Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພຣະໂລຫິດ - ທໍາມະດາຫຼືປະເສີດ?

THE BLOOD – COMMON OR PRECIOUS?
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 17/11/2013
A sermon preached at the Baptist Tabernacle of Los Angeles
Lord’s Day Morning, November 17, 2013


ໃນເຊົ້ານີ້ຂ້າພະເຈົ້າຢາກຈະໃຫ້ທ່ານເບິ່ງເບິ່ງປະໂຫຍກສອງປະໂຫຍກໃນພຣະຄໍາພີໃຫມ່ທີ່ອະທິບາຍເຖິງພຣະໂລຫິດຂອງພຣະຄຣິດ, ຂໍ້ທໍາອິດເປີດໄປໃນໜັງສືເຮັບເລີ 10:29 ປະໂຫຍກທີ່ອະທິບາຍເຖິງພຣະໂລຫິດຢູ່ໃຈກາງຂອງຂໍ້ພຣະຄໍາພີ.

“ວ່າເປັນສິ່ງຊົ່ວຊ້າ” (ເຮັບເລີ 10:29)

ຕອນນີ້ເປີດໄປໃນໜັງສື 1 ເປໂຕ 1:19, ຢູ່ໃນນີ້ພຣະໂລຫິດຖືກອະທິບາຍເປັນ:

“ພຣະໂລຫິດອັນປະເສີດຂອງພຣະຄຣິດ” (1 ເປໂຕ 1:19)

ກະລຸນາເປີດພຣະຄໍາພີນີ້ໄວ້.

ຂ້າພະເຈົ້າໄດ້ຄິດກ່ຽວກັບປະໂຫຍກເຫຼົ່ານັ້ນສອງສາມຄືນທີ່ຜ່ານມາ, ໃນການຕຶກ ຕອງຂອງຂ້າພະເຈົ້າໃນປະໂຫຍກເຫຼົ່ານັ້ນມັນໄດ້ຕໍາໃຈຂ້າພະເຈົ້າວ່າທົ່ວທັງໂລກໄດ້ແບ່ງ ອອກເປັນສອງກຸ່ມ (1) ຄົນເຫຼົ່ານັ້ນຊື່ງຄິດວ່າພຣະໂລຫິດຂອງພຣະຄຣິດ “ເປັນສິ່ງ ຊົ່ວຊ້າ” ແລະ (2) ຄົນທີ່ຄິດວ່າ “ພຣະໂລຫິດອັນປະເສີດຂອງພຣະຄຣິດ”,ປະໂຫຍກໃດທີ່ ອະທິບາຍເຖິງແນວຄິດຂອງທ່ານກ່ຽວກັບພຣະໂລຫິດຂອງພຣະເຢຊູ?

I. ໜື່ງ ທ່ານຄິດວ່າພຣະໂລຫິດຂອງພຣະເຢຊູເປັນຄືກັບ “ສິ່ງຊົ່ວຊ້າ” ບໍ?

ຖ້າທ່ານຫາກອ່ານຂໍ້ເຕັມໆຂອງເຮັບເລີ 10:26-31 ທີ່ທ້າວພຣຸດໂຮມອ່ານມື້ກີ້ນີ້, ທ່ານຈະເຫັນວ່າມັນແນ່ໃສ່ຄົນເຫຼົ່ານັ້ນທີ່ “ຈົ່ງໃຈເຮັດບາບ” ແລະເປັນເປົ້າໝາຍຂອງການພິ ພາກສາຂອງພຣະເຈົ້າ, ຄືກັບທີ່ເຮົາເຫັນໃນຂໍ້ພຣະຄໍາພີໃນເຊົ້າມື້ນີ້ຊື່ງມາຈາກຂໍ້ພຣະຄໍາພີ ສອງຂໍ້ສອງປະໂຫຍກ “ເປັນສິ່ງຊົ່ວຊ້າ” ເບິ່ງໃນເຮັບເລີ 10:31

“ການຕົກຢູ່ໃນອຸ້ງພຣະຫັດຂອງພຣະເຈົ້າຜູ້ຊົງພຣະຊົນນັ້ນເປັນທີ່ໜ້າຢ້ານ” (ເຮັບເລີ 10:31)

ເຊີນທ່ານນັ່ງລົງ

ດຣ.ເຈ.ເວີນນອນແມັກກີ້ເວົ້າເຖິງຂໍ້ພຣະຄໍາພີວ່າ:

…ການພິພາກສາຂອງພຣະເຈົ້າແມ່ນຢູ່ຂ້າງໜ້າ[ສໍາຫຼັບ]ທຸກຄົນ “ຄົນທີ່ດູ ໝີ່ນພຣະໂລຫິດແຫ່ງພຣະສັນຍາ…ເປັນສິ່ງຊົ່ວຊ້າ…”ເພື່ອນຂອງຂ້າພະ ເຈົ້າຖ້າທ່ານດູໝີ່ນສິ່ງທີ່ພຣະຄຣິດໄດ້ຊົງເຮັດເພື່ອທ່ານເທິງໄມ້ກາງແຂນ ກໍບໍ່ມີຫຍັງໃນອະນາຄົດຂອງທ່ານນອກຈາກການພິພາກສາ, ທ່ານກໍບໍ່ມີ ຄວາມຫວັງໃດອີກເລີຍ (J. Vernon McGee, Th.D., Thru the Bible, Thomas Nelson Publishers, 1983, Volume V, p. 578; note on Hebrews 10:31).

ທ່ານອາດຈະເວົ້າວ່າ “ຂ້ອຍບໍ່ໄດ້ຄິດວ່າພຣະໂລຫິດຂອງພຣະເຢຊູວ່າເປັນສິ່ງຊົ່ວ ຊ້າ, ຂ້ອຍພຽງແຕ່ຄິດວ່າມັນເປັນຄືກັບເລືອດຂອງທຸກຄົນ, ມັນບໍ່ມີຫຍັງພິເສດກ່ຽວກັບພຣະ ໂລຫິດຂອງພຣະເຢຊູ” ແນ່ນອນຖ້າທ່ານຫາກຄິດແບບນັ້ນທ່ານກໍມີຄວາມຜິດ - ເພາະພາ ສາກຣີກແປຄໍາວ່າ “ຊົ່ວຊ້າ” ເປັນ “ໂຄອິໂນສ” ຊື່ງໝາຍເຖິງ “ທໍາມະດາ” (Strong, number 2839). ຈອດຈ໌ຣິກເກີເບີຣີ່ເວົ້າວ່າມັນໝາຍເຖິງ “ທໍາມະດາ, ແບ່ງກັນຫຼາຍຄົນ”, ນັ້ນແລະທີ່ຄໍາວ່າ “ຊົ່ວຊ້າ” ໝາຍເຖິງ, ມັນໝາຍຄວາມວ່າພຣະໂລຫິດຂອງພຣະເຢຊູເປັນ ຂອງທໍາມະດາ - ເປັນຄືກັບເລືອດຂອງທຸກທຸກໆຄົນ “ແບ່ງກັນຫຼາຍຄົນ” ຄືກັບທີ່ຈອດຈ໌ ຣິກເກີເບີຣີ່ກ່າວໄວ້.

ສໍາຫຼັບຂ້າພະເຈົ້າເບິ່ງຄືວ່າ ດຣ.ຈອນແມັກອາເທີ ເຂົ້າໃກ້ອັນຕະລາຍໃນການເອີ້ນ ພຣະໂລຫິດຂອງພຣະຄຣິດວ່າ “ເປັນສິ່ງທໍາມະດາ” ຕອນທີ່ລາວເວົ້າວ່າ “ພຣະໂລຫິດ ຂອງພຣະອົງບໍ່ມີຄ່າແຫ່ງການໄຖ່” (MacArthur Study Bible, note on Hebrews 9:7), ໃນ ບົດບັນທຶກຂອງລາວເລື່ອງ “ພຣະໂລຫິດຂອງພຣະຄຣິດ” ໃນເຮັບເລີ 9:14, ດຣ.ແມັກ ອາເທີເວົ້າວ່າ “ພຣະໂລຫິດເປັນຄໍາທີ່ຖືກເອົາມາໃຊ້ແທນຂອງຄວາມຕາຍ” (ເຫຼັ້ມດຽວກັນ) ບັນທຶກໃນເຮັບເລີ 9:14), ໃນມຸມມອງຂອງລາວເລື່ອງສາສະໜາສາດ (ເຫຼັ້ມດຽວກັນໜ້າ 2192) ດຣ.ແມັກອາເທີ ເວົ້າວ່າພຣະຄໍາພີຄື “ຖ້ອຍຄໍາທີ່ຖືກດົນໃຈທຸກໆຕອນ” ແຕ່ຄໍາພາ ສາກຣີກໃນເຮັບເລີ 9:14 ຄືຄໍາວ່າ “ໄຮມາ” ແລະຄວາມຈິງແລ້ວມັນໝາຍເຖິງ “ເລືອດ” ທີ່ຈະເວົ້າວ່າ “ພຣະໂລຫິດ” ຄືຄໍາທີ່ເອົາມາແທນສໍາຫຼັບຄວາມຕາຍຄືເພື່ອປະຕິເສດຂໍ້ພຣະ ຄໍາພີທີ່ວ່າ “ຖ້ອຍຄໍາທຸກຄໍາໄດ້ຮັບການດົນໃຈ”, ເມື່ອດຣ.ແມັກອາເທີເວົ້າວ່າ “ພຣະໂລຫິດ ຂອງພຣະອົງບໍ່ມີຄ່າແຫ່ງການໄຖ່” ສໍາຫຼັບຂ້າພະເຈົ້າມັນຄືວ່າເຂົ້າໃກ້ການເອີ້ນພຣະໂລຫິດ ຂອງພຣະຄຣິດວ່າ “ເປັນສິ່ງທໍາມະດາ” (ເຮັບເລີ 10:29), ແລະເຮັບເລີ 10:29 ໄດ້ໃຫ້ ຄໍາເຕືອນທີ່ໜັກແໜ້ນຕໍ່ສູ້ກັບການເຮັດແບບນັ້ນ! ບໍ່ມີຊີວິດໃດໃນການສອນແບບນັ້ນ,ຂ້າພະ ເຈົ້າຄິດວ່າມັນແຫ້ງແລະຕາຍແລ້ວ, ດຣ.ມາຕິນລອຍໂຈນ ກ່າວວ່າ:

         ທ່ານຈະພົບໃນທຸກໆຈຸດແຫ່ງການຟື້ນຟູໂດຍປາສະຈາກຂໍ້ຍົກເວັ້ນ, ໄດ້ມີເນັ້ນໜັກຫຼາຍຢ່າງເຖິງເລື່ອງພຣະໂລຫິດຂອງພຣະຄຣິດ, ບົດເພງທີ່ ຖືກຫ້ອງເກືອບທຸກຊ່ວງແຫ່ງການຟື້ນຟູເປັນບົດເພງທີ່ກ່ຽວກັບພຣະໂລຫິດ ຂ້າພະເຈົ້າສາມາດເອົາມັນມາໃຫ້ທ່ານເຫັນໃນພາສາຕ່າງໆໄດ້, ບໍ່ມີຕົວລະ ຄອນໃດທີ່ມີຫຼາຍໄປກວ່ານີ້ແລ້ວ, ພວກເຮົາພົບວ່າອັກຄະສາວົກໄດ້ໃສ່ລົງ ໄປເພື່ອພວກເຮົາໃນໜັງສືໂຄໂລສີ 1– “ຊົງເຮັດໃຫ້ມີສັນຕິພາບ…”- ເຮັດ ໃຫ້ມີສັນຕິພາບໄດ້ແນວໃດ? “…ໂດຍພຣະໂລຫິດແຫ່ງການແຂນຂອງ ພຣະອົງ” (ຂໍ້ 20)
         ແນ່ນອນຂ້າພະເຈົ້າຮູ້ດີຢ່າງເຕັມລົ້ນເມື່ອຂ້າພະເຈົ້າເວົ້າເຖິງແບບນັ້ນຂ້າພະເຈົ້າກໍາລັງເວົ້າເຖິງບາງສິ່ງທີ່ບໍ່ທໍາມະດາແລະສູງສົງທີ່ບໍ່ໂດ່ງດັງໃນຍຸກ ປະຈຸບັນ, ມີນັກເທດຄຣິສຕຽນຫຼາຍຄົນຊື່ງຄິດວ່າເຂົາເປັນຄົນສະຫຼາດໃນ ການຫົວຂວັນເຖິງເລື່ອງສາສະໜາສາດແຫ່ງພຣະໂລຫິດນີ້, ພວກເຂົາເອົາ ມັນອອກດ້ວຍການດູຖູກ…ນັ້ນແລະວ່າເປັນຫຍັງຄຣິສຕະຈັກຈື່ງເປັນຄືກັບທີ່ມັນເປັນ, ແຕ່ໃນຊ່ວງແຫ່ງການຟື້ນຟູສະຫງ່າລາສີຂອງມັນໃນໄມ້ກາງ ແຂນມັນໄດ້ຍົກຊູໃນພຣະໂລຫິດ, ເພາະຄືກັບທີ່ຜູ້ຂຽນໜັງສືເຮັບເລີໄດ້ໃສ່ ລົງໄປວ່າ ມີພຽງທາງດຽວເທົ່ານັ້ນທີ່ເຮົາສາມາດເຂົ້າໄປສະຖານທີ່ບໍລິສຸດ ທີ່ສຸດດ້ວຍຄວາມກ້າຫານແລະນັ້ນຄືໂດຍທາງພຣະໂລຫິດຂອງພຣະເຢຊູ ເບິ່ງເຮັບເລີ 10:19 (Martyn Lloyd-Jones, M.D., Revival, Crossway Books, 1994 edition, page 48).

ຂ້າພະເຈົ້າຕ້ອງບອກຄວາມຈິງກັບທ່ານ,ຖ້າພຣະໂລຫິດຂອງພຣະເຢຊູຫາກເບິ່ງຄື ວ່າບໍ່ສໍາຄັນສໍາຫຼັບທ່ານ, ທ່ານກໍເປັນຄົນຫລົງຫາຍທີ່ກໍາລັງໄປສູ່ສະຖານທີ່ທໍລະມານເປັນ ນິດນິລັນ, ໃນຄວາມເປັນຈິງແລ້ວທ່ານບໍ່ແມ່ນຄຣິສຕຽນແທ້.

ນີ້ຄືຄໍາພະຍານບາງສ່ວນຂອງຍິງສາວຄົນໜື່ງອາຍຸຊາວປີຊື່ງມາຮ່ວມນະມັດສະ ການໃນຄຣິສຕະຈັກຂອງເຮົາ, ນາງເວົ້າວ່າ:

ຂ້ອຍ[ເຄີຍ]ຈົ່ມຢູ່ໃນຄວາມສິ້ນຫວັງ,ໃນໃຈຂ້ອຍຮູ້ດີວ່າຂ້ອຍເປັນຄົນບາບ, ແຕ່ຂ້ອຍຮູ້ສຶກຜູກພັນໃນຄວາມເສຍດາຍທີ່ຈະເປັນຫ່ວງກັບຄວາມບາບ ຂອງຕົນເອງ, ໃນທີ່ສຸດພຣະວິນຍານບໍລິສຸດໄດ້ເຮັດໃຫ້ຂ້ອຍສໍານຶກກັບ ຄວາມບາບທີ່ຜ່ານມາຂອງຂ້ອຍ, ພວກມັນສິງຢູ່ໃນຂ້ອຍແລະຂ້ອຍບໍ່ສາ ມາດເອົາມັນອອກໄປໄດ້, ຂ້ອຍເລີ່ມສົງໄສວ່າ “ຂ້ອຍເຮັດບາບພວກນັ້ນ ໄດ້ແນວໃດ? ຂ້ອຍຈົ່ມລົງຕໍ່າໃນຄວາມບາບໄປໄດ້ແນວໃດ?” ພຣະວິນ ຍານບໍລິສຸດໄດ້ເປີດເຜີຍໃຫ້ຂ້ອຍເຫັນວ່າຄວາມບາບເຫຼົ່ານີ້ມາຈາກຄວາມ ຊົ່ວ,ໃຈທີ່ຄົດໂກງແລະຄວາມເຊື່ອມຊາມທັງໝົດຂອງທໍາມະຊາດຂອງຂ້ອຍຂ້ອຍບໍ່ສາມາດອະທິບາຍໄດ້ໝົດວ່າມຸມມອງຂອງຄວາມມືດມົນແລະຄວາມຜິດປົກກະຕິຂອງໃຈຂອງເຮົາມັນເປັນຈັ່ງໃດ, ຂ້ອຍຂີ້ດຽດແລະອາຍຫຼາຍ ທີ່ຮູ້ວ່າພຣະເຈົ້າຊົງເຫັນ, ຂ້ອຍຮູ້ສຶກຄືກັບເປັນສິ່ງຊົງສ້າງທີ່ຊົ່ວຊ້າຢູ່ຕໍ່ໜ້າ ພຣະເຈົ້າຜູ້ຊົງເຫັນທຸກສິ່ງ, ພຣະເຈົ້າຜູ້ຊົງຮູ້ຄວາມຄິດແລະເຈດຕະນາ ຂອງຂ້ອຍ,ພຣະເຈົ້າຜູ້ຊົງຮູ້ຈັກທຸກຢ່າງທີ່ຂ້ອຍເຮັດແມ່ນກະທັ່ງເຮັດວຽກໃນຄຣິສຕະຈັກກໍມີຮາກແຫ່ງຄວາມເຫັນແກ່ຕົວ, ທຸກເທື່ອທີ່ຂ້ອຍໄປໂບດຂ້ອຍ ຮູ້ສຶກວ່າຕົນເອງເປັນຄືກັບຄົນເປັນໂລກຂີ້ທູດຄົນໜື່ງຢູ່ຖ້າມກາງຄຣິສຕຽນທີ່ສະອາດ, ແຕ່ແມ່ນ,ຂ້ອຍຈະບໍ່ເຊື່ອວາງໃຈໃນພຣະຄຣິດ “ພຣະເຢຊູ” ເປັນ ພຽງຄໍາໆໜື່ງ,ຫຼັກຄໍາສອນອັນໜື່ງ, ຫຼືຄົນໆໜື່ງທີ່ຂ້ອຍຮູ້ວ່າມີຕົວຕົນແຕ່ຢູ່ ຫ່າງໄກຫຼາຍ, ຂ້ອຍມີຄວາມກຽດຊັງທີ່ເຢັນຊ່າຕໍ່ພຣະຄຣິດ [ຂ້ອຍບໍ່ຕ້ອງ ການພຣະຄຣິດ], ແທນທີ່ຈະພະຍາຍາມ[ທີ່ຈະພົບກັບ] ພຣະຄຣິດ, ຂ້ອຍ ພັດແນມຫາຄວາມຮູ້ສຶກຂອງຄວາມລອດຫຼືປະເພດຂອງ“ປະສົບການ”ເພື່ອ [ພິສູດ] ຄວາມເຊື່ອຂອງຂ້ອຍ.

ຍິງສາວຄົນນັ້ນໜ້າສົມເພດ, ລາວຄົ້ນພົບມັນເປັນຢ່າງດີ, ຄົນສ່ວນຫຼາຍບໍ່ຮູ້ວ່າແມ່ນຫຍັງຄື ບັນຫາທີ່ກໍາລັງເກີດຂື້ນພາຍໃນລາວ,ແຕ່ພາຍນອກລາວມີຄວາມທຸກແສນສາຫັດຄືກັບຈອນ ບັນຢັນ.

ຂ້າພະເຈົ້າເຄີຍເປັນຜູ້ໃຫ້ຄໍາແນະນໍາໂຮງຮຽນມັດທະຍົມແລະວິທະຍາໄລໃຫ້ກັບຄົນ ໜຸ່ມສາວເປັນເວລາຫຼາຍກວ່າຫ້າສິບປີ, ຂ້າພະເຈົ້າໄດ້ຄົ້ນພົບວ່າມີພວກເຂົາຫຼາຍຄົນ - ຫຼາຍຄົນ - ມີຄວາມຕຶງຄຽດ, ຢ້ານແລະສັບສົນ - ຄືກັບຍິງສາວຄົນນັ້ນມີ,ພວກເຂົາຫຼາຍ ຄົນກັບໄປເສບຢາຫຼືຂອງມືນເມົາເພື່ອດັບຄວາມເຈັບປວດພາຍໃນຂອງເຂົາ, ບາງຄົນຫຼີ້ນ ວິດີໂອເກມເພື່ອເຮັດໃຫ້ຄວາມຄິດຂອງເຂົາວ່າງເປົາ, ບາງຄົນກາຍເປັນຄົນຕິດເລື່ອງລາ ມົກ, ຖ້າຄວາມຄິດຂອງເຂົາຫາກຫຍຸ້ງຢູ່ກັບເລື່ອງເພດມັນຈະຊ່ວຍເຂົາບໍ່ໃຫ້ຄິດວ່າພວກ ເຂົາໜ້າສົມເພດເວດທະນາພຽງໃດ, ຂ້າພະເຈົ້າອ່ານເລື່ອງຂ້າຕົວຕາຍເພີ່ມຂື້ນຈາກອັນ ສອງເປັນອັນດັບໜື່ງຂອງການຕາຍໃນພວກໄວ້ຮຸ່ນນັກສຶກສາ, ພວກເຂົາຈົ່ມລົງໃນຄວາມ ກັງວົນແລະບໍ່ມີຄວາມສຸກຈື່ງຂ້າຕົວຕາຍ, ມີຄົນໜຸ່ມຜູ້ໜື່ງຂຽນຈົດໝາຍໄວ້ກ່ອນຂ້າຕົວຕາຍ ວ່າ “ຂ້ອຍບໍ່ສາມາດຄິດຫາຫົນທາງອື່ນທີ່ຈະບໍ່ໃຫ້ຄິດແລະເຮັດໃຫ້ຂ້ອຍລືມມັນໄດ້”

ຂ້ອຍພະເຈົ້າໄດ້ຄົ້ນພົບວ່າຊ່ວງອາຍຸ 15 ຫາ 25 ປີເປັນຊ່ວງເວລາທີ່ຍາກທີ່ສຸດ ຂອງຄົນສ່ວນຫຼາຍໃນໂລກປະຈຸບັນນີ້, ໝູ່ເພື່ອນຫັນຫຼັງໜີຈາກທ່ານ, ແຟນຊາຍແລະແຟນ ສາວປະຖີ້ມທ່ານໃຫ້ຢູ່ດຽວດາຍ, ການຮຽນກໍຍາກແລະທ່ານມີຄວາມຈົດຈໍ່ໃນສິ່ງທີ່ຍາກລໍາ ບາກ, ມັນເບິ່ງຄືວ່າບໍ່ມີທາງອອກອັນໃດເລີຍ.

ພຣະເຈົ້າໄດ້ຈັດຕຽມຫົນທາງເພື່ອທີ່ຈະອອກຈາກບາບຂອງທ່ານ - ແຕ່ມັນບໍ່ເກີດ ຫຍັງຂື້ນກັບທ່ານ, ພຣະເຈົ້າໄດ້ສົ່ງພຣະບຸດອົງດຽວຂອງພຣະອົງມາຕາຍເທິງໄມ້ກາງແຂນ ແລ້ວພຣະໂລຫິດຂອງພຣະອົງຫລັ່ງລົງມາເພື່ອລ້າງຄວາມບາບຂອງທ່ານອອກໄປ,ແຕ່ມັນບໍ່ມີຫຍັງເກີດຂື້ນກັບທ່ານ, ບາງຄົນໃນພວກທ່ານຄິດວ່າ “ເລືອດຂອງບາງຄົນທີ່ມີຊີວິດ 2,000 ປີທີ່ຜ່ານມາສາມາດເອົາຄວາມຜິດບາບຂອງຂ້ອຍໃນປະຈຸບັນນີ້ໄປໄດ້ບໍ?” ດັ່ງນັ້ນ ທ່ານຈື່ງດໍາເນີນໃນຄວາມເຈັບປວດ, ຄວາມທຸກທໍລະມານຄືກັບຍິງສາວຄົນນັ້ນທີ່ຂ້າພະເຈົ້າ ຫາກໍອ່ານເຖິງ.

ຍິງສາວຄົນໜື່ງໃນຄຣິສຕະຈັກຂອງເຮົາສອນສີ່ວິຊາໃນວິທະຍາໄລ, ລາວບອກພໍ່ ຂອງລາວວ່າຄົນໜຸ່ມສາວໃນຫ້ອງຂອງລາວຮູ້ວ່າມີບາງຢ່າງທີ່ຜິດ, ນາງເວົ້າວ່າພວກເຂົາ ຮູ້ວ່າພວກນັກການເມືອງບໍ່ສາມາດແກ້ບັນຫາໄດ້, ພວກເຂົາຮູ້ວ່າທັງໂລກກໍາລັງສັບສົນ - ແລະບໍ່ມີຄວາມຫວັງໃດທີ່ແທ້ຈິງ, ແຕ່ເຈົ້າຈະເຮັດແນວໃດ? ພວກເຂົາປັກຫົວຂອງເຂົາໃນ ວິດີໂອເກມ ຫຼືໃຫ້ສະໝອງຕາຍໄປກັບຢາເສບຕິດແລະສູບຊາ, ບາງຄົນກາຍເປັນຄົນບ້າ ວຽກ, ໃຊ້ເວລາຫຼາຍຊົ່ວໂມງກັບການເຮັດວຽກເພື່ອລືມບັນຫາຂອງເຂົາ, ການຂ້າຕົວຕາຍ ມີຈໍານວນເພີ້ມຂື້ນ, ແມ່ນຫຍັງທີ່ເສຍຫາຍ! ຖ້າເຂົາພຽງແຕ່ເຫັນວ່າມັນຄືບາບທີ່ກໍາລັງທໍາ ລາຍເຂົາ! ຖ້າເຂົາພຽງແຕ່ເຊື່ອວ່າ “ພຣະໂລຫິດຂອງພຣະຄຣິດພຣະບຸດຂອງພຣະອົງກໍຊໍາ ລະເຮົາທັງຫຼາຍໃຫ້ປາສະຈາກບາບທັງສິ້ນ” ( 1 ໂຢຮັນ 1:7), ແຕ່ຄືກັບຄົນສ່ວນຫຼາຍໃນ ໂລກບາບນີ້ ພວກເຂົາຄິດວ່າພຣະໂລຫິດຂອງພຣະເຢຊູເປັນພຽງແຕ່ສິ່ງຂອງທໍາມະດາ - ບໍ່ສໍາຄັນພໍແມ່ນແຕ່ຈະຄິດເຖິງ, ແລ້ວນໍາເຮົາສູ່ປະເດັ່ນທີ່ສອງ

II. ສອງ ທ່ານຄິດວ່າພຣະໂລຫິດຂອງພຣະເຢຊູເປັນສິ່ງ “ປະເສີດ” ບໍ?

ອັກຄະສາວົກເປໂຕຄິດ,ທ່ານກ່າວວ່າ “ທ່ານທັງຫຼາຍບໍ່ໄດ້ຖືກໄຖ່ດ້ວຍສິ່ງທີ່ເສື່ອມ ສະລາຍໄດ້…ແຕ່ຊົງໄຖ່ດ້ວຍພຣະໂລຫິດອັນປະເສີດຂອງພຣະຄຣິດ” (1 ເປໂຕ 1:18-19), ລາວຮູ້ດີວ່າມັນຮູ້ສຶກແນວໃດໃນການເປັນຄົນບາບ, ລາວຮູ້ດີວ່າມັນຮູ້ສຶກແນວໃດໃນ ການສູນເສຍໝູ່ເພື່ອໄປໝົດ, ລາວຮູ້ດີວ່າມັນຮູ້ສຶກແນວໃດທີ່ຕ້ອງໂດດດຽວກັບບັນຫາຈິດ ສໍານຶກຜິດຊອບຊົ່ວດີ, ລາວຮູ້ດີວ່າມັນຮູ້ສຶກແນວໃດໃນການສູນເສຍຄວາມເຊື່ອໃນພຣະ ເຈົ້າ, ລາວຮູ້ດີວ່າມັນຮູ້ສຶກແນວໃດໃນການທໍລະຍົດເພື່ອນທີ່ດີທີ່ສຸດຂອງລາວ, ທີ່ຈະຢູ່ໂດດ ດຽວໃນຄວາມມືດ,ທີ່ຈະຮ້ອງໄຫ້ເພາະລາວບໍ່ສາມາດຍຶດໝັ້ນໃນຕົນເອງໄດ້, ລາວຮູ້ດີວ່າມັນຮູ້ສຶກແນວໃດໃນການເປັນຄົນບາບ

ນັ້ນແລະຄືເຫດຜົນທີ່ວ່າລາວຮູ້ດີວ່າທ່ານສາມາດຖືກໄຖ່ໄດ້,ທ່ານສາມາດລອດຈາກຄວາມເຈັບປວດໃຈຈາກຄວາມຜິດບາບໄດ້ - ໂດຍ “ພຣະໂລຫິດອັນປະເສີດຂອງພຣະ ຄຣິດ” (1 ເປໂຕ 1:19), “ປະເສີດ”ໝາຍເຖິງມີຄຸນຄ່າທີ່ຍິ່ງໃຫຍ່! “ປະເສີດ” ໝາຍເຖິງ ມັນສໍາຄັນຫຼາຍກວ່າເງີນຫຼືຄໍາ! ມີຂໍ້ຊໍ້າຂອງເພງທີ່ຮ້ອງເຖິງເລື່ອງທັງໝົດນີ້:

ເພັດໃຫຍ່ເປັນທົ່ງ, ພູທີ່ເຕັມໄປດ້ວຍຄໍາ
ແມ່ນໍ້າແຫ່ງເງີນຕາ,ເພັດພອຍຈົນນັບບໍ່ຖ້ວນ
ສິ່ງເຫຼົ່ານີ້ເອົາມາລວມກັນກໍຊື້ເຈົ້າກັບຂ້ອຍບໍ່ໄດ້
ສັນຕິສຸກໃນຍາມທີ່ຫລັບຫຼືຄວາມຄິດທີ່ອິດສະຫຼະ
ຄວາມເພີ່ງພໍໃຈ, ຄວາມພໍໃຈແຫ່ງຄວາມຄິດ
ສິ່ງເຫຼົ່ານີ້ຄືຊັບສົມບັດທີ່ເງີນບໍ່ສາມາດຊື້ໄດ້
ຖ້າທ່ານມີພຣະເຢຊູ, ທ່ານກໍລວຍໃນໃຈຂອງທ່ານ
ຫຼາຍກວ່າເພັດເປັນທົ່ງຫຼືພູທີ່ມີຄໍາເຕັມ
(“Acres of Diamonds” by Arthur Smith, 1959).

ຫຼື ຄືກັບເພງທີ່ກຣິຟຟິດຮ້ອງທີ່ຜ່ານມາ

ເຊີນມາທ່ານຄົນບາບ,ຄົນຫລົງຫາຍແລະສິ້ນຫວັງ
ພຣະໂລຫິດຂອງພຣະເຢຊູເຮັດໃຫ້ທ່ານພົ້ນໄດ້
ເພາະພຣະອົງຊົງຊ່ວຍຄົນຊົ່ວຖ້າມກາງເຮົາ
ເມື່ອພຣະອົງຊ່ວຍຄົນບາບຢ່າງຂ້າ
ແລະຂ້າຮູ້ດີ, ແມ່ນຂ້າຮູ້ດີວ່າ
ພຣະໂລຫິດຂອງພຣະເຢຊູສາມາດລ້າງຊໍາລະຄົນບາບໄດ້
ແລະຂ້າຮູ້ດີ, ແມ່ນຂ້າຮູ້ດີວ່າ
ພຣະໂລຫິດຂອງພຣະເຢຊູສາມາດລ້າງຊໍາລະຄົນບາບໄດ້

ແລະຂ້າຮູ້ດີ, ແມ່ນຂ້າຮູ້ດີວ່າ
ພຣະໂລຫິດຂອງພຣະເຢຊູສາມາດລ້າງຊໍາລະຄົນບາບໄດ້
ແລະຂ້າຮູ້ດີ, ແມ່ນຂ້າຮູ້ດີວ່າ
ພຣະໂລຫິດຂອງພຣະເຢຊູສາມາດລ້າງຊໍາລະຄົນບາບໄດ້

ຍິງສາວທີ່ຂ້າພະເຈົ້າອ້າງອີງໃນຕອນຕົ້ນນັ້ນສືບຕໍ່ເວົ້າວ່າ

         ບາບຂອງຂ້ອຍຢືດອອກໄປຄືກັບມະຫາສະໝຸດທີ່ບໍ່ມີກົ້ນ, ຂ້ອຍບໍ່ສາ ມາດມີມັນອີກຕໍ່ໄປ, ຂ້ອຍຕ້ອງມີພຣະຄຣິດ! ຂ້ອຍຕ້ອງມີພຣະໂລຫິດຂອງ ພຣະອົງ! ຂ້ອຍຈື່ງຄຸເຂົ່າລົງແລ້ວ…ເຊື່ອວາງໃຈໃນພຣະເຢຊູ, [ຂ້ອຍຈື່ງມີ ອິດສະຫຼະຈາກຮູບເຄົາລົບແຫ່ງຄວາມຮູ້ສຶກຂອງຂ້ອຍ,ຄວາມເສຍຈິດແລະ ປາດຖະໜາຄວາມໝັ້ນຄົງ… ຂ້ອຍປ່ອຍມັນໄປແລະພັງທະລາຍສູ່ພຣະຜູ້ ຊ່ວຍ…ພຣະອົງຊົງປຽກຊຸ່ມດ້ວຍບາບຂອງຂ້ອຍໃນພຣະໂລຫິດອັນປະເສີດຂອງພຣະອົງ, ພຣະອົງຊົງແບກຮັບພາລະໜັກແຫ່ງຄວາມບາບຂອງຂ້ອຍ ໄປ!...ບັນທຶກຂອງຂ້ອຍຖືກຈໍາກາແລ້ວວ່າ“ບໍ່ຊົ່ວຊ້າ”ດ້ວຍພຣະໂລຫິດຂອງ ພຣະອົງເອງ!...ຂ້ອຍບໍ່ສາມາດສະແດງອອກເຖິງຄວາມຊອບທໍາແລະສັນຕິ ສຸກທີ່ມາຈາກການຖືກໃຫ້ອະໄພບາບແລະພຣະພິໂລດຂອງພຣະເຈົ້າທີ່ຖືກລະງັບໄວ້ແລ້ວໄດ້, ຂ້ອຍຢາກໃຫ້ທຸກຄົນໂດຍສະເພາະຜູ້ທີ່ເຈີບັນຫາຄືກັບ ຂ້ອຍໄດ້ປະສົບພົບພໍກັບການອະໄພຈາກພຣະເຢຊູ! ພຣະອົງຊົງຍອມຮັບ ເອົາການດູໝີ່ນເພາະບາບຂອງຂ້ອຍ, ພຣະອົງຊົງຈ່າຍຄ່າບາບໝົດແລ້ວ! ຂ່າວປະເສີດ “ຂ່າວດີ” ຊື່ງເຄີຍໜາທຶບແລະບໍ່ມີຊີວິດໃນເມື່ອກ່ອນ,ຄືເລື່ອງ ທີ່ໜ້າຕື່ນເຕັ້ນ ແລະຫົວໃຈຂອງຂ້ອຍລົ້ນດ້ວຍຄວາມຍິນດີແລະຮູ້ສຶກຂອບ ຄຸນເມື່ອຂ້ອຍໄດ້ຍິນຄໍາເທດສະໜາກ່ຽວກັບພຣະເຢຊູ.

ມີຫຍັງແດ່ທີ່ຂ້ອຍສາມາດເວົ້າໄດ້? ຖ້າທ່ານມາຫາພຣະເຢຊູ,ທ່ານຈະບໍ່ຄິດອີກວ່າພຣະໂລ ຫິດຂອງພຣະອົງເປັນຄືກັບ “ສິ່ງຂອງທໍາມະດາ” ບໍຄິດ! ຫຼັງຈາກນັ້ນທ່ານຈະເວົ້າດ້ວຍ ຄວາມດີໃຈແລະດ້ວຍກະຕືລືລົ້ນເຖິງ “ພຣະໂລຫິດອັນປະເສີດຂອງພຣະຄຣິດ” (1 ເປໂຕ 1:19).

ຖ້າທ່ານຢາກລົມກັບພວກເຮົາກ່ຽວກັບການຖືກຊໍາລະລ້າງຈາກບາບຂອງທ່ານໂດຍ ພຣະໂລຫິດຂອງພຣະເຢຊູ, ກະລຸນາອອກຈາກຕັ່ງຂອງທ່ານແລ້ວຍ່າງໄປຂ້າງຫຼັງຫ້ອງນີ້ ດຣ.ເຄແກນ ຈະພາທ່ານໄປອີກຫ້ອງໜື່ງບ່ອນທີ່ເຮົາສາມາດສົນທະນາແລະອະທິຖານໄດ້. ໄປຕອນນີ້ເລີຍ, ຂໍເຊີນດຣ.ແຊນ ມາອະທິຖານເພື່ອບາງຄົນທີ່ຈະເຊື່ອວາງໃຈໃນພຣະເຢຊູ ໃນເຊົ້ານີ້ແດ່. ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ: ເຮັບເລີ 10:26-31
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີ
“Yes, I Know!” (by Anna W. Waterman, 1920).


ໂຄງຮ່າງບົດເທດສະໜາ

ພຣະໂລຫິດ - ທໍາມະດາຫຼືປະເສີດ?

ໂດຍ: ດຣ.ອາ.ແອວ.ໄຮເມີ, ຈູເນຍ

“ວ່າເປັນສິ່ງຊົ່ວຊ້າ” (ເຮັບເລີ 10:29)

“ພຣະໂລຫິດອັນມີລາຄາຫລາຍຂອງພຣະຄຣິດ” (1 ເປໂຕ 1:19)

I. ໜື່ງ ທ່ານຄິດວ່າພຣະໂລຫິດຂອງພຣະເຢຊູເປັນຄືກັບ “ສິ່ງຊົ່ວຊ້າ” ບໍ?
ເຮັບເລີ 10:31; 1 ໂຢຮັນ 1:7

II. ສອງ ທ່ານຄິດ ວ່າພຣະໂລຫິດຂອງພຣະເຢຊູເປັນສິ່ງ “ປະເສີດ” ບໍ?
1 ເປໂຕ 1:18, 19