Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພຣະຄຣິດແຫ່ງໄມ້ກາງແຂນ

THE CHRIST OF THE CROSS
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາໃນຕອນເຊົ້າວັນຂອງພຣະເຈົ້າ 20/10/2013
ທີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລິສ
A sermon preached on Lord’s Day Morning, October 20, 2013
at the Baptist Tabernacle of Los Angeles

“ຍິ່ງກວ່ານີ້ ພີ່ນ້ອງທັງຫລາຍ ຂ້າພະເຈົ້າຂໍໃຫ້ທ່ານຄຳນຶງເຖິງຂ່າວປະເສີດທີ່ຂ້າພະເຈົ້າເຄີຍປະກາດແກ່ທ່ານທັງຫລາຍ ຊຶ່ງທ່ານໄດ້ຍອມຮັບໄວ້ ອັນເປັນຖານຊຶ່ງທ່ານທັງຫລາຍຕັ້ງໝັ້ນຢູ່ ແລະຊຶ່ງເຮັດໃຫ້ທ່ານລອດດ້ວຍ ຖ້າທ່ານຍຶດຫລັກຄຳສອນທີ່ຂ້າພະເຈົ້າໄດ້ປະກາດໄວ້ແກ່ທ່ານທັງຫລາຍນັ້ນ ເວັ້ນເສຍແຕ່ທ່ານໄດ້ເຊື່ອຢ່າງບໍ່ມີປະໂຫຍດ ເລື່ອງຊຶ່ງຂ້າພະເຈົ້າຮັບໄວ້ນັ້ນ ຂ້າພະເຈົ້າໄດ້ປະກາດແກ່ທ່ານທັງຫລາຍກ່ອນ ຄືວ່າພຣະຄຣິດໄດ້ຊົງວາຍພຣະຊົນເພາະບາບຂອງເຮົາທັງຫລາຍ ຕາມທີ່ຂຽນໄວ້ໃນພຣະຄຳພີ” (1 ໂກລິນໂທ 15:1-3)


ນີ້ຄືຂໍ້ຄວາມແຫ່ງຂ່າວປະເສີດຂອງຄຣິສຕຽນທີ່ສັ້ນແລະຈະແຈ້ງຂອງອັກຄະສາວົກ ເປົາໂລ, ຄຳວ່າ “ຂ່າວປະເສີດ” ໝາຍຄວາມວ່າ “ຂ່າວດີ”, ເປົາໂລບອກຄຣິສຕະຈັກທີ່ ເມືອງໂກລິນໂທວ່າລາວໄດ້ປະກາດແກ່ເຂົາເຖິງເລື່ອງຂ່າວດີແຫ່ງຂ່າວປະເສີດ, ລາວບອກ ວ່າພວກເຂົາລອດໂດຍຂ່າວປະເສີດ,ເວັ້ນແຕ່ວ່າເຂົາມີການກັບໃຈທີ່ບໍ່ຖືກຕ້ອງ,“ເວັ້ນເສຍແຕ່ທ່ານໄດ້ເຊື່ອຢ່າງບໍ່ມີປະໂຫຍດ”(1 ໂກລິນໂທ 15:2), ຫຼັງຈາກນັ້ນລາວກໍທົບທວນຄືນ ເຖິງຂ່າວດີທີ່ລາວໄດ້ປະກາດໃຫ້ພວກເຂົາແລ້ວ, ຂ່າວປະເສີດມີຢູ່ສາມຈຸດຫຼັກໆ (1) ພຣະຄຣິດໄດ້ຊົງວາຍພຣະຊົນເພາະບາບຂອງເຮົາທັງຫລາຍ ຕາມທີ່ຂຽນໄວ້ໃນພຣະຄຳພີ” (2) “ແລະຊົງຖືກຝັງໄວ້”, (3) “ແລ້ວວັນທີ່ສາມພຣະອົງຊົງເປັນຂຶ້ນມາໃໝ່ຕາມທີ່ມີຂຽນໄວ້ໃນພຣະຄຳພີນັ້ນ”, ນັ້ນຄືຂ່າວປະເສີດ, ນັ້ນຄືຂ່າວດີທີ່ນັກເທດທີ່ແທ້ຈິງໄດ້ປະກາດຜ່ານຊ່ວງ ເວລາຫຼາຍສະຕະວັດມາແລ້ວ, ຕອນທີ່ຂ້າພະເຈົ້າຖືກເຈີມຕັ້ງ,ຢູ່ໃນໃບຢັ້ງຢືນການເຈີມຕັ້ງ ຂອງຂ້າພະເຈົ້າບອກວ່າຂ້າພະເຈົ້າຖືກເຈີມຕັ້ງເພື່ອ“ການຮັບໃຊ້ຂ່າວປະເສີດ”,ໝາຍຄວາມ ວ່າຂ້າພະເຈົ້າຖືກແຕ່ງຕັ້ງຫຼືແຍກຕັ້ງໄວ້ເພື່ອເທດສະໜາຂ່າວປະເສີດ, ສິ່ງຫຼັກໆທີ່ຂ້າພະ ເຈົ້າເຮັດໃນ “ການຮັບໃຊ້ຂ່າວປະເສີດ”ຄືເພື່ອປະກາດຂ່າວດີຂອງການຕາຍຂອງພຣະຄຣິດ ການຖືກຝັງໄວ້ແລະການເປັນຂື້ນມາຈາກຕາຍ, ນັ້ນແລະຄືສິ່ງທີ່ສິດຍາພິບານທຸກຄົນຖືກ ເອີ້ນ,ຖືກເຈີມຕັ້ງແລະແຍກຕັ້ງໄວ້ເພື່ອໃຫ້ເຮັດ, ແລ້ວເປົາໂລກ່າວວ່າ: “ຂ້າພະເຈົ້າຂໍໃຫ້ທ່ານຄຳນຶງເຖິງຂ່າວປະເສີດທີ່ຂ້າພະເຈົ້າເຄີຍປະກາດແກ່ທ່ານທັງຫລາຍ” (1 ໂກລິນໂທ 15:1) ແຕ່ຂ້າພະເຈົ້າຕ້ອງເວົ້າເຖິງຫຼາຍສິ່ງຫຼາຍຢ່າງກ່ຽວກັບການຊົງເອີ້ນເພື່ອໃຫ້ປະກາດ ຂ່າວປະເສີດ.

I. ໜື່ງ ສິດຍາພິບານຫຼາຍຄົນໃນທຸກມື້ໄດ້ເຮັດໃຫ້ບາງສິ່ງບາງຢ່າງຢູ່ໃຈກາງ ຄໍາເທດສະໜາຂອງເຂົາຫຼາຍກວ່າເລື່ອງຂ່າວປະເສີດ

ມີຄົນທີ່ເທດສະໜາເລື່ອງການເມືອງ, ຄໍາເທດສະໜາຂອງເຂົາຂື້ນກັບເລື່ອງທີ່ເກີດ ຂື້ນໃນຂອບເຂດທາງດ້ານການເມືອງ, ນັກເທດຫຼາຍຄົນບໍ່ຄອຍມັກທີ່ຈະເນັ້ນເລື່ອງຄວາມ ລອດເພາະເຂົາຄິດວ່າມັນບໍ່ຈໍາເປັນອັນໃດ, ພວກເຂົາເປັນພຽງແຕ່ນັກການເມືອງ, ຫຼາຍປີ ທີ່ຜ່ານມາ,ໃນຄຣິສຕະຈັກພີ່ນ້ອງຄົນຈີນທີ່ຂ້າພະເຈົ້າເປັນສະມາຊິກ, ມີຊາຍໜຸ່ມຄົນໜື່ງທີ່ ຄິດວ່າ ດຣ.ລິນຄວນເທດສະໜາຕໍ່ຕ້ານສົງຄາມຫວຽດນາມ, ສຸດທ້າຍລາວກໍອອກໄປຈາກ ຄຣິສຕະຈັກພ້ອມດ້ວຍພາຄົນໜຸ່ມຈໍານວນໜື່ງໄປນໍາ, ພວກເຂົາໄປຮ່ວມຄຣິສຕະຈັກ All Saints Episcopalໃນປາສາເດນາເຂດນອກເມືອງລອສແອງເຈີລິສ, ຄຣິສຕະຈັກນັ້ນໄດ້ພິຈາ ລະນາເລື່ອງອັບເດດບ້ານເມືອງໂພດ, ສິດຍາພິບານດຣ.ຈອສເຣກາສ ເກືອບທຸກອາທິດທີ່ ລາວໄດ້ເທດສະໜາຕໍ່ຕ້ານສົງຄາມໃນຫວຽດນາມແລະເລື່ອງການເມືອງອື່ນໆ, ຫຼັງຈາກ ຜ່ານໄປໄດ້ໄລຍະໜື່ງພວກຄົນໜຸ່ມທີ່ມາຈາກຄຣິສຕະຈັກຂອງພວກເຮົາເມື່ອຍກັບການທີ່ ບໍ່ມີຫຍັງນອກຈາກເວົ້າແຕ່ເລື່ອງການເມືອງ,ສຸດທ້າຍແລ້ວພວກເຂົາທຸກຄົນກໍອອກໄປຈາກ ຄຣິສຕະຈັກນັ້ນແລ້ວກັບໄປຫາໂລກ, ເທົ່າທີ່ຂ້າພະເຈົ້າຮູ້ກໍຄືບໍ່ມີໃຜຈັກຄົນໃນຈໍານວນນັ້ນ ທີ່ໄປໂບດອີກໃນປະຈຸບັນນີ້,ຊື່ງໄດ້ກາຍເປັນເຫດຜົນໃນພວກທີ່ເອີ້ນວ່ານິກາຍ“ເມນໄລນ໌”, ການເທດສະໜາເລື່ອງການເມືອງຈະຍຶດຕິດຄົນບໍ່ໄດ້, ທຸກໆຄຣິສຕະຈັກໃນຈໍາພວກຄຣິສ ຕະຈັກເມນໄລນ໌ທັງຫຼາຍໄດ້ສູນເສຍຄົນເປັນແສນໆຄົນໄປແລະແມ່ນກະທັ່ງເປັນລ້ານໆຄົນ ທີ່ເປັນສະມາຊິກໄປໃນຫຼາຍທົດສະວັດທີ່ຜ່ານມາທີ່ເປັນຈໍານວນມະຫາສານເພາະຄໍາເທດ ສະໜາຂອງເຂົາຂື້ນກັບເລື່ອງການເມືອງແລະກ່ຽວກັບເລື່ອງສັງຄົມ.

ມີຄົນທີ່ຄໍາເທດສະໜາຂອງຂອງເຈາະຈົງແຕ່ເລື່ອງຈິດຕະວິທະຍາ,ຄໍາເທດສະໜາ ຊ່ວຍເຫຼືອຕົນເອງຂອງເຂົາຢ່າງເຊັ່ນຂອງໂຣເບີດສະກູເລີແລະໂຈເອວອອສທີນ, ບາງເທື່ອ ພວກເຂົາກໍຖີ້ມຂໍ້ພຣະຄໍາພີໄປແຕ່ສ່ວນຫຼາຍແລ້ວຄໍາເທດສະໜາຂອງເຂົາໃຈກາງບໍ່ໄດ້ຢູ່ ໃນພຣະຄໍາພີ, ຄືກັບໂອປຣາວິນຟຣີແລະດຣ.ດຣູໃນໂທລະພາບ,ຫົວຂໍ້ຄໍາເທດສະໜາຂອງ ເຂົາຄືເຮົາຈະຮູ້ສຶກດີແລະເປັນຄົນປະສົບຜົນສໍາເລັດໄດ້ແນວໃດແດ່,ວັນອັງຄານແລ້ວນີ້ຂ້າ ພະເຈົ້າໄດ້ລົມກັບພະຍາບານທີ່ເປັນຄາທໍລິກຄົນໜື່ງຊື່ງໄດ້ເຂົ້າຮ່ວມພິທີມິດຊາທຸກວັນອາ ທິດແລະເບິ່ງໂຈເອວອອສທີນເທດໃນໂທລະພາບເຊັ່ນດຽວກັນ, ລາວເປັນພະຍາບານຄົນຟີ ລິບປິນຊື່ງເຮັດວຽກຢູ່ໃນໂຮງໝໍບ່ອນທີ່ຂ້າພະເຈົ້າໄດ້ໄປກວດສຸຂະພາບລາວມີໃບໜ້າທີ່ເສົ້າໝອງທຸກໆເທື່ອທີ່ຂ້າພະເຈົ້າແນມເບີ່ງລາວ, ຂ້າພະເຈົ້າເວົ້າເລື່ອງຕະຫຼົກໜ້ອຍໜື່ງແຕ່ບໍ່ ຊ່ວຍໃຫ້ລາວຍີ້ມໄດ້, ສຸດທ້າຍຂ້າພະເຈົ້າກໍຖາມເຖິງເລື່ອງສາສະໜາຂອງລາວ,ລາວບອກ ຂ້າພະເຈົ້າວ່າລາວໄປເຮັດພິທີມິດຊາແລ້ວກໍໄດ້ເບິ່ງຄໍາເທດສະໜາຂອງໂຈເອວອອສທີນ ທຸກວັນອາທິດເພາະມັນສອນລາວວ່າຈະມີຄວາມສຸກແນວໃດແດ່! ນັກເທດແບບນັ້ນເຮັດ ໃຫ້ຜູ້ຄົນຮູ້ສຶກດີແຕ່ມີຜົນກະທົບໜ້ອຍດຽວໃນຊີວິດສ່ວນຕົວຂອງເຂົາເຈົ້າ,ມີໜ້ອຍໜື່ງຫຼືບໍ່ ມີເລື່ອງຄວາມລອດເປັນນິດນິລັນຂອງຈິດວິນຍານເລີຍ.

ອັນທີ່ສາມ,ມີຄົນທີ່ສອນພຣະຄໍາພີເປັນຂໍ້ເປັນຂໍ້ໄປ,ນັບຕັ້ງແຕ່ພຣະຄໍາມີຫຼາຍເລື່ອງ ຄົນເຫຼົ່ານີ້ມັກຈະໂດດອ້ອມໄປມາຕະຫຼອດ, ຈາກເລື່ອງນີ້ໄປຫາເລື່ອງນັ້ນໃນບົດເທດຂອງ ເຂົາ, ສິດຍາພິບານທີ່ຮັກນວນສະຫງວນຕົວສ່ວນຫຼາຍໄດ້ເທດສະໜາແບບນີ້ໃນປະຈຸບັນ ນີ້ແຕ່ສ່ວນຫຼາຍແລ້ວບໍ່ມີປະໂຫຍດຫຍັງ, ເກືອບທຸກເທື່ອທີ່ເຕັມແຕ່ຄວາມຄິດຫຼາຍໆຢ່າງ ແລະຄວາມຄິດນັ້ນບໍ່ໄດ້ປ່ຽນແປງຊີວິດຂອງຜູ້ຄົນຫຍັງເລີຍ, ຜູ້ຊ່ວຍຂອງຂ້າພະເຈົ້າ ດຣ. ເຄແກນ ໄດ້ເຂົ້າຮ່ວມຄຣິສຕະຈັກຂອງດຣ.ຈອນແມັກອາເທີຫຼາຍເດືອນກ່ອນການກັບໃຈ ໃໝ່ຂອງລາວ, ດຣ.ແມັກອາເທີໄດ້ເທດສະໜາທີ່ໜ້າສົນໃຈແຕ່ດຣ.ເຄແກນບໍ່ໄດ້ຖືກກະຕຸ້ນ ໃຫ້ສະແຫວງຫາຄວາມລອດ, ລາວເຂົ້າມາແລະອອກໄປຈາກຄຣິສຕະຈັກນັ້ນໂດຍທີ່ຍັງ ບໍ່ລອດ.ເຖິງຢ່າງໃດກໍຕາມລາວມີຄວາມສົນໃຈຢ່າງແຮງກ້າໃນການມາເປັນຄຣິສຕຽນ,ຫົວຂໍ້ ທົ່ວໄປທີ່ແລ່ນຜ່ານຂໍ້ພຣະຄໍາພີແຕ່ລະຂໍ້ຂອງຄຣິສຕະຈັກທັງຫຼາຍຄືຄວາມຄິດຂອງການສຶກ ສາພຣະຄໍາພີແລະໃນຕົວພຣະຄໍາພີເອງຄືຈຸດປະສົງຂອງການເທດສະໜາ. ພຣະຄໍາພີຄືຈຸດ ສູນກາງຫຼາຍກວ່າທີ່ຈະເປັນພຣະຄຣິດແຫ່ງພຣະຄໍາພີ,ນີ້ຄືທີ່ເອີ້ນວ່າ“ລັດທິແຊນດິເມນຽນ” ມີຫຼາຍຄົນທີ່ຢູ່ໃນຄຣິສຕະຈັກປະເພດນີ້ເຕີບໂຕແບບເຢັນຊ່າແຕ່ສະຫຼາດຄືກັບພວກຟາລິສີ ໃນສະໄໝເກົ່າກ່ອນ.

ສຸດທ້າຍ,ມີຄົນຊື່ງເນັ້ນແຕ່ເລື່ອງທີ່ເອີ້ນວ່າ “ການນະມັດສະການ”, ເລື່ອງນີ້ເຮັດໃຫ້ ບິດບ້ຽວແລະປີ້ນກັບທີ່ແປກປະຫຼາດຫຼາຍຢ່າງ,ເພື່ອນສິດຍາພິບານຄົນໜື່ງກັບຂ້າພະເຈົ້າ ໄດ້ເປັນພະຍານຕໍ່“ການນະມັດສະການ”ທີ່ຮຸນແຮງໜື່ງເປັນບ່ອນທີ່ຜູ້ຄົນຮ້ອງຄືກັບໂຕສິງ ແຜດສຽງ,ຄຸບກັນແລະກັນໃນຂະນະທີ່ຄົນອື່ນຮ້ອງກີ້ດກາດແລ້ວກິ້ງໄປຕາມພື້ນຄືຖືກຜີເຂົ້າ, ຢູ່ໃນການ“ນະມັດສະການ”ອີກອັນໜື່ງ,ພັນລະຍາກັບລູກໆແລະຂ້າພະເຈົ້າໄດ້ແນມເບິ່ງຜູ້ ຄົນກໍາລັງກາບໄຫວ້ຮູບເຄົາລົບໃນຂະນະທີ່ເຂົາພາກັນຫົວແລະນອນຄໍ່າລົງເຖິງພື້ນ, ພວກ ເຮົາຮູ້ສຶກຄືກັບຢູ່ໃນສະຖານທີ່ຂອງຄົນບ້າເສຍສະຕິ, ຢູ່ໃນບ່ອນໜື່ງອີກທີ່ວິທະຍາໄລຄຣິສ ຕຽນຂ້າພະເຈົ້າເຫັນພວກຜູ້ຍິງໄວລຸ້ນເຕັ້ນຄືກັບຜູ້ຍິງໂສເພນີໃນຂະນະທີ່ມີຄວັນສີແດງຖືກ ປ່ອຍອອກມາຈາກເຄື່ອງຈັກແລະສຽງເພງກໍາລັງອຶກກະທຶກນຶກນອງ, ອີກອັນໜື່ງ“ການນະ ມັດສະການ”ແບບບໍ່ຫລູຫລາປານໃດຖືກຈັດຂື້ນເປັນການຮ້ອງເພງຫຼາຍຊົ່ວໂມງໂດຍພວກ ນັກຮ້ອງປະສານສຽງຈົນຜູ້ຄົນເບິ່ງຄືວ່າເກືອບຖືກສະກົດຈິດ, ໃນການນະມັດສະການເຫຼົ່າ ນັ້ນມີພຽງໜ້ອຍເທື່ອທີ່ມີການເທດສະໜາທີ່ແທ້ຈິງ, ບໍ່ຈໍາເປັນທີ່ຈະເວົ້າວ່າພຣະຄຣິດບໍ່ມີ ອໍານາດໃນຄໍາເທດສະໜາທີ່ຄຣິສຕະຈັກເຫຼົ່ານີ້ເລີຍ. ແລະ “ພຣະຄຣິດ” ທີ່ມັກເວົ້າເຖິງຢູ່ຕະຫຼອດໃນການນະມັດສະການເຫຼົ່ານີ້ບໍ່ແມ່ນ ພຣະຄຣິດແທ້ອີກຕໍ່ໄປ, ຈຸດປະສົງຂອງພຣະຄຣິດແຫ່ງຂ່າວປະເສີດໄດ້ມີການປ່ຽນແປງໄປ ສູ່ຄວາມຮູ້ສຶກຂອງຄົນໆໜື່ງ, ດຣ.ໄມໂຄຮໍຕັນໄດ້ກ່າວໄວ້ຜ່ານໜັງສືຂອງລາວຊື່ Christless Christianity, ວ່າ:

         ເຮົາອາດຈະເວົ້າໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ກ່ຽວກັບຄວາມສໍາພັນກັບ ພຣະເຈົ້າຜ່ານທາງພຣະເຢຊູຄຣິດ, ຄວາມຈິງແລ້ວມັນເບິ່ງຄືວ່າບໍ່ມີຄວາມ ສໍາພັນຫຼາຍອີກຕໍ່ໄປ,ຍົກເວັ້ນກັບໂຕເອງ… ພຣະເຢຊູກາຍແທ້ຈິງແລ້ວ ກາຍເປັນການດັດແປງຂອງຂ້ອຍທີ່ຜ່ານມາແລ້ວ (Michael Horton, Ph.D., Baker Books, 2008, p. 43).

ມີຊາຍໜຸ່ມຄົນໜື່ງທີ່ຂ້າພະເຈົ້າເຈີເມື່ອບໍ່ດົນມານີ້ບອກຂ້າພະເຈົ້າວ່າ“ຂ້ອຍບໍ່ຕ້ອງ ການພຣະຄໍາພີຫຼືຄຣິສຕະຈັກ,ຂ້ອຍມີຄວາມສໍາພັນສ່ວນຕົວກັບພຣະເຢຊູແລະຂ້ອຍຕ້ອງ ການພຽງເທົ່ານັ້ນ”ການເທດສະໜາສ່ວນຫຼາຍໃນປະຈຸບັນນີ້ຜະລິດຄົນປະເພດນີ້ອອກມາຜູ້ທີ່ ເຊື່ອວ່າຄວາມຄິດແລະຄວາມຮູ້ສຶກຂອງເຂົາເອງຄືພຣະຄຣິດ, ນັ້ນຄືພຣະຄຣິດອື່ນ! ນັ້ນຄືພຣະຄຣິດອື່ນ!ອັນນັ້ນບໍ່ແມ່ນຂ່າວປະເສີດທີ່ເປົາໂລບອກໄວ້ໃນຂໍ້ພຣະຄໍາພີຂອງເຮົາ! ຄວາມຄິດປະເພດນັ້ນແລະຄວາມຄິດຜິດໆອື່ນໆມາຈາກສິດຍາພິບານຫຼາຍຄົນທີ່ເຮັດໃຫ້ ບາງສິ່ງບາງຢ່າງຢູ່ໃຈກາງຄໍາເທດສະໜາຂອງເຂົາຫຼາຍກວ່າຂ່າວປະເສີດ, ອັກຄະສາວົກ ເປົາໂລເວົ້າເຖິງ “ຮັບຂ່າວປະເສີດອື່ນ ຊື່ງແຕກຕ່າງຈາກທີ່ທ່ານຮັບໄວ້ແລ້ວ” (2 ໂກລິນໂທ 11:4),ທຸກຢ່າງທີ່ຂ້າພະເຈົ້າໄດ້ເວົ້າມານີ້ຄືຈຸດສູນກາງໃນ “ຂ່າວປະເສີດອື່ນ” ເປົາໂລບອກໃນຂໍ້ພຣະຄໍາພີຂອງເຮົາວ່າ:

“ເລື່ອງຊຶ່ງຂ້າພະເຈົ້າຮັບໄວ້ນັ້ນ ຂ້າພະເຈົ້າໄດ້ປະກາດແກ່ທ່ານທັງຫລາຍກ່ອນ ຄືວ່າພຣະຄຣິດໄດ້ຊົງວາຍພຣະຊົນເພາະບາບຂອງເຮົາທັງຫລາຍ ຕາມທີ່ຂຽນໄວ້ໃນພຣະຄຳພີ” (1 ໂກລິນໂທ 15:3)

ນັ້ນຄືຂ່າວປະເສີດ!

II. ສອງ ສູນກາງຂອງຂ່າວປະເສີດຄືກາງແຂນຂອງພຣະຄຣິດ

ໃນທຸກປະເພດຂອງຄໍາເທດສະໜາທີ່ຂ້າພະເຈົ້າໄດ້ເວົ້າເຖິງມາແລ້ວນັ້ນ,ກາງແຂນ ຂອງພຣະຄຣິດບໍ່ໄດ້ຈຸດສູນກາງ - ບໍ່ແມ່ນສິ່ງຫຼັກໆ - ບໍ່ແມ່ນພື້ນຖານຂອງຊາວຄຣິສຕຽນ ດຣ.ດັບເບີ້ນຢູ.ເອ.ຄຣິສແວວກ່າວວ່າ:

     ການເອົາຄວາມຕາຍຂອງພຣະຄຣິດອອກຈາກ…ບົດເທດແລ້ວກໍບໍ່ມີ ຫຍັງຫຼົງເຫຼືອອີກ, ນັກເທດກໍບໍ່ມີ “ຂ່າວດີ” ອີກຕໍ່ໄປ, ຂ່າວປະເສີດແຫ່ງ ການອະໄພບາບຂອງເຮົາ…ຊື່ງຄຣິສຕຽນປະເພດ… ນີ້ຄືຄຣິສຕຽນຂອງ ພຣະຄໍາພີພັນທະສັນຍາໃຫມ່ບໍ? ບໍ່ຕ້ອງສົງເລີຍວ່າມັນຄືຄຣິສຕຽນແຫ່ງໄມ້ ກາງແຂນ (W. A. Criswell, Ph.D., In Defense of the Faith, Zondervan Publishing House, 1967, p. 67).

ອັກຄະສາວົກເປົາໂລກ່າວວ່າ:

“ແຕ່ພຣະເຈົ້າບໍ່ຊົງໂປດໃຫ້ຂ້າພະເຈົ້າອວດຕົວນອກຈາກເລື່ອງກາງແຂນຂອງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ” (ກາລາເຕຍ 6:14)

“ພຣະຄຣິດໄດ້ຊົງວາຍພຣະຊົນເພາະບາບຂອງເຮົາທັງຫລາຍ”ນັ້ນຄືຫົວຂໍ້ຫຼັກຂອງ ຄໍາເທດສະໜາຂອງເປົາໂລ, ຄວາມຈິງແລ້ວລາວເວົ້າກັບຄຣິສຕະຈັກທີ່ເມືອງໂກລິນໂທ “ເພາະຂ້າພະເຈົ້າຕັ້ງໃຈວ່າຈະບໍ່ສະແດງຄວາມຮູ້ເລື່ອງໃດໆໃນໝູ່ພວກທ່ານເລີຍເວັ້ນແຕ່ເລື່ອງພຣະເຢຊູຄຣິດ ແລະການທີ່ພຣະອົງຊົງຖືກຄຶງທີ່ກາງແຂນ” ( 1 ໂກລິນໂທ 2:2), ຖ້າຫາກມັນຄືຄຣິສຕຽນຂອງພຣະຄໍາພີ, ມັນຄືຄຣິສຕຽນຂອງກາງແຂນ,ສະເປີໂຈນຜູ້ຍິ່ງ ໃຫຍ່ “ເຈົ້າຊາຍແຫ່ງນັກເທດທັງຫຼາຍ” ກ່າວວ່າ: ຫົວໃຈຂອງຂ່າວປະເສີດຄືການໄຖ່ບາບ ແລະແກ່ນແທ້ຂອງການໄຖ່ບາບຄືເຄື່ອງບູຊາໄຖ່ບາບແທນຂອງພຣະຄຣິດເທິງໄມ້ກາງ ແຂນ

ປະຈຸບັນນີ້ຄຣິສຕະຈັກຫຼາຍແຫ່ງໃຊ້ເຄື່ອງໝາຍຂອງນົກເຂົາເພື່ອເປັນສັນຍາລັກ ເຖິງຄວາມເຊື່ອຂອງເຂົາ, ສໍາຫຼັບຂ້າພະເຈົ້ານັ້ນຄືຄວາມຜິດພາດ, ນົກເຂົາເປັນສັນຍາລັກ ຂອງພຣະວິນຍານບໍລິສຸດ, ແຕ່ພຣະວິນຍານບໍລິສຸດບໍ່ແມ່ນພຣະບຸກຄົນທີ່ຢູ່ໃຈກາງຂອງ ສາມພຣະພາກໃນຂໍ້ຄວາມແຫ່ງຂ່າວປະເສີດ,ໃນໂຢຮັນບົດທີ່ສິບຫົກພຣະເຢຊູຊົງກ່າວວ່າ ພຣະວິນຍານບໍລິສຸດ“ຈະບໍ່ກ່າວເຖິງພຣະອົງເອງ”(ໂຢຮັນ 16:13), ອີກເທື່ອໜື່ງພຣະເຢຊູ ຊົງກ່າວວ່າ“ພຣະອົງຈະຊົງໃຫ້ເຮົາໄດ້ຮັບກຽດ” (ໂຢຮັນ 16:14), ວຽກຂອງພຣະວິນຍານ ບໍລິສຸດບໍ່ແມ່ນເພື່ອໃຫ້ຄວາມສົນໃຈໃນຕົວພຣະອົງເອງ,ແຕ່ເພື່ອນໍາພຣະກຽດມາໃຫ້ພຣະເຢຊູຫຼາຍກວ່າ, ເຫດສັນນັ້ນຄຣິສຕະຈັກຊື່ງຈຸດສູນກາງຂອງຂໍ້ຄວາມເນັ້ນໄປທີ່ພຣະວິນຍານ ບໍລິສຸດບໍ່ແມ່ນຄຣິສຕະຈັກແທ້ຕາມພຣະຄໍາພີ, ອັກຄະສາວົກເປົາໂລກ່າວວ່າພຣະຄຣິດຈະ ຕ້ອງຢູ່ເໜືອໃນທຸກການຮັບໃຊ້ຂອງເຮົາແລະທຸກຄໍາເທດສະໜາຂອງເຮົາ, ລາວບອກວ່າ ພຣະຄຣິດ

“…ເປັນຫົວຂອງກາຍຄືຄຣິສຕະຈັກ ພຣະອົງຊົງເປັນທີ່ເລີ່ມຕົ້ນ ເປັນບຸດຫົວປີທີ່ຊົງເປັນຂຶ້ນມາຈາກຄວາມຕາຍ ເພື່ອພຣະອົງຈະໄດ້ຊົງເປັນເອກໃນສັບພະສິ່ງທັງປວງ[ເພື່ອພຣະອົງຈະໄດ້ຢູ່ເໜືອທຸກສິ່ງທຸກຢ່າງ] ດ້ວຍວ່າເປັນທີ່ພໍພຣະໄທພຣະບິດາທີ່ຈະໃຫ້ຄວາມບໍລິບູນທັງສິ້ນມີຢູ່ໃນພຣະອົງ…ເຮັດໃຫ້ມີສັນຕິພາບໂດຍພຣະໂລຫິດແຫ່ງກາງແຂນຂອງພຣະອົງ” (ໂກໂລຊາຍ 1:18-20)

ພວກເຮົາຖືກອະໄພບາບແລ້ວແລະມີສັນຕິພາບກັບພຣະເຈົ້າ “ໂດຍທາງພຣະໂລຫິດແຫ່ງ ກາງແຂນຂອງພຣະອົງ”- ແລະໂດຍທາງພຣະໂລຫິດແຫ່ງການແຂນຂອງພຣະຄຣິດເທົ່າ ນັ້ນ!

ຈິດວິນຍານຂອງທ່ານພຣະເຢຊູລ້າງແລ້ວຫຼື
ຄືໄດ້ລ້າງດ້ວຍໂລຫິດພຣະເຢຊູ
ດຽວນີ້ທ່ານວາງໃຈໃນອົງພຣະເຢຊູຫຼື
ຄືໄດ້ລ້າງດ້ວຍໂລຫິດພຣະເຢຊູ
ພຣະເຢຊູ ມີອໍານາດ ລ້າງຄວາມບາບອອກຈາກໃຈໃຫ້ສະອາດ
ຈິດວິນຍານທ່ານຂາວສະອາດເໝືອນສໍາລີຫຼື
ຄືໄດ້ລ້າງໃນໂລຫິດນັ້ນຫຼືບໍ
(“ທ່ານຖືກລ້າງດ້ວຍໂລຫິດພຣະເຢຊູຫຼືບໍ”ໂດຍເອລີຊາເອ.ຮັອຟແມນ 1839-1929)

ໂລຫິດປະເສີດພຣະອົງ
ຊໍາລະເຮົາໃຫ້ເປັນຄົນດີ
ບໍ່ມີສິ່ງອັນໃດອື່ນ
ມີແຕ່ໂລຫິດຂອງພຣະເຢຊູ
(“ມີແຕ່ພຣະໂລຫິດພຣະເຢຊູ” ໂດຍ: ໂຣເບີດລໍຣີ 1826-1899)

“ເລື່ອງຊຶ່ງຂ້າພະເຈົ້າຮັບໄວ້ນັ້ນ ຂ້າພະເຈົ້າໄດ້ປະກາດແກ່ທ່ານທັງຫລາຍກ່ອນ ຄືວ່າພຣະຄຣິດໄດ້ຊົງວາຍພຣະຊົນເພາະບາບຂອງເຮົາທັງຫລາຍ ..” (1 ໂກລິນໂທ 15:3)

ດຣ.ຄຣິສແວວກ່າວວ່າ:

     ມັນໝາຍຄວາມວ່າແນວໃດກັບຄໍາວ່າ “ກ່ອນ”? ການອ້າງອີງຂອງ ລາວບໍ່ໄດ້ເຮັດຫຍັງຫຼາຍກັບເວລາຄືກັບຄວາມສໍາຄັນ…ຫຼັກຄໍາສອນຂອງ ຕົວແທນລ້າງບາບຂອງພວກເຮົາໂດຍການຕາຍຂອງພຣະຄຣິດ[ໃນບ່ອນ ຂອງຄົນບາບ] ຄືຫຼັກສໍາຄັນຂອງພຣະຄຸນ, ຫົວໃຈຫຼັກຂອງຂ່າວປະເສີດ, ບໍ່ມີຄວາມຈິງອື່ນໃດອີກຢືນຢູ່ສູງກວ່າ…ທຸກຫຼັກຄໍາສອນອັນຍິ່ງໃຫຍ່ຂອງ ພຣະຄໍາພີບໍລິສຸດນໍາພາສູ່ໄມ້ກາງແຂນ.
      ນັກວິຈານຄົນໜື່ງມີເທື່ອໜື່ງເວົ້າກັບຊາລ໌ຮັດດັນສະເປີໂຈນວ່າ “ຄໍາ ເທດສະໜາຂອງເຈົ້າທຸກເລື່ອງສຽງມັນຄ້າຍຄືກັນ” ນັກເທດທີ່ມີຊື່ສຽງຂອງ ໂລກໃນລອນດອນຕອບກັບວ່າ “ແມ່ນ, ຂ້ອຍເອົາຫົວຂໍ້ຈາກບ່ອນໃດໜື່ງ ໃນພຣະຄໍາພີແລ້ວເຮັດໃຫ້ມັນເປັນລາຍເຜີ້ງ[ໄປຊື່ໆ]ໄປທີ່ໄມ້ກາງແຂນ”,ບໍ່ ມີການອະໄພບາບໂດຍປາສະຈາກການໄຖ່, ບໍ່ມີການອະໄພໂທດໂດຍທີ່ ປາສະຈາກການການໄຫຼເລືອດ,ບໍ່ມີການຄືນດີກັນໂດຍທີ່ປາສະຈາກການ ຈ່າຍໜີ້…
     ຄໍາເທດສະໜາຂອງການຕາຍໄຖ່ບາບຂອງພຣະຄຣິດຄືສິ່ງທີ່ພິເສດ ທີ່ກໍານົດຫຼັກຄໍາສອນຂອງພັນທະສັນຍາໃຫມ່, ຄວາມເຊື່ອຂອງພວກ ເຮົາແຕກຕ່າງຈາກສາສະໜາອື່ນທຸກສາສະໜາ, ຄໍາເທດສະໜາຂອງຄຣິສ ຕຽນຄືສິ່ງທີ່ພິເສດໜື່ງຂອງການຊົງໄຖ່, ເປົ້າໝາຍຮາກຖານຂອງມັນຄື ເພື່ອເອົາມະນຸດກັບຄືນມາຈາກການເປັນທາດ ແລະການພິພາກສາຂອງ ຄວາມບາບ…ມັນຄືສິ່ງທໍາອິດແລະຢູ່ເໜືອທຸກຂ່າວປະເສີດຂອງການຊົງໄຖ່ ການປະກາດຂ່າວດີທີ່ວ່າພຣະເຈົ້າເພາະເຫັນແກ່ພຣະຄຣິດໄດ້ໃຫ້ອະໄພ ບາບເຮົາແລ້ວ (W. A. Criswell, Ph.D., In Defense of the Faith, ibid,. pp. 68-70).

III. ສາມ ພຣະຄຣິດແຫ່ງໄມ້ກາງແຂນຊົງຊ່ວຍເຮົາຈາກບາບທັງຫຼາຍຂອງເຮົາ

ພວກມູສະລິມເຊື່ອໃນພຣະເຢຊູ - ໃນປະສາດສໍາພັດ, ພວກເຂົາເອີ້ນພຣະອົງວ່າ “ໄອສາ” ແມ່ນກະທັ່ງຄໍາພີໂຄຣັນບອກວ່າພຣະອົງເກີດຈາກຍິງພົມມະຈາລີ, ເວົ້າແມ່ນກະ ທັ່ງວ່າພຣະອົງສະເດັດກັບສູ່ສະຫວັນ, ຄົນໂງ່ບາງຄົນຄິດວ່າເທົ່ານັ້ນພໍແລ້ວ, ແຕ່ຄົນໜຸ່ມ ສາວຫຼາຍຮ້ອຍຄົນໃນໂລກມູສະລິມກໍາລັງຫັນຫຼັງຈາກ “ໄອສາ”ພຣະເຢຊູຂອງຄໍາພີໂຄຣັນ ປະຈຸບັນພວກເຂົາຫຼາຍຄົນກໍາລັງຫັນມາຫາພຣະເຢຊູຂອງພຣະຄໍາພີຫຼາຍກວ່າທຸກຄັ້ງໃນ ອະດີດ, ພວກເຂົາເກືອບໝົດທຸກຄົນຕ້ອງຖືກການກົດຂີ່ຂົ່ມເຫງແລະທຸກທໍລະມານເພື່ອທີ່ ຈະເຊື່ອວາງໃຈພຣະເຢຊູຂອງຊາວຄຣິສຕຽນ, ເປັນຫຍັງເຂົາຈື່ງທຸກທໍລະມານ,ເຖິງແມ່ນວ່າ ຕ້ອງຜ່ານຄວາມທຸກທໍລະມານເພື່ອເຊື່ອວາງໃຈໃນພຣະເຢຊູຂອງເຮົາ?ຂ້າພະເຈົ້າຈະບອກ ທ່ານວ່າເປັນຫຍັງ! ພຣະເຢຊູຂອງຄໍາພີໂຄຣັນບໍ່ໄດ້ຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າ ບາບຂອງພວກເຮົາ - ນັ້ນແລະເປັນຫຍັງຄໍາພີໂຄຣັນຈື່ງເວົ້າວ່າພຣະອົງບໍ່ໄດ້ຕາຍເທິງໄມ້ ກາງແຂນເພື່ອຊ່ວຍພວກເຮົາ!ແຕ່ຄໍາພີໂຄຣັນບໍ່ໄດ້ບອກເຂົາວ່າຈະຖືກໃຫ້ອະໄພບາບແນວ ໃດແດ່, ມັນບອກເຂົາໃຫ້ເຮັດຄວາມດີ, ເຊື່ອຟັງກົດລະບຽບ, ແຕ່ບໍ່ໄດ້ບອກພວກເຂົາວ່າ ຈະໄດ້ຮັບການອະໄພບາບແລະຖືກຮັບເປັນລູຸກຂອງພຣະເຈົ້າແນວໃດແດ່,ຄໍາພີໂຄຣັນບໍ່ສາ ມາດບອກພວກເຂົາແບບນັ້ນໄດ້ເພາະຄໍາພີໂຄຣັນປະຕິເສດການຕາຍຂອງພຣະເຢຊູເທິງ ໄມ້ກາງແຂນ!ພວກເຂົາທຸກທໍລະມານກັບການຂົ່ມເຫງອັນໃຫຍ່ຫຼວງເພື່ອທີ່ຈະເຊື່ອໃນພຣະ ເຢຊູເພາະພຣະອົງຜູ້ດຽວທີ່ໃຫ້ສັນຕິພາບກັບພຣະເຈົ້າໄດ້, “ມີສັນຕິພາບໂດຍພຣະໂລຫິດ ແຫ່ງກາງແຂນຂອງພຣະອົງ” (ໂກໂລຊາຍ 1:20).

ທ່ານຈະໄປຜ່ານການຂົ່ມເຫງເພື່ອທີ່ຈະເຊື່ອວາງໃຈໃນພຣະເຢຊູແຫ່ງໄມ້ກາງແຂນບໍ? ທ່ານຈະສ່ຽງຊີວິດຂອງທ່ານເພື່ອພົບສັນຕິພາບກັບພຣະເຈົ້າ “ຜ່ານທາງພຣະໂລຫິດ ແຫ່ງໄມ້ກາງແຂນ”ບໍ? ພວກເຂົາເຮັດ, ພວກເຂົາເຮັດທຸກໆມື້, ທ່ານຈະໄປຜ່ານທາງໄຟ ແຫ່ງຄວາມກຽດຊັງຂອງພວກມູສະລິມເພື່ອພົບການອະໄພບາບຂອງທ່ານໂດຍພຣະໂລຫິດຂອງພຣະຄຣິດທີ່ຫຼັງລົງມາທີ່ໄມ້ກາງແຂນເພື່ອຊ່ວຍທ່ານໃຫ້ພົ້ນບໍ? ພວກເຂົາເຮັດ, ພວກ ເຂົາເຮັດທຸກໆມື້.

ໃນວາລະສານຂອງອາຈານວູມແບຣນຄັ້ງໜື່ງທີ່ຜ່ານມາຂ້າພະເຈົ້າເຫັນໃບໜ້າຂອງຍິງສາວມູສະລິມຊາວອິນໂນເນເຊຍຄົນໜື່ງ, ພວກເຂົາສາດນໍ້າກົດໃສ່ໜ້າຂອງລາວຕອນ ທີ່ລາວໄດ້ຮັບເຊື່ອພຣະເຢຊູ,ຕອນນີ້ໃບໜ້າຂອງລາວເປັນຕາຢ້ານຫຼາຍ,ເກີນທີ່ຈະອະທິບາຍ,ແຕ່ລາວກໍາລັງຍີ້ມ,ພວກເຂົາເວົ້າວ່າລາວຍີ້ມຕະຫຼອດເວລາ, ລາວຮູ້ສຶກວ່າມັນຄຸ້ມຄ່າທີ່ຈະ ສູນເສຍໃບໜ້າຂອງຕົນເພື່ອຈະໄດ້ກາງແຂນຂອງພຣະຄຣິດ! ເປັນຫຍັງ? ເພາະ

“ພຣະຄຣິດໄດ້ຊົງວາຍພຣະຊົນເພາະບາບຂອງເຮົາທັງຫລາຍ ຕາມທີ່ຂຽນໄວ້ໃນພຣະຄຳພີ” (1 ໂກລິນໂທ 15:3)

ບາບໜາຂອງຜູ້ຂ້າ ຖືກຄຶງໄວ້ທີ່ໄມ້ກາງແຂນ
ພຣະຄຣິດຊົງຮັບໄວ້ເພາະເອັນດູ
ບາບນັ້ນຊົງຍົກແລ້ວ ຈື່ງບໍ່ຄໍານຶງເຖິງອີກ
ໃຈຜູ້ຂ້າໂມທະນາ ພຣະເຢຊູ
(ຈິດໃຈຂ້າສຸກສະບາຍ” ໂດຍ ເອັດ.ຈີ.ສະແປັຟຟອດ 1828-1888)

ແມ່ນແລ້ວ ພຣະຄຣິດຊົງສະເດັດກັບໄປສະຫວັນ, ແຕ່ຄໍາພີໂຄຣັນເວົ້າບໍ່ໄດ້ເວົ້າ ແບບນັ້ນ! ຖ້າທ່ານມີການສະເດັດຂອງພຣະເຢຊູສູ່ສະຫວັນໂດຍປາສະຈາກໄມ້ກາງແຂນ - ທ່ານກໍບໍ່ມີຄວາມລອດ, ທ່ານຕ້ອງມີໄມ້ກາງແຂນ! ເພາະເທິງໄມ້ກາງແຂນທີ່ພຣະຄຣິດຊົງ ຈ່າຍຄ່າແຫ່ງຄວາມບາບຂອງທ່ານ, ປາສະຈາກໄມ້ກາງແຂນກໍບໍ່ມີການຈ່າຍສໍາຫຼັບບາບ! ມີພຽງພຣະຄຣິດແຫ່ງໄມ້ກາງແຂນເທົ່ານັ້ນທີ່ຫຼັງພຣະໂລຫິດຂອງພຣະອົງເພື່ອລ້າງຊໍາລະ ທ່ານຈາກຄວາມບາບທຸກຢ່າງຂອງທ່ານ, ແມ່ນແລ້ວ

“ພຣະຄຣິດໄດ້ຊົງວາຍພຣະຊົນເພາະບາບຂອງເຮົາທັງຫລາຍ ຕາມທີ່ຂຽນໄວ້ໃນພຣະຄຳພີ” (1 ໂກລິນໂທ 15:3)

ພວກສິດທິຊົນແລະຜູ້ສະຫຼະຊີບເປັນລ້ານໆຄົນໄດ້ເວົ້າວ່າ“ຂ້ອຍຈະມອບຊີວິດຂອງ ຂ້ອຍເພື່ອພຣະຄຣິດແຫ່ງໄມ້ກາງແຂນ! ຂ້ອຍຈະມອບມືແລະຕີນຂອງຂ້ອຍເພື່ອພຣະຄຣິດ ແຫ່ງໄມ້ກາງແຂນ! ຂ້ອຍຈະມອບຮ່າງກາຍຂອງຂ້ອຍໃຫ້ກັບສັດປ່າເພື່ອພຣະຄຣິດແຫ່ງໄມ້ ກາງແຂນ! ຂ້ອຍຈະມອບທັງຊີວິດເພື່ອພຣະຄຣິດແຫ່ງໄມ້ກາງແຂນ!”

ທົນການຂ້າຕີສັດຮ້າຍຮາວີ
ອາຊະຍາໄຮ້ທໍາທົນໄດ້
ເຂົາຍອມຕາຍບໍ່ເສຍດາຍຊີວີ
ເຊັ່ນນີ້ຫາໄດ້ຢູ່ໃສ
(“ພຣະບຸດພຣະເຈົ້າຕ້ອງເຮັດສົງຄາມ” ໂດຍ ເຣຈິນໍເຮີເບີ 1783-1826)

ພວກເຂົາເວົ້າວ່າມັນຄຸ້ມຄ່າຫຼາຍກວ່າທີ່ຄວາມບາບຂອງເຂົາຖືກອະໄພແລະລ້າງຊໍາລະໂດຍ ພຣະຄຣິດແຫ່ງໄມ້ກາງແຂນ.

ທ່ານຈະຮັບເອົາພຣະຄຣິດບໍ? ທ່ານຈະເຊື່ອວາງໃຈພຣະອົງດຽວນີ້,ໃນເຊົ້າມື້ນີ້ບໍ? ທ່ານຈະເວົ້າກັບດຣ.ວັດບໍວ່າ “ພຣະເຈົ້າຂ້າ ຂ້າພຣະອົງຂໍມອບຕົວຂອງຂ້າ ທຸກສິ່ງທີ່ຂ້າ ເຮັດໄດ້”? ທ່ານເວົ້າວ່າ “ຂ້າພ້ອມແລ້ວທີ່ຈະມອບຊີວິດຂອງຂ້າແດ່ພຣະຄຣິດແຫ່ງໄມ້ກາງ ແຂນຜູ້ຊື່ງຕາຍເພື່ອຊ່ວຍຂ້າໃຫ້ພົ້ນຈາກບາບ” ຫຼັງຈາກນັ້ນອອກຈາກຕັ້ງຂອງທ່ານແລ້ວ ຍ່າງໄປຂ້າງຫຼັງຫ້ອງນີ້, ດຣ.ເຄແກນ ຈະພາທ່ານໄປອີກຫ້ອງໜື່ງບ່ອນທີ່ທ່ານຈະມອບຊີ ວິດຂອງທ່ານແດ່ພຣະອົງຜູ້ທີ່ຕາຍເພື່ອຊ່ວຍທ່ານໃຫ້ພົ້ນຈາກບາບຂອງທ່ານ,ໄປຈາກຫ້ອງ ນີ້ດຽວນີ້ເລີຍ, ດຣ.ແຊນ ເຊີນມາອະທິຖານເພື່ອຄົນທີ່ຈະເຊື່ອວາງໃຈພຣະຄຣິດແຫ່ງໄມ້ ກາງແຂນໃນເຊົ້ານີ້ແດ່. ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ 1 ໂກລິນໂທ 15:1-4.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“ໄມ້ກາງແຂນບູຮານ” (ໂດຍ ຈອສເບີນາດ 1873-1958).


ໂຄງຮ່າງບົດເທດສະໜາ

ພຣະຄຣິດແຫ່ງໄມ້ກາງແຂນ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ຍິ່ງກວ່ານີ້ ພີ່ນ້ອງທັງຫລາຍ ຂ້າພະເຈົ້າຂໍໃຫ້ທ່ານຄຳນຶງເຖິງຂ່າວປະເສີດທີ່ຂ້າພະເຈົ້າເຄີຍປະກາດແກ່ທ່ານທັງຫລາຍ ຊຶ່ງທ່ານໄດ້ຍອມຮັບໄວ້ ອັນເປັນຖານຊຶ່ງທ່ານທັງຫລາຍຕັ້ງໝັ້ນຢູ່ ແລະຊຶ່ງເຮັດໃຫ້ທ່ານລອດດ້ວຍ ຖ້າທ່ານຍຶດຫລັກຄຳສອນທີ່ຂ້າພະເຈົ້າໄດ້ປະກາດໄວ້ແກ່ທ່ານທັງຫລາຍນັ້ນ ເວັ້ນເສຍແຕ່ທ່ານໄດ້ເຊື່ອຢ່າງບໍ່ມີປະໂຫຍດ ເລື່ອງຊຶ່ງຂ້າພະເຈົ້າຮັບໄວ້ນັ້ນ ຂ້າພະເຈົ້າໄດ້ປະກາດແກ່ທ່ານທັງຫລາຍກ່ອນ ຄືວ່າພຣະຄຣິດໄດ້ຊົງວາຍພຣະຊົນເພາະບາບຂອງເຮົາທັງຫລາຍ ຕາມທີ່ຂຽນໄວ້ໃນພຣະຄຳພີ” (1 ໂກລິນໂທ 15:1-3)

I. ໜື່ງ ສິດຍາພິບານຫຼາຍຄົນໃນທຸກມື້ໄດ້ເຮັດໃຫ້ບາງສິ່ງບາງຢ່າງຢູ່ໃຈກາງຄໍາ
ເທດສະໜາຂອງເຂົາຫຼາຍກວ່າເລື່ອງຂ່າວປະເສີດ 2 ໂກລິນໂທ 11:4.

II. ສອງ ສູນກາງຂອງຂ່າວປະເສີດຄືກາງແຂນຂອງພຣະຄຣິດ ກາລາເຕຍ 6:14;
1 ໂກລິນໂທ 2:2; ໂຢຮັນ 16:13, 14; ໂກໂລຊາຍ 1:18-20.

III. ສາມ ພຣະຄຣິດແຫ່ງໄມ້ກາງແຂນຊົງຊ່ວຍເຮົາຈາກບາບທັງຫຼາຍຂອງເຮົາ
ໂກໂລຊາຍ 1:20.