Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການກັບໃຈໃໝ່ຂອງເປໂຕ

THE CONVERSION OF PETER
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນສຸກຕອນແລງ 3/4/2015
A sermon preached at the Baptist Tabernacle of Los Angeles
Friday Evening, April 3, 2015

“ແລະອົງພຣະຜູ້ເປັນເຈົ້າຕັດວ່າ ຊີໂມນຊີໂມນເອີຍເບິ່ງເຖີດຊາຕານໄດ້ຂໍທ່ານໄວ້ເພື່ອຈະຝັດຮ່ອນທ່ານເໝືອນຝັດເຂົ້າສາລີ ແຕ່ເຮົາໄດ້ອະທິຖານເຜື່ອໂຕ ທ່ານ ເພື່ອຄວາມເຊື່ອຂອງທ່ານຈະບໍ່ໄດ້ຂາດ ແລະເມື່ອທ່ານໄດ້ກັບໃຈແລ້ວຈົ່ງຊູກຳລັງພີ່ນ້ອງທັງຫລາຍຂອງທ່ານ”(ລູກາ 22:31-32)


ຂ້າພະເຈົ້າຫາກໍເທດເປັນເລື່ອງລາວສາມບົດໃນເລື່ອງທີ່ພຣະເຢຊູກໍາລັງເດີນທາງ ໄປເຢລູຊາເລັມເພື່ອຈະຕາຍ,ທັງສາມບົດແມ່ນຖືກຂີດກ້ອງໄວ້ຢູ່ນີ້ເພື່ອທີ່ຈະງ່າຍຕໍ່ການເຂົ້າໄປເບິ່ງ - “ຕັ້ງໃຈທີ່ຈະທຸກທໍລະມານ” “ຄວາມຢ້ານຂອງພວກສາວົກ” ແລະ “ຄໍານີ້ກໍຖືກ ປິດບັງໄວ້ຈາກພວກເຂົາ” ເລື່ອງທໍາອິດແມ່ນເປັນການແນະນໍາ,ເລື່ອງທີ່ສອງແລະສາມ ແມ່ນເລັ່ງໃສ່ຄວາມຢ້ານແລະຄວາມບໍ່ເຊື່ອຂອງພວກສາວົກ, ມັນຊັດເຈນວ່າພວກສາວົກບໍ່ ເຊື່ອໃນເລື່ອງຂ່າວປະເສີດຈົນເຖິງພຣະຄຣິດຟື້ນຂື້ນມາຈາກຕາຍ,ພຣະຄຣິດຊົງກ່າວວ່າ:

“ບຸດມະນຸດຈະຕ້ອງຖືກມອບໄວ້ໃນເງື້ອມມືຂອງຄົນທັງຫລາຍ ແລະເຂົາຈະປະຫານທ່ານເສຍ ເມື່ອປະຫານແລ້ວ ໃນວັນທີ່ສາມທ່ານຈະເປັນຂຶ້ນມາໃໝ່ ແຕ່ຖ້ອຍຄຳນີ້ເຫລົ່າສາວົກບໍ່ເຂົ້າໃຈ ຄັ້ນຈະທູນຖາມພຣະອົງກໍເກງໃຈ” (ມາລະໂກ 9:31-32)

ການອອກຄວາມເຫັນໃນເລື່ອງ“ຖ້ອຍຄຳນີ້ເຫລົ່າສາວົກບໍ່ເຂົ້າໃຈ(ຂ່າວປະ ເສີດ) ຄັ້ນຈະທູນຖາມກໍເກງໃຈ” ດຣ.ເອ.ທີ.ໂຣເບີດສັນໄດ້ກ່າວວ່າ:

ພວກເຂົາຍັງສືບຕໍ່ບໍ່ເຂົ້າໃຈ,ພວກເຂົາເປັນຄົນບໍ່ເຊື່ອ(ພວກຄົນບໍ່ເຊື່ອ)ໃນ ເລື່ອງຂອງຄວາມຕາຍແລະການຟື້ນຄືນຈາກຕາຍ(ຂອງພຣະຄຣິດ)ແມ່ນ ກະທັ່ງຫຼັງຈາກການປ່ຽນຮູບກາຍ... ໃນຂະນະທີ່ພວກເຂົາລົງມາຈາກພູ ພວກເຂົາກໍຖືກເຮັດໃຫ້ງົງອີກເທື່ອໜື່ງໃນການເວົ້າຂອງອາຈານເຖິງການ ຟື້ນຂື້ນມາຈາກຄວາມຕາຍຂອງພຣະອົງ(ມາລະໂກ 9:10).ມັດທາຍ 17:23 ບັນທຶກໄວ້ວ່າ“ພວກສາວົກກໍພາກັນທຸກໃຈຫຼາຍ”ທີ່ໄດ້ຍິນພຣະເຢຊູ ເວົ້າ(ເຖິງການຕາຍແລະການຟື້ນຄືນຈາກຕາຍຂອງພຣະອົງ)ແຕ່ມາລະໂກໄດ້ຕື່ມເຂົ້າໄປອີກວ່າພວກເຂົາ“ເກງໃຈທີ່ຈະຖາມພຣະອົງ” (A. T. Robertson, Litt.D., Word Pictures in the New Testament, Broadman Press, 1930, volume I, p. 344; note on Mark 9:32).

ເລື່ອງນີ້ສະແດງໃຫ້ເຫັນຢ່າງຊັດເຈນວ່າພວກສາວົກບໍ່ເຊື່ອຂ່າວປະເສີດຂອງພຣະຄຣິດຈົນ ຮອດຫຼັງຈາກການຟື້ນຄືນພຣະຊົນຂອງພຣະອົງ.

ດຣ.ເຈ.ເວີນັນແມັກກີ້ກ່າວວ່າພວກສາວົກບໍ່ໄດ້ເກີດໃໝ່ອີກເທື່ອໜື່ງ (ບັງເກີດໃໝ່) ຈົນພວກເຂົາໄດ້ພົບກັບພຣະຄຣິດຜູ້ຊົງຟື້ນຈາກຕາຍໃນແລງວັນອິດສະເຕີ, ດຣ.ແມັກກີ້ ກ່າວວ່າ“ໂດຍສ່ວນຕົວຂ້າພະເຈົ້າເຊື່ອວ່າໃນວິນາທີທີ່ພຣະເຢຊູຊົງລະບາຍລົມຫາຍໃຈເໜືອພວກເຂົາ[ໂຢຮັນ 20:22]ຜູ້ຊາຍເຫຼົ່ານີ້ກໍໄດ້ບັງເກີດໃໝ່,ກ່ອນໜ້ານີ້ພວກເຂົາບໍ່ໄດ້ຖືກພຣະ ວິນຍານບໍລິສຸດຂອງພຣະເຈົ້າສະຖິດຢູ່ນໍາ” (J. Vernon McGee, Th.D., Thru the Bible, Thomas Nelson Publishers, volume IV, p. 498; note on John 20:21).

ອີງຕາມການສຶກສາພຣະຄໍາພີຂອງຂ້າພະເຈົ້າ,ຂ້າພະເຈົ້າຖືກໂນ້ມນ້າວໃຈເຊັ່ນກັນວ່າຊີໂມນຍັງບໍ່ໄດ້ບັງເກີດໃໝ່ ແລະຍັງບໍ່ໄດ້ກັບໃຈຈົນລາວໄດ້ພົບກັບພຣະເຢຊູທີ່ຟື້ນຂື້ນ ຈາກຕາຍແລ້ວໃນແລງວັນອິດສະເຕີ,ໃຫ້ສັງເກດຂໍ້ພຣະຄໍາພີອີກເທື່ອໜື່ງ:

“ແລະອົງພຣະຜູ້ເປັນເຈົ້າຕັດວ່າ ຊີໂມນຊີໂມນເອີຍເບິ່ງເຖີດຊາຕານໄດ້ຂໍທ່ານໄວ້ເພື່ອຈະຝັດຮ່ອນທ່ານເໝືອນຝັດເຂົ້າສາລີ ແຕ່ເຮົາໄດ້ອະທິຖານເຜື່ອໂຕ ທ່ານ ເພື່ອຄວາມເຊື່ອຂອງທ່ານຈະບໍ່ໄດ້ຂາດ ແລະເມື່ອທ່ານໄດ້ກັບໃຈແລ້ວຈົ່ງຊູກຳລັງພີ່ນ້ອງທັງຫລາຍຂອງທ່ານ”(ລູກາ 22:31-32)

ຊາຕານໄດ້ຈັດການຢູດາສແລ້ວ“ຝ່າຍຊາຕານເຂົ້າດົນໃຈຢູດາສ”(ລູກາ 22:3),ຕອນນີ້ພຣະ ເຢຊູຈື່ງເວົ້າກັບເປໂຕວ່າ“ຊາຕານໄດ້ຂໍທ່ານໄວ້[ເຊັ່ນກັນ]ເພື່ອຈະຝັດຮ່ອນທ່ານເໝືອນຝັດເຂົ້າສາລີ”(ລູກາ 22:31),ໃນຊ່ວງການທຸກທໍລະມານຂອງພຣະຄຣິດເປໂຕຈະຜ່ານ“ຄວາມ ຮຸນແຮງແລະສືບຕໍ່ສັ່ນໄຫວ”ຄືກັບຖືກຮ່ອນ(ດຣ.ອາ.ຊີ.ເອັຊ.ເລັນສະກີ) ເປໂຕມີຄວາມເຊື່ອ ບາງອັນແລະພຣະຄຣິດຊົງອະທິຖາເພື່ອຄວາມເຊື່ອທີ່ລາວມີ“ຈະບໍ່ຂາດ” ຄວາມເຊື່ອຂອງ ເປໂຕແມ່ນສິ່ງທີ່ສະເປີໂຈນເອີ້ນວ່າ“ຄວາມເຊື່ອກ່ອນຄວາມເຊື່ອ”ນັ້ນຄືການສ່ອງສະຫວ່າງກ່ອນການກັບໃຈໃໝ່, ພຣະເຈົ້າໄດ້ຊົງສ່ອງສະຫວ່າງສູ່ເປໂຕແລ້ວຈື່ງເຮັດໃຫ້ລາວມີຄວາມ ເຊື່ອພໍທີ່ຈະເວົ້າວ່າ“ພຣະອົງຄືພຣະຄຣິດພຣະບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່”(ມັດທາຍ 16:16),ຕອນນີ້ພຣະຄຣິດຊົງອະທິຖານເພື່ອເປໂຕເພື່ອຄວາມເຊື່ອທີ່ຫາກໍກໍ່ໂຕຂອງລາວ ຈະບໍ່ຖືກດັບໂດຍຊາຕານກ່ອນທີ່ລາວຈະບັງເກີດໃໝ່ແລະກັບໃຈໃໝ່ໃນແລງວັນອິດສະເຕີ

“ແລະເມື່ອທ່ານໄດ້ກັບໃຈແລ້ວຈົ່ງຊູກຳລັງພີ່ນ້ອງທັງຫລາຍຂອງທ່ານ” (ລູກາ 22:32)

ນີ້ບໍ່ແມ່ນການແປທີ່ປົກກະຕິຂອງພຣະຄໍາພີຂໍ້ນັ້ນ, ແມ່ນຂ້າພະເຈົ້າຄິດວ່າມັນເປັນ ຄວາມຈິງອັນໜື່ງ,ກະລຸນາອົດທົນໄປກັບຂ້າພະເຈົ້າຈົນຈົບກ່ອນກ່ອນທີ່ຈະຕັດສິນຂໍ້ສະຫຼຸບຂອງຂ້າພະເຈົ້າ,ນີ້ແມ່ນສາມປະເດັ່ນທີ່ນໍາຂ້າພະເຈົ້າໃຫ້ເຊື່ອວ່າພຣະຄຣິດໃນຂໍ້ພຣະຄໍາພີ ຂອງເຮົາກໍາລັງເວົ້າເຖິງການກັບໃຈໃໝ່ແທ້ຂອງຊີໂມນເປໂຕໃນແລງວັນອິດສະເຕີ.

I. ໜື່ງ ຂໍ້ນີ້ເລັ່ງໃສ່ການກັບໃຈຂອງເປໂຕ,ເພາະພຣະຄໍາພີສະບັບຄິງເຈມແລະ ສະບັບເຈເນວາ 1599 ແປພາສາກຣີກເປັນ“ການໃຈ”ໄດ້ຢ່າງຖືກຕ້ອງ.

ຂ້າພະເຈົ້າຮູ້ດີວ່າສະບັບເອັນໄອວີແປມັນເປັນ“ຫັນກັບ”ແລະສະບັບເອັນເອເອສວີ ແປເປັນ“ຫັນກັບອີກເທື່ອໜື່ງ” ແຕ່ມັນເຮັດໃຫ້ຂ້າພະເຈົ້າມີບັນຫາ, ມັນເບິ່ງຄືວ່າຂັດກັນ,ນັບ ຕັ້ງແຕ່ຮາກຄໍາໃນພາສາກຣີກເປັນຄືກັນກັບກິດຈະການ 15:3, ຊື່ງເວົ້າເຖິງ“ການກັບໃຈ ຂອງພວກຕ່າງຊາດ”(ເບິ່ງສະບັບເອັນໄອວີແລະເອັນເອເອສວີທັງສອງຕ່າງກໍເວົ້າວ່າ“ການ ກັບໃຈ”)ເປັນຫຍັງພາສາກຣີກຄໍາວ່າ“ອີພິສໂຕຣໂຟ”“ອີພິສໂຕຣເຟ”ຈື່ງຄວນຖືກແປຕາມລໍາ ດັບວ່າ“ຫັນກັບ”ໃນລູກາ 22:32 ແລະ“ກັບໃຈໃໝ່”ໃນລູກາ 15:3 ລະ? ຂ້າພະເຈົ້າຄິດວ່າ ເຫດຜົນມັນງ່າຍພໍ - ມັນຊັດເຈນຫຼາຍທີ່ພວກຕ່າງຊາດໄດ້“ກັບໃຈໃໝ່”ແທ້, ບໍ່ແມ່ນ “ຫັນກັບ”,ແຕ່ເມື່ອພວກນັກແປສະໄໝໃໝ່ມາຮອດເປໂຕໃນລູກາ 22:32 ການປະກາດ ຂ່າວປະເສີດແບບໃໝ່ແລະ“ການຕັດສິນໃຈນິຍົມ”ຂອງພວກເຂົາບໍ່ອະນຸຍາດໃຫ້ພວກເຂົາ ໃຊ້ຄໍາວ່າ“ກັບໃຈໃໝ່”ຂອງສະບັບຄິງເຈມສ໌ເກົ່າແລະສະບັບເຈເນວາ 1599, ສໍາຫຼັບຂ້າພະ ເຈົ້າວິໄສທັດຂອງພວກສະໄໝໃໝ່ເປັນການປັບຕົວໃຫ້ເຂົ້າກັນທີ່ອ່ອນແອຫຼາຍກວ່າການແປທີ່ເໝາະສົມ,ດຣ.ເບີນາດແຣມກ່າວວ່າ“ການຕີຄວາມຄືວິທະຍາສາດແລະສິລະປະຂອງການ ແປພຣະຄໍາພີ” (Bernard Ramm, Ph.D., Protestant Biblical Interpretation, Baker Book House, 1970 edition, page 1)ດຣ.ແຣມຍັງກ່າວອີກວ່າ“ພວກນັກປະຕິຮູບປະກາດວ່າ ພຣະຄໍາພີແປພຣະຄໍາພີ” ໜື່ງໃນຫຼັກການຂອງການຕີຄວາມກໍຄືການຍອມໃຫ້ພຣະຄໍາພີ ແປພຣະຄໍາພີ,ຖ້າພວກນັກສຶກສາພຣະຄໍາພີແປ“ການກັບໃຈໃໝ່ຂອງພວກຕ່າງຊາດ”ໃນກິດຈະການ 15:3 ຈາກນັ້ນພວກເຂົາກໍຄວນຈະແປລູກາ 22:32 “ເມື່ອທ່ານໄດ້ກັບໃຈແລ້ວ” ໃຫ້ເປັນຕາເຊື່ອຖືຫຼາຍຂື້ນກວ່າທີ່ສະບັບເຈເນວາ 1599 ແລະສະບັບຄິງເຈມສ໌ເຮັດ,ແມ່ນ ແຕ່ສະບັບນິວຄິງເຈມສ໌ກໍແປຜິດ, ພວກເຂົາໃຊ້“ການກັບໃຈ”ຂອງພວກຕ່າງຊາດແຕ່ພັດໃຊ້ “ໄດ້ຫັນກັບ”ສໍາຫຼັບເປໂຕໃນລູກາ 22:32,ອີກເທື່ອໜື່ງນີ້ແລະເປັນເຫດຜົນທີ່ເປັນຫຍັງຂ້າ ພະເຈົ້າຈື່ງມັກໃຊ້ສະບັບຄິງເຈມສ໌ເທດຕະຫຼອດ! ເພື່ອຖ່າຍທອດມູດີ້ສະບັບຄິງເຈມໄດ້ຈັດ ການສ່ອງແສງໄດ້ດີໃນເລື່ອງການແປທີ່ທັນສະໄໝ, ຂ້າພະເຈົ້າໄດ້ຄົ້ນພົບວ່າເລື່ອງນີ້ເປັນ ຄວາມຈິງຕະຫຼອດເວລາ.

“ແຕ່ເຮົາໄດ້ອະທິຖານເຜື່ອໂຕ ທ່ານ ເພື່ອຄວາມເຊື່ອຂອງທ່ານຈະບໍ່ໄດ້ຂາດ ແລະເມື່ອທ່ານໄດ້ກັບໃຈແລ້ວຈົ່ງຊູກຳລັງພີ່ນ້ອງທັງຫລາຍຂອງທ່ານ”(ລູກາ 22:32)

ເພື່ອນຂອງຂ້າພະເຈົ້າ,ມັນບໍ່ພຽງແຕ່ຄົນຕ່າງຊາດທີ່ຕ້ອງການທີ່ຈະກັບໃຈໃໝ່! ເປ ໂຕກໍເຊັ່ນກັນ! ມັນບໍ່ແມ່ນພຽງແຕ່ຜູ້ຄົນທີ່ຢູ່ຂ້າງນອກໃນຖະໜົນທີ່ຕ້ອງການການກັບໃຈໃໝ່ ບໍ່ແມ່ນ,ມີຄົນຢູ່ໃນຄຣິສຕະຈັກນີ້,ໃນແລງນີ້ທີ່ຕ້ອງການການກັບໃຈໃໝ່, ບໍ່ແມ່ນ“ການຫັນ ກັບອີກເທື່ອໜື່ງ”! ການກັບໃຈໃໝ່! ພຣະເຢຊູກ່າວວ່າ“ທ່ານຈະຕ້ອງບັງເກີດໃໝ່”(ໂຢຮັນ 3:5) ທ່ານຈະຕ້ອງບັງເກີດໃໝ່ແລະກັບໃຈໃໝ່ຫຼືທ່ານ“ຈະເຂົ້າໃນອານາຈັກຂອງພຣະເຈົ້າ ບໍ່ໄດ້” (ໂຢຮັນ 3:5)

“ເມື່ອທ່ານໄດ້ກັບໃຈແລ້ວຈົ່ງຊູກຳລັງພີ່ນ້ອງທັງຫລາຍຂອງທ່ານ” (ລູກາ 22:32)

II. ສອງ ຂໍ້ນີ້ສະແດງໃຫ້ເຫັນວ່າບໍ່ມີໃຜກັບໃຈໃໝ່ໂດຍການຕິດຕາມພຣະເຢຊູ,ບັບ ຕິດສະມາ ຫຼືແມ່ນແຕ່ການສ່ອງສະຫວ່າງຂອງພຣະເຈົ້າ.

ນັ້ນຄືບົດຮຽນທີ່ສອງທີ່ເຮົາຮຽນຮູ້ຈາກການກັບໃຈຂອງເປໂຕ,ພວກໂຣມັນຄາທໍລິກແລະພວກແບັບຕິດແລະໂປແຕສແຕນ“ນິກາຍຕັດສິນໃຈນິຍົມ”ຫຼາຍຄົນຄິດວ່າເປໂຕໄດ້ກັບໃຈໃໝ່ຕອນທີ່ລາວຕິດຕາມພຣະເຢຊູ,ພຣະຄໍາພີກ່າວວ່າ:

“ຂະນະທີ່ພຣະອົງສະເດັດໄປຕາມແຄມທະເລກາລິລີ ພຣະອົງກໍຊົງທອດພຣະເນດເຫັນຊີໂມນແລະອັນດຣູນ້ອງຊາຍຂອງຊີໂມນ ກຳລັງທອດມອງຢູ່ທີ່ທະເລ ເພາະເຂົາເປັນຊາວປະມົງ ພຣະເຢຊູຕັດກັບເຂົາວ່າ ທ່ານຈົ່ງຕາມເຮົາມາເຖີດ ແລະເຮົາຈະຕັ້ງທ່ານໃຫ້ເປັນຜູ້ຫາຄົນຄືຫາປາ ເຂົາກໍປະມອງຕາມພຣະອົງໄປທັນທີ”(ມາລະໂກ 1:16-18)

ທີ່ຈະຄິດວ່າພວກສາວົກໄດ້ຮັບຄວາມລອດແລ້ວໂດຍການຕິດຕາມພຣະເຢຊູແມ່ນຄວາມ ຜີດພາດຂອງລັດທິເພແກນແລະມັນຄືຄວາມຜິດພາດທີ່ປົກກະຕິຢູ່ໃນຄຣິສຕະຈັກຫຼາຍແຫ່ງໃນປະຈຸບັນນີ້, ແມ່ນເປໂຕແລະອັນດຣູ “ກໍຖີ້ມມອງຂອງພວກເຂົາແລ້ວຕາມພຣະເຢຊູໄປ” (ມາລະໂກ 1:18), ແຕ່ພວກເຮົາບໍ່ໄດ້ກັບໃຈໃໝ່ໂດຍການກະທໍາຂອງມະນຸດແບບນັ້ນ, ຢູ ດາສ“ລູກແຫ່ງຄວາມພິນາດ”ເຊັ່ນກັນໄດ້ຕິດຕາມພຣະເຢຊູ,ແຕ່ລາວບໍ່ໄດ້ກັບໃຈໃໝ່,ຂ່າວ ປະເສີດຂອງລູກາເອີ້ນລາວວ່າ“ຢູດາສອິສຄາຣິໂອດຊື່ງເປັນຜູ້ທໍລະຍົດພຣະອົງດ້ວຍ”(ລູກາ 6:16),ພຣະເຢຊູເອີ້ນລາວວ່າ“ມານຮ້າຍ”(ໂຢຮັນ 6:70)

ແມ່ນ,ຢູດາສແລະເປໂຕໄດ້ຕິດຕາມພຣະເຢຊູເປັນເວລາສາມປີ, ແຕ່ບໍ່ມີຈັກຄົນທີ່ ເຊື່ອຂ່າວປະເສີດ,ຈົ່ງຟັງລູກາ 18:31-34

“ພຣະອົງຊົງພາສາວົກສິບສອງຄົນໄປກັບພຣະອົງແລ້ວຕັດກັບເຂົາວ່າ"ເບິ່ງເຖີດເຮົາທັງຫລາຍຈະຂຶ້ນໄປຍັງກຸງເຢລູຊາເລັມ ແລະສິ່ງສາລະພັດຊຶ່ງພວກຜູ້ທໍານວາຍໄດ້ຂຽນໄວ້ວ່າດ້ວຍບຸດມະນຸດນັ້ນຈະສຳເລັດ ດ້ວຍວ່າບຸດມະນຸດນັ້ນຈະຕ້ອງຖືກມອບໄວ້ກັບຄົນຕ່າງຊາດ ແລະເຂົາຈະເຍາະເຍີ້ຍທ່ານ ເຮັດຫຍາບຄາຍແກ່ທ່ານ ຖົ່ມນ້ຳລາຍຮົດທ່ານ ເຂົາຈະໂບຍຕີແລະຂ້າທ່ານເສຍ ແລ້ວໃນວັນທີ່ສາມທ່ານຈະເປັນຂຶ້ນມາໃໝ່ ຝ່າຍເຫລົ່າສາວົກບໍ່ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍ ແລະຄຳນັ້ນກໍຖືກເຊື່ອງໄວ້ຈາກເຂົາແລະເຂົາບໍ່ຮູ້ເນື້ອຄວາມຊຶ່ງພຣະອົງຕັດນັ້ນ” (ລູກາ 18:31-34)

“ຄຳນີ້ກໍຖືກເຊື່ອງໄວ້ຈາກເຂົາ” “ຄໍາ“ອັນໃດ? ຄໍາຂອງຂ່າວປະເສີດທີ່ວ່າພຣະຄຣິດຈະຖືກ ປະຫານຊີວິດແລະຈະເປັນຂື້ນມາຈາກຄວາມຕາຍໃນວັນທີ່ສາມ,ເປໂຕແລະຢູດາສໄດ້“ຕັດສິນໃຈ”ທີ່ຈະຕາມພຣະຄຣິດແລ້ວ ແຕ່ຂ່າວປະເສີດກໍຍັງ“ຖືກເຊື່ອງໄວ້ຈາກເຂົາ” ດຣ.ຊາລ ຊີ.ໄຣຣີ່ກ່າວວ່າ“ຢູດາສຄືຕົວຢ່າງຂອງສາວົກທີ່ບໍ່ລອດຂອງພຣະຄຣິດ” (Ryrie Study Bible; note on Matthew 10:1)ແຕ່ເປັນຫຍັງຈື່ງຢຸດຢູ່ທີ່ຢູດາສເພາະເປໂຕກໍປະຕິເສດພຣະເຢຊູ ເຊັ່ນດຽວກັນບໍ່ແມ່ນບໍ? ບໍ່ມີຈັກຄົນໃນພວກເຂົາເຂົ້າໃຈຂ່າວປະເສີດ,ມັນຖືກ“ເຊື່ອງໄວ້ຈາກ ເຂົາ”(ລູກາ 18:34)

ເພື່ອນຂອງຂ້າພະເຈົ້າ,ພວກທ່ານສາມາດ“ຍ່າງໄປຂ້າງໜ້າ” ໃນເວລານະມັດສະ ການແລະຍັງບໍ່ໄດ້ບັງເກີດໃໝ່ໄດ້,ທ່ານສາມາດຕັດສິນໃຈທີ່ຈະຕາມພຣະເຢຊູແລະຍັງບໍ່ກັບໃຈໃໝ່ໄດ້,ທ່ານສາມາດເວົ້າໄດ້ແມ່ນກະທັ່ງ“ຄໍາອະທິຖານຂອງຄົນບາບ”ແລະຍັງບໍ່ລອດໄດ້ ເປັນຫຍັງລະ? ກໍເພາະວ່າສິ່ງເຫຼົ່ານີ້ແມ່ນການກະທໍາຂອງມະນຸດແລະພວກເຮົາກໍບໍ່ໄດ້ກັບ ໃຈໃໝ່ໂດຍການກະທໍາຂອງມະນຸດ! ພຣະຄໍາພີກ່າວວ່າ:

“ດ້ວຍວ່າຊຶ່ງທ່ານທັງຫລາຍລອດນັ້ນກໍລອດໂດຍພຣະຄຸນເພາະຄວາມເຊື່ອ ແລະບໍ່ແມ່ນໂດຍຕົວທ່ານທັງຫລາຍເອງ ແຕ່ພຣະເຈົ້າຊົງປະທານໃຫ້ ຄວາມພົ້ນນັ້ນຈະເນື່ອງດ້ວຍການກະທຳກໍຫາບໍ່ໄດ້ເພື່ອບໍ່ໃຫ້ຄົນໜຶ່ງຄົນໃດອວດໄດ້” (ເອເຟໂຊ 2:8-9)

ພຣະຄໍາພີກ່າວວ່າ:

“ພຣະອົງໄດ້ຊົງຊ່ວຍເຮົາໃຫ້ລອດ ບໍ່ແມ່ນດ້ວຍການກະທຳທີ່ຊອບທຳຂອງເຮົາເອງ ແຕ່ພຣະອົງຊົງພຣະກະລຸນາຊຳລະໃຫ້ເຮົາມີໃຈບັງເກີດໃໝ່ ແລະຊົງສ້າງເຮົາຂຶ້ນມາໃໝ່ໂດຍພຣະວິນຍານບໍລິສຸດ ພຣະອົງນັ້ນໄດ້ຊົງປະທານແກ່ເຮົາທັງຫລາຍຢ່າງບໍລິບູນ ໂດຍພຣະເຢຊູຄຣິດພຣະຜູ້ຊ່ວຍໃຫ້ລອດຂອງເຮົາ” (ຕີໂຕ 3:5-6)

ທ່ານບໍ່ສາມາດລອດໄດ້ໂດຍການຕາມພຣະເຢຊູ ຫຼືໂດຍການກະທໍາທຸກຢ່າງຂອງ ມະນຸດ,ຂ້າພະເຈົ້າເອງກໍພະຍາຍາມທີ່ຈະລອດແບບນັ້ນແລະມັນກໍບໍ່ໄດ້ຜົນ,ຂ້າພະເຈົ້າເປັນນັກເທດແບັບຕິດເປັນເວລາສາມປີກ່ອນທີ່ພຣະຄຣິດຈະຊ່ວຍຂ້າພະເຈົ້າໃຫ້ພົ້ນໂດຍພຣະ ຄຸນຂອງພຣະອົງ! ຫຼັງຈາກນັ້ນຂ້າພະເຈົ້າກໍຖືກຊັກນໍາໃຫ້ເຂົ້າຫາພຣະຄຣິດໂດຍພຣະເຈົ້າ ແລະ ຖືກລ້າງຊໍາລະຈາກຄວາມຜິດບາບໂດຍພຣະໂລຫິດຂອງພຣະຄຣິດ.

“ແຕ່”ມີບາງຄົນເວົ້າວ່າ“ເປໂຕໄດ້ຮັບບັບຕິດສະມາແລ້ວ” ແມ່ນຂ້າພະເຈົ້າຮູ້ຈັກ, ຢູ ດາສກໍຄືກັນ,ແລະຂ້າພະເຈົ້າກໍຮັບບັບຕິດສະມາແລ້ວເຊັ່ນກັນ - ເຈັດປີກ່ອນທີ່ຂ້າພະເຈົ້າ ຈະກັບໃຈ! “ແຕ່”ບາງຄົນພັດເວົ້າວ່າ ‘ເປໂຕມີຄວາມເຊື່ອທີ່ເວົ້າວ່າ“ພຣະອົງຄືພຣະຄຣິດ ພຣະບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່’(ມັດທາຍ 16:16) - ແລະພຣະເຢຊູຊົງກ່າວວ່າ ພຣະເຈົ້າໄດ້ ‘ເປີດເຜີຍ’ພຣະອົງເອງແກ່ລາວ”(ມັດທາຍ 16:17), ແມ່ນຂ້າພະເຈົ້າຮູ້ຈັກ, ແລະພຣະເຈົ້າກໍໄດ້ເປີດເຜີຍວ່າພຣະເຢຊູຄືພຣະຄຣິດແກ່ຂ້າພະເຈົ້າເຊັ່ນກັນດົນມາແລ້ວ ກ່ອນທີ່ຂ້າພະເຈົ້າຈະກັບໃຈໃໝ່, ຈົ່ງສັງເກດເຊັ່ນກັນວ່າພຣະເຈົ້າໄດ້ເປີດເຜີຍເລື່ອງນີ້ຫຼາຍ ເທື່ອກ່ຽວກັບພຣະເຢຊູຕໍ່ພວກພະຍາມານ “ແລະຜີກໍອອກມາຈາກຫຼາຍຄົນເຊັ່ນກັນ ຮ້ອງ ວ່າ ທ່ານຄືພຣະຄຣິດພຣະບຸດຂອງພຣະເຈົ້າ...ເພາະມັນຮູ້ແລ້ວວ່າພຣະອົງຄືພຣະຄຣິດ” (ລູກາ 4: 41),ພວກພະຍາມານກໍເວົ້າແບບດຽວກັນທີ່ເປໂຕເວົ້າກ່ຽວກັບພຣະເຢຊູ,ດັ່ງນັ້ນເປ ໂຕຈື່ງບໍ່ຮູ້ຈັກກ່ຽວກັບພຣະເຢຊູຫຼາຍກວ່າພະຍາມານກ່ອນທີ່ລາວຈະກັບໃຈໃໝ່.

ພວກເຮົາບໍ່ກັບໃຈໃໝ່ໂດຍການຕາມພຣະເຢຊູ, ພວກເຮົາບໍ່ໄດ້ກັບໃຈໃໝ່ໂດຍ ການຮັບບັບຕິດສະມາ, ແລະພວກເຮົາກໍບໍ່ໄດ້ກັບໃຈໃໝ່ໂດຍການເຊື່ອວ່າພຣະເຢຊູເປັນ ພຣະຄຣິດ,ເປໂຕໄດ້ປະສົບພົບພໍ້ກັບສິ່ງເຫຼົ່ານັ້ນທຸກຢ່າງ,ແລະພຣະເຢຊູກໍຍັງເວົ້າກັບລາວ

“ເມື່ອທ່ານໄດ້ກັບໃຈແລ້ວຈົ່ງຊູກຳລັງພີ່ນ້ອງທັງຫລາຍຂອງທ່ານ” (ລູກາ 22:32)

III. ສາມ ຂໍ້ນີ້ຄວນຈະເຫັນໃນເນື້ອເລື່ອງຂອງການເລົ່າເລື່ອງຂອງຂ່າວປະ ເສີດທັງສີ່ເຫຼັ້ມ.

ໃນຂ່າວປະເສີດສີ່ເຫຼັ້ມທ່ານຈະເຫັນວ່າພຣະເຢຊູຊົງບອກຢ່າງຊັດເຈນແກ່ເປໂຕ ແລະຄົນອື່ນໆວ່າພຣະອົງກໍາລັງຈະໄປເຢລູຊາເລັມເພື່ອຕາຍແລະຟື້ນຂື້ນມາຈາກຕາຍໃນ ວັນທີ່ສາມ, ເລື່ອງນີ້ພຣະເຢຊູໄດ້ເວົ້າຊໍ້າຄືນເປັນເວລາຫ້າເທື່ອຕໍ່ເປໂຕກັບຄົນອື່ນໆໃນມັດ ທາຍ 16:21; 17:12; 17:22-23; 20:18-19;ແລະ 20:28, ດຣ.ເຈ.ເວີນັນແມັກກີ້ເວົ້າ ເຖິງເລື່ອງຂອງເປໂຕແລະຄົນອື່ນໆວ່າ“ທັງໆທີ່ມີການແນະນໍາທີ່ເຂັ້ມຂຸ້ນແບບນີ້ພວກສາວົກກໍລົ້ມເຫຼວທີ່ຈະຈັບຄວາມໝາຍຂອງ (ຂ່າວປະເສີດ)ຈົນຮອດຫຼັງຈາກການຟື້ນຂື້ນມາຈາກ ຕາຍ” (J. Vernon McGee, Th.D., Thru the Bible, Thomas Nelson Publishers, volume IV, p. 93; note on Matthew 16:21).

“ເມື່ອທ່ານໄດ້ກັບໃຈແລ້ວຈົ່ງຊູກຳລັງພີ່ນ້ອງທັງຫລາຍຂອງທ່ານ” (ລູກາ 22:32)

“ແມ່ນ”ບາງຄົນເວົ້າວ່າ “ຢູ່ໃສທີ່ພຣະຄໍາພີເວົ້າວ່າເປໂຕໄດ້ກັບໃຈໃໝ່ຫຼັງຈາກການ ຟື້ນຄືນພຣະຊົນຂອງພຣະເຢຊູ?” ເປັນຫຍັງມັນຈື່ງຊັດເຈນຄືກັບດັງຢູ່ເທິງໃບໜ້າຂອງທ່ານຢູ່ໃກ້ຈຸດຈົບຂອງຂ່າວປະເສີດທັງສີ່ເຫຼັ້ມ! ລູກາເຮັດໃຫ້ເລື່ອງນີ້ຊັດເຈນພິເສດ:

“ເມື່ອເຂົາທັງສອງກຳລັງເລົ່າເຫດການເຫລົ່ານັ້ນ ພຣະເຢຊູເອງຊົງຍືນຢູ່ທີ່ຖ້າມກາງເຂົາແລະຕັດກັບເຂົາວ່າ"ທ່ານທັງຫລາຍຈົ່ງເປັນສຸກເຖີດ" ຝ່າຍເຂົາທັງຫລາຍສະດຸ້ງຕົກໃຈຢ້ານຄິດວ່າເຫັນຜີ ພຣະອົງຈຶ່ງຕັດແກ່ເຂົາວ່າ"ທ່ານທັງຫລາຍວຸ້ນວາຍໃຈເຮັດຫຍັງ ເປັນຫຍັງຄວາມຄິດສັບສົນຈຶງເກີດຂຶ້ນໃນໃຈຂອງທ່ານທັງຫລາຍລະ ຈົ່ງເບິ່ງມືຂອງເຮົາແລະຕີນຂອງເຮົາວ່າເປັນເຮົາເອງ ຈົ່ງຄຳຕົວເຮົາເບິ່ງ ເພາະວ່າຜີບໍ່ມີເນື້ອແລະກະດູກເໝືອນທ່ານເຫັນເຮົາມີຢູ່ນັ້ນ" ເມື່ອຕັດຢ່າງນັ້ນແລ້ວພຣະອົງຊົງສະແດງພຣະຫັດແລະພຣະບາດໃຫ້ເຂົາເຫັນ ເມື່ອເຂົາທັງຫລາຍຍັງບໍ່ປົງໃຈເຊື່ອເພາະເປັນເລື່ອງໜ້າຍິນດີຢ່າງເຫລືອເຊື່ອ ແລະກຳລັງປະຫລາດໃຈຢູ່ພຣະອົງຈຶ່ງຕັດຖາມເຂົາວ່າ "ຢູ່ນີ້ພວກທ່ານມີອາຫານກິນແດ່ບໍ" ເຂົາກໍເອົາປາປິ້ງອັນໜຶ່ງກັບຮວງເຜີ້ງອັນໜຶ່ງມາຖວາຍພຣະອົງ ພຣະອົງຊົງຮັບມາສະເວີຍຕໍ່ໜ້າເຂົາທັງຫລາຍ ພຣະອົງຕັດກັບເຂົາວ່າ"ນີ້ເປັນຖ້ອຍຄຳຂອງເຮົາ ຊຶ່ງເຮົາໄດ້ບອກໄວ້ແກ່ທ່ານທັງຫລາຍເມື່ອເຮົາຍັງຢູ່ກັບທ່ານວ່າບັນດາຄຳທີ່ຂຽນໄວ້ໃນພຣະລາຊະບັນຍັັດຂອງໂມເສດ ແລະໃນຄຳພີ ພວກຜູ້ທໍານວາຍ ແລະໃນຫນັງສືເພງສັນລະເສີນກ່າວເຖິງເຮົານັ້ນຈຳເປັນຈະຕ້ອງສຳເລັດ" ເທື່ອນັ້ນພຣະອົງຊົງບັນດານໃຫ້ໃຈເຂົາທັງຫລາຍເກີດຄວາມສະຫວ່າງຂຶ້ນເພື່ອຈະໄດ້ເຂົ້າໃຈພຣະຄຳພີ” (ລູກາ 24:36-45)

ແລະໂຢຮັນໄດ້ຕື່ມເຂົ້າໄປວ່າ:

“ຄ່ຳມື້ນັ້ນຊຶ່ງເປັນວັນຕົ້ນຂອງອາທິດ ເມື່ອສາວົກປິດປະຕູຫ້ອງທີ່ພວກເຂົາຢູ່ແລ້ວເພາະຢ້ານພວກຢິວ ພຣະເຢຊູໄດ້ສະເດັດເຂົ້າມາປະທັບຍືນຢູ່ຖ້າມກາງເຂົາ ແລະຕັດກັບເຂົາວ່າ "ສັນຕິສຸກຈົ່ງດຳລົງຢູ່ກັບທ່ານທັງຫລາຍເຖີດ" ຄັ້ນພຣະອົງຕັດຢ່າງນັ້ນແລ້ວ ພຣະອົງຊົງໃຫ້ເຂົາເບິ່ງພຣະຫັດແລະສີຂ້າງຂອງພຣະອົງ ເມື່ອພວກສາວົກເຫັນອົງພຣະຜູ້ເປັນເຈົ້າແລ້ວ ເຂົາກໍມີຄວາມຍິນດີ ພຣະເຢຊູຈຶ່ງຕັດກັບເຂົາອີກວ່າ "ສັນຕິສຸກຈົ່ງດຳລົງຢູ່ກັບທ່ານທັງຫລາຍເຖີດ ພຣະບິດາຂອງເຮົາຊົງໃຊ້ເຮົາມາສັນໃດ ເຮົາກໍໃຊ້ທ່ານທັງຫລາຍໄປສັນນັ້ນ" ຄັ້ນພຣະອົງຕັດດັ່ງນັ້ນແລ້ວຈຶ່ງຊົງລະບາຍລົມຫາຍໃຈອອກເໜືອເຂົາ ແລະຕັດກັບເຂົາວ່າ "ທ່ານທັງຫລາຍຈົ່ງຮັບພຣະວິນຍານບໍລິສຸດເຖີດ” (ໂຢຮັນ 20:19-22)

ມັນເປັນວັນອິດສະເຕີຕອນແລງທີ່ພຣະຄຣິດຜູ້ຟື້ນຈາກຕາຍໄດ້ປາກົດຕໍ່ເປໂຕແລະຄົນອື່ນໆ,ສະແດງໃຫ້ເຂົາເຫັນຮອຍຕະປູໃນມືຂອງພຣະອົງ ແລະຮອຍຫອກແທງຢູ່ສີ່ຂ້າງ ຂອງພຣະອົງ,ຈາກນັ້ນພຣະອົງຊົງເປີດຄວາມເຂົ້າໃຈຂອງພວກເຂົາໃນເລື່ອງຄໍາທໍານວາຍ ໃນພຣະຄໍາພີເດີມທີ່ກ່ຽວຂ້ອງກັບການຖືກຄຶງຕາຍພຣະອົງ, ຈາກນັ້ນພຣະອົງກໍລະບາຍລົມ ຫາຍໃຈເທິງພວກເຂົາແລະພວກເຂົາກໍໄດ້ຮັບພຣະວິນຍານບໍລິສຸດ, ໃນວິນາທີນັ້ນເປໂຕ ສຸດທ້າຍກໍໄດ້ບັງເກີດໃໝ່(ເກີດອີກເທື່ອໜື່ງ)ແລະໄດ້ກັບໃຈໃໝ່, ດັ່ງນັ້ນຄວາມເຂັ້ມແຂງຄື ການເຮັດວຽກຂອງພຣະວິນຍານຂອງພຣະເຈົ້າ ແລະຄວາມປະທັບໃຈເກີດຂື້ນໂດຍການ ເຫັນຮ່າງກາຍທີ່ຟື້ນຈາກຕາຍຂອງພຣະເຢຊູພ້ອມດ້ວຍຮອຍຕະປູໃນມືຂອງພຣະອົງ ແລະ ຮອຍແທງຢູ່ທາງຂ້າງຂອງພຣະອົງຊື່ງເປໂຕບໍ່ມີຄວາມສົງໄສອີກຕໍ່ໄປ,ຫຼາຍປີຕໍ່ມາເປໂຕໄດ້ຂຽນດ້ວຍຄວາມໝັ່ນໃຈອັນຍິ່ງໃຫຍ່ວ່າພຣະຄຣິດໄດ້ “ແບກບາບຂອງເຮົາໄວ້ໃນພຣະກາຍ ຂອງພຣະອົງເທິງຕົ້ນໄມ້ນັ້ນ...ໂດຍຮອຍຕີຂອງພຣະອົງທ່ານຈື່ງໄດ້ຮັບການປົວໃຫ້ດີ” (1 ເປໂຕ 2:24),ເລື່ອງນັ້ນໄດ້ສະແດງໃຫ້ເຮົາເຫັນວ່າເປໂຕໄດ້ກັບໃຈໃໝ່ແທ້! ຫຼັງຈາກການ ກັບໃຈຂອງລາວໃນແລງວັນອິດສະເຕີເປໂຕກໍບໍ່ເຄີຍປະຕິເສດພຣະເຢຊູອີກເລີຍ, ລາວໄດ້ ເທດສະໜາຂ່າວປະເສີດຂອງພຣະຄຣິດຈົນສຸດຊີວິດຂອງລາວ,ພາຍຫຼັງທີ່ປະສົບກັບຄວາມທຸກທໍລະມານລາວກໍຖືກຄຶງເອົາຫົວລົງລຸ່ມແລະຈົບຊີວິດຂອງລາວດ້ວຍການປະກາດຢ່າງ ສັດຊື່ເຖິງເລື່ອງຂອງພຣະຄຣິດ.

ອີກສິ່ງໜື່ງ,ພຣະເຢຊູຊົງກ່າວກັບເປໂຕວ່າ “ເມື່ອທ່ານໄດ້ກັບໃຈແລ້ວຈົ່ງຊູກຳລັງພີ່ນ້ອງທັງຫລາຍຂອງທ່ານ”(ລູກາ 22:32),ພຽງແຕ່ຄວາມຄິດນີ້ເທົ່ານັ້ນ - ເມື່ອທ່ານກັບໃຈ ໃໝ່ແທ້ມັນບໍ່ໄດ້ພິສູດໂດຍຄໍາເວົ້າຂອງທ່ານຫຼືໂດຍຄວາມຮູ້ສຶກຂອງທ່ານ, ຂໍ້ພິສູດເຖິງການ ກັບໃຈໃໝ່ແທ້ຄື - ທ່ານຊ່ວຍຊູກໍາລັງຂອງຜູ້ອື່ນໄດ້ບໍ? ທ່ານຊ່ວຍຜູ້ອື່ນໄດ້ບໍ? ໃນຕອນ ທ້າຍຂອງໜັງສືໂຢຮັນພຣະຄຣິດຜູ້ຊົງຟື້ນຄືນຈາກຕາຍກ່າວກັບເປໂຕວ່າ“ທ່ານຮັກເຮົາຫຼື?” ເປໂຕຕອບວ່າ“ພຣະອົງເຈົ້າຂ້າພຣະອົງຊົງຊາບ...ວ່າຂ້າພະອົງຮັກພຣະອົງ, ພຣະເຢຊູຕັດ ກັບເຂົາວ່າຈົ່ງລ້ຽງແກະຂອງເຮົາເຖີດ(ໂຢຮັນ 21:17),ຈາກຈຸດນັ້ນເປັນຕົ້ນມາເປໂຕບໍ່ເຄີຍ ຫວັ່ນໄຫວອີກເລີຍ, ລາວໄດ້ເທດຂ່າວປະເສີດແລະນໍາຄົນອື່ນມາຫາພຣະຄຣິດຕະຫຼອດຊີ ວິດຂອງລາວ, ຖ້າທ່ານຫາກກັບໃຈໃໝ່ແທ້ທ່ານກໍຈະສາມາດຊູກໍາລັງຂອງຄົນອື່ນໄດ້ - ແລະຈະເປັນໂຕຊ່ວຍແລະພຣະພອນສູ່ຄົນທີ່ຫຼົງຫາຍແທ້, ຖ້າຫາກຜົນນັ້ນກໍາລັງຂາດໄປ ຈາກຊີວິດຂອງທ່ານທ່ານກໍຍັງບໍ່ໄດ້ກັບໃຈແທ້, ສິ່ງທີ່ທ່ານມີກໍຄືຄໍາເວົ້າ, ທ່ານກໍຍັງບໍ່ໄດ້ພົບ ກັບ“ພຣະເຢຊູຄຣິດ”(ເອເຟໂຊ 2:20),ພວກເຮົາຂໍອະທິຖານຂໍພຣະເຈົ້າຊັກນໍາທ່ານໃຫ້ມາ ຫາພຣະເຢຊູເພື່ອຊໍາລະລ້າງຈາກຄວາມຜິດບາບໂດຍພຣະໂລຫິດຂອງພຣະອົງ! ຫຼັງຈາກ ນັ້ນທ່ານກໍຈະກັບໃຈໃໝ່ແທ້ຄືກັບເປໂຕໃນຕອນແລງວັນອິດສະເຕີ, ເອແມນ ຂໍເຊີນ ດຣ.ແຊນ ມານໍາເຮົາອະທິຖານແດ່.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“The Attraction of the Cross” (by Samuel Stennett, 1727-1795).

ໂຄງຮ່າງບົດເທດສະໜາ

ການກັບໃຈໃໝ່ຂອງເປໂຕ

THE CONVERSION OF PETER

ໂດຍ: ດຣ. ອາ.ແອວ.ໄຮເມີ ຈູເນຍ

“ແລະອົງພຣະຜູ້ເປັນເຈົ້າຕັດວ່າ ຊີໂມນຊີໂມນເອີຍເບິ່ງເຖີດຊາຕານໄດ້ຂໍທ່ານໄວ້ເພື່ອຈະຝັດຮ່ອນທ່ານເໝືອນຝັດເຂົ້າສາລີ ແຕ່ເຮົາໄດ້ອະທິຖານເຜື່ອໂຕທ່ານ ເພື່ອຄວາມເຊື່ອຂອງທ່ານຈະບໍ່ໄດ້ຂາດ ແລະເມື່ອທ່ານໄດ້ກັບໃຈແລ້ວຈົ່ງຊູກຳລັງພີ່ນ້ອງທັງຫລາຍຂອງທ່ານ”(ລູກາ 22:31-32)

(ມາລະໂກ 9:31-32,10; ມັດທາຍ 17:23; ລູກາ 22:3; ມັດທາຍ 16:16)

I. ໜື່ງ ຂໍ້ນີ້ເລັ່ງໃສ່ການກັບໃຈຂອງເປໂຕ,ເພາະພຣະຄໍາພີສະບັບຄິງເຈມແລະ ສະບັບເຈເນວາ 1599 ແປພາສາກຣີກເປັນ“ການໃຈ”ໄດ້ຢ່າງຖືກຕ້ອງ. ກິດຈະການ 15:3.

II. ສອງ ຂໍ້ນີ້ສະແດງໃຫ້ເຫັນວ່າບໍ່ມີໃຜກັບໃຈໃໝ່ໂດຍການຕິດຕາມພຣະເຢຊູ,ບັບ ຕິດສະມາ ຫຼືແມ່ນແຕ່ການສ່ອງສະຫວ່າງຂອງພຣະເຈົ້າ. ມາລະໂກ 1:16-18;
ລູກາ 6:16; ໂຢຮັນ 6:70; ລູກາ 18:31-34; ເອເຟໂຊ 2:8-9; ຕີໂຕ 3:5-6;
ມັດທາຍ 16:16,17; ລູກາ 4:41.

III. ສາມ ຂໍ້ນີ້ຄວນຈະເຫັນໃນເນື້ອເລື່ອງຂອງການເລົ່າເລື່ອງຂອງຂ່າວປະ ເສີດທັງສີ່ເຫຼັ້ມ. ມັດທາຍ 16:21; 17:12,22-23; 20:18-19, 28; ລູກາ 24:36-45; ໂຢຮັນ 20:19-22;
1 ເປໂຕ 2:24; ໂຢຮັນ 21:17; ເອເຟໂຊ 2:20.