Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຂ້ອຍຮັກຄຣິສມາດ - ດັດແປງຈາກດຣ.ຈອນອາໄຣສ໌

I LOVE CHRISTMAS – ADAPTED FROM DR. JOHN R. RICE
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 18/12/2011
A sermon preached at the Baptist Tabernacle of Los Angeles
Lord's Day Evening, December 18, 2011

“ຄັ້ນພວກພວກເຂົາເຂົ້າໄປໃນເຮືອນກໍພົບກຸມມານກັບນາງມາລີແມ່ ຈຶ່ງກາບຖະວາຍນະມັດສະການກຸມມານນັ້ນ ແລ້ວເປີດຫີບເອົາຊັບສົມບັດຂອງພວກເຂົາອອກມາຖະວາຍແກ່ກຸມມານເປັນເຄື່ອງບັນນາການຄື ຄຳ, ກຳຍານ ແລະຢາງໄມ້ຫອມ” (ມັດທາຍ 2:11)


ດຣ.ຈອນອາໄຣສ໌(1895-1980)ເປັນຄຣິສຕຽນທີ່ດີແລະສະຫຼາດ, ໃນຄືນນີ້ຂ້າພະ ເຈົ້າຈະຂໍຍົກເອົາປະເດັ່ນຈາກຄໍາເທດສະໜາຂອງລາວທີ່ຊື່ວ່າ“ຂ້ອຍຮັກຄຣິສມາດ”ໃຫ້ແກ່ ພວກທ່ານ, ບົດເທດສະໜານີ້ແມ່ນສັ້ນຫຼາຍແລະບາງຕອນຄໍາເວົ້າກໍແຕກຕ່າງກັນຫຼາຍ ດຣ.ໄຣສ໌ໄດ້ເວົ້າວ່າ:

ຂ້ອຍຮັກເທດສະການຄຣິສມາດ,ຂ້ອຍພົບກັບຄວາມຍິນດີຢ່າງໃຫຍ່ຫຼວງໃນ ການເທດສະໜາໃນວັນຄຣິສມາດເລື່ອງພວກທູດສະຫວັນ,ພວກລ້ຽງແກະ,ຮ່າງຫຍ້າ, ການເກີດທີ່ບໍລິສຸດແລະພວກນັກປາດ, ຂ້ອຍມີຄວາມດີໃຈ ຫຼາຍໃນການຮ້ອງເພງຄຣິສມາດ, ມີຄວາມຍິນດີ,ຄວາມສຸກຂອງການນະ ມັດສະການຢູ່ໃນບ້ານຂອງເຮົາ ແລະ ຂອບຄຸນພຣະເຈົ້າໃນໃຈຂອງຂ້ອຍ ຊ່ວງເວລາວັນຄຣິສມາດ, ຂ້ອຍມັກເຕົ້າໂຮມຢູ່ພ້ອມກັນກັບຄົນທີ່ຂ້ອຍຮັກ ແລະກັບຄອບຄົວໃນວັນຄຣິສມາດ,ຂ້ອຍມັກທີ່ຈະໃຫ້ຂອງຂວັນແລະ ດີໃຈ ທີ່ມີຄົນທີ່ຮັກແລະເພື່ອນຝູງຄິດເຖິງ, ຂ້ອຍຮັກເທດສະການວັນຄຣິສມາດ (Dr. John R. Rice, I Love Christmas, Sword of the Lord, 1955, p. 7).

ແຕ່ດຣ.ໄຣສ໌ໄດ້ຊີ້ໃຫ້ເຫັນວ່າມີບາງຄົນ“ຮູ້ສຶກໜ້າບູດ, ໃຈຮ້າຍແລະເຕັມໄປດ້ວຍການຂັດ ຄ້ານກ່ຽວກັບວັນຄຣິສມາດ”(ເຫຼັ້ມດຽວກັນ),ພວກເຂົາວິຈານຄົນທີ່ສະຫຼອງວັນເກີດຂອງພຣະ ຄຣິດ.

I. ໜື່ງ ພວກເຂົາເວົ້າວ່າຄຣິສມາດບໍ່ແມ່ນວັນເກີດຂອງພຣະຄຣິດ.

ແມ່ນແທ້ທີ່ພວກເຮົາບໍ່ຮູ້ມື້ທີ່ພຣະເຢຊູເກີດຊັດເຈນ,ພຣະຄໍາພີບໍ່ໄດ້ບອກ,ແຕ່ມັນກໍບໍ່ ໄດ້ຜິດຫຼືບາບທີ່ຈະລະນຶກເຖິງວັນເກີດຂອງພຣະຄຣິດໃນວັນຄຣິສມາດ.

ດຣ.ໄຣສ໌ມີເທື່ອໜື່ງໄດ້ຮູ້ຈັກກັບເດັກນ້ອຍຜູ້ຍິງຄົນໜື່ງທີ່ເກີດໃນວັນທີ 29 ເດືອນ ກຸມພາປີທີ່ມີ 366 ມື້, ນັບແຕ່ມື້ນັ້ນມາມັນກໍເກີດອີກໃນທຸກໆສີ່ປີຫຼືປີທີ່ມີ 366 ມື້,ລາວໄດ້ຊີ້ ໃຫ້ເຫັນວ່າມັນກໍບໍ່ຜິດທີ່ພໍ່ແມ່ຂອງນາງຈະຈັດງານວັນເກີດໃຫ້ກັບນາງໃນວັນທີ່ 28 ເດືອນ ກຸມພາໃນເມື່ອມັນບໍ່ແມ່ນວັນເກີດແທ້ຂອງນາງ.

ວັນທີ 25 ທັນວາເປັນວັນໃກ້ຄຽງກັບວັນເກີດຂອງພຣະຄຣິດທີ່ພວກເຮົາໄດ້ຈັດ, ພວກເຮົາຮັກພຣະເຢຊູເຈົ້າແລະພວກເຮົາຢາກໃຫ້ທຸກຄົນລະນຶກເຖິງການເກີດຂອງພຣະອົງ,ພວກເຮົາຕ້ອງການສອນລູກຫຼານຂອງເຮົາກ່ຽວກັບເດັກທີ່ຢູ່ໃນຮ່າງຫຍ້າ,ກ່ຽວກັບພວກນັກ ປາດທີ່ມາຈາກທິດຕາເວັນອອກເພື່ອນະມັດສະການພຣະອົງ,ກ່ຽວກັບຄໍາປະກາດຂອງທູດ ສະຫວັນຕໍ່ນາງມາຣີແລະຄໍາຮ້ອງປະສານຂອງທູດສະຫວັນທີ່(ຮ້ອງ)ຕໍ່ພວກລ້ຽງແກະ,ແລະ ເປັນຫຍັງວັນທີ 25 ທັນວາຈື່ງບໍ່ແມ່ນມື້ດີຄືກັບມື້ອື່ນໆລະ? ເຈົ້າຄິດວ່າມັນຜິດບໍທີ່ຈະລະ ນຶກເຖິງການເກີດຂອງພຣະຄຣິດໃນມື້ຊື່ງມັນໃກ້ຄຽງກັບມື້ທີ່ພວກເຮົາສາມາດຈັດວັນເກີດ ຂອງພຣະຄຣິດ?

II. ສອງ ພວກເຂົາເວົ້າວ່າຄຣິສມາດໝາຍເຖິງ“ມິດຊາຂອງພຣະຄຣິດ” ເປັນມື້ຢຸດພັກ ອັນໜື່ງຂອງຄາທໍລິກ.

ພວກເຂົາເວົ້າວ່າຄຣິສມາດມາຈາກມິດຊາຂອງພຣະຄຣິດ,ຊື່ງມັນລິເລີ່ມໂດຍພວກ ຄາທໍລິກແລະວ່າສະນັ້ນແລ້ວພວກໂປແຕສແຕນບໍ່ຄວນຄູຄວນກັບມັນ, ການຂັດຄ້ານນັ້ນ ສໍາຫຼັບຂ້າພະເຈົ້າແລ້ວເບິ່ງຄືໂງ່ໜ້ອຍໜື່ງ.

[ມີຫຼາຍເມືອງໃຫຍ່ແລະເມືອງນ້ອຍໆໃນລັດຄາລິຟໍເນຍມາຈາກພວກຄາທໍລິກ,ລອສແອງເຈີລິສດັ້ງເດີມແມ່ນຊື່ຂອງຄາທໍລິກ, ແຕ່ພວກເຮົາບໍ່ໄດ້ຄິດເຖິງພວກຄາທໍລິກຕອນທີ່ ພວກເຮົາໃຊ້ຊື່ຄໍາວ່າ“ລອສແອງເຈີລິສ” ພວກເຮົາບໍ່ໄດ້ຄິດເຖິງພວກຄາທໍລິກຕອນທີ່ພວກ ເຮົາເວົ້າວ່າ“ຊານດິເອໂກ” ຫຼື “ຊານຟຣານຊິສໂກ” ຫຼື “ຊາຄຣາເມັນໂຕ”]ຊື່ໝາຍເຖິງສິ່ງທີ່ ມັນໝາຍເຖິງບໍ່ວ່າມັນຈະເລີ່ມຕົ້ນມາຈາກຫຍັງກໍຕາມ.

ພວກເຊເວັນເດແອັດເວັນທິສບາງເທື່ອກໍເຮັດໃຫ້ເປັນເລື່ອງໃຫຍ່ຂື້ນກັບຄວາມຈິງທີ່ວ່າພວກເຮົານະມັດສະການວັນອາທິດແລະວັນອາທິດມາຈາກການນະມັດສະການດວງອາ ທິດ, ຂ້າພະເຈົ້າກໍຕອບເລື່ອງນັ້ນວ່າວັນເສົາກໍແມ່ນຊື່ສໍາຫຼັບການນະມັດສະການພະຊາຕູນ ທີ່ປ່າເຖື່ອນ, ແຕ່ກໍບໍ່ມີໃຜຄິດເຖິງເລື່ອງການນະມັດສະການດວງຕາເວັນເມື່ອພວກເຂົາໃຊ້ ຄໍາວ່າມື້ນີ້“ວັນອາທິດ”, ມັນເປັນເລື່ອງໂງ່ທີ່ຈະເຮັດໃຫ້ເກີດການແບ່ງແຍກປອມເມື່ອມັນບໍ່ ປາກົດຢູ່ໃນຄວາມຄິດແລະຈິດໃຈຂອງຜູ້ຄົນທີ່ສະຫຼອງຄຣິສມາດ, ເດືອນມັງກອນ(ຕາມພາ ສາອັງກິດ)ແມ່ນມາຈາກຊື່ພະຂອງຊາວໂຣມັນຊື່ວ່າແຈນນັສ, ສະນັ້ນພວກຄຣິສຕຽນກໍາ ລັງເຮັດບາບບໍເມື່ອພວກເຂົາເວົ້າຊື່ຂອງເດືອນໂດຍເອີ້ນຊື່ນັ້ນ? ເຖິງຄົນສະຫຼາດທຸກຄົນ ຄຣິສມາດງ່າຍໆເລີຍກໍໝາຍເຖິງຄຣິສມາດ, ມັນບໍ່ໄດ້ໝາຍເຖິງມິດຊາໃດໆ, ພວກຄາທໍລິກ ອາດຈະຄູຄວນກັບມິດຊາແຕ່ພວກໂປແຕສແຕນບໍ່ຄູຄວນເລີຍ.

III. ສາມ ພວກເຂົາເວົ້າວ່າຄຣິສມາດເປັນອະດີດມື້ພັກຂອງຄົນປ່າເຖື່ອນ.

ຂ້າພະເຈົ້າຄິດວ່າຄຣິສມາດເປັນອະດີດມື້ພັກຂອງຄົນປ່າເຖື່ອນ,ການໂຕ້ຖຽງນີ້ບໍ່ໄດ້ສໍາຄັນຫຍັງ,ຄົນປ່າເຖື່ອນເຮັດບາງສິ່ງບາງຢ່າງທຸກໆມື້, ພວກເຂົາໄດ້ສະເຫຼີມສະຫຼອງກ່ຽວ ກັບການຫວ່ານແລະການກ່ຽວ,ກ່ຽວກັບມື້ທີ່ຕາເວັນຢູ່ໄກຈາກເສັ້ນສູນສຸດຂອງໂລກ ແລະ ເດືອນໃໝ່ຕ່າງໆ, ດັ່ງນັ້ນຖ້າຄົນປ່າເຖື່ອນໃຊ້ວັນທີ 25 ຂອງເດືອນທັນວາເພື່ອບູຊາຮູບເຄົາ ລົບ,ເປັນຫຍັງພວກຄຣິສຕຽນຈື່ງບໍ່ຄວນໃຊ້ມັນຕອນນີ້ເພື່ອຖະວາຍກຽດແດ່ພຣະເຢຊູຄຣິດ ແລະການເກີດຂອງພຣະອົງລະ? ບໍ່ສໍາຄັນດອກວ່າມື້ໃດທີ່ເຮົາຈະລະນຶກເຖິງການເກີດຂອງ ພຣະຄຣິດ,ມັນຈະເປັນວັນທີ່ຄົນອື່ນໆໃຊ້ເພື່ອເຫດຜົນທີ່ບໍ່ດີ, ແຕ່ຂອບຄຸນພຣະເຈົ້າທຸກມື້ ເປັນຂອງພຣະເຢຊູຄຣິດໃນຕອນນີ້ແລະບໍ່ມີມື້ໃດທີ່ເປັນຂອງພະເຈົ້າພວກປ່າເຖື່ອນລວມທັງວັນທີ 25 ເດືອນທັນວານໍາ! ວັນທີ 25 ເດືອນທັນວາ ຄວນຈະຖືກໃຊ້ເພື່ອຖະວາຍກຽດ ແກ່ພຣະອົງເຊັ່ນກັນໃນຫົນທາງໜື່ງຫຼືໃນຫົນທາງອື່ນໆ.

IV. ສີ່ ພວກເຂົາເວົ້າວ່າຕົ້ນຄຣິສມາດແລະການປະດັບປະດາແມ່ນສິ່ງ ທີ່ເປັນຕາລັງກຽດ.

ມີບາງຄົນເວົ້າວ່າພຣະຄໍາພີຫ້າມເລື່ອງຕົ້ນຄຣິສມາດໃນເຢເຣມີ 10:3-4,ແຕ່ວ່າຂໍ້ ພຣະຄໍາພີຂໍ້ນັ້ນບໍ່ໄດ້ເວົ້າເຖິງຕົ້ນຄຣິສມາດ, ມັນເວົ້າເຖິງຮູບເຄົາລົບທີ່ເຮັດດ້ວຍໄມ້ຊື່ງເອົາ ເງີນແລະຄໍາມາຫຸ້ມໄວ້, ແລະສ່ວນທີ່ເຫຼືອຂອງພຣະຄໍາພີບອກໄດ້ບັນຍາຍຢ່າງລະອຽດແລະ ຄວາມແພງຂອງຮູບເຄົາລົບທີ່ເຮັດຈາກເງີນແລະຄໍາແລະປົກຫຸ້ມໃນຊຸດສີມ່ວງ, [ໝາຍເຫດ ຂອງດຣ.ໄຮເມີ: ພຣະຄໍາພີຂໍ້ນີ້ບໍ່ສາມາດເວົ້າເຖິງຕົ້ນຄຣິສມາດເພາະສອງເຫດຜົນຄື(1) ບໍ່ ມີວັນຄຣິສມາດແລະຕົ້ນຄຣິສມາດໃນສະໄໝຂອງເຢເຣມີ (2) ບໍ່ມີຈັກຄົນໃນປະຈຸບັນນີ້ນະ ມັດສະການຕົ້ນຄຣິສມາດ] ບໍ່ມີເລີຍ, ພຣະຄໍາພີບໍ່ໄດ້ຫ້າມພວກຕົ້ນຄຣິສມາດ,[ພວກມັນບໍ່ ໄດ້ບາບຫຼາຍກວ່າຊໍ່ດອກໄມ້ຕ່າງໆທີ່ຫຼາຍຄົນມີຢູ່ໃນບ້ານແລະຢູ່ໃນໂບດໃນຊ່ວງວັນຄຣິສ ມາດ].

ມີອັນຕະລາຍໃດບໍໃນການປະດັບປະດາບ້ານດ້ວຍຕົ້ນຮອນລີຫຼືຕົ້ນມິສໂຊໂທ,ຫຼືຕົ້ນໄມ້ສີຂຽວອື່ນໆ? ບໍ່ມີຫຍັງຫຼາຍກວ່າການປະດັບບ້ານດ້ວຍໝາກອຶແລະຕົ້ນສາລີໃນວັນຂອບ ຄຸນພຣະເຈົ້າ! ບໍ່ມີຫຍັງຫຼາຍກວ່າການປະດັບປະດາຫຼຸມຝັງສົບດ້ວຍດອກໄມ້ຕ່າງໆໃນວັນ ລະນຶກ! ແນ່ນນອນພຣະເຈົ້າບໍ່ໄດ້ພໍພຣະໄທຖ້າພວກເຮົາຫາກເອົາໃຈໃສ່ຕໍ່ຄວາມສວຍງາມ ທາງທໍາມະຊາດຂອງພຣະອົງ.

[ໝາຍເຫດຂອງດຣ.ໄຮເມີ: ມີການເວົ້າວ່າຕົ້ນຄຣິສມາດມາຈາກນັກປະຕິຮູບໂປ ແຕສແຕນມາຕິນລູເທີທີ່ເຫັນດາວສ່ອງແສງຜ່ານທາງໃບຂອງຕົ້ນແປກ,ຊື່ງລາວໄດ້ນໍາເຂົ້າ ມາໃນບ້ານແລະຕົບແຕ່ງດ້ວຍທຽນຕ່າງໆ,ເພື່ອເຕືອນສະຕິລາວເຖິງດາວທີ່ສ່ອງແສງຕອນທີ່ພຣະເຢຊູເກີດ, ຖ້າເລື່ອງເລົ່າລືແມ່ນຄວາມຈິງ,ຕົ້ນຄຣິສມາດກໍເກີດມາຈາກໂປແຕສແຕນ]

ຂ້າພະເຈົ້າມັກຄຣິສມາດແລະການປະດັບປະດາໃນວັນຄຣິສມາດແລະຂ້າພະເຈົ້າບໍ່ຄິດວ່າພວກມັນຜິດ, ພວກມັນເປັນພຽງແຕ່ການສະແດງອອກເຖິງຄວາມຍິນດີທີ່ຢູ່ໃນຫົວໃຈ ຂອງຂ້າພະເຈົ້າເມື່ອຂ້າພະເຈົ້າຄິດເຖິງການທີ່ພຣະເຈົ້າມາເປັນມະນຸດແນວໃດ,ພຣະຜູ້ສ້າງມາເປັນເດັກນ້ອຍແນວໃດ,“ເຖິງແມ່ນພຣະອົງຮັ່ງມີ ພຣະອົງກໍຍັງຊົງຍອມເປັນຄົນຍາກຈົນ ເພາະເຫັນແກ່ທ່ານທັງຫລາຍເພື່ອທ່ານທັງຫລາຍຈະໄດ້ເປັນຄົນຮັ່ງມີ ເນື່ອງຈາກຄວາມຍາກຈົນຂອງພຣະອົງ”(2 ໂກລິນໂທ 8:9)ແນວໃດແດ່.

V. ຫ້າ ພວກເຂົາຂັດຄ້ານຄຣິສມາດເພາະເປັນຂອງໂລກແລະການຄົບງັນທີ່ບໍ່ແມ່ນຂອງ ຄຣິສຕຽນຊື່ງເກີດຂື້ນໃນຊ່ວງມື້ພັກຜ່ອນຕ່າງໆ.

ມັນແມ່ນຄວາມຈິງທີ່ມີຫຼາຍຄົນບໍ່ໄດ້ຖະວາຍກຽດແກ່ພຣະເຢຊູໃນວັນຄຣິສມາດ,ຂ້າພະເຈົ້າຄິດວ່າພວກເຂົາເປັນຄົນບາບໜາ, ບາງເທື່ອຜູ້ຄົນກໍເວົ້າຕົວະແບບໂງ່ໆກ່ຽວກັບຊານ ຕາຄລອສແລະຫລອກເດັກນ້ອຍດ້ວຍນິທານທີ່ປ່າເຖື່ອນເມື່ອພວກເຂົາຄວນບອກກ່ຽວກັບ ພຣະເຢຊູທີ່ຮັກ, ຂ້າພະເຈົ້າຄິດວ່າແບບນັ້ນແມ່ນເລື່ອງຊົ່ວ, ຄໍາຕົວະເປັນສີ່ງທີ່ຜິດສະເໝີ ແລະພຣະເຈົ້າຊົງກຽດຊັງສະເໝີ, ການຫລອກລວງເປັນຫົນທາງທີ່ເປັນໄປໄດ້ໜ້ອຍທີ່ສຸດ ທີ່ຈະຖະວາຍກຽດແດ່ພຣະເຢຊູ, ແນ່ນອນການຫລອກເດັກນ້ອຍດ້ວຍການຕົວະເລື່ອງຊານ ຕາຄລອສແມ່ນບາບ, ບໍ່ມີຄຣິສຕຽນຄົນໃດຄວນຈະເອົາໂທດມັນ,ແມ່ນຜູ້ຄົນມັກບໍ່ໃຫ້ກຽດ ພຣະເຈົ້າໃນວັນຄຣິສມາດ, ຂ້າພະເຈົ້າເສຍໃຈທີ່ພວກເຂົາເຮັດແບບນັ້ນ, ຂ້າພະເຈົ້າຫວັງ ວ່າຈະບໍ່ມີຄຣິສຕຽນຄົນໃດທີ່ໄດ້ຍິນຄໍາເທດສະໜານີ້ຈະເຮັດໃຫ້ພຣະເຈົ້າເສຍພຣະໄທໂດຍການເຮັດບາບແບບນັ້ນ.

ແຕ່ພວກເຮົາບໍ່ຄວນມອບວັນຄຣິສມາດໃຫ້ກັບຊາຕານແລະຄົນຊົ່ວເພາະມີບາງຄົນ ເຮັດບາບໃນວັນຄຣິສມາດ,ພວກເຮົາຄວນຈະຍົກເລີກວັນອາທິດເພາະມັນຖືກໃຊ້ໃນທາງທີ່ ຜິດບໍ?ມີຄົນເມົາໃນວັນອາທິດຫຼາຍກວ່າວັນອື່ນໆໃນອາທິດໜື່ງ,ມີການການຄົບງັນສະຫຼອງຢ່າງມ່ວນຊື່ນຫຼາຍ,ສະນັ້ນພວກຄຣິສຕຽນຄວນຈະຍົກເລີກວັນອາທິດແລະເອີ້ນມັນເປັນວັນ ຂອງພະຍາມານບໍ? ແນ່ນອນບໍ! ມີຄົນເປັນຈໍານວນຫຼາຍທີ່ສອນວ່າພິທີບັບຕິດສະມາຈໍາ ເປັນສໍາຫຼັບຄວາມລອດ, ພວກເຂົາໃຫ້ກຽດນໍ້າຫຼາຍກວ່າພຣະໂລຫິດຂອງພຣະຄຣິດ, ອັນ ນັ້ນແມ່ນຜິດ, ສະນັ້ນພວກເຮົາຄວນບໍ່ເຊື່ອຟັງພຣະເຢຊູຄຣິດກ່ຽວກັບພິທີບັບຕິດສະມາ ເພາະມີບາງຄົນໄປເນັ້ນໜັກມັນໂພດແລະສ້າງຄໍາສອນປອມກ່ຽວກັບມັນຂື້ນມາບໍ?ແນ່ນອນບໍ!

ການສະເດັດກັບມາຄັ້ງທີ່ສອງຂອງພຣະຄຣິດເປັນຫຼັກຄໍາສອນທີ່ມີການໃຊ້ໃນທາງທີ່ຜິດແລະບິດເບືອນຫຼາຍຢ່າງ, ລັດທິທຽມເທັດຕ່າງໆໄດ້ບິດເບືອນຫຼັກຄໍາສອນເລື່ອງການ ສະເດັດກັບມາຂອງພຣະຄຣິດຢ່າງໃຫຍ່, ຜູ້ຄົນຕັ້ງວັນທີ, ສ່ວນພວກເຮົາທີ່ເຫຼືອຄວນຈະບໍ່ ຫົວຊາກັບຫຼັກຄໍາສອນທີ່ຈະແຈ້ງຂອງພຣະຄໍາພີເລື່ອງການສະເດັດກັບມາຄັ້ງທີ່ສອງຂອງ ພຣະຄຣິດທີ່ໃກ້ຈະເຖິງແລ້ວເພາະຫຼັກຄໍາສອນຖືກໃຊ້ໄປໃນທາງທີ່ຜິດບໍ?ແນ່ນອນບໍ!

ແລະພວກເຮົາບໍ່ຄວນບໍ່ຫົວຊາກັບຫຼັກຄໍາສອນພຣະຄໍາພີແຫ່ງຄວາມເຕັມລົ້ນຂອງ ພຣະວິນຍານແບບງ່າຍໆເພາະມີຫຼາຍຄົນນໍາມາຮ່ວມກັບການເວົ້າພາສາແປກໆ ແລະ ກັບຄວາມສົມບູນບໍ່ມີບາບ.

ໃນຫົນທາງດຽວກັນ,ພວກເຮົາອາດຈະເປັນຄົນໂງ່ຫຼາຍຖ້າພວກເຮົາເອົາວັນຄຣິສ ມາດໄປໃຫ້ຊາຕານແລະຊາວໂລກ, ຖ້າໂລກມີງານລ້ຽງວັນຄຣິສມາດທີ່ປ່າເຖື່ອນ,ກໍຂໍໃຫ້ ເຮົາເຮັດໃຫ້ມັນເປັນວັນແຫ່ງຄວາມຮັກຂອງຄຣິສຕຽນແລະການສາມັກຄີທໍາແລະເປັນວັນທີ່ຖະວາຍກຽດແດ່ພຣະຄຣິດ!

ຄົນອື່ນໆໃຫ້ຂອງຂວັນຕ່າງໆເປັນຮູບແບບໜື່ງເທົ່ານັ້ນບໍ? ມັນບໍ່ຈໍາເປັນສໍາຫຼັບ ພວກຄຣິສຕຽນ, ພວກຄຣິສຕຽນສາມາດໃຫ້ຂອງຂວັນທີ່ສະແດງເຖິງຄວາມຮັກແທ້.

ມັນຜິດບໍທີ່ຈະມີວັນແຫ່ງຄວາມຊື່ນຊົມຍິນດີ? ມັນຜິດບໍທີ່ຈະມີອາຫານແລງວັນ ຄຣິສມາດແລະແບ່ງສ່ວນຕ່າງໆໃຫ້ຄົນອື່ນໆ? ບໍ່ຜິດເລີຍ! ເມື່ອພວກທີ່ເຫຼືອຂອງ ອິສຣາເອນກັບມາຄານາອັນຈາກການເປັນທາດທີ່ບາບິໂລນພາຍໃຕ້ການນໍາພາຂອງເນຫະມີພຣະບັນຍັດກໍຖືກອ່ານແລະອະທິບາຍແລະຜູ້ຄົນກໍພາກັນຮ້ອງໄຫ້, ແຕ່ມັນກໍເປັນເວລາທີ່ ຈະຊື່ນຊົມຍິນດີຫຼາຍກວ່າທີ່ຈະຮ້ອງໄຫ້,ດັ່ງນັ້ນເນຫະມີຈື່ງເວົ້າວ່າ:

“ວັນນີ້ເປັນວັນບໍລິສຸດແດ່ພຣະເຈົ້າຂອງທ່ານທັງຫຼາຍ ຢ່າຄໍ່າຄວນຫຼືຮ້ອງໄຫ້ ເພາະປະຊາຊົນໄດ້ຮ້ອງໄຫ້ເມື່ອເຂົາໄດ້ຍິນຖ້ອຍຄໍາຂອງພຣະລາຊະບັນ ຍັດ ແລ້ວທ່ານກໍເວົ້າກັບເຂົາທັງຫຼາຍວ່າ ໄປສາໄປຮັບປະທານໄຂມັນ ແລະດື່ມນໍ້າຫວານ ແລະສົ່ງສ່ວນອາຫານໄປໃຫ້ຄົນທີ່ບໍ່ມີອັນໃດຕຽມໄວ້ ເພາະວັນນີ້ເປັນວັນບໍລິສຸດແດ່ອົງພຣະຜູ້ເປັນເຈົ້າຂອງເຮົາ ຢ່າເສຍໃຈໄປ ເລີຍ ເພາະຄວາມຊື່ນບານຂອງຕົນໃນພຣະເຢໂຫວາເປັນກໍາລັງຂອງທ່ານ” (ເນຫະມີ 8:9-10)

ຫຼັງຈາກນັ້ນຂໍ້ 12 ກໍເວົາວ່າ:

“ແລະປະຊາຊົນທັງປວງຈື່ງໄປກິນແລະດື່ມແລະສົ່ງສ່ວນອາຫານ ຍິນດີກັນ ເປັນຢ່າງຍິ່ງ ເພາະເຂົາທັງຫຼາຍເຂົ້າໃຈຖ້ອຍຄໍາຊື່ງປະກາດໃຫ້ເຂົາຟັງນັ້ນ” (ເນຫະມີ 8:12)

ຕັ້ງແຕ່ທີ່ພວກອິດສະຣາເອນໄດ້ຖະວາຍກຽດແດ່ພຣະເຈົ້າໂດຍການມີວັນແຫ່ງ ຄວາມຊື່ນຊົມຍິນດີ,ມີງານລ້ຽງແລະການສົ່ງສ່ວນແບ່ງໃຫ້ກັນແລະກັນເພາະການນະມັດສະການພຣະເຈົ້າໄດ້ຮັບການຟື້ນຟູຄືນໃໝ່,ຈາກນັ້ນພວກຄຣິສຕຽນໃນປະຈຸບັນນີ້ກໍມີສິດທີ່ຈະມີວັນແຫ່ງຄວາມຊື່ນຊົມຍິນດີໃນວັນເກີດຂອງພຣະເຢຊູຄຣິດພຣະຜູ້ຊ່ວຍໃຫ້ລອດຂອງເຮົາ!

ແມ່ນແລ້ວຂ້າພະເຈົ້າຮັກຄຣິສມາດ! ຂ້າພະເຈົ້າຮູ້ສຶກຢູ່ໃກ້ພຣະເຈົ້າໃນຊ່ວງຄຣິສ ມາດ, ຂ້າພະເຈົ້າຮັກພຣະຄໍາຂອງພຣະເຈົ້າໃນວັນຄຣິສມາດ, ຂ້າພະເຈົ້າສົ່ງເສີມພວກຄົນ ບາບໃຫ້ຮັບເອົາຂອງຂວັນຄຣິສມາດອັນຍິ່ງໃຫຍ່ຂອງພຣະເຈົ້າຄືພຣະເຢຊູໃນວັນຄຣິສມາດ.

ຂໍໃຫ້ພວກເຮົາມີ,ຈາກນັ້ນສຸກສັນວັນຄຣິສມາສແລະຍົກພຣະຄຣິດໃຫ້ສູງສຸດໃນວັນນີ້ຊື່ງພວກເຮົາລະນຶກເຖິງເປັນກຽດໃນການເກີດຂອງພຣະອົງ!


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍດຣ. ໄຄຣ້ທັນແອວແຊນ: ມັດທາຍ 2:1-12.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Jesus, Baby Jesus” (Dr. John R. Rice, 1895-1980).

ໂຄງຮ່າງບົດເທດສະໜາ

ຂ້ອຍຮັກຄຣິສມາສ - ດັດແປງຈາກດຣ.ຈອນອາໄຣສ໌

I LOVE CHRISTMAS – ADAPTED FROM DR. JOHN R. RICE

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ຄັ້ນພວກພວກເຂົາເຂົ້າໄປໃນເຮືອນກໍພົບກຸມມານກັບນາງມາລີແມ່ ຈຶ່ງ ກາບຖະວາຍນະມັດສະການກຸມມານນັ້ນ ແລ້ວເປີດຫີບເອົາຊັບສົມບັດຂອງພວກເຂົາອອກມາຖະວາຍແກ່ກຸມມານເປັນເຄື່ອງບັນນາການ ຄື ຄຳ ກຳຍານ ແລະຢາງໄມ້ຫອມ” (ມັດທາຍ 2:11)

I.    ໜື່ງ ພວກເຂົາເວົ້າວ່າຄຣິສມາສບໍ່ແມ່ນວັນເກີດຂອງພຣະຄຣິດ.

II.   ສອງ ພວກເຂົາເວົ້າວ່າຄຣິສມາດໝາຍເຖິງ“ມິດຊາຂອງພຣະຄຣິດ” ເປັນມື້ຢຸດພັກ ອັນໜື່ງຂອງຄາທໍລິກ.

III.  ສາມ ພວກເຂົາເວົ້າວ່າຄຣິສມາສເປັນອະດີດມື້ພັກຂອງຄົນປ່າເຖື່ອນ.

IV.  ສີ່ ພວກເຂົາເວົ້າວ່າຕົ້ນຄຣິສມາສແລະການປະດັບປະດາແມ່ນສິ່ງທີ່ເປັນຕາລັງ ກຽດ 2 ໂກລິນໂທ 8:9.

V.   ຫ້າ ພວກເຂົາຂັດຄ້ານຄຣິສມາສເພາະເປັນຂອງໂລກແລະການຄົບງັນທີ່ບໍ່ແມ່ນ ຂອງຄຣິສຕຽນຊື່ງເກີດຂື້ນໃນຊ່ວງມື້ພັກຜ່ອນຕ່າງໆ ເນຫະມີ 8:9-10,12.