Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 40 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການເທດສະໜາເລື່ອງໄມ້ກາງແຂນ

THE PREACHING OF THE CROSS
(Laotian)

ຄໍາເທດສະໜາແຕ່ງໂດຍ ດຣ. ອາ.ແອວ.ໄຮເມີ ຈູເນຍ.
ເທດສະໜາໂດຍສາສະດາຈານ ຈອນ ຊາມູເອວ ເຄແກນ
ທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 27/5/2018
A sermon written by Dr. R. L. Hymers, Jr.
and preached by Rev. John Samuel Cagan
at the Baptist Tabernacle of Los Angeles
Lord’s Day Morning, May 27, 2018

“ຄົນທັງຫລາຍທີ່ກຳລັງຈະຈິບຫາຍກໍເຫັນວ່າການປະກາດເລື່ອງກາງແຂນເປັນເລື່ອງໂງ່ ແຕ່ພວກເຮົາທີ່ລອດແລ້ວເຫັນວ່າເປັນລິດທານຸພາບຂອງພຣະເຈົ້າ”
     (1 ໂກລິນໂທ 1:18)


ສິດຍາພິບານຂອງພວກເຮົາດຣ.ໄຮເມີໄດ້ເທດສະໜາມາແລ້ວຫົກສິບປີ, ເພິ່ນໄດ້ເທດສະໜາເປັນພັນໆເລື່ອງ, ເພິ່ນໄດ້ແຕ່ງບົດເທດທີ່ຂ້າພະເຈົ້າກໍາລັງເທດຢູ່ຕອນນີ້, ບົດເທດຫຼາຍຮ້ອຍເລື່ອງຂອງເພິ່ນຕອນນີ້ຢູ່ໃນເວັບໄຊຂອງພວກເຮົາແລ້ວ,ເລື່ອງຕໍ່ເລື່ອງ,ພວກ ມັນຖືກແປເປັນ 38 ພາສາ, ຄໍາເທດສະໜາທີ່ເປັນວິດີໂອແລະທີ່ຂຽນໃສ່ເຈ້ຍກໍາລັງໄປທົ່ວໂລກໃນ 221 ປະເທດ, ພວກສິດຍາພິບານຢູ່ທົ່ວໂລກກໍາລັງເທດສະໜາບົດເທດຂອງເພິ່ນ ດຣ.ໄຮເມີຄືນັກເທດທີ່ໂດດເດັ່ນ! ແມ່ນດ້ວຍປະສົບການທັງໝົດຂອງເພິ່ນ,ເພິ່ນກໍພົບວ່າມັນຍາກທີ່ຈະຕັດສິນໃຈວ່າຈະເທດເລື່ອງຫຍັງ.

ພວກທ່ານອາດຈະຖາມວ່າ “ເປັນຫຍັງມັນຄືຍາກແທ້?”,ຂ້າພະເຈົ້າຈະບອກວ່າເປັນຫຍັງນະ, ຈະມີຫຼາຍຄົນທີ່ຢູ່ໃນຄຣິສຕະຈັກຂອງເຮົາໃນເຊົ້າວັນອາທິດຜູ້ທີ່ບໍ່ແມ່ນຄຣິສຕຽນແທ້, ບາງຄົນອາດຈະມາຈາກພື້ນຖານທີ່ເປັນພຸດ, ສ່ວນຄົນອື່ນໆຈະເປັນຄົນທີ່ມາຈາກຄາທໍລິກ ຫຼືເບື້ອງຫຼັງທີ່ເປັນພວກຂ່າວປະເສີດໃໝ່, ຄຣິສຕຽນເປັນພິທີ, ຄຣິສຕຽນແຕ່ໃນຊື່ເທົ່ານັ້ນ, ບາງຄົນອາດຈະບໍ່ມີພື້ນຖານສາສະໜາທີ່ແທ້ຈິງກໍເປັນໄດ້, ຄົນອື່ນໆອາດຈະເປັນຄົນທີ່ຍັງບໍ່ລອດທີ່ຢູ່ໃນຄຣິສຕະຈັກຂອງເຮົາເອງຊື່ງເປັນຄົນທີ່ຮູ້ຈັກພຣະຄໍາພີດີ, ແຕ່ບໍ່ເຄີຍປະ ສົບກັບການບັງເກີດໃໝ່ເລີຍ, ພວກເຂົາທຸກຄົນຈະມີສິ່ງໜຶ່ງທີ່ຄ້າຍຄືກັນ, ພວກເຂົາບໍ່ແມ່ນຄົນທີ່ກັບໃຈໃໝ່ແທ້ຕໍ່ພຣະເຢຊູຄຣິດເລີຍ. ຍ

ຕອນເຊົ້າວັນອາທິດຄໍາເທດສະໜາປະມານໜຶ່ງຊົ່ວໂມງຫຼືໜ້ອຍກວ່າ, ໃນຊ່ວງເວລາທີ່ສັ້ນໆນັ້ນ, ຄໍາເທດສະໜາຈະຕ້ອງເວົ້າບາງສິ່ງບາງຢ່າງທີ່ປ່ຽນແປງທຸກສິ່ງທຸກຢ່າງທີ່ທ່ານຄິດກ່ຽວກັບສາສະໜາ ແລະເຮັດໃຫ້ຄຣິສຕຽນເປັນຂອງແທ້,ບໍ່ແມ່ນເປັນພຽງຄວາມຈິງອັນໜຶ່ງ,ແຕ່ເປັນຄວາມຈິງແທ້-ຄວາມຈິງເທົ່ານັ້ນ, ບົດເທດຈະຕ້ອງພາທ່ານໃຫ້ເຫັນດ້ວຍກັບເລື່ອງນັ້ນ ແລະປ່ຽນແປງຫົນທາງຄວາມຄິດທັງໝົດຂອງທ່ານ ແລະພະຍາຍາມໂນ້ມນ້າວທ່ານໃຫ້ຖີ້ມຄວາມຄິດຜິດໆ, ມາພາຍໃຕ້ການສໍານຶກຜິດບາບ ແລ້ວມອບຊີວິດທັງໝົດແກ່ພຣະເຢຊູຄຣິດ, ນັ້ນຄືວຽກທີ່ຍິ່ງໃຫຍ່! ແລະມີພຽງຊົ່ວໂມງດຽວທີ່ຈະເຮັດມັນ! ສິ່ງທີ່ຂ້າພະເຈົ້າຈະເທດອາດຈະເບິ່ງຄືເປັນຄໍາເທດສະໜາຂ່າວປະເສີດທໍາມະດາ, ແຕ່ກໍມີການກຽມຄວາມຄິດ ແລະອະທິຖານຢ່າງໜັກສໍາລັບເລື່ອງນີ້.

ຫົວຂໍ້ພຣະຄໍາພີຂອງເຮົາເປັນພຣະຄໍາຂໍ້ດຽວ, ຂ້າພະເຈົ້າຂໍອະທິຖານຂໍໃຫ້ຄໍາເວົ້າທີ່ຈະເວົ້າຕໍ່ຈາກນີ້ຊ່ວຍທ່ານ, ຢ່່າງໜ້ອຍກໍຫວັງວ່າທ່ານຈະຈື່ໃນສິ່ງທີ່ຂ້າພະເຈົ້າເວົ້າໜ້ອຍໜຶ່ງເມື່ອທ່ານກັບໄປບ້ານໃນວັນນີ້, ຂໍໃຫ້ຢ່າງໜ້ອຍຄວາມຄິດທີ່ຂ້າພະເຈົ້ານໍາອອກມາວັນນີ້ຈະເປັນເຫດໃຫ້ທ່ານຄິດກ່ຽວກັບພຣະເຢຊູຄຣິດເຈົ້າຂອງເຮົາ ແລະຄິດເຖິງສິ່ງທີ່ພຣະອົງຊົງເຮັດເພື່ອຄວາມລອດຂອງຈິດວິນຍານອັນເປັນນິດຂອງທ່ານ, ນີ້ຄືຂໍ້ພຣະຄໍາພີໃນ 1 ໂກລິນໂທ 1:18 ຂໍຈົ່ງຟັງໃນຂະນະທີ່ຂ້າພະເຈົ້າອ່ານມັນ.

“ຄົນທັງຫລາຍທີ່ກຳລັງຈະຈິບຫາຍກໍເຫັນວ່າການປະກາດເລື່ອງກາງແຂນເປັນເລື່ອງໂງ່ ແຕ່ພວກເຮົາທີ່ລອດແລ້ວເຫັນວ່າເປັນລິດທານຸພາບຂອງພຣະເຈົ້າ”(1 ໂກລິນໂທ 1:18)

ບົດເທດນີ້ຈະມີຢູ່ສາມປະເດັ່ນຫຼັກໆຄື (1) ການເທດສະໜາເລື່ອງກາງແຂນເອງ (2) ການເທດສະໜາເລື່ອງກາງແຂນເປັນເລື່ອງໂງ່ຕໍ່ຄົນທີ່ກໍາລັງຈະຈິບຫາຍ ແລະ (3) ການເທດສະໜາເລື່ອງກາງແຂນຢ່າງດຽວບໍ່ພຽງພໍທີ່ຈະມີຄຣິສຕະຈັກທີ່ເຂັ້ມແຂງໄດ້.

I. ໜຶ່ງ ການເທດສະໜາເລື່ອງກາງແຂນເອງ.

ອັກຄະສາວົກໂປໂລໝາຍຄວາມວ່າແນວໃດ “ການເທດສະໜາເລື່ອງກາງແຂນ”? ຄໍາສັບ“ການເທດສະໜາເລື່ອງກາງແຂນ”ມີຮູບແບບຫຼັກພຽງຢ່າງດຽວ, ໝາຍຄວາມວ່າມີພຽງຄວາມຈິງອັນດຽວທີ່ກໍານົດໄວ້ໃນຄໍາເຫຼົ່ານັ້ນ, ມັນເລັ່ງໃສ່ຂ່່າວປະເສີດແທ້ອັນດຽວແລະ ພຽງຢ່າງດຽວເທົ່ານັ້ນ, ມີພຽງຂ່າວປະເສີດດຽວຄືກັບທີ່ມີພຣະເຈົ້າອົງດຽວ, ແລະມີພຽງພຣະຜູ້ຊ່ວຍໃຫ້ລອດອົງດຽວ-ຄືພຣະເຢຊູຄຣິດ, ພວກເຮົາບໍ່ເຊື່ອຄວາມຄິດແບບສະໄໝໃໝ່ທີ່ວ່າ“ການເທດສະໜາເລື່ອງກາງແຂນ”ອາດຈະແທ້ສໍາລັບຂ້ອຍແຕ່ບໍ່ແທ້ສໍາລັບເຈົ້າ, ພວກສະ ໄໝໃໝ່ອາດຈະເວົ້າວ່າ “ນັ້ນແມ່ນຄວາມຈິງຂອງເຈົ້າ, ມັນແມ່ນແທ້ສໍາລັບເຈົ້າ, ແຕ່ມັນບໍ່ແມ່ນຄວາມຈິງສໍາລັບຂອງຂ້ອຍ” ຂ້າພະເຈົ້າຂໍເວົ້າວ່່າພວກສະໄໝໃໝ່ເວົ້າເກີນໄປ, ເມື່ອ ພຣະຄໍາພີເວົ້າເຖິງເລື່ອງໄມ້ກາງແຂນມັນກໍເວົ້າເຖິງເປົ້າໝາຍທີ່ເປັນຄວາມຈິງ-ຄວາມຈິງທີ່ຈະຕ້ອງກ່ຽວຂ້ອງກັບພວກທ່ານທຸກຄົນ, ຄວາມຈິງຊື່ງຍັງຄົງແມ່ນແທ້ບໍ່ວ່າທ່ານຈະເຊື່ອຫຼືບໍ່ກໍຕາມ, ມັນຄືເປົ້າໝາຍທີ່ເປັນຈິງຊື່ງໝາຍເຖິງຄວາມຈິງເຖິງແມ່ນວ່າຄວາມຄິດຂອງທ່ານຈະບໍ່ເຂົ້າໃຈຄວາມສໍາຄັນຂອງມັນກໍຕາມ.

ຕໍ່ໄປ“ການເທດສະໜາເລື່ອງກາງແຂນ”ຖືກພົບແລ້ວ,ບໍ່ແມ່ນພຽງແຕ່ໃນສິ່ງທີ່ພຣະຄໍາພີກ່າວແຕ່ມັນກໍຍັງຢູ່ເທິງຄວາມຈິງຕາມປະຫວັດສາດ-ຄວາມຈິງທີ່ວ່າພຣະເຢຊູຄຣິດຊົງທຸກທໍລະມານຢ່າງໜັກເພື່ອຄວາມບາບຂອງທ່ານ, ທີ່ວ່າພຣະອົງຊົງພົບພໍ້ກັບຄວາມທຸກທໍລະມານໃຈ ແລະເຈັບປວດໃນສວນເກັດເສມານີຕອນທີ່ຄວາມບາບຂອງທ່ານຖືກວາງລົງເທິງຮ່າງກາຍຂອງພຣະອົງ, ພຣະອົງຊົງປະສົບພົບພໍ້ກັບຄວາມທຸກທໍລະມານທີ່ເປັນຕາຢ້ານຕອນທີ່ພວກເຂົາຕີພຣະອົງຈົນເກືອບຕາຍໃນສານຂອງປີລາດ, ແລ້ວພຣະອົງກໍຖືກລາກໄປທີ່ພູກະໂຫຼກຫົວບ່ອນທີ່ພວກເຂົາຕອກຕະປູໃສ່ຕີນແລະມືຂອງພຣະອົງ, ບ່ອນທີ່ພວກເຂົາດຶງໄມ້ກາງແຂນຂຶ້ນ ແລະຫ້ອຍພຣະອົງໄວ້ຫັ້ນ, ເລືອດໄຫຼ ແລະຕາຍເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ, ເພື່ອທີ່ທ່ານຈະລອດໄດ້, ບໍ່ພຽງແຕ່ໃຫ້ອະໄພບາບຂອງທ່ານເທົ່ານັ້ນ ແຕ່ເຮັດໃຫ້ທ່ານເປັນຄົນຊອບທໍາໂດຍຄວາມຕາຍຂອງພຣະອົງ, ນັ້ນເພື່ອທີ່ທ່ານຈະຖືກນັບວ່າເປັນຄົນບໍ່ມີບາບຜ່ານທາງການກະທໍາແຫ່ງຄວາມເຊື່ອໃນພຣະອົງ.

“ການເທດສະໜາເລື່ອງກາງແຂນ”ຄືການເທດສະໜາເພື່ອສະແດງໃຫ້ທ່ານເຫັນວ່າທ່ານ:

“ຕາຍແລ້ວໃນຄວາມບາບຂອງທ່ານທັງຫຼາຍ”(ໂກໂລຊາຍ 2:13)

ແລະການຕາຍແທນຂອງພຣະຄຣິດຢູ່ໃນບ່ອນຂອງທ່ານ, ສາມາດຈ່າຍແທນຄວາມບາບຂອງທ່ານ, ຍົກເລີກຄວາມບາບຂອງທ່ານ ແລະມອບຊີວິດໃຫ້ທ່ານໂດຍການຟື້ນຄືນຈາກຕາຍຂອງພຣະຄຣິດ.

“ການເທດສະໜາເລື່ອງກາງແຂນ” ສະແດງໃຫ້ເຫັນວ່າທ່ານບໍ່ໄດ້ຮັບຄວາມລອດໂດຍການເຮັດດີ ຫຼືໂດຍການມາບາງຄັ້ງບາງຄາວ, ບໍ່ແມ່ນ! ບໍ່ແມ່ນ! ການເທດສະໜາເລື່ອງກາງແຂນໄດ້ສະແດງອອກເຖິງຄວາມຈິງທີິ່ວ່າບໍ່ມີຄວາມດີອັນໃດທີ່ທ່ານເຮັດທີ່ຊ່ວຍທ່ານໃນເລື່ອງຄວາມລອດຂອງທ່ານເລີຍ, “ການເທດສະໜາເລື່ອງກາງແຂນ”ໄດ້ປົດອອກທຸກຢ່າງທີ່ເອີ້ນວ່າ“ຄວາມດີ”ຕ່າງໆທີ່ທ່ານເຮັດ - ແລ້ວເວົ້າວ່າສິ່ງດຽວທີ່ສາມາດຊ່ວຍທ່ານໃຫ້ພົ້ນໄດ້ກໍຄືສິ່ງທີ່ພຣະເຢຊູຊົງເຮັດທີ່ໄມ້ກາງແຂນເພື່ອໄຖ່ບາບຂອງທ່ານເຕັມລາຄາ- ຜູ້ດຽວຄືພຣະຄຣິດ(ພຣະເຈົ້າຜູ້ຮັບສະພາບມະນຸດ) ຕາຍເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ,ໂດຍບໍ່ໄດ້ເພີ່ມຕື່ມຄວາມດີທີ່ທ່ານໄດ້ເຮັດຈັກຢ່າງ ຫຼື “ການຕັດສິນໃຈຕ່າງໆ”ທີ່ທ່ານເຮັດເລີຍ.

ຂ້າພະເຈົ້າບໍ່ສົງໄສຈັກໜ້ອຍເລີຍທີ່ພວກທ່ານເຄີຍເຮັດສິ່ງທີ່ດີບາງຢ່າງທີ່, ຂ້າພະ ເຈົ້າຂໍເວົ້າແບບງ່າຍໆວ່າສິ່ງດີເຫຼົ່ານັ້ນຈະບໍ່ຊ່ວຍທ່ານໃຫ້ລອດໄດ້! ຄວາມລອດມາຜ່ານທາງຄວາມຕາຍຂອງພຣະເຢຊູ,ພຣະບຸດອົງດຽວທີ່ບັງເກີດມາຂອງພຣະເຈົ້າ,ພຣະບຸກຄົນທີ່ສອງຂອງສາມພຣະພາກ,ຜູ້ຊື່ງຮັບເອົາຄວາມບາບຂອງທ່ານເທິງພຣະອົງເອງ ແລະຈ່າຍຄ່າ ສໍາລັບບາບນັ້ນຕອນທີ່ພຣະອົງຖືກຄຶງເທິງໄມ້ກາງແຂນ, ອັກຄະສາວົກໂປໂລໄດ້ເຮັດໃຫ້ຊັດເຈນເມື່ອທ່ານກ່າວວ່າ:

“ແຕ່ພຣະເຈົ້າຊົງສໍາແດງຄວາມຮັກຂອງພຣະອົງແກ່ເຮົາທັງຫລາຍ ຄືໃນຂະ ນະທີ່ພວກເຮົາຍັງເປັນຄົນບາບຢູ່ນັ້ນ ພຣະຄຣິດໄດ້ຊົງສິ້ນພຣະຊົນເພື່ອເຮົາ ບັດນີ້ເຮົາຈຶ່ງເປັນຄົນຊອບທຳແລ້ວໂດຍພຣະໂລຫິດຂອງພຣະອົງ ຫຼາຍກວ່ານັ້ນ ເຮົາຈະພົ້ນຈາກພຣະພິໂລດໂດຍພຣະອົງ”(ໂຣມ 5:8-9)

ພຣະເຈົ້າຊົງຮັກທ່ານໃນຂະນະທີ່ທ່ານຍັງເປັນຄົນບາບຢູ່, ພຣະຄຣິດຊົງສິ້ນພຣະຊົນເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານໃນຂະນະທີ່ທ່ານຍັງເປັນຄົນບາບຢູ່, ແລະທ່ານສາມາດເປັນຄົນຊອບທໍາໄດ້ໂດຍພຣະໂລຫິດຂອງພຣະອົງ, ເຖິງແມ່ນວ່າທ່ານເປັນຄົນບາບກໍຕາມ.

ພຣະເຢຊູເຈົ້າ,ດ້ວຍເຫດນີ້ຂ້າຈື່ງອ້ອນວອນດ້ວຍຄວາມຖ່ອມໃຈ
ຂ້າຄອຍສັນເສີນພຣະເຈົ້າທີ່ພຣະບາດຂອງຜູ້ຖືກຄຶງ
ໂດຍຄວາມເຊື່ອ,ເພື່ອການຊໍາລະຂອງຂ້າ,ຂ້າເຫັນໂລຫິດໄຫຼ
ດຽວນີ້ໂຜດລ້າງຂ້າແລະຂ້າຈະຂາວກວ່າຫິມະ
ຂາວກວ່າຫິມະ, ແມ່ນແລ້ວຂາວກວ່າຫິມະ
ດຽວນີ້ໂຜດລ້າງຂ້າແລະຂ້າຈະຂາວຂາວກວ່າຫິມະ

ຂ້າຍິນສຽງເອີ້ນຂອງພຣະອົງ
ທີ່ຊົງເອີ້ນຂ້າໃຫ້ມາຫາພຣະອົງເຈົ້າ
ເພື່ອຊໍາລະໃນໂລຫິດປະເສີດຂອງພຣະອົງ
ທີ່ໄຫຼລົງມາຈາກໄມ້ກາງແຂນ
ພຣະເຈົ້າຂ້າ ຂ້າມາ ມາຫາພຣະອົງດຽວນີ້
ໂຜດລ້າງຂ້າ, ຊໍາລະຂ້າໃນພຣະໂລຫິດ
ທີ່ໄຫຼລົງມາຈາກໄມ້ກາງແຂນ
(“I Am Coming, Lord,” Lewis Hartsough, 1828-1919).

ນັ້ນຄືການເທດສະໜາເລື່ອງກາງແຂນ!

“ຄົນທັງຫລາຍທີ່ກຳລັງຈະຈິບຫາຍກໍເຫັນວ່າການປະກາດເລື່ອງກາງແຂນເປັນເລື່ອງໂງ່ ແຕ່ພວກເຮົາທີ່ລອດແລ້ວເຫັນວ່າເປັນລິດທານຸພາບຂອງພຣະເຈົ້າ”(1 ໂກລິນໂທ 1:18)

ແຕ່ຍັງມີຄວາມຄິດອື່ນອີກຢູ່ໃນຫົວຂໍ້ພຣະຄໍາພີຂອງເຮົາ.

II. ສອງ ການເທດສະໜາເລື່ອງກາງແຂນເປັນເລື່ອງໂງ່ຕໍ່ຄົນທີ່ກໍາລັງຈະຈິບຫາຍ.

ຂໍເຊີນຟັງຄໍາເຫຼົ່ານັ້ນ:

“ຄົນທັງຫລາຍທີ່ກຳລັງຈະຈິບຫາຍກໍເຫັນວ່າການປະກາດເລື່ອງກາງແຂນເປັນເລື່ອງໂງ່”

ເຊີນຟັງຂໍ້ພຣະຄໍາພີອີກເທື່ອໜຶ່ງ:

“ຄົນທັງຫລາຍທີ່ກຳລັງຈະຈິບຫາຍກໍເຫັນວ່າການປະກາດເລື່ອງກາງແຂນເປັນເລື່ອງໂງ່...”(1 ໂກລິນໂທ 1:18)

ຄໍາວ່າ “ໂງ່”ໝາຍເຖິງ “ຄໍາເວົ້າທີີ່ໂງ່ໆ” “ເວົ້າບ້າໆ” ການຟັງຄໍາເທດສະໜາທີ່ເວົ້າວ່າທ່ານຈະຕ້ອງໄດ້ຮັບຄວາມລອດຈາກບາບໂດຍຄວາມຕາຍຂອງພຣະຄຣິດເປັນພຽງ “ຄໍາເວົ້າທີ່ໂງ່ໆ”ເທົ່ານັ້ນຕໍ່ຄວາມຄິດຂອງຄົນທີ່ຍັງບໍ່ໄດ້ກັບໃຈໃໝ່.

ຄົນທີ່ກໍາລັງຈະຈິບຫາຍບໍ່ເຫັນຄຸນຄ່າໃນການເທດສະໜາເລື່ອງການຕາຍຂອງ ພຣະຄຣິດແທນຄົນອື່ນເພື່ອຈ່າຍຄ່າຄວາມຜິດບາບຂອງພວກເຂົາ, ເຫດຜົນທີ່ພວກເຂົາຄິດວ່າມັນໂງ່ກໍເພາະວ່າພວກເຂົາບໍ່ເຫັນຄຸນຄ່າໃນມັນ, ນັ້ນຄືບ່ອນທີ່ພຣະວິນຍານບໍລິສຸດເຂົ້າມາ, ພຣະເຢຊູກ່າວວ່າ:

“ເມື່ອພຣະອົງມາພຣະອົງຈະຊົງກະທໍາໃຫ້ໂລກຮູ້ສຶກເຖິງຄວາມຜິດບາບ...”(ໂຢຮັນ 16:8)

ພຣະວິນຍານບໍລິສຸດຈະຕ້ອງຕິເຕືອນບຸກຄົນຜູ້ໜຶ່ງ,ເຮັດໃຫ້ລາວສໍານຶກບາບ, ບໍ່ດັ່ງນັ້ນລາວຈະບໍ່ເຫັນຄຸນຄ່າຂອງການຕາຍຂອງພຣະຄຣິດເທິງໄມ້ກາງແຂນ, ກ່ອນທີ່ບຸກຄົນໜຶ່ງຈະຖືກໂນ້ມນ້າວເລື່ອງບາບໂດຍພຣະວິນຍານບໍລິສຸດ, ລາວກໍຈະຄິດວ່າການເທດສະໜາເລື່ອງກາງແຂນເປັນເລື່ອງໂງ່ເທົ່ານັ້ນ, ພາສາກຣີກແປຄໍາວ່າ “ໂງ່”ມາຈາກຮາກຄໍາວ່າ “moros” ຊື່ງມາຈາກຄໍາພາສາອັງກິດຂອງເຮົາຄື “ຄົນໂງ່”ການເທດສະໜາເລື່ອງກາງແຂນເບິ່ງຄືຄໍາເວົ້າຂອງຄົນໂງ່, ຄົນຈ້າ, ຈົນກວ່າທ່ານຈະຖືກໂນ້ມນ້າວຢູ່ໃນໃຈຂອງທ່ານໂດຍພຣະວິນຍານຂອງພຣະເຈົ້າວ່າທ່ານເປັນຄົນບາບທີ່ຫຼົງຫາຍຢູ່.

ນັ້ນແຫຼະທີ່ວ່າເປັນຫຍັງທ່ານຈື່ງບໍ່ສາມາດ“ຮຽນຮູ້”ເພື່ອຈະເປັນຄຣິສຕຽນໄດ້,ຄວາມລອດບໍ່ມາຈາກການຮຽນຮູ້ໂດຍສະຕິປັນຍາມະນຸດ, ອັກຄະສາວົກໂປໂລໄດ້ເຮັດໃຫ້ຊັດເຈນ ຢູ່ໃນຂໍ້ທີຊາວເອັດເມື່ອທ່ານກ່າວວ່າ:

“ໂລກຈະຮູ້ຈັກພຣະເຈົ້າໂດຍປັນຍາບໍ່ໄດ້”(1 ໂກລິນໂທ 1:21)

ຄວາມລອດບໍ່ໄດ້ມາໂດຍການຮຽນຮູ້ຕາມສະຕິປັນຍາມະນຸດທຸກປະເພດ, ຈະຕ້ອງໄດ້ຮັບການອະທິບາຍຢູ່ໃນໃຈ, ສະແດງໃຫ້ທ່ານເຫັນວ່າທ່ານເປັນຄົນບາບທີ່ຫຼົງຫາຍ, ກວ່າເລື່ອງນັ້ນຈະເກີີດຂຶ້ນ, ການເທດສະໜາທີ່ບອກທ່ານວ່າມີພຽງວິທີີດຽວທີ່ຈະແກ້ບັນຫາຂອງທ່ານໄດ້ກໍຄືການຄຶງເທິງໄມ້ກາງແຂນຂອງພຣະຄຣິດກໍຈະເບິ່ງຄືວ່າເປັນຄໍາເວົ້າໂງ່ໆຂອງຄົນໂງ່, ນອກຈາກວ່າທ່ານຮູ້ສຶກພາຍໃນວ່າບັນຫາຂອງທ່ານກໍຄືບາບ, ທ່ານກໍຈະບໍ່ມີວັນທີ່ຈະເຫັນຄວາມສໍາຄັນຂອງການຕາຍຂອງພຣະຄຣິດເທິງໄມ້ກາງແຂນ, ພຣະຄໍາພີກ່າວວ່າ:

“ພຣະຄຣິດຊົງວາຍພຣະຊົນເພາະບາບຂອງເຮົາທັງຫຼາຍ” (1 ໂກລິນໂທ 15:3)

ພຣະອົງຊົງຕາຍຢູ່ໃນບ່ອນຂອງເຮົາເພື່ອຈ່າຍຄ່າການລົງໂທດເພາະບາບຂອງເຮົາ,ພຣະຄໍາພີກ່າວວ່າ:

“ພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງກໍຊໍາລະເຮົາໃຫ້ພົ້ນຈາກຄວາມບາບທຸກຢ່າງ”( 1 ໂຢຮັນ 1:7)

ແຕ່ສໍາລັບທ່ານມັນຈະເບິ່ງຄືທິດສະດີທີ່ດີທີ່ໜ້າສົນໃຈ ແລະເປັນຄໍາເວົ້າຂອງຄົນໂງ່ຈົນກວ່າ ຕາຂອງທ່ານຈະຖືກເປີດໂດຍພຣະວິນຍານຂອງພຣະເຈົ້າເພື່ອຈະເຫັນວ່າບໍ່ມີທາງອື່ນໃດທີ່ຈະລອດຈາກການສາບແຊ່ງຂອງບາບໄດ້, ມີພຽງເມື່ອທ່ານຖຶືກໂນ້ມນ້າວເລື່ອງສະພາບບາບທີ່ບໍ່ມີຄວາມຊ່ວຍໃດໆຂອງທ່ານທີ່ທ່ານຈະສາມາດຮ້ອງເພງຈາກໃຈຂອງທ່ານໄດ້ວ່າ:

ເພາະບໍ່ມີຄວາມດີອັນໃດທີ່ຂ້າມີ
ດ້ວຍເຫດນີ້ຂ້າຈື່ງອ້້າງພຣະຄຸນພຣະອົງ
ຂ້າຈະລ້າງເສື້ອຂອງຕົນໃຫ້ຂາວ
ໃນໂລຫິດຂອງພຣະເຢຊູ
ພຣະເຢຊູຊົງຈ່າຍໝົດແລ້ວ,ຂ້າເປັນໜີ້ພຣະອົງ
ບາບເຮັດໃຫ້ເປັນສີແດງມືດມົວ
ພຣະອົງຊົງລ້າງໃຫ້ຂາວເໝືອນຫິມະ
(“Jesus Paid It All” by Elvina M. Hall, 1820-1899).

ແຕ່ການເທດສະໜາເລື່ອງກາງແຂນຢ່າງດຽວຈະບໍ່ເຮັດໃຫ້ພວກເຮົາມີຄຣິສຕະຈັກທີ່ເຂັ້ມ ແຂງໄດ້, ເຊິ່ງມັນໄດ້ນໍາຂ້າພະເຈົ້າສູ່ປະເດັ່ນສຸດທ້າຍ.

III. ສາມ ການເທດສະໜາເລື່ອງກາງແຂນຢ່າງດຽວບໍ່ພຽງພໍທີ່ຈະມີຄຣິສຕະຈັກທີ່ເຂັ້ມແຂງໄດ້.

ການເທດສະໜາເລື່ອງກາງແຂນເປັນສິ່ງຈໍາເປັນຖ້າທ່ານຫາກຢາກໄດ້ຮັບຄວາມລອດ, ເທິງໄມ້ທີ່ພຣະຄຣິດຊົງສິ້ນພຣະຊົນ ແລະ ຫຼັ່ງໂລຫິດອັນປະເສີດຂອງພຣະອົງເພື່ອຊ່ວຍທ່ານໃຫ້ພົ້ນຈາກບາບຂອງທ່ານ, ແຕ່ການເທດສະໜາເລື່ອງກາງແຂນຢ່າງດຽວຈະບໍ່ເຮັດໃຫ້ພວກເຮົາມີຄຣິສຕະຈັກທີ່ເຂັ້ມແຂງໄດ້, ນັ້ນແຫຼະທີ່ວ່າເປັນຫຍັງພຣະຄຣິດຈື່ງມອບພວກສິດຍາພິບານໃຫ້ກັບຄຣິສຕະຈັກຕ່າງໆ, ພຣະຄໍາພີກ່າວວ່າພຣະຄຣິດ “ໃຫ້ບາງຄົນເປັນສິດຍາພິບານ...”(ເອເຟໂຊ 4:11), ພາສາກຣີກແປຄໍາວ່າ “ສິດຍາພິບານ”ຄື poimen ໝາຍເຖິງ “ຜູ້ລ້ຽງ” ພຣະເຢຊູຊົງໃຫ້ບາງຄົນມີຂອງປະທານເປັນສິດຍາພິບານ,ຜູ້ລ້ຽງແຫ່ງ ຄຣິສຕະຈັກທ້ອງຖິ່ນຂອງພວກເຂົາ, ແລະສິດຍາພິບານຄືຂອງຂວັນແກ່ຄຣິສຕະຈັກ, ຜູ້ຄົນໃນຄຣິສຕະຈັກຄືແກະ,ຝູງແກະ, ສິດຍາພິບານຄືຜູ້ລ້ຽງຂອງຄຣິສຕະຈັກ, ລາວເປັນຄົນດູແລແກະ, ລາວເປັນຜູ້ປ້ອງກັນແກະ, ລາວນໍາແກະແລະຮັກສາແກະຈາກການຫຼົງທາງ, ນັ້ນແຫຼະຄືສິ່ງທີ່ຜູ້ລ້ຽງເປັນ. ພາສາກຣີີກອີກຄໍາສໍາລັບ “ສິດຍາພິບານ”ຄື, episkopos ໝາຍຄວາມວ່າ “ຜູ້ດູແລ” ໃນພຣະຄໍາພີສະບັບຄິງເຈມແປເປັນ “bishop” ພຣະຄໍາພີກ່າວວ່າ: “ຖ້າຊາຍຄົນໃດປາດຖະໜາໜ້າທີ່ສິດຍາພິບານ (episkopoຜູ້ດູແລ,ສິດຍາພິບານ) ຄົນນັ້ນກໍປາດຖະໜາກິດຈະການງານທີ່ປະເສີດ” (1 ຕີໂທທຽວ 3:1) ສິດຍາພິບານເປັນຜູ້ດູແລຄຣິສຕະຈັກ, ລາວເບິ່ງແຍງມັນ, ເວົ້າແທ້ໆກໍຄືລາວເປັນຄົນດູແລມັນ, ລາວເປັນຄົນເຝົ້າເບິ່ງຄຣິສຕະຈັກ, ລາວອະທິ ຖານແລະຄິດເຖິງຄຣິສຕະຈັກ, ລາວເບິ່ງວ່່າຄຣິສຕະຈັກເປັນແນວໃດ, ເບິ່ງວ່າມີບັນຫາຫຍັງບໍ, ສິດຍາພິບານເຫັນຄຣິສຕະຈັກໃນຫົນທາງທີ່ຄົນອື່ນເບິ່ງບໍ່ເຫັນ, ດ້ວຍການຊົງນໍາຂອງພຣະເຈົ້າ ລາວກໍເຫັນວ່າຕ້ອງເຮັດຫຍັງແດ່, ສິດຍາພິບານເບິ່ງແຍງ-ດູແລ-ຜູ້ຄົນໃນ ຄຣິສຕະຈັກ, ລາວເບິ່ງວ່່າພວກເຂົາເປັນແນວໃດແດ່, ລາວເບິ່ງບັນຫາຕ່າງໆຂອງພວກເຂົາ ແລະດ້ວຍການຊົງນໍາຂອງພຣະເຈົ້າ, ລາວກໍຊ່ວຍພວກເຂົາໃຫ້ປະສົບຜົນສໍາເລັດໃນຊີວິດ ຄຣິສຕຽນຂອງພວກເຂົາ.

ຖ້້າປາສະຈາກຂອງປະທານສິດຍາພິບານແລ້ວຄຣິສຕະຈັກກໍຈະບໍ່ປະສົບຜົນສໍາເລັດໄດ້, ພວກເຮົາສາມາດມີກິດຈະກໍາທຸກຊະນິດໄດ້, ເຮົາສາມາດມີການນະມັດສະການຕ່າງໆ, ເຮົາສາມາດພາຜູ້ມາຢາມໃນວັນອາທິດໄດ້, ເຮົາສາມາດເອົາເຈ້ຍເພງແລະໃບແຈ້ງຂ່າວໃຫ້ທ່ານ, ເຮົາສາມາດເອົາອາຫານໃຫ້ພວກທ່ານກິນໄດ້, ພວກເຮົາສາມາດມີການເທດສະໜາທີ່ດີໄດ້-ການເທດສະໜາເລື່ອງກາງແຂນ ແລະພວກເຮົາກໍມີ, ແຕ່ການເທດສະໜາເລື່ອງກາງແຂນຢ່າງດຽວຈະບໍ່ເຮັດໃຫ້ພວກເຮົາມີຄຣິສຕະຈັກທີ່ເຂັ້ມແຂງໄດ້.

ເປັນຫຍັງພຣະເຈົ້າຈື່ງໃຫ້ພວກສິດຍາພິບານແກ່ຄຣິສຕະຈັກຢູ່ດີ?ເປັນຫຍັງຂອງປະທານຂອງສິດຍາພິບານຈື່ງຢູ່ໃນລໍາດັບທີ່ໜຶ່ງຂອງພວກຂອງປະທານຝ່່າຍວິນຍານ?ຖ້າ ການເທດສະໜາຢ່າງດຽວສາມາດເຮັດໃຫ້ຄຣິສຕະຈັກເຂັ້ມແຂງໄດ້ແລ້ວເປັນຫຍັງອົງພຣະຜູ້ເປັນເຈົ້າຂອງພວກເຮົາຈື່ງບໍ່ໃຫ້ “ບາງຄົນເປັນຜູ້ປະກາດຂ່າວປະເສີດ” ແລະບໍ່ແມ່ນສິດຍາພິບານ? ພຣະຄຣິດຊົງຮູ້ດີວ່າການເທດສະໜາເລື່ອງກາງແຂນຢ່າງດຽວບໍ່ພຽງພໍທີ່ຈະມີຄຣິສຕະຈັກທີ່ເຂັ້ມແຂງໄດ້, ຄຣິສຕະຈັກຈໍາເປັນຕ້ອງມີສິດຍາພິບານ, ນັ້ນແຫຼະທີ່ວ່າເປັນຫຍັງພຣະອົງຈື່ງ “ໃຫ້ບາງຄົນເປັນສິດຍາພິບານ...”

ຖ້າບໍ່ມີສິດຍາພິບານຄຣິສຕະຈັກກໍຈະລົ້ມເຫຼວ,ເຖິງແມ່ນວ່າການເທດສະໜາຈະດີກໍຕາມ, ມັນກໍຈະອ່ອນແອລົງ, ມັນຈະເກີດມີບັນຫາ, ສຸດທ້າຍມັນກໍຈະຕາຍ, ຖ້າປາສະຈາກສິດຍາພິບານຜູ້ຄົນໃນຄຣິສຕະຈັກກໍຈະຖອຍຫຼັງ, ພວກເຂົາຈະເກີດຄວາມເຢັນຊ່າ, ພວກເຂົາສາມາດເຮັດຜິດໃຫຍ່ໃນຊີວິດຂອງເຂົາໄດ້, ພວກເຂົາຈະມີບັນຫາ, ເປັນຫຍັງ?

ໜຶ່ງ, ເພາະມີພະຍາມານ, ພຣະຄໍາພີກ່າວວ່າມັນ “ຍ່າງວົນວຽນໄປມາ(ເໝືອນໂຕສິງແຜດສຽງ)ທ່ຽວຊອກຫາຄົນທີ່ມັນຈະກັດກິນໄດ້”(1 ເປໂຕ 5:8) ແມ່ນໃຜທີ່ມັນຈະກັດກິນ? ແກະ! ແຕ່ພະຍາມານມັນບໍ່ຢາກໃຫ້ພວກທ່ານຄິດເຖິງມັນ, ມັນຢາກຈະໂດດເຂົ້າໃສ່ທ່ານແລະກິນທ່ານ-ແລະທ່ານກໍຈະບໍ່ເຂົ້າໃຈວ່າແມ່ນພະຍາມານທີ່ເຮັດແບບນັ້ນ! ພະຍາມານກັບສະມຸນຂອງມັນຢູ່ນອກນັ້ນ-ບໍ່ວ່າທ່ານຈະນຶກເຖິງມັນຫຼືບໍ່ກໍຕາມ.

ສອງ, ເພາະວ່າທຸກຄົນເປັນຄົນບາບ, ຍ້ອນອາດາມບໍ່ເຊື່ອຟັງພຣະເຈົ້າ,ພວກເຮົາທຸກຄົນຈື່ງເກີດມາພ້ອມກັບທໍາມະຊາດບາບ, ພຣະຄໍາພີກ່າວວ່າ “ຄົນເປັນຈໍານວນຫຼາຍເປັນຄົນບາບເພາະຄົນໆດຽວທີ່ບໍ່ໄດ້ເຊື່ອຟັງສັນໃດ”(ໂຣມ 5:19),ທຸກໆຄົນ-ແມ່ນກະທັ່ງ ພວກຄຣິສຕຽນ-ມີທໍາມະຊາດບາບນັ້ນ, ມັນຄືສັນດານສໍາລັບພວກເຮົາທີ່ຈະເຮັດບາບ, ມັນເປັນສັນດານສໍາລັບພວກເຮົາທີ່ຈະເຮັດຜິດ, ກົດຂອງເມີຟີກ່າວວ່າ “ຖ້າທຸກສິ່ງທຸກຢ່າງສາມາດຜິດພາດໄດ້,ມັນກໍຈະຜິດ” ສິ່ງຕ່າງໆຕາມທໍາມະຊາດແລ້ວບໍ່ໄດ້ດີີໂດຍຕົວມັນເອງໄດ້, ພວກມັນສາມາດຜິດພາດໄດ້, ມັນສາມາດຕົກຕໍ່າຢ່າງງ່າຍໆໄດ້, ແລະມັນກໍເປັນແບບນັ້ນ, ຜູ້ຄົນຕາມທໍາມະຊາດແລ້ວຈະບໍ່ກາຍເປັນຄຣິສຕຽນທີີ່ເຂັ້ມແຂງໂດຍຕົວເຂົາເອງໄດ້, ພວກເຂົາສາມາດຖອຍຫຼັງກັບໄດ້, ພວກເຂົາສາມາດເຢັນຊ່າໄດ້, ພວກເຂົາສາມາດເຮັດຜິດໄດ້, ແລະພວກເຂົາກໍເປັນແບບນັ້ນ, ພວກທ່ານບໍ່ຈໍາເປັນຕ້ອງເຮັດວຽກໜັກເພື່ອໃຫ້ມັນເກີດຂື້ນ, ມັນເກີດຂຶ້ນໂດຍຕົວມັນເອງ, ຄຣິສຕະຈັກຕ່າງໆຕາມທໍາມະຊາດແລ້ວຈະບໍ່ກາຍເປັນຄຣິສຕະຈັກທີ່ເຂັ້ມແຂງໂດຍຕົວມັນເອງ, ພວກມັນສາມາດອ່ອນແອໄດ້, ພວກມັນສາມາດຕົກໃສ່ໃນບັນຫາ, ມັນງ່າຍໆເລີຍ, ພວກທ່ານບໍ່ຈໍາເປັນຕ້ອງເຮັດອັນໃດເພື່ອໃຫ້ມັນເກີດຂຶ້ນ, ມັນຈະເກີດຂື້ນໂດຍຕົວມັນເອງ! ແລະມັນກໍເກີດ, ນັ້ນແຫຼະທີ່ວ່່າເປັນຫຍັງ ຄຣິສຕະຈັກຈື່ງຕ້ອງການສິດຍາພິບານ, ພຣະຄຣິດຊົງ “ໃຫ້ບາງຄົນເປັນສິດຍາພິບານ...” ຂອບຄຸນພຣະເຈົ້າທີ່ພຣະອົງຊົງປະທານໃຫ້!

ສິດຍາພິບານຂອງຄຣິສຕະຈັກຂອງເຮົາດຣ.ໄຮເມີ, ເພິ່ນໄດ້ຮັບໃຊ້ມາແລ້ວກວ່າຫົກສິບປີ, ພຣະເຈົ້າຊົງໃຊ້ເພິ່ນເພື່ອພາຄົນເປັນຮ້ອຍໆຄົນມາຫາພຣະຄຣິດ, ເພິ່ນໃຫ້ຄໍາປຶກສາແກ່ຜູ້ຄົນເປັນເວລາຫຼາຍປີ, ເພິ່ນໄດ້ດູແລຜູ້ຄົນ,ຊ່ວຍເຫຼືອພວກເຂົາ, ດຣ.ໄຮເມີໄດ້ກໍ່ຕັ້ງຄຣິສຕະຈັກສອງແຫ່ງ, ເພິ່ນນໍາພາຄຣິສຕະຈັກຂອງເຮົາຜ່ານການທົດສອບແລະຄວາມ ທຸກຍາກ, ເພິ່ນໄດ້ພາຄຣິສຕະຈັກຂອງພວກເຮົາຜ່ານບັນຫາການແຕກແຍກທີ່ໂຫດຮ້າຍມາແລ້ວ, ພຣະເຈົ້າຊົງໃຊ້ເພິ່ນສ້າງຄຣິສຕະຈັກຂອງເຮົາ,ເພື່ອລ້ຽງດູພວກເຮົາ,ເພື່ອປ້ອງກັນ, ເພື່ອຮັກສາພວກເຮົາ, ດຣ.ໄຮເມີບໍ່ແມ່ນພຽງແຕ່ສິດຍາພິບານເທົ່ານັ້ນ, ເພິ່ນເປັນສິດຍາພິບານທີ່ໂດດເດັ່ນ! ຂ້າພະເຈົ້າຂອບຄຸນພຣະເຈົ້າສໍາລັບສິດຍາພິບານຂອງພວກເຮົາດຣ.ໄຮເມີ!

ແລ້ວພວກທ່ານເດ່ເປັນແນວໃດ? ພວກທ່ານບໍ່ແມ່ນສິດຍາພິບານ, ແຕ່ທ່ານສາມາດຊ່ວຍເພິ່ນໄດ້, ທ່ານສາມາດບອກເພິ່ນໄດ້ເມື່ອທ່ານເຫັນບາງສິ່ງບາງຢ່າງທີ່ອາດຈະຜິດ, ນີ້ແມ່ນເລື່ອງຈິງສໍາລັບພວກຜູ້ຊ່ວຍແລະຜູ້ນໍາໃນຄຣິສຕະຈັກຂອງເຮົາ, ພວກທ່ານຢູ່ທີ່ນີ້ເພື່ອຊ່ວຍສິດຍາພິບານ, ຢ່າປ່ອຍໃຫ້ສິ່ງຕ່າງໆຜ່ານໄປ, ຢ່າຖືວ່າອາຈານຮູ້, ຖ້າທ່ານເຫັນຫຼືໄດ້ຍິນອັນໃດກໍຕາມທີ່ອາດຈະເປັນເລື່ອງຜິດຈົ່ງບອກເພິ່ນໃຫ້ຮູ້.

ບາງຄົນໃນພວກທ່ານບໍ່ແມ່ນຄຣິສຕຽນ, ທ່ານຍັງບໍ່ໄດ້ວາງໃຈເຊື່ອໃນພຣະເຢຊູເທື່ອ, ຄວາມບາບຂອງທ່ານຍັງບໍ່ຖືກລ້າງໂດຍພຣະໂລຫິດຂອງພຣະອົງ, ແລ້ວທ່ານເດ່ເປັນແນວໃດ? ທ່ານຈໍາເປັນຕ້ອງລອດໂດຍພຣະຄຣິດ, ພຣະອົງຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ, ພຣະອົງຊົງຫຼັ່ງໂລຫິດຂອງພຣະອົງເພື່ອລ້າງຄວາມຜິດບາບຂອງທ່ານອອກໄປ, ພຣະອົງຊົງຟື້ນຂຶ້ນຈາກຄວາມຕາຍເພື່ອມອບຊີວິດໃຫ້ທ່ານ, ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການເຊື່ອວາງໃຈໃນພຣະເຢຊູ, ໃນຂະນະທີ່ຄົນ ອື່ນໆຂຶ້ນໄປກິນເຂົ້າທ່ຽງຢູ່ຊັ້ນເທິງ, ຂໍເຊີນທ່ານມາແລ້ວນັ່ງຢູ່ສອງແຖວຂ້າງໜ້ານີ້,ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ: ເບັນຈາມິນ ຄິນເຄດ ກຣິຟຟິດ:
“Saved by the Blood of the Crucified One” (S. J. Henderson, 1902).

ໂຄງຮ່າງບົດເທດສະໜາ

ການເທດສະໜາເລື່ອງໄມ້ກາງແຂນ

THE PREACHING OF THE CROSS

ແຕ່ງບົດເທດໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ.
ເທດໂດຍສາສະດາຈານ ຈອນ ຊາມູເອວ ເຄແກນ.

“ຄົນທັງຫລາຍທີ່ກຳລັງຈະຈິບຫາຍກໍເຫັນວ່າການປະກາດເລື່ອງກາງແຂນເປັນເລື່ອງໂງ່ ແຕ່ພວກເຮົາທີ່ລອດແລ້ວເຫັນວ່າເປັນລິດທານຸພາບຂອງພຣະເຈົ້າ”(1 ໂກລິນໂທ 1:18)

I.   ໜຶ່ງ ການເທດສະໜາເລື່ອງກາງແຂນເອງ. 1 ໂກລິນໂທ 1:18ກ; ໂກໂລຊາຍ 2:13; ໂຣມ 5:8-9.

II.  ສອງ ການເທດສະໜາເລື່ອງກາງແຂນເປັນເລື່ອງໂງ່ຕໍ່ຄົນທີ່ກໍາລັງຈະຈິບຫາຍ.
1ໂກລິນໂທ 1:18ຂ;ໂຢຮັນ 16:8;1 ໂກລິນໂທ 1:21;15:3;1ໂຢຮັນ 1:7.

III. ສາມ ການເທດສະໜາເລື່ອງກາງແຂນຢ່າງດຽວບໍ່ພຽງພໍທີ່ຈະມີຄຣິສຕະຈັກທີ່
ເຂັ້ມແຂງໄດ້ ເອເຟໂຊ 4:11;1 ຕີໂມທຽງ 3:1;1ເປໂຕ 5:8; ໂຣມ5:19