດຽວນີ້ເລີຍ,ຂໍເຊີນດຣ.ແຊນ ມາອະທິຖານເພື່ອບາງຄົນທີ່ຈະຮັບຄວາມລອດຈາກບາບໂດຍພຣະເຢຊູໃນເຊົ້ານີ້ ແດ່ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ ຟີລິບປອຍ 2:9-13.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“Saved, Saved!” (by Jack P. Scholfield, 1882-1972).


ໂຄງຮ່າງບົດເທດສະໜາ

ຄວາມລອດຂອງຕົນເອງ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ຄວາມລອດຂອງຕົນເອງ” (ຟີລິບປອຍ 2:12)

I. ໜື່ງ ຂ້າພະເຈົ້າຢາກໃຫ້ທ່ານຄິດເຖິງຄໍາວ່າ “ຄວາມລອດ” ເພງສັນລະເສີນ 7:11; ສຸພາສິດ 13:15; ອິດສະຢາ 57:21; ກິດຈະການ 17:31; 2 ເປໂຕ 2:9 1 ຕີໂມທຽວ 1:15; ລູກາ 16:28.

II. ສອງ ຂ້າພະເຈົ້າຢາກໃຫ້ທ່ານຄິດເຖິງ ຄວາມລອດ“ຂອງຕົນເອງ” ກິດຈະການ 16:30; ອິດສະຢາ 33:17, 14; ໂຢຮັນ 3:7.