Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການອະທິຖານເພື່ອການຟື້ນຟູ

PRAYING FOR REVIVAL
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 19/8/2016
A sermon preached at the Baptist Tabernacle of Los Angeles
Friday Evening, August 19, 2016


ເຊີນເປີດໄປໃນກິດຈະການ 1:8 ຢູ່ໜ້າ1148 ຂອງພຣະທໍາສະກໍຟິວສຶກສາ, ຂໍ ເຊີນຢຶນຂື້ນໃນຂະນະທີ່ຂ້າພະເຈົ້າອ່ານ, ນີ້ແມ່ນຄໍາກ່າວຂອງພຣະຄຣິດທີ່ໃຫ້ກັບພວກຄຣິສ ຕຽນພວກທໍາອິດ,

“ແຕ່ທ່ານທັງຫລາຍຈະໄດ້ຮັບພຣະລາດຊະທານລິດເດດ ເມື່ອພຣະວິນຍານບໍລິສຸດຈະສະເດັດມາເໜືອທ່ານ ແລະທ່ານທັງຫລາຍຈະເປັນພະຍານຝ່າຍເຮົາທັງໃນກຸງເຢລູຊາເລັມ ທົ່ວແຂວງຢູເດຍ ແຂວງສະມາເລຍ ແລະຈົນ ສຸດປາຍແຜ່ນດິນໂລກ” (ກິດຈະການ 1:8)

ຂໍເຊີນນັ່ງລົງໄດ້.

ນັກເທດບາງຄົນເວົ້າວ່າຂໍ້ນີ້ເລັ່ງໃສ່ການຖອກເທລົງມາຂອງພຣະວິນຍານບໍລິສຸດ ໃນວັນເພັນເທດສະເຕ, ພວກເຂົາເວົ້າວ່າພວກເຮົາບໍ່ສາມາດຄາດຫວັງໃຫ້ພຣະວິນຍານບໍລິ ສຸດລົງມາຫາພວກເຮົາຄືກັບທີ່ພຣະອົງຊົງເຮັດເມື່ອກ່ອນໄດ້, ພວກເຂົາຢ້ານວ່າຄົນຂອງ ພວກເຂົາຈະກາຍມາເປັນພວກເພັນເທຄອດຖ້າພວກເຂົາຫາກບອກເຂົາເຈົ້າເຖິງການຖອກ ເທລົງມາຂອງພຣະວິນຍານບໍລິສຸດສາມາດເກີດຂື້ນໃນປະຈຸບັນນີ້ໄດ້, ດັ່ງນັ້ນພວກເຂົາຈື່ງ ດັບການເຮັດວຽກເລື່ອງການໂນ້ມນ້າວແລະການກັບໃຈໃໝ່ເພາະພວກເຂົາຢ້ານນິກາຍເພັນຕາຄອສ, ແຕ່ພວກເຂົາຄິດຜິດຕອນທີ່ພວກເຂົາເວົ້າວ່າພວກເຮົາບໍ່ສາມາດຄາດຫວັງໃຫ້ ພຣະວິຍານບໍລິສຸດລົງມາໃນສະໄໝຂອງພວກເຮົາໄດ້, ແປດຄໍາສຸດທ້າຍຂອງຂໍ້ພຣະຄໍາພີ ຂອງພວກເຮົາສະແດງໃຫ້ເຫັນວ່າພວກເຂົາຜິດ“ແລະຈົນເຖິງສຸດປາຍແຜ່ນດິນໂລກ”ການ ແປສະໄໝໃໝ່ເວົ້າວ່າ“ແລະຈົນເຖິງສ່ວນຫ່າງໄກທີ່ສຸດຂອງໂລກ” ນັບແຕ່ຍຸກທີ່ພວກຄຣິສ ຕຽນສະໄໝຕົ້ນໆບໍ່ໄດ້ໄປຮອດ“ສຸດປາຍ” ຫຼື “ຫ່າງໄກທີ່ສຸດ”ຂອງໂລກ,ພຣະເຢຊູກໍາລັງ ກ່າວກັບພວກຄຣິສຕຽນທຸກຄົນ,ທຸກຍຸກທຸກສະໄໝ, ພຣະອົງຊົງບອກເຂົາແລະພວກເຮົາວ່າ “ທ່ານທັງຫຼາຍຈະໄດ້ຮັບພຣະລາຊະທານເມື່ອພຣະວິນຍານບໍລິສຸດສະເດັດມາເໜືອທ່ານ” ເລື່ອງນີ້ພິສູດແລ້ວໂດຍສິ່ງທີ່ເປໂຕເວົ້າຕໍ່ມາໃນກິດຈະການ 2:39 ເຊີນເປີດເບິ່ງ,

“ດ້ວຍວ່າພຣະສັນຍານັ້ນຕົກແກ່ທ່ານທັງຫລາຍກັບລູກຫລານຂອງທ່ານດ້ວຍ ແລະແກ່ຄົນທັງຫລາຍທີ່ຢູ່ໄກ ຄືທຸກຄົົນທີ່ອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາຊົງເອີ້ນມາເຝົ້າພຣະອົງ” (ກິດຈະການ 2:39)

ດັ່ງນັ້ນພວກສາວົກຈື່ງກັບເຢລູຊາເລັມ ແລ້ວເຂົ້າໄປຫ້ອງຊັ້ນເທິງເພື່ອອະທິຖານ, ພວກເຂົາອະທິຖານເພື່ອຫຍັງລະ?ພວກເຂົາອະທິຖານເພື່ອລິດເດດຂອງພຣະວິນຍານບໍລິ ສຸດທີ່ພຣະເຢຊູໄດ້ຊົງສັນຍາເມື່ອພຣະອົງຊົງກ່າວວ່າ “ແຕ່ທ່ານທັງຫຼາຍຈະໄດ້ຮັບພຣະລາ ຊະທານລິດເດດເມື່ອພຣະວິນຍານບໍລິສຸດຈະສະເດັດມາເໜືອທ່ານ”(ກິດຈະການ 1:8),ຂ້າ ພະເຈົ້າເຫັນດ້ວຍເຕັມທີ່ກັບອຽນເອັຈເມີເຣ, ລາວເວົ້າວ່າ:

ຂະນະທີ່ສະຖາບັນເພັນເທຄອດຍຸກໃໝ່, ວຽກຂອງພຣະຄຣິດໃນການ ມອບພຣະວິນຍານໃຫ້ຍັງບໍ່ຈົບສິ້ນ, ແລະ ການສື່ສານຢ່າງເຕັມລົ້ນຂອງ ພຣະວິນຍານຊື່ງເປັນສັນຍາລັກຂອງຄຣິສຕຽນທຸກຍຸກສະໄໝ, ການເລີ່ມ ຕົ້ນໃນວັນເພັນເທດສະເຕແມ່ນຍັງບໍ່ສະໝໍ່າສະເໝີແລະ ບໍ່ປ່ຽນແປງດັ່ງທີ່ ເປັນຢູ່, ສິ່ງທີ່ຈຸດປະສົງສາມາດເປັນການຮັບໃຊ້ໂດຍການອະທິຖານເພີ່ມ ຕື່ມເພື່ອພຣະວິນຍານຂອງພຣະເຈົ້າເປັນສິ່ງທີ່ພວກສາວົກໄດ້ຮັບການຊີ້ນໍາໃຫ້ເຮັດຢ່າງຈະແຈ້ງບໍ?ມັນເປັນການຕອບສະໜອງຕໍ່ຄໍາຖາມທີ່ວ່າ“ຂໍໂຜດສອນພວກເຮົາໃຫ້ອະທິຖານແດ່’ຊື່ງພຣະເຢຊູຊົງກ່າວວ່າ“ ຖ້າທ່ານເອງຜູ້ ເປັນຄົນຊົ່ວ ຍັງຮູ້ຈັກໃຫ້ຂອງດີແກ່ລູກຂອງຕົນຫຼາຍກວ່ານັ້ນຈັກເທົ່າໃດ ພຣະບິດາຂອງທ່ານຜູ້ຊົງສະຖິດໃນສະຫວັນຈະຊົງປະທານພຣະວິນຍານບໍລິສຸດໃຫ້ ແກ່ຄົນທີ່ຂໍຕໍ່ພຣະອົງ”(ລູກາ 11:13) ຄໍາສັນຍານີ້ບໍ່ໄດ້ມີຄວາມກ່ຽວພັນຕໍ່ເນື່ອງກັບພວກຄຣິສຕຽນນອກຈາກວ່າຈະມີການຮັບຫຼາຍຂື້ນ, (Iain H. Murray, Pentecost Today? The Biblical Understanding of Revival, The Banner of Truth Trust, 1998, p. 21)

ອາເລັກຊານເດີມູດີສະຈັວດໄດ້ເວົ້າວ່າ“ໃນຂະນະທີ່ພຣະວິນຍານບໍລິສຸດສະຖິດຢູ່ໃນຄຣິສ ຕະຈັກຂອງພຣະອົງກໍມີຊ່ວງເວລາຕ່າງໆເມື່ອພຣະອົງຊົງຊັກນໍາເຂົ້າໃກ້ແລະວາງພະລັງທີ່ຍິ່ງໃຫຍ່ກວ່າຂອງລິດອໍານາດ”(ເມີເຣເຫຼັ້ມດຽວກັນໜ້າ 22)

ແຕ່ພວກເຮົາເຫັນມີພຽງແຕ່ໜ້ອຍດຽວນັບຕັ້ງແຕ່ການຟື້ນຟູໃຫຍ່ແຫ່ງປີ 1859 ໜ້ອຍຫຼາຍ, ຂ້າພະເຈົ້າຮູ້ວ່າເຫດຜົນຫຼັກກໍຄືຄວາມຈິງທີ່ວ່ານັກປະກາດຂ່າວປະເສີດສ່ວນ ຫຼາຍບໍ່ເຊື່ອອີກຕໍ່ໄປວ່າການກັບໃຈໃໝ່ຄືການອັດສະຈັນ, ນັກຂ່າວປະເສີດສ່ວນຫຼາຍໃນປະ ຈຸບັນນີ້ຄິດວ່າການກັບໃຈໃໝ່ບໍ່ມີຫຍັງຫຼາຍໄປກວ່າການຕັດສິນໃຈຂອງມະນຸດ, ເຂົາຄິດ ວ່າສິ່ງທີ່ພວກທ່ານຈະຕ້ອງເຮັດກໍຄືຊັກຊວນຄົນທີ່ບໍ່ເຊື່ອໃຫ້ເວົ້າປະໂຫຍກທີ່ເອີ້ນວ່າ“ຄໍາອະທິຖານຂອງຄົນບາບ”ພຽງແຕ່ເວົ້າຄໍາພວກນັ້ນແລ້ວທ່ານກໍລອດແລ້ວ! ໂຈເອວອອສທີນເວົ້າ ແບບນັ້ນໃນຕອນຈົບຄໍາເທດສະໜາທຸກເທື່ອ, ລາວໃຫ້ຄົນເວົ້າຕາມຄໍາອະທິຖານ,ແລ້ວ ລາວກໍເວົ້າວ່າ “ພວກເຮົາເຊື່ອວ່າຖ້າທ່ານເວົ້າຕາມຄໍາເຫຼົ່ານັ້ນແລ້ວທ່ານກໍໄດ້ບັງເກີດໃໝ່ ແລ້ວ”ພວກທ່ານເຫັນບໍວ່າບໍ່ຈໍາເປັນສໍາຫຼັບພຣະວິນຍານບໍລິສຸດທີ່ຈະເຮັດອັດສະຈັນ! ຖ້າ ທ່ານເວົ້າຄໍາພວກນັ້ນ“ທ່ານກໍໄດ້ບັງເກີດໃໝ່ແລ້ວ”

ອັນນີ້ເປັນການຍ້ອນກັບໄປສູ່ລັດທິນອກຮີດບູຮານຂອງພວກເພເລກຽນ- ຫຼັກຄໍາ ສອນເຊິ່ງສອນວ່າມະນຸດສາມາດນໍາເອົາຄວາມລອດຂອງຕົນເອງມາໄດ້ - ໃນກໍລະນີນີ້, ໂດຍການເວົ້າສອງຄໍາ! ຫຼືໂດຍການອອກມາ“ຂ້າງໜ້າ”ໃນການນະມັດສະການຂອງຄຣິສ ຕຽນ-ຫຼືໂດຍການຍົກມືຂອງທ່ານ! “ທຸກຄົນທີ່ຢາກຈະໄດ້ຮັບຄວາມລອດຂໍໃຫ້ຍົກມືຂື້ນ” ນີ້ ແມ່ນລັກທິເພເລກຽນປ່າເຖື່ອນ! ການກັບໄປສູ່ລັດທິນອກຮີດບູຮານຊື່ງສອນວ່າຄົນບໍ່ເຊື່ອ ສາມາດຊ່ວຍຕົນເອງໃຫ້ລອດໄດ້ໂດຍການກະທໍາບາງຢ່າງຫຼືໂດຍການເວົ້າຕາມຄໍາອະທິ ຖານ, ຂ້າພະເຈົ້າເອີ້ນມັນວ່າ“ຄໍາອະທິຖານມາຍາກົນ” ຄວາມຈິງແລ້ວມັນຄື“ມາຍາກົນ” ຫຼາຍກວ່າທີ່ຈະເປັນຄຣິສຕຽນ,ໃນມາຍາກົນທ່ານຈະເວົ້າຄໍາໃດໜື່ງຫຼືເຮັດອັນໃດໜື່ງແລະ ຄໍາເຫຼົ່ານັ້ນຫຼືການກະທໍາເຫຼົ່ານັ້ນຈະເຮັດໃຫ້ເກີດຜົນເໜືອທໍາມະຊາດ ຄວາມຄິດ“ມາຍາ ກົນ” ທຸກຢ່າງແມ່ນມາຈາກຄວາມຄິດຂອງພວກນັກປະກາດຂ່າວປະເສີດສະໄໝໃໝ່ເຊັ່ນ ດຽວກັບການກັບໃຈໃໝ່!ສໍາຫຼັບການກວດສອບທີ່ລະອຽດຂອງບັນຫານີ້ຈົ່ງອ່ານໜັງສືຂອງ ເດວິດມັລຄອມເບັນເນັດທີ່ຊື່ວ່າ The Sinner’s Prayer: Its Origins and Dangers ກ່ອນທີ່ຈະພິມກໍສາມາດອ່ານໄດ້ທີ່ Amazon.com.

ການກັບໃຈໃໝ່ແທ້ທຸກຢ່າງແມ່ນເລື່ອງອັດສະຈັນ,ກະລຸນາເປີດກັບຂ້າພະເຈົ້າໄປ ໃນມາລະໂກ 10:26 ຢູ່ໜ້າ 1059 ຂອງພຣະທໍາສະກໍຟິວສຶກສາ.

“ພວກສາວົກກໍແປກໃຈຫຼາຍຈຶ່ງເວົ້າກັນວ່າ ຖ້າຢ່າງນັ້ນໃຜຈະລອດໄດ້ ພຣະເຢຊູທອດພຣະເນດເຫລົ່າສາວົກແລ້ວຕັດວ່າ ຝ່າຍມະນຸດຍອມເປັນໄປບໍ່ໄດ້ ...” (ມາລະໂກ 10:26,27)

ພວກເຂົາຖາມວ່າ “ຖ້າແນວນັ້ນໃຜຈະລອດໄດ້?” ພຣະເຢຊູຊົງຕອບວ່າ“ຝ່າຍມະນຸດຍອມເປັນໄປບໍ່ໄດ້”ມະນຸດຢູ່ໃນສະພາບຂອງບາບບໍ່ສາມາດເຮັດຈັກຢ່າງເພື່ອທີ່ຈະຊ່ວຍໃຫ້ພົ້ນຫຼື ແມ່ນແຕ່ຊ່ວຍຕົນເອງໃຫ້ລອດກໍບໍ່ໄດ້! ແຕ່ຫຼັງຈາກນັ້ນພຣະເຢຊູກໍກ່າວວ່າ“ແຕ່ບໍ່ແມ່ນກັບ ພຣະເຈົ້າເພາະສໍາຫຼັບພຣະເຈົ້າທຸກສິ່ງເປັນໄປໄດ້” ຄວາມລອດຂອງບຸກຄົນໜື່ງເປັນການ ອັດສະຈັນທີ່ມາຈາກພຣະເຈົ້າ! ພວກເຮົາໄດ້ເຫັນການກັບໃຈທີ່ມີຫວັງຫຼາຍຢ່າງໃນປີນີ້,ໜື່ງ ໃນນັ້ນແມ່ນເມື່ອຄືນນີ້, ການກັບໃຈໃໝ່ແທ້ແຕ່ລະອັນເປັນການອັດສະຈັນ,ພອລຄຸກເວົ້າຖືກ ວ່າ“ຈຸດພິເສດຕ່າງໆຂອງການຟື້ນຟູແມ່ນບໍ່ແຕກຕ່າງຈາກຈຸດພິເສດຂອງການເຮັດວຽກປົກກະຕິຂອງພຣະວິນຍານບໍລິສຸດນອກຈາກໃນຮູບແບບຂອງຄວາມແຮງກ້າ ແລະ ຂະໜາດ” (Fire From Heaven, EP Books, 2009, p. 117).

ເມື່ອຄົນຜູ້ໜື່ງໄດ້ກັບໃຈໃໝ່ມັນຄືອັດສະຈັນຈາກພຣະເຈົ້າ, ເມື່ອຫຼາຍຄົນໄດ້ກັບໃຈ ໃໝ່ໃນຊ່ວງເວລາສັ້ນໆມັນກໍຄືອັດສະຈັນຈາກພຣະເຈົ້າ, ສິ່ງດຽວທີ່ແຕກຕ່າງກໍຄື“ໃນຮູບ ແບບຂອງຄວາມແຮງກ້າແລະຂະໜາດ” ເມື່ອພວກເຮົາອະທິຖານເພື່ອການຟື້ນຟູ,ພວກເຮົາ ກໍາລັງອະທິຖານເພື່ອຂໍໃຫ້ພຣະວິນຍານບໍລິສຸດເຮັດວຽກຢູ່ໃນໃຈຂອງຫຼາຍຄົນພ້ອມກັນ.

ແມ່ນຫຍັງຄືສິ່ງທີ່ພຣະວິນຍານເຮັດໃນການຟື້ນຟູ? ປະການທີ່ໜື່ງ“ເມື່ອພຣະອົງ ມາພຣະອົງຈະຊົງກະທໍາໃຫ້ໂລກຮູ້ສຶກເຖິງຄວາມຜິດບາບ”(ໂຢຮັນ 16:8)ພອລຄຸກໄດ້ເວົ້າ ວ່າ“ຜູ້ຄົນໂດຍທໍາມະຊາດແລ້ວຈະບໍ່ສໍານຶກເຖິງບາບຂອງເຂົາ,ໂດຍທໍາມະຊາດແລ້ວພວກ ເຂົາຈະເປັນຄົນຊອບທໍາໃນຕົນເອງ, ວຽກທີ່ເຈາະຈົງຂອງພຣະວິນຍານເປັນສິ່ງທີ່ຮຽກຮ້ອງ ຕ້ອງການ,ແລະເມື່ອພຣະວິນຍານເຮັດວຽກຄວາມບາບກໍຈະກາຍເປັນຕາລັງກຽດ(ເປັນຕາ ຢ້ານ, ເປັນຕາເບື່ອໜ່າຍ)ການນໍາຄົນຜູ້ໜື່ງໃຫ້ຊັງແລະລືມມັນ” ຄືກັບທີ່ຍິງສາວຄົນໜື່ງ ເວົ້າວ່າ“ຂອຍຂີ້ດຽດຕົນເອງ” ນັ້ນແລະຄືນິຍາມທີ່ດີຂອງການສໍານຶກເລື່ອງບາບທີ່ເຄີຍ ພົບເຫັນ “ຂ້ອຍຂີ້ດຽດຕົນເອງ” ຖ້າທ່ານບໍ່ມີຢ່າງໜ້ອຍການສໍານຶກບາບແບບນັ້ນທ່ານກໍຈະ ບໍ່ມີການກັບໃຈໃໝ່ທີ່ແທ້ຈິງ, ດັ່ງນັ້ນພວກເຮົາຈະຕ້ອງອະທິຖານຂໍພຣະວິນຍານບໍລິສຸດເອົາ ການສໍານຶກຜິດບາບໃຫ້ກັບຄົນເຫຼົ່ານັ້ນທີ່ຍັງບໍ່ລອດ.

ປະການທີ່ສອງທີ່ພຣະວິນຍານບໍລິສຸດຊົງເຮັດໃນການກັບໃຈໃໝ່ກໍຄືການເຮັດໃຫ້ ພຣະຄຣິດເປັນທີ່ຮູ້ຈັກຕໍ່ບຸກຄົນໜື່ງທີ່ຢູ່ພາຍໃຕ້ການສໍານຶກຜິດ, ພຣະເຢຊູຊົງກ່າວວ່າ“ພຣະ ອົງຈະຊົງເອົາສິ່ງທີ່ເປັນຂອງເຮົາມາສໍາແດງແກ່ທ່ານທັງຫຼາຍ”(ໂຢຮັນ 16:14)ການແປສະ ໄໝເວົ້າວ່າ“ພຣະອົງຈະ...ເອົາໃນສິ່ງທີ່ເປັນຂອງເຮົາແລ້ວເຮັດໃຫ້ມັນເປັນທີ່ຮູ້ຈັກແກ່ທ່ານ” ຄົນທີ່ຫຼົງຫາຍຈະບໍ່ມີວັນຮູ້ຈັກພຣະຄຣິດເປັນການສ່ວນຕົວໄດ້ນອກຈາກວ່າພຣະວິນຍານບໍລິສຸດຈະເຮັດໃຫ້ພຣະອົງເປັນທີ່ຮູ້ຈັກ, ແຕ່ຖ້າທ່ານຍັງບໍ່ສໍານຶກເລື່ອງບາບພຣະວິນຍານບໍລິ ສຸດຈະບໍ່ເຮັດໃຫ້ພຣະຄຣິດຊົງມີແທ້ຕໍ່ທ່ານໃນຄວາມລອດ.

ດັ່ງນັ້ນເມື່ອພວກເຮົາກໍາລັງອະທິຖານຂໍພຣະວິນຍານບໍລິສຸດໃຫ້ລົງມາຢູ່ໃນຄໍາອະທິຖານ,ຫຼັກໆແລ້ວພວກເຮົາກໍາລັງຂໍໃຫ້ພຣະເຈົ້າສົ່ງພຣະວິນຍານເພື່ອ (1)ສໍານຶກຄົນບໍ່ເຊື່ອ ໃນເລື່ອງສັນດານບາບຂອງເຂົາ ແລະ(2) ພວກເຮົາຕ້ອງອະທິຖານຂໍໃຫ້ພຣະວິນຍານບໍລິ ສຸດເປີດເຜີຍພຣະຄຣິດຕໍ່ບຸກຄົນນັ້ນ,ເພື່ອທີ່ເຂົາຈະຮູ້ຈັກລິດອໍານາດຂອງພຣະໂລຫິດຂອງພຣະຄຣິດທີ່ຊໍາລະລ້າງເຂົາອອກຈາກຄວາມບາບ, ການສໍານຶກຜິດເລື່ອງບາບແລະການຊໍາ ລະໂດຍພຣະໂລຫິດຂອງພຣະຄຣິດແມ່ນສອງວຽກຫຼັກໆຂອງພຣະວິນຍານຂອງພຣະເຈົ້າ ໃນການກັບໃຈໃໝ່ແທ້ຄືກັບທີ່ໄດ້ເປີດເຜີຍໄວ້ໃນໂຢຮັນ 16: ໄບຣເອັຈເອັດເວີດກ່າວວ່າ: “ຄຣິສຕຽນບໍ່ຫຼາຍຄົນໃນປະຈຸບັນທີ່ຈະຮູ້ຈັກວ່າຈະອະທິຖານເພື່ອຫຍັງເມື່ອມັນແນະນໍາເຂົາໃຫ້ອະທິຖານເພື່ອການຟື້ນຟູ” (Brian H. Edwards, Revival, Evangelical Press, 2004 edition, p. 80).

ໜື່ງໃນເຫດຜົນທີ່ພວກເຂົາບໍ່ຮູ້ວ່າຊິອະທິຖານເພື່ອຫຍັງກໍຄືວ່າຄຣິສຕຽນສ່ວນຫຼາຍໃນປະຈຸບັນນີ້ບໍ່ເຫັນຄວາມຈໍາເປັນຂອງຄົນທີ່ຫຼົງຫາຍມາພາຍການສໍານຶກບາບແລະ ພວກ ເຂົາບໍ່ເຊື່ອໃນ“ວິກິດການການກັບໃຈໃໝ່”ຄືທີ່ກັບພວກບັນພະບຸລຸດຂອງພວກເຮົາ, ແຕ່ຂ້າ ພະເຈົ້າໄດ້ບອກພວກທ່ານແລ້ວວ່າພວກເຮົາຕ້ອງອະທິຖານຂໍພຣະວິນຍານບໍລິສຸດໃຫ້ລົງ ມາແລະໂນ້ມນ້າວຄົນຫຼົງຫາຍທີ່ກໍາລັງເຂົ້າຮ່ວມໃນຄຣິສຕະຈັກຂອງເຮົາ,ຖ້າພວກເຂົາບໍ່ມາພາຍໃຕ້ການສໍານຶກເລື່ອງບາບພວກເຂົາກໍຈະບໍ່ໄດ້ຮັບຄວາມລອດເລີຍ.

ແລະເຫດຜົນອື່ນທີ່ນັກປະກາດຂ່າວປະເສີດສ່ວນຫຼາຍບໍ່ຮູ້ຈັກວ່າຈະທິຖານຂໍຫຍັງກໍຄືວ່ານັກປະກາດຂ່າວປະເສີດສ່ວນຫຼາຍໃນປະຈຸບັນນີ້ບໍ່ເຊື່ອໃນ“ວິກິດການ”ການກັບໃຈໃໝ່ຄືກັບທີ່ພວກບັນພະບຸລຸດຂອງເຮົາເຊື່ອ, ບັນພະບຸລຸດຂອງພວກເຮົາເວົ້າວ່າບຸກຄົນໜື່ງ ພາຍໃຕ້ການສໍານຶກເປັນ“ການຕື່ນຂື້ນ”ແຕ່ຍັງບໍ່ລອດ, ບັນພະບຸລຸດຂອງເຮົາກ່າວວ່າບຸກຄົນ ທີ່ຕື່ນຂື້ນຈໍາເປັນຕ້ອງຜ່ານຄວາມເຈັບປວດແຫ່ງການຫັນຫຼັງຈາກບາບຄືກັບຜູ້ຍິງທີ່ຜ່ານ ຄວາມເຈັບປວດເພື່ອທີ່ຈະມີລູກ, ພວກບັນພະບຸລຸດຂອງເຮົາກ່າວວ່າມີພຽງຫົນທາງນີ້ເທົ່າ ນັ້ນທີ່ບຸກຄົນໜື່ງຈະສາມາດປະສົບກັບການການກັບໃຈໃໝ່ແທ້ໄດ້ (cf. the conversion of “Christian” in Pilgrim’s Progress)

ຈອນຊາມູເອວເຄແກນປະສົບກັບວິກິດການການກັບໃຈໃໝ່ຢ່າງຊັດແຈ້ງ, ການ ກັບໃຈຂອງລາວເປັນຄືກັບຂອງຈອນບັນຢັນ ບໍ່ແມ່ນຄືກັບພວກທີ່ເອີ້ນວ່າຄວາມລອດຂອງ ນັກປະກາດຂ່າວປະເສີດສະໄໝໃໝ່.

      ໃຫ້ຄວາມສໍາຄັນຕໍ່ການກັບໃຈໃໝ່ຂອງຂ້ອຍຮູ້ສຶກຄືກັບກໍາລັງຕາຍ...ຂ້ອຍບໍ່ສາມາດພົບກັບຮູບແບບສັນຕິສຸກໃດໆ...ແນ່ນອນພຣະວິນຍານບໍລິສຸດເລີ່ມທີ່ຈະໂນ້ມນ້າວຂອງເລື່ອງຄວາມບາບຂອງຂ້ອຍໃນເວລານັ້ນແຕ່ ໃຈຂອງຂ້ອຍທັງໝົດຂ້ອຍໄດ້ປະຕິເສດທຸກຄວາມຄິດທີ່ຂ້ອຍມີກ່ຽວກັບ ພຣະເຈົ້າແລະການກັບໃຈໃໝ່,ຂ້ອຍປະຕິເສດທີ່ຈະຄິດເຖິງມັນ, ແມ່ນຂ້ອຍ ບໍ່ສາມາດຢຸດຄິດເຖິງມັນໄດ້ ມັນທໍລະມານຫຼາຍ, ເຊົ້າວັນອາທິດວັນທີ 21 ມີຖຸນາ ປີ 2009 ຂ້ອຍອ່ອນເພຍແອກແລກ,ຂ້ອຍເມື່ອຍກັບມັນຫຼາຍ, ຂ້ອຍເລີ່ມທີ່ຈະຊັງຕົນເອງ, ຊັງຄວາມບາບແລະສິ່ງທີ່ມັນເຮັດໃຫ້ຂ້ອຍຮູ້ ສຶກແນວໃດ.
      ໃນຂະນະທີ່ດຣ.ໄຮເມີກໍາລັງເທດສະໜາຢູ່,ຄວາມຫຍິ່ງຂອງຂ້ອຍພະຍາຍາມຢ່າງໜັກທີ່ຈະປະຕິເສດມັນ,ບໍ່ຟັງມັນແຕ່ໃນຂະນະທີ່ລາວເທດສະໜາຢູ່ຂ້ອຍສາມາດຮູ້ສຶກແທ້ໆເຖິງຄວາມບາບທຸກຢ່າງທີ່ຢູ່ໃນໃຈຂອງຂ້ອຍ ຂ້ອຍກໍາລັງນັບເວລາຈົນຄໍາເທດສະໜາເກືອບຈົບລົງແຕ່ສິດຍາພິບານກໍ ຍັງຄົງເທດແລ້ວຄວາມບາບຂອງຂ້ອຍກໍຮ້າຍແຮງລົງແບບບໍ່ຈົບສີ້ນ,ຂ້ອຍບໍ່ສາມາດຖີບປະຕັກ,ຂ້ອຍຈະຕ້ອງລອດ! ເຖິງແມ່ນວ່າມີການເຊື້ອເຊີນ ຂ້ອຍກໍຍັງຕໍ່ຕ້ານ,ພຽງແຕ່ບໍ່ສາມາດເຮັດມັນໄດ້, ຂ້ອຍຮູ້ວ່າຂ້ອຍຊົ່ວຮ້າຍ ຫຼາຍເທົ່າທີ່ຄົນບາບຈະເປັນໄດ້ແລະພຣະເຈົ້າຊົງເປັນຜູ້ຊອບທໍາທີ່ຈະລົງ ໂທດຂ້ອຍໃນນາຮົກ, ຂ້ອຍເມື່ອຍກັບການຕໍ່ສູ້ຂ້ອຍເມື່ອຍຫຼາຍກັບທຸກສິ່ງ ທີ່ຂ້ອຍເປັນ, ສິດຍາພິບານແນະນໍາຂ້ອຍແລ້ວບອກຂ້ອຍໃຫ້ມາຫາພຣະ ຄຣິດແຕ່ຂ້ອຍກະບໍ່ມາ,ເຖິງແມ່ນວ່າບາບທຸກຢ່າງໂນ້ມນ້າວຂ້ອຍໆກໍຍັງບໍ່ ຍອມມີພຣະເຢຊູ, ຊ່ວງເວລານີ້ເປັນຊ່ວງທີ່ຮ້າຍໃນຂະນະທີ່ຂ້ອຍຮູ້ສຶກວ່າ ຖ້າຂ້ອຍຍັງບໍ່ລອດແລ້ວກໍຈະຕົກນາຮົກ, ຂ້ອຍ“ພະຍາຍາມ”ທີ່ຈະໄດ້ຮັບ ຄວາມລອດ, ຂ້ອຍກໍາລັງ“ພະຍາຍາມ”ທີ່ຈະວາງໃນໃນພຣະຄຣິດແລະ ເຮັດບໍ່ໄດ້,ຂ້ອຍບໍ່ສາມາດມອບຄວາມຢາກໃຫ້ກັບພຣະຄຣິດແລະມັນເຮັດ ໃຫ້ຂ້ອຍຮູ້ສຶກໝົດຫວັງຫຼາຍ, ຂ້ອຍຮູ້ສຶກໄດ້ວ່າບາບຂອງຂ້ອຍມັນຍູ້ຂ້ອຍ ລົງນາຮົກ,ຂ້ອນຮູ້ສຶກໄດ້ເຖິງຄວາມດື້ດຶງທີ່ບັງຄັບນໍ້າຕາຂອງຂ້ອຍ, ຂ້ອຍ ຕິດຢູ່ໃນການຕໍ່ສູ້ນີ້.
      ທັນໃດນັ້ນຄໍາເທດສະໜາທີ່ເທດໄດ້ຫຼາຍປີແລ້ວໄດ້ເຂົ້າມາໃນຄວາມ ຄິດຂອງຂ້ອຍ“ຈົ່ງຍອມຕໍ່ພຣະຄຣິດ! ຈົ່ງຍອມຕໍ່ພຣະຄຣິດ”ຄວາມຄິດທີ່ ຂ້ອຍຈະຕ້ອງຍອມແພ້ຕໍ່ພຣະຄຣິດເຮັດໃຫ້ຂ້ອຍເຈັບປວດຫຼາຍເຊິ່ງເບິ່ງຄື ວ່າຂ້ອຍຈະບໍ່ຍອມງ່າຍໆ,ພຣະເຢຊູຊົງມອບຊີວິດຂອງພຣະອົງເພື່ອຂ້ອຍ,ພຣະເຢຊູຊົງໄປຖືກຄຶງເພື່ອຂ້ອຍຕອນທີ່ຂ້ອຍເປັນສັດຕູຂອງພຣະອົງແລະຂ້ອຍກໍຍັງບໍ່ຍອມພຣະອົງ,ຄວາມຄິດນີ້ທຸບຂ້ອຍຂ້ອຍຕ້ອງປ່ອຍໃຫ້ມັນໄປ ຂ້ອຍພຽງແຕ່ບໍ່ສາມາດ, ພຣະເຢຊູຊົງມອບຊີວິດຂອງພຣະອົງເພື່ອຂ້ອຍ, ພຣະເຢຊູອົງແທ້ຍອມຖືກຄຶງເພື່ອຂ້ອຍໃນເມື່ອຂ້ອຍເປັນສັດຕູຂອງພຣະ ອົງແລະບໍ່ຍອມພຣະອົງ,ຄວາມຄິດນີ້ໄດ້ທຸບຂ້ອຍ,ຂ້ອຍຕ້ອງປ່ອຍໃຫ້ມັນ ອອກໄປ,ຂ້ອຍບໍ່ສາມາດຖືມັນໄວ້ໄດ້ອີກ,ຂ້ອຍຕ້ອງມີພຣະເຢຊູ,ໃນວິນາທີ ນັ້ນເອງຂ້ອຍໄດ້ຍອມຕໍ່ພຣະອົງແລະມາຫາພຣະອົງໂດຍຄວາມເຊື່ອ,ໃນວິນາທີນັ້ນມັນເບິ່ງຄືວ່າຂ້ອຍຕ້ອງຍອມໃຫ້ຕົນເອງຕາຍ,ແລ້ວພຣະຄຣິດຊົງ ມອບຊີວິດໃຫ້ຂ້ອຍ! ບໍ່ມີການກະທໍາຫຼືຄວາມຢາກຂອງຄວາມຄິດຂອງ ຂ້ອຍແຕ່ດ້ວຍຫົວໃຈ,ດ້ວຍການພັກຜ່ອນໃນພຣະຄຣິດ, ພຣະອົງຊົງຊ່ວຍ ຂ້ອຍ!ພຣະອົງຊົງລ້າງບາບຂອງຂ້ອຍໃນໂລຫິດຂອງພຣະອົງ! ໃນວິນາທີ ນັ້ນ,ຂ້ອຍກໍຢຸດຕໍ່ສູ້ພຣະຄຣິດ,ມັນຈະແຈ້ງຫຼາຍວ່າສິ່ງທີ່ຂ້ອຍຈະຕ້ອງເຮັດກໍຄືວາງໃຈໃນພຣະອົງ,ຂ້ອຍຈື່ໄດ້ສະເໝີເມື່ອມັນຢຸດເປັນຂ້ອຍແລ້ວເປັນພຽງພຣະຄຣິດ,ຂ້ອຍຕ້ອງຍອມ! ໃນວິນາທີນັ້ນບໍ່ມີຄວາມຮູ້ສຶກທາງດ້ານຝ່າຍ ກາຍຫຼືຕາບອດອີກ, ຂ້ອຍບໍ່ຈໍາເປັນຕ້ອງການຄວາມຮູ້ສຶກ,ຂ້ອຍມີພຣະ ຄຣິດໃນການວາງໃຈໃນພຣະອົງມັນເບິ່ງຄືວ່າຄວາມບາບຂອງຂ້ອຍມັນຖືກຍົກເອົາໄປຈາກຈິດໃຈຂອງຂ້ອຍ,ຂ້ອຍໄດ້ຫັນຫຼັງໃຫ້ກັບຄວາມບາບແລ້ວ ແນມເບີ່ງພຣະເຢຊູພຽງຜູ້ດຽວ! ພຣະເຢຊູຊົງຊ່ວຍຂ້ອຍແລ້ວ.
      ພຣະເຢຊູຈະຕ້ອງມີຄວາມຮັກຕໍ່ຂ້ອຍຊໍາໃດເພື່ອທີ່ຈະໃຫ້ອະໄພຄົນ ບາບທີ່ບໍ່ຄູ່ຄວນທີ່ສຸດຜູ້ທີ່ໃຫຍ່ມາໃນໂບດທີ່ດີແລະຍັງຫັນຫຼັງຕໍ່ສູ້ພຣະອົງ! ຄໍາເວົ້າເບິ່ງຄືສັ້ນໂພດທີ່ຈະອະທິບາຍເຖິງປະສົບການການກັບໃຈຂອງ ຂ້ອຍ ແລະ ການສະແດງອອກເຖິງຄວາມຮັກຂອງຂ້ອຍເພື່ອພຣະຄຣິດ ພຣະຄຣິດຊົງມອບຊີວິດຂອງພຣະອົງເພື່ອຂ້ອຍແລະເພາະເຫດນີ້ຂ້ອຍຈື່ງ ມອບທຸກຢ່າງແກ່ພຣະອົງ, ພຣະເຢຊູຊົງເສຍສະຫຼະບັນລັງຂອງພຣະອົງ ເພື່ອຂ້ອຍ,ເຖິງແມ່ນວ່າຂ້ອຍຖົ່ມນໍ້າລາຍໃສ່ຄຣິສຕະຈັກຂອງພຣະອົງແລະເຍາະເຍີ້ຍຄວາມລອດຂອງພຣະອົງ, ຂ້ອຍຈະສາມາດປະກາດພຽງພໍເຖິງ ຄວາມຮັກແລະຄວາມເມດຕາຂອງພຣະອົງໄດ້ແນວໃດ? ພຣະເຢຊູຊົງເອົາ ຄວາມກຽດຊັງແລະຄວາມຢາກຮ້າຍຂອງຂ້ອຍອອກໄປແລ້ວເອົາຄວາມຮັກມາໃຫ້ຂ້ອຍແທນ, ພຣະອົງໃຫ້ຂ້ອຍຫຼາຍກວ່າການເລີ່ມຕົ້ນໃໝ່-ພຣະອົງ ຊົງປະທານຊີວິດໃໝ່ໃຫ້ຂ້ອຍ.

ຂ້າພະເຈົ້າເຫັນດີກັບ ດຣ.ມາຕິນລອຍໂຈນທີ່ວ່າອັກຄະສາວົກເປົາໂລໄດ້ໃຫ້ແບບ ຢ່າງແກ່ພວກເຮົາເລື່ອງການກັບໃຈໃໝ່ແທ້ໃນສອງຂໍ້ສຸດທ້າຍຂອງໂຣມ 7, ດຣ.ລອຍໂຈນ ໄດ້ເວົ້າວ່າຂໍ້ພຣະຄໍາພີພວກນີ້ອະທິບາຍເຖິງການກັບໃຈຂອງເປົາໂລເອງ, ຂ້າພະເຈົ້າເຫັນ ດີນໍາ, ເປົາໂລໄດ້ກ່າວວ່າ:

“ໂອ ຂ້າພະເຈົ້າເປັນຄົນໜ້າສົມເພດແທ້ ໃຜຈະຊ່ວຍຂ້າພະເຈົ້າໃຫ້ພົ້ນຈາກຮ່າງກາຍແຫ່ງຄວາມຕາຍນີ້ໄດ້” (ໂລມ 7:24)

ນັ້ນຄືການກັບໃຈໃໝ່-ເມື່ອຄົນບາບເລີກເຮັດບາບແລະເບື່ອໜ່າຍກັບໃຈທີ່ບາບເຊີ່ງເຮັດໃຫ້ ເຂົາເປັນທາດ, ແຕ່ຫຼັງຈາກນັ້ນເປົາໂລກໍເວົ້າວ່າ:

“ຂ້າພະເຈົ້າຂອບຄຸນພຣະເຈົ້າ ໂດຍທາງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ”
        (ໂລມ 7:25)

ນັ້ນຄືການກັບໃຈໃໝ່ - ເມື່ອຄວາມທໍລະມານຂອງຄົນບາບຖືກເອົາໄປໂດຍພຣະເຢຊູຄຣິດ ເຈົ້າ!ມັນຢູ່ນີ້ເປັນຄັ້ງທໍາອິດທີ່ຄົນບາບຜູ້ທີ່ຖືກເຮັດໃຫ້ເຫັນວ່າເຂົາເອງເປັນທາດທີ່ໝົດຫວັງຕໍ່ບາບ, ສຸດທ້າຍຫັນມາຫາພຣະເຢຊູແລະຖືກຊໍາລະລ້າງອອກຈາກບາບໂດຍພຣະໂລຫິດ ຂອງພຣະອົງ,ໜື່ງໃນເລື່ອງເສົ້າທີ່ໃຫຍ່ທີ່ສຸດຂອງຍຸກສະໄໝຂອງເຮົາກໍຄືພວກນັກປະກາດຂ່າວປະເສີດສ່ວນຫຼາຍບໍ່ເຄີຍຍອມໃຫ້ຜູ້ໃດປະສົບກັບປະສົບການທີ່ສໍາຄັນສອງຂໍ້ນີ້, ໃນ ຄວາມເຈັບປວດຄັ້ງທໍາອິດຂອງຈິດສໍານຶກ ຫຼືອາດຈະບໍ່ແມ່ນ ນັກຕັດສິນໃຈຈະໃຫ້ພວກ ເຂົາເວົ້າຄໍາອະທິຖານຂອງຄົນບາບ, ຂ້າພະເຈົ້າເຊື່ອວ່າມັນເປັນໜື່ງໃນເຫດຜົນທີ່ສໍາຄັນທີ່ ສຸດທີ່ພວກເຮົາບໍ່ມີການຟື້ນຟູທີ່ປ່ຽນແປງໃນປະເທດອາເມລິການັບແຕ່ປີ 1859.

ດັ່ງນັ້ນນີ້ຄືສິ່ງທີ່ທ່ານຈະຕ້ອງອະທິຖານເພື່ອຫຼາຍທີ່ສຸດຖ້າທ່ານຕ້ອງການໃຫ້ຄຣິສ ຕະຈັກຂອງພວກເຮົາປະສົບກັບການຟື້ນຟູ, ອັນທີ່ໜື່ງອະທິຖານຂໍພຣະເຈົ້າໃຫ້ສົ່ງພຣະວິນ ຍານຂອງພຣະອົງມາໂນ້ມນ້າວຄົນບາບໃນເລື່ອງຄວາມບາບ, ອັນທີ່ສອງຈົ່ງອະທິຖານ ເພື່ອຂໍໃຫ້ພຣະວິນຍານຂອງພຣະເຈົ້າເປີດເຜີຍພຣະເຢຊູຕໍ່ພວກເຂົາແລ້ວຊັກນໍາເຂົາມາຫາພຣະອົງ,ເພື່ອໃຫ້ອະໄພຜ່ານທາງຄວາມຕາຍເທິງໄມ້ກາງແຂນຂອງພຣະອົງ ແລະ ຊໍາລະ ອອກຈາກຄວາມບາບຜ່ານທາງພຣະໂລຫິດອັນປະເສີດຂອງພຣະອົງ.

ອາຈານໄບຣອັນເອັຈເອັດເວີດກ່າວວ່າຄໍາອະທີຖານການຟື້ນຟູແມ່ນການສຸມໃສ່“ ຄົນທີ່ກັບໃຈໃໝ່ແລ້ວ,ຄົນທີ່ຮ້ອນຮົນ(ຕື່ນຂື້ນ)ແລະຄົນຍັງບໍ່ຕື່ນ” (Revival, Evangelical Press, 2004 edition, p. 127)ເປັນຫຍັງຄໍາອະທິຖານການຟື້ນຟູຈື່ງສຸມໃສ່“ຄົນລອດແລ້ວ” ເຊັ່ນດຽວກັບ“ຄົນທີ່ຮ້ອນຮົນ”ແລະ“ຄົນທີ່ຍັງບໍ່ຕື່ນຂື້ນ”ລະ?ເພາະຄົນທີ່ກັບໃຈແລ້ວສາມາດ ເປັນຄົນຖອຍຫຼັງໄດ້, ຢູ່ທີ່ຄຣິສຕະຈັກເຟີສແບັບຕິດຈີນການຟື້ນຟູເລີ່ມຕົ້ນຂື້ນຖ້າມກາງຜູ້ ຄົນທີ່ລອດແລ້ວຜູ້ທີ່ມີບາບໃນໃຈຂອງເຂົາ, ພວກເຂົາເລີ່ມຕົ້ນສາລະພາບບາບຂອງພວກ ເຂົາຢ່າງເປີດເຜີຍພ້ອມດ້ວຍນໍ້າຕາຕໍ່ໜ້າທຸກຄົນ, ບາງຄົນມີຄວາມຂົມຂື່ນຕໍ່ຄົນອື່ນໃນຄຣິສ ຕະຈັກ, ບາງຄົນຍອມໃຫ້ບາບລັບໆເຂົ້າມາໃນຊິວິດຂອງເຂົາ, ພວກເຂົາມີຂໍ້ອ້າງສໍາຫຼັບ ຄວາມຂອງພວກເຂົາ,ເວົ້າວ່າມັນບໍ່ມີບັນຫາຫຍັງ, ແຕ່ຂະນະທີ່ພຣະວິນຍານບໍລິສຸດສະເດັດ ລົງມາໃຈຂອງເຂົາກໍແຕກສະລາຍ,ພວກເຂົາໄດ້ຄໍານຶງວ່າເຂົາເປັນຄົນເຢັນຊ່າແລະຕາຍໃນ ການອະທິຖານ, ພວກເຂົາເຂົ້າໃຈວ່າພວກເຂົາຂົມຂື່ນແລະໃຈຮ້າຍຕໍ່ຄົນອື່ນໃນຄຣິສຕະຈັກ ຄົນອື່ນໆປະຕິເສດທີ່ຈະເຮັດບາງສິ່ງບາງຢ່າງທີ່ພວກເຂົາຮູ້ວ່າພຣະເຈົ້າຕ້ອງການໃຫ້ເຂົາ ເຮັດ.

ອາດຈະມີຄຣິສຕຽນຢູ່ໃນຄຣິສຕະຈັກຂອງເຮົາທີ່ປະຕິເສດທີ່ຈະເຊື່ອຟັງພຣະເຈົ້າ ໃນບາງສິ່ງບາງຢ່າງ,ເລື່ອງນີ້ສາມາດຂັດຂວາງການຟື້ນຟູໄດ້,ເມື່ອການຟື້ນຟູມາເຖິງວິທະ ຍາໄລອາສເບີຣີ່ລັດເຄັນທັກກີ້ໃນປີ 1970 ນັກຮຽນທີ່ກັບໃຈໃໝ່ແລ້ວເປັນຮ້ອຍໆຄົນຮູ້ ສຶກວ່າພວກເຂົາຕ້ອງສາລະພາບ...ຢ່າງເປີດເຜີຍ, ພວກເຂົາຢືນລຽນແຖວເປັນເວລາຫຼາຍ ຊົ່ວໂມງລໍຖ້າເອົາໄມໂຄໂຟນໃນການນະມັດສະການເພື່ອທີ່ພວກເຂົາຈະສາມາດສາລະ ພາບ...(ຄວາມບໍ່ເຊື່ອຟັ)ຂອງເຂົາແລະຂໍໃຫ້ອະທິຖານເພື່ອ.

ຜູ້ຊາຍທີ່ກໍາລັງນໍາກອງປະຊຸມແອສເບີຣີບໍ່ໄດ້ເທດສະໜາເລີຍ,ລາວພຽງແຕ່ກ່າວ ຄໍາພະຍານສັ້ນໆຂອງລາວແລ້ວກໍເຊີນພວກນັກສຶກສາໃຫ້ເວົ້າກ່ຽວກັບປະສົບການການກັບໃຈໃໝ່ຂອງເຂົາເຈົ້າ,ບໍ່ມີຫຍັງຜິດປົກກະຕິກ່ຽວກັບເລື່ອງນັ້ນ, ນັກສຶກສາຄົນໜື່ງກໍຕອບຮັບ ຂໍ້ສະເໜີຂອງລາວ,ຈາກນັ້ນກໍມີອີກຄົນໜື່ງໆ“ຈາກນັ້ນພວກເຂົາກໍເລີ່ມຖອກໃສ່ແທ່ນບູຊາ” ລາວເວົ້າວ່າ“ມັນເລີ່ມແຕກ”ເທື່ອລະເລັກລະນ້ອຍແບບອະທິບາຍບໍ່ໄດ້,ພວກນັກສຶກສາແລະສະມາຊິກຂະແໜ່ງຕ່າງໆຄືກັບຄົ້ນພົບຕົນເອງອະທິຖານຄ່ອຍໆ,ຮ້ອງໄຫ້,ຮ້ອງເພງ,ແນມ ຫາຄົນອື່ນທີ່ພວກເຂົາເຮັດຜິດຕໍ່ກັນແລ້ວຂໍອະໄພກັນ,ການນະມັດສະການດໍາເນີນຕໍ່ໄປເປັນເວລາແປກມື້(24ຊົ່ວໂມງຕໍ່ມື້).

ນີ້ແມ່ນສິ່ງທີ່ເກີດຂື້ນຢູ່ໃນຄຣິສຕະຈັກແບັບຕິດຊາວຈີນເຊັ່ນກັນປະມານຊ່ວງເວລາດຽວກັນກັບການຟື້ນຟູຢູ່ອາສເບີຣີ່,ມັນສືບຕໍ່ຫຼາຍຊົ່ວໂມງຂະນະທີ່ພວກຄົນໜຸ່ມຊາວຈີນສາລະພາບແລະອະທິຖານ, ສາລະພາບຢ່າງເປີດເຜີຍເປັນເລື່ອງປົກກະຕິໃນການຟື້ນຟູຊາວ ເກົາຫຼີໃນປີ 1910, ປະຈຸບັນນີ້ການສາລະພາບແບບເປີດເຜີຍໂດຍພວກຄຣິສຕຽນພ້ອມ ດ້ວຍນໍ້າຕາເປັນເລື່ອງປົກກະຕິໃນປະເທດຈີນ, ໃນການຟື້ນຟູໃຫຍ່ທີ່ກໍາລັງເກີດຂື້ນທີ່ນັ້ນ ອີແວນໂຣເບີດຮ້ອງຂື້ນວ່າ“ຂ້າແດ່ພຣະເຈົ້າໂພດງໍ້ຂ້ານ້ອຍແດ່” ໃນຂະນະທີ່ລາວຍອມຕໍ່ ພຣະເຈົ້າແລະມາເປັນຜູ້ນໍາໃນການຟື້ນຟູຊາວເວລແຫ່ງປີ 1905,ພວກທ່ານເດເປັນແນວ ໃດ? ພວກທ່ານຈະອະທິຖານຂໍພຣະເຈົ້າໃຫ້ງໍ້ທ່ານບໍ? ເຊີນຮ້ອງເພງ“ໂອພຣະເຈົ້າຂໍຊົງ ຄົ້ນເບິ່ງຂ້າພະອົງ”

“ໂອຂ້າແດ່ພຣະເຈົ້າ ຂໍຊົງຄົ້ນເບິ່ງຂ້າພະອົງ
ແລະຊົງຊາບຈິດໃຈຂອງຂ້າພະອົງ ຂໍຊົງລອງ
ຂ້າພະອົງ ແລະຊົງຊາບຄວາມຄິດຂອງຂ້າພະອົງ
ແລະທອດພຣະເນດວ່າມີທາງຊົ່ວໃດໆໃນຂ້າພະອົງຫຼືບໍ
ແລະຂໍຊົງນໍາຂ້າພະອົງໄປໃນທາງນິລັນ”
   (ເພງສັນລະເສີນ 139:23,24)

ພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນຂໍໂຜດລົງມາ
ພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນຂໍໂຜດລົງມາ
ລະລາຍຂ້າ,ທັບຂ້າ,ທຸບຂ້າ,ເບັດຂ້າ
ພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນຂໍໂຜດລົງມາ

ອັນນັ້ນສາມາດເກີດໃນຄຣິສຕະຈັກຂອງເຮົາໄດ້ຖ້າພຣະເຈົ້າຫາກສົ່ງພຣະວິນຍານຂອງ ພຣະອົງມາໃນການຟື້ນຟູ “ໂອຂ້າແດ່ພຣະເຈົ້າ ຂໍຊົງຄົ້ນເບິ່ງຂ້າ”

“ໂອຂ້າແດ່ພຣະເຈົ້າ ຂໍຊົງຄົ້ນເບິ່ງຂ້າພະອົງ
ແລະຊົງຊາບຈິດໃຈຂອງຂ້າພະອົງ ຂໍຊົງລອງ
ຂ້າພະອົງ ແລະຊົງຊາບຄວາມຄິດຂອງຂ້າພະອົງ
ແລະທອດພຣະເນດວ່າມີທາງຊົ່ວໃດໆໃນຂ້າພະອົງຫຼືບໍ
ແລະຂໍຊົງນໍາຂ້າພະອົງໄປໃນທາງນິລັນ”
   (ເພງສັນລະເສີນ 139:23,24)

ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.