Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເຈັດຈຸດສຳຫລັບຄົນທີ່ກັບໃຈໃໝ່

SEVEN POINTS FOR NEW CONVERTS
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ແລງວັນເສົາ 7/10/2017
A sermon preached at the Baptist Tabernacle of Los Angeles
Saturday Evening, October 7, 2017

“ເຮັດໃຫ້ໃຈຂອງພວກສາວົກໝັ້ນຄົງຂຶ້ນ (ເສີມກຳລັງ) ເຕືອນເຂົາໃຫ້ດຳລົງຢູ່ໃນຄວາມເຊື່ອ ແລະສອນວ່າ ພວກເຮົາຈຳເປັນຕ້ອງທົນຄວາມຍາກລຳບາກຫລາຍຈົນກວ່າຈະໄດ້ເຂົ້າໃນອານາຈັກຂອງພຣະເຈົ້າ” (ກິດຈະການ 14:22)


The Applied New Testament Commentary ເວົ້າເຖິງຂໍ້ພຣະຄໍາພີຂໍ້ນີ້ວ່າ:

ມັນບໍ່ພຽງພໍທີ່ຈະເທດສະໜາຂ່າວປະເສີດຢູ່ບ່ອນໃດໜຶ່ງພຽງແຕ່ເທື່ອດຽວ, ມັນຈໍາເປັນເຊັ່ນກັນທີ່ຈະສອນຜູ້ເຊື່ອໃໝ່ ແລະສ້າງພວກເຂົາໃນຄວາມ ເຊື່ອ, ແລະນີ້ແມ່ນສິ່ງທີ່ໂປໂລກັບບານາບັດພາກັນເຮັດ, ພວກເຂົາໄດ້ ເຕືອນພວກທີ່ເຊື່ອໃໝ່ວ່າທີ່ຈະເຂົ້າໃນອານາຈັກຂອງພຣະເຈົ້າພວກເຂົາຈະຕ້ອງອົດທົນຄວາມຍາກລໍາບາກຫຼາຍຢ່າງ(ຄວາມກົດດັນ,ຄວາມເຈັບປວດຕ່າງໆ).

ອັກຄະສາວົກໂປໂລກ່າວວ່າ: “ຖ້າພວກເຮົາທົນທຸກ(ອົດທົນ) ພວກເຮົາກໍຈະໄດ້ຄອບຄອງຮ່ວມກັບພຣະອົງ”(2 ຕີໂມທຽວ 2:12)ນີ້ໝາຍຄວາມວ່າຄຣິສຕຽນທີ່ອຸທິດຊີວິດດ້ວຍຄວາມ ຈິງໃຈຈະຕ້ອງອົດທົນຕໍ່ຄວາມກົດດັນຕ່າງໆຂອງຊີວິດຄຣິສຕຽນເພື່ອທີ່ຈະຄອບຄອງຮ່ວມກັບພຣະຄຣິດໃນອານາຈັກຂອງພຣະອົງທີ່ຈະມາເຖິງ, “ທ່ານຈົ່ງອົດທົນຄວາມຍາກລໍາບາກ ເໝືອນດັ່ງທະຫານທີ່ດີຂອງພຣະເຢຊູຄຣິດ”(2 ຕີໂມທຽວ 2:3).

I. ໜຶ່ງ ທ່ານຈະຕ້ອງປະສົບກັບຄວາມຍາກລໍາບາກບາງຢ່າງ.

ນັ້ນຄືປະການທໍາອິດທີ່ທ່ານຈະຕ້ອງຮູ້, ທ່ານບໍ່ພຽງແຕ່ລອດເພື່ອຈະໄປແຕ່ສະຫວັນເທົ່ານັ້ນ,ຫຼັງຈາກທີ່ທ່ານໄດ້ຮັບຄວາມລອດ“ເຫດສະນັ້ນທ່ານຈົ່ງອົດທົນຄວາມຍາກລໍາບາກ ເໝືອນດັ່ງທະຫານທີ່ດີຂອງພຣະເຢຊູຄຣິດ...ຖ້າພວກເຮົາທົນທຸກ ພວກເຮົາກໍຈະໄດ້ຄອບຄອງຮ່ວມກັບພຣະອົງ”(2 ຕີໂມທຽວ 2:3,12) ຂ້າພະເຈົ້າບໍ່ໄດ້ຖືກສອນແບບນີ້ກ່ອນທີ່ຂ້າພະເຈົ້າຈະໄປຮ່ວມກັບຄຣິສຕະຈັກຄົນຈີນ, ຂ້າພະເຈົ້າຄິດວ່າທ່ານພຽງແຕ່ວາງໃຈເຊື່ອໃນພຣະຄຣິດ ແລ້ວກໍໄປສະຫວັນເທົ່ານັ້ນ, ດຣ.ທິໂມທີ ລິນ ສອນຂ້າພະເຈົ້າວ່າຂ້າພະເຈົ້າຈະຕ້ອງເປັນຄຣິສຕຽນທີ່ມີໄຊຊະນະເພື່ອທີ່ຈະໄດ້ຄອບຄອງຮ່ວມກັບພຣະຄຣິດໃນອານາ ຈັກຂອງພຣະອົງ“ຜູ້ໃດມີໄຊຊະນະ ແລະຖືຮັກສາວຽກຂອງເຮົາຈົນເຖິງທີ່ສຸດ ເຮົາຈະໃຫ້ຜູ້ນັ້ນມີອໍານາດຄອບຄອງບັນດາປະຊາຊາດ”(ພະນິມິດ 2:26), ພວກຄຣິສຕຽນທີ່ຢູ່ໃນປະ ເທດມຸສະລິມ ແລະປະເທດຈີນຮູ້ດີວ່າພວກເຂົາຈະຕ້ອງເຈີຄວາມຍາກລໍາບາກຕ່າງໆເພື່ອທີ່ຈະໄດ້ຄອບຄອງຮ່ວມກັບພຣະຄຣິດໃນອານາຈັກຂອງພຣະອົງ, ຄືກັບຂໍ້ພຣະຄໍາພີເປີດຫົວເລື່ອງຂອງພວກເຮົາທີ່ເວົ້າວ່າ: “ພວກເຮົາຈຳເປັນຕ້ອງທົນຄວາມຍາກລຳບາກຫລາຍຈົນກວ່າຈະໄດ້ເຂົ້າໃນອານາຈັກຂອງພຣະເຈົ້າ”(ກິດຈະການ 14:22) ອັກຄະສາວົກໂປໂລໄດ້ສອນພວກຄຣິສຕຽນໃໝ່ວ່າພວກເຂົາຈະຕ້ອງພົບພໍ້ການທົດສອບຫຼາຍຢ່າງ (ຄວາມກົດດັນຕ່າງໆ)ເພື່ອທີ່ຈະໄດ້ຄອບຄອງຮ່ວມກັບພຣະຄຣິດໃນອານາຈັກ, ແລະນັ້ນແຫຼະຄືສິ່ງທີ່ພວກທ່ານຈະຕ້ອງເຮັດຖ້າພວກທ່ານເປັນຄົນທີ່ລອດແລ້ວໃນການຟື້ນຟູນີ້, ບົດເພງທີ່ໂດ່ງດັງຂອງ ດຣ.ວັດໄດ້ສອນເລື່ອງນັ້ນຢູ່ໃນບົດເພງນະມັດສະການຂອງເຮົາເປັນເວລາເກືອບສາມຮ້ອຍປີແລ້ວ!

ຂ້ອຍຕ້ອງຖືໄປສູ່ທ້ອງຟ້າເທິງຕຽງດອກໄມ້ແຫ່ງຄວາມສະບາຍບໍ
ໃນຂະນະທີ່ຄົນອື່ນສູ້ເພື່ອໄດ້ລາງວັນ ແລະລ່ອງໄປໃນທະເລເລືອດ?
ແນ່ນອນຂ້ອຍຕ້ອງສູູ້ ຖ້າຢາກຄອບຄອງ ຂໍພຣະເຈົ້າຊົງເພີ່ມຄວາມກ້າໃຫ້ແດ່
ຂ້ານ້ອຍຈະແບກວຽກໜັກ,ອົດທົນຄວາມເຈັບປວດ,ອຸ້ມຊູ້ໂດຍພຣະຄໍາພຣະອົງ
(“ຂ້າເປັນທະຫານແຫ່ງໄມ້ກາງແຂນບໍ”?ໂດຍ by Dr. Isaac Watts, 1674-1748)

II. ສອງ ທ່ານຈະຕ້ອງມີພຣະຄໍາພີ ແລະອ່ານ.

“ພຣະຄຳພີທຸກຕອນໄດ້ຮັບການດົນໃຈຈາກພຣະເຈົ້າ ແລະເປັນປະໂຫຍດໃນການສອນ, ການຕັກເຕືອນ, ການປັບປຸງແກ້ໄຂຄົນໃຫ້ດີ ແລະການອົບຮົມໃນເລື່ອງຄວາມຊອບທຳ”(2 ຕີໂມທຽວ 3:16)

ພວກທ່ານຕ້ອງຊື້ພຣະຄໍາພີສະກໍຟິວສຶກສາເພື່ອທີີ່ທ່ານຈະສາມາດຕິດຕາມໄປໃນຂະນະທີ່ພວກເຮົາບອກໜ້າພຣະຄໍາພີນັ້ນໃຫ້ກັບພວກທ່ານ, ທ່ານຈະຕ້ອງເອົາເຈ້ຍຄໍາເທດສະໜາກັບບ້ານກັບທ່ານນໍາ ແລະສຶກສາມັນໃນຊ່ວງອາທິດນັ້ນ, ຢ່າໄປຟັງວິທະຍຸຫຼືນັກເທດທີ່ເທດທາງໂທລະພາບເລີຍ, ພວກເຂົາຫຼາຍຄົນເປັນນັກເທດປອມ, ຢ່າໄປຟັງພວກເຂົານອກຈາກ ດຣ.ເຈ.ເວີນັນ ແມັກກີ, ພວກທ່ານສາມາດຟັງການສຶກສາພຣະຄໍາພີປະຈໍາວັນຂອງທ່ານທຸກຊ່ວງເວລາທັງກາງເວັນ ຫຼືກາງຄືນຜ່ານທາງຄອມພິວເຕີຂອງທ່ານທີ່ www.ttb.org ຫຼື www.thrutheBible.org ດຣ.ແມັກກີ ຄືສິດຍາພິບານອັນຍາວນານຂອງຄຣິສຕະຈັກແຫ່ງການເປີດປະຕູທີ່ຖະໜົນ 550 South Hope ໃນໂຕເມືອງລອສແອງເຈີລິສນີ້, ຂ້າພະເຈົ້າໄດ້ຮຽນພຣະຄໍາພີໂດຍການຟັງເພິ່ນທຸກມື້, ເພິ່ນຫລີກລ້ຽງເກືອບທຸກຄວາມຜິດພາດ ແລະຄວາມເຫັນນອກຮີດຕ່າງໆຂອງປັດຈຸບັນນີ້, ເພິ່ນເປັນຄູສອນພຣະຄໍາທາງວິທະຍຸ ຫຼືໂທລະພາບພຽງຄົນດຽວເທົ່ານັ້ນທີ່ຂ້າພະເຈົ້າໄວ້ວາງໃຈ - ພຽງຄົນດຽວເທົ່ານັ້ນ, ພວກເຮົາມີຄົນທີ່ເຮັດໃຫ້ເກີດຄວາມຫຍຸ້ງຍາກໂດຍການຟັງຄົນທີ່ມາກ່ອນຫຼືຫຼັງຈາກ ດຣ.ແມັກກີ ທາງວິທະຍຸ, ນັ້ນແຫຼະທີ່ເປັນຫຍັງມັນຈື່ງເປັນເລື່ອງທີ່ດີທີ່ສຸດທີ່ຈະຟັງເພິ່ນທາງຄອມພິວເຕີຂອງທ່ານ(ພາສາທີ່ບໍ່ແມ່ນພາສາອັງກິດກໍສາມາດພົບໄດ້ທີ່ www.ttb.org/global-reach/regions-languages.

ຈົ່ງອ່ານພຣະຄໍາພີທຸກໆມື້ “ຂ້ານ້ອຍໄດ້ສະສົມພຣະດໍາລັດຂອງພຣະອົງໄວ້ໃນໃຈຂອງຂ້ານ້ອຍ ເພື່ອຂ້ານ້ອຍຈະບໍ່ເຮັດບາບຕໍ່ພຣະອົງ”(ເພງສັນລະເສີນ 119:11).

III. ສາມ ຢ່າໄປຄຣິສຕະຈັກອື່ນຍົກເວັ້ນຕອນທີ່ທ່ານໄປພັກຜ່ອນ.

ພວກເຮົາອາໄສຢູ່ໃນຊ່ວງເວລາແຫ່ງການປະຖີ້ມຄວາມເຊື່ອສຸດໆຕາມຄຣິສຕະຈັກຕ່າງໆ, ຈົ່ງຫ່າງໆຈາກພວກເຂົາ.

“ຈະມີຜູ້ທໍານາຍປອມຫລາຍຄົນເກີດຂຶ້ນ ແລະລໍ້ລວງຄົນເປັນຈຳນວນຫຼາຍ ໃຫ້ຫລົງໄປ, ຄວາມຮັກຂອງຄົນເປັນຈຳນວນຫລາຍຈະເຢັນຊ່າລົງ ເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ”(ມັດທາຍ 24:11,12)

ພວກເຮົາບໍ່ສາມາດແນະນໍາຄຣິສຕະຈັກອື່ນໆໄດ້, ແມ່ນແຕ່ຄຣິສຕະຈັກແບັບຕິດຫຼາຍແຫ່ງກໍມັກຈະສົ່ງເສີມ “ລັດທິຕັດສິນໃຈນິຍົມ” ແລະຄວາມເຊື່ອນອກຮີດອື່ນໆ.

IV. ສີ່ ຈົ່ງເຂົ້າຮ່ວມຄຣິສຕະຈັກນີ້ທຸກເຊົ້າວັນອາທິດ ແລະແລງວັນອາທິດ. ຈົ່ງເຂົ້າ ຮ່ວມງານປະຊຸມອະທິຖານຂອງຄຣິສຕະຈັກຂອງເຮົາແລງວັນພະຫັດ ແລະງານ ປະກາດຂ່າວປະເສີດທຸກອາທິດ.

V. ຫ້າ ຈົ່ງທໍາຄວາມຮູ້ຈັກສິດຍາພິບານ ແລະຜູ້ຊ່ວຍສິດຍາພິບານ.

ພວກທ່ານສາມາດໂທຫາດຣ.ໄຮເມີ ແລະຖາມເພິ່ນອັນໃດກໍໄດ້ຕະຫຼອດເວລາ -ຫຼືໄປພົບເພິ່ນຢູ່ໃນໂບດກໍໄດ້.

“ທ່ານທັງຫລາຍຈົ່ງລະນຶກເຖິງຄົນເຫລົ່ານັ້ນທີ່ປົກຄອງທ່ານ ຜູ້ຊຶ່ງໄດ້ປະກາດພຣະຄໍາຂອງພຣະເຈົ້າແກ່ທ່ານ ແລະຈົ່ງພິຈາລະນາເບິ່ງຜົນປາຍທາງຂອງເຂົາ ແລ້ວຈົ່ງຕາມຢ່າງຄວາມເຊື່ອຂອງເຂົາ”(ເຮັບເຣີ 13:7)

“ທ່ານທັງຫລາຍຈົ່ງເຊື່ອຟັງ ແລະຍອມຢູ່ໃນໂອວາດຂອງຄົນເຫລົ່ານັ້ນທີ່ປົກຄອງທ່ານ ເພາະວ່າທ່ານເຫລົ່ານັ້ນຄອຍລະວັງເບິ່ງຈິດວິນຍານຂອງທ່ານ ເໝືອນກັບຜູ້ທີ່ຈະຕ້ອງລາຍງານ ເພື່ອເຂົາຈະໄດ້ເຮັດການນີ້ດ້ວຍຄວາມຊື່ນໃຈ ບໍ່ແມ່ນດ້ວຍຄວາມເສົ້າໃຈ ເພາະທີ່ເຮັດດັ່ງນັ້ນກໍຈະບໍ່ເປັນປະໂຫຍດອັນໃດແກ່ທ່ານທັງຫລາຍ” (ເຮັບເຣີ 13:17)

ປະໂຫຍກຄໍາວ່າ “ປົກຄອງທ່ານ”ສາມາດແປໄດ້ວ່າ“ພວກຜູ້ນໍາຂອງທ່ານ”ພຣະຄໍາພີສະບັບ The Reformation Study Bible ເວົ້າເຖິງເຮັບເຣີ 13:17 “ພວກຜູ້ນໍາຄຣິສຕະຈັກທີ່ສັດຊື່ຄືຜູ້ລ້ຽງທີ່ສັດຊື່... ຄວາມຫ່ວງໃຍຂອງພວກຜູ້ນໍາ(ສິດຍາພິບານ)ແມ່ນຄວາມເລິກຊຶ້ງ ແລະຈິງໃຈເພາະພວກເຂົາຖືກແຕ່ງຕັ້ງໂດຍພຣະເຈົ້າ ແລະຈະລາຍງານຕໍ່ພຣະອົງທຸກຄົນຈະເຈັບປວດຖ້າການຮັບໃຊ້ຂອງພວກເຂົາຖືກຕໍ່ຕ້ານ” ສິດຍາພິບານຄືດຣ.ໄຮເມີ ພວກທ່ານສາມາດໂທຫາເພິ່ນໄດ້ທີ່ເບີ(818)352-0452, ຜູ້ຊ່ວຍສິດຍາພິບານກໍຄື ດຣ.ເຄແກນ ທ່ານສາມາດໂທຫາເພິ່ນໄດ້ທີ່ເບີ(323)735-3320.

VI. ຫົກ ຈົ່ງເຮັດໃຫ້ການຊະນະວິນຍານທີ່ເຂັ້ມແຂງເປັນທີ່ໜຶ່ງໃນຊີວິດຂອງທ່ານ.

ບໍ່ມີໃຜສາມາດເປັນຄຣິສຕຽນທີີ່ດີໂດຍປາສະຈາກການເຮັດວຽກໜັກເພື່ອພາຜູ້ຄົນມາຟັງຂ່າວປະເສີດໄດ້, ພຣະເຢຊູກ່າວວ່າ: “ຈົ່ງເລັ່ງພວກເຂົາໃຫ້ເຂົ້າມາ ເພື່ອເຮືອນຂອງເຮົາຈະເຕັມ”(ລູກາ 14:23).

VII. ເຈັດ ຈົ່ງເຂົ້າຮ່ວມໜຶ່ງໃນກຸ່ມອະທິຖານນ້ອຍໆ.

ຈົ່ງຖາມເມຍຂອງດຣ.ໄຮເມີ ຫຼືດຣ.ເຄແກນເພື່ອຊ່ວຍທ່ານໃຫ້ຊອກກຸ່ມໜື່ງທີ່ດີທີ່ສຸດສໍາຫຼັບທ່ານ, ຈົ່ງພົບປະກັບອະທິຖານຂອງທ່ານທຸກອາທິດ.

“ເພາະວ່າມີສອງສາມຄົນປະຊຸມກັນຢູ່ບ່ອນໃດໃນນາມຂອງເຮົາ ເຮົາຈະຢູ່ທ່າມກາງເຂົາທີ່ນັ້ນ(ມັດທາຍ 18:20).

ຖ້າທ່ານຫາກຍັງບໍ່ລອດເທື່ອ, ພວກເຮົາຂໍຮ້ອງໃຫ້ທ່ານກັບໃຈຈາກຄວາມບາບ ແລ້ວວາງໃຈເຊື່ອໃນພຣະເຢຊູຄຣິດ, ເມື່ອທ່ານກັບໃຈແລະວາງໃຈເຊື່ອໃນພຣະອົງ, ພຣະໂລຫິດຂອງພຣະອົງຈະຊົງຊໍາລະທ່ານອອກຈາກຄວາມຜິດບາບທຸກຢ່າງ.

“ພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງກໍຊໍາລະເຮົາໃຫ້ພົ້ນຈາກບາບແລ້ວ”(1ໂຢຮັນ 1:7)

ຈົ່ງໄປພົບດຣ.ເຄແກນ ແລະໃຫ້ເພິ່ນຟັງຄໍາພະຍານຂອງທ່ານຖ້າທ່ານຄິດວ່າຕົນເອງລອດແລ້ວ, ເບີໂທຂອງເພິ່ນແມ່ນ (323)735-3320.

ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“Am I a Soldier of the Cross?” (by Dr. Isaac Watts, 1674-1748).

ໂຄງຮ່າງບົດເທດສະໜາ

SEVEN POINTS FOR NEW CONVERTS

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ

“ເຮັດໃຫ້ໃຈຂອງພວກສາວົກໝັ້ນຄົງຂຶ້ນ(ເສີມກຳລັງ) ເຕືອນເຂົາໃຫ້ດຳລົງຢູ່ໃນຄວາມເຊື່ອ ແລະສອນວ່າ ພວກເຮົາຈຳເປັນຕ້ອງທົນຄວາມຍາກລຳບາກຫລາຍຈົນກວ່າຈະໄດ້ເຂົ້າໃນອານາຈັກຂອງພຣະເຈົ້າ” (ກິດຈະການ 14:22)

(2 ຕີໂມທຽວ 2:12, 3)

I.    ໜຶ່ງ ທ່ານຈະຕ້ອງປະສົບກັບຄວາມຍາກລໍາບາກບາງຢ່າງ. 2 ຕີໂມທຽງ 2:3,12;
ພະນິມິດ 2:26.

II.   ສອງ ທ່ານຈະຕ້ອງມີພຣະຄໍາພີ ແລະອ່ານ, 2 ຕີໂມທຽງ 3:16,17;
ເພງສັນລະເສີນ 119:11.

III.  ສາມ ຢ່າໄປຄຣິສຕະຈັກອື່ນຍົກເວັ້ນຕອນທີ່ທ່ານໄປພັກຜ່ອນ, ມັດທາຍ 24:11,12

IV.  ສີ່ ຈົ່ງເຂົ້າຮ່ວມຄຣິສຕະຈັກນີ້ທຸກເຊົ້າວັນອາທິດ ແລະແລງວັນອາທິດ. ຈົ່ງເຂົ້າ
ຮ່ວມງານປະຊຸມອະທິຖານຂອງຄຣິສຕະຈັກຂອງເຮົາແລງວັນພະຫັດ ແລະງານ
ປະກາດຂ່າວປະເສີດທຸກອາທິດ.

V.   ຫ້າ ຈົ່ງທໍາຄວາມຮູ້ຈັກສິດຍາພິບານ ແລະຜູ້ຊ່ວຍສິດຍາພິບານ.ເຮັບເຣີ 13:7,17.

VI.  ຫົກ ຈົ່ງເຮັດໃຫ້ການຊະນະວິນຍານທີ່ເຂັ້ມແຂງເປັນທີ່ໜຶ່ງໃນຊີວິດຂອງທ່ານ.
ລູກາ 14:23

VII. ເຈັດ ຈົ່ງເຂົ້າຮ່ວມໜຶ່ງໃນກຸ່ມອະທິຖານນ້ອຍໆ, ມັດທາຍ 18:20,1 ໂຢຮັນ 1:7.