Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ລັດທິແຊນດີເມນຽນ

SANDEMANIANISM
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີີ່ຄຣິສຕະຈັກແບ໊ບຕິດເທ
ເບີນາໂຄແຫ່ງລອສແອງເຈີລິສ
ຕອນເຊົ້າວັນຂອງພຣະເຈົ້າ 7/7/2013
A sermon preached at the Baptist Tabernacle of Los Angeles
Lord’s Day Morning, July 7, 2013

“ຈົ່ງຄົ້ນເບິ່ງໃນພຣະຄຳພີ ເພາະທ່ານຄິດວ່າໃນພຣະຄຳພີນັ້ນມີຊີວິດນິລັນດອນ ແລະພຣະຄຳພີນັ້ນເປັນພະຍານເຖິງເຮົາ ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:39-40)


ປະມານສອງພັນປີມາແລ້ວທີ່ມີການບໍ່ເຫັນດ້ວຍກັນກັບຄໍາພາສາກຣີກທີ່ແປຄໍາວ່າ “ຄົ້ນເບິ່ງ”ເປັນແບບການບັງຄັບຫຼືຊື່ງເປັນການຊີ້ບອກ, ພຣະເຢຊູກຳລັງບອກພວກເຂົາໃຫ້ ຄົ້ນຫາພຣະຄໍາພີຫຼືວ່າພຣະອົງກຳລັງອະທິບາຍຄວາມຈິງທີ່ພວກເຂົາຄົ້ນຫານັ້ນ? ສໍາຫຼັບ ຂ້າພະເຈົ້າແລ້ວມັນເປັນຄໍາຖາມທີ່ບໍ່ສໍາຄັນ ເພາະວ່າມັນບໍ່ແມ່ນຈຸດຫຼັກທີ່ພຣະຄຣິດຊົງເຮັດ ຢູ່, ຂ້າພະເຈົ້າຄິດວ່ານັ້ນແລະເປັນເຫດທີ່ວ່າເປັນຫຍັງພຣະວິນຍານບໍລິສຸດຈື່ງບໍຊົງໃຫ້ປະ ເພດຂອງຄໍາກິລິຍາ- ເພາະວ່າພຣະອົງຊົງຕ້ອງການໃຫ້ເຮົາແນ່ໃສ່ສະເພາະຢູ່ທີ່ອີກເຄີ່ງໜື່ງ ຂອງຂໍ້ພຣະຄໍາພີເທົ່ານັ້ນ, ເຫດສັນນັ້ນຂ້າພະເຈົ້າຈື່ງຄິດວ່າພຣະຄຣິດກໍາລັງອະທິບາຍເຖິງ ສິ່ງທີ່ພວກຟາລິສີກໍາລັງເຮັດຢູ່ນັ້ນ, ພວກເຂົາກໍາລັງຄົ້ນເບິ່ງພຣະຄໍາພີ - ແລະກໍາລັງເຮັດ ຕາມຢ່າງແນ່ວແນ່!.ພຣະຄຣິດບໍ່ຊົງຕ້ອງການບອກໃຫ້ເຂົາຄົ້ນເບິ່ງພຣະຄໍາພີຢ່າງແນ່ນອນ. ຄໍາອະທິບາຍຂອງດຣ.ເກບິລຽນ ເວົ້າວ່າ:“ພວກເຂົາພະຍາຍາມຕຶກຕອງພຣະຄໍາພີເດີມເພື່ອ ຄັດລອກຄວາມໝາຍເຕັມໆຄໍານັ້ນເທົ່າທີ່ເປັນໄປໄດ້ເພາະພວກເຂົາເຊື່ອວ່າການສຶກສາທຸກ ໆຄໍາຈະນໍາຊີວິດມາໃຫ້ເຂົາ” (Frank E. Gaebelein, D.D., editor, The Expositor’s Bible Commentary, Zondervan, 1981, volume 9, p. 68; note on John 5:39).

ໂດຍການບໍ່ຊົງໃຫ້ເຮົາແປປະເພດຂອງຄໍາກິລິຍາເປັນ “ຄົ້ນເບິ່ງ” ພຣະວິນຍານ ບໍລິສຸດຂອງພຣະເຈົ້າຊົງແນ່ໃສ່ຄວາມເອົາໃຈໃສ່ຂອງເຮົາຕໍ່ຈຸດທີ່ສໍາຄັນກວ່າ - ວ່າເຂົາຄິດ ວ່າເຂົາມີຊີວິດເປັນນິດນິລັນຜ່ານການສຶກສາແລະການເຊື່ອພຣະຄໍາພີ…“ທ່ານຄິດວ່າໃນພຣະຄຳພີນັ້ນມີຊີວິດນິລັນດອນ” ມັດທິວເຮັນຣີ່ໄດ້ເວົ້າວ່າ “ພວກເຂົາຊອກຫາ[ຊີວິດນິລັນ ດອນ]ໂດຍການອ່ານແລະການສຶກສາພຣະຄໍາພີ, ມັນເປັນເລື່ອງປົກກະຕິແຕ່ໃຊ້ຄໍາເວົ້າຜິດ ທ່າມກາງພວກເຂົາ, ‘ຄົນທີ່ມີຄໍາຂອງພຣະບັນຍັດກໍມີຊີວິດເປັນນິດນິລັນ’ ພວກເຂົາຄິດວ່າ ເຂົາມີຄວາມແນ່ໃຈໃນເລື່ອງສະຫວັນຖ້າພວກເຂົາສາມາດເວົ້າດ້ວຍໃຈໄດ້” (Matthew Henry’s Commentary on the Whole Bible, Hendrickson Publishers, 1996 edition, volume 5, p. 753; note on John 5:39).

ພວກເຂົາມີຄວາມປາດຖະໜາທີ່ຈະຄົ້ນຫາພຣະຄໍາພີແລະເຊື່ອພຣະຄໍາພີ, ແຕ່ພວກ ເຂົາບໍ່ປາດຖະໜາທີ່ຈະມາຫາພຣະເຢຊູ, ພວກເຂົາປ່ຽນການເຊື່ອຂໍ້ພຣະຄໍາພີແທນທີ່ການ ມາຫາພຣະຄຣິດ! ນັ້ນແລະຄືສິ່ງທີ່ຂໍ້ພຣະຄໍາພີສອນ - ແລະມັນເປັນບົດຮຽນທີ່ສໍາຄັນຫຼາຍ.

“ຈົ່ງຄົ້ນເບິ່ງໃນພຣະຄຳພີ ເພາະທ່ານຄິດວ່າໃນພຣະຄຳພີນັ້ນມີຊີວິດນິລັນດອນ ແລະພຣະຄຳພີນັ້ນເປັນພະຍານເຖິງເຮົາ ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:39-40)

ແລ້ວໄດ້ນໍາເຮົາສູ່ການທໍາລາຍຈິດວິນຍານທີ່ຜິດພາດຂອງລັດທິແຊນດິເມນຽນ, ຄວາມຜິດພາດນັ້ນໄດ້ເຮັດໃຫ້ຄຣິສຕະຈັກຂອງເຮົາເຕັມໄປດ້ວຍຄົນບໍ່ເຊື່ອເປັນພັນໆຄົນຜູ້ ຊື່ງຈິນຕະນາການໄປເອງວ່າພວກເຂົາເປັນຄຣິສຕຽນ,ໃນເມື່ອຄວາມຈິງແລ້ວພວກເຂົາເປັນ ລູກຂອງພະຍາມານ,ຫົວໜ້ານາຮົກທີ່ເປັນນິດນິລັນ, ແມ່ນຫຍັງຄືລັດທິແຊນດິເມນຽນ? ມັນ ຄືຫຼັກຄໍາສອນທໍາອິດທີ່ສອນໂດຍຄຣິສຕະຈັກແຫ່ງສະກັອດແລນ, ສິດຍາພິບານຊື່ວ່າຈອນ ກລາສ(1695-1773)ແລະຫຼັງຈາກນັ້ນຖືກເຮັດໃຫ້ເປັນທີ່ຮູ້ຈັກກັນໄປທົ່ວໂດຍລູກເຂີຍຂອງ ລາວຊື່ ໂຣເບີດແຊນດິແມນ(1718-1771), ຄໍາສອນຫຼັກຂອງລາວເປັນແບບນີ້ - ວ່າທ່ານ ຍອມຮັບໃນສິ່ງທີ່ພຣະຄໍາພີກ່າວເຖິງພຣະຄຣິດໃນຄວາມຄິດຂອງທ່ານ,ແລະນັ້ນຄືທັງໝົດທີ່ ຈໍາເປັນ,ເພື່ອຈະລອດທ່ານຈົ່ງເຊື່ອໃນສິ່ງທີ່ພຣະຄໍາພີບອກກ່ຽວກັບພຣະຄຣິດເທົ່ານັ້ນ, ມັນ ເປັນຂໍ້ຜິດພາດດຽວກັນກັບຂອງພວກຟາລິສີຊື່ງເວົ້າວ່າ “ຄົນທີ່ມີຄໍາເວົ້າ[ຂອງພຣະຄໍາພີ]ກໍ ມີຊີວິດນິດນິລັນ”, ດຣ.ລອຍໂຈນໄດ້ເວົ້າວ່າ “ທ່ານຍອມຮັບດ້ວຍຄວາມຄິດຂອງທ່ານແລະ ວ່າຄືສິ່ງທັງໝົດທີ່ຈໍາເປັນ…ມັນຍຶດຖືຄວາມເຢັນຊ່າຂອງໂຕມັນເອງຈາກພາບແຫ່ງຄວາມຮູ້ສຶກໃດໆໃນຄວາມຕື່ນເຕັ້ນຂອງຊີວິດທີ່ເຄັ່ງສາສະໜາ, ຕອນນີ້ນັ້ນຄືແກ່ນແທ້ຂອງບັນຫາ” (Martyn Lloyd-Jones, M.D., “Sandemanianism,” in The Puritans: Their Origins and Successors, The Banner of Truth Trust, 1996 edition, p. 175).

ໂຣເບີດແຊນດິແມນໄດ້ເວົ້າວ່າທຸກຄົນທີ່ເຂົ້າໃຈເຖິງການຕາຍແລະການຟື້ນຂື້ນຈາກ ຕາຍຂອງພຣະຄຣິດແລະເຊື່ອວ່າເຫດການທີ່ແນ່ນອນໄດ້ເກີດຂື້ນຕາມທີ່ບັນທຶກໄວ້ໃນພຣະ ຄໍາພີກໍລອດແລ້ວ(ລອຍໂຈນ ເຫຼັ້ມດຽວກັນໜ້າ 174). ປະຈຸບັນນີ້ລັດທິແຊນດິເນມຽນຄື ຄວາມຜິດພາດໃຫຍ່ຫຼວງໃນຄຣິສຕະຈັກທັງຫຼາຍຂອງເຮົາ,ມັນໄດ້ສົ່ງຄົນເປັນລ້ານສູ່ນາຮົກ ມີຄົນທີ່ນີ້ໃນເຊົ້າມື້ນີ້ຊື່ງເຊື່ອຄວາມຜິດພາດຕາຍໆນີ້! ເຫດສັນນັ້ນ ຈົ່ງເອົາໃຈໃສ່ຟັງຄໍາເທດ ສະໜານີ້ໃຫ້ດີເພາະທ່ານອາດຈະເປັນຄົນໜື່ງໃນພວກເຂົາກໍເປັນໄດ້!.

“ຈົ່ງຄົ້ນເບິ່ງໃນພຣະຄຳພີ ເພາະທ່ານຄິດວ່າໃນພຣະຄຳພີນັ້ນມີຊີວິດນິລັນດອນ ແລະພຣະຄຳພີນັ້ນເປັນພະຍານເຖິງເຮົາ ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:39-40)

ພວກເຮົາຮຽນຮູ້ສອງສິ່ງຫຼັກໆຈາກຂໍ້ພຣະຄໍາພີນີ້

I. ໜື່ງ ການເຊື່ອໃນພຣະຄໍາພີຈະບໍ່ຊ່ວຍທ່ານໃຫ້ລອດໄດ້

ພວກຢິວຊື່ງພຣະເຢຊູກ່າວເຖິງເຊື່ອໃນພຣະຄໍາພີແຕ່ເຂົາບໍ່ຍອມມາຫາພຣະອົງ, ມີ ບາງຄົນທີ່ນີ້ໃນເຊົ້ານີ້ຜູ້ຊື່ງເຊື່ອພຣະຄໍາພີ, ທ່ານເຊື່ອວ່າແມ່ນກະທັ່ງສິ່ງທີ່ພຣະຄໍາພີກ່າວ ເຖິງພຣະເຢຊູ, ທ່ານເຊື່ອວ່າພຣະອົງໄດ້ສະເດັດລົງມາຈາກສະຫວັນ, ທ່ານເຊື່ອວ່າພຣະ ອົງຊົງບັງເກີດມາຈາກຜູ້ຍິງພົມມະຈັນ, ທ່ານເຊື່ອວ່າພຣະອົງຊົງຮັບເອົາບາບຂອງທ່ານວາງ ລົງເທິງພຣະອົງ, ທ່ານເຊື່ອວ່າພຣະອົງຊົງທຸກທໍລະມານພາຍໃຕ້ນ້ຳໜັກແຫ່ງບາບຂອງ ທ່ານໃນສວນເກັດເສມານີບ່ອນທີ່ພຣະອົງ “ເຫື່ອຂອງພຣະອົງເປັນເໝືອນເລືອດໄຫລຢອດລົງເຖິງດິນເປັນເມັດໃຫຍ່” (ລູກາ 22:44), ທ່ານເຊື່ອວ່າພຣະອົງຖືກຕີອ້ອມຂ້າງຫຼັງ ທ່ານເຊື່ອວ່າຄົນບາບຖືກປົວໃຫ້ດີດ້ວຍຮ້ອຍຕີຂອງພຣະອົງ, ທ່ານເຊື່ອວ່າພຣະອົງຊົງ ຖືກຄຶງທີ່ໄມ້ກາງແຂນ, ທ່ານເຊື່ອວ່າພຣະອົງຊົງແບກບາບຂອງເຮົາທີ່ນັ້ນ, ທ່ານເຊື່ອວ່າ ພຣະອົງຊົງຕາຍເພື່ອຈ່າຍຄ່າບາບທັງສິ້ນຂອງເຮົາເທິງໄມ້ກາງແຂນ, ທ່ານເຊື່ອວ່າພຣະ ອົງຊົງຟື້ນຄືນຈາກຕາຍພ້ອມດ້ວຍຮ່າງກາຍ, ທ່ານເຊື່ອວ່າພຣະອົງຊົງສະເດັດກັບສູ່ສະ ຫວັນນັ່ງຢູ່ເບື້ອງຂວາພຣະຫັດຂອງພຣະບິດາ, ທ່ານເຊື່ອວ່າພຣະອົງຊົງອະທິຖານເພື່ອຄົນ ບາບ, ທ່ານເຊື່ອວ່າພຣະອົງຈະຊົງສະເດັດມາອີກເທື່ອໜື່ງເພື່ອຮັບເອົາຄົນຂອງພຣະອົງ, ທ່ານເຊື່ອວ່າພຣະອົງຈະຊົງສະເດັດມາຜ່ານເມກເພື່ອຄອບຄອງໃນໂລກນີ້ເປັນເວລາໜື່ງພັນ ປີ, ທ່ານເຊື່ອແມ່ນກະທັ່ງວ່າບໍ່ມີຜູ້ໃດລອດໄດ້ໂດຍປາສະຈາກການມາຫາພຣະເຢຊູ, ແຕ່ ເຖິງຢ່າງໃດກໍຕາມແມ່ນວ່າທ່ານເຊື່ອສິ່ງເຫຼົ່ານັ້ນທັງໝົດ ພຣະເຢຊູກໍຍັງກ່າວກັບທ່ານວ່າ:

“ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40)

ບາງຄົນໃນພວກທ່ານອາດຈະສັບສົນ, ທ່ານສົງໄສວ່າທ່ານສາມາດເຊື່ອຄວາມຈິງ ທີ່ປະເສີດເຫຼົ່ານັ້ນໃນພຣະຄໍາພີແລ້ວຍັງບໍ່ລອດໄດ້ແນວໃດ, ທ່ ານຍັງບໍ່ເຂົ້າໃຈຄວາມຈິງ ທີ່ວ່າບໍ່ມີໃຜລອດໂດຍການເຊື່ອໃນພຣະຄໍາພີ, ອັກຄະສາວົກເປົາໂລເວົ້າກັບຕີໂມທຽວວ່າ

“…ທ່ານໄດ້ຮູ້ພຣະຄຳພີອັນບໍລິສຸດ ຊຶ່ງມີລິດສອນທ່ານໃຫ້ໄດ້ປັນຍາເຖິງຄວາມພົ້ນໂດຍຄວາມເຊື່ອໃນພຣະເຢຊູຄຣິດ” (2 ຕີໂມທຽວ 3:15)

ນັ້ນແລະຄືບ່ອນທີ່ຄວາມຜິດພາດຂອງທ່ານ , ທ່ານເຊື່ອໃນສິ່ງທີ່ພຣະຄໍາພີກ່າວເຖິງພຣະ ເຢຊູໂດຍປາສະຈາກ “ຄວາມເຊື່ອຊື່ງມີໃນພຣະເຢຊູຄຣິດ” ພຣະອົງເອງ, ອີກຄໍາໜື່ງທ່ານ ກໍຄືກັບພວກຢິວເຫຼົ່ານັ້ນທີ່ພຣະເຢຊູຊົງກ່າວຕໍ່ເຂົາຕອນທີ່ຊົງກ່າວວ່າ:

“ຈົ່ງຄົ້ນເບິ່ງໃນພຣະຄຳພີ ເພາະທ່ານຄິດວ່າໃນພຣະຄຳພີນັ້ນມີຊີວິດນິລັນດອນ ແລະພຣະຄຳພີນັ້ນເປັນພະຍານເຖິງເຮົາ ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:39-40)

ຂ້າພະເຈົ້າຕ້ອງເວົ້າກັບທ່ານອີກເທື່ອໜື່ງແບບເຂັ້ມແຂງເທົ່າທີ່ເປັນໄປໄດ້ວ່າ - ການເຊື່ອໃນພຣະຄໍາພີຈະບໍ່ຊ່ວຍທ່ານໃຫ້ລອດຢ່າງນອກຈາກທ່ານຈະມາຫາພຣະເຢຊູເອງ ເຖິງແມ່ນວ່າເຊື່ອໃນພຣະຄໍາພີແບບໃຫ້ມັນຈົບໃນໂຕມັນເອງ, ມັນຄືຄໍາສອນທີ່ຕາຍແລ້ວ ຂອງລັດທິແຊນດິເມນຽນ.

ດຣ.ເອ.ດັບເບີ້ນຢູ.ໂທເຊີເວົ້າຕໍ່ສູ້ຢ່າງໜັກແໜ້ນໃນບົດເລື່ອງຫົວຂໍ້ “ພຣະຄໍາພີ ສອນຫຼືພຣະວິນຍານສອນ?” ດຣ.ໂທເຊີກ່າວວ່າ:

         ມັນອາດຈະເຮັດໃຫ້ຜູ້ອ່ານບາງຄົນຊັອກທີ່ແນະນໍາວ່າມີຄວາມແຕກ ຕ່າງລະຫວ່າງຖືກພຣະຄໍາພີສອນແລະຖືກພຣະວິນຍານສອນ,ຢ່າງໃດກໍດີ ມັນເປັນແບບນັ້ນ…
         ພວກເຮົາສ່ວນຫຼາຍຄຸ້ນເຄີຍກັບຄຣິສຕະຈັກຫຼາຍແຫ່ງທີ່ສອນພຣະຄໍາ ພີແກ່ລູກຫຼານຂອງເຂົາເຈົ້າຕັ້ງແຕ່ອາຍຸຍັງນ້ອຍໆ, ໃຫ້ຄໍາແນະນໍາແກ່ເຂົາ ໃນການຖາມ-ຕອບ[ຫຼືໃນຫ້ອງຮຽນພຣະຄຳພີ]ແລະຍັງບໍ່ເຄີຍມີຜົນໃນການ ດໍາເນີນຊີວິດຄຣິສຕຽນຫຼືຊີວິດທີ່ເປັນແບບພຣະເຈົ້າອອກມາ, ສະມາຊິກ ຂອງພວກເຂົາບໍ່ສະແດງໃຫ້ເຫັນເຖິງຫຼັກຖານຂອງການຜ່ານຈາກຄວາມ ຄວາມຕາຍໄປສູ່ຊີວິດ, ບໍ່ມີເຄື່ອງ[ໝາຍ] ແຫ່ງຄວາມລອດຊີ້ບອກຢ່າງຊັດ ເຈນໃນພຣະຄໍາພີຖືກພົບທ່າມກາງພວກເຂົາ, ຊີວິດທີ່ມີສາສະໜາຂອງເຂົາ ຄືຄວາມຖືກຕ້ອງແລະມີເຫດຜົນດ້ານສິນລະທໍາແຕ່ທັງໝົດເປັນຄືກັບເຄື່ອງຈັກແລະທັງໝົດຂາດແສງສະຫວ່າງທີ່ສ່ອງເຂົ້າມາ…
         ຄືກັບຜູ້ຄົນທີ່ບໍ່ສາມາດເລິກເປັນຄົນໜ້າຊື່ໃຈຄົດໄດ້, ພວກເຂົາຫຼາຍ ຄົນຄືຄົນທີ່ໜ້າເວດທະນາຫຼາຍກ່ຽວກັບເລື່ອງນີ້, ພວກເຂົາຄືຄົນຕາບອດ, ຈາກການຂາດແຄນຂອງຝ່າຍວິນຍານ ພວກເຂົາຖືກບັງໃຫ້ຈັດການກັບ ເປືອກພາຍນອກຂອງຄວາມເຊື່ອ, ຂະນະທີ່ທຸກເວລາເລິກໆໃນໃຈຂອງເຂົາ ຫິວກະຫາຍຫາຄວາມເປັນຈິງຝ່າຍວິນຍານ ແລະເຂົາບໍ່ຮູ້ວ່າແມ່ນຫຍັງຜິດ ພາດແດ່…ພຣະເຢຊູຄຣິດພຣະອົງຄືຄວາມຈິງແລະພຣະອົງບໍ່ສາມາດຈໍາ ກັດເປັນພຽງແຕ່ຄໍາເວົ້າເທົ່ານັ້ນ... (A. W. Tozer, D.D., “Bible Taught or Spirit Taught?”, The Root of Righteousness, Christian Publications, 1986 edition, pp. 35, 36, 37).

ສັນນັ້ນດຣ.ໂທເຊີໄດ້ເປີດເຜີຍຫຼັກຄໍາສອນປອມຂອງລັດທິແຊນດິເມນຽນ,ດຣ.ລອຍ ໂຈນເວົ້າວ່າລັດທິແຊນດິເມນຽນ “…ຄືເລື່ອງທີ່ເກີດຂື້ນພ້ອມກັນ, ດັ່ງນັ້ນຂ້າພະເຈົ້າຂໍມຸ່ງ ໜ້າໄປແລະແນະນຳວ່າມັນຄືໜື່ງໃນບັນຫາຫຼັກກ່ອນສະໄໝປະຈຸບັນຂອງເຮົາ” (ເຫຼັ້ມດຽວ ກັນໜ້າ 177)

“ຈົ່ງຄົ້ນເບິ່ງໃນພຣະຄຳພີ ເພາະທ່ານຄິດວ່າໃນພຣະຄຳພີນັ້ນມີຊີວິດນິລັນດອນ ແລະພຣະຄຳພີນັ້ນເປັນພະຍານເຖິງເຮົາ ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:39-40)

II. ສອງ ທ່ານຈະຕ້ອງປະຖີ້ມຄວາມເມີນເສີຍຂອງທ່ານ

ບາງເທື່ອຈ່ົງອ່ານຄໍາເທດສະໜາຂອງພຣະເຢຊູທັງໝົດເລື່ອງທີ່ພຣະອົງເທດຕໍ່ຄົນທີ່ບໍ່ເຊື່ອໃນໂຢຮັນບົດທີ່ຫ້າ, ພຣະອົງຊົງກ່າວວ່າ

“ແລະພຣະບິດາຜູ້ຊົງໃຊ້ເຮົາມາ ພຣະອົງເອງກໍໄດ້ຊົງເປັນພະຍານເຖິງເຮົາ ທ່ານທັງຫລາຍບໍ່ເຄີຍໄດ້ຍິນພຣະສຸລະສຽງຂອງພຣະອົງ ແລະບໍ່ເຄີຍເຫັນຮູບຮ່າງຂອງພຣະອົງ ແລະທ່ານທັງຫລາຍບໍ່ມີພຣະດຳລັດຂອງພຣະອົງຢູ່ໃນຕົວທ່ານ ເພາະວ່າທ່ານທັງຫລາຍບໍ່ໄດ້ເຊື່ອໃນພຣະອົງຜູ້ທີ່ພຣະບິດາຊົງໃຊ້ມານັ້ນ” (ໂຢຮັນ 5:37-38)

ນັ້ນເປັນຄໍາເທດສະໜາທີ່ເຂັ້ມແຂງ, ນັ້ນຄືປະເພດຂອງການເທດສະໜາທີ່ບັນພະບຸລຸດຂອງ ເຮົາໄດ້ຍິນຊ່ວງການຟື້ນຕື່ນຂື້ນອັນຍິ່ງໃຫຍ່ທີ່ໜື່ງ, ວິດຟິວ,ເອັດເວີດ ແລະເວສລີ,ຮາວເວວ ແຮຣິສແລະນັກເທດທີ່ຍິ່ງໃຫຍ່ຄົນອື່ນໆອີກໃນຊ່ວງເວລາແຫ່ງການວາງຂວານລົງເທິງຮາກ ແລະໂຣເບີດແຊນດິແມນຊັງພວກເຂົາທຸກຄົນ! ດຣ.ລອຍໂຈນ ກ່າວວ່າ:

ທັດສະນະຄະຕິຄົນເຫຼົ່ານັ້ນທີ່ຍຶດຖືລັດທິແຊນດິເມນຽນແມ່ນມັກຈະຕໍ່ຕ້ານ ການເທດສະໜາຕາມອາລົມທີ່ຮຸນແຮງແລະການເທດສະໜາໃດໆຊື່ງຈະມີ ຜົນກະທົບຂອງການນໍາຜູ້ຄົນໄປສູ້ຄວາມຮູ້ສຶກ… ກັບຄວາມຈິງທີ່ວ່າພວກ ເຂົາເປັນຄົນບາບແລະຄວາມໜ້າຢ້ານຂອງພຣະບັນຍັດ, ແລະທີ່ວ່າພວກ ເຂົາຕ້ອງປະເຊີນໜ້າກັບພຣະເຈົ້າຜູ້ບໍລິສຸດ, ແລະກ່ອນທີ່ພວກເຂົາຈະຕ້ອງ ປະເຊີນໜ້າກັບພຣະອົງພວກເຂົາຈະຕ້ອງເປັນຄົນບໍລິສຸດ… ຄຣິສມາດອີ ວານ [ນັກປະກາດຊາວແບ໊ບຕິດຜູ້ຍິ່ງໃຫຍ່]ໄດ້ຊີ້ໃຫ້ເຫັນວ່າລັດທິແຊນດິເມ ນຽນມັກຕໍ່ຕ້ານ’ການເທດສະໜາທີ່ຮ້ອນຮົນ’ແນວໃດແດ່, ພວກເຂົາບໍ່ມັກ ແບບນັ້ນ, ທ່ານເຫັນ [ລັດທິແຊນດິເມນຽນກ່າວວ່າ] ທ່ານຕ້ອງນໍາສະເໜີ ຫຼັກຖານທີ່ງ່າຍໆກໍພຽງພໍ…(ເຫຼັ້ມດຽວກັນໜ້າ 185).

ໂຣເບີດແຊນດິແມນແລະຜູ້ຕິດຕາມຂອງລາວປົກກະຕິແລ້ວຊັງການເທດສະໜາຂອງໄວຟິວ ເວສລີ,ຮາວເວວແຮຣິສ,ແດນຽວໂຣແລນ,ຄຣິສມາສອີແວນ ແລະບຸລຸດຜູ້ເຕັມດ້ວຍພຣະວິນ ຍານຄົນອື່ນໆອີກຊື່ງເທດດ້ວຍກາຈໍາເປັນນິດເທິງໃບໜ້າຂອງເຂົາໃນຍຸກການຟື້ນຕື່ນຂື້ນ ອັນຍິ່ງໃຫຍ່ຄັ້ງທີ່ໜື່ງ.

ສິດຍາພິບານລັດທິແຊນດິເມນຽນເຊື່ອວ່າລາວສາມາດ“ສອນ”ຄົນໃຫ້ລອດໄດ້, ສິດ ຍາພິບານຄົນໜື່ງບໍ່ຄິດວ່າຈໍາເປັນຕ້ອງມີການເທດສະໜາ [ໜັກໆ] ເລື່ອງຄວາມບາບແລະ ພຣະບັນຍັດ, ຄົນແບບນັ້ນທີ່ຄິດເຖິງເທດສະໜາ“ພຣະບັນຍັດ”ຢ່າງເຂັ້ມແຂງພຽງແຕ່ເຮັດ ໃຫ້ຜູ້ຄົນເສຍໃຈແບບບໍ່ຈໍາເປັນຫຍັງເລີຍ, ມີອາຈານຄົນໜື່ງບອກຂ້າພະເຈົ້າແບບນັ້ນແລ້ວ ຂ້າພະເຈົ້າກໍຖາມລາວວ່າ “ທ່ານສາມາດສອນແບ້ໃຫ້ເປັນແກະໄດ້ບໍ?” ອັນນັ້ນເປັນຄວາມ ຄິດໃຫມ່ສໍາຫຼັບລາວ, ລາວກົ້ມແນມເບິ່ງພື້ນແລະບໍ່ຕອບຫຍັງ,ແຕ່ມັນເປັນຄໍາຖາມທີ່ດີ, “ທ່ານສາມາດສອນແບ້ໃຫ້ເປັນແກະໄດ້ບໍ?” ຫຼັງຈາກຮັບໃຊ້ມາໄດ້ຫ້າສິບຫ້າປີແລ້ວຂ້າພະ ເຈົ້າກໍຕອບຄໍາຖາມນັ້ນດ້ວຍສຽງສະທ້ອນວ່າ“ບໍ!!!” ທ່ານສາມາດ“ສອນ”ຂ່າວປະເສີດໄດ້ຈົນ ທ່ານເວົ້າບໍ່ອອກແລະແບ້ກໍຍັງເປັນແບ້, ມັນຕ້ອງອາໄສການອັດສະຈັນທີ່ແບ້ຈະກາຍເປັນ ແກະ,ແລະການອັດສະຈັນຂອງການກັບໃຈໃຫມ່ມັກຈະປະກອບດ້ວຍການປະກອບພຣະວິນຍານສະເໝີເທິງພຣະບັນຍັດ ກ່ຽວກັບການເທດສະໜາຄວາມບາບແລະການພິພາກສາ ແລະຄວາມສິ້ນຫວັງທີ່ປາສະຈາກພຣະຄຣິດ, ດຣ.ລອຍໂຈນ ເວົ້າເຖິງລັດທິແຊນດິເມນຽນ ວ່າ “ທ່ານສາມາດເທດແບບເຄື່ອງຈັກໄດ້,ທ່ານສາມາດເທດແບບເຢັນຊ່າໄດ້,ທ່ານສາມາດ ເທດແບບເຄື່ອງຈັກໄດ້,ທ່ານສາມາດເທດແບບເຢັນຊ່າໄດ້, ຜົນກະທົບຂອງການເທດສະ ໜານີ້ຂອງຄຣິສມາສອີແວນເປັນການປຸ້ນລາວຈາກຄວາມຮ້ອນຮົນແລະຄວາມຮູ້ສຶກແລະ ຄວາມເລັ່ງດ່ວນຊື່ງລາວໄດ້ຮູ້ຈັກ,ແລະແນະນຳບັນຫາຄວາມເຢັນຊ່ານີ້ມາສູ່ລາວ” (ລອຍ ໂຈນ ເຫຼັ້ມດຽວກັນໜ້າ 186-187)

ຄັ້ງໜື່ງທີ່ຜ່ານມາມີອາຈານຄົນໜື່ງຊື່ງບໍ່ເຄີຍຮ້ອງແລະບໍ່ເຄີຍໄຫ້ຕອນທີ່ລາວອະທິ ຖານຫຼືເທດສະໜາຕໍານິທ້າວລີທີ່ອະທິຖານດັງເກີນໄປ, ບັນຫາບໍ່ແມ່ນຢູ່ກັບທ້າວລີແຕ່ຢູ່ກັບ ອາຈານຊື່ງອ້າງເຖິງປະທານນາທິບໍດີທິໂອດໍຣູສເວວ, ການອະທິຖານແລະເທດສະໜາ ແບບ “ເຢັນຊ່າແລະໃຈທີ່ຢ້ານເຫຼົ່ານັ້ນຊື່ງຮູ້ຈັກທັງໄຊຊະນະແລະຄວາມເຮັດໃຫ້ປາໄຊ” ຂ້າ ພະເຈົ້າບອກກັບທ້າວລີວ່າຢ່າໄປສັນໃຈກັບອາຈານຄົນນັ້ນເລີຍເພາະລາວຮູ້ຈັກຊັດເຈນ ໜ້ອຍຫຼາຍກ່ຽວກັບຄວາມຈິງໃຈ, ໃຈແຕກສະລາຍ,ຄໍາອະທິຖານທີ່ເຈັບປວດທໍລະມານ, ສິ່ງທີ່ລາວຮູ້ກໍຄືຄວາມເຢັນຊ່າ, ຄໍາອະທິຖານທີ່ບໍ່ມີຊີວິດຂອງລັດທິແຊນດິເມນຽນທີ່ລາວໄດ້ ຍິນໃນຄຣິສຕະຈັກແບ໊ບຕິດທັງຫຼາຍໃນສະໄໝເຮົານີ້,ການສາມັກຄີທໍາອ່ອນເອ ລາວບໍ່ເຄີຍ ເຫັນການຟື້ນຟູ! ມັນເສົ້າແລະບໍ່ມີຊີວິດແນວໃດແດ່!

“ແມ່ນແລ້ວ” ທ່ານເວົ້າວ່າ “ນັ້ນເປັນເລື່ອງດີ! ທ້າວລີເອົາທັງໃຈຂອງລາວໃສ່ໃນ ຄໍາອະທິຖານຂອງລາວ “ນັ້ນເປັນເລື່ອງດີ!” ແຕ່ຂໍຖາມທ່ານຈັກຄໍາຖາມໜື່ງແດ່? ທ່ານເອົາ ໝົດທັງຫົວໃຈຂອງທ່ານຈົນພົບພຣະຄຣິດບໍ? ຫຼືທ່ານໃຈເຢັນຊ່າແລະບໍ່ມີຊີວິດໃນການຄົ້ນ ຫາພຣະຄຣິດຄືກັບຊາຍຄົນນັ້ນໃນຄໍາອະທິຖານຂອງລາວ? ຂ້າພະເຈົ້າຂໍເວົ້າກັບທ່ານວ່າ ທ່ານບໍ່ໄດ້ຢູ່ຂ້າງຝ່າຍທ້າວລີອີກຕໍ່ໄປ, ຂ້າພະເວົ້າຂໍວ່າທ່ານຢູ່ຝ່າຍອາຈານຂອງລັດທິແຊນ ດິເມນຽນ! ທ່ານຢູ່ຝ່າຍລັດທິແຊນດິເມນຽນ, ທ່ານຄົ້ນຫາພຣະຄຣິດແບບບໍ່ກະຕືລືລົ້ນແລະ ຮ້ອນຮົນ, ທ່ານບໍ່ໄດ້ກຳໄລແລະບໍ່ມີສ່ວນກ່ຽວຂ້ອງກັບອາລົມຄວາມຮູ້ສຶກໃນການຄົ້ນຫາ ພຣະຄຣິດ ແມ່ນບໍ? ຂ້າພະເຈົ້າບໍ່ເຫັນນໍ້າຕາໃນຕາຂອງທ່ານຂະນະທີ່ທ່ານສັບປ່ຽນຈາກ ຄວາມເມີນເສີຍສູ່ຫ້ອງນໍາວິນຍານ, ຂ້າພະເຈົ້າວ່າທ່ານຄືຄົນທີ່ໃຈເຢັນຊ່າແລະຂີ້ຢ້ານໃນຖາ ນະເປັນນັກເທດຊື່ງຢ້ານຫຼາຍທີ່ຈະຂື້ນສຽງດັງໃນການເທດສະໜາຫຼືອະທິຖານ -ເພາະເຂົາ ຢ້ານຜູ້ຍິງບາງຄົນທີ່“ສໍາຄັນ”ໃນຄຣິສຕະຈັກຂອງເຂົາ! “ແມ່ນ” ທ່ານເວົ້າວ່າຜູ້ຊາຍແບບນັ້ນ ຢ້ານຜູ້ຍິງບາງຄົນໃນຄຣິສຕະຈັກຂອງເຂົາ” ເອີ ທ່ານຢ້ານໃຜ? ເປັນຫຍັງພວກເຮົາບໍ່ເຄີຍ ໄດ້ຍິນການຮ້ອງໄຫ້ທີ່ເຂັ້ມແຂງຫຼືການອະທິຖານທີ່ເຂັ້ມແຂງຈາກທ່ານ? ເພາະທ່ານຖືລັດທິ ແຊນດິເມນຽນຂອງຕົນເອງນັ້ນແລະທີ່ວ່າເປັນຫຍັງ! ທ່ານຈື່ງເຢັນຊ່າ,ເຮັດໃຫ້ໂຕເອງເປັນ ລັດທິແຊນດິເມນຽນທີ່ຕາຍແລ້ວ.

ທ່ານເຂົ້າມາຫ້ອງນໍາວິນຍານຢ່າງນຸ້ມນວນແລ້ວເວົ້າວ່າ “ຂ້ອຍເຊື່ອວ່າພຣະເຢຊູ ຕາຍເພື່ອຂ້ອຍ” ທ່ານເຊື່ອວາງໃຈວ່າພຣະອົງຕາຍເພື່ອທ່ານ! ທ່ານສຸພາບແລະງົດງາມແທ້ ທ່ານບໍ່ສາມາດເປັນຄົນໃຈກ້າແລ້ວເວົ້າວ່າ “ພຣະອົງຕາຍເພື່ອຂ້ອຍ” ບໍ່ໄດ້! “ຂ້ອຍເຊື່ອວ່າ ພຣະອົງຕາຍເພື່ອຂ້ອຍ” ມັນຄືຫຼັກຄໍາສອນໜື່ງ! ມັນຄືຫຼັກຄໍາສອນໜື່ງ! “ວ່າ” ພຣະອົງ ຕາຍເພື່ອຂ້ອຍ! ທ່ານເຊື່ອຫຼັກຄໍາສອນ-ແລະບໍ່ແມ່ນເຊື່ອໃນພຣະຄຣິດພຣະອົງເອງ! ທ່ານ ບໍ່ໄດ້ສ້າງລັດທິແຊນດິເມນຽນຂື້ນໃຫມ່! ທ່ານເວົ້າຢ່າງນິມນວນ, ຂໍ້ຕໍ່ອ່ອນໆພວກແຊນດິເມ ນຽນ! ທ່ານຖືກພະຍາມານເຮັດໃຫ້ຕາບອດເປັນພວກແຊນດິເມນຽນ! ທ່ານຈະບໍ່ເຊື່ອວາງ ໃຈໃນພຣະເຢຊູພຣະອົງເອງ, ບໍ່ແມ່ນ! ທ່ານອ່ອນໄຫວຫຼາຍຕໍ່ເລື່ອງນັ້ນ! ເຊື່ອວາງໃຈໃນ ພຣະເຢຊູພຣະອົງເອງ, ບໍ່ແມ່ນ ມັນຈະເປັນການການສົກກະປົກເກີນໄປ, ທ່ານອາດຈະ ຮ້ອງຂື້ນຫຼືສະເອິກສະອື້ນ! ທ່ານອາດຈະຖືກພຣະໂລຫິດຂອງພຣະອົງເທິງເສື້ອຜ້າຂອງ ທ່ານ! ທ່ານເວົ້າວ່າ ທ່ານບໍ່ສາມາດຄາດຫວັງໃຫ້ຂ້ອຍເຂົ້າໃກ້ພຣະອົງແບບນັ້ນໄດ້! ຂ້ອຍ ຈະຢືນຢູ່ບ່ອນນີ້ສວຍງາມແລະຮຽບຮ້ອຍແລ້ວເຊື່ອວາງໃຈວ່າພຣະອົງຕາຍເພື່ອຂ້ອຍ! ຫຼື ຂ້ອຍຈະວາງໃຈໃນພຣະອົງເພື່ອລ້າງບາບຂອງຂ້ອຍອອກໄປ” ທ່ານຈະເຊື່ອວາງໃຈພຣະ ຄຣິດໃນພຣະອົງເອງບໍ? “ໂອນັ້ນຄືຮາກຖານໜ້ອຍເກີນໄປ! ມັນອາດຈະເຮັດໃຫ້ຂ້ອຍໄຫ້, ບໍ, ຂ້ອຍບໍ່ຢາກໄປຫາພຣະອົງໂດຍກົງ, ຂ້ອຍຈະຢືນງຽບໆຢູ່ບ່ອນນີ້ແລະພຽງແຕ່ເຊື່ອວາງ ໃຈໃນພຣະອົງເພື່ອໃຫ້ຊໍາລະລ້າງບາບຂອງຂ້ອຍອອກໄປ, ຂ້ອຍຫວັງວ່າເຈົ້າຈະເຂົ້າໃຈ.

ແມ່ນແລ້ວ, ຂ້າພະເຈົ້າເຂົ້າໃຈ, ຂ້າພະເຈົ້າເຂົ້າວ່າທ່ານເປັນຂໍ້ຕໍ່ອ່ອນໆ“ຢ່າເຮັດໃຫ້ ໃຫ້ແຂນຂ້ອຍເປື້ອນ”ພວກແຊນດິເມນຽນ, “ແຕ່”ທ່ານເວົ້າວ່າ “ເລື່ອງນີ້ຍາກຫຼາຍທີ່ຈະເຂົ້າ ໃຈ” ບໍ່ມັນບໍ່ແມ່ນ!! ພວກເຮົາມີພວກເດັກນ້ອຍຊື່ງໄດ້ມາຢູ່ບ່ອນນີ້ພຽງແຕ່ເວລາສັ້ນໆແລ້ວ ໄດ້ເຊື່ອໃນພຣະຄຣິດແລະລອດແລ້ວ, ພວກເຮົາມີພວກເດັກນ້ອຍຊື່ງວາງໃຈໃນພຣະຄຣິດ ແລ້ວຮັບຄວາມລອດ,ຊື່ງມາຢູ່ນີ້ພຽງແຕ່ເວລາສັ້ນໆ, ຈິນ, ໂຣເບີດ, ເບຣີ່ແລະແຈັກກີ້ ໝົດ ທຸກຄົນມີຄວາມຫວັງໃນການເຊື່ອວາງໃຈໃນພຣະຄຣິດຢ່າງແນ່ນອນ, ດັ່ງນັ້ນທ່ານຈື່ງບໍ່ມີຂໍ້ ແກ້ຕົວເລີຍ! ບໍ່ມີຂໍ້ແກ້ຕົວເລີຍບໍ່ວ່າໂດຍຄວາມຮອບຄອບຫຼືເຈດຕະນາປະຕິເສດທີ່ຈະວາງ ໃຈໃນພຣະຄຣິດຕົວພຣະອົງເອງຫຼືບໍກໍຕາມ, ແລະພຣະເຢຊູຊົງຮູ້ດີວ່າທ່ານເປັນຄົນບາບທີ່ ເສື່ອມຊາມ,ກະບົດແນວໃດແດ່, ທີ່ທ່ານໄດ້ປະຕິເສດທີ່ຈະມາເຖິງຄວາມຮັກຂອງພຣະບຸດ ຂອງພຣະເຈົ້າ, ແລະພຣະອົງຊົງກ່າວວ່າ:

“ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40)

ສິດຍາພິບານຣິຊາດແບັກຊ໌ເຕີພວກພິວຣິທັນ(1615-1691)ກ່າວວ່າ: ແລະຂ້າພະເຈົ້າກໍາ ລັງແປຄວາມໝາຍຂອງລາວເປັນພາສາອັງກິດສະໄໝໃຫມ່ວ່າ:

ຖ້າທ່ານຫາກເປັນຄືຄົນທີ່ກະຫາຍທີ່ຈະຮູ້ຈັກພຣະຄຣິດຄືກັບທີ່ທ່ານຢາກຈະ ໄດ້ຄະແນນດີ, ຫຼືຢາກໄດ້ເງີນຫຼາຍໆ, ທ່ານຈະບໍ່ຍອມປະຢັດບໍ່ຈ່າຍຫຍັງ ຫຼືເຈັບປວດອັນໃດຈົນທ່ານໄດ້ພົບພຣະຄຣິດ.

ດຽວນີ້ມັນແມ່ນຄວາມຈິງບໍ? ແມ່ນແທ້ບໍທີ່ທ່ານບໍ່ມີພຣະຄຣິດເພາະທ່ານຖືກຫລອກ ດ້ວຍສິ່ງອ້ອມຂ້າງເຊັ່ນຄວາມຢ້ານ,ເປັນພວກແຊນດິເມນຽນທີ່ອ່ອນແອ? ແລະແມ່ນແທ້ບໍທີ່ ເຫດຜົນທີ່ແທ້ຈິງທີ່ທ່ານບໍ່ມີພຣະຄຣິດຄືເພາະພວກທ່ານບໍ່ຕ້ອງການພຣະອົງ?ທ່ານຢາກຈະເກັບຄວາມບາບຂອງທ່ານໄວ້, ທ່ານບໍ່ຢາກຈະເລີກຄົບໝູ່ຄູ່ທີ່ຫລົງຫາຍ, ທ່ານຢາກຈະເກັບ ຮັກສາການເບິ່ງໜັງສືລາມົກຕໍ່ໄປ, ທ່ານຢາກຈະຄົງການຄວບຄຸມຊີວິດຕົນເອງຕໍ່ໄປ, ທ່ານ ບໍ່ຢາກໃຫ້ພຣະຄຣິດຄອບຄອງຊີວິດຂອງທ່ານ! ມັນເປັນຄວາມຈິງບໍ? ທ່ານຄືພວກແຊນດິ ເມນຽນທີ່ເວົ້າກັບພຣະຄຣິດວ່າ “ເຮົາບໍ່ຕ້ອງໃຫ້ຊາຍຄົນນີ້ຄອບຄອງເຮົາ” (ລູກາ 19:14), ທ່ານທໍາທ່າເຮັດວ່າທ່ານບໍ່ສາມາດເຊື່ອວາງໃຈພຣະອົງໄດ້ -ແຕ່ຄວາມຈິງກໍຄືວ່າທ່ານປະຕິ ເສດທີ່ຈະວາງໃຈໃນພຣະອົງເພາະທ່ານຕ້ອງການເກັບຮັກສາທ່ານໄວ້ໃນບາບ!.

ທ່ານຮູ້ດີວ່ານັ້ນຄືຄວາມຈິງ, ຂ້າພະເຈົ້າຮູ້ວ່ານັ້ນຄືຄວາມຈິງ, ພຣະເຈົ້າຊົງຮູ້ວ່ານັ້ນ ຄືຄວາມຈິງ, ເປັນຫຍັງຈື່ງແກ້ງເຮັດວ່າມັນບໍ່ແມ່ນຄວາມຈິງ? ຈົ່ງຍອມຮັບມັນ-ທ່ານຈະບໍ່ ວາງໃຈໃນພຣະເຢຊູເພາະທ່ານບໍ່ຕ້ອງການໃຫ້ພຣະອົງຄວບຄຸມຊີວິດຂອງທ່ານແບບນັ້ນບໍ, ດຽວນີ້ມັນແມ່ນຄວາມຈິງບໍ!?ພວກຟາລິສີໃນຂໍ້ພຣະຄໍາພີຂອງເຮົາຈະບໍ່ມາຫາພຣະອົງເພາະ ອົງພວກເຂົາບໍ່ຕ້ອງການໃຫ້ພຣະອົງປ່ຽນແປງຊີວິດຂອງພວກເຂົາ, ແລະພວກທ່ານຈະບໍ່ມາ ຫາພຣະອົງເພາະທ່ານບໍ່ຕ້ອງການໃຫ້ພຣະອົງປ່ຽນແປງຊີວິດຂອງທ່ານ, ທ່ານພໍໃຈທີ່ຈະມີ ຊີວິດໃນຄວາມບາບ, ແລະຖ້າທ່ານຍັງສືບຕໍ່ປະຕິເສດພຣະເຢຊູຄຣິດທ່ານຈະຕາຍໃນບາບ ຂອງທ່ານ, ພວກຟາລິສີເຫຼົ່ານັ້ນຕາຍໃນຄວາມບາບຂອງເຂົາແລະທ່ານຈະຕາຍໃນບາບ ຂອງທ່ານ, ແລະນັ້ນຄືຄວາມຈິງຢ່າງແນ່ນອນ, ທ່ານຈະຕາຍໃນບາບຂອງທ່ານ-ພວກແຊນ ດິເມນຽນທີ່ຫລົງຫາຍ, ທ່ານຈະຕາຍໃນບາບຂອງທ່ານ! ແລະພຣະເຢຊູເວົ້າກັບທ່ານວ່າ: “ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ”

ຂ້າພະເຈົ້າບໍ່ໄດ້ກໍາລັງຈະບອກທ່ານຫຍັງອີກທ່ານໄດ້ຍິນໃນຄໍາເທດສະໜານີ້ແລ້ວ, ຂ້າພະເຈົ້າໄດ້ແຕ່ພຽງເວົ້າກັບທ່ານວ່າພຣະເຢຊູຈະຊົງຊໍາລະລ້າງທ່ານຈາກບາບທຸກຢ່າງ ຂອງທ່ານໂດຍພຣະໂລຫິດເມື່ອທ່ານວາງໃຈໃນພຣະອົງ,ເມື່ອທ່ານມາຫາພຣະອົງແລະຖີ້ມ ໂຕຂອງທ່ານລົງທີ່ພຣະອົງ! ຖ້າທ່ານຢາກຈະສົນທະນາກັບພວກເຮົາກ່ຽວກັບເລື່ອງນັ້ນກະ ລຸນາຍ່າງໄປຂ້າງຫຼັງຫ້ອງນີ້ຕອນນີ້ເລີຍ, ດຣ.ເຄແກນ ຈະພາທ່ານໄປຫ້ອງນໍາວິນຍານ, ດຣ.ແຊນ ກະລຸນາມາອະທິຖານເພື່ອຜູ້ທີ່ຕອບຮັບແດ່ ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ່ານ ອາເບວ ພຣຸດໂຮມ ໂຢຮັນ 5:33-40.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“The Wounds of Christ Are Open” (by Evangeline Booth, 1865-1950).


ໂຄງຮ່າງບົດເທດສະໜາ

ລັດທິແຊນດີເມນຽນ

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ

“ຈົ່ງຄົ້ນເບິ່ງໃນພຣະຄຳພີ ເພາະທ່ານຄິດວ່າໃນພຣະຄຳພີນັ້ນມີຊີວິດນິລັນດອນ ແລະພຣະຄຳພີນັ້ນເປັນພະຍານເຖິງເຮົາ ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:39-40)

I. ໜື່ງ ການເຊື່ອໃນພຣະຄໍາພີຈະບໍ່ຊ່ວຍທ່ານໃຫ້ລອດໄດ້ ລູກາ 22:44; 2 ຕີໂມທຽວ 3:15.

II. ສອງ ທ່ານຈະຕ້ອງປະຖີ້ມຄວາມເມີນເສີຍຂອງທ່ານ ໂຢຮັນ 5:37, 38. ລູກາ 19:14.