Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການອະທິບາຍແຫ່ງການຊົງໄຖ່

(ບົດເທດສະໜາ ຕອນທີ່ 9 ໃນອິດສະຢາ 53)
A DESCRIPTION OF THE ATONEMENT
(SERMON NUMBER 9 ON ISAIAH 53)
(Laotian)

ໂດຍ ດຣ. ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄຳເທດສະໜາເທດທີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 7/4/2013
A sermon preached at the Baptist Tabernacle of Los Angeles
Lord’s Day Morning, April 7, 2013

“ທ່ານຖືກນຳໄປຈາກຄຸກແລະທ່ານບໍ່ໄດ້ຮັບຄວາມຍຸດຕິທຳເລີຍ ແລະຜູ້ໃດລະຈະປະກາດເຖິງພົງພັນຂອງທ່ານ ເພາະທ່ານຕ້ອງ ຖືກຕັດອອກໄປຈາກແຜ່ນດິນຂອງຄົນເປັນ ຕ້ອງຖືກຕີເພາະ ການລະເມີດຂອງຊົນຊາດຂອງເຮົາ” (ອິດສະຢາ 53:8)


ໃນຂໍ້ພຣະຄຳພີກ່ອນໜ້ານີ້ອິດສະຢາໄດ້ບອກເຮົາເຖິງຄວາມງຽບຂອງພຣະຄຣິດ,

“ທ່ານຖືກບີບບັງຄັບແລະຂົ່ມໃຈເຖິງຢ່າງນັ້ນທ່ານກໍບໍ່ເອີຍ ປາກເໝືອນລູກແກະທີ່ຖືກນໍາໄປຂ້າ ແລະເໝືອນແກະທີ່ ເປັນໃບ້ຢູ່ໜ້າຜູ້ຕັດຂົນຂອງມັນສັນໃດ ທ່ານກໍບໍ່ເອີຍປາກ ຂອງທ່ານເລີຍສັນນັ້ນ” (ອິດສະຢາ 53:7)

ດຣ.ເອັດເວີດເຈ.ຢັງ ເວົ້າວ່າ “ມີການເນັ້ນໜັກຄວາມອົດທົນແບບງຽບໆຂອງ ພຣະຄຣິດໃນຄວາມທຸກທໍລະມານຂອງພຣະອົງ, ຕອນນີ້ຜູ້ທໍານາຍໄດ້ໃຫ້ຂໍ້ມູນການອະທິ ບາຍຫຼາຍກວ່າເກົ່າຂອງຄວາມທຸກທໍລະມານຂອງພຣະຄຣິດ” (Edward J. Young, Ph.D., The Book of Isaiah, Eerdmans, 1972, volume 3, p. 351).

“ທ່ານຖືກນຳໄປຈາກຄຸກແລະທ່ານບໍ່ໄດ້ຮັບຄວາມຍຸດຕິທຳເລີຍ ແລະຜູ້ໃດລະຈະປະກາດເຖິງພົງພັນຂອງທ່ານ ເພາະທ່ານຕ້ອງ ຖືກຕັດອອກໄປຈາກແຜ່ນດິນຂອງຄົນເປັນ ຕ້ອງຖືກຕີເພາະ ການລະເມີດຂອງຊົນຊາດຂອງເຮົາ” (ອິດສະຢາ 53:8)

ໂດຍທົ່ວໄປແລ້ວຂໍ້ພຣະຄຳພີນີ້ໄດ້ແບ່ງອອກເປັນສາມຄຳອະທິບາຍ (1) ຄວາມທຸກຂອງ ພຣະຄຣິດ, (2) ຊົ່ວເຊັ້ນຄົນຂອງພຣະຄຣິດແລະ (3) ການຊົງໄຖ່ຂອງພຣະຄຣິດເພື່ອ ບາບຂອງເຮົາ.

I. ໜື່ງ ຂໍ້ພຣະຄຳໄດ້ອະທິບາຍເຖິງຄວາມທຸກຂອງພຣະຄຣິດ

“ທ່ານຖືກນຳໄປຈາກຄຸກແລະທ່ານບໍ່ໄດ້ຮັບຄວາມຍຸດຕິທຳ ເລີຍ…ເພາະທ່ານຕ້ອງຖືກຕັດອອກໄປຈາກແຜ່ນດິນຂອງ ຄົນເປັນ” (ອິດສະຢາ 53:8)

ພຣະຄຣິດຖືກຈັບໃນສວນເກັດເສມານີ, ພຣະອົງຖືກຈັບໂດຍພວກທະຫານຮັກສາ ພຣະວິຫານສົ່ງໃຫ້ພວກປະໂລຫິດໃຫຍ່, ພວກເຂົານຳພຣະອົງໄປຕໍ່ໜ້າຄາຢາຟາສປະໂລ ຫິດໃຫຍ່ແລະຕໍ່ໜ້າສານເຮດຣິນສານສູງຂອງຄົນຢິວ, ພຣະອົງຖືກກ່າວໂທດໃນສານນີ້ ໂດຍພວກພະຍານເທັດ, ພຣະເຢຊູກ່າວວ່າ:

“ໃນເວລາເບື້ອງໜ້ານັ້ນ ທ່ານທັງຫລາຍຈະໄດ້ເຫັນບຸດມະນຸດນັ່ງຂ້າງຂວາພຣະຫັດຂອງຜູ້ຊົງລິດທານຸພາບ ແລະສະເດັດມາເທິງເມກແຫ່ງຟ້າສະຫວັນ” (ມັດທາຍ 26:64)

ຫຼັງຈາກນັ້ນປະໂລຫິດໃຫຍ່ກໍເວົ້າວ່າ:

“ທ່ານທັງຫລາຍຄິດເຫັນແນວໃດ" ຄົນທັງປວງ[ຂອງສານ ເຮດຣິນ]ກໍຕອບວ່າ ເຂົາມີຄວາມຜິດເຖິງຕາຍ" ແລ້ວເຂົາ ຖົ່ມນ້ຳລາຍຮົດພຣະພັກພຣະອົງ ແລະຕີພຣະອົງ ແລະຄົນອື່ນເອົາຝ່າມືຕົບພຣະອົງ” (ມັດທາຍ 26:66-67)

“ຄັ້ນຮຸ່ງເຊົ້າ ບັນດາພວກປະໂລຫິດໃຫຍ່ແລະພວກຜູ້ໃຫຍ່ແຫ່ງປະຊາຊົນປຶກສາກັນດ້ວຍເລື່ອງພຣະເຢຊູ ເພື່ອຈະປະຫານພຣະອົງ” (ມັດທາຍ 27:1)

ແຕ່ພວກເຂົາບໍ່ມີອຳນາດທາງກົດໝາຍພາຍໃຕ້ກົດໝາຍໂລມທີ່ຈະເຮັດແບບນີ້ແລ້ວຈື່ງ

“ເຂົາຈຶ່ງມັດພຣະອົງພາໄປມອບໄວ້ແກ່ປອນທິອັດປີລາດ[ຄົນໂຣມັນ]ເຈົ້າເມືອງ” (ມັດທາຍ 27:2)

ປີລາດຈື່ງຖາມພຣະເຢຊູ:

“ແລະເມື່ອທ່ານໄດ້ຕີພຣະເຢຊູແລ້ວ ທ່ານກໍມອບພຣະອົງໃຫ້ຖືກຄຶງທີ່ກາງແຂນ” (ມັດທາຍ 27:26)

ດັ່ງນັ້ນ ສ່ວນນີ້ຂອງຂໍ້ພຣະຄຳພີຂອງເຮົາຈື່ງໄດ້ສຳເລັດ

“ທ່ານຖືກນຳໄປຈາກຄຸກແລະທ່ານບໍ່ໄດ້ຮັບຄວາມຍຸດຕິທຳ ເລີຍ[ຕໍ່ໜ້າປະໂລຫິດໃຫຍ່, ຈາກນັ້ນຕໍ່ໜ້າປີລາດ]…ເພາະ ທ່ານຕ້ອງຖືກຕັດອອກໄປຈາກແຜ່ນດິນຂອງຄົນເປັນ[ໂດຍ ຄວາມຕາຍຂອງພຣະອົງເທິງໄມ້ກາງແຂນ]” (ອິດສະຢາ 53:8)

ການກັກຂັງຂອງພຣະເຢຊູໂດຍສານເຮດຣິນຂອງພວກຢິວແລະປີລາດໄດ້ເຮັດໃຫ້ ປະໂຍກໜື່ງສຳເລັດ “ທ່ານຖືກນຳໄປຈາກຄຸກ”, ການທົດສອບຕໍ່ໜ້າຄາຢາຟາສແລະປີ ລາດໄດ້ສຳເລັດປະໂຫຍກທີ່ວ່າ “ທ່ານບໍ່ໄດ້ຮັບຄວາມຍຸດຕິທຳເລີຍ” ພຣະອົງຖືກເອົາອອກ ຈາກຄຸກແລະຈາກການຕັດສິນເພື່ອໄປຮ່ອມພູເອີ້ນວ່າກະໂຫລກຫົວບ່ອນທີ່ພຣະອົງຖືກຄຶງ ແລະຕາຍເທິງໄມ້ກາງແຂນ, ດັ່ງນັ້ນຈື່ງສຳເລັດໃນປະໂຫຍກທີ່ວ່າ “ເພາະທ່ານຕ້ອງຖືກ ຕັດອອກໄປຈາກແຜ່ນດິນຂອງຄົນເປັນ”

ດຣ. ຈອນ ຈິລ (ປີ 1697-1771) ກ່າວໄວ້ວ່າ:

ພຣະອົງຖືກພາໄປໂດຍການບັງຄັບແລະບໍ່ຍຸດຕິທຳ ນັ້ນຄື ຊີວິດຂອງພຣະອົງຖືກເອົາອອກໄປໃນຄວາມຮຸນແຮງຂອງ ມະນຸດພາຍໃຕ້ຄວາມຍຸດຕິທຳທີ່ຈອມປອມ ຊື່ງ[ຄວາມ ເປັນຈິງ]ແລ້ວ[ຊົ່ວຮ້າຍ]ຫຼາຍ ພຣະອົງຖືກເຮັດແບບບໍ່ຍຸດ ຕິທຳເລີຍ,ເອົາກົດຜິດໆມາສູ້ພຣະອົງ, ພວກພະຍານເທັດ ໄດ້ [ການສາບານທີ່ບໍ່ຈິງ ຈຸດມຸ່ງໝາຍກໍເພື່ອໃສ່ຮ້າຍຕໍ່ສູ້ ພຣະອົງ], ແລະຊີວິດຂອງພຣະອົງຈື່ງຖືກເອົາໄປໂດຍມື ຄົນຊົ່ວ [ຄືກັບທີ່ບອກໄວ້] ໃນກິດຈະການ 8:32 [“ເຂົາໄດ້ນຳທ່ານເໝືອນແກະທີ່ຖືກນຳໄປຂ້າ ແລະເໝືອນລູກແກະທີ່ເປັນໃບ້ຢູ່ໜ້າຜູ້ຕັດຂົນຂອງມັນສັນໃດ ທ່ານກໍບໍ່ເປີດປາກຂອງທ່ານເລີຍສັນນັ້ນ”], ໃນຄວາມອັບປະຍົດ ຂອງພຣະອົງເພາະຄວາມຍຸດຕິທຳໄດ້ເອົາໄປຈາກພຣະ ອົງ ພຣະອົງ[ບໍ່ໄດ້ຮັບ]ຄວາມຍຸດຕິທຳ (John Gill, D.D., An Exposition of the Old Testament, The Baptist Standard Bearer, 1989 reprint, volume V, p. 314).

ຄືກັບຂໍ້ພຣະຄຳພີຂອງເຮົາກ່າວວ່າ:

“ທ່ານຖືກນຳໄປຈາກຄຸກແລະທ່ານບໍ່ໄດ້ຮັບຄວາມຍຸດຕິທຳ ເລີຍ...ເພາະທ່ານຕ້ອງຖືກຕັດອອກໄປຈາກແຜ່ນດິນຂອງ ຄົນເປັນ…” (ອິດສະຢາ 53:8)

II. ສອງ ຂໍ້ພຣະຄຳພີອະທິບາຍເຖິງຊົ່ວເຊັນຄົນຂອງພຣະຄຣິດ

ໃນຕອນກາງຂອງຂໍ້ພຣະຄຳພີເປັນປະໂຫຍກຍາກທີ່ຈະອະທິບາຍ

“ທ່ານຖືກນຳໄປຈາກຄຸກແລະທ່ານບໍ່ໄດ້ຮັບຄວາມຍຸດຕິທຳ ເລີຍແລະຜູ້ໃດລະຈະປະກາດເຖິງພົງພັນຂອງທ່ານ ເພາະ ທ່ານຕ້ອງຖືກຕັດອອກໄປຈາກແຜ່ນດິນຂອງຄົນເປັນ…” (ອິດສະຢາ 53:8)

“ຜູ້ໃດລະຈະປະກາດເຖິງພົງພັນຂອງທ່ານ” ດຣ.ຈິລ ກ່າວວ່າປະໂຫຍກນີ້ເວົ້າເຖິງ ເລື່ອງອາຍຸ[ຫຼືຊົ່ວອາຍຸທີ່ພຣະອົງມີຊີວິດຢູ່], ມະນຸດໃນຊ່ວງເວລາທີ່ພຣະອົງມີຊີວິດຢູ່ໂຫດ ຮ້າຍຕໍ່ພຣະອົງ, ຄວາມຊົ່ວຂອງເຂົາເຈົ້າເປັນຄວາມຊົ່ວທີ່ບໍ່ສາມາດປະກາດ[ເຕັມໆ]ໂດຍ ປາກໄດ້ຫຼືບໍ່ສາມາດພັນລະນາ[ແບບເຕັມໆ]ໂດຍລາຍມືຂອງມະນຸດໄດ້“ (ຈິລເຫຼັ້ມດຽວກັນ) ມັນນຳນ້ຳຕາສູ່ໃຈຂອງເຮົາເມື່ອເຮົາໄດ້ອ່ານເຖິງຄວາມໂຫດຮ້າຍແລະຄວາມບໍ່ຍຸດຕິທຳທີ່ ພວກເຂົາໄດ້ທຳຮ້າຍພຣະບຸດຂອງພຣະເຈົ້າ ຄືກັບໂຢເຊບ ຮາດທ໌ (1712-1768) ໄດ້ ແຕ່ງໃນເພງທີ່ແສນເສົ້າຂອງລາວວ່າ:

ຈົ່ງເບິ່ງວ່າພຣະເຢຊູຊົງອົດທົນພຽງໃດ
ຖືກດູຖູກໃນ [ສະຖານທີ່ໜ້າຢ້ານ]
ຄົນບາບໄດ້ມັດມືອັນຊົງລິດ
ແລະຖົ່ມນ້ຳລາຍໃສ່ໃບໜ້າພຣະຜູ້ສ້າງຂອງເຂົາ

ດ້ວຍໜາມຮ່າງກາຍພຣະອົງຖືກແທງແລະເປັນແຜເລິກ
ສົ່ງກະແສເລືອດໄຫຼໄປທຸກສ່ວນຂອງກາຍ
ຫຼັງຂອງພຣະອົງຈີກດ້ວຍການຂ້ຽນຕີ
ຄວາມເຈັບປວດໄດ້ແທງທະລຸເຖິງໃຈພຣະອົງ

ຕອກກາຍທີ່ເປືອຍເປົ່າເທິງໄມ້
ໄດ້ເປີດເຜີຍຕໍ່ສະຫວັນເບື້ອງເທິງແລະໂລກ
ປາກົດໃຫ້ເຫັນຮອຍແພແລະເລືອດ
ການບາດເຈັບແຫ່ງຮັກອັນອັດສະຈັນ
(“His Passion” by Joseph Hart, 1712-1768; altered by the Pastor;
      to the tune of “‘Tis Midnight, and on Olive’s Brow”).

ຈອນແທຣບ (1601-1669) ເວົ້າວ່າ “ຜູ້ໃດສາມາດເວົ້າຫຼືອະທິບາຍຊົ່ວອາຍຸຂອງ ພຣະອົງໄດ້? [ໃຜສາມາດອະທິບາຍໄດ້] ຄວາມຊົ່ວຊ້າຂອງມະນຸດໃນຊ່ວງເວລາທີ່ພຣະ ອົງມີຊີວິດຢູ່?” (John Trapp, A Commentary on the Old and New Testaments, Transki Publications, 1997 reprint, volume 3, p. 410).

ມັນອະທິບາຍຍາກຫຼາຍໃນແບບຂອງມະນຸດວ່າ ເປັນຫຍັງພວກຜູ້ນຳຢິວຕ້ອງການ ຄຶງພຣະເຢຊູແລະເປັນຫຍັງທະຫານໂລມັນ “ແລ້ວເຂົາໄດ້ເອົາໄມ້ອໍ້ຕີພຣະສຽນພຣະອົງ ແລະໄດ້ຖົ່ມນ້ຳລາຍຮົດພຣະອົງ …ແລະນຳພຣະອົງອອກໄປເພື່ອຈະຄຶງທີ່ໄມ້ກາງແຂນ” (ມາລະໂກ 15:19-20)

“ເຖິງແມ່ນວ່າບໍ່ໄດ້ພົບຄວາມຜິດປະການໃດໃນພຣະອົງທີ່ຄວນຈະໃຫ້ຕາຍ ພວກເຂົາຍັງຂໍປີລາດໃຫ້ປົງພຣະຊົນພຣະອົງ” (ກິດຈະການ 13:28)

ຄືກັບຈອນແທຣບຂຽນໄວ້“ຜູ້ໃດສາມາດເວົ້າຫຼືອະທິບາຍຊົ່ວອາຍຸຂອງພຣະອົງໄດ້? ຄວາມຊົ່ວຊ້າຂອງມະນຸດໃນຊ່ວງເວລາທີ່ພຣະອົງມີຊີວິດຢູ່...”

“ທ່ານຖືກນຳໄປຈາກຄຸກແລະທ່ານບໍ່ໄດ້ຮັບຄວາມຍຸດຕິທຳ ເລີຍແລະຜູ້ໃດລະຈະປະກາດເຖິງພົງພັນຂອງທ່ານ ເພາະ ທ່ານຕ້ອງຖືກຕັດອອກໄປຈາກແຜ່ນດິນຂອງຄົນເປັນ…” (ອິດສະຢາ 53:8)

ດຣ.ຢັງກ່າວວ່າ “ຄຳວ່າ [ປະກາດ]ບອກເປັນແງ່ການພິຈາລະນາຫຼືການໃຫ້ຄິດຈິງຈັງເຖິງ ບາງສິ່ງບາງຢ່າງ…ພວກເຂົາຄວນພິຈາລະນາ[ຄວາມໝາຍການສິ້ນພຣະຊົນຂອງພຣະອົງ] ແຕ່ພວກເຂົາບໍ່ເຮັດ” (ຢັງ ເຫຼັ້ມດຽວກັນ ໜ້າ 352)

ປະຈຸບັນນີ້ມັນຄວາມແຕກຕ່າງກັນແນວໃດແດ່? ມີຄົນເປັນລ້ານທີ່ໄດ້ຍິນເຖິງການ ສິ້ນພຣະຊົນຂອງພຣະຄຣິດເທິງໄມ້ກາງແຂນໂດຍປາສະຈາກການຄິດຈິງຈັງເຖິງມັນ,“ເຂົາ ຄວນໄດ້ພິຈາລະນາແຕ່ບໍ່ເຮັດ” ແມ່ນໃຜຄິດເລິກເຊີ່ງກ່ຽວກັບການຖືກຄຶງຂອງພຣະຄຣິດ? ທ່ານບໍ? ທ່ານໄດ້ໃຊ້ເວລາໃນການຄິດເຖິງການສິ້ນພຣະຊົນຂອງພຣະຄຣິດແລະມັນມີ ຄວາມໝາຍຕໍ່ທ່ານບໍ?

“ໃຜສາມາດ…ອະທິບາຍຊົ່ວອາຍຸຄົນຂອງທ່ານ?...ຄວາມຊົ່ວຊ້າຂອງມະນຸດໃນ ຊ່ວງເວລາທີ່ພຣະອົງມີຊີວິດຢູ່...”ຈອນແທຣບໄດ້ກ່າວ. ແມ່ນຜູ້ຄົນທີ່ຄຶງພຣະເຢຊູມີຄວາມ ຄ້າຍຄືກັບຄົນໃນປະຈຸບັນນີ້ຫຼາຍທີ່ບໍ່ກັບໃຈໃຫມ່, ຜູ້ຄົນປະຈຸບັນບໍ່ຄິດຈິງຈັງກ່ຽວກັບເຄື່ອງ ໝາຍແຫ່ງຄວາມຕາຍຂອງພຣະຄຣິສ, ເມື່ອໜັງ “The Passion of the Christ” ເຂົ້າສາຍນັກຂ່າວຫຼາຍຄົນກໍເວົ້າວ່າໜັງເລື່ອງນີ້ຈະຕ້ອງມີອິດທິພົນຕໍ່ຄົນທີ່ເບິ່ງໜັງນັ້ນແນ່ ນອນ, ພວກເຂົາເວົ້າວ່າມັນຈະຊ່ວຍກະຕຸ້ນການຟື້ນຟູໃຫ້ເກີດຄວາມສົນໃຈໃນຂ່າວປະ ເສີດ,ບາງຄົນໃນພວກເຂົາເວົ້າວ່າມັນຈະເປັນເຫດໃຫ້ຝູງຊົນໜຸ່ມສາວເຂົ້າມາໃນໂບດຫຼາຍ ຂື້ນ.

ໜັງອອກສາຍໃນປີ 2004, 9 ປີທີ່ຜ່ານມາ.ພວກເຮົາເຝົ້າເບິ່ງເວລາທີ່ພວກເຂົາ ເວົ້າວ່າມັນຖືກຫຼືບໍ, ຄວາມໜ້າຢ້ານຂອງຄວາມທຸກທໍລະມານຂອງພຣະຄຣິດໃນໜັງເລື່ອງ ນີ້ເປັນຈິດຕະວິທະຍາທີ່ມີຜົນຕໍ່ຄົນທີ່ເບິ່ງມັນ, ແຕ່ພວກເຮົາເຫັນໄດ້ວ່າມັນບໍ່ໄດ້ເຮັດໃຫ້ຄົນ ພວກນັ້ນທີ່ເບິ່ງປະທັບໃຈອີກຕໍ່ໄປ, ເຂົາກັບໄປຫາຈຸດສູນກາງຕົນເອງແລະຊີວິດບາບຄືເກົ່າ

ເຮົາເຫັນບໍວ່າບາບນັ້ນມັນຮຸນແຮງປານໃດ, ຄົນທີ່ບໍ່ກັບໃຈໄດ້ພຽງແຕ່ມີປະສົບການ ໂສກເສົ້າໜ້ອຍໜື່ງເຖິງຄວາມທຸກທໍລະມານຂອງພຣະຄຣິດ ແຕ່ສຸດທ້າຍກໍມີພຽງສ່ວນນ້ອຍ ທີ່ຕອບສະໜອງ,ພວກເຂົາກັບໄປ “ທ່ອງເນັດ” ເປັນຫຼາຍຊົ່ວໂມງ, ໄປຫາຄວາມໂລບເງີນ ພະໃນຊີວິດຂອງເຂົາ, ວິດີໂອເກມ,ຂາດໂບດວັນອາທິດ,ຄິດເຖິງພຣະເຈົ້າຜູ້ສ້າງເຂົາແຕ່ ພຽງໜ້ອຍດຽວ ແລະພຣະຄຣິດຜູ້ທຸກທໍລະມານເທິງໄມ້ກາງແຂນເພື່ອຊ່ວຍເຂົາໃຫ້ລອດ. “ຜູ້ໃດຈະສາມາດອະທິບາຍເຖິງຊົ່ວອາຍຸຂອງພຣະອົງໄດ້?” ເປັນຫຍັງຊົ່ວອາຍຸທີ່ມີຊີວິດໃນ ຕອນທີ່ພຣະເຢຊູຖືກຄຶງຈື່ງມີສະພາບຄືກັບຄົນໃນສະໄໝຂອງທ່ານ ພວກເຂົາເຕັມໄປດ້ວຍ ການຮັກຕົນເອງ,ບໍ່ມີພຣະເຈົ້າ,ຊື່ງດຳລົງຊີວິດຢູ່ບໍ່ມີຫຍັງນອກຈາກຄວາມປາດຖະໜາແຫ່ງ ບາບ,ແລະນັ້ນມັນເປັນພາບທີ່ສົມບູນໃນຍຸກຂອງທ່ານເຊັ່ນກັນບໍ? ຖ້າທ່ານຫາກຊື່ສັດກັບ ຕົນເອງແທ້ໆມັນເປັນພາບທີ່ອະທິບາຍເຖິງຕົວຕົນທີ່ແທ້ຈິງຂອງທ່ານນຳບໍ? ກ່ອນອື່ນໝົດ ທ່ານໃຊ້ເວລາຫຼາຍປານໃດໃນການຄິດເຖິງພຣະເຈົ້າ? ທ່ານໃຊ້ເວລາອະທິຖານຫຼາຍປານ ໃດໃນແຕ່ລະມື້? ການຄຶງຂອງພຣະຄຣິດມີຜົນຕໍ່ການດຳເນີນຊີວິດແຕ່ລະມື້ຂອງທ່ານຫຼາຍ ປານໃດ? ຖ້າທ່ານຊື່ສັດຕໍ່ຕົນເອງ ຂ້າພະເຈົ້າຄິດວ່າທ່ານຈະຕ້ອງເວົ້າວ່າ ທ່ານກໍບໍ່ແຕກ ຕ່າງຫຼາຍຈາກຊົ່ວອາຍຸຄົນທີ່ປະຕິເສດພຣະຄຣິດ,ການຖືກຄຶງພຣະອົງແລະດຳເນີນຊີວິດ ເຫັນແກ່ຕົວຕາມທາງຂອງຕົນເອງ,ນັ້ນແລະຄືຄວາມຮຸນແຮງຂອງບາບ,ນັ້ນແລະຄືທຳມະ ຊາດຂອງບາບ,ນັ້ນຄືຂໍ້ພິສູດວ່າທ່ານເປັນຄົນບາບ,ແລະນັ້ນເປັນທ່ານທີ່ຊົ່ວຄືກັບຜູ້ຄົນເຫຼົ່າ ນັ້ນທີ່ຢູ່ໃນຍຸກສະໄໝຂອງພຣະຄຣິດ,ເຖິງແມ່ນທ່ານຈະມາໂບດນີ້ທຸກໆອາທິດກໍຕາມທ່ານ ກໍມີພຽງ “ຮູບແບບຂອງພຣະເຈົ້າ” ເທົ່ານັ້ນ(2 ທິໂມທີ 3:5) ມັນຄືຄວາມຈິງກັບທ່ານບໍ? ມັນຄືຄວາມຈິງບໍທີ່ທ່ານ “ເຮັດບາບແລະເສື່ອມຈາກສະຫງ່າລາສີຂອງພຣະເຈົ້າ” (ໂລມ 3:23) ແລະນັບຕັ້ງແຕ່ສິ່ງເຫຼົ່ານັ້ນຄືຄວາມຈິງກັບທ່ານ,ທ່ານຈະໜີຈາກພຣະພິໂລດແລະ ການພິພາກສາຂອງພຣະເຈົ້າຜູ້ຊົງລິດໄດ້ຢ່າງໃດ? ອາຈານ ອີວານ ເອັຊ.ເມີເຣ ເວົ້າໃນ ໜັງສືຂອງລາວກ່ຽວກັບຊີວິດຂອງ ດຣ.ມາຕິນ ລອຍ-ໂຈນ ວ່າ:

     ສຳຫຼັບດຣ.ລອຍ-ໂຈນທີ່ເທດສະໜາຄວາມຫາຍະນະທີ່ ແທ້ຈິງແຫ່ງຄວາມຊົ່ວຊ້າຂອງມະນຸດຕໍ່ໜ້າພຣະເຈົ້າ ໝາຍ ຄວາມວ່າເປັນການເທດສະໜາເຖິງພຣະພິໂລດຂອງພຣະເຈົ້າ ພຣະພິໂລດທີ່ຖືກວາງລົງເທິງຄົນທີ່ບໍ່ກັບໃຈຊື່ງຈະມາເຖິງໃນ ການລົງໂທດແຫ່ງບາບໃນບຶງໄຟນາລົກ…ເປັນສະຖານທີ່ຊື່ງ ພວກເຂົາ “ຕາຍບໍ່ເປັນແລະໄຟຂອງເຂົາກໍຈະບໍ່ຮູ້ດັບ” (Iain H. Murray, The Life of Martyn Lloyd-Jones, The Banner of Truth Trust, 2013, p. 317).

III. ສາມ ຂໍ້ພຣະຄຳພີອະທິບາຍຄວາມໝາຍເລິກກວ່າເຖິງຄວາມທຸກທໍລະມານຂອງ ພຣະຄຣິດ

ກະລຸນາຢືນຂື້ນແລ້ວອ່ານ ອິດສະຢາ 53:8 ດັງໆໃຫ້ຕັ້ງໃຈອ່ານປະໂຫຍກສຸດ ທ້າຍ “ຕ້ອງຖືກຕີເພາະ ການລະເມີດຂອງຊົນຊາດຂອງເຮົາ”

“ທ່ານຖືກນຳໄປຈາກຄຸກແລະທ່ານບໍ່ໄດ້ຮັບຄວາມຍຸດຕິທຳ ເລີຍແລະຜູ້ໃດລະຈະປະກາດເຖິງພົງພັນຂອງທ່ານ ເພາະ ທ່ານຕ້ອງຖືກຕັດອອກໄປຈາກແຜ່ນດິນຂອງຄົນເປັນ ຕ້ອງ ຖືກຕີເພາະ ການລະເມີດຂອງຊົນຊາດຂອງເຮົາ” (ອິດສະຢາ 53:8)

ຂໍເຊີນນັ່ງລົງ

ດຣ. ເມີຣິວ ເອັບ.ອັນເຈີ ກ່າວວ່າ:

ໃນສະຕະວັດທີ່ສິບເຈັດ [ມີໜັງສືຊື່ເມສເສນິກທີ່ອະທິບາຍ ອິດສະຢາ 53] ຄືເຫຼັ້ມດຽວເທົ່ານັ້ນທີ່ແປທ່າມກາງສິດທິ ອຳນາດຂອງຄຣິສຕຽນ [ແລະ]ຄົນຢິວ.[ຈາກນັ້ນພວກຢິວ] ກໍລະເລີຍທີ່ຈະຕຶກຕອງພາບຂອງບົດນີ້ເພາະເຄື່ອງໝາຍ ຂອງໄດ້ສຳເລັດລົງໃນພຣະຄຣິດ (Unger, ibid., p. 1293).

ປະຈຸບັນນັກຄົ້ນຄວ້າຄົນຢິວຫຼາຍຄົນເວົ້າວ່າທັງໝົດບົດຂອງອິດສະຢາບົດທີ່ຫ້າສິບສາມ ອ້າງເຖິງຄວາມທຸກທໍລະມານຂອງຄົນຢິວບໍ່ແມ່ນພຣະຄຣິດ, ເຖິງແມ່ນວ່າຄົນຢິວຈະທຸກທໍ ລະມານຢ່າງແສນສາຫັດຈາກນໍ້າມືຂອງຄຣິສຕຽນປອມກໍຕາມກໍບໍ່ແມ່ນຄວາມຈິງທີ່ຂໍ້ພຣະ ຄຳພີຂອງເຮົາເອີຍເຖິງ,ເພາະມັນເວົ້າຢ່າງຊັດເຈນວ່າ “ທ່ານຖືກຕີເພາະການລະເມີດ [ຄວາມບາບ]ຂອງຊົນຊາດຂອງເຮົາ”(ອິດສະຢາ 53:8), ປະໂຍຫກນີ້ “ທ່ານຖືກຕີເພາະ ການລະເມີດຂອງຊົນຊາດຂອງເຮົາ”ດຣ.ເຮັນຣີ່ ເອັມ.ມໍຣິສ ເວົ້າວ່າ “ພຣະອົງຕາຍເພື່ອ ‘ຊົນຊາດຂອງຂ້າ’ - ນັ້ນຄືອິດສະຣາເອວ - ສະແດງວ່າຄື [ພຣະຄຣິດ] ໃນຂໍ້ພຣະຄໍາພີ ຂອງເຮົາບໍ່ແມ່ນອິດສະຣາເອວເໝືອນທີ່ຫຼາຍຄົນກ່າວຫາ” (Henry M. Morris, Ph.D., The Defender’s Study Bible, Word Publishing, 1995, p. 767). ສັນນັ້ນຄວາມໝາຍທີ່ແທ້ຈິງບໍ່ ແມ່ນຄົນຢິວທີ່ຖືກຕີແຕ່ເປັນພຣະຄຣິດຫຼາຍກວ່າທີ່ຖືກຕີໃນບ່ອນຂອງເຮົາເພື່ອບາບຂອງເຂົາ ເພື່ອຈ່າຍໜີບາບໃຫ້ກັບພວກເຂົາແລະແກ່ບາບຂອງເຮົາ, ພຣະອົງຊົງຖືກຄຶງເພື່ອຈ່າຍຄ່າ ບາບຂອງເຮົາ.

ດຣ.ຈອນຈິລໄດ້ເວົ້າປະໂຫຍກ “ທ່ານຖືກຕີເພາະການລະເມີດຂອງຊົນຊາດຂອງ ເຮົາ” ປະຍຸກໃຊ້ກັບຄົນຢິວແລະຄຣິສຕຽນທີ່ຖືກເລືອກແລ້ວ- ສະແດງໃຫ້ເຫັນວ່າພຣະຄຣິດ ຖືກຕີທັງເພື່ອຄວາມບາບຂອງອິດສະຣາເອວແລະເພື່ອພວກເຮົາທີ່ເປັນ “ຄົນຂອງພຣະອົງ” ຜູ້ຊື່ງເປັນຄຣິສຕຽນ (ຈິລ ເຫຼັ້ມດຽວກັນ ໜ້າ 314) ຂ້າພະເຈົ້າຄິດວ່າດຣ.ຈິລ ນຳເອົາ ຄວາມໝາຍທີ່ແທ້ຈິງຂອງປະໂຍຫເຫຼົ່ານັ້ນອອກມາ.

“ທ່ານຖືກຕີເພາະການລະເມີດຂອງຊົນຊາດຂອງເຮົາ” (ອິດສະຢາ 53:8)

ພຣະຄຣິດຖືກ “ຕີ” ເທິງໄມ້ກາງແຂນເພື່ອຈ່າຍຄ່າບາບໃຫ້ກັບຄົນຂອງພຣະອົງບໍ່ວ່າພວກ ເຂົາຈະເປັນພວກຢິວຫຼືພວກຕ່າງຊາດກໍຕາມ, ຄວາມຕາຍຂອງພຣະອົງເປັນຜູ້ແທນຄວາມ ຕາຍຂອງພຣະຄຣິດເພື່ອຈ່າຍຄ່າບາບຂອງເຮົາ, ມັນຄືການບັນເທົາ,ການປີ້ນຈາກຄວາມ ຢາກຮ້າຍຂອງພຣະເຈົ້າໄປຈາກຄົນບາບ.

ແຕ່ມັນມີເງື່ອນໄຂ ທີ່ພຣະຄຣິດຈະມີຜົນຕໍ່ການຄ່າບາບຂອງທ່ານ,ທ່ານຈະຕ້ອງໄວ້ວາງ ໃຈໃນພຣະອົງດ້ວຍຄວາມເຊື່ອ,ການຈ່າຍຄ່າບາບຂອງພຣະຄຣິດເທິງໄມ້ກາງແຂນຈະບໍ່ສາມາດ ຊ່ວຍໃຜທີ່ລົ້ມເຫຼວວາງໃຈໃນພຣະເຢຊູ ໃຫ້ລອດໄດ້,ທາງດຽວກໍຄືຍອມຈຳນົນຕໍ່ພຣະເຢຊູ,ບາບ ຂອງເຮົາຈະຖືກລຶບອອກຈາກບັນທຶກຂອງພຣະເຈົ້າໂດຍພຣະໂລຫິດຂອງພຣະເຢຊູ.

ທ່ານສາມາດຮູ້ຄວາມຈິງໃນຂໍ້ພຣະຄຳພີນີ້ໄດ້ແລະຍັງຄົງຫລົງຫາຍຢູ່,ພະຍາມານ ມີຄວາມຕໍ່ຄວາມຈິງເຫຼົ່ານີ້ທັງໝົດແຕ່ມັນບໍ່ສາມາດຊ່ວຍພວກມັນໄດ້, ອັກຄະສາວົກຢາ ກອບເວົ້າວ່າ “ພະຍາມານກໍເຊື່ອແລະຢ້ານຈົນຕົວສັ້ນ”(ຢາໂກໂບ 2:19) ພະຍາມານມີ ພຽງ “ຄວາມຮູ້ໃນຫົວ”ກ່ຽວກັບຕາຍໄຖ່ບາບພຣະຄຣິດ, ທ່ານຈະຕ້ອງກ້າວຕໍ່ໄປອີກຖ້າ ຫາກຢາກຈະລອດ,ທ່ານຈະຕ້ອງຍອມມອບຕົວແດ່ພຣະຄຣິດແລະໄວ້ວາງໃຈພຣະອົງ,ທ່ານ ຕ້ອງກັບໃຈໃຫມ່ຮັບເອົາພຣະຄຸນຂອງພຣະເຈົ້າຫຼືທ່ານຈະໄປສູ່ນາລົກບຶງກັບຄວາມຊົງຈຳ ຂອງທ່ານກ່ຽວກັບການຄຶງຕາຍຂອງພຣະອົງ.

ຈົ່ງຟັງດຣ.ເອ.ດັບໂບຢູ.ໂທເຊີ ທ່ານເວົ້າຕໍ່ຕ້ານ“ພວກຕັດສິນໃຈນິຍົມ”ແລະຄວາມ ຈິງຂອງການກັບໃຈໃຫມ່ທີ່ແທ້ຈິງ, ດຣ.ໂທເຊີ ກ່າວວ່າ:

ການກັບໃຈໃຫມ່ຂອງຄວາມເຊື່ອໄດ້ຖືກເຮັດເປັນເຄື່ອງຈັກ ກົນແລະໄຮ້ຈິດວິນຍານ, ຄວາມເຊື່ອອາດຈະຝຶກຝົນໄດ້ ໂດຍປາສະຈາກຄຸນນະທຳແຫ່ງຊີວິດແລະປາສະຈາກທ່າທີ, ພຣະຄຣິດອາດຈະຖືກ “ຕ້ອນຮັບ”ໂຍປາສະຈາກການ ສ້າງຄວາມຮັກພິເສດຕໍ່ພຣະອົງໃນຈິດໃຈຂອງຜູ້ຕ້ອນຮັບ (A. W. Tozer, D.D., The Best of A. W. Tozer, Baker Book House, 1979, page 14).

“ການປ່ຽນແປງຄວາມເຊື່ອຖືກເຮັດຂື້ນແບບເຄື່ອງຈັກແລະໄຮ້ຈິດວິນຍານ”-ແລະ ຂ້າພະເຈົ້າອາດຕື່ມລົງໄປວ່າມັນມັກຈະບໍ່ມີພຣະຄຣິດສະເໝີ! “ພວກຕັດສິນໃຈນິຍົມ”ຢາກ ຈະໃຫ້ທ່ານອະທິຖານໄວໆ,ຮັບບັບຕິດສະມາແລະກໍໄປຊະ. ສ່ວນຫຼາຍການຕາຍແລະການ ຟື້ນຂອງພຣະຄຣິດຍາກທີ່ຈະເອີຍເຖິງ,ສ່ວນຫຼາຍເຂົາເຈົ້າຈະໃຫ້ມັນຈົບສິ້ນ,ນີ້ບໍ່ແມ່ນທີ່ພຣະ ຄຳພີສອນ, ພຣະຄຳພີສອນວ່າທ່ານຕ້ອງຮູ້ສຶກເຖິງຄວາມຊົ່ວຂອງບາບຂອງທ່ານແລະພົບ ວ່າທ່ານບໍ່ສາມາດຫາທາງຫລົບໜີຈາກບາບແລະຜົນຂອງມັນໄດ້ນອກຈາກມາຫາພຣະເຢຊູ ວາງຕົວຂອງທ່ານລົງຕໍ່ໜ້າພຣະອົງແລ້ວວາງໃຈໃນພຣະອົງແລ້ວຫຼັງຈາກນັ້ນທ່ານກໍຈະຮູ້ ວ່າໂດຍປະສົບການນີ້ທີ່ຜູ້ພະຍາກອນອິດສະຢາໄດ້ສື່ຄວາມໝາຍເມື່ອລາວເວົ້າວ່າ:

“ທ່ານຖືກຕີເພາະການລະເມີດຂອງຊົນຊາດຂອງເຮົາ” (ອິດສະຢາ 53:8)

ເມື່ອທ່ານວາງໃຈພຣະຄຣິດໂດຍຄວາມເຊື່ອ,ພຣະໂລຫິດຂອງພຣະອົງກໍຊຳລະລ້າງ ຄວາມບາບຂອງທ່ານທັງໝົດແລະທ່ານໄດ້ກັບໃຈໃຫມ່ແລ້ວ - ແຕ່ມັນຈະເກີດຂື້ນກັບທ່ານ ບໍ່ໄດ້,ບໍ່ ບໍ່ເລີຍ ກ່ອນທີ່ມັນຈະເກີດຂື້ນ ທ່ານຈະຕ້ອງວາງໃຈໃນພຣະເຢຊູຄຣິດຖ້າທ່ານ ຢາກຈະລອດ.

ຂໍທຸກຢືນພ້ອມກັນ ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການວາງໃຈໃນພຣະ ເຢຊູ ກະລຸນາອອກຈາກຕັ່ງຂອງທ່ານດຽວນີ້ເລີຍແລ້ວຍ່າງໄປຂ້າງຫຼັງຫ້ອງປະຊຸມນີ້ ດຣ. ເຄແກນ ຈະພາທ່ານໄປບ່ອນງຽບໆເພື່ອທີ່ເຮົາສາມາດລົມກັບທ່ານກ່ຽວກັບການມອບຊີວິດ ແດ່ພຣະຄຣິດແລະຖືກລ້າງຄວາມບາບໂດຍພຣະໂລຫິດອັນບໍລິສຸດຂອງພຣະອົງ! ລີກະລຸ ນາມານຳເຮົາອະທິຖານເພື່ອຜູ້ທີ່ຕອບຮັບແດ່. ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍດຣ.ໄຄຣ້ທັນ ແອວ.ຊານ:ອິດສະຢາ 53:1-8
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“ພຣະຄຣິດເປັນຜູ້ໄຖ່” (ໂດຍ ເອວິສບີຄຣິສຕຽນເຊນ 1895-1985)


ໂຄງຮ່າງບົດເທດສະໜາ

ການອະທິບາຍແຫ່ງການຊົງໄຖ່
(ບົດເທດສະໜາ ຕອນທີ່ 9 ໃນອິດສະຢາ 53)

ໂດຍ ດຣ. ອາ.ແອວ.ໄຮເມີ ຈູເນຍ

“ທ່ານຖືກນຳໄປຈາກຄຸກແລະທ່ານບໍ່ໄດ້ຮັບຄວາມຍຸດຕິທຳເລີຍ ແລະຜູ້ໃດລະຈະປະກາດເຖິງພົງພັນຂອງທ່ານ ເພາະທ່ານຕ້ອງ ຖືກຕັດອອກໄປຈາກແຜ່ນດິນຂອງຄົນເປັນ ຕ້ອງຖືກຕີເພາະ ການລະເມີດຂອງຊົນຊາດຂອງເຮົາ” (ອິດສະຢາ 53:8)

(ອິດສະຢາ 53:7)

I.   ໜື່ງ ຂໍ້ພຣະຄຳໄດ້ອະທິບາຍເຖິງຄວາມທຸກຂອງພຣະຄຣິດ
ອິດສະຢາ 53:8ກ; ມັດທາຍ 26:64,66-67; 27:1-2,26;
ກິດຈະການ 8:32

II.   ສອງ ຂໍ້ພຣະຄຳພີອະທິບາຍເຖິງຊົ່ວເຊັນຄົນຂອງພຣະຄຣິດ
ອິດສະຢາ 53:8ຂ; ມາລະໂກ 15:19-20; ກິດຈະການ 13:28
2 ທິໂມທີ 3:5; ໂລມ 3:23

III.  ສາມ ຂໍ້ພຣະຄຳພີອະທິບາຍຄວາມໝາຍເລິກກວ່າເຖິງຄວາມທຸກທໍລະມານ ຂອງພຣະຄຣິດ ອິດສະຢາ 53:8ຄ; ຢາໂກໂບ 2:19