Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄໍາເທດສະໜາຕໍ່ຜູ້ທີ່ກະບົດ

PREACHING TO A REBELLIOUS PEOPLE
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 19/1/2014
A sermon preached at the Baptist Tabernacle of Los Angeles
Lord’s Day Evening, January 19, 2014

“ແລະພຣະອົງຕັດສັ່ງຂ້າພະເຈົ້າວ່າ ບຸດແຫ່ງມະນຸດເອີຍ ເຮົາສົ່ງເຈົ້າໄປຍັງ ລູກຫຼານອິດສະຣາເອນ ເຖິງຊົນຊາດທີ່ມັກກະບົດ ຜູ້ຊື່ງໄດ້ກະບົດຕໍ່ເຮົາ ທັງໂຕເຂົາ ແລະບັນພະບຸລຸດຂອງເຂົາໄດ້ລະເມີດຕໍ່ເຮົາຈົນເຖິງທຸກວັນນີ້ ປະຊາຊົນກໍໜ້າດ້ານແລະດື້ດ້ວຍ ເຮົາໃຊ້ເຈົ້າໄປຫາເຂົາ ແລະເຈົ້າຈະເວົ້າ ກັບເຂົາວ່າ ອົງພຣະຜູ້ເປັນເຈົ້າພຣະເຈົ້າຕັດດັ່ງນີ້ວ່າ ເຂົາຈະຟັງຫຼືປະຕິ ເສດບໍ່ຟັງກໍຕາມ (ເພາະວ່າເຂົາເປັນວົງວານທີ່ມັກກະບົດ) ເຂົາກໍຈະຮູ້ວ່າ ໄດ້ມີຜູ້ພະຍາກອນຄົນໜື່ງຖ້າມກາງພວກເຂົາແລ້ວ”(ເອເສກຽນ 2:3-5)


“ແລະພຣະອົງຕັດສັ່ງຂ້າພະເຈົ້າວ່າ ບຸດແຫ່ງມະນຸດເອີຍ ເຮົາສົ່ງເຈົ້າໄປຍັງ ລູກຫຼານອິດສະຣາເອນ ເຖິງຊົນຊາດທີ່ມັກກະບົດ ຜູ້ຊື່ງໄດ້ກະບົດຕໍ່ເຮົາ ທັງໂຕເຂົາ ແລະບັນພະບຸລຸດຂອງເຂົາໄດ້ລະເມີດຕໍ່ເຮົາຈົນເຖິງທຸກວັນນີ້ ປະຊາຊົນກໍໜ້າດ້ານແລະດື້ດ້ວຍ ເຮົາໃຊ້ເຈົ້າໄປຫາເຂົາ ແລະເຈົ້າຈະເວົ້າ ກັບເຂົາວ່າ ອົງພຣະຜູ້ເປັນເຈົ້າພຣະເຈົ້າຕັດດັ່ງນີ້ວ່າ ເຂົາຈະຟັງຫຼືປະຕິ ເສດບໍ່ຟັງກໍຕາມ (ເພາະວ່າເຂົາເປັນວົງວານທີ່ມັກກະບົດ) ເຂົາກໍຈະຮູ້ວ່າ ໄດ້ມີຜູ້ພະຍາກອນຄົນໜື່ງຖ້າມກາງພວກເຂົາແລ້ວ”(ເອເສກຽນ 2:3-5)

ອີກເທື່ອໜື່ງແລະອີກເທື່ອໜື່ງໃນພຣະຄໍາພີພວກເຮົາເຫັນຄວາມອົດທົນອັນໜ້າອັດສະຈັນຂອງພຣະເຈົ້າຕໍ່ມະນຸດທີ່ກະບົດ, ກ່ອນນໍ້າຖ້ວມໃຫຍ່ພຣະເຈົ້າຊົງເຫັນຄວາມຊົ່ວຊ້າ ຂອງເຊື້ອສາຍມະນຸດ, ພຣະເຈົ້າຊົງພິພາກສາອາຍຸຂອງມະນຸດໃຫ້ເຫຼືອ 120 ປີ - ດັ່ງນັ້ນ ໂນອາ “ນັກເທດແຫ່ງຄວາມຊອບທໍາ” ໄດ້ເຕືອນພວກເຂົາ (2 ເປໂຕ 2:5), ຕໍ່ມາພຣະ ເຈົ້າຊົງນໍາພາຄົນຂອງພຣະອົງອອກຈາກອີຢິບດ້ວຍໝາຍສໍາຄັນອັນຊົງລິດ ແລະແປກປະ ຫຼາດ,ແຕ່ເຂົາຕອບແທນຄວາມດີຂອງພຣະອົງດ້ວຍການຈົ່ມແລະກະບົດຕໍ່ຕ້ານໂມເສດເປັນ ເວລາ 40 ປີ, ອີກເທື່ອໜື່ງເມື່ອພຣະອົງຊົງສົ່ງປະຊາຊົນຂອງພຣະອົງໄປເປັນຊະເລີຍເສິກ ຢູ່ບາບິໂລນເພາະບາບຂອງເຂົາ,ພຣະເຈົ້າບໍ່ໄດ້ປະຖີ້ມພວກເຂົາ,ພຣະອົງໄດ້ສົ່ງຜູ້ທໍານວາຍ ເອເສກຽນເພື່ອເທດສະໜາໃຫ້ເຂົາເຈົ້າວ່າ “ພຣະເຢໂຮວາຕັດດັ່ງນີ້” (ເອເສກຽນ 2:4), ປະຈະບັນນີ້ພວກເຮົາຢູ່ໃກ້ການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍນີ້ແລ້ວ, ຫຼາຍຊົນ ຊາດຂອງໂລກນີ້ຢູ່ໃນອາການກະບົດຮ້າຍແຮງ “ຕໍ່ສູ້ພຣະເຢໂຮວາແລະຜູ້ຮັບການເຈີມຂອງ ພຣະອົງກ່າວວ່າ ໃຫ້ເຮົາລະເບີດສາຍແອກຂອງເຂົາໃຫ້ຂາດສະບັ້ນ ແລະຖີ້ມເຊືອກຂອງ ເຂົາອອກຈາກພວກເຮົາ” (ເພງສັນລະເສີນ 2:2,3), ແຕ່ພຣະເຈົ້າຍັງສົ່ງນັກເທດໄປເຕືອນ ພວກເຂົາໃຫ້ “ໜີຈາກພຣະພິໂລດທີ່ຈະມາເຖິງ” (ມັດທາຍ 3:7), ແມ່ນກະທັ່ງໃນຊ່ວງເວ ລາທີ່ອັນຕະລາຍນີ້ໃນຍຸກສຸດທ້າຍຂອງໂລກນີ້, ພຣະເຈົ້າຍັງສົ່ງນັກເທດໄປເຕືອນຄົນບາບ ທັງຫຼາຍເລື່ອງການພິພາກສາທີ່ກໍາລັງຈະມາເຖິງ.

ແລະດັ່ງນັ້ນ ນັກເທດທີ່ສັດຊື່ສາມາດຮຽນຮູ້ບົດຮຽນຫຼາຍຢ່າງຈາກຜູ້ທໍານວາຍເອເສ ກຽນ, ຂ້າພະເຈົ້າຈະເອົາບົດຮຽນໃຫ້ກັບພວກທ່ານໃນຄໍາເທດສະໜານີ້.

I. ໜື່ງ ນັດເທດທີ່ສັດຊື່ຮຽນຮູ້ຈາກຜູ້ທໍານວາຍວ່າຕົນເອງຖືກສົ່ງໄປເພື່ອເວົ້າກັບຄົນ ທີ່ກະບົດ.

ຂໍ້ພຣະຄໍາພີຂອງເຮົາກ່າວວ່າ:

“ແລະພຣະອົງຕັດສັ່ງຂ້າພະເຈົ້າວ່າ ບຸດແຫ່ງມະນຸດເອີຍ ເຮົາສົ່ງເຈົ້າໄປຍັງ ລູກຫຼານອິດສະຣາເອນ ເຖິງຊົນຊາດທີ່ມັກກະບົດ ຜູ້ຊື່ງໄດ້ກະບົດຕໍ່ເຮົາ ທັງໂຕເຂົາ ແລະບັນພະບຸລຸດຂອງເຂົາໄດ້ລະເມີດຕໍ່ເຮົາຈົນເຖິງທຸກວັນນີ້” (ເອເສກຽນ 2:3)

ພວກເຮົາບໍ່ຄວນຄິດວ່າພວກຢິວທີ່ເປັນຊະເລີຍເສິກຢູ່ໃນບາບິໂລນຄືຊົນຊາດດຽວທີ່ກະບົດ, ແນ່ນອນພວກເຮົາບໍ່ຕ້ອງຄິດແບບນັ້ນ! ຄໍາວ່າ “ຊົນຊາດ” ທີ່ແປໃນຂໍ້ພຣະຄໍາພີຂອງເຮົາ ບໍ່ແມ່ນຊັບພາສາຮິບຣູໂດຍທົ່ວໄປແລ້ວໃຊ້ສໍາຫຼັບຄົນທີ່ເລືອກໄວ້ແລ້ວຂອງພຣະເຈົ້າ,ພາສາ ຮິບຣູຢູ່ໃນນີ້ຄື “ໂກອິ” ມັນເປັນຄໍາທີ່ຊາວຢິວໃຊ້ເພື່ອອະທິບາຍເຖິງຄົນຕ່າງຊາດ, ພວກປ່າ ເຖື່ອນແລະພວກນອກສາສະໜາ, ໝາຍຄວາມວ່າອິດສະຣາເອນຊົ່ວຄືກັບຄົນນອກສາສະ ໜາທີ່ຢູ່ໃນບາບິໂລນ.

ມັນເປັນພາບຂອງມະນຸດເຮົາ! ພວກເຮົາເປັນເຊື້ອຊາດທີ່ມັກກະບົດ! ເຊື້ອຊາດ ຫຍັງ? ເຊື້ອຊາດມະນຸດ! ພຣະເຈົ້າຕັດວ່າພວກເຮົາເປັນຄົນມັກກະບົດ “ປະຊາຊາດທີ່ມັກ ກະບົດ ຊື່ງໄດ້ກະບົດຕໍ່ເຮົາ” (ເອເສກຽນ 2:3), ພຣະຄໍາພີກ່າວວ່າ “ເຮົາທຸກຄົນໄດ້ຫຼົງ ທາງໄປຄືແກະ”(ເອຊາຢາ 53:6), ພຣະຄໍາພີກ່າວວ່າ “ແຕ່ຊົນຊາດນີ້ມີໃຈດື້ດຶງແລະກະ ບົດ” (ເຢເຮມີ 5:23), ມະນຸດທຸກເຊື້ອຊາດໄດ້ຫລົງທາງໄປ,ກະບົດແລະຕໍ່ຕ້ານພຣະເຈົ້າ! ພຣະຄໍາພີກ່າວວ່າ “ເຂົາທຸກຄົນຫລົງທາງໄປຫມົດ ເຂົາທັງປວງເປັນຄົນບໍ່ມີຄ່າຄືກັນທັງສິ້ນ ບໍ່ມີຈັກຄົນດຽວທີ່ເຮັດດີ ບໍ່ມີເລີຍ” (ໂລມ 3:12),ພຣະຄໍາພີກ່າວວ່າ “ຄົນເປັນຈໍານວນຫຼາຍ ເປັນຄົນບາບເພາະຄົນໆດຽວທີ່ບໍ່ເຊື່ອຟັງ” (ໂລມ 5:19) ອາດໍາໄດ້ກະບົດຕໍ່ຄໍາສັ່ງຂອງ ພຣະເຈົ້າ,ມະນຸດທຸກຄົນຮັບມໍລະດົກກະບົດຕໍ່ສູ້ພຣະເຈົ້າຕາມສັນດານ, ພວກເຮົາກາຍເປັນ “ຕາມສັນດານເຮົາຈື່ງເປັນລູກແຫ່ງພຣະອາດຊະຍາ”(ເອເຟໂຊ 2:3), ພຣະຄໍາພີກ່າວວ່າ:

“ຖ້າເຊັ່ນນັ້ນຈະເປັນຢ່າງໃດ ພວກເຮົາຈະໄດ້ປຽບກວ່າພວກເຂົາຫລື ບໍເລີຍ ເພາະເຮົາໄດ້ຊີ້ແຈງໃຫ້ເຫັນແລ້ວວ່າ ທັງພວກຢິວແລະພວກຕ່າງຊາດຕ່າງກໍຢູ່ໃຕ້ອຳນາດຂອງບາບທຸກຄົນ ຕາມທີ່ມີຂຽນໄວ້ແລ້ວວ່າ `ບໍ່ມີຜູ້ໃດເປັນຄົນຊອບທຳຈັກຄົນດຽວ ບໍ່ມີເລີຍ ບໍ່ມີຄົົນທີ່ເຂົ້າໃຈ ບໍ່ມີຄົົນທີ່ສະແຫວງຫາພຣະເຈົ້າ ເຂົາທຸກຄົນຫລົງທາງໄປຫມົດ ເຂົາທັງປວງເປັນຄົນບໍ່ມີຄ່າຄືກັນທັງສິ້ນ ບໍ່ມີຈັກຄົນດຽວທີ່ເຮັດດີ ບໍ່ມີເລີຍ ລຳຄໍຂອງເຂົາຄືຫລຸມຝັງສົບທີ່ເປີດຢູ່ ເຂົາໃຊ້ລິ້ນຂອງເຂົາໃນການລໍ້ລວງ ພາຍໃຕ້ຮິມຝີປາກຂອງເຂົາມີພິດຂອງງູຮ້າຍ ປາກຂອງເຂົາເຕັມດ້ວຍຄຳແຊ່ງດ່າແລະຄຳຂົມຂື່ນ ຕີນຂອງເຂົາວ່ອງໄວໃນການເຮັດໃຫ້ໜອງເລືອດ ໃນທາງເດີນຂອງເຂົາມີຄວາມພິນາດແລະຄວາມທຸກ ແລະເຂົາບໍ່ຮູ້ຈັກທາງແຫ່ງສັນຕິສຸກ ໃນແວວ ຕາຂອງເຂົາບໍ່ມີຄວາມຢ້ານຢ້ຳພຣະເຈົ້າ” (ໂລມ 3:9-18)

ສິ່ງເຫຼົ່ານີ້ຕົກມາສູ່ພວກເຮົາຈາກອາດາມ, ພວກເຮົາສືບມໍລະດົກກະບົດຕໍ່ສູ້ພຣະເຈົ້າຈາກ ລາວໃນທາງສັນດານຂອງພວກເຮົາ, ດຣ.ມາຕິນລອຍ-ໂຈນ ໄດ້ກ່າວວ່າ:

ການອະທິບາຍຂອງມະນຸດໃນເລື່ອງບາບເປັນຄວາມຈິງ,ຄວາມຈິງທີ່ໜ້າ ຢ້ານ, ນັ້ນແລະຄືສິ່ງທີ່ບາບໄດ້ນໍາພາພວກເຮົາໄປສູ່…ຂໍພຣະເຈົ້າເຮັດໃຫ້ ເຮົາສໍານຶກໂດຍພຣະວິນຍານບໍລິສຸດຖ້າເຮົາຫາກບໍ່ເຄີຍສໍານຶກມາກ່ອນເພື່ອ ໃຫ້ເຫັນວ່າພວກເຮົາຕາມສັນດານແລ້ວເປັນ - ລູກແຫ່ງພຣະອາດຊະຍາຄື ກັບຄົນອື່ນໆ(Martyn Lloyd-Jones, M.D., Romans, Chapter 2:1-3:20, The Righteous Judgment of God, The Banner of Truth Trust, 2005 reprint, p. 214).

ນັ້ນແລະຄືການຕີລາຄາຂອງພຣະເຈົ້າເຖິງມະນຸດທີ່ຢູ່ໃນຄວາມບາບ, ມັນບໍ່ພາບທີ່ ສວຍງາມແຕ່ມັນເປັນສິ່ງທີ່ຖືກຕ້ອງແນ່ນອນ, ຂ້າພະເຈົ້າເລີ່ມຕົ້ນຄິດຕອນອາຍຸ 17 ປີວ່າຜູ້ ຄົນຈະລອດແບບງ່າຍໆ, ແຕ່ຂ້າພະເຈົ້າຄິດຜິດ, ຄໍາເທດສະນາທໍາອິດຂອງຂ້າພະເຈົ້າຖືກ ປະຕິເສດແລະຂ້າພະເຈົ້າຖືກບອກວ່າຢ່າເທດສະໜາແບບນັ້ນອີກ, ແຕ່“ຜູ້ນໍາຄົນໜຸ່ມ” ຜູ້ທີ່ ບອກຂ້າພະເຈົ້າແບບນັ້ນເປັນຄົນທີ່ບິດເບືອນ, ລົບກວນເດັກນ້ອຍໃນຄຣິສຕະຈັກ, ດັ່ງນັ້ນ ພຣະເຈົ້າຈື່ງບອກກັບຂ້າພະເຈົ້າວ່າ “ໂລເບີດ ຢ່າໄປຟັງລາວເລີຍ”, ໃນໂຮງຮຽນພຣະຄໍາພີ ນັກເທດຜູ້ຊ່ຽວຊານໄດ້ເວົ້າວ່າ “ເຈົ້າເປັນນັກເທດທີ່ດີ ແຕ່ເຈົ້າກໍາລັງໄດ້ຮັບຊື່ສຽງທີ່ບໍ່ດີໃນ ຖານະເປັນຜູ້ສ້າງບັນຫາ”, ລາວບອກແບບນັ້ນເພາະຂ້າພະເຈົ້າໄດ້ຕອບຜູ້ຊ່ຽວຊານທີ່ກໍາ ລັງຕໍ່ສູ້ກັບພຣະຄໍາພີ, ຈາກນັ້ນຂ້າພະເຈົ້າກໍເຮັດວຽກກັບນັກເທດຄົນອື່ນເພື່ອນໍາພວກຮິບປີ້ (ພວກທີ່ເຮັດໂຕສະບາຍໆບໍ່ຍຶດຖືລະບຽບຂອງສັງຄົມ)ໃກ້ກັບຊານຟຣານຊິສໂກ, ນັກເທດ ຄົນນັ້ນສືບຕໍ່ວິຈານຄໍາເທດສະໜາຂອງຂ້າພະເຈົ້າ - ຫຼາຍຈົນສຸດທ້າຍຂ້າພະເຈົ້າໄດ້ລາ ອອກໄປຈາກໂບດແຫ່ງນັ້ນແລ້ວກັບບ້ານຢູ່ລອສແອງເຈີລິສ, ຫຼັງຈາກນັ້ນຂ້າພະເຈົ້າໄດ້ຄົ້ນ ພົບວ່ານັກເທດຄົນນີ້ມີເພດສໍາພັນກັບຍິງສາວຫຼາຍຄົນໃນຄຣິສຕະຈັກ, ຈາກນັ້ນຂ້າພະເຈົ້າ ກໍຮູ້ວ່າເປັນຫຍັງລາວຈື່ງຕໍານິວິຈານບົດເທດຂອງຂ້າພະເຈົ້າ, ລາວບໍ່ມັກທີ່ຈະສໍານຶກໃນ ຄວາມບາບ.

ນັກເທດຫຼາຍຄົນບໍ່ເຄີຍໄດ້ບົດເທດ, ພວກເຂົາແປກໃຈທີ່ວ່າເປັນຫຍັງຜູ້ຄົນຈື່ງບໍ່ຟັງ ພວກເຂົາ, ແຕ່ຄໍາຕອບຢູ່ໃນນີ້ຢູ່ໃນໜ້າປື້ມພຣະຄໍາພີຂອງພວກເຮົາ, ພຣະເຈົ້າສົ່ງພວກເຮົາ “ເຖິງປະຊາຊາດທີ່ີມັກກະບົດຜູ້ຊື່ງໄດ້ກະບົດຕໍ່ສູ້[ພຣະອົງ]”(ເອເສກຽນ 2:3), ແລະຂ້າພະ ເຈົ້າເຫັນດ້ວຍກັບຄໍາເຫັນຂອງດຣ.ແມັກກີ້ ໃນຂໍ້ພຣະຄໍາພີນັ້ນ, ລາວເວົ້າວ່າ:

         ຄົນທີ່ຍາກທີ່ສຸດທີ່ຈະນໍາເຂົາດ້ວຍຂ່າວປະເສີດຄືຄົນທີ່ເປັນສະມາຊິກ ໃນຄຣິສຕະຈັກ… ເຖິງແມ່ນວ່າພວກເຂົາຢູ່ໃນຄຣິສຕະຈັກ,ຄວາມຈິງແລ້ວ ພວກເຂົາຕໍ່ສູ້ພຣະເຈົ້າ…ພວກເຂົາບໍ່ຕ້ອງການໃຫ້ໃຜເຂົ້າມາແລ້ວບອກເຂົາວ່າເຂົາເປັນຄົນທີ່ຫຼົງຫາຍຢູ່… ພວກເຂົາເປັນຄົນທີ່ຍາກຫຼາຍທີ່ຈະນໍາວິນ ຍານ,ແລະໃຈຂອງຂ້າພະເຈົ້າກໍຈົດຈໍ່ຢູ່ກັບພີ່ນ້ອງຂອງຂ້າພະເຈົ້າຜູ້ທີ່ຮັບໃຊ້ ຢູ່ໃນປະຈຸບັນນີ້ - ພວກເຂົາກໍາລັງນັ່ງຢູ່ເທິງບ່ອນນັ່ງທີ່ເດັ່ນ, ແລະຂ້າພະ ເຈົ້າຂໍແນະນໍາຄົນໜຸ່ມທຸກຄົນທີ່ກໍາລັງພິຈາລະນາຈະຮັບໃຊ້ໃຫ້ແນ່ໃຈຕໍ່ ການຊົງເອີ້ນຂອງຕົນ, ບາງທີ່ເຂົາອາດຈະໄປຂາຍປະກັນໄພຫຼືເຮັດອັນອື່ນ ດີກວ່າທີ່ຈະໄປຮັບໃຊ້, ການທີ່ຈະຮັບໃຊ້ໃນປະຈຸບັນນີ້ບໍ່ງ່າຍເລີຍຖ້າເຮົາ ຫາກຢາກຈະຢືນຢັດເພື່ອພຣະຄໍາຂອງພຣະເຈົ້າ(J. Vernon McGee, Th.D., Thru the Bible, Thomas Nelson Publishers, 1982, volume III, p. 444; note on Ezekiel 2:3-4).

ດຣ.ແມັກກີ້ໄດ້ອະທິບາຍເຖິງຫຍັງ? ລາວໄດ້ອະທິບາຍເຖິງຄຣິສຕະຈັກຫຼາຍແຫ່ງເຕັມໄປ ດ້ວຍຜູ້ຄົນທີ່ຫຼົງຫາຍ, ພວກເຂົາທຸກຄົນໄດ້ “ຕັດສິນໃຈ” ແລ້ວ - ແຕ່ “ຄວາມຈິງແລ້ວ ພວກເຂົາຕໍ່ສູ້ພຣະເຈົ້າ” ນັ້ນແລະຄືເຫດທີ່ເກີດຂື້ນໃນຄຣິສຕະຈັກຫຼາຍແຫ່ງທົ່ວອາເມລິກາ.

ຕອນນີ້ມາເຖິງທ່ານແລະຂ້າພະເຈົ້າຂໍເວົ້າກັບທ່ານເປັນການສ່ວນຕົວວ່າ ພວກທ່ານ ເປັນຄົນກະບົດຕໍ່ສູ້ພຣະເຈົ້າ,ນັ້ນແລະເປັນຫຍັງພວກທ່ານຈື່ງຍັງບໍ່ລອດເທື່ອ, ພວກທ່ານຫາ ເຫດຜົນທຸກຢ່າງມາອ້າງແຕ່ໃຈຂອງທ່ານຢູ່ໃນການກະບົດຕໍ່ສູ້ພຣະເຈົ້າ, ພວກທ່ານຮູ້ສຶກ ເສຍໃຈຕໍ່ຕົນເອງແຕ່ໃຈຂອງທ່ານທັງໝົດຕໍ່ສູ້ພຣະເຈົ້າ, ພວກທ່ານບໍ່ໄດ້ເປັນທຸກຕໍ່ຄວາມ ບາບຂອງທ່ານ,ພວກທ່ານບໍ່ໄດ້ໂສກເສົ້າຕໍ່ການກະບົດຂອງທ່ານ, ພວກທ່ານຍັງຄົນເດີນຕໍ່ ໄປດ້ວຍຄວາມໜ້າດ້ານ,ເປັນປໍລະປັກກັບພຣະເຈົ້າຜູ້ຊົງພຣະຊົນຢູ່!ແລະແນ່ນອນພຣະເຈົ້າ ຈະບອກທ່ານເຖິງບ່ອນທີ່ທ່ານກໍາລັງຈະໄປ, ມີພຽງບ່ອນດຽວທີ່ພວກທ່ານສາມາດໄປໄດ້ - ແລະນັ້ນຄືນາຮົກ! ຖ້າພວກທ່ານບໍ່ເຄີຍຢູ່ໃຕ້ການສໍານຶກຜິດແລະຖ້າທ່ານບໍ່ເຄີຍໂສກເສົ້າ ເລື່ອງບາບຂອງທ່ານ, ທ່ານຈະບໍ່ຮູ້ສຶກເຖິງຄວາມຈໍາເປັນທີ່ແທ້ຈິງຂອງການຕ້ອງການພຣະ ຄຣິສ - ແລະທ່ານກໍຈະຍັງດໍາເນີນການກະບົດຂອງທ່ານຕໍ່ໄປຈົນກວ່າພຣະເຈົ້າຈະດຶງໄພພິ ບັດມາຫາ - ແລະພວກທ່ານລົງໄປສູ່ - ສູ່ໄຟທີ່ບໍ່ມີມື້ດັບ!

II. ສອງ ນັກເທດທີ່ສັດຊື່ຮຽນຮູ້ຈາກຜູ້ທໍານວາຍທີ່ຈະສືບຕໍ່ເທດສະໜາພຣະຄໍາ ຂອງພຣະເຈົ້າ.

ພຣະເຈົ້າຕັດກັບເອເສກຽນວ່າ:

“ປະຊາຊົນກໍໜ້າດ້ານແລະດື້ດ້ວຍ ເຮົາໃຊ້ເຈົ້າໄປຫາເຂົາ ແລະເຈົ້າຈະເວົ້າ ກັບເຂົາວ່າ ອົງພຣະຜູ້ເປັນເຈົ້າພຣະເຈົ້າຕັດດັ່ງນີ້ວ່າ ເຂົາຈະຟັງຫຼືປະຕິ ເສດບໍ່ຟັງກໍຕາມ…” (ເອເສກຽນ 2:4-5ກ)

ພຣະເຈົ້າຕັດກັບຂ້າພະເຈົ້າໃນຫົນທາງທີ່ອັດສະຈັນຈາກພຣະຄໍາພີ,ໃນສະໄໝຂອງ ເອເສກຽນພຣະອົງຕັດໂດຍກົງກັບລາວໂດຍການເປີດເຜີຍທັນທີທັນໃດ, ດຽວນີ້ພຣະເຈົ້າຊົງ ກ່າວກັບພວກເຮົາຜ່ານທາງພຣະຄໍາທີ່ຂຽນຂື້ນ,ພຣະຄໍາພີ - ແມ່ນວ່າຂ້າພະເຈົ້າສາມາດຄິດ ໄດ້ເຖິງການແບ່ງອອກເປັນສອງໂອກາດເມື່ອພຣະເຈົ້າຊົງຕັດກັບຂ້າພະເຈົ້າຜ່ານທາງຄວາມ ຝັນ, ຂ້າພະເຈົ້າຫາກໍອ່ານຄໍາພະຍານຂອງຄົນໜຸ່ມມູສະລິມຄົນໜື່ງຜູ້ໄດ້ກັບໃຈໃຫມ່ມາຫາ ພຣະຄຣິສຜ່ານທາງຄວາມຝັນສາມຢ່າງ(Christianity Today, January/February 2014, pp. 95, 96). ພຣະເຈົ້າມັກເຮັດແບບນັ້ນໃນດິນແດນມູສະລິມແລະອີກສາມສ່ວນຂອງໂລກນີ້ແຕ່ ສ່ວນຫຼາຍແລ້ວພຣະເຈົ້າມັກຕັດກັບພວກເຮົາຜ່ານທາງພຣະຄໍາທີ່ຂຽນຂື້ນ - ຄືພຣະຄໍາພີ.

ຈາກຜູ້ທໍານວາຍພວກເຮົາຮຽນທີ່ຈະເວົ້າວ່າ “ພຣະເຢໂຮວາຕັດດັ່ງນີ້” ພວກເຮົາ ເວົ້າເຖິງສິດທິອໍານາດຂອງພຣະຄໍາພີ“ພຣະຄໍາພີທຸກຕອນໄດ້ຮັບການດົນໃຈຈາກພຣະເຈົ້າ” (2 ຕີໂມທຽວ 3:16), ພຣະເຈົ້າໄດ້ສະແດງໃຫ້ຂ້າພະເຈົ້າເຫັນເຖິງຄວາມຈິງໃນຕອນທີ່ຂ້າ ພະເຈົ້າໄດ້ຮັບຄວາມລອດໃຫມ່ໆໃນວັນທີ 28/9/1961, ຂ້າພະເຈົ້າສາມາດເວົ້າດ້ວຍ ຄວາມຊື່ສັດວ່າຂ້າພະເຈົ້າບໍ່ເຄີຍສົງໄສວ່າພຣະເຈົ້າໄດ້ປະທານພາສາຮິບຣູແລະພາສາກຣີກຕັ້ງແຕ່ມື້ນັ້ນຈົນຮອດມື້ນີ້! ເມື່ອຂ້າພະເຈົ້າຢືນຂື້ນເພື່ອເທດສະໜາຂ້າພະເຈົ້າສາມາດເວົ້າ ຢ່າງເຂັ້ມແຂງ, ນໍ້າສຽງທີ່ບໍ່ເບົາເພາະຂ້າພະເຈົ້າບໍ່ໄດ້ເທດສະໜາຄໍາເວົ້າຂອງຕົນເອງ, ຂ້າ ພະເຈົ້າກໍາລັງເທດສະໜາພຣະຄໍາຂອງພຣະເຈົ້າ - “ພຣະເຢໂຮວາຕັດດັ່ງນີ້” (ເອເສກຽນ 2:4).

ຂ້າພະເຈົ້າບໍ່ໄດ້ເອົາທິດສະດີໃຫ້ທ່ານເມື່ອຂ້າພະເຈົ້າບອກທ່ານວ່າຄວາມບາບຂອງທ່ານຈະສົ່ງທ່ານລົງນາຮົກ, ຂ້າພະເຈົ້າກໍາລັງບອກພວກທ່ານເຖິງສິ່ງທີ່ພຣະຄໍາຂອງພຣະ ເຈົ້າບອກ, ດ້ວຍສິດທິອໍານາດອັນເຕັມລົ້ນແລະປາສະຈາກຄວາມສົງໄສ, ຂ້າພະເຈົ້າສາ ມາດເວົ້າກັບທ່ານວ່າ “ພວກເຫຼົ່ານີ້ຈະຕ້ອງອອກໄປຮັບໂທດຢູ່ເປັນນິດ” (ມັດທາຍ 25:46) ຂ້າພະເຈົ້າບໍ່ສາມາດຖືກຫ້າມຈາກການເວົ້າແບບນັ້ນໂດຍໂຮງຮຽນພຣະຄໍາພີຟູເລີ,ຣອບເບວ ໂຈເອວອອສທີນຫຼືສັນຕະປະປາໃນໂຣມໄດ້, ຂ້າພະເຈົ້າມີພຣະວັດຈະນະຂອງພຣະເຈົ້າຢູ ໃນມືແລະຄືກັບຜູ້ທໍານວາຍເອເສກຽນ ພຣະເຈົ້າໄດ້ຊົງເອີ້ນຂ້າພະເຈົ້າໃຫ້ປະກາດມັນກັບ ພວກທ່ານ - ຄໍາຕໍ່ຄໍາ! “ພຣະເຢໂຮວັດຕັດດັ່ງນີ້” - “ພວກເຫຼົ່ານີ້ຈະຕ້ອງອອກໄປຮັບ ໂທດຢູ່ເປັນນິດ”.

ພວກທ່ານເວົ້າວ່າ“ຂ້ອຍບໍ່ເຊື່ອແບບນັ້ນ” ອັນນັ້ນບໍ່ໄດ້ປ່ຽນແປງຂ້າພະເຈົ້າຈັກໜ້ອຍ ເລີຍ! ຄືກັບຜູ້ທໍານວາຍຂ້າພະເຈົ້າຖືກເອີ້ນໃຫ້ເທດແບບນັ້ນ, ບໍວ່າເຂົາຈະຟັງຫຼືປະຕິເສດບໍ່ ຟັງກໍຕາມ”(ເອເສກຽນ 2:5), ໃນພາສາອັງກິດສະໄໝໃຫມ່ - ບໍ່ວ່າເຂົາຈະໄດ້ຟັງຫຼືບໍ່ຟັງ ກໍຕາມ” ຂ້າພະເຈົ້າບໍ່ໄດ້ນັ່ງລົງຕຽມຄໍາເທດສະໜາແລະຄິດໃນສິ່ງທີ່ພວກທ່ານຢາກໄດ້ຍິນ! ຂ້າພະເຈົ້າບໍ່ເຄີຍເຮັດແບບນັ້ນ - ແລະຈະບໍ່ເຮັດຈັກເທື່ອ! ຂ້າພະເຈົ້າຂໍຈາກພຣະເຈົ້າເຖິງ ສິ່ງທີ່ທ່ານຕ້ອງການໄດ້ຍິນ, ຈາກນັ້ນຂ້າພະເຈົ້າກໍພົບຂໍ້ພຣະຄໍາພີທີ່ຖືກຕ້ອງແລ້ວເທດໃຫ້ ພວກທ່ນຟັງ, ຈະເກັບຫຼືຈະຖີ້ມມັນ! ບໍ່ວ່າເຂົາຈະຟັງຫຼືບໍ່ຟັງກໍຕາມ! “ບໍ່ວ່າເຂົາຈະຟັງຫຼືປະ ຕິເສດບໍ່ຟັງກໍຕາມ” ເອແມນ! ພວກທ່ານຄືຄົນບາບ, ເປັນຄົນຫຼົງຫາຍ,ຖືກຜູກມັດ,ເປັນ ທາດຂອງບາບ, ທ່ານບໍ່ສາມາດເປັນອິດສະຫຼະໄດ້! ພວກທ່ານເຖິງເວລາທີ່ຈະຖືກຖີ້ມລົງໃນ ບຶງໄຟ! ຂ້າພະເຈົ້າເວົ້າແບບນີ້ຕໍ່ພວກທ່ານບໍ່ວ່າທ່ານຈະຟັງຫຼືປະຕິເສດບໍ່ຟັງກໍຕາມ, ບໍ່ວ່າ ພວກທ່ານຈະມັກຫຼືບໍ່ມັກກໍຕາມ,ບໍ່ວ່າພວກທ່ານຈະເຊື່ອຫຼືບໍ່ເຊື່ອກໍຕາມ,ບໍ່ວ່າທ່ານຈະມີປະຕິກິລິຍາຫຼືບໍ່ມີກໍຕາມ,ບໍ່ວ່າທ່ານຈະຍົກຍ້ອງຫຼືສາບແຊ່ງຂ້າພະເຈົ້າກໍຕາມ,ເປັນຫຍັງ? ດັ່ງນັ້ນ “ພວກເຂົາຈະຮູ້ຈັກວ່າໄດ້ມີຜູ້ທໍານວາຍຜູ້ໜື່ງຢູ່ໃນຖ້າມກາງພວກເຂົາ” - ນັ້ນແລະເປັນເຫດ ຜົນທີ່ພຣະເຈົ້າສົ່ງຂ້າພະເຈົ້າໃຫ້ເວົ້າສິ່ງເຫຼົ່ານັ້ນແກ່ພວກທ່ານເພື່ອທ່ານຈະບໍ່ມີຂໍ້ອ້າງໃດໆ, ມືຂອງຂ້າພະເຈົ້າສະອາດ, ຂ້າພະເຈົ້າໄດ້ບອກພວກທ່ານໃນສິ່ງທີ່ພຣະເຈົ້າໄດ້ຊົງຕັດ, ຈະ ເອົາມັນຫຼືຖີ້ມມັນ,ແຕ່ຢູ່ໃນນາຮົກທ່ານບໍ່ມີໂອກາດທີ່ຈະຖຽງຫຼືຕໍານິໄດ້, ພວກທ່ານກໍຈະຮູ້ວ່າ ໄດ້ມີຜູ້ທໍານວາຍຜູ້ໜື່ງຢູ່ໃນຖ້າມກາງພວກທ່ານ - ບຸລຸດຜູ້ທີ່ບອກຄວາມຈິງແກ່ທ່ານຈາກ ພຣະຄໍາຂອງພຣະເຈົ້າ.

ທ່ານຕ້ອງມີຄວາມບຶກບືນເພື່ອທີ່ຈະເທດສະໜາແບບນັ້ນ, ບໍ່ມີໃຜຢາກຈະຈັບຜິດ ໄດ້, ບໍ່ມີໃຜຢາກຈະວິຈານແລະຫົວຂວັນໃສ່, ຂ້າພະເຈົ້າຕ້ອງຍອມຮັບແບບເປີດເຜີຍວ່າ ຂ້າພະເຈົ້າຮູ້ສຶກຈິບຫາຍໂດຍການຖືກວິຈານ, ບາງເທື່ອຂ້າພະເຈົ້າຮູ້ສຶກຄືກັບຄານອອກໄປ ແລະລີ້ຢູ່ໃນຖໍ້າຄືກັບເອລີຢາ, ແຕ່“ຍັງມີສຽງເບົາໆ” ເອີ້ນເອລີຢາວ່າ “ເຈົ້າເຮັດຫຍັງຢູ່ບ່ອນ ນີ້?”( 1 ກະສັດ 19:12,13). ຈາກນັ້ນຂ້າພະເຈົ້າກໍລາກໂຕເອງອອກມາແລ້ວເລີ່ມເທດສະ ໜາອີກເທື່ອໜື່ງ, ແລະໃນຊ່ວງເວລາເຫຼົ່ານັ້ນພຣະເຈົ້າເບິ່ງຄືວ່າຕັດກັບຂ້າພະເຈົ້າຄືກັບທີ່ ພຣະອົງຕັດກັບເອເສກຽນວ່າ:

“ເບິ່ງແມ້ ເຮົາໄດ້ເຮັດໃຫ້ໜ້າຂອງເຈົ້າແຂງຕໍ່ໜ້າຂອງເຂົາ ແລະໃຫ້ໜ້າ ຜາກຂອງເຈົ້າດ້ານຕໍ່ໜ້າຜາກຂອງເຂົາ ເຮົາໄດ້ເຮັດໃຫ້ໜ້າຜາກຂອງເຈົ້າ ແຂງຄືເພັດທີ່ແຂງກວ່າຫີນເຫຼັກໄຟ ຢ່າຢ້ານເຂົາເລີຍ ຢ່າທໍ້ຖອຍເມື່ອເຫັນ ໜ້າເຂົາ ເພາະເຂົາເປັນວົງວານທີ່ມັກກະບົດ” (ເອເສກຽນ 3:8, 9)

ນັກເທດແທ້ທຸກຄົນໄດ້ຕ້ອງຜ່ານປະສົບການທີ່ຍາກລໍາບາກແບບນັ້ນ, ຖ້າເຂົາບໍ່ໄດ້ພົບພໍ້ ແລະຜ່ານເຂົ້າໄປ ເຂົາກໍເປັນຜູ້ທໍານວາຍປອມ.

III. ສາມ ນັກເທດທີ່ສັດຊື່ຮຽນຮູ້ຈາກຜູ້ທໍານວາຍວ່າແມ່ນຈະມີຄວາມທໍ້ແທ້ກໍຕາມ ຈິດວິນຍານບາງຄົນຈະລອດ.

ຖ້າພວກເຮົາເທດສະໜາແບບທີ່ເຮົາຄວນຈະເຮັດພວກເຮົາຈະພົບກັບຄວາມທໍ້ແທ້ ຫຼາຍຢ່າງໃນຍຸກສະໄໝທີ່ຊົ່ວຮ້າຍນີ້, ພຣະເຈົ້າຕັດກັບເອເສກຽນວ່າ:

“ເຈົ້າ ບຸດແຫ່ງມະນຸດເອີຍ ເຈົ້າຢ່າຢ້ານເຂົາ ຫຼືຢ້ານຄໍາເວົ້າຂອງເຂົາ ເຖິງ ແມ່ນວ່າພຸ້ມໄມ້ໜາມແລະໜາມຢູ່ກັບເຈົ້າ ແລະເຈົ້າຢູ່ຖ້າມກາງແມງປ່ອງ ຢ່າຢ້ານຄໍາເວົ້າຂອງເຂົາເລີຍ ຢ່າທໍ້ຖອຍເມື່ອເຫັນໜ້າເຂົາ ເພາະເຂົາເປັນ ວົງວານທີ່ມັກກະບົດ ແລະເຈົ້າຈະກ່າວຖ້ອຍຄໍາຂອງເຮົາໃຫ້ເຂົາຟັງ ເຂົາ ຈະຟັງຫຼືປະຕິເສດບໍ່ຟັງກໍຕາມ ເພາະເຂົາເປັນຜູ້ທີ່ມັກກະບົດ” (ເອເສກຽນ 2:6-7)

ເຖິງແມ່ນວ່າລາວຈະອາໄສຢູ່ຖ້າມກາງພຸ້ມໄມ້ໜາມ, ໜາມໃຫຍ່ ແລະແມງງອດກໍບໍ່ມີຫຍັງ ເຄື່ອນຍ້າຍນັກເທດແທ້ຈາກວຽກທີ່ບໍລິສຸດໄດ້, ແມ່ນແລ້ວການປະກາດພຣະຄໍາຂອງພຣະ ເຈົ້າຄືວຽກງານທີ່ບໍລິສຸດ, ແລະຈະມີບາງຄົນທີ່ພຣະເຈົ້າໄດ້ເປີດໃຈໃຫ້ຟັງໃນສິ່ງທີ່ພວກເຮົາ ເທດແລ້ວຮັບຄວາມລອດ (ກິດຈະການ 16:14, 15), ພຣະເຈົ້າບອກກັບເອເສກຽນວ່າ ບາງຄົນທີ່ຟັງລາວ“ຈະມີຊີວິດຢູ່ແນ່ນອນ ເພາະເຂົາຮັບຄໍາຕັກເຕືອນ”(ເອເສກຽນ 3:21)

ຂ້າພະເຈົ້າໄດ້ເທດສະໜາໃຈຂອງຂ້າພະເຈົ້າອອກໄປໃນຖະໜົນນະຄອນລອສແອງ ເຈີລິສໃນຕົ້ນປີ 1960,ຜູ້ຄົນຮ້ອງໃສ່ຂ້າພະເຈົ້າ,ດຶກສິ່ງຂອງໃສ່ຂ້າພະເຈົ້າແລະເອີ້ນຂ້າພະ ເຈົ້າວ່າຄົນບ້າ, ແຕ່ຊາຍຊະລາຄົນໜື່ງທີ່ໃສ່ສູດສີດໍາ, ໃສ່ກາລະວັດໄດ້ຟັງຂ້າພະເຈົ້າເທດ ຫຼາຍມື້ແລ້ວເຊີນຂ້າພະເຈົ້າໄປກິນເຂົ້າແລງນໍາລາວຢູ່ອາພາກເມັ້ນທີ່ໜ້າຮັກຂອງລາວ,ເມຍຂອງລາວກໍຢູ່ຫັ້ນ, ນາງເປັນຜູ້ອໍານວຍການໜື່ງໃນໂຮງຮຽນມັດທະຍົມຂອງພວກເຮົາ,ຄູ່ຜົວ ເມຍເຖົ້າຄູ່ນີ້ຈັດອາຫານແລງທີ່ພິເສດໃຫ້ຂ້າພະເຈົ້າກິນໃນຂະນະທີ່ຊາຍເຖົ້າຜູ້ນັ້ນບອກເມຍ ຂອງລາວເຖິງສິ່ງທີ່ລາວໄດ້ຍິນຂ້າພະເຈົ້າເທດສະໜາຢູ່ໃນຖະໜົນ, ພວກເຂົາເອົາອາລະ ບໍາຮູບຂອງເຂົາອອກມາແລ້ວຊີ້ບອກຮູບພໍ່ຂອງລາວຜູ້ຊື່ງເປັນສິດຍາພິານຂອງພວກເພຣສ ໄບທິຣຽນທີ່ເກົ່າແກ່, ຕອນໃກ້ຄໍ່າຊາຍເຖົ້າຜູ້ນັ້ນບອກຂ້າພະເຈົ້າວ່າທັງລາວແລະເມຍຂອງ ລາວພາກັນລົມກັນເລື່ອງຄໍາເທດສະໜາຂອງຂ້າພະເຈົ້າຢູ່ໃນຖະໜົນ, ລາວບອກວ່າພວກ ເຂົາເຊີນຂ້າພະເຈົ້າມາບ້ານຂອງເຂົາເພາະເຂົາທັງສອງຢາກຈະຮັບຄວາມລອດ- ແລະພວກ ເຂົາຢາກໃຫ້ຂ້າພະເຈົ້ານໍາເຂົາໄປເຖິງພຣະຄຣິສ! ຂ້າພະເຈົ້າຫາກໍອາຍຸໄດ້ 22 ປີ, ຂ້າພະ ເຈົ້າບໍ່ເຄີຍນໍາຜູ້ເຖົ້າເຊື່ອພຣະເຢຊູຈັກເທື່ອ, ພວກເຮົາທຸກຄົນໄດ້ຄຸເຂົ່າລົງແລະຂ້າພະເຈົ້າກໍ ໄດ້ນໍາເຂົາໄປເຖິງພຣະເຢຊູ, ຕອນທີ່ພວກເຮົາລຸກຂື້ນພວກເຂົາກໍນໍ້າຕາໄຫຼລົງເທິງໃບໜ້າ ຂອງເຂົາ, ພວກເຂົາເປັນສະມາຊິກຂອງຄຣິສຕະຈັກເພຣສໄບທິຣຽນອິມມານູເອວຢູ່ທີ່ວິລ ຊາຍບູລິວອດແຕ່ພວກເຂົາບໍ່ເຄີຍໄດ້ຮັບຄວາມລອດ, ປະສົບການແບບນັ້ນເຮັດໃຫ້ພວກທີ່ ມັກຫົວຂວັນແລະເວົ້າຈາຫຍາບຄາຍທຸກຄົນຂອງໂລກທີ່ຫລົງຫາຍເບິ່ງຄືວ່າບໍ່ມີຫຍັງເລີຍ - ສໍາຫຼັບຄວາມຊື່ນຊົມຍິນດີທີ່ໄດ້ເຫັນຄົນຜູ້ໜື່ງມາເຖິງພຣະຜູ້ຊ່ວຍໃຫ້ລອດ! ພຣະເຈົ້າໄດ້ປະ ທານຈິດວິນຍານທັງສອງດວງໃກ້ຂ້າພະເຈົ້າ, ຄູ່ນີ້ຊື່ວ່າທ້າວແລະນາງອະລັນແບລັກ, ມັນ ເຮັດໃຫ້ຄໍາເທດສະໜາທຸກຄໍາທີ່ຂ້າພະເຈົ້າເທດເທິງຖະໜົນໃນເມືອງລອສແອງເຈີລິສເບິ່ງຄື ວ່າເປັນສິ່ງທີ່ພິເສດທີ່ຄົນໜຸ່ມຜູ້ໜື່ງສາມາດເຮັດໄດ້ໃນຊີວິດຂອງຕົນ.

ຫຼັງຈາກນັ້ນຂ້າພະເຈົ້າໄດ້ໄປໂຮງຮຽນພຣະຄໍາພີແບບຕິດເສລີພາບທາງເໜືອຂອງ ຊານຟຣານຊິສໂກ, ສາມປີທີ່ຂ້າພະເຈົ້າໃຊ້ເວລາຢູ່ບ່ອນນັ້ນມັນພິລຶກແທ້ໆ, ຄວາມຈິງແລ້ວ ຂ້າຊັງທີ່ຈະຢູ່ບ່ອນນັ້ນ,ໄດ້ຍິນເຂົາຈີກພຣະຄໍາພີມື້ນີ້ມື້ນັ້ນ, ຂ້າພະເຈົ້າຢືນຂື້ນເພື່ອພຣະຄໍາ ຂອງພຣະເຈົ້າແລະພວກເຂົາປະຕິບັດຕໍ່ຂ້າພະເຈົ້າຄືກັບຂ້າພະເຈົ້າຖືກລົບກວນທາງຈິດໃຈ, ມັນບໍ່ດີເລີຍໃນປີສຸດທ້າຍຈົນຂ້າພະເຈົ້າຄິດວ່າຈະຮຽນບໍ່ຈົບ,ແຕ່ຂ້າພະເຈົ້າກໍຮຽນຈົບ, ຕໍ່ມາ ເມື່ອແນມກັບຄືນຫຼັງໃນຊ່ວງເວລາທີ່ຊົ່ວຮ້າຍ ຂ້າພະເຈົ້າກໍເຂົ້າໃຈວ່າຜູ້ຊາຍສອງຄົນໄດ້ຮັບ ຄວາມລອດໂດຍການເປັນພະຍານຂອງຂ້າພະເຈົ້າ, ຜູ້ໜື່ງແມ່ນຄົນເກົາຫລີແລະອີກຜູ້ໜື່ງ ມາຈາກທາງໃຕ້ສຸດຜູ້ທີ່ເປັນແບັບຕິດທັງຊີວິດຂອງລາວໂດຍທີ່ຍັງບໍ່ລອດ, ທັງສອງຄົນໄດ້ ມາຫາຂ້າພະເຈົ້າພ້ອມດ້ວຍນໍ້າຕາສະອື້ນລົງເທິງແກ້ມສອງຂ້າງຂອງເຂົາ, ຂອບໃຈຂ້າພະ ເຈົ້າທີ່ຢືນຢັດເພື່ອຂ່າວປະເສີດທີ່ແທ້ຈິງແລະບອກພວກເຂົາວ່າເຂົາຕ້ອງການຄວາມລອດ,ຊື່ ຂອງພວກເຂົາແມ່ນຈິລແລະມູນ, ຂ້າພະເຈົ້າບໍ່ເຄີຍລືມພວກເຂົາ! ຄວາມລອດຂອງພວກ ເຂົາເຮັດໃຫ້ຄວາມເຈັບຫົວໃຈທຸກຢ່າງທີ່ຂ້າພະເຈົ້າມີຢູ່ໃນໂຮງຮຽນສາສະໜາສາດເສລີພາບ ຄຸ້ມຄ່າ!

ຕອນທີ່ຂ້າພະເຈົ້າຢູ່ໃນມາຣິນຄາວຕີ້,ຂ້າພະເຈົ້າໄດ້ພາລົດບັນທຸກຂອງພວກໄວ້ລຸ້ນ ຂ້າມຂົວໂກເດັ້ນເກດໄປເມືອງຊານຟຣານຊິສໂກທຸກໆວັນສຸກຕອນແລງ, ຂ້າພະເຈົ້າເປັນ ຄົນເທດສະໜາຕາມຖະໜົນໃນຂະນະທີ່ພວກເຂົາພາກັນແຈກໃບປິວແລະເປັນພະຍານກັບຜູ້ ຄົນ, ມີຢູ່ຄືນໜື່ງພວກເຂົາພາເດັກໄວ້ລຸ້ນຄົນໜື່ງມາຫາຂ້າພະເຈົ້າ, ລາວບອກຂ້າພະເຈົ້າວ່າ ລາວຕິດຢາເສບຕິດຢາເຮໂຣອີນຕ້ອງໃຊ້ເງີນຫຼາຍຮ້ອຍໂດລາທຸກໆມື້,ລາວຕ້ອງໄປປຸ້ນແລະ ລັກເພື່ອເອົາເງີນມາຊື້ຢາ, ລາວບອກວ່າ “ອາຈານຊ່ວຍຂ້ອຍແດ່ ຂ້ອຍຢາກຈະເລີກຢາ” ຂ້າພະເຈົ້າພາລາວຂື້ນລົດຂອງຕົນກັບບ້ານ, ຂ້າພະເຈົ້າໜ້າຈະຢ້ານທີ່ຈະເຮັດແບບນັ້ນອີກ ໃນຕອນນີ້ແຕ່ຂ້າພະເຈົ້າກໍໄດ້ໃຫ້ລາວຢູ່ຫ້ອງຄົວໃນອາພາດເມັ້ນຂອງຕົນ, ລາວຮ້ອງສຽງ ດັງແລ້ວເຕະສິ່ງຂອງ ແລະໂຍນມັນເຕັມພື້ນເຮືອນໄດ້ຫຼາຍມື້ສົມຄວນໃນຕອນທີ່ລາວພະຍາ ຍາມຈະເຊົາຢາ, ສຸດທ້າຍລາວກໍງຽບໄປ, ລາວມາໂບດຂອງພວກເຮົາ, ເມື່ອຂ້າພະເຈົ້າ ອອກຈາກເມືອງຊານຟຣານຊິສໂກກໍບໍ່ໄດ້ຕິດຕໍ່ຫາລາວເລີຍ, ຊາວຫ້າປີຕໍ່ມາ ມີຢູ່ຄືນໜື່ງ ສຽງໂທລະສັບດັງຂື້ນຢູ່ໃນຫ້ອງການຂອງຂ້າພະເຈົ້າໃນໂບດຂອງເຮົາ ເປັນລາວໂທມາ! ຂ້າພະເຈົ້າກໍຖາມລາວວ່າລາວຢູ່ໃສດຽວນີ້, ລາວຕອບຂ້າພະເຈົ້າວ່າລາວໄດ້ແຕ່ງງານແລະ ອາໄສຢູ່ລັດຟລໍລີດາມີລູກສອງຄົນແລ້ວແລະເປັນຄູສອນໂຮງຮຽນວັນອາທິດ, ຂ້າພະເຈົ້າ ຍ່າງກັບຈາກໂບດໄປບ້ານໃນຄືນນັ້ນ! ມັນຊ່າງເປັນຄວາມສຸກທີ່ນັກເທດໄດ້ຮູ້ສຶກເມື່ອມີຄົນ ໜື່ງມີຊີວິດ “ເພາະລາວໄດ້ຮັບຄໍາຕັກເຕືອນ”ໂດຍຄົນຂອງພຣະເຈົ້າ (ເອເສກຽນ 3:21)

ແລ້ວພວກທ່ານເດເປັນແນວໃດ? ຂ້າພະເຈົ້າໄດ້ເລົ່າເລື່ອງລາວຂອງຕົນໃນຖານະ ເປັນນັກເທດ, ໜັງສືເອເສກຽນສອງບົດນີ້ມີຄວາມໝາຍຫຼາຍຢ່າງຕໍ່ຂ້າພະເຈົ້າໃນຊ່ວງເວລາ ທີ່ຜ່ານມາຫ້າສິບປີຕັ້ງແຕ່ຄັ້ງທໍາອິດທີ່ຂ້າພະເຈົ້າໄດ້ຍິນດຣ.ເຈ.ເວີນັນແມັກກີ້ສອນຂໍ້ພຣະຄໍາພີຂໍ້ນີ້ໃນວິທະຍຸ, ຂໍ້ພຣະຄໍາພີພວກນີ້ມັກຈະຢູ່ໃນຄວາມຊົງຈໍາຂອງຂ້າພະເຈົ້າສະເໝີຜ່ານ ຊ່ວງເວລາຫຼາຍທົດສະຕະວັດຂອງການປະກາດຂ່າວປະເສີດ - ແຫ່ງການບອກຄົນບາບ ວ່າພຣະເຢຊູຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍໜີບາບຂອງເຂົາ, ແຫ່ງການບອກເຂົາເຈົ້າ ວ່າພຣະອົງຊົງຟື້ນຄືນຈາກຕາຍແນວໃດ,ດຽວນີ້ຊົງສະຖິດຢູ່ໃນສະຫວັນ, ແຫ່ງການເອີ້ນໃຫ້ ພວກເຂົາກັບໃຈໃຫມ່ຈາກຄວາມຜິດບາບຂອງເຂົາແລະເຊື່ອວາງໃຈໃນພຣະຜູ້ຊ່ວຍໃຫ້ລອດ ທ່ານຈະເຊື່ອວາງໃຈໃນພຣະເຢຊູບໍຄືນນີ້? ຖ້າທ່ານຈະເຊື່ອຈະເຮັດໃຫ້ຂ້າພະເຈົ້າມີຄວາມ ສຸກຫຼາຍ - ແລະມັນຈະເຮັດໃຫ້ທ່ານມີຄວາມສຸກເຊັ່ນດຽວກັນ- ທຸກເວລາແລະຕະຫຼອດໄປ

ຖ້າທ່ານຢາກຈະລົມກັບພວກເຮົາເລື່ອງຄວາມລອດໂດຍພຣະເຢຊູ, ກະລຸນາອອກ ຈາກຕັ່ງຂອງທ່ານແລ້ວໄປຫ້ອງນໍາວິນຍານຕອນນີ້ເລີຍ, ທ້າວຈອນຊາມູເອວ ເຄແກນຈະ ພາທ່ານໄປຫ້ອງອື່ນບ່ອນທີ່ເຮົາສາມາດລົມກັນແລະອະທິຖານໄດ້. ຂໍເຊີນດຣ.ແຊນ ມາອະທິຖານເພື່ອບາງຄົນທີ່ຈະຮັບເຊື່ອພຣະເຢຊູໃນຄືນນີ້ແດ່ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ ເອເສກຽນ 2:3-7.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“Oh Heavy Hearted” (Dr. John R. Rice, 1895-1980).


ໂຄງຮ່າງບົດເທດສະໜາ

ຄໍາເທດສະໜາຕໍ່ຜູ້ທີ່ກະບົດ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ແລະພຣະອົງຕັດສັ່ງຂ້າພະເຈົ້າວ່າ ບຸດແຫ່ງມະນຸດເອີຍ ເຮົາສົ່ງເຈົ້າໄປຍັງ ລູກຫຼານອິດສະຣາເອນ ເຖິງຊົນຊາດທີ່ມັກກະບົດ ຜູ້ຊື່ງໄດ້ກະບົດຕໍ່ເຮົາ ທັງໂຕເຂົາ ແລະບັນພະບຸລຸດຂອງເຂົາໄດ້ລະເມີດຕໍ່ເຮົາຈົນເຖິງທຸກວັນນີ້ ປະຊາຊົນກໍໜ້າດ້ານແລະດື້ດ້ວຍ ເຮົາໃຊ້ເຈົ້າໄປຫາເຂົາ ແລະເຈົ້າຈະເວົ້າ ກັບເຂົາວ່າ ອົງພຣະຜູ້ເປັນເຈົ້າພຣະເຈົ້າຕັດດັ່ງນີ້ວ່າ ເຂົາຈະຟັງຫຼືປະຕິ ເສດບໍ່ຟັງກໍຕາມ (ເພາະວ່າເຂົາເປັນວົງວານທີ່ມັກກະບົດ) ເຂົາກໍຈະຮູ້ວ່າ ໄດ້ມີຜູ້ພະຍາກອນຄົນໜື່ງຖ້າມກາງພວກເຂົາແລ້ວ”(ເອເສກຽນ 2:3-5)

(2 ເປໂຕ 2:5; ເພງສັນລະເສີນ 2:2, 3; ມັດທາຍ 3:7)

I. ໜື່ງ ນັດເທດທີ່ສັດຊື່ຮຽນຮູ້ຈາກຜູ້ທໍານວາຍວ່າຕົນຖືກສົ່ງໄປເພື່ອເວົ້າກັບຄົນທີ່ ກະບົດ. ເອເສກຽນ 2:3; ເອຊາຢາ 53:6; ເຢເຣມີ 5:23; ໂລມ 3:12; 5:19; ເອເຟໂຊ 2:3; ໂລມ 3:9-18.

II. ສອງ ນັກເທດທີ່ສັດຊື່ຮຽນຮູ້ຈາກຜູ້ທໍານວາຍທີ່ຈະເທດສະໜາພຣະຄໍາຂອງ ພຣະເຈົ້າ. ເອເສກຽນ 2:4-5ກ; 2 ຕີໂມທຽວ 3:16; ມັດທາຍ 25:46 1 ກະສັດ 19:12, 13; ເອເສກຽນ 3:8, 9.

III. ສາມ ນັກເທດທີ່ສັດຊື່ຮຽນຮູ້ຈາກຜູ້ທໍານວາຍວ່າແມ່ນຈະມີຄວາມທໍ້ແທ້ກໍຕາມ ຈິດວິນຍານບາງຄົນຈະລອດ. ເອເສກຽນ 2:6-7; ກິດຈະການ 16:14, 15 ເອເສກຽນ 3:21.