| ນີ້ຄືໜື່ງໃນຂໍ້ຄວາມທີ່ຍິ່ງໃຫຍ່ທີ່ສຸດໃນພາກພັນທະສັນຍາໃຫມ່, ມະນຸດທຸກຄົນ ໄດ້ເຮັດບາບ, ພວກເຮົາສາມາດເຮັດໃຫ້ເປັນຄົນຊອບທໍາໄດ້ໂດຍພຣະຄຸນຂອງພຣະເຈົ້າ ເທົ່ານັ້ນ, ເຮົາສາມາດລອດໂດຍພຣະຄຣິດເທົ່ານັ້ນ, ພຣະເຈົ້າໄດ້ສົ່ງພຣະອົງໄປທີ່ໄມ້ກາງ ແຂນເພື່ອໃຫ້ເປັນທີ່ພໍພຣະໄທຄວາມຍຸດຕິທໍາຂອງພຣະອົງ,ແລະພວກເຮົາໂດຍຄວາມເຊື່ອໃນພຣະໂລຫິດຂອງພຣະອົງ, ພຣະເຈົ້າໄດ້ສົ່ງພຣະເຢຊູໃຫ້ຫຼັງເລືອດແລະຕາຍໃນບ່ອນ ຂອງເຮົາດັ່ງນັ້ນພຣະອົງຈື່ງເປັນຜູ້ຊອບທໍາແລະໃນເວລາດຽວກັນກໍເຮັດໃຫ້ຄົນບາບເປັນ
 ຄົນຊອບທໍາ, ນັ້ນແລະຄືຫົວໃຈຂອງຂ່າວປະເສີດ! ແຕ່ມັນຄືຂ່າວປະເສີດທີ່ນັກສາສະໜາ ສາດເສລີພາບຄຣິສຕຽນປະຕິເສດ, ໃນໜັງສືຂອງດຣ.ເອັດ.ຣິຊາດໄນເບີເລື່ອງ ອານາຈັກ<br />
ຂອງພຣະເຈົ້າໃນອາເມລິກາ ໃນປີ 1934 ໄດ້ອະທິບາຍເຖິງສາສະໜາສາດເສລີພາບນິ ກາຍໂປແຕສແຕນກັບປະໂຫຍກທີ່ໂດ່ງດັງ “ພຣະເຈົ້າປາສະຈາກພຣະພິໂລດໄດ້ນໍາມະ ນຸດທີ່ບໍ່ມີບາບເຂົ້າສູ່ອານາຈັກໂດຍບໍ່ມີການພິພາກສາຜ່ານທາງການຮັບໃຊ້ຂອງພຣະຄຣິດ
 ທີ່ປາສະຈາກໄມ້ກາງແຂນ” ໄນເບີເປັນຄົນຄ່ອນຂ້າງຈະມີເສລີພາບກັບຕົວເອງແຕ່ລາວ ເຫັນຄວາມບໍ່ສອດຄ້ອງກັນແລະຊ່ອງວ່າງຂອງເສລີພາບນິຍົມສູງທີ່ໄດ້ກືນກິນຫົວໃຈຂອງ
 ນິກາຍໂປແຕສແຕນສາຍຫຼັກໃນຊ່ວງຊຸມປີຄ.ສ.1930, ແລະໄດເອັດທຣິກບອນຮ໋ອບເຟີ
 ໄດ້ເຮັດໃນຈຸດດຽວກັນເມື່ອລາວໄດ້ເວົ້າວ່າໃນປະເທດອາເມລິກາມີ “ມີນິກາຍໂປແຕສແຕນ
 ທີ່ບໍ່ມີການປະຕິຮູບ”!.
 ພວກເສລີພາບໂປແຕສແຕນຕ້ອງການຫຼຸດຄ່າຫຼັກຄໍາສອນລົງເພື່ອທີ່ຄົນສະໄໝ ໃຫມ່ຈະຍອມຮັບມັນ, ພວກເຂົາບໍ່ມັກຄໍາວ່າ “ບາບ” “ການພິພາກສາ”, “ໄມ້ກາງແຂນ”ແລະໂດຍສະເພາະພວກເຂົາບໍ່ມັກສຸດເລີຍກັບຄໍາວ່າ “ພຣະພິໂລດຂອງພຣະເຈົ້າ”,ພວກ
 ເຂົາຄິດວ່າຄໍາເວົ້າແບບນັ້ນໄດ້ຫັນຄົນບໍ່ເຊື່ອອອກຈາກຄຣິສຕະຈັກທັງຫຼາຍ, ໂຣເບີດ.ເອັດ
 ສະກູເລີ ສິດຍາພິບານເສລີພາບທາງໂທລະພາບ ໄດ້ໃຫ້ຄໍາເວົ້າແບບນີ້:
 ພວກເຮົາບໍ່ສາມາດເວົ້າອອກມາກັບວິທີການວ່າ“ພຣະເຢໂຮວາຕັດດັ່ງນີ້”ເມື່ອພວກເຮົາກໍາລັງສົນທະນາກັບຜູ້ຄົນຊື່ງບໍ່ສົນໃຈເລື່ອງພຣະເຈົ້າເລີຍ!
 ພວກເຮົາບໍ່ສາມາດເລີ່ມດ້ວຍຄໍາວ່າ “ຂໍ້ພຣະຄໍາພີວ່າຈັ່ງໃດແດ່?” ຖ້າເຮົາ
 ກໍາລັງເວົ້າກັບບຸກຄົນຊື່ງບໍ່ໃຫ້ຄວາມເຄົາລົບຕໍ່…“ຂໍ້ພຣະຄໍາພີ” (Robert H. Schuller, D.D., Self-Esteem: The New Reformation, Word Books, 1982, p. 13).
 ອັນນັ້ນເປັນຄໍາເວົ້າທີ່ເຫຼວໄຫຼຫຼາຍ,ຫຍຸ້ງຍາກ,ຄໍາເວົ້າບໍ່ມີຫຼັກແຫຼ່ງ! ຂ້າພະເຈົ້າຮັບ ໃຊ້ມາ 55 ປີແລ້ວ, ທຸກໆເທື່ອຂ້າພະເຈົ້າໄດ້ສົນທະນາຕໍ່ຄົນທີ່ບໍ່ແມ່ນຄຣິສຕຽນແລະນໍາພວກເຂົາມາເຖິງພຣະຄຣິດ, ຄືນວັນຈັນແລ້ວນີ້ຂ້າພະເຈົ້າກັບພັນລະຍາກໍາລັງກິນເຂົ້າແລງ
 ຢູ່ຮ້ານອາຫານ, ມີຜູ້ຊາຍຄົນຈີນຍ່າງມາຫາພວກເຮົາແລ້ວບອກຂ້າພະເຈົ້າວ່າຂ້າພະເຈົ້າໄດ້
 ນໍາລາວມາເຖິງພຣະຄຣິດ 48 ປີກ່ອນ, ລາວເປັນເດັກໂຕນ້ອຍໆທີ່ແລ່ນໄປມາອ້ອມໄຊນາ
 ທາວ, ພວກເຂົາພາລາວມາທີ່ຄຣີສຕະຈັກແບ໊ບຕິດຈີນ, ລາວກາຍມາເປັນຄຣິສຕຽນຕອນທີ່
 ໄດ້ຍິນຂ້າພະເຈົ້າເທດສະໜາຢູ່ໃນຄ້າຍພັກແລງຂອງພວກເຮົາໃນປີ 1965, ຕອນນີ້ລາວ
 ອາຍຸໄດ້ 58 ປີແລ້ວເປັນໝໍຢາ,ແລ້ວເລົ່າຄືນວ່າຂ້າພະເຈົ້າໄດ້ເທດສະໜາແລະລາວໂຕສັ່ນ
 ທີ່ຈະວາງໃຈໃນພຣະຄຣິດ.
 ຢ່າງໃດກໍດີຂ້າພະເຈົ້າໄດ້ຕັ້ງຄຣິສຕະຈັກຂື້ນສອງບ່ອນໂດຍບໍ່ມີຫຍັງເລີຍໃນມາຣິນຄາວຕີ້ທາງເໜືອຂອງຊານຟຣານຊິສໂກແລະໃນໃຈກາງເມືອງລອສແອງເຈີລິສ, ຂ້າພະ ເຈົ້າໄດ້ເທດສະໜາສະເໝີວ່າ “ພຣະເຈົ້າຕັດດັ່ງນີ້” ຂ້າພະເຈົ້າມັກເລີ່ມຕົ້ນຄໍາເທດສະໜາ
 ຈາກຂໍ້ພຣະຄໍາໃນພຣະຄໍາພີ,ແລະບໍ່ເຄີຍ “ຕັດແຕ່ງ” ປະໂຫຍກຂອງຄໍາເທດສະໜາເພື່ອ
 ເຮັດໃຫ້ໂລກຄົນບາບມີຄວາມສຸກ, ຂ້າພະເຈົ້າອາດບໍ່ມີຄຣິສຕະຈັກໃຫຍ່ຄືກັບຂອງສະກູລາ
 ແຕ່ອີກເທື່ອໜື່ງລາວບໍ່ມີຄຣິສຕະຈັກອີກຕໍ່ໄປ! “ຄຣິສຕະຈັກຄຣິສຕໍແຄັດເທັດຣໍ”ຂອງລາວ
 ຕອນນີ້ຄືຄຣິສຕະຈັກໂຣມັນຄາທໍລິກ! ອະດີດຄົນທີ່ເຂົ້າຮ່ວມປະຊຸມຂອງລາວໄດ້ກະຈັດ ກະຈາຍອອກໄປຕາມລົມທັງສີ່ທິດ! ຄຣິສຕະຈັກທັງສອງແຫ່ງທີ່ຂ້າພະເຈົ້າກໍ່ຕັ້ງຂື້ນຍັງຄົງ ເຂັ້ມແຂງ,  ດັ່ງນັ້ນຂ້າພະເຈົ້າຈື່ງຄິດວ່າວິທີຂອງຂ້າພະເຈົ້າທີ່ເວົ້າຕົງໆຕໍ່ຄົນບາບດີກວ່າ
 ເສລີພາບທີ່ລື່ນໄຫຼຂອງລາວ.
 ມັນຍາກຫຼາຍທີ່ຈະໃຫ້ພວກເສລີພາບເຫັນແບບນັ້ນເຖິງແມ່ນວ່າຄະນະກໍາມະການໄດ້ວາງມັນລົງພ້ອມກັນໃນເພງຂອງຄຣິສຕະຈັກເພຣສໄບທິຣຽນໃຫມ່ (U.S.A.) ໃຫ້ເອົາ ອອກຈາກເພງດັງຢ່າງ “ໃນພຣະຄຣິດເທົ່ານັ້ນ” ເພາະຜູ້ຂຽນເພງປະຕິເສດທີ່ຈະປ່ຽນວັກ
 ເພງກ່ຽວກັບຄວາມຊອບທໍາແຫ່ງພຣະພິໂລດຂອງພຣະເຈົ້າ, ຄືເພງທີ່ກຣິຟຟິດຮ້ອງມື້ກີ້ນີ້
 ວັກທີ່ເຂົາບໍ່ຕ້ອງການຄື
 ຈົນເຖິງໄມ້ກາງແຂນທີ່ພຣະເຢຊູຕາຍພຣະພິໂລດຂອງພຣະເຈົ້າຊົງຊອບທໍາ
 ບໍ່ພໍເທົ່າໃດເດືອນສະຫະພັນຄຣິສຕະຈັກແບ໊ບຕິດໃຕ້ໄດ້ພິມໜັງສືເພງໃຫມ່ພ້ອມ ດ້ວຍເພງນີ້ອອກມາ, ແຕ່ພວກແບ໊ບຕິດໃຕ້ປ່ຽນແຖວຂອງເພງທີ່ວ່າ “ພຣະພິໂລດຂອງ ພຣະເຈົ້າຊົງຊອບທໍາ” ເປັນ “ຄວາມຮັກຂອງພຣະເຈົ້າໄດ້ຊົງເປີດເຜີຍ” ພວກແບ໊ບຕິດໃຕ້ໄດ້ປ່ຽນແປງປະໂຫຍກຂອງເພງໂດຍທີ່ບໍ່ໄດ້ຮັບອະນຸຍາດຈາກຜູ້ແຕ່ງຊື່ງຖືກປະຕິເສດຕອນ
 ທີ່ພວກເພຣສໄບທິຣຽນຂໍຮ້ອງ.
 “ພຣະພິໂລດຂອງພຣະເຈົ້າຊົງຊອບທໍາ”ໄດ້ຖືກປ່ຽເປັນ “ຄວາມຮັກຂອງພຣະເຈົ້າ ໄດ້ຊົງເປີດເຜີຍ”, ເມື່ອຂ້າພະເຈົ້າໄດ້ອ່ານຂ້າພະເຈົ້າກໍເດົາໄດ້ວ່າພວກຜູ້ສະໜັບສະໜູນຈາກຂະບວນການເພື່ອຄວາມສະເໝີພາບຂອງສະຕີໄດ້ມີສ່ວນຮ່ວມ, ແນ່ນອນຊື່ຂອງນາງ
 ຄືແມຣີ່ລຸຍສ໌ບຣິງເກີສາສະໜາຈານຊື່ງເປັນປະທານຂອງຄະນະກໍາມະການເພງ, ນາງໄດ້ ປ່ຽນຕອນຂອງເພງຈາກຄວາມເຂັ້ມແຂງແບບຜູ້ຊາຍ “ພຣະພິໂລດຂອງພຣະເຈົ້າຊົງຊອບ ທໍາ” ເປັນຄໍານຸ່ມນວນກວ່າ “ຄວາມຮັກຂອງພຣະເຈົ້າໄດ້ຊົງເປີດເຜີຍ” ໂລນເຈພັອດເລສ ໄດ້ຂຽນກ່ຽວກັບຄວາມສະເໝີພາບຂອງສິດທິສະຕີຂອງຄຣິສຕຽນຜ່ານທາງໜັງສືຂອງລາວ
 The Church Impotent (Spence Publishing Company, 1999). ແລະເດວິດເມີເຣີໄດ້ຍົກ ເຫດຜົນວ່າຄວາມສະເໝີພາບຂອງສິດທິສະຕີເປັນເຫດຜົນທີ່ສໍາຄັນວ່າເປັນຫຍັງຜູ້ຊາຍ ແລະຄົນໜຸ່ມໄດ້ໜີອອກໄປຈາກຄຣິສຕະຈັກທັງຫຼາຍ-ໃນການສະເລີ່ມສະຫຼອງໜັງສືຂອງ ລາວ Why Men Hate Going to Church (Thomas Nelson Publishers, 2004).
 ປະທານຄະນະກໍາມະການຜູ້ຍິງຊື່ງໄດ້ຕັດເອົາເພງອອກຄືນາງແມຣີ່ລຸຍສ໌ບຣິງເກີລາວບອກວ່າ   “ມຸມມອງທີ່ວ່າໄມ້ກາງແຂນເປັນພື້ນຖານກ່ຽວກັບພຣະເຈົ້າຈໍາເປັນຕ້ອງ
 ຜ່ອນຄາຍຄວາມຢາກຮ້າຍຂອງພຣະເຈົ້າຊື່ງຈະມີຜົນກະທົບດ້ານລົບຕໍ່ຜູ້ນະມັດສະການ
 ທີ່ມີການສຶກສາ” ແມ່ນຫຍັງຄືຄໍາເວົ້າທີ່ເຫຼວໄຫຼ! ຄໍາເວົ້າທີ່ມີພຶດຕິກໍາສົມບູນກັບຄວາມເຂົ້າ
 ໃຈຢ່າງຖ່ອງແທ້ໃນວຽກແຫ່ງໄມ້ກາງແຂນຂອງພຣະຄຣິດ! ບົດເພງທີ່ຖືກຕ້ອງວ່າດັ່ງນີ້
 ຈົນເຖິງໄມ້ກາງແຂນທີ່ພຣະເຢຊູຕາຍພຣະພິໂລດຂອງພຣະເຈົ້າຊົງຊອບທໍາ
 ຄວາມບາບທຸກຢ່າງວາງລົງເທິງພຣະອົງ
 ໃນຄວາມຕາຍຂອງພຣະຄຣິດຂ້າຈື່ງມີຊີວິດຢູ່
 ນາງບຣິງເກີ້ແລະພວກເສລີພາບທີ່ຢູ່ໃນຄະນະກໍາມະການຂອງລາວໄດ້ເວົ້າວ່າ“ທິດສະດີຄວາມຊອບທໍາ”ຂອງການໄຖ່ບາບພຣະຄຣິດເທິງໄມ້ກາງແຂນຖືກສ້າງຂື້ນມາໂດຍ
 ນັກສາສະໜາສາດແອນເຊວໃນສະຕະວັດທີ່ 11, ແຕ່ພວກເຂົາເຮັດຜິດ, ໃນພຣະຄໍາພີພັນ ທະສັນຍາເດີມຫຼາຍກວ່າ 700 ປີກ່ອນທີ່ພຣະຄຣິດຈະມາຜູ້ພະຍາກອນອິດສະຢາໄດ້ກ່າວ ວ່າ
 “ທ່ານ[ພຣະບິດາ]ຈະເຫັນຄວາມທຸກລໍາບາກແຫ່ງຈິດວິນຍານຂອງທ່ານແລະພໍໃຈ ໂດຍຄວາມຮູ້ຂອງທ່ານຜູ້ຮັບໃຊ້ອັນຊອບທໍາ[ພຣະຄຣິດ]ຂອງ ເຮົາຈະເຮັດໃຫ້ຄົນເປັນອັນຫຼາຍຖືໄດ້ວ່າເປັນຄົນຊອບທໍາ ເພາະທ່ານຈະ
 ແບກບັນດາຄວາມຊົ່ວຊ້າຂອງເຂົາທັງຫຼາຍ” (ອິດສະຢາ 53:11)
 ດັ່ງນັ້ນ “ການເປັນຄົນຊອບທໍາ” ຖືກສອນໃນພຣະຄໍາພີຢ່າງໜ້ອຍ 1,800 ປີກ່ອນທີ່ ແອນເຊວສອນອີກ,ແລະການລົບລ້າງພຣະອາຊະຍາແບບທີ່ຕາມມາສໍາຫຼັບຄວາມຊອບທໍາຖືກສອນໃນພັນທະສັນຍາໃຫມ່ຢ່າງເຊັ່ນໃນຂໍ້ພຣະຄໍາພີ ໂລມ 3:25; 1 ໂຢຮັນ 4:10, ໃນສະຕະວັດທີ່ 5, ອໍກັສຕິນໄດ້ປະກາດວ່າຄວາມຈິງແລ້ວພຣະຄຣິດຊົງພໍໃຈຄວາມຍຸດຕິ ທໍາຂອງພຣະເຈົ້າເທິງໄມ້ກາງແຂນ, ແລະແອນເຊວໂຕລາວເອງກໍບໍ່ໄດ້ປະຕິເສດ, ໜັງສື
 ເລື່ອງ ຄຣິສຕຽນປະຈຸບັນ ກ່າວວ່າ “ແອນເຊວຄືບຸກຄົນທີ່ຮ່ວມສະໄໝໃຫມ່ທີ່ເຄີຍເປັນມາ-
 ແລະເປັນພຣະພອນຕໍ່ນັກປະກາດຂ່າວປະເສີດທັງຫຼາຍ” ໃນບົດທີ່ມີຊື່ວ່າ “ຜູ້ເຮັດໃຫ້ ເປັນຄົນຊອບທໍາແລະຜູ້ແທນ’ ນັກສາສະໜາສາດຊາວພຽວຣິທັນຜູ້ຍິ່ງໃຫຍ່ ຈອນໂອເວັນ
 (1616-1683) ອ້າງອີງຂໍ້ພຣະຄໍາພີດັ່ງຕໍ່ໄປນີ້
 “ເພາະວ່າພຣະເຈົ້າໄດ້ຊົງກະທຳພຣະອົງຜູ້ຊົງບໍ່ມີບາບ ໃຫ້ເປັນຄວາມບາບເພາະເຫັນແກ່ເຮົາ ເພື່ອເຮົາຈະໄດ້ເປັນຄົນຊອບທຳຂອງພຣະເຈົ້າທາງພຣະອົງ” ( 2 ໂກລິນໂທ 5:21)  “ພຣະຄຣິດຊົງໄຖ່ເຮົາໃຫ້ພົ້ນຄວາມສາບແຊ່ງແຫ່ງພຣະລາຊະບັນຍັັດ ໂດຍການທີ່ພຣະອົງຊົງຍອມຖືກສາບແຊ່ງເພື່ອເຮົາ” (ກາລາເຕຍ 3:13) “ດ້ວຍວ່າ ພຣະຄຣິດເຊັ່ນກັນກໍໄດ້ທົນທຸກເທື່ອດຽວເທົ່ານັ້ນ ເພາະຄວາມຜິດບາບ ຄືພຣະອົງຜູ້ຊອບທຳເພື່ອຜູ້ບໍ່ຊອບທຳ ເພື່ອພຣະອົງຈະໄດ້ຊົງນຳເຮົາທັງຫລາຍໄປເຖິງພຣະເຈົ້າ” (1 ເປໂຕ 3:18)  ຈາກນັ້ນໂອເວັນກ່າວວ່າ: “ການສະແດງອອກທັງໝົດນີ້ບໍ່ໄດ້ປະຕິເສດການສະແດງໃຫ້ເຫັນ[ພາບຄວາມຊັດເຈນ]ຕົວແທນຂອງພຣະຄຣິດທີ່ທົນທຸກທໍລະມານແທນທີ່ຂອງເຂົາພຣະອົງ
 ມາເພື່ອຊ່ວຍ,ໂດຍທົ່ວໄປແລ້ວນີ້ຄືຄວາມມຸ່ງໝາຍທັງໝົດທີ່ພວກເຮົາໄດ້ໂດຍຄວາມຊອບ ທໍາຂອງພຣະອົງ,ໂດຍຊື່ແລ້ວພຣະອົງຊົງເຮັດໃຫ້ເປັນ’ຄວາມບາບເພາະເຮົາ’ເພື່ອເຮົາຈະໄດ້
 ພົ້ນຈາກພຣະພິໂລດທີ່ຈະມາເຖິງ…ໃນສ່ວນຂອງພຣະເຈົ້າຊົງຢືນຢັນວ່າ “ພຣະອົງຜູ້ບໍ່ໄດ້ຊົງຫວງພຣະບຸດຂອງພຣະອົງເອງ ແຕ່ໄດ້ຊົງໂຜດປະທານພຣະບຸດນັ້ນເພື່ອເຮົາທັງຫລາຍ”
 (ໂລມ 8:32)…[ພຣະຄຣິດ]ຊົງແບກຄວາມບາບຂອງເຂົາ ຫຼືລົງໂທດຕໍ່ບາບຂອງເຂົາ…
 ທີ່ຄວາມຍຸດຕິທໍາຂອງພຣະເຈົ້າໄດ້ເຮັດໃຫ້ສະຫງົບລົງແລະພຣະບັນຍັດໄດ້ເຮັດໃຫ້ສໍາເລັດ
 ພວກເຂົາຈະໄດ້ເປັນອິດສະຫຼະ ຫຼືຖືກຊ່ວຍໃຫ້ພົ້ນຈາກພຣະພິໂລດທີ່ຈະມາເຖິງ, ແລະຖ້າ ແມ່ນວ່າພຣະອົງໄດ້ຊົງຈ່າຍຊົດເຊີຍແທ້ຈິງເຊັ່ນກັນກັບລາຄ່າເພື່ອການໄຖ່ພວກເຂົາ, ຫຼັງ
 ຈາກນັ້ນພຣະອົງຊົງເຮັດໃຫ້ເປັນຜູ້ຊອບທໍາຕໍ່ພຣະເຈົ້າເພາະບາບ, ສິ່ງເຫຼົ່ານີ້ຄືສິ່ງທີ່ພວກ
 ເຮົາປາດຖະໜາດ້ວຍການສະແດງຂອງຄວາມຊອບທໍາ”  (John Owen, D.D., “Satisfaction and Substitution Outlined,” The Works of John Owen, vol. 2, The Banner of Truth Trust, 2004 reprint, p. 419).
 ຂ້າພະເຈົ້າຮູ້ດີວ່າມັນເປັນຕອນທີ່ຍາກຈະຕາມແລະຍາກທີ່ຈະເຂົ້າໃຈ, ດຣ.ໂອເວັນຄືນັກສາສະໜາສາດ,ບໍ່ແມ່ນັກເທດ, ເຫດສັນນັ້ນຂ້າພະເຈົ້າຈະຂໍໃຫ້ຄໍາອະທິບາຍງ່າຍໆ
 ເຖິງເລື່ອງການລົບລ້າງພຣະອາຊະຍາ,ຊື່ງໄດ້ແສງສະຫວ່າງມາຈາກຄໍາໃນບົດເພງ.
 ຈົນເຖິງໄມ້ກາງແຂນທີ່ພຣະເຢຊູຕາຍພຣະພິໂລດຂອງພຣະເຈົ້າຊົງຊອບທໍາ
 ດຣ.ໂທມັສເຮວກ່າວວ່າ: ເພາະວ່າພຣະເຈົ້າຊົງຍຸດຕິທໍາແລະຊອບທໍາ,ພຣະອົງຕ້ອງລົງໂທດຄວາມ ບາບ, ມັນໄດ້ສະແດງຄວາມຍຸດຕິທໍາຂອງພຣະອົງວ່າພຣະເຈົ້າຊົງລົງໂທດພຣະຄຣິດເພາະຄວາມບາບຂອງເຮົາ, ແຕ່ເຊັ່ນກັນມັນເປັນເພາະຄວາມຮັກ ຂອງພຣະອົງຕໍ່ເຮົາທີ່ພຣະອົງຊົງລົງໂທດພຣະຄຣິດໃນບ່ອນຂອງເຮົາ, ໃນ
 ການລົງໂທດພຣະຄຣິດ,ຄວາມຈິງແລ້ວພຣະເຈົ້າຊົງລົງໂທດພຣະອົງເອງ
 ເພາະວ່າພຣະເຈົ້າຊົງຮັກໂລກຈົນໄດ້ຊົງປະທານພຣະບຸດອົງດຽວຂອງພຣະອົງ (Thomas Hale, D.D., The Applied New Testament Commentary, Kingsway Publications, 1997, p. 538; note on Romans 3:25).
 ນາງບຣິງເກີ້ເວົ້າວ່ານາງແລະຄະນະກໍາມະການຂອງນາງຕ້ອງການເອົາຄໍາວ່າ“ພຣະພິໂລດຂອງພຣະເຈົ້າຊົງຊອບທໍາ” ອອກເພາະມັນອີງໃສ່ຄວາມຄິດຂອງນັກສາສະ
 ໜາສາດທີ່ພວກເຂົາປະຕິເສດ, ອັນນັ້ນອາດຈະຖືກຕ້ອງແຕ່ຂ້າພະເຈົ້າບໍ່ຄິດວ່າມັນເປັນ
 ຄວາມຈິງທັງໝົດ, ຂ້າພະເຈົ້າຄິດວ່ານາງບໍ່ມັກຄໍາເວົ້າທີ່ເປັນຊາຍ “ພຣະພິໂລດຂອງພຣະ ເຈົ້າ” ດັ່ງນັ້ນນາງຈື່ງຢາກຈະປ່ຽນໃຫ້ເປັນແບບຜູ້ຍິງຫຼາຍກວ່າ “ຄວາມຮັກຂອງພຣະເຈົ້າ
 ຊົງສະແດງອອກ”
 ເດວິດເມີເຣີຄືຜູ້ອາວຸໂສໃນຄຣິສຕະຈັກເພຣສໄບທິຣຽນ(U.S.A.),ຊື່ງຄືນິກາຍດຽວກັນກັບຂອງນາງບຣິງເກີ້, ນາງແລະຄະນະກໍາມະການຂອງນາງຄວນຈະອ່ານໜັງສືຂອງ
 ເມີເຣີ ເປັນຫຍັງຜູ້ຊາຍຈື່ງຊັງໄປໂບດ (Nelson, 2004).ເມີເຣີກ່າວວ່າ “…ຄວາມເປັນຜູ້ນໍາ ໃນຄຣິສຕະຈັກຮຽກຮ້ອງຄວາມສົມດຸນລະຫວ່າງຈິດວິນຍານຜູ້ຊາຍແລະຈິດວິນຍານຜູ້ຍິງ”
 (ໜ້າ 152), ແຕ່ບົດວິທະຍານິພົນໃນໜັງສືຂອງລາວຄືທີ່ວ່າຄຣິສຕະຈັກທັງຫຼາຍຂອງເຮົາ
 ຖືກຄອບງໍາໂດຍຄ່າແລະລາຍການຂອງພວກຜູ້ຍິງ,  ໂດຍສ່ວນຕົວແລ້ວຂ້າພະເຈົ້າຄິດ
 ວ່າລາວເວົ້າຖືກຢ່າງແນ່ນອນ, ຟັງຄໍາທີ່ເມີເຣີເວົ້າ
       ຜູ້ຊາຍຈິນຕະນາການກ່ຽວກັບການຊ່ວຍໂລກຕໍ່ສູ້ຄວາມບໍ່ເປັນໄປໄດ້ທີ່ໄດ້ປຽບ, ຜູ້ຍິງຈິນຕະນາການກ່ຽວກັບການມີຄວາມສໍາພັນກັບຊາຍທີ່ພິ
 ເສດ…
 ແຕ່ຄຣິສຕະຈັກສ່ວນໜ້ອຍມີຮູບແບບຄຸນຄ່າຂອງຜູ້ຊາຍ:ສ່ຽງແລະ
 ໃຫ້ລາງວັນແກ່ຄວາມສໍາເລັດ,ການເສຍສະຫຼະຂອງວິລະບຸລຸດ,ແອັກຊັ່ນ
 ແລະປະຈົນໄພ, ຊາຍໃດກໍຕາມທີ່ພະຍາຍາມມີຊີວິດນອກຈາກຄຸນຄ່ານີ້
 ຈະພົບບັນຫາໃຫ້ກັບຕົວເອງໃນທີ່ປະຊຸມຂອງຄຣິສະຈັກໃນທຸກເວລາ,ນັ້ນ
 ຄືເປັນຫຍັງ[ຜູ້ຊາຍທັງຫຼາຍ]ຈື່ງຊັງທີ່ຈະໄປໂບດ(ເຫຼັ້ມດຽວກັນ ໜ້າ 15)
 ຂ້າພະເຈົ້າກໍາລັງອອກໄປໄກຈາກການຖົກຖຽງແຖວໃນບົດເພງ “ໃນພຣະຄຣິດເທົ່າເທົ່ານັ້ນ”ບໍ?, ຂ້າພະເຈົ້າຄິດວ່າບໍ,  ຂ້າພະເຈົ້າຄິດວ່າການປ່ຽນແປງຂອງຄໍາເຫຼົ່ານັ້ນຄືສິ່ງ
 ເລັກນ້ອຍໆທີ່ເປີດເຜີຍສິ່ງໃຫຍ່ໆ -  ລາຍລະອຽດໜ້ອຍໜື່ງທີ່ສະແດງເຖິງບັນຫາໃຫຍ່
 ກວ່າຜູ້ຍິງໃນຄຣິສຕະຈັກທັງຫຼາຍຂອງເຮົາ, ຈົ່ງຟັງເນື້ອເພງແຖວຕົ້ນເດີມຂອງມັນ
 ຈົນເຖິງໄມ້ກາງແຂນທີ່ພຣະເຢຊູຕາຍພຣະພິໂລດຂອງພຣະເຈົ້າຊົງຊອບທໍາ
 ນັ້ນແລະຄືເນື້ອຕົ້ນເດີມຂຽນໂດຍບຸລຸດສອງທ່ານ, ຕອນນີ້ນີ້ຄືສະບັບປັບປຸງໃຫມ່ຮຽບຮຽງໂດຍນາງບຣິງເກີ້ແລະຄະນະກໍາມະການຂອງນາງ.
 ຈົນເຖິງໄມ້ກາງແຂນທີ່ພຣະເຢຊູຕາຍຄວາມຮັກຂອງພຣະເຈົ້າໄດ້ສະແດງອອກ
 ອັນໃດຄືຄວາມເປັນຜູ້ຊາຍ? ອັນໃດທີ່ຈະຮຽກຮ້ອງເຖິງຜູ້ຊາຍ? ແນ່ນອນຄືໜື່ງໃນຊາຍ ສອງຄົນທີ່ຂຽນບົດເພງຕົ້ນເດີມຂອງມັນຂື້ນມາ! “ພຣະພິໂລດຂອງພຣະເຈົ້າຊົງຊອບທໍາ”ນັ້ນແລະຄືປະເພດຂອງພຣະເຈົ້າທີ່ຜູ້ຊາຍເຄົາລົບ - ພຣະເຈົ້າຜູ້ຊື່ງໃຫ້ນໍ້າມາຖ້ວມມະນຸດ ທັງໂລກທີ່ບໍ່ເຊື່ອຟັງພຣະອົງໃນການເຮັດບາບ, ພຣະເຈົ້າຜູ້ຊື່ງເປີດແຜ່ນດິນຂື້ນມາເພື່ອ
 ກຸ່ມຄົນທີ່ກະບົດຈະຖືກຖີ້ມລົງໄປສູ່ນາຮົກ, ຄືພຣະເຈົ້າຜູ້ຊື່ງທໍາລາຍຟາໂຣຜູ້ຊົ່ວຊ້າກັບທະ
 ຫານຂອງເຂົາລົງໃນນໍ້າທີ່ທະເລແດງ, ຄືພຣະເຈົ້າຜູ້ຢູ່ຄຽງຂ້າງກິເດໂອນກັບທະຫານໜ້ອຍ
 ໜື່ງເພື່ອຕໍ່ສູ້ຄົນມີດຽນ, ຄືພຣະເຈົ້າຜູ້ຊື່ງຊ່ວຍບຸລຸດສາມຄົນອອກຈາກເປວໄຟເພື່ອສະແດງ ເຖິງລິດອໍານາດຂອງພຣະອົງຕໍ່ກະສັດຜູ້ຊົ່ວຮ້າຍ, ຄືພຣະເຈົ້າຜູ້ຊື່ງເຂົ້າໄປໃນພຣະວິຫານ ບໍ່ແມ່ນເທື່ອດຽວແຕ່ສອງເທື່ອເພື່ອຄວໍ່າໂຕະຂອງຄົນແລກເງີນລົງໄປຕາມທາງ, ຄືພຣະເຈົ້າ
 ຜູ້ຊື່ງເປີດປະຕູຄຸກແລ້ວປ່ອຍໃຫ້ເປໂຕຫລົບໜີແລ້ວນໍາລາວໃຫ້ເວົ້າກັບຜູ້ຄອບຄອງສາສະ
 ໜາວ່າ“ພວກເຮົາຈໍາເປັນຕ້ອງເຊື່ອຟັງພຣະເຈົ້າຫຼາຍກວ່າມະນຸດ” ຄືພຣະເຈົ້າຜູ້ຊື່ງໃຫ້ຊາຍ
 ຄົນໜື່ງແລະເມຍຂອງລາວຕາຍເພາະຕົວະເປໂຕ, ຄືພຣະເຈົ້າຜູ້ທີ່“ຖືກມອບໄວ້ຕາມທີ່[ພຣະອົງ]ໄດ້ຊົງດຳລິແນ່ນອນລ່ວງໜ້າໄວ້” ພຣະເຢຊູ“ໄວ້ໃນມືຄົນຊົ່ວ”ໄປຄຶງທີ່ກາງແຂນ
 (ກິດຈະການ 2:23); ຄືພຣະເຈົ້າຜູ້ຊື່ງ“ພໍພຣະໄທທີ່ຈະໃຫ້ທ່ານຟົກຊໍ້າ[ແລະ] ດ້ວຍຄວາມ ທຸກ[ແລະ]ເຮັດໃຫ້ວິນຍານຂອງທ່ານເປັນເຄື່ອງບູຊາໄຖ່ບາບ…ແລະຈະພໍໃຈ” (ອິດສະຢາ
 53:10, 11)-ນັ້ນຄືພຣະເຈົ້າທີ່ບົດເພງກ່າວວ່າ:
 ຈົນເຖິງໄມ້ກາງແຂນທີ່ພຣະເຢຊູຕາຍພຣະພິໂລດຂອງພຣະເຈົ້າຊົງຊອບທໍາ!!!
 ວ່າພຣະເຈົ້າແລະທີ່ພຣະເຈົ້າຜູ້ດຽວຄືປະເພດຂອງພຣະເຈົ້າທີ່ຜູ້ຊາຍໃຫ້ຄວາມເຄົາລົບແລະທີ່ຜູ້ຊາຍຈະຕິດຕາມ - ບໍ່ແມ່ນອ່ອນແອເປັນພຣະເຈົ້າໃນແບບຜູ້ຍິງຂອງນາງບຣິງ
 ເກີ້ ແຕ່ເປັນພຣະເຈົ້າແຫ່ງພູຊີນາຍແລະພຣະເຈົ້າແຫ່ງໄມ້ກາງແຂນ - “ພຣະເຈົ້າຜູ້ຊົງ ຍິ່ງໃຫຍ່ແລະໜ້າເກງຂາມ” ຂອງເນຫະມີ (ເນຫະມີ 1:5)– “ພຣະເຈົ້າຜູ້ຍິ່ງໃຫຍ່ແລະເປັນ
 ຕາຢ້ານ”ຂອງດານຽນ (ດານຽນ 9:4) - ພຣະເຈົ້າຊື່ງເສຍສະຫຼະພຣະບຸດອົງດຽວຂອງ ພຣະອົງທີ່ບັງເກີດມາ,ຊື່ງໂດຍພຣະຫັດຂອງພຣະເຈົ້າ “ຊົງຍອມຖືກສາບແຊ່ງເພື່ອເຮົາ”
 (ກາລາເຕຍ 3:13) - ນັ້ນແລະຄືພຣະເຈົ້າຂອງພຣະຄໍາພີ! ນັ້ນແລະຄືພຣະເຈົ້າພຣະບິດາ
 ຂອງພຣະຄຣິດ! ນັ້ນແລະຄືອົງພຣະຜູ້ເປັນເຈົ້ານັ້ນແລະຄືພຣະເຈົ້າຂອງຂ້າພະເຈົ້າ! ຂ້າ
 ພະເຈົ້າບໍ່ຮູ້ຈັກພຣະເຈົ້າຂອງນາງບຣິງເກີ້ - ແລະຂ້າພະເຈົ້າບໍ່ຕ້ອງການຈະຮູ້ຈັກທ່ານ-
 ແລະຜູ້ຊາຍສ່ວນຫຼາຍກໍບໍ່ຕ້ອງການຮູ້ຈັກເຊັ່ນກັນ, ນັ້ນແລະເປັນຫຍັງຄຣິສຕະຈັກເອພິສໂຄ
 ພັລຈື່ງສູນເສຍຜູ້ຊາຍເກືອບໝົດໄປ, ນັ້ນຄືເຫດຜົນວ່າເປັນຫຍັງຄຣິສຕຈັກເມໂຕດິສຈື່ງ
 ສູນເສຍຜູ້ຊາຍເກືອບໝົດໄປ, ແລະແມ່ນແລ້ວຄຣິສຕະຈັກເພຣສໄບທິຣຽນຂອງນາງບຣິງ ເກີ້(U.S.A.)ຈື່ງສູນເສຍຜູ້ຊາຍເກືອບທັງໝົດໄປເຊັ່ນກັນ(ເຫຼັ້ມດຽວກັນຂອງເມີເຣີ ໜ້າ 55)
 ໃນໜັງສືຂອງທ່ານເມີເຣີເລື່ອງ ເປັນຫຍັງຜູ້ຊາຍຈື່ງຊັງທີ່ຈະໄປໂບດ ມີບົດໜື່ງຊື່ ວ່າ “ພວກຜູ້ຊາຍບໍ່ແມ່ນພຽງພວກດຽວທີ່ຫາຍໄປຈາກຄຣິສຕະຈັກ” ທ່ານກ່າວວ່າຜູ້ຍິງຕ້ອງການຄວາມໝັ້ນຄົງແຕ່ຜູ້ຊາຍອາວຸໂສແລະໜຸ່ມຕ້ອງການຄວາມທ້າທາຍ, ໃຫ້ເດົາເອົາວ່າ ແມ່ນຫຍັງ? ພວກຜູ້ຍິງສ່ວນຫຼາຍມັກຢູ່ໃນຄຣິສຕະຈັກ - ສ່ວນຜູ້ຊາຍອາວຸໂສແລະໜຸ່ມໆ
 ສ່ວນໜ້ອຍຢາກຢູ່ໃນຄຣິສຕະຈັກ! (ເຫຼັ້ມດຽວກັນໜ້າ 18), ອັນນີ້ສາມາດເປັນສ່ວນໜື່ງ ຂອງເຫດຜົນທີ່ຄຣິສຕະຈັກທັງຫຼາຍຂອງເຮົາສູນເສຍ 88% ຂອງຄົນໜຸ່ມຊ່ວງອາຍຸ 25
 ປີບໍ?, ເມີເຣີເວົ້າວ່າພວກຜູ້ຊາຍໆັງໜຸ່ມແລະແກ່ເຫັນຄຣິສຕະຈັກເປັນຄືສະຖານທີ່ຂອງ ຜູ້ຍິງກັບເດັກນ້ອຍໂດຍທີ່ບໍ່ມີຫຍັງທ້າທາຍພວກເຂົາເລີຍ,ດັ່ງນັ້ນພວກເຂົາຈື່ງອອກໄປ.
 ຖ້າເຮົາໃຫ້ແບ່ງຄົນໜຸ່ມທີ່ມີອາຍຸລະຫວ່າງ18-25 ປີແລະຜູ້ຊາຍທີ່ສູງອາຍຸເລືອກວ່າແຖວໃດທີ່ເຂົາມັກທີ່ສຸດ - ທ່ານຄິດວ່າພວກເຂົາຈະເລືອກເອົາອັນໃດ?ລະຫວ່າງ
 ຈົນເຖິງໄມ້ກາງແຂນທີ່ພຣະເຢຊູຕາຍພຣະພິໂລດຂອງພຣະເຈົ້າຊົງຊອບທໍາ!!!
 ຫຼື  ຈົນເຖິງໄມ້ກາງແຂນທີ່ພຣະເຢຊູຕາຍຄວາມຮັກຂອງພຣະເຈົ້າໄດ້ສະແດງອອກ
 ເຖິງແມ່ນວ່າທັງສອງຢ່າງເປັນຄວາມຈິງ, ຂ້າພະເຈົ້າຄິດວ່າທ່ານຮູ້ດີວ່າຜູ້ຊາຍສ່ວນຫຼາຍຈະເລືອກປະໂຫຍກຕົ້ນເດີມທີ່ຂຽນໂດຍຜູ້ຊາຍສອງຄົນຫຼາຍກວ່າສະບັບປັບປຸງຂອງນາງ ບຣິງເກີ້.
 ຜູ້ຊາຍແລະຄົນໜຸ່ມຖືກຊັກນໍາສູ່ຄວາມຍິ່ງໃຫຍ່,ມີອໍານາດແລະຢໍາເກງພຣະເຈົ້າ-ພຣະເຈົ້າຂອງພຣະຄໍາພີ! ຜູ້ຍິງໄວກາງຄົນຊື່ງບໍ່ເຄີຍກັບໃຫມ່ທີ່ແທ້ຈິງມັກຄວາມນຸ່ມນວນ
 ຫຼາຍກວ່າພຣະເຈົ້າທີ່ໝັ້ນຄົງຜູ້ຊື່ງບໍ່ເຄີຍທ້າທາຍແລະບໍ່ເຄີຍທໍາຮ້າຍຜູ້ໃດເລີຍ,  ດັ່ງນັ້ນ
 ຄຣິສຕະຈັກທັງຫຼາຍຂອງເຮົາເຕັມໄປດ້ວຍແຕ່ຜູ້ຍິງທີ່ອາວຸໂສໃນຂະນະທີ່ເຮົາສູນເສຍພວກ
 ຜູ້ຊາຍເກືອບໝົດແລະໃນຈໍານວນ 88% ເປັນຄົນໜຸ່ມ.
 ຄຣິສຕະຈັກຂອງເຮົາເອງຖືກປົກຄອງໂດຍບຸລຸດ, ເປັນຫຍັງ? ຂ້າພະເຈົ້າຄິດວ່າມີເຫດຜົນບາງຢ່າງ, ໜື່ງ ຂ້າພະເຈົ້າແນ່ໃຈວ່າບົດເທດສະໜາຂອງຂ້າພະເຈົ້າແມ່ນເລັ່ງ
 ໄປທີ່ພຣະເຈົ້າຜູ້ຍິ່ງໃຫຍ່ແລະໜ້າຢ້ານຂອງພຣະຄໍາພີແລະເຖິງຂໍ້ບັງຄັບອື່ນ,ພຣະຄຣິດຜູ້
 ຊົງໃຫ້ບຸລຸດຂອງພຣະອົງຄອບຄອງໂລກ, ຂ້າພະເຈົ້າໄດ້ໃຫ້ຕົວຢ່າງທີ່ຊັດເຈນຂອງບຸລຸດ
 ຜູ້ກ້າຫານແລະສະຕີທີ່ຍອມປ່ອຍວາງຊີວິດຂອງພວກເຂົາເພື່ອສະຫງ່າລາສີຂອງພຣະເຈົ້າ
 ພວກເຮົາຕິດຮູບແລະແຕ້ມຮູບຢູ່ເທິງຟາຂອງຄຣິສຕະຈັກເພື່ອອະທິບາຍວິລະບຸລຸດຜູ້ຍິ່ງ
 ໃຫຍ່ແຫ່ງຄວາມເຊື່ອ - ບຸລຸດຢ່າງເຊັ່ນສະເປີໂຈນ,ເອັດເວີດ,ບັນຢັນ,ນອກຊ໌,ວິດຟິວ,ເວສ
 ລີ,ວິລລ່ຽມເຈນນິງໄບຣ້ອັນແລະອີກຫຼາຍໆຄົນ, ຄືນນີ້ຄືວັນອາທິດແຫ່ງການປະຕິຮູບ, ແນ່ ນອນພວກເຮົາຈະເບິ່ງຮູບເງົາຂາວດໍາທີ່ຍິ່ງໃຫຍ່ໃນເລື່ອງຂອງລູເທີ,ໃນຂະນະທີ່ພວກເຮົາ ຮັບປະທານຍອາຫານແລງຫຼັງຈາກແລ້ວນະມັດສະການ, ລູເທີຄືໜື່ງໃນວິລະບຸລຸດ,ໃນຕອນ
 ຕົ້ນຂອງການນະມັດສະການພວກເຮົາຮ້ອງເພງການເຄື່ອນໄຫວແລະລິດອໍານາດຂອງລູ
 ເທີ “ປ້ອມປາການທີ່ຊົງລິດຄືພຣະເຈົ້າຂອງເຮົາ”
 ພວກເຮົາບໍ່ມີ “ອາຫານເຊົ້າຂອງຜູ້ຊາຍ”ສໍາຫຼັບພວກຜູ້ຊາຍຂອງເຮົາ ແລະບໍ່ມີ“ສັງຄົມກະແລັມ” ສໍາຫຼັບຄົນໜຸ່ມສາວຂອງເຮົາ! ບໍ່! ພວກເຮົາສົ່ງພວກເຂົາອອກໄປ-ສູ່ຖະໜົນ
 ຂອງຜູ້ຊາຍແຫ່ງລອສແອງເຈີລິສຕອນກາງຄືນ - ເພື່ອນໍາວິນຍານສອງຕໍ່ສອງ, ມັນເປັນ ຕາຢ້ານບໍ? ມັນອາດຈະເປັນແບບນັ້ນຕໍ່ນາງບຣິງເກີ້! ມັດອາດຈະເຮັດໃຫ້ນາງຮູ້ສຶກສຽວ! ແຕ່ມັນຄືຄວາມທ້າທາຍຕໍ່ຊາຍອາວຸໂສແລະໜຸ່ມຂອງເຮົາ - ແນ່ນອນມັນຄືປະເພດຂອງ ຄວາມທ້າທາຍທີ່ເຂົາຕ້ອງການ - ເພື່ອເປັນທະຫານທີ່ແທ້ຈິງແຫ່ງໄມ້ກາງແຂນ.
 ພຣະຄໍາພີກ່າວວ່າ: “ສະນັ້ນທ່ານຈົ່ງທົນການຍາກລຳບາກດັງທະຫານທີ່ດີຂອງພຣະເຢຊູຄຣິດ” (2 ຕີໂມທຽວ 2:3)   “ຖ້າເຮົາທົນຄວາມທຸກທໍລະມານ ເຮົາກໍຈະໄດ້ຄອງຮ່ວມກັບພຣະອົງດ້ວຍ” (2 ຕີໂມທຽວ 2:12)   “ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກທຸກວັນ ແລະຕາມເຮົາມາ” (ລູກາ 9:23) “ຈົ່ງອອກໄປຕາມທາງໃຫຍ່ແລະຮົ້ວຕົ້ນໄມ້ທັງຫລາຍ ແລະເລັ່ງລັດເຂົາໃຫ້ເຂົ້າມາ” (ລູກາ 14:23)   ຄົນເຫຼົ່ານັ້ນຖືກເຮັດໃຫ້ຕື່ນເຕັ້ນເລົ້າໃຈແລະປະເພດການທ້າທາຍຂອງພຣະຄໍາພີທີ່ດົນໃຈພວກຜູ້ຊາຍຂອງເຮົາ,ຄົນໜຸ່ມຂອງພວກເຮົາ - ຜູ້ຍິງຂອງພວກເຮົາ - ເພື່ອມີຊີວິດອຸທິດ
 ແດ່ພຣະຄຣິດແລະຄຣິສຕະຈັກຂອງພຣະອົງ!
 ແລະກ່ຽວກັບການກັບໃຈໃຫມ່ເດເປັນແນວໃດ? ຕໍ່ພວກເຮົາແລ້ວການກັບໃຈໃຫມ່ ບໍ່ໄດ້ເຮັດໃຫ້ທ່ານເປັນຄົນຂີ້ຢ້ານຫຼືເປັນຄົນເສຍໄຊ, ການກັບໃຈໃຫມ່ຄືກ້າວໃຫຍ່ໄປຂ້າງໜ້າເປັນແບບລູກຜູ້ຊາຍ,ປະເພດຂອງບຸລຸດທີ່ພຣະເຈົ້າຕ້ອງການໃຫ້ເຮົາເປັນ! ຂ້າພະເຈົ້າ
 ສາມາດເວົ້າໄດ້ຢ່າງໝັ້ນໃຈວ່າຖ້າຂ້າພະເຈົ້າບໍ່ໄດ້ກັບໃຈໃຫມ່ຂ້າພະເຈົ້າກໍຈະເປັນຄົນທີ່ຜິດ
 ພາກລົ້ມເຫຼວໃນຊີວິດ, ເມື່ອຂ້າພະເຈົ້າໄດ້ມາຫາພຣະຄຣິດ, ພຣະອົງຊົງປະທານກໍາລັງ
 ເພື່ອຈະເປັນໃນສິ່ງທີ່ຂ້າພະເຈົ້າຄວນຈະເປັນແລະເຮັດໃນສິ່ງທີ່ຂ້າພະເຈົ້າຄວນຈະເຮັດ!
 ຊີວິດຂອງຂ້າພະເຈົ້າຄືຂໍ້ພຣະຄໍາພີຂໍ້ນີ້:
 “ຂ້າພະເຈົ້າກະທຳທຸກສິ່ງໄດ້ໂດຍພຣະຄຣິດຜູ້ຊົງເສີມກຳລັງຂ້າພະເຈົ້າ” ( 2 ຕີໂມທຽວ 4:13)   “ຜູ້ຊົງເສີມກຳລັງຂ້າພະເຈົ້າ”  ຈົ່ງແນມເບິ່ງລູເທີ, ລາວເປັນຄົນອ່ອນແອ,ຂີ້ຢ້ານແລະຄົນຂີ້ແພ້, ໝອບຄານຢູ່ໃນໂບດຂອງພວກນັກບວດ, ຫຼັງຈາກນັ້ນລາວກໍເຊື່ອວາງໃຈພຣະຄຣິດ! ຫຼັງຈາກນັ້ນລາວກໍ
 ກາຍເປັນທະຫານຜູ້ມີອໍານາດແຫ່ງໄມ້ກາງແຂນ! ສະເປີໂຈນກ່າວວ່າລູເທີ “ສາມາດ ສັ່ງທະຫານໄດ້”
 ເມື່ອທ່ານສາລະພາບຄວາມບາບຂອງທ່ານແລ້ວລົ້ມລົງທີ່ຕີນແຫ່ງໄມ້ກາງແຂນ, ທ່ານຈະຟື້ນຂື້ນຄືກັບດຣ.ຈອນຊວງເພື່ອເປັນຄຣິສຕຽນທີ່ມີລິດອໍານາດທີ່ພຣະເຈົ້າຢາກໃຫ້ ເຮົາເປັນ! ຈົ່ງແນມເບິ່ງທີ່ເປໂຕ! ຈົ່ງແນມເບິ່ງອໍກັສຕິນ! ຈົ່ງແນມເບິ່ງບັນຢັນ! ພວກເຂົາ ທຸກຄົນມາຫາພຣະຄຣິດໃນຄວາມຢ້ານແລະອ່ອນແອແຕ່ເມື່ອພວກເຂົາເຊື່ອວາງໃຈໃນພຣະຄຣິດແລ້ວພວກເຂົາໄດ້ລຸກຂື້ນໃນຖານະວິລະບຸລຸດຂອງພຣະເຈົ້າ! ຈົ່ງແນມເບິ່ງເວສລີ-
 ແລ່ນໜີຈາກການຮັບໃຊ້ໃນປະເທດຈໍເຈຍ,ລົ້ມລົງໃນຄວາມອ່ອນແອຕໍ່ໜ້າພຣະຄຣິດ-ແລະ
 ລຸກຂື້ນໃນຖານະບຸລຸດຜູ້ຍິ່ງໃຫຍ່ສັ່ງປະເທດອັງກິດເພື່ອພຣະເຈົ້າ! ຈົ່ງແນມເບິ່ງວິດຟິວຊື່ງ
 ນອນລົງເທິງຕຽງຂອງຕົນ “ຂ້ອຍຫິວນໍ້າ! ຂ້ອຍຫິວນໍ້າ! ແລະລຸກຂື້ນຈາກຄວາມອ່ອນແອ
 ແຫ່ງບາບເພື່ອປະກາດຂ່າວປະເສີດໃນສອງທະວີບ! ບໍ່ມີຄໍາບອກວ່າພຣະເຈົ້າອາດຈະ ເຮັດແນວໃດກັບຊີວິດຂອງທ່ານຖ້າທ່ານຍອມຈໍານົນຕໍ່ພຣະຄຣິດຜູ້ຊື່ງໄປທີ່ໄມ້ກາງແຂນ
 ແລະທຸກທໍລະມານພຣະພິໂລດຂອງພຣະເຈົ້າຜູ້ຊົງລິດເພື່ອເຮັດໃຫ້ເປັນໄປໄດ້ສໍາຫຼັບທ່ານ  ທີ່ຈະເປັນບຸລຸດຫຼືສະຕີ - ທີ່ທ່ານຄວນຈະເປັນ! - ໃຫ້ຮ້ອງກັບລູເທີ.
 ປ້ອມປາການທີ່ຊົງລິດຄືພຣະເຈົ້າຂອງເຮົາປ້ອມປາການຈະບໍ່ມີວັນລົ້ມລົງ
 ຜູ້ຊ່ວຍຂອງເຮົາຊົງຢູ່ຖ້າມກາງນໍ້າຖ້ວມ
 ຂອງຄວາມ ເຈັບປວ່ຍແຫ່ງໂລກຊົງມີໄຊ…
 ຂໍໃຫ້ຄວາມດີແລະພີ່ນ້ອງອອກໄປ
 ຊີວິດໃນໂລກນີ້ເຊັ່ນກັນ
 ຮ່າງກາຍອາດຖືກຂ້າຕາຍ
 ແຕ່ຄວາມຈິງຂອງພຣະເຈົ້າຍັງຄົງຢູ່
 ອານາຈັກຂອງພຣະອົງດໍາລົງສືບໆໄປ
 (“ປ້ອມປາການທີ່ຊົງລິດຄືພຣະເຈົ້າຂອງເຮົາ”ໂດ
 ຍ:ມາຕິນລູເທີ  1483-1546)
 ທ່ານສາມາດແນ່ໃຈໄດ້ວ່າລູເທີໄດ້ເລືອກແຖວທີ່ບົດເພງກ່າວວ່າ ຈົນເຖິງໄມ້ກາງແຂນທີ່ພຣະເຢຊູຕາຍພຣະພິໂລດຂອງພຣະເຈົ້າຊົງຊອບທໍາ
 ເຊີນມາຫາພຣະຄຣິດແລະເຮັດຕອນແລງນີ້ເລີຍ, ພຣະອົງຈະໃຫ້ອະໄພບາບຂອງທ່ານແລະ ໃຫ້ລິດອໍານາດແກ່ທ່ານທີ່ຈະມີຊີວິດຢູເພື່ອພຣະເຈົ້າ.  (ຈົບຄຳເທດສະໜາ)ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
 ທີ່ www.realconversion.com.  ກົດໄປທີ່ “ບົດເທດສະໜາ ພາສາລາວ”
 ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ 
rlhymersjr@sbcglobal.net ຫຼືຈະຂຽນຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
 ຫາເພີ່ນທີ່ເບີ (818)352-0452.
 ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
 ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.
 ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ  ໂລມ 3:20-26 ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
 “ໃນພຣະຄຣິດເທົ່ານັ້ນ” (by Keith Getty and Stewart Townend, 2001).
 |