Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 42 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການຟື້ນຄືນມາຈາກຕາຍດຽວນີ້!

RESURRECTION NOW!
(Laotian)

ໂດຍ ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 2 ພຶດສະພາ 2019
A sermon preached at the Baptist Tabernacle of Los Angeles
Lord’s Day Evening, May 2, 2010

“ແຕ່ພຣະເຈົ້າຜູ້ຊົງເຕັມດ້ວຍພຣະກະລຸນາ ເພາະເຫດຄວາມຮັກອັນ ໃຫຍ່ຫລວງ ຊື່ງພຣະອົງຊົງຮັກເຮົານັ້ນ ເຖິງແມ່ນວ່າເຮົາຕາຍໄປແລ້ວ ໃນການບາບ ພຣະອົງຍັງຊົງກະທໍາໃຫ້ເຮົາມີຊີວິດຢູ່ກັບພຣະຄຣິດ (ຊື່ງທ່ານທັງຫຼາຍລອດນັ້ນກໍລອດໂດຍພຣະຄຸນ ແລະພຣະອົງຊົງໃຫ້ ເຮົາເປັນຂື້ນມາກັບພຣະອົງ ແລະຊົງໂຜດໃຫ້ເຮົານັ່ງໃນສະຫວັນສະ ຖານກັບພຣະອົງໃນພຣະເຢຊູຄຣິດ”(ເອເຟໂຊ 2:4-6)


ການອັດສະຈັນຕ່າງໆຂອງພຣະຄຣິດເຮັດເພື່ອສະແດງພາບເຖິງຄວາມຈິງຝ່າຍວິນຍານ, ພຣະອົງຊົງເປີດຕາຂອງຄົນຕາບອດເພື່ອສະແດງໃຫ້ເຫັນວ່າພຣະອົງຊົງສາມາດເປີດ ໃຈທີ່ບອດຝ່າຍວິນຍານໄດ້, ພຣະອົງຊົງຮັກສາຄົນຂີ້ທູດໃຫ້ຫາຍເພື່ອໃຫ້ເຫັນວ່າພຣະອົງຊົງ ສາມາດຮັກສາຈິດໃຈທີ່ສົກກະປົກຝ່າຍວິນຍານໄດ້, ແຕ່ມີຢູ່ສາມເທື່ອທີ່ພຣະອົງຊົງປຸກຄົນ ຕາຍແລ້ວໃຫ້ຟື້ນຄືນມາໄດ້, ໃນມາລະໂກບົດທີຫ້າພວກເຮົາຖືກບອກວ່າພຣະອົງຊົງບັນ ດານໃຫ້ລູກສາວຂອງໄຢຣັດຟື້ນຄືນຈາກຕາຍ, ໃນລູກາບົດທີເຈັດບອກພວກເຮົາວ່າພຣະອົງ ຊົງບັນດານໃຫ້ລູກຊາຍຂອງແມ່ໝ້າຍຢູ່ເມືອງນາອິນໃຫ້ຟື້ນຈາກຕາຍ, ໃນໂຢຮັນບົດທີສິບ ເອັດພວກເຮົາໄດ້ອ່ານວ່າພຣະອົງຊົງບັນດານໃຫ້ລາຊາໂລຟື້ນຄືນຈາກຕາຍ,ບົດຮຽນທີ່ພວກເຮົາໄດ້ຮຽນຮູ້ຈາກການຟື້ນຄືນຈາກຕາຍເຫຼົ່ານີ້ກໍຄືວ່າພຣະເຢຊູຊົງສາມາດບັນດານໃຫ້ຊີວິດແກ່ຄົນເຫຼົ່ານັ້ນທີ່ “ຕາຍແລ້ວໃນກາານບາບ ແລະການລະເມີດ”(ເອເຟໂຊ 2:1) ໃນການ ນະມັດສະການໃນຄືນນີ້ພວກເຮົາມີລູກສາວຂອງໄຢຣັດຫຼາຍຄົນ, ລູກຊາຍຂອງແມ່ໝ້າຍ ຫຼາຍຄົນ, ລາຊາຣັສທີ່ຟື້ນຈາກຕາຍແລ້ວຫຼາຍຄົນ - ຍ້ອນວ່າພວກເຮົາຫຼາຍຄົນຕາຍແລ້ວ ໃນການບາບແລະການລະເມີດ ແຕ່ໂດຍລິດເດດຂອງພຣະຄຣິດພວກເຮົາຈື່ງຖືກບັນດານ ໃຫ້ຟື້ນຄືນຈາກຕາຍຝ່າຍວິນຍານ,ເພື່ອດໍາເນີນໃນຊີິວິດໃໝ່! ການຟື້ນຄືນຈາກຕາຍທີ່ເຮົາ ໄດ້ພົບພໍ້ເອີ້ນວ່າ “ການບັງເກີດໃໝ່”-ຮູບແບບທີ່ເວົ້າເຖິງຊີວິດຈາກຄວາມຕາຍ,ເຊັ່ນກັນເຮົາ ຮູ້ໃນຖານະການເກີດໃໝ່, ດຣ.ດັບໂບຢູ.ຈີ.ທີ.ເຊັດໄດ້ຊີ້ໃຫ້ເຫັນວ່າພຣະຄໍາພີມັກໃຊ້ຄໍາວ່າ “ການຟື້ນຄືນຈາກຕາຍເພື່ອສະແດງເຖິງການບັງເກີດໃໝ່” “ການເວົ້າເຖິງການບັງເກີດໃໝ່ ເໝືອນການຟື້ນຄືນຈາກຕາຍຝ່າຍວິນຍານ” (W. G. T. Shedd, Ph.D., Dogmatic Theology, P and R Publishing, 2003 edition, pp. 864, 865) ການເຊື່ອມຕໍ່ລະຫວ່າງການຟື້ນຄືນຈາກຕາຍຝ່າຍຮ່າງກາຍກັບຝ່າຍວິນຍານຖືກເຮັດໃຫ້ແຈ່ມແຈ້ງໃນເອເຟໂຊບົດທີສອງ.

“ແຕ່ພຣະເຈົ້າຜູ້ຊົງເຕັມດ້ວຍພຣະກະລຸນາ ເພາະເຫດຄວາມຮັກອັນໃຫຍ່ຫລວງ ຊື່ງພຣະອົງຊົງຮັກເຮົານັ້ນ ເຖິງແມ່ນວ່າເຮົາຕາຍໄປແລ້ວ ໃນການບາບ ພຣະອົງຍັງຊົງກະທໍາໃຫ້ເຮົາມີຊີວິດຢູ່ກັບພຣະຄຣິດ (ຊື່ງທ່ານທັງຫຼາຍລອດນັ້ນກໍລອດໂດຍພຣະຄຸນ ແລະພຣະອົງຊົງໃຫ້ ເຮົາເປັນຂື້ນມາກັບພຣະອົງ ແລະຊົງໂຜດໃຫ້ເຮົານັ່ງໃນສະຫວັນສະ ຖານກັບພຣະອົງໃນພຣະເຢຊູຄຣິດ”(ເອເຟໂຊ 2:4-6)

ຈາກຂໍ້ພຣະຄໍາພີເຫຼົ່ານີ້ພວກເຮົາໄດ້ຮຽນຮູ້ຄວາມຈິງອັນຍິ່ງໃຫຍ່ສາມຢ່າງກ່ຽວກັບການເກີດ ໃໝ່ - ຄວາມຈິງສາມປະການກ່ຽວກັບການບັງເກີດໃໝ່ໂດຍລິດເດດແຫ່ງການຟື້ນຄືນຈາກ ຕາຍຂອງພຣະຄຣິດ.

I. ໜຶ່ງ ພວກເຮົາຕາຍແລ້ວ.

ອີງຕາມພຣະຄໍາພີທຸກຄົນຕາຍແລ້ວຝ່າຍວິນຍານ, ມີບາງຄົນບອກພວກເຮົາວ່າ ພວກເຮົາເຈັບຊໍ້າຍ້ອນການລົ້ມລົງ-ແຕ່ພວກເຂົາບໍ່ເຊື່ອວ່າພວກເຮົາຖືກຂ້າໂດຍມັນ, ແຕ່ ພຣະຄໍາຂອງພຣະເຈົ້າຈະແຈ້ງຫຼາຍວ່າ ພວກເຮົາບໍ່ພຽງແຕ່ບາດເຈັບເທົ່ານັ້ນແຕ່ພວກເຮົາ “ຕາຍແລ້ວໃນການລະເມີດແລະການບາບ”(ເອເຟໂຊ 2:1) ຄົນເຫຼົ່ານີ້ບອກພວກເຮົາວ່າມີ ຄວາມດີຫຼາຍຢ່າງຢູ່ໃນມະນຸດ,ທໍາມະຊາດຂອງມະນຸດເອງບໍ່ໄດ້ຕາຍໃນຄວາມບາບ, ຊີ.ຈີ. ຟິນນີ່ໄດ້ໃຫ້ຕໍາແໜ່ງທີ່ຜິດໆເມື່ອລາວເວົ້າວ່າ:

ເປັນຫຍັງຄວາມບາບຈື່ງເປັນທໍາມະຊາດຕໍ່ມວນມະນຸດ? ບໍ່ແມ່ນຍ້ອນວ່າ ທໍາມະຊາດຂອງເຂົາເອງເປັນບາບ...ຫຼັກຄໍາສອນນີ້...ບໍ່ໄດ້ຖວາຍກຽດແກ່ ພຣະເຈົ້າຢ່າງສິ້ນເຊີງ ແລະເປັນເໝືອນສິ່ງທີ່ໜ້າກຽດຊັງຕໍ່ພຣະເຈົ້າ ແລະ ສະຕິປັນຍາຂອງມະນຸດ ແລະຄວນຖືກຫ້າມຈາກທຸກທໍາມາດ ແລະຈາກ ຫຼັກຄໍາສອນທຸກສູດ ແລະຈາກໂລກ. ມັນສືບທອດມາຈາກປັດຊະຍາທີ່ ນອກຮີດ ແລະເປັນຂອງປອມໃນທ່າມກາງຫຼັກຄໍາສອນຂອງຊາວຄຣິດໂດຍ ອໍກັສຕິນ(C. G. Finney, Finney’s Systematic Theology, Bethany House Publishers, 1994 edition, pp. 268, 263)

ເອີ. ຫຼັກຄໍາສອນຂອງມະນຸດທີ່ຕາຍແລ້ວໃນການບາບໄດ້ຖືກຫ້າມຢູ່ເທິງທໍາມາດສ່ວນຫຼາຍ ຂອງພວກເຮົາ, ຜົນລັບຄືຫຍັງລະ?ອະນາທິປະໄຕທາງສິນລະທໍາແລະຝ່າຍວິນຍານທີ່ພວກ ເຮົາເຫັນທຸກມື້ນີ້-ນັ້ນແຫຼະຄືຜົນລັບ!

ຫຼັກຄໍາສອນເລື່ອງມະນຸດຕາຍແລ້ວໃນການບາບປະດິດໂດຍອໍກັສຕິນບໍ? ບໍ່ແມ່ນ! ມະນຸດເປັນຄົນບາບທີ່ບໍ່ມີຄວາມຫວັງແລະຄວາມຊ່ວຍເຫຼືອຖືກສອນຢູ່ທົ່ວພຣະຄໍາພີ, ໃນສະ ໄໝຂອງໂນອາ:

“ແລະພຣະເຈົ້າຊົງເຫັນວ່າຄວາມຊົ່ວຂອງມະນຸດມີຫຼາຍໃນແຜ່ນດິນໂລກ ແລະຈິນຕະນາການທຸກຢ່າງແຫ່ງຄວາມຄິດໃນໃຈຂອງເຂົາລ້ວນແຕ່ສືບຕໍ່ ຊົ່ວຮ້າຍ”(ປະຖົມມະການ 6:5)

ໃນໜັງສືໂຢບພວກເຮົາອ່ານວ່າ:

“ໃຜສາມາດເອົາສິ່ງສະອາດອອກຈາກສິ່ງບໍ່ສະອາດໄດ້?ບໍ່ມີໃຜຈັກຄົນ” (ໂຢບ 14:4)

“ມະນຸດເປັນຫຍັງ ເຂົາຈື່ງຈະສະອາດໄດ້? ແລະເຂົາທີ່ເກີດມາຈາກຜູ້ຍິງ ເປັນອັນໃດທີ່ເຂົາຄວນເປັນຄົນຊອບທໍາ?”(ໂຢບ 15:14)

ນັກແຕ່ງເພງສັນລະເສີນໄດ້ກ່າວວ່າ:

“ເບິ່ງແມ້ ຂ້ານ້ອຍຖືກໍາເນີດມາໃນຄວາມຊົ່ວຊ້າ ແລະແມ່ຂອງຂ້ານ້ອຍ ຖືພາຂ້ານ້ອຍໃນບາບ”(ເພງສັນລະເສີນ 51:5)

“ຄົນຊົ່ວຫລົງເຈີນໄປຕັ້ງແຕ່ໃນທ້ອງແມ່ ພວກເຂົາຫລົງທາງໄປຕັ້ງແຕ່ເກີດ ຄືເວົ້າຕົວະ”(ເພງສັນລະເສີນ 58:3)

ກະສັດໂຊໂລໂມນໄດ້ກ່່າວວ່າ:

“ໃຈຂອງລູກໆຂອງມະນຸດກໍເຕັມໄປດ້ວຍຄວາມຊົ່ວ”(ປັນຍາຈານ 9:3)

ຜູ້ທໍານວາຍເຢເຣມີກ່າວວ່າ:

“ຈິດໃຈກໍເປັນຕົວລໍ້ລວງເໜືອກວ່າສິ່ງໃດທັງໝົດ ແລະມັນເສື່ອມຊາມຢ່າງ ຊົ່ວຮ້າຍ ໃຜລະຈະຮູ້ຈັກໃຈນັ້ນໄດ້”(ເຢເຣມີ 17:9)

ແລະອັກຄະສາວົກໂປໂລໄດ້ບອກພວກເຮົາວ່າ:

“ພຣະອົງຊົງກະທໍາໃຫ້ທ່ານທັງຫຼາຍມີຊີວິດຢູ່ ຜູ້ຊື່ງຕາຍແລ້ວໃນການລະ ເມີດແລະການບາບ...ແລະຕາມສັນດານເຮົາຈື່ງເປັນລູກແຫ່ງພຣະອາຊະ ຍາເໝືອນຢ່າງຄົນອື່ນ”(ເອເຟໂຊ 2:1,3)

ອີກເທື່ອໜຶ່ງໃນໂກໂລຊາຍອັກຄະສາວົກໄດ້ກ່າວວ່າ:

“ທ່ານໄດ້ຕາຍແລ້ວໃນຄວາມບາບຂອງທ່ານ”(ໂກໂລຊາຍ 2:13)

ຟິນນີ່ໄດ້ໂຈມຕີຫຼັກຄໍາສອນເລື່ອງມະນຸດທີ່ຕາຍໃນບາບໂດຍອ້າງອີງເຖິງອໍກັສຕິນ, ດັ່ງທີ່ຂ້າພະເຈົ້າໄດ້ສະແດງໃຫ້ເຫັນແລ້ວວ່າຫຼັກຄໍາສອນນີ້ຖືກສອນຢູ່ໃນພຣະຄໍາພີທັງເຫຼັ້ມ, ຄວາມຈິງແລ້ວຄວາມຄິດຂອງຟິນນີ່ມາຈາກຄົນນອດຮີດຄືເພເລກຽສ (ຄ.ສ.354-420) ຄວາມຄິດນອກຮີດຂອງລາວດໍາລົງຢູ່ເປັນເວລາຫຼາຍສະຕະວັດ, ສິ່ງທີ່ຟິນນີ່ສອນແມ່ນລັດທິ ເພເລກຽສຢ່າງເຕັມກໍາລັງ! ຂໍໃຫ້ເຮົາຕິດຢູ່ກັບຫຼັກຄໍາສອນທີ່ຖືກສອນຢ່າງຊັດເຈນໃນພຣະ ຄໍາພີ! ມະນຸດຢູ່ໃນສະພາບຂອງການບໍ່ໄດ້ເກີດໃໝ່ຄືຕາຍແລ້ວໃນບາບ! ມະນຸດບໍ່ໄດ້ປ່ວຍ, ມະນຸດຕາຍແລ້ວຕໍ່ສິ່ງຕ່າງໆທີ່ເປັນຂອງພຣະເຈົ້າ!

“ພຣະອົງຊົງກະທໍາໃຫ້ທ່ານທັງຫຼາຍມີຊີວິດຢູ່ ຜູ້ຊື່ງຕາຍແລ້ວໃນການລະ ເມີດແລະການບາບ”(ເອເຟໂຊ 2:1)

“ພວກເຮົາຕາຍແລ້ວໃນການບາບ”(ເອເຟໂຊ 2:5)

ແມ່ນຫຍັງທີ່ຊັດເຈນຫຼາຍກວ່ານັ້ນອີກ? ບໍ່ມີຫຍັງເລີຍ!

“ຕາຍແລ້ວໃນການບາບ”-ອັນນີ້ບໍ່ແມ່ນພາບຄວາມຈິງຂອງມະນຸດໃນສະພາບທໍາມະ ຊາດຂອງເຂົາບໍ? ສະເປີໂຈນຜູ້ຍິ່ງໃຫຍ່ໄດ້ກ່າວວ່າ:

ສັງເກດເບິ່ງສົບ: ທ່ານອາດຈະຕີມັນ,ທ່ານອາດເຮັດໃຫ້ມັນຊໍ້າ,ແຕ່ມັນຈະ ບໍ່ຮ້ອງຫຍັງ, ທ່ານອາດຈະເອົາພາລະໜັກວາງເທິງມັນ ແຕ່ມັນຈະບໍ່ເມື່ອຍ ທ່ານອາດຈະປິດປະຕູຂັງໃນຄວາມມືດ ແຕ່ມັນຈະບໍ່ຮູ້ສຶກເສົ້າ, ດັ່ງນັ້ນຄົນ ທີ່ຍັງບໍ່ລອດຖືກວາງລົງດ້ວຍນໍ້າໜັກບາບຂອງເຂົາ ແຕ່ເຂົາຈະບໍ່ເມື່ອຍເພຍ ເຖິງມັນ, ເຂົາຖືກກັກຂັງໃນຄຸກແຫ່ງຄວາມຍຸດຕິທໍາຂອງພຣະເຈົ້າແຕ່ເຂົາ ຈະບໍ່ຢາກມີເສລີພາບ, ເຂົາຢູ່ໃຕ້ຄໍາສາບແຊ່ງຂອງພຣະເຈົ້າ...ແຕ່ຄໍາ ສາບນັ້ນບໍ່ກໍ່ໃຫ້ເກີດຄວາມວຸ້ນວາຍໃນຈິດວິນຍານຂອງເຂົາ, ເພາະເຂົາໄດ້ ຕາຍແລ້ວ...ໂອຖ້າທ່ານມີຊີວິດຢູ່ທ່ານຈະບໍ່ມີວັນສະຫງົບຈົນກວ່າທ່ານຈະລອດຈາກຄວາມໂກດຮ້າຍທີ່ຈະມາເຖິງ, ມະນຸດຍັງຄົງບໍ່ຮູ້ສຶກເລື່ອງສິ່ງຂອງ ຝ່າຍວິນຍານ ແລະບໍ່ສັ່ນໄຫວຍ້ອນວ່າໃນຄວາມຮູ້ສຶກຝ່າຍວິນຍານນັ້ນເຂົາ ຕາຍແລ້ວ(C. H. Spurgeon, “Resurrection With Christ,” The Metropolitan Tabernacle Pulpit, Pilgrim Publications, volume 14, pp. 207, 208)

ທ່ານສາມາດນັ່ງຢູ່ຄຣິສຕະຈັກແລະຟັງຄໍາເທດສະໜາທີ່ບໍ່ມີຜົນກະທົບຕໍ່ທ່ານເລີຍ- ຍ້ອນວ່າທ່ານ “ຕາຍແລ້ວໃນການບາບ” ທ່ານສາມາດຟັງເລື່ອງຄວາມທຸກຂອງພຣະຄຣິດ, ເລື່ອງທີີ່ພຣະອົງຖືກແສ້ຕີ ແລະຄຶງໃສ່ໄມ້ກາງແຂນ ແລະບໍ່ມີຄວາມເປັນຫ່ວງເປັນໃຍເລີຍ- ຍ້ອນວ່າທ່ານ“ຕາຍແລ້ວໃນການບາບ” ທ່ານສາມາດໄດ້ຍິນວ່າພຣະຄຣິດຊົງຟື້ນຄືນຈາກ ຄວາມຕາຍ ແລ້ວປາກົດຕໍ່ພວກສາວົກຂອງພຣະອົງ “ໂດຍຂໍ້ພິສູດທີ່ໜ້າເຊື່ອຖືຫຼາຍຢ່າງ” (ກິດຈະການ 1:3) ແລະບໍ່ຮູ້ສຶກຫຍັງໂດຍລິດເດດແລະກາານຟື້ນຄືນຈາກຕາຍຂອງພຣະ ອົງ-ເພາະທ່ານ“ຕາຍແລ້ວໃນການບາບ” ທ່ານສາມາດຟັງເລື່ອງພຣະໂລຫິດຂອງພຣະອົງທີ່ ພ້ອມທີ່ຈະຊໍາລະບາບຂອງທ່ານ ແຕ່ບໍ່ຮູ້ສຶກຕົນເອງຕ້ອງການການຊໍາລະລ້າງຫຍັງ-ເພາະ ທ່ານ“ຕາຍແລ້ວໃນການບາບ” ທ່ານສາມາດຟັງຄົນອື່ນອະທິຖານດ້ວຍຄວາມກະຕືລືລົ້ນ ແລະບໍ່ສາມາດອະທິຖານແບບນັ້ນດ້ວຍຕົວເອງໄດ້ - ເພາະທ່ານ“ຕາຍແລ້ວໃນການບາບ” ທ່ານສາມາດຊື້ພຣະຄໍາພີສີດໍາເຫຼັ້ມໃຫຍ່ແລະອ່ານມັນໄດ້ແຕ່ຄໍາຕ່າງໆບໍ່ມີຊີວິດໃນນັ້ນມັນ ເປັນພຽງແຕ່ຄໍາເວົ້າຕໍ່ທ່ານເທົ່ານັ້ນ - ເພາະທ່ານ“ຕາຍແລ້ວໃນການບາບ” ຄົນອື່ນມີຄວາມ ຊົມຊື່ນຍິນດີໃນຄວາມເຊື່ອຂອງພວກເຂົາແຕ່ທ່ານພັດບໍ່ມີຄວາມຍິນດີໃນທ່ານ -ເພາະທ່ານ “ຕາຍແລ້ວໃນການບາບ” ຄົນອື່ນໆຮູ້ຈັກພຣະຄຣິດແລະຍິນດີໃນການຮູ້ຈັກພຣະອົງ ແຕ່ ທ່ານບໍ່ຮູ້ຈັກພຣະອົງ ທ່ານເຕັມໄປດ້ວຍຄວາມສົງໄສ ແລະຢ້ານ,ເທື່ອແລ້ວເທື່ອນັ້ນ “ຂ້ອຍ ຈະສາມາດໄປຫາພຣະອົງໄດ້ແນວໃດ?” ຄໍາຕອບໜີໄປຈາກທ່ານແລະທ່ານບໍ່ສາມາດເຂົ້າ ໃຈມັນໄດ້-ເພາະທ່ານ“ຕາຍແລ້ວໃນການບາບ”

ຂ້າພະເຈົ້າຂໍບອກທ່ານຕອນນີ້ວ່າຖ້າທ່ານພະຍາຍາມທີ່ຈະລອດໂດຍການຮຽນຮູ້ມັນກໍຈະເປັນຄືເກົ່າຕະຫຼອດ, ທ່ານຈະບໍ່ມີວັນສາມາດທີ່ຈະ “ຮຽນຮູ້”ວ່າຈະລອດໄດ້ແນວໃດ! ບໍ່ ມີວັນເຖິງແມ່ນຈະສຶກສາພຣະຄໍາພີເປັນຫ້າສິບປີກໍຕາມ-ກໍຈະບໍ່ມີວັນທີ່ທ່ານຈະສາມາດຮຽນ ວ່າຈະລອດໄດ້ແນວໃດໄດ້-ເພາະທ່ານ “ຕາຍແລ້ວໃນການບາບ” ແລະຍິ່ງທ່ານຮຽນຮູ້ແລະ ຖາມຄໍາຖາມຫຼາຍເທົ່າໃດທ່ານກໍຈະກາຍເປັນຄົນຂີ້ຮ້າຍຂຶ້ນໄປເລື່ອຍໆຈົນກວ່າຄວາມສົນໃຈໜ້ອຍໜື່ງທີ່ທ່ານເຄີຍມີນັ້ນຈະຫາຍໄປ ແລະທ່ານນັ່ງລົງໃນຄຣິສຕະຈັກໂດຍປາສະຈາກ ຄວາມຫວັງໃດໆກໍຈະບໍ່ປ່ຽນແປງ-ເພາະທ່ານ “ຕາຍແລ້ວໃນການບາບ”- “ເຄີຍຮຽນຮູ້ແຕ່ ບໍ່ມີວັນສາມາດມາເຖິງຄວາມຮູ້ເລື່ອງຄວາມຈິງໄດ້”(2 ຕີໂມທຽວ 3:7)ແລະສຸດທ້າຍທ່ານກໍ ຈະຕາຍໃນບາບຂອງທ່ານ ແລະພົບຕົວເອງໃນໂລກໜ້າບ່ອນທີ່ທ່ານຈະຖືກທໍລະມານ,ຖືກ ໂຍນລົງຈາກພຣະພັກຂອງພຣະເຈົ້າເປັນນິດ, ໃນຄວາມສິ້ນຫວັງ,ໃນແປວໄຟ,ໂດຍບໍ່ມີ ຄວາມຫວັງ, ໃນ “ຄວາມມືດຕຶບຕະຫຼອດການ”(ຢູດາ 13) - ເພາະທ່ານໄດ້ “ຕາຍແລ້ວ ໃນການບາບ”

ແຕ່ຕອນນີ້ຂໍ້ພຣະຄໍາພີຂອງເຮົາໄດ້ໃຫ້ຄວາມຫວັງຂຶ້ນມາໜ້ອຍໜຶ່ງ - ແລະຄວາມ ຫວັງນັ້ນວາງລົງໃນພຣະເມດຕາແລະພຣະຄຸນຂອງພຣະເຈົ້າໃນພຣະຄຣິດເທົ່ານັ້ນ, ນີ້ຄືປະ ສົບການຂອງຂ້າພະເຈົ້າ ແລະຂ້າພະເຈົ້າອະທິຖານຂໍໃຫ້ມັນເປັນຂອງທ່ານເຊັ່ນກັນ, ຂອບ ຄຸນພຣະເຈົ້າ, ພວກເຮົາທີ່ລອດແລ້ວສາມາດເວົ້າໄດ້ວ່າພວກເຮົາໄດ້ຖືກເຮັດໃຫ້ມີຊີວິດໂດຍ ພຣະຄຣິດຜູ້ຊົງຟື້ນຄືນຈາກຕາຍ.

II. ສອງ ພວກເຮົາຖືກເຮັດໃຫ້ມີຊີວິດ.

ຂໍເຊີນຢືນຂື້ນອ່ານຂໍ້ສີ່ຂໍ້ຫ້າດັງໆ.

“ແຕ່ພຣະເຈົ້າຜູ້ຊົງເຕັມດ້ວຍພຣະກະລຸນາ ເພາະເຫດຄວາມຮັກອັນໃຫຍ່ ຫຼວງຊື່ງພຣະອົງຊົງຮັກເຮົານັ້ນ ເຖິງແມ່ນເມື່ອເຮົາຕາຍແລ້ວໃນການບາບ ພຣະອົງຍັງຊົງກະທໍາໃຫ້ເຮົາມີຊີວິດຢູ່ກັບພຣະຄຣິດ (ຊື່ງທ່ານລອດນັ້ນກໍ ລອດໂດຍພຣະຄຸນ”(ເອເຟໂຊ 2:4-5)

ຂໍເຊີນນັ່ງລົງໄດ້.

ໂອເຊີນຟັງທາງນິີ້ຄົນບາບເອີຍ! ຈົ່ງຟັງຄໍາເວົ້າທີ່ເປັນພຣະພອນຂອງໂປໂລ “ແຕ່ ພຣະເຈົ້າ” ມີຄວາມຫວັງຢູ່ໃນຄໍາເວົ້ານັ້ນ! “ແຕ່ພຣະເຈົ້າ” ທ່ານຕາຍແລ້ວໃນການບາບ “ແຕ່ພຣະເຈົ້າ” ສັນລະເສີນພຣະອົງສໍາລັບຄໍາເຫຼົ່ານັ້ນ! ຈົ່ງໂດດເຕັ້ນເພາະຄວາມຍິນດີນັ້ນ ເມື່ອທ່ານໄດ້ຍິນມັນ! “ແຕ່ພຣະເຈົ້າ” ພວກເຮົາສາມາດປະຍຸກໃຊ້ຄໍາເຫຼົ່ານັ້ນໃຊ້ແລ້ວໃຊ້ອີກ ໃນປະຫວັດສາດແຫ່ງຄວາມເຊື່ອ, ເມື່ອສິ່ງຕ່າງໆສິ້ນຫວັງ ແລະອີກເທື່ອໜື່ງທີ່ພຣະເຈົ້າເອງ ຊົງແຊກແຊງ ແລະສາມາດເວົ້າໄດ້ໃນເອເຟໂຊ 2:4 ວ່າ“ແຕ່ພຣະເຈົ້າ”

ທົ່ວໂລກເສື່ອມຊາມລົງຫຼາຍຍ້ອນຄວາມບາບຈົນພຣະເຈົ້າກ່າວວ່າ “ເຮົາຈະທໍາ ລາຍມະນຸດຊື່ງເຮົາໄດ້ສ້າງນັ້ນ”(ປະຖົມມະການ 6:7) “ແຕ່ໂນອາໄດ້ພົບພຣະຄຸນໃນສາຍ ພຣະເນດຂອງພຣະເຈົ້າ” (ປະຖົມມະການ 6:8) “ແຕ່ພຣະເຈົ້າ”ຊົງແຊກແຊງແລະຊ່ວຍໂນ ອາກັບຄອບຄົວຂອງລາວໃຫ້ລອດຈາກນໍ້າຖ້ວມໃຫຍ່, ລູກຫຼານອິສຣາເອວໄດ້ຄໍ່າຄວນພາຍ ໃຕ້ແອກຄວາມເປັນທາດຂອງຟາໂຣໃນອີຢິບ, ແຕ່ພຣະເຈົ້າກ່າວກັບໂມເສວ່າ “ເຮົາຈະພາພວກເຈົ້າອອກຈາກພາລະໜັກຕ່າງໆຂອງຄົນເອຢິບ ແລະເຮົາຈະໃຫ້ພວກເຈົ້າພົ້ນຈາກການເປັນທາດຂອງພວກເຂົາ ແລະເຮົາຈະໄຖ່ພວກເຈົ້າໄວ້ດ້ວຍແຂນທີ່ຢຽດອອກ ແລະດ້ວຍການພິພາກສາຕ່າງໆອັນໃຫຍ່ຫລວງ ແລະເຮົາຈະຮັບພວກເຈົ້າໃຫ້ເປັນປະຊາຊົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງພວກເຈົ້າ ແລະພວກເຈົ້າຈະຮູ້ວ່າ ເຮົາຄືພຣະເຢໂຮວາພຣະເຈົ້າຂອງພວກເຈົ້າ ຊຶ່ງໄດ້ພາພວກເຈົ້າອອກຈາກພາລະໜັກຕ່າງໆຂອງຄົນເອຢິບ”(ອົບພະຍົບ 6:6-7) “ແຕ່ພຣະເຈົ້າ” ໃນສະໄໝຂອງພວກຜູ້ປົກຄອງພວກ ລູກຫຼານອິສຣາເອວ “ກໍຍາກຈົນຫລາຍຍ້ອນຄົນມີດີອານ”(ພວກຜູ້ປົກຄອງ 6:6)ແຕ່ພຣະ ເຈົ້າຊົງສະເດັດມາຫາກິເດໂອນໃນຂະນະທີ່ລາວຟາດເຂົ້າຫວີດຢູ່ “ເພື່ອລີ້ຈາກພວກເມດີ ອານ”(ພວກຜູ້ປົກຄອງ 6:11) “ແລະພຣະເຢໂຮວາຊົງກ່າວ(ຕໍ່ດີເດໂອນ)ວ່າແນ່ນອນເຮົາຈະຢູ່ກັບເຈົ້າຢ່າງແນ່ນອນ ແລະເຈົ້າຈະໂຈມຕີຄົນມີດີອານຄືກັບຕີຄົນດຽວ”(ພວກຜູ້ປົກຄອງ 6:16) ແລະກີເດໂອນຮ້ອງວ່າ “ຈົ່ງລຸກຂຶ້ນເພາະວ່າພຣະເຢໂຮວາຊົງມອບກອງທັບຂອງຄົນມີດີອານໄວ້ໃນມືຂອງທ່ານທັງຫລາຍແລ້ວ”(ພວກຜູ້ປົກຄອງ 7:15) “ແຕ່ພຣະເຈົ້າ” ພຣະເຢຊູຊົງຖືກຈັບ, ຖືກຕີ,ຖືກຄຶງເຖິງໄມ້ກາງແຂນ, ຊົງຕາຍແລະຖືກຝັງໄວ້ໃນອຸໂມງທີ່ ຈໍາກາ, ແຕ່ພຣະເຈົ້າຊົງບັນດານໃຫ້ພຣະອົງຟື້ນຄືນຈາກຕາຍ, “ໃນວັນທີ່ສາມພຣະເຈົ້າໄດ້ ຊົງໃຫ້ພຣະອົງຄືນພຣະຊົນ ແລະຊົງໃຫ້ປາກົດ”(ກິດຈະການ 10:40) “ແຕ່ພຣະເຈົ້າ”ປະ ໂລຫິດໃຫຍ່ ແລະຄົນຂອງເຂົາໄດ້ຈັບພວກອັກຄະສາວົກເອົາກະແຈໃສ່ “ຂັງໄວ້ໃນຄຸກ ຫຼວງ”(ກິດຈະການ 5:18) ເພື່ອຢຸດຢັ້ງພວກເຂົາຈາກການປະກາດຂ່າວປະເສີດ “ແຕ່ທູດ ສະຫວັນຂອງອົງພຣະຜູ້ເປັນເຈົ້າໄດ້ມາເປີດປະຕູຄຸກໃນເວລາກາງຄືນ...ແລະກ່າວວ່າຈົ່ງໄປຢືນໃນພຣະວິຫານປະກາດບັນດາຂໍ້ຄວາມແຫ່ງຊີວິດນີ້ໃຫ້ປະຊາຊົນຟັງ” (ກິດຈະການ 5:19) “ແຕ່ພຣະເຈົ້າ”ຊົງເປີດປະຕູຄຸກແລະອວຍພອນການເທດສະໜາຂອງພວກເຂົາ.

ອີກເທື່ອໜື່ງໆທົ່ວທັງພຣະຄໍາພີພວກເຮົາເຫັນຕົວຢ່າງຫຼາຍອັນເລື່ອງພຣະເມດຕາ ຂອງພຣະເຈົ້າ.

“ແຕ່ພຣະເຈົ້າ ຜູ້ຊົງປ່ຽມດ້ວຍພຣະກະລຸນາ ເພາະເຫດຄວາມຮັກອັນໃຫຍ່ຫຼວງ ຊື່ງພຣະອົງຊົງຮັກເຮົານັ້ນ ເຖິງແມ່ນວ່າເມື່ອເຮົາຕາຍໄປແລ້ວໃນການບາບ ພຣະອົງຍັງຊົງກະທຳໃຫ້ເຮົາມີຊີວິດຢູ່ກັບພຣະຄຣິດ (ຊຶ່ງທ່ານທັງຫຼາຍລອດນັ້ນກໍລອດໂດຍພຣະຄຸນ)”(ເອເຟໂຊ 2:4-5)

ແລະນັບຕັ້ງແຕ່ທີ່ພຣະເຈົ້າຊົງມີພຣະເມດຕາໃນສະໄໝຂອງໂນອາ, ສະໄໝໂມເສ ແລະໃນ ສະໄໝກີເດໂອນ ແລະໃນສະໄໝຂອງພວກອັກຄະສາວົກ ແລະໃນສະໄໝແຫ່ງການຟື້ນ ຄືນພຣະຊົນຂອງພຣະຄຣິດ - ພວກທ່ານບໍ່ຄິດບໍ່ວ່າພຣະອົງຊົງສາມາດມີພຣະເມດຕາຕໍ່ ທ່ານໄດ້ເຊັ່ນກັນ?

“ແຕ່ພຣະເຈົ້າ ຜູ້ຊົງປ່ຽມດ້ວຍພຣະກະລຸນາ ເພາະເຫດຄວາມຮັກອັນໃຫຍ່ຫຼວງ ຊື່ງພຣະອົງຊົງຮັກເຮົານັ້ນ ເຖິງແມ່ນວ່າເມື່ອເຮົາຕາຍໄປແລ້ວໃນການບາບ ພຣະອົງຍັງຊົງກະທຳໃຫ້ເຮົາມີຊີວິດຢູ່ກັບພຣະຄຣິດ (ຊຶ່ງທ່ານທັງຫຼາຍລອດນັ້ນກໍລອດໂດຍພຣະຄຸນ)”(ເອເຟໂຊ 2:4-5)

ຈົ່ງເບິ່ງຄົນຄົນເຫຼົ່ານັ້ນທີ່ “ມີຊີວິດ”ໃນທ່າມກາງພວກເຮົາ, ຈົ່ງເບິ່ງຄົນເຫຼົ່ານັ້ນທີ່ຟື້ນ ຈາກຄວາມຕາຍ ແລະເຮັດໃຫ້ມີຊີວິດໂດຍພຣະຄຸນຂອງພຣະເຈົ້າໃນພຣະຄຣິດ! ເບິ່ງແມ້- ຜູ້ຊ່ວຍທຸກຄົນຂອງພວກເຮົາ, ຜູ້ນໍາຂອງຄຣິສຕະຈັກທຸກຄົນຂອງເຮົາ-ພວກເຂົາທຸກຄົນຄັ້ງ ໜຶ່ງ “ຕາຍແລ້ວໃນການບາບ”ແຕ່ດຽວນີ້,ຈົ່ງເບິ່ງ-ພວກເຂົາໄດ້ຖືກເຮັດ “ໃຫ້ມີຊີວິດດ້ວຍ ກັນກັບພຣະຄຣິດ”-ໄດ້ເຮັດໃຫ້ມີຊີວິດໃນພຣະຄຣິດ - ລອດໂດຍພຣະຄຸນ! ໃຜຈະສາມາດ ເວົ້າໄດ້ວ່າພວກເຂົາບໍ່ໄດ້ຮັບການເຮັດໃຫ້ “ມີຊີວິດ...ກັບພຣະຄຣິດ”? ໃຜທີ່ສົງໄສວ່າພວກ ເຂົາໄດ້ຮັບການຟື້ນຄືນຈາກຄວາມຕາຍ“ກັບພຣະຄຣິດ”? ສະເປີໂຈນກ່າວວ່າ:

ມາທາຜູ້ໜ້າສົງສານຕົກໃຈຫຼາຍທີ່ພຣະຄຣິດສາມາດບັນດານໃຫ້ນ້ອງຊາຍຂອງລາວ(ລາຊາຣັດ)ຟື້ນຈາກຄວາມຕາຍໄດ້ ແຕ່ພຣະອົງຊົງກ່າວເຮັດໃຫ້ ລາວແປກໃຈຫຼາຍຂື້ນວ່າ “ຜູ້ໃດທີ່ມີຊີວິດ ແລະເຊື່ອໃນເຮົາຈະບໍ່ຕາຍເລີຍ ເຈົ້າເຊື່ອແບບນີ້ບໍ?”(ໂຢຮັນ 11:26) ນີ້ຄືໜຶ່ງໃນສິ່ງຕ່າງໆທີ່ພວກເຮົາຕ້ອງ ເຊື່ອວ່າ ເມື່ອພວກເຮົາໄດ້ຮັບຊີວິດຝ່າຍວິນຍານແລ້ວມັນກໍເປັນອັນໜຶ່ງດຽວ ກັນກັບພຣະຄຣິດ ແລະດັ່ງນັ້ນຈື່ງບໍ່ສາມາດຕາຍໄດ້(ສະເປີໂຈນເຫຼັ້ມດຽວ ກັນໜ້າ 214)

ແມ່ນແລ້ວ! “ບໍ່ມີວັນຕາຍ”ພວກເຮົາປະຕິເສດຄໍາເວົ້າຂອງຟິນນີ່ກ່ຽວກັບຄົນເຫຼົ່ານັ້ນ ທີ່ບັງເກີດໃໝ່, ຟິນນີ່ເວົ້າວ່າ “ພວກເຂົາໄດ້ຖືກບອກຢ່າງຈະແຈ້ງວ່າຄວາມລອດຂອງພວກ ເຂົານັ້ນມີເງື່ອນໄຂຕາມການຮັກສາຄວາມບໍລິສຸດຂອງພວກເຂົາຕັ້ງແຕ່ຕົນຈົນສຸດ, ພວກ ເຂົາຖືກຮຽກຮ້ອງ...ເພື່ອຢໍາເກງ...ຢ້ານວ່າພວກເຂົາຈະເປັນຄົນຫຼົງຫາຍ”( Charles G. Finney, Finney’s Systematic Theology, Bethany House Publishers, 1994 reprint of 1878 edition, p. 546)ແມ່ນແລ້ວ, ຟິນນີ່ເວົ້າຄົນທີ່ລອດແລ້ວສາມາດສູນເສຍຄວາມລອດຂອງເຂົາ ໄດ້! ຄວາມຈິງແລ້ວຟິນນີ່ບອກວ່່າຄຣິສຕຽນສາມາດຕົກຈາກສະຫວັນ ແລະສູນເສຍຄວາມ ລອດຂອງເຂົາໄດ້ຫຼັງຈາກທີ່ເຂົາຕາຍ! ນີ້ຄືຄວາມຈິງທີ່ອ້າງອີງມາຈາກປື້ມສາສະໜາສາດ ຂອງຟິນນີ່ “ພວກສິດທິຊົນໃນສະຫວັນໂດຍທໍາມະຊາດສາມາດປະຖີ້ມຄວາມເຊື່ອ, ລົ້ມລົງ ແລະຫຼົງຫາຍໄດ້”( C. G. Finney ເຫຼັ້ມດຽວກັນໜ້າ 508) ແມ່ນແລ້ວ ຟິນນີ່ກ່າວວ່າຄຣິສ ຕຽນເຮົາສາມາດລົ້ມລົງຈາກສະຫວັນ ແລະຫຼົງຫາຍໄດ້!

ນີ້ຄືເພເລກຽນນອກຮີດ, ພວກເຮົາປະຕິເສດມັນ! ຄົນທີ່ເຄີຍລອດແລ້ວບໍ່ສາມາດ ເປັນ “ຄົນທີ່ບໍລອດ”ໄດ້, ຄົນທີ່ໄດ້ບັງເກີດໃໝ່ແລ້ວບໍ່ສາມາດເປັນຄົນ “ບໍ່ບັງເກີດໃໝ່”ໄດ້

“ເຖິງແມ່ນວ່າເມື່ອເຮົາຕາຍໄປແລ້ວໃນການບາບ ພຣະອົງຍັງຊົງກະທຳໃຫ້ເຮົາມີຊີວິດຢູ່ກັບພຣະຄຣິດ”(ເອເຟໂຊ 2:5)

ສະເປີໂຈນກ່່າວວ່າ: “ການທີ່ຄົນໜຶ່ງໄດ້ຮັບຊີວິດທີ່ມາຈາກພຣະເຈົ້າແລ້ວເຂົາຈະບໍ່ມີວັນສູນ ເສຍມັນໄປໄດ້, ພຣະເຈົ້າ...ບໍ່ໄດ້ມອບຊີວິດໃຫ້ເຮົາພ້ອມກັບຊີວິດພາຍໃນ ແລ້ວກໍປ່ອຍໃຫ້ ພວກເຮົາຈິບຫາຍ...ພຣະອົງບໍ່ໄດ້ຊ່ວຍໃຫ້ລອດມື້ນີ້ ແລ້ວທໍາລາຍມັນມື້ອື່ນ...ຂໍພຣະກຽດຈົ່ງ ມີແດ່ພຣະເຈົ້າ,ແລ້ວພວກທ່ານທີ່ມີຊິວິດຢູ່ໂດຍຄວາມເຊື່ອໃນພຣະຄຣິດຈະມີຊີວິດອໍາມະຕະ ຈົ່ງຊື່ນຊົມຍິນດີໃນມັນ ແລະຈົ່ງສັນລະເສີນພຣະເຈົ້າ!” (ສະເປີໂຈນ ເຫຼັ້ມດຽວກັນໜ້າ 215) ແຕ່ຍັງມີອີກປະເດັ່ນໜຶ່ງ, ພວກເຮົາໄດ້ຕາຍແລ້ວ, ພວກເຮົາຖືກເຮັດໃຫ້ມີຊີວິດອີກ ແຕ່

III. ສາມ ພວກເຮົາໄດ້ຟື້ນຂຶ້ນ.

ຂໍເຊີນຢືນຂຶ້ນອ່ານຂໍ້ຫ້າຂໍ້ຫົກດັງໆ:

“ເຖິງແມ່ນວ່າເມື່ອເຮົາຕາຍໄປແລ້ວໃນການບາບ ພຣະອົງຍັງຊົງກະທຳໃຫ້ເຮົາມີຊີວິດຢູ່ກັບພຣະຄຣິດ (ຊຶ່ງທ່ານທັງຫຼາຍລອດນັ້ນກໍລອດໂດຍພຣະ ຄຸນ) ແລະພຣະອົງຊົງໃຫ້ເຮົາເປັນຂຶ້ນມາກັບພຣະອົງ ແລະຊົງໂຜດໃຫ້ເຮົານັ່ງໃນສະຫວັນສະຖານກັບພຣະອົງໃນພຣະເຢຊູຄຣິດ”(ເອເຟໂຊ 2:4-6)

ຂໍເຊີນນັ່ງລົງໄດ້.

ມີຄົນຖາມຂ້າພະເຈົ້າວ່າ “ຂ້ອຍຈະມາຫາພຣະຄຣິດໄດ້ແນວໃດ?” ພວກເຂົາສັບສົນ ເພາະພວກເຂົາຮູ້ບ່ອນທີ່ພຣະຄຣິດຢູ່-ຊົງຢູ່ໃນສະຫວັນຊັ້ນທີ່ສາມ(2 ໂກຣິນໂທ 12:2)ພວກ ເຂົາຮູ້ດີວ່າພຣະຄຣິດຢູ່ທີ່ນັ້ນ,ເທິງຊັ້ນບັນຍາກາດ, ເໜືອດວງດາວຕ່າງໆແຫ່ງກາແລັກຊີ,ໃນ ທີ່ນັ້ນຊື່ງພຣະອົງຊົງເອີ້ນວ່າ “ເມືອງສຸກກະເສີມ”(ລູກາ 23:43) ພວກເຂົາໄດ້ອ່ານໃນພຣະ ຄໍາພີແລ້ວວ່າພຣະຄຣິດຊົງຢູ່ທີ່ນັ້ນ, ນັ່ງທີ່ພຣະຫັດເບື້ອງຂວາຂອງພຣະເຈົ້າ, “ແລ້ວຂ້ອຍ ຈະຂຶ້ນໄປບ່ອນນັ້ນໄດ້ແນວໃດ?” ພວກເຂົາຖາມວ່າ “ຂ້ອຍຈະສາມາດມາຫາພຣະຄຣິດຢູ່ ເທິງພຸ້ນ-ໃນໂລກອື່ນໄດ້ແນວໃດ?”

ແນ່ນອນຄໍາຕອບຄວນຈະແຈ່ມແຈ້ງ, ທ່ານສາມາດໄປເຖິງບ່ອນນັ້ນດ້ວຍຕົວຂອງ ທ່ານເອງ ແຕ່ “ການຕັດສິນໃຈນິຍົມ”ໄດ້ເຮັດໃຫ້ຫຼາຍຄົນຕາບອດ, ພວກເຂົາຄິດວ່າພວກ ເຂົາສາມາດມາເຖິງພຣະຄຣິດໄດ້ໂດຍການມອບຕົວຂອງເຂົາເອງ! ນັ້ນແຫຼະທີ່ວ່າເປັນຫຍັງ ພວກເຂົາຈື່ງສະດຸດເມື່ອພວກເຂົາອ່ານໂຢຮັນ 6:44

“ບໍ່ມີຜູ້ໃດມາເຖິງເຮົາໄດ້ນອກຈາກພຣະບິດາຜູ້ຊົງໃຊ້ເຮົາມາຈະຊົງຊັກນໍາໃຫ້ ເຂົາມາ ແລະເຮົາຈະໃຫ້ຜູ້ນັ້ນຟື້ນຂຶ້ນມາໃນວັນສຸດທ້າຍ”(ໂຢຮັນ 6:44)

ພວກເຂົາບໍ່ມີບັນຫາໃນການເຊື່ອວ່າພຣະເຈົ້າຈະຊົງຊັກນໍາພວກເຂົາເຂົ້າມາຫາພຣະຄຣິດໃນອາກາດຕອນການຮັບຂື້ນ(ເບິ່ງ 1 ເທສະໂລນິກາ 4:16-17; 1 ໂກຣິນໂທ 15:51-53) ແຕ່ພວກເຂົາມີບັນຫາຫຼາຍໃນການເຊື່ອສິ່ງດຽວກັນເມື່ອມາເວົ້າເຖິງຄວາມລອດ! ແຕ່ທັງ ສອງສິ່ງກໍຢູ່ຫັ້ນສໍາລັບໃຫ້ທຸກຄົນອ່ານໃນໂຢຮັນ 6:44

“ບໍ່ມີຜູ້ໃດມາເຖິງເຮົາໄດ້ນອກຈາກພຣະບິດາຜູ້ຊົງໃຊ້ເຮົາມາຈະຊົງຊັກນໍາໃຫ້ ເຂົາມາ ແລະເຮົາຈະໃຫ້ຜູ້ນັ້ນຟື້ນຂຶ້ນມາໃນວັນສຸດທ້າຍ”(ໂຢຮັນ 6:44)

ລິດອໍານາດອັນຍິ່ງໃຫຍ່ດຽວກັນຂອງພຣະເຈົ້າເຊິ່ງຈະຊັກນໍາພວກຄຣິສຕຽນຂື້ນໄປພົບກັບພຣະຄຣິດໃນອາກາດ, ດຽວນີ້ຈະຕ້ອງຊັກນໍາທ່ານຂື້ນໄປຫາພຣະຄຣິິດທີ່ພຣະຫັດ ເບື້ອງຂວາຂອງພຣະເຈົ້າ! ຄືພຣະເຈົ້າທີ່ຊັກນໍາຄົນບາບໃຫ້ມາຫາພຣະຄຣິດ-ບໍ່ແມ່ນຄົນບາບ ເອງ-ແຕ່ເປັນພຣະເຈົ້າ, “ບໍ່ມີຜູ້ໃດມາເຖິງເຮົາໄດ້ນອກຈາກພຣະບິດາຜູ້ຊົງໃຊ້ເຮົາມາຈະຊົງ ຊັກນໍາໃຫ້ເຂົາມາ...” ກໍເປັນຄືການຮັບຂື້ນ-ມີພຽງມັນເກີດຂຶ້ນດຽວນີ້-ເມື່ອທ່ານມາຫາພຣະ ຄຣິດ! ແລ້ວໃນວິນາທີທີ່ອັດສະຈັນນັ້ນ ເອເຟໂຊ 2:6 ເກີດຂື້ນ! ເຊີນເບິ່ງ! ຂໍເຊີນຢືນຂື້ນ ແລ້ວອ່ານດັງໆ!

“ແລະພຣະອົງຊົງໃຫ້ເຮົາເປັນຂຶ້ນມາກັບພຣະອົງ ແລະຊົງໂຜດໃຫ້ເຮົານັ່ງໃນສະຫວັນສະຖານກັບພຣະອົງໃນພຣະເຢຊູຄຣິດ”(ເອເຟໂຊ 2:6)

ເຊີນນັ່ງລົງໄດ້.

ດຣ.ເຮັນດຣິກເຊັນເວົ້າເຖິງຂໍ້ນີ້ວ່າ “ພວກເຮົາເອງຖືກ...ເຮັດໃຫ້ມີຊີວິດ,ຟື້ນຂື້ນ ແລະນັ່ງໃນສະຫວັນສະຖານ”( William Hendriksen, Ph.D., New Testament Commentary, Baker Book House, 1981 reprint, p. 118; note on Ephesians 2:) The Reformation Study Bible ໄດ້ກ່າວແບບນີ້ວ່າ:

...ເຮັດໃຫ້ເຮົາມີຊີວິດ...ບັນດານໃຫ້ເຮົາຟື້ນຂຶ້ນ...ໃຫ້ເຮົານັ່ງ. ມີເຫດການ ຕ່າງໆໃນປະຫວັດໃນຊີວິດຂອງພຣະຄຣິດ, ການຟື້ນຄືນຈາກຕາຍຂອງ ພຣະອົງ ແລ້ວຖືກຕັ້ງໃຫ້ຢູ່ທີ່ພຣະຫັດເບື້ອງຂວາຂອງພຣະເຈົ້າ, ແຕ່ໂປໂລ ຍັງໄດ້ປະຍຸດມັນໃຊ້ຕໍ່ສີ່ງທີ່ເກີດຂຶ້ນກັບພວກຄົນທີ່ເຊື່ອ, ໂປໂລສອນເລື່ອງ ຄວາມເປັນໜຶ່ງດຽວກັນລະຫວ່າງພຣະຄຣິດກັບຄົນທີ່ມາຫາພຣະອົງ...ດັ່ງ ນັ້ນສິ່ງທີ່ຖືກເວົ້າເຖິງຜູ້ໄຖ່ກໍສາມາດເວົ້າເຖິງເລື່ອງການໄຖ່ໄດ້ເຊັ່ນກັນ(The Reformation Study Bible, Ligonier Ministries, 2005, p. 1706; note on Ephesians 2:5, 6).

ການມາຫາພຣະຄຣິດໄດ້ຖືກເຮັດໃຫ້ເປັນໄປໄດ້ໂດຍພຣະຄຸນ ແລະລິດເດດຂອງພຣະເຈົ້າທີ່ ຊັກນໍາຈິດວິນຍານຕ່າງໆຂອງພວກເຮົາຂື້ນມາຫາພຣະຄຣິດເມື່ອພວກເຮົາລອດແລ້ວ!

ແລ້ວທ່ານຈະຕ້ອງເຮັດຫຍັງແດ່ຖ້າທ່ານຍັງບໍ່ລອດເທື່ອ? ພຣະເຢຊູຊົງກ່າວວ່າ “ຈົ່ງພຽນເຂົ້າໄປ”(ລູກາ 13:24)ຈົ່ງອ່ານຄໍາເທດສະໜານີ້ໄປມາ, “ຈົ່ງພຽນ”ດ້ວຍຕົວຕົນທັງ ໝົດຂອງທ່ານ “ເພື່ອເຂົ້າໄປ” “ຈົ່ງເຄາະແລ້ວຈະເປີດໃຫ້ແກ່ທ່ານ”(ລູກາ 11:9) ພາສາ ກຣີກບອກເຮົາໃຫ້ “ສືບຕໍ່ການເຄາະ,ສືບຕໍ່ການອະທິຖານ” ອະທິຖານໃຫ້ຫຼາຍເທົ່າທີ່ຈະ ເປັນໄປໄດ້ເພື່ອຂໍໃຫ້ພຣະເຈົ້າປຸກທ່ານໃຫ້ຕື່ນຕໍ່ບາບຂອງທ່ານ,ສະພາບທີ່ຫຼົງຫາຍຂອງທ່ານ ອະທິຖານຂໍໃຫ້ພຣະອົງໃຫ້ຈິດວິນຍານຂອງທ່ານມີຊີວິດ,ເຮັດໃຫ້ທ່ານມີຊີວິດ ແລະຊັກນໍາ ທ່ານໃຫ້ມາຫາພຣະຄຣິດ, ຈົ່ງຄິດເຖິງຄວາມເປັນຕາຢ້ານຂອງນາລົກ ແລະການບໍ່ມີພຣະ ຄຣິດເປັນນິດນິລັນ, “ຈົ່ງພຽນເຂົ້າໄປ”ແລະພຣະເຈົ້າຈະຊົງ “ໃຫ້ທ່ານມີຊີວິດຢູ່ກັບພຣະ ຄຣິດ”...ແລະບັນດານໃຫ້ທ່ານຂື້ນໄປສູ່ “ສະຫວັນສະຖານໃນພຣະເຢຊູຄຣິດ” ຂໍໃຫ້ຊ່ວງເວ ລາແຫ່ງຄວາມຍິນດີນັ້ນມາເຖິງທ່ານໄວໆ! ຂໍໃຫ້ທ່ານຖືກເຮັດໃຫ້ມີຊີວິດໃນບໍ່ຊ້າ-ຊັກນໍາຂື້ນ ມາເຖິງ “ສະຫວັນສະຖານໃນພຣະເຢຊູຄຣິດ” ຂໍໃຫ້ທ່ານທີ່ຕາຍແລ້ວໃນການບາບຈົ່ງປະສົບກັບການຟື້ນຄືນຈາກຕາຍດຽວນີ້! ຂໍໃຫ້ທ່ານບັງເກີດໃໝ່ອີກໂດຍລິດເດດຂອງພຣະເຈົ້າໃນພຣະຄຣິດ! ເອແມນ.

“ແຕ່ພຣະເຈົ້າ ຜູ້ຊົງປ່ຽມດ້ວຍພຣະກະລຸນາ ເພາະເຫດຄວາມຮັກອັນໃຫຍ່ຫຼວງ ຊື່ງພຣະອົງຊົງຮັກເຮົານັ້ນ ເຖິງແມ່ນວ່າເມື່ອເຮົາຕາຍໄປແລ້ວໃນການບາບ ພຣະອົງຍັງຊົງກະທຳໃຫ້ເຮົາມີຊີວິດຢູ່ກັບພຣະຄຣິດ (ຊຶ່ງທ່ານທັງຫຼາຍລອດນັ້ນກໍລອດໂດຍພຣະຄຸນ) ແລະພຣະອົງຊົງໃຫ້ເຮົາເປັນຂຶ້ນມາກັບພຣະອົງ ແລະຊົງໂຜດໃຫ້ເຮົານັ່ງໃນສະຫວັນສະຖານກັບພຣະອົງໃນພຣະເຢຊູຄຣິດ”(ເອເຟໂຊ 2:4-6)


ອ່ານພຣະຄໍາພີກ່ອນຄໍາເທດສະໜາ: ເອເຟໂຊ 2:1-7.
ບັນເລງເພງກ່ອນຄໍາເທດສະໜາ:
“Come, Ye Sinners” (by Joseph Hart, 1712-1768;
to the tune of “Yes, I Know” by Anna W. Waterman, 1920).

ໂຄງຮ່າງບົດເທດສະໜາ

ການຟື້ນຄືນຈາກຕາຍດຽວນີ້!

RESURRECTION NOW!

ໂດຍ ດຣ.ອາ.ແອວ.ໄຮເມີ ຈູເນຍ

“ແຕ່ພຣະເຈົ້າຜູ້ຊົງເຕັມດ້ວຍພຣະກະລຸນາ ເພາະເຫດຄວາມຮັກອັນ ໃຫຍ່ຫລວງ ຊື່ງພຣະອົງຊົງຮັກເຮົານັ້ນ ເຖິງແມ່ນວ່າເຮົາຕາຍໄປແລ້ວ ໃນການບາບ ພຣະອົງຍັງຊົງກະທໍາໃຫ້ເຮົາມີຊີວິດຢູ່ກັບພຣະຄຣິດ (ຊື່ງທ່ານທັງຫຼາຍລອດນັ້ນກໍລອດໂດຍພຣະຄຸນ ແລະພຣະອົງຊົງໃຫ້ ເຮົາເປັນຂື້ນມາກັບພຣະອົງ ແລະຊົງໂຜດໃຫ້ເຮົານັ່ງໃນສະຫວັນສະ ຖານກັບພຣະອົງໃນພຣະເຢຊູຄຣິດ”(ເອເຟໂຊ 2:4-6)

(ເອເຟໂຊ 2:1)

I.   ໜຶ່ງ ພວກເຮົາຕາຍແລ້ວ. ເອເຟໂຊ 2:1; ປະຖົມມະການ 6:5; ໂຢບ 14:4;
15:14; ເພງສັນລະເສີນ 51:5; 58:3; ປັນຍາຈານ 9:3; ເຢເຣມີຢາ
17:9; ເອເຟໂຊ 2:1,3; ໂກໂລຊາຍ 2:13; 2:1,5; ກິດຈະການ 1:3;
2 ຕີໂມທຽວ 3:7; ຢູດາ 13.

II.  ສອງ ພວກເຮົາຖືກເຮັດໃຫ້ມີຊີວິດ. ເອເຟໂຊ 2:4-5;ປະຖົມມະການ 6:7,8
ອົບພະຍົບ 6:6-7; ພວກຜູ້ປົກຄອງ 6:6,11,16; 17:15; ກຈ 10:40
ກິດຈະການ 5:18, 19,20; ໂຢຮັນ 11:26.

III. ສາມ ພວກເຮົາໄດ້ຟື້ນຂຶ້ນ. ເອເຟໂຊ 2:5-6; 2 ໂກຣິນໂທ 12:2; ລູກາ
23:43; ໂຢຮັນ 6:44; 1 ເທສະໂລນິກາ 4:16-17; 1 ໂກຣິນໂທ
15:51-53; ລູກາ 13:24; 11:9.