Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ນ້ຳຕາຂອງພຣະເຢຊູ

THE TEARS OF JESUS

ໂດຍ ດຣ.ອາ ແອວ ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄຳເທດສະໜາທີ່ຄຣິສຈັກແບ໊ບຕິສເທເບີນາໂຄ
ແຫ່ງ ລອສແອງເຈີສິສ ຕອນແລງວັນຂອງພຣະເຈົ້າ
A sermon preached at the Baptist Tabernacle of Los Angeles
Lord’s Day Evening, March 11, 2012

“ຝ່າຍພຣະເຢຊູຂະນະເມື່ອພຣະອົງດຳລັງຢູ່ໃນເນື້ອໜັງນັ້ນພຣະອົງໄດ້ຖະວາຍຄຳອະທິຖານແລະທູນອ້ອນວອນດ້ວຍຊົງກັນແສງຫຼວງຫຼາຍ ແລະນ້ຳພຣະເນດໄຫຼຕໍ່ພຣະເຈົ້າຜູ້ຊົງສາມາດຊ່ວຍພຣະອົງໄຫ້ພົ້ນຈາກຄວາມຕາຍໄດ້ ແລະພຣະເຈົ້າໄດ້ຊົງສະດັບເພາະ ພຣະອົງໄດ້ຢຳເກງ” ( ເຮັບເລີ 5:7 )


ຫົວຂໍ້ຂອງຂ້າພະເຈົ້າໃນຄືນນີ້ຄື “ ນ້ຳຕາຂອງພຣະເຢຊູ ” ຂໍພຣະຄຳພີບອກພວກເຮົາວ່າ ພຣະ ເຢຊູໄດ້ອະທິຖານດ້ວຍ “ ຊົງກັນແສງ(ຮ້ອງໄຫ້)ແລະນ້ຳຕາໄຫຼ ” ຂະນະທີ່ພຣະອົງຢູ່ໃນໂລກ ຂະນະ ເມື່ອພຣະອົງດຳລັງຢູ່ໃນເນື້ອໜັງນັ້ນ ຜູ້ພະຍາກອນອິດສະຢາໄດ້ກ່າວວ່າພຣະອົງຈະເປັນ ບຸລຸດແຫ່ງ ຄວາມໂສກເສົ້າແລະຄຸນເຄີຍກັບຄວາມລະທົມທຸກ ( ອິດສະຢາ 53:3 ) ການພັນລະນານີ້ໄດ້ສະແດງໃຫ້ ເຫັນວ່າພຣະເຢຊູຊົງຮ້ອງໄຫ້ຫຼາຍຄັ້ງໃນຊ່ວງການຮັບໃຊ້ຂອງພຣະອົງໃນໂລກນີ້.

ບຸລຸດແຫ່ງຄວາມໂສກເສົ້າ ຄືຊື່
ທີ່ພຣະບຸດຂອງພຣະເຈົ້າຈະສະເດັດມາ
ຊົງເອີ້ນຄົນບາບທີ່ຖືກທຳລາຍໃຫ້ກັບຄືນມາ
ຮາເລລູຢາ! ພຣະຜູ້ໂຜດໃຫ້ພົ້ນ
( ຮາເລລູຢາ! ພຣະຜູ້ໂຜດໃຫ້ພົ້ນ ໂດຍ ຟີລິບ ພີ ບລິສ ຄ.ສ 1838-1876)

ພຣະເຢຊູບຸລຸດແຫ່ງຄວາມໂສກເສົ້າ ແນ່ນອນຊົງຮ້ອງໃຫ້ຫຼາຍຄັ້ງ. ພຣະຄຳພີໄດ້ບັນທືກເຫດການ ນີ້ໄວ້ 3 ເທື່ອ, ຊື່ງສະແດງໃຫ້ເຮົາເຫັນເຖິງໃຈທີ່ປະກອບດ້ວຍພຣະກະລຸນາແຫ່ງຄວາມຮັກຂອງພຣະອົງ.

I. ປະການທີ່ໜື່ງ, ພຣະເຢຊູຊົງຮ້ອງໄຫ້ທີ່ອຸໂມງຝັງສົບຂອງລາຊາຣັສ.

ເມື່ອພຣະເຢຊູໄດ້ສະເດັດມາທີ່ບ້ານເບທານີເພື່ອນຂອງພຣະອົງຊື່ລາຊາຣັສໄດ້ຕາຍໄປແລ້ວ, ພວກເຂົາ ໄດ້ເອົາສົບລາວໄປຝັງໄດ້ສີ່ມື້ແລ້ວ, ເອື້ອຍຂອງຜູ້ຕາຍໄດ້ອອກໄປພົບກັບພຣະອົງ “ ສະນັ້ນເມື່ອພຣະເຢຊູ ທອດພຣະເນດເຫັນນາງຮ້ອງໄຫ້ ແລະພວກຢິວທີ່ມາກັບນາງກໍ່ຮ້ອງໄຫ້ດ້ວຍ ພຣະອົງກໍ່ຊົງຄ່ຳຄວນ ຮ້ອນພຣະໄທແລະເປັນທຸກ ແລະກ່າວຖາມວ່າ ພວກເຈົ້າເອົາສົບລາວໄປຝັງໄວ້ຢູ່ໃສ? ເຂົາທູນຕອບພຣະອົງວ່າ ພຣະອົງເຈົ້າຂ້າ ເຊີນສະເດັດມາເບິ່ງເຖີດ ພຣະເຢຊູຊົງຮ້ອງໄຫ້ ພວກຢິວຈື່ງກ່າວວ່າ ເບິ່ງແມ້ພຣະອົງຊົງຮັກເຂົາພຽງໃດ ” ( ໂຢຮັນ 11:33-36 )

ພຣະເຢຊູຊົງຊາບວ່າພຣະອົງຈະຊົງປຸກໃຫ້ລາຊາຣັສຟື້ນຂື້ນຈາກຕາຍ, ແມ່ນພຣະອົງຊົງຮ້ອງໄຫ້ກັບມາລີ ແລະ ຄົນອື່ນໆ. ດຣ. ຈອນ ອາໄຣສ໌ ເວົ້າວ່າ:

ເປັນຫຍັງພຣະເຢຊູຈື່ງຮ້ອງໄຫ້? ພຣະອົງຊົງຮູ້ດີວ່າອີກບໍ່ຈັກນາທີ ພຣະອົງຈະເອີ້ນລາຊາຣັສອອກຈາກອຸໂມງ…ໂອ, ແຕ່ພຣະອົງຊົງຮ້ອງ ໄຫ້ເພາະນ້ຳຕາຂອງມາລີ ມາທາແລະຄົນອື່ນໆ. ພຣະອົງຊົງຮ້ອງໄຫ້ກັບ ທຸກໆຄົນທີ່ຈິດໃຈຟົກຊ້ຳໃນໂລກນີ້, ພຣະອົງຊົງຮ້ອງໄຫ້ກັບແມ່ທຸກຄົນ ທີ່ລູກນ້ອຍຂອງນາງຕາຍ, ກັບຜົວທຸກຄົນທີ່ຢືນຢູ່ຂ້າງໂລງສົບເມຍຂອງຕົນ, ພຣະອົງຊົງຮ້ອງໄຫ້ກັບພໍ່ຫຼືແມ່ທຸກຄົນທີ່ຮ້ອງໄຫ້ໃນຕອນກາງຄືນກັບລູກ ຊາຍທີ່ຫຼີ້ນກິນຟຸ່ມເຟື່ອຍຫຼືລູກສາວທີ່ເອົາແຕ່ໃຈຕົນເອງ….ເຊັ່ນດຽວກັນ ນ້ຳຕາເຫຼົ່ານັ້ນກໍ່ເພື່ອຂ້າພະເຈົ້າ, ເພື່ອທຸກຄົນທີ່ມີປັນຫາ ແລະຄວາມທຸກລຳ ບາກໃນໂລກນີ້… ພຣະອົງຊົງມີປັນຫາກັບປັນຫາຂອງເຮົາ ພຣະອົງຊົງເຂົ້າມາຢູ່ໃນຄວາມໂສກເສົ້າທຸກຢ່າງ. ( ດຣ. ຈອນ ອາໄຣສ໌ ລູກຂອງພຣະເຈົ້າ ດາບຂອງພຣະເຈົ້າ ຄ.ສ 1976 ໜ້າ 233 )

ພຣະຄຳພີບອກພວກເຮົາວ່າ “ ຈົ່ງຊື່ນຊົມຍີນດີກັບຜູ້ທີ່ມີຄວາມຊື່ນຊົມຍີນດີ ຈົ່ງຮ້ອງໄຫ້ກັບຜູ້ທີ່ຮ້ອງໄຫ້ ” ( ໂລມ 12:15 ) ດຣ.ໄຣສ໌ ເວົ້າວ່າ “ ພວກເຮົາບໍ່ສາມາດຄິດວ່າພຣະເຢຊູຊົງເຮັດໜ້ອຍກ່ວາທີ່ພຣະອົງຊົງບັນຊາໃຫ້ເຮົາເຮັດ, ມັນເປັນຄວາມຈິງທີ່ໜ້າອັດສະຈັນພຽງໃດທີ່ພຣະເຢຊູຊົງຮ້ອງໄຫ້ກັບເຮົາຕໍ່ທຸກໆຄວາມໂສກເສົ້າຂອງເຮົາ….. ພຣະອົງຄົງຕ້ອງໄຫ້ຫຼາຍເທື່ອກັບຄົນບາບແລະນັບຕັ້ງແຕ່ພຣະຄຳພີເອີ່ຍເຖິງຈຳນວນຄັ້ງທີ່ພຣະເຢຊູມີຄວາມສົງສານ ເຮົາຈື່ງຈິນຕະນາການເຖິງນ້ຳຕາທີ່ໄຫຼອອກຈາກຕາທີ່ບໍລິສຸດຂອງພຣະອົງແທນຄວາມໂສກເສົ້າແລະຄວາມກະລຸນາໃນພຣະໄທຂອງພຣະອົງ ( ດຣ.ໄຣສ໌ ເຫຼັ້ມດຽວກັນ).

ແມ່ຕູ້ທີ່ຂ້າພະເຈົ້າຮັກຕາຍຕອນອາຍຸຂ້າພະເຈົ້າ 15 ປ່ີຂ້າພະເຈົ້າຮັກເພີ່ນຫຼາຍ ຕອນທີ່ເພີ່ນຕາຍຂ້າພະເຈົ້າໄດ້ໄປທີ່ຫ້ອງຄົວແລະຈັບເອົາວາຍຂອງເພີ່ນໄປ, ຂ້າພະເຈົ້າໄດ້ເກັບຮັກສາວາຍແກ້ວນັ້ນເປັນເວລາ 56 ປີມາແລ້ວບໍ່ວ່າຂ້າພະເຈົ້າຈະຍ້າຍໄປໃສ ກໍຈະເອົາມັນໄປນຳ, ຊື່ງຕອນນີ້ມັນຍັງຢູ່ທີ່ໂຕະເຮັດວຽກໃນບ້ານຂອງຂ້າພະເຈົ້າ, ໃນຂະນະຕຽມຄຳເທດສະໜານີ້ຂ້າພະເຈົ້າໄດ້ແນມໄປທີ່ມັນ ຂ້າພະເຈົ້າໄດ້ສັນຍາກັບແມ່ວ່າ ຈະເກັບມັນໄວ້ກັບຕົນຕາບໃດທີ່ຍັງມີຊີວິດຢູ່ເພື່ອລະນືກເຖິງເພີ່ນວ່າຂ້າພຣະເຈົ້າຮັກເພີ່ນຫຼາຍ.

ຄືນໃດກໍ່ຕາມທີ່ຂ້າພະເຈົ້ານອນບໍ່ຫຼັບ ຂ້າພະເຈົ້າກໍ່ຈະໄປທີ່ຕຽງຂອງເພີ່ນຄືກັບເດັກນ້ອຍເອົາຫົວວາງລົງທີ່ເອິກຂອງເພີ່ນແລ້ວຟັງສຽງການເຕັ້ນຂອງຫົວໃຈເພີ່ນ ຂະນະທີ່ລໍຖ້າໃຫ້ນອນຫຼັບ ຂ້າພະເຈົ້າຮັກເພີ່ນຫຼາຍ.

ຂ້າພະເຈົ້າໄດ້ໄປຢືນໜ້າຫຼຸບສົບຂອງເພີ່ນແລ້ວເລີ່ມຮ້ອງໄຫ້, ຂ້າພະເຈົ້າບໍ່ສາມາດອົດກັ້ນນ້ຳຕາໄວ້ໄດ້ ຂ້າພະເຈົ້າແລ່ນຂື້ນເຖິງຮ່ອມພູ ແລ່ນໄປແລ່ນມາຜ່ານສຸສານ, ຂ້າພະເຈົ້າລົ້ມລົງພື້ນຮ້ອງໄຫ້ແລະຄ່ຳຄວນແລະພຣະເຈົ້າໄດ້ສະເດັດລົງມາຫາຂ້າພະເຈົ້າຄືກັບພຣະອົງສະເດັດມາຫາຢາໂຄບໃນຖີ່ນທຸລະກັນ ດານ ແລະຂ້າພະເຈົ້າສາມາດເວົ້າກັບພຣະອົງວ່າ “ແນ່ນອນພຣະເຈົ້າຊົງສະຖິດໃນສະຖານທີ່ນີ້ ແຕ່ຂ້າພະເຈົ້າບໍ່ຮູ້ຈັກ” ( ປະຖົມມະການ 28:16 )

ໂອຄົນໜຸ່ມສາວເອີຍ ພຣະເຢຊູຊົງຮ້ອງໄຫ້ທີ່ອຸໂມງຝັງສົມຂອງລາຊາຣັສ ແລະໃນຄືນນີ້ພຣະອົງຊົງຮ້ອງໄຫ້ເພື່ອພວກເຈົ້າເຊັ່ນກັນ, ພຣະເຢຊູຊົງຮູ້ຈັກຄວາມໂສກເສົ້າແລະຄວາມຢ້ານຂອງເຮົາ, ຂ້າພະເຈົ້າຂໍອ້ອນວອນທ່ານ, ຂໍຮ້ອງທ່ານ ໃຫ້ມາຫາພຣະອົງຜູ້ຊົງຮັກເຮົາດ້ວຍຄວາມຮັກທີ່ບໍ່ມີວັນສີ້ນສຸດ.

ພຣະອົງຊົງຮັກຕະຫຼອດໄປ ຄວາມຮັກຂອງພຣະອົງດີເລີດ
ພຣະອົງຊົງຮັກທ່ານຫຼາຍກ່ວາທີ່ລີ້ນສາມາດບອກໄດ້
ພຣະອົງຊົງຮັກຕະຫຼອດໄປ ຄວາມຮັກຂອງພຣະອົງດີເລີດ
ພຣະອົງຊົງສີ້ນພຣະຊົນເພື່ອຊ່ວຍຈິດວິນຍານຂອງທ່ານໃນລອດຈາກນາລົກ
(“ ພຣະອົງຍັງຊົງຮັກທ່ານ ໂດຍ ດຣ. ຈອນ ອາໄຣສ໌ 1895-1980 ”)

ພຣະເຢຊູຊົງຮ້ອງໄຫ້ ( ໂຢຮັນ 11:35 )

ດຣ. ເຮັນຣີ ເອັມ ມໍຣິສ ໄດ້ເວົ້າວ່າ:

ບໍ່ເຄີຍມີການເອີຍເຖິງການຫົວຂອງພຣະເຢຊູ, ແຕ່ເຮົາ ສັງເກດວ່າພຣະອົງມັກຈະຮ້ອງໄຫ້, ໃນກໍລະນີນີ້ພຣະອົງຊົງແບ່ງປັນ ຄວາມເສຍໃຈຂອງມາລີແລະມາທາ ເພາະພຣະອົງຊົງຮັກລາຊາຣັສ ຫຼາຍເຊັ່ນດຽວກັນ, ແຕ່ພຣະອົງກໍຍັງ “ ຄ່ຳຄວນໃນພຣະໄທແລະຊົງ ເປັນທຸກ ” ( ໂຢຮັນ 11:33 ) ດ້ວຍເຫດທີ່ຊີວິດຕ້ອງຕາຍແລະຄວາມ ບາບຊື່ງຄວາມຕາຍໄດ້ຄອບຄອງ (ດຣ.ເຮັນຣີ່ ເອັມ ມໍຣິສ The Defender’s Study Bible, World Publishers, 1995 edition, p. 1154; note on John 11:35).

ພຣະອົງຊົງຮັກຕະຫຼອດໄປ ຄວາມຮັກຂອງພຣະອົງດີເລີດ
ພຣະອົງຊົງຮັກທ່ານຫຼາຍເກີນກ່ວາທີ່ລີ້ນຂອງທ່ານສາມາດບອກໄດ້
ພຣະອົງຊົງຮັກຕະຫຼອດໄປ ຄວາມຮັກຂອງພຣະອົງດີເລີດ
ພຣະອົງສິ້ນພຣະຊົງເພື່ອຊ່ວຍຈິດວິນຍານຂອງທ່ານໃຫ້ລອດຈາກນາລົກ

II. ປະການທີ່ສອງ ພຣະເຢຊູຊົງຮ້ອງໄປສົງສານນະຄອນເຢລູຊາເລັມ.

ດຣ. ເຈ ເວີນອນ ແມັກກີ້ ເວົ້າວ່າ: “ ພຣະອົງຊົງຮ້ອງໄຫ້ເໜືອນະຄອນເຢລູຊາເລັມ, ນັບຕັ້ງແຕ່ພຣະອົງຊັງຮ້ອງໄຫ້ເໜືອນະຄອນເຢລູຊາເລັມໃນຄັ້ງນັ້ນ, ຂ້າພະເຈົ້າກໍແນ່ໃຈວ່າພຣະອົງຊົງຮ້ອງໄຫ້ເໜືອເມືອງທີ່ີທ່ານແລະຂ້າພະເຈົ້າອາໄສຢູ່ຢ່າງແນ່ນອນ ” ດຣ. ເຈ ເວີນອນ ແມັກກີ້ ເລື່ອງ ຜ່ານທາງພຣະຄຳພີ Thomas Nelson Publishers, 1983, volume V, p. 540, note on Hebrews 5:7).

“ ແລະຄັ້ນພຣະອົງສະເດັດມາໃກ້ທອດພຣະເນດເຫັນເມືອງແລ້ວກໍ ຮ້ອງໄຫ້ສົງສານເມືອງນັ້ນກ່າວວ່າ ຖ້າເຈົ້າ ຄືເຈົ້າເອງຮູ້ໃນເວລານີ້ວ່າ ສິ່ງອັນໃດຈະໃຫ້ສັນຕິສຸກ ແຕ່ດຽວນີ້ສິ່ງເຫຼົ່ານັ້ນຖືກບັງໄວ້ຈາກຕາ ຂອງເຈົ້າແລ້ວ ດ້ວຍເວລາຈະມາເຖິງເຈົ້າ ເມື່ອສັດຕູຂອງເຈົ້າຈະກໍ່ ແທ່ນແລະລ້ອມຂັງເຈົ້າໄວ້ທຸກດ້ານ ແລ້ວຈະຖິ້ມເຈົ້າລົງໃຫ້ຮາບເທິງ ພື້ນນດິນກັບລູກທັ້ງຫຼາຍທີ່ຢູ່ນຳເຈົ້າ ແລະເຂົາຈະບໍ່ປ່ອຍໃຫ້ກ້ອນຫີນ ຊ້ອນທັບກັນໄວ້ພາຍໃນເຈົ້າເລີຍ ເພາະເຈົ້າບໍ່ໄດເຈົ້າບໍ່ໄດ້ຮູ້ເວລາທີ່ ພຣະອົງສະເດັດມາຢ້ຽມຢາມເຈົ້າ ” ( ລູກາ 19:41-44 )

ພຣະອົງຊົງຮ້ອງໄຫ້ຂະນະທີ່ຄິດເຖິງການທຳລາຍລ້າງເຢລູຊາເລັມທີ່ຈະມາເຖິງໃນປີ ຄ.ສ 70 ເມື່ອນາຍພົນ ທິຕັດ ຂອງໂຣມັນໄດ້ມາທຳລາຍກຳແພງເມືອງແລະຜູ້ຄົນທີ່ອາໄສຢູ່ໃນນັ້ນໂດຍບໍ່ມີຄວາມປານີ, ພຣະເຢຊູຮ້ອງໄຫ້ເພາະພຣະອົງຊົງຊາບດີວ່າພຣະວິຫານທີ່ສວຍງາມຂອງພຣະເຈົ້າຈະຖືກທຳລາຍໝົດໃນເຢລູຊາເລັມ, ບໍ່ມີຫຍັງເຫຼືອນອກຈາກເສດຊີ້ນສ່ວນຂອງກຳແພງທີ່ຢູ່ອ້ອມຮອບພຣະວິຫານ. ຂ້າພະເຈົ້າຢືນທີ່ກຳແພງນັ້ນແລະຈັບຕ້ອງມັນ, ຂ້າພະເຈົ້າຮ້ອງໄຫ້ເໝືອນທີ່ພຣະເຢຊູຮ້ອງໄຫ້ໃນຂະນະທີ່ຢືນຢູ່ທີ່ຝາກຳແພງນັ້ນ,ຂ້າພະເຈົ້າຮ້ອງໄຫ້ໃນຂະນະທີ່ຄິດເຖິງບັນຫາທີ່ຄົນຂອງພຣະເຈົ້າຖືກຂົ່ມເຫງ ຄືພວກຢິວທີ່ໄດ້ກະຈັດກະຈາຍໄປທົ່ວໂລກ.

ໂອ ແລ້ວພຣະອົງຈະຮ້ອງໄຫ້ຫຼາຍພຽງໃດເພື່ອເມືອງຕ່າງໆໃນໂລກນີ້, ທີ່ເຕັມໄປດ້ວຍຈິດວິນຍານເປັນລ້ານໆດວງທີ່ຍັງບໍ່ໄດ້ຮັບຄວາມລອດ! ພຣະອົງຊົງຮ້ອງໄຫ້ຫຼາຍປານໃດເພື່ອວໍຊິງຕັນແລະລອນດອນ,ປາຣີແລະເບີລິນ,ຄາວຄັດຕາແລະປັກກິ່ງ,ກລາສໂກແລະຊິດນີ,ແມັກຊິໂກຊິດຕີ້ ແລະໄຊງ່ອນ, ວຽງຈັນ ແລະຢ່າງກຸ້ງ, ຈັກກາຕ້າແລະມອສໂກ ແລະທຸກໆເມືອງທັ້ງໃຫຍ່ແລະນ້ອຍຂອງໂລກນີ້, ຂໍໃຫ້ໃຈຂອງເຮົາແຕກສະລາຍກັບສິ່ງທີ່ທຳລາຍພຣະໄທຂອງພຣະເຈົ້າດ້ວຍ.

ແລະນ້ຳຕາຂອງພຣະເຊຢູຂັບເຄື່ອນເຮົາດັ່ງທີ່ບໍ່ມີສິ່ງໃດສາມາດເຮັດໄດ້ ຈົ່ງປະກາດຂ່າວປະເສີດແກ່ມະນຸດທຸກຄົນ, ນ້ຳຕາຂອງພຣະອົງໄດ້ຂັບເຄື່ອນເຮົາໃຫ້ເພີ່ມພາສາອີກຫຼາຍພາສາເຂົ້າໃນເວັບໄຊທ໌ ຂອງເຮົາ, ເພື່ອຈະນຳຄົນໃຫ້ຫຼາຍເທົ່າທີ່ຈະເຮັດໄດ້ດ້ວຍຂ່າວປະເສີດ, ພວກເຮົາບໍ່ໄດ້ມາແບບພວກລ່າອານານິຄົມທີ່ບັງຄັບໃຫ້ເຂົາຖືຕາມວັນທະນະທຳຂອງເຮົາ, ບໍ່ແມ່ນແນວນັ້ນ. ແຕ່ເຮົາມາໃນຖານະຄົນທີ່ຈິດໃຈແຕກສະຫຼາຍທີ່ເປັນຜູ້ຕິດຕາມພຣະເຢຊູເພື່ອແບ່ງຄວາມຮັກຂອງພຣະອົງໃຫ້ແກ່ພວກເຂົາ, ຄວາມຮັກຂອງພຣະອົງຊື່ງຊ່ວຍເຮົາໃຫ້ລອດຈາກຄວາມບາບ, ເຮົາຂໍບອກແກ່ທຸກຄົນທີ່ໄດ້ຍິນຄຳເທດສະໜານີ້ ຫຼືອ່ານຈາກເວັບໄຊຂອງເຮົາວ່າ:

ພຣະອົງຊົງຮັກຕະຫຼອດໄປ ຄວາມຮັກຂອງພຣະອົງດີເລີດ
ພຣະອົງຊົງຮັກທ່ານຫຼາຍເກີນກ່ວາທີ່ລີ້ນສາມາດບອກໄດ້
ພຣະອົງຊົງຮັກຕະຫຼອດໄປ ຄວາມຮັກຂອງພຣະອົງດີເລີດ
ພຣະອົງຊົງສີ້ນພຣະຊົນເພື່ອຊ່ວຍຈິດວິນຍານຂອງທ່ານໃຫ້ລອດຈການາລົກ

ແລະນ້ຳຕາຂອງພຣະເຢຊູໄດ້ຂັບເຄື່ອນເຮົາໃຫ້ປະກາດຂ່າວປະເສີດໃນເມືອງລອສແອງເຈິລິສເຊັ່ນກັນ! ພຣະອົງຊົງບອກພວກເຮົາວ່າ:

“ ຈົ່ງອອກໄປຕາມທາງໃຫຍ່ແລະຮົ້ວຕົ້ນໄມ້ທັ້ງຫຼາຍ ເລັ່ງລັດພວກເຂົາໃຫ້ ເຂົ້າມາເພື່ອເຮືອນຂອງເຮົາຈະເຕັມ ” ( ລູກາ 14:23 )

III. ປະການທີ່ສາມ, ພຣະເຢຊູຊົງຮ້ອງໃຫ້ທີ່ສວນເກດເສມະນີ.

ນັ້ນຄືການຮ້ອງໄຫ້ຄັ້ງທີ່ີສາມຂອງພຣະອົງທີ່ຖືກບັນທຶກໄວ້, ໂອ ນ້ຳຕາທີ່ພຣະອົງຊົງໄຫຼໃນສວນແຫ່ງຄວາມມືດ! ຂໍ້ພຣະຄຳພີຂອງເຮົາບອກເຖິງເລື່ອງລາວຂອງພຣະເຢຊູ

“ ຝ່າຍພຣະເຢຊູ ຂະນະເມື່ອພຣະອົງຊົງດຳລົງຢູ່ໃນເນື້ອໜັງນັ້ນ ພຣະອົງໄດ້ຊົງຖະວາຍຄຳອະທິຖານແລະທູນອ້ອນວອນດ້ວຍຊົງກັນແສງຫຼວງຫຼາຍ ແລະນ້ຳພຣະເນດໄຫຼຕໍ່ພຣະເຈົ້າຜູ້ຊົງສາມາຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍໄດ້ ແລະພຣະເຈົ້າໄດ້ຊົງສະດັບເພາະພຣະອົງນັ້ນໄດ້ຢ້ານຢຳ ” ( ເຮັບເຣີ 5:7 )

ໃສສວນເກດເສມະນີ ຄ່ຳຄືນກ່ອນທີ່ພຣະອົງນະຊົງຖືກຄຶງທີ່ໄມ້ກາງແຂນ ພຣະເຢຊູຊົງອະທິຖານຢູ່ຜູ້ດຽວ, ໃນສວນເກດເສມະນີນັ້ນພຣະຜູ້ໄຖ່ໄດ້ຖະວາຍຄຳອະທິຖານດ້ວຍການມອບຈິດວິນຍານໄວ້ກັບພຣະເຈົ້າ, ພຣະອົງຊົງອະທິຖານ “ ດ້ວຍຊົງກັນແສງຫຼວງຫຼາຍ ແລະນ້ຳພຣະເນດໄຫຼຕໍ່ພຣະເຈົ້າຜູ້ຊົງສາມາດຊ່ວຍພຣະອົງໃຫ້ພົ້າຈາກຄວາມຕາຍໄດ້ແລະພຣະເຈົ້າໄດ້ຊົງສະດັບເພາະພຣະອົງນັ້ນຢ້ານຢຳ ”( ເຮັບເຣີ 5:7 ) ພຣະອົງຊົງຢ້ານຢຳຫຍັງ ? ຂ້າພະເຈົ້າເຊື່ອວ່າພຣະເຢຊູຢ້ານວ່າພຣະອົງຈະສີ້ນພຣະຊົງໃນສວນເກດເສມະນີກ່ອນທີ່ພຣະອົງຈະໄປເທິງໄມ້ກາງແຂນເພື່ອໄຖ່ບາບຂອງເຮົາ. ດຣ. ຈອນ ອາໄຣສ໌ ເວົ້າວ່າ: “ ພຣະເຢຊູຊົງອະທິຖານວ່າຂໍໃຫ້ຈອກນີ້ ເລື່ອນພົ້ນພຣະອົງໄປໃນຄືນນີ້ ເພື່ອທີ່ພຣະອົງຈະໄດ້ມີຊີວິດຢູ່ແລ້ວໄປ ສີ້ນພຣະຊົນທີ່ໄມ້ກາງແຂນໃນມື້ໍຕໍ່ມາ ” ( ເຫຼັ້ມດຽວກັນ ໜ້າ 4418.) ດຣ. ເຈ ໂອລີເວີ ບັສເວວ ນັກສາດສະໜາຜູ້ມີຊື່ສຽງໂດ່ງດັງກ່າວໃນທຳນອງດຽວກັນວ່າ ພຣະເຢຊູຊົງອະທິຖານຂໍການຊ່ວຍໃຫ້ພົ້ນຈາກຄວາມຕາຍທີ່ສວນເກດເສມະນີ, ເພື່ອທີ່ພຣະອົງຈະໄດ້ບັນລຸພຣະປະສົງຂອງພຣະອົງເທິງໄມ້ກາງແຂນ, ການຕີຄວາມໝາຍແບບນີ້ກໍ່ສອດຄ້ອງກັນ ” ( ອ້າງອີງຈາກ ດຣ.ເຈ ໂອລີເວີ ບັສເວວ A Systematic Theology of the Christian Religion, Zondervan Publishing House, 1971, part III, p. 62).

ດຣ. ບັສເວວ ແລະ ດຣ. ໄຣສ໌ ເຫັນດ້ວຍກັນກັບ ດຣ. ແມັກກີ້ ທີ່ເວົ້າວ່າ “ ເພື່ອນຂອງຂ້າພະເຈົ້າພຣະອົງໄດ້ຍີນວ່າ ພຣະອົງບໍ່ໄດ້ສີ້ນພຣະຊົນໃນສວນເກດເສມານີ ” ( ເຫຼັ້ມດຽວກັນ )

“ ຝ່າຍພຣະເຢຊູ ຂະນະເມື່ອພຣະອົງຊົງດຳລົງຢູ່ໃນເນື້ອໜັງນັ້ນ ພຣະອົງໄດ້ຊົງຖະວາຍຄຳອະທິຖານແລະທູນອ້ອນວອນດ້ວຍຊົງກັນແສງຫຼວງຫຼາຍ ແລະນ້ຳພຣະເນດໄຫຼຕໍ່ພຣະເຈົ້າຜູ້ຊົງສາມາຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍໄດ້ ແລະພຣະເຈົ້າໄດ້ຊົງສະດັບເພາະພຣະອົງນັ້ນໄດ້ຢ້ານຢຳ ” ( ເຮັບເຣີ 5:7 )

ຄວາມບາບຂອງໂລກນີ້ໄດ້ຖືກວາງລົງເທິງພຣະເຢຊູໃນສວນເກດເສມານີ

“ ແລ້ວພຣະອົງດຳເນີນໄປຈາກເຂົາໄກປະມາຂວາງກ້ອນຫີນເຖິງແລະ ຄຸເຂົ່າລົງອະທິຖານວ່າ ພຣະບິດາເຈົ້າຂ້າ ຖ້າພຣະອົງພໍພຣະໄທ ຂໍໃຫ້ ຈອກນີ້ເລື່ອນໄປຈາກຂ້າພຣະອົງເຖີດ, ແຕ່ຢ່າງໃດກໍດີຢ່າໃຫ້ເປັນໄປຕາມ ໃຈຂອງຂ້າພຣະອົງ ແຕ່ຂໍໃຫ້ເປັນໄປຕາມນ້ຳພຣະໄທຂອງພຣະອົງເຖີດ ທູດສະຫວັນອົງໜື່ງຈາກສະຫວັນມາປາກົດແກ່ພຣະອົງຊ່ວຍຊູກຳລັງ ພຣະອົງ ເມື່ອພຣະອົງຊົງເປັນທຸກຫຼາຍຂື້ນແຮງປົງໃຈອະທິຖານ ເຫື່ອຂອງພຣະອົງເປັນເໝືອນເລືອດໄຫລຢາດລົງເຖິງດິນເປັນເມັດໃຫຍ່ ” (ລູກາ 22:41-44 )

ພຣະເຢຊູຊົງເປັນທຸກໃຫຍ່ຫລວງໃນຕອນທີ່ພຣະເຈົ້າເອົາຄວາມບາບຂອງເຮົາວາງລົງເທິງພຣະອົງ ເມື່ອພຣະອົງຊົງເປັນທຸກຫຼາຍຂື້ນແຮງປົງໃຈອະທິຖານ ເຫື່ອຂອງພຣະອົງເປັນເໝືອນເລືອດໄຫລຢາດລົງເຖິງດິນເປັນເມັດໃຫຍ່ ” ( ລູກາ 22:41-44 ) ດຣ.ແມັກກີ້ ເວົ້າວ່າ ພຣະເຈົ້າຂອງເຮົາຊົງຢູ່ໃກ້ຄວາມຕາຍ ເໝືອນພຣະອົງເຂົ້າໃກ້ໄມ້ກາງແຂນ, ແລະພຣະອົງໄດ້ອະທິຖານຂໍການຊ່ວຍໃຫ້ພົ້ນຈາກຄວາມຕາຍເພື່ອໃຫ້ພຣະອົງໄປເຖິງໄມ້ກາງແຂນໄດ້. ແລະພວກເຮົາຖືກບອກມາວ່າ “ ພຣະເຈົ້າຊົງໄດ້ຍີນເພາະພຣະອົງໄດ້ຢ້ານຢຳ ” ( ຈາກເຫຼັ້ມດຽວກັນ ) ພຣະເຈົ້າຊົງໄດ້ຍີນຄຳອະທິຖານຂອງພຣະເຢຊູ “ ດ້ວຍຊົງກັນແສງຫຼວງຫຼາຍ ແລະນ້ຳພຣະເນດໄຫຼ ໃນຄວາມມືດທີ່ສວນເກດເສມານີພຣະເຈົ້າໄດ້ສົ່ງທູດສະຫວັນເພື່ອຊ່ວຍຊູກຳລັງຂອງພຣະອົງ ເພື່ອໃຫ້ພຣະອົງສາມາໄປທີ່ໄມ້ກາງແຂນເພື່ອຈ່າຍໜີບາບໃຫ້ກັບພວກເຮົາໄດ້. ໂຢເຊບ ຮາດທ໌ ໄດ້ເວົ້າເຖິງຄຳອະທິຖານ ຂອງພຣະເຢຊູໃນສວນເກດເສມານີໃນບົດເພງຂອງລາວ:

ແນມເບິງການທົນທຸກຂອງພຣະບຸດຂອງພຣະເຈົ້າ
ຊົງຫາຍໃຈຟືດ, ຊົງຄ່ຳຄວນ, ເຫື່ອໄຫຼໄປເລືອດ
ພຣະຄຸນຂອງພຣະເຈົ້າເລິກແລະບໍ່ມີທີ່ສີ້ນສຸດ
ພຣະເຢຊູຄວາມຮັກຄືພຣະອົງ.
( “ ຄວາມທຸກຂອງພຣະອົງທີ່ບໍ່ມີໃຜຮູ້ ” ໂດຍ ໂຢເຊບ ຮາດທ໌ 1712-1768 )

ເຮົາເຫັນບໍ່ວ່າພຣະເຢຊູຊົງຮັກເຮົາປານໃດ ? ເຫັນບໍ່ວ່າພຣະອົງຊົງຫຼັ່ງນ້ຳຕາເຖິງຄວາມໂສກເສົ້າຂອງເຮົາ! ເຫັນບໍ່ວ່າພຣະອົງຊົງຮ້ອງໄຫ້ເໜືອຄົນບາບທີ່ຢູ່ໃນເມືອງ! ເຫັນບໍ່ວ່າພຣະອົງຊົງ “ ຮ້ອງອອກມາດ້ວຍນ້ຳຕາທີ່ເກດເສມານີ, ອ້ອນວອນຕໍ່ພຣະເຈົ້າເພື່ອໃຫ້ພຣະອົງຊົງມີຊີວິດ ເພື່ອທີ່ພຣະອົງຈະສາມາດໄປຖືກຄຶງ, ຕອກທີ່ໄມ້ກາງແຂນໃນມື້ຕໍ່ມາ ເພື່ອຈ່າຍຄ່າໄຖ່ຄວາມຜິດບາບຂອງພວກເຮົາ! ສິ່ງນີ້ເຮັດໃຫ້ເຮົາເຄື່ອນໄຫວບໍ່? ຖ້ານ້ຳຕາຂອງພຣະເຢຊູບໍ່ເຮັດໃຫ້ເຮົາເຄື່ອນໄຫວໄດ້ ແລ້ວແມ່ນຫຍັງລະ ? ຄວາມບາບມັນເຮັດໃຫ້ເຮົາແຂງກະດ້າງຈົນເຮົາບໍ່ມີຄວາມຮູ້ສຶກຫຍັງເລີຍຕໍ່ຄວາມຮັກຂອງພຣະອົງທີ່ມີຕໍ່ເຮົາຈັ່ງຊັ້ນບໍ່ ? ຂ້າພະເຈົ້າຈື່ໄດ້ວ່າ ຄັ້ງທຳອິດທີ່ຂ້າພະເຈົ້າໄດ້ຍີນ ດຣ. ວັດ ຮ້ອງເພງ “ ເມື່ອຂ້າແນມເບິ່ງກາງແຂນປາຫຼາດ ” ມັນກໍເຄື່ອນໄຫວ ຂ້າພະເຈົ້າໃນຕອນນັ້ນແລະຍັງເຄື່ອນໄຫວຂ້າພະເຈົ້າຢູ່ໃນຕອນນີ້.

ຂ້ານ້ອຍປະຫຼາດໃຈເມື່ອເບິ່ງໄມ້ກາງແຂນ
ບ່ອນທີ່ພຣະເຢຊູຊົງສະລະພຣະຊົນ
ຊັບສີນໃນໂລກຂ້ານ້ອຍບໍ່ໄດ້ເສຍດາຍ
ເມື່ອທຽບກາງແຂນອັນປະເສີນເຫຼືອລົ້ນ

ເບິ່ງດູຈາກພຣະສຽນພຣະຫັດແລະພຣະບາດ
ຄວາມທຸກ ຄວາມຮັກ ຈື່ງໄດ້ໄຫຼລົງມາ
ໃຜແດ່ທົນທຸກຫຼືສະແດງເຖິງຄວາມຮັກ
ແລະສວມໜາມແທນມົງກຸດອັນໂສພາ

ເຖິງແມ່ນຈະເອົາຊັບສົມບັນໃນໂລກ
ຍັງບໍ່ພຽງພໍທີ່ຈະຍົກມາຖະວາຍ
ເພາະຄວາມຮັກຂອງພຣະອົງຍິ່ງໃຫຍ່ປະຫຼາດ
ສົມຄວນຕ້ອງມອບກາຍຖະວາຍຈິດໃຈ
“ ແປຈາກເພງ ເມື່ອຂ້າແນມເບິ່ງກາງແຂນປະຫຼາດ ” ຂອງ ດຣ. ໄອແຊ້ກ ວັດ ຄ.ສ. 1674- 1748.

ຂ້າພະເຈົ້າຂໍຮ້ອງທ່ານໃນຄືນນີ້ ຈົ່ງເຊື່ອພຣະເຢຊູເຖິດ! ລົ້ມລົງຕໍ່ພຣະອົງ! ວາງໃຈໃນພຣະອົງໂດຍສີ້ນເຊີງ! ຂໍໃຫ້ເຮົາເວົ້າກັບ ດຣ. ວັດ “ ຄວາມຮັກຂອງພຣະເຈົ້າຊ່າງໜ້າອັດສະຈັນຮຽກຮ້ອງເອົາທັ້ງຈິດໃຈ, ຊີວິດທັ້ງໝົດຂອງຂ້າພະເຈົ້າ. ” ເບັນຈາມີນ ເບດໂດມ ຄືນັກເທດໝຸ່ມນ້ອຍຂອງແບ໊ບຕິສໃນສັດຕະວັດທີ່ 18 ພວກເຮົາອາດຈະບໍ່ຮູ້ຈັກລາວໃນປະຈຸບັນນີ້ ຖ້າລາວບໍ່ໄດ້ຂຽນບົດເພງທີ່ມີຊື່ວ່າ: “ ພຣະຄຣິສເຄີຍຮ້ອງໄຫ້ສົງສານຄົນບາບບໍ່ ? ”

ພຣະຄຣິສເຄີຍຮ້ອງໄຫ້ສົງສານຄົນບາບບໍ່?
ແລະແກ້ມຂອງເຮົາແຫ້ງບໍ່ ?
ຈົ່ງຖ້ວມຄວາມໂສກເສົ້າຂອງຄວາມສຳນຶກຜິດ
ງັດອອກຈາກທຸກໆສາຍຕາ

ພຣະບຸດຂອງພຣະເຈົ້າຊົງຫຼັ່ງນ້ຳຕາ
ພວກທູດສະຫວັນປະຫຼາດໃຈທີ່ພົບເຫັນ
ເປັນທ່ານກໍປະຫຼາດໃຈ ໂອ ໃຈຂອງຂ້າ
ພຣະອົງຫຼັ່ງນ້ຳຕາເພື່ອທ່ານ

ພຣະອົງຊົງຮ້ອງໄຫ້ເພື່ອເຮົາຈະໄດ້ຮ້ອງໄຫ້
ບາບແຕ່ລະຢ່າງຮຽກຮ້ອງນ້ຳຕາ
ມີແຕ່ໃນສະຫວັນເທົ່ານັ້ນທີ່ບໍ່ມີບາບ
ແລະໃນທີ່ນັ້ນກໍຈະບໍ່ມີການຮ້ອງໄຫ້
“ ເພງ “ພຣະຄຣິສເຄີຍຮ້ອງໄຫ້ສົງສານຄົນບາບບໍ່ ? ” ໂດຍ ເບັນຈາມິນ ເບດໂດມ 1717-1795

ຂ້າພະເຈົ້າໄດ້ເຫັນການຟື້ນຟູສອງຄັ້ງ, ສອງຢ່າງທີ່ພຣະເຈົ້າຊົງເຄື່ອນໄຫວແບບຜິດປົກກະຕິ, ທັ້ງສອງຄັ້ງນັ້ນພຣະອົງໄດ້ຊົງຫຼັ່ງນ້ຳຕາແຫ່ງສຳນຶກໃຈຄວາມບາບຂອງເຂົາເຈົ້າ, ທຸກມື້ນີ້ເຮົາໄດ້ເຫັນປະເທດຈີນຊື່ງມັນຄືຄວາມຈິງຂອງການຟື້ນຟູຢ່າງແທ້ຈິງ, ພຣະອົງຊົງຮ້ອງໄຫ້ເພື່ອເຮົາຈະໄດ້ຮ້ອງໄຫ້, ຄວາມ ບາບທຸກຢ່າງຮຽກຮ້ອງໃຫ້ມີນ້ຳຕາ “ ຄືນນີ້ຂໍໃຫ້ເຮົາສຳນຶກໃນຄວາມບາບຂອງເຮົາ! ຂໍໃຫ້ເຮົາມາຫາພຣະຜູ້ຊ່ວຍທີ່ຮ້ອງໄຫ້! ພຣະອົງຈະຊ່ວຍເຮົາໃຫ້ພົ້ນ! ພຣະອົງຈະຊ່ວຍເຮົາໃຫ້ພົ້ນ! ພຣະອົງຈະຊ່ວຍເຮົາໃຫ້ພົ້ນດຽວນີ້.

ຖ້າພວກເຮົາຫາກສາມາດເຫັນຕອນທີ່ພຣະອົງກັບມາຈາກສວນເກດເສມານີ ຊົງຮ້ອງໄຫ້ແລະເລືອດໄຫຼຢາດລົງ ທ່ານຄິດວ່າທ່ານຍັງຈະວາງໃຈໃນພຣະອົງຫຼືບໍ່? ໂອ ຈົ່ງວາງໃຈໃນພຣະເຢຊູດຽວນີ້? ພຣະອົງຄືພຣະເຢຊູອົງດຽວກັນໃນຄືນນັ້ນທີ່ກັບມາໃນຄືນນີ້, ຈົ່ງວາງໃຈໃນພຣະອົງແລະທ່ານຈະລອດໃນທຸກໆໂອກາດ, ພຣະອົງຈະຊົງໃຫ້ອະໄພໃນຄວາມບາບຂອງທ່ານແລະຈະຊົງປະທານໃຫ້ທ່ານມີຊີວິດນິລັນດອນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ດຣ. ກຣີບຕັນ ແອວ ຊານ ໃນໜັງສື ລູກາ 22:39-45
ຮ້ອງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
     ຊື່ເພງ “ ພຣະອົງຊົງຮັກທ່ານ ” ( ໂດຍ ດຣ. ຈອນ ອາ ໄຣສ໌ ຄ.ສ 1895-1980 )

ໂຄງຮ່າງບົດເທດສະໜາ

ນ້ຳຕາຂອງພຣະເຢຊູ

ໂດຍ ດຣ. ອາ ແອວ ໄຮເມີ ຈູເນຍ.

“ ຝ່າຍພຣະເຢຊູ ຂະນະເມື່ອພຣະອົງຊົງດຳລົງຢູ່ໃນເນື້ອໜັງນັ້ນ ພຣະອົງໄດ້ຊົງຖະວາຍຄຳອະທິຖານແລະທູນອ້ອນວອນດ້ວຍຊົງກັນແສງຫຼວງຫຼາຍ ແລະນ້ຳພຣະເນດໄຫຼຕໍ່ພຣະເຈົ້າຜູ້ຊົງສາມາຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍໄດ້ ແລະພຣະເຈົ້າໄດ້ຊົງສະດັບເພາະພຣະອົງນັ້ນໄດ້ຢ້ານຢຳ ” ( ເຮັບເຣີ 5:7 )

1. ປະການທີ່ໜື່ງ, ພຣະເຢຊູຊົງຮ້ອງໄຫ້ທີ່ອຸໂມງຝັງສົບຂອງລາຊາຣັສ.
ໂຢຮັນ 11:33-36 ໂລມ 12:15 ປະຖົມມະການ 28:16

2. ປະການທີ່ສອງ ພຣະເຢຊູຊົງຮ້ອງໄປສົງສານນະຄອນເຢລູຊາເລັມ.
ລູກາ 19:41-44; 14:23

3. ປະການທີ່ສາມ, ພຣະເຢຊູຊົງຮ້ອງໃຫ້ທີ່ສ່ວນເກດເສມະນີ.
ເຮັບເລີ 5:7; ລູກາ 22:41-44