Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ລູກແກະທີ່ບໍ່ເປີດປາກ
(ຄຳເທດສະໜາ ຕອນທີ 8 ໃນອິດສະຢາ 53)

THE SILENCE OF THE LAMB
(SERMON NUMBER 8 ON ISAIAH 53)
(Laotian)

ໂດຍ ດຣ. ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄຳເທດສະໜາເທດທີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 24/3/2013
A sermon preached at the Baptist Tabernacle of Los Angeles
Lord’s Day Evening, March 24, 2013

“ທ່ານຖືກບີບບັງຄັບແລະຂົ່ມໃຈ ເຖິງຢ່າງນັ້ນທ່ານກໍບໍ່ເອີຍປາກ ເໝືອນລູກແກະທີ່ຖືກນໍາໄປຂ້າ ແລະເໝືອນແກະທີ່ເປັນໃບ້ຢູ່ ໜ້າຜູ້ຕັດຂົນຂອງມັນສັນໃດ ທ່ານກໍບໍ່ເອີຍປາກຂອງທ່ານເລີຍ ສັນນັ້ນ” (ອິດສະຢາ 53:7).


ມັນເປັນການດົນໃຈສະເໝີທີ່ໄດ້ຍິນຄຳເວົ້າສຸດທ້າຍຂອງຄຣິສຕຽນທີ່ຍອມຕາຍ ໂດຍທີ່ບໍ່ຍອມຖີ້ມຄວາມເຊື່ອຂອງຕົນ,ມັນຍົກໃຈເຮົາຂື້ນທີ່ໄດ້ຍິນຄຳເວົ້າການຕາຍຂອງເຂົາ ໂພລີຄາບ ຄືນັກເທດໃນຍຸກຕົ້ນໆຂອງສະຕະວັດທີ່ສອງ,ໃນພາສາອັງກິດຊື່ຂອງລາວຄືໂພລີ ຄາບແຕ່ໃນພາສາລາຕິນມີຊື່ວ່າໂພລີຄາພັສ, ໂພລີຄາບ ໄດ້ເປັນລູກສິດຂອງອັກຄະສາວົກ ໂຢຮັນ. ບໍພໍເທົ່າໃດປີຕໍ່ມາລາວໄດ້ຢືນຢູ່ຕໍ່ໜ້າຜູ້ຕັດສິນນອກສາສະໜາຊື່ງເວົ້າວ່າ“ ເຈົ້າຄື ຜູ້ເຖົ້າຄົນໜື່ງ,ມັນບໍ່ຈຳເປັນທີ່ເຈົ້າຕ້ອງຕາຍ…ຈົ່ງປະຕິຍານແລ້ວຂ້ອຍຈະປ່ອຍເຈົ້າໄປ,ມັນ ຈະເປັນໄພຫຍັງທີ່ຈະເວົ້າວ່າ ‘ຂ້າແຕ່ພະເຈົ້າຊີຊາ’ ແລະຖະວາຍເຄື່ອງຫອມ? ເຈົ້າບໍ່ຕ້ອງ ຖືກປະຫານໂດຍຊີຊາແລະຂ້ອຍກໍເຕັມໃຈທີ່ຈະປ່ອຍເຈົ້າໄປ, ປະຕິເສດພຣະຄຣິດແລ້ວເຈົ້າ ຈະມີຊີວິດຢູ່”

ໂພລີຄາບຕອບວ່າ “ແປດສິບຫົກປີທີ່ຂ້ອຍຮັບໃຊ້[ພຣະຄຣິດ]ແລະພຣະອົງບໍ່ເຄີຍ ເຮັດຜິດຕໍ່ຂ້ອຍ, ຂ້ອຍຈະດູໝີ່ນກະສັດຜູ້ຊ່ວຍຂ້ອຍໃຫ້ລອດໄດ້ແນວໃດ?” ຜູ້ຕັດສິນກ່າວ ວ່າ “ຂ້ອຍຈະເອົາເຈົ້າໄປເຜົາໄຟ” ໂພລີຄາພັສຕອບວ່າ “ໄຟທີ່ທ່ານຈະເອົາມາເຜົາຂ້ອຍ ນັ້ນມັນໄໝ້ຊົ່ວໂມງໜື່ງແລ້ວກໍດັບ, ແຕ່ທ່ານບໍ່ຮູ້ໄຟແຫ່ງການພິພາກສາທີ່ກຳລັງມາແລະ ການລົງໂທດເປັນນິດທີ່ມີໄວ້ສຳຫຼັບຄົນທີ່ບໍ່ເຊື່ອ[ຫຼົງຫາຍ]? ແຕ່ເປັນຫຍັງຈື່ງລໍຊ້າ?ມາເຖີດ ມາເຮັດໃນສິ່ງທີ່ທ່ານຄວນຈະເຮັດ”

ຜູ້ຕັດສິນຄົນນີ້ຈື່ງສົ່ງລາວໄປທີ່ລານປະຫານເພື່ອປະກາດແກ່ປະຊາຊົນດ້ວຍສຽງ ດັງວ່າ: “ໂພລີຄາບໄດ້ສາລະພາບວ່າຕົນເປັນຄຣິສຕຽນ” ພວກນອກສາສະໜາຈື່ງພາກັນ ຮ້ອງຂື້ນວ່າ “ເຜົາລາວເປັນໆ”, ເຂົາຈື່ງກຽມໄຟ ແລ້ວເພັດຊະຂາດຈື່ງຕອກໂພລີຄາບ ໄວ້ກັບເສົາ, ໂພລີຄາບເວົ້າຢ່າງໃຈເຢັນວ່າ “ປ່ອຍຂ້ອຍແບບທີ່ຂ້ອຍເປັນ ພຣະອົງຜູ້ຊົງ ຍອມໃຫ້ຂ້ອຍອົດທົນໄຟຈະຊົງໃຫ້ຂ້ອຍຢູ່ໂດຍບໍ່ຍ້າຍໄປໃສ,ໂດຍບໍ່ຕ້ອງມີຍາມເຝົ້າເບິ່ງ.

ໂພລີຄາບໄດ້ເປັ່ງສຽງອະທິຖານ,ສັນລະເສີນພຣະເຈົ້າຖືວ່າຕົນ“ສົມຄວນທີ່ຈະຕາຍ” ໄຟໄດ້ລຸກໂຊນຂື້ນແລະອ້ອມຮອບໂຕລາວ,ເມື່ອໂຕຂອງລາວບໍ່ລະລາຍໃນແປວໄຟ ເພັດ ຊະຂາດກໍເອົາມີດສັ້ນສອງຄົມແທງລາວ, ດັ່ງນັ້ນຊີວິດຂອງໂພລີຄາບຈື່ງໄດ້ຈົບລົງ ຊື່ງຜູ້ ເປັນສິດຍາພິບານທີ່ສະເມີນາແລະເປັນນັກຮຽນຂອງອັກຄະສາວົກໂຢຮັນ ( ເບິ່ງ ເຈມສ໌ຊີ ເຮັບເລ ວິລະບຸລຸດແຫ່ງຄວາມເຊື່ອ Moody Press, 1963, ໜ້າ 12-14).

ສະເປີໂຈນເວົ້າເຖິງເລື່ອງຂອງ“ເຈນບູເຊເອີ ຊາວແບ໊ບຕິດຜູ້ຍອມຕາຍ…ເມື່ອນາງ ຖືກນຳມາຢູ່ຕໍ່ຫນ້າເຄຣນເມີແລະຣິດເລ” ບາດຫຼວງສອງຄົນຂອງຄຣິສຕະຈັກແຫ່ງປະເທດ ອັງກິດ, ຊື່ງໄດ້ຕັດສິນແບ໊ບຕິດຜູ້ນີ້ໃຫ້ຖືກເຜົາທີ່ເສົາຫຼັກເມືອງ,ເຂົາເວົ້າໃຫ້ລາວວ່າການເຜົາ ມັນເຮັດໃຫ້ຕາຍງ່າຍ,ນາງຕອບພວກເຂົາວ່າ “ຂ້ານ້ອຍເປັນຜູ້ຮັບໃຊ້ຂອງພຣະຄຣິດແທ້ ຄືກັບທ່ານ, ແລະຖ້າທ່ານເຜົານ້ອງສາວຜູ້ທຸກຍາກຄົນນີ້ໃຫ້ຕາຍ, ຈົ່ງດູແລ[ລະວັງ]ຢ້ານວ່າ ພຣະເຈົ້າຈະປ່ອຍໝາປ່າແຫ່ງໂລມໃສ່ທ່ານ ແລະທ່ານຈະຕ້ອງທຸກທໍລະມານເພື່ອພຣະເຈົ້າ ເຊັ່ນກັນ” ລາວເວົ້າຖືກປານຫຍັງ ເພາະບໍ່ດົນປານໃດທັງສອງຄົນກໍຕາຍຍ້ອນຄວາມເຊື່ອ! (ເບິ່ງ C. H. Spurgeon, “All-Sufficiency Magnified,” The New Park Street Pulpit, volume VI, pp. 481-482).

ເຖິງແມ່ນວ່າຈະຜ່ານມາຫຼາຍສະຕະວັດແລ້ວ ໂພລີຄາບແລະເຈນບູເຊເອີ ໄດ້ໃຫ້ຂໍ້ ເຊື່ອທີ່ເຂັ້ມແຂງຫຼາຍໃນຕອນທີ່ພວກເຂົາຖືກເຜົາທີ່ເສົາຫຼັກເມືອງ,ແມ່ນພຣະເຢຊູຄຣິດເຈົ້າກໍ ບໍ່ໄດ້ເຮັດຫຍັງໃນຕອນທີ່ພຣະອົງຖືກທໍລະມານແລະສິ້ນພຣະຊົນ! ແມ່ນພຣະອົງຊົງກ່າວຕໍ່ ປະໂລຫິດໃຫຍ່, ແມ່ນພຣະອົງຊົງກ່າວກັບເຈົ້າເມືອງປີລາດຊາວໂລມັນ, ແຕ່ເມື່ອເວລາທີ່ ພຣະອົງຖືກຕີຈົນເກືອບຕາຍແລະຈາກນັ້ນກໍຖືກຄຶງທີ່ໄມ້ກາງແຂນ, ຄຳທີ່ຜູ້ທໍານາຍອິດສະ ຢາອະທິບາຍໄວ້ກັບຄວາມຈິງທີ່ໜ້າອັດສະຈັນວ່າ ພຣະອົງຊົງງຽບ!

“ທ່ານຖືກບີບບັງຄັບແລະຂົ່ມໃຈ ເຖິງຢ່າງນັ້ນທ່ານກໍບໍ່ເອີຍ ປາກ ເໝືອນລູກແກະທີ່ຖືກນໍາໄປຂ້າ ແລະເໝືອນແກະທີ່ ເປັນໃບ້ຢູ່ ໜ້າຜູ້ຕັດຂົນຂອງມັນສັນໃດ ທ່ານກໍບໍ່ເອີຍປາກ ຂອງທ່ານເລີຍສັນນັ້ນ” (ອິດສະຢາ 53:7)

ພຣະອົງບໍ່ເວົ້າຈັກຄຳຕອນທີ່ເຂົາຕີພຣະອົງ, ພຣະອົງບໍ່ເວົ້າຈັກຄຳຕອນທີ່ເຂົາຕອກພຣະອົງ ທີ່ໄມ້ກາງແຂນ! ໃຫ້ເຮົາມາທີ່ຂໍ້ພຣະຄໍາພີແລະດື່ມດໍາໃຫ້ເລິກເຊີ່ງດ້ວຍການຖາມສາມຄໍາ ຖາມແລະຕອບຄໍາຖາມເຫຼົ່ານັ້ນ.

I. ໜື່ງ ແມ່ນໃຜຄືຊາຍຄົນນີ້ທີ່ເອີ້ນວ່າເຢຊູ?

ແມ່ນໃຜຊື່ງຜູ້ທໍານາຍໄດ້ກ່າວເຖິງວ່າ:

“ທ່ານຖືກບີບບັງຄັບແລະຂົ່ມໃຈ ເຖິງຢ່າງນັ້ນທ່ານກໍບໍ່ເອີຍ ປາກ” (ອິດສະຢາ 53:7)

ພຣະຄຳພີບອກພວກເຮົາວ່າພຣະອົງຄືພຣະເຈົ້າແຫ່ງສະຫງ່າລາສີ,ພຣະບຸກຄົນທີ່ສອງຂອງ ສາມພຣະພາກ ພຣະເຈົ້າພຣະບຸດໃນສະພາບຂອງເນື້ອໜັງ! ຄືກັບຫຼັກຂໍ້ເຊື່ອກ່າວວ່າ “ພຣະເຈົ້າຍິ່ງໃຫຍ່ຂອງພຣະເຈົ້າຍິ່ງໃຫຍ່” ເຮົາບໍ່ຄວນຄິດວ່າພຣະເຢຊູເປັນພຽງຄູສອນທີ່ ເປັນມະນຸດທໍາມະດາຫຼືເປັນພຽງຜູ້ທໍານາຍເທົ່ານັ້ນ! ພຣະອົງບໍ່ໄດ້ຈົງຫ້ອງວ່າງໃຫ້ເຮົາຄິດ ເຖິງພຣະອົງໃນແບບເຫຼົ່ານີ້, ເພາະພຣະອົງກ່າວວ່າ:

“ເຮົາກັບພຣະບິດາເປັນອັນໜື່ງອັນດຽວກັນ” (ໂຢຮັນ10:30)

ອີກເທື່ອໜື່ງພຣະອົງກ່າວວ່າ:

“ເຮົາເປັນເຫດໃຫ້ຄົນທັງປວງເປັນຂື້ນແລະມີຊີວິດ ຜູ້ທີ່ ເຊື່ອໃນເຮົານັ້ນ ເຖິງແມ່ນວ່າເຂົາຕາຍໄປແລ້ວກໍຍັງຈະມີ ຊີວິດອີກ” (ໂຢຮັນ 11:25)

ຖ້າຫາກມີຊາຍຄົນອື່ນເວົ້າແບບນີ້ພວກເຮົາກໍຈະເອີ້ນລາວວ່າຜີບ້າ,ຄົນຫຼອກລວງ,ເສຍຈິດ, ເປັນບ້າຫຼືກໍ່ກວນ ແຕ່ເມື່ອພຣະເຢຊູກ່າວວ່າພຣະອົງແລະພຣະເຈົ້າພຣະບິດາເປັນອັນໜື່ງ ອັນດຽວກັນ,ແລະເມື່ອພຣະອົງກ່າວ່າ: “ເຮົາເປັນເຫດໃຫ້ຄົນທັງປວງເປັນຂື້ນແລະມີຊີວິດ” ແລະຄໍາເວົ້າແບບນັ້ນ ເຮົາຈະຢຸດແລະແມ່ນກະທັ່ງຄົນຊົ່ວທີ່ສຸດໃນພວກເຮົາຈະຕ້ອງປະ ຫຼາດໃຈຖ້າພຣະອົງຫາກບໍ່ແມ່ນດັ່ງທີ່ກ່າວ

ເຖິງແມ່ນວ່າຂ້າພະເຈົ້າບໍ່ເຫັນດ້ວຍກັບ ຊີ.ເອສ ລູອີສ ໃນຈຸດອື່ນສະເໝີ,ແລ້ວເຮົາ ຈະບໍ່ເຫັນດ້ວຍກັບຂໍ້ຄວາມທີ່ມີຊື່ສຽງຂອງລາວກ່ຽວກັບພຣະເຢຊູບໍ? ຊີເອສລູອິສ ເວົ້າວ່າ:

ຂ້າພະເຈົ້າກຳລັງພະຍາຍາມຢູ່ນີ້ເພື່ອປ້ອງກັນທຸກຄົນທີ່ ເວົ້າສິ່ງທີ່ໂງ່ໆຜິດໆກ່ຽວກັບພຣະອົງ “ຂ້າພະເຈົ້າພ້ອມທີ່ ຈະຍອມຮັບພຣະເຢຊູໃນຖານະຄູສອນສິນລະທໍາທີ່ຍິ່ງ ໃຫຍ່ແຕ່ບໍ່ຍອມຮັບທີ່ພຣະອົງອ້າງວ່າເປັນພຣະເຈົ້າ” ນັ້ນ ຄືສິ່ງໜື່ງທີ່ພວກເຮົາບໍ່ຄວນຈະເວົ້າ. ຊາຍຜູ້ເປັນພຽງມະ ນຸດຄົນໜື່ງແລະເວົ້າໃນສິ່ງທີ່ພຣະເຢຊູເວົ້າບໍ່ແມ່ນຄູສອນສິນລະທໍາທີ່ຍິ່ງໃຫຍ່, ລາວກໍເປັນຄົນບ້າ-ໃນລະດັບຂອງ ຄົນທີ່ເວົ້າກໍເປັນຄົນທີ່ລັກໄຂ່-ຫຼືລາວເປັນພະຍາມານແຫ່ງ ໄຟນາລົກ, ທ່ານຈະຕ້ອງເຮັດທາງເລືອກຂອງທ່ານ,ບໍ່ວ່າ ຈະເປັນຄືກັບຊາຍຄົນນີ້ຫຼືຄືກັບພຣະບຸດຂອງພຣະເຈົ້າ,ຫຼື ຄົນບ້າຄົນໜື່ງຫຼືບາງສິ່ງທີ່ຊົ່ວຮ້າຍ. ທ່ານສາມາດຈະຢຸດ ຢັ້ງພຣະອົງເພາະໂງ່, ທ່ານສາມາດຖົ່ມນ້ຳລາຍໃສ່ພຣະ ອົງແລະຂ້າພຣະອົງຄືກັບພະຍາມານໄດ້ ຫຼືທ່ານສາມາດ ລົ້ມລົງທີ່ພຣະບາດຂອງພຣະອົງແລະເອີ້ນພຣະອົງເປັນ ພຣະເຈົ້າ,ແຕ່ຢ່າໃຫ້ເຮົາມາຫາພຣະອົງພ້ອມກັບສະໜັບ ສະໜູນຄຳເວົ້າເຫຼວໄຫຼວ່າພຣະອົງເປັນຄູສອນມະນຸດທີ່ ຍິ່ງໃຫຍ່,ພຣະອົງຍັງບໍ່ໄດ້ເປີດເຜີຍໃຫ້ເຮົາຮູ້,ພຣະອົງ ບໍ່ໄດ້ຕັ້ງໃຈໃຫ້ເປັນແບບນັ້ນ (C. S. Lewis, Ph.D., Mere Christianity, Harper Collins, 2001, p. 52).

“ທ່ານສາມາດຖົ່ມນ້ຳລາຍໃສ່ພຣະອົງແລະຂ້າພຣະອົງເໝືອນກັບພະຍາມານຫຼືທ່ານສາມາດ ລົ້ມລົງທີ່ພຣະບາດຂອງພຣະອົງແລ້ວເອີ້ນພຣະອົງເປັນພຣະເຈົ້າ…ທ່ານຈະຕ້ອງເລືອກທາງ ຂອງທ່ານເອງ” ເພາະພຣະເຢຊູຊົງກ່າວວ່າ:

“ເຮົາເປັນທາງນັ້ນ ເປັນຄວາມຈິງແລະເປັນຊີວິດ ບໍ່ມີຜູ້ໃດ ໄປເຖິງພຣະບິດາໄດ້ນອກຈາກມາທາງເຮົາ”(ໂຢຮັນ 14:6)

ທ່ານສາມາດມີໄດ້! ທ່ານບໍ່ສາມາດປະສົມພຣະເຢຊູກັບສາສະໜາພຸດ ຫຼື ສາສະ ໜາຮິນດູ ຫຼືອິດສະລາມ ເພາະພຣະເຢຊູ “ຍັງບໍ່ໄດ້ເປີດເຜີຍໃຫ້ເຮົາຮູ້, ພຣະອົງບໍ່ໄດ້ ຕັ້ງໃຈ” ພຣະຄຣິດບໍ່ໄດ້ປະໃຫ້ມີທາງເລືອກອື່ນ,ພຣະອົງຕັດວ່າ “ບໍ່ມີຜູ້ໃດໄປເຖິງພຣະບິດາ ໄດ້ນອກຈາກມາທາງເຮົາ” ຄືກັບຊີເອສລູອີສໄດ້ເວົ້າວ່າ “ທ່ານສາມາດຖົ່ມນ້ຳລາຍໃສ່ ພຣະອົງແລະຂ້າພຣະອົງໄດ້… ຫຼືທ່ານສາມາດລົ້ມລົງທີ່ພຣະບາດຂອງພຣະອົງແລະຮ້ອງ ພຣະອົງເປັນພຣະເຈົ້າ…ທ່ານຕ້ອງເລືອກທາງຂອງທ່ານ” ມັນຄືທາງນີ້ຫຼືອັນອື່ນ, ບໍ່ມີໃຜ ຢູ່ລະຫວ່າງກາງແບບນີ້ໄດ້! ພວກເຂົາອາດຈະແກ້ງເປັນ,ແຕ່ພວກເຂົາຈະບໍ່ມີມື້ວາງຕົວເປັນ ກາງໄດ້ “ພຣະອົງຍັງບໍ່ໄດ້ເປີດເຜີຍໃຫ້ເຮົາຮູ້”

II. ສອງ ເປັນຫຍັງພຣະເຢຊູຫລົ້ມເລວທີ່ຈະປ້ອງກັນພຣະອົງເອງ ຈາກພວກທີ່ທໍລະມານແລະຂ້າພຣະອົງ?

ເປັນຫຍັງຈື່ງເປັນແນວນັ້ນ

“ທ່ານຖືກບີບບັງຄັບແລະຂົ່ມໃຈ ເຖິງຢ່າງນັ້ນທ່ານກໍບໍ່ເອີຍ ປາກ”? (ອິດສະຢາ 53:7)

ນັກວິທະຍາສາດຜູ້ຍິ່ງໃຫຍ່ອັນເບີດໄອສະຕາຍນ໌ ເຖິງວ່າລາວບໍ່ແມ່ນຄຣິສຕຽນໄດ້ເວົ້າວ່າ:

ບໍ່ມີຈັກຄົນສາມາດອ່ານຂ້າວປະເສີດ [ສີ່ເຫຼັ້ມ] ໂດຍປາສະ ຈາກຄວາມຮູ້ສຶກການພຣະຊົນຢູ່ຂອງພຣະເຢຊູ, ພຣະບຸກ ຄົນຂອງພຣະອົງປາກົດຢູ່ໃນທຸກໆຄຳ, ບໍ່ມີຕຳນານໃດທີ່ ເຕັມດ້ວຍຊີວິດແບບນັ້ນ (Albert Einstein, Ph.D., The Saturday Evening Post, October 26, 1929).

ໃນຕອນທີ່ພຣະອົງຖືກຕີແລະຄຶງພຣະເຢຊູບໍ່ໄດ້ເວົ້າຫຍັງເລີຍ! ເປັນຫຍັງພຣະເຢຊູຫລົ້ມ ເລວທີ່ຈະປ້ອງກັນພຣະອົງເອງຈາກພວກທີ່ທໍລະມານແລະຂ້າພຣະອົງ? ນັກປັດຊະຍາຊາວ ຝຣັ່ງຊື່ ຣູເຊີ ຄົນບໍ່ເຊື່ອຢູ່ໃກ້ກັບຄຳຕອບຕໍ່ຄຳຖາມນັ້ນຢ່າງໜ້າແປກໃຈເມື່ອລາວເວົ້າວ່າ:

ຖ້າໂຊຄຣະຕີສ ຫາກມີຊີວິດແລະຕາຍຢ່າງນັກປັດຊະຍາ, ພຣະເຢຊູກໍມີຊີວິດແລະຕາຍຢ່າງພຣະເຈົ້າ (Jean-Jacques Rousseau, French philosopher, 1712-1778).

ພຣະເຢຊູບໍ່ໄດ້ປ້ອງກັນພຣະອົງເອງເພາະວ່າພຣະປະສົງຂອງພຣະອົງໃນການລົງ ມາໃນໂລກເພື່ອທຸກທໍລະມານແລະຕາຍທີ່ໄມ້ກາງແຂນ ໜື່ງປີກ່ອນທີ່ພຣະອົງຖືກຄຶງພຣະ ເຢຊູໄດ້ເຮັດໃຫ້ມັນຊັດເຈນ:

“ຕັ້ງແຕ່ເວລານັ້ນມາ ພຣະເຢຊູຊົງເລີ່ມເປີດເຜີຍແກ່ພວກສາວົກຂອງພຣະອົງວ່າ ພຣະອົງຈະຕ້ອງສະເດັດໄປກຸງເຢລູຊາເລັມ ແລະຈະຕ້ອງທົນທຸກທໍລະມານຫລາຍປະການຈາກພວກຜູ້ໃຫຍ່ ແລະພວກປະໂລຫິດໃຫຍ່ແລະພວກນັກທຳ ຈົນຕ້ອງຖືກປະຫານເສຍ ແຕ່ໃນວັນທີ່ສາມຈະຊົງຖືກຊຸບໃຫ້ເປັນຂຶ້ນມາໃໝ່” (ມັດທາຍ 16:21)

ນັກປະຍຸກໃຊ້ຄຳອະທິບາຍພຣະຄຳພີໃຫມ່ ກ່າວວ່າ

ເປໂຕຫາກໍສາລະພາບວ່າພຣະເຢຊູຄືພຣະຄຣິດພຣະເມສິຍາ ພຣະບຸດຂອງພຣະເຈົ້າຜູ້ດຳລົງພຣະຊົນຢູ່ [ມາລະໂກ 8:29] ແຕ່ [ເປໂຕ] ຍັງບໍ່ເຂົ້າໃຈວ່າພຣະຄຣິດເຂົ້າມາໃນ ໂລກເພື່ອເຮັດຫຍັງ, ລາວກໍຄິດຄືກັບຄົນຢິວອື່ນໆຄິດວ່າ ພຣະຄຣິດໄດ້ສະເດັດມາເພື່ອເປັນກະສັດໃນໂລກນີ້, ເຫດ ສະນັ້ນ ເມື່ອພຣະເຢຊູບອກລາວວ່າ[ພຣະອົງ]ຈະຕ້ອງທົນ ທຸກທໍລະມານຫຼາຍຢ່າງແລະ…ຈະຖືກຂ້າ, ເປໂຕຈື່ງຍອມ ຮັບມັນບໍ່ໄດ້,ລາວຕຳນິພຣະເຢຊູທີ່ພຣະອົງກ່າວແບບນັ້ນ. ພຣະເຢຊູຍັງໄດ້ກ່າວວ່າຫຼັງຈາກນັ້ນສາມວັນພຣະອົງຈະ ຟື້ນຂື້ນມາອີກຄັ້ງໜື່ງ, ພຣະເຢຊູຊົງຮູ້ວ່າບໍ່ພຽງແຕ່ພຣະ ອົງຈະຕາຍແຕ່ຍັງຈະຊົງຟື້ນຂື້ນມາໃຫມ່ໃນວັນທີ່ສາມເຊັ່ນ ກັນ, ພວກສາວົກບໍ່ເຂົ້າໃຈເລື່ອງນີ້ຢູ່ດີ (Thomas Hale, The Applied New Testament Commentary, Kingsway Publications, 1996, pp. 260-261).

ແຕ່ພວກເຮົາ ຄວນຈະເຂົ້າໃຈ ພຣະຄໍາພີກ່າວວ່າ:

“ພຣະເຢຊູຄຣິດໄດ້ສະເດັດມາໃນໂລກເພື່ອຈະໄດ້ຊ່ວຍຄົນບາບໃຫ້ລອດ” (1 ຕີໂມທຽວ 1:15)

ໂດຍຄວາມຕາຍຂອງພຣະອົງເພື່ອຄວາມບາບຂອງເຮົາເທິງໄມ້ກາງແຂນແລະໂດຍການ ຟື້ນຄືນພຣະຊົນຂອງພຣະອົງຈື່ງໄດ້ປະທານຊີວິດແກ່ເຮົາ, ພຣະເຢຊູບໍ່ໄດ້ກ່າວອອກໄປ ແລະປ້ອງກັນພຣະອົງເອງຕອນທີ່ຖືກຕີແລະຖືກຄຶງ ຄືກັບທີ່ພຣະອົງກ່າວແກ່ປີລາດເຈົ້າ ເມືອງວ່າ “ເພາະເຫດນີ້ເຮົາຈື່ງເກີດມາແລະເຂົ້າມາໃນໂລກ”(ໂຢຮັນ 18:37)

III. ສາມ ພຣະຄຳພີບອກເຮົາແນວໃດກ່ຽວກັບຄວາມງຽບແຫ່ງ ຄວາມທຸກທໍລະມານຂອງພຣະເຢຊູ?

ກະລຸນາຢືນຂື້ນແລ້ວອ່ານ ອິດສະຢາ 53:7 ດັງອີກເທື່ອໜື່ງ

“ທ່ານຖືກບີບບັງຄັບແລະຂົ່ມໃຈ ເຖິງຢ່າງນັ້ນທ່ານກໍບໍ່ເອີຍ ປາກ ເໝືອນລູກແກະທີ່ຖືກນໍາໄປຂ້າ ແລະເໝືອນແກະທີ່ ເປັນໃບ້ຢູ່ ໜ້າຜູ້ຕັດຂົນຂອງມັນສັນໃດ ທ່ານກໍບໍ່ເອີຍປາກ ຂອງທ່ານເລີຍສັນນັ້ນ” (ອິດສະຢາ 53:7)

ເຊີນນັ່ງລົງໄດ້

“ທ່ານຖືກບີບບັງຄັບແລະຂົ່ມໃຈ” ດຣ.ຢັງເວົ້າວ່າປະໂຫຍກນີ້ສາມາດແປໄດ້ວ່າ “ທ່ານ[ອະນຸຍາດ]ທ່ານເອງໃຫ້ຖືກຂົ່ມໃຈ” “ໃນການຖືກຂົ່ມໃຈພຣະອົງອາສາທຸກທໍລະມານ ບໍ່ປ້ອງກັນຕົນເອງຫຼືບໍ່ມີການປະທ້ວງຈາກປາກຂອງພຣະອົງ. ບໍ່ມີຜູ້ໃດສາມາດອ່ານ[ຄຳພະ ຍາກອນນີ້] ໂດຍປາສະຈາກການຄິດເຖິງການເຮັດໃຫ້ສໍາເລັດ,ຕອນທີ່ຢູ່ຕໍ່ໜ້າບັນລັງພິພາກ ສາຂອງປີລາດຜູ້ຮັບໃຊ້ທີ່ແທ້ຈິງບໍ່ໄດ້ຕອບຄໍາໃດໆ, ‘ເມື່ອພຣະອົງຖືກດ່າບໍ່ໄດ້ດ່າຕອບ’ [ເມື່ອພຣະອົງທົນທຸກພຣະອົງບໍ່ໄດ້ເຮັດຫຍັງ]” (ອີງຈາກ Edward J. Young, Ph.D., The Book of Isaiah, Eerdmans, 1972, volume 3, pp. 348-349).

“ປີລາດຈຶ່ງກ່າວແກ່ພຣະອົງວ່າ "ຊຶ່ງເຂົາໄດ້ກ່າວຄວາມໃສ່ຮ້າຍທ່ານເປັນຫລາຍປະການນີ້ ທ່ານບໍ່ໄດ້ຍິນບໍ ແຕ່ພຣະອົງກໍບໍ່ໄດ້ຕັດຕອບທ່ານຈັກຄຳດຽວ ເຈົ້າເມືອງຈຶ່ງອັດສະຈັນໃຈຫຼາຍ” (ມັດທາຍ 27:13-14)

“ຝ່າຍພວກປະໂລຫິດໃຫຍ່ໄດ້ຟ້ອງກ່າວໂທດພຣະອົງເປັນຫລາຍປະການ ແຕ່ພຣະອົງບໍ່ຕັດຕອບປະການໃດ ປີລາດຈຶ່ງຖາມພຣະອົງອີກວ່າ "ທ່ານບໍ່ຕອບອັນໃດບໍ ເບິ່ງແມ້ ເຂົາກ່າວຄວາມໃສ່ຮ້າຍທ່ານຫລາຍປະການ" ແຕ່ພຣະເຢຊູບໍ່ໄດ້ຕັດຕອບປະການໃດອີກ ປີລາດຈຶ່ງອັດສະຈັນໃຈ” (ມາລະໂກ 15:3-5)

“ທ່ານຖືກບີບບັງຄັບແລະຂົ່ມໃຈ ເຖິງຢ່າງນັ້ນທ່ານກໍບໍ່ເອີຍ ປາກ ເໝືອນລູກແກະທີ່ຖືກນໍາໄປຂ້າ ແລະເໝືອນແກະທີ່ ເປັນໃບ້ຢູ່ ໜ້າຜູ້ຕັດຂົນຂອງມັນສັນໃດ ທ່ານກໍບໍ່ເອີຍປາກ ຂອງທ່ານເລີຍສັນນັ້ນ” (ອິດສະຢາ 53:7)

ໃນອິດສະຢາ 53:7 ພຣະຄຣິດຖືກປຽບທຽບຄືກັບລູກແກະ,ໃນພັນທະສັນຍາເດີມ ຄົນຈະເອົາແກະໄປຂ້າເພື່ອຖະວາຍມັນແດ່ພຣະເຈົ້າ, ໃນການກຽມແກະເພື່ອຈະເອົາໄປຖະ ວາຍເຂົາຈະຕັດຂົນແກະອອກໃຫ້ໝົດ, ລູກແກະຢືນງຽບໆໃນຕອນທີ່ຖືກຕັດຂົນ, ໃນຖານະ ເປັນເຄື່ອງບູຊາ ແກະຈະງຽບຕອນທີ່ມັນຖືກຕັດຂົນແລະຂ້າ “ດັ່ງນັ້ນທ່ານກໍບໍ່ເອີຍປາກ” (ອິດສະຢາ 53:7)

ໂຢຮັນຜູ້ໃຫ້ບັບຕິດສະມາກໍໄດ້ທຽບພຣະເຢຊູຄືກັບລູກແກະເຊັ່ນກັນຕອນທີ່ເວົ້າວ່າ

“ຈົ່ງເບິ່ງ ລູກແກະຂອງພຣະເຈົ້າ ຜູ້ຊົງຮັບເອົາຄວາມຜິດ ບາບຂອງໂລກໄປ” (ໂຢຮັນ 1:29)

ເມື່ອເຮົາໄດ້ວາງໃຈໃນພຣະຄຣິດໂດຍຄວາມເຊື່ອແລ້ວ,ການເສຍສະຫຼະຂອງພຣະອົງເທິງໄມ້ກາງແຂນໄດ້ຈ່າຍຄ່າບາບຂອງເຮົາໝົດແລ້ວ,ແລະເຮົາຢືນຢູ່ຕໍ່ໜ້າພຣະເຈົ້າໂດຍ ບໍ່ມີບາບ, ຄວາມຊົ່ວຊ້າຂອງເຮົາຖືກໄຖ່ໂດຍຄວາມຕາຍຂອງພຣະອົງທີ່ໄມ້ກາງແຂນ,ແລະ ຄວາມຜິດບາບຂອງເຮົາຖືກລ້າງຊຳລະແລ້ວໂດຍພຣະໂລຫິດທີ່ຫຼັ່ງລົງມາຈາກທີ່ນັ້ນ.

ເດວິດເບຣນເນີດ ມິດຊັນນາລີຜູ້ໂດ່ງດັງທີ່ໄປຫາຊາວອິນເດຍແດງ,ປະກາດຄວາມ ຈິງຜ່ານທາງການຮັບໃຊ້ຂອງຕົນ,ໃນຖານະເປັນນັກເທດອິນເດຍແດງລາວເວົ້າວ່າ “ຂ້ອຍບໍ່ ເຄີຍອອກຫ່າງຈາກພຣະເຢຊູແລະການເສຍສະຫຼະຂອງພຣະອົງ, ມີຢູ່ເທື່ອໜື່ງທີ່ຂ້ອຍພົບ ວ່າຄົນເຫຼົ່ານີ້ຍຶດໝັ້ນໂດຍສິ່ງທີ່ຍິ່ງໃຫຍ່…ໝາຍເຖິງການເສຍສະຫຼະຂອງພຣະຄຣິດໃນ ນາມຂອງເຮົາ, ຂ້ອຍບໍ່ໄດ້ໃຫ້ຄຳແນະນຳຫຼາຍຢ່າງແກ່ເຂົາໃນການປ່ຽນແປງນິໄສ” (Paul Lee Tan, Th.D., Encyclopedia of 7,700 Illustrations, Assurance Publishers, 1979, p. 238).

ຂ້າພະເຈົ້າຮູ້ວ່າມັນຄືຄວາມຈິງໃນປະຈຸບັນນີ້ເຊັ່ນກັນ ເຮົາໄດ້ເຫັນຄັ້ງໜື່ງແລ້ວ

“ພຣະຄຣິດໄດ້ຊົງວາຍພຣະຊົນເພາະບາບຂອງເຮົາທັງ ຫຼາຍ ຕາມທີ່ຂຽນໄວ້ໃນພຣະຄຳພີ” (1 ໂກລິນໂທ 15:3)

ແລະຄັ້ງໜື່ງທ່ານໄດ້ຖະວາຍຕົວເພື່ອຖືກຄຶງຕາຍແລະຟື້ນຂື້ນມາກັບພຣະຄຣິດທ່ານກໍໄດ້ ເປັນຄຣິສຕຽນ, ຄວາມສະຫງົບສຸກຄືການປຽບທຽບງ່າຍໆເພື່ອທີ່ຈະອະທິບາຍແລະເຂົ້າໃຈ ຈົ່ງວາງໃຈພຣະຄຣິດໂດຍຄວາມເຊື່ອແລ້ວທ່ານຈະລອດ

ຄືກັບທີ່ພຣະອົງຊົງວາຍພຣະຊົນ ສະເປີໂຈນໄດ້ເວົ້າວ່າ “ສາສະໜາສາດຂອງຂ້າ ພະເຈົ້າພົບຢູ່ໃນສີ່ຄຳນ້ອຍໆ ພຣະເຢຊູຕາຍເພື່ອຂ້າ, ຂ້າພະເຈົ້າບໍ່ອາດເວົ້າຄຳນີ້ໃນຄຳເທດ ສະໜາຖ້າຫາກຂ້າພະເຈົ້າບໍ່ໄດ້ຟື້ນຂື້ນມາອີກຄັ້ງໜື່ງ ແຕ່ມັນຫຼາຍພຽງພໍທີ່ຈະຕາຍຕາມ, ພຣະເຢຊູຕາຍເພື່ອຂ້າ,”(ເຫຼັ້ມດຽວກັນ) ທ່ານເວົ້າແບບນັ້ນໄດ້ບໍ? ທ່ານເວົ້າໄດ້ບໍວ່າ “ພຣະເຢຊູຕາຍເພື່ອຂ້າ,ແລະຂ້າພະເຈົ້າຂໍຖະວາຍຊີວິດແດ່ພຣະອົງແລະວາງໃຈໃນພຣະອົງ ສຳຫຼັບຄວາມລອດທີ່ຄົບຖ້ວນໂດຍພຣະໂລຫິດແລະຄວາມຊອບທຳຂອງພຣະອົງ”? ຂໍພຣະ ເຈົ້ານຳໃຈຂອງທ່ານໃຫ້ມີຄວາມເຊື່ອທີ່ຈະເຮັດແບບນັ້ນ. ເອແມນ

ຂໍທຸກຄົນຢືນຂື້ນແລ້ວຮ້ອງເພງບົດທີ່ຫົກໃນປື້ມເພງຂອງທ່ານ “ແລະສາມາດເປັນ ໄປໄດ້ບໍ?” ແຕ່ງໂດຍ ຊາດສ໌ເວສເລ

ແລະສາມາດເປັນໄປໄດ້ບໍທີ່ຂ້າຄວນໄດ້ຮັບ
ຄວາມສົນໃຈໃນພຣະໂລຫິດຂອງພຣະຜູ້ຊ່ວຍໃຫ້ລອດ
ພຣະອົງຊົງເຈັບຊົງຕາຍກໍເພື່ອຂ້າ
ເພື່ອຂ້າ ຜູ້ຊື່ງພຣະອົງຊົງຍອມຕາຍແທນ
ຄວາມຮັກອັນອັດສະຈັນ ເປັນໄປໄດ້ຈັ່ງໃດ
ວ່າພຣະອົງພຣະເຈົ້າຂອງຂ້າ ຄວນຕາຍເພື່ອຂ້າບໍ?
ຄວາມຮັກອັນອັດສະຈັນ ເປັນໄປໄດ້ຈັ່ງໃດ
ວ່າພຣະອົງພຣະເຈົ້າຂອງຂ້າ ຄວນຕາຍເພື່ອຂ້າບໍ?
(“ແລະສາມາດເປັນໄປໄດ້ບໍ?” ແຕ່ງໂດຍ ຊາດຊ໌ເວສເລ 1707-1788)

ຖ້າທ່ານຫາກສຳນຶກວ່າພຣະເຢຊູສາມາດຍົກໂທດບາບຂອງທ່ານແລະຊ່ວຍຈິດວິນ ຍານຂອງທ່ານໄດ້,ພວກເຮົາຢາກຈະລົມກັບທ່ານກ່ຽວກັບຈະເປັນຄຣິສຕຽນໄດ້ແນວໃດ,ກະລຸນາລຸກຂື້ນແລ້ວຍ່າງໄປທາງຫຼັງຫ້ອງນີ້, ດຣ. ເຄແກນ ຈະພາທ່ານໄປຫ້ອງທີ່ສະຫງົບ ບ່ອນທີ່ພວກເຮົາສາມາດສົນທະນາກັນໄດ້, ໄປດຽວນີ້ເລີຍຢູ່ຫຼັງຫ້ອງປະຊຸມ, ຂໍໃຫ້ລີ ຊ່ວຍ ມາອະທິຖານເພື່ອຜູ້ທີ່ຕອບຮັບແດ່. ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍດຣ.ໄຄຣ້ທັນ ແອວ.ຊານ:ອິດສະຢາ 52:13-53:7.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“ມົງກຸດໜາມ” (ໂດຍ ໄອຣາ ເອັບ ສະແຕນຟິວ 1914-1993).


ໂຄງຮ່າງບົດເທດສະໜາ

ລູກແກະທີ່ບໍ່ເປີດປາກ
(ຄຳເທດສະໜາ ຕອນທີ 8 ໃນອິດສະຢາ 53)

ໂດຍ ດຣ. ອາ.ແອວ.ໄຮເມີ ຈູເນຍ

“ທ່ານຖືກບີບບັງຄັບແລະຂົ່ມໃຈ ເຖິງຢ່າງນັ້ນທ່ານກໍບໍ່ເອີຍປາກ ເໝືອນລູກແກະທີ່ຖືກນໍາໄປຂ້າ ແລະເໝືອນແກະທີ່ເປັນໃບ້ຢູ່ ໜ້າຜູ້ຕັດຂົນຂອງມັນສັນໃດ ທ່ານກໍບໍ່ເອີຍປາກຂອງທ່ານເລີຍ ສັນນັ້ນ” (ອິດສະຢາ 53:7).

I.    ໜື່ງ ແມ່ນໃຜຄືຊາຍຄົນນີ້ທີ່ເອີ້ນວ່າພຣະເຢຊູ? ໂຢຮັນ 10:30 11:25; 14:6.

II.  ສອງ ເປັນຫຍັງພຣະເຢຊູຫລົ້ມເລວທີ່ຈະປ້ອງກັນພຣະອົງເອງ ຈາກພວກທີ່ທໍລະມານແລະຂ້າພຣະອົງ? ມັດທາຍ 16:21 1ຕີໂມທຽວ 1:15; ໂຢຮັນ 18:37.

III.  ສາມ ພຣະຄຳພີບອກເຮົາແນວໃດກ່ຽວກັບຄວາມງຽບແຫ່ງ ຄວາມທຸກທໍລະມານຂອງພຣະເຢຊູ? ມັດທາຍ 27:13-14; ມາລະໂກ 15:3-5; ໂຢຮັນ 1:29; 1 ໂກລິນໂທ 15:3.