Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຊ່ວຍໃຫ້ພົ້ນຈາກຕາຍ

RESCUE THE PERISHING
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 14/2/2016
A sermon preached at the Baptist Tabernacle of Los Angeles
Lord’s Day Evening, February 14, 2016

“ເມື່ອທ່ານໄດ້ກັບໃຈໃໝ່ແລ້ວຈົ່ງຊູກຳລັງພີ່ນ້ອງທັງຫລາຍຂອງທ່ານ”
(ລູກາ 22:32)


ສະບັບເອັນໄອວີແລະສະບັບແປສະໄໝໃໝ່ອື່ນໆແປແຕກຕ່າງວ່າ“ເມື່ອທ່ານໄດ້ຫັນ ກັບແລ້ວຈົ່ງຊູກໍາລັງພີ່ນ້ອງຂອງທ່ານ”(ເອັນໄອວີ),ໃນເຊົ້ານີ້ຂ້າພະເຈົ້າໄດ້ບອກພວກທ່ານ ວ່າພວກນັກຄົ້ນຄວ້າພັນທະສັນຍາໃໝ່ທີ່ມີຊື່ສຽງບໍ່ເຫັນດ້ວຍກັບພວກເຂົາ,ຂ້າພະເຈົ້າບອກ ພວກທ່ານວ່າດຣ.ມາຄັສບັອກມູເອວເວົ້າວ່າ:“‘ເມື່ອທ່ານໄດ້ຫັນກັບມາອີກ[ຫັນກັບມາແລ້ວ] ເຖິງແມ່ນຖືກນິຍົມຊົມຊອບໂດຍນັກແປຫຼາຍຄົນກໍບໍ່ໄດ້ສະໜັບສະໜູນໃນພາສາກຣີກ” (Markus Bockmuehl, Ph.D., Simon Peter in Scripture and Memory, Baker Academic, 2012, p. 156)ລາວສືບຕໍ່ເພື່ອສະແດງໃຫ້ເຫັນວ່າຄໍາພາສາກຣີກ“ເອພິສເທຣໂຟ”ໝາຍເຖິງ “ກັບໃຈໃໝ່”ໃນຂ່າວປະເສີດລູກາ(ເຫຼັ້ມດຽວກັນ), ດຣ.ບັອກມູເອວເປັນສາສະດາຈານຂອງ ການສຶກສາພຣະຄໍາພີແລະຄຣິສຕຽນຍຸກຕົ້ນທີ່ມະຫາວິທະຍາໄລອັອກຟອດ, ລາວໄດ້ຊີ້ໃຫ້ ເຫັນວ່າເປໂຕໄດ້ກັບໃຈໃໝ່ເມື່ອລາວໄດ້ປະສົບກັບການສໍານຶກຜິດເລື່ອງບາບແລະປະເຊີນໜ້າກັບພຣະຄຣິດຜູ້ຟື້ນຄືນຈາກຕາຍ, ຊື່ງເປັນແນວຄິດຂອງຂ້າພະເຈົ້າຕະຫຼອດມາ,ແຕ່ຂ້າ ພະເຈົ້າດີໃຈທີ່ໄດ້ເຫັນມັນຖືກສະໜັບສະໜູນໂດຍນັກຄົ້ນຄວ້າອັອກຟອດ, ອີກເທື່ອໜື່ງສະ ບັບຄິງເຈມແປຖືກຕ້ອງແລະສະບັບແປສະໄໝໃໝ່ແມ່ນຜິດ.

ເປັນຫຍັງພວກນັກແປສະໄໝໃໝ່ຈື່ງຜິດລະ? ກໍເພາະພວກເຂົາບໍ່ເຂົ້າໃຈ“ການກັບ ໃຈໃໝ່”ພວກເຂົາຄິດເຖິງມັນໃນຮູບແບບຂອງ“ການຕັດສິນໃຈ” ແຕ່ນັກແປສະບັບຄິງເຈມບູ ຮານຮູ້ຈັກກ່ຽວກັບການກັບໃຈໃໝ່ແທ້ - ດັ່ງນັ້ນພວກເຂົາຈື່ງແປ“ເອພິສເຕຣໂຟ”ຖືກຕ້ອງ-ໃນຖານະເປັນ“ກັບໃຈໃໝ່ແລ້ວ”

“ເມື່ອທ່ານໄດ້ກັບໃຈໃໝ່ແລ້ວຈົ່ງຊູກຳລັງພີ່ນ້ອງທັງຫລາຍຂອງທ່ານ” (ລູກາ 22:32)

ນີ້ແມ່ນຂໍ້ພຣະຄໍາພີທີ່ຍິ່ງໃຫຍ່ແລະຂ້າພະເຈົ້າຈະຂໍ້ດຶງປະເດັ່ນອອກມາເວົ້າສອງຢ່າງຈາກຂໍ້ນີ້.

I. ໜື່ງ ພຣະຄຣິດຊົງຕັດເຖິງການກັບໃຈໃໝ່ແທ້ທີ່ເປໂຕຈະມີ.

ສ່ວນທີ່ໜື່ງຂອງການກັບໃຈໃໝ່ຄືວຽກການໂນ້ມນ້າວຂອງພຣະວິນຍານຂອງພຣະ ເຈົ້າ.

“ເມື່ອພຣະອົງມາພຣະອົງຈະຊົງເຮັດໃຫ້ໂລກຮູ້ສຶກເຖິງຄວາມຜິດບາບ ແລະ ເຖິງຄວາມຊອບທໍາ ແລະເຖິງການພິພາກສາ” (ໂຢຮັນ 16:8)

ນັກຂຽນຊາວພິວຣິທັນວິລລ່ຽມກັດຣີ(1620-1665)ໄດ້ກ່າວວ່າ:

“ໂດຍປົກກະຕິພຣະເຈົ້າຈະຊົງຈັດຕຽມທາງຂອງພຣະອົງເອງໃນຈິດວິນ ຍານໜື່ງໂດຍວຽກແຫ່ງການເສຍໜ້າແລະຄົ້ນພົບຄວາມບາບຂອງມະນຸດ ແລະເຮັດໃຫ້ເຂົາເຈັບປວດເພື່ອທີ່ເຂົາຈະໄດ້ສະແຫວງຫາທ່ານໝໍພຣະເຢຊູຄຣິດ” (William Guthrie, The Christian’s Great Interest, The Banner of Truth Trust, 1969 reprint, page 193).

ນັ້ນແລະຄືສິ່ງທີ່ເກີດຂື້ນກັບເປໂຕໃນຄໍ່າຄືນກ່ອນທີ່ພຣະເຢຊູຈະຖືກຄຶງ, ປະໂຫຍກ “ເມື່ອທ່ານໄດ້ກັບໃຈໃໝ່ແລ້ວ...”ໄດ້ສະແດງວ່າເປໂຕຍັງບໍ່ທັນໄດ້ກັບໃຈໃໝ່ເຖິງແມ່ນວ່າ ລາວໄດ້ຕິດຕາມພຣະຄຣິດເປັນເວລາສາມປີມາແລ້ວກໍຕາມ,ໃນຄືນນັ້ນຊື່ງບາງຄົນເອີ້ນວ່າ “ວັນສຸກທີ່ດີ”ເປໂຕຢູ່ໃນຊ່ວງທ້າຍທີ່ເຮັດໃຫ້ເຫັນວ່າລາວເປັນຄົນບາບທີ່ອວດຕົວ,ມີຊອບທໍາຂອງຕົນເອງ, ລາວແກ້ງຮັກພຣະເຢຊູດ້ວຍສຸດໃຈຂອງລາວ, ແຕ່ລາວໄດ້ປະຕິເສດພຣະ ເຈົ້າເມື່ອລາວຖືກທົດສອບ, ຍິງສາວຄົນໜື່ງບອກວ່າລາວເປັນຄົນຕິດຕາມພຣະເຢຊູ, ເປ ໂຕໄດ້ປະຕິເສດພຣະຄຣິດ, ຍິງສາວອີກຄົນໜື່ງເວົ້າວ່າ“ຄົນນີ້ໄດ້ຢູ່ກັບເຢຊູໄທນາຊາເຣັດ ນໍາ”(ມັດທາຍ 26:71),ເປໂຕໄດ້ສາບແຊ່ງແລະປະຕິຍານວ່າ“ຂ້ອຍບໍ່ຮູ້ຈັກຄົນນັ້ນ”(26:72) ໃນຄວາມເປັນຈິງແລ້ວເປໂຕເວົ້າວ່າ“ຖ້າຂ້ອຍຕົວະຂໍໃຫ້ຂ້ອຍຖືກສາບແຊ່ງ”(ໂທມັສເຮວ)

ພຣະເຢຊູບອກວ່າເປໂຕຈະປະຕິເສດພຣະອົງສາມເທື່ອກ່ອນທີ່ໄກ່ຈະຂັນ, ຫຼັງຈາກ ໄກ່ຂັນ“ແລະເປໂຕກໍອອກໄປຮ້ອງໄຫ້ຢ່າງຂົມຂື່ນ”(ລູກາ 22:62),ພາສາກຣີກຄໍາວ່າ“ຮ້ອງ ໄຫ້”ໝາຍເຖິງ“ຄາງສຽງດັງ,ຮ້ອງສະອຶກສະອື້ນ”(ສະບັບສະຕຣອງ),ພາສາກຣີກສໍາຫຼັບ“ຂົມຂື່ນ”ແມ່ນ“ພິກຣອສ”ໝາຍເຖິງ“ຢ່າງໂຫດຮ້າຍ”(ສຕຣອງ),ຂ້າພະເຈົ້າບໍ່ໄດ້ເວົ້າວ່າທຸກຄົນທີ່ປະສົບກັບການສໍານຶກຜິດເລື່ອງຂ່າວປະເສີດຈະຮ້ອງຄາງແລະສະອຶກສະອື້ນຢ່າງໂຫດຮ້າຍ ແຕ່ພວກເຮົາກໍມັກຈະເຫັນນໍ້າຕາຈາກຄົນທີ່ຢູ່ໃຕ້ການສໍານຶກຜະດ,ແລະໃນການຟື້ນຟູບູຮານ ກໍມັກມີການຮ້ອງຄາງແລະຮ້ອງໄຫ້ຢ່າງໜັກໂດຍພວກຄົນທີ່ຢູ່ໃຕ້ການສໍານຶກບາບ, ຂ້າພະ ເຈົ້າໄດ້ເບິ່ງວິດີໂອເລື່ອງການຟື້ນຟູໃຫຍ່ທີ່ກໍາລັງເກີດຂື້ນຢູ່ໃນປະເທດຈີນບ່ອນທີ່ຜູ້ຄົນເປັນ ຈໍານວນຫຼາຍພາກັນຮ້ອງໄຫ້ຢ່າງຂົມຂື່ນພາຍໃຕ້ການສໍານຶກຜິດເລື່ອງບາບ, ຢູ່ໃນການຟື້ນ ຟູຄໍນິສປະເທດອັງກິດປີ 1823 ວິລລ່ຽມຄາໂວໂຊເວົ້າເຖິງຄົນທີ່ບໍ່ເຊື່ອທີ່“ຄຸເຂົ່າລົງດ້ວຍ ຈິດໃຈທີ່ໂສກເສົ້າ,ດ້ວຍຄວາມເຈັບປວດກັບພຣະເຈົ້າສໍາຄວາມລອດຂອງຈິດວິນຍານຂອງ ເຂົາ” (Paul E. Cook, Fire From Heaven, p. 87)ເລື່ອງນີ້ເກີດຂື້ນຕະຫຼອດຢູ່ປະເທດຈີນ ແລະຢູ່ປະເທດຕ່າງໆໃນໂລກທີ່ສາມເມື່ອພຣະເຈົ້າສົ່ງການຟື້ນຟູລົງມາ,ແມ່ນແຕ່ຢູ່ນີ້ໃນປະ ເທດທີ່ບໍ່ມີພຣະເຈົ້າແລະວັດຖຸນິຍົມອາເມລິກາ, ຂ້າພະເຈົ້າກໍເຫັນຄົນໜຸ່ມເປັນຮ້ອຍໆຄົນ ຮ້ອງໄຫ້ໃຕ້ການສໍານຶກຜິດເລື່ອງຄວາມບາບໃນການຟື້ນຟູທ້າຍປີ 1960, ແລະແມ່ນແຕ່ ຕອນນີ້ຢູ່ໃນຄຣິສຕະຈັກຂອງເຮົານໍ້າຕາກໍໄດ້ອອກມາຈາກຕາຂອງຄົນທີ່ເຂົາໄປໃນຫ້ອງນໍາວິນຍານພາຍໃຕ້ການສໍານຶກເລື່ອງບາບ, ຄົນສ່ວນຫຼາຍທີ່ເບິ່ງຄືຈະບໍ່ເຊື່ອ,ຄົນມິດຂີ້ອາຍມັກ ເປັນໜື່ງທີ່ຮ້ອງໄຫ້ເມື່ອພຣະວິນຍານຂອງພຣະເຈົ້າເຮັດໃຫ້ເຂົາເຫັນຄວາມບາບຂອງເຂົາ ໃນຄວາມຂົມຂື່ນ, ພວກເຂົາບໍ່ໄດ້ເສຍໃຈເລີຍ,ຖ້າທ່ານເສຍໃຈທ່ານກໍຈະບໍ່ກັບໃຈໃໝ່ເລີຍ ມັນຕ້ອງເສຍໃຈສໍາຫຼັບຄວາມບາບຂອງທ່ານ.

ເລື່ອງນີ້ບໍ່ມີອັນໃດໃໝ່, ເປໂຕບໍ່ແມ່ນແຕ່ຄົນດຽວທີ່ພົບກັບການສໍານຶກກ່ອນທີ່ລາວ ຈະກັບໃຈໃໝ່, ອັກຄະສາວົກເປົາໂລກໍປະສົບກັບເລື່ອງນີ້ເຊັ່ນກັນ. ເປົາໂລສໍານຶກຜິດຫຼາຍ ຈົນເວົ້າວ່າ:

“ໂອ ຂ້າພະເຈົ້າເປັນໜ້າສົມເພດແທ້ ໃຜຈະຊ່ວຍຂ້າພະເຈົ້າໃຫ້ພົ້ນຈາກຮ່າງກາຍແຫ່ງຄວາມຕາຍນີ້ໄດ້” (ໂລມ 7:24)

ການສໍານຶກເລື່ອງບາບເກີດຂື້ນແມ່ນກະທັ່ງຕໍ່ສາມພັນຄົນໃນວັນເພັນເທດສະເຕ.

“ເມື່ອຄົນທັງຫລາຍໄດ້ຍິນແລ້ວກໍຮູ້ສຶກແທງໃຈ ຈຶ່ງກ່າວແກ່ເປໂຕແລະອັກລະສາວົກອື່ນໆວ່າ ທ່ານພີ່ນ້ອງທັງຫລາຍ ພວກເຮົາຈະເຮັດແນວໃດດີ” (ກິດຈະການ 2:37)

ນັກອະທິບາຍສະໄໝເກົ່າມັດທິວເຮັ່ນຣີ່ໄດ້ກ່າວວ່າ“ຄົນບາບທັງຫຼາຍເມື່ອຕາຂອງເຂົາເປີດ ອອກບໍ່ໄດ້ແຕ່ຖືກແທງໃຈສໍາຫຼັບຄວາມບາບ...ຄົນທີ່ເສຍໃຈຕໍ່ຄວາມບາບຂອງເຂົາແທ້ແລະລະອາຍມັນແມ່ນຄົນທີ່ຢ້ານຜົນຂອງມັນ,ແມ່ນຄົນທີ່ຖືກແທງໃຈ... ‘ຄວາມຄິດເຫັນທີ່ດີເລື່ອງ ຕົນເອງຂອງຂ້າພະເຈົ້າແລະຄວາມໝັ້ນໃຈໃນຕົນເອງເຮັດໃຫ້ຂ້ອຍລົ້ມເລວ’” (Matthew Henry’s Commentary on the Whole Bible; note on Acts 2:37).ຜູ້ຄົນຮ້ອງໄຫ້ເມື່ອພວກ ເຂົາຢູ່ໃຕ້ການສໍານຶກຜິດທີ່ພຣະເຈົ້າໃຫ້, ຜູ້ຍິງບາບຢູ່ຢູ່ຂ້າງຫຼັງພຣະເຢຊູຮ້ອງໄຫ້“ແລະພຣະ ອົງຕັດກັບນາງວ່າຄວາມບາບຂອງເຈົ້າໄດ້ຮັບການອະໄພແລ້ວ”(ລູກາ 7:48)

ການສໍານຶກຜິດໃນສະໄໝເກົ່າຖືກຄາດຫວັງໃຫ້ມາຫາພຣະເຢຊູດ້ວຍການສໍານຶກ ບາບ, ບໍ່ພຽງແຕ່ເປໂຕກັບເປົາໂລເທົ່ານັ້ນແຕ່ຄົນອື່ນກໍເຊັ່ນກັນ, ຈົ່ງອ່ານການກັບໃຈຂອງອໍ ກັສຕິນ,ຈົ່ງອ່ານເລື່ອງການກັບໃຈຂອງລູເທີ, ຈົ່ງອ່ານເລື່ອງການກັບໃຈໃໝ່ຂອງຈອນບັນ ຢັນ,ຂອງຈອຊວິດຟີວ,ຈອນເວສລີ,ຮາວເວວແຮຣິສ,ສະເປີໂຈນ,ພວກຄົນໜຸ່ມທີ່ຢູ່ເທິງເກາະລູອີສໃນປີ 1949-52, ຄືກັນໝົດທຸກອັນເລີ່ມຕົ້ນດ້ວຍການສໍານຶກເລື່ອງຄວາມບາບທີ່ເລິກ ເຊີງ, ຂ້າພະເຈົ້າໄດ້ຍິນຜູ້ສາວຄົນໜື່ງເວົ້າວ່າ“ຂ້ອຍຂີ້ດຽດຕົນເອງຫຼາຍ”ກ່ອນທີ່ນາງຈະເຊື່ອ ວາງໃຈໃນພຣະເຢຊູ.

ຕອນນີ້ຈົ່ງຟັງຈົດໝາຍຂອງເປໂຕໂບເລີທີ່ຂຽນໄປຫາຄາວຊິນເຊັນດັອຟກ່ຽວກັບ ການກັບໃຈໃໝ່ຂອງຈອນເວສລີ

ລາວລຸກຂື້ນແລ້ວບອກວ່າ“ໃຫ້ເຮົາພາກັນຮ້ອງເພງບົດທີ່ 456 ‘ຈິດໃຈຂອງ ຂ້າກ່ອນທ່ານໝອບກາບ’“ ຊ່ວງທີ່ຮ້ອງເພງລາວກໍຫຼັ່ງນໍ້າຕາລົງຈາກຕາ ຂອງລາວແລະທັນໃດນັ້ນກໍເອີ້ນຂ້າພະເຈົ້າເຂົ້າໄປໃນຫ້ອງນອນຂອງລາວ ແລະຍອມຮັບວ່າຕອນນີ້ລາວສໍານຶກເຖິງຄວາມຈິງຂອງສິ່ງທີ່ຂ້ອຍໄດ້ບອກ ລາວກ່ຽວກັບ(ການຊ່ວຍໃຫ້ພົ້ນ)ຄວາມເຊື່ອແລະລາວຈະບໍ່ຖຽງມັນອີກ,ແຕ່ລາວບໍ່ໄດ້ຮັບພຣະຄຸນນີ້, ລາວຈະໝັ້ນຄົງໃນຄວາມເຊື່ອໄດ້ແນວໃດ? ລາວບໍ່ໄດ້ເຮັດບາບຫຼາຍຄືກັບຄົນອື່ນໆ, ຂ້າພະເຈົ້າຕອບວ່າການບໍ່ເຊື່ອໃນ ພຣະຜູ້ຊ່ວຍຄືບາບພຽງພໍແລະໜຸນໃຈລາວໃຫ້ສະແຫວງຫາພຣະຄຣິດ,ຈົນກວ່າລາວໄດ້ພົບພຣະອົງ, ຂ້າພະເຈົ້າໄດ້ອະທິຖານເພື່ອລາວແລະຮ້ອງຂໍ ໃຫ້ພຣະຜູ້ຊ່ວຍມີເມດຕາຕໍ່ຄົນບາບຄົນນີ້, ຫຼັງຈາກອະທິຖານເວສລີເວົ້າວ່າ ເມື່ອຂອງປະທານແຫ່ງຄວາມເຊື່ອຊ່ວຍໃຫ້ພົ້ນເປັນຂອງລາວ,ລາວກໍຈະບໍ່ ເທດສະໜາເລື່ອງອື່ນ...ຂ້າພະເຈົ້າໄດ້ຂໍຮ້ອງລາວບໍ່ໃຫ້ຄິດເຖິງເລື່ອງພຣະ ຄຸນຂອງພຣະຜູ້ຊ່ວຍໃນຖານະຢູ່ຫ່າງໄກແລະຢູ່ໃນອະນາຄົດ, ແຕ່ໃຫ້ເຊື່ອ ວ່າມັນຄືປະຈຸບັນຢູ່ໃກ້ໆລາວ, ວ່າຫົວໃຈຂອງພຣະເຢຊູເປີດອອກແລະ ຄວາມຮັກຂອງພຣະອົງທີ່ມີຕໍ່ລາວຍິ່ງໃຫຍ່ຫຼາຍ, ລາວຮ້ອງໄຫ້ຢ່າງຂົມຂື່ນ ແລະຂໍໃຫ້ຂ້າພະເຈົ້າອະທິຖານເພື່ອລາວ, ຂ້າພະເຈົ້າສາມາດເວົ້າດ້ວຍ ຄວາມຈິງວ່າຈອນເວສລີເປັນຄົນໜ້າເວດທະນາ,ເປັນຄົນບາບທີ່ໃຈແຕກສະລາຍ,ຫິວກະຫາຍຫາຄວາມຊອບທໍາທີ່ດີກວ່າຊື່ງລາວເຄີຍມີມາ,ແມ່ນກະທັ່ງຄວາມຊອບທໍາຂອງພຣະເຢຊູຄຣິດ, ໃນຕອນແລງລາວໄດ້ເທດສະໜາໃນ 1 ໂກລິນໂທ 1:23,24 “ພວກເຮົາເທດສະໜາພຣະຄຣິດຜູ້ຊົງຖືກຄຶງ...” ລາວມີຄົນມາຟັງຫຼາຍກວ່າສີ່ພັນຄົນແລະເທດໃນສິ່ງທີ່ທຸກຄົນແປກໃຈ...ຄໍາທໍາອິດຂອງລາວຄື“ຂ້າພະເຈົ້າຂໍສາລະພາບດ້ວຍຄວາມເຕັມໃຈວ່າຕົນເອງບໍ່ສົມຄວນທີ່ຈະເທດເຖິງເລື່ອງການຖືກຄຶງເທິງໄມ້ກາງແຂນຂອງພຣະຄຣິດ”ມີຫຼາຍຄົນໄດ້ຕື່ນຂື້ນຈາກຄໍາເທດສະໜານີ້ (quoted in John Greenfield, When the Spirit Came: The Moravian Revival, Strategic Press, no date, p. 28).

ຈອນເວສລີຢືນພ້ອມກັບນໍ້າຕາທີ່ໄຫຼລົງມາສູ່ແກ້ມຂອງລາວ,ເທດສະໜາຄວາມລອດໂດຍ ພຣະຄຣິດ-ກ່ອນທີ່ລາວເອງຈະກັບໃຈໃໝ່! ຫຼາຍກວ່າຫ້າສິບປີຕໍ່ມາໃນຂະນະທີ່ລາວກໍາລັງ ນອນຊິຕາຍພວກເຂົາກໍໄດ້ຍີນລາວກະຊິບອີກໆວ່າ:

ຂ້ອຍເປັນຄົນບາບທີ່ໜື່ງ
ແຕ່ພຣະເຢຊູຊົງຕາຍເພື່ອຂ້ອຍ

ນັ້ນຄືປະສົບການທີ່ເປໂຕມີໃນຄໍ່າຄືນທີ່ພຣະເຢຊູຖືກຈັບ,ດຣ.ໂທມັສເຮວໄດ້ເລົ່າ ເລື່ອງນີ້ສູ່ກັນຟັງວ່າ:

ຖືກເລົ່າຂານໂດຍນັກຂຽນບູຮານທີ່ວ່າຕະຫຼອດຊີວິດຂອງລາວ, ເມື່ອໃດກໍ ຕາມທີ່ເປໂຕໄດ້ຍີນສຽງໄກ່ຂັນລາວກໍຈະຮ້ອງໄຫ້ເພາະລາວລະນຶກເຖິງຄືນທີ່ລາວໄດ້ປະຕິເສດອົງພຣະຜູ້ເປັນເຈົ້າຂອງລາວ (Thomas Hale, M.D., The Applied New Testament Commentary, Kingsway Publications, 1997, p. 286; note on Mark 14:72).

II. ສອງ ພຣະຄຣິດຕັດເຖິງເລື່ອງທີ່ເປໂຕຈະເຮັດຫຼັງຈາກການກັບໃຈໃໝ່ຂອງລາວ.

“ເມື່ອທ່ານໄດ້ກັບໃຈໃໝ່ແລ້ວ ຈົ່ງຊູກໍາລັງພີ່ນ້ອງຂອງທ່ານ” (ລູກາ 22:32)

ດຣ.ເຈ.ເວີນັນແມັກກີ້ໄດ້ກ່າວວ່າ“ເປໂຕຕໍ່ມາກໍມີໂອກາດໄດ້ຊູກໍາລັງພີ່ນ້ອງຂອງລາວ,ຊາຍຜູ້ທີ່ຖືກທົດສອບເປັນຊາຍຜູ້ທີ່ສາມາດຊ່ວຍຜູ້ອື່ນໄດ້ແທ້(Thru the Bible; note on Luke 22:32) ຊາຍຜູ້ທີ່ປະສົບກັບການສໍານຶກເລື່ອງຄວາມບາບແມ່ນຊາຍທີ່ສາມາດຊ່ວຍຄົນອື່ນທີ່ສໍານຶກ ເລື່ອງຄວາມບາບໄດ້, ຜູ້ຊາຍທີ່ໄດ້ຮັບການຊ່ວຍໂດຍພຣະເຢຊູຄືຜູ້ຊາຍທີ່ສາມາດຊ່ວຍຄົນ ອື່ນໃຫ້ລອດໂດຍພຣະເຢຊູ, ຜູ້ຊາຍທີ່ຮູ້ຈັກວ່າຕົນເອງອ່ອນແບບໃດກໍສາມາດຊ່ວຍຄົນອື່ນທີ່ ອ່ອນແອໄດ້ເຊັ່ນກັນ.

ຂ້າພະເຈົ້າມີຄວາມຮັກຕໍ່ຈອນເວສລີສະເໝີ,ໜື່ງໃນເຫດຜົນທີ່ຂ້າພະເຈົ້າຮັກລາວກໍ ເພາະວ່າ,ຄືກັບຂ້າພະເຈົ້າລາວຄິດວ່າລາວສາມາດລອດໄດ້ໂດຍການມີຊີວິດທີ່ເຂັ້ມງວດ,ນັ້ນແມ່ນສິ່ງທີ່ຂ້າພະເຈົ້າຄິດ, ລາວບອກກັບມິດຊັນນາຣີໂບເຣວຽນຊື່ເປໂຕໂບເລີວ່າລາວບໍ່ໄດ້ມີ ຄວາມເຊື່ອທີ່ຊ່ວຍໃຫ້ພົ້ນ,ໂບເລີເວົ້າວ່າເວສລີຄິດວ່າ“ລາວຈະໝັ້ນຄົງໃນຄວາມເຊື່ອໄດ້ແນວ ໃດ?ລາວບໍ່ໄດ້ເຮັດບາບຫຼາຍຄືກັບຄົນອື່ນໆ” ນັ້ນຄືອຸປະສັກຂອງເວສລີແລະມັນເປັນຂອງ ຂ້າພະເຈົ້າ, ໂບເລີບອກລາວວ່າການບໍ່ວາງໃຈໃນພຣະເຢຊູກໍເປັນບາບທີ່ພຽງພໍແລ້ວ “ລາວ ຮ້ອງໄຫ້ຢ່າງຂົມຂື່ນແລະຂໍໃຫ້ຂ້າພະເຈົ້າອະທິຖານເພື່ອລາວ” ຫຼັງຈາກທີ່ລາວລອດໂດຍ ພຣະເຢຊູແລ້ວ,ຈອນເວສລີກໍໃຊ້ເວລາທັງຊີວິດຂອງລາວເພື່ອຊ່ວຍຄົນບາບທີ່ຫຼົງຫາຍແລະໜຸນໃຈພວກພີ່ນ້ອງ, ລາວໄດ້ທ່ອງທ່ຽວເທິງຫຼັງມ້າເປັນໄລຍະທາງ 5,400 ກິໂລທຸກປິ ແລະເທດສະໜາສອງຮອບຫຼືຫຼາຍກວ່ານັ້ນທຸກມື້ຕະຫຼອດຊີວິດຂອງລາວ! ບົດເພງທີ່ທ້າວ ກຣິຟຟິດຮ້ອງວັ່ງກີ້ນີ້ກໍສາມາດຖືກຂຽນໂດຍເວສລີເຊັ່ນດຽວກັນ.

ຊ່ວຍໃຫ້ພົ້ນອັນຕະລາຍ ຫ່ວງຜູ້ທີ່ໃກ້ຕາຍ
ດຶງເຂົາອອກມາຈາກຂຸມຄວາມບາບແລະຫຼຸມສົບ
ຮ້ອງໄຫ້ກັບຜູ້ທີ່ຮ້ອງໄຫ້ຍົກຜູ້ທີ່ລົ້ມລົງຂື້ນ
ບອກເຂົາເລື່ອງພຣະເຢຊູເພື່ອຊ່ວຍໃຫ້ພົ້ນ
ຊ່ວຍໃຫ້ພົ້ນອັນຕະລາຍ ຫ່ວງຜູ້ທີ່ໃກ້ຕາຍ
ພຣະເຢຊູຊົງເມດຕາພຣະອົງຈະຊ່ວຍ

ຮ້ອງຂໍຊໍ້າກັບຂ້າພະເຈົ້າ!

ຊ່ວຍໃຫ້ພົ້ນອັນຕະລາຍ ຫ່ວງຜູ້ທີ່ໃກ້ຕາຍ
ພຣະເຢຊູຊົງເມດຕາພຣະອົງຈະຊ່ວຍ
(“Rescue the Perishing” by Fanny J. Crosby, 1820-1915).

“ເມື່ອທ່ານໄດ້ກັບໃຈໃໝ່ແລ້ວ ຈົ່ງຊູກໍາລັງພີ່ນ້ອງຂອງທ່ານ”(ລູກາ 22:32)

ເຮົາສາມາດບອກໄດ້ແນວໃດເມື່ອຄົນໃດໜື່ງໄດ້ກັບໃຈໃໝ່ແທ້? ພວກທ່ານສາມາດ ບອກໄດ້ແນວໃດຖ້າເຂົາຫາກລອດແທ້ແລ້ວ? “ເມື່ອທ່ານໄດ້ກັບໃຈໃໝ່ແລ້ວ ຈົ່ງຊູກໍາລັງພີ່ ນ້ອງຂອງທ່ານ” ເມື່ອທ່ານກັບໃຈໃໝ່ແລ້ວພຣະຄຣິດຊົງປ່ຽນແປງຄວາມປາດຖະໜາຂອງ ທ່ານ, ສິ່ງທີ່ທ່ານຮັກໃນເມື່ອກ່ອນທ່ານຈະຮັກໜ້ອຍລົງກວ່າທີ່ທ່ານຮັກພວກພີ່ນ້ອງ,ທ່ານຈະ ຮັກຄຣິສຕະຈັກດ້ວຍສຸດຫົວໃຈຂອງທ່ານ, ທ່ານຈະຮັກຄຣິສຕຽນແທ້ດ້ວຍສຸດໃຈຂອງທ່ານ ທ່ານຈະຢາກຈະເຮັດເທົ່າທີ່ທ່ານເຮັດໄດ້ເພື່ອຊູກໍາລັງພວກເຂົາແລະຊ່ວຍເຂົາ,ທ່ານຈະອະທິຖານເພື່ອເຂົາ,ຊ່ວຍເຂົາແລະຮັກເຂົາດ້ວຍຫົວໃຈແບບນັ້ນຂອງພຣະຄຣິດ,ອັກຄະສາວົກໂຢຮັນໄດ້ກ່າວຢ່າງຊັດເຈນວ່າ:

“ເຮົາທັງຫລາຍຮູ້ວ່າ ເຮົາໄດ້ພົ້ນຈາກຄວາມຕາຍໄປສູ່ຊີວິດແລ້ວ ກໍເພາະເຮົາຮັກພີ່ນ້ອງ ຜູ້ໃດທີ່ບໍ່ຮັກພີ່ນ້ອງຂອງຕົນ ຜູ້ນັ້ນກໍຍັງຢູ່ໃນຄວາມຕາຍ” (1 ໂຢຮັນ 3:14)

ນັ້ນເປັນຫົນທາງໜື່ງທີ່ບົ່ງບອກວ່າຖ້າທ່ານໄດ້ກັບໃຈໃໝ່ແທ້ບໍ, ຄືວ່າທ່ານຮັກພວກພີ່ນ້ອງ ຊາຍຍິງໃນຄຣິສຕະຈັກແລະເຮັດເທົ່າທີ່ທ່ານເຮັດໄດ້ເພື່ອຊ່ວຍເຂົາເຈົ້າ, ຈົ່ງເບິ່ງທີ່ນາງລາ ຣາ,ຄາເຣນແລະສາວໆໃໝ່ໆຄົນອື່ນໆຊ່ວຍເມຍອາຈານໄຮເມີ! ພວກເຮົາບໍ່ສາມາດຊ່ວຍໄດ້ ແຕ່ຮູ້ວ່າພວກເຂົາໄດ້ກັບໃຈໃໝ່ແລ້ວ!

ແຕ່ກໍມີທາງອື່ນອີກທີ່ຈະບອກວ່າຖ້າທ່ານໄດ້ກັບໃຈໃໝ່ແທ້, ຂໍໃຫ້ເຮົາເປີດກັບໃນລູ ກາ 14 ຢູ່ໜ້າທີ່ 1096 ຂອງພຣະທໍາສະກໍຟິວສຶກສາ, ນີ້ແມ່ນຄໍາອຸປະມາເລື່ອງງານລ້ຽງ ໃຫຍ່,“ຜູ້ຊາຍ”ທີ່ຈັດງານລ້ຽງໃຫຍ່ຄືພຣະຄຣິດ, ຜູ້ຮັບໃຊ້ທີ່ພຣະອົງສົ່ງອອກໄປເພື່ອເຊີນ ຊວນຜູ້ຄົນຄືຄຣິສຕຽນແທ້, ຕອນນີ້ໃຫ້ເຮົາເບິ່ງໃນສິ່ງທີ່ພຣະເຢຊູເວົ້າກັບຄຣິສຕຽນແທ້,ມັນ ຢູ່ໃນຂໍ້ທີ່ 23, ຂໍເຊີນຢືນຂື້ນແລ້ວອ່ານດັງໆນໍາກັນ.

“ເຈົ້ານາຍຈຶ່ງສັ່ງຜູ້ຮັບໃຊ້ນັ້ນວ່າ `ຈົ່ງອອກໄປຕາມທາງໃຫຍ່ແລະຮົ້ວຕົ້ນໄມ້ທັງຫລາຍແລະເລັ່ງລັດເຂົາໃຫ້ເຂົ້າມາເພື່ອເຮືອນຂອງເຮົາຈະເຕັມ” (ລູກາ 14:23)

ຂໍເຊີນນັ່ງລົງໄດ້,ຈັບສໍຫຼືບິກແລ້ວຂີດກ້ອງຄໍາວ່າ“ຈົ່ງອອກໄປຕາມທາງໃຫຍ່ແລະຮົ້ວຕົ້ນໄມ້ທັງຫລາຍແລະເລັ່ງລັດເຂົາໃຫ້ເຂົ້າມາເພື່ອເຮືອນຂອງເຮົາຈະເຕັມ”(ລູກາ 14:23), ນັ້ນແລະຄືສິ່ງທີ່ພວກເຮົາເຮັດທຸກວັນພະຫັດຕອນແລງ,ທຸກແລງວັນເສົາແລະທຸກວັນອາທິດຕອນບ່າຍ,ພວກເຮົາສົ່ງທຸກຄົນອອກໄປເພື່ອຊະນະວິນຍານ.

ແຕ່ຂ້າພະເຈົ້າພົບວ່າມີມີບາງຄົນຢືນໄປມາແລະລົມກັນຫຼືເຮັດບາງສິ່ງບາງຢ່າງເພື່ອ ກິນເວລາ,ດັ່ງນັ້ນພວກເຂົາຈື່ງບໍ່ເຄີຍນໍາຈັກຊື່ມາເພື່ອພວກເຮົາຈະຕິດຕາມ ຫຼືພວກເຂົາພາ ເຂົາມາໜ້ອຍຄົນ, ແມ່ນຫຍັງຄືບັນຫາຂອງຄົນທີ່ບໍ່ໄດ້ນໍາໃຜມາເລີຍ?ໜື່ງໃນສອງສີ່ງ:ພວກ ເຂົາເປັນຄົນຫຼົງຫາຍ ຫຼືພວກເຂົາຫັນຫຼັງກັບ, ພວກຄຣິສຕຽນທີ່ດີໄປຕາມຫາຄົນຫຼົງຫາຍ, ຄົນທີ່ຍັງບໍ່ລອດແລະພວກຫັນຫຼັງກັບໄປໆມາໆແບບໂງ່ແລະກິນເວລາ, ຖ້າພວກທ່ານເປັນ ຄົນຫັນຫຼັງກັບແບບນັ້ນຈົ່ງລະວັງ? ທ່ານຈະສູນເສຍຄວາມຍິນດີແຫ່ງຄວາມລອດຂອງທ່ານ ຖ້າທ່ານຫາກບໍ່ກັບໃຈ, ພຣະເຢຊູຕັດກັບພວກທ່ານວ່າ“ຈົ່ງລະນຶກເຖິງສະພາບເດີມທີ່ເຈົ້າໄດ້ລົ່ນມາແລ້ວນັ້ນ ຈົ່ງກັບໃຈໃໝ່ເຮັດວຽກທໍາອິດ”(ພະນິມິດ 2:5) “ເຮັດວຽກທໍາອິດ”ກັບໄປຊະນະວິນຍານ, ຈົ່ງພາຄົນເຂົ້າມາ, ຈົ່ງເຮັດວຽກທໍາອິດທີ່ພວກທ່ານເຄີຍເຮັດມາກ່ອນ.

ແຕ່ມີພວກທ່ານບາງຄົນທີ່ບໍ່ເຄີຍເຮັດແບບນັ້ນ, ທ່ານບໍ່ເຄີຍຕ້ອງການທີ່ຈະເຮັດມັນ ແລະທ່ານບໍ່ເຮັດມັນຕອນນີ້, ຕາຂອງທ່ານເຄືອບເງົາແລະໃບໜ້າຂອງທ່ານແຂງຂື້ນ,ແລະ ທ່ານຄິດວ່າ“ລາວຈະບໍ່ມີວັນເຮັດໃຫ້ຂ້ອຍເຮັດແບບນັ້ນດອກ” ເປັນຫຍັງລະ? ມັນຊັດເຈນທີ່ ຈະເຫັນວ່າທ່ານຍັງບໍ່ໄດ້ກັບໃຈໃໝ່, ທ່ານກໍາລັງລໍຖ້າພວກເຮົາໃຫ້“ສອນ”ທ່ານວ່າຈະກັບໃຈ ໃໝ່ໄດ້ແນວໃດໃນຂະນະທີ່ທ່ານບໍ່ມີຄວາມຕັ້ງໃຈໃນການເຊື່ອຟັງພຣະຄຣິດ, ພຣະຄຣິດຕັດ ວ່າ“ຈົ່ງເລັ່ງລັດເຂົາໃຫ້ເຂົ້າມາ”- ແຕ່ທ່ານພັດວ່າ“ບໍ! ຂ້ອຍຈະບໍ່ເຊື່ອຟັງພຣະຄຣິດ” ຄົນຜູ້ ໜ້າສົງສານ! ຍິງສາວຜູ້ໜ້າສົງສານ! ທ່ານຈະບໍ່ມີວັນພົບສັນຕິສຸກແລະຄວາມຍິນດີໃນພຣະ ເຢຊູໃນຫົນທາງນັ້ນໄດ້!

ມີຄົນຫຼົງຫາຍແລະຄົນໜຸ່ມທີ່ຢູ່ໂດດດ່ຽວເປັນຮ້ອຍໆຄົນໃນເມືອງໃຫຍ່ນີ້, ພວກເຂົາ ກໍາລັງລໍຖ້າໃຫ້ບາງຄົນທີ່ຈະດີຕໍ່ເຂົາ,ທີ່ຈະໃຫ້ຄວາມສົນໃຈເຂົາ, ທີ່ຈະສະແດງໃຫ້ເຂົາເຫັນ ຫົນທາງທີ່ດີກວ່າ, ແຕ່ທ່ານບໍ່ສາມາດຊ່ວຍເຂົາໄດ້ຖ້າທ່ານເອງຍັງຫຼົງຫາຍຢູ່, ເພື່ອເຫັນແກ່ ເຂົາຂ້າພະເຈົ້າຂໍຮ້ອງທ່ານໃຫ້ກັບໃຈແລະວາງໃຈໃນພຣະເຢຊູ, ຈົ່ງມາຫາພຣະເຢຊູໂດຍ ຄວາມເຊື່ອ, ວາງຊີວິດຂອງເຮົາໄວ້ໃນຄວາມຫ່ວງໃຍຂອງພຣະອົງ, ພຣະອົງຈະຊົງຊ່ວຍ ທ່ານໃຫ້ພົ້ນ, ພຣະອົງຈະຊົງຊໍາລະທ່ານອອກຈາກຄວາມບາບໂດຍພຣະໂລຫິດຂອງພຣະ ອົງ, ແລະພຣະອົງຈະສົ່ງທ່ານອອກໄປນໍາຄົນທີ່ຍັງບໍ່ລອດແລະຊ່ວຍເຫຼືອພວກພີ່ນ້ອງ.

“ເມື່ອທ່ານໄດ້ກັບໃຈໃໝ່ແລ້ວ ຈົ່ງຊູກໍາລັງພີ່ນ້ອງຂອງທ່ານ” (ລູກາ 22:32)

ຂໍເຊີນຢືນຂື້ນແລະຮ້ອງເພງບົດທີຫົກຢູ່ເຈ້ຍເພງຂອງທ່ານ.

ສຽງຂອງຜູ້ລ້ຽງແກະຂ້າໄດ້ຍິນ
ຮ້ອງດັງໃນປ່າມືດແລະແຫ້ງ
ເອີ້ນແກະທີ່ຫຼົງທາງນັ້ນ
ຢູ່ຫ່າງໄກຈາກຜູ້ລ້ຽງຂອງມັນ
ພາເຂົາມາ ພາເຂົາມາ
ພາເຂົາເຂົ້າມາຈາກທົ່ງແຫ່ງບາບ
ພາເຂົາມາ ພາເຂົາມາ
ພາຄົນຫຼົງທາງມາຫາພຣະເຢຊູ

ໃຜຈະໄປຊ່ວຍຜູ້ລ້ຽງແກະດີ
ຊ່ວຍແກະທີ່ຫຼົງທາງຈົນພົບ
ໃຜຈະຊ່ວຍຄົນຫຼົງກັບມາສູ່ຄອກ
ບ່ອນທີ່ມັນພົບບ່ອນລີ້ຈາກໜາວ
ພາເຂົາມາ ພາເຂົາມາ
ພາເຂົາເຂົ້າມາຈາກທົ່ງແຫ່ງບາບ
ພາເຂົາມາ ພາເຂົາມາ
ພາຄົນຫຼົງທາງມາຫາພຣະເຢຊູ

ຢູ່ໃນປ່າໄດ້ຍິນມັນຮ້ອງ
ຢູ່ເທິງພູເຂົາອັນສູງໜ້າຢ້ານ
ສຽງຂອງຜູ້ລ້ຽງຮ້ອງບອກກັບທ່ານ
“ໄປຊອກແກະເຮົາເພື່ອຈະພົບມັນ
ພາເຂົາມາ ພາເຂົາມາ
ພາເຂົາເຂົ້າມາຈາກທົ່ງແຫ່ງບາບ
ພາເຂົາມາ ພາເຂົາມາ
ພາຄົນຫຼົງທາງມາຫາພຣະເຢຊູ”

ດຣ.ແຊນ ເຊີນມານໍາພວກເຮົາອະທິຖານແດ່, ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ລູກາ 22:31-34.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Rescue the Perishing” (by Fanny J. Crosby, 1820-1915).

ໂຄງຮ່າງບົດເທດສະໜາ

ຊ່ວຍໃຫ້ພົ້ນຈາກຕາຍ

RESCUE THE PERISHING

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ເມື່ອທ່ານໄດ້ກັບໃຈໃໝ່ແລ້ວຈົ່ງຊູກຳລັງພີ່ນ້ອງທັງຫລາຍຂອງທ່ານ”
(ລູກາ 22:32)

I.      ໜື່ງ ພຣະຄຣິດຊົງຕັດເຖິງການກັບໃຈໃໝ່ແທ້ທີ່ເປໂຕຈະມີ.
ໂຢຮັນ 16:8; ມັດທາຍ 26:71,72; ລູກາ 22:62; ໂລມ 7:24
ກິດຈະການ 2:37; ລູກາ 7:48; 1 ໂກລິນໂທ 1:23-24.

II.    ສອງ ພຣະຄຣິດຕັດເຖິງເລື່ອງທີ່ເປໂຕຈະເຮັດຫຼັງຈາກການກັບໃຈໃໝ່ຂອງ ລາວ,
1 ໂຢຮັນ 3:14; ລູກາ 14:23; ພະນິມິດ 2:5.