Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.

Sermons in Laotian: ພຣະຄຣິດ - ປະຕິເສດໂດຍຝູງຊົນ
 
ພຣະຄຣິດ - ປະຕິເສດໂດຍຝູງຊົນ

(ບົດເທດສະໜາ ຕອນທີ່ 3 ໃນອິດສະຢາ 53)
CHRIST – REJECTED BY THE MASSES
(SERMON NUMBER 3 ON ISAIAH 53)
(Laotian)

ໂດຍ ດຣ. ອາ ແອວ ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ຄຳເທດສະໜາເທດທີ່ຄຣິສຕະຈັກ ແບ໊ບຕິສເທເບີນາໂຄແຫ່ງລອສແອງເຈີລິສ
ຕອນເຊົ້າວັນຂອງພຣະເຈົ້າ 10/3/2013

A sermon preached at the Baptist Tabernacle of Los Angeles
Lord’s Day Morning, March 10, 2013

“ໃຜລະໄດ້ເຊື່ອໃນສິ່ງທີ່ເຂົາໄດ້ຍິນຈາກເຮົາທັງຫຼາຍ ພຣະກອນຂອງພຣະເຢໂຮວາໄດ້ຊົງສະແດງແກ່ຜູ້ໃດ? ເພາະທ່ານຈະເລີນຂື້ນ ຕໍ່ພຣະພັກພຣະອົງເຊັ່ນຕົ້ນໄມ້ອ່ອນແລະເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ ທ່ານບໍ່ມີຮູບຮ່າງຫຼືຄວາມສວຍງາມ ແລະເມື່ອເຮົາທັງ ຫຼາຍຈະແນມເບິ່ງທ່ານ ບໍ່ມີຄວາມງາມທີ່ເຮົາຈະເພີ່ງປາດຖະໜາ ທ່ານ” (ອິດສະຢາ 53:1)

ອິດສະຢາເວົ້າວ່າຈະມີໜ້ອຍຄົນເຊື່ອທີ່ເຊື່ອຂໍ້ຄວາມທີ່ີກ່າວເຖິງການທົນທຸກທຸກ ຂອງຜູ້ຮັບໃຊ້ພຣະເຈົ້າແລະມີໜ້ອຍຄົນທີ່ຈະພົບກັບພຣະຄຸນຂອງພຣະອົງ, ອັກຄະສາວົກ ໂຢຮັນໄດ້ອ້າງອີງຈາກພຣະທຳ ອິດສະຢາ 53:1 ເພື່ອພັນລະນາວ່າຄົນຢິວສ່ວນຫຼາຍບໍ່ ເຊື່ອໃນສະໄໝຂອງພຣະຄຣິດ

“ເຖິງແມ່ນວ່າພຣະອົງໄດ້ຊົງກະທຳການອັດສະຈັນຫລາຍປະການຕໍ່ໜ້າເຂົາ ເຂົາທັງຫລາຍກໍຍັງບໍ່ເຊື່ອໃນພຣະອົງ ເພື່ອຄຳຂອງອິດສະຢາສາດດາພະຍາກອນຈະສຳເລັດຊຶ່ງວ່າ `ພຣະອົງເຈົ້າຂ້າ ໃຜລະໄດ້ເຊື່ອສິ່ງທີ່ເຂົາໄດ້ຍິນຈາກເຮົາທັງຫລາຍ ແລະພຣະກອນຂອງອົງພຣະຜູ້ເປັນເຈົ້າໄດ້ຊົງສະແດງແກ່ຜູ້ໃດ” (ໂຢຮັນ 12:37-38)

ອັກຄະສາວົກເປົາໂລກໍໄດ້ອ້າງອີງຈາກຂໍ້ນີ້ເຊັ່ນດຽວກັນພາຍຫຼັງ 30 ປີຂອງການ ສະເດັດກັບສູ່ສະຫວັນຂອງພຣະຄຣິດ ເພື່ອສະແດງໃຫ້ເຫັນຄົນຕ່າງຊາດຈະເປັນກຸ່ມດຽວທີ່ ຕອບຮັບພຣະເຢຊູຄຣິດຫຼາຍກວ່າພວກຢິວ, ເປົາໂລເວົ້າວ່າ:

“ເພາະວ່າພວກຢິວແລະພວກກຣີກ ບໍ່ຊົງຖືວ່າຕ່າງກັນ ດ້ວຍວ່າຊົງເປັນອົງພຣະຜູ້ເປັນເຈົ້າອົງດຽວກັນຂອງຄົນທັງປວງ ຊຶ່ງຊົງໂຜດຢ່າງບໍລິບູນແກ່ຄົນທັງປວງທີ່ທູນຂໍຕໍ່ພຣະອົງ…ແຕ່ບໍ່ແມ່ນທຸກຄົນໄດ້ເຊື່ອຟັງຂ່າວປະເສີດນັ້ນ ເພາະອິດສະຢາໄດ້ກ່າວໄວ້ວ່າ `ພຣະອົງເຈົ້າຂ້າ ໃຜລະໄດ້ເຊື່ອສິ່ງທີ່ເຂົາໄດ້ຍິນຈາກເຮົາທັງຫລາຍ” (ໂລມ 10:12,16)

ພຣະເຈົ້າພຣະເຢຊູຄຣິດເອງກໍບອກເຮົາແບບດຽວກັນ, ພຣະອົງກ່າວວ່າຈຳນວນ ຄົນທີ່ລອດທີ່ເຊື່ອໃນພຣະອົງຈະມີໜ້ອຍດຽວ

“ເພາະວ່າປະຕູຊຶ່ງນຳໄປເຖິງຊີວິດນັ້ນກໍຄັບແລະທາງກໍແຄບ ຜູ້ທີ່ຫາພົບກໍມີໜ້ອຍ ” (ມັດທາຍ 7:14)

ພຣະຄຣິດກໍຊົງຊີ້ຈຸດດຽວກັນເມື່ອພຣະອົງກ່າວວ່າ:

“ຈົ່ງພຽນເຂົ້າໄປທາງປະຕູຄັບແຄບ ເພາະເຮົາບອກທ່ານທັງຫລາຍວ່າ ຄົນເປັນຈຳນວນຫລາຍຈະພະຍາຍາມເຂົ້າໄປ ແຕ່ຈະເຂົ້າບໍ່ໄດ້ ” (ລູກາ 13:24)

ຜູ້ຄົນໃນໂລກນີ້ມັກເຊື່ອວ່າໃນບໍ່ຊ້ານີ້ທຸກໆຄົນຈະໄດ້ໄປສະຫວັນ, ແຕ່ພຣະເຢຊູໄດ້ ກ່າວໄວ້ກົງກັນຂ້າມກັນວ່າ:

“ຜູ້ທີ່ຫາພົບກໍມີໜ້ອຍ” (ມັດທາຍ 7:14)

“ເຮົາບອກທ່ານທັງຫລາຍວ່າ ຄົນເປັນຈຳນວນຫລາຍຈະພະຍາຍາມເຂົ້າໄປ ແຕ່ຈະເຂົ້າບໍ່ໄດ້” (ລູກາ 13:24)

ນັ້ນເປັນການສະທ້ອນຄວາມຈິງເຖິງສິ່ງໜ້າເສົ້າທີ່ອິດສະຢາໄດ້ພະຍາກອນໄວ້

“ໃຜລະໄດ້ເຊື່ອໃນສິ່ງທີ່ເຂົາໄດ້ຍິນຈາກເຮົາທັງຫຼາຍ ພຣະກອນຂອງ ພຣະເຢໂຮວາໄດ້ຊົງສະແດງແກ່ຜູ້ໃດ” (ອິດສະຢາ 53:1)

ພວກເຮົາອາດຈະຖາມວ່າເປັນຫຍັງຈື່ງເປັນແບບນັ້ນ, ກໍເພາະພວກຢິວແນມຫາ ຜູ້ຄອບຄອງທີ່ຍິ່ງໃຫຍ່ແລະມີອຳນາດ, ກະສັດແຫ່ງຄວາມອັດສະລິຍະແລະຮັ່ງມີທີ່ຈະເປັນ ພຣະເມສິຍາຂອງພວກເຂົາ, ສ່ວນພວກຕ່າງຊາດບໍໄດ້ແນມຫາພຣະເມສິຍາຍັງເລີຍ, ດັ່ງນັ້ນພວກເຮົາຈື່ງເຫັນວ່າມະນຸດໂດຍທົ່ວໄປແລ້ວບໍ່ໄດ້ຄາດຫວັງວ່າພຣະຄຣິດຈະສະເດັດມາໃນຖານະຜູ້ຜູ້ຮັບໃຊ້ຕ່ຳຕ້ອຍທີ່ທົນທຸກລຳບາກ, ຕາຍທີ່ໄມ້ກາງແຂນເພື່ອຈ່າຍໄຖ່ບາບ ຂອງພວກເຂົາ.

ໃນກິດຈະການບົດທີ່ 8 ຂັນທີຊາວເອທິໂອເປຍເປັນເປັນຄົນຕາບອດຄືກັບພວກ ປະໂລຫິດແລະພວກຟາລິສີທີ່ນັບຖືສາສະໜາຢູດາຍ. ລາວກຳລັງອ່ານໜັງສືອິດສະຢາບົດທີຫ້າສິບສາມຕອນທີ່ຜູ້ປະກາດຟີລິບຖືກດຶງຂື້ນນັ່ງລົດມ້າຂອງລາວ.

“ຟີລິບຈຶ່ງວິ່ງເຂົ້າໄປໃກ້ ແລະໄດ້ຍິນທ່ານອ່ານຫນັງສືອິດສະຢາສາສະດາພະຍາກອນ ຈຶ່ງຖາມວ່າ "ຊຶ່ງທ່ານອ່ານນັ້ນທ່ານເຂົ້າໃຈບໍ ຂັນທີຈຶ່ງຕອບວ່າ "ຖ້າບໍ່ມີໃຜອະທິບາຍໃຫ້ ຈະເຂົ້າໃຈໄດ້ແນວໃດ ທ່ານຈຶ່ງເຊີນຟີລິບຂຶ້ນນັ່ງລົດກັບທ່ານ” (ກິດຈະການ 8:30-31)

ຊາວອັບຟຣິກາຄົນນີ້ໄດ້ກັບໃຈມາຖືສາສະໜາຢູດາຍ, ລາວມີຄວາມຄຸ້ນເຄີຍກັບ ພຣະຄຳພີເດີມເປັນຢ່າງດີ, ແຕ່ລາວກໍຍັງຕາບອດຄືກັບພວກນັກທຳຊາວຢິວເມື່ອລາວໄດ້ ອ່ານພຣະຄຳພີຕອນນີ້

ສຳຫຼັບຂ້າພະເຈົ້າແລ້ວເບິ່ງຄືວ່າທຸກຄົນສາມາດເຫັນໄດ້ໃນຂໍ້ພຣະຄຳພີນີ້ວ່າພຣະ ເມສິຍາເມື່ອພຣະອົງສະເດັດມານັ້ນພຣະອົງຈະບໍ່ລຳລວຍຫຼືມີຊື່ສຽງທີ່ອ້ອມຮອບດ້ວຍຝູງຊົນ ທີ່ຕ້ອນຮັບແລະໃຫ້ກຽດ,ແຕ່ຈະມາໃນຖານະ “ບຸລຸດແຫ່ງຄວາມໂສກເສົ້າແລະຄຸ້ນເຄີຍກັບ ຄວາມລະທົມທຸກ”, ເປັນຄົນ “ທີ່ຖືກມະນຸດດູໝີ່ນແລະປະຕິເສດ” ແມ່ນ ຄວາມຈິງນີ້ຖືກ ຂຽນໄວ້ໃນພຣະຄຳພີຢ່າງຊັດເຈນ

“ພຣະອົງໄດ້ສະເດັດມາຍັງພວກຂອງພຣະອົງ ແລະພວກຂອງພຣະອົງນັ້ນບໍ່ໄດ້ຕ້ອນຮັບພຣະອົງ” (ໂຢຮັນ 1:11)

ຊົນຊາດອິດສະຣາເອວທັງຊາດບໍ່ໄດ້ຕ້ອນຮັບພຣະເຢຊູໃນຖານະເປັນພຣະເມສິຍາ ເຖິງແມ່ນວ່າພຣະຄຳພີໄດ້ພະຍາກອນເຖິງພຣະອົງຢ່າງສົມບູນແບບກໍຕາມ,ຜູ້ພະຍາກອນ ໄດ້ບອກເຮົາເຖິງເຫດຜົນທີ່ພວກເຂົາປະຕິເສດພຣະອົງໃນຂໍ້ທີ່ສອງຂອງຂໍ້ພຣະຄຳພີຂອງ ເຮົາ

“ເພາະທ່ານຈະຈະເລີນຂື້ນຕໍ່ພຣະພັກພຣະອົງຢ່າງຕົ້ນໄມ້ ອ່ອນແລະເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ ທ່ານບໍ່ ມີຮູບຮ່າງ[ຄວາມ ງາມ]ຫຼືຄວາມສວຍງາມ[ຄວາມ ມີອຳ ນາດ ] ແລະເມື່ອເຮົາທັງຫຼາຍຈະແນມເບິ່ງທ່ານບໍ່ມີຄວາມງາມທີ່ເຮົາຈະເພີ່ງປາດຖະໜາ” (ອິດສະຢາ 53:2)

ແຕ່ພວກເຮົາບໍ່ຄວນຕັດສິນວ່າພວກຢິວປະຕິເສດພຣະຄຣິດຫຼາຍກວ່າຄົນຕ່າງຊາດ ຊື່ງສ່ວນຫຼາຍກໍປະຕິເສດພຣະອົງເຊັ່ນດຽວກັນ, ສະເປີໂຈນເວົ້າວ່າ:

ຈື່ໄດ້ບໍ່ວ່າສິ່ງໃດທີ່ເປັນຄວາມຈິງສຳຫຼັບຄົນຢິວນັ້ນກໍເປັນ ຄວາມຈິງຄືກັບພວກຕ່າງຊາດເຊັ່ນກັນ, ຂ່າວປະເສີດ ຂອງພຣະເຢຊຸູຄຣິດຄືເລື່ອງງ່າຍທີ່ສຸດໃນໂລກ, ແຕ່ບໍ່ມີມະນຸດຄົນໃດເຂົ້າໃຈມັນຈົນກວ່າຜູ້ນັ້ນຖືກສອນໂດຍພຣະເຈົ້າ….ເຖິງຄວາມບາບທີ່ເຂົ້າມາຄອບຄອງຝ່າຍວິນຍານຂອງມະນຸດ…,ສໍາຫຼັບທ່ານເດເປັນແນວໃດ? ທ່ານກໍຕາບອດນຳບໍ?...ທ່ານກໍຕາບອດນຳບໍ? ຖ້າເປັນ ຂໍພຣະເຈົ້າຊົງແນະນຳທ່ານເຂົ້າໃນຄວາມເຊື່ອຂອງພຣະເຢຊູ (ເຊ.ເອັຊສະເປີໂຈນ “ຮາກອອກມາຈາກພື້ນດິນແຫ້ງ” ເດິະເມໂທຣໂພລິທັນ ເທເບີນາໂຄ ພັລພິວ ພິວກຣິມ ການພິມພິມໃຫມ່ປີ 1971 ບົດທີ່ີ 18 ໜ້າ 565-566)

ຂໍໃຫ້ເປີດເບິ່ງຂໍ້ພຣະຄຳພີຂອງເຮົາໃນຂໍ້ທີ່ສອງ, ເຮົາຈະມາເບິ່ງສາມເຫດຜົນວ່າ ເປັນຫຍັງພຣະເຢຊູຈື່ງຖືກປະຕິເສດ ໃຫ້ເຮົາອ່ານຂໍ້ທີ່ສອງດັງໆ

“ເພາະທ່ານຈະຈະເລີນຂື້ນຕໍ່ພຣະພັກພຣະອົງຢ່າງຕົ້ນໄມ້ ອ່ອນແລະເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ ທ່ານບໍ່ ມີຮູບຮ່າງຫຼືຄວາມສວຍງາມແລະເມື່ອເຮົາທັງຫຼາຍຈະແນມ ເບິ່ງທ່ານ ບໍ່ມີຄວາມງາມທີ່ເຮົາຈະເພີ່ງປາດຖະໜາ” (ອິດສະຢາ 53:2)

I. ປະການທີ່ໜື່ງ ພຣະຄຣິດຖືກປະຕິເສດເພາະພຣະອົງປາກົດແກ່ມະນຸດ ຢ່າງຕົ້ນໄມ້ອ່ອນ

ໜ້ອຍຄົນທີ່ເຊື່ອໃນພຣະເຢຊູເພາະຄວາມຈິງທີ່ວ່າ:

“ເພາະທ່ານຈະຈະເລີນຂື້ນຕໍ່ພຣະພັກພຣະອົງຢ່າງຕົ້ນໄມ້ ອ່ອນ…” (ອິດສະຢາ 53:2)

ຫຼືຄືກັບດຣ.ກິລເວົ້າວ່າ “ຄືກັບພືດນ້ອຍໆ,ຄືຄຳທີ່ໄດ້ອະທິບາຍເອົາໄວ້ ຊື່ງເຕີບໂຕອອກມາ ຈາກຮາກຂອງຕົ້ນໄມ້…ຊື່ງບໍ່ມີໃຜສັງເກດຫຼືດູແລຫຼືບໍ່ມີຄວາມຫວັງໃດໆຈາກມັນເລີຍແລະ ລັກສະນະ[ຂອງຄຳກ່າວ]ເພື່ອຢືນຢັນ[ຄວາມຕ່ຳຕ້ອຍ]ແລະບໍ່ມີຄຳສັນຍາເຖິງການປາກົດ ຂອງພຣະຄຣິດໃນການ[ບັງເກີດ]ຂອງພຣະອົງ ຊື່ງເປັນເຫດຜົນຂອງຄົນຢິວທົ່ວໄປທີ່ບໍ່ເຊື່ອ ປະຕິເສດແລະດູໝີ່ນພຣະອົງ” (ດຣ.ຈອນ ກິລ ການອະທິບາຍພຣະຄຳພີເດີມ ເດິະແບັບ ຕິສສະແຕນດາດ ເບເຣີ ພິມໃຫມ່ປີ 1989 ບົດທີ່ 1 ໜ້າ 310-311)

ນີ້ໝາຍຄວາມວ່າພຣະຄຣິດໄດ້ເກີດແລະຈະເລີນເຕີບໃຫຍ່ “ກ່ອນ”ພຣະເຈົ້າພຣະບິດາຊົງ ເປັນຜູ້ເບິ່ງແຍງແລະໃຫ້ກຳລັງພຣະອົງ. ດຣ.ຢັງເວົ້າວ່າ “ສະນັ້ນ ເພື່ອມະນຸດແລ້ວຜູ້ຮັບ ໃຊ້[ພຣະເຢຊູ]ປາກົດເປັນຕົ້ນໄມ້ອ່ອນ…ມະນຸດໄດ້ຕັດຕົ້ນໄມ້ອ່ອນເພາະພວກເຂົາເອົາຊີ ວິດອອກຈາກຕົ້ນໄມ້ແລະໃນສາຍຕາຂອງມະນຸດແລ້ວມັນຕ້ອງຖືກຕັດອອກ”(ດຣ.ເອັດເວີດ ເຈ.ຢັງ ໜັງສືອິດສະຢາ ບໍລິສັດວິວລ່ຽມອີເບີດແມນສ໌ການພິມ 1972 ບົດທີ່ 3 ໜ້າ 341-342)

ມັນຄືເຫດຜົນແບບນີ້ບໍທີ່ພວກປະໂລຫິດໃຫຍ່ແລະພວກຟາລິສີຕ້ອງການຈັບພຣະ ເຢຊູ? ພວກເຂົາເວົ້າວ່າ:

“ຖ້າເຮົາປ່ອຍເຂົາໄວ້ແບບນີ້ ຄົນທັງປວງຈະເຊື່ອຖືເຂົາ ແລ້ວພວກໂລມກໍຈະມາຢຶດເອົາທັງທີ່ແລະຊົນຊາດຂອງເຮົາໄປ” (ໂຢຮັນ 11:48)

“ມະນຸດໄດ້ຕັດຕົ້ນໄມ້ອ່ອນເພາະພວກເຂົາເອົາຊີວິດອອກຈາກຕົ້ນໄມ້ແລະໃນສາຍຕາຂອງ ມະນຸດແລ້ວມັນຕ້ອງຖືກຕັດອອກ” (ດຣ.ຢັງ ເຫຼັ້ມດຽວກັນ) ພວກເຂົາຢ້ານວ່າເຂົາຈະສູນ ເສຍຕົວຕົນໃນຄວາມເປັນຊາດຢິວໄປຖ້າພວກເຂົາຫາກເຊື່ອໃນພຣະອົງ, ເໝືອນຕົ້ນໄມ້ອ່ອນ, ເຂົາຢ້ານວ່າພຣະອົງຈະ “ເອົາຊີວິດໄປຈາກຕົ້ນໄມ້” ຂອງຊົນຊາດຂອງເຂົາເຈົ້າ.

ແລະມັນເປັນເຫດຜົນດຽວກັນແທ້ບໍທີ່ເຮົາປະຕິເສດພຣະອົງ? ຄິດໃຫ້ດີກ່ຽວກັບ ເລື່ອງນີ້! ມັນບໍ່ແມ່ນຄວາມຈິງກັບເຮົາເຊັ່ນດຽວກັນບໍ-ວ່າເຮົາຢ້ານຈະສູນເສຍບາງສິ່ງບາງ ຢ່າງທີ່ມັນສຳຄັນສຳຫຼັບພວກເຮົາຖ້າເຮົາຫາກມາຫາພຣະອົງແລະວາງໃຈພຣະອົງ? ມັນ ບໍ່ແມ່ນບໍວ່າເຮົາຢ້ານວ່າພຣະຄຣິດຈະ “ເອົາຊີວິດໄປຈາກຕົ້ນໄມ້” ພຣະອົງຈະດູດເອົາບາງ ສິ່ງບາງຢ່າງທີ່ສຳຄັນຫຼາຍສຳຫຼັບເຮົາ?

ຂ້າພະເຈົ້າຂໍໃຫ້ດຣ.ເຄແກນເອົາບົດຄວາມທີ່ຕີພິມລົງໃນ ຕອນແລງວັນເສົາ ໃນ ເດືອນ10,ປີ1929, ມັນຄືບົດສຳພາດຂອງນັກຟີຊິກຜູ້ຍິ່ງໃຫຍ່ດຣ.ອັນເບີດ ໄອສະໄຕ,ຄົນ ສຳພາດຖາມລາວວ່າ “ທ່ານຍອມຮັບການມີຕົວຕົນຂອງພຣະເຢຊູໃນປະຫວັດສາດບໍ?” ໄອສະໄຕຕອບ “ແບບບໍ່ມີຂໍ້ສົງໄສວ່າບໍ່ມີໃຜອ່ານຂ່າວປະເສີດໂດຍປາສະຈາກຄວາມຮູ້ ສຶກເທິງການມີຕົວຕົນຂອງພຣະເຢຊູ, ບຸກຄະລິກຂອງພຣະອົງປາກົດຢູ່ໃນທຸກໆຄຳ, ບໍ່ມີ ຕຳນານທີ່ເຕັມໄປດ້ວຍຊີວິດເຊັ່ນນັ້ນ”(The Saturday Evening Post , 26 /10/ 1929 ໜ້າ117)ໄອສະໄຕມີພາບລັກຄວາມເປັນຄຣິສຕຽນແຕ່ໜ້າເສຍດາຍທີ່ລາວບໍ່ເຄີຍກັບໃຈ ໃຫມ່,ແມ່ນຫຍັງຢຸດຢັງລາວ? ມັນບໍ່ແມ່ນບັນຫາກ່ຽວກັບການມີປັນຍາເລີຍ, ແຕ່ໄອສະໄຕ ເປັນຄົນລ່ວງປະເວນີ,ລາວບໍ່ຢາກຈະເຊົາເຮັດບາບນັ້ນ,ມັນກໍເປັນເລື່ອງງ່າຍໆທີ່ວ່າເຮົາຈະ ຕ້ອງເຊົາ(ຖີ້ມ)ບາງສິ່ງບາງຢ່າງເພື່ອທີ່ຈະເປັນຄຣິສຕຽນແທ້.

ຕອນນີ້ຂ້າພະເຈົ້າອາດຈະເປັນຄູສອນປອມໄດ້ຖ້າຂ້າພະເຈົ້າບອກພີ່ນ້ອງວ່າມັນບໍ່ ແມ່ນຄວາມຈິງ,ຖ້າຂ້າພະເຈົ້າບອກພີ່ນ້ອງວ່າທ່ານສາມາດມາຫາພຣະຄຣິດໂດຍບໍ່ຕ້ອງສູນ ເສຍຫຍັງເລີຍຂ້າພະເຈົ້າກໍຈະເທດສະໜາຫຼັກຄຳສອນຜິດ, ແນ່ນອນມັນຕ້ອງເສຍບາງສິ່ງ ເພື່ອມາຫາພຣະພຣະເຢຊູ,ມັນສູນເສຍຊີວິດຂອງເຮົາເພື່ອພຣະຄຣິດຈະໄດ້ເຮັດໃຫ້ລາບລື່ນ ພຣະອົງກ່າວ່າ:

“ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກແລະຕາມເຮົາມາ ເພາະວ່າຜູ້ໃດຢາກຈະເອົາຊີວິດລອດ ຜູ້ນັ້ນຈະເສັຍຊີວິດ ແຕ່ຜູ້ໃດຈະເສັຍຊີວິດເພາະເຫັນແກ່ເຮົາແລະຂ່າວປະເສີດ ຜູ້ນັ້ນຈະໄດ້ຊີວິດລອດ ເພາະຖ້າຜູ້ໃດຈະໄດ້ສິ່ງຂອງສິ້ນທັງໂລກ ແຕ່ຕ້ອງສູນເສຍຈິດວິນຍານຂອງຕົນ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ ເພາະວ່າຜູ້ນັ້ນຈະນຳອັນໃດໄປແລກເອົາຈິດວິນຍານຂອງຕົນກັບຄືນມາ” (ມາລະໂກ 8:34-37)

ນັ້ນມັນຊັດເຈນພໍບໍ? ໃນການມາຫາພຣະຄຣິດເຮົາຈະຕ້ອງປະຕິເສດໂຕເອງ,ເຮົາຈະຕ້ອງ ຖີ້ມຄວາມຄິດຂອງເຮົາເອງ,ແຜນການຂອງເຮົາ,ຄວາມທະເຍີທະຍານຂອງເຮົາ, ເຮົາຈະ ຕ້ອງມອບຕົວເຮົາແດ່ພຣະອົງ ນັ້ນແລະຄືຄວາມໝາຍວາງໃຈພຣະຄຣິດ,ເຮົາວາງໃຈພຣະ ອົງ-ບໍ່ແມ່ນໂຕຂອງເຮົາເອງ,ມອບຊີວິດຂອງເຮົາແດ່ພຣະອົງ,ບໍ່ແມ່ນຄວາມຄິດແລະເປົ້າ ໝາຍຂອງເຮົາ, ເຮົາ“ສູນເສຍ”ຊີວິດຂອງເຮົາດ້ວຍການປ່ຽນມອບແດ່ພຣະອົງ, ມັນຄືຫົນ ທາງດຽວເມື່ອເຮົາສູນເສຍຊີວິດຂອງເຮົາໂດຍການອຸທິດຖະວາຍແດ່ພຣະຄຣິດ,ຊີວິດຂອງ ເຮົາກໍຈະລອດຕະຫຼອດເປັນນິດ.

ສະນັ້ນຄຳທີ່ສະແດງເຖິງ “ຕົ້ນໄມ້ອ່ອນ”ຄືເຄື່ອງໝາຍທີ່ວ່າພຣະຄຣິດເປັນຜູ້ປະ ທານຊີວິດໃນສາຍພຣະເນດຂອງພຣະເຈົ້າ,ແຕ່ໃນສາຍຕາມະນຸດພຣະອົງຄືຜູ້ທີ່ເອົາຊີວິດ ໄປ,ເຫດສະນັ້ນຄົນສ່ວນຫຼາຍຈື່ງປະຕິເສດພຣະອົງ,ພວກເຂົາບໍ່ຕ້ອງການໃຫ້ພຣະອົງເອົາ ຊີວິດຂອງເຂົາເຈົ້າໄປ, ພວກເຂົາຢ້ານທີ່ຈະຝາກຊີວິດແລະໃຫ້ພຣະອົງເປັນຜູ້ຊົງນຳເຂົາ.

II. ປະການທີ່ສອງ ພຣະຄຣິດຖືກປະຕິເສດເພາະພຣະອົງປາກົດແກ່ມະ ນຸດເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ

“ເພາະທ່ານຈະຈະເລີນຂື້ນຕໍ່ພຣະພັກພຣະອົງຢ່າງຕົ້ນໄມ້ ອ່ອນແລະເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ…” (ອິດສະຢາ 53:2)

ເວລາຂອງຂ້າພະເຈົ້າໄປຫຼາຍແລ້ວເພາະໃຊ້ເວລາກັບຈຸດທີ່ໜື່ງຫຼາຍເກີນໄປ, ແຕ່ພວກເຮົາເຫັນໄດ້ງ່າຍໆວ່າພຣະຄຣິດຊົງປາກົດເໝືອນ “ຮາກແຕກໜໍ່ມາຈາກພື້ນດິນແຫ້ງ” ດຣ.ຢັງກ່າວໄວ້ວ່າ:

ພື້ນດິນແຫ້ງເວົ້າເຖິງພື້ນຖານແລະສະຖານະການຕ່ຳຕ້ອຍ ຊື່ງຜູ້ຮັບໃຊ້[ພຣະຄຣິດ]ປາກົດໃຫ້ເຫັນ, ມັນໄດ້ຊີ້ໃຫ້ເຫັນ ເຖິງສະພາບທຳມະຊາດໃນຊ່ວງກາງຂອງຊີວິດຜູ້ຮັບໃຊ້ ຮາກໃນພື້ນດິນແຫ້ງຕ້ອງຕໍ່ສູ້ເພື່ອຮັກສາຊີວິດ (ດຣ.ຢັງ ເຫຼັ້ມດຽວກັນ ໜ້າ 342)

ຄໍາພະຍາກອນນີ້ເລັງເຖິງຄວາມຍາກຈົນຊື່ງພຣະຄຣິດຈະບັງເກີດ,ພໍ່ລ້ຽງຂອງພຣະ ອົງເປັນພຽງແຕ່ຊ່າງໄມ້,ແມ່ແທ້ຂອງພຣະອົງມາລີເປັນຍິງພົມມະຈັນຍາກຈົນຄົນໜື່ງ,ພຣະອົງເກີດໃນຮາງຫຍ້າແລະເຕີບໃຫຍ່ທ່າມກາງຄົນຍາກຈົນ“ເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ” ຊີວິດຂອງພຣະອົງຊົງເຮັດວຽກທ່າມກາງຄົນທຸກແລະຄົນຊັ້ນຕຳ, ພວກສາວົກ ຂອງພຣະອົງກໍບໍ່ມີຫຍັງເປັນພຽງແຕ່ຊາວປະມົງ,ພຣະອົງຖືກປະຕິເສດໂດຍກະສັດເຮໂຣດ ,ໂດຍປີລາດລັດຖະບານໂລມັນ,ໂດຍພວກນັກທໍາແລະພວກຟາລິສີ “ແລະເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ” ພວກເຂົາຕີພຣະອົງຈົນເກືອບຕາຍ ແລ້ວເອົາຕະປູຕອກມື ແລະຕີນພຣະອົງທີ່ໄມ້ກາງແຂນ,ພວກເຂົາເອົາພຣະສົບພຣະອົງໄປໄວ້ໃນອຸບໂມງທີ່ຢືມມາ ,ຊີວິດທັງຊີວິດຂອງພຣະອົງໃນໂລກ,ຄວາມທຸກຂອງພຣະອົງແລະຄວາມຕາຍຂອງພຣະອົງ ມີຊີວິດ “ເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ”, ແຕ່ຄວາມຂອບຄຸນພຣະເຈົ້າພຣະອົງ ຊົງຟື້ນຂື້ນຈາກຕາຍໃນມື້ທີ່ສາມ, “ເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ”ຄືກັບພືດທີ່ຟື້ນ ຢ່າງໄວວາຫຼັງຈາກຝົນພາຍຸ, ດັ່ງນັ້ນພຣະຄຣິດຊົງຟື້ນຂື້ນມີຊີວິດຈາກຄວາມຕາຍ“ເໝືອນ ຮາກແຕກໜໍ່ມາຈາກພື້ນດິນແຫ້ງ” ຮາເລລູຢາ!

ແມ່ນຄົນສ່ວນຫຼາຍບໍ່ເຊື່ອໃນພຣະອົງ,ພວກຄິດວ່າພຣະອົງຄື “ຜູ້ດູດຊີວິດ” ແລະຄື ກັບຢິວທີ່ຕາຍແລ້ວ

“ໃຜລະໄດ້ເຊື່ອໃນສິ່ງທີ່ເຂົາໄດ້ຍິນຈາກເຮົາທັງຫຼາຍ ພຣະກອນຂອງພຣະເຢໂຮວາໄດ້ຊົງສະແດງແກ່ຜູ້ໃດ? ເພາະທ່ານຈະຈະເລີນຂື້ນຕໍ່ພຣະພັກພຣະອົງຢ່າງຕົ້ນໄມ້ອ່ອນແລະເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ…” (ອິດສະຢາ 53:1-2)

III. ປະການທີ່ສາມ ພຣະຄຣິດຖືກປະຕິເສດເພາະພຣະອົງບໍ່ມີຮູບຮ່າງຫຼື ຄວາມສວຍງາມແລະບໍ່ມີຄວາມງາມທີ່ເຮົາຈະເພິ່ງປາດຖະໜາທ່ານ

ກະລຸນາຢືນຂື້ນແລ້ວອ່ານຂໍ້ທີ່ສອງດັງໆ

“ເພາະທ່ານຈະຈະເລີນຂື້ນຕໍ່ພຣະພັກພຣະອົງຢ່າງຕົ້ນໄມ້ ອ່ອນແລະເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ ທ່ານບໍ່ ມີຮູບຮ່າງຫຼືຄວາມສວຍງາມແລະເມື່ອເຮົາທັງຫຼາຍຈະແນມເບິ່ງທ່ານ ບໍ່ມີຄວາມງາມທີ່ເຮົາຈະເພີ່ງປາດຖະໜາ” (ອິດສະຢາ 53:2)

ເຊີນນັ່ງລົງໄດ້

ພຣະເຢຊູ“ບໍ່ມີຮູບຮ່າງຫຼືຄວາມສວຍງາມ” ພາຍນອກບໍ່ປາກົດວ່າມີອໍານາດແລະ ຄວາມວິເສດ, ດຣ.ຢັງເວົ້າວ່າ:“ເມື່ອເຮົາເຫັນຜູ້ຮັບໃຊ້[ພຣະຄຣິດ]ເຮົາກໍບໍ່ພົບຄວາມສວຍ ງາມທີ່ເຮົາເພີ່ງປາດຖະໜາໄດ້,ການຕັດສິນຂອງເຮົາໃນຄຳອື່ນແມ່ນອີງຕາມການປາກົດ ຂອງພາຍນອກແລະບໍ່ແມ່ນຕາມຄວາມຊອບທຳແລະຄວາມຈິງ,ມັນເປັນພາບທີ່ໜ້າເສົ້າ. ຜູ້ຮັບໃຊ້[ພຣະຄຣິດ] ອາໄສຢູ່ທ່າມຜູ້ຄົນຂອງພຣະອົງແລະເບື້ອງຫຼັງຮູບກາຍຂອງພຣະອົງ ຕາແຫ່ງຄວາມເຊື່ອຄວນໄດ້ເຫັນສະງ່າລາສີທີ່ແທ້ຈິງແຕ່ການເບິ່ງທີ່ຮູບລັກພາຍນອກຂອງ ພຣະອົງອິດສະຣາເອວບໍ່ພົບຄວາມສວຍງາມຈັກຢ່າງເລີຍ…ການປາກົດຂອງຜູ້ຮັບໃຊ້ [ພຣະຄຣິດ]ເໝືອນມະນຸດທຳມະດາ,ພວກເຂົາຈື່ງຕັດສິນພຣະອົງດ້ວຍທັດສະນະຄະຕິທີ່ ຜິດໆແລະເປັນການຕັດສິນຜິດພາດຢ່າງສິ້ນເຊີງ” (ຢັງ ເຫຼັ້ມດຽວກັນ)

ພາຍນອກແລ້ວພຣະເຢຊູບໍ່ມີຄວາມສວຍງາມຫຼືອໍານາດເພື່ອດຶງດູດໂລກເລີຍ,ພຣະອົງບໍ່ໄດ້ຍື່ນຂໍ້ສະເໜີສິ່ງທີ່ດຶງດູດຜູ້ຄົນ, ພຣະອົງບໍໄດ້ຍື່ນຄວາມສໍາເລັດ, ຊື່ສຽງ, ຫຼືເງີນຫຼື ຄວາມເພີ່ງພໍໃຈແບບໂລກ, ມັນກົງກັນຂ້າມກັນ, ໃນຕອນຕົ້ນຂອງການນະມັດສະການນີ້ ທ້າວ ພຣຸດໂຮມໄດ້ອ່ານຂໍ້ພຣະຄຳພີຊື່ງບອກພວກເຮົາເຖິງສິ່ງທີ່ພຣະຍື່ນໃຫ້

ພຣະຄຣິດຍື່ນໃຫ້ປະຕິເສດໂຕເອງ, ພຣະຄຣິດຍື່ນໃຫ້ສູນເສຍການຄວບຄຸມໃນຊີວິດແລະ ຈຸດມຸ່ງໝາຍຂອງຕົນ,ພຣະຄຣິດຍື່ນຄວາມລອດຂອງຈິດວິນຍານ,ການໃຫ້ອະໄພບາບແລະ ຊີວິດນິລັນດອນ,ສິ່ງເຫຼົ່ານີ້ຄືສິ່ງທີ່ສໍາພັດບໍ່ໄດ້,ສິ່ງທີ່ບໍ່ສາມາດຈັບຕ້ອງຫຼືເຫັນດ້ວຍຄວາມຮູ້ ສຶກແລະສາຍຕາໄດ້,ສິ່ງທີ່ຢູ່ໃນທຳມະຊາດຝ່າຍຈິດວິນຍານ, ເຫດສະນັ້ນພຣະຄຣິດຈື່ງຖືກ ປະຕິເສດໂດຍຜູ້ຄົນເຫຼົ່ານັ້ນທີ່ພຣະເຈົ້າບໍ່ເຄີຍເປີດຕາຂອງເຂົາ, ເພາະວ່າ:

“ແຕ່ມະນຸດທຳມະດາຈະຮັບສິ່ງເຫລົ່ານັ້ນຊຶ່ງເປັນຂອງພຣະວິນຍານແຫ່ງພຣະເຈົ້າບໍ່ໄດ້ ເພາະເຂົາເຫັນວ່າເປັນສິ່ງໂງ່ເຂົາ ແລະເຂົາບໍ່ສາມາດເຂົ້າໃຈໄດ້ ເພາະວ່າຈະເຂົ້າໃຈສິ່ງເຫລົ່ານັ້ນໄດ້ກໍຕ້ອງສັງເກດດ້ວຍຈິດວິນຍານ” (1 ໂກລິນໂທ 2:14)

ໃນເຊົ້າມື້ນີ້ຂ້າພະເຈົ້າຢາກຮູ້ວ່າ ຖ້າຫາກພຣະເຈົ້າໄດ້ເວົ້າກັບໃຈຂອງເຮົາ,ຢາກຮູ້ ວ່າຖ້າພຣະເຈົ້າເວົ້າກັບເຮົາວ່າ “ເຖິງແມ່ນວ່າບໍ່ມີຄວາມສວຍງາມທີ່ເຮົາຈະເພີ່ງປາດຖະໜາ ທ່ານ,ເຮົາຈະນໍາເຈົ້າເຂົ້າມາໃກ້ລູກຊາຍຂອງເຮົາ” ເຮົາເຄີຍຮູ້ສຶກແບບນີ້ໃນໃຈຂອງເຮົາບໍ? ເຮົາເຄີຍຮູ້ສຶກບໍວ່າໂລກນີ້ບໍ່ໄດ້ຍື່ນຂໍ້ສະເໜີຫຍັງຫຼາຍຄວາມສະໜຸກສະໜານທີ່ຜ່ານໄປໃນ ຊົ່ວເວລາໜື່ງຫຼືຄວາມສໍາເລັດທີ່ຜ່ານໄປໃນຊົ່ວຂະນະໜື່ງ? ເຮົາເຄີຍຄິດກ່ຽວກັບຈິດວິນ ຍານຂອງເຮົາບໍ? ເຮົາເຄີຍຄິດບໍ່ວ່າເຮົາຈະໃຊ້ເວລາຕະຫຼອດຊີວິດຢູ່ໃສຖ້າຫາກພຣະເຢຊູ ບໍ່ໄດ້ລ້າງຄວາມບາບຂອງເຮົາດ້ວຍພຣະໂລຫິດຂອງພຣະອົງ? ເຮົາເຄີຍຄິດເຖິງບັນຫາ ເຫຼົ່ານີ້ບໍ? ຖ້າຫາກເຄີຍ ເຮົາຈະມາຫາພຣະອົງໂດຍຄວາມເຊື່ອງ່າຍໆບໍ? ຜູ້ຊື່ງ “ບໍ່ມີຮູບ ຮ່າງຫຼືຄວາມສວຍງາມ…ບໍ່ມີຄວາມງາມທີ່ເຮົາຈະເພີ່ງປາດຖະໜາທ່ານ”? (ອິດສະຢາ 53:2) ທ່ານຈະຄຸເຂົ່າລົງຕໍ່ພຣະເຢຊູໄທນາຊາເລັດແລະວາງໃຈພຣະອົງທັງສິ້ນສຸດໃຈຂອງ ທ່ານບໍ? ຂ້າພະເຈົ້າຂໍໃຫ້ທ່ານເຮັດແບບນັ້ນ

ຂໍທຸກຄົນຢືນຂື້ນໃນຂະນະທີ່ ທ້າວກຣິບຟິນ ມາຮ້ອງເພງສອງວັກຂອງເພງທີ່ຮ້ອງ ກ່ອນຄໍາເທດສະໜານີ້:

ເອົາໂລກນີ້ໄປແລ້ວໃຫ້ພຣະເຢຊູແກ່ຂ້າ,ເອົາຄວາມຍິນດີໃຫ້ມີແຕ່ພຣະນາມ
ໃຫ້ຄວາມຮັກຂອງພຣະອົງດໍາລົງຕະຫຼອດໄປ ຜ່ານຕະຫຼອດຊົ່ວຊີວິດ

ເອົາໂລກນີ້ໄປແລ້ວໃຫ້ພຣະເຢຊູແກ່ຂ້າ,ຂ້າວາງໃຈໃນກາງແຂນພຣະອົງ
ຈົນເຖິງນິມິດແຈ້ງແລະຊັດເຈນ,ຕໍ່ພຣະພັກພຣະເຈົ້າຂ້າໄດ້ເຫັນ
ໂອ ພຣະເມດຕາສູງແລະເລິກ! ໂອ ຄວາມຮັກນັ້ນຍາວແລະກວ້າງ
ໂອ ການຊົງໄຖ່ສົມບູນແບບ, ວິບັດຂອງຈຸດຈົບຊີວິດເບື້ອງເທິງ
(“ເອົາໂລກນີ້ໄປແລ້ວໃຫ້ພຣະເຢຊູແກ່ຂ້າ” ໂດຍ ແຟນນີ.ເຈ.ຄຣອສບີ
1820-1915)

ຖ້າຫາກພຣະເຈົ້າໄດ້ເວົ້າກັບໃຈຂອງເຮົາແລ້ວແລະເຮົາພ້ອມທີ່ຈະຖີ້ມຄວາມສະ ໜຸກສະໜານຂອງໂລກທີ່ກຳລັງຜ່ານພົ້ນໄປນີ້ແລະຖ້າເຮົາພ້ອມທີ່ຈະຍອມຈໍານົນຕໍ່ພຣະເຢ ຊູຄຣິດແລ້ວມາຫາພຣະອົງໂດຍຄວາມເຊື່ອແລະຢາກໃຫ້ພຣະອົງລ້າງຄວາມບາບຂອງເຮົາ ໂດຍພຣະໂລຫິດຂອງພຣະອົງ,ຖ້າທ່ານຢາກຈະບອກພວກເຮົາແບບນັ້ນ ກະລຸນາຍ່າງໄປ ຂ້າງຫຼັງຫ້ອງນີ້ຕອນນີ້ເລີຍ. ດຣ.ເຄແກນ ຈະພາທ່ານໄປບ່ອນງຽບໆເພື່ອທີ່ຈະສາມາດສົນ ທະນາກັນໄດ້. ຂ້າພະເຈົ້າຫວັງວ່າທ່ານຈະມາແລ້ວລອດພົ້ນດ້ວຍຄວາມເຊື່ອງ່າຍໆໃນ ພຣະເຢຊູ, ດຣ.ເຄແກນ ກະລຸນາມາອະທິຖານເພື່ອເພື່ອຜູ້ທີ່ຕອບຮັບດ້ວຍ ເອແມນ

ອິດສະຢາເວົ້າວ່າຈະມີໜ້ອຍຄົນເຊື່ອທີ່ເຊື່ອຂໍ້ຄວາມທີ່ີກ່າວເຖິງການທົນທຸກທຸກ ຂອງຜູ້ຮັບໃຊ້ພຣະເຈົ້າແລະມີໜ້ອຍຄົນທີ່ຈະພົບກັບພຣະຄຸນຂອງພຣະອົງ, ອັກຄະສາວົກ ໂຢຮັນໄດ້ອ້າງອີງຈາກພຣະທຳ ອິດສະຢາ 53:1 ເພື່ອພັນລະນາວ່າຄົນຢິວສ່ວນຫຼາຍບໍ່ ເຊື່ອໃນສະໄໝຂອງພຣະຄຣິດ

“ເຖິງແມ່ນວ່າພຣະອົງໄດ້ຊົງກະທຳການອັດສະຈັນຫລາຍປະການຕໍ່ໜ້າເຂົາ ເຂົາທັງຫລາຍກໍຍັງບໍ່ເຊື່ອໃນພຣະອົງ ເພື່ອຄຳຂອງອິດສະຢາສາດດາພະຍາກອນຈະສຳເລັດຊຶ່ງວ່າ `ພຣະອົງເຈົ້າຂ້າ ໃຜລະໄດ້ເຊື່ອສິ່ງທີ່ເຂົາໄດ້ຍິນຈາກເຮົາທັງຫລາຍ ແລະພຣະກອນຂອງອົງພຣະຜູ້ເປັນເຈົ້າໄດ້ຊົງສະແດງແກ່ຜູ້ໃດ” (ໂຢຮັນ 12:37-38)

ອັກຄະສາວົກເປົາໂລກໍໄດ້ອ້າງອີງຈາກຂໍ້ນີ້ເຊັ່ນດຽວກັນພາຍຫຼັງ 30 ປີຂອງການ ສະເດັດກັບສູ່ສະຫວັນຂອງພຣະຄຣິດ ເພື່ອສະແດງໃຫ້ເຫັນຄົນຕ່າງຊາດຈະເປັນກຸ່ມດຽວທີ່ ຕອບຮັບພຣະເຢຊູຄຣິດຫຼາຍກວ່າພວກຢິວ, ເປົາໂລເວົ້າວ່າ:

“ເພາະວ່າພວກຢິວແລະພວກກຣີກ ບໍ່ຊົງຖືວ່າຕ່າງກັນ ດ້ວຍວ່າຊົງເປັນອົງພຣະຜູ້ເປັນເຈົ້າອົງດຽວກັນຂອງຄົນທັງປວງ ຊຶ່ງຊົງໂຜດຢ່າງບໍລິບູນແກ່ຄົນທັງປວງທີ່ທູນຂໍຕໍ່ພຣະອົງ…ແຕ່ບໍ່ແມ່ນທຸກຄົນໄດ້ເຊື່ອຟັງຂ່າວປະເສີດນັ້ນ ເພາະອິດສະຢາໄດ້ກ່າວໄວ້ວ່າ `ພຣະອົງເຈົ້າຂ້າ ໃຜລະໄດ້ເຊື່ອສິ່ງທີ່ເຂົາໄດ້ຍິນຈາກເຮົາທັງຫລາຍ” (ໂລມ 10:12,16)

ພຣະເຈົ້າພຣະເຢຊູຄຣິດເອງກໍບອກເຮົາແບບດຽວກັນ, ພຣະອົງກ່າວວ່າຈຳນວນ ຄົນທີ່ລອດທີ່ເຊື່ອໃນພຣະອົງຈະມີໜ້ອຍດຽວ

“ເພາະວ່າປະຕູຊຶ່ງນຳໄປເຖິງຊີວິດນັ້ນກໍຄັບແລະທາງກໍແຄບ ຜູ້ທີ່ຫາພົບກໍມີໜ້ອຍ ” (ມັດທາຍ 7:14)

ພຣະຄຣິດກໍຊົງຊີ້ຈຸດດຽວກັນເມື່ອພຣະອົງກ່າວວ່າ:

“ຈົ່ງພຽນເຂົ້າໄປທາງປະຕູຄັບແຄບ ເພາະເຮົາບອກທ່ານທັງຫລາຍວ່າ ຄົນເປັນຈຳນວນຫລາຍຈະພະຍາຍາມເຂົ້າໄປ ແຕ່ຈະເຂົ້າບໍ່ໄດ້ ” (ລູກາ 13:24)

ຜູ້ຄົນໃນໂລກນີ້ມັກເຊື່ອວ່າໃນບໍ່ຊ້ານີ້ທຸກໆຄົນຈະໄດ້ໄປສະຫວັນ, ແຕ່ພຣະເຢຊູໄດ້ ກ່າວໄວ້ກົງກັນຂ້າມກັນວ່າ:

“ຜູ້ທີ່ຫາພົບກໍມີໜ້ອຍ” (ມັດທາຍ 7:14)

“ເຮົາບອກທ່ານທັງຫລາຍວ່າ ຄົນເປັນຈຳນວນຫລາຍຈະພະຍາຍາມເຂົ້າໄປ ແຕ່ຈະເຂົ້າບໍ່ໄດ້” (ລູກາ 13:24)

ນັ້ນເປັນການສະທ້ອນຄວາມຈິງເຖິງສິ່ງໜ້າເສົ້າທີ່ອິດສະຢາໄດ້ພະຍາກອນໄວ້

“ໃຜລະໄດ້ເຊື່ອໃນສິ່ງທີ່ເຂົາໄດ້ຍິນຈາກເຮົາທັງຫຼາຍ ພຣະກອນຂອງ ພຣະເຢໂຮວາໄດ້ຊົງສະແດງແກ່ຜູ້ໃດ” (ອິດສະຢາ 53:1)

ພວກເຮົາອາດຈະຖາມວ່າເປັນຫຍັງຈື່ງເປັນແບບນັ້ນ, ກໍເພາະພວກຢິວແນມຫາ ຜູ້ຄອບຄອງທີ່ຍິ່ງໃຫຍ່ແລະມີອຳນາດ, ກະສັດແຫ່ງຄວາມອັດສະລິຍະແລະຮັ່ງມີທີ່ຈະເປັນ ພຣະເມສິຍາຂອງພວກເຂົາ, ສ່ວນພວກຕ່າງຊາດບໍໄດ້ແນມຫາພຣະເມສິຍາຍັງເລີຍ, ດັ່ງນັ້ນພວກເຮົາຈື່ງເຫັນວ່າມະນຸດໂດຍທົ່ວໄປແລ້ວບໍ່ໄດ້ຄາດຫວັງວ່າພຣະຄຣິດຈະສະເດັດມາໃນຖານະຜູ້ຜູ້ຮັບໃຊ້ຕ່ຳຕ້ອຍທີ່ທົນທຸກລຳບາກ, ຕາຍທີ່ໄມ້ກາງແຂນເພື່ອຈ່າຍໄຖ່ບາບ ຂອງພວກເຂົາ.

ໃນກິດຈະການບົດທີ່ 8 ຂັນທີຊາວເອທິໂອເປຍເປັນເປັນຄົນຕາບອດຄືກັບພວກ ປະໂລຫິດແລະພວກຟາລິສີທີ່ນັບຖືສາສະໜາຢູດາຍ. ລາວກຳລັງອ່ານໜັງສືອິດສະຢາບົດທີຫ້າສິບສາມຕອນທີ່ຜູ້ປະກາດຟີລິບຖືກດຶງຂື້ນນັ່ງລົດມ້າຂອງລາວ.

“ຟີລິບຈຶ່ງວິ່ງເຂົ້າໄປໃກ້ ແລະໄດ້ຍິນທ່ານອ່ານຫນັງສືອິດສະຢາສາສະດາພະຍາກອນ ຈຶ່ງຖາມວ່າ "ຊຶ່ງທ່ານອ່ານນັ້ນທ່ານເຂົ້າໃຈບໍ ຂັນທີຈຶ່ງຕອບວ່າ "ຖ້າບໍ່ມີໃຜອະທິບາຍໃຫ້ ຈະເຂົ້າໃຈໄດ້ແນວໃດ ທ່ານຈຶ່ງເຊີນຟີລິບຂຶ້ນນັ່ງລົດກັບທ່ານ” (ກິດຈະການ 8:30-31)

ຊາວອັບຟຣິກາຄົນນີ້ໄດ້ກັບໃຈມາຖືສາສະໜາຢູດາຍ, ລາວມີຄວາມຄຸ້ນເຄີຍກັບ ພຣະຄຳພີເດີມເປັນຢ່າງດີ, ແຕ່ລາວກໍຍັງຕາບອດຄືກັບພວກນັກທຳຊາວຢິວເມື່ອລາວໄດ້ ອ່ານພຣະຄຳພີຕອນນີ້

ສຳຫຼັບຂ້າພະເຈົ້າແລ້ວເບິ່ງຄືວ່າທຸກຄົນສາມາດເຫັນໄດ້ໃນຂໍ້ພຣະຄຳພີນີ້ວ່າພຣະ ເມສິຍາເມື່ອພຣະອົງສະເດັດມານັ້ນພຣະອົງຈະບໍ່ລຳລວຍຫຼືມີຊື່ສຽງທີ່ອ້ອມຮອບດ້ວຍຝູງຊົນ ທີ່ຕ້ອນຮັບແລະໃຫ້ກຽດ,ແຕ່ຈະມາໃນຖານະ “ບຸລຸດແຫ່ງຄວາມໂສກເສົ້າແລະຄຸ້ນເຄີຍກັບ ຄວາມລະທົມທຸກ”, ເປັນຄົນ “ທີ່ຖືກມະນຸດດູໝີ່ນແລະປະຕິເສດ” ແມ່ນ ຄວາມຈິງນີ້ຖືກ ຂຽນໄວ້ໃນພຣະຄຳພີຢ່າງຊັດເຈນ

“ພຣະອົງໄດ້ສະເດັດມາຍັງພວກຂອງພຣະອົງ ແລະພວກຂອງພຣະອົງນັ້ນບໍ່ໄດ້ຕ້ອນຮັບພຣະອົງ” (ໂຢຮັນ 1:11)

ຊົນຊາດອິດສະຣາເອວທັງຊາດບໍ່ໄດ້ຕ້ອນຮັບພຣະເຢຊູໃນຖານະເປັນພຣະເມສິຍາ ເຖິງແມ່ນວ່າພຣະຄຳພີໄດ້ພະຍາກອນເຖິງພຣະອົງຢ່າງສົມບູນແບບກໍຕາມ,ຜູ້ພະຍາກອນ ໄດ້ບອກເຮົາເຖິງເຫດຜົນທີ່ພວກເຂົາປະຕິເສດພຣະອົງໃນຂໍ້ທີ່ສອງຂອງຂໍ້ພຣະຄຳພີຂອງ ເຮົາ

“ເພາະທ່ານຈະຈະເລີນຂື້ນຕໍ່ພຣະພັກພຣະອົງຢ່າງຕົ້ນໄມ້ ອ່ອນແລະເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ ທ່ານບໍ່ ມີຮູບຮ່າງ[ຄວາມ ງາມ]ຫຼືຄວາມສວຍງາມ[ຄວາມ ມີອຳ ນາດ ] ແລະເມື່ອເຮົາທັງຫຼາຍຈະແນມເບິ່ງທ່ານບໍ່ມີຄວາມງາມທີ່ເຮົາຈະເພີ່ງປາດຖະໜາ” (ອິດສະຢາ 53:2)

ແຕ່ພວກເຮົາບໍ່ຄວນຕັດສິນວ່າພວກຢິວປະຕິເສດພຣະຄຣິດຫຼາຍກວ່າຄົນຕ່າງຊາດ ຊື່ງສ່ວນຫຼາຍກໍປະຕິເສດພຣະອົງເຊັ່ນດຽວກັນ, ສະເປີໂຈນເວົ້າວ່າ:

ຈື່ໄດ້ບໍ່ວ່າສິ່ງໃດທີ່ເປັນຄວາມຈິງສຳຫຼັບຄົນຢິວນັ້ນກໍເປັນ ຄວາມຈິງຄືກັບພວກຕ່າງຊາດເຊັ່ນກັນ, ຂ່າວປະເສີດ ຂອງພຣະເຢຊຸູຄຣິດຄືເລື່ອງງ່າຍທີ່ສຸດໃນໂລກ, ແຕ່ບໍ່ມີມະນຸດຄົນໃດເຂົ້າໃຈມັນຈົນກວ່າຜູ້ນັ້ນຖືກສອນໂດຍພຣະເຈົ້າ….ເຖິງຄວາມບາບທີ່ເຂົ້າມາຄອບຄອງຝ່າຍວິນຍານຂອງມະນຸດ…,ສໍາຫຼັບທ່ານເດເປັນແນວໃດ? ທ່ານກໍຕາບອດນຳບໍ?...ທ່ານກໍຕາບອດນຳບໍ? ຖ້າເປັນ ຂໍພຣະເຈົ້າຊົງແນະນຳທ່ານເຂົ້າໃນຄວາມເຊື່ອຂອງພຣະເຢຊູ (ເຊ.ເອັຊສະເປີໂຈນ “ຮາກອອກມາຈາກພື້ນດິນແຫ້ງ” ເດິະເມໂທຣໂພລິທັນ ເທເບີນາໂຄ ພັລພິວ ພິວກຣິມ ການພິມພິມໃຫມ່ປີ 1971 ບົດທີ່ີ 18 ໜ້າ 565-566)

ຂໍໃຫ້ເປີດເບິ່ງຂໍ້ພຣະຄຳພີຂອງເຮົາໃນຂໍ້ທີ່ສອງ, ເຮົາຈະມາເບິ່ງສາມເຫດຜົນວ່າ ເປັນຫຍັງພຣະເຢຊູຈື່ງຖືກປະຕິເສດ ໃຫ້ເຮົາອ່ານຂໍ້ທີ່ສອງດັງໆ

“ເພາະທ່ານຈະຈະເລີນຂື້ນຕໍ່ພຣະພັກພຣະອົງຢ່າງຕົ້ນໄມ້ ອ່ອນແລະເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ ທ່ານບໍ່ ມີຮູບຮ່າງຫຼືຄວາມສວຍງາມແລະເມື່ອເຮົາທັງຫຼາຍຈະແນມ ເບິ່ງທ່ານ ບໍ່ມີຄວາມງາມທີ່ເຮົາຈະເພີ່ງປາດຖະໜາ” (ອິດສະຢາ 53:2)

I. ປະການທີ່ໜື່ງ ພຣະຄຣິດຖືກປະຕິເສດເພາະພຣະອົງປາກົດແກ່ມະນຸດ ຢ່າງຕົ້ນໄມ້ອ່ອນ

ໜ້ອຍຄົນທີ່ເຊື່ອໃນພຣະເຢຊູເພາະຄວາມຈິງທີ່ວ່າ:

“ເພາະທ່ານຈະຈະເລີນຂື້ນຕໍ່ພຣະພັກພຣະອົງຢ່າງຕົ້ນໄມ້ ອ່ອນ…” (ອິດສະຢາ 53:2)

ຫຼືຄືກັບດຣ.ກິລເວົ້າວ່າ “ຄືກັບພືດນ້ອຍໆ,ຄືຄຳທີ່ໄດ້ອະທິບາຍເອົາໄວ້ ຊື່ງເຕີບໂຕອອກມາ ຈາກຮາກຂອງຕົ້ນໄມ້…ຊື່ງບໍ່ມີໃຜສັງເກດຫຼືດູແລຫຼືບໍ່ມີຄວາມຫວັງໃດໆຈາກມັນເລີຍແລະ ລັກສະນະ[ຂອງຄຳກ່າວ]ເພື່ອຢືນຢັນ[ຄວາມຕ່ຳຕ້ອຍ]ແລະບໍ່ມີຄຳສັນຍາເຖິງການປາກົດ ຂອງພຣະຄຣິດໃນການ[ບັງເກີດ]ຂອງພຣະອົງ ຊື່ງເປັນເຫດຜົນຂອງຄົນຢິວທົ່ວໄປທີ່ບໍ່ເຊື່ອ ປະຕິເສດແລະດູໝີ່ນພຣະອົງ” (ດຣ.ຈອນ ກິລ ການອະທິບາຍພຣະຄຳພີເດີມ ເດິະແບັບ ຕິສສະແຕນດາດ ເບເຣີ ພິມໃຫມ່ປີ 1989 ບົດທີ່ 1 ໜ້າ 310-311)

“ເພາະທ່ານຈະຈະເລີນຂື້ນຕໍ່ພຣະພັກພຣະອົງຢ່າງຕົ້ນໄມ້ ອ່ອນ…” (ອິດສະຢາ 53:2)

ນີ້ໝາຍຄວາມວ່າພຣະຄຣິດໄດ້ເກີດແລະຈະເລີນເຕີບໃຫຍ່ “ກ່ອນ”ພຣະເຈົ້າພຣະບິດາຊົງ ເປັນຜູ້ເບິ່ງແຍງແລະໃຫ້ກຳລັງພຣະອົງ. ດຣ.ຢັງເວົ້າວ່າ “ສະນັ້ນ ເພື່ອມະນຸດແລ້ວຜູ້ຮັບ ໃຊ້[ພຣະເຢຊູ]ປາກົດເປັນຕົ້ນໄມ້ອ່ອນ…ມະນຸດໄດ້ຕັດຕົ້ນໄມ້ອ່ອນເພາະພວກເຂົາເອົາຊີ ວິດອອກຈາກຕົ້ນໄມ້ແລະໃນສາຍຕາຂອງມະນຸດແລ້ວມັນຕ້ອງຖືກຕັດອອກ”(ດຣ.ເອັດເວີດ ເຈ.ຢັງ ໜັງສືອິດສະຢາ ບໍລິສັດວິວລ່ຽມອີເບີດແມນສ໌ການພິມ 1972 ບົດທີ່ 3 ໜ້າ 341-342)

ມັນຄືເຫດຜົນແບບນີ້ບໍທີ່ພວກປະໂລຫິດໃຫຍ່ແລະພວກຟາລິສີຕ້ອງການຈັບພຣະ ເຢຊູ? ພວກເຂົາເວົ້າວ່າ:

“ຖ້າເຮົາປ່ອຍເຂົາໄວ້ແບບນີ້ ຄົນທັງປວງຈະເຊື່ອຖືເຂົາ ແລ້ວພວກໂລມກໍຈະມາຢຶດເອົາທັງທີ່ແລະຊົນຊາດຂອງເຮົາໄປ” (ໂຢຮັນ 11:48)

“ມະນຸດໄດ້ຕັດຕົ້ນໄມ້ອ່ອນເພາະພວກເຂົາເອົາຊີວິດອອກຈາກຕົ້ນໄມ້ແລະໃນສາຍຕາຂອງ ມະນຸດແລ້ວມັນຕ້ອງຖືກຕັດອອກ” (ດຣ.ຢັງ ເຫຼັ້ມດຽວກັນ) ພວກເຂົາຢ້ານວ່າເຂົາຈະສູນ ເສຍຕົວຕົນໃນຄວາມເປັນຊາດຢິວໄປຖ້າພວກເຂົາຫາກເຊື່ອໃນພຣະອົງ, ເໝືອນຕົ້ນໄມ້ອ່ອນ, ເຂົາຢ້ານວ່າພຣະອົງຈະ “ເອົາຊີວິດໄປຈາກຕົ້ນໄມ້” ຂອງຊົນຊາດຂອງເຂົາເຈົ້າ.

ແລະມັນເປັນເຫດຜົນດຽວກັນແທ້ບໍທີ່ເຮົາປະຕິເສດພຣະອົງ? ຄິດໃຫ້ດີກ່ຽວກັບ ເລື່ອງນີ້! ມັນບໍ່ແມ່ນຄວາມຈິງກັບເຮົາເຊັ່ນດຽວກັນບໍ-ວ່າເຮົາຢ້ານຈະສູນເສຍບາງສິ່ງບາງ ຢ່າງທີ່ມັນສຳຄັນສຳຫຼັບພວກເຮົາຖ້າເຮົາຫາກມາຫາພຣະອົງແລະວາງໃຈພຣະອົງ? ມັນ ບໍ່ແມ່ນບໍວ່າເຮົາຢ້ານວ່າພຣະຄຣິດຈະ “ເອົາຊີວິດໄປຈາກຕົ້ນໄມ້” ພຣະອົງຈະດູດເອົາບາງ ສິ່ງບາງຢ່າງທີ່ສຳຄັນຫຼາຍສຳຫຼັບເຮົາ?

ຂ້າພະເຈົ້າຂໍໃຫ້ດຣ.ເຄແກນເອົາບົດຄວາມທີ່ຕີພິມລົງໃນ ຕອນແລງວັນເສົາ ໃນ ເດືອນ10,ປີ1929, ມັນຄືບົດສຳພາດຂອງນັກຟີຊິກຜູ້ຍິ່ງໃຫຍ່ດຣ.ອັນເບີດ ໄອສະໄຕ,ຄົນ ສຳພາດຖາມລາວວ່າ “ທ່ານຍອມຮັບການມີຕົວຕົນຂອງພຣະເຢຊູໃນປະຫວັດສາດບໍ?” ໄອສະໄຕຕອບ “ແບບບໍ່ມີຂໍ້ສົງໄສວ່າບໍ່ມີໃຜອ່ານຂ່າວປະເສີດໂດຍປາສະຈາກຄວາມຮູ້ ສຶກເທິງການມີຕົວຕົນຂອງພຣະເຢຊູ, ບຸກຄະລິກຂອງພຣະອົງປາກົດຢູ່ໃນທຸກໆຄຳ, ບໍ່ມີ ຕຳນານທີ່ເຕັມໄປດ້ວຍຊີວິດເຊັ່ນນັ້ນ” (The Saturday Evening Post , 26 /10/ 1929 ໜ້າ117)ໄອສະໄຕມີພາບລັກຄວາມເປັນຄຣິສຕຽນແຕ່ໜ້າເສຍດາຍທີ່ລາວບໍ່ເຄີຍກັບໃຈ ໃຫມ່,ແມ່ນຫຍັງຢຸດຢັງລາວ? ມັນບໍ່ແມ່ນບັນຫາກ່ຽວກັບການມີປັນຍາເລີຍ, ແຕ່ໄອສະໄຕ ເປັນຄົນລ່ວງປະເວນີ,ລາວບໍ່ຢາກຈະເຊົາເຮັດບາບນັ້ນ,ມັນກໍເປັນເລື່ອງງ່າຍໆທີ່ວ່າເຮົາຈະ ຕ້ອງເຊົາ(ຖີ້ມ)ບາງສິ່ງບາງຢ່າງເພື່ອທີ່ຈະເປັນຄຣິສຕຽນແທ້.

ຕອນນີ້ຂ້າພະເຈົ້າອາດຈະເປັນຄູສອນປອມໄດ້ຖ້າຂ້າພະເຈົ້າບອກພີ່ນ້ອງວ່າມັນບໍ່ ແມ່ນຄວາມຈິງ,ຖ້າຂ້າພະເຈົ້າບອກພີ່ນ້ອງວ່າທ່ານສາມາດມາຫາພຣະຄຣິດໂດຍບໍ່ຕ້ອງສູນ ເສຍຫຍັງເລີຍຂ້າພະເຈົ້າກໍຈະເທດສະໜາຫຼັກຄຳສອນຜິດ, ແນ່ນອນມັນຕ້ອງເສຍບາງສິ່ງ ເພື່ອມາຫາພຣະພຣະເຢຊູ,ມັນສູນເສຍຊີວິດຂອງເຮົາເພື່ອພຣະຄຣິດຈະໄດ້ເຮັດໃຫ້ລາບລື່ນ ພຣະອົງກ່າວ່າ:

“ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກແລະຕາມເຮົາມາ ເພາະວ່າຜູ້ໃດຢາກຈະເອົາຊີວິດລອດ ຜູ້ນັ້ນຈະເສັຍຊີວິດ ແຕ່ຜູ້ໃດຈະເສັຍຊີວິດເພາະເຫັນແກ່ເຮົາແລະຂ່າວປະເສີດ ຜູ້ນັ້ນຈະໄດ້ຊີວິດລອດ ເພາະຖ້າຜູ້ໃດຈະໄດ້ສິ່ງຂອງສິ້ນທັງໂລກ ແຕ່ຕ້ອງສູນເສຍຈິດວິນຍານຂອງຕົນ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ ເພາະວ່າຜູ້ນັ້ນຈະນຳອັນໃດໄປແລກເອົາຈິດວິນຍານຂອງຕົນກັບຄືນມາ” (ມາລະໂກ 8:34-37)

ນັ້ນມັນຊັດເຈນພໍບໍ? ໃນການມາຫາພຣະຄຣິດເຮົາຈະຕ້ອງປະຕິເສດໂຕເອງ,ເຮົາຈະຕ້ອງ ຖີ້ມຄວາມຄິດຂອງເຮົາເອງ,ແຜນການຂອງເຮົາ,ຄວາມທະເຍີທະຍານຂອງເຮົາ, ເຮົາຈະ ຕ້ອງມອບຕົວເຮົາແດ່ພຣະອົງ ນັ້ນແລະຄືຄວາມໝາຍວາງໃຈພຣະຄຣິດ,ເຮົາວາງໃຈພຣະ ອົງ-ບໍ່ແມ່ນໂຕຂອງເຮົາເອງ,ມອບຊີວິດຂອງເຮົາແດ່ພຣະອົງ,ບໍ່ແມ່ນຄວາມຄິດແລະເປົ້າ ໝາຍຂອງເຮົາ, ເຮົາ“ສູນເສຍ”ຊີວິດຂອງເຮົາດ້ວຍການປ່ຽນມອບແດ່ພຣະອົງ, ມັນຄືຫົນ ທາງດຽວເມື່ອເຮົາສູນເສຍຊີວິດຂອງເຮົາໂດຍການອຸທິດຖະວາຍແດ່ພຣະຄຣິດ,ຊີວິດຂອງ ເຮົາກໍຈະລອດຕະຫຼອດເປັນນິດ.

ສະນັ້ນຄຳທີ່ສະແດງເຖິງ “ຕົ້ນໄມ້ອ່ອນ”ຄືເຄື່ອງໝາຍທີ່ວ່າພຣະຄຣິດເປັນຜູ້ປະ ທານຊີວິດໃນສາຍພຣະເນດຂອງພຣະເຈົ້າ,ແຕ່ໃນສາຍຕາມະນຸດພຣະອົງຄືຜູ້ທີ່ເອົາຊີວິດ ໄປ,ເຫດສະນັ້ນຄົນສ່ວນຫຼາຍຈື່ງປະຕິເສດພຣະອົງ,ພວກເຂົາບໍ່ຕ້ອງການໃຫ້ພຣະອົງເອົາ ຊີວິດຂອງເຂົາເຈົ້າໄປ, ພວກເຂົາຢ້ານທີ່ຈະຝາກຊີວິດແລະໃຫ້ພຣະອົງເປັນຜູ້ຊົງນຳເຂົາ.

II. ປະການທີ່ສອງ ພຣະຄຣິດຖືກປະຕິເສດເພາະພຣະອົງປາກົດແກ່ມະ ນຸດເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ

“ເພາະທ່ານຈະຈະເລີນຂື້ນຕໍ່ພຣະພັກພຣະອົງຢ່າງຕົ້ນໄມ້ ອ່ອນແລະເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ…” (ອິດສະຢາ 53:2)

ເວລາຂອງຂ້າພະເຈົ້າໄປຫຼາຍແລ້ວເພາະໃຊ້ເວລາກັບຈຸດທີ່ໜື່ງຫຼາຍເກີນໄປ, ແຕ່ພວກເຮົາເຫັນໄດ້ງ່າຍໆວ່າພຣະຄຣິດຊົງປາກົດເໝືອນ “ຮາກແຕກໜໍ່ມາຈາກພື້ນດິນແຫ້ງ” ດຣ.ຢັງກ່າວໄວ້ວ່າ:

ພື້ນດິນແຫ້ງເວົ້າເຖິງພື້ນຖານແລະສະຖານະການຕ່ຳຕ້ອຍ ຊື່ງຜູ້ຮັບໃຊ້[ພຣະຄຣິດ]ປາກົດໃຫ້ເຫັນ, ມັນໄດ້ຊີ້ໃຫ້ເຫັນ ເຖິງສະພາບທຳມະຊາດໃນຊ່ວງກາງຂອງຊີວິດຜູ້ຮັບໃຊ້ ຮາກໃນພື້ນດິນແຫ້ງຕ້ອງຕໍ່ສູ້ເພື່ອຮັກສາຊີວິດ (ດຣ.ຢັງ ເຫຼັ້ມດຽວກັນ ໜ້າ 342)

ຄໍາພະຍາກອນນີ້ເລັງເຖິງຄວາມຍາກຈົນຊື່ງພຣະຄຣິດຈະບັງເກີດ,ພໍ່ລ້ຽງຂອງພຣະ ອົງເປັນພຽງແຕ່ຊ່າງໄມ້,ແມ່ແທ້ຂອງພຣະອົງມາລີເປັນຍິງພົມມະຈັນຍາກຈົນຄົນໜື່ງ,ພຣະອົງເກີດໃນຮາງຫຍ້າແລະເຕີບໃຫຍ່ທ່າມກາງຄົນຍາກຈົນ“ເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ” ຊີວິດຂອງພຣະອົງຊົງເຮັດວຽກທ່າມກາງຄົນທຸກແລະຄົນຊັ້ນຕຳ, ພວກສາວົກ ຂອງພຣະອົງກໍບໍ່ມີຫຍັງເປັນພຽງແຕ່ຊາວປະມົງ,ພຣະອົງຖືກປະຕິເສດໂດຍກະສັດເຮໂຣດ ,ໂດຍປີລາດລັດຖະບານໂລມັນ,ໂດຍພວກນັກທໍາແລະພວກຟາລິສີ “ແລະເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ” ພວກເຂົາຕີພຣະອົງຈົນເກືອບຕາຍ ແລ້ວເອົາຕະປູຕອກມື ແລະຕີນພຣະອົງທີ່ໄມ້ກາງແຂນ,ພວກເຂົາເອົາພຣະສົບພຣະອົງໄປໄວ້ໃນອຸບໂມງທີ່ຢືມມາ ,ຊີວິດທັງຊີວິດຂອງພຣະອົງໃນໂລກ,ຄວາມທຸກຂອງພຣະອົງແລະຄວາມຕາຍຂອງພຣະອົງ ມີຊີວິດ “ເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ”, ແຕ່ຄວາມຂອບຄຸນພຣະເຈົ້າພຣະອົງ ຊົງຟື້ນຂື້ນຈາກຕາຍໃນມື້ທີ່ສາມ, “ເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ”ຄືກັບພືດທີ່ຟື້ນ ຢ່າງໄວວາຫຼັງຈາກຝົນພາຍຸ, ດັ່ງນັ້ນພຣະຄຣິດຊົງຟື້ນຂື້ນມີຊີວິດຈາກຄວາມຕາຍ“ເໝືອນ ຮາກແຕກໜໍ່ມາຈາກພື້ນດິນແຫ້ງ” ຮາເລລູຢາ!

ແມ່ນຄົນສ່ວນຫຼາຍບໍ່ເຊື່ອໃນພຣະອົງ,ພວກຄິດວ່າພຣະອົງຄື “ຜູ້ດູດຊີວິດ” ແລະຄື ກັບຢິວທີ່ຕາຍແລ້ວ

“ໃຜລະໄດ້ເຊື່ອໃນສິ່ງທີ່ເຂົາໄດ້ຍິນຈາກເຮົາທັງຫຼາຍ ພຣະກອນຂອງພຣະເຢໂຮວາໄດ້ຊົງສະແດງແກ່ຜູ້ໃດ? ເພາະທ່ານຈະຈະເລີນຂື້ນຕໍ່ພຣະພັກພຣະອົງຢ່າງຕົ້ນໄມ້ອ່ອນແລະເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ…” (ອິດສະຢາ 53:1-2)

III. ປະການທີ່ສາມ ພຣະຄຣິດຖືກປະຕິເສດເພາະພຣະອົງບໍ່ມີຮູບຮ່າງຫຼື ຄວາມສວຍງາມແລະບໍ່ມີຄວາມງາມທີ່ເຮົາຈະເພິ່ງປາດຖະໜາທ່ານ

ກະລຸນາຢືນຂື້ນແລ້ວອ່ານຂໍ້ທີ່ສອງດັງໆ

“ເພາະທ່ານຈະຈະເລີນຂື້ນຕໍ່ພຣະພັກພຣະອົງຢ່າງຕົ້ນໄມ້ ອ່ອນແລະເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ ທ່ານບໍ່ ມີຮູບຮ່າງຫຼືຄວາມສວຍງາມແລະເມື່ອເຮົາທັງຫຼາຍຈະແນມເບິ່ງທ່ານ ບໍ່ມີຄວາມງາມທີ່ເຮົາຈະເພີ່ງປາດຖະໜາ” (ອິດສະຢາ 53:2)

ເຊີນນັ່ງລົງໄດ້

ພຣະເຢຊູ“ບໍ່ມີຮູບຮ່າງຫຼືຄວາມສວຍງາມ” ພາຍນອກບໍ່ປາກົດວ່າມີອໍານາດແລະ ຄວາມວິເສດ, ດຣ.ຢັງເວົ້າວ່າ:“ເມື່ອເຮົາເຫັນຜູ້ຮັບໃຊ້[ພຣະຄຣິດ]ເຮົາກໍບໍ່ພົບຄວາມສວຍ ງາມທີ່ເຮົາເພີ່ງປາດຖະໜາໄດ້,ການຕັດສິນຂອງເຮົາໃນຄຳອື່ນແມ່ນອີງຕາມການປາກົດ ຂອງພາຍນອກແລະບໍ່ແມ່ນຕາມຄວາມຊອບທຳແລະຄວາມຈິງ,ມັນເປັນພາບທີ່ໜ້າເສົ້າ. ຜູ້ຮັບໃຊ້[ພຣະຄຣິດ] ອາໄສຢູ່ທ່າມຜູ້ຄົນຂອງພຣະອົງແລະເບື້ອງຫຼັງຮູບກາຍຂອງພຣະອົງ ຕາແຫ່ງຄວາມເຊື່ອຄວນໄດ້ເຫັນສະງ່າລາສີທີ່ແທ້ຈິງແຕ່ການເບິ່ງທີ່ຮູບລັກພາຍນອກຂອງ ພຣະອົງອິດສະຣາເອວບໍ່ພົບຄວາມສວຍງາມຈັກຢ່າງເລີຍ…ການປາກົດຂອງຜູ້ຮັບໃຊ້ [ພຣະຄຣິດ]ເໝືອນມະນຸດທຳມະດາ,ພວກເຂົາຈື່ງຕັດສິນພຣະອົງດ້ວຍທັດສະນະຄະຕິທີ່ ຜິດໆແລະເປັນການຕັດສິນຜິດພາດຢ່າງສິ້ນເຊີງ” (ຢັງ ເຫຼັ້ມດຽວກັນ)

ພາຍນອກແລ້ວພຣະເຢຊູບໍ່ມີຄວາມສວຍງາມຫຼືອໍານາດເພື່ອດຶງດູດໂລກເລີຍ,ພຣະອົງບໍ່ໄດ້ຍື່ນຂໍ້ສະເໜີສິ່ງທີ່ດຶງດູດຜູ້ຄົນ, ພຣະອົງບໍໄດ້ຍື່ນຄວາມສໍາເລັດ, ຊື່ສຽງ, ຫຼືເງີນຫຼື ຄວາມເພີ່ງພໍໃຈແບບໂລກ, ມັນກົງກັນຂ້າມກັນ, ໃນຕອນຕົ້ນຂອງການນະມັດສະການນີ້ ທ້າວ ພຣຸດໂຮມໄດ້ອ່ານຂໍ້ພຣະຄຳພີຊື່ງບອກພວກເຮົາເຖິງສິ່ງທີ່ພຣະຍື່ນໃຫ້

“ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກແລະຕາມເຮົາມາ ເພາະວ່າຜູ້ໃດຢາກຈະເອົາຊີວິດລອດ ຜູ້ນັ້ນຈະເສັຍຊີວິດ ແຕ່ຜູ້ໃດຈະເສັຍຊີວິດເພາະເຫັນແກ່ເຮົາແລະຂ່າວປະເສີດ ຜູ້ນັ້ນຈະໄດ້ຊີວິດລອດ ເພາະຖ້າຜູ້ໃດຈະໄດ້ສິ່ງຂອງສິ້ນທັງໂລກ ແຕ່ຕ້ອງສູນເສຍຈິດວິນຍານຂອງຕົນ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ ເພາະວ່າຜູ້ນັ້ນຈະນຳອັນໃດໄປແລກເອົາຈິດວິນຍານຂອງຕົນກັບຄືນມາ” (ມາລະໂກ 8:34-37)

ພຣະຄຣິດຍື່ນໃຫ້ປະຕິເສດໂຕເອງ, ພຣະຄຣິດຍື່ນໃຫ້ສູນເສຍການຄວບຄຸມໃນຊີວິດແລະ ຈຸດມຸ່ງໝາຍຂອງຕົນ,ພຣະຄຣິດຍື່ນຄວາມລອດຂອງຈິດວິນຍານ,ການໃຫ້ອະໄພບາບແລະ ຊີວິດນິລັນດອນ,ສິ່ງເຫຼົ່ານີ້ຄືສິ່ງທີ່ສໍາພັດບໍ່ໄດ້,ສິ່ງທີ່ບໍ່ສາມາດຈັບຕ້ອງຫຼືເຫັນດ້ວຍຄວາມຮູ້ ສຶກແລະສາຍຕາໄດ້,ສິ່ງທີ່ຢູ່ໃນທຳມະຊາດຝ່າຍຈິດວິນຍານ, ເຫດສະນັ້ນພຣະຄຣິດຈື່ງຖືກ ປະຕິເສດໂດຍຜູ້ຄົນເຫຼົ່ານັ້ນທີ່ພຣະເຈົ້າບໍ່ເຄີຍເປີດຕາຂອງເຂົາ, ເພາະວ່າ:

“ແຕ່ມະນຸດທຳມະດາຈະຮັບສິ່ງເຫລົ່ານັ້ນຊຶ່ງເປັນຂອງພຣະວິນຍານແຫ່ງພຣະເຈົ້າບໍ່ໄດ້ ເພາະເຂົາເຫັນວ່າເປັນສິ່ງໂງ່ເຂົາ ແລະເຂົາບໍ່ສາມາດເຂົ້າໃຈໄດ້ ເພາະວ່າຈະເຂົ້າໃຈສິ່ງເຫລົ່ານັ້ນໄດ້ກໍຕ້ອງສັງເກດດ້ວຍຈິດວິນຍານ” (1 ໂກລິນໂທ 2:14)

ໃນເຊົ້າມື້ນີ້ຂ້າພະເຈົ້າຢາກຮູ້ວ່າ ຖ້າຫາກພຣະເຈົ້າໄດ້ເວົ້າກັບໃຈຂອງເຮົາ,ຢາກຮູ້ ວ່າຖ້າພຣະເຈົ້າເວົ້າກັບເຮົາວ່າ “ເຖິງແມ່ນວ່າບໍ່ມີຄວາມສວຍງາມທີ່ເຮົາຈະເພີ່ງປາດຖະໜາ ທ່ານ,ເຮົາຈະນໍາເຈົ້າເຂົ້າມາໃກ້ລູກຊາຍຂອງເຮົາ” ເຮົາເຄີຍຮູ້ສຶກແບບນີ້ໃນໃຈຂອງເຮົາບໍ? ເຮົາເຄີຍຮູ້ສຶກບໍວ່າໂລກນີ້ບໍ່ໄດ້ຍື່ນຂໍ້ສະເໜີຫຍັງຫຼາຍຄວາມສະໜຸກສະໜານທີ່ຜ່ານໄປໃນ ຊົ່ວເວລາໜື່ງຫຼືຄວາມສໍາເລັດທີ່ຜ່ານໄປໃນຊົ່ວຂະນະໜື່ງ? ເຮົາເຄີຍຄິດກ່ຽວກັບຈິດວິນ ຍານຂອງເຮົາບໍ? ເຮົາເຄີຍຄິດບໍ່ວ່າເຮົາຈະໃຊ້ເວລາຕະຫຼອດຊີວິດຢູ່ໃສຖ້າຫາກພຣະເຢຊູ ບໍ່ໄດ້ລ້າງຄວາມບາບຂອງເຮົາດ້ວຍພຣະໂລຫິດຂອງພຣະອົງ? ເຮົາເຄີຍຄິດເຖິງບັນຫາ ເຫຼົ່ານີ້ບໍ? ຖ້າຫາກເຄີຍ ເຮົາຈະມາຫາພຣະອົງໂດຍຄວາມເຊື່ອງ່າຍໆບໍ? ຜູ້ຊື່ງ “ບໍ່ມີຮູບ ຮ່າງຫຼືຄວາມສວຍງາມ…ບໍ່ມີຄວາມງາມທີ່ເຮົາຈະເພີ່ງປາດຖະໜາທ່ານ”? (ອິດສະຢາ 53:2) ທ່ານຈະຄຸເຂົ່າລົງຕໍ່ພຣະເຢຊູໄທນາຊາເລັດແລະວາງໃຈພຣະອົງທັງສິ້ນສຸດໃຈຂອງ ທ່ານບໍ? ຂ້າພະເຈົ້າຂໍໃຫ້ທ່ານເຮັດແບບນັ້ນ

ຂໍທຸກຄົນຢືນຂື້ນໃນຂະນະທີ່ ທ້າວກຣິບຟິນ ມາຮ້ອງເພງສອງວັກຂອງເພງທີ່ຮ້ອງ ກ່ອນຄໍາເທດສະໜານີ້:

ເອົາໂລກນີ້ໄປແລ້ວໃຫ້ພຣະເຢຊູແກ່ຂ້າ,ເອົາຄວາມຍິນດີໃຫ້ມີແຕ່ພຣະນາມ
ໃຫ້ຄວາມຮັກຂອງພຣະອົງດໍາລົງຕະຫຼອດໄປ ຜ່ານຕະຫຼອດຊົ່ວຊີວິດ

ເອົາໂລກນີ້ໄປແລ້ວໃຫ້ພຣະເຢຊູແກ່ຂ້າ,ຂ້າວາງໃຈໃນກາງແຂນພຣະອົງ
ຈົນເຖິງນິມິດແຈ້ງແລະຊັດເຈນ,ຕໍ່ພຣະພັກພຣະເຈົ້າຂ້າໄດ້ເຫັນ
ໂອ ພຣະເມດຕາສູງແລະເລິກ! ໂອ ຄວາມຮັກນັ້ນຍາວແລະກວ້າງ
ໂອ ການຊົງໄຖ່ສົມບູນແບບ, ວິບັດຂອງຈຸດຈົບຊີວິດເບື້ອງເທິງ
(“ເອົາໂລກນີ້ໄປແລ້ວໃຫ້ພຣະເຢຊູແກ່ຂ້າ” ໂດຍ ແຟນນີ.ເຈ.ຄຣອສບີ
1820-1915)

ຖ້າຫາກພຣະເຈົ້າໄດ້ເວົ້າກັບໃຈຂອງເຮົາແລ້ວແລະເຮົາພ້ອມທີ່ຈະຖີ້ມຄວາມສະ ໜຸກສະໜານຂອງໂລກທີ່ກຳລັງຜ່ານພົ້ນໄປນີ້ແລະຖ້າເຮົາພ້ອມທີ່ຈະຍອມຈໍານົນຕໍ່ພຣະເຢ ຊູຄຣິດແລ້ວມາຫາພຣະອົງໂດຍຄວາມເຊື່ອແລະຢາກໃຫ້ພຣະອົງລ້າງຄວາມບາບຂອງເຮົາ ໂດຍພຣະໂລຫິດຂອງພຣະອົງ,ຖ້າທ່ານຢາກຈະບອກພວກເຮົາແບບນັ້ນ ກະລຸນາຍ່າງໄປ ຂ້າງຫຼັງຫ້ອງນີ້ຕອນນີ້ເລີຍ. ດຣ.ເຄແກນ ຈະພາທ່ານໄປບ່ອນງຽບໆເພື່ອທີ່ຈະສາມາດສົນ ທະນາກັນໄດ້. ຂ້າພະເຈົ້າຫວັງວ່າທ່ານຈະມາແລ້ວລອດພົ້ນດ້ວຍຄວາມເຊື່ອງ່າຍໆໃນ ພຣະເຢຊູ, ດຣ.ເຄແກນ ກະລຸນາມາອະທິຖານເພື່ອເພື່ອຜູ້ທີ່ຕອບຮັບດ້ວຍ ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ້າວ ອາເບວ ພຣຸດໂຮມ ມາລະໂກ 8:34-37
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
(“ເອົາໂລກນີ້ໄປແລ້ວໃຫ້ພຣະເຢຊູແກ່ຂ້າ” ໂດຍ ແຟນນີ.ເຈ.ຄຣອສບີ 1820-1915)

ໂຄງຮ່າງບົດເທດສະໜາ

ພຣະຄຣິດ-ປະຕິເສດໂດຍຝູງຊົນ

(ບົດເທດສະໜາ ຕອນທີ່ 3 ໃນອິດສະຢາ 53)

ໂດຍ ດຣ. ອາ ແອວ ໄຮເມີ ຈູເນຍ.

“ໃຜລະໄດ້ເຊື່ອໃນສິ່ງທີ່ເຂົາໄດ້ຍິນຈາກເຮົາທັງຫຼາຍ ພຣະກອນຂອງພຣະເຢໂຮວາໄດ້ຊົງສະແດງແກ່ຜູ້ໃດ? ເພາະທ່ານຈະຈະເລີນຂື້ນຕໍ່ພຣະພັກພຣະອົງຢ່າງຕົ້ນໄມ້ອ່ອນແລະເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ…”(ອິດສະຢາ 53:1-2)

(ໂຢຮັນ 12:37-38;ໂລມ10:12, 16; ມັດທິວ 7:14;
ລູກາ 13:24; ກິດຈະການ 8:30-31; ໂຢຮັນ 1:11)

I.   ປະການທີ່ໜື່ງ ພຣະຄຣິດຖືກປະຕິເສດເພາະພຣະອົງປາກົດແກ່ມະນຸດ
ຢ່າງຕົ້ນໄມ້ອ່ອນ ອິດສະຢາ 53:2ກ;ໂຢຮັນ 11:48;ມາລະໂກ 8:34-37

II.  ປະການທີ່ສອງ ພຣະຄຣິດຖືກປະຕິເສດເພາະພຣະອົງປາກົດແກ່ມະ
ນຸດເໝືອນຮາກແຕກໜໍ່ມາຈາກພື້ນດິນແຫ້ງ ອິດສະຢາ53:2ຂ

III.  ປະການທີ່ສາມ ພຣະຄຣິດຖືກປະຕິເສດເພາະພຣະອົງບໍ່ມີຮູບຮ່າງຫຼື
ຄວາມສວຍງາມແລະບໍ່ມີຄວາມງາມທີ່ເຮົາຈະເພິ່ງປາດຖະໜາທ່ານ
ອິດສະຢາ 53:2ຄ; ມາລະໂກ 8:34-37; 1 ໂກລິນໂທ 2:14