Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄໍາອະທິຖານທີ່ພຣະເຈົ້າຕອບ

THE PRAYERS GOD ANSWERS
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 22/5/2016
A sermon preached at the Baptist Tabernacle of Los Angeles
Lord’s Day Evening, May 22, 2016

“ທ່ານເອລີຢາກໍເປັນມະນຸດທີ່ມີສະພາບອາລົມເຊັ່ນດຽວກັບເຮົາທັງຫລາຍ ແລະທ່ານໄດ້ອະທິຖານຢ່າງຈິງຈັງເພື່ອບໍ່ໃຫ້ຝົນຕົກ ແລະຝົນກໍບໍ່ຕົກຕ້ອງແຜ່ນດິນເປັນເວລາເຖິງສາມປີກັບຫົກເດືອນ”(ຢາໂກໂບ 5:17)


ມັນໜ້າສົນໃຈຫຼາຍທີ່ພັນທະສັນຍາເດີມບໍ່ໄດ້ເວົ້າເຖິງວ່າເອລີຢາໄດ້ອະທິຖານຕາມຄໍາອະທິຖານນີ້, ບອກເຮົາພຽງແຕ່ວ່າຜູ້ນໍານາຍຮູ້ດີວ່າພຣະເຈົ້າຈະຕອບຄໍາອະທິຖານຊື່ງບໍ່ ຖືກເອີຍເຖິງ(1ກະສັດ 17:1),ສໍາຫຼັບຂ້າພະເຈົ້າເບິ່ງຄືວ່າຄໍາອະທິຖານຂອງເອລີຢາໄດ້ຖືກ ເປີດເຜີຍພິເສດຕໍ່ຢາໂກໂບ, ແຕ່ພັນທະສັນຍາເດີມພຽງແຕ່ໃຫ້ໃນສິ່ງທີ່ຜູ້ທໍານາຍເວົ້າກັບກະ ສັດອາຫັບ, ດຣ.ແມັກກີ້ໄດ້ບົ່ງຊີ້ວ່າຜູ້ທໍານາຍແມ່ນເວົ້າຕໍ່ມະນຸດສ່ວນພວກປະໂລຫິດແມ່ນ ເວົ້າຕໍ່ພຣະເຈົ້າ, ເອລີຢາເປັນຜູ້ທໍານາຍດັ່ງນັ້ນພຣະຄໍາພີຈື່ງບອກເຮົາໃນສິ່ງທີ່ເອລີຢາເວົ້າຕໍ່ ອາຫັບ, ສິ່ງທີ່ເອລີຢາເວົ້າກັບພຣະເຈົ້າຖືກປິດບັງໄວ້ຈົນເຖິງທີ່ພຣະເຈົ້າໄດ້ເປີດເຜີຍມັນຕໍ່ ຢາໂກໂບ, ເອລີຢາເວົ້າກັບອາຫັບວ່າ:

“ພຣະເຢໂຮວາພຣະເຈົ້າຂອງອິດສະຣາເອວຜູ້ຊື່ງຂ້າພະເຈົ້າຢືນຢູ່ຕໍ່ໜ້າຊົງມີຊີວິດຢູ່ສັນໃດ ຈະບໍ່ມີນໍ້າຄ້າງຫຼືຝົນໃນປີເຫຼົ່ານີ້ຕາມຄໍາຂອງຂ້າພະເຈົ້າ” (1 ກະສັດ17:1)

ພວກເຮົາຈະບໍ່ຮູ້ຈັກຫຼາຍຢ່າງກ່ຽວກັບຄໍາອະທິຖານຂອງເອລີຢາເພື່ອຄວາມແຫ້ງແລ້ງກັບບໍ່ ໃຫ້ຝົນຕົກຖ້າຢາໂກໂບ 5:17 ບໍ່ໄດ້ປະທານແກ່ຢາໂກໂບໂດຍການດົນໃຈຂອງພຣະເຈົ້າ(2 ຕີໂມທຽວ 3:16)

ຂໍ້ພຣະຄໍາພີບອກພວກເຮົາວ່າເອລີຢາໄດ້ອະທິຖານຢ່າງ“ຢ່າງເອົາຈິງເອົາຈັງ”ເພື່ອ ຄວາມແຫ້ງແລ້ງແລະຝົນ, ຄໍາກຣີກແປຄໍາວ່າ“ຢ່າງເອົາຈິງເອົາຈັງ”ໝາຍເຖິງ“ລາວໄດ້ອະທິ ຖານພ້ອມກັບຄໍາອະທິຖານ” ໂທມັສແມນຕັນ(1620-1677)ໄດ້ກ່າວວ່າມັນໝາຍເຖິງ“ການ ເຫັນດ້ວຍລະຫວ່າງລິ້ນກັບໃຈ,ຫົວໃຈໄດ້ໃຈອະທິຖານແລະລິ້ນກໍອະທິຖານ” (Commentary on James, The Banner of Truth Trust, 1998 reprint)ຂ້າພະເຈົ້າເຊື່ອວ່າມັນໝາຍເຖິງຫຼາຍ ກວ່າການອະທິຖານດ້ວຍສຽງດັງ, ຂ້າພະເຈົ້າຄິດວ່າແມນຕັນເວົ້າຖືກວ່າມັນໝາຍເຖິງການ ເຫັນດ້ວຍລະຫວ່າງໃຈກັບຄໍາຂອງນັກອະທິຖານ,ມັນໝາຍຄວາມວ່າໃຈເອົາຈິງເອົາຈັງ, ໃຈ ປາດຖະໜາໃນສິ່ງທີ່ຄົນນັ້ນໄດ້ເວົ້າໃນຄໍາອະທິຖານຂອງຕົນ.

ເປັນເວລາຫຼາຍປີທີ່ຂ້າພະເຈົ້າໄດ້ເຫັນຄໍາຕອບທີ່ປະຫຼາດຕໍ່ຄໍາອະທິຖານ, ແຕ່ບໍ່ ແມ່ນທຸກຢ່າງທີ່ຂ້າພະເຈົ້າອະທິຖານຂໍໄດ້ຮັບຄໍາຖາມຢ່າງໄວວາ, ຄໍາຕອບຄໍາອະທິຖານທີ່ ຍິ່ງໃຫຍ່ມັກມາເຖິງເມື່ອມີຄັ້ງທໍາອິດພາລະໃຈທີ່ແຂງແກ່ນສໍາຫຼັບສິ່ງທີ່ຂ້າພະເຈົ້າກໍາລັງຂໍ ມັນເປັນບາງສິ່ງທີ່ຂ້າພະເຈົ້າບໍ່ສາມາດຢຸດຄິດກ່ຽວກັບມັນໄດ້. ພວກຄຣິສຕຽນສະໄໝເກົ່າ ເອີ້ນມັນວ່າ“ພາລະ”ບາງສິ່ງທີ່ມັນຖ່ວງເທິງທ່ານຢູ່, ບາງຢ່າງທີ່ເລິກໆແລ້ວເປັນຫ່ວງທ່ານ,ທີ່ ທ່ານເປັນຫ່ວງຫຼາຍກ່ຽວກັບສິ່ງນັ້ນ,ມັນຍັງຄົງກັບມາຫາທ່ານຢູ່, ແລະທ່ານກໍອະທິຖານເພື່ອ ມັນຈົນກວ່າຄໍາຕອບມາເຖິງ.

ພຣະຄຣິດໄດ້ໃຫ້ຄໍາອຸປະມາສອງເລື່ອງເພື່ອສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງການສືບຕໍ່ອະທິຖານສໍາຫຼັບສິ່ງຕ່າງໆທີ່ເປັນພາລະໃຈເຮົາຈົນກວ່າຄໍາຕອບຈະມາ, ອັນທໍາ ອິດຄື“ຄໍາອຸປະມາເລື່ອງເພື່ອນທີ່ສູສີ” ຄໍາວ່າສູສີໝາຍຄວາມວ່າ“ຢ່າງບໍ່ຢຸດຢັ້ງ” ”ຫຼືແມ່ນກະ ທັ່ງ“ສ້າງບັນຫາເປັນຕາລໍາຄານ”ໃນໜັງສືລູກາ 11:5-13,ຢູ່ໜ້າ 1090 ໃນພຣະທໍາສະກໍ ຟິວສຶກສາ, ຂໍເຊີນຢືນຂື້ຶ້ນແລ້ວອ່ານດັງໆ.

“ພຣະອົງຕັດແກ່ເຂົາວ່າ"ຜູ້ໃດໃນພວກທ່ານມີມິິດສະຫາຍຄົນໜຶ່ງແລະຈະໄປຫາມິິດສະຫາຍນັ້ນໃນເວລາທ່ຽງຄືນເວົ້າກັບເຂົາວ່າ`ສະຫາຍເອີຍຂໍໃຫ້ຂ້ອຍຢືມເຂົ້າຈີ່ສາມກ້ອນແດ່ ເພາະໝູ່ຂອງຂ້ອຍຄົນໜຶ່ງຫາກໍ່ເດີນທາງມາຫາຂ້ອຍແລະຂ້ອຍບໍ່ມີອັນໃດຈະໃຫ້ລາວກິນ' ຝ່າຍສະຫາຍທີ່ຢູ່ຂ້າງໃນຈະຕອບວ່າ`ຢ່າລົບກວນຂ້ອຍເລີຍ ປະຕູກໍປິດແລ້ວທັງພວກລູກກໍນອນຮ່ວມຕຽງກັບຂ້ອຍແລ້ວຂ້ອຍຈະລຸກຂຶ້ນເອົາໃຫ້ເຈົ້າບໍ່ໄດ້' ເຮົາບອກທ່ານທັງຫລາຍວ່າເຖິງແມ່ນເຂົາຈະບໍ່ລຸກຂຶ້ນເອົາໃຫ້ຄົນນັ້ນເພາະເປັນມິິດສະຫາຍກັນແຕ່ວ່າເພາະອ້ອນວອນຫລາຍເຂົ້າ ເຂົາຈຶ່ງຈະລຸກຂຶ້ນເອົາໃຫ້ຕາມທີ່ເຂົາຕ້ອງການ ເຮົາບອກທ່ານທັງຫລາຍວ່າ ຈົ່ງຂໍແລ້ວຈະໄດ້ ຈົ່ງຫາແລ້ວຈະພົບ ຈົ່ງເຄາະແລ້ວຈະເປີດໃຫ້ແກ່ທ່ານ ເພາະວ່າທຸກຄົົນທີ່ຂໍກໍຈະໄດ້ ທຸກຄົົນທີ່ສະແຫວງຫາກໍຈະພົບ ແລະ ທຸກຄົົນທີ່ເຄາະກໍຈະເປີດໃຫ້ເຂົາ ມີຜູ້ໃດໃນພວກທ່ານທີ່ເປັນພໍ່ຖ້າລູກຂໍເຂົ້າຈີ່ຈະເອົາກ້ອນຫີນໃຫ້ບໍ ຫລືຖ້າຂໍປາຈະເອົາງູໃຫ້ເຂົາແທນປາຫລື ຫລືຖ້າເຂົາຂໍໄຂ່ຈະເອົາແມງງອດໃຫ້ເຂົາຫລື ເພາະສະນັ້ນຖ້າທ່ານທັງຫລາຍເອງຜູ້ເປັນຄົນຊົ່ວຍັງຮູ້ຈັກໃຫ້ຂອງດີແກ່ລູກຂອງຕົນ ຫຼາຍກວ່ານັ້ນຈັກເທົ່າໃດພຣະບິດາຂອງທ່ານຜູ້ຊົງສະຖິດໃນສະຫວັນຈະຊົງປະທານພຣະວິນຍານບໍລິສຸດແກ່ຜູ້ທີ່ຂໍຕໍ່ພຣະອົງ” (ລູກາ 11:5-13)

ເຊີນນັ່ງລົງໄດ້.

ຄໍາອຸປະມາທັງໝົດສອນເຮົາໃຫ້ສືບຕໍ່ໃນເລື່ອງການຂໍແລະສືບຕໍ່ອະທິຖານຈົນກວ່າພວກເຮົາຈະໄດ້ຮັບໃນສິ່ງທີ່ຂໍນັ້ນ. ຂໍທີ່ເກົ້າແລະສິບເວົ້າວ່າ:

“ເຮົາບອກທ່ານທັງຫລາຍວ່າ ຈົ່ງຂໍແລ້ວຈະໄດ້ ຈົ່ງຫາແລ້ວຈະພົບ ຈົ່ງເຄາະແລ້ວຈະເປີດໃຫ້ແກ່ທ່ານ ເພາະວ່າທຸກຄົົນທີ່ຂໍກໍຈະໄດ້ ທຸກຄົົນທີ່ສະແຫວງຫາກໍຈະພົບແລະທຸກຄົົນທີ່ເຄາະກໍຈະເປີດໃຫ້ເຂົາ”(ລູກາ 11:9-10)

“ຈົ່ງຂໍ”“ສະແຫວງຫາ” ແລະ “ເຄາະ”ແມ່ນຢູ່ໃນປະໂຫຍກປະຈຸບັນໃນຂໍ້ພຣະຄໍາພີພາສາ ກຣີກ, ມັນສາມາດແປໄດ້ວ່າ“ສືບຕໍ່ຂໍ,ສືບຕໍ່ສະແຫວງຫາ,ສືບຕໍ່ເຄາະ”ຕອນນີ້ເຊີນເບິ່ງຂໍ້ 13

“ເພາະສະນັ້ນຖ້າທ່ານທັງຫລາຍເອງຜູ້ເປັນຄົນຊົ່ວຍັງຮູ້ຈັກໃຫ້ຂອງດີແກ່ ລູກຂອງຕົນ ຫຼາຍກວ່ານັ້ນເທົ່າໃດພຣະບິດາຂອງທ່ານຜູ້ຊົງສະຖິດໃນສະ ຫວັນຈະຊົງປະທານພຣະວິນຍານບໍລິສຸດແກ່ຜູ້ທີ່ຂໍຕໍ່ພຣະອົງ”

ດັ່ງນັ້ນການອະທິຖານຢ່າງບໍ່ຢຸດຢັ້ງທີ່ນີ້ຈະໄດ້ຮັບຄໍາຕອບໂດຍທີ່ພຣະເຈົ້າຈະປະທານພຣະວິນຍານບໍລິສຸດໃຫ້ກັບ“ໝູ່”ຂອງເຮົາທີ່ມີຄວາມຈໍາເປັນ, ດຣ.ຈອນອາໄຣສ໌ຖືກຕ້ອງເມື່ອ ລາວເວົ້າວ່າເລື່ອງນີ້ສາມາດປະຍຸກໃຊ້ຕໍ່ຄໍາຂໍຄຣິສຕຽນເພື່ອລິດອໍານາດຂອງພຣະວິນຍານບໍລິສຸດເພື່ອຊະນະວິນຍານ (Prayer: Asking and Receiving, pp. 212, 213).

ແຕ່ຄໍາສອນອັນດຽວກັນໄດ້ຖືກໃຫ້ໄວ້ໃນມັດທາຍ 7:7-11 ເຊັ່ນກັນ,ມັນຢູ່ໜ້າ 1003 ໃນພຣະທໍາສະກໍຟິວສຶກສາ, ເຊີນອ່ານດັງໆ.

“ຈົ່ງຂໍແລ້ວຈະໄດ້ ຈົ່ງຫາແລ້ວຈະພົບ ຈົ່ງເຄາະແລ້ວຈະເປີດໃຫ້ແກ່ທ່ານ ເພາະວ່າທຸກຄົົນທີ່ຂໍກໍໄດ້ຮັບ ຄົົນທີ່ສະແຫວງຫາກໍພົບ ແລະຄົົນທີ່ເຄາະກໍຈະເປີດໃຫ້ເຂົາ ໃນພວກທ່ານມີໃຜແດ່ທີ່ຈະເອົາກ້ອນຫີນໃຫ້ລູກ ເມື່ອເຂົາຂໍຂະໜົມປັງ ຫລືເອົາໃຫ້ງູເມື່ອລູກຂໍປາ ເຫດສະນັ້ນ ຖ້າທ່ານທັງຫລາຍເອງຜູ້ເປັນຄົນຊົ່ວ ຍັງຮູ້ຈັກໃຫ້ຂອງດີແກ່ລູກຂອງຕົນ ຫຼາຍກວ່ານັ້ນເທົ່າໃດພຣະບິດາຂອງທ່ານຜູ້ຊົງສະຖິດໃນສະຫວັນຈະປະທານສິ່ງທີ່ດີແກ່ຜູ້ທີ່ຂໍຈາກພຣະອົງ”(ມັດທາຍ 7:7-11)

ທ່ານຈະສັງເກດວ່າຂໍ້ 11 ມີຄໍາເວົ້າແຕກຕ່າງກັນ, ໃນລູກາ 11 ພຣະເຢຊູຕັດວ່າ ຫຼາຍກວ່ານັ້ນເທົ່າໃດພຣະບິດາຂອງທ່ານຜູ້ຊົງສະຖິດໃນສະຫວັນຈະຊົງປະທານພຣະວິນຍານບໍລິສຸດແກ່ຜູ້ທີ່ຂໍຕໍ່ພຣະອົງ” ແຕ່ໃນມັດທາຍ 7:11 ພຣະເຢຊູຕັດວ່າ “ຫຼາຍກວ່ານັ້ນເທົ່າໃດພຣະບິດາຂອງທ່ານຜູ້ຊົງສະຖິດໃນສະຫວັນຈະປະທານສິ່ງທີ່ດີແກ່ຜູ້ທີ່ຂໍຈາກພຣະອົງ”

ຜູ້ທໍານາຍເອລີຢາອະທິຖານເພື່ອຝົນຈະບໍ່ຕົກແລະຝົນກໍບໍ່ຕົກເປັນເວລາສາມປີເຄິ່ງ ນັ້ນແມ່ນພາລະທີ່ພຣະເຈົ້າຊົງວາງລົງໃນໃຈຂອງລາວ, ແລະເມື່ອລາວອະທິຖານພຣະເຈົ້າກໍ ຊົງຕອບໂດຍການຢຸດຢັ້ງຝົນ, ບາງເທື່ອພຣະເຈົ້າກໍຕອບແບບໄວໆ,ໃນເວລາອື່ນໆພຣະເຈົ້າ ບໍ່ໄດ້ຕອບຕອນທໍາອິດ.

ຂ້າພະເຈົ້າຈື່ໄດ້ດີຄໍ່າຄືນທີ່ພຣະເຈົ້າຕອບຄໍາອະທິຖານຂອງຕົນຢ່າງໄວວາ, ຂ້າພະ ເຈົ້າອາຍຸໄດ້ສິບສອງປີ,ຂ້າພະເຈົ້າຖືກສົ່ງໄປຢູ່ກັບປ້າແລະລຸງຊື່ງອາໄສຢູ່ຍອດເຫວເລິກໂທພັນກາ, ຂ້າພະເຈົ້າໄດ້ໄປໂຮງຮຽນເປັນເວລາສອງເດືອນທີ່ນັ້ນ-ໜື່ງໃນໂຮງຮຽນຊາວສອງ ແຫ່ງທີ່ຂ້າພະເຈົ້າຖືກສົ່ງໄປກ່ອນທີ່ຈະຮຽນຈົບມັດທະຍົມປາຍ, ນັ້ນແລະທີ່ວ່າເປັນຫຍັງຂ້າ ພະເຈົ້າຈື່ງຕົກອອກຈາກວິທະຍາໄລເທື່ອທໍາອິດທີ່ໄປຮຽນ, ເມື່ອທ່ານຍ້າຍໄປມາຊາວສອງ ເທື່ອທ່ານບໍ່ໄດ້ຮຽນຮູ້ຫຼາຍຢ່າງ, ຂ້າພະເຈົ້າຮຽນວິທີອ່ານ, ວິທີຂຽນຂຽນໂຕໜັງສືທໍາມະດາ, ຮຽນຮູ້ວິທີທີ່ຈະເພີ່ມແລະລົບ, ນັ້ນຄືທັງໝົດທີ່ຮຽນ, ແຕ່ຢູ່ເທິງເຫວເລິກໂທພັນກາຂ້າພະເຈົ້າ ໄດ້ອາໄສຢູ່ກັບລຸງແລະປ້າທີ່ເມົາຕະຫຼອດ, ຄືນໜື່ງຫຼານຂອງຂ້າພະເຈົ້າກັບໝຼ່ຂອງລາວກໍາ ລັງດື່ມ,ຄວາມຈິງແລ້ວພວກເຂົາພາກັນເມົາ, ພວກເຂົາເວົ້າວ່າມາແມ້ໂຣເບີດ,ຂື້ນລົດພວກ ເຮົາຈະຂັບລົດໄປໜ້ອຍໜື່ງຂ້າພະເຈົ້າບໍ່ຢາກໄປແຕ່ຂ້າພະເຈົ້າຫາກໍໄດ້ສິບສອງປີ, ພວກຜູ້ ໃຫຍ່ນັ້ນພາກັນຈັບຂ້າພະເຈົ້າແລ້ວໄປໄວ້ທາງຫຼັງລົດ, ເປັນລົດຟອດຂອງລຸງລຸ້ນປີ 1940 ມີແຕ່ເບາະໜ້າ,ພວກເຂົາຈັບຂ້າພະເຈົ້າຍັດໃສ່ບ່ອນແຄບໆທາງຫຼັງເບາະ,ຈາກນັ້ນພວກເຂົາກໍອອກໄປກິນເຫຼົ້າກັບວິສະກີ້,“ຂັບໜ້ອຍໜື່ງ”ປ່ຽນເປັນເຂົ້າໃນປ່າ,ເມົາໄປຕາມທາງຄົດລ້ຽວໄປຫາດຊາຍ, ຖ້າທ່ານບໍ່ເຄີຍໄປທາງນັ້ນທານກໍຈະມີຄວາມຄິດວ່າມັນຈະເປັນແນວໃດ, ທາງຄົດໄປຄົດມາຄືກັບງູ, ພວກເຂົາຄ່ອນຂ້າງເມົາແລະລູກຂອງລຸງຂ້າພະເຈົ້າກໍຂັບລົດປະ ມານຫົກສິບໄມຕໍ່ຊົ່ວໂມງລົງພູ, ປ້າຍກໍານົດໃຫ້ຂັບຂ້າພະເຈົ້າຄິດວ່າ 25 ໄມຕໍ່ຊົ່ວໂມງແຕ່ ພວກເຂົາຂັບ 60 ຫຼື 70, ຂ້າພະເຈົ້າຈະບໍ່ມີວັນລືມຕາບໃດທີ່ຍັງມີຊີວິດຢູ່,ຂ້າພະເຈົ້າຍັງ ຄົງຝັນຮ້າຍເຖິງມັນດົນໆເທື່ອໜື່ງ, ຂ້າພະເຈົ້າໄດ້ກົ້ມຫົວລົງແລ້ວອະທິຖານຄໍາອະທິຖານ ດຽວເທົ່ານັ້ນທີ່ຮູ້ຈັກໃນເວລານັ້ນ, ຂ້າພະເຈົ້າໄດ້ອະທິຖານຄໍາອະທິຖານຂອງອົງພຣະຜູ້ເປັນ ເຈົ້າຢ່າງດຽວຕອນລົງພູ-ດ້ວຍການເນັ້ນປະໂຫຍກທີ່ວ່າ“ຂໍຊົງຊ່ວຍເຮົາໃຫ້ພົ້ນຈາກສິ່ງຊົ່ວ ຮ້າຍ”ຢູ່ກ້ອງພູຂ້າພະເຈົ້າໄດ້ອອກຈາກລົດຢືນຢູ່ບ່ອນມືດດ້ວຍໂຕສັ່ນ, ຂ້າພະເຈົ້າຮູ້ວ່າຕ້ອງ ເປັນພຣະເຈົ້າທີ່ຊ່ວຍພວກເຮົາໃຫ້ພົ້ນໄພ, ມີການເກີດອຸບັດຕິເຫດທີ່ຮ້າຍແຮງຫຼາຍຢູ່ທາງ ເສັ້ນນັ້ນ, ຂ້າພະເຈົ້າເຄີຍເຫັນລົດຕົກຂອບເຫວແລ້ວລະເບີດໄຟລຸກໄໝ້ລົດນັ້ນ, ພຣະເຈົ້າ ຊົງປົກປ້ອງພວກເຮົາໃນການຕອບຄໍາອະທິຖານ,ຂ້າພະເຈົ້າຮູ້ໃນຕອນນັ້ນແລະຮູ້ໃນຕອນນີ້ຫົກສິບສາມປີຕໍ່ມາ! ມີຫຼາຍເທື່ອທີ່ພຣະເຈົ້າຕອບຄໍາອະທິຖານສັ້ນໆແບບທີ່ພຣະອົງຊົງ ຕອບໃນຄືນນັ້ນ.

ແຕ່ເທື່ອອື່ນໆພວກເຮົາຕ້ອງຖ້າ,ບາງເທື່ອເປັນເວລາດົນນານກ່ອນທີ່ຄໍາຕອບຈະມາ, ຕອນອາຍຸສິບເຈັດປີຂ້າພະເຈົ້າໄດ້ຕັດສິນທີ່ຈະບໍ່ເປັນພະເອກແລະ ເຂົ້າສູ່ງານຮັບໃຊ້ແທນ, ບໍ່ມີອາລົມເຂົ້າມາພົວພັນ,ບໍ່ມີຄວາມຮູ້ສຶກໃດໆ, ຂ້າພະເຈົ້າບໍ່ຈື່ແມ່ນກະທັ່ງໄດ້ຍິນກ່ຽວກັບ ການຖືກ“ເອີ້ນ”ໃຫ້ມາເທດ, ບາງເທື່ອບາງຄົນອາດຈະເວົ້າເຖິງແຕ່ຂ້າພະເຈົ້າບໍ່ເຄີຍໄດ້ຍິນ ມັນເລີຍ, ຍ້ອນກັບໄປໃນເວລານັ້ນເຂົາເຈົ້າມັກຈະເວົ້າກ່ຽວກັບ “ການອຸທິດ”ໃຫ້ມາເທດ, ພວກສິດຍາພິບານໄດ້ລົມກັນກ່ຽວກັບການພົບຜ່ານບັນຫາໃຫຍ່ແລະສຸດທ້າຍກໍ“ອຸທິດຕົນ” ເພື່ອເປັນສິດຍາພິບານ, ເອີຂ້າພະເຈົ້າບໍ່ໄດ້ຜ່ານບັນຫາຫຍັງເລີຍ, ຂ້າພະເຈົ້າພຽງແຕ່ຄິດ ວ່າການສະແດງເປັນເລື່ອງໂງ່ແລະບໍ່ມີຄ່າ,ກໍເລີຍອຸທິດຊີວິດເພື່ອເທດບໍ່ວ່າມັນຈະແມ່ນຫຍັງ ກໍຕາມ! ຂ້າພະເຈົ້າຍອມຈໍານົນຕໍ່ນໍ້າພຣະໄທຂອງພຣະເຈົ້າ, ນັ້ນແລະທີ່ໄດ້ນໍາຂ້າພະເຈົ້າ ໄປຄຣິສຕະຈັກຄົນຈີນເພື່ອເປັນມິດຊັນນາຣີ,ຂ້າພະເຈົ້າໄດ້ອ່ານເຖິງຊີວິດຂອງເຈມສ໌ຮັດສັນ ເທເລີມິດຊັນນາຣີຜູ້ບຸກເບີກປະເທດຈີນ, ແລະຂ້າພະເຈົ້າຮູ້ວ່າລາວເປັນແບບທີ່ຍິ່ງໃຫຍ່ສໍາ ຫຼັບຂ້າພະເຈົ້າທີ່ຈະຕິດຕາມ.

ດັ່ງນັ້ນຂ້າພະເຈົ້າຈື່ງໄປຄຣິສຕະຈັກຄົນຈີນແລະຖີ້ມຕົນເອງສູ່ການນະມັດສະການ ທຸກປະເພດທີ່ຕົນສະດວກ, ຂ້າພະເຈົ້າເຮັດແມ່ນກະທັ່ງຜູ້ດູແລສວນແລະດູແລອາຄານຂອງ ຄຣິສຕະຈັກ,ອະນາໄມພື້ນ,ຈັດໂຕະຕັ້ງ,ທຸກສິ່ງທີ່ເຮັດໄດ້ເພື່ອຮັບໃຊ້ພຣະເຈົ້າ, ໃນເວລານັ້ນ ຂ້າພະເຈົ້າໄດ້ຊື້ສໍາເນົາໜັງສືປົກອ່ອນທີ່ກັອບປີ້ຈາກໜັງສືຂອງຈອນເວສລີທີ່ຕີພິມໂດຍມູດີ ຂ້າພະເຈົ້າອ່ານໄປມາເກືອບສໍ່າກັບວ່າມັນຄືພຣະຄໍາພີ, ຂ້າພະເຈົ້າບໍ່ເຂົ້າໃຈມັນໃນເວລາ ນັ້ນແຕ່ມັນໄດ້ໃຫ້ພາບຂອງສິ່ງທີ່ເກີດຂື້ນໃນຊ່ວງການຟື້ນຕື່ນຂື້ນຄັ້ງທີ່ໜື່ງ, ບັນທຶກຂອງ ເວສລີເຮັດໃຫ້ຂ້າພະເຈົ້າສົນໃຈຫຼາຍໃນເລື່ອງການຟື້ນຟູ, ຂ້າພະເຈົ້າຍັງໜຸ່ມໂພດແລະບໍ່ມີ ປະສົບການທີ່ຈະຮູ້ຈັກວິທີການຟື້ນຟູທີ່ຫາຍາກໃນຕົ້ນປີ 1960, ຂ້າພະເຈົ້າເປັນຄົນໄຮ້ດຽງ ສາ,ໃຈງ່າຍພໍທີ່ຈະຄິດວ່າຕົນເອງສາມາດອະທິຖານຂໍການຟື້ນຟູແລະມັນກໍຈະເກີດຂື້ນ, ດັ່ງ ນັ້ນຂ້າພະເຈົ້າຈື່ງອະທິຖານຂໍການຟື້ນຟູໃຫ້ມາສູ່ຄຣິສຕະຈັກຄົນຈີນ, ຂ້າພະເຈົ້າອະທິຖານ ເພື່ອເລື່ອງນີ້ທຸກມື້, ຂ້າພະເຈົ້າອະທິຖານເພື່ອມັນສຽງດັງໃນທຸກການນະມັດສະການອະທິ ຖານ,ຕອນທີ່ຂ້າພະເຈົ້າຖືກຂໍໃຫ້ອະທິຖານສໍາຫຼັບອາຫານຢູ່ໃນໂບດຄໍາອະທິຖານທັງໝົດກໍ ເພື່ອໃຫ້ພຣະເຈົ້າສົ່ງການຟື້ນຟູມາ, ມັນຄືສິ່ງຫຼັກໆທີ່ຂ້າພະເຈົ້າຂໍຕະຫຼອດທັງປີ 1960, ຂ້າພະເຈົ້າບໍ່ຕົກໃຈຫຼາຍເມື່ອການຟື້ນຟູມາເຖິງ,ເລີ່ມຕົ້ນທັນທີຢູ່ໃນຄ້າຍລະດູແລ້ງໃນທ້າຍປີ 1960, ຂ້າພະເຈົ້າຮູ້ດີວ່າມັນຈະຕ້ອງເກີດຂື້ນເພາະຄວາມເຊື່ອທີ່ໄຮ້ດຽງສາທີ່ຂ້າພະເຈົ້າໄດ້ ອະທິຖານຂໍ, ສອງສາມປີກ່ອນທີ່ລາວຈະຕາຍດຣ.ເມີຟີລໍາໄດ້ເຕືອນສະຕິຂ້າພະເຈົ້າເຖິງຄໍາ ອະທິຖານເຫຼົ່ານັ້ນ, ລາວບອກວ່າ “ບັອບເຈົ້າອະທິຖານເພື່ອການຟື້ນຟູຕະຫຼອດ,ເຖິງແມ່ນບໍ່ ມີໃຜເຮັດກໍຕາມ” ຈາກນັ້ນລາວກໍເວົ້າວ່າ “ບັອບຂ້ອຍເຊື່ອວ່າການຟື້ນຟູເກີດຂື້ນເພາະເຈົ້າ ຍັງສືບຕໍ່ອະທິຖານເພື່ອມັນ” ແຕ່ໃນເວລາທີ່ລາວບອກຂ້າພະເຈົ້າເກືອບລືມມັນໄປແລ້ວ.

ການຟື້ນຟູຢູ່ຄຣິສຕະຈັກຄົນຈີນໄດ້ກາຍມາເປັນພາລະຢູ່ໃນໃຈຂອງຂ້າພະເຈົ້າ,ຂ້າພະເຈົ້າເຊື່ອວ່າພຣະເຈົ້າໄດ້ເອົາພາລະໃຈນັ້ນວາງລົງທີ່ຕົນ, ຂ້າພະເຈົ້າບໍ່ສາມາດຢຸດຄິດ ເຖິງມັນໄດ້, ແລະຂ້າພະເຈົ້າໄດ້ອະທິຖານເພື່ອມັນຈົນພຣະເຈົ້າຕອບ, ພວກຄຣິສຕຽນສະ ໄໝເກົ່າເອີ້ນມັນວ່າ“ການອະທິຖານຕະຫຼອດ”ມັນຄືການຮີບເລັ່ງ, ການອະທິຖານຢ່າງບໍ່ຢຸດ ຢັ້ງ-ຈົນກວ່າພຣະເຈົ້າຈະຕອບແລະທ່ານໄດ້ຮັບໃນສິ່ງທີ່ທ່ານຂໍ! ພຣະເຢຊູຕັດວ່າ:

“ເຫດສະນັ້ນ ຖ້າທ່ານທັງຫລາຍເອງຜູ້ເປັນຄົນຊົ່ວ ຍັງຮູ້ຈັກໃຫ້ຂອງດີແກ່ລູກຂອງຕົນ ຫຼາຍກວ່ານັ້ນເທົ່າໃດພຣະບິດາຂອງທ່ານຜູ້ຊົງສະຖິດໃນສະ ຫວັນຈະປະທານຂອງດີແກ່ຜູ້ທີ່ຂໍຈາກພຣະອົງ”(ມັດທາຍ 7:11)

ພຣະເຢຊູຕັດວ່າ:

“ເຮົາບອກທ່ານທັງຫລາຍວ່າຈົ່ງຂໍແລ້ວຈະໄດ້ ຈົ່ງຫາແລ້ວຈະພົບ ຈົ່ງເຄາະແລ້ວຈະເປີດໃຫ້ແກ່ທ່ານ ເພາະວ່າທຸກຄົົນທີ່ຂໍກໍຈະໄດ້ທຸກຄົົນທີ່ສະແຫວງຫາກໍຈະພົບແລະທຸກຄົົນທີ່ເຄາະກໍຈະເປີດໃຫ້ເຂົາ”(ລູກາ 11:9-10)

“ຈົ່ງຂໍ”“ສະແຫວງຫາ” ແລະ “ເຄາະ”ແມ່ນປະໂຫຍກປະຈຸບັນໃນພາສາກຣີກ,ຊື່ງໝາຍເຖິງ “ສືບຕໍ່ຂໍ,ສືບຕໍ່ສະແຫວງຫາ,ສືບຕໍ່ເຄາະ” ດຣ.ຈອນອາໄຣສ໌ໄດ້ກ່າວວ່າ“ລູກຂອງພຣະເຈົ້າມີ ສິດທີ່ຈະ...ຮ້ອງຂໍຢ່າງບໍ່ຢຸດຢັ້ງ,ຢ້ຳແລ້ວຢ້ຳອີກເຖິງພຣະສັນຍາຂອງພຣະເຈົ້າ ແລະ ປະຕິ ເສດທີ່ຈະເອົາການປະຕິເສດຈົນກວ່າທີ່ຄວາມຈໍາເປັນ...ໄດ້ຮັບຈາກພຣະເຈົ້າ, ໂອຂໍໃຫ້ຄົນ ຂອງພຣະເຈົ້າໄດ້ຮັບການໜຸນໃຈທີ່ຈະອະທິຖານ,ອະທິຖານ,ອະທິຖານ - ຂໍໃຫ້ເຂົາໄດ້ຮັບ ການໜຸນໃຈທີ່ຈະອະທິຖານຕະຫຼອດ!

ຮັກສາການອະທິຖານ
ຈົນທ່ານອະທິຖານຕະຫຼອດ
ຮັກສາການອະທິຖານ
ຈົນທ່ານອະທິຖານຕະຫຼອດ
ພຣະສັນຍາອັນຍິ່ງໃຫຍ່ຂອງພຣະເຈົ້າ
ເປັນຈິງສະເໝີ
ຮັກສາການອະທິຖານ
ຈົນທ່ານອະທິຖານຕະຫຼອດ

(John R. Rice, D.D., Prayer: Asking and Receiving, Sword of the Lord Publishers, 1970, pp. 213, 214).

ດຣ.ອາເອທໍຣີ່ ໃນໜັງສືອັນຍິ່ງໃຫຍ່ຂອງລາວທີ່ຊື່ວ່າວິທີອະທິຖານກໍໄດ້ເວົ້າແບບ ດຽວກັນ, ດຣ.ທໍຣີ່ໄດ້ກ່າວວ່າ:

     ພຣະເຈົ້າບໍ່ໄດ້ໃຫ້ສິ່ງຕ່າງໆແກ່ເຮົາໃນຄວາມພະຍາຍາມທໍາອິດຂອງ ເຮົາ,ພຣະອົງຕ້ອງການອົບຮົມເຮົາແລະ ເຮັດໃຫ້ເຮົາເຂັ້ມແຂງໂດຍບັງຄັບ ເຮົາໃຫ້ເຮັດວຽກໜັກເພື່ອສິ່ງທີ່ດີທີ່ສຸດ...ພຣະອົງບໍ່ໄດ້ໃຫ້ເຮົາໃນສີ່ງທີ່ພວກເຮົາຂໍໃນຄໍາອະທິຖານໃນການຕອບຕໍ່ຄໍາອະທິຖານທໍາອິດ, ພຣະອົງຕ້ອງ ການອົບຮົມເຮົາແລະ ເຮັດໃຫ້ເຮົາເປັນນັກອະທິຖານທີ່ເຂັ້ມແຂງໂດຍການ ບັງຄັບເຮົາໃຫ້ອະທິຖານໜັກເພື່ອສິ່ງທີ່ດີທີ່ສຸດ, ພຣະອົງເຮັດໃຫ້ເຮົາອະທິ ຖານຕະຫຼອດ.
     ຂ້າພະເຈົ້າດີໃຈທີ່ເປັນແບບນີ້, ບໍ່ມີການອົບຮົມທີ່ເປັນພຣະພອນໃນຄໍາ ອະທິຖານຫຼາຍກວ່າຊື່ງມາຜ່ານທາງການຖືກບັງຄັບໃຫ້ຂໍແລ້ວຂໍອີກ, ເປັນ ຊ່ວງເວລາດົນນານກ່ອນທີ່ຈະໄດ້ຮັບໃນສິ່ງທີ່ພວກເຮົາສະແຫວງຫາຈາກ ພຣະເຈົ້າ. ຫຼາຍຄົນເອີ້ນມັນວ່າການຍອມຈໍານົນຕໍ່ນໍ້າພຣະໄທຂອງພຣະ ເຈົ້າເມື່ອພຣະເຈົ້າບໍ່ຍອມຮັບເຂົາໃນການຮ້ອງຂໍຄັ້ງທີ່ໜື່ງ ຫຼືສອງຂອງເຂົາ, ພວກເຂົາເວົ້າວ່າ“ບາງເທື່ອມັນບໍ່ແມ່ນນໍ້າພຣະໄທຂອງພຣະເຈົ້າ”
     ຄືກັບກົດອັນໜື່ງ, ອັນນີ້ບໍ່ແມ່ນການຍອມຈໍານົນແຕ່ເປັນຄວາມຂີ້ຄ້ານ ຝ່າຍວິນຍານ...ເມື່ອຜູ້ຊາຍທີ່ເຂັ້ມແຂງຫຼືຜູ້ຍິງແຫ່ງການກະທໍາເລີ່ມຕົ້ນທີ່ຈະເຮັດສໍາເລັດສິ່ງໜື່ງແລະເຮັດບໍ່ສໍາເລັດຕອນທໍາອິດ ຫຼືເທື່ອທີ່ສອງ ຫຼືເປັນ ຮ້ອຍເທື່ອ, ແຕ່ທ້າວຫຼືນາງຍັງຮັກສາການທຸບໄປຈົນກວ່າມັນສໍາເລັດ, ນັກ ອະທິຖານທີ່ເຂັ້ມແຂງສືບຕໍ່ອະທິຖານຈົນເຂົາອະທິຖານຕະຫຼອດ ແລະ ໄດ້ ຮັບໃນສິ່ງທີ່ເຂົາສະແຫວງຫາ... ເມື່ອພວກເຮົາເລີ່ມອະທິຖານເພື່ອສິ່ງໜື່ງ, ພວກເຮົາບໍ່ຄວນລົ້ມເລີກອະທິຖານເພື່ອມັນຈົນກວ່າທີ່ເຮົາຈະໄດ້ຮັບມັນ (R. A. Torrey, D.D., How to Pray, Whitaker House, 1983, pp. 50, 51).

ແຕ່ຍັງມີອີກດ້ານໜື່ງສໍາຫຼັບເລື່ອງນີ້, ຄໍາອະທິຖານຂອງທ່ານຈະບໍ່ຖືກຕອບຖ້າໃຈ ຂອງທ່ານບໍ່ຖືກຕ້ອງກັບພຣະເຈົ້າ, ຂ້າພະເຈົ້າໄດ້ພາຄອບຄົວຂອງຕົນໄປທ່ຽວໃນແຄນຄັນ ປະເທດແມັກຊິໂກຕອນຕົ້ນເດືອນມັງກອນ, ມື້ໜື່ງໃນຂະນະທີ່ພວກເຂົາອອກໄປເບິ່ງຊາກ ຕຶກພັງຂອງເຜົ່າມາຢັນຂ້າພະເຈົ້າກໍຢູ່ຄົນດຽວ, ຂ້າພະເຈົ້າໄດ້ອ່ານໜັງສືກ່ຽວກັບການຟື້ນຟູ ຢູ່ເທິງເກາະລູອິສແຕ່ປີ 1949-1952, ຂ້າພະເຈົ້າກໍອະທິຖານແລະແຕ່ງບົດເທດ,ເມື່ອພວກ ເຮົາກັບມາຂ້າພະເຈົ້າກໍໄດ້ປະກາດວ່າເຮົາຈະຈັດການປະຊຸມປະກາດຂ່າວປະເສີດທຸກຄືນ, ຄືກັບທີ່ທ່ານຮູ້ແລ້ວວ່າພຣະເຈົ້າຊົງຢູ່ໃນນັ້ນ, ມັນເລີ່ມຂື້ນກັບການທີ່ດຣ.ເຄແກນນໍາແມ່ທີ່ອາ ຍຸ 89 ຂອງເພີ່ນຮັບເຊື່ອ, ເປັນເລື່ອງອັດສະຈັນແທ້ເພາະເພີ່ນເປັນຄົນບໍ່ເຊື່ອເລື່ອງພຣະ ເຈົ້າທີ່ແຂ້ງກະດ້າງເປັນເວລາຫຼາຍປີ, ຕໍ່ມາເມຍເຖົ້າຂອງດຣ.ເຄແກນກໍຫວັງວ່າເພີ່ນໄດ້ກັບ ໃຈແລ້ວ-ຕອນອາຍຸ 86 ປີ, ພວກເຮົາຮູ້ໂດຍສະຖິຕິວ່າການກັບໃຈໃໝ່ເກືອບບໍ່ເຄີຍເກີດ ຂື້ນກັບຜູ້ຄົນທີ່ມີອາຍຸເກີນເຈັດສິບປີ, ທີ່ນີ່ໃນສອງສາມມື້ມີຜູ້ຍິງສອງຄົນອາຍຸແປດສິບປາຍ ໄດ້ຮັບຄວາມລອດ, ແປກປະຫຼາດແທ້! ຈາກນັ້ນເທື່ອລະໜື່ງໆຄົນໜຸ່ມ 11 ຄົນກໍຫວັງວ່າ ໄດ້ຮັບຄວາມລອດແລ້ວ,ຈາກນັ້ນສອງສາມມື້ຕໍ່ມາກໍມີອີກຄົນໜື່ງທີ່ຫວັງວ່າກັບໃຈໃໝ່ແລ້ວ, ສິບສີ່ຄົນໄດ້ຮັບຄວາມລອດພາຍໃນບໍ່ເທົ່າໃດມື້.

ແຕ່ຕໍ່ມາຂ້າພະເຈົ້າໄດ້ອ່ານໂລມ 12:1 ແລະ 2 ປະຍຸກໃຊ້ກັບຄົນທີ່ໄດ້ຮັບຄວາມ ລອດຢູ່ໃນຄຣິສຕະຈັກຫຼາຍປີກ່ອນວ່າ:

“ພີ່ນ້ອງທັງຫລາຍ ດ້ວຍເຫດນີ້ໂດຍເຫັນແກ່ຄວາມເມດຕາກະລຸນາຂອງພຣະເຈົ້າ ຂ້າພະເຈົ້າຈຶ່ງອ້ອນວອນທ່ານທັງຫລາຍໃຫ້ຖະວາຍຕົວຂອງທ່ານແດ່ພຣະອົງ ເພື່ອເປັນເຄື່ອງບູຊາທີ່ມີຊີວິດ ອັນບໍລິສຸດ ແລະເປັນທີ່ພໍພຣະໄທພຣະເຈົ້າ ຊຶ່ງເປັນການບົວລະບັດອັນສົມຄວນຂອງທ່ານທັງຫລາຍ ຢ່າເຮັດຕາມຢ່າງຊາວໂລກນີ້ ແຕ່ຈົ່ງຮັບການປ່ຽນແປງຈິດໃຈເສຍໃໝ່ ເພື່ອທ່ານຈະໄດ້ຮູ້ພຣະປະສົງຂອງພຣະເຈົ້າວ່າອັນໃດດີ ອັນໃດເປັນທີ່ພໍພຣະໄທ ແລະອັນໃດດີເລີດ”(ໂລມ 12:1-2)

ເມື່ອທ່ານໄດ້ຟັງເທດສະໜາດາບໃດທີ່ຂ້າພະເຈົ້າໃຫ້ທ່ານຮຽນຮູ້ທີ່ຈະຮູ້ສຶກຕອບສະ ໜອງທີ່ປະຊຸມນຸມ,ສິ່ງທີ່ຂ້າພະເຈົ້າຮູ້ສຶກມັນບໍ່ໄດ້ດີ, ຂ້າພະເຈົ້າເຫັນຄົນໜຸ່ມກໍາຄາງຂອງ ເຂົາແໜ້ນແລ້ວແນມລົງພື້ນ, ຂ້າພະເຈົ້າສໍາພັດໄດ້ເຖິງການຕໍ່ຕ້ານແລະການບໍ່ນັບຖືພຣະ ຄຣິດຢ່າງເລິກເຊິ່ງ,ເໝືອນກັບວ່າເຂົາຈະບໍ່ມີມື້ຍອມຕໍ່ພຣະອົງ.ມັນເຮັດໃຫ້ຂ້າພະເຈົ້າຕົກໃຈ, ມັນຮູ້ສຶກສໍ່າກັບວ່າພວກເຂົາຈໍາເປັນຕ້ອງກັບໃຈໃໝ່ອີກຄັ້ງໜື່ງ, ນັ້ນຄືກໍລະນີເມື່ອຜູ້ຄົນປ່ອຍ ໃຫ້ສິ່ງຕ່າງຂອງໂລກນີ້ມາແທນທີ່ຂອງພຣະຄຣິດໃນໃຈຂອງເຂົາ, ໃຈຂອງເຂົາກໍກາຍເປັນ ເກືອບແຂງຄືກັບທີ່ມັນເຄີຍເປັນກ່ອນການກັບໃຈໃໝ່, ໃຈຈະຕ້ອງຖືກທຸບອີກເທື່ອໜື່ງແລະ ຍອມໃຫ້ພຣະຄຣິດໃໝ່.

ການກະບົດຄອບຄອງຢູ່ໃນໃຈຂອງຄົນເຫຼົ່ານັ້ນທີ່ປະຕິເສດທີ່ຈະຍອມມອບໃຫ້ກັບ ພຣະຄຣິດຊ້ຳ, ພຣະອົງຕັດວ່າຈົ່ງຮັບແບກກາງແຂນຂອງທ່ານ“ທຸກວັນແລະຕາມເຮົາມາ” ຈະຕ້ອງຍອມຕໍ່ພຣະຄຣິດ“ທຸກວັນ” ຫຼືໃຈຂອງເຮົາຈະເຢັນຊ່າລົງແລະດື້ດຶງ, ມັນຜິດທີ່ຈະ ຄິດວ່າ“ຂ້ອຍລອດແລ້ວຕອນນີ້,ຂ້ອຍບໍ່ຈໍາເປັນຕ້ອງຍອມມອບຊີວິດຂອງຂ້ອຍໃຫ້ພຣະຄຣິດ”ມັນແຕກຕ່າງຈາກສິ່ງອັກຄະສາວົກເປົາໂລກ່າວວ່າ“ຈົ່ງຖະວາຍໂຕຂອງທ່ານແດ່ພຣະອົງ ເພື່ອເປັນເຄື່ອງບູຊາທີ່ມີຊີວິດຊຶ່ງເປັນການບົວລະບັດອັນສົມຄວນຂອງທ່ານທັງຫລາຍ ຢ່າເຮັດຕາມຢ່າງຊາວໂລກນີ້ ແຕ່ຈົ່ງຮັບການປ່ຽນແປງຈິດໃຈເສຍໃໝ່ ເພື່ອທ່ານຈະໄດ້ຮູ້ພຣະປະສົງຂອງພຣະເຈົ້າວ່າອັນໃດດີ ອັນໃດເປັນທີ່ພໍພຣະໄທ ແລະອັນໃດດີເລີດ”(ໂລມ 12:1,2) ທີ່ຈະຮູ້ຈັກນໍ້າພຣະໄທຂອງພຣະເຈົ້າທ່ານຈະຕ້ອງມອບໂຕຂອງທ່ານໃນຖານະ ເຄື່ອງບູຊາທີ່ມີຊີວິດຕໍ່ພຣະອົງແລະຢ່າເຮັດຕາມແບບໂລກ.

ໃຈທີ່ບໍ່ຍອມເປັນ“ເຄື່ອງບູຊາທີ່ມີຊີວິດ”ຕໍ່ພຣະຄຣິດຈະເປັນໃຈທີ່ແບ່ງແຍກ, ພຣະ ຄໍາພີກ່າວວ່າ“ຜູ້ນັ້ນຈົ່ງຢ່າຄິດວ່າຈະໄດ້ຮັບສິ່ງໃດຈາກອົງພຣະຜູ້ເປັນເຈົ້າເລີຍ” (ຢາໂກໂບ 1:7), ພຣະເຢຊູຕັດວ່າ“ຖ້າຜູ້ໃດຢາກຕາມເຮົາມາ ໃຫ້ຜູ້ນັ້ນປະຕິເສດຕົນເອງແລະຮັບກາງ ແຂນຂອງຕົນແບກທຸກວັນແລະຕາມເຮົາມາ”(ລູກາ 9:23),ພຣະເຢຊູກໍາລັງເອີ້ນທ່ານໃຫ້ປະ ຕິເສດຕົນເອງ, ພຣະອົງຊົງເອີ້ນທ່ານໃຫ້ຕາມພຣະອົງ, ໂອມີຫຼາຍເທື່ອໃນຊີວິດທີ່ຂ້າພະ ເຈົ້າສູນເສຍຄວາມຍິນດີເລື່ອງຄວາມລອດຂອງຕົນເພາະຂ້າພະເຈົ້າບໍ່ຢາກທີ່ປະຕິເສດຕົນ ເອງແລະຕິດຕາມພຣະອົງ! ແຕ່ໂອຄວາມຊົມຊື່ນຍິນດີແຫ່ງອົງພຣະຜູ້ເປັນເຈົ້າໄດ້ກັບຄືນມາ ຫຼາຍເທື່ອໃນຂະນະທີ່ຂ້າພະເຈົ້າໄດ້ມອບຕົນເອງເປັນເຄື່ອງບູຊາທີ່ມີຊີວິດຕໍ່ພຣະເຢຊູ! ຂ້າ ພະເຈົ້າຂໍອະທິຖານໃນຄືນນີ້ວ່າທ່ານຈະເຮັດແບບນັ້ນເຊັ່ນກັນ, ຂ້າພະເຈົ້າມັກເພງທີ່ກຣິຟ ຟິດຮ້ອງເກືອບຕະຫຼອດທັງຊີວິດຂອງຕົນ, ໃນຖານະເປັນຄົນໂດດດ່ຽວ,ໄວລຸ້ນທີ່ສັບສົນ,ນໍ້າ ຕາໄຫຼລົງຈາກຕາຂອງຂ້າພະເຈົ້າເມື່ອໃດກໍຕາມທີ່ຂ້າພະເຈົ້າຮ້ອງເພງນັ້ນ.

ຂ້າເປັນໜີ້ພຣະຄຸນພຣະເຢຊູ
ທຸກໆວັນຖືກຈໍາກັດໃຫ້ເປັນ
ຂໍໃຫ້ຄວາມດີຂອງພຣະອົງນີ້
ຄືກັບໂສ້ດຶງດວງໃຈຂ້າແດ່ພຣະອົງ
ຂໍຊົງເອັນດູຂ້າໂຜດເອັນດູຂ້າ
ຂໍຊົງເອັນດູແດ່ພຣະເຈົ້າທີ່ຂ້າຮັກ
ໃຈຂ້າຢູ່ນີ້ໂຜດເອົາໄປເຖີດ
ຈໍາກາໃສ່ມັນເພື່ອພຣະອົງ
(“Come, Thou Fount” by Robert Robinson, 1735-1790).

ມີບາງຄົນບໍໃນຄືນນີ້ທີ່ຮູ້ວ່າທ່ານຄວນປະຕິເສດຕົນເອງອີກ-ແລະຮັບເອົາກາງແຂນ ຂອງຕົນແບກແລະຕາມພຣະເຢຊູໃໝ່? ມີໃຜບໍທີ່ຄວນ“ຍອມມອບຮ່າງກາຍຂອງທ່ານ”ໃນ ຖານະ“ເຄື່ອງບູຊາທີ່ມີຊີວິດ”ແດ່ພຣະເຈົ້າ? ຖ້າພຣະເຈົ້າກໍາລັງຕັດກັບທ່ານແບບນັ້ນ,ອີກຈັກ ໜ້ອຍຂ້າພະເຈົ້າກໍາລັງຈະຂໍໃຫ້ທ່ານອອກຈາກຕັ່ງຂອງທ່ານແລ້ວຄຸເຂົ່າລົງທາງໜ້າຫ້ອງ ໂຖງນີ້, ຂໍເຊີນມາແລ້ວອຸທິດຊີວິດຂອງທ່ານໃໝ່ໃນຖານະເຄື່ອງບູຊາທີ່ມີຊີວິດຕໍ່ພຣະເຢຊູຜູ້ ຊົງຕາຍເທິງໄມ້ກາງແຂນເພື່ອຊ່ວຍທ່ານໃຫ້ພົ້ນ, ເຊີນມາຂ້າງໜ້ານີ້ແລ້ວມອບຫົວໃຈຂອງ ທ່ານແລະຊີວິດຂອງທ່ານແກ່ພຣະເຢຊູໃໝ່ແລະຮື້ຟື້ນຂື້ນໃໝ່, ເຊີນມາແລ້ວສາລະພາບຕໍ່ ພຣະອົງທຸກການກະບົດແລະຄວາມບາບທີ່ຢູ່ໃນໃຈແລະຊີວິດຂອງທ່ານ, ເຊີນມາແລ້ວຂໍໃຫ້ ພຣະເຢຊູອະໄພທ່ານແລະສ້າງການເຊື່ອຟັງຂອງທ່ານຕໍ່ພຣະອົງຄືນໃໝ່, ໃນຂະນະທີ່ພວກ ເຮົາຢືນຂື້ນພ້ອມກັນຂໍເຊີນທ່ານມາຄຸເຂົ່າທີ່ນີ້ແລ້ວອະທິຖານ,ໃນຂະນະທີ່ທ້າວກຣິຟຟິດຮ້ອງເພງນັ້ນດ້ວຍສຽງອ່ອນຫວານ,ຂໍເຊີນມາ.

ຂໍພຣະພອນຈາກເບື້ອງເທິງລົງມາ
ໃຫ້ໃຈຂ້າຮ້ອງພຣະຄຸນພຣະອົງ
ກະແສແຫ່ງພຣະຄຸນບໍ່ເຄີຍຢຸດ
ເອີ້ນໃຫ້ຮ້ອງສັນລະເສີນສຽງດັງ
ໂຜດສອນຂ້າເຖິງທໍານອງເພງມ່ວນ
ຮ້ອງໂດຍລີ້ນແປວໄຟຂ້າງເທິງ
ປາກຂໍສັນລະເສີນ ຂ້າຂໍສັນລະເສີນ
ປາດແຫ່ງການຊົງໄຖ່ຂອງພຣະອົງ

ນີ້ຂ້າລ້ຽງເອເບນເນເຊີຂອງຂ້າ
ບ່ອນນີ້ໂດຍການຊ່ວຍເຫຼືອຂ້າຈື່ງມາໄດ້
ຂ້າຫວັງວ່າໂດຍຄວາມພໍໃຈພຣະອົງ
ເຖິງບ້ານຢ່າງປອດໄພ
ພຣະເຢຊູຊົງຕິດຕາມຫາຂ້າ
ເມື່ອຫຼົງຈາກທາງຂອງພຣະເຈົ້າ
ພຣະອົງຊ່ວຍຂ້າພົ້ນຈາກອະບາຍ
ດ້ວຍໂລຫິດປະເສີດພຣະອົງ

ຂ້າເປັນໜີ້ພຣະຄຸນພຣະເຢຊູ
ທຸກໆວັນຖືກຈໍາກັດໃຫ້ເປັນ
ຂໍໃຫ້ຄວາມດີຂອງພຣະອົງນີ້
ຄືກັບໂສ້ດຶງດວງໃຈຂ້າແດ່ພຣະອົງ
ຂໍຊົງເອັນດູຂ້າໂຜດເອັນດູຂ້າ
ຂໍຊົງເອັນດູແດ່ພຣະເຈົ້າທີ່ຂ້າຮັກ
ໃຈຂ້າຢູ່ນີ້ໂຜດເອົາໄປເຖີດ
ຈໍາກາໃສ່ມັນເພື່ອພຣະອົງ


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ຢາໂກໂບ 4:1-10.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Come, Thou Fount” (by Robert Robinson, 1735-1790).