Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ແທງຈິດສໍານຶກຜິດຖືກ

THE SEARED CONSCIENCE
(Laotian)

ໂດຍ ດຣ.ອາແອວໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ວັນຂອງພຣະເຈົ້າຕອນເຊົ້າ 16/10/2016
A sermon preached at the Baptist Tabernacle of Los Angeles
Lord’s Day Morning, October 16, 2016

“ບັດນີ້ ພຣະວິນຍານໄດ້ຕັດໄວ້ຢ່າງແຈ່ມແຈ້ງວ່າ ໃນການພາຍຫລັງຈະມີບາງຄົນປະຖິ້ມຄວາມເຊື່ອ ໂດຍຫັນໄປເຊື່ອຟັງວິນຍານທີ່ຫລອກລວງ ແລະຟັງຄຳສອນຂອງພວກຜີປີສາດ ການໜ້າຊື່ໃຈຄົດຂອງຄົົນທີ່ເວົ້າຕົວະ ຄືເຮັດໄປທັງຮູ້ໆເໝືອນຢ່າງກັບເອົາເຫລັກແດງນາບລົງໄປເທິງຈິດສຳນຶກຜິດຖືກຂອງເຂົາ” (1 ຕີໂມທຽວ 4:1-2)


ພຣະຄໍາພີສອນວ່າມະນຸດຈະຊົ່ວຮ້າຍລົງແລະຮ້າຍລົງເລື່ອຍໆໃນຍຸກສຸດທ້າຍ,ທຸກໝາຍສໍາຄັນຊີ້ໄປທີ່ຄວາມຈິງທີ່ວ່າພວກເຮົາກໍາລັງອາໄສຢູ່ໃນຍຸກສຸດທ້າຍໃນຕອນນີ້, ເຊີນ ຟັງການແປສະໄໝໃໝ່ເຖິງເລື່ອງນີ້ວ່າເປັນແນວໃດແດ່,ຜູ້ຄົນເຮັດຫຍັງແດ່ໃນຍຸກສຸດທ້າຍ ຂອງປະຫວັດສາດນີ້,

“ຈະມີຊ່ວງເວລາທີ່ເປັນຕາຢ້ານໃນຍຸກສຸດທ້າຍ ຜູ້ຄົນຈະເປັນຄົນຮັກຕົນເອງ ເປັນຄົນຮັກເງີນ, ເປັນຄົນອວດຕົວ, ເປັນຄົນຈອງຫອງ, ເປັນຄົນເວົ້າໝິ່ນປະມາດ, ເປັນຄົນບໍ່ເຊື່ອຟັງຄຳພໍ່ແມ່, ເປັນຄົນບໍ່ຮູ້ຈັກບຸນຄຸນ, ເປັນຄົນບໍ່ມີສິນລະທຳ ເປັນຄົນບໍ່ໃຫ້ອະໄພກັນ, ເປັນຄົນຫາຄວາມໃສ່ເຂົາ, ເປັນຄົນບໍ່ຄວບຄຸມໃຈຕົນເອງ, ບໍ່ແມ່ນຄົນຮັກຄວາມດີ, ເປັນຄົນທໍລະຍົດ, ເປັນຄົນໃຈຮ້ອນ, ເປັນຄົນອວດດີ, ເປັນຄົນຮັກຄວາມສະໜຸກສະໜານຍິ່ງກວ່າຮັກພຣະເຈົ້າ...ແທ້ຈິງທຸກຄົົນທີ່ປາດຖະຫນາຈະດຳເນີນຊີວິດຕາມທາງຂອງພຣະເຈົ້າໃນພຣະເຢຊູຄຣິດຈະຖືກກົດຂີ່ຂົ່ມເຫງ ໃນຂະນະແຕ່ຄົນຊົ່ວແລະນັກຕົ້ມຕຸ່ນຈະຊົ່ວຮ້າຍຫລາຍຍິ່ງຂຶ້ນ ທັງຫລອກລວງຄົນອື່ນ ແລະກໍຖືກຄົນອື່ນຫອລກລວງນໍາ” (2 ຕີໂມທຽວ 3:1-4, 12-13 ສະບັບເອັນໄອວີ)

ນີ້ແມ່ນສະຖານະການທີ່ເປັນຕາຢ້ານທີ່ພວກເຮົາທຸກຄົນປະເຊີນຢູ່ໃນຍຸກສຸດທ້າຍ?ນີ້ແມ່ນ ສິ່ງທີ່ພວກທ່ານປະເຊີນຢູ່ໃນຍຸກແຫ່ງການປະຖີ້ມຄວາມເຊື່ອແລະບາບນີ້, ບໍ່ສົງໄສເລີຍທີ່ ພຣະຄໍາພີບອກວ່າພວກເຮົາອາໄສຢູ່ໃນຍຸກທີ່ສ່ຽງອັນຕະລາຍ,ເປັນຕາຢ້ານ, ບໍ່ສົງໄສເລີຍທີ່ ພວກເຮົາອາໄສຢູ່ໃນຍຸກແຫ່ງຄວາມເສື່ອມຊາມທາງເພດ, ບໍ່ສົງໄສເລີຍທີ່ໜັງຕ່າງໆມີແຕ່ ເລື່ອງບໍ່ດີ,ເຕັມໄປດ້ວຍຕັນຫາ,ພວກຜີດູດເລືອດແລະການຂ້າຟັນກັນ, ບໍ່ສົງໄສເລີຍທີ່ຜູ້ຄົນ ຮັກວັນຮາໂລວີນ, ຜີປີສາດແລະຄວາມຕາຍ, ບໍ່ສົງໄສເລີຍທີ່ຄຣິສຕະຈັກຫຼາຍແຫ່ງເປົ່າ ວ່າງໃນຂະນະທີ່ພວກໜຸ່ມສາວເວົ້າຄືຄົນບ້າ,ເສບຢາເຊັ່ນຊາແລະຢາບ້າ, ບໍ່ສົງໄສເລີຍທີ່ ພວກເຂົາຫົວຂວັນໃສ່ທ່ານຖ້າທ່ານໄປໂບດທຸຸກວັນອາທິດ, ບໍ່ສົງໄສເລີຍທີ່ພວກເຂົາຄິດວ່າ ພວກທ່ານແປກປະຫຼາດຖ້າທ່ານຫາກມີຊີວິດທີ່ສະອາດ, ອະທິຖານແລະອ່ານພຣະຄໍາພີ, ອັນນັ້ນແລະແມ່ນສິ່ງທີ່ພຣະຄໍາພີບອກ“ໃນຍຸກສຸດທ້າຍຈະເກີດເຫດການສ່ຽງໄພອັນຕະລາຍຂື້ນ”(2 ຕີໂມທຽວ 3:1)

ແຕ່ແມ່ນຫຍັງຄືສາເຫດຂອງຄວາມບາບ,ຄວາມສັບສົນແລະການຂ້າກັນທັງໝົດນີ້? ເປັນຫຍັງພວກນັກການເມືອງຂອງເຮົາຈື່ງຊົ່ວຫຼາຍ? ເປັນຫຍັງພວກແກັງອັນຕະພານຈື່ງພາ ກັນລວມໂຕກັນຢູ່ຕາມຖະໜົນເພື່ອຍິງຕໍາຫຼວດແລະເຜົາຕຶກອາຄານຕ່າງໆລະ? ແມ່ນຫຍັງ ຢູເບື້ອງຫຼັງການວາງລະເບີດແລະການຂ້າກັນທີ່ເຮັດໂດຍພວກກໍ່ການຮ້າຍມູສະລິມໃນປະຈຸບັນນີ້?ແລະເປັນຫຍັງຊົ່ວອາຍຸຂອງທ່ານຈື່ງປະຖີ້ມຄຣິສຕະຈັກທັງຫຼາຍຂອງເຮົາເພື່ອມີຊີວິດທີ່ເຫັນແກ່ຕົວແລະບາບລະ? ຄໍາຕອບແມ່ນຢູ່ໃນຂໍ້ພຣະຄໍາພີຂອງເຮົາຄື:

“ບັດນີ້ ພຣະວິນຍານໄດ້ຕັດໄວ້ຢ່າງແຈ່ມແຈ້ງວ່າ ໃນການພາຍຫລັງ(ຍຸກສຸດ ທ້າຍ) ຈະມີບາງຄົນປະຖິ້ມຄວາມເຊື່ອ ໂດຍຫັນໄປເຊື່ອຟັງວິນຍານທີ່ ຫລອກລວງ ແລະຟັງຄຳສອນຂອງ(ພວກຜີປີສາດ) ການໜ້າຊື່ໃຈຄົດຂອງຄົົນທີ່ເວົ້າຕົວະ ຄືເຮັດໄປທັງຮູ້ໆເໝືອນຢ່າງກັບເອົາເຫລັກແດງນາບລົງໄປເທິງຈິດສຳນຶກຜິດຖືກຂອງເຂົາ” (2 ຕີໂມທຽວ 4:1-2)

ພຣະວິນຍານບໍລິສຸດເວົ້າເຖິງເລື່ອງນີ້“ໂດຍແຈ່ມແຈ້ງ”ໝາຍຄວາມວ່າພຣະເຈົ້າກ່າວຢ່າງຊັດເຈນກ່ຽວກັບເລື່ອງນີ້, ພຣະອົງຢາກໃຫ້ພວກທ່ານຮູ້ຄວາມຈິງທີ່ສໍາຄັນນີ້,ພຣະເຈົ້າ ຊົງຢາກໃຫ້ພວກທ່ານຮູ້ຢ່າງຊັດເຈນແລະແຈ່ມແຈ້ງວ່າມີພວກຜີປີສາດແທ້, ພຣະເຈົ້າກ່າວ ວ່າພວກມັນແມ່ນປີສາດທີ່ລໍ້ລວງ(ຫລອກລວງ),ປີສາດທີ່ນໍາພວກທ່ານເຂົ້າສູ່ຄໍາສອນທີ່ຜິດໆ“ຄຳສອນຂອງພວກຜີປີສາດ” ຄໍາສອນຜິດເຫຼົ່ານີ້ມາຈາກພວກຄູສອນທີ່ໜ້າຊື່ໃຈຄົດ,ພວກ ເຂົາສາມາດເປັນພວກອາຈານສອນຢູ່ໃນໂຮງຮຽນຫຼືໃນວິທະຍາໄລຂອງພວກທ່ານກໍເປັນໄດ້ ພວກເຂົາສອນເລື່ອງວິວັດທະນາການຂີ້ຕົວະ, ພວກເຂົາບອກທ່ານວ່າທ່ານບໍ່ໄດ້ເປັນຫຍັງ ເລີຍນອກຈາກສັດ, ພວກເຂົາສອນທ່ານວ່າບໍ່ມີພຣະເຈົ້າ, ເຂົາສອນວ່າບໍ່ມີສິ່ງທີ່ເອີ້ນວ່າຖືກຫຼືຜິດ, ເຂົາສອນວ່າພຣະຄໍາພີເຕັມໄປດ້ວຍຂໍ້ຜິດພາດ, ແມ່ນແຕ່ພໍ່ແມ່ຂອງພວກທ່ານ ກໍສອນຄວາມຕົວະເຫຼົ່ານີ້! ບໍ່ສົງໄສເລີຍທີ່ເມືອງຕ່າງໆຂອງເຮົາເຕັມໄປດ້ວຍອາດຊະຍາກໍາ ບໍ່ສົງໄສເລີຍທີ່ພວກທ່ານບໍ່ຮູ້ວ່າຈະເຊື່ອຫຍັງແທ້.

ຄົນຂອງພະຍາມານເຫຼົ່ານີ້ເຮັດແບບນີ້ກໍເພາະວ່າຈິດສໍານຶກຜິດຖືກຂອງເຂົາຖືກ “ແທງດ້ວຍເຫຼັກແດງ”ໝາຍຄວາມວ່າຈິດສໍານຶກຜິດຖືກຂອງເຂົາຖືກເຜົາເປັນແປ້ວ,ຈິດສໍາ ນຶກຜິດຖືກຂອງເຂົາຖືກເຜົາໂດຍພວກພະຍາມານຈົນມັນໝົດຄວາມຮູ້ສຶກ, ຖືກເຜົາແລະ ແທງຈົນຈິດສໍານຶກຜິດຖືກຂອງເຂົາບໍ່ສາມາດບອກໄດ້ອີກແລ້ວເຖິງຄວາມແຕກຕ່າງລະ ຫວ່າງຖືກແລະຜິດ, ຕອນນີ້ພວກພະຍາມານກໍາລັງຄວບຄຸມໃຈແລະຄວາມຄິດຂອງຫຼາຍໆ ຄົນຢູ່.

ແລະເປົ້າໝາຍຂອງພວກພະຍາມານເຫຼົ່ານີ້ກໍຄືເພື່ອທໍາລາຍຈິດສໍານຶກຜິດຖືກຂອງພວກທ່ານເຊັ່ນກັນ, ພວກມັນຕ້ອງການທີ່ຈະຄວບຄຸມພວກທ່ານ, ແລະພວກມັນຄວບຄຸມ ພວກທ່ານໄດ້ໂດຍການແທງຈິດສໍານຶກຜິດຖືກຂອງທ່ານ.

ຕອນທີ່ພຣະເຈົ້າສ້າງມະນຸດພຣະອົງຊົງໃຫ້ເຂົາມີຈິດສໍານຶກຜິດຖືກ, ພຣະອົງຊົງ ມອບສອງຢ່າງໃຫ້ກັບມະນຸດທີ່ສັດບໍ່ມີ- ປະການທໍາອິດຄວາມສາມາດທີ່ຈະຮູ້ຈັກພຣະເຈົ້າ ແລະສອງຄວາມສາມາດທີ່ຈະຮູ້ຈັກວ່າອັນໃດຖືກແລະຜິດ.

ພວກທ່ານເຄີຍເບິ່ງໜັງດິສນີເລື່ອງ“Pinocchio”ແລ້ວບໍ? Pinocchioແມ່ນຕຸກກະຕາ ໄມ້ອັນໜື່ງແຕ່ມັນຕ້ອງການທີ່ຈະເປັນຄົນແທ້, ແມ່ນໃນຖານະຕຸກກະຕາມັນບໍ່ມີຈິດສໍານຶກ ຜິດຖືກຫຍັງ, ແທນທີ່ຈະມີຈິດສໍານຶກຜິດຖືກມັນພັດມີຈິນາຍນ້ອຍທີ່ຄ່ອຍບອກມັນວ່າອັນໃດ ຖືກແລະອັນໃດຜິດ, ມັນມີບັນຫາຫຼາຍຢ່າງຕອນທີ່ຈິນາຍບໍ່ຢູ່, ແຕ່ເມື່ອມັນກາຍມາເປັນຄົນ ແທ້ມັນກໍ່ບໍ່ຕ້ອງການໃຫ້ຈິນາຍນໍາມັນອີກຕໍ່ໄປ, ຕອນທີ່ມັນກາຍມາເປັນເດັກຜູ້ຊາຍແທ້ມັນກໍ ໄດ້ຮັບຈິດສໍານຶກຜິດຖືກແທ້ເພື່ອບອກມັນເຖິງສິ່ງທີ່ຖືກຈາກຜິດ.

ເລື່ອງກົງກັນຂ້າມເກີດຂື້ນກັບມະນຸດຄົນທໍາອິດຄືອາດາມ, ເມື່ອອາດາມເຮັດບາບ ລາວກໍກາຍເປັນຈາກມະນຸດແທ້ເປັນຕຸກກະຕາຂອງຊາຕານ, ຕອນນີ້ພະຍາມານໄດ້ທໍາ ລາຍຈິດສໍານຶກຜິດຖືກຂອງລາວແລະລາວກໍກາຍເປັນຕຸກກະຕາຂອງຊາຕານ,ເມື່ອອາດາມ ເຮັດບາບຈິດສໍານຶກຜິດຖືກຂອງລາວຖືກແທງ ແລະ ທໍາງານບໍ່ຄືເກົ່າອີກ, ລາວໄດ້ແກ້ຕົວ ຕອນທີ່ພຣະເຈົ້າປະເຊີນໜ້າກັບລາວເພາະຄວາມບາບຂອງລາວ, ແທນທີ່ຈະສໍານຶກບາບ ລາວພັດພະຍາຍາມທີ່ຈະລີ້ຈາກພຣະເຈົ້າ, ເມື່ອພຣະເຈົ້າພົບລາວອາດາມໄດ້ແກ້ໂຕເພາະ ຄວາມບາບຂອງຕົນແທນທີ່ຈະສາລະພາບມັນຕໍ່ພຣະເຈົ້າ, ລູກຊາຍຜູ້ທີ່ໜື່ງຂອງລາວຊື່ ຄາອິນໄດ້ສືບທອດຈິດສໍານຶກຜິດຖືກທີ່ຖືກທໍາລາຍຂອງພໍ່ຂອງລາວ, ແມ່ນແຕ່ຕອນທີ່ລາວ ຂ້ານ້ອງຊາຍຂອງລາວລາວກໍບໍ່ໄດ້ຮູ້ສຶກສໍານຶກຜິດຍັງເລີຍ, ແທນທີ່ລາວຈະສາລະພາບ ມັນລາວພັດແກ້ໂຕແທນ, ແທນທີ່ຈະສາລະພາບບາບຂອງລາວລາວກໍກັບຊົ່ວລົງຊົ່ວລົງ ຈິດສໍານຶກຜິດຖືກຂອງລາວຕອນນີ້ຖືກຊາຕານແທງໂດຍເຫຼັກແດງ,“ແລ້ວຄາອິນກໍອອກໄປ ຈາກພຣະພັກຂອງພຣະເຈົ້າ” ແລະອາໄສຢູ່ໃນແຜ່ນດິນໂນດເຊິ່ງໝາຍເຖິງ“ດິນແດນແຫ່ງ “ການທ່ອງທ່ຽວ” ລາວບໍ່ໄດ້ຮູ້ສຶກຕ້ອງການການຖືກຍົກໂທດບາບຂອງລາວເລີຍ,ລາວໃຈ ຮ້າຍໃຫ້ພຣະເຈົ້າ, ລາວກາຍເປັນຄົນຄົນພະເນຈອນ, ທ່ອງທ່ຽວໄປທົ່ວໂລກຈົນລາວຕາຍ ແລ້ວຕົກນາຮົກ,ຊາຕານໄດ້ທົດລອງລາວ,ຊາຕານເຮັດໃຫ້ລາວຂ້ານ້ອງຊາຍຂອງຕົນ,ຈາກ ນັ້ນຊາຕານກໍແທງຈິດສໍານຶກຜິດຖືກຂອງລາວດ້ວຍເຫຼັກແດງ - ແລະມັນຊ້າເກີນໄປສໍາຫຼັບ ລາວທີ່ຈະລອດ, ເມື່ອຊາຕານແທງຈິດສໍານຶກຜິດຖືກຮອດຈຸດນັ້ນມັນກໍສວາຍເກີນໄປສໍາ ຫຼັບທ່ານທີ່ຈະລອດໄດ້, ທ່ານຈະບໍ່ຮູ້ສຶກຜິດອີກເລີຍ,ຈິດສໍານຶກຜິດຖືກຂອງທ່ານຈະຕາຍ, ທ່ານຈະບໍ່ມີວັນໄດ້ມາຫາພຣະເຢຊູເພື່ອຖືກຊໍາລະລ້າງໂດຍພຣະໂລຫິດຂອງພຣະອົງອີກ, ທ່ານຈະວົນວຽນໄປມາຕະຫຼອດຊີວິດຈົນສຸດທ້າຍທ່ານກໍຕາຍແລະ ຕົກນາຮົກຕະຫຼອດເປັນ ນິດ,ມັນຈະເກີດຂື້ນກັບພວກທ່ານທຸກຄົນທີ່ຢູ່ທີ່ນີ້ໃນເຊົ້ານີ້ຖ້າທ່ານສືບຕໍ່ເຮັດບາບຈົນກວ່າຈິດ ສໍານຶກຜິດຖືກຂອງທ່ານຖືກແທງ, ຈົນກວ່າທ່ານຈະບໍ່ຮູ້ສຶກສໍານຶກຜິດອີກຕໍ່ໄປ,ຈົນກວ່າທ່ານ ຈະບໍ່ມີວັນມາຫາພຣະຄຣິດແລະຖືກຊໍາລະໂດຍພຣະໂລຫິດທີ່ພຣະອົງຊົງຫຼັ່ງລົງມາເທິງໄມ້ກາງແຂນໄດ້, ຄົນທີ່ບໍ່ສາມາດຮູ້ສຶກອາຍເພາະບາບຂອງຕົນບໍ່ສາມາດທີ່ຈະລອດໄດ້, ເຂົາ ຖືກພຣະເຈົ້າປະຖີ້ມແລ້ວ, ຄົນນັ້ນເຮັດບາບທີ່ອະໄພໃຫ້ບໍ່ໄດ້, ຜູ້ນັ້ນກາຍເປັນທາດຂອງ ພະຍາມານຄືກັບຄາອິນແລ້ວ.

ຂ້າພະເຈົ້າຂໍເຕືອນພວກທ່ານວ່າຢ່າປ່ອຍໃຫ້ຈິດສໍານຶກຜິດຖືກຂອງພວກທ່ານຖືກ ແທງໂດຍພະຍາມານ, ຈົ່ງຫັນຫຼັງຈາກບາບມາຫາພຣະເຢຊູກ່ອນທີ່ຈິດສໍານຶກຜິດຖືກຂອງ ທ່ານຈະຖືກແທງຕະຫຼອດໄປເປັນນິດ.

ພວກທ່ານເກີດມາພ້ອມກັບຈິດສໍານຶກທີ່ບໍ່ສົມບູນ, ທ່ານສືບທອດມັນມາຈາກອາ ດາມຄືກັບຄາອິນ, ຕໍ່ໄປຈິດສໍານຶກຜິດຖືກກໍຖືກແທງໃນຖານະເປັນລູກຄົນໜື່ງ,ທຸກເທື່ອທີ່ ທ່ານຕົວະພໍ່ແມ່ຂອງທ່ານທ່ານກໍຖືກແທງເພີ່ມອີກ, ທຸກເທື່ອທີ່ທ່ານລັກບາງສິ່ງບາງຢ່າງ ທ່ານກໍຖືກແທງອີກ,ທຸກເທື່ອທີ່ທ່ານກາຍຢູ່ໃນໂຮງຮຽນທ່ານກໍຖືກແທງອີກ, ທຸກເທື່ອທີ່ທ່ານ ເບິ່ງຮູບໂປ້ແລະຍົວະຕົນເອງກັບຄວາມຄິດເລື່ອງເພດສໍາພັນທ່ານກໍຖືກແທງອີກ, ສຸດທ້າຍ ທ່ານກໍເຮັດສິ່ງເຫຼົ່ານີ້ໂດຍຕັ້ງໃຈ-ແທງຈິດສໍານຶກຜິດຖືກຂອງທ່ານດ້ວຍຄວາມບາບທີ່ໃຫຍ່ ຂື້ນໃຫຍ່ຂື້ນ, ຄວາມບາບທີ່ບໍ່ມີໃຜຮູ້ຈັກ, ຄວາມບາບທີ່ເຮັດໃຫ້ແມ່ຂອງທ່ານອາຍ, ຈິດສໍາ ນຶກຜິດຖືກຂອງທ່ານຖືກແທງແລ້ວຖືກແທງອີກຈົນສຸດທ້າຍທ່ານກໍເຮັດບາບທີ່ທ່ານບໍ່ເຄີຍມີຄວາມຄິດວ່າຈະເຮັດໄດ້, ແຕ່ຕອນນີ້ທ່ານເຮັດແລະມ່ວນກັບມັນ-ແລະຕອນນີ້ມັນກໍບໍ່ໄດ້ລົບ ກວນຫຍັງທ່ານເລີຍ, ພວກທ່ານຮູ້ວ່າຄວາມບາບຂອງທ່ານແມ່ນຫຍັງ, ຂ້າພະເຈົ້າບໍ່ຈໍາ ເປັນຕ້ອງເອີຍເຖິງມັນ, ພວກທ່ານບໍ່ກັງວົນກັບມັນອີກຕໍ່ໄປ,ຄວາມຈິງແລ້ວຕອນນີ້ທ່ານມັກ ທີ່ຈະເປັນຄົນບາບ.

ນັ້ນແລະເປັນເຫດຜົນທີ່ພວກທ່ານບາງຄົນເລີ່ມທີ່ຈະຊັງການມາໂບດ,ພວກທ່ານຊັງມັນເມື່ອພວກເຮົາບອກທ່ານກ່ຽວກັບຄວາມບາບຂອງທ່ານ,ພວກທ່ານບາງຄົນຊັງຂ້າພະເຈົ້າ ທີ່ເທດສະໜາເລື່ອງຄວາມບາບຂອງທ່ານ, ບາງຄົນດີໃຈຕອນທີ່ຂ້າພະເຈົ້າບໍ່ສະບາຍແລ້ວບໍ່ ສາມາດເທດສະໜາໄດ້,ພວກທ່ານດີໃຈເມື່ອຈອນເຄແກນກັບໂນອາຊອງເລີ່ມເທດສະໜາ ແທນຂ້າພະເຈົ້າ, ພວກທ່ານຄິດວ່າພວກເຂົາໜ້າຈະງ່າຍກວ່າກັບພວກທ່ານຫຼາຍກວ່າຂ້າ ພະເຈົ້າ, ແຕ່ຕອນນີ້ພວກທ່ານກໍເຫັນແລ້ວວ່າພວກເຂົາກໍາລັງເທດສະໜາຕໍ່ຕ້ານຄວາມ ບາບຂອງທ່ານໜັກກວ່າທີ່ຂ້າພະເຈົ້າເຮັດ. ຕອນນີ້ພວກທ່ານບາງຄົນຄິດວ່າທ່ານສາມາດໜີ ຄໍາເທດສະໜາໂດຍການອອກໄປຈາກໂບດນີ້! ຂ້າພະເຈົ້າຮູ້ວ່າພວກທ່ານເປັນໃຜ,ແລະ ພວກທ່ານກໍຊັງຂ້າພະເຈົ້າໝົດໃຈ! ພວກທ່ານຢາກໃຫ້ຂ້າພະເຈົ້າຫາຍຕົວໄປ, ພວກທ່ານ ກໍາລັງເລີ່ມທີ່ຈະຢາກໃຫ້ໂນອາກັບຈອນໄປເຊັ່ນກັນ, ຈິດສໍານຶກຜິດຖືກຂອງທ່ານຖືກແທງ ຫຼາຍຈົນຕອນນີ້ພວກທ່ານກໍາລັງແວງແຜນທີ່ຈະໜີໄປຈາກຄຣິສຕະຈັກນີ້, ພະຍາມານ ໄດ້ຈັບທ່ານຢ່າງແໜ້ນໜຽວໃນກັບດັກຂອງມັນ, ມັນໄດ້ແທງຈິດສໍານຶກຜິດຖືກຂອງທ່ານ ດ້ວຍເຫຼັກແດງ, ຈະມີຊ່ວງເວລາໜື່ງຕອນທີ່ທ່ານອາດຈະກັບມາຫາພຣະເຢຊູເພື່ອທີ່ຈະໄດ້ ຮັບຄວາມລອດ, ແຕ່ຕອນນີ້ພວກທ່ານບາງຄົນຊັງແມ່ນແຕ່ພຣະເຢຊູ! ພວກທ່ານຊັງທີ່ຈະ ໄດ້ຍິນຊື່ຂອງພຣະເຢຊູ!

ໂອເປັນແນວໃດພວກທ່ານຈື່ງຊັງພຣະອົງຫຼາຍແທ້?ພຣະອົງຊົງຮັກພວກທ່ານຫຼາຍກວ່າທີ່ຄົນໃດຈະຮັກທ່ານໄດ້! ພຣະເຢຊູຊົງປະສະຫງ່າລາສີແຫ່ງສະຫວັນເພື່ອລົງມາທີ່ນີ້ ແລະທຸກທໍລະມານເພື່ອທ່ານ, ບາບຂອງທ່ານຖືກວາງລົງເທິງຈິດໃຈທີ່ບໍ່ມີບາບຂອງພຣະ ອົງ, ພຣະອົງຊົງເຫື່ອໄຫຼຢອດລົງເປັນເລືອດເປັນເມັດໃຫຍ່ໃນສວນເກັດເສມານີເພື່ອຊ່ວຍ ທ່ານໃຫ້ພົ້ນ, ພຣະອົງຊົງຢືນງຽບໆໃນຂະນະທີ່ພວກເຂົາຕີພຣະອົງແລະດຶງໜວດຂອງພຣະ ອົງອອກແລ້ວຖົ່ມນໍ້າລາຍຮົດພຣະອົງເພື່ອຊ່ວຍທ່ານໃຫ້ພົ້ນ, ບໍ່ມີໃຜທີ່ທ່ານຮູ້ຈັກທີ່ຈະຮັກ ທ່ານພໍທີ່ຈະທົນທຸກແບບນັ້ນເພື່ອຈະຊ່ວຍທ່ານແລະຮັກສາທ່ານແລະມອບຊີວິດໃຫມ່ໃຫ້ກັບທ່ານໄດ້, ພຣະເຢຊູຊົງຮັກທ່ານ, ພຣະອົງຈະຊົງຊ່ວຍຊີວິດທ່ານ, ພຣະອົງຈະຊົງເຮັດໃຫ້ ຄວາມຢ້ານຂອງທ່ານສະຫງົບລົງແລະຮັກສາຈິດວິນຍານຂອງທ່ານ, ພຣະອົງຈະຊົງຮື້ຟື້ນ ຈິດສໍານຶກຜິດຖືກທີ່ແຕກຫັກແລະອ່ອນແອຂອງທ່ານ, ນັ້ນແລະທີ່ວ່າເປັນຫຍັງພຣະອົງຈື່ງ ຕາຍເທິງໄມ້ກາງແຂນເພື່ອທ່ານ, ພວກເຂົາເອົາຕະປູໃຫຍ່ມາຕອກໃສ່ມືແລະຕີນຂອງພຣະ ອົງ, ພຣະອົງຊົງຖືກຫ້ອຍເທິງໄມ້ກາງແຂນໃສ່ແດດຮ້ອນ - ລີ້ນຂອງພຣະອົງແຫ້ງຫຼາຍ ຈົນເຮັດໃຫ້ລິ້ນຕິດກັບເພດານປາກຂອງພຣະອົງ.

ພຣະເຢຊູບໍ່ໄດ້ຊັງທ່ານເລີຍ,ພຣະອົງຈະຊັງທ່ານໄດ້ແນວໃດ? ພຣະອົງຊົງເຂົ້າມາ ໃນໂລກນີ້ເພາະພຣະອົງຊົງຮັກທ່ານ, ພຣະອົງຊົງທຸກທໍລະມານກັບຄວາມຕາຍທີ່ເປັນຕາ ຢ້ານເກີນບັນຍາຍເທິງໄມ້ກາງແຂນກໍເພາະພຣະອົງຊົງຮັກພວກທ່ານ,ພຣະເຢຊູຊົງຮັກພວກ ທ່ານສະເໝີ, ແລະພຣະເຢຊູຊົງຮັກພວກທ່ານໃນຕອນນີ້.

ຄໍາພະຍານຂອງຂ້າພະເຈົ້າແມ່ນກົງກັນຂ້າມກັບຂອງຈອນເຄແກນ,ແລະໂດຍພື້ນ ຖານແລ້ວມັນກໍຄືກັນ, ຈອນອວດໃນຄວາມບາບຂອງລາວແລະມ່ວນກັບການເຮັດໃຫ້ຜູ້ຄົນ ເຈັບ, ຂ້າພະເຈົ້າບໍ່ໄດ້ຫຍີ່ງໃນຄວາມບາບຂອງຕົນເອງແລະຈະບໍ່ມີມື້ພະຍາຍາມເປັນເຫດ ໃຫ້ຜູ້ຄົນເຈັບ, ຈອນຄົບກັບຄົນທີ່ຊັງພຣະເຈົ້າ - ອີກຢ່າງໜື່ງເອີ້ນວ່າເດັກທີ່ຍັງບໍ່ລອດໃນ ໂບດ, ຂ້າພະເຈົ້າບໍ່ມັກຄຣິສຕະຈັກເດັກແລະຢູ່ຫ່າງໆຈາກພວກເຂົາເທົ່າທີ່ຈະເປັນໄປໄດ້, ຈອນມາໃຕ້ການສໍານຶກບາບສອງສາມອາທິດ, ຂ້າພະເຈົ້າຢູ່ໃຕ້ການສໍານຶກຜິດບາບເປັນເວ ລາເຈັດປີ, ຈອນຢາກເປັນຄົນບໍ່ດີ, ຂ້າພະເຈົ້າຢາກຈະເປັນຄົນດີ, ໃນປະເດັ່ນເຫຼົ່ານັນຄໍາ ພະຍານຂອງພວກເຮົາແມ່ນກົງກັນຂ້າມກັນຢ່າງສິ້ນເຊີງ.

ແຕ່ໃນສອງຫົນທາງພວກເຮົາແມ່ນຄືກັນ, ພວກເຮົາທັງສອງພະຍາຍາມທີ່ຈະໄດ້ ຮັບຄວາມລອດແຕ່ບໍ່ໄດ້, ຈອນເວົ້າວ່າ“ຂ້ອຍພຽງແຕ່ບໍ່ສາມາດຕັ້ງໃຈຕົນເອງຕໍ່ພຣະເຢຊູ, ຂ້ອຍຕັດສິນໃຈບໍ່ໄດ້ທີ່ຈະມາເປັນຄຣິສຕຽນແລະມັນເຮັດໃຫ້ຂ້ອຍໝົດຫວັງຫຼາຍ” ນັ້ນຄືສິ່ງ ທີ່ຂ້າພະເຈົ້າຮູ້ສຶກ, ຈອນຢູ່ໃຕ້ການສໍານຶກຜິດເລື່ອງບາບບໍ່ພໍເທົ່າໃດອາທິດ, ຂ້າພະເຈົ້າຢູ່ ໃຕ້ການສໍານຶກບາບເປັນເວລາເຈັດປີ, ຈອນເວົ້າວ່າພຣະເຈົ້າຊົງຊັກນໍາລາວມາຫາພຣະ ຄຣິດ“ເພາະຂ້ອຍຈະບໍ່ມີວັນມາຫາພຣະເຢຊູດ້ວຍໂຕຂອງຂ້ອຍເອງຈັກເທື່ອ” ນັ້ນແມ່ນສິ່ງທີ່ ເກີດຂື້ນກັບຂ້າພະເຈົ້າເຊັ່ນກັນ, ຈອນພະຍາຍາມທີ່ຈະເປັນຄົນຊົ່ວ, ຂ້າພະເຈົ້າພະຍາຍາມ ທີ່ຈະເປັນຄົນດີ, ແຕ່ພວກເຮົາທັງສອງກໍາລັງວາງໃຈໃນຕົນເອງແລະພວກເຮົາບໍ່ມີຈັກຄົນທີ່ ກໍາລັງວາງໃຈເຊື່ອໃນພຣະເຢຊູ.

ຂ້າພະເຈົ້າພະຍາຍາມທີ່ຈະເປັນຄົນດີ,ພຣະເຈົ້າຊົງຮູ້ວ່າມັນຍາກສໍາໃດທີ່ຂ້າພະເຈົ້າພະຍາຍາມທີ່ຈະເປັນຄົນດີ,ຂ້າພະເຈົ້າເລີກສູບຢາ, ໄປໂບດທຸກເຊົ້າວັນອາທິດ, ໄປໂບດ ທຸກແລງວັນອາທິດ, ຂ້າພະເຈົ້າຖີ້ມຊີວິດງ່າຍໆມາເປັນສິດຍາພິບານ, ຂ້າພະເຈົ້າຖະວາຍ ໂຕເທດສະໜາຕອນທີ່ໄດ້ 17 ປີ, ຂ້າພະເຈົ້າໄດ້ໃບອະນຸຍາດໃນຖານະເປັນນັກເທດແບັບ ຕິດຕອນ 19 ປີ, ຂ້າພະເຈົ້າໄປມິດຊັນນາລີຢູ່ຄຣິສຕະຈັກຄົນຈີນໃນສອງສາມເດືອນຕໍ່ມາ ທຸກຄົນຄິດວ່າຂ້າພະເຈົ້າເປັນຄົນດີ. ພວກເຂົາບໍ່ຮູ້ວ່າຂ້າພະເຈົ້າເປັນຟາຣິສີຄືກັບທີ່ພຣະ ເຢຊູເວົ້າເຖິງໃນລູກາ 18 - ການພະຍາຍາມທີ່ຈະລອດໂດຍການເປັນຄົນດີ, ຂ້າພະເຈົ້າ ເປັນຄືກັບເດັກນ້ອຍຄົນຈີນ, ແຕ່ຂ້າພະເຈົ້າບໍ່ສາມາດດີພໍທີ່ຈະຢຸດຢັ້ງຈິດສໍານຶກຜິດຖືກຂອງ ຕົນຈາກການບອກຕົນວ່າຂ້າພະເຈົ້າເປັນພຽງຄົນບາບຢູ່ໃນໃຈຂອງຂ້າພະເຈົ້າໄດ້. ເປັນຄົນ ບາບທີ່ສົກກະປົກຜູ້ເຊິ່ງບໍ່ຮັກພຣະເຢຊູເລີຍ, ຈົນຮອດເຊົ້າມື້ໜື່ງພຣະເຢຊູໄດ້ມາຫາຂ້າພະ ເຈົ້າແລະຂ້າພະເຈົ້າກໍຮູ້ວ່າພຣະອົງຊົງຮັກຂ້າພະເຈົ້າ, ຂ້າພະເຈົ້າບໍ່ເຄີຍຮູ້ຈັກມາກ່ອນ, ຂ້າ ພະເຈົ້າຄິດວ່າຕົນເອງດີກວ່າພວກເດັກນ້ອຍໃນຄຣິສຕະຈັກ- ແຕ່ຂ້າພະເຈົ້າຊົ່ວຮ້າຍກວ່າ ເຂົາ, ຂ້າພະເຈົ້າບໍ່ມີວັນທີ່ຈະມາຫາພຣະອົງດ້ວຍຕົນເອງ,ຂ້າພະເຈົ້າຄິດວ່າດີພໍເຖິງແມ່ນ ຈິດສໍານຶກຜິດຖືກຂອງຂ້າພະເຈົ້າບອກມັນກໍຕົວະທັງນັ້ນ, ຈາກນັ້ນພຣະເຢຊູກໍມາຫາຂ້າພະ ເຈົ້າ, ຂ້າພະເຈົ້າບໍ່ໄດ້ຂໍໃຫ້ພຣະອົງຊ່ວຍຕົນໃຫ້ລອດ,ແຕ່ພຣະອົງກໍຊ່ວຍ, ພຣະອົງຊົງລົງ ມາຫາຂ້າພະເຈົ້າແລ້ວຊັກນໍາໃຫ້ມາຫາພຣະອົງ, ພຣະອົງຊົງລ້າງໃຫ້ຂ້າພະເຈົ້າສະອາດ ດ້ວຍພຣະໂລຫິດອັນປະເສີດຂອງພຣະອົງ.

ມີບາງຄົນຖາມຂ້າພະເຈົ້າວ່າ“ອາຈານເປັນຫຍັງອາຈານຈື່ງມັກເວົ້າເຖິງພຣະໂລຫິດຂອງພຣະເຢຊູຕະຫຼອດ?” ມັນງ່າຍໆ, ພຣະໂລຫິດຂອງພຣະອົງຊົງເຮັດເພື່ອຂ້າພະເຈົ້າໃນ ສິ່ງທີ່ຂ້າພະເຈົ້າບໍ່ສາມາດເຮັດເພື່ອຕົນເອງໄດ້, ພຣະອົງຊົງຮັກຂ້າພະເຈົ້າຫຼາຍຈົນພຣະອົງ ໄດ້ລ້າງຈິດໃຈທີ່ບາບຂອງຂ້າດ້ວຍພຣະໂລຫິດຂອງພຣະອົງເອງ.

ພຣະເຢຊູຊົງຮັກທ່ານເຊັ່ນກັນ,ພຣະອົງຈະມາຫາພວກທ່ານ, ຈົ່ງວາງໃຈເຊື່ອໃນ ພຣະເຢຊູແລ້ວຄວາມບາບຂອງທ່ານ, ຈິດສໍານຶກຜິດຖືກ, ຄວາມສົງໄສແລະການທົດລອງ ຂອງທ່ານທັງໝົດຈະຖືກລ້າງໃຫ້ຂາວສະອາດຄືກັບຫິມະໃນພຣະໂລຫິດອັນປະເສີດຂອງ ພຣະອົງ-ເພາະພຣະອົງຊົງຮັກທ່ານຫຼາຍ!

ຂ້າພະເຈົ້າບໍ່ເຄີຍຮູ້ສຶກຖືກຮັກເລີຍ, ຂ້າພະເຈົ້າຖືກໄລ່ອອກຈາກບ້ານ, ພໍ່ຂອງຂ້າ ພະເຈົ້າຖີ້ມຂ້າພະເຈົ້າໄປຕອນໄດ້ສອງປີ, ຂ້າພະເຈົ້າກໍອາໄສຢູ່ກັບແມ່ບໍ່ໄດ້ຕອນທີ່ອາຍຸໄດ້ ສິບສອງປີ, ຂ້າພະເຈົ້າອາໄສຢູ່ກັບຄົນທີ່ບໍ່ຕ້ອງການຂ້າພະເຈົ້າ, ບໍ່ມີໃຜຕ້ອງການຂ້າພະ ເຈົ້າ, ນັ້ນແລະທີ່ເຮັດໃຫ້ຂ້າພະເຈົ້າເປັນຟາຣິສີທີ່ເຢັນຊ່າ, ຂ້າພະເຈົ້າໜ້າຈະເປັນດີກວ່າ ພວກເຂົາ! ຂ້າພະເຈົ້າຈະເຮັດຕົນເອງເປັນຄຣິສຕຽນຄົນໜື່ງ!

ແຕ່ຂ້າພະເຈົ້າເຮັດບໍ່ໄດ້! ຂ້າພະເຈົ້າພະຍາຍາມແລ້ວພະຍາຍາມອີກແຕ່ກໍເຮັດມັນ ບໍ່ໄດ້,ຂ້າພະເຈົ້າຫຼົງຫາຍ-ຫຼົງຫາຍໃນສາສະໜາ! ແຕ່ພຣະເຢຊູຊົງຮັກຂ້າພະເຈົ້າ,ທັນໃດ ນັ້ນຂ້າພະເຈົ້າກໍຮູ້ວ່າພຣະອົງຊົງຮັກຂ້າພະເຈົ້າ, ແລະພຣະອົງຊົງມາຫາຂ້າພະເຈົ້າແລ້ວ ຊ່ວຍຈິດວິນຍານຂອງຂ້າພະເຈົ້າໃຫ້ລອດດ້ວຍພຣະໂລຫິດຂອງພຣະອົງ, ຖ້າພຣະອົງຊົງ ສາມາດຊ່ວຍຄົນໜ້າຊື່ໃຈຄົດຄືຂ້າພະເຈົ້າພຣະອົງກໍຊົງສາມາດຊ່ວຍທຸກຄົນທີ່ຢູ່ທີ່ນີ້ໃນເຊົ້ານີ້ໄດ້, ພຣະອົງຊົງຮັກພວກທ່ານ, ພຣະອົງຈະຊົງລ້າງຄວາມບາບທຸກຢ່າງຂອງທ່ານ-ຄວາມບາບທີ່ຢູ່ໃນໃຈຂອງທ່ານ,ຄວາມບາບແຫ່ງຊີວິດຂອງທ່ານ,ພຣະອົງຊົງຮັກພວກທ່ານ ພຣະອົງຈະຊົງມາຫາທ່ານ, ພຣະອົງຈະຊົງຊໍາລະລ້າງທ່ານດ້ວຍພຣະໂລຫິດອັນບໍລິສຸດ ຂອງພຣະອົງ,ຂ້າພະເຈົ້າຮູ້ວ່າພຣະອົງຈະເຮັດແບບນັ້ນເພາະພຣະອົງຊົງຮັກທ່ານ,ເອແມນ

ໄດ້ຍິນຜູ້ໄຖ່ກ່າວວ່າ“ແທ້ຈິງກໍາລັງເຈົ້ານ້ອຍ”
ລູກທີ່ອ່ອນແອຈົ່ງລະວັງແລະອະທິຖານ,ພົບໃນເຮົາຜູ້ເປັນທຸກຢ່າງ
ອົງພຣະເຢຊູເຈົ້າຊົງໃຊ້ໜີ້ຂອງຂ້າ
ໃຈເຕັມດ້ວຍບາບມົນທິນມົວ ພຣະອົງຊົງລ້າງໃຫ້ສະອາດຄືຫິມະ

ພຣະເຈົ້າຂ້າດຽວນີ້ຂ້າພົບລິດອໍານາດຂອງພຣະອົງພຽງຜູ້ດຽວ
ສາມາດປ່ຽນແຜເປື້ອນຄົນຂີ້ທູດແລະລະລາຍໃຈຫີນໄດ້
ອົງພຣະເຢຊູເຈົ້າຊົງໃຊ້ໜີ້ຂອງຂ້າ
ໃຈເຕັມດ້ວຍບາບມົນທິນມົວ ພຣະອົງຊົງລ້າງໃຫ້ສະອາດຄືຫິມະ

ບໍ່ມີຄຄວາມດີອັນໃດທີ່ຂ້າເຮັດ ໄດ້ແຕ່ອ້າງພຣະຄຸນພຣະອົງ
ຂ້າພະເຈົ້າຈະລ້າງເສື້ອໃຫ້ຂາວໃນໂລຫິດຂອງພຣະເຢຊູ
ອົງພຣະເຢຊູເຈົ້າຊົງໃຊ້ໜີ້ຂອງຂ້າ
ໃຈເຕັມດ້ວຍບາບມົນທິນມົວ ພຣະອົງຊົງລ້າງໃຫ້ສະອາດຄືຫິມະ
(“Jesus Paid It All” by Elvina M. Hall, 1820-1889).


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ອາຣ໋ອນແຢນຊີ: 2 ຕີໂມທຽວ 3:1-8.
ບັນເລງເພງກ່ອນເທດສະໜາໂດຍ ໂນອາ ຊອງ:
“Jesus Paid It All” (by Elvina M. Hall, 1820-1889).