Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ບາດແຜ,ຮອຍຊ້ຳແລະການຖືກຕີຂອງພຣະເຢຊູ

(ບົດເທດສະໜາ ຕອນທີ່ 6 ໃນອິດສະຢາ 53)

JESUS WOUNDED, BRUISED AND BEATEN
(SERMON NUMBER 6 ON ISAIAH 53)

(Laotian)

ໂດຍ.ດຣ. ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄຳເທດສະໜາເທດທີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນເສົາ 23/3/2013
A sermon preached at the Baptist Tabernacle of Los Angeles
Saturday Evening, March 23, 2013

“ແຕ່ທ່ານຖືກບາດເຈັບເພາະການລະເມີດຂອງເຮົາທັງຫຼາຍ ທ່ານຟົກ ຊ້ຳເພາະຄວາມຊົ່ວຊ້າຂອງເຮົາ ການຕີສອນທີ່ເຮັດໃຫ້ເຮົາທັງຫຼາຍ ປອດໄພນັ້ນຕົກແກ່ທ່ານ ທີ່ຕ້ອງຟົກຊ້ຳນັ້ນກໍໃຫ້ເຮົາຫາຍດີ” (ອິດສະຢາ 53:5)


ຄຳກຣີກສອງຄຳໃນໂລມບົດທີ່ໜື່ງສາມາດໃຊ້ເພື່ອສະແດງເຖິງຄວາມແຕກຕ່າງລະຫວ່າງການຮູ້ຈັກບາງສິ່ງບາງຢ່າງແລະການມີຄວາມຮູ້ເຕັມລົ້ນກ່ຽວກັບເລື່ອງນັ້ນ. ພວກເຮົາ ຖືກບອກໃນໂລມ 1:21 ວ່າຄົນສະໄໝບູຮານ “ຮູ້ຈັກພຣະເຈົ້າ”, ພາສາກຣີກຄໍາວ່າ“ຮູ້ຈັກ” ຄື “ນໍສິສ” ໝາຍຄວາມວ່າພວກເຂົາຮູ້ຈັກກ່ຽວກັບພຣະເຈົ້າ, ແຕ່ໃນໂລມ 1:28 ບອກວ່າ: ພວກເຂົາບໍ່ “ຍອມຮູ້ຈັກພຣະເຈົ້າ”, ຄໍາວ່າ “ຍອມຮູ້ຈັກ” ໃນນີ້ຄື “ເອພິນໍສິສ” ເປັນການ ເນັ້ນຍ້ຳຮູບແບບຂອງນໍສິສ[ການຮູ້], ສະແດງອອກເຖິງການເຕັມໄປດ້ວຍຄວາມຮູ້ກັບລິດ ອໍານາດແຫ່ງການຊັກນຳ(ເບິ່ງ ດັບເບີ້ນຢູ.ອີ.ວາຍ An Expository Dictionary of New Testament Words, Revell, 1966, volume II, p. 301) ເຖິງແມ່ນວ່າຄົນບູຮານຮູ້ຈັກກັບ ພຣະເຈົ້າ[ນໍສິສ]ກໍຕາມ,ພວກເຂົາກໍບໍ່ມີຄວາມຮູ້ສ່ວນຕົວຂອງພຣະອົງ[ເອພິນໍສິສ],ພວກເຂົາ ບໍ່ໄດ້ຮູ້ຈັກກັບພຣະເຈົ້າເປັນການສ່ວນຕົວ.

ເມື່ອພວກເຮົາສັງເກດພິທີສິນມະຫາສະໜິດຂອງພຣະເຈົ້າ, ຂ້າພະເຈົ້າຄິດວ່າຄຳ ພາສາກຣີກໃນໂລມບົດທີ່ໜື່ງໄດ້ພັນລະນາເຖິງພວກທ່ານທີ່ແນມເບິ່ງພວກເຮົາຈັບເຂົ້າຈີ່ແລະຈອກນໍ້າອະງຸ່ນ,ແຕ່ບໍ່ສາມາດຮ່ວມໄດ້ເພາະທ່ານຍັງບໍ່ທັນຮັບເຊື່ອ, ພາຍນອກແລະ ພາຍໃນຈິດໃຈທ່ານຮູ້ຈັກວ່າສິນມະຫາສະໜິດມັນໝາຍເຖິງຫຍັງແຕ່ທ່ານບໍ່ຮູ້ຈັກຜ່ານທາງ ປະສົບການວ່າພຣະຄຣິດເປັນພາບແນວໃດແດ່, ທ່ານມີ“ຄວາມຮູ້”ກ່ຽວກັບມັນ(“ນໍສິສ”ກ່ຽວ ກັບມັນ) ແຕ່ທ່ານບໍ່ມີຄວາມຮູ້ທີ່ເຕັມລົ້ນ(ເອພີນໍສິສ)ຂອງພຣະຄຣິດ, ທ່ານບໍ່ຮູ້ຈັກພຣະເຢຊູຄຣິດພຣະອົງເອງ.

ແລະໃນຂໍ້ພຣະຄຳພີຂອງເຮົາ. ຈາກພາຍນອກທ່ານອາດຈະຮູ້ຈັກຂອງຄຳແລະ ຄວາມໝາຍຂອງມັນ,ແຕ່ທ່ານຍັງບໍ່ເຂົ້າໃຈເຖິງຄວາມໝາຍຂ້າງໃນຂອງມັນ, ຄວາມເຂົ້າໃຈ ທີ່ເຕັມລົ້ນຂອງມັນໃນທາງທີ່ວ່າ “ລິດອຳນາດທີ່ຊັກນຳ” ທ່ານ(ເຫຼັ້ມດຽວກັນ) ສະນັ້ນມັນຄື ເປົ້າໝາຍຂອງຂ້າພະເຈົ້າທີ່ຈະນຳທ່ານສູ່ຄວາມໝາຍທີ່ເລິກລົງໄປອີກໃນຂໍ້ພຣະຄຳພີຂອງ ເຮົາ, ຫວັງວ່າຄວາມຮູ້ຂ້າງໃນຂອງທ່ານຕໍ່ຄຳເຫຼົ່ານີ້ຈະເລິກລົງອີກກ່ຽວກັບປະສົບການກັບ ພຣະເຢຊູຄຣິດເຈົ້າ.

“ແຕ່ທ່ານຖືກບາດເຈັບເພາະການລະເມີດຂອງເຮົາທັງຫຼາຍ ທ່ານຟົກຊ້ຳເພາະຄວາມຊົ່ວຊ້າຂອງເຮົາ ການຕີສອນທີ່ເຮັດ ໃຫ້ເຮົາທັງຫຼາຍປອດໄພນັ້ນຕົກແກ່ທ່ານ ທີ່ຕ້ອງຟົກຊ້ຳນັ້ນ ກໍໃຫ້ເຮົາຫາຍດີ” (ອິດສະຢາ 53:5)

ນີ້ຄືຂໍ້ພຣະຄຳພີທີ່ຈະມັດໃຈຂອງທ່ານຖ້າທ່ານຫວັງທີ່ຈະກັບໃຈ, ຂ້າພະເຈົ້າຂໍອະທິຖານໃຫ້ມັນເຄື່ອນໄຫວທ່ານຈາກຄວາມຮູ້ສູ່ການເຊື່ອວາງໃຈໃນພຣະເຢຊູຄຣິດຢ່າງແທ້ຈິງ- ຜູ້ຊົງ ສິ້ນພຣະຊົນທີ່ໄມ້ກາງແຂນເພື່ອຈ່າຍຄ່າບາບຂອງທ່ານ.

I. ໜື່ງ,ພຣະຄຣິດຊົງບາດເຈັບເພາະການລະເມີດຂອງເຮົາ ຟົກຊ້ຳເພາະຄວາມຊົ່ວຊ້າຂອງເຮົາ

“ແຕ່ທ່ານຖືກບາດເຈັບເພາະການລະເມີດຂອງເຮົາທັງຫຼາຍ ທ່ານຟົກຊ້ຳເພາະຄວາມຊົ່ວຊ້າຂອງເຮົາ” (ອິດສະຢາ 53:5)

ຄຳແລກ “ແຕ່” ສະແດງໃຫ້ເຫັນເຖິງຄວາມແຕກຕ່າງລະຫວ່າງຄວາມຄິດຜິດໆ ທີ່ ອະທິບາຍຕອນທ້າຍຂອງຂໍ້ທີ່ສີ່ວ່າພຣະຄຣິດຊົງຕາຍເປັນຜົນຈາກຄວາມບາບແລະຄວາມ ໂງ່ຂອງພຣະອົງເອງແລະຄວາມຈິງທີ່ວ່າພຣະອົງຊົງຕາຍເພື່ອຈ່າຍຄ່າບາບຂອງເຮົາ, ດຣ. ເອັດເວີດ.ເຈ.ຢັງ ເປັນນັກສຶກສາພຣະຄຳພີເດີມ,ລາວເປັນເພື່ອນສິດຍາພິບານຄົນຈີນຂອງ ຂ້າພະເຈົ້າ ດຣ.ທິໂມທີ ລິນ, ຊື່ງເປັນນັກສຶກສາພຣະຄຳພີເດີມທີ່ຍິ່ງໃຫຍ່ຄົນໜື່ງເຊັ່ນກັນ. ດຣ.ຢັງເວົ້າວ່າ “ຄຳເນັ້ນໜັກອີກອັນໜື່ງຖືກພົບໃນຄຳແທນນາມຄຳວ່າພຣະອົງ ທີ່ໃຊ້ກ່ອນ ເພື່ອສະແດງໃຫ້ເຫັນເຖິງຄວາມແຕກຕ່າງສຳຫຼັບຄົນທີ່ຈິບຫາຍ, ພຣະອົງຊົງແບກຄວາມ ບາບແຫ່ງຄວາມຊົ່ວຊ້າຂອງເຮົາ”(ດຣ.ເອັດເວີດ.ເຈ.ຢັງ ໜັງສືອິດສະຢາ ບໍລິສັດວິວລ່ຽມບີ ເອີສແມນການພິມ 1972 ບົດທີ່ 3 ໜ້າ 347)

“ແຕ່ທ່ານຖືກບາດເຈັບເພາະການລະເມີດຂອງເຮົາທັງຫຼາຍ ທ່ານຟົກຊ້ຳເພາະຄວາມຊົ່ວຊ້າຂອງເຮົາ” (ອິດສະຢາ 53:5)

ປະໂຫຍກ “ບາດເຈັບ” ມີຄວາມສຳຄັນຫຼາຍ, ດຣ.ຢັງ ເວົ້າວ່າພາສາຮິບຣູໝາຍ ຄວາມວ່າ “ແທງທະລຸ” ແລະມີການລວມຄວາມຄິດນີ້ເປັນການແທງທະລຸຈົນເຖິງຄວາມ ຕາຍ” (ຢັງ ເຫຼັ້ມດຽວກັນ),ໃນພາສາຮິບຣູໝາຍຄວາມວ່າ “ແທງທະລຸ”“ເປັນຮູ”(ເຫຼັ້ມດຽວ ກັນ) ຄຳນີ້ກໍປາກົດໃນ ເສຄາລິຢາ 12:10 ເຊັ່ນດຽວກັນ

“ເຂົາທັງຫຼາຍຈະແນມເບິ່ງເຮົາຜູ້ຊື່ງເຂົາເອງໄດ້ແທງ”(ເສຄາລິຢາ 12:10)

ນີ້ຄືຄຳພະຍາກອນເຖິງພຣະຄຣິດທີ່ຊັດເຈນ,ຜູ້ທີ່ຖືກແທງຈົນສອດ(ທະລຸ)ໂດຍມົງກຸດໜາມ ຜູ້ຊື່ງຕີນແລະມືຖືກແທງດ້ວຍຮອຍຕະປູເທິງໄມ້ກາງແຂນ,ຜູ້ຊື່ງສີຂ້າງຖືກແທງດ້ວຍຫອກ ຂອງພວກໂລມັນ ເໝືອນທີ່ອັກຄະສາວົກໂຢຮັນໄດ້ບອກເຮົາວ່າ:

“ແຕ່ທະຫານຄົນໜຶ່ງເອົາຫອກແທງທີ່ສີຂ້າງຂອງພຣະອົງ ແລະເລືອດກັບນ້ຳກໍໄຫລອອກມາທັນທີ…ເພື່ອຂໍ້ພຣະຄຳພີຈະສຳເລັດ…[ຊື່ງ]ວ່າເຂົາທັງຫລາຍຈະເບິ່ງພຣະອົງຜູ້ຊຶ່ງເຂົາເອງໄດ້ແທງ” (ໂຢຮັນ 19:34, 36, 37)

ແລະຈາກນັ້ນຂໍ້ພຣະຄຳພີກໍເວົ້າວ່າ “ທ່ານຟົກຊ້ຳເພາະຄວາມຊົ່ວຊ້າຂອງເຮົາ” (ອິດສະຢາ 53:5),ໃນພາສາຮິບຣູຄໍາວ່າ “ຟົກຊ້ຳ”ໝາຍຄວາມວ່າ “ທຳລາຍ”(ຢັງເຫຼັ້ມດຽວ ກັນ)ການທຳລາຍແລະການຟົກຊ້ຳຂອງພຣະຄຣິດເລີ່ມຕົ້ນໃນສວນເກັດເສມານີຄ່ຳຄືນກ່ອນ ທີ່ພຣະອົງຈະຖືກຄຶງ, ຕອນທີ່ພຣະເຢຊູຊົງ

“ເປັນທຸກເທົ່າໃດ… ແລະພຣະເສໂທຂອງພຣະອົງເປັນເໝືອນເລືອດໄຫລຢອດລົງເຖິງດິນເປັນເມັດໃຫຍ່” (ລູກາ 22:44)

ໃນສວນເກັດເສມານີ ພຣະຄຣິດຊົງຖືກທຳລາຍພາຍໃຕ້ນ້ຳໜັກແຫ່ງຄວາມບາບຂອງພວກ ເຮົາຊື່ງໄດ້ວາງລົງເທິງພຣະອົງໃນບ່ອນນັ້ນ.

ອີກບໍ່ຈັກຊົ່ວໂມງຕໍ່ມາ, ພຣະຄຣິດຊົງຖືກຟົກຊ້ຳແລະທຳລາຍໂດຍການຂ້ຽນຕີ, ພຣະຊົງຮັບໂດຍກົງກ່ອນທີ່ພຣະອົງຈະຖືກຄຶງເທິງໄມ້ກາງແຂນ, ຫຼັງຈາກນັ້ນກໍຖືກແທງ ດ້ວຍຫອກ, ແຕ່ຄວາມໝາຍເລິກກວ່າຂອງການທໍາລາຍເປັນການເວົ້າເຖິງນ້ຳໜັກຂອງ ຄວາມບາບຂອງພວກເຮົາທີ່ຖືກວາງເທິງພຣະອົງຄືກັບທີ່ອັກຄະສາວົກເປໂຕເວົ້າເຖິງວ່າ:

“ພຣະອົງເອງໄດ້ຊົງຮັບແບກບາບຂອງເຮົາໄວ້ໃນພຣະກາຍຂອງພຣະອົງທີ່ຕົ້ນໄມ້ນັ້ນ…”(1 ເປໂຕ 2:24)

“ແຕ່ທ່ານຖືກບາດເຈັບເພາະການລະເມີດຂອງເຮົາທັງຫຼາຍ ທ່ານຟົກຊ້ຳເພາະຄວາມຊົ່ວຊ້າຂອງເຮົາ” (ອິດສະຢາ 53:5)

ດຣ.ໄອແຊັກ ວັດ ໄດ້ເຮັດໃຫ້ມັນແຈ້ງຫຼາຍໃນເພງຂອງລາວທີ່ມີຊື່ວ່າ:

ມັນເປັນເພາະຄວາມຜິດທີ່ຂ້າເຄີຍເຮັດ
ພຣະອົງຊົງຮ້ອງຢູ່ເທິງຕົ້ນໄມ້
ຄວາມເມດຕາອັນອັດສະຈັນ!ພຣະຄຸນທີ່ບໍ່ຮູ້ຈັກ
ຄວາມຮັກໃດບໍ່ປຽບປານ

ແມ່ນດວງອາທິດຈະລີ້ໃນຄວາມມືດມິດ
ແລະປິດສະຫງ່າລາສີຂອງພຣະອົງໄວ້
ເມື່ອພຣະຄຣິດຜູ້ສ້າງຊົງລິດຕາຍ
ເພື່ອຄວາມບາບຂອງມະນຸດ

(“ພຣະໂລຫິດຂອງພຣະເຢຊູໄຫຼ” ໂດຍ.ດຣ.ໄອແຊັກວັດ 1674-1748)

III. ສາມ, ພຣະຄຣິດຊົງຮັກສາບາບຂອງເຮົາໂດຍຮອຍຂ້ຽນຂອງພຣະອົງ

ຂໍເຊີນຢືນຂື້ນແລ້ວອ່ານຂໍ້ພຣະຄຳພີນີ້ດັງໆ,ໃຫ້ເຮົາຕັ້ງໃຈຕໍ່ປະໂຫຍກສຸດທ້າຍນີ້ດີໆ “ທີ່ຕ້ອງຟົກຊ້ຳນັ້ນກໍໃຫ້ເຮົາຫາຍດີ”

“ແຕ່ທ່ານຖືກບາດເຈັບເພາະການລະເມີດຂອງເຮົາທັງຫຼາຍ ທ່ານຟົກຊ້ຳເພາະຄວາມຊົ່ວຊ້າຂອງເຮົາ ການຕີສອນທີ່

ເຮັດໃຫ້ເຮົາທັງຫຼາຍປອດໄພນັ້ນຕົກແກ່ທ່ານ ທີ່ຕ້ອງຟົກ ຊ້ຳນັ້ນກໍໃຫ້ເຮົາຫາຍດີ” (ອິດສະຢາ 53:5)

ເຊີນນັ່ງລົງໄດ້

“ທີ່ຕ້ອງຟົກຊ້ຳນັ້ນກໍໃຫ້ເຮົາຫາຍດີ” ຄໍາວ່າ “ຟົກຊໍ້າ” ໃນພາສາຮິບຣູໝາຍຄວາມ ວ່າ“ຮອຍແຜ”(ແຂງ) ອັກຄະສາວົກເປໂຕອ້າງອີງຂໍ້ນີ້ໃນ 1 ເປໂຕ 2:24,ພາສາກຣີກທີ່ເປ ໂຕໃຊ້ໃນການແປ “ຟົກຊ້ຳ” ໝາຍເຖິງ “ເຄື່ອງໝາຍເປົ່າ” (ແຂງ). ຂ້າພະເຈົ້າເຊື່ອວ່າຄໍາ ນັ້ນ“ທີ່ຕ້ອງຟົກຊ້ຳນັ້ນກໍໃຫ້ເຮົາຫາຍດີ” ໃນອິດສະຢາ 53:5 ແລະ ໃນ 1ເປໂຕ 2:24 ກ່າວເຖິງບາດແຜຂອງພຣະເຢຊູ,ຂ້າພະເຈົ້າສຳນຶກວ່າຄຳເຫຼົ່ານັ້ນກ່ຽວຂ້ອງກັບການທົນທຸກແສນສາຫັດຂອງພຣະເຢຊູທີ່ພວກທະຫານໄດ້ເຮັດໄປ, ໂດຍຄຳສັ່ງຂອງປີລາດ, ຄົນໂລມັນ ເຈົ້າແຂວງຂອງຢູດາ,ຊ່ວງສັ້ນໆກ່ອນທີ່ພຣະເຢຊູຈະຖືກຄຶງ ພຣະຄຳພີກ່າວວ່າ:

“ຂະນະນັ້ນປີລາດຈຶ່ງໃຫ້ເອົາພຣະເຢຊູໄປຂ້ຽນຕີ” (ໂຢຮັນ 19:1)

“ທ່ານຈຶ່ງປ່ອຍບາຣັບບັດໃຫ້ເຂົາ ແລະເມື່ອທ່ານໄດ້ຂ້ຽນຕີພຣະເຢຊູແລ້ວ ທ່ານກໍມອບພຣະອົງໃຫ້ຖືກຄຶງທີ່ກາງແຂນ (ມັດທາຍ 27:26)

ຄໍາອະທິບາຍຄຳໃນພາສາກຣີກແປວ່າ “ຂ້ຽນຕີ”ດັບເບີ້ນຢູ.ອີ.ວາຍ ເວົ້າວ່າມັນ ເວົ້າເຖິງ“ການຂ້ຽນຕີທີ່ພຣະເຢຊູຊົງທົນເອົາຄຳສັ່ງຂອງປີລາດພາຍໃຕ້ວິທີການຂ້ຽນຕີຂອງ ຊາວໂລມັນ,ບຸກຄົນຖືກຕີ[ຖອດເສື້ອຜ້າ]ແລະມັດຕິດໄວ້ທີ່ເສົາ…ການຂ້ຽນຕີໃຊ້[ແສ້]ທີ່ເຮັດມາຈາກໜັງສັດ, ໜັກເທົ່າຊີ້ນສ່ວນຂອງກະດູກຫຼືກົ່ວຊື່ງສາມາດດຶງຊີ້ນທັງຕອນຕີແລະຕອນ ດຶງກັບ[ໜ້າເອິກ]. ຢູເຊບຽສ (ນັກພົງສາວະດານ)ບັນທຶກການເປັນພະຍານຂອງຄວາມທຸກ

ຂອງບຸກຄົນທີ່ຕາຍພາຍໃຕ້ການໃຊ້ວິທີນີ້”( (ເບິ່ງ ດັບເບີ້ນຢູ.ອີ.ວາຍ An Expository Dictionary of New Testament Words, Company, 1966 reprint, volume III, p. 327, 328) ປະໂຫຍກ “ການຂ້ຽນຕີ” ຖືກໃຊ້ໂດຍພຣະເຢຊູເຊັ່ນກັນໃນທຳນາຍຂອງພຣະອົງ ກ່ຽວກັບຄວາມທຸກທໍລະມານຂອງພຣະອົງທີ່ຈະມາເຖິງ,ເມື່ອພຣະອົງກ່າວວ່າ:

“ເບິ່ງເຖີດ ເຮົາທັງຫລາຍຈະຂຶ້ນໄປຍັງກຸງເຢລູຊາເລັມ ແລະບຸດມະນຸດຈະຖືກທໍລະຍົດໃຫ້ຢູ່ກັບພວກປະໂລຫິດໃຫຍ່ແລະພວກນັກທຳ ແລະເຂົາເຫລົ່ານັ້ນຈະປັບໂທດທ່ານເຖິງຕາຍ ແລະຈະມອບທ່ານໄວ້ກັບຄົນຕ່າງຊາດໃຫ້ເຢາະເຍີ້ຍຂ້ຽນຕີ ແລະໃຫ້ຄຶງໄວ້ທີ່ກາງແຂນ…” (ມັດທາຍ 20:18-19)

ສະເປີໂຈນໄດ້ໃຫ້ຄຳເຫັນເລື່ອງການຂ້ຽນຕີຂອງພຣະຄຣິດວ່າ:

ຍັງຢືນຢັດຢູ່ແລະເຫັນ[ພຣະເຢຊູ]ຖືກມັດ[ມັດເຂົ້າກັນ]ໃສ່ ເສົາຫີນຂອງຊາວໂລມັນແລະຖືກຂ້ຽນຕີຢ່າງໂຫດຮ້າຍ, ໄດ້ຍິນສຽງຕີ[ຂອງແສ້]ເປັນຮອຍແຜທີ່ມີເລືອດໄຫລແລະ ຈະເຫັນເຖິງຄວາມເຈັບປວດຂອງຮ່າງກາຍທີ່ມີເລືອດໄຫຼ ຂອງພຣະອົງ,ແລ້ວສັງເກດວ່າຈິດໃຈຂອງພຣະອົງຖືກແສ້ ຂ້ຽນຕີແນວໃດ, ສຽງຂອງແສ້ຟາດລົງເທິງຈິດໃຈຂອງ ພຣະອົງ,ຈົນກາງໃຈຂອງພຣະອົງຊ້ຳເນື່ອງຈາກຄວາມທໍ ລະມານສຸດເຫຼືອທົນແຕ່ພຣະອົງຊົງອົດທົນເພື່ອພວກເຮົາ. ຈົ່ງຕຶກຕອງເຖິງສິ່ງເຫຼົ່ານີ້ໂດຍບໍ່ມີຂໍ້ສົງໄສໃດໆແລະຂ້າ ພະເຈົ້າຂໍອະທິຖານວ່າທ່ານຈະສາມາດຄິດພ້ອມກັນເຖິງ ຄວາມທຸກທໍລະມານຂອງພຣະເຢຊູຈົນກວ່າໃຈຂອງເຮົາ ຈະລະລາຍໄປກັບຄວາມຮັກຂອງພຣະອົງ(ຊີ.ເອັຊ.ສະເປີ ໂຈນ “Christopathy,” The Metropolitan Tabernacle Pulpit, Pilgrim Publications, 1976 reprint, volume XLIII, p. 13).

ອີກເທື່ອໜື່ງ, ສະເປີໂຈນເວົ້າວ່າມັນເປັນເພາະຄວາມບາບຂອງເຮົາທີ່ພຣະອົງຊົງທົນທຸກ ດ້ວຍການຖືກຂ້ຽນຕີແລະຖືກຄຶງທີ່ກາງແຂນ,ມັນເປັນເພາະທ່ານແລະຂ້າພະເຈົ້າທີ່ພຣະເຢຊູ ຊົງປະສົບກັບຮອຍທີ່ເກີດຈາກການຂ້ຽນຕີແລະຖືກຄຶງທີ່ໄມ້ກາງແຂນ,ສະເປີໂຈນເວົ້າວ່າ:

ແນ່ນອນພວກເຮົາມີສ່ວນໃນຄວາມໂສກເສົ້າຂອງພຣະອົງ ເພື່ອເຮົາຈະມີສ່ວນ “ທີ່ຕ້ອງຟົກຊ້ຳນັ້ນກໍໃຫ້ເຮົາຫາຍດີ” ເພື່ອທີ່ຮັກທ່ານຕົບພຣະອົງ[ຕີພຣະອົງ]ແລະທ່ານເຮັດໃຫ້ ພຣະອົງບາດເຈັບ, ສະນັ້ນຢ່າພັນຜ່ອນຈົນທ່ານສາມາດ ເວົ້າວ່າ “ດ້ວຍຮອຍຂ້ຽນຂອງພຣະອົງຂ້າຈື່ງໄດ້ຮັບການ ຮັກສາ” ພວກເຮົາຈະຕ້ອງມີ[ຄວາມຮູ້]ສ່ວນຕົວຂອງການ ທຸກທໍລະມານນີ້ [ພຣະເຢຊູ] ຖ້າເຮົາຢາກຈະຖືກຮັກສາ [ຈາກບາບ]ໂດຍການຖືກຕີຂອງພຣະອົງ. ພວກເຮົາຈະ ຕ້ອງເອົາມືຂອງຕົນວາງລົງເຖິງການເສຍສະຫຼະອັນຍິ່ງ ໃຫຍ່ນີ້ແລະຍອມວ່າມັນ[ສຳເລັດຕໍ່ເຮົາແລ້ວ],ມັນຈະເປັນ ສິ່ງທີ່ໜ້າເວດທະນາ[ພິລຶກ]ຖ້າເຮົາຮູ້ແຕ່ພຽງວ່າພຣະຄຣິດຖືກຕີແລະບໍ່ຮູ້ວ່າ“ດ້ວຍຮອຍຂ້ຽນຂອງພຣະອົງເຮົາຈື່ງໄດ້ ຮັບການຮັກສາໃຫ້ດີ”ບໍ່ຈຳເປັນຕ້ອງເວົ້າເຖິງການຮັກສາ ຖ້າຫາກຄວາມບາບບໍ່ກ່ຽວຂ້ອງກັບພຣະເຈົ້າໃນຖານະເປັນ ເຊື້ອໂລກຢ່າງໜື່ງ(ເຫຼັ້ມດຽວກັນໜ້າ14). “ດ້ວຍຮອຍຂ້ຽນ ຂອງພຣະອົງເຮົາຈື່ງໄດ້ຮັບການຮັກສາໃຫ້ດີ” ນີ້ບໍ່ແມ່ນ ການຮັກສາຊົ່ວຄາວ, ມັນເປັນຢາຊື່ງ[ນຳ]ມາສູ່ສຸຂະພາບ ຂ້າງໃນທີ່ຈະເຮັດໃຫ້ຈິດວິນຍານ[ຂອງທ່ານ]ສົມບູນແບບ [ດີ],ເພື່ອສຸດທ້າຍແລ້ວທ່ານຈະເປັນໜື່ງໃນຜູ້ບໍລິສຸດທີ່ຢູ່ຕໍ່ ໜ້າບັນລັງຂອງພຣະເຈົ້າ[ໃນສະຫວັນ]ທີ່ມະນຸດຈະຮ້ອງ ກັບ[ຄົນຈຳນວນຫຼາຍ]ວ່າ “ດ້ວຍຮອຍຂ້ຽນຂອງພຣະອົງ ເຮົາຈື່ງໄດ້ຮັບການຮັກສາໃຫ້ດີ”ຂໍສະຫງ່າລາສີມີແດ່ພຣະ ຄຣິດຜູ້ຊົງຫລັ່ງໂລຫິດ,ຂໍພຣະກຽດ,ພຣະອານຸພາບ,ການ ຄອບຄອງແລະການສັນລະເສີນຈົ່ງມີແດ່ພຣະອົງຕະຫຼອດ ໄປເປັນນິດ,[ຂໍໃຫ້ທຸກຄົນທີ່ຖືກຮັກສາຈາກໂລກບາບ] ເວົ້າວ່າ “ເອແມນແລະເອແມນ” (ເຫຼັ້ມດຽວກັນ ໜ້າ21)

“ແຕ່ທ່ານຖືກບາດເຈັບເພາະການລະເມີດຂອງເຮົາທັງຫຼາຍ ທ່ານຟົກຊ້ຳເພາະຄວາມຊົ່ວຊ້າຂອງເຮົາ ການຕີສອນທີ່ ເຮັດໃຫ້ເຮົາທັງຫຼາຍປອດໄພນັ້ນຕົກແກ່ທ່ານ ທີ່ຕ້ອງຟົກ ຊ້ຳນັ້ນກໍໃຫ້ເຮົາຫາຍດີ” (ອິດສະຢາ 53:5) class="para_indent">ແຕ່ການມີຄວາມຮູ້ກັບຄວາມຈິງເຫຼົ່ານີ້ຈະບໍ່ຊ່ວຍທ່ານໃຫ້ລອດໄດ້! ຈົນກວ່າຄວາມ ຈິງຂອງຄວາມທຸກທໍລະມານຂອງພຣະຄຣິດໃນຂໍ້ນີ້ສຳຜັດໃຈຂອງທ່ານທ່ານຈະບໍ່ກັບໃຈ! ຂໍ ໃຫ້ພຣະຄຳຕອນນີ້ຍຶດໃຈຂອງທ່ານໄວ້, ຂໍໃຫ້ຄຳເຫຼົ່ານີ້ເຄື່ອນໄຫວຈິດໃຈຂອງທ່ານມາຫາ ພຣະຄຣິດດ້ວຍ.

“ແຕ່ທ່ານຖືກບາດເຈັບເພາະການລະເມີດຂອງເຮົາທັງຫຼາຍ ທ່ານຟົກຊ້ຳເພາະຄວາມຊົ່ວຊ້າຂອງເຮົາ ການຕີສອນທີ່ ເຮັດໃຫ້ເຮົາທັງຫຼາຍປອດໄພນັ້ນຕົກແກ່ທ່ານ ທີ່ຕ້ອງຟົກ ຊ້ຳນັ້ນກໍໃຫ້ເຮົາຫາຍດີ” (ອິດສະຢາ 53:5)

ຂໍໃຫ້ຄຳເຫຼົ່ານັ້ນເຄື່ອນໄຫວທ່ານມາສູ່ພຣະຄຣິດແລະຮັບການຮັກສາຈາກໂລກບາບທຸກຢ່າງ ເພື່ອທີ່ທ່ານຈະສາມາດເວົ້າໄດ້ວ່າ: “ດ້ວຍຮອຍຂ້ຽນຂອງພຣະອົງຂ້າພະເຈົ້າໄດ້ຮັບການຮັກ ສາຈາກຄວາມເຈັບປວດຂອງບາບຈາກນີ້ແລະຕະຫຼອດໄປເປັນນິດ” ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່
www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ <rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.


ໂຄງຮ່າງບົດເທດສະໜາ

ບາດແຜ,ຮອຍຊ້ຳແລະການຖືກຕີຂອງພຣະເຢຊູ

(ບົດເທດສະໜາ ຕອນທີ່ 6 ໃນອິດສະຢາ 53)

ໂດຍ.ດຣ. ອາ.ແອວ.ໄຮເມີ ຈູເນຍ “ແຕ່ທ່ານຖືກບາດເຈັບເພາະການລະເມີດຂອງເຮົາທັງຫຼາຍ ທ່ານ ຟົກຊ້ຳເພາະຄວາມຊົ່ວຊ້າຂອງເຮົາ ການຕີສອນທີ່ເຮັດໃຫ້ເຮົາ ທັງຫຼາຍປອດໄພນັ້ນຕົກແກ່ທ່ານ ທີ່ຕ້ອງຟົກຊ້ຳນັ້ນກໍໃຫ້ເຮົາ ຫາຍດີ” (ອິດສະຢາ 53:5)

(ໂລມ 1:21, 28)

I. ໜື່ງ, ພຣະຄຣິດຊົງບາດເຈັບເພາະການລະເມີດຂອງເຮົາ ຟົກຊ້ຳເພາະ ຄວາມຊົ່ວຊ້າຂອງເຮົາ ອິດສະຢາ 53:5ກ; ເສຄາລິຢາ 12:10 ໂຢຮັນ 19:34, 36,37; ລູກາ 22:44; 1 ເປໂຕ 2:24.

II. ສອງ,ພຣະຄຣິດຊົງຖືກລົງໂທດໃນບ່ອນຂອງເຮົາ ອິດສະຢາ 53:5ຂ ໂລມ 3:24-25

III. ສາມ, ພຣະຄຣິດຊົງຮັກສາບາບຂອງເຮົາໂດຍຮອຍຂ້ຽນຂອງພຣະອົງ ອິດສະຢາ 53:5ຄ; ໂຢຮັນ 19:1; ມັດທາຍ 27:26; 20:18-19