Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ປະຕິເສດຂ່າວປະເສີດ

(ບົດເທດສະໜາ ຕອນທີ່ 2 ໃນອິດສະຢາ 53)
THE REJECTED REPORT
(SERMON NUMBER 2 ON ISAIAH 53)
(Laotian)

ໂດຍ. ດຣ. ອາແອວ ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ຄຳເທດສະໜາເທດທີ່ຄຣິສຕະຈັກ ແບ໊ບຕິສເທເບີນາໂຄແຫ່ງລອສແອງເຈີລິສ
ຕອນເຊົ້າວັນຂອງພຣະເຈົ້າ 3/3/2013
A sermon preached at the Baptist Tabernacle of Los Angeles
Lord’s Day Morning, March 3, 2013

“ໃຜລະໄດ້ເຊື່ອໃນສິ່ງທີ່ເຂົາໄດ້ຍິນຈາກເຮົາທັງຫຼາຍ ພຣະກອນຂອງພຣະເຢໂຮວາ ໄດ້ຊົງສະແດງແກ່ຜູ້ໃດ” (ອິດສະຢາ 53:1)


ອິດສະຢາກຳລັງເວົ້າເຖິງຂ່າວປະເສີດຂອງພຣະຄຣິດ. ອາທິດແລ້ວນີ້ຂ້າພະເຈົ້າໄດ້ເທດສະໜາໃນ 3 ຂໍ້ສຸດທ້າຍຂອງບົດທີ່ 52 ເປັນ ບ່ອນທີ່ຜູ້ພະຍາກອນໄດ້ທໍານາຍໄວ້ເຖິງຄວາມທຸກຂອງພຣະຄຣິດ, ຜູ້ຊື່ງປາກົດ ວ່າ “ໜ້າຕາຂອງທ່ານເສຍໂສມຫຼາຍກວ່າມະນຸດຄົນໃດແລະຮູບຮ່າງຂອງທ່ານກໍເສຍ ໂສມຫຼາຍກວ່າລູກທັງຫຼາຍຂອງມະນຸດຄົນໃດ” (ອິດສະຢາ 52:14). ນີ້ຄືພາບຂອງພຣະເຢ ຊູທີ່ຖືກຂ້ຽນຕີແລະຖືກຄຶງເພື່ອຄວາມຜິດບາບຂອງເຮົາທັງຫຼາຍ, ຫຼັງຈາກ ນັ້ນຊົງຟື້ນຄືນມາຈາກຕາຍ“ສູງເດັ່ນແລະ ເປັນທີ່ເທີດທູນແລະ…ສູງຫຼາຍ” ” (ອິດສະຢາ 52:13).ບັດນີ້ໃນຂໍ້ພຣະຄໍາພີຂອງເຮົາຜູ້ພະຍາກອນໄດ້ກ່າວວ່າຈະມີໜ ້ອຍຄົນທີ່ເຊື່ອຂໍ້ຄວາມແຫ່ງຂ່າວປະເສີດ.

ດຣ. ເອັດເວີດ ເຈ ຢັງ ຄືນັກສຶກສາພຣະຄຳພີເດີມ ເປັນ ເພື່ອນແລະຜູ້ຮ່ວມຫ້ອງຮຽນຂອງອະ ດີດສິດຍາພິບານຂອງຂ້າພະເຈົ້າ ດຣ. ທິໂມ ທີ ລິນ ໄດ້ໃຫ້ຄຳເຫັນຕໍ່ຂໍ້ພຣະຄຳພີຂອງເຮົາວ່າ:

“ໃຜລະໄດ້ເຊື່ອໃນສິ່ງທີ່ເຂົາໄດ້ຍິນຈາກເຮົາ ທັງຫຼາຍ ພຣະກອນຂອງພຣະ ເຢໂຮວາໄດ້ຊົງສະແດງແກ່ຜູ້ໃດ”

ດຣ. ຢັງ ກ່າວວ່ານີ້ “ຄືການກ່າວຊັດເຈນເກີນກວ່າທີ່ຈະ ເປັນຄຳຖາມ, ມັນບໍ່ໄດ້ຮຽກຮ້ອງຄຳຕອບ ດ້ານລົບ ແຕ່ມັນຄືການກ່າວງ່າຍໆທີ່ຈະ ເອີ້ນ [ຈຳນວນໜ້ອຍ] ຂອງຜູ້ທີ່ເຊື່ອແທ້ໃນໂລກນີ້…ຜູ້ພະຍາກອນ [ຄື] ຕົວ ແທນຂອງປະຊາຊົນທີ່ກຳລັງເວົ້າແລະສະແດງອອກເຖິງທໍ້ໃຈທີ່ມີຜູ້ເຊື່ອໜ ້ອຍຄົນ”

(ດຣ. ເອັດເວີດ ເຈ ຢັງ ໜັງສືອິດສະຢາ, ບໍລິສັດ ວິວລ່ຽມ ບີ ເອີດສະ ແມນ ການພິມ 1972 ບົດທີ່ 3 ໜ້າ 240)

“ໃຜລະໄດ້ເຊື່ອໃນສິ່ງທີ່ເຂົາໄດ້ຍິນຈາກ ເຮົາທັງຫຼາຍ ພຣະກອນຂອງພຣະ ເຢໂຮວາໄດ້ຊົງສະແດງແກ່ຜູ້ໃດ”

ຄຳວ່າ “ລາຍງານ” ໝາຍຄວາມວ່າ “ການປະກາດຂ່າວປະເສີດ” ລູເທີໄດ້ແປວ່າ “ຄໍາເທດສະໜາຂອງເຮົາ” (ຢັງ ເຫຼັ້ມດຽວກັນ) “ໃຜລະໄດ້ເຊື່ອຄໍາ ເທດສະໜາຂອງເຮົາ?” ການສະແດງເຖິງໃນຂໍ້ພຣະຄໍາພີຄື “ພຣະກອນຂອງພຣະເຢໂຮວາໄດ້ ຊົງສະແດງແກ່ຜູ້ໃດ?” “ພຣະກອນຂອງພຣະເຢໂຮວາ” ຄືການສະແດງອອກເຖິງກຳລັງຂອງພຣະ ເຈົ້າ. ໃຜລະໄດ້ເຊື່ອຄໍາເທດສະໜາຂອງເຮົາ? ແລະພຣະກອນຂອງພຣະເຢໂຮວາໄດ້ຊົງສະແດງ ແກ່ຜູ້ໃດ? ລິດອໍານາດທີ່ຊ່ວຍໃຫ້ລອດຂອງພຣະຄຣິດໄດ້ຖືກປະກາດແກ່ໃຜແດ່?

“ໃຜລະໄດ້ເຊື່ອໃນສິ່ງທີ່ເຂົາໄດ້ຍິນຈາກ ເຮົາທັງຫຼາຍ ພຣະກອນຂອງ ພຣະເຢໂຮວາໄດ້ຊົງສະແດງແກ່ຜູ້ໃດ” (ອິດສະຢາ 53:1)

ຂໍ້ນີ້ສະແດງວ່າເຮົາຈະຕ້ອງຮັບເຊື່ອການປະກາດ ຂ່າວປະເສີດກ່ອນແລະຫຼັງຈາກນັ້ນຈະໄດ້ຮັບການກັບໃຈໃຫມ່ໂດຍລິດອໍານາດຂອງພຣະ ເຈົ້າໃນພຣະຄຣິດ. ແລະຜູ້ພະຍາ ກອນ ໄດ້ສະແດງໃຫ້ເຫັນວ່າມີໜ້ອຍຄົນທີ່ຈະຮັບ ເຊື່ອແລະກັບໃຈໃຫມ່.

“ໃຜລະໄດ້ເຊື່ອໃນສິ່ງທີ່ເຂົາໄດ້ຍິນຈາກ ເຮົາທັງຫຼາຍ ພຣະກອນຂອງ ພຣະເຢໂຮວາໄດ້ຊົງສະແດງແກ່ຜູ້ໃດ” (ອິດສະຢາ 53:1)

I. ປະການທີ່ໜື່ງ: ມີໜ້ອຍຄົນຮັບເຊື່ອແລະກັບໃຈໃຫມ່ຊ່ວງ ການຮັບໃຊ້ ຂອງພຣະຄຣິດເທິງໂລກນີ້.

ພຣະເຢຊູໄດ້ມາທີ່ອຸບໂມງຝັງສົບຂອງລາຊາຣັສ, ຊາຍ ຜູ້ນີ້ໄດ້ຕາຍມາສີ່ມື້ແລ້ວ ພຣະເຢຊູກ່າວແກ່ພວກເຂົາວ່າ "ຈົ່ງເອົາກ້ອນ ຫີນອອກ" (ໂຢຮັນ 11:39) ເອື້ອຍຂອງລາຊາຣັສຢາກຈະຫ້າມພຣະອົງຈື່ງເວົ້າວ່າ “ພຣະ ອົງເຈົ້າຂ້າ ປານນີ້ສົບມີກິ່ນເໝັນແລ້ວ ເພາະວ່າເຂົາຕາຍມາສີ່ມື້ແລ້ວ” (ເຫຼັ້ມດຽວກັນ) ແຕ່ພວກເຂົາກໍເຊື່ອຟັງພຣະອົງແລະເອົາກ້ອນຫີນທີ່ປິດປາກ ອຸບໂມງອອກ. ຫຼັງຈາກນັ້ນພຣະເຢຊູຈຶ່ງ“ເປ່ງພຣະສຸລະສຽງກ່າວວ່າ "ລາຊາລັດເອີ໋ຍ ຈົ່ງອອກມາເຖີດ" ຜູ້ຕາຍນັ້ນກໍອອກມາ ມີຜ້າພັນສົບພັນມືແລະຕີນ ແລະທີ່ໜ ້າກໍມີຜ້າພັນຢູ່ດ້ວຍ ພຣະເຢຊູກ່າວກັບເຂົາທັງຫລາຍວ່າ "ຈົ່ງແກ້ແລ້ວ ປ່ອຍເຂົາໄປເຖີດ” (ໂຢຮັນ 11:43-44)

“ສະນັ້ນພວກປະໂລຫິດໃຫຍ່ແລະພວກຟາລິສີ ກໍເອີ້ນປະຊຸມສະມາຊິກສະພາແລ້ວວ່າ ເຮົາຈະເຮັດຢ່າງໃດກັນ ເພາະ ວ່າຊາຍຜູ້ນີ້ເຮັດການອັດສະຈັນຫລາຍປະການ” (ໂຢຮັນ 11:47)

ພວກເຂົາເຫັນການອັດສະຈັນຫຼາຍຢ່າງທີ່ພຣະອົງ ເຮັດແລະຢ້ານວ່າຄົນທົ່ວໄປຈະຕິດຕາມພຣະອົງໄປໝົດແທນທີ່ຈະຕາມພວກເຂົາ

“ຕັ້ງແຕ່ວັນນັ້ນເປັນຕົ້ນມາ ເຂົາທັງ ຫລາຍຈຶ່ງປຶກສາກັນຈະຂ້າພຣະອົງຖິ້ມ” (ໂຢຮັນ 11:53)

ພວກປະໂລຫິດໃຫຍ່ແລະພວກຟາລິສີເລີ່ມຈັດປະຊຸມກັນເພື່ອ ຫາທາງອອກທີ່ດີທີ່ສຸດທີ່ຈະຈັບພຣະເຢຊູ“ຈະຂ້າພຣະອົງຖິ້ມ” ອັກຄະສາວົກໂຢ ຮັນເວົ້າວ່າ:

“ເຖິງແມ່ນວ່າພຣະອົງໄດ້ຊົງກະທຳການ ອັດສະຈັນຫລາຍປະການຕໍ່ໜ້າເຂົາ ເຂົາທັງຫລາຍກໍຍັງບໍ່ເຊື່ອໃນ ພຣະອົງ ເພື່ອຄຳຂອງອິດສະຢາສາດດາພະຍາກອນຈະສຳເລັດຊຶ່ງວ່າ `ພຣະ ອົງເຈົ້າຂ້າ ໃຜລະໄດ້ເຊື່ອສິ່ງທີ່ເຂົາໄດ້ຍິນຈາກເຮົາທັງ ຫລາຍ ແລະພຣະກອນຂອງອົງພຣະຜູ້ເປັນເຈົ້າໄດ້ຊົງສະແດງແກ່ຜູ້ ໃດ” (ໂຢຮັນ 12:37-38)

ພວກເຂົາໄດ້ເຫັນພຣະອົງເຮັດອັດສະຈັນລ້ຽງຄົນຫ້າ ພັນຄົນ, ພວກເຂົາເຫັນພຣະອົງຊົງຮັກສາຄົນຂີ້ທູດແລະຊົງເປີດຕາຂອງຄົນຕາບອດ , ພວກເຂົາເຫັນພຣະອົງຊົງໄລ່ຜີອອກແລະຄົນອຳມະພາດໃຫ້ມີສຸຂະພາບແຂງແຮງດີ, ພວກເຂົາໄດ້ເຫັນພຣະອົງຊົງປຸກລູກຊາຍຂອງແມ່ໝ້າຍໃຫ້ຟື້ນຂື້ນຈາກຄວາມຕາຍ , ພວກເຂົາບໍ່ພຽງເຫັນພຣະອົງຊົງປ່ຽນນ້ຳເປັນນ້ຳອະງຸ່ນເທົ່ານັ້ນແຕ່ຍັງໄດ້ ຍິນພຣະອົງເຊັ່ນກັນ

“ຊົງສັ່ງສອນໃນໂຮງທຳມະເທດສະໜາຂອງເຂົາ ປະ ກາດຂ່າວປະເສີດແຫ່ງອານາຈັກນັ້ນ ຊົງປິ່ນປົວພະຍາດແລະຄວາມ ປ່ວຍໄຂ້ທຸກຢ່າງຂອງພົນລະເມືອງໃຫ້ຫາຍ” (ມັດທາຍ 9:35)

ແລະ, ເມື່ອພຣະອົງຊົງປຸກລາຊາຣັສໃຫ້ຟື້ນຂື້ນຈາກຄວາມ ຕາຍແລ້ວ “ເຂົາທັງຫລາຍຈຶ່ງປຶກສາກັນຈະຂ້າພຣະອົງຖິ້ມ” (ໂຢຮັນ 11:53)

“ເຖິງແມ່ນວ່າພຣະອົງໄດ້ຊົງກະທຳການ ອັດສະຈັນຫລາຍປະການຕໍ່ໜ້າເຂົາ ເຂົາທັງຫລາຍກໍຍັງບໍ່ເຊື່ອໃນ ພຣະອົງ ເພື່ອຄຳຂອງອິດສະຢາສາດດາພະຍາກອນຈະສຳເລັດຊຶ່ງວ່າ `ພຣະ ອົງເຈົ້າຂ້າ ໃຜລະໄດ້ເຊື່ອສິ່ງທີ່ເຂົາໄດ້ຍິນຈາກເຮົາທັງ ຫລາຍ ແລະພຣະກອນຂອງອົງພຣະຜູ້ເປັນເຈົ້າໄດ້ຊົງສະແດງແກ່ຜູ້ ໃດ” (ໂຢຮັນ 12:37-38)

ແມ່ນ, ມີໜ້ອຍຄົນຮັບເຊື່ອແລະກັບໃຈໃຫມ່ຊ່ວງການຮັບໃຊ້ ຂອງພຣະຄຣິດເທິງໂລກນີ້.

II. ປະການທີ່ສອງ: ມີໜ້ອຍຄົນຮັບເຊື່ອແລະກັບໃຈໃຫມ່ໃນສະໄໝ ຂອງພວກອັກຄະສາວົກ

ກະລຸນາເປີດໜັງສື ໂລມ 10:11-16 ໃຫ້ເຮົາຢືນຂື້ນ ແລະອ່ານຂໍ້ພຣະຄໍາພີທີ່ຍິ່ງໃຫຍ່ນີ້

“ເພາະມີຂໍ້ພຣະຄຳພີວ່າ `ຜູ້ໃດທີ່ເຊື່ອ ໃນພຣະອົງນັ້ນກໍຈະບໍ່ໄດ້ຮັບຄວາມອັບອາຍ' ເພາະວ່າພວກຢິວແລະ ພວກກຣີກ ບໍ່ຊົງຖືວ່າຕ່າງກັນ ດ້ວຍວ່າຊົງເປັນອົງພຣະຜູ້ ເປັນເຈົ້າອົງດຽວກັນຂອງຄົນທັງປວງ ຊຶ່ງຊົງໂຜດຢ່າງບໍລິບູນ ແກ່ຄົນທັງປວງທີ່ທູນຂໍຕໍ່ພຣະອົງ ເພາະວ່າ `ຜູ້ໃດທີ່ຈະ ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າກໍຈະລອດ' ແຕ່ຜູ້ທີ່ ຍັງບໍ່ເຊື່ອໃນພຣະອົງຈະທູນຂໍຕໍ່ພຣະອົງຢ່າງໃດໄດ້ ແລະຜູ້ ທີ່ຍັງບໍ່ໄດ້ຍິນເຖິງພຣະອົງຈະເຊື່ອໃນພຣະອົງຢ່າງໃດໄດ້ ແລະ ເມື່ອບໍ່ມີຜູ້ໃດປະກາດໃຫ້ເຂົາຟັງ ເຂົາຈະໄດ້ຍິນຢ່າງໃດໄດ້ ແລະ ຖ້າບໍ່ມີໃຜໃຊ້ເຂົາໄປ ເຂົາຈະໄປປະກາດຢ່າງໃດໄດ້ ຕາມທີ່ມີຄຳຂຽນ ໄວ້ແລ້ວວ່າ `ຕີນຂອງຄົນເຫລົ່ານັ້ນທີ່ປະກາດຂ່າວປະເສີດແຫ່ງ ສັນຕິສຸກ ແລະປະກາດຂ່າວປະເສີດແຫ່ງສິ່ງອັນປະເສີດ ກໍງາມຫຼາຍ' ແຕ່ບໍ່ແມ່ນທຸກຄົນໄດ້ເຊື່ອຟັງຂ່າວປະເສີດນັ້ນ ເພາະອິດສະຢາ ໄດ້ກ່າວໄວ້ວ່າ `ພຣະອົງເຈົ້າຂ້າ ໃຜລະໄດ້ເຊື່ອສິ່ງທີ່ເຂົາ ໄດ້ຍິນຈາກເຮົາທັງຫລາຍ” (ໂລມ 10:11-16)

ເຊີນນັ່ງລົງໄດ້

ໃຫ້ເຮົາສັງເກດເບິ່ງຂໍ້ພຣະຄໍາພີນີ້ໃນຂໍ້ທີ່ 12 ທີ່ເວົ້າວ່າ:

“ເພາະວ່າພວກຢິວແລະພວກກຣີກ ບໍ່ຊົງຖື ວ່າຕ່າງ ກັນ ດ້ວຍວ່າຊົງເປັນອົງພຣະຜູ້ເປັນເຈົ້າອົງດຽວ ກັນຂອງຄົນທັງປວງ ຊຶ່ງຊົງໂຜດຢ່າງບໍລິບູນແກ່ຄົນທັງປວງທີ່ ທູນຂໍຕໍ່ພຣະອົງ” (ໂລມ 10:12)

ຂໍ້ນີ້ຖືກຂຽນຂື້ນໂດຍອັກຄະສາວົກເປົາໂລຢ່າງໜ້ອຍຫຼັງ ຈາກ 30 ປີທີ່ພຣະເຢຊູຊົງສະເດັດຂື້ນສູ່ສະຫວັນ, ເປົາໂລໄດ້ຂຽນໜັງສືໂລມໃນ ຊ່ວງສຸດທ້າຍທີ່ເອີຍເຖິງໃນໜັງສືກິດຈະການ, ລາວກຳລັງເວົ້າເຖິງທັງສອງກຸ່ມ ຄືພວກຢິວແລະພວກຕ່າງຊາດ, ຊື່ງກົງກັນຂ້າມພຣະເຢຊູສ່ວນຫຼາຍເຈາະຈົງສະເພາະ ແຕ່ຄົນຢິວ. ເປົາໂລກ່າວວ່າ “ເພາະວ່າພວກຢິວແລະພວກກຣີກ ບໍ່ຊົງຖືວ່າຕ່າງ ກັນ” ທຸກຄົນຕ້ອງການ ພຣະຄຣິດ!

ຜູ້ຟັງຂອງເປົາໂລສ່ວນຫຼາຍບໍ່ແມ່ນຢິວ ເປົາໂລ ໄດ້ເວົ້າຄືກັບທີ່ພຣະເຢຊູຊົງກ່າວ ໂດຍອ້າງອີງມາຈາກອິດສະຢາ 53:1 ຖ້າປຽບທຽບ ກັບຄົນຕ່າງຊາດແລ້ວຄົນຢິວໜ້ອຍຫຼາຍທີ່ເຊື່ອ, ແລະການອີງຈາກອິດສະຢາ 53:1 ສະແດງວ່າຜູ້ພະຍາກອນໄດ້ກ່າວວ່າ ໂດຍການອ້ອນວອນ ຈະມີຄົນຕ່າງຊາດຕອບສະໜອງ ຕໍ່ຂ່າວປະເສີດຫຼາຍກວ່າພວກຢິວ, ເປົາໂລອ້າງອີງຈາກອິດສະຢາເພື່ອຊີ້ໃຫ້ ເຫັນວ່າ

“ໃຜລະໄດ້ເຊື່ອໃນສິ່ງທີ່ເຂົາໄດ້ຍິນຈາກ ເຮົາທັງຫຼາຍ ພຣະກອນຂອງ ພຣະເຢໂຮວາໄດ້ຊົງສະແດງແກ່ຜູ້ໃດ” (ອິດສະຢາ 53:1)

ພວກຕ່າງຊາດເປີດໃຈຕໍ່ຂ່າວປະເສີດຫຼາຍກວ່າ ພວກຢິວ, ແມ່ນ ຫຼາຍກວ່າ, ມີພຽງການປຽບທຽບວ່າພວກຕ່າງຊາດໜ້ອຍຄົນທີ່ ເຊື່ອພຣະເຢຊູໃນສະໄໝຂອງເປົາໂລແລະອັກຄະສາວົກຄົນອື່ນໆມີການຟື້ນຟູອັນ ຍິ່ງໃຫຍ່ໃນສະໄໝຂອງພວກອັກຄະສາວົກດັ່ງທີ່ພວກເຮົາເຫັນໃນໜັງສືກິດຈະການ, ເຖິງແມ່ນວ່າມີການຟື້ນຟູອັນຍິ່ງໃຫຍ່ນັ້ນກໍມີພຽງພວກຕ່າງຊາດຈໍານວນໜ ້ອຍເທົ່ານັ້ນທີ່ມາເຖິງຄວາມລອດໃນພຣະເຢຊູ, ການປະກາດມີຄວາມຍາກລຳບາກແມ່ ກະທັ່ງທ່າມກາງພວກໂລມັນ.

ທັງສະໄໝຂອງພຣະຄຣິດແລະພວກອັກຄະສາວົກກໍເຫັນມີ ພຽງໜ້ອຍຄົນທີ່ກັບໃຈໃຫມ່, ດັ່ງນັ້ນພວກຄຣິສຕຽນໃນສະຕະວັດທີ່ໜື່ງຖື ວ່າມີຈໍານວນໜ້ອຍ ແລະຖືກຂົ່ມເຫງເພາະຈໍານວນທີ່ໜ້ອຍນັ້ນ,ດັ່ງນັ້ນ ທັງໂຢຮັນແລະເປົາໂລໄດ້ອ້າງຈາກຂໍ້ພຣະຄໍາພີຂອງເຮົາເພື່ອອະທິບາຍວ່າຜູ້ຄົນ ສ່ວນຫຼາຍຕໍ່ຕ້ານຂ່າວປະເສີດ ແລະອະທິບາຍອີກວ່າເປັນຫຍັງຄົນສ່ວນຫຼາຍ ທີ່ໄດ້ຍິນພວກເຂົາເທດສະໜາຈື່ງຍັງບໍ່ກັບໃຈໃຫມ່.

“ໃຜລະໄດ້ເຊື່ອໃນສິ່ງທີ່ເຂົາໄດ້ຍິນຈາກ ເຮົາທັງຫຼາຍ ພຣະກອນຂອງ ພຣະເຢໂຮວາໄດ້ຊົງສະແດງແກ່ຜູ້ໃດ” (ອິດສະຢາ 53:1)

ແລະເລື່ອງເລື່ອງນີ້ກໍເປັນຄວາມຈິງຜ່ານທາງຍຸກ ປະຫວັດສາດຂອງຄຣິສຕຽນສະເໝີຕະ ຫຼອດເວລາ,ມີພຽງຜູ້ຄົນຈຳນວນໜ້ອຍເທົ່າ ນັ້ນທີ່ເຊື່ອຟັງຂ່າວປະເສີດແລະກັບໃຈໃຫມ່ຢ່າງແທ້ຈິງ, ແລະກໍຍັງເປັນຄວາມ ຈິງໃນໂລກທຸກມື້ນີ້, ບໍ່ມີຍັງປ່ຽນແປງ ຊື່ງນຳເຮົາມາເຖິງປະການສຸດທ້າຍຂອງ ເຮົາ

III. ປະການທີ່ສາມ ມີໜ້ອຍຄົນຮັບເຊື່ອແລະກັບໃຈໃຫມ່ ປະຈຸບັນ ນີ້

ໃນສະໄໝຂອງເຮົານີ້ເຮົາກໍຍັງປະເຊີນກັບຄວາມຈິງ ທີ່ອິດສະຢາໄດ້ທໍານາຍເອົາໄວ້ ມັນເປັນຄໍາຖາມທີ່ໜ້າເສົ້າ

“ໃຜລະໄດ້ເຊື່ອໃນສິ່ງທີ່ເຂົາໄດ້ຍິນຈາກ ເຮົາທັງຫຼາຍ ພຣະກອນຂອງ ພຣະເຢໂຮວາໄດ້ຊົງສະແດງແກ່ຜູ້ໃດ” (ອິດສະຢາ 53:1)

ໜ້າເສົ້າທີ່ພວກເຮົາຈະຕ້ອງເວົ້າວ່າມີໜ້ອຍຄົນທີ່ ຮັບເຊື່ອການປະກາດຂ່າວປະເສີດ ແລະໜ້ອຍຄົນທີ່ໄດ້ຮັບຄວາມລອດພົ້ນໂດຍ ລິດອໍານາດຂອງພຣະຄຣິດ, ແມ່ນກະທັ່ງພີ່ນ້ອງທີ່ເຮົາຮັກກໍປະຕິເສດພຣະຄຣິດ ແລະພວກທ່ານສ່ວນຫຼາຍກໍຮູ້ວ່າມີພຽງໜ້ອຍຄົນທີ່ພວກເຮົາພາມາໂບດເພື່ອ ຟັງຄໍາເທດສະໜາແລ້ວກັບໃຈໃຫມ່, ຂ້າພະເຈົ້າຂໍອອກຄວາມເຫັນສາມຂໍ້ຕໍ່ ເລື່ອງນັ້ນ:

(1) ໜື່ງ: ຢູ່ໃສທີ່ພຣະຄໍາພີບອກວ່າຄົນສ່ວນຫຼາຍ ຈະໄດ້ຮັບຄວາມລອດພົ້ນ? ບໍ່ມີ ຄວາມຈິງແລ້ວ ພຣະເຢຊູໄດ້ກ່າວກົງກັນຂ້າມກັນ ພຣະອົງຊົງກ່າວວ່າ:

“ຈົ່ງເຂົ້າໄປທາງປະຕູແຄບ ເພາະວ່າປະຕູ ໃຫຍ່ແລະທາງກວ້າງນັ້ນນຳໄປເຖິງຄວາມພິນາດ ແລະຄົົນທີ່ເຂົ້າໄປ ທາງນັ້ນມີຫລາຍ ເພາະວ່າປະຕູຊຶ່ງນຳໄປເຖິງຊີວິດນັ້ນກໍຄັບແລະ ທາງກໍແຄບ ຜູ້ທີ່ຫາພົບກໍມີໜ້ອຍ ” (ມັດທາຍ 7:13-14)

ຜູ້ທີ່ຫາພົບກໍມີໜ້ອຍ! ພວກເຮົາຈະຕ້ອງ ຈື່ສະເໝີວ່າເມື່ອເຮົາປະກາດຂ່າວປະ ເສີດຈະມີຜົນໜ້ອຍຫຼາຍທີ່ ກັບໃຈໃຫມ່ ບໍ່ຄືກັບທີ່ພວກເຮົາຫວັງໄວ້.

ແລະສິ່ງທີ່ສອງທີ່ຢາກຈະເວົ້າກໍຄືວ່າ:

(2) ແຮງກະຕຸ້ນຂອງເຮົາຕໍ່ການປະກາດບໍ່ໄດ້ຂື້ນກັບ ວ່າມີຫຼາຍປານໃດທີ່ກັບໃຈ ໃຫມ່, ບໍ່ວ່າການຕອບສະໜອງຈະຫຼາຍຫຼືໜ້ອຍ, ສາຍຕາຂອງເຮົາຈະບໍ່ ເບິ່ງທີ່ ວ່າມີຈັກຄົນທີ່ກັບໃຈໃຫມ່. ແຮງກະຕຸ້ນຂອງເຮົາຂື້ນກັບ ການ ເຊື່ອຟັງພຣະເຈົ້າ ສາຍຕາຂອງເຮົາຈະຕ້ອງແນມທີ່ພຣະເຈົ້າ ສະເໝີ,ແລະການເຊື່ອຟັງ ຕໍ່ພຣະອົງ ເມື່ອພວກເຮົາອອກໄປປະກາດ,ແລະສາຍຕາຂອງເຮົາຈະຕ້ອງແນມທີ່ພຣະເຈົ້າ ສະເໝີແລະເຊື່ອຟັງພຣະອົງເມື່ອພວກເຮົາອອກໄປປະກາດຂ່າວປະເສີດ! ພຣະຄຣິດບອກເຮົາວ່າ:

“ທ່ານທັງຫລາຍຈົ່ງອອກໄປທົ່ວໂລກປະກາດ ຂ່າວປະເສີດແກ່ມະນຸດທຸກຄົນ” (ມາລະໂກ 16:15)

ນັ້ນຄືສິ່ງທີ່ພຣະຄຣິດບອກໃຫ້ເຮົາເຮັດ, ແລະພວກເຮົຈະຕ້ອງເຮັດບໍ່ວ່າຜູ້ຄົນຈະຟັງຫຼືບໍ່ຟັງກໍຕາມ, ບໍ່ວ່າພວກເຂົາຈະກັບໃຈຫຼືບໍກໍຕາມ, ພວກເຮົາຈະຕ້ອງປະກາດເພາະພຣະຄຣິດຊົງບອກໃຫ້ເຮົາເຮັດ! ຄວາມສໍາເລັດຂອງເຮົາບໍ່ໄດ້ຂື້ນກັບການຕອບສະໜອງຂອງມະນຸດ! ບໍ່ແມ່ນ! ຄວາມສຳເລັດຂອງເຮົາຂື້ນກັບການເຊື່ອຟັງພຣະຄຣິດ. ເຫດສະນັ້ນ ພວກເຮົາ ຈະ ອອກໄປ ປະກາດ ບໍ່ວ່າ ພວກເຂົາ ຈະເຊື່ອ ຂ່າວປະເສີດ ຫຼື ບໍເຊື່ອກໍຕາມ!

(3) ທ່ານເຊື່ອໃນພຣະຄຣິດບໍ? ທ່ານ ກັບໃຈຕໍ່ພຣະຄຣິດ ບໍ? ທ່ານມາຫາພຣະ ຄຣິດໂດຍຄວາມເຊື່ອບໍ? ແລະຖ້າບໍ່ມີໃຜຈັກຄົນໃນຄອບຄົວຂອງທ່ານແລະ ເພື່ອນໆຂອງທ່ານກັບໃຈໃຫມ່ແລ້ວ ທ່ານຈະສະແຫວງຫາພຣະຄຣິດບໍ? ທ່ານຈະມາຫາພຣະອົງບໍ? ຈື່ໄດ້ບໍ່ວ່າພຣະຄຣິດກ່າວວ່າ:

“ຜູ້ທີ່ເຊື່ອແລະຮັບບັບຕິດສະມາກໍຈະລອດ ແຕ່ຜູ້ທີ່ບໍ່ເຊື່ອຈະຕ້ອງຖືກລົງພຣະອາຍາ” (ມາລະໂກ 16:16)

ທ່ານຈະມາຫາພຣະເຢຊູ, ກັບໃຈໃຫມ່ ແລະຮັບບັບຕິດ ສະມາບໍ? ຫຼືທ່ານຈະ ເປັນຄືກັບທ່າມກາງຄົນຈຳນວນຫຼາຍທີ່ປະຕິເສດພຣະຜູ້ຊ່ວຍໃຫ້ລອດ, ແລ້ວຈິບ ຫາຍເປັນນິດໃນບຶງໄຟນາລົກ?

“ແຕ່ຜູ້ທີ່ບໍ່ເຊື່ອຈະຕ້ອງຖືກລົງພຣະ ອາຍາ” (ມາລະໂກ 16:16)

ມັນຄືຄໍາອະທິຖານຂອງຂ້າພະເຈົ້າທີ່ທ່ານຈະບໍ່ ເປັນຄືກັບທ່າມຝູງຊົນທີ່ພິນາດໃນນາລົກ, ແຕ່ທ່ານຈະໄດ້ຮ່ວມກັບພວກເຮົາ ໃນຄຣິສຕະຈັກທ້ອງຖີ່ນ, ຈົ່ງອອກມາຈາກໂລກ! ມາຫາພຣະເຢຊູໂດຍຄວາມເຊື່ອ! ມາ ທີ່ຄຣິສຕະຈັກທ້ອງຖີ່ນນີ້ ແລະພົ້ນທຸກເວລາແລະຕະຫຼອດເປັນນິດໂດຍພຣະ ໂລຫິດ ແລະຄວາມຊອບທໍາຂອງພຣະເຢຊູ!

“ໃຜລະໄດ້ເຊື່ອໃນສິ່ງທີ່ເຂົາໄດ້ຍິນຈາກ ເຮົາທັງຫຼາຍ ພຣະກອນຂອງ ພຣະເຢໂຮວາໄດ້ຊົງສະແດງແກ່ຜູ້ໃດ” (ອິດສະຢາ 53:1)

ຂໍໃຫ້ທ່ານເປັນໜື່ງໃນຄົນເຫຼົ່ານັ້ນທີ່ ເຊື່ອແລະກັບໃຈໃຫມ່, ຂໍໃຫ້ທ່ານເປັນໜື່ງໃນຄົນຈໍານວນໜ້ອຍທີ່ເຊື່ອຂ່າວ ປະເສີດເມື່ອປະກາດອອກໄປ. ຂໍໃຫ້ທ່ານເວົ້າວ່າ “ໂດຍ ພຣະເຢຊູຊົງຕາຍເພື່ອໄຖ່ບາບຂອງຂ້ອຍ, ໂດຍ ພຣະອົງຊົງຟື້ນຂື້ນຈາກຕາຍ, ໂດຍ ຂ້າພະອົງມາຫາພຣະອົງໂດຍ ຄວາມເຊື່ອ”ຂໍໃຫ້ທ່ານ ເປັນໜື່ງໃນຄົນທີ່ພຣະກອນຂອງພຣະເຈົ້າໄດ້ຊົງສະແດງ ໃຫ້ເຫັນຄືກັບທີ່ທ່ານໄດ້ປະສົບກັບຄວາມລອດພົ້ນໂດຍການໄວ້ວາງໃຈພຣະເຢຊູ “ຈົ່ງເບິ່ງພຣະເມສານ້ອຍຂອງພຣະເຈົ້າ ຜູ້ຊົງຮັບຄວາມຜິດບາບຂອງໂລກໄປເສຍ” (ໂຢ ຮັນ 1:29) ຂໍທ່ານ ເປັນໜື່ງໃນຜູ້ທີ່ມາຫາພຣະເຢຊູແລະໃຫ້ພຣະອົງຊໍາລະລ້າງ ຄວາມບາບຂອງທ່ານໂດຍພຣະໂລຫິດອັນປະເສີດຂອງພຣະອົງ, ຂໍພຣະເຈົ້າໃຫ້ທ່ານ ເຊື່ອຂ່າວປະເສີດຂອງເຮົາແລະມີປະສົບການຄວາມລອດຈາດຄວາມບາບໂດຍພຣະເຢຊູຄຣິດ ເຈົ້າ! ເອແມນ

ກະລຸນາຢືນຂື້ນແລະຮ້ອງເພງ “ຂ້າມາຫາພຣະເຈົ້າ” ບົດທີ່ເຈັດໃນປື້ມເພງ

ຂ້າໄດ້ຍິນສຽງຂອງພຣະເຈົ້າເອີ້ນຂ້າໃຫ້ມາເຂົ້າ ເຝົ້າ
ພຣະອົງຊຳລະຄວາມບາບໝົດເວນດ້ວຍໂລຫິດຈາກກາງແຂນ
ຂໍພຣະອົງເມດຕາ ຂ້າມາເຝົ້າດຽວນີ້
ຂໍພຣະໂລຫິດຈາກກາງແຂນລ້າງບາບໃຫ້ໝົດກໍາເວນ

ແມ່ນຂ້າຈະເມື່ອເພາະບາບ ພຣະອົງປະທານເຫື່ອແຮງ
ເຖິງແມ່ນຊົ່ວຊ້າເລວຊາມປານໃດ ໂຜດໃຫ້ສະອາດຜ່ອງໃສ
ຂໍພຣະອົງເມດຕາ ຂ້າມາເຝົ້າດຽວນີ້
ຂໍພຣະໂລຫິດຈາກກາງແຂນ ລ້າງບາບໃຫ້ໝົດກໍາເວນ
(ບົດເພງ“ຂ້າມາຫາພຣະເຈົ້າ” ໂດຍ ລູອິສ ຮາດທ໌ຊອດ 1828-1919)

ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການ ຖືກຊໍາລະລ້າງຈາກຄວາມບາບຂອງທ່ານໂດຍພຣະເຢຊູ, ກະລຸນາຍ່າງໄປຂ້າງຫຼັງຫ້ອງ ປະຊຸມຕອນນີ້ເລີຍ. ດຣ. ເຄແກນ ຈະພາທ່ານໄປບ່ອນທີ່ສະຫງົບທີ່ພວກເຮົາຈະ ສາມາດສົນທະນາກັນໄດ້, ຂໍ ດຣ. ຈັນ ຊ່ວຍນຳພວກເຮົາອະທິຖານເພື່ອເຂົາດ້ວຍ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ ອິດສະຢາ 52:13-53:1.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“ມົງກຸດນາມ” (ໂດຍ ໄອຣາ ເອຟ ສະແຕນຟິວ 1914-1993).


ໂຄງຮ່າງບົດເທດສະໜາ

ປະຕິເສດຂ່າວປະເສີດ

(ບົດເທດສະໜາ ຕອນທີ່ 2 ໃນອິດສະຢາ 53)

ໂດຍດຣ. ອາ ແອວ ໄຮເມີ ຈູເນຍ.

“ໃຜລະໄດ້ເຊື່ອໃນສິ່ງທີ່ເຂົາໄດ້ຍິນຈາກເຮົາທັງຫຼາຍ ພຣະກອນຂອງພຣະເຢ ໂຮວາໄດ້ຊົງສະແດງແກ່ຜູ້ໃດ” (ອິດສະຢາ 53:1)

(ອິດສະຢາ 52:14, 13)

I.   ປະການທີ່ໜື່ງ ມີໜ້ອຍຄົນເຊື່ອແລະກັບໃຈໃຫມ່ຊ່ວງການຮັບໃຊ້ເທິງໂລກ
ຂອງພຣະຄຣິດ ໂຢຮັນ 11:39, 43-44, 47, 53; 12:37-38; ມັດທາຍ 9:35.

II.   ປະການທີ່ສອງມີໜ້ອຍຄົນເຊື່ອແລະກັບໃຈໃຫມ່ໃນສະໄໝຂອງພວກອັກຄະສາວົກ
ໂລມ 10:11-16.

III.  ປະການທີ່ສາມ ມີໜ້ອຍຄົນເຊື່ອແລະກັບໃຈໃຫມ່ ປະຈຸບັນນີ້ ມັດທາຍ 7:13-14
ມາລະໂກ 16:15, 16; ໂຢຮັນ 1:29.