Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການແປຜິດເລື່ອງລູກຊາຍນ້ອຍຜູ້ຫລົງຫາຍ

(ຄໍາເທດສະໜາທີ່ 2 ເລື່ອງລູກຊາຍນ້ອຍຜູ້ຫລົງຫາຍ)
MISINTERPRETING THE PRODIGAL SON
(SERMON NUMBER 2 ON THE PRODIGAL SON)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ, ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບ໊ບຕິດເທເບີ
ນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 25/8/2013
A sermon preached at the Baptist Tabernacle of Los Angeles
Lord’s Day Evening, August 25, 2013

“ເພາະວ່າລູກຂອງເຮົາຄົນນີ້ຕາຍແລ້ວ ແຕ່ກັບເປັນອີກ ຫາຍໄປແລ້ວ ແຕ່ໄດ້ພົບກັນອີກ' ເຂົາທັງຫລາຍຕ່າງກໍເລີ່ມມີຄວາມຊື່ນຊົມຍິນດີ” (ລູກາ 15:24)


ຄໍາອຸປະມາເລື່ອງລູກຊາຍນ້ອຍຜູ້ຫລົງຫາຍຄື ໜື່ງໃນເລື່ອງໜ້າຮັກທີ່ດີທີ່ສຸດໃນ ພຣະຄໍາພີ,ແຕ່ມັກຖືກແປໄປໃນທາງທີ່ຜິດໆໃນປະຈຸບັນນີ້, ຂ້າພະເຈົ້າຈະຫຍໍ້ໃຈຄວາມຂອງ ຄໍາອຸປະມາແລະຫຼັງຈາກນັ້ນຂ້າພະເຈົ້າຈະບອກທ່ານວ່າມັນຖືກປີ້ນກັບແລະໃຊ້ໃນທາງທີ່ຜິດ ແນວໃດແດ່ແມ່ນກະທັ່ງນັກເທດທີ່ຮູ້ຈັກຄວາມໝາຍດີກໍຕາມໄດ້ເຮັດ.

ຂະນະທີ່ຂ້າພະເຈົ້າໄດ້ນໍາບົດເທດນີ້ມາໃນແລງນີ້ກໍເພື່ອຈະນໍາສະເໜີສອງທາງ, ໜື່ງ,ຂ້າພະເຈົ້າຈະຊີ້ໃຫ້ເຫັນວ່າມັນຖືກໃຊ້ໃນທາງທີ່ຜິດໂດຍພວກ “ລັດທິນັກຕັດສິນໃຈນິ ຍົມ”ແນວໃດແດ່,ສອງ ຂ້າຈະພະເຈົ້າຈະຊີ້ໃຫ້ເຫັນຄວາມໝາຍທີ່ແທ້ຈິງຂອງມັນແລະຫຼັງ ຈາກນັ້ນຂ້າພະເຈົ້າຈະສະແດງໃຫ້ເຫັນວ່າຈະເອົາມານໍາໃຊ້ກັບທ່ານແນວໃດແດ່, ແຕ່ພວກ ເຮົາຈະເລີ່ມຕົ້ນໂດຍການໄປສູ່ຄໍາອຸປະມາທັງໝົດເລື່ອງ.

ພຣະເຢຊູຊົງກ່າວວ່າມີຊາຍຄົນໜື່ງມີລູກຊາຍສອງຄົນ, ລູກຊາຍນ້ອຍມາຫາພໍ່ຂອງ ຕົນແລ້ວຂໍເອົາມໍລະດົກສ່ວນຂອງຕົນຕອນນີ້ເລີຍກ່ອນທີ່ພໍ່ຈະຕາຍ, ພໍ່ກໍເຫັນດ້ວຍແລ້ວເອົາ ມໍລະດົກເຄິ່ງໜື່ງຂອງຕົນໃຫ້ລູກຊາຍຄົນນ້ອຍ, ລູກຊາຍນ້ອຍກໍເອົາທຸກສິ່ງທຸກຢ່າງແລ້ວ ອອກຈາກບ້ານໄປເມືອງອື່ນ, ລາວເດີນທາງໄປເປັນໄລຍະທາງຈາກບ້ານຂອງຕົນໃຊ້ຈ່າຍມໍ ລະດົກສ່ວນຂອງຕົນຢ່າງຟຸ່ມເຟືອຍແລະດໍາເນີນຊີວິດໃນຄວາມບາບ.

ເມື່ອລາວໄດ້ໃຊ້ຈ່າຍເງີນຂອງຕົນໝົດແລ້ວ, ການຂາດແຄນກໍເກີດຂື້ນແລະລາວ ເລີ່ມອຶດຢາກ, ລາວກໍໄປຫາປະຊາຊົນໃນປະເທດນັ້ນຊື່ງໄດ້ສົ່ງລາວໄປລ້ຽງໝູ, ລາວກໍຫິວ ເຂົ້າຢາກຈະກິນອາຫານທີ່ໃຊ້ເກືອໝູນັ້ນແລະບໍ່ມີໃຜເອົາຫຍັງໃຫ້ລາວກິນ.

ຫຼັງຈາກນັ້ນລາວກໍສໍານຶກຕົວແລະເຂົ້າໃຈວ່າຄົນໃຊ້ພໍ່ຂອງຕົນມີອາຫານກິນພຽງພໍ ໃນຂະນະທີ່ລາວເອງຕ້ອງມາອຶດຢາກ, ລາວຈື່ງຕັດສິນໃຈທີ່ຈະກັບໄປຫາພໍ່ຂອງຕົນແລ້ວ ເວົ້າກັບພໍ່ວ່າ “ພໍ່ເຈົ້າຂ້າ ຂ້າພະເຈົ້າໄດ້ເຮັດຜິດຕໍ່ສະຫວັນແລະເຮັດຜິດຕໍ່ໜ້າທ່ານດ້ວຍ ຂ້າພະເຈົ້າບໍ່ສົມຄວນຈະໄດ້ຊື່ວ່າເປັນລູກຂອງທ່ານຕໍ່ໄປ ຂໍທ່ານໃຫ້ຂ້າພະເຈົ້າເປັນເໝືອນລູກຈ້າງຂອງທ່ານຄົນໜຶ່ງເຖີດ”, ລາວຈື່ງລຸກຂື້ນແລ້ວກັບໄປຫາພໍ່ຂອງຕົນ, ໃນເວລາທີ່ ລາວກໍາລັງມານັ້ນພໍ່ຂອງລາວເຫັນກໍແລ່ນໄປກອດລາວແລ້ວຈຸບລາວ, ພໍ່ຂອງລາວກໍເອົາ ເສື້ອຜ້າລາຄາແພງມາສວມໃສ່ໃຫ້,ເອົາແຫວນມາສວມໃສ່ນີ້ວມືແລະເອົາເກີບມາສວມໃສ່ໃຫ້ ພໍ່ໄດ້ຂ້າງົວແລະຈັດງານລ້ຽງໃຫຍ່ໃຫ້, ພໍເວົ້າວ່າ:

“ເພາະວ່າລູກຂອງເຮົາຄົນນີ້ຕາຍແລ້ວ ແຕ່ກັບເປັນອີກ ຫາຍໄປແລ້ວ ແຕ່ໄດ້ພົບກັນອີກ' ເຂົາທັງຫລາຍຕ່າງກໍເລີ່ມມີຄວາມຊື່ນຊົມຍິນດີ” (ລູກາ 15:24)

ນັ້ນຄືພື້ນຖານໂຄງຮ່າງຂອງຄໍາອຸປະມາ, ຕອນນີ້ຂ້າພະເຈົ້າຈະກັບໄປແລ້ວຊີ້ໃຫ້ ທ່ານເຫັນວ່າມັນໄດ້ຖືກແປຜິດໃນສະໄໝຂອງເຮົານີ້ແລະຫຼັງຈາກນັ້ນຂ້າພະເຈົ້າຈະສະແດງ ໃຫ້ທ່ານເຫັນວ່າມັນໝາຍຄວາມວ່າແນວໃດແທ້.

I. ໜື່ງ ທາງທີ່ຄໍາອຸປະມານີ້ຖືກແປຜິດໂດຍນັກເທດສະໄໝໃຫມ່ຫຼາຍຄົນ

ຂ້າພະເຈົ້າຊັງທີ່ຈະເວົ້າວ່າດຣ.ເຈ.ເວີນັນແມັກກີ້ແປຄໍາອຸປະມານີ້ຜິດ, ແຕ່ລາວເຮັດ ແບບນັ້ນແທ້, ດຣ.ແມັກກີ້ເວົ້າວ່າ: “ນີ້ບໍ່ແມ່ນພາບຂອງຄົນບາບທີ່ໄດ້ຮັບຄວາມລອດ…ໃນ ເລື່ອງທີ່ພຣະເຈົ້າຂອງເຮົາບອກນີ້ບໍ່ເຄີຍມີຄໍາຖາມໃດທີ່ວ່າໜຸ່ມຄົນນີ້ແມ່ນລູກຫຼືບໍ… ລາວ ເປັນລູກຕະຫຼອດເວລາ… ມີພຽງຜູ້ດຽວທີ່ຢາກໄປບ້ານຂອງພໍ່ນັ້ນຄືລູກຊາຍແລະມື້ໜື່ງລູກ ຊາຍຈະເວົ້າວ່າ “ຂ້ອຍຈະລຸກຂື້ນໄປຫາພໍ່ຂອງຂ້ອຍ” (J. Vernon McGee, Th.D., Thru the Bible, Thomas Nelson Publishers, 1983, volume IV, pp. 314, 315; notes on Luke 15:11-19).

ດັ່ງນັ້ນດຣ.ແມັກກີ້ຈື່ງເວົ້າຜິດວ່າຊາຍໜຸ່ມຄົນນີ້ລອດແລ້ວຕະຫຼອດເວລາ, ລາວໄດ້ ກະບົດແລ້ວໄປຫາຫ່ວງເລິກຂອງຊີວິດເຮັດບາບຍືດຍາວແຕ່ລາວກໍຍັງລອດຢູ່, ຫຼັງຈາກນັ້ນ ລາວກໍກັບໃຈໃຫມ່ຈາກບາບຂອງຕົນແລ້ວອຸທິດຊີວິດໃຫມ່.

ຂ້າພະເຈົ້າເສຍໃຈທີ່ເລື່ອງນີ້ສະແດງໃຫ້ເຫັນວ່າ ດຣ.ແມັກກີ້ຖືກຊັກນໍາໂດຍພວກ “ລັດທິຕັດສິນໃຈນິຍົມ”ນັ້ນຄືທາງຂອງນັກເທດສະໄໝເຊັ່ນບິລລີ່ເກຣແຮມໄດ້ແປຄໍາອຸປະມາ,ເປັນຫຍັງເຂົາຈື່ງເຮັດແບບນັ້ນ? ພວກເຂົາເຮັດແບບນັ້ນເພາະຄົນເປັນໝື່ນຄົນ ໄດ້ “ຕັດສິນໃຈ”ແລ້ວໄດ້ກັບໄປຫາບາບ, ມີທາງດຽວທີ່ນັກເທດເຫຼົ່ານີ້ສາມາດອະທິບາຍໄດ້ ຄືການເວົ້າວ່າພວກເຂົາເປັນຄືກັບລູກຊາຍນ້ອຍຜູ້ຫລົງຫາຍ,ແລະມື້ໜື່ງພວກເຂົາຈະຕື່ນຂື້ນ ມາແລ້ວອຸທິຕົວເຂົາເອງອີກ, ທ່ານໄດ້ຍິນເຂົາເວົ້າວ່າມີພວກຂີ້ເມົາ “ລອດແລ້ວ”, ຄົນຕິດ ຢາເສບຕິດ“ລອດແລ້ວ”, ແມ່ນກະທັ່ງພວກຜູ້ຍິງໂສເພນີກໍ “ລອດແລ້ວ”, ນັບຕັ້ງແຕ່ 88% ຂອງ“ຄຣິສຕະຈັກເດັກ” ທຸກແຫ່ງຂອງເຂົາອອກຄຣິສຕະຈັກໄປກໍ “ບໍ່ເຄີຍກັບມາອີກເລີຍ” (ບານາ)ພວກເຂົາທຸກຄົນ “ໄດ້ຕັດສິນໃຈ”, ສິດຍາພິບານຫຼາຍຄົນໄດ້ໃຫ້ຄວາມຫວັງທີ່ບໍ່ຈິງ ກັບພໍ່ແມ່ຂອງເຂົາໂດຍບອກວ່າພວກລູກເຫຼົ່ານັ້ນເປັນລູກທີ່ຫລົງຫາຍ, ພວກເຂົາລອດ ແລ້ວພຽງແຕ່ຖອຍຫຼັງເທົ່ານັ້ນ, ພວກເຂົາເວົ້າວ່າຄົນພວກນີ້ທີ່ດໍາເນີນຊີວິດເລິກເຂົ້າໄປໃນ ບາບແລະບໍ່ເຂົ້າຮ່ວມກັບຄຣິສຕະຈັກ “ລອດແລ້ວ”ເຊັ່ນດຽວກັນ, ສິ່ງທີ່ພວກເຂົາຕ້ອງເຮັດກໍ ຄື ການກັບມາແລ້ວອຸທິດຕົວເອງອີກມື້ໜື່ງໃນອະນາຄົດ, ແຕ່ຖ້າເຖິງແມ່ນວ່າເຂົາບໍ່ເຮັດ ແບບນັ້ນພວກເຂົາກໍຍັງລອດຢູ່,ຄືກັບທີ່ດຣ.ແມັກກີ້ເວົ້າວ່າ “ບໍ່ເຄີຍມີຄໍາຖາມໃດທີ່ວ່າໜຸ່ມຄົນ ນີ້ແມ່ນລູກຫຼືບໍ, ລາວເປັນລູກຕະຫຼອດເວລາ” ດັ່ງນັ້ນບິລຄລິນຕັນຜູ້ເປັນແບ໊ບຕິດກໍເປັນ “ລູກຊາຍ”ເຖິງແມ່ນວ່າລາວມີເພດສໍາພັນກັບໂມນີກາເລວິນສະກີທີ່ຫ້ອງການຮູບໄຂ່ກໍຕາມ, ແບ໊ບຕິດອີກຄົນໜື່ງ ຈິມມີ່ຄາເຕີ ກໍເປັນ “ລູກຊາຍ”ເຖິງແມ່ນວ່າລາວໄດ້ປະຕິເສດພຣະຄໍາ ພີຊື່ງບໍ່ມີຄວາມຜິດພາດແລະເວົ້າວ່າພວກມໍມອນເປັນຄຣິສຕຽນແທ້!, ບໍເທົ່າໃດປີທີ່ຜ່ານມາ ຫົວໜ້າບ້ານພັກໂສເພນີທີ່ລອສແອງເຈີລິສນີ້ບອກວ່າລາວເປັນ“ຄຣິສຕຽນທີ່ເກີດໃຫມ່ແລ້ວ” ມີນັກປະກາດຂ່າວປະເສີດຄົນໜື່ງບໍ່ຂ້າພະເຈົ້າວ່າ“ຢ່າໄປຕັດສິນລາວ” ແມ່ນຫຍັງຈື່ງໃຈ ຮ້າຍ! ນີ້ແມ່ນຄວາມສັບສົນຂອງນັກປະກາດຂ່າວປະເສີດແບບທີ່ເອີ້ນວ່າ “ລັດທິແອນໄທນໍ ມຽນນິຍົມ” ທີ່ເຊື່ອວ່າຄົນຜູ້ໜື່ງສາມາດມີຊີວິດໃນຄວາມບາບແລະເປັນລູກຂອງພຣະເຈົ້າໃນ ເວລາດຽວກັນໄດ້, ພວກເຂົາມັກເອີ້ນຕົວເອງວ່າ “ຄຣິສຕຽນເນື້ອໜັງ”, ແຕ່ ດຣ.ມາຕິນ ລອຍໂຈນກ່າວ ວ່າ: “ມັນເປັນການແປຜິດ [ຂອງ ໂລມ 8:5-8] ທີ່ວ່າ ‘ຄົນທັງຫຼາຍທີ່ຢູ່ ຝ່າຍເນື້ອໜັງ’ ຂະໜາມຕົວເອງວ່າຄຣິສຕຽນ “ຝ່າຍເນື້ອໜັງ” ເພາະເຮົາເຫັນວ່າອັກ ຄະສາວົກໄດ້ເວົ້າບາງສິ່ງບາງຢ່າງກ່ຽວກັບພວກເຂົາຊື່ງເຮັດໃຫ້ເປັນໄປບໍ່ໄດ້ວ່າພວກເຂົາ ເປັນຄຣິສຕຽນອີກຕໍ່ໄປ,ຊາວຄຣິສຕຽນທີ່ອັກຄະສາວົກໄດ້ບອກເຮົາມັກກ່ຽວຂ້ອງກັບກັບປ່ຽນ ແປງທາງທໍາມະຊາດຂອງມະນຸດຢ່າງສົມບູນແບບ” ອ້າງອີງຈາກ (D. Martyn Lloyd-Jones, M.D., Exposition of Romans 8:5-17, “The Sons of God,” The Banner of Truth Trust, 2002 reprint, p. 3).

ຂ້າພະເຈົ້າບໍ່ມັກທີ່ຈະເຮັດໃຫ້ດຣ.ແມັກກີ້ຖືກ, ລາວໄດ້ສອນຂ້າພະເຈົ້າການແປ ພຣະຄໍາພີທີ່ຍິ່ງໃຫຍ່ໃນຊ່ວງຊຸມປີ 1960 ແລະຕົ້ນປີ 1970, ຂະນະທີ່ຂ້າພະເຈົ້າຟັງລາຍ ການວິທະຍຸຂອງລາວທຸກໆມື້, ຂ້າພະເຈົ້າຈື່ງຖອຍຄວາມຄິດທີ່ຈະຊ່ວຍໃຫ້ລາວເຂົ້າໃຈຖືກ ຕ້ອງກັບຄວາມຄິດກ່ຽວກັບລູກຊາຍນ້ອຍຜູ້ຫລົງຫາຍ, ແຕ່ຂ້າພະເຈົ້າບໍ່ມີທາງເລືອກ, ດຣ.ແມັກກີ້ເວົ້າວ່າລາວໄດ້ຮັບຄວາມລອດຕອນທີ່ “ນັກຂ່າວປະເສີດທີ່ຢູ່ໃນພາກໃຕ້ລັດໂອ ກລາໂຮມາຫຼາຍປີກ່ອນໄດ້ໃຊ້ຄໍາອຸປະມານີ້ເພື່ອນໍາສະເໜີເຖິງຂ່າວປະເສີດ…ຄືນໜື່ງລາວ ໄດ້ເທດສະໜາເລື່ອງລູກຊາຍນ້ອຍຜູ້ຫລົງຫາຍແລະຄືນນັ້ນຂ້າພະເຈົ້າກໍກ່າວອອກໄປຂ້າງ ໜ້າ” (ເຫຼັ້ມດຽວກັນ ໜ້າ 314), ແຕ່ຫຼັງຈາກນັ້ນ ດຣ.ແມັກກີ້ ເວົ້າວ່າ “ຄໍາອຸປະມາບໍ່ ແມ່ນກ່ຽວກັບວ່າຄົນບາບລອດໄດ້ແນວໃດນັ້ນ” (ເຫຼັ້ມດຽວກັນ) ລາວເວົ້າວ່າມັນຄື “ພື້ນຖານ” ກ່ຽວກັບວ່າພຣະເຈົ້າຊົງພາ “ລູກຊາຍທີ່ເຮັດບາບນັ້ນກັບມາແນວໃດ”.

ດຣ.ແມັກກີ້ ບໍ່ໄດ້ຮັບຄວາມຄິດນັ້ນມາຈາກນັກເທດສະໄໝເກົ່າຜູ້ຊື່ງພາລາວຮັບ ເຊື່ອໃນລັດໂອກລາໂຮມາ, ບໍ່ເລີຍ ລາວໄດ້ຮັບຄວາມຄິດນັ້ນຈາກນັກເທດຜູ້ປະກາດຂ່າວ ປະເສີດສະໄໝໃໝ່ຢ່າງເຊັ່ນບິລລີ່ເກຣແຮມ,ຜູ້ຊື່ງເອີ້ນວ່າ “ການອຸທິດຕົວໃຫມ່” ຫຼາຍກວ່າ ການກັບໃຈໃຫມ່ທີ່ຊັດເຈນ, ນີ້ແມ່ນທາງ “ໃຫມ່”ຂອງການເບິ່ງຄໍາອຸປະມາຊື່ງໄດ້ຜະລິດ ຜົນຂອງຄືນມະຫາສະໝຸດທີ່ຂະໜານນາມວ່າວ່າ “ຄຣິສຕຽນຖອຍຫຼັງ”, ຊື່ງບໍ່ເຄີຍກັບໃຈ ເສຍໃຫມ່ເລີຍ, ຄືກັບດຣ.ລອຍ-ໂຈນກ່າວວ່າ “ເປັນໄປບໍ່ໄດ້ທີ່ພວກເຂົາຄວນຈະເປັນຄຣິສ ຕຽນອີກຕໍ່ໄປ”.

ຂ້າພະເຈົ້າໄດ້ອ່ານຫຼັກຂໍ້ເຊື່ອຂອງນັກປະກາດຂ່າວຄົນໜື່ງຊື່ງເວົ້າວ່າ

ຂ້ອຍອາໄສຢູ່ໃນພາກໃຕ້ລັດຊາວແຄຣໍໄລນາແລະຂ້າພະເຈົ້າຮັກທາງໃຕ້ ແລະຂ້າພະເຈົ້າບໍ່ໄດ້ຫົວຂວັນຜູ້ໃດໜື່ງທີ່ມາຈາກບ່ອນນັ້ນ,ແຕ່ເບິ່ງຄືວ່າທຸກຄົນທີ່ນັ້ນເວົ້າວ່າລາວລອດແລ້ວ…ລັດບາງລັດໃນພາກໃຕ້ມີໂບດທຸກໆແຈ ມຸມຖະໜົນ,ແມ່ນກະທັ່ງນັກການເມືອງແລະພວກດາລາກໍເວົ້າວ່າພວກເຂົາ ລອດແລ້ວແມ່ນພວກເຮົາມີຂ້າຕະກອນຫຼາຍຂື້ນ,ການຂົມຂື່ນເດັກນ້ອຍຜູ້ ຍິງ, ຢາເສບຕິດ, ໜັງສືລາມົກ, ການຢ່າຮ້າງກັນ, ຂີ້ຕົວະແລະໂຈນຫຼາຍ ກວ່າທີ່ເຄີຍເປັນ.ມັນເກີດຫຍັງຂື້ນ?ເປັນຫຍັງຄຣິສຕະຈັກທ້ອງຖີ່ນຂອງເຮົາຈື່ງລົດນ້ອຍລົງໃນການຈະເລີນເຕີບໃຫຍ່ແລະແຜ່ຂະຫຍາຍ?...ແມ່ນຫຍັງ ຄືບັນຫາ? (Jerry Sivnksty, “Gospel Soaked or Gospel Thirsty?”, Frontline Magazine, July/August 2013, p. 38)

ຂ້າພະເຈົ້າຈະບອກທ່ານວ່າບັນຫາຄື - ພວກເຮົາມີຄົນເປັນໝື່ນຄົນທີ່ໄດ້ “ຕັດສິນໃຈ”ແລ້ວ ແຕ່ບໍ່ໄດ້ກັບໃຈໃຫມ່! ນັ້ນແລະຄືບັນຫາ! ແລະບໍ່ພຽງແຕ່ເກີດຂື້ນໃນພາກໃຕ້ເທົ່ານັ້ນ,ມັນ ໄດ້ແຜ່ໄປທົ່ວອາເມລິກາແລ້ວ! ນັກເທດຄົນໜື່ງໄດ້ບອກຂ້າພະເຈົ້າວ່າເກືອບທຸກບ້ານທີ່ ລາວໄປເຄາະປະຕູແມ່ນບ້ານຂອງພວກຂ່າວປະເສີດ, ຜູ້ຄົນບອກໃຫ້ລາວໄປໄກໆເພາະວ່າ ພວກເຂົາຮັບເຊື່ອແລ້ວ! ລາວບອກວ່າພວກເຂົາຈະບໍ່ໄປໂບດແລະບໍ່ກັບໃຈໃຫມ່ເລີຍເພາະ ພວກເຂົາຄິດວ່າພວກເຂົາລອດແລ້ວ! ນັ້ນຄືຜົນຂອງການອຸທິດຕົວຂອງ “ລັດທິຕັດສິນໃຈ” ແລະຄວາມຄິດຜິດອັນສູງສຸດກໍຄືທີ່ພວກເຂົາຄິດວ່າ “ລູກຊາຍຄົນນ້ອຍຜູ້ຫລົງຫາຍເປັນ ຄຣິສຕຽນແທ້! ຂ້າພະເຈົ້າເວົ້າວ່າ “ໄປໄກໆເລີຍຂ່າວປະເສີດປອມ! ມັນໄດ້ທໍາຮ້າຍປະ ເທດອາເມລິກາ” ລົ້ມລົງໄປກັບມັນ! ເຮັດໄປກັບມັນ! ໂຍນມັນຖີ້ມ! ມັນໄດ້ທໍາຮ້າຍຈິດ ວິນຍານເປັນລ້ານໆດວງ, ເຮັດໃຫ້ຄຣິສຕະຈັກຂອງເຮົາເສຍຫາຍແລະໄດ້ນໍາຄວາມຫາຍະ ນະສູ່ຝ່າຍວິນຍານຊາດຂອງເຮົາ! ຂ້າພະເຈົ້າບໍ່ສົນໃຈວ່າແມ່ນໃຜສົ່ງເສີມມັນ - ດຣ.ແມັກ ກີ້,ບິລລີ່ເກຣແຮມ,ສັນຕະປະປາຟຣານຊີສລືຜູ້ທໍລະຍົດຕໍ່ພຣະຄຣິດ - ມັນຄືຄໍາສອນ ນາຮົກ,ເຕັມໄປດ້ວຍພິດຂອງຊາຕານ! ຊື່ງໄດ້ພາພວກເຮົາສູ່ຂໍ້ພຣະຄໍາພີຂອງເຮົາ.

“ເພາະວ່າລູກຂອງເຮົາຄົນນີ້ຕາຍແລ້ວ ແຕ່ກັບເປັນອີກ ຫາຍໄປແລ້ວ ແຕ່ໄດ້ພົບກັນອີກ' ເຂົາທັງຫລາຍຕ່າງກໍເລີ່ມມີຄວາມຊື່ນຊົມຍິນດີ” (ລູກາ 15:24)

(ກົດທີ່ນີ້ເພື່ອອ່ານບົດເທດທີ່ຂອງຂ້າພະເຈົ້າໃນຫົວຂໍ້ລູກຊາຍນ້ອຍຜູ້ຫລົງຫາຍເລື່ອງ“ຮູບ ແບບຂອງການກັບໃຈໃຫມ່” ທ່ານຄວນອ່ານໄປພ້ອມກັບຄໍາເທດສະໜານີ້)

II. ສອງ ຄໍາອຸປະມານີ້ຖືກໃຫ້ໂດຍພຣະຄຣິດເພື່ອຊີ້ໃຫ້ເຫັນວ່າຄົນບາບຫລົງ ຫາຍຕາຍໃນການລະເມີດແລະບາບ ແລ້ວຮັບຄວາມລອດ ແນວໃດ

ມີຄັ້ງໜື່ງຂ້າພະເຈົ້າຮູ້ຈັກຜູ້ຊາຍຄົນໜື່ງຊື່ງຢ່າຮ້າງກັບເມຍແລ້ວແລ່ນໄປກັບຜູ້ຍິງ ຄົນອື່ນ, ຫຼັງຈາກນັ້ນລາວກໍໃຊ້ປືນປຸ້ນທະນາຄານແລ້ວຖືກຈັບເຂົ້າຄຸກຂໍ້ຫາປຸ້ນທະນາຄານ ເປັນເວລາຫຼາຍປີ, ລາວເປັນຄົນລ່ວງປະເວນີ,ເປັນໂຈນແລະຄົນປຸ້ນທະນາຄານ, ແຕ່ລາວ ເວົ້າວ່າລາວລອດແລ້ວຕະຫຼອດເວລາ! ຂ້າພະເຈົ້າຖາມລາວວ່າຈະເກີດຫຍັງຂື້ນຖ້າພຣະເຢ ຊູມາຂະນະທີ່ເຈົ້າເອົາປືນໄປຈີ້ທະນາຄານ, ລາວຕອບແບບຊື້ງໆໜ້າວ່າ “ປືນຈະຕົກລົງ ພື້ນຕອນທີ່ຂ້ອຍຖືກຮັບຂື້ນໄປໃນອາກາດເພື່ອພົບກັບພຣະເຈົ້າ!” ຂ້າພະເຈົ້າບອກລາວວ່າ ລາວເຂົ້າໃຈຜິດທີ່ວ່າລາວບໍ່ເຄີຍກັບໃຈເສຍໃຫມ່ເລີຍ, ລາວອ້າງໃສ່ລູກຊາຍນ້ອຍຜູ້ ຫລົງຫາຍແລ້ວແປມັນຜິດ, ຂ້ອຍໄດ້ອະທິບາຍມື້ກີ້ນີ້ວ່າເປັນ “ລູກ”ຕະຫຼອດໄປ, ຂ້າພະເຈົ້າ ຈື່ງເປີດພຣະຄໍາພີແລ້ວຈັບນີ້ວມືຂອງລາວແລ້ວຊີ້ນີ້ວຂອງລາວໄປໃນ ລູກາ 15:24 ແລ້ວ ເວົ້າວ່າ “ອ່ານແມ້” ຂ້າພະເຈົ້າຕ້ອງໄດ້ເວົ້າສາມຫຼືສີ່ເທື່ອກ່ອນທີ່ລາວຈະອ່ານໃນທີ່ສຸດ.

“ເພາະວ່າລູກຂອງເຮົາຄົນນີ້ຕາຍແລ້ວ ແຕ່ກັບເປັນອີກ ຫາຍໄປແລ້ວ ແຕ່ໄດ້ພົບກັນອີກ…” (ລູກາ 15:24)

ລາວຈ້ອງເບິ່ງຂ້າພະເຈົ້າດ້ວຍສາຍຕາທີ່ໃຈຮ້າຍຄືກັບລາວຖືກຈັບ! ຈາກນັ້ນລາວກໍຮ້ອງ ຂື້ນ “ແຕ່ມັນບໍ່ໄດ້ໝາຍຄວາມວ່າແນວນັ້ນ” ຂ້າພະເຈົ້າຕອບວ່າ “ຂ້ອຍບໍ່ໄດ້ບອກເຈົ້າວ່າ ມັນໝາຍຄວາມວ່າແນວໃດ, ຂ້ອຍພຽງແຕ່ບອກໃຫ້ເຈົ້າອ່ານມັນຊື່ໆ ຈາກນັ້ນຂ້າພະເຈົ້າ ກໍອ່ານໃຫ້ລາວຟັງ.

“ເພາະວ່າລູກຂອງເຮົາຄົນນີ້ຕາຍແລ້ວ ແຕ່ກັບເປັນອີກ ຫາຍໄປແລ້ວ ແຕ່ໄດ້ພົບກັນອີກ…”

ຫຼັງຈາກນັ້ນຂ້າພະເຈົ້າກໍເວົ້າວ່າ “ພໍ່ຂອງຊາຍຄົນນັ້ນເອງທີ່ວ່າລູກຊາຍຂອງລາວຕາຍແລ້ວ ພໍ່ຂອງຊາຍຄົນນັ້ນເອງທີ່ວ່າລູກຊາຍຂອງລາວຫລົງຫາຍ, ຖ້າພໍ່ຂອງລາວເວົ້າແນວນັ້ນ ເຈົ້າແມ່ນໃຜຈື່ງມາຖຽງລາວ?” ອີກຢ່າງໜື່ງຖ້າທ່ານແນມເບິ່ງຄໍາອະທິບາຍຂອງດຣ.ແມັກກີ້ ທ່ານຈະເຫັນວ່າລາວບໍ່ອອກຄວາມເຫັນໃດໃນ ລູກາ 15:24! ລາວບໍ່ສາມາດເຮັດໄດ້ ເພາະມັນຈະຕ້ອງທໍາລາຍທິດສະດີຜິດໆຂອງລາວ! ໃນລູກາ 15:24 ພໍ່ບອກວ່າລູກຊາຍ ຂອງລາວໄດ້ “ຕາຍແລ້ວ” - ນັ້ນຄື “ຕາຍໃນການລະເມີດແລະການບາບ”(ເອເຟໂຊ 2:1,5), ຈາກນັ້ນພໍ່ກໍເວົ້າວ່າ “ລາວຫາຍໄປແລ້ວ” ແມ່ນຫຍັງທີ່ຈະຈະແຈ້ງໄປກວ່ານີ້? ການໃຊ້ຈ່າຍຟຸ່ມເຟືອຍຄືພາບຂອງຄົນບາບຜູ້ຫລົງຫາຍ!

ພຣະເຢຊູໄດ້ຍົກຄໍາອຸປະມາສາມເລື່ອງໃນລູກາບົດທີ່ສິບຫ້າເພື່ອຕອບພວກຟາລິສີ ພວກເຂົາຕໍານິພຣະອົງວ່າກິນດື່ມກັບພວກຄົນບາບ (ລູກາ 15:2), ພຣະອົງໄດ້ຍົກຄໍາອຸ ປະມາທັງສາມເລື່ອງນີ້ເພື່ອສະແດງໃຫ້ເຫັນວ່າພຣະເຈົ້າຊົງມີຄວາມຍິນດີເມື່ອຄົນບາບໄດ້ ຮັບຄວາມລອດ! ແຕ່ລະເລື່ອງຂອງຄໍາອຸປະມານັ້ນໄດ້ສະແດງໃຫ້ເຫັນວ່າພຣະເຈົ້າຈະຕ້ອນ ຮັບແລະໃຫ້ອະໄພແກ່ຄົນບາບທີ່ຫລົງຫາຍ, ພຣະອົງຊົງໃຫ້ຄໍາອຸປະມາເລື່ອງແກະທີ່ຫລົງ ຫາຍໃນຂໍ້ 3-7, ພຣະອົງຍົກຄໍາອຸປະມາເລື່ອງຫຼຽນເງີນທີ່ຫາຍໄປໃນຂໍ້ທີ່ 8-10 ແລະຫຼັງ ຈາກນັ້ນພຣະອົງກໍຍົກຄໍາອຸປະມາເລື່ອງລູກຊາຍນ້ອຍຫລົງຫາຍໃນຂໍ້ທີ່ 11-32, ຈຸດຫຼັກໆ ໃນຄໍາອຸປະມາທັງສາມເລື່ອງນັ້ນກໍຄືພຣະເຈົ້າຊົງມີຄວາມຊື່ນຊົມຍິນດີຢ່າງເຫຼືອລົ້ນທີ່ “ຄົນ ບາບຄົນໜື່ງໄດ້ກັບໃຈໃຫມ່” (ລູກາ 15:7, 10, 24)ແຕ່ແປກທີ່ແມ່ນແຕ່ດຣ.ໄຣຣີ່ກໍບໍ່ເຫັນ ດ້ວຍກັບດຣ.ແມັກກີ້ແລະບີລລີ່ເກຣແຮມ, ດຣ.ໄຣຣີ້ ເວົ້າເລື່ອງນີ້ຖືກຕ້ອງໃນບັນທຶກຂອງ ລາວຂອງ ລູກາ 15:4 ລາວເວົ້າວ່າຄໍາວ່າ “ຫລົງຫາຍ” ແປດເທື່ອໃນບົດນີ້ເວົ້າເຖິງການ ຫລົງຫາຍຂອງມະນຸດທີ່ຖືກເນັ້ນໜັກ ຂໍ້ 4 [ສອງເທື່ອ], 6, 8, 9, 17, 24, 32” (Charles C. Ryrie, Th.D., Ph.D., The Ryrie Study Bible, Moody Press, 1978, p. 1576; note on Luke 15:4). “ການຫລົງຫາຍຂອງມະນຸດຖືກເນັ້ນຢ້ຳ” ແນ່ນອນແມ່ນ

ດຣ.ແມັກກີ້ ກົດດັນຄວາມຈິງທີ່ວ່າລູກຊາຍນ້ອຍຖືກເອີ້ນວ່າ “ລູກ” ໃນຄໍາອຸປະມາ ນີ້ຄໍາວ່າ “ລູກ” ບໍ່ໄດ້ໝາຍຄວາມວ່າລາວລອດແລ້ວ, ດຣ.ຈອນແມັກອາເທີເວົ້າຖືກໃນ ສ່ວນຂອງຈຸດນີ້ເມື່ອລາວເວົ້າວ່າຄໍາອຸປະມານີ້ “ເປັນພາບຂອງຄົນບາບທຸກຄົນ(ທີ່ກ່ຽວຂ້ອງ ກັບພຣະບິດາໃນການຊົງສ້າງ)ຜູ້ຊື່ງສູນເສຍສັກກະຍະພາບພິເສດຂອງເຂົາແລະປະຕິເສດ ຄວາມສໍາພັນໃດໆກັບພຣະອົງ[ພຣະເຈົ້າ], ເລືອກເອົາຊີວິດໃນບາບດ້ວຍການປ່ອຍຕົວ ເອງໄປກັບບາບແທນທີ່” (John MacArthur, D.D., The MacArthur Study Bible, Word Bibles, 1997, p. 1545; note on Luke 15:12).

ດຣ.ແມັກອາເທີ ເວົ້າຖືກເຊັ່ນດຽວກັນວ່າລູກຊາຍນ້ອຍຜູ້ຫລົງຫາຍ “ຄືຜູ້ສະມັກ ສໍາຫຼັບຄວາມລອດ” ເມື່ອລາວ “ຮູ້ສໍານຶກຕົວແລ້ວ” ເຫຼັ້ມດຽວກັນໃນບັນທຶກໃນ ລູກາ 15:17), ເລື່ອງນີ້ໄດ້ຊີ້ໃຫ້ເຫັນວ່າແມັກອາເທີເວົ້າຖືກວ່າລູກຊາຍນ້ອຍຄືຜູ້ຫລົງຫາຍ, ຂ້າ ພະເຈົ້າຢູ່ຂ້າງດຽວກັບດຣ.ແມັກກີ້ຕໍ່ຕ້ານກັບດຣ.ແມັກອາເທີໃນຫຼາຍໆເລື່ອງເຊັ່ນເລື່ອງພຣະ ໂລຫິດຂອງພຣະຄຣິດ, ດຣ.ແມັກກີ້ເວົ້າຖືກໃນເລື່ອງຫົວຂໍ້ທີ່ສໍາຄັນນັ້ນແລະດຣ.ຈອນແມັກ ອາເທີເວົ້າບໍ່ຖືກ,ແຕ່ເລື່ອງການກັບໃຈໃຫມ່ຂອງລູກຊາຍນ້ອຍຜູ້ຫລົງຫາຍ ຂໍ້ພຣະຄໍາພີ ຂອງເຮົາບັງຄັບໃຫ້ຂ້າພະເຈົ້າເຫັນດ້ວຍກັບຈອນແມັກອາເທີ.

“ເພາະວ່າລູກຂອງເຮົາຄົນນີ້ຕາຍແລ້ວ ແຕ່ກັບເປັນອີກ ຫາຍໄປແລ້ວ ແຕ່ໄດ້ພົບກັນອີກ…”(ລູກາ 15:24)

ເວົ້າອີກຢ່າງໜື່ງ,ນັກອະທິບາຍສະໄໝເດີມຕ່າງທຸກຄົນເວົ້າວ່າລູກຊາຍນ້ອຍຄືຜູ້ ຫລົງຫາຍແລ້ວກັບໃຈໃຫມ່ໃນຄໍາອຸປະມານີ້, ບໍ່ມີນັກອະທິບາຍພຣະຄໍາຮຸ່ນເກົ່າໃດເວົ້າວ່າ ລາວໄດ້ “ອຸທິດຕົວໃຫມ່” ໃນຊີວິດຂອງຕົນແລະຮັບຄວາມລອດຕະຫຼອດມາ! ມັດທິວພູ ປີ(1624-1679)ເວົ້າເຖິງຂໍ້ພຣະຄໍາພີຂອງເຮົາວ່າ “ຈິດວິນຍານຄົນບາບຄືຈິດວິນຍານທີ່ ຕາຍແລ້ວ…ການກັບໃຈໃຫມ່ຂອງຄົນບາບເປັນຄືກັບການຟື້ນຂື້ນມາຈາກຕາຍ, ບໍ່ແມ່ນ ວ່າຈິດວິນຍານໃດໜື່ງສາມາດມີຄວາມລື່ນເລີງກັບຄວາມຈິງໃດໆຈົນກວ່າທີ່ມັນຈະໄດ້ກັບ ຄືນດີກັນກັບພຣະເຈົ້າໂດຍຜ່ານທາງພຣະໂລຫິດຂອງພຣະຄຣິດ” (note on Luke 15:24; A Commentary on the Holy Bible, The Banner of Truth Trust, 1990 reprint, volume III, p. 247).

ມັດທິວເຮັນຣີ່ (1662-1714)ໄດ້ເວົ້າວ່າ “ຄໍາອຸປະມາເປັນຕົວແທນພຣະເຈົ້າໃນ ຖານະພໍ່ທົ່ວໄປຕໍ່ມະນຸດທຸກຄົນ,ໝົດທັງຄອບຄອບຂອງອາດາມ…”ມັດທິວເຮັນຣີ່ກໍາລັງຈະ ເວົ້າວ່າລູກຊາຍນ້ອຍເປັນຕົວແທນຂອງ “ຄົນບາບ ພວກເຮົາທຸກໆຄົນໃນທໍາມະຊາດຂອງ ເຮົາ…ສະຖານະການຂອງການໃຊ້ຊີວິດຟຸ່ມເຟືອຍ…ເປັນຕົວແທນຕໍ່ສະພາບບາບຂອງເຮົາ...ສະພາບຄວາມຂາດແຄນນັ້ນຊື່ງເຮັດໃຫ້ມະນຸດລົ້ມລົງ” ຈາກນັ້ນມັດທິວເຮັນຣີ່ກໍໃຫ້ເກົ້າ ທາງທີ່ລູກຊາຍນ້ອຍເປັນພາບຂອງຄົນຫລົງຫາຍ (Matthew Henry’s Commentary on the Whole Bible, Hendrickson Publishers, 1996 reprint, volume 5, pp. 599-600).

ດຣ.ຈອນອາ.ໄຣສ໌ ແນມກັບໄປທາງເກົ່າຂອງນັກອະທິບາຍທີ່ເປັນຕໍານານ, ດຣ. ໄຣສ໌ບໍ່ເຫັນດ້ວຍກັບຫຼັກການຂອງດຣ.ແມັກກີ້ວ່າ “ນີ້ບໍ່ແມ່ນພາບຂອງຄົນບາບທີ່ໄດ້ຮັບ ຄວາມລອດ” ດຣ.ໄຣສ໌ ເວົ້າວ່າກົງກັນຂ້າມກັນ, ດຣ. ໄຣສ໌ ເວົ້າວ່າ “ລູກຊາຍນ້ອຍເປັນ ພາບຂອງຄົນບາບທີ່ຫລົງຫາຍ” (John R. Rice, D.D., The Son of Man, Sword of the Lord Publishers, 1971, p. 372; note on Luke 15:11-16).

ຊີ.ເອັຊ.ສະເປີໂຈນ ເຈົ້າຊາຍແຫ່ງນັກເທດທັງຫຼາຍໄດ້ໃຫ້ທັດສະນະຄະຕິຄືກັນໃນ ບົດເທດຂອງລາວເລື່ອງ “ຈຸດສຸດຍອດຂອງລູກຊາຍນ້ອຍ” (The Metropolitan Tabernacle Pulpit, Pilgrim Publications, 1975 reprint, volume XLI, pp. 241-249). ຂໍ້ພຣະຄໍາພີ ຂອງເຮົາເວົ້າວ່າ:

“ເພາະວ່າລູກຂອງເຮົາຄົນນີ້ຕາຍແລ້ວ ແຕ່ກັບເປັນອີກ ຫາຍໄປແລ້ວ ແຕ່ໄດ້ພົບກັນອີກ' ເຂົາທັງຫລາຍຕ່າງກໍເລີ່ມມີຄວາມຊື່ນຊົມຍິນດີ” (ລູກາ 15:24)

ສະເປີໂຈນເວົ້າເຖິງຂໍ້ພຣະຄໍາພີຂອງເຮົາວ່າ “ການກັບໃຈໃຫມ່ຂອງຈິດວິນຍານພຽງພໍທີ່ຈະ ເຮັດໃຫ້ເກີດຄວາມຊື່ນຊົມຍິນຕະຫຼອດເປັນນິດໃນໃຈຂອງຄົນຊອບທໍາ”(ເຫຼັ້ມດຽວກັນ., Exposition of the chapter, p. 251) .ນໍາໜັກຂອງນັກອະທິບາຍເຫຼົ່ານີ້ສະແດງຄວາມຊັດເຈນ ທີ່ວ່າລູກຊາຍນ້ອຍຄືຄົນບາບຜູ້ຫລົງຫາຍແລະຄໍາອຸປະມາຊີ້ໃຫ້ເຫັນເຖິງວ່າລາວໄດ້ກັບໃຈ ໃຫມ່ແນວໃດແດ່, ນັ້ນແລະຄືທັດສະນະຄະຕິທີ່ໃຫ້ໂດຍນັກສຶກສາພຣະຄໍາພີຜູ້ຍິ່ງໃຫຍ່ຜ່ານ ທາງຫຼາຍສະໄໝຈົນເຖິງສະໄໝ“ລັດທິຕັດສິນໃຈນິຍົມ”ໃນສະໄໝຂອງເຮົາທີ່ເຮັດໃຫ້ການ ກັບໃຈໃຫມ່ “ຄຸມເຄືອ”ແລະບໍ່ຈະແຈ້ງ!

III. ສາມ ຄໍາອຸປະມານີ້ສະແດງໃຫ້ເຫັນວ່າແມ່ນຫຍັງຈະເກີດຂື້ນກັບທ່ານໃນການກັບ ໃຈໃຫມ່ທີ່ແທ້ຈິງ

ຖ້າທ່ານຫາກຄາດວ່າຈະກັບໃຈໃຫມ່ມາເປັນຄຣິສຕຽນແທ້, ທ່ານກໍຕ້ອງໄປຜ່ານ ໃນສິ່ງທີ່ລູກຊາຍນ້ອຍໄດ້ຜ່ານ, ຖ້າຫາກບໍ ພຣະເຈົ້າກໍຈະບໍ່ສາມາດທີ່ຈະເວົ້າກັບທ່ານໄດ້.

“ລູກຂອງເຮົາຄົນນີ້ຕາຍແລ້ວ ແຕ່ກັບເປັນອີກ ຫາຍໄປແລ້ວ ແຕ່ໄດ້ພົບກັນອີກ…” (ລູກາ 15:24)

ຕອນນີ້ໄດ້ນັ່ງຟັງຜ່ານການອະທິບາຍແລະທີ່ມາຂອງເລື່ອງນີ້ແລະຄວາມຄິດຂອງ ທ່ານກໍເລື່ອນລອຍໄປ,ຈົ່ງຕື່ນຂື້ນທ່ານຊາຍ!ຈົ່ງຕື່ນຂື້ນທ່ານຍິງ! ຕອນນີ້ຂ້າພະເຈົ້າກໍາລັງ ເວົ້າກັບທ່ານຢູ່! ທ່ານຈະຕ້ອງໄປຜ່ານເຫດການຢ່າງໜ້ອຍກໍອັນໃດໜື່ງທີ່ລູກຊາຍນ້ອຍ ໄດ້ເຄີຍຜ່ານຫຼືທ່ານຈະໄປລົງນາຮົກ! ທ່ານຈະຕ້ອງໄດ້ປະສົບພົບພໍ້ກັບສິ່ງທີ່ລາວໄດ້ປະສົບ ພົບພໍ້ ຫຼືທ່ານຈະໃຊ້ຊີວິດເປັນນິດນິລັນຂອງທ່ານໃນແປວໄຟກໍາມະຖັນ,ຖືກເຈາະແລະທຸກທໍ ລະມານໂດຍພວກພະຍາມານ,ແລະນໍ້າຕາຕົກໂດຍຈິດສໍານຶກຂອງຕົນເອງ! ຢູ່ໃນນີ້ຄືສິ່ງທີ່ ທ່ານຈະຕ້ອງພົບຜ່ານຢ່າງໜ້ອຍຂອບເຂດໃດໜື່ງເພື່ອຈະໄດ້ຮັບຄວາມລອດ, ພຣະເຢຊູ ຊົງຕາຍໃນບ່ອນຂອງທ່ານຈ່າຍເພື່ອບາບຂອງທ່ານເທິງໄມ້ກາງແຂນ, ພຣະອົງຊົງຟື້ນຂື້ນ ຈາກຄວາມຕາຍເພື່ອປະທານຊີວິດແກ່ທ່ານ, ແຕ່ມັກມີການດິ້ນລົ້ນສະເໝີໃນການມາຫາ ພຣະເຢຊູ, ຈຸດຕໍ່ໄປນີ້ແມ່ນເອົາມາຈາກຄໍາອຸປະມາຂອງລູກຊາຍນ້ອຍຜູ້ຫລົງຫາຍ.

1.   ຍອມຮັບໂຕຂອງທ່ານເອງວ່າໃຈຂອງທ່ານເຫັນແກ່ຕົວແລະຢາກຈະໄປຈາກ ພຣະເຈົ້າໃຫ້ໄກເທົ່າທີ່ຈະເປັນໄປໄດ້, ພວກເຮົາໄດ້ຮູ້ຈັກຜູ້ຄົນທີ່ຊື່ງເຄີຍໄປ ຫ້ອງນໍາວິນຍານແລະເວົ້າວ່າພວກເຂົາຢາກຈະລອດ ຊື່ງໃນເວລາດຽວກັນກໍ ວາງແຜນທີ່ຈະອອກໄປຈາກຄຣິສຕຈະຈັກ! ນີ້ແມ່ນການລອກຕົວເອງຢ່າງເລິກ ເຊີ້ງ, ເປັນຫຍັງພຣະເຈົ້າຄວນເອົາພຣະຄຸນການຊ່ວຍໃຫ້ລອດໃຫ້ກັບຄົນຊື່ງກໍາ ລັງຄິດທີ່ຈະກັບໄປຫາໂລກ? “ຖ້າຜູ້ໃດຮັກໂລກ ຄວາມຮັກຂອງພຣະບິດາບໍ່ໄດ້ ຢູ່ໃນຜູ້ນັ້ນ” (1 ໂຢຮັນ 2:15) “ຄົນສອງໃຈເປັນຄົນບໍ່ໝັ້ນຄົງໃນທາງທັງຫຼາຍ ທີ່ຕົນປະພຶດນັ້ນ” (ຢາໂກໂບ 1:8).

2.  ຈົ່ງອະທິຖານຂໍໃຫ້ພຣະເຈົ້າສະແດງໃຫ້ທ່ານເຫັນຄວາມວາງເປົ່າຂອງໂລກນີ້, ທ່ານບໍ່ຈໍາເປັນຕ້ອງກາຍມາເປັນຄົນຂ້າງຖະໜົນສະກິດໂຣ, ເພື່ອຄວາມເຂົ້າ ໃຈທ່ານບໍ່ຈໍາເປັນຕ້ອງໄປບ່ອນນັ້ນ! ພຣະເຈົ້າສາມາດສະແດງໃຫ້ທ່ານເຫັນ ຄວາມອະນິຈັງຂອງວັດຖຸຕ່າງໆໄດ້, ຈົ່ງຂໍໃຫ້ພຣະເຈົ້າສະແດງໃຫ້ທ່ານເຫັນ ຄວາມວາງເປົ່າຂອງຊີວີດທີ່ບໍ່ມີພຣະເຈົ້າ “ທີ່ທ່ານບໍ່ມີ ເພາະທ່ານບໍ່ໄດ້ຂໍ” (ຢາໂກໂບ 4:2)

3.  ຈົ່ງຕື່ນຂື້ນ! ຈົ່ງສໍານຶກຕົນ! ອະທິຖານຂໍໃຫ້ພຣະເຈົ້າສະແດງໃຫ້ທ່ານເຫັນວ່າ ທ່ານ “ຈິບຫາຍໄປກັບຄວາມຫິວ” ຂະນະທີ່ທ່ານຄວນມີສັນຕິສຸກແລະຄວາມ ຍິນດີ! ທາງທີ່ທ່ານຢູ່ຕອນນີ້ທ່ານບໍ່ມີສັນຕິສຸກໃນໃຈ! ເປັນຫຍັງຈື່ງໄປຢູ່ໃນ ຄວາມບາບໃນເມື່ອທ່ານສາມາດໄດ້ຮັບການອະໄພໂດຍພຣະຄຣິດໄດ້? “ພຣະ ເຈົ້າຂອງຂ້າພະເຈົ້າຕັດວ່າ ບໍ່ມີສັນຕິສຸກແກ່ຄົນຊົ່ວຮ້າຍ” (ອິດສະຢາ 57:21)

4.  ຈົ່ງຄິດເຖິງບາບຂອງທ່ານ, ຈົ່ງຄິດເຖິງບາບສະເພາະເຈາະຈົງເຊັ່ນດຽວກັນກັບ ໃຈບາບຂອງທ່ານ, ຄິດໃຫ້ເລິກໆເຖິງບາບຂອງທ່ານຈົນກວ່າທ່ານສາມາດເວົ້າ ກັບລູກຊາຍນ້ອຍ “ຂ້າພະເຈົ້າໄດ້ເຮັດຜິດຕໍ່ສະຫວັນແລະຕໍ່ໜ້າທ່ານດ້ວຍ” (ລູກາ 15:18)ສິດຍາພິບານຂອງຂ້າພະເຈົ້າດຣ.ທິໂມທີ ລິນ ຍັງບໍ່ລອດຈົນ ທ່ານໄດ້ຂຽນລາຍບາບຕ່າງໆຂອງທ່ານອອກມາ, ທ່ານໄດ້ແນມເບິ່ງລາຍການ ບາບຂອງທ່ານເບີ່ງແລ້ວເບິ່ງອີກຈົນພຣະເຈົ້າໄດ້ເຮັດໃຫ້ທ່ານສໍານຶກແລະທ່ານ ຮູ້ວ່າທ່ານເປັນຄົນຫລົງຫາຍ! ຂ້າພະເຈົ້າບໍ່ໄດ້ບອກວ່າທ່ານຈໍາເປັນຕ້ອງເຮັດ ແບບນັ້ນແຕ່ມັນອາດຈະຊ່ວຍບາງຄົນໄດ້.

5.   ຖີ້ມໂຕຂອງທ່ານລົງທີ່ພຣະເຈົ້າພຣະບຸດ “ເພາະເຫດວ່າມີພຣະເຈົ້າອົງດຽວແລະ ມີຄົນກາງຜູ້ດຽວລະຫວ່າງພຣະເຈົ້າແລະມະນຸດຄືພຣະເຢຊູຄຣິດຜູ້ຊົງສະພາບ ເປັນມະນຸດ” (1 ຕິໂມທຽວ 2:5) ພຣະເຢຊູຕັດວ່າ “ບໍ່ມີຜູ້ໃດໄປເຖິງພຣະບິ ດາໄດ້ນອກຈາກມາທາງເຮົາ” (ໂຢຮັນ 14:6) “ຈົ່ງພະຍາຍາມເຂົ້າໄປ” ຫາ ພຣະຄຣິດ (ລູກາ 13:24) ຄົນເຫຼົ່ານັ້ນທີ່ພຽງແຕ່ຄິດເຖິງການໄປຫາພຣະຄຣິດ ຈະບໍ່ລອດ, ມັນຈະຕ້ອງເປັນສິ່ງທີ່ສໍາຄັນທີ່ສຸດໃນຊີວິດຂອງທ່ານ! “ຈົ່ງພະຍາ ຍາມເຂົ້າໄປ”! ເມື່ອທ່ານໄດ້ພົບພຣະຄຣິດມັນຈະມີຄ່າມະຫາສານທີ່ຄ່າໃດໆສາ ມາດໃຫ້ໄດ້,ຄ່າໃດໆ“ຂອງການດິ້ນຮົນ” ພຣະເຢຊູຕັດວ່າ “ຈົ່ງມາຫາເຮົາ… ແລະເຮົາຈະໃຫ້ທ່ານຫາຍເມື່ອເປັນສຸກ” (ມັດທາຍ 11:8) “ພຣະໂລຫິດຂອງ ພຣະເຢຊູຄຣິດພຣະບຸດຂອງພຣະອົງກໍຊໍາລະເຮົາໃຫ້ປາສະຈາກບາບທັງສິ້ນ” (1 ໂຢຮັນ 1:7)


ຂໍໃຫ້ເພງເກົ່ານີ້ເປັນຄໍາອະທິຖານຂອງທ່ານໃນຄືນນີ້ -

ຂ້າຫລົງເດີນໄປໄກຈາກພຣະເຈົ້າ
   ດຽວນີ້ກັບມາບ້ານ
ຂ້າເດີນທາງບາບໃຈຫຍາບມານານ
   ດຽວນີ້ກັບມາບ້ານ

ຂ້າຫລົງທໍາບາບຕະຫຼອດຫຼາຍປີ
   ດຽວນີ້ກັບມາບ້ານ
ຍອມສາລະພາບຜິດບາບໂດຍດີ
   ດຽວນີ້ກັບມາບ້ານ
ກັບມາບ້ານ ກັບມາບ້ານ
   ບໍ່ທໍາຜິດອີກເລີຍ
ພຣະເຢຊູຊົງຮັບຜູ້ຫລົງ
   ຂ້າຮີບກັບມາບ້ານ
(“ດຽວນີ້ກັບມາບ້ານ” ໂດຍ ວິລລຽມ ເຈ.ເຄີກແພັດທຣິກ 1838-1921).

ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບວ່າຈະລອດໄດ້ແນວໃດ, ກະລຸນາອອກ ຈາກຕັ່ງຂອງທ່ານຕອນນີ້ເລີຍແລ້ວຍ່າງໄປຂ້າງຫຼັງຫ້ອງປະຊຸມນີ້, ດຣ.ເຄແກນຈະພາທ່ານ ໄປບ່ອນງຽບເພື່ອອະທິຖານ, ດຣ.ແຊນ ກະລຸນາມາອະທິຖານເພື່ອຜູ້ທີ່ເຊື່ອວາງໃຈ ໃນພຣະເຢຊູເຈົ້າໃນຄືນນີ້ແດ່ ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ ລູກາ 15:21-24.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“ດຽວນີ້ຂ້ອຍເປັນຂອງພຣະເຢຊູ” (ໂດຍ ນໍແມນ ເຈ.ເຄລຕັນ 1903-1992).


ໂຄງຮ່າງບົດເທດສະໜາ

ການແປຜິດເລື່ອງລູກຊາຍນ້ອຍຜູ້ຫລົງຫາຍ

(ຄໍາເທດສະໜາທີ່ 2 ເລື່ອງລູກຊາຍນ້ອຍຜູ້ຫລົງຫາຍ)

ໂດຍ: ດຣ.ອາ.ແອວ.ໄຮເມີ, ຈູເນຍ.

“ເພາະວ່າລູກຂອງເຮົາຄົນນີ້ຕາຍແລ້ວ ແຕ່ກັບເປັນອີກ ຫາຍໄປແລ້ວ ແຕ່ໄດ້ພົບກັນອີກ ເຂົາທັງຫລາຍຕ່າງກໍເລີ່ມມີຄວາມຊື່ນຊົມຍິນດີ” (ລູກາ 15:24)

I.   ໜື່ງ, ຫົນທາງທີ່ຄໍາອຸປະມານີ້ຖືກແປຜິດໂດຍນັກເທດສະໄໝໃຫມ່ຫຼາຍຄົນ ລູກາ 15:24.

II.  ສອງ ຄໍາອຸປະມານີ້ຖືກໃຫ້ໂດຍພຣະຄຣິດເພື່ອຊີ້ໃຫ້ເຫັນວ່າຄົນບາບຫລົງ ຫາຍ, ຕາຍໃນການລະເມີດແລະບາບ ແລ້ວຮັບຄວາມລອດແນວໃດ ເອເຟໂຊ 2:1, 5; ລູກາ 15:7, 10, 24.

III. ສາມ ຄໍາອຸປະມານີ້ສະແດງໃຫ້ເຫັນວ່າແມ່ນຫຍັງຈະເກີດກັບທ່ານໃນການກັບ ໃຈໃຫມ່ທີ່ແທ້ຈິງ 1 ໂຢຮັນ 2:15; ຢາໂກໂບ 1:8; 4:2; ອິດສະຢາ 57:21; ລູກາ 15:18; 1 ທິໂມທີ 2:5; ໂຢຮັນ 14:6; ລູກາ 13:24; ມັດທາຍ 11:28; 1 ໂຢຮັນ 1:7.