Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຍ່າງຜ່ານເຕົາໄຟກັບພຣະບຸດຂອງພຣະເຈົ້າ

WALKING THROUGH THE FIRE WITH THE SON OF GOD!
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 29/12/2013
A sermon preached at the Baptist Tabernacle of Los Angeles
Lord's Day Morning, December 29, 2013


“ພຣະອົງຕັດຕອບວ່າ ເບິ່ງແມ້ ເຮົາເຫັນສີ່ຄົນຖືກປ່ອຍ ກໍາລັງຍ່າງຢູ່ກາງ ໄຟ ແລະພວກເຂົາກໍບໍ່ເປັນອັນຕະລາຍ ຮູບຮ່າງຂອງຄົນທີ່ສີ່ນັ້ນຄ້າຍຄືກັບ ພຣະບຸດຂອງພຣະເຈົ້າ” (ດານຽນ 3:25)

ຂ້າພະເຈົ້າຈະເລີ່ມຕົ້ນຄໍາເທດສະໜານີ້ໃນທາງທີ່ຜິດ, ພວກເຮົາຖືກສອນໃນໂຮງ ຮຽນພຣະຄໍາພີໃຫ້ໃຫ້ໂຕລະຄອນບາງຢ່າງເພື່ອດຶງຄວາມສົນໃຈຂອງຜູ້ຄົນໃນຕອນຕົ້ນຂອງຄໍາເທດສະໜາ, ແຕ່ຂ້າພະເຈົ້າກໍາລັງຈະທໍາລາຍກົດຕ່າງໆແຫ່ງການເທດສະໜາແລ້ວເອົາ ບົດຮຽນທີ່ແໜ້ນໜາໃຫ້ແກ່ພວກທ່ານ, ບົດເທດແລະການອັດຢ່າງແໜ້ນໜາ - ພວກທ່ານບໍ່ ຮູ້ຈັກຄໍາພວກນັ້ນມັນສ່ຽງທີ່ຈະເຮັດໃຫ້ທ່ານໜ້າເບື່ອ, ຂ້າພະເຈົ້າຈະເຮັດໃຫ້ພວກມັນຊັດ ເຈນ, ບົດເທດແນ່ໃສ່ການສຶກສາຂອງການເທດສະຫນາ, ມັນຄືການຮຽນຮູ້ຂອງການກະ ກຽມເທດສະໜາແລ້ວເທດມັນອອກໄປ, ການອັດຢ່າງແໜ້ນໜາຄືການຮຽນຮູ້ເຖິງການແປ ພຣະຄໍາພີ - ກົດຂອງການແປພຣະຄໍາພີບໍລິສຸດ, ດຣ.ເອັມ.ອາ.ດີຮານ(1891-1965) ໄດ້ ໃຫ້ກົດສາມຂໍ້ຂອງການອັດຢ່າງແໜ້ນໜາ:

(1) ພຣະຄໍາພີທຸກຕອນມີການແປກົກເຄົ້າດັ່ງເດີມອັນດຽວ.
(2) ພຣະຄໍາພີທຸກຂໍ້ມີການປະຍຸກໃຊ້ໃນທາງປະຕິບັດນາໆປະການ.
(3) ຂໍ້ພຣະຄໍາພີສ່ວນຫຼາຍຍັງມີການເປີດເຜີຍຄໍາທໍານາຍເຊັ່ນດຽວກັນ.
(M. R. DeHaan, M.D., Daniel the Prophet, Kregel Publications, 1995 reprint, p. 73).

ຂ້າພະເຈົ້າກໍາລັງຈະໃຊ້ກົດທັງສາມຂໍ້ແຫ່ງການແປພຣະຄໍາພີຂອງດຣ.ດີຮານເປັນໂຄງຮ່າງຂອງຄໍາເທດສະໜານີ້.

I. ໜື່ງ ພຣະຄໍາພີທຸກຕອນມີການແປກົກເຄົ້າດັ່ງເດີມອັນດຽວ.

ເນບູຄັດເນສຊາຄືກະສັດຂອງບາບິໂລນ, ຢູໃນສະຕະວັດທີ່ຫົກກ່ອນການເກີດຂອງ ພຣະຄຣິສ, ເນບູຄັດເນສຊາໄດ້ສົ່ງທະຫານຂອງລາວໄປປິດລ້ອມເມືອງເຢລູຊາເລັມ, ທະ ຫານຂອງລາວໄດ້ຈັບໂຕກະສັດຢູດາໄປເປັນຊະເລີຍເສິກໄປຈາກບ້ານເມືອງຂອງຕົນ,ພວກ ເຂົາໄດ້ຮື້ຄົ້ນວິຫານຂອງຄົນຢິວແລະເອົາເຂົ້າຂອງເຄື່ອງໃຊ້ຂອງວິຫານຂອງພຣະເຈົ້າກັບ ໄປບາບິໂລນ, ກະສັດບາບິໂລນຍັງໄດ້ສັ່ງໃຫ້ຈັບເອົາພວກຢິວສ່ວນຫຼາຍໄປເປັນຊະເລີຍຍັງ ບາບິໂລນເພື່ອເປັນຂ້າທາດ, ແຕ່ເນບູຄັດເນສຊາໄດ້ແນະນໍາໃຫ້ຄົນຮັບໃຊ້ຂອງລາວຊື່ ອັດຊເປນັສໃຫ້ເລືອກເອົາຄົນໜຸ່ມທີ່ສະຫຼາດເພື່ອຈະສອນວິຊາພາສາເຄລເດຍໃຫ້ເຂົາເພື່ອ ໃຫ້ພວກເຂົາສາມາດຮັບໜ້າທີ່ຜູ້ຮັບໃຊ້ພິເສດໃນວັງຂອງກະສັດ, ມີຄົນໜຸ່ມສີ່ຄົນຄືດານຽນ ຊັດຣັດ, ເມຊາກແລະອາເບັດເນໂກ, ພຣະເຈົ້າໄດ້ຊົງອວຍພຣະພອນຄົນໜຸ່ມທັງສີ່ຄົນນີ້ໃນ ຫົນທາງທີ່ພິເສດ, ເມື່ອກະສັດເນບູຄັດເນສຊາຖາມເຂົາເຈົ້າ:

“ຊົງເຫັນວ່າ ເຂົາທັງຫຼາຍດີກວ່າພວກໂຫລາສາດແລະພວກໝໍດູ ຊື່ງຢູ່ໃນ ອານາຈັກທັງສິ້ນຂອງທ່ານສິບເທົ່າ” (ດານຽນ 1:20).

ກະສັດໄດ້ຮຽນຮູ້ທີ່ຈະວາງໃຈໃນຄໍາຕັດສິນຂອງພວກເຂົາແລະໄວ້ໃຈເຂົາໃນຖານະເປັນທີ່ ປຶກສາ, ຄວາມຈິງແລ້ວກະສັດຊົງຕັ້ງດານຽນໃຫ້ເປັນຮອງຂອງຄະນະຜູ້ສໍາເລັດລາຊະການ ເປັນຜູ້ຄອບຄອງທັງເມືອງບາບິໂລນເປັນທີ່ສອງຮອງຈາກກະສັດເທົ່ານັ້ນ, ກະສັດຍັງໄດ້ ໃຫ້ຕໍາແໜ່ງທີ່ສູງສົງແກ່ຊັດຣັດ,ເມຊາກແລະອາເບັດເນໂກຊື່ງຢູ່ພາຍໃຕ້ການນໍາຂອງດາ ນຽນ.

ຕອນນີ້ກະສັດໄດ້ສ້າງຮູບປັ້ນທອງຄໍາໃຫຍ່ສູງສາມສິບແມັດຂື້ນມາແລ້ວຕັ້ງໄວ້ໃຫ້ ຄົນເຄົາລົບບູຊາ, ຜູ້ນໍາທຸກຄົນຂອງເມືອງບາບິໂລນໄດ້ພາກັນມາໃນມື້ນັ້ນ, ຮ້ອງວ່າຖ້າຜູ້ ໃດບໍ່ກົ້ມກາບແລະນະມັດສະການຮູບເຄົາລົບນັ້ນ “ກໍໃຫ້ໂຍນເຂົ້າໄປໃນເຕົາໄຟທີ່ໄຟລຸກຢູ່” (ດານຽນ 3:11), ຊັດຣັດ,ເມຊາກແລະອາເບັດເນໂກໄດ້ນະມັດສະການແຕ່ພຣະເຢໂຮວາ ພຣະເຈົ້າຂອງອິດສະຣາເອນ, ດັ່ງນັ້ນພວກເຂົາຈື່ງບໍ່ໄດ້ກົ້ມກາບລົງຕໍ່ຮູບເຄົາລົບຂອງ ກະສັດ.

ນັກດາລາສາດຄົນເຄລເດຍອິດສາພວກຢິວຢູ່ແລ້ວ, ດັ່ງນັ້ນພວກເຂົາຈື່ງໄປຫາ ກະສັດແລ້ວເວົ້າວ່າ:

“ຄົນເຫຼົ່ານີ້ບໍ່ເຊື່ອຟັງພຣະອົງ, ເຂົາບໍ່ໄດ້ບົວລະບັດພະຂອງພຣະອົງຫຼື ນະມັດສະການຮູບປັ້ນທອງຄໍາຊື່ງພຣະອົງຊົງຕັ້ງໄວ້” (ດານຽນ 3:12)

ກະສັດເນບູຄັດເນສຊາເຈັບໃຈແຮງ, ຈື່ງໄດ້ເອີ້ນຊັດຣັດ,ເມຊາກແລະອາເບັດເນໂກດ້ວຍ ຄວາມຢາກຮ້າຍ, ລາວບອກພວກເຂົາວ່າຖ້າຫາກພວກເຂົາບໍ່ຍອມກົ້ມກາບຕໍ່ຮູບເຄົາລົບ ຂອງລາວລາວຈະຖີ້ມພວກເຂົາລົງໄປໃນເຕົາໄຟ, ຄໍາຕອບຂອງພວກເຂົາເປັນແບບງ່າຍໆ ຜູ້ຊ່ວຍຂອງພວກເຮົາເມນເຊຍຮູ້ດີວ່າຂ້າພະເຈົ້າມັກຄໍາຕອບຂອງພວກເຂົາຫຼາຍປານໃດ, ດັ່ງນັ້ນລາວຈື່ງສະລັກຄໍາຂອງພວກເຂົາລົງໄປເທິງໂຕະຂອງຂ້າພະເຈົ້າຊື່ງຢູ່ໃນຄຣິສຕະຈັກ ຂອງເຮົາເປັນເວລາຫຼາຍປີມາແລ້ວ, ພວກເຂົາຕອບວ່າ:

“ຖ້າພຣະເຈົ້າຂອງພວກຂ້າພະເຈົ້າຊື່ງພວກຂ້າພະອົງຮັບໃຊ້ ສາມາດຊ່ວຍ ພວກຂ້າພະເຈົ້າໃຫ້ພົ້ນຈາກເຕົາໄຟທີ່ລຸກຢູ່ ໂອຂ້າແຕ່ກະສັດ ພຣະອົງກໍ ຈະຊົງຊ່ວຍພວກຂ້າພະເຈົ້າ ໃຫ້ພົ້ນຈາກມືຂອງທ່ານ ແຕ່ຖ້າບໍ່ເປັນເຊັ່ນນັ້ນ ໂອ ຂ້າແຕ່ກະສັດ ຂໍໃຫ້ທ່ານຮູ້ວ່າ ພວກຂ້າພະເຈົ້າຈະບໍ່ບົວລະບັດພະ ຂອງທ່ານຫຼືນະມັດສະການຮູບເຄົາລົບຄໍາຊື່ງທ່ານໄດ້ຕັ້ງຂື້ນ” (ດານຽນ 3:17,18)

ພຣະເຈົ້າຂອງພວກເຮົາສາມາດຊ່ວຍພວກເຮົາໄດ້ແຕ່ຖ້າບໍ່ເປັນແບບນັ້ນພວກເຮົາຈະບໍ່ ນະມັດສະການຮູບເຄົາລົບຂອງເຈົ້າ!

ກະສັດຢາກຮ້າຍໃຫ້ເຂົາຫຼາຍທີ່ເຂົາຕອບທ່ານແບບນັ້ນ, ທ່ານຈື່ງສັງໃຫ້ຄົນຮັບໃຊ້ ຂອງທ່ານເຮັດເຕົາໄຟໃຫ້ຮ້ອນຂື້ນອີກກວ່າເກົ່າ, ທ່ານໄດ້ສັ່ງໃຫ້ພວກທະຫານຈັບຄົນຢິວ ທັງສາມຄົນແລ້ວໂຍນພວກເຂົາລົງໄປໃນເຕົາໄຟ, ໃນທີ່ສຸດກະສັດໄດ້ແນມໄປທີ່ເຕົາໄຟ, ທ່ານແປກໃຈໃນສິ່ງທີ່ເຫັນ! ທ່ານກ່າວວ່າ:

“ພຣະອົງຕັດຕອບວ່າ ເບິ່ງແມ້ ເຮົາເຫັນສີ່ຄົນຖືກປ່ອຍ ກໍາລັງຍ່າງຢູ່ກາງ ໄຟແລະພວກເຂົາກໍບໍ່ເປັນອັນຕະລາຍຮູບຮ່າງຂອງຄົນທີ່ສີ່ນັ້ນຄ້າຍຄືກັບ ພຣະບຸດຂອງພຣະເຈົ້າ” (ດານຽນ 3:25)

ກະສັດຈື່ງພາເຂົາອອກມາຈາກເຕົາໄຟ, ທ່ານໄດ້ສັນເສີນພຣະເຈົ້າຂອງເຂົາ,ພຣະ ເຈົ້າແຫ່ງອິສຣາເອນ, ທ່ານກ່າວວ່າພຣະເຈົ້າໄດ້ສົ່ງ“ທູດສະຫວັນຂອງພຣະອົງມາຊ່ວຍຜູ້ ຮັບໃຊ້ຂອງພຣະອົງໃຫ້ພົ້ນ ຜູ້ທີ່ວາງໃຈໃນພຣະອົງ” (ດານຽນ 3:28), ເຫດສັນນັ້ນເນບູ ຄັດເນສຊາຈື່ງໄດ້ຕັ້ງຄົນທັງສາມຄົນນີ້ໄວ້ໃນຕໍາແໜ່ງເດີມຂອງເຂົາ, ກະສັດຍັງໄດ້ອອກ ປະກາດວ່າຫ້າມຜູ້ໃດຜູ້ໜື່ງເວົ້າຕໍ່ສູ້ພຣະເຈົ້າຂອງອິດສະຣາເອນແລະທ່ານກ່າວວ່າ “ເພາະ ວ່າບໍ່ມີພຣະເຈົ້າອື່ນໃດທີ່ຈະສາມາດຊ່ວຍໃຫ້ພົ້ນໃນທາງນີ້ໄດ້” (ດານຽນ 3:29)

ນັ້ນຄືໜື່ງໃນການແປດັງເດີມຂອງຂໍ້ພຣະຄໍາພີເຫຼົ່ານີ້, ແຕ່ຍັງມີອີກ!

II. ສອງ ພຣະຄໍາພີທຸກຕອນມີການປະຍຸກໃຊ້ໃນທາງປະຕິບັດນາໆປະການ.

“ການແປໜື່ງຢ່າງແຕ່ນໍາມາປະຍຸກໃຊ້ໄດ້ຫຼາຍຢ່າງ” - ນັ້ນແລະຄືກົດຂອງຄວາມ ແໜ້ນໜາ - ວິທະຍາສາດແຫ່ງການອະທິບາຍພຣະຄໍາພີ, ຂ້າພະເຈົ້າສາມາດຄິດເຖິງ ຄວາມສໍາຄັນແຫ່ງການປະຍຸກໃຊ້ຂອງເລື່ອງນີ້.

ແນ່ນອນການປະຍຸກໃຊ້ອັນທີ່ໜື່ງຄືຕໍ່ພວກຢິວຄົນອື່ນທີ່ຖືກນໍາໄປເປັນຊະເລີຍຢູ່ບາ ບິໂລນ, ພວກເຂົາຖືກລໍ້ຊວນໃຫ້ຮຽນແບບ,ປະສົມປະສານເຂົ້າກັບວັດທະນາທໍາພວກນອກ ສາສະໜາທີ່ຢູ່ອ້ອມຮອບເຂົາແລະຢຸດເປັນຄົນຂອງພຣະເຈົ້າ, ການອະທິບາຍເລື່ອງລາວ ຂອງດານຽນໃນຖໍ້າໂຕສິງແລະຄົນຮິບຣູສາມຄົນທີ່ຢູ່ໃນເຕົາໄຟໄດ້ຖືກໃຫ້ກ່ອນໝູ່ເພື່ອສອນ ຊະເລີຍເສິກຄົນຢິວໃນບາບິໂລນເພື່ອບໍ່ໃຫ້ເຂົາສິ້ນຫວັງຕໍ່ມໍລະດົກແລະຄວາມເຊື່ອຂອງເຂົາ

ແຕ່ເລື່ອງນີ້ກໍປະຍຸກໃຊ້ກັບຄຣິສຕຽນຄືກັນ, ພວກເຮົາກໍາລັງອາໄສຢູ່ໃນຍຸກແຫ່ງ ການປະຖີ້ມຄວາມເຊື່ອໃນຄຣິສຕະຈັກຂ່າວປະເສີດທັງຫຼາຍ, ຂ້າພະເຈົ້າໄດ້ສັງເກດເບີ່ງໃນ ຊົ່ວອາຍຸຊີວິດຂອງຕົນເອງ, ຄືກັບຄຣິສຕະຈັກທັງຫຼາຍຂອງເຮົາໄດ້ປະຖີ້ມການອະທິຖານ ກາງອາທິດແລະປິກການນະມັດສະການຕອນແລງລົງ, ຂ້າພະເຈົ້າໄດ້ເຫັນການເທດສະ ໜາຂອງນັກປະກາດຂ່າວປະເສີດ, ຄວາມຈິງແລ້ວທຸກໆປະເພດຂອງຄໍາເທດສະໜາແທ້ໄດ້ ຫາຍຕົວໄປເກືອບໝົດທຸກຄຣິສຕະຈັກ, ຜູ້ຊາຍໄດ້ໃຫ້ຂໍ້ພຣະຄໍາພີທີ່ນຸ່ມນວນໜ້ອຍໜື່ງ ຫຼາຍກວ່າທີ່ຈະເທດສະໜາແມ່ນກະທັ່ງຄຣິສຕະຈັກທີ່ເນັ້ນຮາກຖານຂອງເຮົາທັງຫຼາຍກໍຕາມ ຂ້າພະເຈົ້າໄດ້ສັງເກດເບິ່ງເຊັ່ນກັນກັບທີ່ຄຣິສຕະຈັກຫຼາຍແຫ່ງໄດ້ຖີ້ມປື້ມເພງຊີວິດຄຣິສຕຽນ ແລະເພງນະມັດສະການທີ່ຍິ່ງໃຫຍ່ແຫ່ງຄວາມເຊື່ອຂອງພວກເຮົາ, ແລະໄດ້ເຫັນພວກເຂົາ ນໍາເອົາເພງທີ່ຮ້ອງຊໍ້າໄປຊໍ້າມາເຂົ້າມາຊື່ງບໍ່ໄດ້ລ້ຽງຈິດວິນຍານຍັງເລີຍ, ຂ້າພະເຈົ້າໄດ້ເຫັນ ສິດຍາພິບານເຊົາໃສ່ກາລະວັດແລ້ວໃສ່ເສື້ອກິລາຢູ່ໜ້າທໍາມາດ, ແລະຂໍໃຫ້ຄົນຂອງເຂົາ ເອີ້ນຊື່ລີ້ນຂອງເຂົາເທົ່ານັ້ນ, ລິດອໍານາດແລະກຽດຕິຍົດຂອງທໍາມາດກາຍເປັນສິ່ງຂອງໆ ອະດີດໄປແລ້ວ, ຂ້າພະເຈົ້າເຫັນເຂົາເຈົ້າຍອມປ່ອຍໃຫ້ຄົນໜຸ່ມສາວຂອງເຂົາໃນຄຣິສຕະ ຈັກຊາຍໜຸ່ມໃສ່ເສື້ອຢືດແລະຍິງສາວໃສ່ກະໂປ່ງສັ້ນ, ຄົນໜຸ່ມໃນຄຣິສຕະຈັກຂອງພວກເຮົາ ດຽວນີ້ເບິ່ງຄືກັບຜູ້ນໍາຄົນໄປໃນທາງທີ່ຜິດຫຼາຍຂື້ນ,ຂາຍຕົວແລະຕິດຢາເສບຕິດຫຼາຍກວ່າ ເປັນແບັບຕິດທີ່ເນັ້ນຮາກຖານ, ພວກເຮົາເປັນຜູ້ທີ່ລຽນແບບ, ພວກເຮົາຖືກກືນກິນໂດຍ ໂລກ, ພວກເຮົາກາຍເປັນຄືກັບຊາວໂລກຫຼາຍຈົນທີ່ວ່າທ່ານບໍ່ສາມາດບອກເຖິງຄວາມ ແຕກຕ່າງລະຫວ່າງພວກຂ່າວປະເສີດແລະພວກປ່າເຖື່ອນໄດ້, ແມ່ນແລ້ວມັນບໍ່ດີເລີຍ! ຄົນ ຮິບຣູສາມຄົນໃນໜັງສືດານຽນບອກເຮົາວ່າ “ພວກເຮົາຈະບໍ່ລຽນແບບ, ພວກເຮົາຈະບໍ່ເຮັດ ວຽກກັບໂລກແລະໄປໂຮງຮຽນກັບໂລກ ແລະເປັນຄົນສຸພາບຕໍ່ໂລກ, ແຕ່ພວກເຮົາຈະ ແຕ່ຢູ່ຫ່າງໆ - ແລະບໍ່ແມ່ນຫ່າງໄກ - ບໍ່ວ່າມັນຈະສູນເສຍປານໃດກໍຕາມ!

“ພຣະເຈົ້າຂອງພວກຂ້າພະເຈົ້າຊື່ງພວກຂ້າພະອົງຮັບໃຊ້ ສາມາດຊ່ວຍ ພວກຂ້າພະເຈົ້າໃຫ້ພົ້ນ…ແຕ່ຖ້າບໍ່ເປັນເຊັ່ນນັ້ນ ໂອ ຂ້າແຕ່ກະສັດ ຂໍໃຫ້ທ່ານຮູ້ວ່າພວກຂ້າພະເຈົ້າຈະບໍ່ບົວລະບັດພະຂອງທ່ານຫຼືນະມັດສະ ການຮູບເຄົາລົບທອງຄໍາຊື່ງທ່ານໄດ້ຕັ້ງຂື້ນ” (ດານຽນ 3:17,18)

ພວກເຮົາຈະລຸກຂື້ນປົກປ້ອງພຣະຄໍາພີເມື່ອພຣະຄໍາຖືກຕໍ່ສູ້, ພວກເຮົາຈະຕອບສາສະດາ ຈານວິທະຍາໄລທີ່ພະຍາຍາມພັກດັນວິວັດທະນາການແລະການບໍ່ເຊື່ອວ່າມີພຣະເຈົ້າລົງ ຈາກຄໍຂອງພວກເຮົາ, ພວກເຮົາຈະບໍ່ເຂົ້າຮ່ວມການສວນສະໜາມດອກກຸລາບ, ຫຼືຈະບໍ່ ແນມເບິ່ງມັນແມ່ນແຕ່ 5 ນາທີຕາບໃດທີ່ເຂົາຍັງໂຄສະໜາຕໍ່ຕ້ານພວກຄຣິສຕຽນຢູ່ໃນໝາກ ປຸ່ມເປົ້າຂອງເຂົາ,ພວກເຮົາຈະບໍ່ເບິ່ງການສວນສະໜາມດອກກຸຫລາບຕາບໃດທີ່ເຂົາຍັງເອົາ ໝາກປຸ້ມເປົ້າທີ່ຕໍ່ສູ້ແລະປະຕິເສດພື້ນຖານພຣະຄໍາພີແຫ່ງຄວາມເຊື່ອຂອງເຮົາ! ແລະຖ້າ ເລື່ອງນີ້ເຮັດໃຫ້ເຮົາມີບັນຫາ - ກໍໃຫ້ມັນເປັນ!

“ແຕ່ຖ້າບໍ່ເປັນເຊັ່ນນັ້ນ ໂອ ຂ້າແຕ່ກະສັດ ຂໍໃຫ້ທ່ານຮູ້ວ່າ ພວກຂ້າພະເຈົ້າຈະບໍ່ບົວລະບັດພະຂອງທ່ານຫຼືນະມັດສະການຮູບເຄົາລົບ ທອງຄໍາຊື່ງທ່ານໄດ້ຕັ້ງຂື້ນ” (ດານຽນ 3:17,18)

ແລະພວກເຮົາເວົ້າກັບໂລກຜູ້ຫລົງຫາຍວ່າ “ພວກເຮົາຈະບໍ່ເຂົ້າການເຕັ້ນໃນໂຮງຮຽນຂອງ ເຈົ້າ! ພວກເຮົາຈະບໍ່ສູບກອກຢາຂອງເຈົ້າ,ເຖິງແມ່ນຈະຜິດກົດໝາຍ! ພວກເຮົາຈະບໍ່ເບິ່ງ ຮູບໂປ້ຂອງເຈົ້າ! ພວກເຮົາຈະບໍ່ຕິດຕາມແບບຢ່າງຂອງເຈົ້າແລະຈະບໍ່ເອົາລູກອອກ! ພວກເຮົາຈະບໍ່ຂາດໂບດເພື່ອໄປງານລ້ຽງຂອງເຈົ້າ! ບໍ່ເຮັດ! ບໍ່ເຮັດ! ບໍ່ເຮັດ! ພວກເຮົາຈະ ບໍ່ເຮັດແບບນັ້ນ!”

“ພຣະເຈົ້າຂອງພວກຂ້າພະເຈົ້າຊື່ງພວກຂ້າພະອົງຮັບໃຊ້ ສາມາດຊ່ວຍ ພວກຂ້າພະເຈົ້າໃຫ້ພົ້ນ…ແຕ່ຖ້າບໍ່ເປັນເຊັ່ນນັ້ນ ໂອ ຂ້າແຕ່ກະສັດ ຂໍໃຫ້ທ່ານຮູ້ວ່າພວກຂ້າພະເຈົ້າຈະບໍ່ບົວລະບັດພະຂອງທ່ານຫຼືນະມັດສະ ການຮູບເຄົາລົບທອງຄໍາຊື່ງທ່ານໄດ້ຕັ້ງຂື້ນ” (ດານຽນ 3:17,18)

ບໍ່ເຮັດ! ບໍ່ເຮັດ! ບໍ່ເຮັດ! ບໍ່ເຮັດ! ບໍ່ເຮັດ! ບໍ່ເຮັດ!

ຄວາມເຊື່ອແຫ່ງບັນພະບຸລຸດຂອງເຮົາຍັງຄົງຢູ່
ແມ່ນຈະຖືກຂັງໄວ້ໃນຄຸກໃຕ້ດິນ,ຖືກເຜົາແລະດາບ
ຫົວໃຈຂອງເຮົາເຕັ້ນໂລດດ້ວຍຄວາມຍິນດີ
ບໍ່ວ່າເຮົາໄດ້ຍິນສຽງແຫ່ງສະງ່າລາສີຢູ່ໃສ
ຄວາມເຊື່ອແຫ່ງບັນພະບຸລຸດຂອງເຮົາ ຄວາມເຊື່ອບໍລິສຸດ
ພວກເຮົາຈະຊື່ຕົງຕໍ່ພຣະອົງຈົນກວ່າວັນຕາຍ!
(“ຄວາມເຊື່ອແຫ່ງບັນພະບຸລຸດຂອງເຮົາ” ໂດຍ Frederick W. Faber, 1814-1863).

ພວກເຮົາຈະຍ່າງຜ່ານເຕົາໄຟກັບພຣະບຸດຂອງພຣະເຈົ້າ! ພວກເຮົາຈະຍ່າງຜ່ານໄຟນັ້ນ ເຖິງແມ່ນວ່າພຣະເຈົ້າປ່ອຍໃຫ້ເຮົາໄໝ້! ພວກເຮົາຈະບໍ່ຍອມກົ້ມກາບພະລາມົກຂອງເຈົ້າ ຮູບໂປ້,ຢາເສບຕິດແລະລັດທິວັດຖຸນິຍົມ, ພວກເຮົາຈະຍ່າງຜ່ານເຕົາໄຟກັບພຣະບຸດຂອງ ພຣະເຈົ້າ!.

ຄວາມເຊື່ອແຫ່ງບັນພະບຸລຸດຂອງເຮົາ ຄວາມເຊື່ອບໍລິສຸດ
ພວກເຮົາຈະຊື່ຕົງຕໍ່ພຣະອົງຈົນກວ່າວັນຕາຍ!

ເຊັ່ນກັນມີການປະຍຸກໃຊ້ສໍາຫຼັບຄຣິສຕຽນທີ່ກໍາລັງປະເຊີນກັບການທົດສອບອັນໜັກ ໜ່ວງ, ຢ່າໃຫ້ຜູ້ໃດບອກທ່ານວ່າຊີວິດຂອງຄຣິສຕຽນແທ້ມັນງ່າຍຕະຫຼອດ, ພຣະເຢຊູບອກ ພວກເຮົາວ່າ:

“ຖ້າຜູ້ໃດຢາກຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງແລະຮັບກາງແຂນ ຂອງຕົນແບກແລະຕາມເຮົາມາ” (ມັດທາຍ 16:24)

ແລະອັກຄະສາວົກເປົາໂລກ່າວວ່າ “ເຮົາທັງຫຼາຍຈະຕ້ອງທັນຄວາມຍາກລໍາບາກຫຼາຍຈົນ ກວ່າຈະໄດ້ເຂົ້າໃນອານາຈັກຂອງພຣະເຈົ້າ” (ກິດຈະການ 14:22), ຖ້າທ່ານເປັນສາວົກ ແທ້ຂອງພຣະຄຣິສແລ້ວທ່ານກໍຈະເຈີກັບການທົດລອງຫຼາຍຢ່າງ, ແຕ່ພຣະເຢຊູຊົງກ່າວວ່າ

“ເມື່ອເຂົາຈະຕິຕຽນຂົ່ມເຫງແລະນິນທາວ່າຮ້າຍທ່ານທັງຫລາຍເປັນຄວາມບໍ່ຈິງເພາະເຮົາ ທ່ານກໍເປັນສຸກ ຈົ່ງຊື່ນຊົມຍິນດີຢ່າງເຫລືອລົ້ນ ເພາະວ່າບຳເໜັດຂອງທ່ານມີບໍລິບູນໃນສະຫວັນ ເພາະເຂົາໄດ້ຂົ່ມເຫງສາສະດາພະຍາກອນທັງຫລາຍທີ່ຢູ່ກ່ອນທ່ານຄືກັນ” (ມັດທາຍ 5:11-12)

ບໍ່ວ່າທ່ານຈະເຈີກັບການທົດສອບຫຼືຄວາມທຸກລໍາບາກປານໃດກໍຕາມ ພຣະເຢຊູຕັດ ວ່າ “ເຮົາຈະບໍ່ປະທ່ານຫຼືຖີ້ມທ່ານເລີຍ” (ເຮັບເລີ 13:5), ຈົ່ງຈື່ງໄວ້ວ່າມີຜູ້ຊາຍຄົນທີ່ສີ່ຢູ່ໃນ ເຕົາໄຟກັບຄົນຮິບຣູສາມຄົນ “ແລະຄົນທີ່ສີ່ນັ້ນຄ້າຍຄືກັບພຣະບຸດຂອງພຣະເຈົ້າ” (ດານຽນ 3:25), ພຣະເຢຊູພຣະບຸດຂອງພຣະເຈົ້າຊົງຢູ່ກັບພວກເຂົາໃນເຕົາໄຟ! ພຣະເຢຊູໃນຮູບ ແບບມະນຸດຂອງພຣະອົງຢູ່ກັບເຂົາຖ້າມກາງໄຟໂດຍບໍ່ເປັນອັນຕະລາຍ, ຈົ່ງວາງໃຈໃນ ພຣະອົງແລ້ວພຣະອົງຈະພາທ່ານປອດໄພຖ້າມກາງໄຟແຫ່ງການທົດສອບໃນຊີວິດນີ້, ເພງ ຊີວິດຄຣິສຕຽນແຫ່ງຄວາມເຊື່ອອັນຍິ່ງໃຫຍ່ໄດ້ໃສ່ລົງໄປໃນປາກຂອງພຣະເຢຊູ ແລະຖືກ ຕ້ອງແລ້ວ.

ເມື່ອຜ່ານໄຟທົດສອບທາງເດີນຂອງທ່ານຈະຕັ້ງຢູ່
ພຣະຄຸນຂອງເຮົາທຸກຄວາມພໍພຽງຈະຕອບສະໜອງໃຫ້ທ່ານ
ແປວໄຟຈະບໍ່ເປັນອັນຕະລາຍແກ່ທ່ານ ເຮົາຜູ້ດຽວວາງແບບໄວ້
ຄວາມໄຮ້ຄ່າຂອງທ່ານຈະຖືກເຜົາແລະຄໍາຈະຖືກຫລອມໃຫ້ບໍລິສຸດ
(“How Firm a Foundation” by an unknown author).

ແຕ່ດຣ.ດີຮານໄດ້ໃຫ້ຄວາມໝາຍທີ່ແໜ້ນໜາອີກຈຸດໜື່ງ.

III. ສາມ ຂໍ້ພຣະຄໍາພີສ່ວນຫຼາຍຍັງມີການເປີດເຜີຍຄໍາທໍານວາຍເຊັ່ນດຽວກັນ.

ດຣ.ດີຮານເວົ້າຖືກວ່າ “ຄົນໜຸ່ມຮິບຣູສາມຄົນຄືພາບຂອງປະເທດອິດສະຣາເອນ ໃນຖ້າມກາງຄົນຕ່າງຊາດ, ຖີ້ມລົງໃນເຕົາໄຟແຫ່ງຄວາມທຸກແລະການຂົ່ມເຫງພວກເຂົາ ຄວນຈິບຫາຍຈາກມາດຕະຖານມະນຸດທຸກຄົນແຕ່ອັດສະຈັນພວກເຂົາຖືກປົກປ້ອງເຖິງແມ່ນ ຢູ່ໃນເຕົາໄຟແຫ່ງຄວາມກຽດຊັງເຊື້ອຊາດ[ລັດທິຕໍ່ຕ້ານ ເຊມ]ແລະການຂົ່ມເຫງເພາະພວກ ເຂົາຄືຄົນແຫ່ງພັນທະສັນຍາຂອງພຣະເຈົ້າແລະສຸດທ້າຍຈະຖືກຊ່ວຍໃຫ້ລອດຢ່າງໜ້າອັດ ສະຈັນແລະຖືກຍົກຂື້ນຖ້າມກາງຊົນຊາດທັງຫຼາຍ” (ດີຮານເຫຼັ້ມດຽວກັນໜ້າ 73-74)

ທຸກໆຊົນຕ່າງຊາດທີ່ມີບາງຈຸດຂົ່ມເຫງພວກຢິວ, ປະເທດອີຢິບ,ບາບິໂລນ,,ກຣີຊ ໂລມ, ສະເປນ, ຝຣັ່ງ, ຣັດເຊຍແລະເຢຍລະມັນ - ພວກເຂົາທຸກຄົນໄດ້ຂົ່ມເຫງຄົນຢິວ ແລະພະຍາຍາມທໍາລ້າງພວກເຂົາ, ແຕ່ພວກເຂົາຕ່າງກໍລົ້ມເລວເພາະອິດສະຣາເອນຄືຊົນ ຊາດຕະຫຼອດເປັນນິດຂອງພຣະເຈົ້າ! ຕອນນີ້ປະເທດອີຣານຄິດວ່າສາມາດທໍາລາຍອິສຣາ ເອນໄດ້! ພວກເຂົາເວົ້າແລ້ວເວົ້າອີກ, ແຕ່ຂ້າພະເຈົ້າຂໍເວົ້າກັບເຂົາວ່າ “ຊົນຊາດເຂັ້ມແຂງ ກວ່າທີ່ເຈົ້າພະຍາຍາມຈະທໍາລາຍລ້າງພວກຢິວ ພວກເຂົາທຸກຄົນຕ່າງກໍລົ້ມເລວ - ແລ້ວ ທ່ານເດຈະເຮັດບໍ!”ພຣະເຈົ້າຊົງຢູ່ກັບອິສຣາເອນສະເໝີໃນໄຟແຫ່ງຄວາມທຸກລໍາບາກແລະພຣະເຈົ້າຈະບໍ່ເຮັດໃຫ້ເຂົາລົ້ມເລວໃນຕອນນີ້!ທ່ານເຫັນບໍວ່າພຣະເຈົ້າຊົງເຮັດພັນທະສັນຍາກັບອັບຣາຮາມທີ່ບໍ່ສາມາດທໍາລາຍໄດ້,ພຣະເຈົ້າບອກກັບບັນພະບຸລຸດວ່າດິນແດນຄານາອັນ ຖືກຍົກໃຫ້ຄົນຢິວຕະຫຼອດໄປ!

“ໃນວັນດຽວກັນພຣະເຢໂຮວາຊົງເຮັດພັນທະສັນຍາກັບອັບຣາຮາມວ່າ ເຮົາໄດ້ຍົກແຜ່ນດິນນີ້ແກ່ເຊື້ອສາຍຂອງເຈົ້າແລ້ວ ຕັ້ງແຕ່ແມ່ນໍ້າອີຢິບໄປ ຈົນເຖິງແມ່ນໍ້າໃຫຍ່ຄືແມ່ນໍ້າຢູເຟຣຕິສ” (ປະຖົມມະການ 15:18)

“ເຮົາຈະໃຫ້ແຜ່ນດິນທີ່ເຈົ້າອາໄສຢູ່ເປັນຄົນຕ່າງດ້າວນີ້ ຄືບັນດາແຜ່ນດິນຄາ ນາອັນແກ່ເຈົ້າແລະເຊື້ອສາຍຂອງເຈົ້າທີ່ມາພາຍຫຼັງເຈົ້າໃຫ້ເປັນກໍາມະສິດ ຕະຫຼອດໄປ ແລະເຮົາຈະເປັນພຣະເຈົ້າຂອງພວກເຂົາ” (ປະຖົມມະການ 17:8)

ຜ່ານຫຼາຍຊົ່ວເສັ້ນຄົນຄົນຢິວຖືກກົດຂີ່ຂົ່ມເຫງ - ສ່ວນຫຼາຍໂດຍພວກຄຣິສຕຽນ ປອມ, ເພາະບໍ່ມີຄຣິສຕຽນແທ້ຄົນໃດທີ່ຈະທໍາຮ້າຍຄົນແຫ່ງພັນທະສັນຍາຂອງພຣະເຈົ້າ! ແຕ່ໂຢຊູວາ(ພຣະເຢຊູ)ມັກຈະເປັນຄົນທີ່ສີ່ສະເໝີໃນເຕົາໄຟ, ທຸກທໍລະມານກັບຄົນຢິວ - ແລະສຸດທ້າຍຊົງປະທານໄຊຊະນະອັນຍິ່ງໃຫຍ່ເໜືອຊົນຕ່າງຊາດທີ່ປ່າເຖື່ອນ!ໃນທີ່ສຸດຄໍາ ທໍານວາຍຂອງອັກຄະສາວົກເປົາໂລກໍຈະເປັນຈິງ, ເພາະທ່ານກ່າວວ່າ “ແລະເມື່ອເປັນດັ່ງນັ້ນ ພວກອິສຣາເອນທັງປວງກໍຈະໄດ້ຮັບຄວາມພົ້ນ ຕາມທີ່ມີຄຳຂຽນໄວ້ແລ້ວວ່າ `ພຣະຜູ້ຊ່ວຍໃຫ້ລອດຈະສະເດັດມາຈາກເມືອງສິໂຢນ ແລະຈະຊົງກຳຈັດອະທຳໃຫ້ສູນສິ້ນໄປຈາກຢາໂຄບ” (ໂລມ 11:26)

ໃນຕອນສະຫຼຸບຂໍ້ໃຫ້ພວກເຮົາຄິດກ່ຽວກັບຄົນທີ່ສີ່ໃນເຕົາໄຟກັບເພື່ອຄົນຢິວສາມຄົນ ເນບູຄັດເນສຊາເວົ້າວ່າ ທ່ານຄື“ທູດສະຫວັນອົງໜື່ງ”(ດານຽນ 3:28) “ທູດສະຫວັນ” ໝາຍເຖິງ “ຜູ້ສົ່ງຂ່າວສານ”, “ຜູ້ສົ່ງຂ່າວສານຂອງພຣະເຈົ້າ” ໃນພຣະຄໍາພີເດີມມັກຈະ ປາກົດເປັນຮູບແບບຂອງພຣະເຢຊູ, ຢ່າງເຊັ່ນ “ທູດສະຫວັນຂອງພຣະເຢໂຮວາ”ປາກົດຕໍ່ ມາໂນອາພໍ່ຂອງແຊມສັນ, ພຣະຄໍາພີກ່າວວ່າ:

“ແລ້ວມາໂນອາຈື່ງຮູ້ວ່າຜູ້ນັ້ນເປັນທູດສະຫວັນອົງໜື່ງຂອງພຣະເຢໂຮວາ ແລະມາໂນອາເວົ້າກັບເມຍຂອງຕົນວ່າ ເຮົາຈະຕາຍແນ່ນອນ ເພາະເຮົາ ໄດ້ເຫັນພຣະເຈົ້າ” (ຜູ້ປົກຄອງ 13:21, 22)

ດັ່ງນັ້ນທູດສະຫວັນຂອງພຣະເຢໂຮວາຄືພຣະເຈົ້າພຣະເຢຊູພຣະບຸກຄົນທີ່ສອງຂອງສາມ ພຣະພາກຊົງປາກົດໃນພຣະຄໍາພີເດີມກ່ອນທີ່ພຣະອົງຈະບັງເກີດເປັນມະນຸດໃນທ້ອງຂອງ ນາງມາລີ.

ເຊັ່ນກັນໃນດານຽນ 3:25 ກະສັດແນມເບິ່ງໃນເຕົາໄຟແລ້ວເວົ້າວ່າ “ຮູບຮ່າງຂອງ ຄົນທີ່ສີ່ນັ້ນຄ້າຍຄືກັບພຣະບຸດຂອງພຣະເຈົ້າ” ດຣ.ເຈ.ເວີນອນແມັກກີ້ກ່າວວ່າ “ຂ້າພະເຈົ້າ ເຊື່ອວ່າຄົນທີ່ສີ່ຄືພຣະບຸດຂອງພຣະເຈົ້າ,ໃນຮູບແບບພຣະຄຣິສ” (J. Vernon McGee, Th.D., Thru the Bible, Thomas Nelson Publishers, 1982, volume III, p,. 547; note on Daniel 3:25).

ພຣະລັກສະນະພິເສດຂອງພຣະເຢຊູທີ່ສະເດັດລົງມາແລະຮ່ວມທຸກທໍລະມານແລະ ການປະຕິເສດຂອງຄົນທີ່ເລືອກສັນໄວ້ - ແລະໃນທີ່ສຸດຊົງຊ່ວພວກເຂົາ! ພຣະອົງຊົງລົງ ມາຈາກສະຫວັນເຂົ້າສູ່ທ້ອງຂອງມາລີສາວພົມມະຈາລີ, ພຣະອົງບໍ່ໄດ້ “ສະເດັດລົງມາ” ໃນຖານະ“ພຣະເຈົ້າເໜືອເຈົ້ານາຍທັງຫຼາຍແລະກະສັດເໜືອກະສັດທັງຫຼາຍ” ເມື່ອພຣະອົງ ຊົງບັງເກີດໃນບ້ານເບັດເລເຮມໃນວັນຄຣິສມາດທໍາອິດນັ້ນ, ພຣະອົງຈະມາໃນຖານະກະ ສັດເໜືອກະສັດທັງຫຼາຍໃນອະນາຄົດ - ໃນການສະເດັດມາຄັ້ງທີ່ສອງຂອງພຣະອົງ, ແຕ່ພຣະອົງຊົງສະເດັດລົງມາເຂົ້າສູ່ທ້ອງຂອງນາງມາລີເພື່ອຊ່ວຍພວກເຮົາ - ຄືກັບທີ່ພຣະ ອົງສະເດັດລົງມາຢູ່ໃນເຕົາໄຟເພື່ອຊ່ວຍຄົນຢິວສາມຄົນວິລະບຸລຸດທີ່ກ້າຫານນັ້ນ!.

ພຣະເຢຊູຊົງສະເດັດລົງມາຈາກສະຫວັນເພື່ອທຸກທໍລະມານໃນໂລກນີ້ເພື່ອຊ່ວຍຄົນ ຂອງພຣະອົງໃຫ້ພົ້ນຈາກເຕົາໄຟແຫ່ງນາຮົກ! ພວກເຮົາທຸກຄົນຈະຕ້ອງໃຊ້ເວລາຕະຫຼອດ ເປັນນິດໃນ “ໄຟທີ່ບໍ່ຮູ້ຈັກດັບ” ແຕ່ພຣະເຢຊູຊົງລົງມາເພື່ອທຸກທໍລະມານແລະຕາຍເທິງໄມ້ ກາງແຂນເພື່ອຈ່າຍຄ່າແຫ່ງການລະເມີດຂອງພວກເຮົາ, ພຣະເຈົ້າຊົງແບກຄວາມບາບທຸກ ຢ່າງຂອງເຮົາ “ໃນພຣະກາຍຂອງພຣະອົງເທິງຕົ້ນໄມ້ນັ້ນ” - ເທິງໄມ້ກາງແຂນ (1 ເປໂຕ 2:24) ແລະພຣະເຢຊູຊົງໄຖ່ບາບທຸກຢ່າງຂອງຄົນຂອງພຣະອົງ.

ພຣະອົງຊົງຕາຍໃນອຸບໂມງສາມມື້ ແຕ່ໃນຕອນເຊົ້າຂອງວັນອິສເຕີທໍາອິດພຣະເຢ ຊູຊົງເປັນຂື້ນມາຝ່າຍຮ່າງກາຍ - ເນື້ອໜັງແລະກະດູກ - ຈາກຄວາມຕາຍ, ພຣະອົງຊົງ ສະເດັດກັບສູ່ສະຫວັນແລະຕອນນີ້ຊົງອະທິຖານເພື່ອທ່ານ,ຊົງນັ່ງໃນເບື້ອງຂວາພຣະຫັດ ຂອງພຣະເຈົ້າພຣະບິດາ.

ເມື່ອທ່ານເຊື່ອວາງໃຈພຣະເຢຊູເຂົ້າໃນໃຈຂອງທ່ານ, ພຣະອົງຊົງໃຫ້ອະໄພບາບ ຂອງທ່ານແລະຊົງຊໍາລະລ້າງທ່ານດ້ວຍພຣະໂລຫິດຂອງພຣະອົງ, ເມື່ອທ່ານເຊື່ອວາງໃຈ ພຣະເຢຊູເຂົ້າໃນໃຈຂອງທ່ານພຣະອົງຊົງຊ່ວຍທ່ານໃຫ້ພົ້ນຈາກບາບແລະຍົກທ່ານອອກ ຈາກຄົນຫລົງຫາຍແລະຊີວິດທີ່ສິ້ນຫວັງ - ຄືກັບທີ່ພຣະອົງຊົງຊ່ວຍຄົນຮິບຣູສາມຄົນຈາກ ເຕົາໄຟ! ເອແມນ.

ຖ້າທ່ານຈະລົມກັບພວກເຮົາກ່ຽວກັບການເປັນຄຣິສຕຽນແທ້ກະລຸນາອອກຈາກຕັ່ງ ຂອງທ່ານແລ້ວຍ່າງໄປຂ້າງຫຼັງຫ້ອງນີ້,ດຣ.ເຄແກນຈະພາທ່ານໄປອີກຫ້ອງໜື່ງບ່ອນທີ່ພວກເຮົາສາມາດອະທິຖານແລະຕອບທຸກຄໍາຖາມທີ່ທ່ານມີ, ຂໍເຊີນດຣ.ແຊນ ມາອະທິຖານເພື່ອ ຄົນທີ່ຈະເຊື່ອວາງໃຈພຣະຄຣິດໃນມື້ນີ້ແດ່. ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ ດານຽນ 3:16-25
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“Faith of Our Fathers” (by Frederick W. Faber, 1814-1863).


ໂຄງຮ່າງບົດເທດສະໜາ

ຍ່າງຜ່ານເຕົາໄຟກັບພຣະບຸດຂອງພຣະເຈົ້າ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ພຣະອົງຕັດຕອບວ່າ ເບິ່ງແມ້ ເຮົາເຫັນສີ່ຄົນຖືກປ່ອຍ ກໍາລັງຍ່າງຢູ່ກາງ ໄຟ ແລະພວກເຂົາກໍບໍ່ເປັນອັນຕະລາຍ ຮູບຮ່າງຂອງຄົນທີ່ສີ່ນັ້ນຄ້າຍຄືກັບ ພຣະບຸດຂອງພຣະເຈົ້າ” (ດານຽນ 3:25)

I.   ໜື່ງ ພຣະຄໍາພີທຸກຕອນມີການແປກົກເຄົ້າດັ່ງເດີມອັນດຽວ. ດານຽນ 1:20
ດານຽນ 3:11, 12, 17, 18, 25, 28, 29

II.  ສອງ ພຣະຄໍາພີທຸກຕອນມີການປະຍຸກໃຊ້ໃນທາງປະຕິບັດນາໆປະການ.
ດານຽນ 3:17,18; ມັດທາຍ 16:24; ກິດຈະການ 14:22;
ມັດທາຍ 5:11-12; ເຮັບເລີ 13:5.

III. ສາມ ຂໍ້ພຣະຄໍາພີສ່ວນຫຼາຍຍັງມີການເປີດເຜີຍຄໍາທໍານວາຍເຊັ່ນດຽວ
ປະຖົມມະການ 15:18; 17:8; ໂລມ 11:26; ດານຽນ 3:28
ຜູ້ປົກຄອງ 13:21, 22; 1 ເປໂຕ 2:24.