Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຜູ້ທໍາລາຍ

THE BREAKER
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 5/1/2014
A sermon preached at the Baptist Tabernacle of Los Angeles
Lord's Day Morning, January 5, 2014

“ຜູ້ທີ່ທໍາລາຍໄດ້ຈະຂື້ນໄປກ່ອນເຂົາທັງຫຼາຍ ເຂົາທັງຫຼາຍຈະທະລວງອອກໄປ ແລະຜ່ານອອກປະຕູເມືອງ ເຂົາຈະອອກໄປທາງນີ້ ກະສັດທັງຫຼາຍຂອງເຂົາ ຈະສະເດັດໄປກ່ອນແລະພຣະເຢໂຮວາຈະຊົງນໍາໜ້າເຂົາ” (ມີຄາ 2:13)


ຜູ້ທໍານວາຍມີຄາໄດ້ໃຫ້ຄໍາທໍານວາຍຂອງພຣະເຈົ້າສາມເລື່ອງເຖິງການຮ່ວມຕົວກັນ ຂອງຄົນຢິວ, ໃນຂໍ້ພຣະຄໍາພີຂອງເຮົາເຮົາໄດ້ເຫັນເຖິງການຮ່ວມຕົວຄັ້ງທີ່ໜື່ງຂອງອິດສະ ຣາເອນໃນແຜ່ນດິນແຫ່ງພຣະສັນຍາ.

ໜື່ງໃນຄໍາທໍານວາຍທີ່ຍິ່ງໃຫຍ່ທີ່ພວກເຮົາໄດ້ເຫັນກັບຕາຂອງເຮົາເອງກໍຄືການເລີ່ມຕົ້ນຂອງການຮ່ວມຕົວກັນນັ້ນ, ຊົນຊາດອິດສະຣາເອນໄດ້ເກີດໃຫມ່ໃນວັນທີ 14/5/1948,
ເດວິດເບນກູຣຽນໄດ້ຖະແຫຼ່ງການການຈັດຕັ້ງລັດຂອງຊາວຢິວຂື້ນດັ່ງທີ່ຮູ້ຈັກໃນຖານະລັດ ແຫ່ງອິດສະຣາເອນ, ນັບຕັ້ງແຕ່ນັ້ນເປັນຕົ້ນມາຊາວຢິວເປັນໝື່ນໆຄົນໄດ້ກັບໄປຢູ່ບ້ານເກີດ
ເມືອງນອນຂອງເຂົາ, ນີ້ເປັນພຽງແຕ່ການເລີ່ມຕົ້ນຂອງການທີ່ຊາວຢິວທັງໝົດຈະກັບໄປສູ່
ປະເທດອິດສະຣາເອນ, ໃນໜັງສືມີຄາບົດທີ່ສອງຂໍ້ທີ່ 21 ເວົ້າວ່າ:

“ໂອຢາໂຄບເອີຍ ເຮົາຈະຮວບຮວມເຈົ້າທັງຫຼາຍແນ່ນອນ ເຮົາຈະຮວບ ຮວມຄົນອິດສະຣາເອນທີ່ເຫຼືອຢູ່…” (ມີຄາ 2:12)

ນັກສຶກສາເລື່ອງພຣະເມຊີອາຊາວຢິວຜູ້ຍິ່ງໃຫຍ່ດຣ.ຊາດຊ໌ລີຟີນເບີກ ໄດ້ກ່າວວ່າ: “ການຫວນກັບມາຈາກບາບິໂລນຜ່ານທາງໄຊຣັສບໍ່ສາມາດເຮັດໃຫ້ພຣະສັນຍາສໍາເລັດໄດ້ ເພາະມັນເປັນພຽງສ່ວນໜື່ງແລະ[ມີຄາ]ລວມເຖິງ ‘ເຈົ້າທັງຫຼາຍ’, ການຮວບຮວມຊົນຊາດ ຈະຖືກນໍາໄປສູ່ສະຖານທີ່ດຽວກັນ[ອິດສະຣາເອນ]…ຄໍາສັນຍາຂອງຂໍ້ທີ່ 12 ເປັນຄວາມ ອົບອຸ່ນໃຈຢ່າງແທ້ຈິງແຕ່ຄໍາທໍານວາຍທີ່ດີທີ່ສຸດຄືທີ່ຈະມາເຖິງ, ຄົນຂອງພຣະເຈົ້າຈະມາ ພ້ອມກັນອີກເທື່ອໜື່ງຄືກັບແກະ… ຜູ້ທະລວງເປັນຜູ້ໜື່ງທີ່ຈະກວາດທາງແລະຍ້າຍສິ່ງກີດ ຂວາງຈະໄປກ່ອນພວກເຂົາ, ອັນນີ້ບໍແມ່ນອື່ນໃດນອກຈາກພຣະເມຊີອາຂອງອິດສະຣາເອນ
ຊື່ງຈະຈະພັງທໍາລາຍອຸປະສັກທຸກຢ່າງທີ່ຢູ່ໃນຫົນທາງຂອງຄົນຂອງພຣະອົງ…ເມື່ອພຣະເມຊີອາກວາດທາງພວກເຂົາຈະພັງເມືອງຂອງສັດຕູບ່ອນທີ່ພວກເຂົາເຄີຍຖືກຈັບເປັນຂ້າທາດ ແລະຍ່າງຜ່ານປະຕູໄປ,ຈະບໍ່ມີຜູ້ໃດສາມາດ[ຢຸດ]ການຫວນຄືນຖີ່ນຂອງພວກເຂົາເພາະວຽກ
ຂອງພຣະເມຊີອາແຫ່ງພຣະສັນຍາຂອງເຂົາຈະມີຜົນໃນນາມຂອງພວກເຂົາ [ໂດຍ] ພຣະ ພອນໜື່ງຂອງພຣະເຈົ້າ,ພຣະຄຣິສເຈົ້າ” (Charles L. Feinberg, Th.D., Ph.D., The Minor Prophets, Moody Press, 1982 edition, p. 162).

ດຣ.ຟີນເບີກ ບອກພວກເຮົາວ່າ“ຜູ້ທໍາລາຍ”ເປັນຜູ້ໃດ, ພຣະອົງຄືພຣະຄຣິສ - ຊື່ງ ໃນທີ່ສຸດຈະພັງອຸປະສັກແລະສິ່ງກີດຂວາງທຸກຢ່າງລົງແລ້ວນໍາຄົນອິດສະຣາເອນທັງໝົດກັບ
ໄປແຜ່ນດິນບ້ານເກີດເມືອງນອນຂອງເຂົາ, ແມ່ນແລ້ວພຣະເຢຊູຈະເປັນ “ຜູ້ທໍາລາຍ” ໃນ ວັນຍິ່ງໃຫຍ່ນັ້ນ! ພຣະອົງຈະກວາດທາງເພື່ອຊາວຢິວທຸກຄົນຈາກທຸກມຸມໂລກເພື່ອໃຫ້ກັບ ຄືນສູ່ປະເທດອິດສະຣາເອນໃນອານາຈັກພັນປີຂອງພຣະຄຣິສ.

“ຜູ້ທີ່ທໍາລາຍໄດ້ຈະຂື້ນໄປກ່ອນເຂົາທັງຫຼາຍ ເຂົາທັງຫຼາຍຈະທະລວງອອກ ໄປແລະຜ່ານອອກປະຕູເມືອງ ເຂົາຈະອອກໄປທາງນີ້ ກະສັດທັງຫຼາຍຂອງ ເຂົາ ຈະສະເດັດໄປກ່ອນແລະພຣະເຢໂຮວາຈະຊົງນໍາໜ້າເຂົາ” (ມີຄາ 2:13)

ຜູ້ໜື່ງທີ່ພັງເພື່ອເປີດຫົນທາງຈະນໍາພາພວກເຂົາເຂົ້າໄປອານາຈັກໜື່ງພັນປີ- ແລະ
ພຣະນາມຂອງພຣະອົງຄືພຣະເຢຊູຄຣິສເຈົ້າ! ເອແມນ! ອັກຄະສາວົກໂຢຮັນໄດ້ເຫັນພຣະ ເຢຊູໃນນິມິດທີ່ກໍາລັງມາໃນຖານະ “ຜູ້ທໍາລາຍ” ໃນມື້ນັ້ນ.

“ແລ້ວຂ້າພະເຈົ້າໄດ້ເຫັນສະຫວັນເປີດອອກ ແລະເບິ່ງເຖີດ ມີມ້າຂາວໂຕໜຶ່ງ ພຣະອົງຜູ້ຂີ່ມ້ານັ້ນມີພຣະນາມວ່າ "ສັດຊື່ແລະສັດຈິງ" ພຣະອົງຊົງພິພາກສາແລະເຮັດສົງຄາມດ້ວຍຄວາມຊອບທຳ ພຣະເນດຂອງພຣະອົງຄືດັງແປວໄຟ ແລະເທິງພຣະສຽນຂອງພຣະອົງມີມົງກຸດຫລາຍອັນ ແລະພຣະອົງຊົງມີພຣະນາມຈາລຶກໄວ້ຊຶ່ງບໍ່ມີຜູ້ໃດຮູ້ຈັກເລີຍ ນອກຈາກພຣະອົງເອງ ພຣະອົງຊົງສວມເສື້ອທີ່ຈຸ່ມເລືອດ ແລະພຣະນາມທີ່ເອີ້ນພຣະອົງນັ້ນຄື "ພຣະທໍາຂອງພຣະເຈົ້າ" ພວກພົນໂຍທາໃນສະຫວັນສວມອາພອນຜ້າປ່ານເນື້ອລະອຽດ ຂາວແລະສະອາດ ໄດ້ນັ່ງເທິງຫລັງມ້າຂາວຕາມສະເດັດພຣະອົງໄປ ມີພຣະແສງຄົມອອກມາຈາກພຣະໂອດຂອງພຣະອົງ ເພື່ອພຣະອົງຈະໄດ້ຊົງຟາດຟັນບັນດານານາປະຊາຊາດດ້ວຍພຣະແສງນັ້ນ ແລະພຣະອົງຈະຊົງຄອບຄອງເຂົາດ້ວຍຄະທາເຫລັກ ພຣະອົງຈະຊົງຢຽບບໍ່ຢຽບອະງຸ່ນແຫ່ງພຣະພິໂລດອັນເດັດຂາດຂອງພຣະເຈົ້າ ຜູ້ຊົງລິດທານຸພາບສູງສຸດ ພຣະອົງຊົງມີພຣະນາມຈາລຶກທີ່ເສື້ອຂອງພຣະອົງ ແລະທີ່ຕົ້ນຂາຂອງພຣະອົງວ່າ ພຣະມະຫາກະສັດແຫ່ງມະຫາກະສັດທັງປວງແລະເຈົ້ານາຍແຫ່ງເຈົ້ານາຍທັງປວງ” (ພະນິມິດ 19:11-16)

ເວົ້າເຖິງມື້ນັ້ນ ດຣ.ຈອນ.ອາ.ໄຣສ໌ ກ່າວວ່າ

ອານາຈັກຕ່າງໆຈະລົ້ມຈົ່ມແລະກົດເກົ່າໆຂອງຊາຕານ
   ຈະຈົບສິ້ນພ້ອມກັບນໍ້າຕາທຸກໆຢອດ
ຄວາມຊອບທໍາຈະຕື່ມເຕັມແຜ່ນດິນໂລກແລະສັນຕິພາບ
   ຄອບຄອງເປັນເວລາໜື່ງພັນປີ
ຄວາມໂສກເສົ້າແລະການຖອນຫາຍໃຈຈະຫາຍໄປ
   ໜີໄປໃນວັນແຫ່ງສະຫງ່າລາສີນັ້ນ
ສວນເອເດນຈະກັບຄືນມາໃຫມ່ໃນວັນນັ້ນ
   ເມື່ອພຣະເຢຊູສະເດັດມາຄອບຄອງ
(“ເມື່ອພຣະເຢຊູສະເດັດມາຄອບຄອງ by Dr. John R. Rice, 1895-1980).

ພຣະເຢຊູຜູ້ທໍາລາຍຈະທໍາລາຍພະຍາມານ! ພຣະອົງຈະທໍາລາຍພະຍາມານທຸກຕົນ, ສັດຕູ ທຸກຄົນຂອງອິດສະຣາເອນແລະສັດຕູທຸກຄົນຂອງຄຣິສຕຽນເຊັ່ນກັນ! ຮາເລລູຢາ!

ຄວາມໂສກເສົ້າແລະການຖອນຫາຍໃຈຈະຫາຍໄປ
   ໜີໄປໃນວັນແຫ່ງສະຫງ່າລາສີນັ້ນ
ສວນເອເດນຈະກັບຄືນມາໃຫມ່ໃນວັນນັ້ນ
   ເມື່ອພຣະເຢຊູສະເດັດມາຄອບຄອງ

ແຕ່ຕົວຕົນທີ່ແທ້ຈິງຂອງພຣະເຢຊູຄື “ຜູ້ທໍາລາຍ”ຈົນຮອດປະຈຸບັນນີ້! ມາກັບຂ້າ ພະເຈົ້າຈັກໜ້ອຍໜື່ງໃນຂະນະທີ່ເຮົາຄິດເຖິງຫົວເລື່ອງນັ້ນແລະເຫດຜົນທີ່ພຣະເຢຊູຖືກເອີ້ນ
ວ່າ “ຜູ້ທໍາລາຍ”.

ພຣະເຢຊູຊົງມີມົງກຸດຫຼາຍອັນ - ແລະພຣະອົງກໍຍັງມີນາມຫຼາຍພຣະນາມອີກດ້ວຍ
ຊື່ທີ່ເອີຍເຖິງໃນຂໍ້ພຣະຄໍາຂອງເຮົາໜ້າຈະເປັນທີ່ຮູ້ຈັກໜ້ອຍກວ່າໝູ່ - “ຜູ້ທໍາລາຍ” ພວກ ເຮົາມັກມີຄວາມຄິດເລື່ອງພຣະເຢຊູໃນຖານະເປັນ “ລູກແກະ”ຂອງພຣະເຈົ້າ, ບາງຄັ້ງພວກ
ເຮົາມີຄວາມຄິດເລື່ອງພຣະອົງໃນຖານະເປັນ“ປະໂລຫິດໃຫຍ່”ຂອງເຮົາ,ສ່ວນຫຼາຍພຣະອົງ
ຖືກເອີ້ນວ່າ “ຜູ້ທໍານວາຍ” ແມ່ນກະທັ່ງຫຼາຍເທື່ອຖືກເອີ້ນເປັນ “ກະສັດ” ແຕ່ສ່ວນໜ້ອຍທີ່
ພວກເຮົາໄດ້ຍິນຄົນເອີ້ນພຣະຄຣິສວ່າ “ຜູ້ທໍາລາຍ”, ແມ່ນແລ້ວໜ້ອຍດຽວພຣະອົງໃນຖາ ນະເປັນ “ຜູ້ທໍາລາຍ” ດັ່ງທີ່ພຣະອົງຊົງເປັນໃນເຊົ້ານີ້,ເມື່ອພຣະອົງກັບມານໍາພາຊາວຢິວ (ພວກເຂົາທຸກຄົນ)ກັບມາໃນແຜ່ນດິນບ້ານເກີດເມືອງນອນຂອງເຂົາ - ຊື່ງຖືກພຣະເຈົ້າ ໃຫ້ໂດຍບໍ່ເງື່ອນໄຂໃນຍຸກຂອງອັບຣາຮາມ(ເຊັ່ນ ປະຖົມມະການ 12:1; ປະຖົມມະການ 15:18; ແລະອື່ນໆ), ພຣະເຢຊູຈະພັງທໍາລາຍໂຊ້ຕວນທຸກອັນທີ່ດຶງພວກເຂົາໄວ້, ພຣະອົງ
ຈະທໍາລາຍທຸກຊົນຊາດທີ່ພະຍາຍາມຢຸດຢັ້ງພວກເຂົາໄວ້ແລະພຣະອົງຈະທໍາລາຍເປົ້າໝາຍຕະຫຼອດໄປຂອງຊາຕານທີ່ຈະທໍາລາຍຊາວຢິວ.

ພຣະເຢຊູຊົງເປັນ “ຜູ້ທໍາລາຍ” ຈົນເຖິງປະຈຸບັນນີ້ - ດັ່ງນັ້ນເປັນການຖືກຕ້ອງທີ່ ຈະເອີ້ນພຣະອົງວ່າ “ຜູ້ທໍາລາຍ” ຄືກັບທີ່ເອີ້ນພຣະອົງເປັນ “ພຣະຜູ້ຊ່ວຍໃຫ້ລອດ”! ເອແມນ ແລະເອແມນ! ຂໍໃຫ້ເຮົາຄິດເຖິງຫົນບາງຫົນທາງທີ່ພຣະເຢຊູຄື“ຜູ້ທໍາລາຍ”ຕອນນີ້
-ໃນຍຸກສະໄໝປະຈຸບັນນີ້.

I. ໜື່ງ ພຣະເຢຊູຊົງທໍາລາຍອໍານາດຂອງຊາຕານ.

ໃນຫຼາຍຍຸກສະໄໝທີ່ຜ່ານມາຊາຕານໄດ້ກະບົດຕໍ່ສູ້ພຣະເຈົ້າຜູ້ຊົງລິດ ແລ້ວຖືກຂັບ ໄລ່ອອກໄປຈາກສະຫວັນລົງມາໃນໂລກ, ມັນມາໃນລັກສະນະຂອງງູລໍ້ລວງແມ່ຜູ້ທໍາອິດ ຂອງເຮົາແລ້ວນາງກໍໄປຫລອກອາດາມຕໍ່ຊື່ງໄດ້ກິນໝາກໄມ້ຫວງຫ້າມນັ້ນ, ສັນນັ້ນຊາຕານ
ຈື່ງຈັບອຸ້ມເອົາເຊື້ອສາຍມະນຸດທັງໝົດໄວ້ໃນອໍານາດທີ່ຕາຍແລ້ວຂອງມັນ, ເບິ່ງຄືວ່າບໍ່ມີ ຄວາມຫວັງສໍາຫຼັບຜູ້ຊ່ວຍເລີຍ, ແຕ່ພຣະເຈົ້າໄດ້ຊົງໃຫ້ຄໍາສັນຍາຕໍ່ມະນຸດຕອນທີ່ພຣະອົງ ເວົ້າກັບງູໂຕເກົ່ານັ້ນວ່າ “ເຮົາຈະໃຫ້ເຈົ້າກັບຜູ້ຍິງຄົນນີ້ເປັນປໍລະປັກກັນ ທັງເຊື້ອສາຍ ຂອງເຈົ້າແລະເຊື້ອສາຍຂອງນາງ ເຊື້ອສາຍຂອງນາງຈະເຮັດໃຫ້ຫົວຂອງເຈົ້າຟົກຊໍ້າ ແລະ ເຈົ້າຈະເຮັດໃຫ້ສົ້ນຕີນຂອງທ່ານຟົກຊໍ້າ” (ປະຖົມມະການ 3:15)

ຍຸກສະໄໝເຄື່ອນໄຫວໄປເລື້ອຍໆແລະໃນທີ່ສຸດເຊື້ອສາຍຂອງຜູ້ຍິງນັ້ນໄດ້ເກີດມາ ໂດຍນາງມາລີໃນບ້ານເບັດເລເຮມແລະໃນບໍ່ຊ້າພຣະເຢຊູກໍເລີ່ມຕົ້ນຄວາມຂັດແຍ້ງກັບພະ ຍາມານ, ອີກເລື່ອງໜື່ງກະສັດເຮໂຣດຖືກດົນໃຈໂດຍຊາຕານພະຍາຍາມທີ່ຈະຂ້າພຣະເຢຊູ
ຫຼັງຈາກນັ້ນອີກສາມເທື່ອຢູ່ໃນປ່າກັນດານພະຍາມານພະຍາຍາມທີ່ຈະຖີ້ມພຣະເຢຊູລົງພື້ນ ດິນ, ແຕ່ທັງສາມເທື່ອພຣະເຢຊູຊົງຂັບໄລ່ມັນດ້ວຍກ່າວວ່າ “ມີພຣະຄໍາພີຂຽນໄວ້ວ່າ” “ມີພຣະຄໍາພີຂຽນໄວ້ອີກວ່າ” “ເພາະພຣະຄໍາພີມີຂຽນໄວ້ວ່າ” ມັນເປັນການຕໍ່ສູ້ທີ່ຍາກລໍາ ບາກ- ແຕ່ໃນທີ່ສຸດພຣະເຢຊູຜູ້ເປັນຜູ້ທໍາລາຍຊົງຊະນະບັນຮົບນີ້ “ພະຍາມານຈື່ງປະພຣະ ອົງໄປແລະເບິ່ງແມ້ ມີພວກທູດສະຫວັນມາບົວລະບັດພຣະອົງ” (ມັດທາຍ 4:11).

ຕອນທີ່ພຣະເຢຊູສະເດັດມາເຢລູຊາເລັມຄັ້ງສຸດທ້າຍພະຍາມານໄດ້ຮວບຮວມກໍາ ລັງທັງໝົດຂອງມັນເພື່ອຕໍ່ສູ້ກັບພຣະຜູ້ຊ່ວຍໃຫ້ລອດ. ພວກປະໂລຫິດໃຫຍ່ແລະພວກນັກ ທໍາໄດ້ພາກັນວາງແຜນລັບເພື່ອຂ້າພຣະເຢຊູ “ຫຼັງຈາກນັ້ນຊາຕານໄດ້ເຂົ້າສິງໃນຢູດາສ” ແລ້ວຢູດາສໄດ້ໄປຫາພວກປະໂລຫິດໃຫຍ່ເພື່ອປຶກສາກັນວ່າລາວຈະທໍລະຍົດພຣະຜູ້ຊ່ວຍ ໄດ້ແນວໃດແດ່, ຈາກນັ້ນໃນຄືນນັ້ນເອງພຣະເຢຊູຊົງສະເດັດໄປສວນເກັດເສມານີ.

ຂ້າພະເຈົ້າເຄີຍຄິດວ່າພະຍາມານພະຍາຍາມທີ່ຈະຂ້າພຣະເຢຊູໃນສວນນັ້ນ, ແມ່ນ ຂ້າພະເຈົ້າແປກໃຈຕະຫຼອດວ່າເປັນຫຍັງຊາຕານຈື່ງບໍ່ຖືກກ່າວເຖິງເລີຍຫຼັງຈາກທີ່ມັນໄດ້ ເຂົ້າສິງຢູດາສ, ບໍ່ໄດ້ຍິນເຖິງເລື່ອງຂອງມັນໃນຂ່າວປະເສີດທັງສີ່ເຫຼັມອີກເລີຍ, ຂ້າພະເຈົ້າ ຄິດວ່ານີ້ໜ້າຈະເປັນເຫດຜົນ: ຕອນທີ່ພຣະເຈົ້າເອົາຄວາມບາບທັງຫຼາຍຂອງໂລກໃສ່ໃນ ຮ່າງກາຍຂອງພຣະເຢຊູ,ພຣະຜູ້ຊ່ວຍກໍເລີ່ມທີ່ຈະເຫື່ອໄຫຼ “ເປັນຄືກັບເມັດເລືອດໃຫຍ່ຕົກລົງ
ສູ່ພື້ນດິນ” (ລູກາ 22:44), ພະຍາມານບໍ່ສາມາດທົນທີ່ຈະແນມເບິ່ງເລືອດຂອງພຣະຄຣິສ ໄດ້ດັ່ງນັ້ນມັນຈື່ງປະໃຫ້ພຣະອົງຢູ່ຜູ້ດຽວ “ທູດສະຫວັນອົງໜື່ງມາປາກົດແກ່ພຣະອົງຊ່ວຍຊູ
ກໍາລັງຂອງພຣະອົງ” (ລູກາ 22:43), ເມື່ອຖືກຊາຕານຕໍ່ສູ້ໃນໜັງສືພະນິມິດຄົນທີ່ເຊື່ອໃນ
ຍຸກແຫ່ງຄວາມທຸກລໍາບາກ “ຊະນະພະຍາມານດ້ວຍພຣະໂລຫິດຂອງພຣະເມສານ້ອຍ”
(ພະນິມິດ 12:11) ຂ້າພະເຈົ້າຄິດວ່າອັນນີ້ສາມາດເປັນເຫດທີ່ເກີດຂື້ນໃນສວນເກັດເສມານີ
ໄດ້, ພະຍາມານມັນເຮັດສິ່ງທີ່ຊົ່ວສຸດໆພະຍາຍາມທີ່ຈະຂ້າພຣະເຢຊູ, ແຕ່ເມື່ອມັນເຫັນ ເລືອດທີ່ພຣະເຢຊູໄຫຼອອກມາມັນກໍຖອຍກັບໄປຢູ່ໃນຄວາມມືດ, ຈົ່ງຈື່ໄວ້ວ່າເມື່ອທ່ານຖືກ ທົດລອງຢ່າງໜັກຈົ່ງອ້ອນວອນພຣະໂລຫິດ! ຈົ່ງອ້ອນວອນພຣະໂລຫິດ! ຈົ່ງອ້ອນວອນ ພຣະໂລຫິດຂອງພຣະເຢຊູຄຣິສ!.

ການຕໍ່ສູ້ກັນຈົບລົງໃນສວນນັ້ນ, ພຣະເຢຊູຊົງຍ່າງຕໍ່ໄປຈາກບ່ອນນັ້ນເຖິງໄມ້ກາງ ແຂນດ້ວຍຢືນໝັ້ນແລະມີກຽດໃຫຍ່, ຊາຕານເຮັດໃຫ້ສົ້ນຕີນຂອງພຣະເຢຊູຟົກຊໍ້າແຕ່ຕອນ ນີ້ພຣະຄຣິສຊົງເຮັດໃຫ້ຫົວຂອງຊາຕານຟົກຊໍ້າ, ເທິງໄມ້ກາງແຂນພຣະຜູ້ຊ່ວຍໃຫ້ລອດໄດ້
ກົ້ມຫົວລົງແລ້ວຮ້ອງວ່າ “ສໍາເລັດແລ້ວ” (ໂຢຮັນ 19:30), ຫົວຂອງຊາຕານຖືກບາດເຈັບ,
ຕອນນີ້ມັນເປັນສັດຕູຖືກປະລາໄຊແລ້ວ, ມັນສາມາດເຮັດຊົ່ວໃນໂລກນີ້ໄດ້ແຕ່ມັນບໍ່ສາມາດ
ເອົາຊະນະພຣະຄຣິສໄດ້, ໂດຍການຫຼັ່ງເລືອດຂອງພຣະອົງແລະໂດຍການຟື້ນຄືນພຣະຊົນ
ຈາກຄວາມຕາຍຂອງພຣະອົງ ພຣະເຢຊູໄດ້ຊົງທໍາລາຍອໍານາດຂອງຊາຕານ, ເມື່ອພຣະ ອົງຊົງຫຼັ່ງເລືອດອັນປະເສີດຂອງພຣະອົງເທິງໄມ້ກາງແຂນແລ້ວຟື້ນຂື້ນມາຝ່າຍຮ່າງກາຍ, ເນື້ອນັງແລະກະດູກຈາກຄວາມຕາຍ, ພຣະອົງຊົງຢຽບຢໍ່າຫົວຂອງພະຍາມານ,ພຣະອົງຊົງ
ທໍາລາຍອໍານາດຂອງພະຍາມານເມື່ອພຣະອົງຊົງມີໄຊເໜືອຄວາມຜິດບາບ, ນາຮົກແລະ ຫລຸມຝັງສົບ! ເມື່ອເຮົາຖືກຂົ່ມຂູ່ແລະຖືກທົດລອງໂດຍອໍານາດຂອງຊາຕານ, ຈົ່ງຢ່າສິ້ນ ຫວັງ, ເພື່ອຄຣິສຕຽນຂອງຂ້າພະເຈົ້າສັດຕູຂອງທ່ານເປັນສັດຕູທີ່ຖືກທໍາລາຍແລ້ວແລະສັບ ສົນແລະເປັນຜູ້ທີ່ຖືກປາບແລ້ວ!.

ພຣະເຢຊູຊົງທໍາລາຍໂຊ້ຕວນທຸກຢ່າງ
   ພຣະເຢຊູຊົງທໍາລາຍໂຊ້ຕວນທຸກຢ່າງ
ພຣະເຢຊູຊົງທໍາລາຍໂຊ້ຕວນທຸກຢ່າງ
   ແລ້ວປ່ອຍຂ້າເປັນອິດສະຫຼະ
(“ພຣະເຢຊູຊົງທໍາລາຍໂຊ້ຕວນທຸກຢ່າງ” by Janie West Metzgar, 1927).

ຖ້າພວກທ່ານເປັນຄຣິສຕຽນທ່ານບໍ່ຈໍາເປັນຕ້ອງຢ້ານຊາຕານ, ມັນຄືປໍລະປັກທີ່ຖືກ ທໍາລາຍແລ້ວ, ຖືກພິພາກສາແລ້ວແລະບໍ່ເປັນອັນຕະລາຍແລ້ວ! ມັນສາມາດເຮັດໃຫ້ທ່ານ ກົງວົນແລະລົບກວນທ່ານໄດ້ແຕ່ມັນບໍ່ສາມາດທໍາລາຍທ່ານໄດ້! ພຣະຄຣິສຜູ້ທໍາລາຍໄດ້ຊົງ
ໄປກ່ອນໜ້າເຮົາແລ້ວ, ຕອນນີ້ພຽງແຕ່ທ່ານຕ້ອງຕໍ່ສູ້ສັດຕູທີ່ທີ່ພາຍແພ້ແລ້ວເທົ່ານັ້ນ, ນັ້ນ ສໍາຫຼັບຄຣິສຕຽນ, ທີ່ເຫຼືອກໍຄືພວກທ່ານຜູ້ທີ່ຍັງຫຼົງຫາຍຢູ່.

II. ສອງ ພຣະເຢຊູຊົງທຸບຕີຫົວໃຈຂອງຄົນບາບ.

ໃຈຂອງຄົນບາບທີ່ຫຼົງຫາຍແຂ້ງກະດ້າງຫຼາຍ, ຂ້າພະເຈົ້າເທດສະໜາເລື່ອງຄວາມ ບາບ,ນາຮົກ ແລະການພິພາກສາຄັ້ງສຸດທ້າຍ, ຄົນບາບກໍໂຕສັ່ນໄລຍະໜື່ງ - ແຕ່ເຂົາກໍ ເຊັດນໍ້າຕາກ່ອນທີ່ຈະອອກໄປຈາກຄຣິສຕະຈັກ,ຍິ້ມແລະຫົວຕອນທີ່ຍ່າງໄປຮອດບ່ອນຈອດ ລົດ,ເຂົາຮີບຟ້າວໄປເຮັດຊົ່ວແບບໃຫມ່ໃນອີກໜື່ງຫາສອງຊົ່ວໂມງຕໍ່ມາ!ບັນຍັດແລະຄວາມ ເປັນຕາຢ້ານຂອງນາຮົກພຽງແຕ່ເຮັດໃຫ້ຫົວໃຈຂອງເຂົາແຂ້ງກະດ້າງ.

ມີອີກເທື່ອໜື່ງຂ້າພະເຈົ້າໄດ້ເທດສະໜາເລື່ອງຄວາມຮັກຂອງພຣະເຈົ້າ ຫຼືການໃຫ້ ອະໄພໂດຍການເປັນຜູ້ແທນຂອງພຣະຜູ້ຊ່ວຍຕໍ່ບາບຂອງພວກເຮົາ, ບາງເທື່ອຂ້າພະເຈົ້າ ເທດສະໜາຈົນນໍ້າຕາຂອງຕົນໄຫຼເຕັມຕາ, ຂ້າພະເຈົ້າເທດສະໜາເລື່ອງຄວາມທຸກທໍລະ ມານຂອງພຣະຄຣິສເທິງໄມ້ກາງແຂນ ຫຼືເລື່ອງພຣະໂລຫິດອັນປະເສີດຂອງພຣະອົງໃນສະ
ຫວັນ, ອີກເທື່ອໜື່ງໃຈຂອງພວກທ່ານຫວັ່ນໄຫວ, ແຕ່ໃນບໍ່ຊ້າມັນກໍບໍ່ຫວັ່ນໄຫວອີກຕໍ່ໄປ,
ແລະພວກທ່ານພາກັນຮ້ອງເພງທີ່ມ່ວນຊື່ນແລະພາກັນຫົວຂວັນໃນຕອນທີ່ຍ່າງອອກໄປຈາກ ຄຣິສຕະຈັກຂອງພວກເຮົາ!

ພວກທ່ານບາງຄົນມີແມ່ທີ່ຮ້ອງໄຫ້ເພາະທ່ານຕອນທີ່ເຂົາອະທິຖານ ແລະໃຈຂອງ ທ່ານກໍຍັງບໍ່ຫວັ່ນໄຫວຍັງເລີຍ, ບາງຄົນມີພໍ່ທີ່ຕັກເຕືອນຕົນແຕ່ກໍບໍ່ໄດ້ປ່ຽນແປງຈິດໃຈຂອງ
ທ່ານເລີຍ, ພວກທ່ານບາງຄົນໄດ້ນັ່ງຕໍ່ໜ້າຜູ້ຊ່ວຍສິດຍາພິບານຂອງພວກເຮົາ ດຣ.ເຄແກນ
ຫຼາຍເທື່ອ, ລາວແນມເບິ່ງພວກທ່ານດ້ວຍຕາສີຟ້າທີ່ທະລຸເຂົ້າໃນແລະຂໍຮ້ອງໃຫ້ທ່ານເຊື່ອ ວາງໃຈພຣະເຢຊູ, ແຕ່ພວກທ່ານກໍປະຕິເສດ, ທ່ານອອກໄປຈາກຕັ່ງຂອງທ່ານແລ້ວຍ່າງໜີ
ໄປຄິດວ່າລາວເປັນເປັນຄົນເສີຍໆແລະບໍ່ສໍາຄັນຫຍັງ! ຜູ້ຊາຍທີ່ໄດ້ຮັບປະລິນຍາເອກສອງ ໃບ,ໃບໜື່ງໃນວິຊາເລກແລະອີກໃບໜື່ງໃນວິຊາຄໍາຂໍອະໄພແລະສາສະໜາ,ລາວຈົບປະລິນ ຍາໂທຈາກໂຮງຮຽນສາສະໜາສາດທັລບອດເຊັ່ນກັນ! ລາວມີປະສົບໃນການໃຫ້ຄໍາປຶກສາ ກັບຄົນບາບຜູ້ຫຼົງຫາຍເກືອບສີ່ສິບປີມາແລ້ວ! ປານນັ້ນທ່ານກໍຍັງຮູ້ສຶກວ່າລາວບໍ່ມີຫຍັງທີ່ສໍາ
ຄັນທີ່ຈະເວົ້າກັບທ່ານ! ທ່ານລຸກຂື້ນແລ້ວຍ່າງອອກຈາກຫ້ອງນໍາວິນຍານຢ່າງໄວວາ -ແລະ
ລືມທຸກສິ່ງທຸກຢ່າງທີ່ລາວບອກພວກທ່ານ!

ເມື່ອຂ້າພະເຈົ້າຢືນຂື້ນເພື່ອເທດສະໜາ, ຂ້າພະເຈົ້າຮູ້ດີວ່າຈະມີຄົນທີ່ຫົວຂັວນໃນ ສິ່ງທີ່ຂ້າພະເຈົ້າເວົ້າ - ບໍ່ແມ່ນຕອນນີ້ທີ່ຂ້າພະເຈົ້າເຖົ້າແລ້ວ, ແຕ່ຕອນທີ່ຂ້າພະເຈົ້າຍັງໜຸ່ມ
ເຂົາເຈົ້າມັກເຢາະເຢີ້ຍຂ້າພະເຈົ້າສະເໝີແລະຫົວຂວັນໃສ່, ຍັງມີບາງຄົນທີ່ມາດ້ວຍສາຍຕາ ທີ່ແປກປະຫຼາດຄິດວ່າ “ໝໍນີ້ແມ່ນໃຜຫວະ? ກ້າດີແນວໃດຈື່ງມາສອບສວນຂ້ອຍແບບນັ້ນ?
ປະສາດສໍາພັດຂອງເຂົາເບິ່ງຄືວ່າສິ່ງທີ່ຂ້າພະເຈົ້າເວົ້າມັນຖືກແຕ່ພວກເຂົາຈະບໍ່ຖ່ອມໃຈລົງທີ່ຈະໃຫ້ຄວາມຈິງປ່ຽນແປງເຂົາແລະຊັກນໍາເຂົາໃຫ້ເຂົ້າໃກ້ພຣະເຢຊູ.

ຂ້າພະເຈົ້າໄດ້ໃຊ້ເວລາຫຼາຍກວ່າສາມສ່ວນສີ່ຂອງຊີວິດໃນການສຶກສາລົງເລິກເຖິງ
ເລື່ອງລາວຂອງຄຣິສຕຽນແລະການກັບໃຈເສຍໃຫມ່, ຂ້າພະເຈົ້າຮຽນຈົບປະລິນຍາເອກ ສາມສາຂາແລະໄດ້ຂຽນໜັງສືຫຼາຍເຫຼັ້ມເຖິງເລື່ອງການກັບໃຈໃຫມ່ແຕ່ພວກທ່ານພັດແນມ ເບິ່ງຂ້າພະເຈົ້າແລ້ວຄິດວ່າ “ແມ່ນຫຍັງລາວຄືຮູ້ຈັກກ່ຽວກັບເລື່ອງນີ້?”

ແຕ່ເມື່ອພຣະເຢຊູ “ຜູ້ທໍາລາຍ”ມາຫາທ່ານກ່ອນທີ່ດຣ.ເຄແກນແລະຂ້າພະເຈົ້າມາ, ຫຼັງຈາກນັ້ນວຽກແຫ່ງການທຸບຕີຫົວໃຈຂອງຄົນບາບກໍເປັນເລື່ອງງ່າຍ! ພວກເຮົາບໍ່ສາມາດ ທີ່ຈະເຮັດໃຫ້ໃຈຂອງເຂົາແຕກສະລາຍໄດ້ແຕ່ພຣະເຢຊູຊົງທຸບຕີເຂົາ! ຕອນນີ້ຂ້າພະເຈົ້າ ກໍາລັງຄິດເຖິງສາວງາມຄົນໜື່ງຜູ້ທີ່ມັກມາຫ້ອງນໍາວິນຍານດ້ວຍຄວາມຂີ້ຮ້າຍຫຼາຍ, ເຫັນໃຈ
ແຂ້ງກະດ້າງເທິງໃບໜ້າຂອງນາງ, ແຕ່ມີຄືນໜື່ງລາວມາດ້ວຍຄວາມນຸ່ມນວນ, ໃຈທີ່ແຕກ ສະລາຍ, ພຣະເຢຊູຜູ້ຊົງທໍາລາຍໃຈທີ່ແຂ້ງກະດ້າງໄດ້ມາຫານາງ, ເປັນຫຍັງຮູ້ບໍມັນໃຊ້ເວ ລາພຽງແຕ່ບຶດດຽວຫຼືສອງຄົນທີ່ຈະນໍານາງມາເຖິງພຣະຜູ້ຊ່ວຍໃຫ້ລອດ! ພຣະເຢຊູ“ຜູ້ທໍາ ລາຍ” ຊົງເຮັດໃຫ້ໃຈຂອງນາງອ່ອນລົງກ່ອນທີ່ຂ້າພະເຈົ້າປະກາດກັບລາວໃນຄືນນັ້ນ!.

ພຣະເຢຊູຊົງທໍາລາຍໂຊ່ຕວນທຸກຢ່າງ
   ພຣະເຢຊູຊົງທໍາລາຍໂຊ່ຕວນທຸກຢ່າງ
ພຣະເຢຊູຊົງທໍາລາຍໂຊ່ຕວນທຸກຢ່າງ
   ແລ້ວປ່ອຍຂ້າເປັນອິດສະຫຼະ

III. ສາມ ພຣະເຢຊູຊົງທໍາລາຍໂຊ້ແຫ່ງຄວາມບາບ.

ມີບາງຄົນທີ່ນັ່ງຢູ່ທີ່ນີ້ໃນຄຣິສຕະຈັກໃນເຊົ້າມື້ນີ້ຜູ້ຊື່ງຖືກລ່າມໂຊ້ຢູ່, ໂດຍທີ່ເຂົາບໍ່ຮູ້
ໂຕ, ເຂົາຄິດວ່າເຂົາເປັນອິດສະຫຼະແຕ່ເຂົາເປັນນັກໂທດ, ເຂົາຄິດວ່າເຂົາສາມາດໄປໄດ້ ທຸກບ່ອນທີ່ຢາກຈະໄປ ແຕ່ເຂົາບໍ່ມີອິດສະຫຼະອີກຫຼາຍກວ່າເປັນນັກໂທດທີ່ຖືກລົງໂທດແລ້ວ ຄົນໜື່ງ,ເຂົາສາມາດຍ່າງໄດ້ພຽງແຕ່ອ້ອມກົງຂັງໄປໆມາໆເທົ່ານັ້ນແລະແນມເບີ່ງຈາກປ່ອງຢ້ຽມຜ່ານທາງຫ້ອງຂັງ, ດັ່ງນັ້ນພວກທ່ານບາງຄົນທີ່ນັ່ງຢູ່ນີ້ໃນເຊົ້ານີ້ຊື່ງຖືກຕັດສິນລົງໂທດ ແລ້ວເພາະທ່ານປະຕິເສດທີ່ຈະມາຫາພຣະເຢຊູ.

ດ້ວຍປະສົບການຍາວນານຫຼາຍປີນັກເທດຄົນໜື່ງສາມາດບອກຄົນເຫຼົ່ານັ້ນທີ່ຖືກຜູກມັດໂດຍໜັງສືລາມົກໄດ້, ພວກເຂົາມີການປົກປິດ,ແອບແນມເບິ່ງຊື່ງມັນໄດ້ທໍລະຍົດພຶດຕິ ກໍາທີ່ໂງ່ເຂົາໄດ້ຜູກມັດເຂົາດ້ວຍໂຊ້ຕວນ, ສ່ວນຫຼາຍນັກເທດຜູ້ໜື່ງສາມາດບອກຄົນທີ່ເປັນ ທາດເຄື່ອງດື່ມແອວກໍຮໍຫຼືຢາເສບຕິດຫຼືເມຍຫຼາຍຄົນອື່ນໆອີກ, ເຂົາສາມາດແມ່ນກະທັ່ງ ບອກຄົນທີ່ເຢີຫຍີ້ງຫຼາຍ, ຄົນທີ່ດື້ດ້ານໃນຄວາມຫຍີ້ງຂອງເຂົາ, ແລະສ່ວນຫຼາຍໂດຍການມີ ປະສົບການຍາວນານ ເຂົາສາມາດບອກຄົນທີ່ຖືກຜູກມັດດ້ວຍໂຊ້ແຫ່ງຄວາມສິ້ນຫວັງໄດ້, ຄົນນັ້ນບໍ່ຈໍາເປັນຕ້ອງຖາມຫຍັງ, ເຂົາຮູ້ຈັກແລ້ວ - ກໍຄືກັບທ່ານໝໍອາຍຸຫຼາຍແລ້ວຜູ້ທີ່ສາ ມາດບອກກັບຄົນເຈັບວ່າເຂົາເປັນພະຍາດຫຍັງແດ່ໂດຍພຽງແຕ່ການແນມເບິ່ງເທົ່ານັ້ນ.

ແຕ່ພຣະເຢຊູຊົງເປັນ “ຜູ້ທໍາລາຍ” ຊາດຊ໌ເວສລີ ເວົ້າໄວ້ວ່າ:

ພຣະອົງທໍາລາຍອໍານາດຂອງມະເຮັງບາບ
   ພຣະອົງຊົງປົດປ່ອຍນັກໂທດເປັນອິດສະຫຼະ
ພຣະໂລຫິດພຣະອົງເຮັດໃຫ້ຄົນໂງ່ສະອາດໄດ້
   ພຣະໂລຫິດພຣະອົງຊົງພ້ອມເພື່ອຂ້ອຍ
(“O For a Thousand Tongues” by Charles Wesley, 1707-1788).

ຂ້າທາດ! ຂ້າທາດ! ຂ້າທາດ! ພຣະຄຣິສຊົງບອກໃຫ້ຂ້າພະເຈົ້າເວົ້າວ່າພຣະອົງສາ ມາດເຮັດໃຫ້ທ່ານເປັນອິດສະຫຼະໄດ້! ພຣະອົງຊົງມາ ພຣະອົງຊົງມາ ຜູ້ທໍາລາຍໂຊ້ຕວນໄດ້
ມາຫາຄົນບາບ! ພຣະອົງສາມາດໃຫ້ທ່ານເປັນອິດສະຫຼະຈາກຄວາມບາບທີ່ຄອຍຈັບຜິດ
ທ່ານໄດ້, ພຣະອົງສາມາດປົດປ່ອຍທ່ານເປັນອິດສະຫຼະຈາກນິໄສທີ່ເຮັດໃຫ້ທ່ານເປັນຂ້າ ທາດ! ພຣະອົງຊົງສາມາດປ່ອຍທ່ານເປັນອິດສະຫຼະຈາກຄວາມສົງໄສແລະຢ້ານທີ່ໄດ້ກັກ ຂັງທ່ານໄວ້!.

ຄັ້ງໜື່ງດົນມາແລ້ວມີຍິງຊະລາຄົນໜື່ງເວົ້າວ່າ: “ທ່ານບໍຕ້ອງພາຂ້ອຍໄປໂບດສອງ ເທື່ອທຸກໆວັນອາທິດ” ແຕ່ບໍ່ດົນພຣະເຢຊູຜູ້ເປັນຜູ້ທໍາລາຍໄດ້ຊົງປົດປ່ອຍລາວອອກຈາກໂຊ້
ທີ່ລ່າມລາວໄວ້ ແລະລາວຢູ່ໃນຄຣິສຕະຈັກທີ່ນີ້ບໍ່ພຽງແຕ່ສອງເທື່ອໃນວັນອາທິດເທົ່ານັ້ນແຕ່ ຍັງໄດ້ເຂົ້າຮ່ວມເກືອບທຸກໆວັນເສົາອີກນໍາ, ເມື່ອກ່ອນລາວເຄີຍທ້ວງແລ້ວທ້ວງອີກວ່າລາວ ໄດ້ຮັບຄວາມລອດແລ້ວແຕ່ຄວາມຈິງແລ້ວລາວຍັງບໍ່ລອດ, ແຕ່ບໍ່ດົນພຣະເຢຊູຜູ້ຊົງເປັນຜູ້ ທໍາລາຍໄດ້ມາແລະປົດປ່ອຍຄວາມຄິດຂອງລາວຈາກໂຊ້ຂອງຊາຕານ, ຫຼັງຈາກນັ້ນພວກ ເຮົາກໍເຫັນວ່າມັນງ່າຍແລະໄວປານໃດລາວຈື່ງໄດ້ມາຫາພຣະເຢຊູແລະຮັບຄວາມລອດ.

ພຣະໂລຫິດຂອງພຣະອົງຊົງຫຼັ່ງໄຫຼເທິງໄມ້ກາງແຂນສາມາດຊໍາລະລ້າງທ່ານຈາກຄວາມຜິດບາບໄດ້,ພຣະອົງຊົງຟື້ນຂື້ນຈາກຕາຍເພື່ອປະທານຊີວິດອັນຕະຫຼອດເປັນນິດໃຫ້ທ່ານ,ຈົ່ງມາຫາພຣະອົງດຽວນີ້ເລີຍ! ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການໄດ້ຮັບ ຄວາມລອດໂດຍພຣະເຢຊູ ກະລຸນາອອກຈາກຕັ່ງຂອງທ່ານແລ້ວຍ່າງໄປຂ້າງຫຼັງຫ້ອງນີ້, ຂໍເຊີນ ດຣ.ແຊນ ມາອະທິຖານເພື່ອ ຄົນທີ່ຈະເຊື່ອວາງໃຈພຣະຄຣິດໃນມື້ນີ້ແດ່. ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ ມີຄາ 2:12-13.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“O For a Thousand Tongues” (by Charles Wesley, 1707-1788)/
“Jesus Breaks Every Fetter” (by Janie West Metzgar, 1927).


ໂຄງຮ່າງບົດເທດສະໜາ

ຜູ້ທໍາລາຍ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ “ຜູ້ທີ່ທໍາລາຍໄດ້ຈະຂື້ນໄປກ່ອນເຂົາທັງຫຼາຍ ເຂົາທັງຫຼາຍຈະທະລວງອອກໄປ ແລະຜ່ານອອກປະຕູເມືອງ ເຂົາຈະອອກໄປທາງນີ້ ກະສັດທັງຫຼາຍຂອງເຂົາ ຈະສະເດັດໄປກ່ອນແລະພຣະເຢໂຮວາຈະຊົງນໍາໜ້າເຂົາ” (ມີຄາ 2:13)

(ມີຄາ 2:12; ພະນິມິດ 19:11-16)

I.   ໜື່ງ ພຣະເຢຊູຊົງທໍາລາຍອໍານາດຂອງຊາຕານ. ປະຖົມມະການ 3:15;
ມັດທາຍ 4:11; ລູກາ 22:44, 43; ພະນິມິດ 12:11; ໂຢຮັນ 19:30.

II.  ສອງ ພຣະເຢຊູຊົງທຸບຕີຫົວໃຈຂອງຄົນບາບ.

III. ສາມ ພຣະເຢຊູຊົງທໍາລາຍໂຊ່ແຫ່ງຄວາມບາບ.