Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການໝີ່ນປະໝາດພຣະວິນຍານບໍລິສຸດ

BLASPHEMY AGAINST THE HOLY SPIRIT
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 18/1/2015
A sermon preached at the Baptist Tabernacle of Los Angeles
Lord’s Day Evening, January 18, 2015

“ເພາະສະນັ້ນ ເຮົາບອກທ່ານທັງຫລາຍວ່າ ຄວາມຜິດບາບແລະຄຳໝິ່ນປະມາດທຸກຢ່າງຈະໂຜດຍົກໃຫ້ມະນຸດໄດ້ ເວັ້ນແຕ່ຄຳໝິ່ນປະມາດພຣະວິນຍານບໍລິສຸດຈະຊົງໂຜດຍົກໃຫ້ມະນຸດບໍ່ໄດ້ ຜູ້ໃດຈະກ່າວຮ້າຍບຸດມະນຸດຈະໂຜດຍົກໃຫ້ຜູ້ນັ້ນໄດ້ ແຕ່ຜູ້ໃດຈະກ່າວຮ້າຍພຣະວິນຍານບໍລິສຸດ ຈະຊົງໂຜດຍົກໃຫ້ຜູ້ນັ້ນບໍ່ໄດ້ທັງໂລກນີ້ໂລກໜ້າ”(ມັດທາຍ 12:31-32)


ມື້ເຊົ້ານີ້ຂ້າພະເຈົ້າໄດ້ເທດສະໜາຢ່າງໜັກແໜ້ນໃນເລື່ອງ“ເປັນຫຍັງປະເທດອາເມລິກາຈື່ງບໍ່ຢູ່ໃນຄໍາທໍານາຍຂອງພຣະຄໍາພີ” ຂໍ້ພຣະຄໍາພີຂອງຂ້າພະເຈົ້າແມ່ນມາຈາກອາໂມດ 8:2 “ແລ້ວພຣະເຈົ້າຕັດກັບຂ້າພະເຈົ້າວ່າ ວັນສິ້ນສຸດມາເຖິງອິດສະຣາເອນ ປະຊາຊົນຂອງເຮົາ ແລ້ວ ເຮົາຈະບໍ່ຜ່ານເຂົາໄປອີກເລີຍ” “ເຮົາຈະບໍ່ຜ່ານເຂົາໄປອີກເລີຍ” ອັນນັ້ນແລະແມ່ນຂໍ້ ພຣະຄໍາພີຂອງຂ້າພະເຈົ້າ,ເມື່ອພຣະເຈົ້າບໍ່ມີພຣະຄຸນຕໍ່ທ່ານອີກຕໍ່ໄປ, ບໍ່ມີຫຍັງລໍຖ້ານອກ ຈາກການພິພາກສາ, ມັນສາມາດເກີດຂື້ນກັບຄົນໜື່ງໄດ້ ແລະມັນສາມາດເກີດຂື້ນກັບຊົນ ຊາດໜື່ງໄດ້,“ເຮົາຈະບໍ່ຜ່ານເຂົາໄປອີກເລີຍ”ເມື່ອເຫດການນັ້ນເກີດຂື້ນກັບຊົນຊາດໜື່ງມັນກໍຖືກປະທານຕາມການເຮັດຊົ່ວ,ເມື່ອເຫດການນັ້ນເກີດຂື້ນກັບຄົນຜູ້ໜື່ງເຂົາກໍຖືກປະທານໃຫ້ຕາມໃຈທີ່ຊົ່ວຂອງເຂົາ, ຄວາມຄິດຂອງເຂົາຈະບໍ່ຢູ່ໃນພຣະຄໍາຂອງພຣະເຈົ້າອີກຕໍ່ໄປ, ໃຈ ຂອງເຂົາຈະບໍ່ຖືກພຣະວິນຍານບໍລິສຸດແຕະຕ້ອງອີກຕໍ່ໄປ - ພຣະຄໍາພີກ່າວວ່າ“ພຣະເຈົ້າ ຈື່ງປ່ອຍໃຫ້ເຂົາມີໃຈຊົ່ວຊ້າ”(ໂລມ 1:28)ອະໂດຄິໂມສໂນອັສ(ບໍ່ມີຄ່າ,ປະຕິເສດ,ຈິດໃຈທີ່ ຫາຍະນະ) ນັ້ນແລະຄືຄວາມບາບທີ່ໃຫ້ອະໄພບໍ່ໄດ້! ອັນນັ້ນແລະຄືຄວາມບາບທີ່ນໍາໄປສູ່ ຄວາມຕາຍ.

ຂ້າພະເຈົ້າຢືນຢູ່ໃນສະຖານທີ່ສັກສິດຂອງຄຣິສຕະຈັກທຣິນິຕີ້ເມໂຕດິສຢູ່ຖະໜົນ ຟລາວເວີໃນເມືອງລອສແອງເຈີລິສ, ນີ້ແມ່ນຄຣິສຕະຈັກທີ່“ບັອບນັກສູ້”ຊູເລີເປັນສິດຍາພິ ບານ,ບ່ອນທີ່ລາວຢືນຢັນຢ່າງເອົາຈິງເອົາຈັງເພື່ອຄວາມເຊື່ອ,ບ່ອນທີ່ຂ່າວປະເສີດຂອງພຣະຄຣິດຖືກເທດອອກໄປເປັນເວລາຫຼາຍທົດສະວັດຈາກທໍາມາດແລະຈາກວິທະຍຸ, ຂ້າພະເຈົ້າ ຢືນຢູ່ໃນສະຖານທີ່ສັກສິດທີ່ຄັ້ງໜື່ງເຄີຍເປັນຄຣິສຕະຈັກທີ່ຍິ່ງໃຫຍ່ໃນຂະນະທີ່ໝາກບານ ໃຫຍ່ກໍາລັງທຸບທໍາລາຍຢ່າງໜັກໜື່ງໃນຝາພວກນັ້ນ,ແລະຕຶກກໍພັງລົງມາຢູ່ອ້ອມຮອບຂ້າພະ ເຈົ້າ, ບໍ່ມີໃຜສົນໃຈ, ບໍ່ມີນໍ້າຕາຈັກຢອດ, ລູກຊາຍຂອງບັອບຊູເລີອາໄສຢູ່ບໍ່ໄກປານໃດ ຈາກຕຶກນັ້ນ,ມັນເປັນຄຣິສຕະຈັກໃນໄວນ້ອຍຂອງລາວ,ແຕ່ລາວບໍ່ໄດ້ຢູ່ຫັ້ນໃນມື້ທີ່ເຂົາດຸດ ທໍາລາຍຕຶກນັ້ນ, ລາວບໍ່ສົນຫຍັງ, ແລະຄົນອື່ນກໍບໍ່ສົນໃຈຄືກັນ, “ເຮົາຈະບໍ່ຜ່ານເຂົາໄປ ອີກເລີຍ”

ຈາກຕຶກນີ້ລົງໄປຕາມຖະໜົນມີຄຣິສຕະຈັກໃຫຍ່ແຫ່ງປະຕູທີ່ເປີດໄວ້ຕັ້ງຢູ່ຖະໜົນ ຊາວໂຮບ 550, ສິດຍາພິບານຜູ້ກໍ່ຕັ້ງຄືດຣ.ອາ.ເອ.ທໍຣີ່, ໃນຊ່ວງໄວໜຸ່ມຂອງຂ້າພະເຈົ້າ ສິດຍາພິບານຊື່ງເປັນຄູສອນພຣະຄໍາພີທາງວິທະຍຸທີ່ມີຊື່ສຽງ ດຣ.ເຈ.ເວີນັນແມັກກີ້ (1904-1988),ນັ່ງໄດ້ຫ້າພັນຄົນ, ພວກເຂົາຂາຍມັນໃນລາຄາ 27 ລ້ານໂລາ,ພວກເຂົາຄິດວ່າມັນ ຫຼາຍ,ປະມານສິບປີຕໍ່ມາມັນຖືກຂາຍໃນລາຄາ 227 ລ້ານໂດລາ, ພວກຜູ້ເຖົ້າເປັນພວກທີ່ ມີຄວາມຄິດນ້ອຍໆ, ມືຂອງເຂົາສັ່ນ, ໃບໜ້າຂອງເຂົາຊີດໄປດ້ວຍຄວາມຢ້ານ, ພວກເຂົາ ຄິດວ່າ“ພວກເຮົາຈະສູນເສຍບາງສິ່ງບາງຢ່າງຖ້າຫາກເຮົາຢູ່” ແລະດັ່ງນັ້ນຈາກຄວາມຢ້ານ ແລະການຂາດຄວາມເຊື່ອໃນພຣະເຈົ້າພວກເຂົາຈື່ງສູນເສຍ 200 ລ້ານໂດລາ! ຄຣິສຕະ ຈັກອື່ນຄິດເຖິງເລື່ອງການຊື້ຕຶກນັ້ນ,ແຕ່ພວກຜູ້ຊ່ວຍມີຄວາມຄິດນ້ອຍເກີນໄປແລະຢ້ານ,ດັ່ງ ນັ້ນພວກເຂົາກໍເຊັ່ນດຽວກັນສູນເສຍຕຶກທີ່ພວກເຂົາຄວນມີ - ຊື່ງພວກເຂົາສາມາດມີໄດ້ໃນ ລາຄາ 27 ລ້ານໂດລາ, ພວກເຂົາກໍເຊັ່ນກັນສູນເສຍ 200 ລ້ານໂດລາ, ຢູ່ໃຈກາງເມືອງ ລອສແອງເຈີລິສກາຍເປັນຮູດໍາປາສະຈາກການເປັນພະຍານເພື່ອພຣະເຈົ້າຫຼືພຣະຄຣິດ“ເຮົາຈະບໍ່ຜ່ານເຂົາໄປອີກເລີຍ”

ຈາກນັ້ນພຣະເຈົ້າກໍວາງພວກເຮົາລົງໃນຕຶກນີ້ຢູ່ຖະໜົນໂຮບ- ຫ່າງຈາກຄຣິສຕະ ຈັກຂອງບັອບຊູເລີສາມຮ່ອມແລະຫ່າງຈາກຄຣິສຕະຈັກຂອງດຣ.ແມັກກີ້ແປດຮ່ອມ - ໃນ ໃຈກາງເມືອງລອສແອງເຈີລິສ, ພວກເຮົາເຊັ່ນກັນມີຜູ້ນໍາຫຼາຍຄົນທີ່ເສື່ອມຊາມຊື່ງມີຄວາມ ຄິດນ້ອຍໆແລະມີຈິດໃຈຂີ້ຢ້ານ, ພວກເຂົາອອກໄປພ້ອມດ້ວຍພາ 300 ຄົນອອກໄປນໍາ ເຂົາ, ແຕ່ທັງຊາຍແລະຍິງທີ່ມີໃຈໃຫຍ່ແລະບໍ່ຢ້ານໄດ້ຊ່ວຍຕຶກນີ້ໄວ້ແລ້ວຈ່າຍຄ່າຕຶກນີ້,ຕອນ ນີ້ຂ່າວປະເສີດໄດ້ອອກໄປຈາກຕຶກຄຣິສຕະຈັກນີ້ - ໄປສູ່ສີ່ມຸມໂລກໃນ 29 ພາສາແລ້ວ.

ແຕ່ໃນຄໍ່າຄືນນີ້ຂ້າພະເຈົ້າຂໍເວົ້າກັບພວກທ່ານທີ່ເປັນຄົນໜຸ່ມ,ວ່າທ່ານໃຫຍ່ພໍຫຼືເຂັ້ມແຂງພໍແລະຢູ່ຝ່າຍວິນຍານພໍບໍທີ່ຈະດໍາເນີນການຕໍ່ໄປເມື່ອພວກເຮົາຕາຍໄປແລ້ວບໍ?ຫຼືພຣະ ເຈົ້າຈະເວົ້າວ່າ“ເຮົາຈະບໍ່ຜ່ານເຂົາໄປອີກເລີຍ”? ຖ້າເລື່ອງນັ້ນເກີດຂື້ນໃນຄຣິສຕະຈັກນີ້ເຊັ່ນ ກັນກໍເພາະການເຮັດບາບທີ່ນໍາໄປສູ່ຄວາມຕາຍແລະພຣະເຈົ້າກໍຈະກ່າວວ່າ“ເຮົາຈະບໍ່ຜ່ານ ເຂົາໄປອີກເລີຍ”ຢ່າໄປຖືເບົາເດັດຂາດ! ຢ່າຄິດວ່າມັນຈະບໍ່ເກີດຂື້ນ! ຄຣິສຕະຈັກທັງເຈັດ ແຫ່ງໃນສາມບົດທໍາອິດຂອງໜັງສືພະນິມິດບໍ່ມີອີກແລ້ວ, ບໍ່ມີເຄື່ອງໝາຍຫຼືພະຍານຫຼັກຖານ ຫຼືຮ່ອງຮອຍ ຫຼືສີລະປະວັດຖຸທີ່ຫຼົງເຫຼືອປະໄວ້ຢູ່ໃນຄຣິສຕະຈັກແຫ່ງໃດເລີຍ,ພວກເຮົາຈະບໍ່ ມີມື້ຮູ້ຈັກວ່າພວກເຂົາເຄີຍມີຕົວຕົນຢູ່ຖ້າຫາກຊື່ຂອງເຂົາແລະບັນທຶກເລື່ອງລາວເຫຼົ່ານັ້ນບໍ່ໄດ້ຈົດໄວ້ໃນສາມບົດທໍາອິດຂອງໜັງສືພະນິມິດ, ຈະມີເຄື່ອງໝາຍໃດບໍ ຫຼືພະຍານຫຼັກຖານ ຫຼືຮ່ອງຮອຍທີ່ສະແດງເຖິງການມີຕົວຕົນຢູ່ຂອງຄຣິສຕະຈັກຂອງພວກເຮົາໃນອີກຫ້າສິບປີ ຫຼັງຈາກນີ້ບໍ? ຫຼືພຣະເຈົ້າຈະເວົ້າດົນນານກ່ອນໜ້ານັ້ນວ່າ“ເຮົາຈະບໍ່ຜ່ານເຂົາໄປອີກເລີຍ”? ນັ້ນແລະຄືເຫດຜົນວ່າພວກທ່ານຈະຕ້ອງເອົາຈິງເອົາຈັງກ່ຽວກັບການອະທິຖານເພື່ອການຟື້ນຟູ! ສໍາຫຼັບພວກເຮົາການຟື້ນຟູຄືການເອົາໂຕລອດ,ເພາະຖ້າບໍ່ມີການຟື້ນຟູພວກເຮົາກໍຈະບໍ່ ລອດໃນຖານະເປັນຄຣິສຕະຈັກອັນໜື່ງແລະໃນຖານະເປັນພະຍານຄົນໜື່ງ,ເປັນຫຍັງຈື່ງໄປໃນເມືອງໃນເມື່ອມີຄຣິສຕະຈັກພຽງແຫ່ງດຽວຢູ່ຮ່ອມຖັດໄປ? ຖ້າຄຣິສຕະຈັກສູນເສຍການມີ ຊີວິດຊີວາຂອງມັນ(ແລະບໍ່ມີການຟື້ນຟູຫຍັງເລີຍ)ຈາກນັ້ນກໍຈະບໍ່ມີຫຍັງພິເສດທີ່ຈະດຶງດູດຜູ້ຄົນ...ແລະມັນກໍຈະເລີ່ມຕາຍ.

ການຟື້ນຟູຂື້ນກັບການຈັກການທີ່ດີຫຼືບໍ່ວ່າພວກທ່ານຄົນໜຸ່ມສາວທີ່ເຮັດບາບຈົນ ເຖິງຄວາມຕາຍ, ອະນາຄົດຂອງຄຣິສຕະຈັກນີ້ວາງຢູ່ໃນມືຂອງພວກທ່ານແລ້ວ! ຖ້າພວກ ທ່ານຄົນໜຸ່ມຫຼາຍຄົນຫາກເຮັດບາບທີ່ໃຫ້ອະໄພບໍ່ໄດ້ກໍບໍ່ມີອະນາຄົດສໍາຫຼັບຕຶກແຫ່ງນີ້,ວຽກອັນນີ້ຫຼືການຮັບໃຊ້ທົ່ວໂລກອັນນີ້ກໍຈະບໍ່ມີອີກ! ຂໍພຣະເຈົ້າຊ່ວຍເຮົາແດ່.

ຕອນນີ້ຂ້າພະເຈົ້າເຊື່ອວ່າມັນເປັນເລື່ອງງ່າຍທີ່ຈະເຮັດບາບທີ່ໃຫ້ອະໄພບໍ່ໄດ້,ສິ່ງທີ່ພວກທ່ານຕ້ອງເຮັດກໍຄືນັ່ງລົງໃນຄຣິສຕະຈັກແລະລໍຖ້າ, ຢ່າສ້າງບັນຫາໃຫ້ຕົວເອງກ່ຽວກັບ ການໄດ້ຮັບຄວາມລອດ,ພຽງແຕ່ນັ່ງລົງແລະລໍຖ້າ, ໃນບໍຊ້າທ່ານກໍຈະເຮັດບາບທີ່ໃຫ້ອະໄພ ບໍ່ໄດ້ - ໃກ້ກວ່າທີ່ທ່ານຄິດ! ງ່າຍກວ່າທີ່ທ່ານຄິດ! ໃກ້ກວ່າທີ່ທ່ານຄິດວ່າເຄື່ອງໝາຍແຫ່ງ ຄວາມຕາຍເລີ່ມເຂົ້າມາ, ມີຜົມງອກໜ້ອຍດຽວ, ເສັ້ນຜົມຂອງທ່ານເລີ່ມລົ່ນລົງ, ທ່ານກໍເຫັນ ຮອຍໃນໃບໜ້າຂອງທ່ານທີ່ເມື່ອກ່ອນບໍ່ເຄີຍມີ, ພວກມັນເປັນຜູ້ສົ່ງຂ່າວແຫ່ງຄວາມຕາຍ, ຄວາມເຢັນ, ສັດຕູໜ້າຊີດຂອງຄວາມຕາຍຢູ່ຂ້າງຫຼັງທ່ານ, ພຣະຄໍາພີກ່າວວ່າ “ມີຂໍ້ກໍານົດ ສໍາຫຼັບມະນຸດໄວ້ແລ້ວວ່າຈະຕ້ອງຕາຍເທື່ອໜື່ງ ແລະຫຼັງຈາກນັ້ນກໍຈະມີການພິພາກສາ” (ເຮັບເລີ 9:27)

ໃນໂລກອາຫຣັບມີການເລົ່າເລື່ອງຂອງຄົນໃຊ້ຜູ້ໜື່ງໃນເມືອງບາສຣາ,ລາວມາຫາ ເຈົ້ານາຍຂອງລາວແລ້ວເວົ້າວ່າ“ມື້ນີ້ຂ້ອຍເຫັນເດດຢູ່ໃນຖະໜົນໃນເມືອງບາສຣາ” ເດດໄດ້ ແນມເບິ່ງຂ້ອຍ, ນາຍເອີຍຂໍໃຫ້ຂ້ອຍຢືມມ້າທີ່ໄວທີ່ສຸດຂອງເຈົ້າແດ່ເພື່ອທີ່ຂ້ອຍຈະໜີໄປ ແບັກແດດໄດ້” ເຈົ້ານາຍກໍໃຫ້ລາວຢືມມ້າທີ່ແລ່ນໄວທີ່ສຸດຂອງລາວ-ແລະຄົນໃຊ້ກໍໄປຢ່າງ ໄວວາເທົ່າທີ່ລາວຈະໄປໄດ້ສູ່ເມືອງແບັກແດດ, ມື້ຕໍ່ມາເຈົ້ານາຍກໍຍ່າງລົງມາຕາມທາງໃນ ເມືອງບາສຣາຕອນທີ່ລາວພົບເດດ, ລາວຍ່າງໄປຫາລາວແລ້ວເວົ້າວ່າ“ເດດເຈົ້າໝາຍຄວາມ ວ່າແນວໃດໂດຍການເຮັດໃຫ້ຄົນໃຊ້ຂອງຂ້ອຍຢ້ານຫຼາຍ!” ເດດຕອບວ່າ “ທ່ານຂ້ອຍບໍ່ໄດ້ ໝາຍເຖິງໃຫ້ລາວຢ້ານ, ຂ້ອຍພຽງແຕ່ຕົກໃຈທີ່ເຫັນລາວຕາມທາງໃນເມືອງບາສຣາ, ທ່ານ ເຫັນບໍມື້ອື່ນຂ້ອຍມີນັດພົບລາວຢູ່ໃນເມືອງແບັກແດດ” ມີຂໍ້ກໍານົດສໍາຫຼັບມະນຸດໄວ້ແລ້ວວ່າ ຈະຕ້ອງຕາຍເທື່ອໜື່ງ,ໃນເວລາທີ່ແນ່ນອນ,ໃນສະຖານທີ່ແນ່ນອນ,ທ່ານຈະຕາຍແນ່ນອນ, ຫຼັງຈາກນັ້ນພຣະເຈົ້າກໍຈະເວົ້າກັບທ່ານວ່າ“ເຮົາຈະບໍ່ຜ່ານເຂົາໄປອີກເລີຍ” ທ່ານຈະຕ້ອງ ເຮັດບາບທີ່ໃຫ້ອະໄພບໍ່ໄດ້ແນ່ນອນ.

“ເພາະສະນັ້ນ ເຮົາບອກທ່ານທັງຫລາຍວ່າ ຄວາມຜິດບາບແລະຄຳໝິ່ນປະມາດທຸກຢ່າງຈະໂຜດຍົກໃຫ້ມະນຸດໄດ້ ເວັ້ນແຕ່ຄຳໝິ່ນປະມາດພຣະວິນຍານບໍລິສຸດຈະຊົງໂຜດຍົກໃຫ້ມະນຸດບໍ່ໄດ້”(ມັດທາຍ 12:31)

ແມ່ນຫຍັງຄືຄວາມບາບທີ່“ຈະຊົງໂຜດຍົກໃຫ້ມະນຸດບໍ່ໄດ້”? ມັນຄືຄວາມບາບທີ່ຕໍ່ ສູ້ການເປັນພະຍານຂອງພຣະວິນຍານບໍລິສຸດຕໍ່ພຣະຄຸນທີ່ຊ່ວຍໃຫ້ລອດຂອງພຣະເຢຊູ, ເມື່ອຜູ້ຊາຍຫຼືຜູ້ຍິງຄົນໜື່ງປະຕິເສດການເປັນພະຍານຂອງພຣະວິນຍານບໍລິສຸດຊໍ້າແລ້ວຊໍ້າອີກຄົນນັ້ນກໍເຮັດບາບທີ່ໃຫ້ອະໄພບໍ່ໄດ້, ມີພຽງບາບດຽວທີ່ບໍ່ສາມາດໃຫ້ອະໄພໄດ້ກໍຄືການ ທີ່ທັງຍິງແລະຊາຍປະຕິເສດການຊົງເອີ້ນຂອງພຣະວິນຍານເພື່ອໃຫ້ວາງໃຈໃນພຣະເຢຊູ, ມັນຖືກເວົ້າເຖິງໃນໜັງສືເຮັບເລີບົດທີ່ຫົກທີ່ທ້າວພຣຸດໂຮມໄດ້ອ່ານໄປມື້ກີ້ນີ້.

ເພາະເປັນໄປບໍ່ໄດ້ເລີຍສໍາຫຼັບຄົນເຫລົ່ານັ້ນທີ່ໄດ້ຮັບຄວາມສະຫວ່າງມາເທື່ອໜຶ່ງແລ້ວ ແລະໄດ້ຮູ້ລົດຂອງປະທານຈາກສະຫວັນ ໄດ້ມີສ່ວນໃນພະວິນຍານບໍລິສຸດ ແລະໄດ້ຊິມຄວາມດີງາມແຫ່ງພຣະວັດຈະນະຂອງພຣະເຈົ້າ ແລະລິດເດດແຫ່ງຍຸກທີ່ຈະມານັ້ນ ຖ້າເຂົາເຫລົ່ານັ້ນຈະຫລົງຢູ່ຢ່າງນີ້ ກໍເຫລືອວິໄສທີ່ຈະໃຫ້ເຂົາກັບໃຈເສຍໃໝ່ອີກໄດ້ ເພາະຕົວເຂົາເອງໄດ້ຄຶງພຣະບຸດຂອງພຣະເຈົ້າເສຍອີກແລ້ວ ແລະໄດ້ເຮັດໃຫ້ພຣະອົງຂາຍໜ້າຕໍ່ທານກຳນັນ”(ເຮັບເລີ 6:4-6)

ເມື່ອສິ່ງນັ້ນເກີດຂື້ນກັບທ່ານ “ເປັນໄປບໍ່ໄດ້ເລີຍ...ທີ່ຈະໃຫ້[ທ່ານ]ກັບໃຈເສຍໃໝ່ອີກໄດ້” (ເຮັບເລີ 6:4,6) ເປັນໄປບໍ່ໄດ້ບໍ? ນັ້ນແລະຄືສິ່ງທີ່ພຣະເຈົ້າເວົ້າ“ເປັນໄປບໍ່ໄດ້ເລີຍ...ທີ່ຈະ ໃຫ້ເຂົາກັບໃຈເສຍໃໝ່ອີກໄດ້” ເປັນໄປບໍ່ໄດ້ບໍ, ມັນຄືຄວາມບາບທີ່ໃຫ້ອະໄພບໍ່ໄດ້, ແລະ ພຣະເຈົ້າຕັດວ່າ“ເຮົາຈະບໍ່ຜ່ານເຂົາໄປອີກເລີຍ”, ຈະບໍ່ໃຫ້ອະໄພເຂົາເລີຍບໍ່ວ່າໃນໂລກນີ້ຫຼື ໃນໂລກໜ້າ”(ມັດທາຍ 12:32)

ມັນເປັນເລື່ອງງ່າຍທີ່ຈະເຮັດບາບທີ່ໃຫ້ອະໄພບໍ່ໄດ້,ຫຼານຂອງຂ້າພະເຈົ້າເຄີຍຂີ່ລົດ ໄປກັບໝູ່ຂອງລາວແລ້ວຂັບລົດລົງໄປໄທຈົວນາເພື່ອໄປເບິ່ງແມ່ຈ້າງຄົນໜື່ງ,ແຕ່ລາວບໍ່ໄດ້ ຕົກນາລົກເພາະລາວເຫັນແມ່ຈ້າງຄົນໜື່ງຢູ່ໃນໄທຈົວນາ,ລາວເຄີຍຊື້ເບຍຫົກກະປ່ອງແລ້ວ ນັ່ງດື່ມມັນຢູ່ສວນຫຼັງບ້ານກັບໝູ່ຂອງລາວ, ແຕ່ລາວບໍ່ໄດ້ຕົກນາລົກເພາະລາວດື່ມເບຍຢູ່ໃນ ສວນຫຼັງບ້ານກັບໝູ່ຂອງລາວ,ລາວເຄີຍເຮັດອີກຫຼາຍສິ່ງຫຼາຍຢ່າງທີ່ຂ້າພະເຈົ້າບໍ່ໄດ້ເວົ້າເຖິງ ຢູ່ນີ້ໃນຄຣິສຕະຈັກ, ແຕ່ລາວກໍບໍ່ໄດ້ຕົກນາລົກເພາະລາວເຮັດສິ່ງເຫຼົ່ານັ້ນເຊັ່ນກັນ, ບໍ່ເລີຍ ລາວຕົກນາລົກເພາະລາວໄດ້ເຮັດບາບທີ່ໃຫ້ອະໄພບໍ່ໄດ້, ນັ້ນແລະຄືສິ່ງທີ່ພຣະເຢຊູຕັດວ່າ “ຄວາມຜິດບາບແລະຄຳໝິ່ນປະມາດທຸກຢ່າງຈະໂຜດຍົກໃຫ້ມະນຸດໄດ້ ເວັ້ນແຕ່ຄຳໝິ່ນປະມາດພຣະວິນຍານບໍລິສຸດຈະຊົງໂຜດຍົກໃຫ້ມະນຸດບໍ່ໄດ້”(ມັດທາຍ 12:31)

ຫຼານຂອງຂ້າພະເຈົ້າບອກກັບຂ້າພະເຈົ້າຕອນທີ່ລູກຂອງລາວເກີດວ່າລາວໄດ້ຄຸເຂົ່າລົງແລະອະທິຖານ, ແມ່ນລາວເອີ້ນຕົນເອງເປັນແບັບຕິດຄືກັນ,ເຖິງແມ່ນວ່າລາວບໍ່ເຄີຍໄປ ໂບດເລີຍກໍຕາມ, ຕອນທີ່ລາວບອກຂ້າພະເຈົ້າວ່າລາວອະທິຖານ,ຂ້າພະເຈົ້າກໍຂໍໃຫ້ລາວ ວາງໃຈໃນພຣະເຢຊູແລະຮັບເອົາຄວາມລອດ, ຂ້າພະເຈົ້າບໍ່ເຄີຍລືມເລີຍໃນສິ່ງທີ່ລາວເວົ້າ ລາວເວົ້າວ່າ“ໂຣເບີດເລື່ອງໃຜເລື່ອງມັນ, ເລື່ອງໃຜເລື່ອງມັນ” ລາວໝາຍຄວາມວ່າ“ອັນນັ້ນ ດີສໍາຫຼັບເຈົ້າແຕ່ບໍ່ແມ່ນສໍາຫຼັບຂ້ອຍ” ຂ້າພະເຈົ້າໄດ້ຍິນລາວເວົ້າແບບນັ້ນທຸກເທື່ອທີ່ຂ້າພະ ເຈົ້າເວົ້າເຖິງເລື່ອງພຣະເຢຊູໃຫ້ລາວຟັງ,ແລະເວລາກໍມາເຖິງຊື່ງລາວໄດ້ເຮັດບາບທີ່ໃຫ້ອະ ໄພບໍ່ໄດ້.

ຫຼັງຈາກນັ້ນລາວກໍຕາຍໄປທັນທີຕອນທີ່ອາຍຸລາວໄດ້ພຽງແຕ່ສີ່ສິບປີ, ພວກເຂົາຂໍ ຮ້ອງໃຫ້ຂ້າພະເຈົ້າຈັດພິທີສົບໃຫ້, ບໍ່ມີຜົມຫງອກຈັກເສັ້ນຢູ່ເທິງຫົວຂອງລາວ, ບໍ່ມີຮອຍ ແຫ້ວຈັກຮອຍຢູ່ເທິງໃບໜ້າຂອງລາວ, ລາວຍັງເປັນຄົນໜຸ່ມຢູ່ຕອນທີ່ລາວໄປນາລົກ, ແລະ ລາວຕົກນາລົກເພາະລາວໄດ້ເຮັດບາບທີ່ໃຫ້ອະໄພບໍ່ໄດ້,ແລະພຣະເຈົ້າຕັດກັບລາວວ່າ“ເຮົາຈະບໍ່ຜ່ານ(ລາວ)ໄປອີກເລີຍ” “ຈະຊົງໂຜດຍົກໃຫ້ຜູ້ນັ້ນບໍ່ໄດ້ທັງໂລກນີ້ໂລກໜ້າ”(ມັດທາຍ 12:32)

ມີຫຼາຍຄົນໄປຮ່ວມງານສົບຂອງລາວເພາະລາວເປັນຄົນດີ,ທຸກຄົນມັກລາວ, ຂ້າພະ ເຈົ້າກໍມັນລາວຄືກັນ, ລາວເປັນໝູ່ຂອງຂ້າພະເຈົ້າ, ລາວມັກພວກຕາເວັນຕົກ,ລາວເບິ່ງໜັງ ຕາເວັນຕົກຢູ່ໃນໂທລະພາບທຸກຄືນຢ່າງສະໝໍ່າສະເໝີ, ລາວສາມາດບອກທ່ານທຸກຢ່າງ ກ່ຽວກັບນັກຍິງປືນກັນໃນໜັງຕາເວັນຕົກເລື່ອງເກົ່າໆ, ລາວສາມາດເລົ່າທຸກຢ່າງໃຫ້ທ່ານ ຟັງກ່ຽວກັບໄວບິລຮິກຄັອກ,ບິລລີ່ເດິະຄິດ,ດັອກຮໍລິເດ,ຈອນເວສລີຮາດິນ - ແລະນັກຍິງປືນ ທີ່ມີຊື່ສຽງທຸກຄົນທີ່ສະແດງໃນໜັງເວສເທິນເກົ່າໆໄດ້, ຕອນທີ່ພວກລູກຊາຍຂອງຂ້າພະເຈົ້າ ເກີດມາຂ້າພະເຈົ້າກໍພາພວກເຂົາໄປຫາລາວ,ລາວກໍຖາມຊື່ຂອງເຂົາ, ຂ້າພະເຈົ້າຕອບວ່າ “ໜື່ງໃນນັ້ນຊື່ວ່າຈອນເວສລີໄຮເມີຊ໌” ລາວແລ່ນເຂົ້າໄປໃນຫ້ອງແລ້ວໂທຫາໝູ່ຂອງລາວ, ຂ້າພະເຈົ້າໄດ້ຍິນລາວເວົ້າວ່າ “ເວົ້າຕາມຊື່ຕໍ່ພຣະເຈົ້າເດີ້ ໂຣເບີດຕັ້ງຊື່ລູກຊາຍຕາມນັກຍິງ ປືນ - ຈອນເວສລີຮາດິນ” ລາວບໍ່ຮູ້ວ່າມີນັກເທດຜູ້ຍິງໃຫຍ່ຄົນໜື່ງຊື່ຈອນເວສລີ! ທຸກຄົນ ຮັກຫຼານຂອງຂ້າພະເຈົ້າລວມທັງຂ້າພະເຈົ້ານໍາ, ລາວເປັນຄົນນິໄສດີແຕ່ລາວຕົກນາລົກ, ຕອນທີ່ຂ້າພະເຈົ້າເທດໃນງານສົບຂອງລາວ,ຂ້າພະເຈົ້າກໍບໍສາມາດໃຫ້ຄວາມຫວັງໃດໆຕໍ່ ຄອບຄົວຫຼືໝູ່ເພື່ອຂອງລາວໄດ້!ບໍ່ມີການໃຫ້ຄວາມຫວັງຈັກຄໍາ! ເພາະລາວໄດ້ໄປສະຖານທີ່ ຊື່ງບໍ່ມີຄວາມຫວັງຫຍັງເລີຍ,ແດນເຕອາລິໄຈຣິ(1265-1321) ຢູ່ໃນໜັງສືທີ່ມີຊື່ສຽງຂອງ ລາວຊື່ວ່ານາລົກໄດ້ເວົ້າວ່າມີເຄື່ອງໝາຍໜື່ງທີ່ຢູ່ເທິງປະຕູນາລົກຊື່ງເວົ້າວ່າ“ຖີ້ມຄວາມຫວັງທຸກຢ່າງສໍາຫຼັບຜູ້ທີ່ເຂົ້າມາທີ່ນີ້” ຫຼານຂອງຂ້າພະເຈົ້າເຮັດບາບທີ່ໃຫ້ອະໄພບໍ່ໄດ້, ຕອນທີ່ ພຣະວິນຍານບໍລິສຸດກ່າວຜ່ານໃຈຂອງລາວເຖິງເລື່ອງພຣະເຢຊູ,ລາວຕອບວ່າ“ບໍ່ເອົາ”ແລະພຣະເຈົ້າຕັດວ່າ “ເຮົາຈະບໍ່ຜ່ານ(ລາວ)ໄປອີກເລີຍ” “ຈະຊົງໂຜດຍົກໃຫ້ຜູ້ນັ້ນບໍ່ໄດ້ທັງໂລກນີ້ໂລກໜ້າ”(ມັດທາຍ 12:32)

ບໍ່ມີ“ໂອກາດເທື່ອທີ່ສອງ”ໃນນາລົກ, ປັນຍາຈານ 11:3 ກ່າວວ່າ“ຕົ້ນໄມ້ລົ້ມລົງຢູ່ ໃສ ມັນກໍນອນຢູ່ບ່ອນນັ້ນ” ບຸກຄະລິກຂອງມະນຸດມັກຈະເຄື່ອນໄຫວໄປມາຢ່າງຕໍ່ເນື່ອງຕໍ່ ການຄຶງທີ່ມີຕໍ່ນິໄສທີ່ແຂງກະດ້າງ ແລະໝັ້ນຄົງຂອງຄວາມຄິດ,ມະນຸດປີນີ້ເປັນແບບໃດປີຕໍ່ ໄປກໍຈະເປັນຫຼາຍກວ່ານັ້ນອີກ, ຫຼາຍປີຜ່ານໄປນິໄສບຸກຄະລິກຂອງເຂົາກໍກາຍເປັນບໍ່ປ່ຽນ ແປງ,ມັນກາຍເປັນແຂງ, ສຸດທ້າຍມັນກໍແຂງຄືກັບຊີມັງ.

ຂ້າພະເຈົ້າມັກທີ່ຈະຟັງ ດຣ.ດັບໂບຢູ.ເອ.ຄຣິສແວວ, ລາວເປັນສິດຍາພິບານຂອງ ຄຣິສຕະຈັກເຟີສແບັບຕິດແຫ່ງເມືອງດາລາສລັດເທັກຊັສເປັນເວລາກວ່າຫ້າສິບປີ, ຂ້າພະ ເຈົ້າໄດ້ຍິນເພີ່ນເທດສະໜາຕອນທີ່ເພີ່ນຢູ່ໃນຊ່ວງໄວກາງຄົນທີ່ມີຜົມສີແດງ, ຂ້າພະເຈົ້າຟັງ ເພີ່ນເທດຕອນທີ່ເພີ່ນອາຍຸຫຼາຍທີ່ມີຜົມສີຂາວບໍລິສຸດ, ລາວຄືມຸມມອງຂອງນັກເທດຂອງຂ້າ ພະເຈົ້າ,ຂ້າພະເຈົ້າຈະຂໍເລົ່າເລື່ອງລາວຈາກດຣ.ຄຣິສແວວໃຫ້ຟັງ.

ລາວບອກວ່າຕອນທີ່ລາວເປັນສິດຍາພິບານໜຸ່ມ,ມີຜູ້ຊ່ວຍຄົນໜື່ງຂໍໃຫ້ລາວໄປຢ້ຽມສະມາຊິກຂອງຄຣິສຕະຈັກຄົນໜື່ງທີ່ເປັນອໍາມະພາດ, ດຣ.ຄຣິສແວວກ່າວວ່າ:

ຕອນທີ່ຂ້າພະເຈົ້າໄປເຮືອນຂອງລາວ,ເມຍຂອງລາວບອກວ່າ“ລາວຢູ່ໃນ ຫ້ອງນອນ” ຂ້າພະເຈົ້າຈື່ງຢືນແລະແນມເບິ່ງຜູ້ຊາຍຄົນນັ້ນຢູ່ເທິງຕຽງ, ຂ້າ ພະເຈົ້າບອກວ່າ“ຂ້ອຍເປັນສິດຍາພິບານໃໝ່...ຂ້ອຍມາຢາມເຈົ້າ” ລາວ ບອກວ່າ“ກໍແດງ” ຂ້າພະເຈົ້າຕອບວ່າ“ຂໍໂທດເດີ້ເຈົ້າເປັນອໍາມະພາດແລະ ບໍ່ສາມາດລຸກຈາກຕຽງໄດ້” ລາວຕອບວ່າ“ກໍແດງ” ຂ້າພະເຈົ້າຕອບວ່າ “ຂ້າງນອກມັນງາມຫຼາຍ, ຂ້ອຍຫວັງໃຫ້ເຈົ້າອອກໄປຂ້າງນອກໄດ້” ລາວ ຕອບວ່າ “ກໍແດງ”ຫຼັງຈາກໝົດເວລາແລ້ວຂ້າພະເຈົ້າກໍເວົ້າວ່າລາວຈະຮ້ອງ ວ່າ“ກໍແດງ” ຂ້າພະເຈົ້າທໍ້ຖອຍໃຈຫຼາຍບໍ່ຮູ້ວ່າຈະເວົ້າຫຍັງແດ່, ຂ້າພະເຈົ້າ ຈື່ງຢືນຂື້ນແລະກໍາລັງຈະໄປຖາມວ່າຂ້າພະເຈົ້າອະທິຖານເພື່ອໄດ້ບໍ, ແຕ່ ລາວພັດຄິດວ່າຂ້າພະເຈົ້າກໍາລັງຈະກັບ, ລາວຊີ້ຂື້ນແລ້ວເວົ້າວ່າ “ກໍແດງ” “ກໍແດງ” “ກໍແດງ” “ກໍແດງ” “ກໍແດງ” “ກໍແດງ” ເມຍຂອງລາວບອກກັບ ຂ້າພະເຈົ້າວ່າ“ອາຈານລາວຢາກໃຫ້ອາຈານອະທິຖານເພື່ອ” ຂ້າພະເຈົ້າ ກໍບອກກັບນາງວ່າຕົນເອງຍິນດີທີ່ຈະເຮັດ, ຂ້າພະເຈົ້າຈື່ງຄຸເຂົ່າລົງຂ້າງຕຽງ ແລ້ວເລີ່ມອະທິຖານວ່າ “ຂ້າແດ່ພຣະເຈົ້າໃນສະຫວັນຂໍຊົງເຮັດດີຕໍ່ຊາຍທີ່ ເຈັບປ່ວຍຄົນນີ້ແດ່ເທີ້ນ” ລາວຮ້ອງອອກມາດັງໆວ່າ “ກໍແດງ” ຂ້າພະເຈົ້າ ເວົ້າວ່າ“ຂ້າແດ່ພຣະເຈົ້າທີ່ຮັກຂໍຊົງໂຜດຍົກລາວຂື້ນ” ລາວຮ້ອງວ່າ“ກໍ ແດງ”ຕອນສຸດທ້າຍທີ່ຂ້າພະເຈົ້າຈົບຄໍາອະທິຖານຂ້າພະເຈົ້າກໍເວົ້າວ່າ “ເອ ແມນ, ລາວຕອບວ່າ “ກໍແດງ”,ເມື່ອຂ້າພະເຈົ້າຢືນຂື້ນແລ້ວເວົ້າວ່າ “ຂໍ ພຣະເຈົ້າອວຍພອນເຈົ້າເດີ້” ລາວຕອບວ່າ “ກໍແດງ” ເມື່ອຂ້າພະເຈົ້າມາ ຮອດປະຕູ,ຂ້າພະເຈົ້າກໍຫຼຽວກັບໄປແລ້ວເວົ້າວ່າ “ລ່າກອ່ນ” - ລາວຕອບ ວ່າ “ກໍແດງ”
         ເມື່ອຂ້າພະເຈົ້າໄປຮອດໃນເມືອງ,ຂ້າພະເຈົ້າກໍເຫັນຜູ້ຊ່ວຍແລ້ວບອກ ລາວວ່າຂ້າພະເຈົ້າໄດ້ໄປຢາມຜູ້ຊາຍທີ່ເປັນອໍາມະພາດແລ້ວ, ລາວບອກ ຂ້າພະເຈົ້າວ່າ “ໂອຂ້ອຍລືມບອກເຈົ້າວ່າ ຜູ້ຊາຍຄົນນັ້ນມີນິໄສມັກເວົ້າປະ ໂຫຍກຫຍາບຄາຍ,ລາວເວົ້າຄໍາຫຍາບຄາບເວົ້າແລ້ວເວົ້າອີກຕະຫຼອດຊີວິດຂອງລາວ, ເມື່ອລາວເກີດເປັນອໍາມະພາດພາສາທຸກຢ່າງຂອງລາວໄດ້ຫາຍ ໄປໝົດເຫຼືອຢູ່ແຕ່ປະໂຫຍກດຽວ” ຂ້າພະເຈົ້າເລີຍຕອບວ່າ “ເຈົ້າບໍ່ຈໍາເປັນ ຕ້ອງບອກຂ້ອຍດອກວ່າມັນແມ່ນຫຍັງ,ມັນຄື“ກໍແດງ” ໜື່ງໃນບຸກຄະລິດທີ່ ໄວ້ໃຈໄດ້ຂອງຊີວິດທີ່ຂ້າພະເຈົ້າຮູ້ຈັກກໍຄື: ສິ່ງທີ່ເຮົາເຮັດແລະສິ່ງທີ່ເຮົາເວົ້າ ສຸດທ້າຍກໍກາຍເປັນຕົວຂອງເຮົາເອງ,ມັນກາຍເປັນຮູບຮ່າງຂື້ນຢູ່ໃນບຸກຄະລິກຂອງເຮົາ,ຢູ່ໃນຈິດໃຈຂອງເຮົາ(“What a Saviour” by W. A. Criswell, Ph.D., Broadman Press, 1978, pages 41, 42).

ຕອນທີ່ຂ້າພະເຈົ້າຂໍໃຫ້ຫຼານວາງໃຈໃນພຣະເຢຊູ,ລາວຕອບວ່າ“ໂຣເບີດເອີຍເລື່ອງຂອງໃຜຂອງມັນ” ຂ້າພະເຈົ້າຖາມລາວສອງສາມເທື່ອແລະແຕ່ລະເທື່ອລາວກໍຕອບວ່າ“ໂຣ ເບີດ ເລື່ອງຂອງໃຜຂອງມັນ” ນັ້ນແມ່ນປະໂຫຍກຂອງລາວ,ຂໍ້ອ້າງຂອງລາວ,ລາວບໍ່ໄດ້ພົບ ຄວາມຜິດກັບຂ້າພະເຈົ້າໃນການວາງໃຈໃນພຣະເຢຊູ, ມັນບໍ່ພຽງແຕ່ສໍາຫຼັບລາວ, ລາວ ຕອບວ່າ“ບໍ”ທຸກເທື່ອທີ່ຂ້າພະເຈົ້າເວົ້າເຖິງເລື່ອງພຣະເຢຊູກັບລາວ, ພວກທ່ານສາມາດ ເວົ້າກັບຄົນຜູ້ໜື່ງໄດ້ວ່າ “ເຈົ້າຈະເຊື່ອວາງໃຈໃນພຣະເຢຊູບໍ?” ເຂົາກໍຈະຕອບວ່າ“ບໍ” ທ່ານ ອາດຈະເວົ້າວ່າ “ເຈົ້າຈະມາຫາພຣະເຢຊູບໍ?” ເຂົາກໍຈະຕອບວ່າ “ບໍ” ທ່ານອາດຈະເວົ້າວ່າ “ເຈົ້າຈະຮັບເອົາພຣະເຢຊູມາເປັນພຣະຜູ້ຊ່ວຍໃຫ້ລອດດຽວນີ້ເລີຍບໍ?” ເຂົາກໍຈະຕອບວ່າ “ບໍ” ສຸດທ້າຍຄໍາວ່າ“ບໍ”ນັ້ນຈະກໍ່ໂຕເປັນຮູບຂື້ນໃນບຸກຄະລິກຂອງເຂົາ, ໃຈຂອງເຂົາຕັ້ງ ໝັ້ນຄົງໃນການປະຕິເສດໂຕມັນເອງວ່າ - ບໍ,ບໍ,ບໍ,ບໍ,ບໍ! ເຂົາຈະມາຢູ່ຈຸດໜື່ງໃນຊີວິດເມື່ອ ເຂົາຈະເວົ້າເຖິງມັນແບບອັດຕະໂນມັດເລີຍ,ເຂົາບໍ່ຈໍາເປັນແມ່ນແຕ່ຄິດ,ເຂົາກາຍເປັນຄົນທີ່ ໃຫຍ່ໃນການວ່າ“ບໍ”ໃນໂຕເອງ, ຄໍາວ່າ“ບໍ”ກາຍເປັນຕົວແທນຄວາມຄິດ,ຫົວໃຈ,ສັນດານ ຂອງເຂົາ, ທັງໝົດມັນຄືຄໍາ“ບໍ” ເຂົາໄດ້ເຮັດບາບທີ່ໃຫ້ອະໄພບໍ່ໄດ້ແລະເຂົາບໍ່ສາມາດຢຸດ ເວົ້າຄໍາວ່າ“ບໍ”ຕໍ່ພຣະເຢຊູອີກຕໍ່ໄປ, “ຕົ້ນໄມ້ລົ້ມລົງຢູ່ໃສ ມັນກໍນອນຢູ່ບ່ອນນັ້ນ” ເຮົາຈະບໍ່ ຜ່ານ(ເຂົາ)ໄປອີກເລີຍ” “ຈະຊົງໂຜດຍົກໃຫ້ເຂົາບໍ່ໄດ້ທັງໂລກນີ້ແລະໂລກໜ້າ” ນັ້ນແລະຄື ຄວາມບາບທີ່ໃຫ້ອະໄພບໍ່ໄດ້! ນັ້ນແລະຄືຄວາມບາບທີ່ຈະບໍ່ມີວັນໃຫ້ອະໄພໄດ້!

ຖ້າຫາກຈິດໃຈຂອງພວກເຮົາບໍ່ກາຍເປັນອໍາມະພາດພວກເຮົາກໍສາມາດເລືອກວັນ ແລະຊົ່ວໂມງທີ່ເຮົາຈະລອດໄດ້, ແຕ່ໃນຂະນະທີ່ວັນຜ່ານໄປຄວາມປາດຖະໜາຂອງເຮົາ, ຈິດໃຈຂອງເຮົາແລະຫົວໃຈຂອງເຮົາກໍຈະແຂງກະດ້າງຄືກັບຊີມັງ,ສຸດທ້າຍພວກມັນກໍຈະບໍ່ ສາມາດເຄື່ອນໄຫວໂດຍມະນຸດໄດ້ແລະພວກມັນຈະບໍ່ສາມາດເຄື່ອນໄຫວໂດຍພຣະເຈົ້າໄດ້, ບຸກຄະລິກ,ຊີວິດແລະຈຸດໝາຍປາຍທາງສຸດທ້າຍຖືກຈໍາກາແລະຕັ້ງໄວ້ແລ້ວເປັນນິດ! ນັ້ນ ແລະຄື ຄວາມບາບທີ່ໃຫ້ອະໄພບໍ່ໄດ້! ນັ້ນແລະຄືຄວາມບາບທີ່ຈະບໍ່ມີວັນໃຫ້ອະໄພໄດ້!

ມັນເປັນຄືກັນກັບບຸກຄົນທີ່ຮຽກຮ້ອງຄວາມຮູ້ສຶກ ຫຼືການພິສູດເລື່ອງຄວາມລອດຢູ່ ພາຍໃນ,ພວກທ່ານສາມາດອະທິບາຍໃຫ້ເຂົາແນມເບິ່ງທີ່ພຣະເຢຊູ, ແຕ່ເຂົາພັດແນມເບິ່ງ ຄວາມຮູ້ສຶກແທນ,ເຂົາຍັງສືບຕໍ່ແລະສືບຕໍ່ເປັນ - ບໍ່ວ່າທ່ານຈະບອກເຂົາແນວໃດກໍຕາມ, ທຸກເທື່ອເຂົາຈະສະແຫວງຫາຄວາມຮູ້ສຶກ,ຂໍ້ພິສູດວ່າເຂົາລອດແລ້ວ: ສຸດທ້າຍມັນກໍກາຍ ເປັນສ່ວນໜື່ງຂອງສັນດານແລະບຸກຄະລິກຂອງເຂົາ, ທ່ານບອກໃຫ້ເຂົາວາງໃຈໃນພຣະ ເຢຊູ - ແລະທັນທີທັນໃດເຂົາສະແຫວງຫາຄວາມຮູ້ສຶກ, ທ່ານຖາມເຂົາຖ້າຫາກໄດ້ວາງໃຈ ໃນພຣະເຢຊູແລະເຂົາກໍຈະຕອບວ່າ“ບໍ” ຂ້າພະເຈົ້າເຄີຍເຫັນຜູ້ຄົນຜ່ານເລື່ອງນີ້ເຫັນແລ້ວ ເຫັນອີກ - ຈົນໃນທີ່ສຸດມັນກໍກາຍເປັນນິໄສທີ່ພວກເຂົາບໍ່ສາມາດໜີຈາກມັນໄດ້ບໍ່ວ່າເຂົາຈະ ພະຍາຍາມຢ່າງໜັກພຽງໃດກໍຕາມ!ມັນກາຍເປັນສ່ວນໜື່ງຂອງທໍາມະຊາດຂອງເຂົາ, ພວກ ເຂົາບໍ່ສາມາດວາງໃຈໃນພຣະເຢຊູໄດ້ອີກຕໍ່ໄປບໍ່ວ່າພວກເຮົາຈະເວົ້າກັບເຂົາແນວໃດກໍຕາມ.

ຂ້າພະເຈົ້າຈື່ວ່າຍ້ອນກັບໄປໃນປີ 1940 ພວກເຮົາມີເຄື່ອງບັນທຶກສຽງເກົ່າໆອັນ ໜື່ງແລະກະແສັດຈໍານວນໜື່ງ,ໜື່ງໃນການບັນທຶກເຫຼົ່ານັ້ນກໍຄືເພງວູດດີ້ວູດເພັກເກີ“ຮາ,ຮາ,ຮາ,ຮາ,ຮາ,ຮາ,ຮາ,ຮາ,ຮາ,ຮາ, ມັນຄືເພງວູດດີ້ວູດເພັກເກີ” ແຕ່ພວກເຮົາຫຼີ້ນມັນຫຼາຍເທື່ອ ຈົນຮ່ອງແຜ່ນສຽງອັນໜື່ງຂາດເຂົ້າໄປເປັນສ່ວນໜື່ງຂອງເຄື່ອງບັນທຶກສຽງ, ເມື່ອເຂັມວາງ ລົງໃສ່ຮ່ອງແຜ່ນສຽງນັ້ນມັນກໍຈະບັນເລງໄປໆວ່າ “ຮາ,ຮາ,ຮາ,ຮາ,ຮາ! ຮາ,ຮາ,ຮາ,ຮາ,ຮ! “ຮາ,ຮາ,ຮາ,ຮາ,ຮາ! ຮາ,ຮາ,ຮາ,ຮາ,ຮ! “ຮາ,ຮາ,ຮາ,ຮາ,ຮາ!” ມັນຈະເຮັດໃຫ້ເຮົາໃຈຮ້າຍ! ນັ້ນແລະຄືສິ່ງທີ່ຂ້າພະເຈົ້າໄດ້ຍິນໃນພວກທ່ານບາງຄົນ,ໄດ້ຍິນແລ້ວໄດ້ຍິນອີກໃນຫ້ອງນໍາ ວິນຍານ, ຂ້າພະເຈົ້າເວົ້າວ່າ “ທ່ານຈະເຊື່ອວາງໃຈໃນພຣະເຢຊູບໍ?” ທ່ານກໍບອກວ່າ“ເຈົ້າ” ຂ້າພະເຈົ້າກໍບອກວ່າ“ຈົ່ງຄຸເຂົ່າລົງແລ້ວວາງໃຈໃນພຣະອົງ” ຂ້າພະເຈົ້າກໍຖ້າ ຫຼັງຈາກສອງ ສາມນາທີຕໍ່ມາຂ້າພະເຈົ້າກໍຂໍໃຫ້ທ່ານນັ່ງລົງ,ຂ້າພະເຈົ້າຖາມວ່າ “ທ່ານໄດ້ວາງໃຈໃນພຣະ ເຢຊູແລ້ວບໍ? ທ່ານຕອບວ່າ “ບໍ” ມັນສືບຕໍ່ເປັນແບບນັ້ນ,ສືບຕໍ່ເປັນແບບນັ້ນແລ້ວອີກ“ຮາ, ຮາ,ຮາ,ຮາ,ຮາ! ຮາ,ຮາ,ຮາ,ຮາ,ຮ! “ຮາ,ຮາ,ຮາ,ຮາ,ຮາ! ຮາ,ຮາ,ຮາ,ຮາ,ຮ! “ຮາ,ຮາ,ຮາ, ຮາ,ຮາ! ໃຈຂອງທ່ານກໍາລັງແຂງຄືຊີມັງເຂົ້າໃນຮ່ອງແຜ່ນສຽງ, ເພື່ອຂອງຂ້າພະເຈົ້າ ພວກ ທ່ານກໍາລັງຢູ່ໃນອັນຕະລາຍຂອງການເຮັດບາບທີ່ໃຫ້ອະໄພບໍ່ໄດ້, ຈາກນັ້ນພຣະເຈົ້າກໍຈະ ເວົ້າວ່າ “ເຮົາຈະບໍ່ຜ່ານເຂົາໄປອີກເລີຍ” ຈະຊົງໂຜດຍົກໃຫ້ເຂົາບໍ່ໄດ້ທັງໂລກນີ້ແລະໂລກ ໜ້ານັ້ນແລະຄືຄວາມບາບທີ່ໃຫ້ອະໄພບໍ່ໄດ້! ນັ້ນແລະຄືຄວາມບາບທີ່ຈະບໍ່ມີວັນໃຫ້ອະໄພ ໄດ້!

ແມ່ນຫຍັງຄືສິ່ງທີ່ມະນຸດຄົນໜື່ງຊື່ງເວົ້າວ່າ“ບໍ”ຕໍ່ພຣະເຢຊູຕ້ອງການ? ເຂົາຕ້ອງ ການຄໍາເທດສະໜາອື່ນອີກບໍ? ບໍ, ເຂົາຕ້ອງການການອະທິບາຍອື່ນອີກບໍ?ບໍ່, ເຂົາຕ້ອງ ການຫຍັງລະ? ເຂົາຕ້ອງການສິ່ງດຽວ - ທີ່ຈະເຄື່ອນໄຫວ,ຕອບສະໜອງ,ທີ່ຈະວາງໃຈໃນ ພຣະຜູ້ຊ່ວຍໃຫ້ລອດ,ມອບໄວ້ກັບພຣະຜູ້ຊ່ວຍໃຫ້ລອດ! ພຣະເຢຊູຕັດວ່າ“ຜູ້ທີ່ມາຫາເຮົາ ເຮົາຈະບໍ່ຖີ້ມເຂົາເລີຍ”(ໂຢຮັນ 6:37),ເອແມນ, ຈົ່ງມາຫາພຣະອົງ,ວາງໃຈໃນພຣະອົງ,ຈົ່ງ ມອບໄວ້ກັບພຣະເຢຊູ,ຈົ່ງມອບໄວ້ກັບພຣະເຢຊູ,ພຣະອົງຈະບໍ່ຖີ້ມທ່ານເລີຍ! ພຣະອົງຈະ ເຮັດທຸກສິ່ງທຸກຢ່າງເພື່ອທ່ານ, ພຣະອົງຈະຊໍາລະລ້າງທ່ານຈາກຄວາມຜິດບາບ,ພຣະອົງ ຈະເຮັດໃຫ້ທ່ານເປັນຄົນຊອບທໍາ, ພຣະອົງຈະຊົງແຍກທ່ານໄວ້, ທ່ານຈະບໍ່“ຮູ້ສຶກ”ມັນແຕ່ ທ່ານຈໍາເປັນຕ້ອງເຮັດເພາະພຣະອົງກໍາລັງເຮັດເພື່ອທ່ານ,ຈົ່ງວາງໃຈໃນພຣະເຢຊູແລະຖືກລ້າງຈາກຄວາມບາບທຸກຢ່າງໂດຍພຣະໂລຫິດອັນປະເສີດທີ່ພຣະອົງຊົງຫຼັ່ງໄຫຼເທິງໄມ້ກາງແຂນ! ຂໍເຊີນດຣ.ແຊນມາຊ່ວຍນໍາພວກເຮົາອະທິຖານແດ່ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ້າວ ອາເບວ ພຣຸດໂຮມ: ເຮັບເລີ 6:4-6.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“If You Linger Too Long” (by Dr. John R. Rice, 1895-1980).