Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄົນຍາມ ເດິກປານໃດແລ້ວ?

WATCHMAN, WHAT OF THE NIGHT?
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 10/11/2013
A sermon preached at the Baptist Tabernacle of Los Angeles
Lord’s Day Morning, November 10, 2013

“ພາລະກ່ຽວກັບດູມາ ມີຄົນໜື່ງເອີ້ນຂ້າພະເຈົ້າອອກຈາກເສອີວ່າ ຄົນຍາມ ເອີຍ ເດິກປານໃດແລ້ວ ຄົນຍາມເອີຍ ເດິກປານໃດແລ້ວ ຄົນຍາມຕອບ ວ່າ ເຊົ້າມາເຖິງ ກາງຄືນກໍມາດ້ວຍ ຖ້າຈະຖາມກໍຖາມເຖີດ ຈົ່ງກັບມາອີກ” (ອິດສະຢາ 21:11,12)


ຄໍາວ່າ“ດູມາ”ຄືຮູບແບບໜື່ງຂອງເອໂດມ, ຜູ້ຄົນຂອງເອໂດມມີພາລະກັບຄວາມ ຢ້ານແລະມີບັນຫາ,ພວກເຂົາຮ້ອງຕໍ່ຜູ້ພະຍາກອນອິດສະຢາວ່າ“ຄົນຍາມເອີຍ ເດິກປານໃດ ແລ້ວ, ຄົນຍາມເອີຍ ເດິກປານໃດແລ້ວ”, ດັບເບີ້ນຢູ.ອີ.ໄວກ່າວວ່າ “ຄົນຍາມຄືຄົນໜື່ງ

ທີ່ຢືນໃນຄໍາແນະນໍາຂອງພຣະເຈົ້າຊື່ງຮູ້ດີວ່າແມ່ນຫຍັງກໍາລັງມາແລະແນມເບິ່ງເຫດການ …ລາວຢືນຢູ່ເທິງປ້ອມຍາມໃນການສາມັກຄີທໍາກັບພຣະເຈົ້າ” (Isaiah: Prophecies, Promises, Warnings, page 14).

ໜື່ງໃນບັນຫາທີ່ພວກເຮົາມີກໍຄືວ່າມີຄົນຈໍານວນໜ້ອຍໃນປະຈຸບັນນີ້ທີ່ເປັນ“ຍາມ” ຂ້າພະເຈົ້າເຫັນ“ຜູ້ຊ່ຽວຊານດ້ານຄໍາພະຍາກອນ”ທີ່ມີຊື່ສຽງຊື່ຮັລລິນຊີ່ໃນໂທລະພາບສອງ ສາມຄືນກ່ອນ, ແຂກໃນລາຍການໂຊຂອງລາວເວົ້າວ່າພວກເຮົາຕ້ອງສຶກສາໜັງສືພະນິ ມິດແທນທີ່ຈະສຶກສາໜັງສືໂລມເພື່ອທີ່ຈະເຂົ້າໃຈບັນຫາຂອງເຮົາໃນປະຈຸບັນນີ້, ຮັລລິນຊີ່ ເຫັນດ້ວຍກັບລາວ, ສໍາຫຼັບຂ້າພະເຈົ້າແລ້ວມັນເປັນສິ່ງທີ່ຕື້ນໆຫຼາຍ,ການຕີຄ່າບັນຫາທີ່ບໍ່ ແມ່ນແທ້ທີ່ເກີດຂື້ນໃນຄຣິສຕະຈັກແລະວັດທະນາທໍາຂອງເຮົາທັງຫຼາຍ, ສິ່ງທີ່ກົງກັນຂ້າມກໍ ຄືຄວາມຈິງ,ໃນຂະນະທີ່ໜັງສືພະນິມິດມີຄວາມສໍາຄັນຫຼາຍ,ໜັງສືໂລມກໍຄວນຈະເປັນໜັງສືຫຼັກໆຂອງພຣະຄໍາພີໃນຊົ່ວໂມງນີ້ເຊັ່ນກັນ! ດ້ວຍຈໍານວນຜູ້ຄົນທີ່ຍັງບໍ່ລອດເປັນພັນໆແມ່ນ ກະທັ່ງເປັນລ້ານໆຄົນໃນຄຣິສຕະຈັກຂອງເຮົາທັງຫຼາຍ- ພວກເຮົາຄວນຈະຊຸມໃສ່ໃນໜັງສື ໂລມຫຼືພວກເຮົາບໍ່ມີມື້ເຂົ້າໃຈວິທີທີ່ຈະຊ່ວຍພວກເຂົາໃຫ້ພົບຄວາມລອດທີ່ແທ້ຈິງໄດ້! “ຜູ້ ຊ່ຽວຊານຄໍາພະຍາກອນ”ຫຼາຍຄົນໄດ້ຕັດສິດຈາກການເປັນ“ຄົນຍາມ” - ຕັດສິດເພາະ ພວກເຂົາບໍ່ລະວັງຄວາມຫາຍະນະແລະຄວາມເສົ້າສະລົດທີ່ນໍາມາສູ່ຄຣິສຕະຈັກຂອງເຮົາ ທັງຫຼາຍໂດຍຫຼັກຄໍາສອນຂອງລັດທິຊາຕານແຫ່ງ “ລັດທິຕັດສິນໃຈ”.

ແຕ່ຜູ້ນໍາຂອງເອໂດມສະຫຼາດກວ່າຄຣິສຕຽນຫຼາຍຄົນໃນປະຈຸບັນນີ້, ພວກເຂົາມີ “ພາລະໃຈ”ກັບຄວາມໜັກແຫ່ງບາບ, ພວກເຂົາຮູ້ສຶກວ່າການພິພາກສາໃກ້ຈະມາເຖິງແລ້ວ ດັ່ງນັ້ນພວກເຂົາຈື່ງຮ້ອງຫາຜູ້ພະຍາກອນແທ້ແລະຄົນຍາມຄືອິດສະຢາ,ພວກເຂົາຮ້ອງວ່າ

“ຄົນຍາມເອີຍ ເດິກປານໃດແລ້ວ ຄົນຍາມເອີຍ ເດິກປານໃດແລ້ວ” (ອິດສະຢາ 21:11)

ພວກເຂົາຮ້ອງອອກມາຄືກັບຄົນທີ່ກໍາລັງເຈັບປວດແລະບໍ່ສະບາຍ, ໃນຄໍ່າຄືນທີ່ ຍາວນານຄົນເຈັບທີ່ທຸກທໍລະມານຮ້ອງອອກມາວ່າ “ເດິກປານໃດແລ້ວ? ເດິກປານໃດ ແລ້ວ?” (ສະບັບເອັນໄອວີ), ຄົນຍາມຜູ້ພະຍາກອນຕອບວ່າ “ເຊົ້າມາເຖິງກາງຄືນກໍມາ ດ້ວຍ”

ເປັນຫຍັງພວກເຂົາຈື່ງມາຫາອິດສະຢາ? ບໍ່ມີໝໍດູໝໍເດົາແລະພໍ່ມົດໝໍຜີຈັກຄົນຢູ່ໃນ ເອໂດມບໍ? ເປັນຫຍັງພວກເຂົາຈື່ງມາທີ່ເຢຣູຊາເລັມດ້ວຍຄໍາຮ້ອງທີ່ເຈັບປວດລະ? ຜູ້ຄົນ ໄປຫາໝໍດູເມື່ອທຸກສິ່ງກໍາລັງໄປໄດ້ດີ, ແຕ່ເມື່ອມີຄວາມເຈັບປວດແລະຄວາມຕາຍເຂົາຈະ ມາຫາພວກເຮົາຊື່ງຕ້ອງການໝໍດູ,ໝໍເດົາຫຼືພໍ່ມົດໝໍຜີບໍ? ໃນການປະເຊີນໜ້າກັບຄວາມ ຕາຍພວກເຮົາບໍ່ຕ້ອງການສະຕິປັນຍາຂອງໂລກ,ພວກເຮົາຢາກຈະຮູ້ວ່າພຣະເຈົ້າກ່າວຫຍັງແດ່!ໝໍດູແລະໝໍເດົາອາດຈະມີຫຼາຍສິ່ງທີ່ໜ້າສົນໃຈທີ່ຈະເວົ້າເມື່ອທຸກສິ່ງໄປໄດ້ດີ,ແຕ່ໃນເວລາແຫ່ງຄວາມຢ້ານແລະຄວາມເຈັບປວດຜູ້ຄົນຈະແນມຫາຄົນຂອງພຣະເຈົ້າ,ແລ້ວຮ້ອງວ່າ

“ຄົນຍາມເອີຍ ເດິກປານໃດແລ້ວ ຄົນຍາມເອີຍ ເດິກປານໃດແລ້ວ” (ອິດສະຢາ 21:11)

ໃຫ້ເຮົາຄິດວ່າພຣະຄໍາພີຂໍ້ນີ້ເວົ້າຫຍັງແດ່ກັບເຮົາໃນເຊົ້ານີ້!

I. ໜື່ງ ຂໍ້ຄໍາພະພີປະຍຸກໃຊ້ກັບຊົນຊາດທັງຫຼາຍ

ໃນປີ 1914 ສົງຄາມໂລກຄັ້ງທີ່ I ໄດ້ເລີ່ມຕົ້ນຂື້ນ,ທ່ານລອດເອັດເວີດເກຣໄດ້ ອອກມາປະຊຸມຄະນະລັດຖະມົນຕີທັງຄືນ,ທ່ານເປັນລັດຖະມົນຕີວ່າການກະຊວງການຕ່າງ ປະເທດຂອງອັງກິດ, ໃນຕອນເຊົ້າມືດລອດເອັດເວີດຍ່າງອອກຈາກກອງປະຊຸມພ້ອມ ສະມາຊິກລັດຖະມົນຕີຄົນອື່ນ, ພວກເຂົາໄດ້ໃຊ້ເວລາທັງຄືນເພື່ອໂຕ້ຕອບກັນເລື່ອງສົງ ຄາມ, ຍັງບໍ່ມີໄຟເຍື່ອງທາງເທື່ອມີພຽງກະຕຽງຖືທີ່ໃຊ້ນໍາມັນ, ໃນຂະນະທີ່ທ່ານລອດເອັດ ເວີດຍ່າງອອກຈາກຕຶກກະຕຽງກໍດັບຈາກບ່ອນນີ້ໄປຫາບ່ອນນັ້ນ,ທ່ານລອດເອັດເວີດເກຣ ຫັນໄປຖາມໝູ່ຂອງທ່ານວ່າ “ກະຕຽງກໍາລັງໜີໄປຈາກຢູໂລບໝົດແລ້ວບໍ,ພວກເຮົາຈະບໍ່ ເຫັນມັນອີກໃນຍຸກປະຈຸບັນນີ້” ທ່ານເວົ້າຖືກຫຼາຍ! ໃນຫຼາຍປີຕໍ່ມາທີ່ຣັດເຊຍຕົກເປັນຂອງ ລັດທິຄອມມູນິດ,ເຢຍລະມັນຕົກໄປສູ່ຫລຸມພິການແລ້ວຕົກຢູ່ໃຕ້ຮິດເລີ, ອີຕາລີຕົກຢູ່ໃຕ້ ມັສໂຊລິນີ,ຝຣັ່ງແລະອັງກິດອອ່ນແອຫຼາຍໂດຍສົງຄາມໂລກຄັ້ງທີ່ II ທີ່ວ່າພວກເຂົາບໍ່ມີ ວັນທີ່ລຸກຂື້ນສູ່ກຽດສັກສີຂອງເຂົາໃນອະດີດໄດ້, ໂລກສະໄໝເກົ່າຂອງຢູໂລບໄດ້ຕາຍໄປ ແລ້ວ, ບໍ່ມີມື້ທີ່ຈະຟື້ນຂື້ນມາເພື່ອປະສົມປະສານໂລກສະໄໝບູຮານອີກ.

ກະຕຽງຖືກໄໝ້ຈົນເຫຼືອແຕ່ໄສ້ດໍາໝົດຕອນນີ້ທີ່ວ່າພວກມູສະລິມກໍາລັງເພີ້ມຂື້ນ, ອາເມລິກາກໍາລັງຕາຍເຊັ່ນກັນ, ທີ່ຄົນຊົ່ວໃນທໍານຽບຂາວເບິ່ງຄືວ່າໄດ້ສູນເສຍທິດທາງ ທັງໝົດໄປແລ້ວ, ພວກຣີພັບລິກັນກໍມີເຊັ່ນກັນ, ຂ້າພະເຈົ້າກັບພັນລະຍາໄດ້ຍິນນາງແອນ ຄາວເທີເວົ້າທີ່ສະຖາບັນນິກຊອນໄລເບຣລີແລະເບີດເພກລອາທິດແລ້ວນີ້, ຝູງຊົນທີ່ມາຟັງ ລາວເບິ່ງຄືພວກຮິບປີ້ທະຫານຜ່ານສົງຄາມແຫ່ງວູດສະຕັອກຫຼາຍກວ່າ“ສຽງງຽບສ່ວນຫຼາຍ”ຂອງນິກຊັນ,ຂ້າພະເຈົ້າບອກກັບເມຍວ່າ “ຖ້າພວກນີ້ຫາກເປັນຜູ້ຮັກສາລະບຽບດັງເດີມ ຂໍພຣະເຈົ້າຊ່ວຍ ເຮົາແດ່!”

ທ່ານຄິດວ່າອາເມລິກາຈະດໍາລົງຢູ່ແລະຈະເລີນຮຸ່ງເຮືອງບໍ? ຫຼັງຈາກທີ່ຂ້າພະເຈົ້າ ໄດ້ເຫັນການປະຊຸມຂອງພັກດິໂມແຄຣັກໃນປີ 2012 ແລ້ວ,ຂ້າພະເຈົ້າບໍ່ເຫັນຄວາມຫວັງ ໃດເລີຍສໍາຫຼັບເຮົາ!, ພາຍຫຼັງທີ່ໄດ້ເຫັນຄວາມສັບສົນແລະຄໍາເທດສະໜາທີ່ບໍ່ມີອໍານາດ ຂອງບິລລີ່ເກຣແຮມໃນເລື່ອງ “ຄວາມຫວັງຂອງຂ້ອຍ” ອອກອາກາດອາທິດທີ່ຜ່ານມາ, ຂ້າພະເຈົ້າບໍ່ເຫັນຄວາມຫວັງໃດສໍາຫຼັບເຮົາ, ມັນບໍ່ແມ່ນເພາະລາວອາຍຸຫຼາຍແຕ່ເປັນເພາະ ຄໍາເທດສະໜາຂອງລາວຫຍຸ້ງຍາກເກີນໄປທີ່ຈະຊ່ວຍນໍາຊົນຊາດທີ່ຕາຍແລ້ວອອກຈາກ ຄວາມສັບສົນຝ່າຍຈິດວິນຍານ, ສອງສາມປີທີ່ຜ່ານມາຄໍາເທດສະໜາຂອງລາວແມ່ນມີ ການໂຟກັດຫຼາຍ, ຍ້ອນກັບໄປຕອນທີ່ເກຣແຮມເວົ້າວ່າ “ຖ້າພຣະເຈົ້າບໍ່ພິພາກສາອາເມ ລິກາລາວຈະຕ້ອງຂໍໂທດເມືອງໂສໂດມແລະໂກໂມຣາ” ພຣະຄໍາພີກ່າວວ່າ:

“ຄົນຊົ່ວຈະຕ້ອງຖອຍໄປສູ່ນາຮົກ ຄືປະຊາຊາດທັງປວງທີ່ລືມພຣະເຈົ້າ” (ເພງສັນລະເສີນ 9:17)

ມີຜູ້ຊາຍຄົນໜື່ງໂທຫາຂ້າພະເຈົ້າຈາກຄັນຊາສອາທິດແລ້ວນີ້ເພື່ອສັ່ງໜັງສືຂອງຂ້າ ພະເຈົ້າໃນເລື່ອງ Preaching to a Dying Nation ລາວບອກວ່າ “ເຈົ້າເວົ້າຖືກວ່າຊົນຊາດ ຂອງເຮົາກໍາລັງຕາຍ” ລາວບອກຂ້າພະເຈົ້າວ່າລາວອາໄສຢູ່ໃນເມືອງນ້ອຍໆຊື່ຄັນຊາສ ເຊີ່ງມີພຽງ 250 ຄົນອາໄສຢູ່, ລາວບອກກະທັ່ງວ່າພວກເຂົາບໍ່ມີຕໍາຫຼວດຢູ່ຫັ້ນມັນນ້ອຍ ຫຼາຍ, ແຕ່ລາວບອກວ່າຈົນກະທັ່ງສິບປີກ່ອນມີຕໍາຫຼວດມາຈາກເມືອງໃຫຍ່ທີ່ຢູ່ໃກ້ໆມາ 2 ເຖິງ 3 ເທື່ອຕໍ່ປີ, “ແຕ່ດຽວນີ້” ລາວບອກວ່າ “ພວກເຂົາມາ 2 ຫາ 3 ເທື່ອຕໍ່ມື້ໜື່ງ” ແລະລາວບອກຂ້າພະເຈົ້າເຖິງຈໍານວນຂອງສະມາຊິກຂອງຄຣິສຕະຈັກທີ່ຢູ່ໃນເມືອງນັ້ນ ກິນດື່ມຂອງມືນເມົາແລະເສບຢາເສບຕິດ, ລາວບອກວ່າລາວໄດ້ເປັນພະຍານກັບຊາຍຄົນ ໜື່ງຊື່ງລາວບອກວ່າເຈົ້າຕ້ອງຮັບເຊື່ອ,ລາວບອກວ່າຊາຍຄົນນັ້ນແນມເບິ່ງໜ້າຂອງລາວ ແລ້ວຮ້ອງໃສ່ວ່າ“ຂ້ອຍເຊື່ອແລ້ວ”ລາວບອກວ່າມັນຄືກັບພະຍາມານໂຕໜື່ງກໍາລັງແນມລາວຜ່ານທາງສາຍຕາຂອງສະມາຊິກຄຣິສຕະຈັກຂ່າວປະເສີດທີ່ເສບຢາເສບຕິດຜູ້ນີ້, ພວກຂ່າວ ປະເສີດແບບນັ້ນກໍາລັງເພີ້ມຂື້ນໃນຄຣິສຕະຈັກທັງຫຼາຍຂອງເຮົາຈາກຝັງນີ້ສູ່ຝັງນັ້ນ,ວັນ ເວລາຂອງອາເມລິກາຖືກນັບໄວ້ແລ້ວຄືກັບໃນສະໄໝຂອງດານຽນ

“ພຣະເຈົ້າຊົງຄໍານວນອານາຈັກຂອງພຣະອົງໄວ້ແລ້ວແລະຊົງນໍາອານາຈັກນັ້ນມາເຖິງສິ້ນສຸດ, ພຣະອົງໄດ້ຖືກຊັ່ງໃນຕາຊັ່ງ ຊົງເຫັນວ່າຍັງຂາດຢູ່” (ດານຽນ 5:26,27)

ມັນມີຄວາມຮູ້ສຶກແນວໃດທີ່ອາໄສຢູ່ໃນຊົນຊາດທີ່ຈະຖືກພິພາກສາໂດຍພຣະພິໂລດຂອງພຣະເຈົ້າ?ມັນມີຄວາມຮູ້ສຶກແບບນີ້! ນີ້ຄືແນວທາງຄວາມຮູ້ສຶກທີ່ອາໄສຢູ່ໃນຊົນຊາດທີ່ ຖືກພິພາກສາ, ມັນຮູ້ສຶກຄືກັບວ່າທ່ານກໍາລັງເບິ່ງຜູ້ຄົນກໍາລັງກິນດື່ມແລະເຕັ້ນ - ໃນໜັງ ໄທທານິກກ່ອນທີ່ມັນຈະໄປຕໍາກັບພູເຂົານໍ້າກ້ອນ! ຄວາມຮູ້ສຶກນັ້ນຢູ່ໃນຊົນຊາດຂອງໂອບາ ມາທີ່ເປັນຕາຂີ້ດຽດ! ບໍ່ມີໃຜມີເວລາໄປຄຣິສຕະຈັກໃນແຕ່ລະວັນອາທິດ, ບໍ່ມີໃຜຈັກຄົນສໍານຶກໃນບາບ ບໍ່ມີໃຜທີ່ທີ່ສະແຫວງຫາພຣະເຈົ້າທັງຫົວໃຈ, ບໍ່ມີໃຜຢ້ານຢໍາພຣະເຈົ້າ, ພຣະຄໍາພີບອກວ່າ “ໃນແວວຕາຂອງເຂົາບໍ່ມີຄວາມຢໍາເກງພຣະເຈົ້າ” (ໂລມ 3:18) ພຣະຄໍາພີກ່າວວ່າ “ບໍ່ ມີຄົນທີ່ສະແຫວງຫາພຣະເຈົ້າ” (ໂລມ 3:11)

“ຄົນຍາມເອີຍ ເດິກປານໃດແລ້ວ ຄົນຍາມເອີຍ ເດິກປານໃດແລ້ວ” (ອິດສະຢາ 21:11)

“ເມື່ອເຂົາເວົ້າວ່າສະຫງົບສຸກແລະປອດໄພແລ້ວ ເມື່ອນັ້ນແລະຄວາມພິນາດ ກໍຈະມາເຖິງເຂົາທັນທີ…ເຂົາຈະໜີກໍບໍ່ພົ້ນ” (1 ເທສະໂລນິກາ 5:3)

ອາເມລິກາຖືກພິພາກສາແລ້ວແລະພວກທ່ານຫຼາຍຄົນທີ່ຢູ່ທີ່ນີ້ຈະເຫັນມັນໃນຄວາມຫາຍະ ນະແລະຄວາມຕໍາຊ້າ, ນັກກະວີເຈມສ໌ຣັສເຊວໂລເວວ (1819-1891) ກ່າວວ່າ:

ມີເທື່ອໜື່ງທີ່ຜູ້ຊາຍທຸກຄົນຫຼືຊົນຊາດ
ຈະມາເຖິງຊ່ວງເວລາແຫ່ງການຕັດສິນໃຈ
ໃນການຕໍ່ສູ້ກັບຄວາມຈິງກັບຄວາມຈອມປອມ
ຈະເລືອກຝ່າຍຄວາມດີຫຼືຝ່າຍຄວາມຊົ່ວ
(“Once to Every Man and Nation” by James Russell Lowell, 1819-1891).

ອາເມລິກາໄດ້ເລືອກຝ່າຍຄວາມຊົ່ວແລະສັ່ງຫ້າມບໍ່ໃຫ້ໃຊ້ພຣະຄໍາພີໃນໂຮງຮຽນ ຂອງເຮົາ,ອາເມລິກາຄັ້ງໜື່ງໄດ້ເລືອກຝ່າຍຄວາມຊົ່ວແລະອະນຸຍາດໃຫ້ສາຍໜັງໂປ໊ໃນໂຮງໜັງ,ອາເມລິກາຄັ້ງໜື່ງໄດ້ເລືອກຝ່າຍຄວາມຊົ່ວແລະອະນຸຍາດໃຫ້ເດັກນ້ອຍເປັນລ້ານຄົນ ຈົນນັບບໍ່ຖ້ວນໃຫ້ຖືກຈີກເປັນທ່ອນໆແລ້ວຕົ້ມຈົນຕາຍໃນນໍ້າເກືອເຂົ້າໃນການມານລູກເກົ້າ ເດືອນ,ມັນຄວນຈະຖືກຢຸດຕິພາຍໃນໜື່ງຫຼືສອງປີ- ແຕ່ອາເມລິກາໄດ້ເລືອກໃຫ້ການຂ້າດໍາ ເນີນຕໍ່ໄປ,ຕອນນີ້ຊົນຊາດນີ້ປຽກໄປດ້ວຍເລືອດ-ປຽກໄປດ້ວຍເລືອດຂອງເດັກນ້ອຍ, ທ່ານ ແປກໃຈບໍວ່າເປັນຫຍັງໂທລະພາບຈື່ງໃສ່ແຕ່ເລື່ອງຂອງແວມໄພແລະສົບຂອງຄົນພິການ? ທ່ານເຄີຍສົງໄສບໍ່ວ່າເປັນຫຍັງການຂ້າເຫຼົ່ານີ້ຈື່ງດໍາເນີນຕໍ່ໄປ? ບໍ່ແມ່ນປືນທີ່ຂ້າ! ບໍ່ແມ່ນ! ມັນຄືຄົນ - ຄົນອາເມລິກາ - ເຕັມໄປດ້ວຍຢາເສບຕິດແລະຂອງມືນເມົາ,ມືນເມົາໄປດ້ວຍວິ ດີໂອເກມແລະໜັງຂ້າຟັນກັນ, ນັ້ນແລະຄືເຫດຜົນທີ່ເຂົາກາບໄຫວ້ວັນຮາໂລວີນແລະຂາດ ໂບດໃນວັນອາທິດ! ນັກປັດຊະຍາຊາວຝຣັ່ງຊື່ແບລສປາສການກ່າວວ່າ “ຄວາມຫງຽບຂອງ ຈັກກະວານເຮັດໃຫ້ຂ້ອຍຢ້ານ” ມັນຈະໜ້າຢ້ານປານໃດເມື່ອພຣະເຈົ້າຫັນໜ້າໜີແລ້ວປ່ອຍ ໃຫ້ຊົນຊາດໜື່ງຫຼືຜູ້ຄົນຕາຍ?

“ຄົນຍາມເອີຍ ເດິກປານໃດແລ້ວ ຄົນຍາມເອີຍ ເດິກປານໃດແລ້ວ” (ອິດສະຢາ 21:11)

II. ສອງ ຂໍ້ຄໍາພີປະຍຸກໃຊ້ກັບຄວາມຕາຍແລະນາຮົກ-ກາງຄືນເປັນນິດຂອງຈິດວິນຍານ ຜູ້ຫລົງຫາຍ

ຄໍ່າຄືນແຫ່ງຄວາມຕາຍແລະນາຮົກກໍາລັງມາ, ພຣະຄໍາພີກ່າວວ່າ “ຢ່າຫລົງເລີຍ ທ່ານຈະຫລອກພຣະເຈົ້າບໍ່ໄດ້ ເພາະວ່າຜູ້ໃດຫວ່ານອັນລົງກໍຈະເກັບກ່ຽວສິ່ງນັ້ນ”(ກາລາ ເຕຍ 6:7). ພຣະຄໍາພີກ່າວວ່າ “ການຕົກຢູ່ໃນພຣະຫັດຂອງພຣະເຈົ້າຜູ້ຊົງພຣະຊົນ ນັ້ນເປັນສິ່ງທີ່ໜ້າຢ້ານ, ເພາະວ່າພຣະເຈົ້າຂອງເຮົານັ້ນຊົງເປັນໄຟທີ່ເຜົາຜານ” (ເຮັບເລີ 10:31; 12:29)

ຄໍ່າຄືນແຫ່ງຄວາມຕາຍແລະນາຮົກລໍຖ້າຊາຍຫຼືຍິງຄົນໃດທີ່ຫັນຫຼັງໃຫ້ກັບພຣະເຈົ້າ ຄຣິສຕະຈັກແລະພຣະຜູ້ຊ່ວຍໃຫ້ລອດ, ຖ້າບໍ່ມີພຣະເຢຊູຄຣິດພຣະຜູ້ຊ່ວຍໃຫ້ລອດທ່ານ ກໍຫລົງຫາຍໃນບາບຂອງທ່ານແລະພຣະອົງຈະເວົ້າກັບທ່ານວ່າ “ຈົ່ງໄປໃຫ້ພົ້ນຈາກເຮົາ.. .ເຮົາບໍ່ເຄີຍຮູ້ຈັກເຈົ້າເລີຍ (ມັດທາຍ 7:23) ແລະທ່ານກໍຈະຖືກ “ຖີ້ມສູ່ທີ່ມືດພາຍນອກ” (ມັດທາຍ 8:12; 22:13; 25:30)

ຂ້າພະເຈົ້າເວົ້າແບບນີ້ກັບທ່ານດ້ວຍໃຈທີ່ໜັກແໜ້ນ, ຂ້າພະເຈົ້າອະທິຖານເພື່ອໃຫ້ ທ່ານລອດ, ຂ້າພະເຈົ້າຮູ້ດີວ່າຖ້າທ່ານບໍ່ກັບໃຈແລ້ວຫັນທັງຫົວໃຈຂອງທ່ານມາຫາພຣະເຢ ຊູຄຣິດເຈົ້າ,ມັນກໍບໍ່ມີຄວາມຫວັງໃດສໍາຫຼັບທ່ານເລີຍ - ມີພຽງຄໍ່າຄືນຂ້າງນອກທີ່ມືດມິດ ເປັນນິດໃນນາຮົກ.

ທ່ານເວົ້າວ່າ “ອາຈານ ພຣະເຈົ້າບໍ່ຮັກຂ້ອຍບໍ? ແມ່ນແນ່ນອນພຣະອົງຮັກທ່ານ, ແຕ່ພຣະອົງຈະຊ່ວຍທ່ານແນວໃດ,ພຣະອົງຈະໃຫ້ອະໄພບາບຂອງທ່ານແນວໃດ,ພຣະອົງ ຈະຊ່ວຍຈິດວິນຍານຂອງທ່ານໃຫ້ລອດແນວໃດ ຖ້າທ່ານຫາກໄປຕາມທາງຂອງທ່ານທີ່ ານເປັນຢູ່ - ຖ້າບໍ່ມີການກັບໃຈ, ບໍ່ມີການມອບຕົວຂອງເຮົາລົງເທິງພຣະເມດຕາຂອງ ພຣະເຈົ້າ? ພຣະຄໍາພີກ່າວວ່າ:

“ເພາະວ່າພຣະເຈົ້າຊົງຮັກໂລກຈົນໄດ້ຊົງປະທານພຣະບຸດອົງດຽວຂອງ ພຣະອົງທີ່ບັງເກີດມາ ເພື່ອຜູ້ໃດທີ່ເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫຼອດໄປເປັນນິດ” (ໂຢຮັນ 3:16)

ນັ້ນແລະຄືຄໍາຕອບ! ຈົ່ງເຊື່ອໃນພຣະເຢຊູດ້ວຍໝົດໃຈຂອງທ່ານ! ແລ້ວມາທີ່ຄຣິສຕະຈັກ ທຸກຄັ້ງທີ່ປະຕູເປີດອອກ!

ຈົ່ງຖີ້ມໂຕຂອງທ່ານລົງທີ່ພຣະເມດຕາຂອງພຣະອົງ, ຫັນມາຫາພຣະຄຣິດທັງໝົດ ທີ່ທ່ານມີຢູ່!

ນັ້ນແລະເປັນທາງແຫ່ງຄວາມລອດ - ແລະມັນຄືຫົນທາງດຽວເທົ່ານັ້ນ!

ຈົ່ງຄິດ ອີກເທື່ອສຸດທ່າຍເຖິງຂໍ້ພຣະຄໍາພີນີ້, ຈົ່ງພິຈາລະນາໂດຍສະເພາະແມ່ນສອງຄໍາສຸດທ້າຍ “ຈົ່ງກັບມາອີກ”

“ພາລະກ່ຽວກັບດູມາ ມີຄົນໜື່ງເອີ້ນຂ້າພະເຈົ້າອອກຈາກເສອີວ່າ ຄົນຍາມ ເອີຍ ເດິກປານໃດແລ້ວ ຄົນຍາມເອີຍ ເດິກປານໃດແລ້ວ ຄົນຍາມຕອບວ່າ ເຊົ້າມາເຖິງ ກາງຄືນກໍມາດ້ວຍ ຖ້າຈະຖາມກໍຖາມເຖີດ ຈົ່ງກັບມາອີກ” (ອິດສະຢາ 21:11,12)

ຂໍ້ພຣະຄໍາພີຈົບລົງດ້ວຍຄໍາວ່າ “ຈົ່ງກັບມາອີກ” (ອິດສະຢາ 21:12),ຈົ່ງກັບມາຫາ ພຣະຄຣິດ! ຈົ່ງກັບມາຫາພຣະຄຣິດ! ຖືກຊໍາລະລ້າງດ້ວຍພຣະໂລຫິດທີ່ພຣະອົງຫລັ່ງລົງ ມາທີ່ໄມ້້ກາງແຂນ! ຄືກັບບົດເພງເກົ່າແກ່ທີ່ຮ້ອງວ່າ:

ສິ່ງອັນໃດລ້າງຜິດບາບໄດ້
ມີແຕ່ໂລຫິດຂອງພຣະເຢຊູ
ສິ່ງອັນໃດເຮັດໃຫ້ດີໄດ້
ມີແຕ່ໂລຫິດຂອງພຣະເຢຊູ
ໂລຫິດປະເສີດພຣະອົງ
ຊໍາລະເຮົາໃຫ້ເປັນຄົນດີ
ບໍ່ມີສິ່ງອັນໃດອື່ນ
ມີແຕ່ໂລຫິດຂອງພຣະເຢຊູ
(“ມີແຕ່ໂລຫິດຂອງພຣະເຢຊູ” ໂດຍ ໂຣເບີດລໍຣີ່ 1826-1899)

ຂ້າພະເຈົ້າບໍຕ້ອງຈົບຄໍາເທດສະໜານີ້ໂດຍປາສະຈາກການເວົ້າວ່າພື້ນຖານຂອງ ບົດວິທະຍານິພົ ນທີ່ບໍ່ແໜ້ນຂື້ນຢູ່ກັບຄົນໜື່ງທີ່ໃຫ້ມາໂດຍເລົ່າຕໍ່ກັນມາຂອງສິດຍາພິບານ, ດຣ.ດັບເບີ້ນຢູ.ເອ.ຄຣິສແວວ. (W. A. Criswell, Ph.D., Isaiah: An Exposition, Zondervan Publishing House, 1977, pp. 129-134).

ໃນຄໍາເທດສະໜາບົດອື່ນໆດຣ.ຄຣິສແວວ ເວົ້າວ່າດັ່ງນີ້

ດຣ.ຈອດດັບເບີ້ນຢູ.ທຣູແອັດຜູ້ເປັນສິດຍາພິບານກ່ອນຂອງຂ້າພະເຈົ້າໃນ ຄຣິສຕະຈັກເຟີສແບັບຕິດທີ່ເມືອງດາລັສ,ຂໍ້ພຣະຄໍາພີໜ້ອຍໜື່ງໃນຄໍາເທດ ສະໜາຂອງລາວ[ໄດ້ບອກ]ໃນຄຣິສຕະຈັກຂອງລາວວ່າ “ຂ້າພະເຈົ້ານັ່ງ ຟັງຄໍາເທດສະໜາຂອງນັກເທດໃນຄືນໜື່ງ ຂະນະທີ່ລາວຂໍຮ້ອງວ່າພຣະ ຄຣິດອາດຈະມາໃນທາງຂອງພຣະອົງເອງແລະຊ່ວຍຈິດວິນຍານໃຫ້ລອດ, ຂ້າພະເຈົ້າເວົ້າວ່າ “ພຣະເຢຊູເຈົ້າ ມັນມືດໝົດ ຂ້າພຣະອົງບໍເຂົ້າໃຈວ່າ ຄວາມມືດຫຼືແສງສະຫວ່າງ, ຊີວິດຫຼືຄວາມຕາຍທີ່ຈະມາເຖິງແຕ່ຂ້າຂໍຖະ ວາຍຊີວິດແດ່ພຣະອົງໃນຕອນນີ້’ [ແລະດຣ.ທຣູແອັດກ່າວວ່າ] ຈາກນັ້ນ ພຣະອົງກໍຊົງຊ່ວຍຂ້າໃຫ້ລອດ” (ຄຣິສແວເຫຼັ້ມດຽວກັນໜ້າ 217).

ນັ້ນຄືຫົນທາງທີ່ນັກເທດຜູ້ໂດ່ງດັງດຣ.ທຣູແອັດໄດ້ຮັບຄວາມລອດ,ແລະນັ້ນຄືຫົນ ທາງທີ່ທ່ານຈະຕ້ອງຮັບຄວາມລອດ, ທ່ານຕ້ອງມາຫາພຣະເຢຊູແລ້ວເວົ້າໃນໃຈຂອງທ່ານ ວ່າ“ຄວາມມືດຫຼືແສງສະຫວ່າງ,ຊີວິດຫຼືຄວາມຕາຍທີ່ຈະມາເຖິງຂ້າຂໍຖະວາຍຊີວິດແດ່ພຣະ ອົງໃນຕອນນີ້” ຈົ່ງສາລະພາບບາບຂອງທ່ານແລ້ວຖີ້ມໂຕຂອງທ່ານລົງເທິງພຣະເມດຕາ ຂອງພຣະເຢຊູ, ໄດ້ຮັບການຊໍາລະລ້າງບາບຂອງທ່ານໂດຍພຣະໂລຫິດອັນບໍລິສຸດຂອງ ພຣະອົງທີ່ຫລັງລົງມາເທິງໄມ້ກາງແຂນ!

ສິ່ງອັນໃດລ້າງຜິດບາບໄດ້
ມີແຕ່ໂລຫິດຂອງພຣະເຢຊູ
ສິ່ງອັນໃດເຮັດໃຫ້ດີໄດ້
ມີແຕ່ໂລຫິດຂອງພຣະເຢຊູ

ຖ້າທ່ານຢາກລົມກັບພວກເຮົາກ່ຽວກັບການຖືກຊໍາລະລ້າງຈາກບາບຂອງທ່ານໂດຍ ພຣະໂລຫິດຂອງພຣະເຢຊູ, ກະລຸນາອອກຈາກຕັ່ງຂອງທ່ານແລ້ວຍ່າງໄປຂ້າງຫຼັງຫ້ອງນີ້ ດຣ.ເຄແກນຈະພາທ່ານໄປອີກຫ້ອງໜື່ງບ່ອນທີ່ເຮົາສາມາດສົນທະນາແລະອະທິຖານໄດ້. ໄປຕອນນີ້ເລີຍ, ຂໍເຊີນດຣ.ແຊນມາອະທິຖານເພື່ອບາງຄົນທີ່ຈະເຊື່ອວາງໃຈໃນພຣະເຢຊູ ໃນຕອນນີ້ແດ່. ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ ອິດສະຢາ 21:11-12.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີ (“ພຣະເຢຊູ ມີພຽງພຣະເຢຊູ”(ໂດຍ:ດຣ.ຈອນອາໄຮສ໌1895-1980).


ໂຄງຮ່າງບົດເທດສະໜາ

ຄົນຍາມ ເດິກປານໃດແລ້ວ?

ໂດຍ: ດຣ.ອາ.ແອວ.ໄຮເມີ, ຈູເນຍ

“ພາລະກ່ຽວກັບດູມາ ມີຄົນໜື່ງເອີ້ນຂ້າພະເຈົ້າອອກຈາກເສອີວ່າ ຄົນຍາມ ເອີຍ ເດິກປານໃດແລ້ວ ຄົນຍາມເອີຍ ເດິກປານໃດແລ້ວ ຄົນຍາມຕອບ ວ່າ ເຊົ້າມາເຖິງ ກາງຄືນກໍມາດ້ວຍ ຖ້າຈະຖາມກໍຖາມເຖີດ ຈົ່ງກັບມາອີກ” (ອິດສະຢາ 21:11,12)

I.    ໜື່ງ ຂໍ້ຄໍາພະພີປະຍຸກໃຊ້ກັບຊົນຊາດທັງຫຼາຍ ເພງສັນລະເສີນ 9:17;
ດານຽນ 5:26-27; ໂລມ 3:18, 11; 1 ເທສະໂລນິກາ 5:3

II.   ສອງ ຂໍ້ຄໍາພີປະຍຸກໃຊ້ກັບຄວາມຕາຍແລະນາຮົກ-າງຄືນເປັນນິດຂອງຈິດວິນ ຍານຜູ້ຫລົງຫາຍ ກາລາເຕຍ 6:7; ເຮັບເລີ 10:31; ເຮັບເລີ 12:29;
ມັດທາຍ 7:23; 8:12; 22: 13; 25:30; ໂຢຮັນ 3:16