Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການກໍ່ໂຕຂອງພາຍຸ

THE GATHERING STORM
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ, ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 6/10/2013
A sermon preached at the Baptist Tabernacle of Los Angeles
Lord’s Day Morning, October 6, 2013

“ດ້ວຍສະໄໝຂອງໂນອາເປັນແນວໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນຢ່າງນັ້ນດ້ວຍ ເພາະວ່າເມື່ອກ່ອນວັນນ້ຳຖ້ວມນັ້ນ ຄົນທັງຫລາຍໄດ້ກິນແລະດື່ມກັນ ເຮັດການສົມລົດແລະຍົກໃຫ້ເປັນຜົວເມຍກັນ ຈົນເຖິງວັນທີ່ໂນອາເຂົ້າໃນເຮືອ ແລະນ້ຳຖ້ວມໄດ້ມາກວາດເອົາພວກເຂົາໄປໝົດສິ້ນ ໂດຍບໍ່ທັນຮູ້ຕົວສັນໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນສັນນັ້ນດ້ວຍ” (ມັດທາຍ 24:37-39)


ໃນນັງສືຊື່ການກໍ່ໂຕຂອງພາຍຸຂອງວິນສະຕັນເຊີດຊີວໄດ້ບອກເຖິງການທີ່ປະເທດອັງກິດນອນຫຼັບໃນຂະນະທີ່ກອງກໍາລັງທີ່ຊົ່ວຮ້າຍຂອງຮິດເລີ ໃນປະເທດເຢຍລະມັນກຽມ ພ້ອມທີ່ຈະເຮັດສົງຄາມ, ອັງກິດບໍ່ກຽມພ້ອມເພາະພວກເຂົາຄິດວ່າຈະມີຄວາມສະຫງົບສຸກ ຕະຫຼອດໄປ, ມີພຽງແຕ່ເຊີດຊີວເທົ່ານັ້ນທີ່ຮູ້ວ່າພວກເຂົາກໍາລັງຢູ່ໃນຊ່ວງໃກ້ຈະເຖິງເວລາ ແຫ່ງການທໍາລາຍ, ບໍ່ມີໃຜຟັງຄໍາເຕືອນຂອງລາວເລີຍ! ແລະອີກເທື່ອໜື່ງໃນຍຸກຂອງເຮົາ, ພຣະຄໍາພີກ່າວໄວ້ວ່າ:

“ເມື່ອເຂົາເວົ້າວ່າ "ສະຫງົບສຸກແລະປອດໄພແລ້ວ" ເມື່ອນັ້ນແລະຄວາມພິນາດກໍຈະມາເຖິງເຂົາທັນທີ…ເຂົາຈະໜີກໍບໍ່ພົ້ນ”(1 ເທສະໂລນິກາ 5:3)

ອາເລັກຊານເດີໂຊເຊນິດຊິນນັກຂຽນຊາວລັດເຊຍກ່າວວ່າ“ກອງກໍາລັງຂອງຄວາມຊົ່ວຮ້າຍໄດ້ເລີ່ມຕົ້ນການຮຸກຮານຢ່າງແນ່ວແນ່” ໃນບົດເລື່ອງທີ່ຊື່ວ່າ“ການມາຂອງຄວາມ ມືດ” ດຣ.ເອັດເວີດຮິນສັນກ່າວວ່າ“ເບີ່ງຄືວ່າພວກເຮົາກໍາລັງຂຸດລົງໄປພໍທີ່ຈະເປັນການ ໂຈມຕີຄັ້ງສຸດທ້າຍຕໍ່ສູ້ກັບຊາວຄຣິສຕຽນຕາມພຣະຄໍາພີ” ” (Ed Hindson, Ph.D., Final Signs, Harvest House, 1996, p. 77).

ກ່ອນທີ່ຈະມາເປັນຄຣິສຕຽນຊາຣ໌ໂຄສັນເປັນທີ່ປຶກສາລະດັບສູງຂອງປະທານບໍນາທິບໍດີນິກຊັນ,ສື່ເສລີນິຍົມເອີ້ນລາວວ່າ“ຜູ້ຊາຍດ້າມຂວານ”, ພາຍຫຼັງການກັບໃຈໃຫມ່ຂອງ ລາວ, ໂຄສັນໄດ້ຊີ້ໃຫ້ເຫັນວ່າຈັກກະວັດໂຣມັນລົ້ມສະລາຍເພາະໄປເຮັດເສິກກັບພວກປ່າ ເຖື່ອນ,ລາວບອກວ່າ“ຄຣິສຕະຈັກຈະຕ້ອງຢືນໝັ້ນຜູ້ດຽວເພື່ອຕໍ່ສູ່ກັບວັດທະນາທໍາພວກປ່າ

ເຖື່ອນຂອງຍຸກມືດ”(ເຫຼັ້ມດຽວກັນໜ້າ78),ແຕ່ປະຈຸບັນນີ້ຄຣິສຕະຈັກທັງຫຼາຍໄດ້ເສື່ອມລົງ ໂດຍທີ່ພວກເຂົາໃຫ້ຄວາມຫວັງໜ້ອຍດຽວຂອງການຊ່ວຍຄົນເຮົາໃຫ້ລອດ, ດຣ.ຄາລ.ເອັບ. ເອັດ.ເຮັ່ນຣີ່ຜູ້ນໍາການສຶກສາຂ່າວປະເສີດກ່າວວ່າ“ຄວາມເສື່ອມຊາມເໜືອອົງກອນຄຣິສຕຽນ ກໍາລັງທະຍານຂື້ນສູງ,ສິ່ງໜື່ງທີ່ເຫັນໄດ້ຄືຈໍານວນຜູ້ເຂົ້າຮ່ວມໃນຄຣິສຕະຈັກທີ່ມີຈໍານວນ ລົດໜ້ອຍລົງ…ຄົນຍຸກໃຫມ່ກໍາລັງເຕີບໃຫຍ່ຂື້ນໂດຍທີ່ບໍ່ມີຄວາມຫ່ວງໃຫຍ່ເລື່ອງຊີວິດລັນ ດອນເລີຍ…ຄວາມໂຫດຫ້ຽມກໍາລັງລຸກລາມເຂົ້າໃນຂີ້ຝຸ່ນແຫ່ງຄວາມເສື່ອມຊາມຂອງຄົນ ແລະເຄື່ອນໂຕຢ່າງຊ້າໆໃນເງົາແຫ່ງຄວາມພິການຂອງຄຣິສຕະຈັກ” (Carl F. H. Henry, Ph.D., Twilight of a Great Civilization, Crossway Books, 1988, p. 17).

ດຣ.ເຮັ່ນຣີ່ກ່າວວ່າ “ນໍ້າພຸທີ່ເລິກອັນຍິ່ງໃຫຍ່ໄດ້ແຕກຂື້ນມາໃນຍຸກຂອງເຮົາ”ສະຖາ ບັນທີ່ຕ້ອງອົດທົນເພື່ອຍຸກພັນປີໄດ້ຈົ່ມຢູ່ໃຕ້ນໍ້າ…ຄໍາຖາມຕໍ່ພວກເຮົາຄືໂຄ່ງສ້າງຂອງຄົນອັນ ໃດທີ່ສາມາດລອດໄດ້(ເຫຼັ້ມດຽວກັນ ໜ້າ 16), ທ່ານກ່າວວ່າ “ພວກປ່າເຖື່ອນກໍາລັງມາ, ທຸກຜົນສໍາເລັດວິທະຍາສາດຂອງເຮົາສາມາດໃຊ້ໃນທາງທີ່ຜິດໂດຍພວກປ່າເຖື່ອນທີ່ກໍາລັງ ມາເຫຼົ່ານັ້ນເພາະຄວາມໂຫດຮ້າຍແລະການກະທໍາທີ່ຫຼັກແຫຼມຂອງເຂົາ, ຮິດເລີແລະພວກ ນາຊີໄດ້ໃຊ້ຄວາມຮູ້ຫຼັກວິທະຍາສາດເພື່ອເຜົາສົບຜູ້ຄົນເປັນຮ້ອຍເປັນພັນໃນຫ້ອງຂັງດ້ວຍ ແກັດຜິດ, ສະຕາລິນແລະບໍລິວານຜະເດັດອື່ນໆໄດ້ຮຽນຮູ້ມາດົນແລ້ວວ່າສື່ມວນຊົນ[ເພີ່ມ ຂື້ນ]ຈະຕົກເປັນທາດຂອງຜູ້ຄົນສະໄໝໃຫມ່(ເຫຼັ້ມດຽວກັນ)

ສື່ກະແສຫຼັກຂອງເສລີນິຍົມປະຈຸບັນນີ້ເບິ່ງຄືວ່າກໍາລັງເຮັດແບບນັ້ນ-ທຸກຕໍາແໜ່ງ ໜ້າທີ່ຕ່າງກໍຕ້ອງໄດ້ຮັບການເຫັນດີຈາກໂອບາມາ, ສະມາຊິກສະພາຄອງເກຣສເຊັ່ນແຣນ ດີຟັອບກ່າວວ່າ: “ການກະທໍາແບບນີ້ຂອງ[ປະທານາທິບໍດີ]ໄດ້ຮັບການສາບແຊ່ງຫຼາຍທີ່ສຸດ ຕໍ່ເສລີພາບຂອງສາສະໜາ…ຂອງທຸກການບໍລິຫານໃດໆທີ່ຂ້າພະເຈົ້າເຄີຍຮູ້ຈັກຫຼືອ່ານກ່ຽວ ກັບປະຫວັດສາດຂອງປະເທດເຮົາ”(ວາລະສານການຕັດສິນໃຈເດືອນສິບປີ 2013 ໜ້າ17),ບາດຫຼວງແຮຣີ່ແຈັກສັນ ໜື່ງໃນຄົນທີ່ມີຊື່ສຽງທີ່ສຸດຂອງຊາດຊື່ງເປັນຜູ້ນໍາສາສະໜາ ຊາວອາເມລິກັນ-ອັຟຣິກັນແລະເປັນຜູ້ສະມັກພັກດີໂມແຄຣັກກ່າວວ່າ:ໂອບາມາໄດ້ກາຍເປັນ ສັດຕູຕໍ່ຊາວຄຣິສຕຽນແລະຕໍ່ຊາດຄື“ໃນວິກິດການໃຫຍ່ທີ່ເກີດຂື້ນບໍ່ດົນມານີ້”(ເຫຼັ້ມດຽວກັນ) ລາວກ່າວວ່າພວກເຮົາຄື“ອາລິຍະທໍາໃກ້ໆໄພພິບັດ”(ເຫຼັ້ມດຽວກັນໜ້າ 19), ແມ່ນກະທັ່ງ ບ໋ອບວູດເວີດ ນັກຂ່າວເສລີນິຍົມຜູ້ກໍ່ຕັ້ງວາລະສານວໍເຕີເກດກໍມີຄວາມເປັນຫ່ວງ, ລາວ ບອກກັບຜູ້ນໍາລາຍການຂ່າວຂອງຟັອກຊື່ບິລໂອຮິລລີ່ວ່າ “ມີຄວາມເລິກເຊິງ,ຄວາມສົງໄສ ເລິກໆກ່ຽວກັບທໍານຽບຂາວໃນຫຼາຍໆສ່ວນ ແລະມັນບໍ່ແມ່ນພຽງແຕ່ຈາກເຄື່ອຂ່າຍຂອງ ທ່ານຫຼືທາງປີກຂວາຫຼືກ່ຽວກັບການເກັບຮັກສາ”(ເຫຼັ້ມດຽວກັນໜ້າ 19) ນັກປະກາດຂ່າວ ປະເສີດຫຼາຍຄົນເຊື່ອວ່າໂອບາມາຄືບຸກຄົນທີ່ອັນຕະລາຍທີ່ສຸດທີ່ເຄີຍຢູ່ໃນທໍານຽບຂາວ, ວາລະສານການຕັດສິນໃຈຂອງບິລລີ່ເກຣແຮມກ່າວວ່າໂອບາມາໄດ້ວາງອາເມລິກາລົງເທິງ “ເສັ້ນທາງທີ່ຈິບຫາຍ”ໃນການທີ່“ປະທານາທິບໍດີຫຼຸດຄ່າຂອງຫຼັກການພຣະຄໍາພີແລະເສລີ ພາບທາງສະສະໜາລົງ”(ເຫຼັ້ມດຽວກັນໜ້າປົກເລື່ອງ) ໃນວາລະສານດຽວກັນນັ້ນ ອາຈານ ດອນວິລຕັນ ສິດຍາພິບານແບັດຕິດທີ່ມີຊື່ສຽງກ່າວວ່າ “ຊາຕານຕ້ອງການທໍາລາຍທຸກໆ ຄົນທີ່ມີຊີວິດດ້ວຍການສ້າງຄວາມສົງໄສແລະໂດຍການໃຊ້ການຫລອກລວງແລະວິທີອື່ນໆ ທີ່ເຮັດໄດ້, ເປົ້າໝາຍຂອງມັນເພື່ອຈະຄອບຄອງ,ລັກ,ແບ່ງແຍກແລະທໍາລາຍ”(ເຫຼັ້ມດຽວ ກັນໜ້າ 29)

ການເພີ່ມໃສ່ຄວາມເສື່ອມຊາມຂອງຊາວຄຣິສຕຽນໃນອາເມລິກາຄືການລຸກຂື້ນຂອງ ສະສະໜາອິດສະລາມ, ເດືອນແລ້ວນີ້ມີໂບດຫຼາຍແຫ່ງຂອງຄຣິສຕຽນຖືກວາງລະເບີດໂດຍ ພວກມູສະລິມໃນປະເທດອີຢິບພຽງປະເທດດຽວ, ໜື່ງໃນຕຶກຂອງຄຣິສຕະຈັກເຫຼົ່ານັ້ນຖືກ ກໍ່ຕັ້ງຕັ້ງແຕ່ສະຕະວັດທີ່ 4! ມັນແຕກອອກເປັນສິ້ນສ່ວນນ້ອຍໆບໍພໍເທົ່າໃດມື້ທີ່ຜ່ານມາ! ຕອນນີ້ພວກມູສະລິມກໍາລັງຕໍ່ສູ້ຊາວຄຣິສຕຽນແບບທີ່ບໍ່ເຄີຍມີມາກ່ອນຜ່ານທົ່ວໂລກ,ແລະ ປະເທດອີຣານມີແນວໂນ້ມຂອງການຜະລິດລະເບີດປະລາມະນູ, ຜູ້ນໍາຂອງພວກເຂົາໄດ້ ເວົ້າເນັ້ນວ່າພວກເຂົາຈະທໍາລາຍປະເທດອິດສະຣາເອວແລະອາເມລິກາ, ພວກເຂົາກໍາລັງ ເຮັດວຽກຢ່າງຂະຫຍັນຂັນແຂງເພື່ອຕຽມອາວຸດນິວເຄລຍ.

ອີກບັນໃຫຍ່ທີ່ຊົນຊາດຂອງທ່ານກໍາລັງປະເຊີນໜ້າຢູ່ຄືວິກິດການຄວາມສໍາພັນລະ ຫວ່າງສິ່ງທີ່ມີຊີວິດກັບສະພາບແວດລ້ອມ,ຢ່າງເຊັ່ນ ການທໍາລາຍຂອງມະນຸດໃນປ່າຕົ້ນນໍ້າ ອາເມຊອນທີ່ຖືກຕີພິມໂດຍວາລະສານໄທມ໌ວ່າເປັນ“ໜື່ງໃນໄພພິບັດທີ່ໃຫຍ່ຂອງປະຫວັດ ສາດ” (18/9/1989 ໜ້າ 76-80)

ໃນວັນພຸດທີ່ຜ່ານມາ(2/10/2013 ໜ້າ AA1)ວາລະສານລອສແອງເຈີລິສໄທມ໌ ໄດ້ລາຍງານເຖິງເລື່ອງຖານນໍ້າກ້ອນທີ່ໃຫຍ່ທີ່ສຸດຊື່ໂຢສິມິດວ່າ “ມວນນໍ້າກ້ອນທີ່ໃຫຍ່ທີ່ສຸດ ໃນສວນອຸທະຍານຢູ່ໃນຊ່ວງຕາຍແບບໝຸນຮອບ ກ່າວໂດຍນັກທໍລະນີວິທະຍາ” ເກຣກສະ ຕັອກນັກທໍລະນີວິທະຍາກ່າວວ່າ “ມັນຢູ່ໄດ້ພຽງແຕ່ 20 ປີຫຼືອາດຈະຫຼາຍກວ່າ-ແລ້ວມັນ ຈະລະລາຍອອກໄປ” ບົດຄວາມຍັງກ່າວວ່າການຫາຍຕົວໄປຂອງມວນນໍ້າແຂງຂະໜາດ ໃຫຍ່ “ຄືສິ່ງທີ່ເກີດຂື້ນທົ່ວໂລກ,ແຜ່ນນໍ້າກ້ອນຂະໜາດໃຫຍ່ໄດ້ລົດໜ້ອຍລົງໄດ້ກະຕຸ້ນໃຫ້ ເກີດຄວາມເປັນຫ່ວງເປັນໃຫຍ່ຕໍ່ສິ່ງທີ່ເກີດຂື້ນຕໍ່ໄປຮອບໆລະບົບນິເວດ” ພາວະໂລກຮ້ອນ ຈະປ່ຽນແປງທັງຊີວິດຂອງເຮົາໃນອີກສິບປີຂ້າງໜ້ານີ້.

ດຣ.ຮິນສັນໄດ້ກ່າວເຖິງບັນຫາທີ່ໜ້າຢ້ານທີ່ສຸດວ່າ “ປະຈຸບັນນີ້ສະຫະລັດອາເມລິ ກາ,ສະຫະລາຊະອານາຈັກ,ຝະຣັ່ງ,ຣັດເຊຍ,ຈີນ,ອິດສະຣາເອວແລະອິນເດຍມີອາວຸກປະລາ ມະນູແລ້ວ…ບັນຫາກໍຄືບໍຮູ້ວ່າເວລາໃດໄພພິບັດຈະເກີດຂື້ນຢ່າງລີກລ້ຽງບໍ່ໄດ້(ເຫຼັ້ມດຽວກັນ ໜ້າ 87,88)

ນັກວິທະຍາສາດຫຼາຍຄົນເບິ່ງໂລກອະນາຄົດໃນແງ່ຮ້າຍ, ໜື່ງໃນພວກເຂົາກ່າວວ່າ “ຕອນນີ້ມີຄວາມເປັນໄປໄດ້ທີ່ຈະທໍາລາຍເຊື້ອສາຍຂອງມະນຸດໃນທຸກໆມື້” ແຕ່ນັກວິທະຍາ ສາດຊາວການາດາຕອບວ່າ “ທ່ານຜິດພາດ ດຽວນີ້ມີຄວາມເປັນໄປໄດ້ທີ່ຈະທໍາລາຍມະນຸດ ທຸກຄົນໃນທຸກວິນາທີ” (Billy Graham, The Challenge: Sermons From Madison Square Garden, Doubleday and Company, 1969, p. 158). ພຣະຄໍາພີກ່າວວ່າ:

“ແຕ່ວ່າວັນຂອງອົງພຣະຜູ້ເປັນເຈົ້ານັ້ນຈະມາເຖິງເໝືອນຢ່າງຂະໂມຍແອບມາໃນເວລາກາງຄືນ ແລະໃນວັນນັ້ນທ້ອງຟ້າຈະລ່ວງລັບໄປດ້ວຍສຽງທີ່ດັ່ງກຶກກ້ອງ ແລະໂລກຈະສະຫລາຍໄປດ້ວຍຄວາມຮ້ອນອັນແຮງກ້າ ແລະແຜ່ນດິນໂລກກັບການງານທັງປວງທີ່ມີຢູ່ໃນນັ້ນຈະຕ້ອງໄໝ້ໝົດສິ້ນດ້ວຍ” ( 2 ເປໂຕ 3:10)

ວັນນັ້ນຈະມາເຖິງ, ມັນຫລີກລ່ຽງບໍ່ໄດ້, “ແຕ່ວ່າວັນຂອງອົງພຣະຜູ້ເປັນເຈົ້ານັ້ນຈະມາເຖິງ ເໝືອນຢ່າງຂະໂມຍແອບມາໃນເວລາກາງຄືນ” ທ່ານບໍ່ໄດ້ຄາດຫວັງວ່າຂະໂມຍຈະມາ,ແຕ່ ໃນທັນທີທັນໃດມັນກໍມາ-ໂດຍທີ່ບໍ່ເຕືອນຫຍັງ! ແລະນັ້ນແລະຄືຫົນທາງທີ່ການພິພາກສາ ຈະມາ, ຜູ້ຄົນຈະບໍ່ກຽມພ້ອມ! ຄົນສ່ວນຫຼາຍຈະບໍ່ພ້ອມ! “ອົງພຣະຜູ້ເປັນເຈົ້ານັ້ນຈະມາເຖິງເໝືອນຢ່າງຂະໂມຍແອບມາໃນເວລາກາງຄືນ”

ມື້ໜື່ງພວກສາວົກມາຫາພຣະເຢຊູເທິງພູໝາກກອກຊື່ງຢູ່ນອກເມືອງເຢຣູຊາເລັມ, ພວກເຂົາຖາມພຣະອົງວ່າ “ແມ່ນຫຍັງຄືໝາຍສຳຄັນວ່າພຣະອົງຈະສະເດັດມາ ແລະວາລະສຸດທ້າຍຂອງໂລກນີ້” (ມັດທາຍ 24:3) ພຣະອົງບໍ່ໄດ້ຕໍານິເຂົາທີ່ຖາມຄໍາຖາມນັ້ນ, ແຕ່ ພຣະອົງຊົງໃຫ້ເຄື່ອງໝາຍຫຼາຍຢ່າງຂອງຍຸກສຸດທ້າຍ, ພວກເຂົາຖາມເຄື່ອງໝາຍດຽວ ແຕ່ພຣະອົງໃຫ້ເຄື່ອງໝາຍຫຼາຍຢ່າງ“ວາລະສຸດທ້າຍຂອງໂລກ” ພຣະອົງຕັດວ່າຈະມີພຣະ ຄຣິດປອມຫຼາຍອົງແລະມີຜູ້ທໍານາຍຫຼາຍຄົນ, ຈະເປັນເວລາແຫ່ງການຫລອກລວງຝ່າຍ ວິນຍານ, ໃນຍຸກຂອງເຮົາມີ “ພຣະຄຣິດ” ປອມແຫ່ງລັດທິທຽມເທັດແລະພຣະຄຣິດປອມ ແຫ່ງລັດທິເສລີພາບທາງສາສະໜາສາດຢູ່ໃນການສໍາມະນາໃຫຍ່ສ່ວນຫຼາຍ, ພຣະຄຣິດຕັດ ວ່າຈະມີສົງຄາມບໍ່ສິ້ນສຸດແລະຂ່າວລືເລື່ອງສົງຄາມ,ຕັ້ງແຕ່ສົງຄາມໂລກຄັ້ງທີ່ I ໂລກຕ້ອງ ປະສົບກັບສົງຄາມອື່ນໆ,ນັກສາສະໜາສາດເສລີນິຍົມຄິດວ່າພວກຄຣິສຕຽນຈະມີໄຊຊະນະ ແລະຈະນໍາສັນຕິພາບມາສູ່ໂລກໃນສະຕະວັດທີ່ຊາວ, ແຕ່ຄວາມຫວັງຂອງເຂົ້າກໍມະລາຍ ໄປໃນສົງຄາມໂລກຄັ້ງທີ່ໜື່ງແລະຜົນທີ່ຕາມມາຫຼາຍຢ່າງ, ແຮຣີ່ເອເມີສັນໂຟສດິກ ຜູ້ນໍາ ພວກເສລີນິຍົມຜູ້ເລີ່ມຄວາມຄິດຂອງຄຣິສຕຽນຢູໂທເປຍກ່າວວ່າ “ຖ້າຄວາມຄິດຂອງຄົນ ໜື່ງຫາກຖືກຄອບງໍາໂດຍເຫດການໃຫຍ່ຂອງຄົນໃນຍຸກຂອງເຮົາ,ພວກເຮົາບໍ່ສາມາດຫລີກລ້ຽງການສິ້ນຫວັງໄດ້”ດັ່ງນັ້ນພວກເສລີນິຍົມຈື່ງປະຕິເສດພຣະຄໍາພີແລ້ວຫັນໄປຢູ່ໃນໂລກທີ່ີ ສິ້ນຫວັງ, ປະຈຸບັນນີ້ມີການສິ້ນຫວັງຫຼາຍຢ່າງທີ່ການຂ້າຕົວຕາຍເປັນໜື່ງໃນເຫດຜົນທີ່ນັກ ສຶກສາໃນວິທະຍາໄລເຮັດ, ຂ້າພະເຈົ້າອ່ານບົດຄວາມນີ້ອາທິດແລ້ວນີ້,ເຊັ່ນດຽວກັນພຣະ ຄຣິດກ່າວວ່າຈະມີການກັນດານອາຫານ, ໂລກລະບາດແລະແຜ່ນດິນໄຫວ, ການເພີ່ມຂື້ນ ຂອງຍຸກນີ້ໃກ້ເຂົ້າມາແລ້ວ, ພຣະອົງຊົງກ່າວວ່າຄຣິສຕຽນຈະຖືກ“ກຽດຊັງເພາະນາມຂອງ ເຮົາ” ພຣະອົງຊົງຕັດແມ່ນກະທັ່ງວ່າຄຣິສຕຽນຈະທໍລະຍົດຊື່ງກັນແລະກັນແລະກຽດຊັງຊື່ງ ກັນແລະກັນ, ພຣະອົງກ່າວວ່າການໄຮ້ສິນລະທໍາແລະຄວາມບາບຈະເຮັດໃຫ້ຄວມຮັກຂອງ ຄຣິສຕຽນເຢັນຊ່າລົງ, ພຣະຄຣິດຍັງກ່າວອີກວ່າ ຂ່າວປະເສີດຈະຖືກປະກາດເພື່ອເປັນພະ ຍານແກ່ທຸກຊົນຊາດແລະທີ່ສຸດປາຍຈະມາເຖິງ” ແລ້ວພຣະອົງຊົງໃຫ້ເຄື່ອງໝາຍໃຫຍ່ອັນ ໜື່ງຂອງວັນສຸດທ້າຍພຣະອົງຊົງກ່າວວ່າ:

“ດ້ວຍສະໄໝຂອງໂນອາເປັນແນວໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນຢ່າງນັ້ນດ້ວຍ ເພາະວ່າເມື່ອກ່ອນວັນນ້ຳຖ້ວມນັ້ນ ຄົນທັງຫລາຍໄດ້ກິນແລະດື່ມກັນ ເຮັດການສົມລົດແລະຍົກໃຫ້ເປັນຜົວເມຍກັນ ຈົນເຖິງວັນທີ່ໂນອາເຂົ້າໃນເຮືອ ແລະນ້ຳຖ້ວມໄດ້ມາກວາດເອົາພວກເຂົາໄປໝົດສິ້ນ ໂດຍບໍ່ທັນຮູ້ຕົວສັນໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນສັນນັ້ນດ້ວຍ” (ມັດທາຍ 24:37-39)

ພວກສາວົກພາກັນຖາມເຖິງເຄື່ອງໝາຍແຫ່ງການສະເດັດກັບມາຂອງພຣະອົງແລະຈຸດຈົບຂອງໂລກນີ້, ພຣະອົງໄດ້ໃຫ້ຫຼາຍເຄື່ອງໝາຍ, ຈາກນັ້ນພຣະອົງຊົງບອກເຂົາວ່າເວ ລາແຫ່ງການສິ້ນສຸດຈະມາຄືກັບໃນສະໄໝຂອງໂນອາ,ກ່ອນທີ່ນໍ້າຖ້ວມໃຫຍ່ມາ,ພຣະອົງ ຕັດວ່າ“ເພາະວ່າເມື່ອກ່ອນວັນນ້ຳຖ້ວມນັ້ນ…ເມື່ອບຸດມະນຸດສະເດັດມາກໍຈະເປັນສັນນັ້ນດ້ວຍ” (ມັດທາຍ 24:38,39), ພຣະອົງຊົງບອກກັບເຂົາວ່າເມື່ອສິ່ງເຫຼົ່ານັ້ນເກີດ,ກໍຈະ ເປັນເວລາຂອງຍຸກສຸດທ້າຍ, ດຣ.ເອັມ.ອາ.ດີຮານຄູສອນພຣະຄໍາພີທີ່ໄດ້ຮັບການນັບຖື ຢ່າງກວ້າວຂວາງໄດ້ໃຫ້ຈໍານວນເຄື່ອງໝາຍຂອງສະໄໝໂນອາ, ທ່ານໄດ້ໃຫ້ເຄື່ອງໝາຍ ຫົກຢ່າງ:

1. ມັນຄືຊ່ວງເວລາແຫ່ງການປະຖີ້ມຄວາມເຊື່ອ

2. ມັນຄືຊ່ວງເວລາແຫ່ງການເດີນທາງໄປທົ່ວໂລກ

3. ມັນຄືຊ່ວງເວລາແຫ່ງການສ້າງເມືອງຂື້ນ

4. ມັນຄືຊ່ວງເວລາແຫ່ງການລາຄະຕັນຫາແລະການຮ່ວມເພດດຽວກັນ

5. ມັນຄືຊ່ວງເວລາແຫ່ງການຖືກຄອບງໍາໂດຍເພງປ່າເຖື່ອນ

6. ມັນຄືຊ່ວງເວລາແຫ່ງການໃຊ້ຄວາມຮຸນແຮງແບບບໍ່ເຄີຍມີ

(M. R. DeHaan, M.D., The Days of Noah, Zondervan Publishing House, 1979 edition, p. 41).


ຂ້າພະເຈົ້າບໍ່ມີເວລາທີ່ຈະອະທິບາຍເລື່ອງລາວທັງໝົດ, ຂ້າພະເຈົ້າຈະຂໍໃຫ້ຂໍ້ມູນ ງ່າຍຈາກບົດເທດຂອງບິລລີ່ເກຣແຮມທີ່ເທດໃນເມດິສັນສະແຄວກາເດັນໃນປີ 1969, ຂ້າ ພະເຈົ້າຈື່ໄດ້ວ່າຕອນນັ້ນຕົນເອງນັ່ງເບິ່ງລາວເທດຢູ່ໃນໂທລະພາບ, ລາວເວົ້າວ່າ:

ພຣະຄໍາພີສອນເຖິງເວລາສິ້ນສຸດຂອງຍຸກນີ້,ມັນຈະເປັນຊ່ວງເວລາຂອງ ໄພພິບັດແຫ່ງສົງຄາມ,ການທໍາລາຍລ້າງ,ການຜິດສິນລະທໍາອັນໃຫຍ່ຫຼວງ ເພື່ອທີ່ພຣະເຈົ້າຈະຕ້ອງເຂົ້າມາແຊກແຊງແລະຢຸດຕິທຸກສິ່ງທຸກຢ່າງ… (ບິລລີ່ເກຣແຮມ “ວັນທີ່ຈະມາເຖິງ” ເຫຼັ້ມດຽວກັນໜ້າ 164)

ການເວົ້າເຖິງສະໄໝຂອງໂນອາ, ພຣະຄໍາພີບອກເຮົາວ່າ:

“ແລະພຣະເຈົ້າຊົງເຫັນວ່າຄວາມຊົ່ວຂອງມະນຸດມີຫຼາຍເທິງແຜ່ນດິນໂລກ ແລະເຈດຕະນາທຸກຢ່າງແຫ່ງຄວມຄິດທັງຫຼາຍໃນໃຈຂອງເຂົາລ້ວນແຕ່ຊົ່ວ ຮ້າຍຢ່າງດຽວສະເໝີໄປ…ພຣະເຈົ້າກ່າວວ່າເຮົາຈະທໍາລາຍມະນຸດທີ່ເຮົາ ໄດ້ສ້າງມາຈາກພື້ນແຜ່ນດິນໂລກ” ປະຖົມມະການ 6:5,7)

ພຣະເຢຊູຊົງກ່າວວ່າພວກເຂົາ “ນ້ຳຖ້ວມໄດ້ມາກວາດເອົາພວກເຂົາໄປສິ້ນ ໂດຍບໍ່ທັນຮູ້ຕົວສັນໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນສັນນັ້ນດ້ວຍ” (ມັດທາຍ 24:39),ຂ້າພະ ເຈົ້າຢາກໃຫ້ທ່ານເຈາະຈົງເທິງຄໍາຕັດຂອງພຣະເຢຊູ “…ນ້ຳຖ້ວມໄດ້ມາກວາດເອົາພວກເຂົາໄປສິ້ນ”

ມັນຈະບໍ່ມີນໍ້າຖ້ວມໃນຍຸກສິ້ນສຸດຂອງໂລກນີ້, ໂລກທີ່ເຮົາຮູ້ຈັກຈະມາເຖິງຈຸດຈົບ ເມື່ອພຣະເຈົ້າຊົງຖອກເທພຣະພິໂລດຂອງພຣະອົງລົງໃນ “ຖ້ວຍແຫ່ງການພິພາກສາ”ໃນ ພະນິມິດ 16:1-21, “ພຣະພິໂລດອັນໃຫຍ່ຫລວງຂອງພຣະເຈົ້າ” ຈະຖືກຖອກລົງສູ່ໂລກ ຂອງຄົນຊົ່ວໃນເວລານັ້ນ (ພະນິມິດ 16:19),ໂລກຈະບໍ່ພ້ອມສໍາຫຼັບການພິພາກສາທີ່ໜ້າ ຢ້ານນັ້ນ. ພວກເຂົາຈະບໍ່ກຽມພ້ອມດັ່ງໃນສະໄໝຂອງໂນອາເມື່ອ“ນ້ຳຖ້ວມໄດ້ມາກວາດເອົາພວກເຂົາໄປໝົດສິ້ນ”(ມັດທາຍ 24:39), ຂ້າພະເຈົ້າຢາກໃຫ້ທ່ານສັງເກດສາມຢ່າງກ່ຽວ ກັບຂໍ້ພຣະຄໍາພີຂອງເຮົາ,ຮວບຮວມຈາກຄໍາເທດສະໜາຂອງສະເປີໂຈນຜູ້ຍິ່ງໃຫຍ່ໃນເລື່ອງ “ນໍ້າຖ້ວມຂອງໂນອາ”

I. ໜື່ງ “ນ້ຳຖ້ວມໄດ້ມາກວາດເອົາພວກເຂົາໄປໝົດສິ້ນ”

ການທໍາລາຍລ້າງຂອງນໍ້າຖ້ວມໃຫຍ່ໄດ້ຊັດທຸກຄົນທີ່ບໍ່ເຊື່ອໄປ,ພວກເຂົາທຸກຄົນຖືກ ຝັງຢູ່ໃຕ້ນໍ້າ, ບໍ່ມີໃຜຈັກຄົນທີ່ບໍ່ເຊື່ອພົ້ນຈາກນໍ້າ, ນ້ຳຖ້ວມໄດ້ມາກວາດເອົາພວກເຂົາໄປໝົດສິ້ນ” (ມັດທາຍ 24:39),ຄົນເຫຼົ່ານັ້ນທີ່ລວຍຫຼາຍໄດ້ກືນນໍ້າເຂົ້າໄປກັບນໍ້າຖ້ວມແຫ່ງ ພຣະພິໂລດນັ້ນ, ຄົນຈົນກໍບໍ່ສາມາດໜີໄປໄດ້ເຊັ່ນກັນ,ບໍ່ມີໃຜ,ນ້ຳຖ້ວມໄດ້ມາກວາດເອົາພວກເຂົາໄປໝົດສິ້ນ,ນັກສຶກສາປັນຍາຊົນໃນສະໄໝນັ້ນກໍພົ້ນ,ຄົນໂງ່ກໍຈົ່ມນໍ້າ,ຂ້າພະເຈົ້າ ຂໍບອກທ່ານບໍ່ວ່າຈະເປັນຄົນທີ່ມີຄວາມຮູ້ຫຼືຄົນໂງ່ກໍສາມາດຊ່ວຍທ່ານໃຫ້ພົ້ນໃນວັນແຫ່ງ ພຣະພິໂລດຂອງພຣະເຈົ້າທີ່ກໍາລັງມາໄດ້!.

ຕອນທີ່ໂນອາສ້າງເຮືອມັນເປັນເຮືອທີ່ໃຫຍ່ທີ່ສຸດທີ່ເຄີຍສ້າງມາໃນສະໄໝນັ້ນ,ມັນຄື ພາຊະນະທີ່ມະຫຶມາ, ມັນຄືໜື່ງໃນສິ່ງອັດຈະສັນໃນສະໄໝນັ້ນ, ໂນອາສ້າງເຮືອເທິງດິນ ແຫ້ງຫ່າງໄກຈາກແມ່ນໍ້າຫຼືທະເລ, ຜູ້ຄົນມາຈາກທົ່ວໂລກເພື່ອມາເບິ່ງມັນ ຄືກັບເຂົາມາໃນ ດິສນີແລນໃນປະຈຸບັນນີ້, ຂ້າພະເຈົ້າໄດ້ແຕ່ຈິນຕະນາການເຂົາເອີ້ນໂນອາວ່າຄົນບ້າ,ພວກ ເຂົາຫຼາຍຄົນເດີນທາງໄກເພື່ອມາເບິ່ງເຮືອພິລຶກນີ້, ໃນຂະນະທີ່ເຂົາມາໂນອາກໍເທດເລື່ອງ ນໍ້າຖ້ວມທີ່ຈະມາເຖິງ, ພຣະຄໍາພີເອີ້ນລາວວ່າ “ນັກເທດແຫ່ງຄວາມຊອບທໍາ”( 2ເປໂຕ 2:5),ແຕ່ພວກເຂົາບໍ່ໄດ້ກັບໃຈໃຫມ່ໂດຍຄໍາເທດສະໜາຂອງລາວ,ພວກເຂົາບໍ່ພຽງຫັນຫຼັງ ໃສ່ຕອນທີ່ລາວເທດໃຫ້ເຂົາຟັງແຕ່ເຂົາຍັງບໍ່ສົງໄສອັນໃດລາວເລີຍເຊັ່ນກັນ, ແມ່ນນໍ້າຖ້ວມ ໄດ້ມາກວາດເອົາພວກເຂົາໄປໝົດສີ້ນ,ເມື່ອການພິພາກສາມາເຖິງຈະບໍ່ມີການເຢາະເຢີ້ຍ, ເມື່ອທ່ານຕົກລົງໄປໃນບຶງໄຟນາຮົກທ່ານກໍປາດຖະໜາທີ່ຈະຟັງຂ່າວປະເສີດແລ້ວເຊື່ອວາງ ໃຈໃນພຣະເຢຊູຄຣິດ, ແຕ່ມັນສາຍເກີນໄປແລ້ວ, ຄວາມບໍ່ເຊື່ອຂອງທ່ານຈະຫາຍໄປແຕ່ ມັນຈະເປັນນິດນິລັນທີ່ສາຍເກີນໄປສໍາຫຼັບທ່ານທີ່ຈະລອດດັ່ງທີ່ເກີດຂື້ນກັບພວກເຂົາເມື່ອ “ນ້ຳຖ້ວມໄດ້ມາກວາດເອົາພວກເຂົາໄປໝົດສິ້ນ”

II. ສອງ ເມື່ອນໍ້າຖ້ວມມາເຖິງພວກເຂົາພຽງແຕ່ເປັນຫ່ວງສິ່ງຂອງໃນໂລກນີ້ເທົ່ານັ້ນ

ພວກເຂົາຍຶດຕິດໃນສິ່ງຂອງຂອງຊີວິດນີ້ໂດຍທີ່ເຂົາບໍ່ໄດ້ຕຽມຕົວສໍາຫຼັບຊີວິດນິລັນ ດອນ, ພຣະຄຣິດຊົງກ່າວວ່າ

“ເພາະວ່າເມື່ອກ່ອນວັນນ້ຳຖ້ວມນັ້ນ ຄົນທັງຫລາຍໄດ້ກິນແລະດື່ມກັນ ເຮັດການສົມລົດແລະຍົກໃຫ້ເປັນຜົວເມຍກັນ ຈົນເຖິງວັນທີ່ໂນອາເຂົ້າໃນເຮືອ” (ມັດທາຍ 24:38)

ພວກເຂົາທຸກຄົນຄິດແຕ່ເລື່ອງການກິນ,ການແຕ່ງງານແລະການກິນດື່ມໃນງານລ້ຽງ.

ຄືນນີ້ເຮົາຈະມີງານແຕ່ງທີ່ສວຍງາມໃນຄຣິສຕະຈັກຂອງເຮົາເວລາ 5:30 ໂມງ, ຫຼັງຈາກນັ້ນພວກເຮົາຈະມີງານລ້ຽງ, ມັນບໍ່ແມ່ນເລື່ອງຜິດອັນໃດທີ່ຈະເຮັດແບບນັ້ນ,ແຕ່ສິ່ງ ເຫຼົ່ານັ້ນຄືສິ່ງດຽວທີ່ເຂົາຄິດໃນສະໄໝຂອງໂນອາ, ພວກເຂົາຄິດແຕ່ສິ່ງຂອງໃນຊີວິດນີ້ເທົ່າ ນັ້ນ, ພວກເຂົາບໍ່ໄດ້ຄິດເຖິງຊີວິດນິລັນແລະຄວາມລອດຂອງຈິດວິນຍານຂອງເຂົາເລີຍ, ພວກເຂົາເປັນຄືກັບບາງຄົນໃນພວກທ່ານທີ່ຄິດວ່າການມາໂບດທຸກໆອາທິດເປັນການເສຍ ເວລາ,ຂ້າພະເຈົ້າໄດ້ຍິນນັກສຶກສາທີ່ຮຽນຢູ່ມະຫາໄລບາງຄົນທີ່ມາຢ້ຽມຄຣິສຕະຈັກຂອງເຮົາ ວ່າເຂົາຕ້ອງສຶກສາບົດຮຽນໃນວັນອາທິດ,ຄົນໜຸ່ມສາວທຸກຄົນໃນຄຣິສຕະຈັກຂອງເຮົາຮຽນ ຢູ່ມັດທະຍົມຕອນປາຍຫຼືວິທະຍາໄລ, ແມ່ນພວກເຂົາຮູ້ດີວ່າເຂົາເຕັມທີ່ກັບເວລາເພື່ອຮຽນ ຖ້າຫາກເຂົາໃຊ້ເວລາຂອງເຂົາຢ່າງສະຫຼາດ, ທຸກໆການນະມັດສະການພວກເຮົາໄດ້ແຈກ ເຈ້ຍໃຫ້ທ່ານຊື່ງມີ 12 ປະເດັ່ນທີ່ຈະຮຽນແນວໃດນັ້ນ, ຖ້າທ່ານຫາກຕາມປະເດັ່ນເຫຼົ່ານັ້ນ ທ່ານກໍຈະມີເວລາເຫຼືອເຟືອຢູ່ໃນຄຣິສຕະຈັກທຸກໆວັນອາທິດແລະຍັງຄົງໄດ້ເກດ A ໃນຫ້ອງ ຮຽນຂອງທ່ານ, ຂ້າພະເຈົ້າໄປຮຽນວິທະຍາໄລຕອນກາງຄືນໃນຂະນະທີ່ເຮັດວຽກຕອນກາງ ເວັນເປັນເວລາສີ່ສິບຊົ່ວໂມງທຸກໆອາທິດ, ແຕ່ບໍ່ເຄີຍຂາດໂບດເພື່ອຮຽນຮູ້,ແລະພຣະເຈົ້າ ກໍອວຍພອນຂ້າພະເຈົ້າທີ່ເອົາພຣະອົງກ່ອນ, ກ່ອນທີ່ຂ້າພະເຈົ້າຈະຕັດສິນໃຈຢູ່ໃນຄຣິສຕະ ຈັກຕອນທຸກເທື່ອທີ່ມີນະມັດສະການ ຂ້າພະເຈົ້າເປັນນັກຮຽນອ່ອນ,ແຕ່ຫຼັງຈາກທີ່ໄດ້ສັນຍາ ຕໍ່ພຣະຄຣິດແລ້ວກໍໄດ້ຄະແນນສະເລ່ຍເກດເອທີ່ີຄັລສະເຕຈ ແອວເອ,ເຖິງແມ່ນວ່າຂ້າພະ ເຈົ້າເຮັດວຽກເຕັມເວລາໃນຕອນກາງເວັນແລ້ວຕ້ອງເຂົ້າຫ້ອງຮຽນ 3-4 ຫ້ອງໃນຕອນກາງ ຄືນ ພຣະເຢຊູຊົງກ່າວວ່າ:

“ແຕ່ທ່ານທັງຫລາຍຈົ່ງສະແຫວງຫາອານາຈັກຂອງພຣະເຈົ້າ ແລະຄວາມຊອບທຳຂອງພຣະອົງກ່ອນ ແລ້ວພຣະອົງຈະຊົງເພິ່ມເຕີມສິ່ງທັງປວງເຫລົ່ານີ້ໃຫ້ແກ່ທ່ານ” (ມັດທາຍ 6:33)

ໃນຊີວິດຂອງຂ້າພະເຈົ້າເອງໄດ້ພິສູດແລ້ວວ່າຄໍາສັນຍາຂອງພຣະຄຣິດຄືຄວາມຈິງ,ຂ້າພະ ເຈົ້າໃຫ້ພຣະເຈົ້າເປັນທີ່ໜື່ງດ້ວຍການເຂົ້າຮ່ວມນະມັດສະການທຸກໆວັນອາທິດທັງເຊົ້າແລະ ແລງແລະພຣະເຈົ້າຊົງຊ່ວຍຂ້າພະເຈົ້າໃຫ້ໄດ້ຄະແນນດີໃນວິທະຍາໄລ, ລູກຊາຍຂອງຂ້າ ພະເຈົ້າເລສລີກໍໄດ້ເກດເອໃນຂະແໜ່ງບັນຊີທີ່ຄັລສະເຕຈນອດຣິດ, ລາວຈົບເປັນທີ່ໜື່ງໃນ ຫ້ອງແລະຖືກຍົກຍ້ອງດ້ວຍການຖືກເລືອກໃຫ້ເປັນຕົວແທນຂອງນັກສຶກສາທີ່ຂື້ນກ່າວປາ ໄຊຕອນຮັບໃບປະກາດ, ລາວເຊັ່ນກັນບໍ່ເຄີຍຂາດໂບດໃນວັນອາທິດທັງເຊົ້າແລະແລງ, ຖ້າເຮົາໃຫ້ພຣະເຈົ້າເປັນທີ່ໜື່ງໃນຊີວິດຂອງເຮົາດ້ວຍການບໍ່ຂາດໂບດໃນວັນອາທິດ,ພຣະ ຄຣິດຊົງສັນຍາທີ່ຈະອວຍພອນໃນຊີວິດຂອງເຮົາ.

ແຕ່ຜູ້ຄົນໃນສະໄໝຂອງໂນອາແລະສະໄໝຂອງເຮົາຄິດວ່າມັນຄືເລື່ອງໂງ່,ເຂົາຄິດ ວ່າເຂົາຕ້ອງໃຊ້ເວລາເປັນຮ້ອຍຊົ່ວໂມງຫຼີ້ນວິດີໂອເກມແລະເບິ່ງຄວາມຮຸນແຮງ,ເບິ່ງໜັງໂປ້ ສໍາຫຼັບເຂົາຫ່າງໄກທີ່ຈະໃຫ້ຄວາມສໍາຄັນກວ່າທີ່ຈະໃຫ້ພຣະເຈົ້າເປັນທີ່ໜື່ງໂດຍການຢູ່ທີ່ ຄຣິສຕະຈັກ, ຂ້າພະເຈົ້າໄດ້ອ່ານບົດຄວາມໜື່ງອາທິດແລ້ວນີ້ທີ່ວ່າໜັງລາມົກຄືສື່ທີ່ເພີ່ມຂື້ນ ຄືກັບຢາເສບຕິດທີ່ມີພະລັງ, ຖ້າທ່ານຕົກລົງໃນຫລຸມຂອງມັນແລ້ວກໍເປັນໄປບໍ່ໄດ້ເລີຍທີ່ ຈະກັບມາມີອິດສະຫຼະອີກເທື່ອໜື່ງ, ມີພຽງພຣະຄຣິດຜູ້ດຽວເທົ່ານັ້ນທີ່ຊ່ວຍທ່ານໃຫ້ມີອິດສະ ຫຼະໄດ້,ແລະມີພຽງຖ້າຫາກທ່ານມອບຊີວິດທັງໝົດຂອງທ່ານໄວ້ກັບພຣະອົງ, ຄົນເຫຼົ່ານັ້ນທີ່ ຍັງສືບຕໍ່ປະຕິເສດພຣະຄຣິດຈະຕ້ອງຈ່າຍຄ່າອັນໜັກໜ່ວງສໍາຫຼັບວັດຖຸແຫ່ງບາບແລະໂລກ ຂອງເຂົາ, ເມື່ອການພິພາກສາຂອງພຣະເຈົ້າຕົກລົງເທິງໂລກພວກເຂົາຈະບໍ່ກຽມພ້ອມ,ຜູ້ ຄົນໃນສະໄໝຂອງໂນອາຍັງບໍ່ພ້ອມຕອນທີ່“ນ້ຳຖ້ວມໄດ້ມາກວາດເອົາພວກເຂົາໄປໝົດສິ້ນ” (ມັດທາຍ 24:39), ພຣະຄໍາພີກ່າວວ່າ “ຈົ່ງຕຽມຕົວເພື່ອພົບພຣະເຈົ້າຂອງເຈົ້າ”(ອາໂມດ 4:12),ທ່ານກຽມພ້ອມທີ່ຈະປະເຊີນໜ້າກັບພຣະເຈົ້າຫຼືຫຍັງ? ຫຼືທ່ານຈະຖືກສົ່ງໄປນາລົກ ບ່ອນທີ່“ໄຟກໍບໍ່ດັບ”?(ມາລະໂກ 9:44) “ນ້ຳຖ້ວມໄດ້ມາກວາດເອົາພວກເຂົາໄປໝົດສິ້ນ”

III. ສາມ ທຸກຄົນທີ່ຢູ່ໃນເຮືອປອດໄພເມື່ອນໍ້າຖ້ວມມາເຖິງ

ສະເປີໂຈນກ່າວວ່າ“ບໍ່ມີໃຜຕົກອອກຈາກ[ເຮືອ]ນັ້ນ,ບໍ່ມີໃຜຖືກລາກອອກ,ບໍ່ມີໃຜ ຕາຍຢູ່ໃນ,ບໍ່ມີໃຜຖືກປ່ອຍໃຫ້[ຕາຍ]ຢູ່ໃນ, ພວກເຂົາທຸກຄົນຖືກປົກປ້ອງຢູ່ຂ້າງໃນ…ເຮືອ

ປົກປ້ອງພວກເຂົາທຸກຄົນແລະພຣະເຢຊູກໍຈະປົກປ້ອງທຸກຄົນ[ຜູ້ຊື່ງ]ຢູ່ໃນພຣະອົງ, ພວກ ເຂົາຈະມີຄວາມໝັ້ນຄົງເປັນນິດ, ບໍ່ມີຈັກຄົນໜື່ງທີ່ຈະພິນາດ,ຫຼືຈະຖືກແຍ່ງຊີງໄປຈາກພຣະ ຫັດຂອງພຣະອົງໄດ້” (C. H. Spurgeon, “Noah’s Flood,” The Metropolitan Tabernacle Pulpit, Pilgrim Publications, 1976 reprint, volume XIV, p. 431)

ເຮືອຂອງໂນອາຄືປະເພດຫຼືພາບຂອງຄວາມລອດໃນພຣະຄຣິດ, ພວກເຮົາອ່ານໃນ ເຮັບເລີ 11

“ໂດຍຄວາມເຊື່ອ ເມື່ອພຣະເຈົ້າຊົງເຕືອນໂນອາເຖິງເຫດການທີ່ຍັງບໍ່ປາກົດ ທ່ານມີໃຈຢ້ານຢ້ຳຈັດແຈງຕໍ່ນາວາ ເພື່ອຊ່ວຍຄອບຄົວຂອງທ່ານໃຫ້ລອດ…”(ເຮັບເລີ 11:7)

ໂນອາແລະຄອບຄົວຂອງລາວລອດເພາະພວກເຂົາເຂົ້າໄປໃນເຮືອແຫ່ງຄວາມປອດໄພ ກ່ອນທີ່ການພິພາກສາແຫ່ງນໍ້າຖ້ວມທໍາລາຍໂລກ, ເພາະຄອບຄົວຂອງໂນອາຕິດຕາມລາວ ເຂົ້າໄປໃນເຮືອ,ພວກເຂົາຖືກຍົກເວັ້ນ, ພຣະຄໍາພີກ່າວວ່າພຣະເຈົ້າ

“…ບໍ່ໄດ້ຊົງຍົກເວັ້ນມະນຸດໂລກບູຮານ ແຕ່ໄດ້ຊົງຊ່ວຍໂນອາຜູ້ປະກາດຄວາມຊອບທຳກັບຄົນອື່ນອີກເຈັດຄົນໃຫ້ລອດ ເມື່ອຄາວທີ່ພຣະອົງໄດ້ຊົງບັນດານໃຫ້ນ້ຳຖ້ວມໂລກຂອງຄົນອະທຳ” (2 ເປໂຕ 2:5)

ນັກອະທິບາຍສະໄໝບູຮານກ່າວວ່າເຮືອຄືພາບຂອງຄຣິສຕະຈັກ,ນັ້ນຄືການປະຕິ ເສດທົ່ວໄປໃນປະຈຸບັນນີ້, ແຕ່ຂ້າພະເຈົ້າຄິດວ່ານັກສຶກສາພຣະຄໍາພີສະໄໝເກົ່າມີປະເດັ່ນ ທີ່ດີ,ໃນສະຕະວັດທີ່ສາມນັກສຶກສາພຣະຄໍາພີຊື່ໄຊປຣ້ຽນ(200-258)ໄດ້ກ່າວວ່າ“ບໍ່ມີຄວາມ ລອດໃດໆຢູ່ນອກຄຣິສຕະຈັກ”, ຈອນຄາວິນ ນັກປະຕິຮູບຜູ້ຍິ່ງໃຫຍ່ກ່າວໃນທໍານອງດຽວ ກັນ, ຂ້າພະເຈົ້າຄິດວ່າພວກເຂົາກໍມີຈຸດໜື່ງ, ດຣ.ເອ.ດັບເບີ້ນຢູ.ໂທເຊີ (1897-1963) ກ່າວວ່າ“ບໍ່ມີການຮັບໃຊ້ໃດທີ່ພຣະເຈົ້າຊົງພໍພຣະໄທໄດ້ໃນຍຸກນີ້ທີ່ຈຸດສູນກາງຢູ່ໃນແລະໄຫຼ ອອກຈາກຄຣິສຕະຈັກ…ຜູ້ໃດດູຖູກຄຣິສຕະຈັກທ້ອງຖີ່ນກໍດູຖູກພຣະກາຍຂອງພຣະຄຣິດ” (A. W. Tozer, D.D., “The Vital Place of the Church,” from God Tells the Man Who Cares, quoted in Warren W. Wiersbe, The Best of A. W. Tozer, Baker Book House, 1978, pp. 64, 65).

ດັ່ງນັ້ນໃນສາກໜື່ງຂອງເຮືອເປັນພາບຂອງຄຣິສຕະຈັກ, ຂ້າພະເຈົ້າເວົ້າວ່າ“ໃນ ສາກໜື່ງ”ເພາະທ່ານສາມາດເຂົ້າຮ່ວມທີ່ຄຣິສຕະຈັກແລະຍັງບໍ່ລອດກໍໄດ້, ມີຫຼາຍຄົນທີ່ໄປ ໂບດບໍ່ແມ່ນຄຣິສຕຽນແທ້.

ຂ້າພະເຈົ້າຄ່ອນຂ້າງແນ່ໃຈວ່າມີຄົນຫລົງຫາຍເປັນຈໍານວນຫຼາຍບາງເທື່ອອາດຈະ ເປັນພັນໆຄົນທີ່ໄປເບິ່ງເຮືອ,ແລະຂ້າພະເຈົ້າຮູ້ສຶກແນ່ໃຈວ່າພວກເຂົາຫຼາຍຄົນເຂົ້າໄປໃນ ເຮືອຢ່າງແນ່ນອນ, ພວກເຂົາບໍ່ມີຂໍ້ສົງໄສທີ່ຍ່າງຜ່ານໂຄ່ງສ້າງຂອງເຮືອ,ແນມເບິ່ງໃນຫ້ອງ ຕ່າງໆ,ຍ່າງຂື້ນຍ່າງລົງຈາກຊັ້ນນີ້ໄປຫາຊັ້ນນັ້ນ, ແລະພວກເຂົາກໍຍັງບໍ່ຍອມມອບໂຕຂອງ ເຂົາໃຫ້ກັບການຮັກສາຂອງເຮືອ, ເຂົາມາແລ້ວກໍໄປ, ບາງເທື່ອເຂົາກໍຢູ່ບ່ອນນັ້ນບາງເທື່ອ ກໍບໍ່ຢູ່,ພວກເຂົາບໍ່ໄດ້ຢູ່ໃນເຮືອເມື່ອນໍ້າຖ້ວມມາເຖິງດັ່ງນັ້ນພວກເຂົາຈື່ງຈິບຫາຍໄປ.

ການເດີນທາງມາທີ່ເຮືອແລ້ວເຂົ້າໃກ້ຊິດກັບເຮືອນັ້ນຄືພາບຂອງຄົນທີ່ບໍ່ເຊື່ອທີ່ເດີນທາງມາທີ່ຄຣິສຕະຈັກແລ້ວເຊື່ອວາງໃຈໃນພຣະເຢຊູແລ້ວຕິດສະນິດກັບພຣະອົງ, ສະບັບ ເອັນໄອວີແປຄໍາຕັດຂອງພຣະເຢຊູໃນ ໂຢຮັນ 15:6 ເປັນແບບນີ້“ຖ້າທ່ານບໍ່ຄົງຢູ່ກັບເຮົາ ທ່ານກໍຄືກັບງ່າໄມ້ທີ່ຖືກໂຍນຖີ້ມ…ລົງໃສ່ໄຟແລ້ວເຜົາໄໝ້ໄປ” ດັ່ງນັ້ນມີພຽງຄົນເຫຼົ່ານັ້ນທີ່ ມາຫາພຣະຄຣິດຢ່າງເຕັມປ່ຽມເທົ່ານັ້ນຈະຍັງຄົງຢູ່ໃນພຣະອົງແລະລອດ.

ໂດຍທົ່ວໄປແລ້ວຜູ້ຄົນມາທີ່ຄຣິສຕະຈັກກ່ອນທີ່ພວກເຂົາຈະຮັບເອົາຂ່າວປະເສີດ ແບບຈິງຈັງແລ້ວຮັບຄວາມລອດ, ມັນເປັນທາງພື້ນຖານທີ່ຜູ້ຄົນໄດ້ຮັບຄວາມລອດ, ຢ່າງ ໜ້ອຍກໍເກີດຂື້ນກ່ອນການຖີ້ມຄວາມເຊື່ອໃນປະຈຸບັນນີ້ທີ່ອອກຜົນຄວາມສັບສົນເທິງສິ່ງເຫຼົ່າ ນີ້, ພວກທ່ານຫຼາຍຄົນຢູ່ທີ່ນີ້ໃນຄຣິສຕະຈັກແຕ່ຍັງບໍ່ໄດ້ເຊື່ອວາງໃຈໃນພຣະເຢຊູ, ຂ້າພະ ເຈົ້າຂໍເວົ້າກັບທ່ານຢ່າງເຂັ້ມແຂງເທົ່າທີ່ຈະເປັນໄປໄດ້ວ່າ-ການເຂົ້າຮ່ວມຄຣິສຕະຈັກພຽງ ຢ່າງດຽວຈະບໍ່ຊ່ວຍທ່ານເມື່ອວັນແຫ່ງການພິພາກສາມາເຖິງ,ພຣະເຢຊູຊົງກ່າວເຖິງບຸກຄົນທີ່ເຂົ້າມາໃນຄຣິສຕະຈັກທີ່ແນມເຫັນໄດ້ແຕ່ບໍ່ມີເສື້ອສໍາຫຼັບງານແຕ່ງ, ກະສັດກ່າວກັບຊາຍ ຄົນນັ້ນວ່າ “ເປັນຫຍັງທ່ານຈື່ງເຂົ້າມາທີ່ນີ້ໂດຍບໍ່ສວມເສື້ອສໍາຫຼັບງານແຕ່ງ?” ຊາຍຄົນນັ້ນ ເວົ້າຍັງບໍ່ອອກ,ຈາກນັ້ນກະສັດກໍກ່າວວ່າ “ຈົ່ງມັດມືມັດຕີນຄົນນີ້ເອົາໄປຖີ້ມທີ່ມືດພາຍນອກ ທີ່ນັ້ນຈະມີການຮ້ອງໄຫ້ກັດແຂ້ວກັນ”(ມັດທາຍ 22:12,13),ທ່ານສາມາດໄດ້ຮັບ“ເສື້ອສໍາ ຫຼັບງານແຕ່ງ”ໂດຍການເຊື່ອວາງໃຈໃນພຣະເຢຊູ, ຖ້າທ່ານປະຕິເສດທີ່ຈະມາຫາພຣະອົງ, ທ່ານກໍບໍ່ມີຄວາມຫວັງໃດທີ່ຈະໜີການພິພາກສາທີ່ຈະຕົກມາສູ່ໂລກນີ້ໄດ້, ຖ້າທ່ານປະຕິ ເສດທີ່ຈະມາຫາພຣະເຢຊູທ່ານຈະບໍ່ສາມາດຫລົບໜີນາຮົກບຶງໄຟເປັນນິດນິລັນໄດ້.

ຂ້າພະເຈົ້າແນ່ໃຈວ່າຕ້ອງມີຄົນບໍ່ລອດທີ່ເປັນຊ່າງໄມ້ແລະຄົນເຮັດວຽກ, ວິສະວະ ກອນຜູ້ທີ່ເຮັດວຽກກັບໂນອາໃນຂະນະທີ່ເຮືອຖືກສ້າງຂື້ນ, ແຕ່ພວກເຂົາບໍ່ວາງໃຈໃນເຮືອ, ພວກເຂົາຮູ້ດີກ່ຽວກັບມັນ,ແຕ່ບໍ່ຍອມເອົາໂຕເອງໄປວາງລົງໃນນັ້ນ, ພວກເຂົາເປັນຄືກັບຄົນ ໃດໜື່ງໃນພວກທ່ານທີ່ມາໂບດແຕ່ບໍ່ຍອມມາຫາພຣະເຢຊູ, ຂ້າພະເຈົ້າຂໍເຕືອນທ່ານ ຖ້າ ທ່ານຫາກມາໂບດແຕ່ປະຕິເສດທີ່ເຊື່ອວາງໃຈໃນພຣະເຢຊູ,ທ່ານກໍຈະຕົກໃຈຫຼາຍຕອນທີ່ ພຣະອົງສົ່ງທ່ານອອກໄປໃນແປວໄຟຂອງນາຮົກ, ພຣະເຢຊູຊົງກ່າວວ່າ:

“ເມື່ອເຖິງວັນນັ້ນຈະມີຄົນເປັນຈຳນວນຫລາຍຮ້ອງແກ່ເຮົາວ່າ `ພຣະອົງເຈົ້າຂ້າ ພຣະອົງເຈົ້າຂ້າ… ແລະໄດ້ເຮັດການອັດສະຈັນເປັນຈຳນວນຫລາຍໃນພຣະນາມຂອງພຣະອົງບໍ່ແມ່ນຫລື' ເມື່ອນັ້ນເຮົາຈະແຈ້ງແກ່ເຂົາວ່າ `ເຮົາບໍ່ເຄີຍຮູ້ຈັກເຈົ້າເລີຍ ເຈົ້າຜູ້ເຮັດຄວາມຊົ່ວຊ້າ ຈົ່ງໄປໃຫ້ພົ້ນຈາກເຮົາ” (ມັດທາຍ 7:22,23)

ພຣະເຢຊູຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍໜີ້ບາບໃຫ້ກັບທ່ານ,ແຕ່ຖ້າທ່ານປະຕິ ເສດທີ່ຈະເຊື່ອວາງໃຈໃນພຣະອົງ,ທ່ານກໍຈະຢູ່ຂ້າງນອກເຮືອແຫ່ງຄວາມລອດເມື່ອການພິ ພາກສາມາເຖິງ, ພຣະເຢຊູຊົງຫຼັງພຣະໂລຫິດຂອງພຣະອົງເພື່ອຊໍາລະລ້າງຄວາມບາບທຸກ ຢ່າງຂອງທ່່ານ, ແຕ່ຖ້າທ່ານບໍ່ເຊື່ອວາງໃຈໃນພຣະອົງທ່ານກໍຈະຢູ່ນອກເຮືອແຫ່ງຄວາມ ລອດເມື່ອການພິພາກສາມາເຖິງ, ພຣະເຢຊູຊົງຟື້ນຂື້ນມາຈາກຕາຍເພື່ອປະທານການບັງ ເກີດໃຫມ່ໃຫ້ທ່ານແມ່ນກະທັ່ງຊີວິດນິລັນດອນແຕ່ຖ້າທ່ານບໍ່ເຊື່ອວາງໃຈໃນພຣະອົງທ່ານກໍຈະໃຊ້ເວລາຊົ່ວນິດນິລັນໃນໄຟທີ່ຈະບໍ່ມີມື້ດັບ, ຂ້າພະເຈົ້າຂໍຮ້ອງທ່ານໃນເຊົ້ານີ້ຈົ່ງມາຫາ ພຣະເຢຊູ,ພຣະບຸດຂອງພຣະເຈົ້າກ່ອນທີ່ມັນຈະສາຍເກີນໄປສໍາຫຼັບທ່ານ, ຄືກັບທີ່ທ້າວ ກຣິຟຟິດໄດ້ຮ້ອງເພງໃນບໍພໍເທົ່າໃດໜ້າທີ່ທີ່ຜ່ານມາ “ໃນຊ່ວງເວລາແບບນີ້ ທ່ານຕ້ອງການ ພຣະຜູ້ຊ່ວຍໃຫ້ລອດ”

ຖ້າທ່ານຢາກຈະເຊື່ອວາງໃຈໃນພຣະເຢຊູ, ກະລຸນາອອກຈາກຕັ່ງຂອງທ່ານແລ້ວ ຍ່າງໄປຂ້າງຫຼັງຫ້ອງນີ້ຕອນນີ້ເລີຍ, ດຣ.ເຄແກນ ຈະພາທ່ານໄປບ່ອນງຽບໆເພື່ອອະທິ ຖານ.ຖ້າທ່ານຢາກຈະເປັນຄຣິສຕຽນກະລຸນາຍ່າງໄປຂ້າງຫຼັງຫ້ອງນີ້ຕອນນີ້ເລີຍ ດຣ.ແຊນ ເຊີນມາອະທິຖານເພື່ອບາງຄົນທີ່ຈະເຊື່ອວາງໃຈໃນພຣະເຢຊູແລະຮັບຄວາມລອດໃນເຊົ້ານີ້ແດ່. ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ ມັດທາຍ 24:32-42.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“ໃນຊ່ວງເວລາແບບນີ້” (ໂດຍ ຣູດຄາຍໂຈນ 1902-1972).


ໂຄງຮ່າງບົດເທດສະໜາ

ການກໍ່ໂຕຂອງພາຍຸ

ໂດຍ: ດຣ.ອາ.ແອວ.ໄຮເມີ, ຈູເນຍ

“ດ້ວຍສະໄໝຂອງໂນອາເປັນແນວໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນຢ່າງນັ້ນດ້ວຍ ເພາະວ່າເມື່ອກ່ອນວັນນ້ຳຖ້ວມນັ້ນ ຄົນທັງຫລາຍໄດ້ກິນແລະດື່ມກັນ ເຮັດການສົມລົດແລະຍົກໃຫ້ເປັນຜົວເມຍກັນ ຈົນເຖິງວັນທີ່ໂນອາເຂົ້າໃນເຮືອ ແລະນ້ຳຖ້ວມໄດ້ມາກວາດເອົາພວກເຂົາໄປໝົດສິ້ນ ໂດຍບໍ່ທັນຮູ້ຕົວສັນໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນສັນນັ້ນດ້ວຍ” (ມັດທາຍ 24:37-39)

(1 ເທສະໂລນິກາ 5:3; 2ເປໂຕ 3:10; ມັດທາຍ 24:3
ປະຖົມມະການ 6:5, 7; ພະນິມິດ 16:19)

I.   ໜື່ງ “ນ້ຳຖ້ວມໄດ້ມາກວາດເອົາພວກເຂົາໄປໝົດສິ້ນ” ມັດທາຍ 24:39 2 ເປໂຕ 2:5.

II.  ສອງ ເມື່ອນໍ້າຖ້ວມມາເຖິງພວກເຂົາພຽງແຕ່ເປັນຫ່ວງສິ່ງຂອງໃນໂລກນີ້ເທົ່ານັ້ນ ມັດທາຍ 24:38; 6:33; 24:39; ອາໂມດ 4:12; ມາລະໂກ 9:44.

III. ສາມ ທຸກຄົນທີ່ຢູ່ໃນເຮືອປອດໄພເມື່ອນໍ້າຖ້ວມມາເຖິງ ເຮັບເລີ 11:7, 2 ເປໂຕ 2:5; ໂຢຮັນ 15:6; ມັດທາຍ 22:12,13; ມັດທາຍ 7:22, 23.