Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເປັນຫຍັງປະເທດອາເມລິກາຈື່ງບໍ່ຢູ່ໃນຄໍາທໍານາຍຂອງພຣະຄໍາພີ

(ບົດເທດສະໜາໃນເລື່ອງວັນອາທິດ “ສິດທິໃນຊີວິດ”)

WHY AMERICA IS NOT IN BIBLE PROPHECY
(A SERMON PREACHED ON “RIGHT TO LIFE” SUNDAY)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 18/1/2015
A sermon preached at the Baptist Tabernacle of Los Angeles
Lord’s Day Morning, January 18, 2015

“ແລ້ວພຣະເຈົ້າຕັດກັບຂ້າພະເຈົ້າວ່າ ວັນສິ້ນສຸດມາເຖິງອິດສະຣາເອນ ປະຊາຊົນຂອງເຮົາແລ້ວ ເຮົາຈະບໍ່ຜ່ານເຂົາໄປອີກເລີຍ ອົງພຣະຜູ້ເປັນ ເຈົ້າຕັດວ່າ ໃນວັນນັ້ນສຽງເພງໃນພຣະວິຫານຈະເປັນສຽງຮ້ອງໄຫ້ ຈະມີສົບຢ່າງຫຼວງຫຼາຍທຸກແຫ່ງຖີ້ມໄວ້ງຽບໆ”(ອາໂມດ 8:2-3)


“ເຮົາຈະບໍ່ຜ່ານເຂົາໄປອີກເລີຍ” ດຣ.ຊີ.ເອັຟ.ເຄລກ່າວວ່າມັນໝາຍເຖິງ“ຜ່ານທຸກ ຄົນໄປໂດຍບໍ່ໃຫ້ເຂົາສັງເກດເຫັນໄດ້,ໂດຍບໍ່ມີການແນມເບິ່ງຄວາມຊົ່ວຂອງເຂົາຫຼືການລົງ ໂທດເຂົາ,ດ້ວຍເຫດນີ້ຈື່ງພໍທີ່ຈະປ່ອຍໄປໄດ້”(ເຄລແລະເດລິຊ໌),ແຕ່ດຣ.ຈອນຈິລໄດ້ເວົ້າເຖິງຄວາມໝາຍຂອງການພິພາກສາເພີ່ມອີກວ່າ“ຕອນນີ້ໃນທີ່ສຸດເຂົາກໍຈະຈົບສິ້ນ” (ຈອນຈິລ), ດຣ.ຊາລສ໌ຈອນເອລີຄອດ ໄດ້ຕື່ມອີກວ່າ “ເວລາຈະມາເຖິງເມື່ອຄໍາອະທິຖານຈະບໍ່ມີປະ ໂຫຍດຫຍັງເລີຍ,ການຂໍຮ້ອງທຸກຢ່າງ,ບໍ່ວ່າຈະເປັນຄວາມກະຕືລື້ລົ້ນຫຼືຄວາມຮ້ອນຮົນຈະ ສວຍເກີນໄປ, ປະຕູແຫ່ງຄວາມເມດຕາຈະຖືກປິດລົງ” (ການອະທິບາຍພຣະຄໍາພີທັງເຫຼັ້ມ ຂອງເອລີຄອດ)ແລະ ມັດທິວເຮັນຣີ່ໄດ້ປະຍຸກໃຊ້ກັບຂໍ້ພຣະຄໍາພີວ່າ “ຄວາມອົດທົນຂອງ ພຣະເຈົ້າຊື່ງຖືກຄວາມບາບໄດ້ຕໍ່ສູ່ມາດົນແລ້ວນັ້ນ,ຈະ...ເຮັດບາບໄປແລະເວລາຈະມາເຖິງ ເມື່ອຄົນເຫຼົ່ານັ້ນທີ່ຖືກໄວ້ຊີວິດຕະຫຼອດຈະບໍ່ໄດ້ຮັບການໄວ້ຊີວິດອີກຕໍ່ໄປ ວິນຍານຂອງເຮົາ ຈະບໍ່ພະຍາຍາມຕະຫຼອດໄປ ຫຼັງຈາກການຜ່ອນຜັນຊົ່ວຄາວຕະຫຼອດວັນແຫ່ງການດໍາເນີນ ການກໍຈະມາເຖິງ”(ການອະທິບາຍຂອງມັດທິວເຮັນຣີ່)

ອາໂມດເວົ້າວ່າກະສັດເຢໂຣໂບອໍາຈະຕາຍດ້ວຍດາບ,ແລະຄົນອິດສະຣາເອນຈະ ຕົກໄປເປັນຊະເລີຍເສິກໃນຖານະຂ້າທາດໃນປະເທດອັດຊີເຣຍ,ອາໂມດບອກວ່າພຣະເຈົ້າ ໄດ້ບອກກັບລາວວ່າ“ເຮົາຈະບໍ່ຜ່ານເຂົາໄປອີກເລີຍ”ມັນຈົບແລ້ວ! ມັນສວຍເກີນໄປທີ່ຈະກັບ ໃຈໃໝ່!ມັນຊ້າເກີນໄປທີ່ຈະອະທິຖານ! ມັນຊ້າເກີນໄປທີ່ຈະໄດ້ຮັບຄວາມລອດ!ການພິພາກ ສາຂອງພຣະເຈົ້າເປັນຄັ້ງສຸດທ້າຍ -

“ແລ້ວພຣະເຈົ້າຕັດກັບຂ້າພະເຈົ້າວ່າ ວັນສິ້ນສຸດມາເຖິງ...ປະຊາຊົນຂອງ ເຮົາແລ້ວ ເຮົາຈະບໍ່ຜ່ານເຂົາໄປອີກເລີຍ”(ອາໂມດ 8:2)

ຂໍ້ພຣະຄໍາພີມີການປະຍຸກໃຊ້ຢູ່ສອງຢ່າງ,ໜື່ງມັນປະຍຸກໃຊ້ກັບຊົນຊາດໜື່ງ,ຕໍ່ຊົນ ຊາດອິດສະຣາເອນ ພຣະເຈົ້າຕັດວ່າ:

“ເຮົາຈະບໍ່ຜ່ານເຂົາໄປອີກເລີຍ”

ສອງມັນປະຍຸກໃຊ້ກັບສ່ວນບຸກຄົນ, ຕໍ່ອາເມສີຢາປະໂລຫິດປອມຜູ້ທີ່ຕໍ່ຕ້ານອາໂມສ,ພຣະ ເຈົ້າຕັດວ່າ“ທ່ານຈະຕາຍໃນດິນແດນທີ່ບໍ່ສະອາດແລະອິດສະຣາເອນຈະຕ້ອງຕົກໄປເປັນຊະເລີຍເສິກ” (ອາໂມດ 7:17), ມີການພິພາກສາສໍາຫຼັບຊົນຊາດ-ແລະການພິພາກສາສໍາຫຼັບ ສ່ວນບຸກຄົນເຊັ່ນກັນ.

“ເຮົາຈະບໍ່ຜ່ານເຂົາໄປອີກເລີຍ”

I. ໜື່ງ ຂໍ້ພຣະຄໍາພີປະຍຸກໃຊ້ກັບປະເທດອາເມລິກາແລະໂລກຕາເວັນຕົກ.

“ເຮົາຈະບໍ່ຜ່ານເຂົາໄປອີກເລີຍ”(ອາໂມດ 8:2)

ມີບາງຄົນເວົ້າວ່າ“ດຣ.ໄຮເມີ ເຈົ້າແນ່ໃຈບໍ?” ແມ່ນແລ້ວຂ້າພະເຈົ້າແນ່ໃຈ! ພວກເຮົາເຮັດ ບາບໃນວັນແຫ່ງພຣະຄຸນແລະພຣະເຈົ້າຈະບໍ່ຜ່ານເຮົາໄປອີກເລີຍ, ຂ້າພະເຈົ້າຮູ້ສຶກວ່າມັນ ເກີດຂື້ນກັບປະເທດອາເມລິກາແລ້ວ!

ຂ້າພະເຈົ້າໄດ້ອ່ານບລັອກທີ່ຂຽນໂດຍແບັບຕິດອິດສະຫຼະຄົນໜື່ງ, ລາວເປັນຄົນທີ່ ສະຫຼາດ,ລາວເວົ້າຖືກຫຼາຍສິ່ງຫຼາຍຢ່າງ,ບາງເທື່ອລາວກໍມີຄວາມຄິດທີ່ໜ້າສົນໃຈແລະມີປະໂຫຍດ, ແຕ່ລາວເວົ້າຜິດຢ່າງແຮງເມື່ອລາວປຽບທຽບອາເມລິກາແລະໂລກຕາເວັນຕົກກັບ ປະເທດອັງກິດກ່ອນການຟື້ນຕື່ນຂື້ນຄັ້ງທີ່ໜື່ງ, ຂ້າພະເຈົ້າກໍາລັງໂຕ້ຕອບລາວເພາະລາວ ໄດ້ໃຫ້ຄວາມຫວັງຈອມປອມຊື່ງຂ້າພະເຈົ້າໄດ້ຍິນຄົນອື່ນໃຫ້ - ແລະມັນຄວນຈະໄດ້ຮັບຄໍາ ຕອບ, ຄວາມຫວັງຈອມປອມກໍຄືແບບນີ້ - ວ່າສະພາບການຄວາມບາບໃນປະເທດອັງກິດ ບໍ່ໄດ້ຢຸດການຟື້ນຕື່ນຂື້ນຄັ້ງທີ່ໜື່ງ(ການຟື້ນຟູຂອງເວສລີ/ວິດຟິວ),ດັ່ງນັ້ນ(ເຫດຜົນຂອງລາວ)ຄວາມບາບຂອງອາເມລິກາແລະຕາເວັນຕົກຈະບໍ່ຢຸດຢັ້ງພຣະເຈົ້າຈາກການສົ່ງການຟື້ນຟູ ມາສູ່ຊົນຊາດແລະພັນທະມິດຂອງພວກເຮົາ,ບລັອກເກີຊາວແບັບຕິດຈົບບົດຄວາມຂອງລາວໂດຍການເວົ້າວ່າ“ຂໍໃຫ້ພວກເຮົາອະທິຖານແລະເຮັດວຽກຈົນຮອດມື້ສຸດທ້າຍແລະອ້ອນຂໍໃຫ້ພຣະເຈົ້າສົ່ງມັນມາ[ການຟື້ນຟູ]”.

ສໍາຫຼັບຂ້າພະເຈົ້າມັນເບິ່ງຄືວ່າເປັນພຽງນໍ້າລາຍບັດຊົບ, ຂ້າພະເຈົ້າໄດ້ຍິນມາຕະ ຫຼອດທັງຊີວິດຂອງຂ້າພະເຈົ້າ,ຂ້າພະເຈົ້າບໍ່ຄິດວ່າລາວຈິງຈັງດອກ,ລາວບອກໃຫ້ອະທິຖານ ລາວເຕັມໃຈທີ່ຈະມີການອະທິຖານໝົດຄືນຄືກັບພວກເມໂຕດິສຕອນແລກໆບໍ? ໂບດຂອງ ລາວຈະເຮັດແບບນັ້ນບໍ? ລາວຮູ້ຈັກຄຣິສຕະຈັກໃດທີ່ເຮັດແບບນັ້ນບໍ? ພວກເຂົາຈະອົດອາ ຫານແລະອະທິຖານຄືກັບຄົນຂອງວິດຟິວແລະຄົນຂອງເວສລີເຮັດບໍ? ຄຣິສຕະຈັກຂອງ ລາວຈະປະກາດໃຫ້ມີການອົດອາຫານບໍ?ລາວຮູ້ຈັກຄຣິສຕະຈັກໃດແດ່, ຢູ່ໃສແດ່ທີ່ຈະຈັດໃຫ້ມີການອົດອາຫານ? ລາວຈະເທດສະໜາຕໍ່ຕ້ານ“ລັດທິຕັດສິນໃຈນິຍົມ”ແລະເວົ້າຢ່າງຊັດ ເຈນວ່າແບັບຕິດອິດສະຫຼະສ່ວນຫຼາຍແລ້ວຍັງບໍ່ລອດ,ບໍ່ເຄີຍກັບໃຈໃໝ່,ຍັງບໍ່ໄດ້ບັງເກີດໃໝ່ອີກເທື່ອໜື່ງ-ຄືກັບທີ່ວິດຟິວແລະເວສລີເຮັດກັບຄົນໃນຄຣິສຕະຈັກຂອງພວກເຂົາບໍ?ສິດຍາ ພິບານຂອງລາວຈະເຮັດແບບນັ້ນບໍ? ລາວຮູ້ຈັກສິດຍາພິບານແບັບຕິດອິດສະຫຼະຄົນໃດຫຼື ແບັບຕິດໃຕ້ບໍທີ່ຈະເຮັດແບບນັ້ນ? ລາວຮູ້ຈັກສິດຍາພິບານຄົນໃດບໍທີ່ເຕັມໃຈທີ່ຈະປິດປະຕູ ຄຣິສຕະຈັກທຸກແຫ່ງບໍ່ໃຫ້ເຂົ້າມາຂ້າງໃນຄືກັບທີ່ເວສລີແລະວິດຟິວເຮັດ?ລາວຮູ້ຈັກແມ່ນແຕ່

ສິດຍາພິບານຄົນໜື່ງບໍທີ່ເຄີຍຜ່ານເລື່ອງແບບນັ້ນມາ? ໂຕຂອງລາວເອງເຄີຍຜ່ານແບບນັ້ນ ບໍ?ມີພຽງຄໍາເທດສະໜາແບບນັ້ນເທົ່ານັ້ນທີ່ໃຊ້ໄດ້ໃນການຟື້ນຟູແທ້ທຸກມື້ນີ້, ລາວຮູ້ຈັກນັກ ເທດຄົນໃດບໍທີ່ຈະເຮັດແບບນັ້ນ? ຢ່າບອກຂ້າພະເຈົ້າກ່ຽວກັບພອລວອສເຊີ! ຄໍາເທດສະ ໜາຂອງລາວບໍ່ໄດ້ຮອດເຄີ່ງໜື່ງໃນສິ່ງທີ່ຕ້ອງການເລີຍ!

ຫຼັງຈາກນັ້ນໝູ່ບລັອກເກີຂອງເຮົາເວົ້າວ່າ“ຂໍໃຫ້ເຮົາອະທິຖານແລະເຮັດວຽກໄປສິ້ນ ສຸດທີ່”[ການຟື້ນຟູ]ວຽກຫຍັງທີ່ລາວມີຢູ່ໃນຄວາມຄິດ?ສິ່ງໜື່ງທີ່ເຈີຣີ່ຟັລແວວເວົ້າແມ່ນຖືກ ແນ່ນອນ,ເຈີຣີ່ຟັລແວວເວົ້າວ່າ“ການເອົາລູກອອກຄືຄວາມບາບລະດັບຊາດຂອງປະເທດອາ ເມລິກາ”ແມ່ນແລ້ວເຈີຣີ່ຟັລແວວເວົ້າຖືກຕ້ອງແນ່ນອນ! ແນ່ນອນ, ທ້າວບລັອກເກີ“ເຮັດ ວຽກໄປສິ້ນສຸດທີ່”ຕ້ອງລວມການເຮັດວຽກເພື່ອຢຸດການຂ້າເດັກທີ່ຍັງບໍ່ເກີດມານໍາ! ທ້າວ ບລັອກເກີເຈົ້າໄດ້ເຮັດວຽກໄປສິ້ນສຸດທີ່ອັນໃດແລ້ວບໍ? ເຈົ້າຮູ້ຈັກສິດຍາພິບານແບັບຕິດ ອິດສະຫຼະຄົນໃດບໍທີ່“ເຮັດວຽກໄປສິ້ນສຸດທີ່”? ເຈົ້າຮູ້ຈັກຄຣິສຕະຈັກແບັບຕິດອິດສະຫຼະໃດ ແດ່ທີ່ປິດຄລິນິກທີ່ເອົາລູກອອກບໍ? ເຈົ້າຮູ້ຈັກບ່ອນໃດແດ່ທີ່ກໍາລັງ“ເຮັດວຽກໄປສິ້ນສຸດທີ່” ບໍ?ຂ້າພະເຈົ້າບໍຮູ້ຈັກ,ຄຣິສຕະຈັກຂອງພວກເຮົາເອງໄດ້ປິດຄລິກນິກເອົາລູກອອກສອງບ່ອນໃນເມືອງລອສແອງເຈີລິສ, ພວກເຮົາປິດຄລີນິກທັງສອງລົງຢ່າງສົມບູນໂດຍພຽງແຕ່ອ້ອມ ລອມພວກເຂົາຢ່າງຖືກຕ້ອງຕາມກົດໝາຍ,!ຖ້າຄຣິສຕະຈັກແບັບຕິດເຄິ່ງໜື່ງໃນປະເທດອາ ເມລິກາຫາກປິດຄລີນິກເອົາລູກອອກສອງແຫ່ງໄດ້ການເອົາລູກອອກກໍໝົດສີ້ນໄປແຕ່ດົນ ແລ້ວ,ຜູ້ຊ່ວຍສິດຍາພິບານຂອງເຮົາດຣ.ເຄແກນກັບຂ້າພະເຈົ້າໄດ້ນັ່ງລົງກັບພວກຄາໂທລິກເປັນຮ້ອຍຄົນໃນຂະນະທີ່ຕໍາລວດຢູ່ຫຼັງມ້າຂູ່ພວກເຮົາ ແລະຍ່າງອ້ອມພວກເຮົາດ້ວຍມີກະ ບອງໃນມືໃນເວລາທີ່ພວກເຮົາປະທ້ວງການເອົາລູກອອກ,ທ້າວບລັອກເກີທີ່ເປັນແບັບຕິດຢູ່ ໃສແດ່?ຂ້າພະເຈົ້າບໍ່ເຫັນຈັກຄົນ!ຂ້າພະເຈົ້າເຫັນແຕ່ພຽງພວກແມ່ຊີເຖົ້າໆກັບພວກຄົນໜຸ່ມ ຈາກໂຮງຮຽນຄາທໍລິກບາງແຫ່ງເທົ່ານັ້ນ,ພວກນັກເທດແບັບຕິດໄປຢູ່ໃສ? ພວກຜູ້ຍິງແບັບ ຕິດທີ່ສອນໂຮງຮຽນວັນອາທິດຢູ່ໃສແດ່?ຜູ້ຍິງທີ່ຮຽບຮ້ອຍໄວກາງຄົນທີ່ເຮັດວຽກໃນຄຣິສຕະຈັກທັງຫຼາຍແລະເປັນເຈົ້ານາຍນັກເທດຂອງພວກເຮົາເຂົາໄປໃສໝົດ?ຂ້າພະເຈົ້າບໍ່ເຫັນໃຜ ຈັກຄົນ! ພວກເຂົາເປັນຫ່ວງຢູ່ບໍ?ບໍ່ເລີຍ ຂ້າພະເຈົ້າບໍ່ຄິດວ່າເຂົາເປັນຫ່ວງ!ພວກເຂົາບໍ່ຄືກັບ ຜູ້ຍິງຂອງເວສລີໃນການຟື້ນຟູໃຫຍ່ທີ່ບລັອກເກີເວົ້າເຖິງອີກຕໍ່ໄປ.

ປະເທດອາເມລິກາຂ້າເດັກນ້ອຍໜື່ງລ້ານຄົນທຸກໆປີ! ພວກເຮົາໄດ້ຂ້າເດັກນ້ອຍ 57 ລ້ານຄົນນັບຕັ້ງແຕ່ໂຣວີ.ເວດໃນເດືອນໜື່ງປີ 1973,ໂດຍຕອນນີ້ເລືອດໄດ້ຢອດລົງ ຈາກມືຂອງນັກປະກາດຂ່າວປະເສີດ“ຄຣິສຕຽນ”ຊາວອາເມລິກາທຸກຄົນ,ພວກເຮົາປ່ອຍໃຫ້ ເຂົາຂ້າເດັກນ້ອຍ 57 ລ້ານຄົນໃນຂະນະທີ່ພວກເຮົານັ່ງຢູ່ໃນໂບດທີ່ມີແອເປັນຊົ່ວໂມງແລະ ໄດ້ຍິນຜູ້ຄົນສົນທະນາກັນ! ພວກເຮົາຢູ່ໃສໃນຕອນທີ່ເດັກນ້ອຍ 57 ລ້ານຄົນຖືກຂ້າ?ພວກ ເຮົາຖືກຫລອກລວງແລະຕາບອດທີ່ພວກເຮົາຄວາມຈິງແລ້ວຄິດວ່າການສົນທະນາທີ່ມີຮ້ອຍຍິ້ມຂອງໂຈເອວອອສທີນເຮັດໃຫ້ຜູ້ຄົນໄດ້ຮັບ“ຄວາມລອດ”- ເພາະລາວໄດ້ຍືນຂໍ້ສະເໜີທີ່ ອ່ອນຫວານທີ່ເອີ້ນວ່າ“ຄໍາອະທິຖານຂອງຄົນບາບ”ຫຼັງຈາກທີ່ລາວໄດ້ບອກເລື່ອງຕ່າງໆແລ້ວແລະເຮັດໃຫ້ຜູ້ຄົນຫົວໃນຄໍາເວົ້າຂອງຕົນ,ແຕ່ເລື່ອງຕະຫຼົກຢູ່ໃນໂຕເຮົາ! ບໍ່ມີໃຜລອດ! ບໍ່ມີ ຈັກຄົນ! ບໍ່ມີຈັກຄົນ! ບໍ່ມີຈັກຄົນ! ບໍ່ມີຈັກຄົນ! ບໍ່ມີຈັກຄົນ! ບໍ່ມີຈັກຄົນ! ຄໍາເທດສະໜາແບບ ນັ້ນບໍ່ໄດ້ເຮັດໃຫ້ຊົນຊາດຫຼືຄົນຂອງເຮົາກັບໃຈໃໝ່! ແລະມັນຈະບໍ່ເຮັດໃຫ້ເຂົາກັບໃຈໃໝ່ໃນ ຕອນນີ້! ດຣ.ເອ.ດັບໂບຢູ.ຄຣິສແວວໄດ້ກ່າວວ່າ:“ການຟື້ນຟູທີ່ແຜ່ຂະຫຍາຍຂອງປະເພດ ຂອງຊາວຄຣິສຕຽນທີ່ພວກເຮົາຮູ້ຈັກປະຈຸບັນນີ້ໃນປະເທດອາເມລິກາອາດຈະພິສູດໃຫ້ເປັນ ເລື່ອງໂສກສະຫຼົດທາງສິນລະທໍາຈາກການທີ່ພວກເຮົາຈະບໍ່ຟື້ນຕົວໃນອີກໜື່ງຮ້ອຍປີ” (A.W. Tozer, D.D., Keys to the Deeper Life, Zondervan Publishing House, 1957, p. 12)

“ແລ້ວພຣະເຈົ້າຕັດກັບຂ້າພະເຈົ້າວ່າ ວັນສິ້ນສຸດມາເຖິງ...ປະຊາຊົນຂອງ ເຮົາແລ້ວ ເຮົາຈະບໍ່ຜ່ານເຂົາໄປອີກເລີຍ”(ອາໂມດ 8:2)

ຈາກນັ້ນເຊັ່ນກັນ,ປະເທດຂອງເຮົາບໍ່ຄືກັບປະເທດອັງກິດໃນຕອນຕົ້ນຂອງສະຕະ ວັດທີ່ 18-ບໍ່ແມ່ນອີກຕໍ່ໄປ! ຄົນທີ່ຍັງບໍ່ເຊື່ອໃນປະເທດອັງກິດຢູ່ຫ່າງໄກຫຼາຍກວ່າທີ່ພວກ ເຮົາເປັນຢູ່!ແມ່ນແຕ່ຄົນງານຖ່ານຫີນແລະຊາວກະສິກອນກໍມີຄວາມຮູ້ຫ່າງໄກຈາກພວກເຮົາ ຫຼາຍ, ແມ່ນແຕ່ຄົນທີ່ອ່ານໜັງສືບໍ່ໄດ້ກໍສາມາດຟັງຄໍາເທດສະໜາຂອງວິດຟິວແລະເວສລີ ແລະເຂົ້າໃຈມັນໄດ້!ຄົນຂອງເຮົາທີ່ນັ່ງນິ່ງໆຟັງຄໍາເທດສະໜາທີ່ຊັບຊ້ອນໃນເລື່ອງຄວາມຊົ່ວຮ້າຍທັງໝົດເຊັ່ນທີ່ເຂົາເຮັດໄດ້ບໍ? ພວກເຂົາຢືນຢູ່ເທິງຫິມະທຸກໆເຊົ້າເວລາ 5:00 ເພື່ອຟັງ ພວກເຂົາເທດ! ຄົນຂອງພວກເຮົາຈະເຮັດແບບນັ້ນບໍ? ບໍພວກເຂົາບໍ່ເຮັດດອກ! ຄົນຂອງ ເຮົາຖືກບິດເບືອນທາງດ້ານອາລົມໂດຍວິດີໂອເກມທີ່ຮຸນແຮງ,ຮູບໂປ້,ລາຍການໂທລະພາບທີ່ເຕັມໄປດ້ວຍເລືອດແລະສົກກະປົກ,ຢາເສບຕິດ,ການຫຼັ່ງໄຫຼຂອງໜັງລາມົກແລະໜັງແບບຊາຕານ! ພວກເຂົາບໍ່ມີຈັກຢ່າງໃນປະເທດອັງກິດຂອງເວສລີ! ບໍ່ມີການປະຮ້າງກັນໃນ ຖ້າມຄົນທົ່ວໄປໃນປະເທດອັງກິດຂອງເວສລີ! ບ້ານຕ່າງໆມີສະພາບສົມບູນແລະສະຖຽນ ລະພາບບໍ່ແຕກແຍກຄືກັບໃນປະຈຸບັນນີ້, ຈາກນັ້ນກໍປຽບທຽບລັດຖະບານຂອງເຮົາກັບຂອງ ເຂົາ,ປະເທດຂອງເຂົາຖືກປົກຄອງໂດຍຄົນທີ່ມີເຫດຜົນແລະເໝາະສົມໃນສະພາທີ່ເຖິງແມ່ນວ່າບໍ່ແມ່ນຄຣິສຕຽນແທ້ແຕ່ຢ່າງໜ້ອຍກໍໄດ້ຮັບອິດທິພົນທາງສິນລະທໍາຂອງຄຣິສຕຽນ, ປະ ເທດຂອງເຮົາຖືກນໍາໂດຍຄົນຂີ້ອາຍ, ອ່ອນແອແລະບໍ່ມີມາດຕະຖານທາງສິນລະທໍາຄຣິສ ຕຽນ,ພວກເຂົາບໍ່ອະນຸຍາດໃຫ້ມີການບິດເບືອນທາງເພດໃນປະເທດອັງກິດຂອງເວສລີ,ຂ້າ ພະເຈົ້າຈໍາເປັນຕ້ອງເວົ້າຕື່ມອີກບໍ?ແລ້ວສາສະໜາຂອງເຂົາລະເປັນແນວໃດ?ແມ່ນແລ້ວຜູ້ ຄົນສ່ວນຫຼາຍນັບຖືສາສະໜາໃນປະເທດອັງກິດຂອງເວສລີ, ແມ່ນແລ້ວທີ່ສິດຍາພິບານ ເກືອບໝົດທຸກຄົນເປັນຄົນທີ່ບໍ່ກັບໃຈໃໝ່, ແຕ່ - ນີ້ແມ່ນເລື່ອງໃຫຍ່ຫຼາຍ“ແຕ່” -ພວກເຂົາ ກໍບໍ່ໄດ້ຮັບອິດທິພົນໂດຍ“ລັດທິຕັດສິນໃຈນິຍົມ”ພວກເຂົາບໍ່ໄດ້ຄິດວ່າພວກເຂົາໄດ້ກັບໃຈໃໝ່ແລ້ວຄືກັບທີ່ຢ່າງໜ້ອຍມີ 75% ຂອງຄົນຂອງເຮົາທີ່ຄິດວ່າຕົນເອງກັບໃຈໃໝ່ແລ້ວ,ພວກ ເຂົາບໍ່ໄດ້ຄິດວ່າຕົນເອງລອດໂດຍການເວົ້າຕາມບໍເທົ່າໃດຄໍາທີ່ເອີ້ນວ່າ “ຄໍາອະທິຖານຂອງ ຄົນບາບ” ຄົນບາບຫຼາຍຄົນຮູ້ດີວ່າເຂົາບໍ່ແມ່ນຄຣິສຕຽນແລະພວກເຂົາບໍ່ໄດ້ແກ້ງວ່າລອດ ແລ້ວຄືກັບທີ່ພວກເຮົາເຮັດ, ເຊັ່ນດຽວກັນເມື່ອເຂົາຄິດເຖິງການກັບໃຈໃໝ່ພວກເຂົາກໍຄິດຄື ກັບທີ່ຈອນບັນຢັນຄິດ -ໃນໜັງສືທີ່ມີຊື່ສຽງຂອງລາວທີ່ຊື່ວ່າ“ພຣະຄຸນໃຫຍ່ຫຼວງຕໍ່ຫົວໜ້າ ຂອງຄົນບາບ” ແລະ “ຄວາມກ້າວໜ້າຂອງຜູ້ສະແຫວງບຸນ”ຄວາມຄິດຕ່າງໆທີ່ພວກເຂົາມີ ເລື່ອງການກັບໃຈໃໝ່ກໍຄືມຸມມອງຂອງພວກພິວຣິທັນ - ການສໍານຶກຜິດແລະຄວາມສະ ອາດ - ບໍ່ແມ່ນ “ການອ້າປາກຄ້າງເປິະເປື້ອນ”

ນອກຈາກນີ້ພວກເຂົາທຸກຄົນກໍມີພຣະຄໍາພີເຫຼັ້ມດຽວ,ສະບັບຄິງເຈມສ໌ເປັນເຫຼັ້ມດຽວທີ່ເຂົາມີ, ສະນັ້ນພວກເຂົາຈື່ງບໍ່ສັບສົນໂດຍການມີເຫຼືອເຟືອຂອງເຫຼັ້ມຕ່າງໆທີ່ຕ່າງກັນ, ມີ ຫຼາຍເຫຼັ້ມທີ່ອີງໃສ່ສະບັບພາສາກຣີກທີ່ບິດເບືອນຊື່ງໄດ້ຮັບອິດທິພົນຈາກຄວາມຄິດຂອງ ພວກນອສຕິກຄືກັບພຣະຄໍາພີຂອງເຮົາໃນປະຈຸບັນນີ້,ແລະກໍບໍ່ມີການຫ້າມພຣະຄໍາພີສະບັບຄິງເຈມສ໌ຢູ່ໃນໂຮງຮຽນແລະມະຫາວິທະຍາໄລຕ່າງໆ,ເຖິງແມ່ນພວກເຂົາເປັນຄົນທີ່ບໍ່ກັບໃຈໃໝ່ພວກເຂົາກໍເຊື່ອວ່າພຣະຄໍາພີຄືພຣະວັດຈະນະຂອງພຣະເຈົ້າ, ແມ່ນແຕ່ກະສັດຈອຊທີ່ II(1727-1760)ເອງກໍຈະບອກທ່ານວ່າພຣະຄໍາພີຄືພຣະວັດຈະນະຂອງພຣະເຈົ້າ! ບໍ່ມີ ການຫ້າມອ່ານພຣະຄໍາພີຢູ່ໃນໂຮງຮຽນຕ່າງໆ, ຄົນໜຸ່ມທຸກຄົນຮູ້ຈັກເລື່ອງລາວຂອງພຣະ ຄໍາພີ, ແລະພຣະຄໍາພີກໍບໍ່ໄດ້ຖືກຫ້າມຢູ່ໃນມະຫາໄລຕ່າງໆ,ຢູ່ສານຫຼືລັດຖະກອນຂອງລັດຄື ກັບທີ່ຖືກຫ້າມໃນປະເທດຂອງເຮົາ,ແທນທີ່ຈະຫ້າມອ່ານພຣະຄໍາພີພວກເຂົາພັດຢືນຢັນແລະຍອມຮັບມັນເຖິງແມ່ນວ່າພວກເຂົາຈະບໍ່ແມ່ນຄຣິສຕຽນທີ່ບັງເກີດໃໝ່ແລ້ວກໍຕາມ,ນອກຈາກນີ້ກໍບໍ່ມີເອກະສານຂອງລັດແຈກຢາຍ,ທຸກຄົນເຮັດວຽກແລະພວກເຂົາທຸກຄົນກໍເຊື່ອໃນວຽກ ຈັນຍາບັນດັ່ງທີ່ສອນໄວ້ໃນພຣະຄໍາພີ,ຕອນນີ້ວຽກໜັກກໍຄືການໝີ່ນແລະດູຖູກທີ່ເອີ້ນວ່າ“ຈັນຍາບັນໃນການເຮັດວຽກທີ່ເຄັ່ງຄັດ”ທີ່ສອນວ່າມັນບໍ່ດີ, ນັບຕັ້ງແຕ່ບໍ່ວ່າເຂົາຈະເຮັດວຽກຫຼືອຶດ ຢາກ,ກໍບໍ່ມີໃຜມີເວລາໄປຮອບໆແລະຝັນເຖິງຄວາມແປກປະຫຼາດຕ່າງໆຄືກັບທີ່ຄົນຂອງເຮົາພາກັນເຮັດ, ພວກເຂົາບໍ່ມີເວລາທີ່ຈະເຝິກສະມາທິ,ບໍ່ມີສາສະໜາພຸດນິກາຍເຊນຫຼືເວດມົນ ຂອງຕາເວັນອອກປະເພດໃດ,ນັ້ນແລະຄືເຫດຜົນທີ່ວ່າເປັນຫຍັງຈື່ງມີໜ້ອຍຄົນຖືກຜີສິງ-ໃນ ຂະນະທີ່ຄ່ອນຂ້າງຈະຊັດເຈນວ່າມີເປັນພັນໆ(ຖ້າຫາກບໍ່ເປັນລ້ານ)ຂອງຄົນຂອງພວກເຮົາທີ່ຢູ່ພາຍໃຕ້ການຄວບຄຸມຂອງວິນຍານຊົ່ວ.

ບໍ່. ທ້າວບລັອກເກີເວົ້າຜິດທີ່ປຽບທຽບຄົນຂອງເຮົາກັບຄົນໃນປະເທດອັງກິດກ່ອນ ການຟື້ນຕື່ນຂື້ນໃຫຍ່ພາຍໃຕ້ການຮັບໃຊ້ຂອງວິດຟິວແລະເວສລີ, ມັນອາດຈະຢູ່ໃກ້ກວ່າ ຄວາມຈິງທີ່ຈະປຽບທຽບຄົນອາເມລິກາກັບຄົນທີ່ຢູ່ໃນສະໄໝຂອງໂນອາ!ມັນບໍ່ແມ່ນໃນສິ່ງທີ່ພຣະຄຣິດກ່າວເຖິງກ່ຽວກັບຄົນໃນຍຸກນີ້ບໍ? ພຣະຄຣິດຕັດວ່າ:

“ດ້ວຍສະໄໝຂອງໂນອາເປັນຢ່າງໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນຢ່າງນັ້ນດ້ວຍ ເພາະວ່າເມື່ອກ່ອນວັນນ້ຳຖ້ວມນັ້ນ ຄົນທັງຫລາຍໄດ້ກິນແລະດື່ມກັນ ເຮັດການສົມລົດແລະຍົກໃຫ້ເປັນຜົວເມຍກັນ ຈົນເຖິງວັນທີ່ໂນອາເຂົ້າໃນນາວາ ແລະນ້ຳຖ້ວມໄດ້ມາກວາດເອົາພວກເຂົາໄປສິ້ນ ໂດຍບໍ່ທັນຮູ້ຕົວສັນໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນສັນນັ້ນດ້ວຍ” (ມັດທາຍ 24:37-39)

ພຣະຄຣິດບໍ່ໄດ້ປຽບທຽບຄົນໃນລຸ້ນຂອງພວກເຮົາກັບຄົນຂອງປະເທດອັງກິດໃນສະຕະວັດທີ່ 18! ແຕ່ພຣະອົງຊົງປຽບທຽບກັບຄົນໃນສະໄໝຂອງໂນອາ.

“ແລະພຣະເຈົ້າຊົງເຫັນວ່າຄວາມຊົ່ວຂອງມະນຸດມີຫລາຍເທິງແຜ່ນດິນໂລກ ແລະ ເຈດຕະນາທຸກຢ່າງແຫ່ງຄວາມຄິດທັງຫລາຍໃນໃຈຂອງພວກເຂົາລ້ວນແຕ່ຊົ່ວຮ້າຍຢ່າງດຽວສະເໝີໄປ ພຣະເຢໂຮວາຊົງໂສມະນັດທີ່ພຣະ ອົງໄດ້ຊົງສ້າງມະນຸດເທິງແຜ່ນດິນໂລກ ແລະກະທຳໃຫ້ພຣະອົງຊົງເສົ້າໂສກພາຍໃນພຣະໄທຂອງພຣະອົງ”(ປະຖົມມະການ 6:5-6)

“ພຣະເຈົ້າຕັດແກ່ໂນອາວ່າ "ຕໍ່ໜ້າເຮົາບັນດາເນື້ອໜັງກໍມາເຖິງວາລະສຸດທ້າຍແລ້ວ ເພາະວ່າແຜ່ນດິນໂລກເຕັມໄປດ້ວຍຄວາມອຳມະຫິດເພາະພວກເຂົາ ແລະເບິ່ງເຖີດ ເຮົາຈະທຳລາຍພວກເຂົາພ້ອມກັບແຜ່ນດິນໂລກ” (ປະຖົມມະການ 6:13)

ໝູ່ໃນບລັອກຂອງເຮົາເວົ້າວ່າ “ມີຄວາມຫວັງນີ້...ໃນແບບທີ່ພຣະເຈົ້າຊົງຊ່ວຍກູ້ປະ ເທດອັງກິດຈາກການລົ້ມລະລາຍຢ່າງສິ້ນເຊີງຝ່າຍວິນຍານທີ່ກໍາລັງຈະມາເຖິງ...ຜ່ານການຟື້ນຟູຝ່າຍວິນຍານຂອງຈອດຊ໌ວິດຟິວ,ຈອນແລະຊາລສ໌ເວສລີ,ດັ່ງນັ້ນພຣະເຈົ້າສາມາດເຮັດສິ່ງດຽວກັນອີກເທື່ອໜື່ງໃນສະໄໝຂອງພວກເຮົາໄດ້”ລາວເວົ້າຖືກເມື່ອລາວເວົ້າວ່າພຣະເຈົ້າ ສາມາດເຮັດແບບນັ້ນອີກເທື່ອໜື່ງ, ແຕ່ອັນນັ້ນບໍ່ແມ່ນຄໍາຖາມ, ຄໍາຖາມບໍ່ແມ່ນວ່າພຣະເຈົ້າ ຊົງສາມາດສົ່ງການຟື້ນຟູແຫ່ງຊາດມາຫຼືບໍ, ຄໍາຖາມກໍຄືພຣະເຈົ້າຈະສົ່ງການຟື້ນຟູມາທົ່ວ ປະເທດຫຼືບໍ ແລະຂ້າພະເຈົ້າກໍຖືກໂນ້ມນ້າວໃຈວ່າຄໍາຕອບກໍຈະດັງສະນັ່ນວ່າ“ບໍ” ຄືກັບທີ່ ພວກເຮົາອ່ານໃນຂໍ້ພຣະຄໍາພີຂອງພວກເຮົາ.

“ແລ້ວພຣະເຈົ້າຕັດກັບຂ້າພະເຈົ້າວ່າ ວັນສິ້ນສຸດມາເຖິງ... ປະຊາຊົນຂອງ ເຮົາແລ້ວ ເຮົາຈະບໍ່ຜ່ານເຂົາໄປອີກເລີຍ ອົງພຣະຜູ້ເປັນ ເຈົ້າຕັດວ່າ ໃນວັນນັ້ນສຽງເພງໃນພຣະວິຫານຈະເປັນສຽງຮ້ອງໄຫ້ ຈະມີສົບຢ່າງຫຼວງ ຫຼາຍທຸກແຫ່ງຖີ້ມໄວ້ງຽບໆ”(ອາໂມດ 8:2-3)

ຂ້າພະເຈົ້າຄິດວ່າບໍ່ມີຄວາມຫວັງ,ບໍ່ມີອີກແລ້ວສໍາຫຼັບປະເທດອາເມລິກາແລະໂລກຕາເວັນ ຕົກ,ບໍ່ມີເລີຍ ຈົ່ງຟັງປະໂຫຍກທີ່ພວກໄອຊິສໂພສລົງໃນອິນເຕີເນັດອາທິດທີ່ແລ້ວນີ້, ຫຼັງ ຈາກການສັ່ງຫານໝູ່ 17 ຢູ່ໃນປາຣີ,ພວກຜູ້ກໍ່ການຮ້າຍມູສະລິມເຫຼົ່ານີ້ໄດ້ສົ່ງອີເມລໄປຫາ ປະເທດອາເມລິກາ, ມີອີເມວສອງສະບັບທີ່ເວົ້າວ່າ:

“ພວກເຮົາກໍາລັງໄປຫາພວກເຈົ້າ ຈົ່ງລະວັງຂ້າງຫຼັງໃຫ້ດີ” “ພວກເຮົາຈະບໍ່ຢຸດ ພວກເຮົາຮູ້ຈັກທຸກສິ່ງທຸກຢ່າງກ່ຽວກັບພວກເຈົ້າ,ເມຍ ຂອງພວກເຈົ້າແລະລູກຂອງພວກເຈົ້າ”

ພວກເຂົາຈະກໍ່ການຮ້າຍພວກເຮົາໃຫ້ຍອມຈໍານົນບໍ? ນັ້ນແລະຄືຄວາມໝາຍຂອງຄໍາວ່າ “ອິສລາມ”! ໝາຍເຖິງ“ການຍອມຈໍານົນ” ພວກເຮົາຈະຍອມພວກເຂົາບໍ? ພວກເຂົາຈະຢຶດ ເອົາອາເມລິກາແລະຕາເວັນຕົກບໍ? ມີພຽງພຣະເຈົ້າເທົ່ານັ້ນທີ່ຮູ້ແນ່ນອນ ແຕ່ມັນເບິ່ງບໍ່ຄ່ອຍ ດີເລີຍ! ນີ້ແມ່ນຄວາມແນ່ນອນຫຼາຍທີ່ພຣະເຈົ້າກ່າວວ່າ

“ເຮົາຈະບໍ່ຜ່ານເຂົາໄປອີກເລີຍ”(ອາໂມດ 8:2)

ຈະບໍ່ມີການຟື້ນຟູລະດັບຊາດໃນປະເທດອາເມລິກາຫຼືໃນຢູໂລບ, ມັນຈະບໍ່ເກີດຂື້ນ, ມັນຊ້າເກີນໄປແລ້ວ, ດຣ.ດັບໂບຢູ.ເອ.ຄຣິສແວວນັກເທດຜູ້ຍິ່ງໃຫຍ່ທີ່ສຸດທີ່ອາເມລິກາຜະ ລິດອອກມາໃນສະຕະວັດທີ່ 20 ໄດ້ກ່າວວ່າ “ຄົນຂອງເຮົາຢູ່ໃນຄວາມຢ້ານຢ່າງຕໍ່ເນື່ອງ ແລະສັງຫອນສໍາຫຼັບມື້ອື່ນນີ້ເພາະພວກເຮົາເປັນຄົນຊົ່ວຮ້າຍ...ໃນທຸກວິທີທາງອາເມລິກາກໍາລັງປ່ຽນແປງຕໍ່ຕ້ານພຣະເຈົ້າແລະເປັນຝ່າຍໂລກເພີ່ມຂື້ນ, ນີ້ແມ່ນວັນພິພາກສາທີ່ກໍາລັງ ມາແລະພວກເຮົາກໍຮູ້ສຶກມັນ” ດຣ.ຄຣິສແວວເປັນສິດຍາພິບານຂອງຄຣິສຕະຈັກເຟີສແບັບ ຕິດແຫ່ງເມືອງດາລາສເປັນເວລາກວ່າຫ້າສິບປີ, ລາວຄືສິດຍາພິບານຂອງບິລລີ່ເກຣແຮມ

(W. A. Criswell, Ph.D., Great Doctrines of the Bible – Bibliology, Zondervan Publishing House, 1982, p. 43).

ພວກເຮົາກໍາລັງປະເຊີນການພິພາກສາໃນຖານະເປັນຊົນຊາດ ແລະບຸກຄົນ, ນັ້ນແລະຄືເຫດຜົນທີ່ເປັນຫຍັງອາເມລິກາຈື່ງບໍ່ຢູ່ໃນຄໍາທໍານາຍໃນພຣະຄໍາພີ,ພວກເຮົາ ບໍ່ແມ່ນຊາດທີ່ຍິ່ງໃຫຍ່ອີກຕໍ່ໄປ,ພວກເຮົາບໍ່ສົມຄວນທີ່ຈະອອກຄວາມເຫັນໃນຄໍາທໍານາຍເຖິງຍຸກສຸດທ້າຍຂອງພຣະຄໍາພີ! ແຕ່ຂ້າພະເຈົ້າຂໍບອກພວກທ່ານວ່າມີການນໍາມາປະຍຸກ ໃຊ້ອັນທີ່ສອງຂອງຂໍ້ພຣະຄໍາພີຂອງເຮົາວ່າ.

II. ສອງ ຂໍ້ພຣະຄໍາພີປະຍຸກໃຊ້ກັບທຸກຄົນທີ່ເຮັດບາບຈົນເຖິງຄວາມຕາຍ.

ເວລາຈະມາເຖິງ,ຖ້າມັນຍັງບໍ່ມາເຖິງແລ້ວ ເມື່ອພຣະເຈົ້າຈະເວົ້າແບບນີ້ກັບພວກ ທ່ານວ່າ:

“ເຮົາຈະບໍ່ຜ່ານເຂົາໄປອີກເລີຍ”(ອາໂມດ 8:2)

ເມື່ອພຣະເຈົ້ກ່າວແບບນັ້ນກ່ຽວກັບທ່ານ, ກໍໝາຍຄວາມວ່າທ່ານຈະຖືກສາບຕະຫຼອດໄປ, ທ່ານອາດຈະມີຊີວິດອີກຫຼາຍປີ,ແຕ່ທ່ານຖືກກໍານົດຊະຕາໃນແປວໄຟຂອງນາຮົກຕະຫຼອດ ໄປເມື່ອພຣະເຈົ້າກ່າວວ່າ“ເຮົາຈະບໍ່ຜ່ານເຂົາໄປອີກເລີຍ” ເປັນຫຍັງເລື່ອງນັ້ນຈື່ງຈະເກີດ ຂື້ນ?ເພາະພວກທ່ານໄດ້ເຮັດບາບທີ່ໃຫ້ອະໄພບໍ່ໄດ້! ມີນັກເທດຜູ້ຍິ່ງໃຫຍ່ຫຼາຍຄົນໃນອະ ດີດໄດ້ເວົ້າເຖິງຄວາມບາບທີ່ໃຫ້ອະໄພບໍ່ໄດ້, ດຣ.ມາຕິນລອຍ-ໂຈນເວົ້າເຖິງ“ຄວາມບາບທີ່ ຕໍ່ສູ້ພຣະວິນຍານບໍລິສຸດ”( The Sons of God, ໜ້າ 230)ໂຈນາທານເອັດເວີດ,ອາສາເຮວ ເນັດເລັດຕັນ,ມູດີ້,ທໍຣີ່,ຈອຊ.ດັບໂບຢູທຣູເອັດແລະນັກເທດສະໄໝເກົ່າຫຼາຍຄົນໄດ້ເວົ້າເຖິງ “ຄວາມບາບທີ່ໃຫ້ອະໄພບໍ່ໄດ້” ດຣ.ຈອນອາ.ໄຣສ໌ ໄດ້ກ່າວໄວ້ວ່າ:

ມີບາບອັນໜື່ງ“ທີ່ໃຫ້ອະໄພບໍ່ໄດ້ສໍາຫຼັບມະນຸດ”ມີບາບອັນໜື່ງຊື່ງຖ້າມະນຸດຄົນໃດເຮັດ“ຈະຊົງໂຜດຍົກໂທດໃຫ້ເຂົາບໍ່ໄດ້ທັງໂລກນີ້ແລະໂລກໜ້າ” ມີ ຄວາມບາບທີ່ໃຫ້ອະໄພບໍ່ໄດ້...ຄວາມບາບທີ່ໃຫ້ອະໄພບໍ່ໄດ້ (ຄື)ທີ່ຄົນໜື່ງ ອາດຈະຂ້າມເສັ້ນຕາຍໃນຂະນະທີ່ຍັງມີຊີວິດຢູ່, ອາດຈະຜ່ານເຂົ້າໄປໃນ ຂອບເຂດແຫ່ງຫາຍະນະໃນຂະນະທີ່ຍັງມີຊີວິດຢູ່,ອາດຈະຜ່ານເຂົ້າໄປໃນ ຂອບເຂດຂອງຫາຍະນະ,ອາດຈະຜ່ານເຂົ້າໄປຕະຫຼອດໄປເໜືອຄວາມເມດຕາໃນເວລາທີ່ຍັງມີຊີວິດຢູ່ໃນໂລກນີ້!...ແມ່ນແລ້ວ,ຄວາມບາບທີ່ໃຫ້ອະໄພບໍ່ໄດ້ສາມາດເຮັດຕອນນີ້ໄດ້, ຄົນບາບທຸກຄົນທີ່ໄດ້ຍິນຂ່າວປະເສີດ,ຜູ້ທີ່ຖືກ ໂນ້ມນ້າວຢ່າງເລິກເຊີງ,ຜູ້ທີ່ຕາແຈ້ງຕໍ່ຄວາມບາບຂອງຕົນແລະຄວາມຕ້ອງການພຣະຜູ້ຊ່ວຍໃຫ້ລອດຂອງຕົນ, ແມ່ນຕົກຢູ່ໃນອັນຕະລາຍປານຕາຍ ຂອງການເຮັດບາບຊື່ງໃຫ້ອະໄພບໍ່ໄດ້(Dr. John R. Rice, Crossing the Deadline, Sword of the Lord, 1953, pp. 3-4).

ຖ້າພຣະເຈົ້າຫາກສາມາດຜ່ານຊົນຊາດໜື່ງໄປໄດ້,ພຣະອົງກໍຊົງສາມາດຜ່ານພວກ ທ່ານໄປໄດ້! ຖ້າຊົນຊາດໜື່ງຫາກເຮັດບາບຈົນເຖິງຄວາມຕາຍໄດ້,ດັ່ງນັ້ນພວກທ່ານກໍສາ ມາດເຮັດໄດ້! 1 ໂຢຮັນ 5:16 ກ່າວວ່າ“ບາບທີ່ນໍາໄປສູ່ຄວາມຕາຍກໍມີ”(1 ໂຢຮັນ 5:16) ຄາອິນໄດ້ເຮັດບາບອັນນັ້ນ,ແລະພຣະເຈົ້າຊົງໝົດຫວັງເລື່ອງລາວໄປຕະຫຼອດໄປ,ເຖິງແມ່ນລາວຈະມີຊີວິດຢູ່ຫຼາຍປີລາວກໍບໍ່ສາມາດທີ່ຈະລອດໄດ້, ຟາໂຣໃນສະໄໝຂອງໂມເສດກໍ ເຮັດບາບນັ້ນແລະພຣະເຈົ້າຊົງໝົດຫວັງຕໍ່ລາວ, ເຖິງແມ່ນລາວຈະມີຊີວິດຢູ່ຫຼາຍປີລາວກໍບໍ່ ສາມາດທີ່ຈະລອດໄດ້,ຢູດາສກໍເຮັດບາບນັ້ນຄືກັນແລະພຣະເຈົ້າຊົງໝົດຫວັງຕໍ່ລາວ-ລາວມີ ຊີວິດຢູ່ເປັນເວລາຫຼາຍຊົ່ວໂມງແຕ່ມັນກໍສວຍເກີນໄປສໍາຫຼັບລາວທີ່ຈະໄດ້ຮັບຄວາມລອດ! ຖ້າທ່ານຫາກຕໍ່ສູ້ກັບພຣະວິນຍານບໍລິສຸດແລະປະຕິເສດທີ່ຈະວາງໃຈໃນພຣະເຢຊູ, ວັນເວ ລາກໍຈະມາເຖິງເມື່ອພຣະເຈົ້າຈະຊົງໝົດຫວັງໃນເລື່ອງທ່ານເຊັ່ນດຽວກັນ! ຫຼັງຈາກນັ້ນພຣະ ເຈົ້າກໍຈະຕັດວ່າ:

“ເຮົາຈະບໍ່ຜ່ານເຂົາໄປອີກເລີຍ”(ອາໂມດ 8:2)

ຈົ່ງຟັງດ້ວຍຄວາມລະມັດລະວັງຕໍ່ບົດເພງນີ້ທີ່ແຕ່ງໂດຍດຣ.ຈອນອາ.ໄຣສ໌

ເຈົ້າລໍຄອຍແລະຍັງຊັກຊ້າຢູ່ປະຕິເສດພຣະຜູ້ຊ່ວຍ
ທຸກຄໍາເຕືອນຂອງພຣະອົງຊົງອົດທົນສູງ,ທຸກຄໍາຂໍຮ້ອງຂອງພຣະອົງດີເລີດ
ສະນັ້ນເຈົ້າກິນໝາກໄມ້ຕ້ອງຫ້າມ,ເຈົ້າເຊື່ອຄໍາສັນຍາຂອງຊາຕານ
ຫົວໃຈຂອງເຈົ້າແຂງກະດ້າງ,ຄວາມບາບໄດ້ເຮັດໃຫ້ໃຈເຈົ້າຕາບອດ
ໜ້າເສົ້າທີ່ຕ້ອງປະເຊີນການພິພາກສາ,ເຈົ້າຈະຖືກເອີ້ນຄືນໂດຍບໍ່ມີເມດຕາ
ນັ້ນເພາະເຈົ້າລໍຊ້າແລະຊັກຊ້າຈົນພຣະວິນຍານໄປແລ້ວ
ເປັນຕາຕິແລະທຸກໃຈຫາກເມື່ອຄວາມຕາຍພົບວ່າເຈົ້າສິ້ນຫວັງ
ເພາະເຈົ້າລໍຊ້າແລະຊັກຊ້າແລະລໍຖ້າດົນເກີນໄປ
(“ຖ້າເຈົ້າຊັກຊ້າດົນເກີນໄປ” ໂດຍດຣ.ຈອນອາ.ໄຣສ໌ 1895-1980)

ຂ້າພະເຈົ້າຂໍຮ້ອງພວກທ່ານໃນເຊົ້າມື້ນີ້ວ່າ-ຈົ່ງຫັນໜີຈາກຄວາມບາບແລ້ວວາງໃຈ ເຊື່ອໃນພຣະເຢຊູດຽວນີ້ໃນຂະນະທີ່ຍັງມີເວລາຢູ່,ຈົ່ງວາງໃຈໃນພຣະເຢຊູຄຣິດດຽວນີ້-ກ່ອນ ທີ່ພຣະເຈົ້າຈະໝົດຫວັງຕໍ່ພວກທ່ານ- ຄືກັບທີ່ພຣະອົງໝົດຫວັງຕໍ່ປະເທດອິດສະຣາເອນ! ພຣະອົງຊົງໝົດຫວັງຕໍ່ອາມາຊິຢາໃນສະໄໝຂອງອາໂມດ! ພຣະອົງຊົງໝົດຫວັງຕໍ່ຄາອິນ! ຄືກັບທີ່ພຣະອົງຊົງໝົດຫວັງຕໍ່ຟາໂຣ! ຄືກັບທີ່ພຣະອົງຊົງໝົດຫວັງຕໍ່ຢູດາ! ພຣະອົງຈະຊົງ ໝົດຫວັງຕໍ່ພວກທ່ານ! ຈົ່ງມາຫາພຣະຄຣິດ, ວາງໃຈໃນພຣະຄຣິດດຽວນີ້ກ່ອນທີ່ມັນຈະ ສວຍເກີນໄປ! ພຣະຄໍາພີກ່າວວ່າ:

“ຈົ່ງວາງໃຈໃນພຣະເຈົ້າດ້ວຍສຸດໃຈຂອງເຈົ້າແລະຢ່າເພີ່ງພາຄວາມເຂົ້າໃຈຂອງຕົນເອງ”(ສຸພາສິດ 3:5)

ຈົ່ງວາງໃຈໃນພຣະເຢຊູ,ພຣະໂລຫິດຂອງພຣະອົງຈະປົກຄຸມຄວາມບາບຂອງທ່ານທຸກຢ່າງແລະຊໍາລະລ້າງມັນອອກໄປ, ຄວາມຕາຍຂອງພຣະອົງເທິງໄມ້ກາງແຂນຈະຊົງໄຖ່ບາບ ຂອງທ່ານທຸກຢ່າງແລະຊ່ວຍທ່ານໃຫ້ພົ້ນຈາກພຣະພິໂລດອັນຕະຫຼອດໄປເປັນນິດ, ການ ຟື້ນຂື້ນຈາກຕາຍຂອງພຣະອົງຈະປະທານຊີວິດແລະຄວາມຫວັງໃຫ້ແກ່ທ່ານ! ຈົ່ງວາງໃຈ ໃນພຣະເຢຊູດຽວນີ້ແລະພຣະອົງຈະຊົງອະໄພບາບໃຫ້ທ່ານຕະຫຼອດໄປ! ຂໍເຊີນດຣ.ແຊນ ມານໍາພວກເຮົາອະທິຖານແດ່, ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄໍາພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ອາໂມດ 7:14-8:3.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“If You Linger Too Long” (by Dr. John R. Rice, 1895-1980).

ໂຄງຮ່າງບົດເທດສະໜາ

ເປັນຫຍັງປະເທດອາເມລິກາຈື່ງບໍ່ຢູ່ໃນຄໍາທໍານາຍຂອງພຣະຄໍາພີ

(ບົດເທດສະໜາໃນເລື່ອງວັນອາທິດ “ສິດທິໃນຊີວິດ”)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ

“ແລ້ວພຣະເຈົ້າຕັດກັບຂ້າພະເຈົ້າວ່າ ວັນສິ້ນສຸດມາເຖິງອິດສະຣາເອນ ປະຊາຊົນຂອງເຮົາແລ້ວ ເຮົາຈະບໍ່ຜ່ານເຂົາໄປອີກເລີຍ ອົງພຣະຜູ້ເປັນ ເຈົ້າຕັດວ່າ ໃນວັນນັ້ນສຽງເພງໃນພຣະວິຫານຈະເປັນສຽງຮ້ອງໄຫ້ ຈະມີສົບຢ່າງຫຼວງຫຼາຍທຸກແຫ່ງຖີ້ມໄວ້ງຽບໆ”(ອາໂມດ 8:2-3)

(ອາໂມດ 7:17)

I. ໜື່ງ ຂໍ້ພຣະຄໍາພີປະຍຸກໃຊ້ກັບປະເທດອາເມລິກາແລະໂລກຕາເວັນຕົກ.
ມັດທາຍ 24:37-39; ປະຖົມມະການ 6:5-6, 13;ອາໂມດ 8:2-3.

II. ສອງຂໍ້ພຣະຄໍາພີປະຍຸກໃຊ້ກັບທຸກຄົນທີ່ເຮັດບາບຈົນເຖິງຄວາມຕາຍ.
1 ໂຢຮັນ 5:16; ສຸພາສິດ 3:5.