Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມເພິ່ງພໍໃຈແລະການໃຫ້ເປັນຜູ້ຊອບທຳ-
ໄດ້ຮັບໂດຍທາງພຣະຄຣິດ

(ບົດເທດສະໜາຕອນທີ່ 13 ໃນອິດສະຢາ 53)
SATISFACTION AND JUSTIFICATION –
OBTAINED BY CHRIST
(SERMON NUMBER 13 ON ISAIAH 53)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ຕອນແລງວັນຂອງພຣະເຈົ້າ 14/4/2013
A sermon preached at the Baptist Tabernacle of Los Angeles
Lord’s Day Evening, April 14, 2013

“ທ່ານຈະເຫັນຄວາມທຸກລໍາບາກແຫ່ງຈິດວິນຍານຂອງທ່ານ ແລະຈະພໍໃຈ ໂດຍ ຄວາມຮູ້ຂອງທ່ານ ຜູ້ຮັບໃຊ້ອັນຊອບທໍາຂອງເຮົາຈະເຮັດໃຫ້ຄົນເປັນອັນຫຼາຍນັບ ໄດ້ວ່າເປັນຄົນຊອບທໍາ ເພາະທ່ານຈະແບກບັນດາຄວາມຊົ່ວຊ້າຂອງເຂົາທັງຫຼາຍ” (ອິດສະຢາ 53:11)


ຂໍ້ພຣະຄຳພີຂໍ້ນີ້ເຕັມໄປດ້ວຍຄວາມໝາຍໃນທຸກໆຄຳຊື່ງຄູ່ຄວນແກ່ການເອົາໃຈໃສ່,
ເຫດສັນນັ້ນຂ້າພະເຈົ້າຈະບໍ່ອອກຫ່າງຈາກຂໍ້ພຣະຄຳພີຂອງເຮົາຫຼືຈະໃຫ້ຄຳອະທິບາຍຫຼາຍໆ,ມັນພຽງພໍຕໍ່ຄຳເທດສະໜາໜື່ງບົດທີ່ຈະວາງຄວາມຈິງອັນອັດສະຈັນໃນຂໍ້ພຣະຄໍາພີຂໍ້ນີ້
ເພື່ອເຮັດໃຫ້ປະໂຫຍກຈະແຈ້ງແລະງ່າຍຕໍ່ຜູ້ມາຢ້ຽມຄຣິສຕະຈັກຂອງເຮົາໃນຄ່ຳຄືນນີ້ໄດ້ກັບ
ໄປບ້ານພ້ອມດ້ວຍຄວາມຮູ້ທີ່ເລິກເຊີ່ງ,ຮູ້ຈັກຄວາມໝາຍຂອງຄໍາເຫຼົ່ານັ້ນ.

“ທ່ານຈະເຫັນຄວາມທຸກລໍາບາກແຫ່ງຈິດວິນຍານຂອງທ່ານ ແລະຈະພໍໃຈ
ໂດຍຄວາມຮູ້ຂອງທ່ານ ຜູ້ຮັບໃຊ້ອັນຊອບທໍາຂອງເຮົາຈະເຮັດໃຫ້ຄົນເປັນອັນ
ຫຼາຍນັບໄດ້ວ່າເປັນຄົນຊອບທໍາເພາະທ່ານຈະແບກບັນດາຄວາມຊົ່ວຊ້າຂອງ
ເຂົາທັງຫຼາຍ” (ອິດສະຢາ 53:11)

ຂໍພຣະເຈົ້າຊົງເປີດໃຈຂອງທ່ານໃຫ້ຮັບເອົາຄວາມຈິງໃນຂໍ້ພຣະຄຳພີນັ້ນດ້ວຍເຖີດ,
ເພາະເຮົາຂໍບອກທ່ານວ່າເມື່ອເທດສະໜາເທິງຫົວຂໍ້ນີ້ “ງຽງຫູຂອງທ່ານມາຫາຂ້າພະເຈົ້າ, ຈົ່ງຟັງແລ້ວຈິດວິນຍານຂອງທ່ານຈະມີຊີວິດຢູ່.

ຂໍ້ພຣະຄຳພີໄດ້ເວົ້າເຖິງສາມສິ່ງ,ອັນທີ່ໜື່ງ ພຣະຄຣິດຊົງເຮັດໃຫ້ພໍພຣະໄທຄວາມ ຍຸດຕິທໍາຂອງພຣະເຈົ້າ,ສອງ ຄວາມຮູ້ຂອງພຣະຄຣິດຈະເຮັດໃຫ້ຫຼາຍຄົນເປັນຄົນຊອບທໍາ, ສາມການແບກບາບຂອງພຣະຄຣິດຊື່ງນຳການໄຖ່ມາສູ່ຄົນບາບທີ່ເຊື່ອ.

“ທ່ານຈະເຫັນຄວາມທຸກລໍາບາກແຫ່ງຈິດວິນຍານຂອງທ່ານ ແລະຈະພໍໃຈ
ໂດຍຄວາມຮູ້ຂອງທ່ານ ຜູ້ຮັບໃຊ້ອັນຊອບທໍາຂອງເຮົາຈະເຮັດໃຫ້ຄົນເປັນອັນ
ຫຼາຍນັບໄດ້ວ່າເປັນຄົນຊອບທໍາ ເພາະທ່ານຈະແບກບັນດາຄວາມຊົ່ວຊ້າ
ຂອງເຂົາທັງຫຼາຍ” (ອິດສະຢາ 53:11)

I. ໜື່ງ ຄວາມທຸກທໍລະມານຂອງພຣະຄຣິດພໍພຣະໄທຄວາມຍຸດຕິທຳຂອງພຣະເຈົ້າ

“ທ່ານຈະເຫັນຄວາມທຸກລໍາບາກແຫ່ງຈິດວິນຍານຂອງທ່ານແລະຈະພໍໃຈ...” (ອິດສະຢາ 53:11)

ດຣ.ເຈີເກັນ ໂມດມານ(1926-) ຄືຄົນເຢຍລະມັນຜູ້ທີ່ຖືກຂັງໃນຖານະຊະເລີຍເສິກ
ໃນຄຸກຂອງອັງກິດເປັນເວລາສາມປີພາຍຫຼັງສົງຄາມໂລກຄັ້ງທີ່ສອງ, ຊ່ວງທີ່ຕິດຄຸກຢູ່ນັ້ນ
ລາວກໍເລີ່ມສຶກສາພຣະຄຳພີ, ຈາກປະສົບການຢູ່ໃນຄຸກແລະການສຶກສາພຣະຄຳພີຄັ້ງນັ້ນ
ລາວໄດ້ຂຽນໜັງສືເລື່ອງ History and the Triune God: Contributions to Trinitarian Theology (Crossroad, 1992). ດຣ.ໂມດມານເປັນນັກສາສະໜາເສລີນິຍົມແລະຂ້າພະເຈົ້າຈະ
ບໍ່ຂໍເອົາເລື່ອງລາວທີ່ລາວຂຽນທັງໝົດມາເວົ້າໃນມື້ນີ້, ແມ່ນທ່ານມີຄວາມເຂົ້າໃຈເລິກເຊີ່ງ,
ເຊັ່ນກໍລະນີທີ່ທ່ານໂມດມານໄດ້ເຫັນໄມ້ກາງແຂນທີ່ພຣະເຈົ້າໄດ້ປະກາດຄວາມສຳພັນຂອງ
ພຣະອົງກັບຄົນທີ່ “ພຣະເຈົ້າປະຖີ້ມ” ເຊື້ອຊາດມະນຸດ, ພຣະເຈົ້າໄດ້ຊົງສະແດງຄວາມຮັກ
ຂອງພຣະອົງຕໍ່ຄົນບາບເທິງໄມ້ກາງແຂນ, ແລະພຣະເຈົ້າພຣະບຸດຊົງທຸກທໍລະມານແຍກ ຈາກພຣະບິດາ, ຊົງຍອມໃຫ້ພຣະເຈົ້າຮູ້ຈັກຄວາມເຈັບປວດແລະທຸກທໍລະມານ “ຈາກພາຍ
ໃນອອກມາ”ສິ່ງທີ່ໂມດມານກ່າວມານີ້ບໍ່ໄດ້ຖືກຕ້ອງໝົດ,ແຕ່ລາວໄດ້ນຳເອົາຄວາມທຸກຂອງ
ພຣະບຸກຄົນໃນສາມພຣະພາກທີ່ໄມ້ກາງແຂນອອກມາໃຫ້ເຫັນ, ແລະຂ້າພະເຈົ້າຄິດວ່າມັນ ເປັນຈຸດທີ່ສຳຄັນທີ່ສຸດ, ໃນຄວາມຄິດຂອງຂ້າພະເຈົ້າແລ້ວ ມັນຄືສິ່ງທີ່ມີຄ່າແກ່ການຄິດເຖິງ -ຄວາມທຸກທໍລະມານຂອງພຣະບຸກຄົນໜື່ງໃນສາມພຣະພາກທີ່ຖືກຄຶງເທິງໄມ້ກາງແຂນ.

“ທ່ານຈະເຫັນຄວາມທຸກລໍາບາກແຫ່ງຈິດວິນຍານຂອງທ່ານແລະຈະພໍໃຈ...” (ອິດສະຢາ 53:11)

ສະເປີໂຈນກ່າວວ່າ:

ໃນຂໍ້ພຣະຄຳພີເຫຼົ່ານີ້ເຮົາເຫັນພຣະເຈົ້າພຣະບິດາກ່າວເຖິງພຣະບຸດຂອງ
ພຣະອົງແລະປະກາດວ່ານັບຕັ້ງແຕ່ພຣະອົງຊົງອົດທົນຄວາມທຸກໃຈແລ້ວ
ພຣະອົງກໍຈະຮັບປະກັນເຖິງຄວາມພໍໃຈເປັນລາງວັນ,ມັນເປັນເລື່ອງທີ່ໜ້າ ຊື່ນໃຈພຽງໃດທີ່ເຫັນເຖິງການຮ່ວມກັນເຮັດວຽກເພື່ອແກ້ບັນຫາຂອງພຣະ ເຈົ້າສາມພຣະພາກກ່ຽວກັບຄວາມລອດ (C. H. Spurgeon, The Metropolitan Tabernacle Pulpit, Pilgrim Publications, 1980 reprint, volume 61, p. 301).

“ພຣະອົງ” ຄືພຣະບິດາ “ຈະເຫັນຄວາມທຸກລໍາບາກແຫ່ງຈິດວິນຍານຂອງທ່ານ” ນັ້ນຄື
ຄວາມທຸກລໍາບາກແຫ່ງຈິດວິນຍານຂອງພຣະບຸດ“ແລະຈະພໍໃຈ”, ຄືກັບທີ່ສະເປີໂຈນເວົ້າ
ວ່າ “ໃນຂໍ້ພຣະຄຳພີເຫຼົ່ານີ້ເຮົາເຫັນພຣະເຈົ້າພຣະບິດາກ່າວເຖິງພຣະບຸດຂອງພຣະອົງ”

“ທ່ານຈະເຫັນຄວາມທຸກລໍາບາກແຫ່ງຈິດວິນຍານຂອງທ່ານແລະຈະພໍໃຈ...” (ອິດສະຢາ 53:11)

“ຄວາມທຸກລໍາບາກແຫ່ງຈິດວິນຍານຂອງທ່ານ”ໝາຍເຖິງຄວາມເຈັບປວດແລະທຸກ
ທໍລະມານຂອງພຣະຄຣິດຊື່ງພຣະອົງໄດ້ປະສົບພົບພໍ້ຊ່ວງຄວາມທຸກທໍລະມານຂອງພຣະ
ອົງເພື່ອບາບຂອງພວກເຮົາ, ເຮົາບໍ່ຄວນເບິ່ງຂ້າມຄວາມທຸກຝ່າຍຮ່າງກາຍຂອງພຣະຄຣິດ,
ເຮົາບໍ່ຄວນເບິ່ງຂ້າມການທີ່ພຣະຄຣິດຖືກປີລາດຕີເກືອບຕາຍ, ເຮົາບໍ່ຄວນປະເມີນຄ່າຕໍ່າ
ຄວາມສຳຄັນຂອງການທີ່ພຣະຄຣິດຖືກຖົ່ມນ້ຳລາຍແລະຖືກສວມມົງກຸດໜາມ, ແລະເຮົາບໍ່
ຄວນຕີລາຄາຕໍ່າເຖິງຄວາມສໍາຄັນຂອງການຖືກແທງທີ່ມືແລະຕີນຂອງພຣະອົງ,ຄວາມເຈັບປວດແລະຄວາມກະຫາຍນ້ຳທີ່ພຣະອົງຊົງປະສົບພົບພໍ້ເພື່ອເຮົາເທິງໄມ້ກາງແຂນ “ກໍຍັງ”
ສະເປີໂຈນກ່າວວ່າ “ຄວາມທຸກແຫ່ງຈິດໃຈຂອງທ່ານຄືບັນຫາຫຼັກແລະນັ້ນຄືສິ່ງທີ່ຂໍ້ພຣະ
ຄຳພີຂອງເຮົາເວົ້າເຖິງ…ພຣະເຢຊູຄຣິດຊົງທຸກລຳບາກ[ໃຫຍ່ຫຼວງ]ຊື່ງຂ້າພະເຈົ້າໝົດຫົນ
ທາງທີ່ຈະຄິດເຖິງຄວາມທຸກທໍລະມານຂອງພຣະອົງຫຼືຖ່າຍທອດໃຫ້ກັບທ່ານໂດຍຄຳເວົ້າ
ໃດໆ” (ສະເປີໂຈນເຫຼັ້ມດຽກັນໜ້າ302-303)ໄດ້ກ່າວໄວ້ວ່າ “ຈິດໃຈແຫ່ງຄວາມທຸກຂອງ
ພຣະຄຣິດຄືຈິດວິນຍານແຫ່ງຄວາມທຸກທໍລະມານຂອງພຣະອົງ”( ເຫຼັ້ມດຽວກັນ ໜ້າ 302) ຫົວໃຈແຫ່ງຄວາມທໍລະມານຂອງພຣະອົງຄືສ່ວນຫຼັກແຫ່ງຄວາມເຈັບປວດຂອງພຣະອົງ.

ຄຳວ່າ “ຄວາມທຸກລໍາບາກ”ສະແດງໃຫ້ເຫັນເຖິງຄວາມເສົ້າ, ຄວາມທຸກທໍລະມານ
ແລະຄວາມເຈັບປວດທີ່ພຣະຄຣິດຊົງພົບພໍ້ໃນ“ຈິດວິນຍານຂອງພຣະອົງ”ເມື່ອນ້ຳໜັກແຫ່ງຄວາມບາບຂອງມະນຸດແລະການພິພາກສາຂອງພຣະບິດາຕົກໃສ່ເທິງພຣະອົງ,ນີ້ຄືປະສົບ
ການທີ່ພຣະຄຣິດໄດ້ຮັບຢ່າງຊັດເຈນໃນສວນເກັດເສມານີກ່ອນທີ່ພຣະອົງຈະຖືກຈັບ,ກ່ອນທີ່
ພຣະອົງຈະຖືກຕີ,ກ່ອນທີ່ພຣະອົງຈະຖືກຄຶງ, ແລະຍັງໄດ້ລວມເຖິງຄວາມໂສກເສົ້າແລະ ຄວາມເຈັບປວດແຫ່ງຈິດວິນຍານທີ່ພຣະອົງໄດ້ປະສົບພົບພໍ້ເທິງໄມ້ກາງແຂນເຊັ່ນດຽວກັນ. ຄືກັບທີ່ ດຣ.ຈິລ ກ່າວວ່າ:

“ຄວາມທຸກລໍາບາກແຫ່ງຈິດວິນຍານຂອງທ່ານຄືຄວາມອິດເມື່ອຍແລະວຽກ
ໜັກທີ່ພຣະອົງຊົງທົນເອົາໃນການເຮັດພາລະກິດເພື່ອນຳຄວາມລອດສູ່ຄົນ
ຂອງພຣະອົງ, ການເຊື່ອຟັງແລະຄວາມຕາຍຂອງພຣະອົງ, ຄວາມໂສກ ເສົ້າແລະຄວາມທຸກທໍລະມານໂດຍສະເພາະແມ່ນຄວາມເຈັບປວດແຫ່ງວິນຍານຂອງພຣະອົງພາຍໃຕ້ພຣະພິໂລດຂອງພຣະເຈົ້າຄືກັບຜູ້ຍິງທີ່ມີຄວາມ
ທຸກ[ເຈັບປວດໃນການຄອດລູກ],ທຸກຄວາມທໍລະມານແລະຄວາມເຈັບປວດ
ແຫ່ງຄວາມຕາຍຊື່ງໄດ້ພຣະອົງຊົງພົບຜ່ານ (John Gill, D.D., An Exposition of the Old Testament, The Baptist Standard Bearer, 1989 reprint, volume 5, p. 315).

“ທ່ານຈະເຫັນຄວາມທຸກລໍາບາກແຫ່ງຈິດວິນຍານຂອງທ່ານແລະຈະພໍໃຈ...” (ອິດສະຢາ 53:11)

“ແລະຈະພໍໃຈ...” ເວົ້າເຖິງການລົບລ້າງພຣະພິໂລດຂອງພຣະເຈົ້າ, ພຣະເຈົ້າ ພຣະບິດາຊົງພໍພຣະໄທ ຫຼື ພວກເຮົາອາດເວົ້າໄດ້ວ່າ ລົບລ້າງພຣະອາດຊະຍາ.

“ເພາະວ່າພຣະເຈົ້າໄດ້ຊົງກະທໍາພຣະອົງຜູ້ຊົງບໍ່ມີບາບໃຫ້ເປັນ ຄວາມບາບເພາະເຫັນແກ່ເຮົາ” (2 ໂກລິນໂທ 5:21)

“ແລະພຣະອົງຊົງເປັນຜູ້ລົບລ້າງພຣະອາດຊະຍາທີ່ຕົກກັບເຮົາທັງຫຼາຍ ເພາະບາບຂອງເຮົາ” (1 ໂຢຮັນ 2:2)

“ພຣະເຈົ້າໄດ້ຊົງຕັ້ງພຣະເຢຊູໄວ້ໃຫ້ເປັນທີ່ລົບລ້າງພຣະອາດຊະຍາ” (ໂລມ 3:25)

ດຣ. ຈອນແມັກອາເທີ ເຖິງແມ່ນຈະຜິດກ່ຽວກັບເລື່ອງພຣະໂລຫິດຂອງພຣະຄຣິດ,
ແຕ່ພັດເວົ້າຖືກວ່າ:

ຄຳວ່າ [ຜູ້ລົບລ້າງພຣະອາດຊະຍາ]ໝາຍເຖິງ “ລະງັບໂທສະ” ຫຼື “ຄວາມ
ພໍພຣະໄທ” ການເສຍສະຫຼະຂອງພຣະຄຣິດເທິງໄມ້ກາງແຂນພໍພຣະໄທ
ຄວາມບໍລິສຸດຂອງພຣະເຈົ້າທີ່ຮຽກຮ້ອງເອົາການລົງໂທດຈາກຄວາມບາບ
…ດັ່ງນັ້ນພຣະເຢຊູຊົງລົບລ້າງພຣະອາດຊະຍາຫຼືພໍພຣະໄທພຣະເຈົ້າ (John MacArthur, D.D., The MacArthur Study Bible, Word Publishing, 1997, note on I John 2:2).

ມັນເບິ່ງຄືແປກຫຼາຍສຳຫຼັບຂ້າພະເຈົ້າທີ່ລາວຜິດໃນເລື່ອງພຣະໂລຫິດແຕ່ຖືກໃນເລື່ອງການ
ລົບລ້າງພຣະອາດຊະຍາ,ສັນນັ້ນພວກເຮົາເຫັນການລົບລ້າງພຣະອາຊະຍາ, ຄວາມພໍພຣະ
ໄທຂອງພຣະພິໂລດຂອງພຣະເຈົ້າທີ່ຕໍ່ສູ້ຄວາມບາບ, ໂດຍທີ່ພຣະຄຣິດຊົງມີປະສົບການໃນ
ຄວາມທຸກທໍລະມານຂອງພຣະອົງ, ຄວາມທໍລະມານຂອງພຣະຄຣິດ “ພໍພຣະໄທ” ຕໍ່ ຄວາມຊອບທຳຂອງພຣະເຈົ້າ, ການລົບລ້າງພຣະອາຊະຍາ,ການລະງັບໂທສະ,ພຣະພິໂລດ
ຂອງພຣະອົງທີ່ຕໍ່ສູ້ຄວາມບາບ.

“ເພາະວ່າ[ພຣະເຈົ້າພຣະບິດາ] ໄດ້ຊົງກະທໍາພຣະອົງຜູ້ຊົງບໍ່ມີບາບ[ພຣະ ຄຣິດພຣະບຸດ]ໃຫ້ເປັນຄວາມບາບເພາະເຫັນແກ່ເຮົາ ເພື່ອເຮົາຈະໄດ້ເປັນ ຄົນຊອບທໍາຂອງພຣະເຈົ້າທາງພຣະອົງ” (2 ໂກລິນໂທ 5:21)

“ທ່ານຈະເຫັນຄວາມທຸກລໍາບາກແຫ່ງຈິດວິນຍານຂອງທ່ານແລະຈະພໍໃຈ...” (ອິດສະຢາ 53:11)

ຄວາມທຸກທໍລະມານຂອງພຣະຄຣິດພໍພຣະໄທຄວາມຍຸດຕິທໍາຂອງພຣະເຈົ້າ,ເຮັດໃຫ້ຄວາມ
ລອດເປັນໄປໄດ້ເພື່ອພວກເຮົາ.

II. ສອງ ຄວາມຮູ້ຂອງພຣະຄຣິດນຳຄວາມຊອບທໍາມາສູ່ຄົນເປັນອັນຫຼາຍ

ຂໍທຸກຄົນຢືນຂື້ນແລ້ວອ່ານຂໍ້ພຣະຄໍາພີດັງໆຈົບດ້ວຍຄໍາວ່າ “ຄົນເປັນອັນຫຼາຍນັບ ໄດ້ວ່າເປັນຄົນຊອບທໍາ

“ທ່ານຈະເຫັນຄວາມທຸກລໍາບາກແຫ່ງຈິດວິນຍານຂອງທ່ານ ແລະຈະພໍໃຈ
ໂດຍຄວາມຮູ້ຂອງທ່ານ ຜູ້ຮັບໃຊ້ອັນຊອບທໍາຂອງເຮົາຈະເຮັດໃຫ້ຄົນເປັນ
ອັນຫຼາຍນັບໄດ້ວ່າເປັນຄົນຊອບທໍາ…” (ອິດສະຢາ 53:11)

ເຊີນທຸກຄົນນັ່ງລົງ.

ຜູ້ພະຍາກອນອິດສະຢາໄດ້ແນ່ໃສ່ພຣະຄຣິດໃນຖານະ “ຜູ້ຮັບໃຊ້ຂອງພຣະເຈົ້າ”ໃນ
ອິດສະຢາ 52:13, ແລະໃນຂໍ້ພຣະຄຳພີຂອງເຮົານີ້ ພຣະຄຣິດຖືກເອີ້ນວ່າ “ຜູ້ຮັບໃຊ້ທີ່ ຊອບທໍາ”, ພຣະຄຣິດຊົງຊອບທໍາເພາະວ່າພຣະອົງ “ຊົງບໍ່ມີບາບ” (2 ໂກລິນໂທ 5:21)
ພຣະອົງຄືພຣະບຸດຂອງພຣະເຈົ້າຜູ້ບໍ່ມີບາບ “ຜູ້ຮັບໃຊ້ທີ່ຊອບທໍາ” ຂອງພຣະບິດາ.

ພຣະຄຣິດຈະເຮັດ “ຄົນເປັນຈຳນວນຫຼາຍຊອບທໍາ” (ຂໍ້ 11) ນີ້ຄືຫົວໃຈຂອງຂ່າວ ປະເສີດ, ພວກເຮົາບໍ່ໄດ້ເຮັດໃຫ້ຕົວເອງຊອບທໍາໂດຍການເຊື່ອຟັງພຣະບັນຍັດຂອງພຣະ ເຈົ້າເພື່ອ

“ເພາະສັນນັ້ນຈື່ງບໍ່ມີເນື້ອໜັງຄົນໜື່ງຄົນໃດເປັນຊອບທໍາໃນສາຍພຣະເນດຂອງພຣະເຈົ້າໂດຍການປະພຶດຕາມພຣະບັນຍັດ” (ໂລມ 3:20)

ພວກເຮົາບໍ່ສາມາດເຮັດໃຫ້ຕົນເອງຊອບທໍາໄດ້ເພາະວ່າເຮົາເປັນຄົນບາບໂດຍທໍາມະຊາດ,
ພວກເຮົາສາມາດພຽງແຕ່ຖືກນັບວ່າຊອບທໍາໂດຍທາງຄວາມຊອບທໍາຂອງພຣະຄຣິດທີ່ມີຕໍ່
ເຮົາ, “ການກ່າວຫາ” ຄືສັບທີ່ໃຊ້ທາງກົດໝາຍ, ພວກເຮົາທາງກົດໝາຍຖືກນັບວ່າຊອບທໍາ
ໂດຍການກ່າວຫາຄວາມຊອບທໍາຂອງພຣະຄຣິດຕໍ່ເຮົາ,“ຜູ້ຮັບໃຊ້ທີ່ຊອບທໍາ ຂອງພຣະເຈົ້າ
[ຈະ]ເຮັດໃຫ້ຄົນເປັນອັນຫຼາຍຊອບທໍາ” (ອິດສະຢາ 53:11) ໂດຍການຖືກກ່າວຫາຄວາມ
ຊອບທໍາຂອງພຣະຄຣິດທີ່ມີຕໍ່ເຂົາ.

“ທ່ານຈະເຫັນຄວາມທຸກລໍາບາກແຫ່ງຈິດວິນຍານຂອງທ່ານ ແລະຈະພໍໃຈ
ໂດຍຄວາມຮູ້ຂອງທ່ານ ຜູ້ຮັບໃຊ້ອັນຊອບທໍາຂອງເຮົາຈະເຮັດໃຫ້ຄົນເປັນ
ອັນຫຼາຍນັບໄດ້ວ່າເປັນຄົນຊອບທໍາ…” (ອິດສະຢາ 53:11)

ຈອນແທຣັບ ເຕືອນສະຕິເຮົາວ່າທ່ານຄາດິນັນຄອນທາເຣນັສຖືກກ່າວຫາໂດຍພວກ
ຄາດິນັນພິກິອັສອື່ນທີ່ເປັນຄາທໍລິກວ່າ ເພາະຄອນທາເຣນັສເຊື່ອໃນຂໍ້ພຣະຄຳພີຕາມໂຕອັກ ສອນ,ລາວຖືກເອີ້ນວ່າເປັນ “ໂປແຕດສະແຕນ” ແລະກ່າວຫາຄວາມເຊື່ອຂອງລາວວ່າ “ຄວາມຊອບທໍາຂອງມະນຸດ[ຄື]ໂດຍຄວາມເມດຕາຂອງພຣະເຈົ້າທີ່ໃຫ້ລ້າໆແລະໂດຍຄຸນ
ຄວາມດີຂອງພຣະຄຣິດ” (John Trapp, A Commentary on the Old and New Testaments, 1997 reprint, volume III, pp. 410-411, note on Isaiah 53:11), ແຕ່ທ່ານຄາດິນັນຄອນທາ
ເຣນັສເວົ້າຖືກ ແລະການຖືກຈັບຕົວໂດຍພວກຄາດິນັນເຫຼົ່ານັ້ນເປັນເລື່ອງຜິດ.

“ຜູ້ຮັບໃຊ້ທີ່ຄວາມຊອບທໍາຂອງຂ້າພະເຈົ້າຈະເຮັດໃຫ້ຄົນເປັນອັນຫຼາຍຊອບທໍາ”ຄໍາ
ເຫຼົ່ານັ້ນມີຄ່າສຳຫຼັບຜູ້ທີ່ກຳລັງຈະຕາຍບໍ?ແນ່ນອນມີຄ່າ, ນັ້ນຄືຫົວໃຈຫຼັກຂອງຄວາມເຊື່ອ
ຂອງແບ໊ບຕິດເຮົາແລະຂອງໂປແຕດສະແຕນ, ພວກເຮົາບໍ່ໄດ້ເຮັດໃຫ້ຕົນເອງຊອບທໍາບໍ່ຄື
ກັບພວກທີ່ຕິດຕາມນັກຕັດສິນໃຈນິຍົມຊື່ຟິນນີ່ແລະພວກຄາທໍລິກສອນ. ໂອ ບໍ່ແມ່ນ!.

“ບໍ່ມີຜູ້ໃດເປັນຄົນຊອບທໍາໄດ້ໂດຍການເຮັດຕາມພຣະລາຊະບັນຍັດ ແຕ່
ໂດຍຄວາມເຊື່ອໃນພຣະເຢຊູຄຣິດເທົ່ານັ້ນ” (ກາລາເຕຍ 2:16)

“ເພາະສະນັ້ນ ພຣະລາຊະບັນຍັດຈື່ງເປັນຄູສອນຂອງເຮົາຊື່ງນຳເຮົາມາເຖິງ
ພຣະຄຣິດ ເພື່ອເຮົາຈະໄດ້ເປັນຄົນຊອບທໍາໂດຍຄວາມເຊື່ອ”
(ກາລາເຕຍ 3:24)

ຄືພຣະຄຣິດ, “ຜູ້ຮັບໃຊ້ທີ່ຊອບທໍາ”ຂອງພຣະເຈົ້າ ຜູ້ຊື່ງເຮັດໃຫ້ຄົນເປັນອັນຫຼາຍຊອບທໍາ!

ແຕ່ສິ່ງເຫຼົ່ານັ້ນເກີດຂື້ນໄດ້ແນວໃດ? ພຣະຄຣິດເຮັດໃຫ້“ຄົນເປັນອັນຫຼາຍຊອບທໍາ”
ແນວໃດ? ພຣະອົງເຮັດໃຫ້ເຂົາເປັນຄົນຊອບທໍາໂດຍການທີ່ເຂົາເລີກເຮັດບາບບາງຢ່າງບໍ?
ບໍ! ນັ້ນຄືຄຳສອນຂອງຄາທໍລິກແລະລັດທິຕັດສິນໃຈນິຍົມ! ພຣະອົງເຮັດໃຫ້ເຂົາເປັນຄົນ ຊອບທໍາເພາະພວກເຂົາໄດ້ອະທິຖານຕາມ “ຄຳອະທິຖານຂອງຄົນບາບ” ຫຼື ກ້າວເຂົ້າມາ”
ໃນຕອນຈົບຂອງຄໍາເທດສະໜາບໍ? ບໍ່ແມ່ນ! ນັ້ນຄືຄຳສອນຂອງຄາທໍລິກແລະລັດທິຕັດສິນ ໃຈນິຍົມ! ພຣະອົງເຮັດໃຫ້ເຂົາເປັນຄົນຊອບທໍາເພາະພວກເຂົາໄດ້ຮຽນຮູ້ “ແຜນການແຫ່ງ ຄວາມລອດ” ແລະທ່ອງ ໂຢຮັນ 3:16 ໄດ້ແລະອະທິຖານ ຕາມຄໍາອະທິຖານຂອງຄົນ ບາບບໍ? ບໍ່ແມ່ນ! ນັ້ນກໍຄືຄຳສອນຂອງຄາທໍລິກແລະລັດທິຕັດສິນໃຈນິຍົມເຊັ່ນດຽວກັນ!

ແລ້ວມັນເປັນແນວໃດ ເຮົາສາມາດເປັນຄົນຊອບທໍາໄດ້ບໍ? ເຮົາຈະສາມາດສະ ອາດແລະຊອບທໍາໃນສາຍພຣະເນດຂອງພຣະເຈົ້າໄດ້ແນວໃດ? ນັ້ນຄືຄໍາຖາມສຸດທ້າຍ!
ນັ້ນຄືຄໍາຖາມທີ່ຍິ່ງໃຫຍ່ຂອງບິນດັດໃນໜັງສືໂຢບ ລາວຖາມວ່າ:

“ແລ້ວມະນຸດຈະຊອບທໍາຕໍ່ພຣະພັກພຣະເຈົ້າໄດ້ແນວໃດ? ຄົນທີ່ເກີດຈາກ
ຜູ້ຍິງຈະສະອາດໄດ້ແນວໃດ” (ໂຢບ 25:4)

ແລະຄໍາຕອບກໍອອກມາຫາເຮົາຢູ່ໃນຂໍ້ພຣະຄໍາພີຂອງເຮົາ

“ໂດຍຄວາມຮູ້ຂອງທ່ານຈະເຮັດໃຫ້ຄົນເປັນອັນຫຼາຍນັບໄດ້ວ່າເປັນຄົນ ຊອບທໍາ” (ອິດສະຢາ 53:11)

ຫຼືຈະເປັນຄືກັບສະເປີໂຈນແປທີ່ວ່າ “ໂດຍຄວາມຮູ້ຂອງພຣະອົງຈະເຮັດໃຫ້ຄົນເປັນອັນຫຼາຍ ນັບໄດ້ວ່າເປັນຄົນຊອບທໍາ” (C. H. Spurgeon, The Metropolitan Tabernacle Pulpit, Pilgrim Publications, 1980 reprint, volume 63, p. 117). ແລະສະເປີໂຈນກ່າວວ່າ:

ຫົນທາງທັງໝົດທີ່ຂ້າພະເຈົ້າໄດ້ຮັບຜົນຂອງການເສຍສະຫຼະຂອງພຣະ
ຄຣິດຄືໂດຍການຮູ້ແລະເຊື່ອ-ບໍ່ແມ່ນໂດຍການກະທໍາ…”ໂດຍການເຮັດ
ຕາມພຣະບັນຍັດຈະບໍ່ມີເນື້ອໜັງຄົນໃດເປັນຜູ້ຊອບທໍາ” ໂດຍພຣະບັນ
ຍັດຄືຄວາມຮູ້ຂອງບາບ” “ພຣະຄຸນແລະສັນຕິສຸກມາທາງພຣະເຢຊູຄຣິດ”
ແລະເຂົ້າມາຫາເຮົາຜ່ານທາງຄວາມເຊື່ອຫຼືຜ່ານທາງການຮູ້-ໂດຍການຮູ້
ຈັກພຣະອົງ…ຜ່ານທາງພຣະອົງ…ພວກເຮົາຈື່ງຊອບທໍາ”(ເຫຼັ້ມດຽວກັນ)

“ສ່ວນຄົົນທີ່ບໍ່ໄດ້ອາໄສການກະທຳ ແຕ່ໄດ້ເຊື່ອໃນພຣະອົງ ຜູ້ຊົງໂຜດໃຫ້ຄົນອະທຳເປັນຄົນຊອບທຳໄດ້ ຄວາມເຊື່ອຂອງຄົນນັ້ນຕ້ອງນັບວ່າເປັນຄວາມຊອບທຳ” (ໂລມ 4:5)

“ຈົ່ງເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າແລະທ່ານຈະລອດ” (ກິດຈະການ 16:31)

“ໂດຍຄວາມຮູ້ຂອງທ່ານຈະເຮັດໃຫ້ຄົນເປັນອັນຫຼາຍນັບໄດ້ວ່າເປັນຄົນ ຊອບທໍາ” (ອິດສະຢາ 53:11)

ຄວາມທຸກທໍລະມານຂອງພຣະຄຣິດພໍພຣະໄທຄວາມຍຸດຕິທໍາຂອງພຣະເຈົ້າ, ການຮູ້ຈັກ
ພຣະຄຣິດພຣະອົງເອງໄດ້ນຳຄວາມຊອບທໍາສູ່ຄົນເປັນຈໍານວນຫຼາຍ ແລະ

III. ສາມ ການແບກບາບຂອງພຣະຄຣິດນຳການໄຖ່ຢ່າງເຕັມລົ້ນສູ່ຄົນບາບ.

ກະລຸນາຢືນຂື້ນແລ້ວອ່ານຂໍ້ພຣະຄຳພີອີກເທື່ອໜື່ງ, ໃຫ້ລະມັດລະວັງຕັ້ງໃຈອ່ານ ອ່ານປະໂຫຍກສຸດທ້າຍ.

“ທ່ານຈະເຫັນຄວາມທຸກລໍາບາກແຫ່ງຈິດວິນຍານຂອງທ່ານ ແລະຈະພໍໃຈ ໂດຍຄວາມຮູ້ຂອງທ່ານ ຜູ້ຮັບໃຊ້ອັນຊອບທໍາຂອງເຮົາຈະເຮັດໃຫ້ຄົນເປັນ ອັນຫຼາຍນັບໄດ້ວ່າເປັນຄົນຊອບທໍາ ເພາະທ່ານຈະແບກບັນດາຄວາມຊົ່ວ ຊ້າຂອງເຂົາທັງຫຼາຍ” (ອິດສະຢາ 53:11)

ເຊີນນັ່ງລົງໄດ້

ພຣະຄຣິດຈະ“ເຮັດໃຫ້ຄົນເປັນອັນຫຼາຍຊອບທໍາ ”ເພາະທ່ານຈະແບກບັນດາຄວາມ
ຊົ່ວຊ້າຂອງເຂົາທັງຫຼາຍ”
ນັ້ນຄືພຣະອົງຈະແບກຄວາມບາບຂອງເຂົາ, ພື້ນຖານຂອງ
ຄວາມຊອບທໍາຂອງເຮົາທັງໝົດ,ຮາກຖານຂອງການໄຖ່ບາບແລະຄວາມລອດຂອງເຮົາທັງ
ໝົດໄດ້ເປີດເຜີຍໃນຄຳເຫຼົ່ານີ້ “ເພາະທ່ານຈະແບກບັນດາຄວາມຊົ່ວຊ້າຂອງເຂົາທັງຫຼາຍ”
ອິດສະຢາ 53:5 ກ່າວວ່າ:

“ແຕ່ທ່ານຖືກບາດເຈັບເພາະຄວາມລະເມີດຂອງເຮົາທັງຫຼາຍ ທ່ານຟົກຊ້ຳ
ເພາະຄວາມຊົ່ວຊ້າຂອງເຮົາ ການຕີສອນອັນເຮັດໃຫ້ເຮົາທັງຫຼາຍປອດໄພ ນັ້ນຕົກແກ່ທ່ານ ທີ່ຕ້ອງຟົກຊ້ຳນັ້ນກໍໃຫ້ເຮົາຫາຍດີ” (ອິດສະຢາ 53:5)

ອິດສະຢາ 53:6 ກ່າວວ່າ

“ແລະພຣະເຈົ້າຊົງວາງລົງເທິງທ່ານຊື່ງຄວາມຊົ່ວຊ້າຂອງເຮົາທຸກຄົນ” (ອິດສະຢາ 53:6)

ອິດສະຢາ 53:8 ກ່າວວ່າ

“ທ່ານຖືກຕີເພາະການລະເມີດຂອງຊົນຊາດຂອງເຮົາ” ( ອິດສະຢາ 53:8)

ແລະ 1 ເປໂຕ 2:24 ກ່າວວ່າ:

“ພຣະອົງເອງໄດ້ຊົງຮັບແບກບາບຂອງເຮົາໄວ້ໃນພຣະກາຍຂອງພຣະອົງ ທີ່ຕົ້ນໄມ້ນັ້ນ” (1 ເປໂຕ 2:24)

ດັງທີ່ສະເປີໂຈນໄດ້ແປຂໍ້ພຣະຄຳພີຂອງເຮົາ “ໂດຍຄວາມຮູ້ຂອງພຣະອົງຜູ້ຮັບໃຊ້ອັນຊອບ ທໍາຂອງເຮົາຈະເຮັດໃຫ້ຄົນເປັນອັນຫຼາຍຊອບທໍາ”

ຢູ່ຫັ້ນທ່ານມີຈຸດແລກແຫ່ງຂ່າວປະເສີດຂອງພຣະຄຣິດ - ຈະແຈ້ງແລະຊັດເຈນ,
ຄວາມທຸກທໍລະມານຂອງພຣະຄຣິດພໍພຣະໄທຄວາມຍຸດຕິທໍາຂອງພຣະເຈົ້າ, ການຮູ້ຈັກ ພຣະຄຣິດພຣະອົງເອງຊົງນໍາຄວາມຊອບທໍາມາໃຫ້, ການແບກບາບຂອງພຣະຄຣິດນໍາ
ຄວາມລອດອັນເຕັມລົ້ນໄປສູ່ຄົນບາບຜູ້ທີ່ຮູ້ຈັກພຣະຄຣິດໂດຍຄວາມເຊື່ອ, ຂ່າວປະເສີດອັດ
ສະຈັນ! ການຊົງໄຖ່ອັນອັດສະຈັນ! ບໍ່ມີອັນໃດແບບນີ້ເກີດຂື້ນມາກ່ອນຫຼືຫຼັງຈາກນີ້ກໍບໍ່ມີໃນ ປະຫວັດສາດ.

“ທ່ານຈະເຫັນຄວາມທຸກລໍາບາກແຫ່ງຈິດວິນຍານຂອງທ່ານ ແລະຈະພໍໃຈ ໂດຍຄວາມຮູ້ຂອງທ່ານ ຜູ້ຮັບໃຊ້ອັນຊອບທໍາຂອງເຮົາຈະເຮັດໃຫ້ຄົນເປັນ ອັນຫຼາຍນັບໄດ້ວ່າເປັນຄົນຊອບທໍາ ເພາະທ່ານຈະແບກບັນດາຄວາມຊົ່ວ ຊ້າຂອງເຂົາທັງຫຼາຍ” (ອິດສະຢາ 53:11)

ຄືນມື້ໜື່ງເວສລີກັບຂ້າພະເຈົ້າພາກັນເລື່ອງລາວກ່ຽວກັບພະເອກຈອນຄາຣາດິນໃນ
ອິນເຕີເນັດ, ລາວໄດ້ສະແດງໜັງຫຼາຍກວ່າ 300 ເລື່ອງຫຼາຍກວ່າພະເອກຄົນອື່ນໆ, ຕອນ
ລາວຕາຍໃນເມືອງມີລານປະເທດອີຕາລີ, ສົບຂອງລາວຖືກວາງໄວ້ໃນໂລງສົບແລ້ວຖືກສົ່ງ
ໄປບ້ານລູກຊາຍຂອງລາວຄົນໜື່ງ,ລາວຊາຍຂອງລາວດື່ມເຫຼົ້າໜັກ ລາວເປີດໂລງສົບອອກ
ແລ້ວບ້ວນເຫຼົ້າໃສ່ປາກສົບພໍ່ຂອງຕົນ.

ຂ້າພະເຈົ້າຂໍຖາມທ່ານແດ່ວ່າ ສົບຄົນຕາຍສາມາດຊີມເຫຼົ້ານັ້ນບໍ? ແນ່ນອນບໍ່ໄດ້!
ແລະເມື່ອຂ້າພະເຈົ້າໄດ້ເທດສະໜາໃຫ້ທ່ານຟັງສິ່ງປະເສີດທີ່ພຣະຄຣິດໄດ້ເຮັດເພື່ອຊ່ວຍ
ເຮົາໃຫ້ລອດ, ທ່ານບໍ່ສາມາດຊີມມັນໄດ້, ເປັນຫຍັງລະ? ເພາະຝ່າຍວິນຍານຂອງທ່ານ ຕາຍແລ້ວ, ຄືກັບທີ່ພຣະຄໍາພີກ່າວໄວ້ວ່າ ທ່ານໄດ້ “ຕາຍໃນບາບ” (ເອເຟໂຊ 2:5).ນັ້ນຄື
ທໍາມະຊາດຂອງບາບ, ທ່ານຕາຍຕໍ່ສິ່ງທີ່ເປັນຂອງພຣະຄຣິດ, ທ່ານບໍ່ສາມາດຊີມມັນໄດ້
ທ່ານບໍ່ສາມາດຮູ້ສຶກເຖິງມັນໄດ້, ອີງຕາມສິ່ງທີ່ເປັນຂອງພຣະເຈົ້າທ່ານກໍຕາຍຄືກັບຊາກສົບ
ຂອງຈອນຄາຣາດິນທີ່ຢູ່ໃນໂລງ, ພຣະຄຣິດຈະຕ້ອງໃຫ້ຊີວິດແກ່ທ່ານຫຼືທ່ານຈະໄປສູ່ການ
ຫລົງຫາຍເປັນນິດ!ທ່ານຕ້ອງຮ້ອງອອກໄປວ່າ “ໂອ ຂ້າພະເຈົ້າເປັນຄົນເຂັນໃຈແທ້ ໃຜຈະ
ຊ່ວຍຂ້າພະເຈົ້າໃຫ້ພົ້ນຈາກຮ່າງກາຍແຫ່ງຄວາມຕາຍນີ້ໄດ້” (ໂລມ 7:24).

ເມື່ອຍິງຫຼືຊາຍຮ້ອງອອກມາແບບນັ້ນ,ຈາກສ່ວນເລິກຂອງຫົວໃຈ ເຂົາກໍໃກ້ຈະລອດ
ລອດແລ້ວ, ທ່ານເຄີຍຮ້ອງອອກມາແບບນັ້ນບໍ? ທ່ານເຄີຍຮູ້ສຶກບໍວ່າທ່ານໄດ້ຕາຍຕໍ່ພຣະ
ເຈົ້າແລ້ວແລະມີພຽງພຣະເຢຊູຜູ້ດຽວທີ່ຊ່ວຍທ່ານໃຫ້ລອດໄດ້? ທ່ານໄດ້ກັບໃຈໃຫມ່ມາຫາ
ພຣະຄຣິດແລ້ວຫຼືຫຍັງ? ຖ້າຍັງ ທ່ານຈະແນມເບິ່ງພຣະຄຣິດຜູ້ເປັນລູກແກະຂອງພຣະເຈົ້າ
ທີ່ຮັບເອົາຄວາມຜິດບາບຂອງໂລກໄປບໍ? ທ່ານຈະແນມເບິ່ງພຣະອົງແລະເຊື່ອວາງໃຈໃນ
ພຣະອົງດຽວນີ້ບໍ? ຟັງອີກເທື່ອໜື່ງກັບປະໂຫຍກທີ່ທ້າວກຣິຟຟິນຮ້ອງກ່ອນໜ້ານີ້.

ຖ້າທ່ານຢູ່ໃນບາບແລະຢາກເປັນອິດສະຫຼະ
ຈົ່ງເບິ່ງລູກແກະຂອງພຣະເຈົ້າ
ພຣະອົງໄຖ່ທ່ານດ້ວຍການຕາຍເທິງໄມ້ກາງແຂນ
ຈົ່ງເບິ່ງລູກແກະຂອງພຣະເຈົ້າ
ຈົ່ງເບິ່ງລູກແກະຂອງພຣະເຈົ້າ ຈົ່ງເບິ່ງລູກແກະຂອງພຣະເຈົ້າ
ພຣະອົງຜູ້ດຽວສາມາດຊ່ວຍທ່ານໃຫ້ລອດໄດ້
ຈົ່ງເບິ່ງລູກແກະຂອງພຣະເຈົ້າ
   (“ຈົ່ງເບິ່ງລູກແກະຂອງພຣະເຈົ້າ” ໂດຍ ເອັຊ.ຈີ.ແຈັກຊັນ 1838-1914)

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ດຣ.ໄຄຣ້ທັນ ແອວ.ຊານ:ອິດສະຢາ 53:1-11.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
(“ຈົ່ງເບິ່ງລູກແກະຂອງພຣະເຈົ້າ” ໂດຍ ເອັຊ.ຈີ.ແຈັກຊັນ 1838-1914).


ໂຄງຮ່າງບົດເທດສະໜາ

ຄວາມເພິ່ງພໍໃຈແລະການໃຫ້ເປັນຜູ້ຊອບທຳ-
ໄດ້ຮັບໂດຍທາງພຣະຄຣິດ

(ບົດເທດສະໜາຕອນທີ່ 13 ໃນອິດສະຢາ 53)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ

“ທ່ານຈະເຫັນຄວາມທຸກລໍາບາກແຫ່ງຈິດວິນຍານຂອງທ່ານ ແລະຈະພໍໃຈ ໂດຍຄວາມຮູ້ຂອງທ່ານ ຜູ້ຮັບໃຊ້ອັນຊອບທໍາຂອງເຮົາຈະເຮັດໃຫ້ຄົນເປັນ ອັນຫຼາຍນັບໄດ້ວ່າເປັນຄົນຊອບທໍາ ເພາະທ່ານຈະແບກບັນດາຄວາມຊົ່ວ ຊ້າຂອງເຂົາທັງຫຼາຍ” (ອິດສະຢາ 53:11).

I.   ໜື່ງ ຄວາມທຸກທໍລະມານຂອງພຣະຄຣິດພໍພຣະໄທຄວາມຍຸດຕິທຳຂອງພຣະເຈົ້າ
2 ໂກລິນໂທ 5:21; 1ໂຢຮັນ 2:2; ໂລມ 3:25.

II.  ສອງ ຄວາມຮູ້ຂອງພຣະຄຣິດນຳຄວາມຊອບທໍາມາສູ່ຄົນເປັນອັນຫຼາຍ
ອິດສະຢາ 53:11ຂ; 52:13; 2 ໂກລິນໂທ 5:21; ໂລມ 3:20
ກາລາເຕຍ 2:16; 3:24; ໂຢບ 25:4; ໂລມ 4:5; ກິດຈະການ 16:31.

III. ສາມ ການແບກບາບຂອງພຣະຄຣິດນຳການໄຖ່ຢ່າງເຕັມລົ້ນສູ່ຄົນບາບ.
ອິດສະຢາ 53:11ຄ; 53:5, 6, 8; 1 ເປໂຕ 2:24; ເອເຟໂຊ 2:5; ໂລມ 7:24.