Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການປະກາດຂ່າວປະເສີດຂອງທຸກຄົນ

EVERY PERSON EVANGELIZING!

(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 17/9/2017
A sermon preached at the Baptist Tabernacle of Los Angeles
Lord’s Day Evening, September 17, 2017

“ໃນຂະນະທີ່ພວກເຂົາກຳລັງຍ່າງໄປ ພວກເຂົາກໍດີສະອາດ”
(ລູກາ 17:14)


ໃນຂະນະທີ່ພຣະເຢຊູເດີນທາງຜ່ານເມືອງສະມາເຣຍ ແລະກາລິລີຢູ່ນັ້ນ,ພຣະອົງກໍ ມາຮອດເມືອງນ້ອຍໆແຫ່ງໜື່ງ, ທາງນອກໝູ່ບ້ານມີຄົນຂີ້ທູດສິບຄົນ, ພວກເຂົາ “ຢືນຢູ່ແຕ່ ໄກ”ຈາກພຣະອົງ(17:12) ພວກຂີ້ທູດຖືກຮຽກຮ້ອງໂດຍບັນຍັດໃນພັນທະສັນຍາເດີມໃຫ້ຢູ່ ຫ່າງໆຈາກຜູ້ຄົນທີ່ບໍ່ຕິດເຊື້ອໂລກນີ້.

“ຄົນຂີ້ທູດ…ຈະຮ້ອງວ່າ ມົນທົນ,ມົນທິນ…ລາວຕ້ອງຢູ່ຄົນດຽວ ບ່ອນອາ ໄສຂອງລາວຈະຕ້ອງຢູ່ນອກຄ້າຍ” (ລະບຽບພວກເລວີ 13:45-46)

ຄົນຂີ້ທູດສິບຄົນນີ້ໄດ້ຍິນວ່າພຣະເຢຊູຊົງເຮັດການອັດສະຈັນຕ່າງໆ, ດັ່ງນັ້ນພວກ ເຂົາຈື່ງຮ້ອງຈາກໄລຍະໄກວ່າ “ເຢຊູ ເຈົ້ານາຍເອີຍ ໄດ້ໂຜດເມດຕາພວກຂ້າພະເຈົ້າ ແດ່ທ້ອນ” (ລູກາ 17:13), ພຣະເຢຊູບໍ່ໄດ້ປົວໂລກຂີ້ທູດຂອງພວກເຂົາທັນທີ,ແຕ່ຊົງບອກ ໃຫ້ພວກເຂົາໄປສະແດງຕົວແກ່ພວກປະໂລຫິດຢູ່ໃນວິຫານໃນເມືອງເຢຣູຊາເລັມ, ພຣະເຢ ຊູຊົງເຮັດແບບນັ້ນເພາະສອງເຫດຜົນ: ຄືເພື່ອເຮັດໃຫ້ບັນຍັດໃນພຣະຄໍາພີເດີມສໍາເລັດຊື່ງ ໄດ້ກ່າວໄວ້ໃນລະບຽບພວກເລວີ 14:1-20 ວ່າປະໂລຫິດພຽງຄົນດຽວທີ່ສາມາດກໍານົດວ່າ ຄົນທີ່ເປັນຂີ້ທູດໄດ້ຮັບການປິ່ນປົວໃຫ້ດີແລ້ວຫຼືບໍ່, ເຫດຜົນອັນທີ່ສອງກໍຄື “ເພື່ອເປັນພະ ຍານ, ສະແດງຕໍ່ພວກປະໂລຫິດແລະຄົນຢິວອື່ນໆເຫັນເຖິງລິດອໍານາດແຫ່ງການຢຽວຢາ ຮັກສາທີ່ພຣະອົງຊົງເປັນເຈົ້າຂອງ” (Thomas Hale, The Applied New Testament, Chariot Victor Publishing, 1996, p. 236)

ຄົນຂີ້ທູດສິບຄົນເຊື່ອຟັງພຣະຄຣິດ ແລະເລີ່ມມຸ້ງໜ້າໄປວິຫານໃນເຢຣູຊາເລັມ,ອັນ ນີ້ສະແດງໃຫ້ເຫັນວ່າພວກເຂົາມີຄວາມເຊື່ອ ບໍ່ດັ່ງນັ້ນພວກເຂົາຈະບໍ່ເຊື່ອຟັງພຣະອົງຢ່າງ ແນ່ນອນ, ແຕ່ທີ່ພວກເຮົາເຫັນມັນບໍ່ແມ່ນຄວາມເຊື່ອທີ່ຊ່ວຍໃຫ້ພົ້ນໄດ້, ພວກເຂົາເຊື່ອຟັງ ພຣະຄຣິດພາຍນອກ,

“ແລະຕໍ່ມາ ໃນຂະນະທີ່ພວກເຂົາກຳລັງຍ່າງໄປ ພວກເຂົາກໍດີສະອາດ” (ລູກາ 17:14)

ພະຍາດຂີ້ທູດໄດ້ຫາຍດີຈາກຮ່າງກາຍຂອງພວກເຂົາໃນຂະນະທີ່ພວກເຂົາກໍາລັງເດີນທາງ ຈາກເຂດແດນກາລິເລລົງທາງໃຕ້ສູ່ວິຫານທີ່ເຢຣູຊາເລັມ.

ແຕ່ຄົນໜື່ງໃນພວກເຂົາຕາວມາເມື່ອລາວຫາຍດີແລ້ວ ແລະເດີນທາງກັບໄປບ່ອນທີ່ ພຣະເຢຊູຢູ່.

“ຈຶ່ງກັບມາສັນລະເສີນພຣະເຈົ້າດ້ວຍສຽງດັ່ງ ແລະຂາບລົງທີ່ພຣະບາດຂອງພຣະອົງ(ພຣະເຢຊູ)ຂອບຄຸນພຣະອົງ...” (ລູກາ 17:15-16)

“ແລ້ວພຣະອົງ(ພຣະເຢຊູ)ຕັດກັບຄົນນັ້ນວ່າ ຈົ່ງລຸກຂຶ້ນໄປເຖີດ ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ຕົວເຈົ້າຫາຍດີປົກກະຕິ” (ລູກາ 17:19)

ຕອນນີ້ ສໍາຫຼັບຂ້າພະເຈົ້າແລ້ວເບິ່ງຄືວ່າມີບົດຮຽນຫຼາຍຢ່າງຢູ່ໃນຂໍ້ພຣະຄໍາພີຂໍ້ນີ້, ຂ້າພະເຈົ້າຈະບໍ່ຂໍເອົາໝົດທຸກຢ່າງ, ແຕ່ຈະເອົາສິ່ງທີ່ຕົນເຫັນສາມຢ່າງມາແບ່ງປັນ.

I. ໜື່ງ ການຫາຍດີບາງສ່ວນມາຈາກການເຊື່ອຟັງພຣະຄຣິດພາຍນອກ.

ຊາຍທັງສິບຄົນນີ້ຖືກປົວດີຈາກພະຍາດຂີ້ທູດພາຍນອກ, ພວກເຂົາທັງໝົດບໍ່ໄດ້ຮັບ ການປິ່ນປົວໂດຍການແຕະຕ້ອງຂອງພຣະເຢຊູໃນທັນທີ, ພວກເຂົາຖືກປິ່ນປົວເປັນບາງ ສ່ວນໃນລະຫວ່າງທາງໄປວິຫານໃນເຢຣູຊາເລັມ, ແຕ່ຈິດວິນຍານຂອງພວກເຂົາບໍ່ໄດ້ຮັບ ການຮັກສາໃຫ້ຫາຍດີເທື່ອ, ພຣະເຢຊູຊົງກ່າວວ່່າ:

“ຈົ່ງໄປສະແດງຕົວແກ່ພວກປະໂລຫິດເຖີດ ຕໍ່ມາເມື່ອກຳລັງຍ່າງໄປພວກ ເຂົາກໍຫາຍດີສະອາດ” (ລູກາ 17:14)

ຄົນທີ່ພາຍນອກເຊື່ອຟັງພຣະຄຣິດໄດ້ຮັບການຢຽວຢາຮັກສາຈາກໂລກລະບາດຕ່າງໆທີ່ສ້າງບັນຫາໃຫ້ກັບຄົນທີ່ບໍ່ເຊື່ອຟັງເຕັມທີ່, ຄົນເຫຼົ່ານັ້ນທີ່ມາຄຣິສຕະຈັກ ແລະພາຍນອກ ປະຕິບັດຕາມກົດພຶ້ື້ນຖານຂອງຊາວຄຣິສຕຽນ, ຄົ້ນພົບວ່າຊີວິດຂອງພວກເຂົາກາຍມາມີ ລະບຽບຫຼາຍຂື້ນ, ນິໄສການຮຽນຕ່າງໆຂອງພວກເຂົາຢູ່ໃນໂຮງຮຽນອອກຜົນດີກວ່າເກົ່າ, ອາລົມຂອງພວກເຂົາຄວບຄຸມໄດ້ດີຂື້ນ, ໂດຍທົ່ວໄປພວກເຂົາກາຍເປັນຜູ້ທີ່ປະສົບຜົນສໍາ ເລັດ ແລະການດໍາລົງຊີວິດຂອງເຂົາໃຫ້ຜົນດີຫຼາຍກວ່າຄົນທີ່ຖືກ “ຊັດໄປຊັດມາ”ໂດຍ ຄວາມສັບສົນຂອງສັງຄົມທັນສະໄໝ (ເອເຟໂຊ 4:14).

ຜູ້ຄົນທີ່ຢູ່ໃນ“ໂລກ”ມັກຈະຄິດວ່າການມາໂບດຈະເຮັດໃຫ້ເກີດຄວາມເສຍຫາຍໃນຊີວິດຂອງເຂົາໂດຍການເອົາເວລາເຮັດວຽກຫຼືໄປໂຮງຮຽນຂອງເຂົາຫຼາຍໂພດ, ພໍ່ແມ່ທີ່ບໍ່ ແມ່ນຄຣິສຕຽນມັກຄິດແບບນັ້ນ, ພວກເຂົາຮູ້ສຶກວ່າການມາຄຣິສຕະຈັກຈະເອົາເວລາໄປ ຈາກລູກຂອງພວກເຂົາຫຼາຍໂພດ, ດັ່ງນັນພວກເຂົາຈື່ງບໍ່ໄດ້ດີໃນໂຮງຮຽນຫຼືບ່ອນເຮັດວຽກ. ແຕ່ພວກເຮົາໄດ້ຄົ້ນພົບຄວາມຈິງຫຼາຍໆເທື່ອທີ່ມັນກົງກັນຂ້າມກັນ, ເມື່ອພວກຄົນໜຸ່ມເຂົ້າ ຮ່ວມການນະມັດສະການຕ່າງໆຂອງຄຣິສຕະຈັກ ພວກເຮົາກໍໄດ້ພົບໂດຍບໍ່ມີຂໍ້ຍົກເວັ້ນວ່າ ພວກເຂົາກາຍເປັນນັກຮຽນທີ່ີດີກວ່າເກົ່າ ແລະເປັນລູກຈ້າງທີ່ດີກວ່າເກົ່າ, ພວກເຂົາຮຽນຮູ້ທີ່ ຈະວາງລະບຽບການຮຽນຂອງພວກເຂົາ “ສວຍໂອກາດ” (ເອເຟໂຊ 5:16; ໂຄໂລສີ 4:5) ໂດຍການໜຸນໃຈຂອງພວກຜູ້ນໍາຄຣິສຕະຈັກ ແລະແບບຢ່າງຂອງພວກສະມາຊິກ, ພວກ ເຂົາໄດ້ຮຽນຮູ້ຄວາມສໍາຄັນຂອງຄວາມດຸໝັ່ນໃນບ່ອນເຮັດວຽກ ແລະໂຮງຮຽນ, ແທນທີ່ ຂອງ“ການຫຼີ້ນເສຍເວລາ”ຫຼາຍ,ຄືກັບພວກເດັກນ້ອຍຂອງໂລກເຮັດ, ພວກເຂົາເຮັດວຽກ ແລະຮຽນຢ່າງໜັກໃນຊ່ວງທີ່ເຂົາວ່າງ.

ຂ້າພະເຈົ້າເຊືື່ອວ່່າພວກເຮົາມີໜື່ງໃນຈໍານວນເປີເຊັນທີ່ສູງທີ່ສຸດຂອງພວກນັກຮຽນວິທະຍາໄລ ແລະຜູ້ຮຽນຈົບວິທະຍາໄລໃນປະເທດອາເມລິກາຢູ່ໂບດຂອງພວກເຮົາ, ແລະຂ້າ ພະເຈົ້າຄິດວ່ານີ້ແມ່ນໜື່ງໃນຂໍ້ພິສູດວ່າການເຊື່ອຟັງພຣະເຢຊູ“ປົວ” ຄົນເຫຼົ່ານັ້ນທີ່ເຊື່ອຟັງ ພຣະອົງຈາກບັນຫາພາຍນອກຫຼາຍຢ່າງທີ່ປະເຊີນໂດຍຄົນທີ່ີບໍ່ໄດ້ມາທີ່ການສາມັກຄີທໍາ ຄຣິສຕະຈັກທ້ອງຖີ່ນ ແລະເຂົ້າຮ່ວມການນະມັດສະການຕ່າງໆ, ການສັງເກດເປັນເວລາ ຫຼາຍປີໄດ້ພິສູດໃຫ້ເຫັນວ່າເລື່ອງນີ້ແມ່ນຄວາມຈິງຊໍ້າແລ້ວຊໍ້າອີກ.

II. ສອງ ຄວາມລອດອັນເຕັມລົ້ນແມ່ນປະສົບການເມື່ອທ່ານມາຫາພຣະຄຣິດ.

ຜູ້ຊາຍເກົ້າຄົນພໍໃຈເມື່ອພວກເຂົາຫາຍດີພາຍນອກແລ້ວ, ເມື່ອພວກເຂົາໄດ້ຮັບ ການຮັກສາໃຫ້ຫາຍດີທາງຮ່່າງກາຍຈາກໂລກຂີ້ທູດ, ແຕ່ໜື່ງໃນພວກເຂົາບໍ່ພໍໃຈກັບການ ເຊື່ອຟັງພາຍນອກເທົ່ານັ້ນ, ໃຈຂອງລາວຕື່ນເຕັ້ນພາຍໃນດ້ວຍການຂອບຄຸນພຣະເຈົ້າ,ລາວ ລ້ຽວກັບ ແລ້ວເດີນທາງກັບໄປບ່ອນທີ່ພຣະເຢຊູຢູ່, ລາວຂາບລົງທີ່ພຣະບາດພຣະເຢຊູ “ຂອບຄຸນພຣະອົງ” (ລູກາ 17:16) ອີກຄໍາໜື່ງ,ຜູ້ຊາຍຄົນນີ້ໄດ້ມາຫາພຣະຄຣິດ! ລາວມາ ຫາພຣະຄຣິດ ແລະພົບບໍ່ພຽງແຕ່ການຢຽວຢາທາງຮ່າງກາຍ ແຕ່ພົບຄວາມລອດອັນເຕັມ ລົ້ນໃນພຣະຜູ້ຊ່ວຍ,ຂາບລົງທີ່ພຣະບາດຂອງພຣະອົງ.

ຖ້າພວກທ່ານຫາກເຂົ້າຮ່ວມກັບຄຣິສຕະຈັກຂອງພວກເຮົາ,ມານະມັດສະການປົກ ກະຕິນັ້ນແມ່ນເລື່ອງທີ່ດີ, ມັນຈະຊ່ວຍທ່ານໃນຊີວິດ ແລະວຽກຂອງທ່ານ, ແຕ່ຄຣິສຕຽນແທ້ ມີຫຼາຍກວ່າການທີ່ຊ່ວຍພວກທ່ານໃຫ້ມີຊີວິດທີ່ດີກວ່າເກົ່າ! ຕໍ່ຄົນທີ່ມີຊິີວິດທີ່ປະສົບຄວາມ ສໍາເລັດຫຼາຍ,ພຣະເຢຊູກ່າວວ່າ:

“ຢ່າປະຫລາດໃຈເລີຍ(ຢ່າໄປຕົກໃຈ)ທີ່ເຮົາບອກທ່ານວ່າ ພວກທ່ານຕ້ອງບັງເກີດໃໝ່” (ໂຢຮັນ 3:7)

ນັ້ນແຫຼະຄືສິ່ງທີ່ເກີດຂື້ນກັບຄົນຂີ້ທູດທີ່ມາຫາພຣະຄຣິດ, ຫຼັງຈາກທີ່ລາວສະອາດດີ ທາງຮ່າງກາຍໂດຍການເຊື່ອຟັງພຣະເຢຊູແລ້ວລາວກໍມາຫາພຣະເຢຊູ,ຂາບລົງທີ່ພຣະບາດຂອງພຣະອົງ ແລະພາຍໃນລາວໄດ້ກັບໃຈເສຍໃໝ່ແລ້ວ ແລະພຣະຄຣິດກ່າວກັບລາວວ່າ:

“ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ຕົວເຈົ້າຫາຍດີປົກກະຕິ” (ລູກາ 17:19)

ຂ້າພະເຈົ້າເຫັນດ້ວຍກັບ The Applied New Testament,ເຖິງຂ້າພະເຈົ້າຢາກໃຫ້ມັນ ອ້າງຄວາມເຊື່ອຖືພຣະຄໍາພີສະບັບຄິງເຈມສ໌, ແມ່ນມັນໄດ້ອະທິບາຍດີໃນສິ່ງທີ່ເກີດຂື້ນຕໍ່ ຊາຍຂີ້ທູດທີ່ສະອາດດີທີ່ໄດ້ມາຫາພຣະເຢຊູ, ເມື່ອພຣະເຢຊູກ່າວກັບລາວວ່າ“ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ຕົວເຈົ້າຫາຍດີປົກກະຕິ” ຄວາມເຫັນນັ້ນໄດ້ບົ່ງບອກວ່າ“ພຣະເຢຊູບໍ່ໄດ້ ໝາຍຄວາມວ່າພຽງແຕ່ຮ່າງກາຍຂອງລາວດີສະອາດແລ້ວ ແຕ່ຍັງໝາຍຄວາມວ່າຝ່າຍວິນ ຍານຂອງລາວໄດ້ຫາຍດີເຊັ່ນກັນ, ລາວໄດ້ຮັບຄວາມລອດ” (ເຫຼັ້ມດຽວກັນໜ້າ 341).

ພວກທ່ານເຄີຍມາຄຣິສຕະຈັກ, ມັນໄດ້ອວຍພອນທ່ານ ແລະຊ່ວຍທ່ານຫຼາຍຢ່າງ ພວກເຮົາຂອບຄຸນພຣະເຈົ້າສໍາຫຼັບເລື່ອງນັ້ນ, ແຕ່ຕອນນີ້ພວກເຮົາຂໍໃຫ້ພວກທ່ານກ້າວໄປ ອີກກ້າວໜື່ງ ແລະຮັບເອົາຄວາມລອດອັນເຕັມລົ້ນ, ການກັບໃຈໃໝ່ອັນເຕັມລົ້ນໂດຍການ ມາຫາພຣະເຢຊູໃນຄວາມເຊື່ອ ແລະການລົ້ມລົງຕໍ່ໜ້າພຣະອົງ, ວາງໃຈເຊື່ອໃນພຣະອົງ ຢ່າງເຕັມທີ່.

ຢ່າງໃດກໍ່ຕາມ,ພຣະຄຣິດບໍ່ໄດ້ທຸກທໍລະມານ ແລະຕາຍເທິງໄມ້ກາງແຂນເພື່ອມອບ ຊີວິດທີ່ດີກວ່າໃຫ້ທ່ານໃນໂລກນີ້, ຫຼາຍກວ່ານັ້ນອີກ! ພຣະອົງຊົງຕາຍເທິງໄມ້ກາງແຂນ ເພື່ອທີ່ຄວາມບາບຂອງທ່ານຈະໄດ້ຮັບການອະໄພ ແລະຊໍາລະທ່ານໃຫ້ສະອາດໂດຍພຣະ ໂລຫິດອັນປະເສີດຂອງພຣະອົງ, ພຣະອົງຊົງຟື້ນຂື້ນຈາກຕາຍ ແລະດຽວນີ້ຊົງນັ່ງທີ່ເບື້ອງ ຂວາພຣະຫັດຂອງພຣະເຈົ້າພຣະບິດາ, ເພື່ອມອບຊີວິດອັນຕະຫຼອດໄປເປັນນິດໃຫ້ທ່ານ,ຖ້າ ພວກທ່ານຫາກມາຫາພຣະເຢຊູໂດຍຄວາມເຊື່ອງ່າຍໆແບບທີ່ຜູ້ຊາຍຄົນນີ້ເຮັດ, ພວກທ່ານ ກໍຂະໄດ້ຮັບຄວາມລອດ,ບັງເກີດຕະຫຼອດໄປແລະຕະຫຼອດການ, ຂໍໃຫ້ການກັບໃຈໃໝ່ແທ້ ເປັນທີ່ຍອມຮັບຕໍ່ທ່ານໃນໄວໆນີ້! ແຕ່ຂ້າພະເຈົ້າເຊື່ອວ່າມີເຫດຜົນອັນທີ່ສາມໃນຂໍ້ພຣະຄໍາພີ ນີ້, ບົດຮຽນໃນເລື່ອງ ການປະກາດຂ່າວປະເສີດຂອງທຸກຄົນ.

III. ສາມ ການປະກາດຂ່າວປະເສີດຄວນຈະເລີ່ມຕົ້ນທັນທີ,ແມ່ນແຕ່ກ່ອນທີ່ທ່ານຈະກັບ ໃຈໃໝ່.

ໃຫ້ສັງເກດສິ່ງທີ່ພຣະເຢຊູບອກກັບຊາຍທັງສິບຄົນທີ່ຍັງບໍ່ດີສະອາດ (ແລະຍັງບໍ່ ລອດ)ວ່າ:

“ຈົ່ງໄປສະແດງຕົວແກ່ພວກປະໂລຫິດເຖີດ ຕໍ່ມາເມື່ອກຳລັງຍ່າງໄປພວກ ເຂົາກໍຫາຍດີສະອາດ” (ລູກາ 17:14)

ພວກເຂົາຖືກສົ່ງໄປໂດຍພຣະເຢຊູ“ເພື່ອເປັນພະຍານ,ຫຼັກຖານຕໍ່ພວກປະໂລຫິດ ແລະຄົນ ຢິວອື່ນ” ເພື່ອບອກພວກເຂົາກ່ຽວກັບພຣະເຢຊູ (The Applied New Testament, ເຫຼັ້ມດຽວກັນໜ້າ.236), ພວກເຂົາຖືກສົ່ງໄປໃນຖານະພະຍານກ່ອນທີ່ພວກເຂົາຈະຫາຍດີິ ແລະກ່ອນທີ່ຄົນໃດໆໃນພວກເຂົາຈະລອດ!

ດຽວນີ້,ມັນບໍ່ແປກປະຫຼາດບໍ່? ປັດຈຸບັນພວກຂ່າວປະເສີດສ່ວນຫຼາຍຄິດວ່າທ່ານຈະ ຕ້ອງເປັນຄຣິສຕຽນທີ່ເຂັ້ມແຂງຫຼາຍ, ຢຶດໝັ້ນໃນຄວາມເຊື່ອ, ດ້ວຍການມີຄວາມຮູ້ເລື່ອງ ພຣະຄໍາພີຫຼາຍກ່ອນທີ່ທ່ານຈະສາມາດຄາດຫວັງໃຫ້ອອກໄປປະກາດຂ່າວປະເສີດໄດ້, ຂ້າ ພະເຈົ້າຂໍບອກວ່າເປັນເລື່ອງໄຮ້ສາລະ! ມັນໂງ່ເໝືອນກັບການບອກຄົນໃດໜື່ງວ່າເຂົາຈະ ຕ້ອງເປັນຄຣິສຕຽນທີ່ເຂັ້ມແຂງກ່ອນທີ່ເຂົາຈະສາມາດຖືກຄາດຫວັງໃຫ້ມາທີ່ການປະຊຸມ ຕ່າງໆຂອງຄຣິສຕະຈັກ! ຂ້າພະເຈົ້າເຂົ້າໃຈດີວ່າມີບາງຄົນເປັນຄົນໂງ່ທີ່ຄິດແບບນັ້ນເຊັ່ນ ກັນ! ແຕ່ມັນບໍ່ແມ່ນສິ່ງທີ່ພຣະຄໍາພີສອນ, ພວກສາວົກສິິບສອງຄົນຖືກສົ່ງອອກໄປໂດຍ ພຣະເຢຊູທັນທີເພື່ອປະກາດຂ່າວປະເສີດ, ອີງຕາມການລຽນລໍາດັບຂອງອັຊເຊີ ພວກສາ ວົກຖືກສົ່ງອອກໄປເພື່ອປະກາດຂ່າວປະເສີດໃນປີດຽວກັນທີ່ພຣະເຢຊູຊົງເອີ້ນພວກເຂົາໃຫ້ຕາມພຣະອົງ, ພວກເຂົາໄດ້ກາຍມາເປັນຜູ້ຕິດຕາມຂອງພຣະອົງມາໄລຍະໜື່ງແລ້ວເມື່ອ ພຣະອົງ,

“ເລິ່ມໃຊ້ພວກເຂົາໃຫ້ອອກໄປເປັນຄູ່ໆ...ແລ້ວພວກເຂົາກໍອອກໄປປະກາດ ໃຫ້ຄົນທັງປວງກັບໃຈໃໝ່” (ມາລະໂກ 6:7,12)

ຢ່າງໜ້ອຍໜື່ງໃນພວກສາວົກ(ຢູດາ)ກໍບໍ່ແມ່ນແຕ່ກັບໃຈໃໝ່, ແຕ່ພວກເຂົາກໍຖືກສົ່ງອອກ ໄປປະກາດຂ່າວປະເສີດທັນທີ, ລອດຫຼືບໍ່ລອດ, ເຂັ້ມແຂງໃນຄວາມເຊື່ອຫຼືບໍ່ນັ້ນ! ພວກເຂົາ ກໍອອກໄປປະກາດຂ່າວປະເສີດ - ຢູ່ໃນຄໍາສັ່ງຂອງພຣະຄຣິດ!

ຂ້າພະເຈົ້າຄິດວ່າພວກເຮົາສາມາດຮຽນຮູ້ການຈັດການອັນຍິ່ງໃຫຍ່ຈາກວິທີຂອງ ພຣະຄຣິດໄດ້, ການອອກໄປປະກາດຂ່າວປະເສີດແມ່ນຄໍາສັ່ງຂອງພຣະຄຣິດ,ໜື່ງໃນຄໍາ ສັ່ງທີ່ໂດ່ງດັງທີ່ສຸດຂອງພຣະອົງຄື:

“ເຫດສະນັ້ນທ່ານທັງຫຼາຍຈົ່ງອອກໄປສອນທຸກຊົນຊາດ” (ມັດທາຍ 28:19)

ພວກເຮົາຈະຕ້ອງລໍຖ້າທີ່ຈະຖືກອົບຮົມກ່ອນທີ່ພວກເຮົາຈະສາມາດເຊື່ອຟັງພຣະອົງບໍ່? ພວກຂີ້ທູດສິບຄົນບໍ່ໄດ້ອົບຮົມກ່ອນທີ່ພວກເຂົາຈະອອກໄປປະກາດຕໍ່ພວກປະໂລຫິດ ແລະພວກຢິວອື່ນໆເລີຍ, ເປັນຫຍັງລະ ພວກເຂົາຍັງບໍ່ລອດຊໍ້າ! ແຕ່ພຣະຄຣິດກໍບອກໃຫ້ ພວກເຂົາໄປ ແລະເຊື່ອຟັງພຣະອົງໂດຍການປະກາດແກ່ພວກປະໂລຫິດທັນທີເລີຍ,ພວກ ສາວົກເຊັ່ນກັນຍັງບໍ່ມີປະສົບການ,ເປັນພຽງຊາວປະມົງທີ່ບໍ່ມີຄວາມຮູ້, ແຕ່ພຣະເຢຊູກໍສົ່ງ ພວກເຂົາໄປທັນທີ,ເປັນຄູ່ໆເພື່ອອອກໄປປະກາດ.

ຂ້າພະເຈົ້າຄິດວ່າພວກເຮົາຈໍາເປັນຕ້ອງເຮັດແບບດຽວກັນໃນປະຈຸບັນນີ້, ພວກເຮົາ ຈະຕ້ອງຕາມຮູບແບບຂອງພຣະເຢຊູທີ່ຕັ້ງເອົາໄວ້, ພວກເຮົາຕ້ອງອົບຮົມພຣະຄໍາພີແກ່ຄົນ ອື່ນ, ແມ່ນແລ້ວ! ແຕ່ພວກເຂົາຕ້ອງເລີ່ມທີ່ຈະອອກໄປປະກາດກ່ອນທີ່ພວກເຂົາຈະຖືກອົບ ຮົມຢ່າງເຕັມທີ່, ພວກເຂົ າຕ້ອງໄປປະກາດກ່ອນທີ່ພວກເຂົາຈະໄດ້ຍິນຫຼັກຄໍາສອນຕ່າງໆ ຂອງພຣະຄໍາພີ!

ພວກທ່ານສາມາດອົບຮົມຜູ້ຄົນຢ່າງບໍ່ຈົບສີ້ນໄດ້ ແລະຍັງບໍ່ເຄີຍເຫັນພວກເຂົາພາ ໃຜມາໂບດເພື່ອຟັງຂ່າວປະເສີດໄດ້, ພວກທ່ານສາມາດເອົາການອະທິບາຍພຣະຄໍາພີໃຫ້ຜູ້ ຄົນໄດ້, ການອະທິບາຍຂໍ້ພຣະຄໍາພີເປັນຂໍ້ໆໃຫ້ເຂົາຟັງໂດຍບໍ່ເຄີຍເຫັນພວກເຂົາພາວິນ ຍານທີ່ຫຼົງທາງມາຟັງຄໍາເທດສະໜາຂ່າວປະເສີດໃນການນະມັດສະການຂອງທ່ານ.

ຄວາມຄິດໃດໆຂອງຜູ້ຄົນຮູ້ດີວ່າແມ່ນຄວາມຈິງ ແລະພວກເຂົາເບິ່ງຄືວ່າບໍ່ຮູ້ວ່າຈະ ເຮັດແນວໃດກັບມັນ, ແຕ່ພຣະເຢຊູບອກພວກເຮົາວ່າຈະເຮັດກັບມັນແນວໃດ -ໃຊ້ພວກເຂົາ ໄປປະກາດຂ່າວປະເສີດໃຫ້ໄວເທົ່າທີ່ຈະເປັນໄປໄດ້, ອົບຮົມຫຼືບໍ່ອົບຮົມ, ລອດຫຼືບໍ່ລອດ! ຂ້າພະເຈົ້າເຊື່ອວ່າທຸກຄົນໃນຄຣິສຕະຈັກຄວນອອກໄປປະກາດຂ່າວປະເສີດ, ມັນຄວນຈະ ເປັນສ່ວນໜື່ງຂອງການເຊື່ອຟັງພຣະຄຣິດ ແລະຂ້າພະເຈົ້າເຊື່ອວ່າມັນແມ່ນສໍາຫຼັບທຸກຄົນທີ່ ເຂົ້າມາປະຕູຄຣິສຕະຈັກຂອງເຮົາຫຼາຍກວ່າໜື່ງຫຼືສອງເທື່ອ.

ພວກເຂົາບໍ່ຈໍາເປັນຕ້ອງຮູ້ຫຼາຍ, ສິ່ງທີ່ພວກເຂົາຕ້ອງເວົ້າກໍຄື “ບາງສິ່ງບາງຢ່່າງທີ່ ອັດສະຈັນທີ່ເກີດຂື້ນໃນຄຣິສຕະຈັກຂອງພວກເຮົາ ແລະທ່ານຈໍາເປັນຕ້ອງໄປທີ່ນັ້ນ”ບາງ ສິ່ງບາງຢ່າງທີ່ງ່າຍໆແບບນັ້ນ, ແລ້ວເອົາເບີໂທຂອງພວກເຂົາມາ ແລະປ່ອຍໃຫ້ພວກຜູ້ນໍາ ຂອງຄຣິສຕະຈັກຕິດຕາມຜົນພວກເຂົາເອງ, ພວກເຮົາມີຜູ້ມາຢ້ຽມຫຼາຍຄົນທຸກອາທິດໂດຍ ການໃຊ້ແຜນນີ້, ຂ້າພະເຈົ້າເທດສະໜາຂ່າວປະເສີິດທຸກໆການນະມັດສະການວັນອາທິດ, ການເທດສະໜາຂ່າວປະເສີດເປັນສິ່ງທີ່ຈໍາເປັນໂດຍການມີພວກຄົນບໍ່ລອດຢູ່ໃນການນະມັດສະການທຸກເທື່ອ

ຂ້າພະເຈົ້າຂໍແນະນໍາໃຫ້ພວກເຮົາກັບໄປສູ່ຫົນທາງງ່າຍໆທີ່ພຣະເຢຊູສົ່ງຜູ້ຄົນອອກໄປປະກາດໃຫ້ກັບໂລກ,ຈະຢ່າງໃດກໍ່ຕາມຫົນທາງອື່ນບໍ່ເກີດຜົນດີ,ແມ່ນບໍ່?ແຕ່ຂ້າພະເຈົ້າຮູ້ ດີວ່າວິທີຂອງພຣະເຢຊູຈະຕື່ມເຕັມຄຣິສຕະຈັກທີ່ໃຊ້ມັນດ້ວຍຈໍານວນຜູ້ຄົນຈາກໂລກໃນແຕ່ລະການນະມັດສະການ, ດຣ.ຈອນອາ.ໄຣສ໌ມັກເວົ້າວ່າ “ມີພຽງຄວາມພະຍາຍາມທີ່ເຕັມກໍາ ລັງເທົ່ານັ້ນສາມາດເຂົ້າກັບການຊະນະວິນຍານແຫ່ງພັນທະສັນຍາໃໝ່ໄດ້” (John R. Rice, D.D., Why Our Churches Do Not Win Souls, Sword of the Lord Publishers, 1966, p. 149) ຂ້າພະເຈົ້າເຫັນດ້ວຍເຕັມທີ່ກັບລາວໃນເລື່ອງນັ້ນ!

ແລະອີກປະການໜື່ງ ຜູ້ຄົນຈະເລີນເຕີບໃຫຍ່ໃນພຣະຄຣິດເມື່ອພວກເຂົາຖືກສົ່ງໄປ ປະກາດຂ່າວປະເສີດ, ຜູ້ຄົນສາມາດບໍ່ເໜັງຕີງເປັນເວລາຫຼາຍປີຖ້າພວກເຂົາຫາກບໍ່ປະ ກາດຂ່າວປະເສີດ, ແຕ່ຂ້າພະເຈົ້າຮູ້ຈັກໂດຍປະສົບການວ່າພວກເຂົາຈະກາຍເປັນຄຣິສຕຽນ ທີ່ເຂັ້ມແຂງຢ່າງໄວວາຖ້າພວກເຂົາຫາກໄປປະກາດທຸກອາທິດ, ກະແຈສູ່ການເຕີບໃຫຍ່ ຂອງຄຣິສຕຽນຢູ່ໃນການເຊື່ອຟັງພຣະມະຫາບັນຊາ!

“ແລະຕໍ່ມາ ເມື່ອກຳລັງຍ່າງໄປ ພວກເຂົາກໍຫາຍດີສະອາດ” (ລູກາ 17:14)

ຊີວິດຂອງພວກທ່ານຈະປ່ຽນໃນຂະນະທີ່ທ່ານປະກາດຂ່າວປະເສີດແກ່ຜູ້ຄົນທົ່ວທຸກບ່ອນ! ແລະຫຼັງຈາກນັ້ນແນ່ນອນທ່ານຈະຕ້ອງບັງເກີດໃໝ່! ຂໍພຣະເຈົ້າມອບການບັງເກີດ ໃໝ່ໃຫ້ພວກທ່ານແຕ່ລະຄົນ,ໃນຂະນະທີ່ທ່ານມາຫາພຣະຄຣິດໂດຍຄວາມເຊື່ອ, ແລ້ວທ່ານ ຈະເປັນຄົນທີ່ປະສົບຜົນສໍາເລັດຫຼາຍກວ່່ານັ້ນອີກໃນການປະກາດແກ່ຄົນທີ່ບໍ່ລອດ, ຂໍພຣະ ເຈົ້າ,ດົນໃຈທ່ານທີ່ຈະຖີ້ມໂຕຂອງທ່ານສູ່ການປະກາດຂ່າວປະເສີດ ແລະເຮັດມັນເທົ່າທີ່ຈະ ເປັນໄປໄດ້. ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄຳພີກ່ອນເທດສະໜາໂດຍ ດຣ.ໄຄຣ້ທັນແອວ.ແຊນ: ລູກາ 17:11-19.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“So Little Time” (by Dr. John R. Rice, 1895-1980).

ໂຄງຮ່າງບົດເທດສະໜາ

ການປະກາດຂ່າວປະເສີດຂອງທຸກຄົນ

EVERY PERSON EVANGELIZING!

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ

“ໃນຂະນະທີ່ພວກເຂົາກຳລັງຍ່າງໄປ ພວກເຂົາກໍດີສະອາດ”
(ລູກາ 17:14)

(ລູກາ 17:12; ລະບຽບພວກເລວີ 13:45-46; ລູກາ 17:13,14,15-16,19)

I.    ໜື່ງ ການຫາຍດີບາງສ່ວນມາຈາກການເຊື່ອຟັງພຣະຄຣິດພາຍນອກ.
ລູກາ 17:14; ເອເຟໂຊ 4:14; 5:16; ໂກໂລຊາຍ 4:5.

II.   ສອງ ຄວາມລອດອັນເຕັມລົ້ນແມ່ນປະສົບການເມື່ອທ່ານມາຫາພຣະຄຣິດ.
ລູກາ 17:16; ໂຢຮັນ 3:7; ລູກາ 17:19.

III.  ສາມ ການປະກາດຂ່າວປະເສີດຄວນຈະເລີ່ມຕົ້ນທັນທີ,ແມ່ນແຕ່ກ່ອນທີ່ທ່ານຈະ
ກັບໃຈໃໝ່.ລູກາ 17:14; ມາລະໂກ 6:7,12; ມັດທາຍ 28:19.