Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມບໍ່ເຊື່ອ - ທີ່ຂັດຂວາງການຟື້ນຟູ

(ບົດເທດສະໜາຕອນທີ່ 11 ເລື່ອງການຟື້ນຟູ)
UNBELIEF – A HINDRANCE TO REVIVAL
(SERMON NUMBER 11 ON REVIVAL)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 12/10/2014
A sermon preached at the Baptist Tabernacle of Los Angeles
Lord's Day Evening, October 12, 2014

“ພວກເຂົາຈະໄປສະແຫວງຫາພຣະເຢໂຮວາ ທັງນໍາເອົາຝູງແບ້, ແກະ, ຝູງງົວຂອງເຂົາໄປນໍາ ແຕ່ເຂົາຈະຫາພຣະອົງບໍ່ພົບ ພຣະອົງຊົງໄປຈາກເຂົາແລ້ວ” (ໂຮເຊຢາ 5:6)


ປະເທດອິສຣາເອນໄດ້ເຫັນອັນຕະລາຍທີ່ພວກເຂົາໄດ້ປະເຊີນໜ້າກັບຄົນອັດຊີເຣຍ,ຫຼັງຈາກນັ້ນພວກເຂົາກໍໄດ້ສະແຫວງຫາພຣະເຈົ້າ,ເພື່ອລະງັບຄວາມຢາກຮ້າຍຂອງພຣະອົງ,ພວກເຂົາພາກັນເອົາແກະແລະງົວຫຼາຍໂຕເພື່ອໄປຖະວາຍບູຊາ, ແຕ່ເຂົາເຈົ້າກໍບໍ່ໄດ້ຮັບ ຄວາມເມດຕາຈາກພຣະເຈົ້າເລີຍ, “ພຣະອົງຊົງໄປຈາກເຂົາແລ້ວ”ເນື່ອງຈາກການໄຫວ້ຮູບ ເຄົາລົບແລະຄວາມບາບອື່ນໆອີກ,ພວກເຂົາບໍ່ໄດ້ສະແຫວງຫາພຣະເຈົ້າຕອນທີ່ສາມາດພົບ ພຣະອົງໄດ້, ຕອນນີ້ມັນສວຍເກີນໄປແລ້ວ, ພຣະເຈົ້າໄດ້ຫັນພຣະພັກຂອງພຣະອົງໄປ ຈາກເຂົາແລ້ວ.

“ພວກເຂົາຈະໄປສະແຫວງຫາພຣະເຢໂຮວາ ທັງນໍາເອົາຝູງແບ້, ແກະ, ຝູງງົວຂອງເຂົາໄປນໍາ ແຕ່ເຂົາຈະຫາພຣະອົງບໍ່ພົບ ພຣະອົງຊົງໄປຈາກ ເຂົາແລ້ວ” (ໂຮເຊຢາ 5:6)

ຂ້າພະເຈົ້າຄິດເຫັນຂໍ້ພຣະຄໍາພີຂໍ້ນີ້ໃນຂະນະທີ່ເບິ່ງວິດີໂອຄໍາເທດສະໜາຂອງບິລລີ່ເກຣແຮມໃນຕອນແລງວັນພຸດແລ້ວນີ້, ລາວກໍາລັງເທດສະໜາຢູ່ເມືອງຊາຄຣາເມນໂຕລັດ ຄາລິຟໍເນຍປະມານປີ 1983, ຫົວຂໍ້ທີ່ລາວເທດແມ່ນ “ພຣະວິນຍານບໍລິສຸດ” ໃນຂະນະທີ່ ລາວເທດສະໜາຢູ່ຂ້າພະເຈົ້າກໍຄິດເຖິງຄໍາເວົ້າທີ່ຢູ່ໃນຂໍ້ພຣະຄໍາພີຂອງເຮົາວ່າ “ພຣະອົງຊົງ ໄປຈາກເຂົາແລ້ວ”

ພວກທ່ານຕ້ອງເຂົ້າໃຈວ່າຂ້າພະເຈົ້າຮັກບິລລີ່ເກຣແຮມ,ຂ້າພະເຈົ້າຮັກລາວສະເໝີ ແລະຈະຮັກຕະຫຼອດໄປ,ແຕ່ຂ້າພະເຈົ້າຈື່ໄດ້ວ່າເຄີຍໄປຟັງລາວເທດສະໜາຢູ່ໃນເມືອງລອສແອງເຈີລິສໃນເດືອນ 8 ປີ 1963, ຕອນທີ່ຂ້າພະເຈົ້າຍ່າງອອກຈາກລົດໃນບ່ອນຈອດລົດ ຂ້າພະເຈົ້າກໍ“ຮູ້ສຶກ“ໄດ້ເຖິງພຣະວິນຍານບໍລິສຸດຄືກັບໄຟຟ້າທີ່ຢູ່ໃນອາກາດ,ໃນຂະນະທີ່ຂ້າ ພະເຈົ້າຍ່າງເຂົ້າໄປໃນໂຮງລະຄອນຂົນແຂນຂອງຂ້າພະເຈົ້າກໍຕັ້ງຂື້ນ, ຂ້າພະເຈົ້າຮູ້ສຶກວ່າ ພຣະວິນຍານບໍລິສຸດຊົງສະຖິດຢູ່ຊື່ງປະສົບການທັງໝົດເປັນສິ່ງທີ່ເຮັດໃຫ້ຕື່ນເຕັນຫຼາຍ,ທຸກຄົນທີ່ຢູ່ໃນສະໜາມໃຫຍ່ຄ່ອນຂ້າງມິດງຽບ, ທ່ານສາມາດໄດ້ຍິນສຽງເຂັມຕົກໃນຂະນະທີ່ ນັກຮ້ອງປະສານສຽງກຸ່ມໃຫຍ່ກໍາລັງຢືນຂື້ນຮ້ອງເພງ“ພຣະເຈົ້າຍິ່ງໃຫຍ່” ບົດເທດຂອງ ບິລລີ່ເກຣແຮມມີລິດອໍານາດຫຼາຍຊື່ງຂ້າພະເຈົ້າຍັງສາມາດຈື່ໄດ້ຈົນເຖິງທຸກມື້ນີ້!

ໃນໄລຍະວະຫຼາຍທົດສະວັດຕໍ່ມາຂ້າພະເຈົ້າໄດ້ເຂົ້າຮ່ວມຟັງຄໍາເທດສະໜາຂອງ ບິລລີ່ເກຣແຮມອີກຫົກເທື່ອຢູ່ຕາມເມືອງຕ່າງໆ, ແຕ່ເມື່ອຂ້າພະເຈົ້າໄດ້ໄປຟັງບົດເທດຂອງ ລາວຢູ່ເມືອງອັອກແລນລັດຄາລິຟໍເນຍຊ່ວງຕົ້ນປີ 1970 ຄໍາເທດສະໜາຂອງລາວມີລິດອໍາ ນາດໜ້ອຍໜື່ງ, ຈາກນັ້ນໃນຕົ້ນປີ 1980 ຂ້າພະເຈົ້າບັງເອີ້ນເບິ່ງຄໍາເທດສະໜາຂອງບິລລີ່ ເກຣແຮມຢູ່ໃນໂທລະພາບກັບສິດຍາພິບານຂອງຂ້າພະເຈົ້າ ດຣ.ທິໂມທີລິນ, ເບິ່ງໄປປະ ມານເຄິ່ງໜື່ງດຣ.ລິນກໍເວົ້າວ່າ “ເບິ່ງຄືວ່າລາວບໍ່ມີລິດຍັງເລີຍ” ຂ້າພະເຈົ້າບໍ່ຄິດວ່າເປັນ ເພາະເກຣແຮມເຖົ້າຫຼາຍແລ້ວ, ເບິ່ງລາວຄ່ອນຂ້າງເຂັ້ມແຂງ, ແຕ່ມີບາງຢ່າງຂາດຫາຍໄປ, ຂ້າພະເຈົ້າຮູ້ສຶກແບບດຽວກັນໃນເວລາທີ່ເບິ່ງວິດີໂອບົດເທດຂອງລາວໃນຄືນວັນພຸດແລ້ວນີ້, ລາວກໍາລັງເທດເລື່ອງພຣະວິນຍານບໍລິສຸດ ແຕ່ມີບາງຢ່າງຂາດຫາຍ,ເບິ່ງຄືກັບວ່າພຣະວິນ ຍານບໍລິສຸດເອງຫາຍໄປ, ມັນເບິ່ງຄືວ່າ“ພຣະອົງ[ໄດ້]ໄປຈາກເຂົາແລ້ວ”(ໂຮເຊຢາ 5:6), ແລະບໍ່ພຽງແຕ່ຕອນທີ່ເກຣແຮມເທດສະໜາເທົ່ານັ້ນ, ຂ້າພະເຈົ້າສໍາພັດໄດ້ວ່າພຣະວິນຍານ ບໍລິສຸດຊົງຂາດຫາຍໄປໃນຄໍາເທດສະໜາສ່ວນຫຼາຍທີ່ຂ້າພະເຈົ້າໄດ້ຍິນໃນປະຈຸບັນນີ້ຢູ່ໃນຄຣິສຕະຈັກຫຼາຍແຫ່ງໃນໂລກຕາເວັນຕົກ,ມັນເຮັດໃຫ້ຂ້າພະເຈົ້າປວດໃຈ - ເພາະຂ້າພະ ເຈົ້າສໍາພັດໄດ້ວ່າພຣະເຈົ້າເອງຊົງໄປຈາກຄຣິສຕະຈັກຂອງເຮົາທັງຫຼາຍຕອນທີ່ພວກເຮົາ ເທດ! ໜ້າເສົ້າແທ້, ໜ້າເສົ້າຫຼາຍ! ບາງຄັ້ງມັນກໍເຮັດໃຫ້ຂ້າພະເຈົ້ຮ້ອງໄຫ້ເມື່ອຄິດເຖິງມັນ! ດຣ.ລອຍໂຈນກ່າວໄວ້ວ່າ “ຄົນຜູ້ໜື່ງສາມາດເທດສະໜາໄດ້ໂດຍປາສະຈາກພຣະວິນຍານ ບໍລິສຸດ” ຂ້າພະເຈົ້າສາມາດອະທິບາຍຄໍານີ້ດ້ວຍຄວາມສະຫຼຽວສະຫຼາດໄດ້ແຕ່ມັນຍັງບໍ່ພຽງ ພໍ ພວກເຮົາຕ້ອງການການສາທິດໃນເລື່ອງພຣະວິນຍານແລະລິດອໍານາດ” (Martyn Lloyd-Jones, M.D., Revival, Crossway Books, 1987, p. 185) ສໍາຫຼັບຂ້າພະເຈົ້າເອງແລ້ວຕ້ອງ ການລິດອໍານາດນັ້ນ! ຂໍຊ່ວຍອະທິຖານເພື່ອບົດເທດຂອງຂ້າພະເຈົ້າແດ່! ທ່ານຮູ້ບໍວ່າພວກເຮົາບໍ່ມີການຟື້ນຟູໃຫຍ່ຢູ່ໃນໂລກທີ່ເວົ້າພາສາອັງກິດນັບຕັ້ງແຕ່ປີ 1859, 150 ກວ່າປີມາແລ້ວ, ກ່ອນປີ 1859 ຄຣິສຕະຈັກຫຼາຍແຫ່ງປະສົບກັບການ ຟື້ນຟູທີ່ພຣະເຈົ້າສົ່ງມາປະມານທຸກໆ 10 ປີຫຼືຫຼາຍກວ່ານັ້ນ, ດຣ.ລອຍໂຈນໄດ້ກ່າວໄວ້ວ່າ

ມີພຽງການຟື້ນຟູໃຫຍ່ຄັ້ງດຽວເທົ່ານັ້ນນັບຕັ້ງແຕ່ປີ 1859, ໂອພວກເຮົາ ຊ່າງມາຢູ່ໃນຊ່ວງເປັນໝັນແທ້... ຜູ້ຄົນພາກັນສູນເສຍຄວາມເຊື່ອໃນພຣະ ເຈົ້າຜູ້ຊົງພຣະຊົນຢູ່,ໃນການຊົງໄຖ່ແລະໃນການກັບຄືນດີກັນແລະໄດ້ປ່ຽນ ເປັນສະຕິປັນຍາ,ປັດຊະຍາແລະການຮຽນຮູ້ໄປຊະແລ້ວ,ພວກເຮົາໄດ້ຜ່ານ ເຂົ້າສູ່ໜື່ງໃນຊ່ວງເວລາແຫ່ງການເປັນໝັນຂອງປະຫວັດສາດຄຣິສຕະຈັກອັນແສນຍາວນານ...ພວກເຮົາຍັງຄົງຢູ່ໃນຖີ່ນທຸລະກັນດານ,ຢ່າໄປເຊື່ອຄໍາແນະນໍາທຸກຢ່າງທີ່ວ່າພວກເຮົາຜ່ານມັນໄປແລ້ວ,ພວກເຮົາຍັງບໍ່ທັນຜ່ານໄປເທື່ອ ( Martyn Lloyd-Jones, M.D., Revival, ເຫຼັ້ມດຽວກັນໜ້າ 129).

ອັນນັ້ນຄືເຫດຜົນທີ່ຂ້າພະເຈົ້າໄດ້ສະແດງໃຫ້ທ່ານເຫັນວິດີໂອການຟື້ນຟູທີ່ມີລິດອໍານາດໃນປະເທດຈີນເລື່ອງ ໄມ້ກາງແຂນ - ພຣະເຢຊູໃນປະເທດຈີນ (China Soul for Christ Foundation ກົດທີ່ນີ້ເພື່ອສັ່ງຊື້ເລື່ອງນີ້) , ຂ້າພະເຈົ້າຢາກໃຫ້ພວກທ່ານເຫັນວ່າ ການຟື້ນຟູບໍ່ແມ່ນພຽງແຕ່ເລື່ອງທີ່ເປັນໄປໄດ້ໃນປະຈຸບັນນີ້ເທົ່ານັ້ນ - ມັນກໍາລັງເກີດຂື້ນໃນ ປະຈຸບັນນີ້ ຢູ່ໃນມຸມອື່ນໆຂອງໂລກ, ນັບຕັ້ງແຕ່ທີ່ບໍ່ມີພື້ນຖານການຟື້ນຟູຢູ່ໃນໂລກຕາເວັນ ຕົກແລ້ວຂ້າພະເຈົ້າກໍບໍ່ສາມາດສົ່ງໃຫ້ທ່ານເບິ່ງດ້ວຍຕາຂອງທ່ານເອງໄດ້, ຂ້າພະເຈົ້າສາ ມາດສົ່ງພຽງແຕ່ວິດີໂອທີ່ມາຈາກທາງໄກຢູ່ປະເທດຈີນເທົ່ານັ້ນ, ຂ້າພະເຈົ້າມີຄວາມຫວັງວ່າ ພວກທ່ານຈະມີຄວາມປາດຖະໜາຢາກມີການຟື້ນຟູຖ້າທ່ານໄດ້ເຫັນວິດີໂອພວກນັ້ນຈາກປະເທດຈີນ,ກະສັດໂຊໂລມອນໄດ້ກ່າວໄວ້ວ່າ:

“ຂ່າວດີຈາກເມືອງໄກ ກໍເໝືອນນໍ້າເຢັນທີ່ໃຫ້ແກ່ຄົນກະຫາຍນໍ້າ” (ສຸພາສິດ 25:25)

ຂ້າພະເຈົ້າຢາກໃຫ້ພວກທ່ານເຫັນໃນສິ່ງທີ່ພຣະເຈົ້າຊົງສາມາດເຮັດໄດ້ໃນປະຈຸບັນນີ້, ໃນ ເລື່ອງການຟື້ນຟູ, ໄບຣອັນເອັຊ.ເອັດເວີດ ໄດ້ກ່າວວ່າ:

ມັນບໍ່ແມ່ນວ່າການຟື້ນຟູສາມາດຈັບໄດ້ຄືກັບເຊື້ອໂລກແຕ່ມັນສ້າງຜົນທີ່ ຍາວນານແລະຄວາມກະຫາຍຖ້າມກາງຄົນເຫຼົ່ານັ້ນທີ່ຖືກບອກເຖິງເລື່ອງ ນັ້ນແລະເຫັນມັນ, ຄົນສ່ວນຫຼາຍທີ່ພຣະເຈົ້າຊົງໃຊ້ໃນການຟື້ນຟູຮູ້ດີເຖິງສິ່ງ ທີ່ພຣະເຈົ້າຊົງເຮັດໃນອະດີດທີ່ຜ່ານມາ...ພວກເຮົາໂງ່ທີ່ບໍ່ເກັບເອົາຜົນປະ ໂຫຍດແຫ່ງການຮຽນຮູ້ເລື່ອງທັງໝົດເທົ່າທີ່ເຮັດໄດ້ກ່ຽວກັບການຟື້ນຟູໃນ ອະດີດທີ່ຜ່ານມາເພື່ອທີ່ພວກເຮົາຈະຕອບສະໜອງຕໍ່ຄວາມເປັນໄປໄດ້ຂອງພຣະເຈົ້າເພື່ອເຮົາ,ພວກເຮົາຕ້ອງມີຕາເບິ່ງໃນສິ່ງພຣະເຈົ້າຊົງສາມາດເຮັດ ໄດ້ຄວາມຄິດຂອງເຮົາຂະຫຍາຍອອກໄປແລະນິມິດຂອງເຮົາຕັ້ງຢູ່ເທິງລິດອໍານາດແຫ່ງວຽກງານອັນຊົງລິດຂອງພຣະເຈົ້າ, ພຣະເຈົ້າອາດຈະກໍາລັງລໍ ຖ້າໃຫ້ພວກເຮົາຕອບສະໜອງຕໍ່ສິ່ງທີ່ພຣະອົງຊົງເຮັດໃນອະດີດທີ່ຜ່ານມາ (Brian H. Edwards, Revival! – A People Saturated with God, Evangelical Press, 1991 edition, pp. 91, 92).

ການຟັງເລື່ອງລາວການຟື້ນຟູໃນອະດີດແລະການຟື້ນຟູໃນປະຈຸບັນທີ່ກໍາລັງເກີດຂື້ນຢູ່ບ່ອນ ອື່ນໆຄວນຈະຊ່ວຍພວກເຮົາໃຫ້ມີຄວາມເຊື່ອວ່າພຣະເຈົ້າສາມາດເຮັດສິ່ງເຫຼົ່ານີ້ຢູ່ນີ້ໃນໂບດຂອງເຮົາເອງໄດ້,ຄວາມບໍ່ເຊື່ອຄືສິ່ງຂັດຂວາງທີ່ໃຫຍ່ທີ່ສຸດຕໍ່ການຟື້ນຟູຖ້າມກາງພວກເຮົາ

ພຣະເຢຊູຊົງກັບໄປບ້ານຂອງພຣະອົງຢູ່ນາຊາເຣັດ, ຜູ້ຄົນພາກັນ“ຕົກຕະລຶງ”ເມື່ອ ພວກເຂົາໄດ້ຍິນພຣະອົງເທດຢູ່ໃນໂຮງທໍາຂອງພວກເຂົາ, ແຕ່ມີບາງຄົນໃນພວກເຂົາເວົ້າ ວ່າພຣະອົງເປັນພຽງແຕ່ລູກຂອງຊ່າງໄມ້ຄົນໜື່ງ, ພວກເຂົາສະດຸດພຣະອົງ, ຫຼັງຈາກນັ້ນ ພຣະຄໍາພີບອກວ່າ“ພຣະອົງຈື່ງບໍ່ໄດ້ເຮັດການອັດສະຈັນຫຼາຍຢູ່ທີ່ນັ້ນເພາະເຂົາບໍ່ມີຄວາມ ເຊື່ອ”(ມັດທາຍ 13:58), ດຣ.ຈອນກິລໄດ້ກ່າວວ່າ “ບໍ່ແມ່ນເພາະຕ້ອງການ[ຂາດແຄ້ນ]ລິດ ອໍານາດ ຫຼືຄວາມບໍ່ເຊື່ອຂອງເຂົາມັນໃຫຍ່ເກີນສໍາຫຼັບພຣະອົງທີ່ຈະເອົາຊະນະມັນໄດ້ແຕ່ ພຣະອົງບໍ່ເຮັດໄດ້ເພາະພຣະອົງຕັດສິນແລ້ວວ່າພວກເຂົາບໍ່ສົມຄວນໄດ້ຮັບ” (John Gill, D.D., An Exposition of the New Testament, volume I, The Baptist Standard Bearer, 1989 reprint, p. 159; note on Matthew 13:58).

ຂ້າພະເຈົ້າຮູ້ຈັກຜູ້ຊາຍຄົນໜື່ງທີ່ຄວາມຈິງແລ້ວໄດ້ຜ່ານການຟື້ນຟູໃຫຍ່ມາແລ້ວແຕ່ລາວພັດບໍ່ໄດ້ສັງເກດເບິ່ງເພາະລາວຫາກໍແຕ່ງງານໃຫມ່! ຂ້າພະເຈົ້າຮູ້ຈັກຜູ້ຊາຍອີກຄົນ ໜື່ງທີ່ຜ່ານການຟື້ນຟູທີ່ອັດສະຈັນໃນລັດເວີຈີເນຍ,ແຕ່ລາວພັດເວົ້າວ່າມັນເປັນພຽງແຕ່ການ “ເຊື້ອເຊີນທີ່ຍາວນານ” ສໍາຫຼັບຂ້າພະເຈົ້າແລ້ວເບິ່ງຄືວ່າຄົນພວກນັ້ນດີໃຈແບບຊາວໂລກ ເກີນໄປໃນຕອນທີ່ການຟື້ນຟູມາເຖິງ!ແລະແນ່ນອນພວກເຂົາບໍ່ມີຄວາມເຊື່ອເລີຍທີ່ຈະອະທິຖານເພື່ອການຟື້ນຟູ!ຂໍພຣະເຈົ້າໂຜດຊ່ວຍພວກເຮົາໃຫ້ມີຄວາມເຊື່ອຫຼາຍຂື້ນໃນລິດອໍານາດຂອງພຣະອົງ!

ອັກຄະສາວົກເປົາໂລກ່າວໄວ້ວ່າ “ຢ່າດັບພຣະວິນຍານ”(1 ເທສະໂລນິກາ 5:19) ຄວາມບໍ່ເຊື່ອແລະການມີຊີວິດແບບໂລກໄດ້ດັບພຣະວິນຍານ! ດຣ.ລອຍ-ໂຈນ ເວົ້າເຖິງ ສາສະໜາສາດແຫ່ງ“ການດັບພຣະວິນຍານ”ແລະການສູນເສຍຄວາມສົນໃຈໃນການຟື້ນຟູ (The Puritans, Banner of Truth, 1996 edition, p. 9).

ພວກສາວົກບໍ່ສາມາດໄລ່ຜີທີ່ມີລິດຫຼາຍອອກໄດ້ເພາະຄວາມບໍ່ເຊື່ອຂອງເຂົາ (ມັດ ທາຍ 17:20), ພວກຢິວບໍ່ສາມາດເຂົ້າໄປໃນດິນແດນແຫ່ງພັນທະສັນຍາໄດ້“ເພາະຄວາມ ບໍ່ເຊື່ອ (ເຮັບເລີ 3:19), ບໍ່ມີຄວາມສົງໄສໃນຄວາມຄິດຂອງຂ້າພະເຈົ້າເລີຍວ່າການຟື້ນຟູ ສາມາດ“ດັບລົງ”ໄດ້ໂດຍຄວາມບາບແຫ່ງຄວາມບໍ່ເຊື່ອ.

ພຣະຄໍາພີມີຫຼາຍໜ້າທີ່ສະແດງໃຫ້ເຫັນເຖິງການກະທໍາທີ່ຊົງລິດຂອງພຣະເຈົ້າ, ສ່ວນໃຫຍ່ເພື່ອເພີ່ມເຕີມຄວາມເຊື່ອຂອງເຮົາໃນພຣະອົງໃຫ້ຫຼາຍຂື້ນ, ເຮັບເລີບົດທີ່ 11 ທັງບົດແມ່ນເວົ້າກ່ຽວກັບສິ່ງຕ່າງໆທີ່ສໍາເລັດລົງຜ່ານທາງຄວາມເຊື່ອໃນພຣະເຈົ້າ, ຂ້າພະ ເຈົ້າຄິດວ່າເຫດຜົນຫຼັກໆທີ່ພວກເຮົາບໍ່ມີການຟື້ນຟູກໍເພາະຄວາມບໍ່ເຊື່ອວ່າພຣະເຈົ້າສາມາດສົ່ງມັນມາໃນສະໄໝຂອງເຮົາດຽວນີ້ໄດ້, ນັ້ນແລະທີ່ວ່າເປັນຫຍັງພວກເຮົາຈື່ງຕ້ອງການໄດ້ ຍິນຈໍານວນຂອງການຟື້ນຟູໃນອະດີດແລະໃນສ່ວນອື່ນໆຂອງໂລກໃນປະຈຸບັນນີ້, ຫຼັງຈາກ ນັ້ນເຮົາກໍສາມາດເວົ້າກັບພໍ່ຂອງເດັກນ້ອຍທີ່ຖືກຜີສິງໄດ້ວ່າ “ຂ້າພະອົງເຊື່ອ ພຣະອົງເຈົ້າ ຂ້າທີ່ຂ້າພະອົງຍັງຂາດຄວາມເຊື່ອນັ້ນ ຂໍຊົງໂຜດໃຫ້ເຊື່ອເຖີດ” (ມາລະໂກ 9:24),ຕອນ ທີ່ພຣະເຈົ້າຈະສົ່ງການຟື້ນຟູພຣະອົງອາດຈະເພີ່ມເຕີມຄວາມເຊື່ອຂອງທ່ານໃນຂະນະທີ່ ທ່ານອະທິຖານຂໍການຖອກເທລົງມາຂອງພຣະວິນຍານບໍລິສຸດກໍເປັນໄດ້, ເມື່ອທ່ານໄດ້ຍິນ ກ່ຽວກັບການຟື້ນຟູຈົ່ງເອົາໃຈໃສ່ຟັງຢ່າງໃກ້ຊິດ, ຫຼັງຈາກນັ້ນກໍອະທິຖານຂໍໃຫ້ພຣະເຈົ້າສົ່ງ ການຟື້ນຟູມາໃຫ້ຄຣິສຕະຈັກຂອງເຮົາ,ແລະຂ້າພະເຈົ້າຄິດວ່າມັນຖືກຕ້ອງແລ້ວທີ່ພວກທ່ານຈະອະທິຖານວ່າ “ຂ້າພະອົງເຊື່ອ ພຣະອົງເຈົ້າ ຂ້າທີ່ຂ້າພະອົງຍັງຂາດຄວາມເຊື່ອນັ້ນ ຂໍຊົງໂຜດໃຫ້ເຊື່ອເຖີດ”

ອີກສິ່ງໜື່ງທີ່ພວກທ່ານຈໍາເປັນຕ້ອງຮູ້ຈັກຄືຄວາມຈິງທີ່ວ່າການຟື້ນຟູສ່ວນຫຼາຍເກີດຂື້ນຢູ່ໃນຄຣິສຕະຈັກທ້ອງຖີ່ນຄືກັບຄຣິສຕະຈັກຂອງພວກເຮົາຫຼືໃນການປະຊຸມນ້ອຍໆ, ໜັງ ສືສ່ວນຫຼາຍທີ່ກ່ຽວກັບການຟື້ນຟູເລັ່ງໃສ່ເລື່ອງໃຫຍ່,ເຫດການທີ່ພິເສດ - ເມືອງທັງເມືອງ ລຸກເປັນໄຟເພື່ອພຣະເຈົ້າ,ການຟື້ນຟູປ່ຽນແປງເສັ້ນທາງຂອງປະຫວັດສາດແລະອື່ນໆ, ຂ້າ ພະເຈົ້າຄິດວ່າຄົນທີ່ຂຽນໜັງສືພວກນັ້ນມີເຈດຕະນາດີແຕ່ຂ້າພະເຈົ້າບໍ່ຄິດວ່າພວກເຂົາເຂົ້າ ໃຈເຖິງອັນຕະລາຍທີ່ສາມາດມາໄດ້ໂດຍບໍ່ບອກພວກເຮົາວ່າການຟື້ນຟູເຫຼົ່ານີ້ເລີ່ມຕົ້ນແນວ ໃດແດ່, ໂດຍການອ່ານກ່ຽວກັບເຫດການພິເສດເຫຼົ່ານັ້ນທັງໝົດທ່ານອາດຈະເກີດຄວາມບໍ່ ເຊື່ອກໍເປັນໄດ້,ມັນອາດຈະໃຫ້ໂອກາດແກ່ພະຍາມານທີ່ຈະເວົ້າວ່າ “ບາງສິ່ງບາງຢ່າງທີ່ ໃຫຍ່ຈະບໍ່ມີມື້ເກີດຂື້ນຢູ່ນີ້ເດັດຂາດ” ນັ້ນແລະຄືເຫດຜົນທີ່ຂ້າພະເຈົ້າຫວັງວ່ານັກຂຽນເຫຼົ່າ ນັ້ນຈະເອົາໃຈໃສ່ຫຼາຍຂື້ນກັບສິ່ງທີ່ເກີດຂື້ນຢູ່ໃນຄຣິສຕະຈັກທ້ອງຖີ່ນເມື່ອມັນເລີ່ມປະສົບກັບການຖອກເທລົງມາຂອງພຣະວິນຍານບໍລິສຸດ, ດຣ.ລອຍ-ໂຈນໄດ້ສັງເກດເລື່ອງນີ້ຕອນທີ່ ລາວເວົ້າວ່າ:

ພວກເຮົາບໍ່ໄດ້ກຽມພ້ອມສໍາຫຼັບການມາປະຊຸມກັນຂອງຄຣິສຕະຈັກໃນວັນ ອາທິດອີກຕໍໄປ... ໃນຂະນະທີ່ມີແນວໂນ້ມທີ່ຈະຄິດເຖິງໃນຮູບແບບຂອງ ການປະຊຸມໃຫຍ່ແລະການຂັບເຂື່ອນຫຼາຍກວ່າທີ່ຈະຄິດໃນຮູບແບບຄຣິສ ຕະຈັກທ້ອງຖີ່ນທີ່ເພີ່ມຂື້ນ, ດັ່ງນັ້ນຄວາມຖີ່ຂອງການຟື້ນຟູຈື່ງໄດ້ຫຼຸດລົງ (ການຟື້ນຟູເຫຼັ້ມດຽວກັນໜ້າ 61)

ຂ້າພະເຈົ້າສົງໄສຖ້າຫາກວ່າເລື່ອງນັ້ນບໍ່ໄດ້ເກີດຂື້ນໃນຕອນທີ່ຂ້າພະເຈົ້າເອົາວິດີໂອ ເລື່ອງການຟື້ນຟູຢູ່ປະເທດຈີນໃຫ້ພວກທ່ານເບິ່ງ,ມັນສະແດງໃຫ້ເຫັນແລ້ວວ່າການຟື້ນຟູຢູ່ ບ່ອນນັ້ນໃຫຍ່ຫຼາຍ - ຄວາມຈິງແລ້ວຢູ່ທົ່ວປະເທດ, ຂ້າພະເຈົ້າສົງໄສຖ້າຫາກຊາຕານໄດ້ ເວົ້າກັບທ່ານວ່າ“ບາງສິ່ງບາງຢ່າງທີ່ໃຫຍ່ຈະບໍ່ມີມື້ເກີດຂື້ນຢູ່ນີ້ເດັດຂາດ”ໃນຂະນະທີ່ຄວາມ ເປັນຈິງແລ້ວມັນໜ້າຈະເປັນຄວາມຈິງ! ພວກເຮົາອາດຈະບໍ່ມີການຟື້ນຟູລະດັບຊາດຢູ່ໃນ ປະເທດອາເມລິກາເລີຍ,ຂ້າພະເຈົ້າບໍ່ໄດ້ເວົ້າວ່າພວກທ່ານບໍ່ຄວນອະທິຖານເພື່ອການຟື້ນຟູແຫ່ງຊາດເລີຍແຕ່ກະລຸນາເລັ່ງໃສ່ເລື່ອງຄຣິສຕະຈັກທ້ອງຖີ່ນ! ຜູ້ທໍານາຍເສຄາລິຢາໄດ້ ກ່າວວ່າ “ຜູ້ໃດລະດູໝີ່ນວັນແຫ່ງສິ່ງນ້ອຍໆ”(ເສຄາລິຢາ 4:10) ດຣ.ແມັກກີ້ໄດ້ກ່າວວ່າ “ພວກເຮົາດູໝີ່ນວັນແຫ່ງສິ່ງນ້ອຍໆ, ພວກເຮົາຄົນອາເມລິກາໃຫ້ຄວາມສໍາຄັນກັບອັນໃຫຍ່ ແລະໂດດເດັ່ນ...ພວກເຮົາວັດແທກຄວາມສໍາເລັດໂດຍຂະໜາດຂອງຕຶກອາຄານແລະຜູ້ຄົນທີ່ເຂົ້າມາຂ້າງໃນ” (J. Vernon McGee, Th.D., Thru the Bible, volume III, Thomas Nelson Publishers, 1983, p. 924; note on Zechariah 4:10).

ເມື່ອໃດທີ່ພວກເຮົາໄດ້ຮຽນຮູ້ວ່າພຣະເຈົ້າບໍ່ໄດ້ເຮັດວຽກໃນທາງແບບນັ້ນ? ພຣະອົງ ຊົງຊ່ວຍເຊື້ອສາຍຂອງມະນຸດທັງໂລກໂດຍມີພຽງ 8 ຄົນເທົ່ານັ້ນໃນສະໄໝຂອງໂນອາ, ບໍ່ ມີການປະຊຸມ“ໃຫຍ່”-ມີພຽງທີ່ສະເພາະເຈາະຈົງ - ຢູ່ໃນເຮັບເລີບົດທີ່ສິບເອັດເທົ່ານັ້ນ, ພຣະເຈົ້າຊົງບອກກິເດໂອນໃຫ້ສົ່ງຝູງຊົນກັບບ້ານເພາະພຣະອົງຕ້ອງການພຽງແຕ່ 300 ຄົນເທົ່ານັ້ນເພື່ອທີ່ຈະເອົາຊະນະພວກມີດຽນ, ການຟື້ນຟູຫຼັກໆຂອງປະຫວັດສາດເລີ່ມຕົ້ນ ດ້ວຍກໍາມືໜື່ງຂອງປະຊາຊົນ.

ອີກມຸມໜື່ງ,ການປະຊຸມ“ການຟື້ນຟູ”ໃຫຍ່ບໍ່ໄດ້ຜະລິດການຟື້ນຟູແທ້ໃນສະໄໝຂອງເຮົາ,ຂ້າພະເຈົ້າໄດ້ອ່ານຢູ່ບ່ອນທີ່ບິລລີ່ເກຣແຮມຍອມຮັບວ່າການຟື້ນຟູບໍ່ໄດ້ອອກມາຈາກ ການປະກາດຂ່າວປະເສີດຂອງຄົນຂອງລາວ, ໃຫ້ເບິ່ງ Explo ’72 - ພວກຄົນໜຸ່ມຂອງ ພວກແຄມພັສຄຣູເສດໂຟໄຄຣສ໌ໄດ້ມາຮ່ວມກັນ 200,000 ຄົນໃນເມືອງດາລັສລັດເທັກຊັສ ເພື່ອຟັງບິລລີ່ເກຣແຮມເທດສະໜາເປັນເວລາຫົກຄືນ, ແມ່ນຫຍັງອອກມາຈາກມັນ? ບໍ່ມີ ຫຍັງຫຼາຍ, ປີຕໍ່ມາເກຣແຮມໄດ້ໄປເທດສະໜາຕໍ່ລ້ານກວ່າຄົນທີ່ມາລວມໂຕກັນຢູ່ນະຄອນ ຫຼວງໂຊຂອງປະເທດເກົາຫຼີໃນເດືອນຫົກປີ 1973, ມັນເປັນຈໍານວນຝູງຊົນຫຼາຍທີ່ສຸດທີ່ມາ ຟັງຄົນຜູ້ໜື່ງເທດສະໜາທີ່ໄດ້ບັນທຶກໄວ້ໃນປະຫວັດສາດຂອງໂລກໃນເວລານັ້ນ, ແມ່ນ ຫຍັງອອກມາຈາກມັນ? ບໍ່ມີຫຍັງຫຼາຍ ຂ້າພະເຈົ້າແນ່ໃຈວ່າມີໜ້ອຍຄົນທີ່ໄດ້ຮັບຄວາມ ລອດຢູ່ເມືອງດາລັສແລະໂຊ - ແຕ່ບໍ່ມີການຟື້ນຟູມາຈາກການປະຊຸມໃຫຍ່ພວກນັ້ນເລີຍ.

ແມ່ນແລ້ວເກືອບທຸກການຟື້ນຟູໃຫຍ່ເລີ່ມຕົ້ນດ້ວຍຄົນຈໍານວນໜ້ອຍ,ໃນເມືອງນັອດແທມຕັນລັດແມສຊາຊູເສດຢູ່ໃນຄຣິສຕະຈັກຂອງໂຢນາທານເອັດເວີດມີພຽງແຕ່ໜື່ງຮ້ອຍ ຄົນເທົ່ານັ້ນທີ່ເວົ້າເຖິງຕອນທີ່ການຟື້ນຕື່ນຂື້ນອັນຍິ່ງໃຫຍ່ຄັ້ງທີ່ໜື່ງເລີ່ມຕົ້ນຂື້ນຢູ່ບ່ອນນັ້ນ, ຊື່ງໄດ້ປ່ຽນແປງໂລກທີ່ເວົ້າພາສາອັງກິດທັງໝົດ, ໃນວັນປີໃໝ່ປີ 1738 ນັກຮຽນເຈັດຄົນທີ່ ຈົບຈາກວິທະຍາໄລອັອກຟອດແລະຄົນອື່ນໆອີກປະມານຫົກສິບຄົນພາກັນປະຊຸມອະທິຖານຢູ່ໃນຫ້ອງໜື່ງໃນນະຄອນຫຼວງລອນດອນ, ການຟື້ນຕື່ນຂື້ນອັນຍິ່ງໃຫຍ່ຄັ້ງທີ່ໜື່ງທີ່ໄດ້ຂະ ຫຍາຍອອກໄປທົ່ວປະເທດກໍມາຈາກເລື່ອງນີ້, ໃນປີ 1806 ນັກສຶກສາຈາກວິທະຍາໄລຫ້າ ຄົນໄດ້ພາກັນອະທິຖານຢູ່ໃຕ້ກອງເຟືອງແລະການເຄື່ອນໄຫວຂອງມິດຊັນນາລີຈາກປະເທດອາເມລິກາກໍໄດ້ເລີ່ມຕົ້ນຂື້ນ,ໜື່ງໃນການຟື້ນຟູທີ່ຍິ່ງໃຫຍ່ທີ່ສຸດຕະຫຼອດການ,ໃນປີ 1727 ມີປະມານ 400 ຄົນມາອະທິຖານຢູ່ໃນແຜ່ນດິນຂອງເຄົ້າທ໌ນິໂຄລັສວອນຊິນເຊັນດອບຊື່ງ ຕອນນີ້ແມ່ນປະເທດສາທາລະນະລັດເຊັກ, ການຟື້ນຟູໄດ້ເລີ່ມຕົ້ນຂື້ນໂດຍການສົ່ງມິດຊັນ ນາລີເປັນພັນໆຄົນໄປທົ່ວມຸມໂລກ, ເຊັ່ນກັນຈາກການປະຊຸມອະທິຖານຂອງພວກໂມຣາ ເວຍນີ້ເປັນເຫດໃຫ້ຈອນແລະຊາລ໌ເວສລີໄດ້ຮັບຄວາມລອດ, ສະນັ້ນການຟື້ນຟູໃຫຍ່ຂອງ ພວກເມໂຕດິສເຊັ່ນດຽວກັນກັບພວກທະຫານແຫ່ງຄວາມລອດມາຈາກການປະຊຸມອະທິ ຖານຂອງຄົນພຽງ 400 ຄົນໃນເຊັກໂກສະໂລວາເກຍ! ໃນວັນທີ່ 23 ເດືອນ 9 ປີ 1857 ຜູ້ຊາຍຫົກພາກັນປະທິຖານຢູ່ໃນໂບດນັອດດັຊຢູ່ຖະໜົນຟູຕັນລັດນິວຢອກ, ພວກເຂົາຕົກ ລົງກັນທີ່ຈະອະທິຖານເປັນເວລາຊົ່ວໂມງໜື່ງທຸກໆວັນພຸດ, ການຟື້ນຕື່ນຂື້ນອັນຍິ່ງໃຫຍ່ຄັ້ງ ທີ່ສາມໄດ້ເລີ່ມຂື້ນແລະມີຄົນເປັນແສນໆຄົນໄດ້ຮັບຄວາມລອດທົ່ວທຸກມຸມໂລກ, ການຟື້ນຟູ ຢູ່ຖະໜົນຟູຕັນໃນເມືອງນິວຢອກຍັງໄດ້ຊ່ວຍດົນໃຈການຮັບໃຊ້ຂອງຊີ.ເອັຊ.ສະເປີໂຈນຢູ່ໃນລອນດອນປະເທດອັງກິດທີ່ຫ່າງອອກໄປສາມພັນໄມອີກດ້ວຍ!

ຂ້າພະເຈົ້າເຄີຍອ່ານກ່ຽວກັບການຟື້ນຟູຕ່າງໆເປັນເວລາຫຼາຍປີ, ຂ້າພະເຈົ້າຈື່ບໍ່ໄດ້ ແມ່ນແຕ່ເທື່ອດຽວວ່າມັນເລີ່ມຕົ້ນຂື້ນຢູ່ໃນການປະຊຸມໃຫຍ່ຂອງພວກຂ່າວປະເສີດຫຼັງຈາກ ການຟື້ນຕື່ນຂື້ນໃຫຍ່ຄັ້ງທີ່ໜື່ງ, ບໍ່ແມ່ນຈັກຢ່າງ! ຈື່ໄດ້ວ່າມີພຽງ 120 ຄົນເທົ່ານັ້ນທີ່ອະທິ ຖານຢູ່ໃນຫ້ອງຊັ້ນເທິງເມື່ອພຣະວິນຍານຂອງພຣະເຈົ້າໄດ້ເທລົງມາໃນວັນເພັນເທດສະເຕ!ຄຣິສຕຽນໄດ້ແຜ່ຂະຫຍາຍຈາກການປະຊຸມນ້ອຍໆນັ້ນໄປຈົນທົ່ວສຸດປາຍຂອງໂລກ!

ພວກເຮົາເທດສະໜາຂ່າວປະເສີດຢູ່ນີ້ທຸກໆວັນອາທິດ,ພວກເຮົາບອກຄົນທີ່ຫຼົງຫາຍວ່າພຣະເຢຊູຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າບາບຂອງພວກເຂົາ, ພວກເຮົາບອກ ພວກເຂົາວ່າພຣະເຢຊູຊົງຟື້ນຄືນຈາກຕາຍເພື່ອມອບຊີວິດນິລັນດອນໃຫ້ເຂົາ, ແຕ່ຄວາມຈິງ ເຫຼົ່ານັ້ນຈະຕ້ອງຖືກເຮັດໃຫ້ເປັນຈິງຕໍ່ເຂົາເຈົ້າໂດຍພຣະວິນຍານບໍລິສຸດ, ພຣະອົງຈະຕ້ອງ ເຮັດໃຫ້ເຂົາສໍານຶກໃນເລື່ອງບາບ, ພຣະອົງຈະຕ້ອງຊັກນໍາພວກເຂົາໄປຫາພຣະຄຣິດເພື່ອທີ່ ຄວາມບາບຂອງເຂົາຈະສະອາດໄດ້ໂດຍພຣະໂລຫິດຂອງພຣະອົງ, ຂ້າພະເຈົ້າຫວັງວ່າ ພວກທ່ານຈະອະທິຖານເພື່ອໃຫ້ພຣະເຈົ້າຖອກເທພຣະວິນຍານຂອງພຣະອົງລົງມາເໜືອ ຄຣິສຕະຈັກຂອງເຮົາໃນການຟື້ນຟູທີ່ແທ້ຈິງ! ຂ້າພະເຈົ້າຫວັງວ່າພວກທ່ານຈະອະທິຖານ ຂໍການຟື້ນຟູທຸກໆເທື່ອທີ່ທ່ານອະທິຖານ, ອະທິຖານຂໍການເທລົງມາຂອງພຣະວິນຍານບໍລິ ສຸດເພື່ອເຮັດວຽກນີ້ຢູ່ໃນໃຈຂອງຄົນບາບທັງຫຼາຍ, ໂອຂ້າແດ່ພຣະເຈົ້າ ພວກເຮົາຂໍການ ຖອກເທຂອງພຣະວິນຍານຂອງພຣະອົງເພື່ອເຮັດໃຫ້ຄົນບາບສໍານຶກຕົວແລະຊັກນໍາເຂົາໄປຫາພຣະບຸດຂອງພຣະອົງ, ພວກເຮົາຂໍອະທິຖານໃນນາມພຣະເຢຊູຄຣິດເຈົ້າ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Breathe on Me” (by Edwin Hatch, 1835-1889; altered by B. B. McKinney, 1886-1952).