Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມລອດຜ່ານທາງສາມພຣະເຈົ້າສາມພຣະພາກ-
ບົດເທດສະໜາວັນຄຣິສມາດ

SALVATION THROUGH THE TRINITY –
A CHRISTMAS SERMON
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 15/12/2013
A sermon preached at the Baptist Tabernacle of Los Angeles
Lord’s Day Evening, December 15, 2013

“ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າ ຄວາມຮັກແຫ່ງພຣະເຈົ້າ ແລະຄວາມສະໜິດສະໜົມຊຶ່ງມາຈາກພຣະວິນຍານບໍລິສຸດ ຈົ່ງດຳລົງຢູ່ກັບທ່ານທັງຫລາຍເຖີດ ເອແມນ” (2 ໂກລິນໂທ 13:14)


ຕອນແລງວັນອັງຄານແລ້ວນີ້ຂ້າພະເຈົ້າໄດ້ໄປອອກກໍາລັງກາຍແລະລອຍນໍ້າ,ຕອນ ທີ່ຂ້າພະເຈົ້າມາຮອດສະລອຍນໍ້າພໍດີມືດ, ຈາກນັ້ນຂ້າພະເຈົ້າເຫັນຜູ້ຊາຍຄົນໜື່ງທີ່ຮູ້ຈັກກັນ ກໍາລັງຍ່າງມາບ່ອນຫຍົກນໍ້າໜັກ, ລາວແນມໄປທາງຊື່ໂດຍບໍ່ໄດ້ສັງເກດເບິ່ງຂ້າພະເຈົ້າ,ຫຼັງ ຈາກນັ້ນຂ້າພະເຈົ້າກໍຂື້ນຈາກສະລອຍນໍ້າແລ້ວໄປບ່ອນຍົກນໍ້າໜັກນໍາລາວ, ມີແຕ່ພວກເຮົາ ສອງຄົນຢູ່ບ່ອນຫັ້ນເພາະມັນມັນຄ່ອນຄ້າງມືດຫຼາຍແລ້ວ, ໃນຂະນະທີ່ພວກເຮົາລົມກັນນັ້ນ ຂ້າພະເຈົ້າກໍສໍາພັດໄດ້ເຖິງຄວາມໂດດດ່ຽວທີ່ຢູ່ຂ້າງໃນຂອງລາວ, ລາວອອກກິນບໍານານ ແລ້ວແລະມີເງີນຫຼາຍຝາກຢູ່ໃນທະນາຄານ,ລາວອາຍຸຫົກສິບປີແລະບໍ່ເຄີຍແຕ່ງງານ, ລາວ ມາຈາກແຄມທະເລຕາເວັນອອກເພື່ອຢູ່ທີ່ນີ້ເມື່ອຫຼາຍທົດສະວັດທີ່ຜ່ານມາ,ດັ່ງນັ້ນລາວຈື່ງບໍ່ມີ ຄອບຄົວຢູ່ນີ້,ແລະລາວກໍບໍ່ມີໝູ່ຄູ່ເຊັ່ນດຽວກັນ, ຂ້າພະເຈົ້າສາມາດເຫັນຄວາມເຈັບປວດໃນ ໃບໜ້າຂອງລາວຂະນະທີ່ລາວບອກຂ້າພະເຈົ້າວ່າລາວຈະຕ້ອງຢູ່ຄົນດຽວໃນຊ່ວງຄຣິສມາດ ລາວຈົນຕາແຈພະຍາຍາມທີ່ຈະໃຫ້ເວລາເຕັມດ້ວຍການເຂົ້າຮຽນຢູ່ວິທະຍາໄລ, ຮຽນປະລິນ ຍາໂທຊື່ງຄວາມຈິງແລ້ວລາວບໍ່ຕ້ອງການມັນເລີຍ, ລາວອອກໄປຈາກຄຣິສຕະຈັກຂອງຕົນ ປະມານສີ່ສິບປີກ່ອນ, ລາວຂົມຂື່ນແລະໃຈຮ້າຍຕໍ່ຕ້ານພວກຄຣິສຕຽນຫຼາຍ, ລາວຄ່ອນ ຄ້າງໂດດດ່ຽວຢູ່ໃນໂລກ - ປາສະຈາກພຣະຄຸນ, ປາສະຈາກຄວາມຮັກ, ປາສະຈາກ ການສາມັກຄີທໍາກັບພຣະເຈົ້າຫຼືກັບມະນຸດຄົນອື່ນໆ, ຂະນະທີ່ຂ້າພະເຈົ້າຟັງລາວເວົ້າລາວ ບອກຂ້າພະເຈົ້າວ່າລາວບໍ່ຮູ້ວ່າຊິເອົາເງີນໃຫ້ໃຜຕອນທີ່ລາວຕາຍໄປແລ້ວ, ຂ້າພະເຈົ້າຮູ້ສຶກ ເສຍໃຈກັບລາວ, ຂ້າພະເຈົ້າໄດ້ເຊີນລາວມາທີ່ໂບດຂອງພວກເຮົາຫຼາຍເທື່ອແລ້ວແລະແນ່ ນອນລາວກໍມາເທື່ອໜື່ງຕອນງານແຕ່ງຂອງລູກຊາຍຂອງຂ້າພະເຈົ້າ,ແຕ່ລາວກໍຮີບໜີໄປຫຼັງ ຈາກງານແຕ່ງແລ້ວໆ,ຂ້າພະເຈົ້າບໍ່ສາມາດທີ່ຈະໃຫ້ລາວກັບມາອີກໄດ້,ມັນຊ່າງເຢັນຊ່າເປັນ ຕາຕົກໃຈທີ່ຈະຢູ່ຄົນດຽວໂດຍສະເພາະໃນຊ່ວງວັນຄຣິສມາດ!

ນັ້ນແລະຄືຈຸດຈົບຂອງຊີວິດໃນວັດທະນະທໍາທີ່ອິດສະຫຼະເກີນໄປຂອງເຮົາ, ທຸກຊີ ວິດທີ່ຈຸດສູນກາງບໍ່ໄດ້ຢູ່ໃນພຣະຄຣິດແລະຄຣິສຕະຈັກຈົບສິ້ນດ້ວຍຄວາມສິ້ນຫວັງ, ນີ້ເປັນ ເພາະທາງເລືອກໃນພຣະຄຣິດແລະຄຣິສຕະຈັກເປັນພຽງແຕ່ຄວາມວ່າງເປົ່າ, ມັນອາດຈະ ເບິ່ງບໍ່ຄືກັບຕອນເລີ່ມຕົ້ນຂອງຊີວິດແຕ່ຈະເປັນແບບນັ້ນສະເໝີໃນຕອນຈົບ, ຂ້າພະເຈົ້າເຄີຍ ຄິດກ່ຽວກັບເລື່ອງນີ້ເປັນເວລາຫຼາຍກວ່າຫ້າສິບປີມາແລ້ວ,ຂ້າພະເຈົ້າຮູ້ໄດ້ໂດຍການສັງເກດ ວ່າມັນເປັນຄວາມຈິງ.

ລຸງຂອງຂ້າພະເຈົ້າຄົນໜື່ງເຮັດວຽກປະກອບສິ້ນສ່ວນໃນບໍລິສັດໄຄຣສະເລີ, ເພີ່ນ ເກັບເງີນໄດ້ເປັນຈໍານວນຫຼາຍແລ້ວກໍຊື້ບ້ານຢູ່ໃນຊານເຄລເມນ,ເປັນບ້ານຊານເມືອງທີ່ແພງ ຫຼາຍຕິດກັບແຄມທະເລໃກ້ໆກັບຊານດິເອໂກ,ລາວຕາຍຢູ່ໃນຫ້ອງນອນໃນເຮືອນຫຼັງນັ້ນຄົນດຽວ, ບໍ່ມີໃຜພົບສົບລາວເປັນອາທິດ - ຈົນເພື່ອບ້້ານເຫັນຈົດໝາຍໃນກ່ອງຮັບຈົດໝາຍ ໃນບ້ານລາວເຕັມຈົນລົ້ນອອກແລະຮູ້ສຶກເໝັນສາກຊົບຄົນຕາຍ,ລຸງອີກຄົນໜື່ງຊື່ງເມຍຂອງ ເພີ່ນຕາຍໄປແລ້ວ,ຫົວໃຈຂອງລາວຢຸດເຕັ້ນຢູ່ໃນຫ້ອງນອນແລ້ວກໍລົ້ມລົງເປັນອໍາມະພາດຢູ່ພື້ນເປັນອາທິດກ່ອນທີ່ຊາຍຄົນໜື່ງທີ່ຢູ່ເຝົ້າປະຕູເຮືອນຂອງລາວສັງເກດເຫັນວ່າລາວຂາດ ໄປປະຊຸມທີ່ລາວເຄີຍໄປຕະຫຼອດ,ພວກເຂົາຕ້ອງພັງປະຕູເຂົ້າໄປເພາະມັນຖືກລັອກໄວ້ຂ້າງໃນ,ລາວເກືອກກອງຍ່ຽວກອງອາໂຈມກັບມືເບື້ອງໜື່ງຖືປືນສັ້ນເພາະຢ້ານພວກໂຈນຈະເຂົ້າ ມາລັກປຸ້ນ,ມີຜູ້ຍິງຄົນໜື່ງເປັນເພື່ອນບ້ານໃກ້ຄຽງກັນທີ່ລູກສາວຂອງລາວບອກຄົນທີ່ຢູ່ໂຮງໝໍໃຫ້ເຊົ່າປ້ອນເຂົ້າແມ່ຂອງລາວແລ້ວປ່ອຍໃຫ້ລາວຕາຍ, ເລື່ອງລາວດໍາເນີນໄປເລື່ອຍໆ, ທຸກຄົນທີ່ຊີວິດຂອງເຂົາອີງແຕ່ໃນໂລກນີ້ແລ້ວຕາຍໄປໂດຍປາສະຈາກຄວາມຫວັງແລະ ພຣະເຈົ້າ.

ຢ່າເວົ້າໃຫ້ຂ້າພະເຈົ້າຟັງເລື່ອງຄົນຂີ້ຖີ່, ມັນຈະບໍ່ມີມື້ເກີດຂື້ນ, ບໍ່ມີຄົນຂີ້ຖີ່ຈັກຄົນທີ່ ເຄີຍປ່ຽນນິໄສຄືກັບໂຕລະຄອນດິກເຄັນໃນເລື່ອງ“ຄຣິສມາສແຄຣໍ”, ບໍມີໃຜເຄີຍປ່ຽນແບບ ນັ້ນໂດຍທີ່ເຂົາຢູ່ຫ່າງຈາກພຣະຄຣິດແລະຄຣິສຕະຈັກ, ບໍ່ມີໃຜເລີຍ!

ຂ້າພະເຈົ້າຈື່ໄດ້ວ່າເຫັນໜັງເລື່ອງໜື່ງປະມານຫົກສິບປີກ່ອນທີ່ມີຜູ້ຊາຍຄົນໜື່ງຈົ່ມ ລົງໄປໃນຮູຊາຍດູດຊ້າໆ, ຍິ່ງລາວດິ້ນຮົນເທົ່າໃດຊາຍນ້ອຍໆທີ່ລວມກັນແຮງດູດລາວລົງ ໄປ,ລາວຮ້ອງສຽງດັງແຕ່ບໍ່ມີໃຜມາຊ່ວຍເລີຍ,ສຸດທ້າຍແລ້ວເຫຼືອແຕ່ຫົວຂອງລາວຄາຢູ່ບ່ອນ ມັນໜຽວ,ລາວອ້າປາກຫາຍໃຈອີກແລ້ວຈາກນັ້ນກໍຍູ້ຕົວເອງຂື້ນ,ຂ້າພະເຈົ້າເປັນພຽງແຕ່ເດັກ ນ້ອຍຕອນທີ່ເບິ່ງໜັງນັ້ນ, ມັນໄດ້ຕໍາໃຈຂອງຂ້າພະເຈົ້າ, ຂ້າພະເຈົ້າຈັບຄໍຂອງຕົນ, ມືຂອງ ຂ້າພະເຈົ້າປຽກໃນຂະນະທີ່ຄິດກ່ຽວກັບການດິ້ນອອກຈາກຮູຂອງຊາຍທີ່ກໍາລັງດູດ.

ທ່ານຢາກຈະຖືກດູດແລະຈົ່ມຢູ່ໃນຊີວິດທີ່ສິ້ນຫວັງບໍ? ຫຼືທ່ານຢາກຈະໜີ? ຄືກັບທີ່ ຂ້າພະເຈົ້າມັກເວົ້າຕະຫຼອດວ່າເກືອບບໍ່ມີໃຜໜີຈາກມັນໄດ້ຫຼັງຈາກອາຍຸສາມສິບປີ - ເກືອບ ບໍມີໃຜເລີຍແມ່ຂອງຂ້າພະເຈົ້າຫລົບໜີໄດ້ຕອນອາຍຸ 80 ປີ - ແຕ່ນັ້ນຄືສິ່ງທີ່ຜິດປົກກະຕິ ມັນເທົ່າກັບການໜີຈາກທະເລແດງ - ຫຼືຫົນທາງອື່ນໆອີກທີ່ເປັນບໍ່ໄປບໍ່ໄດ້.

ຖ້າທ່ານຫາກໜີຈາກຊາຍດູດຂອງຊີວິດມີພຽງຫົນທາງດຽວເທົ່ານັ້ນທີ່ເປັນໄປໄດ້,ຈົ່ງ ບັນທຶກສິ່ງທີ່ຂ້າພະເຈົ້າເວົ້າ! ມີພຽງຫົນທາງດຽວເທົ່ານັ້ນທີ່ຈະໜີຈາກຊາຍດູດຂອງຊີວິດໄດ້ -ມີພຽງຫົນທາງດຽວເທົ່ານັ້ນ! ແລະບໍ່ມີທາງອື່ນໃດອີກ ມັນຄື

“ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າ ຄວາມຮັກແຫ່ງພຣະເຈົ້າ ແລະຄວາມສະໜິດສະໜົມຊຶ່ງມາຈາກພຣະວິນຍານບໍລິສຸດ ຈົ່ງດຳລົງຢູ່ກັບທ່ານທັງຫລາຍເຖີດ ເອແມນ” (2 ໂກລິນໂທ 13:14)

ຄຣິສຕະຈັກເມືອງໂກລິນໂທຢູ່ໃນຮູບໂສມທີ່ບໍ່ດີ, ມີການແຕກແຍກກັນຢ່າງໃຫຍ່ໃນ ຄຣິສຕະຈັກ,ຕໍ່ສູ້ກັນແລະແບ່ງແຍກກັນ,ມີຫຼັກຄໍາສອນປອມ, ຄວາມບາບເລື່ອງເພດແລະມີ ສະມາຊິກທີ່ຍັງບໍ່ລອດເປັນຈໍານວນຫຼາຍ(13:5,6), ເປົາໂລໄດ້ໃຫ້ຄໍາອວຍພອນທີ່ພິເສດຕໍ່ ພວກເຂົາທຸກຄົນ,ເພາະຂໍ້ພຣະຄໍາພີຈົບດ້ວຍຄໍາວ່າ “ກັບທ່ານທັງຫຼາຍ” ນີ້ຄືຄໍາອະທິຖານ ຂອງລາວເພື່ອພວກເຂົາທຸກຄົນເພາະລາວຮູ້ດີວ່າບໍ່ມີສິ່ງໃດອີກທີ່ສາມາດດຶງພວກເຂົ້າອອກ ໄປຈາກຊາຍດູດແຫ່ງຊີວິດທີ່ສິ້ນຫວັງໄດ້, ນີ້ເປັນສິ່ງທີ່ພວກທ່ານຕ້ອງການເຊັ່ນກັນ.

I. ໜື່ງ ທ່ານຕ້ອງການພຣະຄຸນຂອງພຣະເຢຊູຄຣິດເຈົ້າ

ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າ…ຈົ່ງດຳລົງຢູ່ກັບທ່ານທັງຫລາຍເຖີດ” (2 ໂກລິນໂທ 13:14)

ລາວກໍາລັງເວົ້າເຖິງສາມພຣະພາກຢູ່ໃນທີ່ີນີ້, ລາວກໍາລັງເວົ້າເຖິງພຣະເຢຊູຄຣິດ, ພຣະບິດາແລະພຣະວິນຍານບໍລິສຸດ, ແລະລາວກໍາລັງອະທິຖານວ່າ“ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າ” ຈົ່ງຢູ່ກັບເຂົາທັງຫຼາຍ, ນັ້ນຄືປະການທໍາອິດທີ່ເປົາໂລອະທິຖານເພື່ອ ເພາະວ່າອັນນັ້ນເປັນສິ່ງທໍາອິດທີ່ພວກເຮົາຕ້ອງການ, ນີ້ຄືຄໍາອະທິຖານເພື່ອຄວາມລອດ ຜ່ານທາງພຣະເຈົ້າສາມພຣະພາກ.

ສັງເກດວ່າເປົາໂລໃຫ້ “ພຣະຄຸນ”ຂອງພຣະຄຣິດກ່ອນ“ຄວາມຮັກຂອງພຣະເຈົ້າ”, ຈົງສັງເກດອີກວ່າຊື່ເຕັມຂອງພຣະຄຣິດຖືກໃຫ້ “ພຣະເຢຊູຄຣິດເຈົ້າ”ມັນເປັນຕົວແທນທໍາ ມະຊາດຄວາມເປັນພຣະເຈົ້າຂອງພຣະອົງເພາະພຣະອົງຊົງເປັນພຣະເຈົ້າຂອງເຮົາ, ມັນ ເປັນຕົວແທນທໍາມະຊາດມະນຸດຂອງພຣະອົງເພາະພຣະອົງຄືພຣະເຢຊູ,ມັນຊີ້ໄປທີ່ຕໍາແໜ່ງ ຂອງພຣະອົງໃນຖານະຊົງເປັນພຣະຄຣິດເພາະພຣະອົງຄືພຣະເມຊີອາ, ພຣະອົງຄືພຣະເຢ ຊູຄຣິດເຈົ້າ, ມັນຄືພຣະຄຸນຂອງພຣະເຈົ້າແລະຄວາມເປັນມະນຸດທີ່ເຮົາຕ້ອງການແລະນີ້ຄື ພຣະບຸກຄົນຂອງພຣະເຢຊູຄຣິດເຈົ້າຜູ້ຊື່ງແບ່ງປັນພຣະຄຸນໃຫ້ແກ່ເຮົາ, ທຸກຄົນທີ່ລອດແລ້ວ ຮູ້ດີວ່າຕົນໄດ້ຮັບຄວາມລອດແລ້ວໂດຍພຣະຄຸນຂອງພຣະເຢຊູຄຣິດເຈົ້າ.

ຄົນພວກນັ້ນທີ່ຍັງບໍ່ລອດບໍ່ເຫັນຄວາມຈໍາເປັນທີ່ຕ້ອງການພຣະເຢຊູຄຣິດ,ພວກເຂົາ ຢຽບຢໍ່າພຣະອົງລົງໃຕ້ຕີນຂອງເຂົາ(ເຮັບເລີ 10:29), ພວກເຂົາດູໝີ່ນແລະປະຕິເສດພຣະ ອົງແລ້ວເຊື່ອງໜ້າຂອງຕົນຈາກພຣະອົງ(ອິດສະຢາ 53:3), ພວກເຂົາປະຕິເສດທີ່ຈະມາ ຫາພຣະອົງ (ໂຢຮັນ 5:40),ພວກເຂົາຊັງພຣະອົງແລະລັງກຽດພຣະອົງ(ອິດສະຢາ 49:7).

ຜູ້ຄົນເວົ້າແຕ່ເລື່ອງດີຂອງຄານທີແລະຈອນເຄນເນດີຊື່ງທັງສອງຄົນເປັນຄົນລ່ວງ ປະເວນີ, ພວກເຂົາເວົ້າເຖິງເລື່ອງໂມຮໍາເມັດໃນທາງທີ່ດີຜູ້ຊື່ງມີຜີຮັກເດັກສິງແລະເປັນຂ້າ ຕະກອນ, ພວກເຂົາເວົ້າແຕ່ສິ່ງດີເລື່ອງ Che Guevara ຜູ້ທີ່ເປັນຂ້າຕະກອນແລະໂຈນ, ແຕ່ ເມື່ອເຂົາມາຫາພຣະເຢຊູເຂົາພັດກຽດຊັງພຣະອົງ, ຖ້າທ່ານຮຽນຢູ່ວິທະຍາໄລທ່ານກໍຈະຮູ້ ວ່າຂ້າພະເຈົ້າເວົ້າຖືກ, ສາສະດາຈານຢູ່ວິທະຍາໄລສາຍເສລີຊັງພຣະບຸດຂອງພຣະເຈົ້າ, ພຣະເຢຊູຄຣິດເຈົ້າ!

ພວກເຂົາບໍ່ໄດ້ຫ້າມຊາກໂຄງກະດູກ,ແມ່ມົດແລະແມວດໍາໃນວັນທີ່ 31 ເດືອນສິບ, ໃນໂຮງຮຽນຫຼືຢູ່ໃນຫ້າງໃຫຍ່ພວກເຂົາບໍ່ໄດ້ສັ່ງຫ້າມເວົ້າຄໍາວ່າ“ຮາໂລວີນ”, ແຕ່ພວກເຂົາ ສັ່ງຫ້າມຄໍາວ່າ “ຄຣິສມາດ” ຢູ່ໃນໂຮງຮຽນທຸກແຫ່ງໃນອາເມລິກາແລະຢູ່ໃນຫ້າງຫຼາຍແຫ່ງ ເພາະມັນມີຄໍາວ່າ“ພຣະຄຣິດ”ຢູ່ໃນນັ້ນ, ພວກເຂົາຮັກແມ່ມົດແລະພວກຊາກໂຄງກະດູກ ໃນວັນຮາໂລວີນ - ແຕ່ພວກເຂົາຊັງຊື່ຂອງພຣະຄຣິດ, ແລະພວກເຂົາຊັງຊື່ “ຄຣິສມາດ” ປີນີ້ຂ້າພະເຈົ້າເຫັນຄໍາວ່າ“ຄຣິສມາດ”ພຽງແຕ່ເທື່ອດຽວ, ແຕ່ເທື່ອດຽວໝົດທັງເມືອງລອສ ແອງເຈີລິສ! ມີຄໍາວ່າ “ສຸກສັນວັນຄຣິສມາ”ຢູ່ຂ້າງໆ “ຫ້ອງເກັບອາຫານ”ໃນຮ້ານອາຫານ ຂອງອະດີດນາຍົກເທດສະບານຊື່ຣິຊາດຣິອໍແດນ, ໜື່ງໃນຄົນທີ່ເຮັດວຽກັບລັດທີ່ຍັງຄົງໄປ ໂບດໃນວັນອາທິດ, ເຄີຍອົບອຸ່ນໃຈທີ່ເຫັນແສງໄຟໃນປ່ອງຢ້ຽມໃນສໍານັກງານຫ້ອງການນະ ຄອນຫຼວງລອສແອງເຈີລິສໃນຊ່ວງເວລາຄຣິສມາດ, ແຕ່ດຽວນີ້ບໍ່ມີອີກແລ້ວ, ມີຄົນກຸ່ມນ້ອຍ ທີ່ບໍ່ເຊື່ອພຣະເຈົ້າຕໍ່ຕ້ານຈີກມັນຖີ້ມແລະບໍ່ມີຄຣິສຕຽນກ້າພໍທີ່ຈະຢຸດພວກເຂົາເຈົ້າ! ປະຈຸບັນ ນີ້ພຣະເຢຊູຄຣິດຖືກດູໝີ່ນ,ເຢີ້ຍແລະຖືກກຽດຊັງ - ແມ່ນກະທັ່ງໃນຊ່ວງວັນຄຣິສມາດ! ມີ ປ້າຍໃຫຍ່ຢູ່ໄທມ໌ສະແຄວໃນລັດນິວຢອກທີ່ຈ່າຍໂດຍພວກ“ຄົນອາມເລິກາທີ່ບໍ່ເຊື່ອພຣະເຈົ້າ”ທີ່ວ່າ “ແມ່ນໃຜຕ້ອງການພຣະເຢຊູໃນຊ່ວງຄຣິສມາດ? ບໍ່ມີໃຜ!” ພວກເຂົາຈະຖືກຕໍ່ຕ້ານ ຖ້າຫາກພວກເຂົາຕິດໃສ່ຄໍາວ່າ “ແມ່ນໃຜຕ້ອງການໂມຮໍາມັດໃນຊ່ວງຣາມາດອນ? ບໍ່ມີໃຜ” ອາດຈະມີການເອີ້ນໃຫ້ມີການຕໍ່ຕ້ານພວກຢິວຖ້າຫາກເຂົາໃສ່ຄໍາວ່າ “ໃຜຕ້ອງການອິດສະ ຣາເອນຢູ່ຮັນນຸກຄາ? ບໍ່ມີໃຜ” ແຕ່ມັນບໍ່ເປັນຫຍັງສໍາຫຼັບພວກນັກການເມືອງໜ້າຊື່ໃຈຄົດທີ່ ຈະດູໝີ່ນພຣະເຢຊູໃນວັນເກີດຂອງພຣະອົງວັນຄຣິສມາດ! ບິລໂອເຣລລີ່ນັກຂ່າວຂອງຟັອກ ເວົ້າຖືກ! ມັນເປັນ“ສົງຄາມວັນຄຣິສມາດ”ຢ່າງແທ້ຈິງ! ມັນມີສົງຄາມຕໍ່ຕ້ານພວກຄຣິສຕຽນ ຢ່າງແທ້ຈິງ! ຄົນທີ່ເຮັດບາບກຽດຊັງພຣະເຢຊູ!.

“ບຸລຸດແຫ່ງຄວາມໂສກເສົ້າ ຄືຊື່
ທີ່ພຣະບຸດຂອງພຣະເຈົ້າໄດ້ສະເດັດມາ
ຊົງເອີ້ນຄົນບາບທີ່ຖືກທຳລາຍໃຫ້ກັບຄືນມາ
ຮາເລລູຢາ! ພຣະຜູ້ໂຜດໃຫ້ພົ້ນ
ຊົງແບກຄວາມອາຍກັບຄໍາເຢາະເຢີ້ຍຫຍາບຄາຍ
ຊົງຢືນຮັບໂທດຢູ່ໃນບ່ອນຂອງຂ້າ
ຊົງຈໍາກາອະໄພບາບດ້ວຍພຣະໂລຫິດ
ຮາເລລູຢາ! ພຣະຜູ້ໂຜດໃຫ້ພົ້ນ
(ຮາເລລູຢາ! ພຣະຜູ້ໂຜດໃຫ້ພົ້ນ” by Philip P. Bliss, 1838-1876).

ຂ້າພະເຈົ້າຮູ້ສຶກໂສກເສົ້າຫຼາຍເມື່ອຄິດເຖິງຄົນໜຸ່ມສາວບາງຄົນຊື່ງເຂົ້າຮ່ວມຄຣິສ ຕະຈັກຂອງເຮົາທຸກອາທິດແຕ່ບໍ່ຮັກພຣະເຢຊູພໍທີ່ຈະເຊື່ອວາງໃຈໃນພຣະອົງ! ແລ້ວທ່ານ ຈະສາມາດປະສົບກັບພຣະຄຸນຂອງພຣະເຈົ້າໄດ້ແນວໃດ ຖ້າທ່ານຫາກຢູ່ຝ່າຍຂອງພະຍາ ມານ? ຖ້າທ່ານຈະລອດໄດ້ແນວໃດຖ້າທ່ານຍັງສືບຕໍ່ດູໝີ່ນພຣະເຢຊູ, ຖ້າທ່ານບໍ່ຮັກພຣະ ອົງຈົນພໍທີ່ຈະເຊື່ອວາງໃຈໃນພຣະອົງ! ທ່ານຈະສາມາດປະສົບກັບພຣະຄຸນແລະຄວາມພໍ ພຣະໄທຂອງພຣະເຈົ້າໄດ້ແນວໃດຖ້າທ່ານຍັງສືບຕໍ່ປະຕິເສດພຣະເຢຊູຄຣິດເຈົ້າ? ມື້ໜື່ງ ທ່ານຈະຈະເປັນຄືກັບຜູ້ເຖົ້າທີ່ຢູ່ຜູ້ດຽວປາສະຈາກຄວາມຫວັງໃນຊ່ວງຄຣິສມາດ.

ພຣະຄຸນຄືສິ່ງທີ່ຄົນບາບທີ່ເຮັດຊົ່ວ,ສົກກະປົກ,ສິ້ນຫວັງຕ້ອງການ! ແລະບໍ່ມີໃຜມີ ນອກຈາກອົງພຣະເຢຊູຄຣິດມີພຣະຄຸນທີ່ທ່ານຕ້ອງການ! ຈົົ່ງໄປຫາພຣະອົງຕອນນີ້ເລີຍ ກ່ອນທີ່ມັນຈະສາຍເກີນໄປ! ຫຼັງຈາກນັ້ນທ່ານຈະສາມາດເວົ້າກັບອັກຄະສາວົກເປໂຕວ່າ:

“ພວກເຮົາເຊື່ອວ່າ ເຮົາເອງກໍລອດໂດຍພຣະຄຸນຂອງພຣະເຢຊູຄຣິດເຈົ້າ ເໝືອນກັນ” (ກິດຈະການ 15:11)

II. ສອງ ທ່ານຕ້ອງການຄວາມຮັກຂອງພຣະເຈົ້າ.

“ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າ ຄວາມຮັກແຫ່ງພຣະເຈົ້າ… ຈົ່ງດຳລົງຢູ່ກັບທ່ານທັງຫລາຍເຖີດ” (2 ໂກລິນໂທ 13:14)

ດຣ.ຊາດສ໌ຮັອດ ຄືນັກສາສະໜາສາດຄົນໜື່າງທີ່ຍິ່ງໃຫຍ່ໃນສະຕະວັດທີ່ 19 ກ່າວວ່າ: “ໃນມຸມມອງໜື່ງ [ຫົນທາງໜື່ງທີ່ຈະແນມເບິ່ງ] ຄວາມຮັກຂອງພຣະເຈົ້າຄືແຫຼ່ງ ແຫ່ງການຊົງໄຖ່, ພຣະເຈົ້າຊົງສະແດງຄວາມຮັກຂອງພຣະອົງໃນການໃຫ້ພຣະບຸດຂອງ ພຣະອົງເພື່ອພວກເຮົາ.

“ແຕ່ພຣະເຈົ້າຊົງສະແດງຄວາມຮັກຂອງພຣະອົງແກ່ເຮົາທັງຫລາຍ ຄືຂະນະທີ່ເຮົາຍັງເປັນຄົນບາບຢູ່ນັ້ນ ພຣະຄຣິດໄດ້ຊົງສິ້ນພຣະຊົນເພື່ອເຮົາ” (ໂລມ 5:8)

ແຕ່ໃນອີກມຸມມອງໜື່ງ[ອີກຫົນທາງໜື່ງທີ່ຈະແນມເບິ່ງ] ຄວາມຮັກຂອງພຣະເຈົ້າຕໍ່ເຮົາຄື ທາງພຣະຄຸນແລະວຽກງານຂອງພຣະຄຣິດ, ນັ້ນແລະຄືການຊົງສະແດງເຖິງຄວາມຮັກໃນ ການອະໄພບາບ, ການເຮັດໃຫ້ເປັນຄົນຊອບທໍາແລະຄວາມລອດຂອງມະນຸດຄືວຽກງານ ຂອງພຣະຄຣິດ, ພວກເຮົາໄດ້ຄືນດີກັບພຣະເຈົ້າໂດຍຄວາມຕາຍຂອງພຣະບຸດພຣະອົງ, ຄວາມຕາຍຂອງພຣະອົງເພື່ອຊໍາລະເຮົາໃຫ້ບໍລິສຸດຄືເປັນສິ່ງທີ່ຈໍາເປັນຂອງເຮົາເພື່ອນໍາສະ ເໜີການສາມັກຄີທໍາກັບພຣະເຈົ້າແລະເຮັດໃຫ້ເຮົາເປັນຄົນມີສ່ວນຂອງຄວາມຮັກພຣະອົງ, ເຫດສັນນັ້ນເປົາໂລຈື່ງໃສ່ພຣະຄຸນຂອງພຣະເຈົ້າກ່ອນຄວາມຮັກຂອງພຣະອົງ, ໃນຂະນະທີ່ ຈິດສໍານຶກໄດ້ກ່າວເຖິງເປັນສະຖານະການທີ່ຈໍາເປັນທີ່ສະແດງອອກມາ” (Charles Hodge, Ph.D., 1 and 2 Corinthians, The Banner of Truth Trust, 2000 reprint, p. 689; note on II Corinthians 13:14).

ຄືກັບທີ່ວິລລ່ຽມອາເນວິວກ່າວວ່າ:

ໂອຄວາມຮັກທີ່ນໍາແຜ່ນການແຫ່ງຄວາມລອດ
ໂອພຣະຄຸນທທີ່ນໍາເອົາລົງມາເຖິງມະນຸດ
ໂດຍລິດເດດພຣະເຈົ້າຊົງໄຂເມືອງຟ້າ ທີ່ໄມ້ກາງແຂນ
(ທີ່ໄມ້ກາງແຂນ” ໂດຍ William R. Newell, 1868-1956).

ມັນບໍ່ແມ່ນທາງນັ້ນບໍທີ່ເຮົາປະສົບພົບພໍ້ກັບຄວາມຮັກຂອງພຣະເຈົ້າ? ດຣ.ເລັນສະກີຊີ້ໃຫ້ ເຫັນວ່າ “ລໍາດັບຂອງບຸກຄົນກັບລໍາດັບຂອງຂອງປະທານຂອງເຂົາເຈົ້າຄືເຄື່ອງໝາຍ” ທໍາ ອິດພວກເຮົາໄດ້ຮັບພຣະຄຸນຂອງພຣະເຢຊູຄຣິດເຈົ້າ ແລ້ວຫຼັງຈາກນັ້ນເຮົາປະສົບພົບພໍ້ກັບ ຄວາມຮັກຂອງພຣະອົງ, ພວກເຮົາໄດ້ຮັບພຣະຄຸນຂອງພຣະເຢຊູກ່ອນຫຼັງຈາກນັ້ນພວກ ເຮົາຈື່ງຮູ້ຈັກຄວາມຮັກຂອງພຣະເຈົ້າ” (R. C. H. Lenski, Ph.D., The Interpretation of St. Paul’s First and Second Epistles to the Corinthians, Augsburg Publishing House, 1969 edition, p. 1339; note on II Corinthians 13:14).

ນີ້ແລະຄືປະສົບການຂອງຂ້າພະເຈົ້າເອງແລະມັນເປັນ(ຫຼືຈະເປັນ)ປະສົບການຂອງທ່ານເຊັ່ນກັນ, ຂ້າພະເຈົ້າຖືກຊັກນໍາໃຫ້ເຂົ້າໃກ້ພຣະເຢຊູກ່ອນ, ຫຼັງຈາກນັ້ນຂ້າພະເຈົ້າຈື່ງມີ ປະສົບການກັບພຣະຄຸນຂອງພຣະເຢຊູຄຣິດເຈົ້າ,ແລ້ວເລີ່ມຮູ້ຈັກແລະເຂົ້າໃຈຄວາມຮັກຂອງ ພຣະເຈົ້າ, ຖ້າທ່ານຍັງບໍ່ລອດທ່ານຈະຕ້ອງມາຫາພຣະເຢຊູກ່ອນ, ຫຼັງຈາກທີ່ທ່ານມາຫາ ພຣະເຢຊູແລ້ວທ່ານຈະເລີ່ມຮູ້ຈັກຄວາມຮັກຂອງພຣະເຈົ້າ! ດຣ.ເລັນສະກີກ່າວວ່າ “ຄວາມ ຮັກທີ່ແທ້ຈິງຂອງພຣະເຈົ້າຄອບຄອງສະຖານທີ່ທີ່ສອງໃນພຣະພອນນີ້” (ເຫຼັ້ມດຽວກັນ), ໜື່ງທ່ານຈະຕ້ອງມາຫາພຣະຄຣິດ, ຫຼັງຈາກນັ້ນທ່ານຈະຮູ້ຈັກຄວາມຮັກຂອງພຣະເຈົ້າ! ນີ້ເປັນຫົນທາງທີ່ຄົນບາບລອດພົ້ນ! ຈົ່ງມາຫາພຣະເຢຊູແລະຫຼັງຈາກນັ້ນທ່ານຈະຮູ້ວ່າພຣະ ອົງຊົງຮັກທ່ານຫຼາຍປານໃດ.

ຂ້າພະເຈົ້າກໍງລັງຄິດເຖິງຊາຍຜູ້ອາວຸໂສທີ່ຫ້ອງອອກກໍາລັງກາຍຂອງຂ້າພະເຈົ້າອີກ ເທື່ອໜື່ງ, ຫຼາຍປີກ່ອນລາວຍ່າງອອກໄປຈາກພຣະຄຣິດແລະໂບດຂອງລາວ - ແລະຕອນ ນີ້ລາວຢູ່ໂດດດ່ຽວໃນໂລກຊ່ວງເວລາວັນຄຣິສມາດ - ປາສະຈາກຄວາມຮັກຂອງພຣະເຈົ້າ ຢ່າໃຫ້ເຫດການແບບນັ້ນເກີດຂື້ນກັບທ່ານ! ຈົ່ງມາຫາພຣະເຢຊູດຽວນີ້ແລ້ວທ່ານຈະເລີ່ມມີ ປະສົບການກັບຄວາມຮັກຂອງພຣະເຈົ້າ!

III. ສາມ ທ່ານຕ້ອງການການສາມັກຄີທໍາຂອງພຣະວິນຍານບໍລິສຸດ.

“ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າ ຄວາມຮັກແຫ່ງພຣະເຈົ້າ ແລະຄວາມສະໜິດສະໜົມຊຶ່ງມາຈາກພຣະວິນຍານບໍລິສຸດ ຈົ່ງດຳລົງຢູ່ກັບທ່ານທັງຫລາຍເຖີດ ເອແມນ” (2 ໂກລິນໂທ 13:14)

ພາສາກຣີກແປ “ຄວາມສະໜິດສະໜົມ”ໃນນີ້ຄືຄໍາຄວາມອົບອຸ່ນແລະເປັນມິດໂຄອິໂນເນຍ ມັນໝາຍເຖິງ “ເປັນໜື່ງດຽວກັບ” ຫຼື “ສາມັກຄີທໍາ”, ຂ້າພະເຈົ້າຕ້ອງອ້າງເຖິງ ດຣ.ເລັນສະກີອີກເທື່ອໜື່ງເພາະລາວເວົ້າຢ່າງສວຍງາມແລະດີຫຼາຍ, ລາວວ່າ:

ພຣະວິນຍານບໍລິສຸດກົ້ມລົງມາຫາເຮົາແລະຫຸ້ມຫໍ່ເຮົາໄວ້ໃນຄວາມເປັນ ໜື່ງຂອງພຣະອົງຊື່ງເຮົາໄດ້ພົບພຣະຄຸນແລະຄວາມຮັກທຸກຢ່າງ, ບໍ່ແມ່ນ ມາຈາກທີ່ໄກທີ່ຂະຫຍາຍສູ່ເຮົາແຕ່ເປັນ ໃນຄວາມເປັນໜື່ງຊື່ງຢູ່ເໜືອ ຄວາມເຂົ້າໃຈຂອງເຮົາ (ເຫຼັ້ມດຽວກັນໜ້າ 1341)

ເອລີຊາຮັອຟແມນເວົ້າເຖິງຄວາມເປັນໜື່ງດຽວກັນຫຼືການສາມັກຄີທໍາກັບພຣະວິນຍານໃນ ຂະນະ “ອີງຢູ່ເທິງແຂນອັນຕະຫຼອດເປັນນິດ” ໃຫ້ເຮົາຟັງ

ຄືການສາມັກຄີທໍາ ຄືຄວາມຍິນດີ ພຣະເຈົ້າ
ອີງຢູ່ເທິງແຂນອັນຕະຫຼອດເປັນນິດ
ຄືພຣະພອນອັນ ຄືສັນຕິສຸກອັນຄືຂອງຂ້າ
ອີງຢູ່ເທິງແຂນອັນຕະຫຼອດເປັນນິດ
ອີງຢູ່ ອີງຢູ່,ປອດໄພແລະໝັ້ນຄົງຈາກອັນຕະລາຍທຸກຢ່າງ
ອີງຢູ່ ອີງຢູ່ ອີງຢູ່ເທິງແຂນອັນຕະຫຼອດເປັນນິດ
(“Leaning on the Everlasting Arms” by Elisha A. Hoffman, 1839-1929).

ແມ່ຂອງຂ້າພະເຈົ້າມັກເພງເກົ່ານັ້ນ, ພວກເຮົາພາກັນຮ້ອງຫຼາຍເທື່ອພາຍຫຼັງທີ່ລາວ ຮັບເຊື່ອແລ້ວ, ນັ້ນຄືຄວາມເປັນໜື່ງດຽວກັນ,ນັ້ນຄືການສາມັກຄີທໍາທີ່ພວກເຮົາມີກັບພຣະວິນ ຍານບລິສຸດເມື່ອພວກເຮົາໄດ້ຮັບຄວາມລອດພົ້ນໂດຍພຣະເຢຊູ! ຄືການສາມັກຄີທໍາ,ຄວາມ ຍິນດີຈາກພຣະເຈົ້າ, ທີ່ພັກພີງອີງເທິງແຂນອັນຕະຫຼອດເປັນນິດ!

“ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າ ຄວາມຮັກແຫ່ງພຣະເຈົ້າ ແລະຄວາມສະໜິດສະໜົມຊຶ່ງມາຈາກພຣະວິນຍານບໍລິສຸດ ຈົ່ງດຳລົງຢູ່ກັບທ່ານທັງຫລາຍເຖີດ ເອແມນ” (2 ໂກລິນໂທ 13:14)

ດຣ.ຮັອດເວົ້າວ່າ “ຂໍ້ພຣະຄໍາພີຂໍ້ນີ້ໄດ້ເຮັດໃຫ້ລະນຶກເຖິງຫຼັກຄໍາສອນທີ່ຈະແຈ້ງ ເລື່ອງພຣະເຈົ້າສາມພຣະພາກຊື່ງເປັນຫຼັກຄໍາສອນພື້ນຖານເກົ່າແກ່ຂອງຄຣິສຕຽນ, ສໍາຫຼັບ ຄຣິສຕຽນແລ້ວກໍຄືຄົນໜື່ງທີ່ສະແຫວງຫາແລະຍິນດີກັບພຣະຄຸນຂອງພຣະເຢຊູເຈົ້າ,ຄວາມ ຮັກຂອງພຣະເຈົ້າແລະຄວາມເປັນອັນໜື່ງອັນດຽວກັນຂອງພຣະວິນຍານບໍລິສຸດ” (ເຫຼັ້ມດຽວ ກັນ)

ຂ້າພະເຈົ້າຮູ້ສຶກເສຍໃຈຫຼາຍກັບຊາຍແກ່ທີ່ຢູ່ບ່ອນອອກກໍາລັງກາຍຂອງຂ້າພະເຈົ້າ ເມື່ອລາວອອກໄປຈາກສູ່ຄວາມມືດມົນ,ລາວສູນເສຍຄວາມຍິນດີແຫ່ງພຣະພອນ, ຄວາມຮູ້ ຈັກພຣະເຈົ້າສາມພຣະພາກ, ນັກເທດຜູ້ຍິ່ງໃຫຍ່ຢ່າງດຣ.ດັບເບີ້ນຢູ.ເອ.ຄຣິສແວວເວົ້າດີວ່າ:

ເມື່ອມະນຸດນະມັດສະການພຣະເຈົ້າທີ່ແທ້ຈິງ,ເມື່ອເຂົາກົ້ມກາບລົງຕໍ່ໜ້າ ພຣະເຢຊູຄຣິດເຈົ້າ, ເມື່ອເຂົາຍອມຮັບໃນໃຈຂອງເຂົາເຖິງຄໍາພະຍານ ເລື່ອງພຣະວິນຍານບໍລິສຸດຊື່ງຊີ້ໄປທີ່ພຣະຄຸນທີ່ຊ່ວຍໃຫ້ລອດຂອງພຣະເຢຊູ, ມະນຸດກໍໄດ້ຮັບການຍົກຂື້ນ,ເຂົາກໍຖືກຍົກຂື້ນ,ເຂົາກໍຖືກອົບຮົມ, ທຸກສິ່ງ ທີ່ກ່ຽວຂ້ອງຊີວິດຂອງເຂົາໄດ້ຮັບຄວາມຊອບທໍາແລ້ວແລະຖືກເຮັດໃຫ້ເປັນ ຂອງສະຫວັນແລະບໍລິສຸດ,ມີພຣະເຈົ້າອົງດຽວແລະພຣະນາມຂອງພຣະອົງ ຄືພຣະບິດາເຈົ້າ,ພຣະເຈົ້າພຣະຜູ້ຊ່ວຍແລະພຣະເຈົ້າຢູ່ໃນໃຈຂອງເຮົາ - ຂັບເຄື່ອນພຣະຄຸນແລະການເປັນພະຍານຂອງພຣະວິນຍານບໍລິສຸດ. ເອແມນ (W. A. Criswell, Ph.D., Great Doctrines of the Bible – Volume 2, Zondervan Publishing House, 1982, p. 77).

ຂ້າພະເຈົ້າຂໍອະທິຖານວ່າທ່ານຈະມາຫາພຣະເຢຊູໃນຄືນນີ້, ພຣະອົງຈະຊ່ວຍທ່ານ ໃຫ້ພົ້ນຈາກຊີວິດທີ່ເສຍເວລາກັບການເຫັນແກ່ຕົວແລະບາບ, ພຣະອົງຈະຊົງລ້າງທ່ານດ້ວຍ ພຣະໂລຫິດທີ່ພຣະອົງຊົງຫຼັງລົງເທິງໄມ້ກາງແຂນ, ຈົ່ງມາຫາພຣະເຢຊູແລ້ວທ່ານຈະຮູ້ຈັກ ຄວາມຮັກຂອງພຣະເຈົ້າແລະການສາມັກຄີທໍາທີ່ອຸ່ນໃຈຂອງພຣະວິນຍານບໍລິສຸດ.

ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການມາຫາພຣະເຢຊູ,ກະລຸນາລຸກຂື້ນຈາກ ຕັ່ງຂອງທ່ານຍ່າງໄປຂ້າງຫຼັງຫ້ອງປະຊຸມນີ້ດຽວນີ້ເລີຍ, ດຣ.ເຄແກນຈະພາທ່ານໄປອີກ ຫ້ອງໜື່ງບ່ອນທີ່ພວກເຮົາສາມາດສົນທະນາແລະອະທິຖານໄດ້, ຂໍໃຫ້ດຣ.ແຊນ ມາອະທິ ຖານເພື່ອຜູ້ທີ່ຈະຮັບເຊື່ອພຣະເຢຊູໃນຄືນນີ້ແດ່. ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍທ້າວ ອາເບວພຣຸດໂຮມ 2 ໂກລິນໂທ 13:11-14
ບັນເລງເພງກ່ອນເທດສະໜາໂດຍທ້າວເບັນຈາມິນຄິນເຄດກຣິຟຟິນ
“O Little Town of Bethlehem” (by Phillips Brooks, 1835-1893).


ໂຄງຮ່າງບົດເທດສະໜາ

ຄວາມລອດຜ່ານທາງສາມພຣະເຈົ້າສາມພຣະພາກ-
ບົດເທດສະໜາວັນຄຣິສມາດ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າ ຄວາມຮັກແຫ່ງພຣະເຈົ້າ ແລະຄວາມສະໜິດສະໜົມຊຶ່ງມາຈາກພຣະວິນຍານບໍລິສຸດ ຈົ່ງດຳລົງຢູ່ກັບທ່ານທັງຫລາຍເຖີດ ເອແມນ” (2 ໂກລິນໂທ 13:14)

I. ໜື່ງ ທ່ານຕ້ອງການພຣະຄຸນຂອງພຣະເຢຊູຄຣິດເຈົ້າ
2 ໂກລິນໂທ 13:14ກເຮັບເລີ 10:29; ອິດສະຢາ 53:3; ໂຢຮັນ 5:40;
ອິດສະຢາ 49:7; ກິດຈະການ 15:11.

II. ສອງ ທ່ານຕ້ອງການຄວາມຮັກຂອງພຣະເຈົ້າ.
2 ໂກລິນໂທ 13:14ຂ; ໂລມ 5:8.

III. ສາມ ທ່ານຕ້ອງການການສາມັກຄີທໍາຂອງພຣະວິນຍານບໍລິສຸດ.
2 ໂກລິນໂທ 13:14ຄ.