Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ດ້ວຍພຣະໂລຫິດຫຼືບໍ່ມີພຣະໂລຫິດ

WITH OR WITHOUT BLOOD
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ວັນຂອງພຣະເຈົ້າຕອນແລງ 21/1/2018
A sermon preached at the Baptist Tabernacle of Los Angeles
Lord’s Day Evening, January 21, 2018

“ຖ້າບໍ່ມີໂລຫິດໄຫຼອອກແລ້ວກໍຈະບໍ່ມີການອະໄພບາບເລີຍ” (ເຮັບເຣີ 9:22)


ການກັບໃຈຂອງສະເປີໂຈນສ່ວນຫຼາຍແລ້ວບໍ່ແມ່ນທັນທີທັນໃດແຕ່ເລິ່ມຕົ້ນດ້ວຍ ສອງສາມອາທິດ ຫຼືເປັນເດືອນຂອງການສໍານຶກບາບທີ່ເຈັບປວດ ແລະໂສກເສົ້າກ່ອນການ ເຊື່ອວາງໃຈໃນພຣະຄຣິດພຽງຜູ້ດຽວ ແລະການພົບສັນຕິສຸກ ແລະຄວາມໝັ້ນຄົງ, ນີ້ແມ່ນ ຄໍາພະຍານຂອງຍິງສາວສອງຄົນທີ່ໄດ້ກັບໃຈໃໝ່ພາຍໃຕ້ການເທດສະໜາຂອງສະເປີໂຈນ.

ແມຣີ່ ເອັດເວີດ,

     ໃຈຂອງລາວຍັງຄົງແຂງກະດ້າງຈົນລາວໄດ້ຍິນສະເປີໂຈນເທດສະ ໜາ, ນາງເກີດຄວາມຢ້ານການພິພາກສາເລື່ອງຄວາມບາບຂອງຕົນ, ນາງ ສືບຕໍ່ມາໂບດແຕ່ຍັງຢູ່ໃນຄວາມໝົດຫວັງເປັນເວລາຫຼາຍເດືອນ, ຫຼັງຈາກ ນັ້ນນາງກໍໄດ້ຍິນສະເປີໂຈນເທດສະໜາເລື່ອງຄວາມຮັກຂອງພຣະເຢຊູ, ນາງຈື່ງວາງໃຈໃນພຣະເຢຊູ ແລະພຣະໂລຫິດໄຖ່ບາບຂອງພຣະອົງ ແລະມີຄວາມຊົມຊື່ນຍິນດີ, ນາງໄດ້ເຊື່ອວາງໃຈໃນພຣະເຢຊູພຽງຜູ້ດຽວ ແລະໄດ້ຮັບຄວາມລອດ, ນາງຍັງຄົງແນມເບິ່ງພຣະເຢຊູພຽງຜູ້ດຽວ.

ແມຣີ່ ໂຈນ,

     ລາວມາຟັງສະເປີໂຈນເທດດ້ວຍຄວາມຢາກຮູ້ຢາກເຫັນ, ລາວອອກ ຈາກໂບດໄປດ້ວຍຄວາມຢ້ານ, ລາວເວົ້າວ່າ “ຂ້ອຍຫວັງວ່າຂ້ອຍບໍ່ເຄີຍ ມາຟັງລາວເທດຈັກເທື່ອ, ຂ້ອຍຕັດສິນໃຈແລ້ວວ່າຈະບໍ່ກັບໄປອີກ,ແຕ່ ຂ້ອຍພັດຮູ້ສຶກທຸກທໍລະມານຖ້າຂ້ອຍຫາກຢູ່ຫ່າງໆ, ຂ້ອຍທຸກໃຈຖ້າຂ້ອຍ ຫາກມາຟັງລາວເທດ ແລະຂ້ອຍກໍໍທຸກໃຈຖ້າຂ້ອຍບໍ່ໄປຟັງ, ສຸດທ້າຍຂ້ອຍ ກໍເຊື່ອວາງໃຈໃນພຣະຄຣິດ ແລະໃນພຣະອົງຂ້ອຍໄດ້ພົບສັນຕິສຸກ ແລະ ຄໍາໜຸນໃຈ, ຂ້ອຍບໍ່ໄດ້ພົບພຣະຄຣິດຈົນຂ້ອຍເລີກສະແຫວງຫາສັນຕິສຸກ ໃນສິ່ງອື່ນໃດນອກຈາກພຣະເຢຊູ, ຕອນທໍາອິດຂ້ອຍໄດ້ພະຍາຍາມເຮັດ ທຸກຢ່າງ ແຕ່ກໍບໍ່ມີອັນໃດໃຫ້ສັນຕິສຸກຂ້ອຍໄດ້ຈົນຂ້ອຍໄດ້ພົບພຣະຄຣິດ ແລະພຣະໂລຫິດທີ່ຊ່ວຍໃຫ້ລອດຂອງພຣະອົງ”

ກ່ອນທີ່ຂ້າພະເຈົ້າຈະຂື້ນມາເທດສະໜາກຣິຟຟິດຈະມາຮ້ອງເພງທີ່ຖືກໃຊ້ຢູ່ຄຣິສຕະຈັກ ຂອງສະເປີໂຈນເພື່ອຊ່ວຍໃຫ້ຄົນໜຸ່ມສາວຫຼາຍຄົນວາງໃຈເຊື່ອໃນພຣະເຢຊູ.

“ຖ້າບໍ່ມີໂລຫິດໄຫຼອອກແລ້ວກໍຈະບໍ່ມີການອະໄພບາບເລີຍ”(ເຮັບເຣີ 9:22)

ສະເປີໂຈນຜູ້ຍິ່ງໃຫຍ່ມັກຖືກເອີ້ນວ່າ“ເຈົ້າຊາຍຂອງພວກນັກເທດ” ຄວາມຈິງແລ້ວ ບໍ່ມີນັກເທດຂ່າວປະເສີດຄົນໃດໃຫຍ່ກວ່າລາວ, ຫົວຂໍ້ຂອງລາວຕະຫຼອດງານຮັບໃຊ້ຂອງ ລາວມັກຈະເປັນເລື່ອງຄວາມລອດຂອງພວກຄົນບາບຜ່ານທາງການເສຍສະລະຂອງພຣະ ເຢຊູເທິງໄມ້ກາງແຂນ, ແລະຫົວເລື່ອງມັກຈະເນັ້ນດ້ວຍການເທດສະໜາເລື່ອງພຣະໂລ ຫິດຂອງພຣະຜູ້ຊ່ວຍທີ່ຫຼັ່ງລົງເທິງໄມ້ກາງແຂນເພື່ອການອະໄພບາບສະເໝີ, ດັ່ງນັ້ນສະເປີ ໂຈນຈື່ງມັກເທດ ແລະຍົກຂໍ້ພຣະຄໍາພີຂອງພວກເຮົາຕະຫຼອດ.

“ຖ້າບໍ່ມີໂລຫິດໄຫຼອອກແລ້ວກໍຈະບໍ່ມີການອະໄພບາບເລີຍ”(ເຮັບເຣີ 9:22)

ແຕ່ຄໍາວ່າ“ການອະໄພບາບ”ເປັນຄໍາທີ່ຄົນສະໄໝໃໝ່ບໍ່ຮູ້ຈັກ, ພວກເຮົາຈະຕ້ອງເບິ່ງຄໍາພາສາກຣີິກຈາກບ່ອນທີ່ຄໍາວ່າ“ການອະໄພບາບ” ແປມາຈາກເພື່ອທີ່ຈະເຂົ້າໃຈຄວາມໝາຍຂອງມັນຫຼາຍຂຶ້ນ, ຄໍາສັບຂອງວັດຈະນານຸກົມສະຕຣອງບອກພວກເຮົາວ່າຄໍາພາສາກຣີກແມ່ນ “aphěsis.” ໝາຍເຖິງ “ອິດສະລະພາບ” “ການຍົກໂທດ” “ການຊ່ວຍໃຫ້ພົ້ນ” “ເສລີພາບ” “ການອະໄພບາບ” ຂໍ້ພຣະຄໍາພີຂອງເຮົາອາດຈະແຈ້ງຂື້ນໂດຍການຕື່ມປະໂຫຍກເຫຼົ່ານີ້ເຂົ້າໄປ,

“ຖ້າບໍ່ມີໂລຫິດໄຫຼອອກແລ້ວກໍຈະບໍ່ມີອິດສະລະພາບ, ບໍ່ມີການຍົກໂທດ, ບໍ່ມີຊ່ວຍການຊ່ວຍໃຫ້ພົ້ນ,ບໍ່ມີເສລີພາບ,ບໍ່ມີການອະໄພບາບເລີຍ”

ບໍ່ສົງໄສເລີຍທີ່ສະເປີໂຈນມັກອ້າງອີງຂໍ້ພຣະຄໍາພີພຣະໂລຫິດຕະຫຼອດ,ຢູ່ໃນຄໍາເທດສະໜາທີ່ໂດ່ງດັງຂອງສະເປີໂຈນໄດ້ກ່າວດັ່ງນີ້ວ່າ:

“ມີພວກນັກເທດບາງຄົນທີ່ບໍ່ເທດສະໜາກ່ຽວກັບພຣະໂລຫິດຂອງພຣະເຢຊູຄຣິດ ແລະຂ້າພະເຈົ້າມີສິ່ງດຽວທີ່ຈະເວົ້າກັບພວກທ່ານເລື່ອງເຂົາເຈົ້າວ່າ: ຢ່າໄປຟັງພວກເຂົາເດັດຂາດ! ຢ່າຟັງເຂົາເດັດຂາດ! ງານຮັບໃຊ້ທີ່ບໍ່ມີພຣະໂລຫິດໃນນັ້ນມັນກໍບໍ່ມີຊີວິດ ແລະງານຮັບໃຊ້ທີ່ຕາຍແລ້ວກໍບໍ່ແມ່ນ ເລື່ອງດີກັບຜູ້ໃດ”

ຄວາມສໍາຄັນຂອງພຣະໂລຫິດຖືກເຮັດໃຫ້ຊັດເຈນຂຶ້ນໂດຍຂໍ້ພຣະຄໍາພີຂອງເຮົາ,

“ຖ້າບໍ່ມີໂລຫິດໄຫຼອອກແລ້ວກໍຈະບໍ່ມີການອະໄພບາບເລີຍ”(ເຮັບເຣີ 9:22)

I. ໜຶ່ງ ຈົ່ງພິຈາລະນາໃນສິ່ງທີ່ຈະເກີດຂື້ນກັບທ່ານຖ້າບໍ່ມີພຣະໂລຫິດທີ່ໄຫຼ ອອກຂອງພຣະຄຣິດ.

ຖ້າບໍ່ມີໂລຫິດໄຫຼອອກແລ້ວກໍຈະບໍ່ມີອິດສະລະພາບຈາກຄວາມບາບຂອງທ່ານເລີຍ,ຖ້າບໍ່ມີໂລຫິດໄຫຼອອກແລ້ວກໍຈະບໍ່ມີການຍົກໂທດສໍາລັບຄວາມຜິດບາບຂອງທ່ານເລີຍ,ຖ້າບໍ່ມີໂລຫິດໄຫຼອອກແລ້ວກໍຈະບໍ່ມີການຊ່ວຍໃຫ້ພົ້ນຈາກຄວາມບາບຂອງທ່ານເລີຍ, ຖ້າບໍ່ມີ ໂລຫິດໄຫຼອອກແລ້ວກໍຈະບໍ່ມີເສລີພາບຈາກຄວາມຜິດບາບຂອງທ່ານເລີຍ,ຖ້າບໍ່ມີໂລຫິດໄຫຼອອກແລ້ວກໍຈະບໍ່ມີການຍົກໂທດບາບຂອງທ່ານເລີຍ, ສິ່ງດຽວທີ່ລໍຖ້າທ່ານໃນຄວາມຕາຍກໍຄືໄຟນາລົກ.

ນາລົກໄດ້ຖືກເທດຢູ່ທີ່ການຟື້ນຟູແຄມບັສແລັງອັນຍິ່ງໃຫຍ່ໃນປະເທດສະກັອດແລນ “ພວກນັກເທດຢູ່ແຄມບັສແລັງເຊື່ອໃນເລື່ອງນາລົກພ້ອມກັບຄວາມທໍລະມານຂອງມັນ,ພວກເຂົາຈິງຈັງຫຼາຍໂພດທີ່ຈະບໍ່ເຕືອນພວກຜູ້ຟັງຂອງເຂົາເຈົ້າເລື່ອງນາລົກ, ພວກເຂົາເຂົ້າໃຈກັນຫຼາຍຄົນ,ຊາຍໜຸ່ມອາຍຸຊາວປີບອກວ່າ ‘ຂ້ອຍຄິດວ່າຕົນເຫັນນາລົກຢູ່ໄກຈາກຂ້ອຍ ເໝືອນກັບຮູບ່ອນທີ່ວິນຍານທີ່ຫຼົງຫາຍຫຼາຍດວງກໍາລັງຖືກເຜົາ ແລະພວກປີສາດກໍາລັງໄປທ່າມກາງພວກເຂົາ’ ຊາຍໜຸ່ມສິບຫ້າປີກ່ອນທີ່ລາວຈະສະຫຼົບໄດ້ກ່າວວ່າ ‘ຂ້ອຍເຫັນແປວໄຟນາລົກກໍາລັງມາຫາຂ້ອຍ’ ຍິງສາວຄົນໜຶ່ງຫາຍໃຈດ້ວຍຄວາມລໍາບາກຍ້ອນກິ່ນຂອງມາດ ‘ກິ່ນຂອງບຶງໄຟແລະມາດຢູ່ໃນເຫວທີ່ບໍ່ມີກົ້ນ’” (The Cambuslang Revival, The Banner of Truth, 1971, p. 154)

ຢ່າງໃດກໍຕາມຂ້າພະເຈົ້າບໍ່ໄດ້ອີງໃສ່ຄວາມເຊື່ອຂອງຕົນລົງເທິງປະສົບການຂອງຄົນພວກນີ້, ຂ້າພະເຈົ້າເຊື່ອເລື່ອງນາລົກເພາະຖືກສອນໂດຍພຣະເຈົ້າໃນພຣະຄໍາພີ,ພຣະເຢຊູເວົ້າເຖິງນາລົກຫຼາຍກວ່າຄົນໃດໃນພຣະຄໍາພີ, ພຣະອົງກ່າວຕໍ່ພວກຄົນທີ່ບໍ່ເຊື່ອໃນສະໄໝຂອງພຣະອົງ “ເຈົ້າຈະພົ້ນການລົງໂທດໃນນາລົກຢ່າງໃດໄດ້?” (ມັດທາຍ 23:33), ພຣະຄຣິດໄດ້ເຕືອນຄົນບໍ່ເຊື່ອວ່າພວກເຂົາຈະຕ້ອງຕົກ “ນາລົກໃນໄຟທີ່ບໍ່ມີວັນດັບ”(ມາລະໂກ 9:43),ພຣະຄຣິດຊົງບອກກັບເສດຖີຢູ່ໃນນາລົກທີ່ຮ້ອງວ່າ “ຂ້າພະເຈົ້າທຸກທໍລະມານຢູ່ໃນແປວໄຟນີ້” (ລູກາ 16:24),ສະເປີໂຈນໄດ້ກ່າວວ່າ:

ມັນຈະເປັນວິບັດແບບໃດທີ່ຕ້ອງໃຊ້ໜຶ່ງຊົ່ວໂມງໃນນາລົກ! ໂອຈາກນັ້ນທ່ານກໍຈະປາດຖະໜາວ່າເຄີຍສະແຫວງຫາພຣະຜູ້ຊ່ວຍໃຫ້ລອດແລ້ວ!ແຕ່ ບໍ່ມີອັນໃດປຽບກັບໜຶ່ງຊົ່ວໂມງໃນນາລົດໄດ້, ເມື່ອທ່ານຕົກນາລົກກໍຕົກຕະຫຼອດໄປ!

ອີກເທື່ອໜຶ່ງທີ່ສະເປີໂຈນກ່າວວ່າ:

ພວກທ່ານກໍາລັງຖືກຫ້ອຍຢູ່ເທິງປາກນາລົກດ້ວຍເສັ້ນດ້າຍອັນດຽວ ແລະເສັ້ນດ້າຍກໍາລັງຈະຂາດ, ພຽງແຕ່ອ້າປາກຫາຍໃຈ,ພຽງການຢຸດເຕັ້ນຂອງຫົວໃຈຂອງທ່ານຊົ່ວຂະນະໜຶ່ງ ແລ້ວທ່ານກໍຈະຢູ່ໃນໂລກນິລັນການໂດຍບໍ່ມີພຣະເຈົ້າ,ບໍ່ມີຄວາມຫວັງ, ບໍ່ມີການອະໄພບາບ, ທ່ານປະເຊີນໜ້າກັບມັນໄດ້ບໍ?

ເມື່ອທ່ານຢູ່ໃນນາລົກທ່ານຈະເຂົ້າໃຈວ່າມັນສວາຍເກີນໄປທີ່,

“ຖ້າບໍ່ມີໂລຫິດໄຫຼອອກແລ້ວກໍຈະບໍ່ມີການອະໄພບາບເລີຍ”(ເຮັບເຣີ 9:22)

ມັນຈະເກີດຂື້ນກັບທ່ານນອກຈາກຄວາມບາບຂອງທ່ານຈະຖືກຊໍາລະໂດຍພຣະໂລຫິດຂອງ ພຣະເຢຊູຄຣິດ!

ຕໍ່ມາເຊັ່ນກັນ,ຄວາມບາບຊື່ງຈະປະເຊີນໜ້າທ່ານ ແລະປັບໂທດໃນການພິພາກສາ, ພວກທ່ານຄິດວ່າຄວາມບາບຂອງຕົນຄືຄວາມລັບ, ພວກທ່ານລືມເລື່ອງນັ້ນແລ້ວ.

“ພຣະເຈົ້າຈະຊົງເອົາການງານທຸກປະການເຂົ້າສູ່ການພິພາກສາ ພ້ອມດ້ວຍຄວາມລັບທຸກຢ່າງ...”(ປັນຍາຈານ 12:14)

ມີບາງຄົນທີ່ຢູ່ທີ່ນີ້ໃນຄືນນີ້ທີ່ຄິດວ່າພວກເຂົາສາມາດເຊື່ອງບາບຂອງຕົນໄດ້,ວ່າບໍ່ມີໃຜຮູ້ຈັກມັນ,ພວກທ່ານລືມເລື່ອງນັ້ນແລ້ວວ່າ:

“ພຣະເນດຂອງພຣະເຢໂຮວາຢູ່ໃນທຸກແຫ່ງຫົນ ຊົງເຝົ້າຊົ່ວ....” (ສຸພາສິດ 15:3)

ແລະມີຫຼາຍຄົນຖືກຜິດຈາກຄວາມບາບທີ່ພວກເຂົາຍັງຈື່ມັນຢູ່, ຄວາມຈິງແລ້ວພວກເຂົາປ່ວຍທາງກາຍຍ້ອນບາບລັບໆຂອງພວກເຂົາ, ຄືກັບເດວິດພວກເຂົາຮູ້ສຶກວ່າ “ບາບຂອງຂ້ານ້ອຍຢູ່ຕໍ່ໜ້າຂ້ານ້ອຍສະເໝີ”(ເພງສັນລະເສີນ 51:3),ຂ້າພະເຈົ້າຄິດເຖິງຫຼາຍກໍລະນີຂອງໂລກຫົວໃຈ ແລະຄວາມເຈັບປ່ວຍອື່ນໆທີ່ມາຈາກຄວາມທຸກທໍລະມານຈາກບາບທີ່ບໍ່ສາລະພາບ ແລະບໍ່ໄດ້ຮັບການຍົກໂທດ, ນັກສຶກສາພຣະຄໍາພີຜູ້ຍິ່ງໃຫຍ່ຊາວພິວຣິທັນໄດ້ກ່າວວ່າ “ໂດຍຄວາມເຊື່ອພວກເຮົາໄດ້ຮັບຄວາມບໍລິສຸດ ແລະອິດທິພົນຂອງພຣະໂລຫິດຂອງພຣະເຢຊູ” ແຕ່ທ່ານຈະບໍ່ມີວັນພົບສັນຕິສຸກແທ້,ເພາະ

“ຖ້າບໍ່ມີໂລຫິດໄຫຼອອກແລ້ວກໍຈະບໍ່ມີການອະໄພບາບເລີຍ”(ເຮັບເຣີ 9:22)

ແລ້ວຍັງມີຄວາມບາບຕ່າງໆຂອງໃຈ, ພວກທ່ານອາດຈະຄິດວ່າບໍ່ມີໃຜເຫັນຄວາມບາບໃນໃຈຂອງທ່ານ, ແຕ່ພວກທ່ານຄິດຜິດ, ພຣະຄໍາພີກ່່າວວ່າ:

“ຈິດໃຈກໍເປັນຕັວລໍ້ລວງເໜືອກວ່າສິ່ງໃດທັງໝົດ ມັນເສື່ອມທຣາມຢ່າງຮ້າຍທີດຽວ ຜູ້ໃດຈະຮູ້ຈັກໃຈນັ້ນເລົ່າ “ເຮົາຄືພະເຢໂຮວາຫ໌ກວດຄົ້ນເບິ່ງຈິດ ແລະທົດລອງເບິ່ງໃຈ ເພື່ອໃຫ້ແກ່ທຸກຄົນຕາມພຶດຕິການຂອງທ່ານ ຕາມຜົນແຫ່ງການກະທຳຂອງທ່ານ”

ບໍ່ມີໃຜອື່ນອາດຈະຮູ້ຈັກຄວາມບາບຕ່າງໆທີ່ຢູ່ໃນໃຈຂອງທ່ານໄດ້ແຕ່ພຣະເຈົ້າຊົງຄົ້ນຫາໃຈຂອງທ່ານ ແລະພຣະເຈົ້າຈະຕັດສິນຄວາມບາບຕ່າງໆທີ່ຖືກເຊື່ອງໄວ້ຫັ້ນເພາະ,

“ຖ້າບໍ່ມີໂລຫິດໄຫຼອອກແລ້ວກໍຈະບໍ່ມີການອະໄພບາບເລີຍ”(ເຮັບເຣີ 9:22)

ບໍ່ມີອິດສະລະພາບຈາກບາບຂອງທ່ານ,ບໍ່ມີການຊ່ວຍໃຫ້ພົ້ນຈາກບາບຂອງທ່ານ, ບໍ່ມີເສລີ ພາບຈາກບາບຂອງທ່ານ, ບໍ່ມີການອະໄພບາບຂອງທ່ານ, ບໍ່ມີວັນເປັນອິດສະລະຈາກມັນ, ບໍ່ມີວັນຖືກຊ່ວຍຈາກມັນ, ບໍ່ມີວັນຖືກປົດປ່ອຍຈາກມັນ, ບໍ່ມີວັນໄດ້ຮັບການຍົກໂທດ, ທ່ານ ຊ່າງຕົກຢູ່ໃນສະຖານະການທີ່ລໍາບາກແທ້!

“ຖ້າບໍ່ມີໂລຫິດໄຫຼອອກແລ້ວກໍຈະບໍ່ມີການອະໄພບາບເລີຍ”(ເຮັບເຣີ 9:22)

ແຕ່ຂອບຄຸນພຣະເຈົ້າຍັງມີຫຼາຍຢ່າງໃນພຣະຄໍາພີ,

II. ສອງ ຈົ່ງພິຈາລະນາສິ່ງທີ່ຈະເກີດຂຶ້ນກັບທ່ານຖ້າທ່ານຫາກມີພຣະໂລ ຫິດທີ່ໄຫຼອອກຂອງພຣະຄຣິດ.

ພຣະໂລຫິດຂອງພຣະຄຣິດກົງກັນຂ້າມກັບປະເພດຂອງຂໍ້ພຣະຄໍາພີຂອງເຮົາ,ດ້ວຍພຣະໂລຫິດຂອງພຣະເຢຊູບາບຂອງທ່ານກໍຖືກລົບໄປຕະຫຼອດການ,ດ້ວຍພຣະໂລຫິດຂອງພຣະເຢຊູກໍມີການຍົກໂທດບາບ, ດ້ວຍພຣະໂລຫິດຂອງພຣະເຢຊູກໍມີການຊ່ວຍໃຫ້ພົ້ນຈາກບາບຂອງທ່ານ, ດ້ວຍພຣະໂລຫິດຂອງພຣະເຢຊູມີການຍົກໂທດບາບຂອງທ່ານ, ດ້ວຍພຣະໂລຫິດຂອງພຣະເຢຊູສິ່ງທີ່ລໍຖ້າທ່ານກໍຄືສະຫງ່່າລາສີແຫ່ງສະຫວັນ! ພວກເຮົາຖືກມອບຫານເຫັນແວບໜຶ່ງຂອງສະຫວັນໃຫ້ໃນໜັງສືພະນິມິດພ້ອມກັບພວກຄຣິສຕຽນທີ່ຮ້ອງເພງເພື່ອພຣະເຢຊູທີ່ນັ້ນ.

“ແລະພວກເຂົາທັງຫລາຍກໍຮ້ອງເພງໃໝ່ວ່າດັ່ງນີ້ "ພຣະອົງຊົງເປັນຜູ້ທີ່ສົມຄວນຈະຊົງຮັບຫນັງສືມ້ວນ ແລະແກະກາຫນັງສືມ້ວນນັ້ນອອກ ເພາະວ່າພຣະອົງຊົງຖືກປົງພຣະຊົນແລ້ວ ແລະດ້ວຍພຣະໂລຫິດຂອງພຣະອົງນັ້ນ ພຣະອົງໄດ້ຊົງໄຖ່ເຮົາທັງຫລາຍຊຶ່ງມາຈາກທຸກຕະກູນ, ທຸກພາສາ,ທຸກຊາດ ແລະທຸກປະເທດໃຫ້ໄປເຖິງພຣະເຈົ້າ”(ພະນິມິດ 5:9)

ພວກເຮົາທີ່ຖືກໄຖ່ແລ້ວໂດຍພຣະໂລຫິດຂອງພຣະເຢຊູຈະຮ້ອງເພງະກ່ຽວກັບພຣະໂລຫິດແຫ່ງການໄຖ່ຂອງພຣະອົງຕະຫຼອດໄປເປັນນິດ! ຄືກັບທີ່ແຟນນີ່ຄຣອສບີໄດ້ກ່າວໄວ້ໃນເພງອັນອັດສະຈັນຂອງນາງວ່າ,

ຊົງໄຖ່ຂ້າຮັກທີ່ຈະປະກາດເຖິງມັນ
ຊົງໄຖ່ໂດຍໂລຫິດຂອງພຣະເມສານ້ອຍ
ຊົງໄຖ່ໂດຍພຣະເມດຕາທີ່ບໍ່ສິ້ນຂອງພຣະອົງ
ຂ້າເປັນລູກຂອງພຣະອົງຕະຫຼອດໄປ
ຊົງໄຖ່,ຊົງໄຖ່,ຊົງໄຖ່ໂດຍໂລຫິດຂອງພຣະເມສານ້ອຍ
ຊົງໄຖ່,ຊົງໄຖ່,ຂ້າເປັນລູກຂອງພຣະອົງຕະຫຼອດໄປ

ຂໍເຊີນຮ້ອງຂໍ້ຊໍ້າກັບຂ້າພະເຈົ້າ!

ຊົງໄຖ່,ຊົງໄຖ່,ຊົງໄຖ່ໂດຍໂລຫິດຂອງພຣະເມສານ້ອຍ
ຊົງໄຖ່,ຊົງໄຖ່,ຂ້າເປັນລູກຂອງພຣະອົງຕະຫຼອດໄປ

ພຣະໂລຫິດທີ່ຊົງໄຖ່ພວກເຮົາບໍ່ແມ່ນເລືອດທໍາມະດາ, ໃນກິດຈະການ 20:28 ພວກເຮົາໄດ້ຮຽນຮູ້ວ່າພຣະໂລຫິດຂອງພຣະເຢຊູຍິ່ງໃຫຍ່ພຽງໃດ, ຂ້າພະເຈົ້າຈະຂໍເອົາສະ ບັບແປນິວອິນເຕີເນຊັນນໍໃຫ້ທ່ານເພື່ອຄວາມຊັດເຈນຂຶ້ນ:

“ເປັນຜູ້ລ້ຽງຄຣິສຕະຈັກຂອງພຣະເຈົ້າ ຊຶ່ງພຣະອົງຊົງຊື້ດ້ວຍພຣະໂລຫິດຂອງພຣະອົງເອງ”( ກິດຈະການ 20:28)

ຢູ່ນີ້ພວກເຮົາເຫັນຢ່າງຊັດເຈນວ່າພວກເຮົາຖືກຊື້ໂດຍ “ພຣະໂລຫິດຂອງພຣະເຈົ້າ”ພຣະ ຄຣິດຊົງເປັນພຣະເຈົ້າໃນເນື້ອໜັງ“ພຣະເຈົ້າແຫ່ງຄວາມເປັນພຣະເຈົ້າ” - ພຣະເຈົ້າໃນເນື້ອໜັງມະນຸດ, ດັ່ງນັ້ນຈື່ງຖືກຕ້ອງທີ່ຈະເອີ້ນພຣະໂລຫິດວ່າ “ພຣະໂລຫິດຂອງພຣະເຈົ້າ” ນັ້ນແຫຼະທີ່ວ່າເປັນຫຍັງສະເປີໂຈນຜູ້ຍິ່ງໃຫຍ່ຈື່ງກ່າວວ່າ:

“ຂ່າວປະເສີດທີ່ບໍ່ມີພຣະໂລຫິດ...ຄືຂ່າວປະເສີດຂອງພະຍາມານ”

“ພຣະໂລຫິດທີ່ເສຍສະລະແຫ່ງໄມ້ກາງແຂນຄືຄວາມຫວັງດຽວຂອງພວກຄົນບາບ”

ຂໍໃຫ້ພວກນັກເທດສະໄໝໃໝ່ລະວັງຜູ້ທີ່ເວົ້າວ່າ “ພຣະໂລຫິດ”ເປັນພຽງອີກຄໍາໜຶ່ງສໍາລັບຄວາມຕາຍຂອງພຣະເຢຊູເທົ່ານັ້ນ-ຈົ່ງລະວັງ!ຂ່າວປະເສີດທີ່ບໍ່ມີພຣະໂລຫິດຄືຂ່າວປະເສີດຂອງພະຍາມານ! ອີກເທື່ອໜຶ່ງສະເປີໂຈນຜູ້ຍິ່ງໃຫຍ່ໄດ້ກ່າວດັ່ງນີ້ວ່າ:

“ອາດຈະມີຄວາມບາບບາງຢ່າງທີ່ພວກເຮົາບໍ່ສາມາດເວົ້າໄດ້, ແຕ່ບໍ່ມີບາບອັນໃດທີ່ພຣະໂລຫິດຂອງພຣະຄຣິດບໍ່ສາມາດລ້າງອອກໄດ້”

ຊາລສ໌ເວສລີໄດ້ກ່າວໄວ້ເຊັ່ນກັນວ່າ:

ພຣະອົງຊົງທໍາລາຍອໍານາດຂອງຄວາມບາບ
ພຣະອົງຊົງປ່ອຍນັກໂທດເປັນອິດສະລະ
ໂລຫິດພຣະອົງສາມາດເຮັດໃຫ້ສິ່ງເປິະເປື້ອນທີ່ສຸດສະອາດໄດ້
ໂລຫິດພຣະອົງຊົງເປັນປະໂຫຍດສໍາລັບຂ້າ
(“O For a Thousand Tongues to Sing” by Charles Wesley, 1707-1788;
      to the tune of “O Set Ye Open Unto Me”).

ເຊີນຮ້ອງ

ພຣະອົງຊົງທໍາລາຍອໍານາດຂອງຄວາມບາບ
ພຣະອົງຊົງປ່ອຍນັກໂທດເປັນອິດສະລະ
ໂລຫິດພຣະອົງສາມາດເຮັດໃຫ້ສິ່ງເປິະເປື້ອນທີ່ສຸດສະອາດໄດ້
ໂລຫິດພຣະອົງຊົງເປັນປະໂຫຍດສໍາລັບຂ້າ

“ຊົງໄຖ່ຂ້າຮັກທີ່ຈະປະກາດເຖິງມັນ” ເຊີນຮ້ອງ!

ຊົງໄຖ່ຂ້າຮັກທີ່ຈະປະກາດເຖິງມັນ
ຊົງໄຖ່ໂດຍໂລຫິດຂອງພຣະເມສານ້ອຍ
ຊົງໄຖ່ໂດຍພຣະເມດຕາທີ່ບໍ່ສິ້ນຂອງພຣະອົງ
ຂ້າເປັນລູກຂອງພຣະອົງຕະຫຼອດໄປ
ຊົງໄຖ່,ຊົງໄຖ່,ຊົງໄຖ່ໂດຍໂລຫິດຂອງພຣະເມສານ້ອຍ
ຊົງໄຖ່,ຊົງໄຖ່,ຂ້າເປັນລູກຂອງພຣະອົງຕະຫຼອດໄປ

“ລິດອໍານາດໃນພຣະໂລຫິດ” ເຊີນຮ້ອງ!

ລິດອໍານາດ,ລິດອໍານາດ,ອັດສະຈັນລິດເດດນັ້ນ
ໃນໂລຫິດຂອງພຣະເມສານ້ອຍ
ລິດອໍານາດ,ລິດອໍານາດ,ອັດສະຈັນລິດເດດນັ້ນ
ໃນໂລຫິດປະເສີດຂອງພຣະເມສານ້ອຍ
(“ລິດອໍານາດໃນພຣະໂລຫິດ”ໂດຍ Lewis E. Jones, 1865-1936)

ເຊີນຮ້ອງອີກ!

ລິດອໍານາດ,ລິດອໍານາດ,ອັດສະຈັນລິດເດດນັ້ນ
ໃນໂລຫິດຂອງພຣະເມສານ້ອຍ
ລິດອໍານາດ,ລິດອໍານາດ,ອັດສະຈັນລິດເດດນັ້ນ
ໃນໂລຫິດປະເສີດຂອງພຣະເມສານ້ອຍ

ເມື່ອຂ້າພະເຈົ້າຮຽນຢູ່ໂຮງຮຽນພຣະຄໍາພີຢູ່ທາງເໜືອຂອງຊານຟຣານຊິສໂກຂ້າພະ ເຈົ້າໄດ້ເຂົ້າສຶກສາພຣະຄໍາພີກັບພວກຮິບປີ້ຫຼາຍຄົນ, ມັນຄືຊ່ວງກະແສພຣະເຢຊູໃນຊຸມປີ 1970, ຄົນໜຸ່ມພວກນັ້ນໄດ້ໃຊ້ຢາເສບຕິດທີ່ປ່ຽນແປງຈິດໃຈເຊັ່ນ LSD ພວກເຂົາບາງຄົນຖືກຜີສິງຜ່ານທາງຄວາມບາບນັ້ນ, ພວກເຂົາຄືສັດປ່າ-ແບບພວກເກດາຣຽນ, ຂ້າພະເຈົ້າຈື່ໄດ້ວ່າເຫັນພວກອ້າຍນ້ອງບາງຄົນພະຍາຍາມທີ່ຈະໄລ່ຜີອອກຈາກຍິງສາວຮິບປີ້ຄົນໜຶ່ງ,ພວກເຂົາສັ່ງໃຫ້ຜີອອກແຕ່ບໍ່ມີຫຍັງເກີດຂຶ້ນ, ຫຼັງຈາກນັ້ນອ້າຍຄົນໜຶ່ງກໍເລີ່ມຮ້ອງເພງ,

ລິດອໍານາດ,ລິດອໍານາດ,ອັດສະຈັນລິດເດດນັ້ນ
ໃນໂລຫິດຂອງພຣະເມສານ້ອຍ
ລິດອໍານາດ,ລິດອໍານາດ,ອັດສະຈັນລິດເດດນັ້ນ
ໃນໂລຫິດປະເສີດຂອງພຣະເມສານ້ອຍ

ຍິງສາວຄົນນັ້ນຮ້ອງກີ້ດຈົນສຸດປອດຂອງຕົນ, ອ້າຍຜູ້ຮັ້ນກໍຮ້ອງອີກ,

ລິດອໍານາດ,ລິດອໍານາດ,ອັດສະຈັນລິດເດດນັ້ນ
ໃນໂລຫິດຂອງພຣະເມສານ້ອຍ
ລິດອໍານາດ,ລິດອໍານາດ,ອັດສະຈັນລິດເດດນັ້ນ
ໃນໂລຫິດປະເສີດຂອງພຣະເມສານ້ອຍ

ລາວຮ້ອງກີ້ດອີກ ແລ້ວຫຼັງຈາກນັ້ນຜີກໍອອກຈາກປາກຂອງລາວ,ກໍຄືກັບທີ່ພວກເຂົາເຮັດຕອນທີ່ພຣະເຢຊູຊົງຢູ່ເທິງໂລກນີ້, ຫຼັງຈາກບຶດໜຶ່ງນາງກໍເປັນອິດສະລະ, ນາງຈື່ງນັ່ງລົງ ພື້ນ ແລ້ວກິນນໍ້າ, ຂ້າພະເຈົ້າກໍຮູ້ຈັກລາວເປັນເວລາດົນນານຕັ້ງແຕ່ນັ້ນ, ນາງກາຍເປັນຄົນດີ,ເປັນຄຣິສຕຽນທີ່ເຂັ້ມແຂງ, ຂ້າພະເຈົ້າໄດ້ເລົ່າໃຫ້ດຣ.ລິນສິດຍາພິບານຂອງຕົນຟັງຢູ່ ຄຣິສຕະຈັກຄົນຈີນ, ລາວກໍຕອບວ່າ “ແມ່ນ ບັອບ, ຖ້ານັກເທດແບັບຕິດທີ່ຢູ່ໃນປະເທດຈີນບໍ່ຮູ້ຈັກວິທີທີ່ຈະໄລ່ຜີອອກໂດຍລິດອໍານາດຂອງພຣະໂລຫິດຂອງພຣະຄຣິດ,ກໍບໍ່ມີໃຜໄປຟັງລາວເທດ” ຂ້າພະເຈົ້າຮູ້ຢ່າງແນ່ນອນວ່າຕົນເອງເຄີຍເຫັນການສະແດງທີ່ຕື່ນເຕັ້ນຂອງວຽກອັນອັດສະຈັນແຫ່ງລິດເດດຂອງພຣະໂລຫິດຂອງພຣະຄຣິດ! ຂ້າພະເຈົ້າແນ່ໃຈວ່າສະເປີໂຈນເອງກໍເຄີຍເຈີແບບນີ້! ພຣະໂລຫິດຂອງພຣະເຢຊູຊົງມີລິດຫຼາຍກວ່າຢາແອວເອັສດີ,ເຮໂຣອິນ ຫຼືຢ່າເສບຕິດອື່ນໆທີ່ໃຊ້ໂດຍຊາຕານເພື່ອທໍາລາຍຄົນໜຸ່ມຂອງພວກເຮົາ! ພຣະໂລຫິດຂອງພຣະເຢຊູສາມາດຊໍາລະລ້າງຄວາມບາບຂອງໃຈຫຼືຊີວິດທຸກຢ່າງຂອງທ່ານໄດ້!

ຂ້າພະເຈົ້າໄດ້ຊອກເບິ່ງກັອບປີ້ຂອງ“The Free Grace Broadcaster.” ມັນຄືວາລະ ສານປະຕິຮູບທີ່ມີຄໍາເທດສະໜາຫຼາຍເລື່ອງທີ່ຍິ່ງໃຫຍ່ຈາກພວກນັກເທດໃນອະດີດ - ບຸລຸດຢ່າງເຊັ່ນຈອນຈິລ, ເຈ.ຊີ.ໄຣ, ອັອກຕາວຽສ ແລະສະເປີໂຈນ, ໂຕກັອບປີ້ທີ່ຂ້າພະເຈົ້າຊອກຫານັ້ນມີຄໍາເທດສະໜາຂອງບຸລຸດເຫຼົ່ານີ້ໃນເລື່ອງລິດອໍານາດແຫ່ງພຣະໂລຫິດຂອງ ພຣະຄຣິດໃນການໄຖ່,ໃນການລຶບລ້າງບາບ,ໃນການໄຖ່ບາບ, ໜຶ່ງໃນນັກເທດຜູ້ຍິ່ງໃຫຍ່ ແບບຄາວິນໄດ້ກ່າວດັ່ງນີ້ວ່າ:

ມີຢູ່ຈິງໃນອົງປະກອບທີ່ສໍາຄັນຂອງຄວາມປະເສີດໃນພຣະໂລຫິດພຣະ ຄຣິດ, ມັນໄຫຼອອກມາຈາກຫຼອດເລືອດແດງທີ່ບໍ່ຖືກແຕະ,ບໍ່ມີຮອຍດ່າຍ້ອນ ໄວຣັສຂອງບາບ...ພຣະຜູ້ໄຖ່ບໍລິສຸດຜູ້ບໍ່ມີບາບຊົງທົນທຸກແຫ່ງການໄຖ່ເພື່ອ ຄົນບໍ່ບໍລິສຸດ,ຄົນບາບ,ດ້ວຍເຫດພຣະໂລຫິດທີ່ປະເສີດຂອງພຣະອົງ.
     ທີ່ຮັກຈົ່ງແນມເບິ່ງມັນໃນຄວາມສະຫວ່າງນີ້ ແລ້ວໃຈຂອງເຈົ້າຈະເບີກ ບານດ້ວຍຄວາມຮັກແຫ່ງການຍົກຍ້ອງແລະສັນລະເສີນ,ໃນຂະນະທີ່ທ່ານຄຸເຂົ່າລົງຕໍ່ໜ້າພຣະຄຣິດ ແລະ(ຈິດສໍານຶກຂອງທ່ານຖືກຊໍາລະໂດຍ)ພຣະໂລຫິດນັ້ນຊື່ງຍົກໂທດ,ປົກປິດ ແລະລຶບລ້າງຄວາມຜິດທຸກຢ່າງຂອງທ່ານ.

ຕອນນີ້ຂໍໃຫ້ພວກເຮົາປະຍຸກໃຊ້ການອະໄພບາບນີ້,ການຍົກໂທດບາບນີ້ຕໍ່ຄົນທີ່ຍັງບໍ່ທັນລອດເທື່ອ, ຄົນມູສະລິມບໍ່ເຄີຍມີການຍົກໂທດບາບຂອງຕົນ, ເຂົາກໍບໍ່ໄດ້ເວົ້າເຊັ່ນກັນເພາະຄໍາພີໂຄຣັນບໍ່ເຄີຍບອກເຂົາເຖິງວິທີທີ່ຈະມີການຍົກໂທດ, ໄດ້ພົບຊາຍຄົນໜຶ່ງທີ່ກໍາລັງພະຍາຍາມທີ່ຈະລອດໂດຍການເປັນຄົນດີພໍ, ລາວເວົ້າວ່າ “ຂ້ອຍຫວັງວ່າຄວາມບາບຂອງຂ້ອຍຈະໄດ້ຮັບການຍົກໂທດ” ພົບຄົນບໍ່ເຊື່ອວ່າມີພຣະເຈົ້າ ຫຼືພວກແອັກນອສຕິກ,ພວກເຂົາບໍ່ເຄີຍຮູ້ວ່າຄວາມບາບຂອງເຂົາເຈົ້າໄດ້ຮັບການຍົກແລ້ວ.

ຂ້າພະເຈົ້າມີຊາຍຫຼືຍິງ ຫຼືຄົນໜຸ່ມທີ່ຫຼົງຫາຍຢູ່ນີ້ໃນຄືນນີ້ບໍ? ຄົນຫຼົງຫາຍ! ພວກທ່ານຮູ້ສຶກວ່າພວກທ່ານຫຼົງຫາຍບໍ? ຂ້າພະເຈົ້າດີໃຈຖ້າພວກທ່ານຮູ້ສຶກ, ເພາະມີການອະໄພບາບ,ການຍົກໂທດບາບ - ໂດຍພຣະໂລຫິດຂອງພຣະເຢຊູຄຣິດ, ໂອຄົນບາບເອີຍ ຈົ່ງເບິ່ງ! ພວກທ່ານເຫັນພຣະເຢຊູໃນສວນເກັດເສມານີເຫື່ອໄຫຼອອກເປັນເລືອດເພື່ອທ່ານບໍ? ທ່ານເຫັນພຣະເຢຊູຫ້ອຍຢູ່ເທິງໄມ້ກາງແຂນບໍ? ພຣະອົງຖືກຕອກຢູ່ຫັ້ນເພື່ອທ່ານ, ໂອຖ້າຂ້າພະເຈົ້າຫາກສາມາດຖືກຕອກເທິງໄມ້ກາງແຂນເພື່ອທ່ານໃນຄືນນີ້ໄດ້,ຂ້າພະເຈົ້າຮູ້ວ່າພວກທ່ານຈະເຮັດແນວໃດ, ພວກທ່ານກໍຈະກົ້ມຂາບລົງຈຸບຕີນຂ້າພະເຈົ້າ, ຮ້ອງໄຫ້ແລະໄຫ້ທີ່ຂ້າພະເຈົ້າຕາຍເພື່ອທ່ານ, ແຕ່ຄົນບາບຜູ້ຫຼົງທາງພຣະເຢຊູຊົງຕາຍເພື່ອທ່ານ-ເພື່ອທ່ານ! ແລະຕັ້ງແຕ່ທີ່ພຣະອົງຊົງຫຼັ່ງເລືອດເພື່ອທ່ານ,ທ່ານກໍບໍ່ສາມາດຫຼົງຫາຍອີກຖ້າທ່ານຫາກມາຫາພຣະອົງແລ້ວວາງໃຈໃນພຣະອົງ, ແລ້ວພວກທ່ານເປັນຄົນບາບບໍ? ທ່ານສໍານຶກເຖິງບາບຂອງທ່ານເພາະທ່ານບໍ່ເຊື່ອຢ່າງເຕັມລົ້ນໃນພຣະຄຣິດບໍ? ຂ້າພະເຈົ້າມີສິດອໍານາດທີ່ຈະເທດຕໍ່ທ່ານ, ຈົ່ງວາງໃຈໃນພຣະເຢຊູແລ້ວທ່ານຈະບໍ່ສາມາດຫຼົງຫາຍໄດ້! ຈົ່ງວາງໃຈໃນພຣະເຢຊູເອງບໍ່ແມ່ນທີ່ພຣະອົງຊົງຕາຍເພື່ອທ່ານ, ແຕ່ຈົ່ງວາງໃຈພຣະເຢຊູຄຣິດ ພຣະອົງເອງ.

ພວກທ່ານເວົ້າວ່າຕົວເອງບໍ່ແມ່ນຄົນບາບບໍ? ພວກທ່ານເວົ້າວ່າທ່ານບໍ່ມີບາບທີ່ຈະຕ້ອງໄດ້ຮັບການອະໄພແມ່ນບໍ? ແລ້ວຂ້າພະເຈົ້າກໍບໍ່ມີພຣະຄຣິດທີ່ຈະເທດໃຫ້ທ່ານ, ພຣະອົງບໍ່ໄດ້ມາເພື່ອຊ່ວຍຄົນດີ, ພຣະອົງຊົງມາເພື່ອຊ່ວຍຄົນບາບ, ທ່ານເປັນຄົນມີບາບບໍ?ພວກທ່ານຮູ້ສຶກເຖິງຄວາມບາບຂອງຕົນບໍ? ທ່ານຫຼົງຫາຍບໍ? ທ່ານຮູ້ຈັກມັນບໍ? ທ່ານເປັນຄົນບາບບໍ? ທ່ານຈະຍອມຮັບມັນບໍ? ຄົນບາບ!ຖ້າພຣະເຢຊູຢູ່ນີ້ໃນຄືນນີ້, ພຣະອົງຈະຊົງຍື່ນພຣະຫັດທີ່ຫຼັ່ງເລືອດຂອງພຣະອົງອອກຫາທ່ານແລ້ວເວົ້າວ່າ “ຄົນບາບເຮົາຕາຍເພື່ອທ່ານ, ທ່ານຈະວາງໃຈເຮົາບໍ?” ພຣະອົງບໍ່ໄດ້ຢູ່ນີ້ໃນນາມບຸກຄົນໜຶ່ງແຕ່ພຣະອົງໄດ້ສົ່ງຂ້າພະເຈົ້າມາບອກທ່ານເຖິງເລື່ອງນີ້, ທ່ານຈະເຊື່ອພຣະອົງບໍ? “ໂອ”ແຕ່ທ່ານພັດເວົ້າວ່າ “ຂ້ອຍເປັນຄົນບາບທີ່ຊົ່ວ” “ໂອ”ພຣະເຢຊູກໍກ່າວວ່າ“ນັ້ນແຫຼະຄືເຫດຜົນທີ່ເຮົາຕາຍເພື່ອທ່ານເພາະທ່ານເປັນຄົນບາບ” “ແຕ່”ທ່ານພັດເວົ້າວ່າ “ຂ້ອຍເຄີຍເຮັດສິ່ງຕ່າງໆແລະຄິດໃນສິ່ງທີ່ຂ້ອຍອາຍມັນ” ພຣະເຢຊູຊົງກ່າວວ່າ “ທຸກຢ່າງໄດ້ຮັບການຍົກໂທດ,ທຸກຢ່າງໄດ້ຮັບການລ້າງອອກໄປໂດຍພຣະໂລຫິດທີ່ໄຫຼມາຈາກມື, ຕີນ ແລະຂ້າງຂອງເຮົາ, ພຽງແຕ່ວາງໃຈໃນເຮົາເທົ່ານັ້ນທີ່ເຮົາຂໍ” ຈົ່ງວາງໃຈໃນພຣະເຢຊູຄຣິດເອງ.

ແຕ່ບາງຄົນພັດເວົ້າວ່າ “ຂ້້ອຍບໍ່ຕ້ອງການພຣະຜູ້ຊ່ວຍ” ສະນັ້ນຂ້າພະເຈົ້າກໍບໍ່ມີຫຍັງຈະເວົ້າກັບທ່ານນອກຈາກຄໍານີ້--“ພຣະພິໂລດຈະມາ!ພຣະພິໂລດຈະມາ!”ການພິພາກ ສາກໍາລັງມາສໍາລັບທ່ານ!

ແຕ່ພວກທ່ານຮູ້ສຶກວ່າຕົນຜິດບໍ? ທ່ານກຽດຊັງຄວາມບາບຂອງຕົນແລະທ່ານເຕັມໃຈທີ່ຈະຫັນກັບຈາກມັນແລ້ວຫັນມາຫາພຣະຄຣິດບໍ? ຈາກນັ້ນຂ້າພະເຈົ້າກໍສາມາດບອກທ່ານໄດ້ວ່າພຣະຄຣິດຊົງຕາຍເພື່ອທ່ານ, ຈົ່ງເຊື່ອໃນພຣະຄຣິດ! ວາງໃຈໃນພຣະອົງ! ຈົ່ງວາງໃນພຣະອົງເອງ.

ຊາຍໜຸ່ມຄົນໜຶ່ງໄດ້ຂຽນຈົດໝາຍໄປຫາສະເປີໂຈນຕອນທີ່ສະເປີໂຈນໄປເມືອງໜຶ່ງເພື່ອເທດສະໜາ, ລາວເວົ້າວ່າ “ທ່ານເອີຍ ເມື່ອທ່ານມາກະລຸນາເທດສະໜາບົດເທດທີ່ເຂົ້າກັບກໍລະນີຂອງຂ້ອຍແດ່, ຂ້ອຍເຄີຍໄດ້ຍິນວ່າພວກເຮົາຈະຕ້ອງຄິດເຖິງຕົນເອງວ່າເປັນຄົນທີ່ຊົ່ວທີ່ສຸດໃນໂລກ ບໍ່ດັ່ງນັ້ນພວກເຮົາຈະລອດບໍ່ໄດ້, ຂ້ອຍພະຍາຍາມຄິດວ່າຂ້ອຍເປັນຄົນຊົ່ວແຕ່ຂ້ອຍກໍເຮັດບໍ່ໄດ້, ຂ້ອຍຢາກຈະລອດແຕ່ຂ້ອຍບໍ່ຮູ້ວ່າວິທີທີີ່ຈະກັບໃຈໃໝ່ພໍ” ສະເປີໂຈນກໍຕອບວ່າ “ຖ້າຂ້ອຍຫາກພົບລາວເມື່ອຂ້ອຍໄປເທດສະໜາຢູ່ຫັ້ນ,ຂ້ອຍກໍຈະບອກວ່າລາວວ່າພຣະເຈົ້າບໍ່ໄດ້ຮຽກຮ້ອງວ່າເຈົ້າຕ້ອງຄິດເຖິງຕົວເອງໃນຖານະເປັນຄົນຊົ່ວທີ່ສຸດໃນໂລກ,ເພາະມີຫຼາຍຄົນທີ່ຊົ່ວຫຼາຍກວ່າເຈົ້າ” ມີບາງຄົນທີີ່ບໍ່ແມ່ນຄົນບາບຄືກັບຄົນອື່ນ.

ສິ່ງທີ່ພຣະເຈົ້າຊົງຮຽກຮ້ອງກໍຄື:ໃຫ້ຄົນນັ້ນເວົ້າວ່າ ‘ຂ້ອຍຮູ້ຈັກຕົວເອງຫຼາຍກວ່າຄົນອື່ນຮູ້ຈັກ,ຂ້ອຍບໍ່ຮູ້ຈັກເຂົາເຈົ້າຫຼາຍ, ແຕ່ສິ່ງທີ່ຂ້ອຍເຫັນກ່ຽວກັບຕົວຂ້ອຍເອງໂດຍສະເພາະ ກ່ຽວກັບໃຈຂອງຂ້ອຍ, ຂ້ອຍບໍ່ຄິດວ່າຫຼາຍຄົນເປັນຄົນຊົ່ວຫຼາຍກວ່າຂ້ອຍ, ພວກເຂົາອາດຈະເຮັດສິ່ງທີ່ຮ້າຍກວ່າຂ້ອຍເຮັດ, ແຕ່ຂ້ອຍເຄີຍໄດ້ຍິນຄໍາເທດສະໜາຫຼາຍກວ່່າ, ການເຕືອນຫຼາຍກວ່າ ແລະສະນັ້ນຂ້ອຍຈື່ງຊົ່ວຫຼາຍກວ່າພວກເຂົາ’ ຂ້າພະເຈົ້າຢາກໃຫ້ທ່ານມາຫາພຣະຄຣິດເອງແລ້ວເວົ້າວ່າ ‘ພຣະເຈົ້າຂ້າຂ້ອຍນ້ອຍໄດ້ເຮັດບາບ’ ວຽກຂອງທ່ານກໍຄືມາແລ້ວເວົ້າວ່າ ‘ພຣະເຢຊູເຈົ້າຂ້າ ໂຜດເມດຕາຂ້ານ້ອຍຜູ້ເປັນຄົນບາບແດ່’ເທົ່ານັ້ນ, ພວກທ່ານຮູ້ສຶກວ່່າຕົນເອງຫຼົງຫາຍບໍ? ອີກເທື່ອໜຶ່ງຂ້າພະເຈົ້າຂໍເວົ້າວ່າ ‘ຈົ່ງມາຫາພຣະເຢຊູເອງ, ພຣະອົງຈະຊົງລ້າງຄວາມບາບຂອງທ່ານໃນພຣະໂລຫິດຂອງພຣະອົງ’”

“ຖ້າບໍ່ມີໂລຫິດໄຫຼອອກແລ້ວກໍຈະບໍ່ມີການອະໄພບາບເລີຍ”(ເຮັບເຣີ 9:22)

ເພື່ອຈົບຄໍາເທດສະໜານີ້ຂ້າພະເຈົ້າຈະຂໍເວົ້າວ່າສະຖານທີ່ນີ້ບໍ່ໄດ້ມີຄົນບາບທີ່ຫຼົງຫາຍທີ່ຮູ້ຈັກວ່າຕົນເອງຫຼົງຫາຍ,ຜູ້ຊຶ່ງບໍ່ສາມາດໃຫ້ຄວາມບາບທຸກຢ່າງຂອງຕົນໄດ້ຮັບການອະໄພ ແລະ “ຊື່ນຊົມຍິນດີໃນຄວາມຫວັງແລະສະຫງ່າລາສີຂອງພຣະເຈົ້າ” ເຖິງແມ່ນວ່າທ່ານຈະດໍາຄືກັບນາລົກຢູ່ໃນຄວາມບາບ,ທ່ານກໍສາມາດຂາດຄືກັບສະຫວັນໃນຄືນນີ້ໄດ້,ໃນວິນາທີທີ່ຄົນເຊື່ອໃນພຣະເຢຊູລາວກໍໄດ້ຮັບຄວາມລອດໂດຍພຣະໂລຫິດຂອງພຣະເຢຊູ,ຈົ່ງ ຍອມໃຫ້ຂໍນີ້ກາຍເປັນຈິງໃນຫົວໃຈແລະຊີວິດຂອງທ່ານ:

ເຊັ່ນດຽວກັບຂ້າໂດຍບໍ່ມີຂໍ້ແກ້ຕົວ
ແຕ່ວ່າພຣະໂລຫິດພຣະອົງຊົງຫຼັ່ງເພື່ອຂ້າ
ແລະພຣະອົງຊົງຂໍໃຫ້ມາຫາພຣະອົງ
ໂອພຣະເຢຊູຂອງພຣະເຈົ້າ,ຂ້າມາ,ຂ້າມາ!
(“Just As I Am” by Charlotte Elliott, 1789-1871).

ເຊີນມາທີ່ນີ້ໃນແຖວໜ້າສອງແຖວນີ້ແລ້ວສາລະພາບບາບຂອງທ່ານຕໍ່ພຣະເຈົ້າ,ແລ້ວເຊື່ອວາງໃຈໃນພຣະເຢຊູ, ເຊີນມາຫາພຣະເຢຊູ, ຖືກລ້າງໃຫ້ສະອາດຈາກຄວາມບາບຂອງທ່ານໂດຍພຣະໂລຫິດອັນປະເສີດຂອງພຣະເຢຊູ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“There Is a Fountain” (by William Cowper, 1731-1800; to the tune of “Amazing Grace”).

ໂຄງຮ່າງບົດເທດສະໜາ

ດ້ວຍພຣະໂລຫິດຫຼືບໍ່ມີພຣະໂລຫິດ

WITH OR WITHOUT BLOOD

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ

“ຖ້າບໍ່ມີໂລຫິດໄຫຼອອກແລ້ວກໍຈະບໍ່ມີການອະໄພບາບເລີຍ” (ເຮັບເຣີ 9:22)

I. ໜຶ່ງ ຈົ່ງພິຈາລະນາໃນສິ່ງທີ່ຈະເກີດຂື້ນກັບທ່ານຖ້າບໍ່ມີພຣະໂລຫິດທີ່ໄຫຼອອກ
ຂອງພຣະຄຣິດ, ມັດທາຍ 23:33; ມາລະໂກ 9:43; ລູກາ 16:24;
ປັນຍາຈານ 12:14; ສຸພາສິດ 15:3; ເພງສັນລະເສີນ 51:3; ເຢເຣມີ 17:9,10.

II. ສອງ ຈົ່ງພິຈາລະນາສິ່ງທີ່ຈະເກີດຂຶ້ນກັບທ່ານຖ້າທ່ານຫາກພຣະໂລຫິດ
ທີ່ໄຫຼອອກຂອງພຣະຄຣິດ. ພະນິມິດ 5:9; ກິດຈະການ 20:28.