Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ປະສົບການແຫ່ງຄວາມໂດດດ່ຽວ

THE EXPERIENCE OF LONELINESS!
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 17/8/2014
A sermon preached at the Baptist Tabernacle of Los Angeles
Lord's Day Morning, August 17, 2014

“ຂ້າພຣະອົງແນມທາງຂວາມືແລະແນມເບິ່ງ ແຕ່ບໍ່ມີໃຜຍອມຮູ້ຈັກ ຂ້າພຣະອົງ ຂ້າພຣະອົງບໍ່ມີທີ່ຫລົບໄພ ບໍ່ມີໃຜເອົາໃຈໃສ່ຂ້າ ພຣະອົງເລີຍ”(ເພງສັນລະເສີນ 142:4)


ກະສັດຊາອູເຮັດບາບແລະຖືກພຣະເຈົ້າປະຕິເສດ,ຫຼັງຈາກນັ້ນຜູ້ທໍານາຍຊາມູເອັນກໍເຈີມຕັ້ງຊາຍໜຸ່ມຄົນໜື່ງຊື່ວ່າດາວິດໃຫ້ເປັນກະສັດອົງໃໝ່,ຊາອູຈື່ງອິດສາດາວິດເພາະລາວຖືກວິນຍານຊົ່ວເຂົ້າສິງຢູ່,ໃນຍາມທີ່ກະສັດຊາອູໃຈຮ້າຍລາວໄດ້ແກວ່ງຫອກໃສ່ດາວິດແຕ່ບໍ່ຖືກເປົ້າ,ດາວິດຕ້ອງໄດ້ໜີເພື່ອເອົາຊີວິດລອດ,ດາວິດໜີໄປໄກເຂົ້າໄປໃນປ່າກັນດານແລະລີ້ຢູ່ໃນຖ້ຳແຫ່ງໜື່ງລາວທັງຢ້ານ,ທັງຫິວແລະໂດດດ່ຽວ,ໃຫ້ສັງເກດຄໍາເວົ້າທີ່ດົນໃຈຢູ່ກ້ອງຄໍາ ໃນ “ເພງສັນລະເສີນ” “ມັສຄິລ[ຫຼືຄໍາສອນ]ຂອງດາວິດ ຄໍາອະທິຖານເມື່ອທ່ານຢູ່ໃນຖ້ຳ” ຄໍາເວົ້າພວກນັ້ນຄືສ່ວນໜື່ງຂອງຂໍ້ພຣະຄໍາພີທີ່ດົນໃຈ,ບໍ່ໄດ້ພີ່ມເຕີມໃນເວລາຕໍ່ມາ, ດັ່ງນັ້ນ ພວກເຮົາຈື່ງຮູ້ວ່າດາວິດມີຈິດໃຈທີ່ສັບສົນ, ຢ້ານແລະໂດດດ່ຽວ - ລີ້ຢູ່ໃນຖໍ້າແຫ່ງໜື່ງຈາກ ກະສັດຜູ້ມີວິນຍານຊົ່ວເຂົ້າສິງ,ບໍ່ມີຜູ້ໃດຢາກມີສ່ວນພົວພັນກັບດາວິດເພາະພວກເຂົາທຸກຄົນຕ່າງກໍຢ້ານກະສັດຊາອູ, ດາວິດ ກ່າວວ່າ:

“ບໍ່ມີໃຜເອົາໃຈໃສ່ຂ້າ ພຣະອົງເລີຍ”(ເພງສັນລະເສີນ 142:4)

ບໍ່ມີໃຜສົນໃຈລາວເລີຍ,ລາວຢູ່ຜູ້ດຽວຕະຫຼອດ,ແຕ່ລາວມີພຣະເຈົ້າຊື່ງມີຫຼາຍກວ່າທີ່ຄົນໜຸ່ມສາວຫຼາຍຄົນໃນປະຈຸບັນນີ້ມີອີກ.

ຂ້າພະເຈົ້າບໍ່ໄດ້ຮຽນຢູ່ວິທະຍາໄລຄຣິສຕຽນ,ຂ້າພະເຈົ້າຮຽນຈົບຈາກມະຫາວິທະຍາໄລຄາລິຟໍເນຍຢູ່ໃນແອວເອ, ບາງເທື່ອຂ້າພະເຈົ້າກໍດີໃຈທີ່ໄດ້ໄປຮຽນຢູ່ໃນວິທະຍາໄລທາງ ໂລກ,ມັນເຮັດໃຫ້ຂ້າພະເຈົ້າເປັນຫ່ວງໃນສິ່ງທີ່ຄົນໜຸ່ມສາວຖືກສອນແລະພວກເຂົາຄິດຫຍັງແດ່, ຂ້າພະເຈົ້າໄດ້ສຶກສາວັນນະຄະດີສະໄໝໃຫມ່,ນັກຂຽນສ່ວນຫຼາຍແລ້ວເປັນຄົນທີ່ບໍ່ເຊື່ອ ພຣະເຈົ້າແລະເປັນພວກທີ່ຖືທິດສະດີແຫ່ງປັດຊະຍາທີ່ວ່າທຸກຄົນມີອິດສະຫຼະແລະຄວາມຮັບຜິດຊອບໃນການກະທໍາຂອງເຂົາ,ພວກເຂົາເວົ້າເຖິງສິ່ງທີ່ແປກແລະຄວາມໂດດດ່ຽວຂອງຊີວິດໃນໂລກສະໄໝໃໝ່.

ເອັຊ,ຈີ.ແວວເປັນຄົນຂຽນໜັງສືເລື່ອງ The Time Machine and The Outline of History ລາວເວົ້າວ່າ: “ຂ້າພະເຈົ້າອາຍຸໄດ້ຫົກສິບຫ້າປີແລ້ວແລະຂ້າພະເຈົ້າກໍໂດດດ່ຽວ ແລະບໍ່ເຄີຍພົບກັບຄວາມສະຫງົບສຸກເລີຍ” ນັກກະວີຜູ້ທີ່ຊະນະລາງວັນພູລິດເຊີໄພຣສ ເອີເນັສ ເຮມິງເວ ໄດ້ກ່າວໄວ້ວ່າ “ຂ້າພະເຈົ້າອາໄສຢູ່ໃນສູນຍາກາດແຫ່ງໜື່ງທີ່ເປັນຄວາມ ໂດດດ່ຽວຄືກັບເຄື່ອງຫຼີ້ນວິທະຍຸເມື່ອຖ່ານມັນຕາຍແລ້ວ ແລະບໍ່ມີບ່ອນທີ່ຈະສຽບຫູສາກໄດ້ ເລີຍ” ໃນໜັງສືຂອງຢູຈີນໂອນິວເລື່ອງ Long Day’s Journey Into Night ລາວໄດ້ເວົ້າວ່າ: “ຊີວິດໝາຍເຖິງຄວາມຕາຍຢ່າງດຽວເທົ່ານັ້ນ” ສາກຫຼັງຂອງໜັງສືເລື່ອງນັ້ນຄືຄວາມຮັບຜິດ ຊອບຂອງມະນຸດໃນການກະທໍາຂອງເຂົາແຫ່ງຄວາມໂດດດ່ຽວ, ເຈ.ດີ.ສາລິງເກີ ມີອາຊີບ ຂຽນເລື່ອງສັ້ນຢ່າງໜື່ງແລະບົດກະວີຕ່າງໆກ່ຽວກັບຄວາມແປກປະຫຼາດ ແລະຄວາມໂດດ ດ່ຽວຂອງຄົນໜຸ່ມສາວໃນວັດທະນາທໍາຂອງເຮົາ.

ເອັຊ,ຈີ.ແວວຕາຍຢ່າງໂດດດ່ຽວ,ເປັນຜູ້ເຖົ້າທີ່ສິ້ນຫວັງ,ເອີນເນັສເຮມິງເວໄດ້ຂ້າໂຕ ຕາຍໂດຍການຍິງຫົວຕົນເອງດ້ວຍປືນສັ້ນ, ນິໄສຫຼັກໆໃນຫຼີ້ນກິນຂອງໂອນີວຄືການຕິດ ເຫຼົ້າຢາທີ່ໝົດຫວັງ,ພະຍາຍາມທີ່ຈະປົວຄວາມໂດດດ່ຽວຂອງຕົນດ້ວຍຢາເສບຕິດ, ເຈ.ດີ. ສາລິງເກີ ກາຍເປັນຄົນທີ່ຫຼົງໄຫຼກັບຄວາມໂດດດ່ຽວຂອງຄົນໜຸ່ມສາວຊື່ງເຮັດໃຫ້ລາວກາຍ ມາເປັນຜູ້ທີ່ຢູ່ຢ່າງສັນໂດດ,ແລະມີຊີວິດແຫ່ງຄວາມໂດດດ່ຽວເປັນເວລາເກືອບຫ້າສິບປີ.

ຄວາມໂດດດ່ຽວຄືບັນຫາໃຫຍ່ສໍາຫຼັບຄົນໜຸ່ມສາວໃນປະຈຸບັນນີ້,ເພງຂອງກຣີນເດ ຊື່ວ່າ“ຖະໜົນໃຫຍ່ແຫ່ງຄວາມຝັນທີ່ແຕກສະລາຍ”ໄດ້ອະທິບາຍເຖິງສິ່ງທີ່ນັກຮຽນມັດທະຍົມແລະນັກສຶກສາຢູ່ວິທະຍາໄລຮູ້ສຶກ “ຂ້ອຍຍ່າງຜູ້ດຽວ ຂ້ອຍຍ່າງຜູ້ດຽວ ຂ້ອຍຍ່າງຜູ້ດຽວ” ແມ່ນແລ້ວຂ້າພະເຈົ້າຈື່ໄດ້ວ່າມັນຮູ້ສຶກແນວໃດແດ່ຕອນທີ່ຕົນເອງຍັງໜຸ່ມ,ພວກທ່ານສາມາດຮູ້ສຶກເຖິງຄວາມໂດດດ່ຽວແມ່ນແຕ່ເວລາທີ່ຢູ່ກັບຝູງຄົນ, ມີເວັບໄຊໜື່ງບອກພວກເຮົາວ່າ “ຄວາມໂດດດ່ຽວຄືຄວາມຮູ້ສຶກຢ່າງໜື່ງແຫ່ງຄວາມວ່າງເປົ່າ ຫຼືຄວາມບໍ່ຈິງໃຈພາຍໃນໂຕ ເຮົາ,ເຮົາຮູ້ສຶກເຫີນຫ່າງຫຼືແບ່ງແຍກອອກຈາກໂລກ,ຖືກຕັດຂາດຈາກຄົນທີ່ເຮົາຢາກຈະຕິດຕໍ່ຫາເຂົາ”, (http://www.counseling.ufl.edu/cwc/how-to-deal-with-loneliness.aspx). ນັ້ນຄື ຫົນທາງທີ່ດາວິດຮູ້ສຶກ,ຕອນທີ່ລາວລີ້ຢູ່ໃນຖໍ້າ ລາວເວົ້າວ່າ:

“ບໍ່ມີໃຜເອົາໃຈໃສ່ຂ້າ ພຣະອົງເລີຍ”(ເພງສັນລະເສີນ 142:4)

ຄົນໜຸ່ມສາວຫຼາຍຄົນຮູ້ສຶກແບບນັ້ນໃນສະໄໝຂອງເຮົາ, ນັ້ນແລະເປັນເຫດຜົນທີ່ວ່າເປັນ ຫຍັງຂ້າພະເຈົ້າຈື່ງກໍາລັງຈະແບ່ງປັນຄວາມຄິດສາມຢ່າງແກ່ທ່ານໃນເຊົ້ານີ້ ທີ່ຂ້າພະເຈົ້າ ຫວັງວ່າມັນຈະຊ່ວຍໃຫ້ທ່ານຮັບມືກັບຄວາມໂດດດ່ຽວໄດ້.

I. ໜື່ງ ມີຄວາມໂດດດ່ຽວຫຼາຍປະເພດທີ່ແຕກຕ່າງກັນ.

ເວັບໄຊຍັງເວົ້າວ່າ:

ມີຄວາມໂດດດ່ຽວຢູ່ສາມຢ່າງທີ່ແຕກຕ່າງກັນແລະມີຊັ້ນຕ່າງໆແຫ່ງຄວາມ ໂດດດ່ຽວທີ່ແຕກຕ່າງກັນ,ພວກທ່ານອາດຈະປະສົບກັບຄວາມໂດດດ່ຽວໃນແບບຄວາມຮູ້ສຶກທີ່ບໍ່ແນ່ນອນທີ່ບາງສິ່ງບາງຢ່າງບໍ່ຖືກຕ້ອງ, ປະເພດໜື່ງ ຂອງຄວາມວ່າງເປົ່າທີ່ບໍ່ສໍາຄັນ, ຫຼືພວກທ່ານອາດຈະຮູ້ສຶກໂດດດ່ຽວແບບ ການຂາດເຂີນຫຼາຍແລະເຈັບປວດຢ່າງເລິກເຊີ່ງ, ປະເພດໜື່ງຂອງຄວາມ ໂດດດ່ຽວອາດຈະພົວພັນເຖິງຄວາມຄິດຮອດອັນໜື່ງທີ່ສະເພາະເຈາະຈົງ ເພາະພວກເຂົາໄດ້ຕາຍຈາກໄປຫຼືເພາະພວກເຂົາຢູ່ໄກເກີນໄປ,ປະເພດອື່ນອາດຈະກ່ຽວຂ້ອງກັບຄວາມຮູ້ສຶກໂດດດ່ຽວແລະບໍ່ສາມາດຕິດຕໍ່ກັບຜູ້ຄົນໄດ້ເພາະພວກທ່ານຢູ່ຫ່າງເຫີນຈາກຜູ້ຄົນຊື່ງອາດຈະເກີດຂື້ນຖ້າທ່ານຫາກເຮັດວຽກຜູ້ດຽວໃນຕອນກາງຄືນ ຫຼືຢູ່ຫ່າງໄກຜູ້ດຽວຈາກສ່ວນໜື່ງຂອງຕຶກທີ່ຜູ້ ຄົນມັກໄປສະເໝີ,ທ່ານອາດຈະຮູ້ສຶກແມ່ນກະທັ່ງອາລົມທີ່ຫ່າງເຫີນ [ດ່ຽວ ດາຍ] ເມື່ອທ່ານຖືກອ້ອມຮອບດ້ວຍຜູ້ຄົນແຕ່ພັດຍາກຫຼາຍທີ່ຈະເຂົ້າເຖິງ ພວກເຂົາ(ເຫຼັ້ມດຽວກັນ)

ອີງຕາມການສຶກສາກ່ຽວກັບຈິດຕະວິທະຍາຫຼາຍຢ່າງລະບຸວ່ານັກຮຽນວິທະຍາໄລ ຫຼາຍຄົນເປັນພະຍາດໂດດດ່ຽວ,ມະຫາວິທະຍາໄລເບິ່ງຄືວ່າບໍ່ໄດ້ຊັກຈູງຜູ້ຄົນໃຫ້ເຂົ້າມາມີ ຄວາມສໍາພັນທີ່ຖາວອນໄດ້,ພວກຄົນໜຸ່ມທີ່ເຂົ້າຮຽນຢູ່ມະຫາວິທະຍາໄລຫຼືວິທະຍາໄລມັກມີຄວາມຮູ້ສຶກວ່າໂລກທັງໜ່ວຍກໍາລັງໝຸນຜ່ານພວກເຂົາໄປແລະບໍ່ມີໃຜເຂົ້າໃຈຫຼືເປັນຫ່ວງ ພວກເຂົາເລີຍ,ພວກເຂົາບໍ່ໃຜທີ່ຈະເພີ່ງພາໄດ້.

ມັນເປັນເລື່ອງແປກວ່າຄວາມສິວິໄລທີ່ໄດ້ຜະລິດລົດ, ຍົນ, ໂທລະພາບແລະການ ທ່ອງທ່ຽວອະວະກາດບໍ່ໄດ້ກຽມທຸກສິ່ງທຸກຢ່າງເພື່ອຮັກສາເຮົາຈາກຄວາມໂດດດ່ຽວໄດ້ ພໍ່ແມ່ຂອງທ່ານມາແຕ່ບ່ອນເຮັດວຽກເມື່ອຍຫຼາຍແລ້ວນັ່ງລົງຕໍ່ໜ້າໂທລະພາບ,ພວກເຂົາບໍ່ມີ ເວລາທີ່ຈະລົມກັບທ່ານຫຼືຟັງທ່ານເວົ້າ,ພວກທ່ານຫຼາຍຄົນມາຈາກບ້ານທີ່ແຕກແຍກກັນ,ລູກທີ່ມີພໍ່ແມ່ຢ່າຮ້າງກັນກໍຕົກລົງໄປໃນນາຮົກແຫ່ງຄວາມໂດດດ່ຽວ,ພວກຄົນໜຸ່ມເກືອບທຸກຄົນທີ່ຂ້າພະເຈົ້າໄດ້ລົມນໍາມີຄວາມຮູ້ສຶກແບບນັ້ນຫຼາຍເທື່ອ.

ສາວຄົນໜື່ງເວົ້າວ່າ “ຂ້ອຍປະສົບກັບບັນຫາຄວາມໂດດດ່ຽວທີ່ເປັນຕາຢ້ານຫຼາຍ, ເພາະເພື່ອນບ້ານຂອງຂ້ອຍບໍ່ເຄີຍເວົ້າກັບຂ້ອຍເລີຍ” ຊາຍໜຸ່ມຄົນໜື່ງເວົ້າວ່າ “ຂ້ອຍເບິ່ງຄື ວ່າບໍ່ມີໂອກາດມີໝູ່ເພາະເບິ່ງຄືວ່າ ຄົນທີ່ຄືວ່າຈະເປັນໝູ່ຂອງຂ້ອຍບໍ່ດົນ ຫຼືໃນບໍ່ຊ້າກໍຈາກ ໄປ” ພວກທ່ານເຄີຍຮູ້ສຶກແບບນີ້ບໍ? ດາວິດຮູ້ສຶກແບບນັ້ນຕອນທີ່ລາວກໍາລັງລີ້ຢູ່ໃນຖໍ້າ, ລາວເວົ້າວ່າ

“ບໍ່ມີໃຜເອົາໃຈໃສ່ຂ້າ ພຣະອົງເລີຍ”(ເພງສັນລະເສີນ 142:4)

ຂ້າພະເຈົ້າເຊື່ອວ່າຄວາມໂດດດ່ຽວຄືໜື່ງໃນເຫດຜົນຫຼັກທີ່ເຮັດໃຫ້ຄົນໜຸ່ມສາວຫຼາຍຄົນຂ້າຕົວຕາຍໃນປະຈຸບັນນີ້, ພວກທ່ານຮູ້ບໍວ່າການຂ້າຕົວຕາຍຄືໜື່ງໃນສາເຫດໃຫຍ່ຂອງ ການຕາຍຂອງພວກໄວ້ລຸ້ນອາຍຸລະຫວ່າງ 15-24 ປີ? ຄົນໜຸ່ມຜູ້ໜື່ງຂ້າຕົວຕາຍທຸກໆ ສອງຊົ່ວໂມງຫົກນາທີທັງເວັນແລະຄືນຢູ່ໃນປະເທດສະຫະລັດ, ພວກນັກຈິດຕະວິທະຍາ ບອກເຮົາວ່າເຫດຜົນຫຼັກໆທີ່ພວກເຂົາຂ້າຕົວຕາຍກໍຄືຄວາມໂດດດ່ຽວ, ພຣະເຈົ້າຖືກຕ້ອງ ເມື່ອພຣະອົງຊົງກ່າວວ່າ

“ຊື່ງມະນຸດຈະຢູ່ຄົນດຽວນັ້ນກໍບໍເໝາະ”(ປະຖົມມະການ 2:18)

II. ສອງ ທ່ານສາມາດສະໜັບສະໜູນຕໍ່ຄວາມໂດດດ່ຽວຂອງຕົນເອງໄດ້.

ຖືກຕ້ອງ, ພວກທ່ານອາດຈະເປັນໜື່ງໃນຄົນທີ່ຮັບຜິດຊອບສໍາຫຼັບສາເຫດຄວາມ ໂດດດ່ຽວຂອງໂຕທ່ານເອງ,ເວັບໄຊທີ່ເວົ້າເຖິງເລື່ອງຄວາມໂດດດ່ຽວເວົ້າຖືກວ່າ

ຄວາມໂດດດ່ຽວຄືສະຖານະທີ່ບໍ່ຕໍ່ສູ້ຢ່າງໜື່ງ,ມັນຖືກຮັກສາໄວ້ໂດຍການບໍ່ສູ້ຂອງເຮົາທີ່ປ່ອຍໃຫ້ມັນສືບຕໍ່ເກີດຂື້ນ ແລະບໍ່ໄດ້ເຮັດຫຍັງກັບມັນເພື່ອປ່ຽນ ແປງມັນ,ພວກເຮົາຫວັງວ່າມັນຈະໜີໄປ,[ແຕ່]ຄວາມຈິງແລ້ວພວກເຮົາບໍ່ໄດ້ເຮັດຫຍັງກັບມັນມີແຕ່ປ່ອຍໃຫ້ມັນພັດທະນາເກີດຂື້ນກັບເຮົາ, ແປກທີ່ຈະມີ ເວລາຕ່າງໆຕອນທີ່ພວກເຮົາອາດຈະຮັບເອົາຄວາມຮູ້ສຶກນັ້ນ,ແມ່ນຮັບເອົາຄວາມໂດດດ່ຽວແລະຈົ່ມລົງໄປເຂົ້າສູ່ຄວາມຮູ້ສຶກພົວພັນກັບມັນຊື່ຈະນໍາໄປສູ່ຄວາມເສົ້າໃຈແລະການຂາດຄວາມຊ່ວຍເຫຼືອຊື່ງປ່ຽນກັນນໍາໄປສູ່ສະຖາ ນະບໍ່ຕໍ່ສູ້ແລະເສົ້າໃຈເພີ່ມຂື້ນແລະໂດດດ່ຽວໃຫຍ່ກວ່າ(ເຫຼັ້ມດຽວກັນ)

“ຄວາມໂດດດ່ຽວຄືສະຖານະທີ່ບໍ່ຕໍ່ສູ້ຢ່າງໜື່ງ, ມັນຖືກຮັກສາໄວ້ໂດຍການບໍ່ສູ້ຂອງເຮົາທີ່ ປ່ອຍໃຫ້ມັນສືບຕໍ່ເກີດຂື້ນ”ຖືກຕ້ອງທີ່ສຸດ, ໝາຍຄວາມວ່າທ່ານກໍາລັງສືບຕໍ່ຮູ້ສຶກໂດດດ່ຽວ ນອກຈາກວ່າທ່ານເຮັດບາງຢ່າງເພື່ອ ປ່ຽນແປງສະຖານະການນັ້ນ!

ມີຄັ້ງໜື່ງດົນມາແລ້ວຂ້າພະເຈົ້າໄດ້ເທດສະໜາເລື່ອງຄວາມໂດດດ່ຽວຂອງຢາໂຄບຈາກໜັງສືປະຖົມມະການ 32:24, ໃນຕອນກາງຂອງບົດເທດນັ້ນມີຊາຍໜຸ່ມຄົນໜື່ງໂດດ ແລະແລ່ນອອກໄປຈາກໂບດ, ລາວແລ່ນໜີແທນທີ່ຈະຟັງໃນສິ່ງທີ່ຂ້າພະເຈົ້າເວົ້າກ່ຽວກັບ ຄຣິສຕະຈັກທີ່ປີ່ນປົວຄວາມໂດດດ່ຽວ, ແຕ່ພວກທ່ານບໍ່ສາມາດເອົາຊະນະຄວາມໂດດດ່ຽວ ໄດ້ໂດຍການແລ່ນໜີດອກ! ນັ້ນແລະຄືສິ່ງທີ່ຄາອິນພົບ, ພຣະເຈົ້າຊົງຕັດກັບລາວວ່າ

“ເຈົ້າຈະເປັນຄົນຫລົບໜີແລະພະເນຈອນໄປມາໃນໂລກ” (ປະຖົມມະການ 4:12)

ຄົນທີ່ແລ່ນໜີໄປຈາກຄຣິສຕະຈັກກາຍເປັນຄົນທີ່ພະເນຈອນ, ໂດດດ່ຽວຄືກັບຄາອິນ! ແລະ ພຣະຄໍາພີກ່າວວ່າ:

“ວິດບັດຈົ່ງມີແກ່ເຂົາ ເພາະເຂົາໄດ້ດໍາເນີນໃນທາງຂອງຄາອິນ”(ຢູດາ 11)

ມັນເປັນສິ່ງໜື່ງທີ່ເປັນຕາຢ້ານທີ່ຈະພະເນຈອນຜ່ານທາງຊີວິດໂຕຄົນດຽວຄືກັບຄາອິນ-ຄືກັບ ພວກຄົນໜຸ່ມຫຼາຍຄົນເຮັດໃນປະຈຸບັນນີ້.

ອັນນັ້ນແລະຄືເຫດຜົນທີ່ພວກເຮົາເວົ້າວ່າ “ເປັນຫຍັງຈື່ງຢູ່ໂດດດ່ຽວ? ຈົ່ງກັບບ້ານ-ຫາຄຣິສຕະຈັກ! ເປັນຫຍັງຈື່ງເປັນຄົນຫຼົງຫາຍຢູ່? ຈົ່ງກັບບ້ານ-ຫາພຣະເຢຊູພຣະບຸດຂອງ ພຣະເຈົ້າ” ພຣະເຈົ້າຊົງກ່າວວ່າ

“ຊື່ງມະນຸດຈະຢູ່ຄົນດຽວນັ້ນກໍບໍ່ເໝາະ” (ປະຖົມມະການ 2:18)

ນັ້ນແລະເປັນເຫດຜົນທີ່ພຣະເຈົ້າຊົງເອົາເມຍໃຫ້ອາດໍາຊື່ວ່າເອວາ, ແລະເມຍຂອງອາດໍາຄື ພາບຂອງຄຣິສຕະຈັກອີງຕາມພຣະຄໍາພີສະບັບສະກໍຟິວຊື່ງເວົ້າເຖິງ ປະຖົມມະການ 2:23 ວ່າ

ເອວາເປັນຄືປະເພດຂອງຄຣິສຕະຈັກໃນຖານະທີ່ເປັນເຈົ້າສາວຂອງພຣະ ຄຣິດ (ບັນທຶກເລື່ອງລາວໃນປະຖົມມະການ 2:23)

ນີ້ໝາຍຄວາມວ່າເມຍຂອງອາດໍາຄືພາບອະທິບາຍຫຼືພາບອັນໜື່ງຂອງຄຣິສຕະຈັກທ້ອງຖີ່ນ ພຣະເຈົ້າຊົງກ່າວວ່າ

“ຊື່ງມະນຸດຈະຢູ່ຄົນດຽວນັ້ນກໍບໍ່ເໝາະ ເຮົາຈະສ້າງຜູ້ອຸປະຖໍາໃຫ້ເຂົາ” (ປະຖົມມະການ 2:18)

ພຣະເຈົ້າຊົງໃຫ້ອາດໍາມີຄູ່ແລະຜູ້ຊ່ວຍ,ແລະນາງຄືພາບໜື່ງ,ພາບອະທິບາຍໜື່ງ “ປະເພດ” ໜື່ງຂອງຄຣິສຕະຈັກທ້ອງຖີ່ນ, ພຣະເຈົ້າໄດ້ເອົາເອວາໃຫ້ອາດໍາເພື່ອປົວຄວາມໂດດດ່ຽວ ຂອງລາວແລະພຣະເຈົ້າໄດ້ຊົງເອົາຄຣິສຕະຈັກນີ້ໃຫ້ເພື່ອປີ່ນປົວຄວາມໂດດດ່ຽວຂອງທ່ານ! ຄຣິສຕະຈັກນີ້ຢູ່ນີ້ເພື່ອຊ່ວຍປີ່ນປົວຄວາມໂດດດ່ຽວຂອງພວກທ່ານ!

“ຊື່ງມະນຸດຈະຢູ່ຄົນດຽວນັ້ນກໍບໍ່ເໝາະ ເຮົາຈະສ້າງຜູ້ອຸປະຖໍາໃຫ້ເຂົາ” (ປະຖົມມະການ 2:18)

ແລະ “ຜູ້ອຸປະຖໍາ” ທີ່ພຣະເຈົ້າໄດ້ໃຫ້ເພື່ອປີ່ນປົວຄວາມໂດດດ່ຽວຂອງທ່ານຄືຄຣິສຕະຈັກ! ພວກເຮົາຢູ່ທີ່ນີ້ເພື່ອຊ່ວຍທ່ານໃຫ້ເອົາຊະນະຄວາມໂດດດ່ຽວໄດ້! ຂ້າພະເຈົ້າຮູ້ດີວ່າມີຫຼາຍ ຄຣິສຕະຈັກບໍ່ສາມາດຊ່ວຍທ່ານໄດ້ ແຕ່ຂ້າພະເຈົ້າຈະບໍ່ເວົ້າເຖິງພວກເຂົາ, ຂ້າພະເຈົ້າກໍາ ລັງເວົ້າເຖິງກ່ຽວກັບຄຣິສຕະຈັກນີ້,ນີ້ຄືຄຣິສຕະຈັກສູນກາງຂອງຄົນໜຸ່ມ,ພວກເຮົາຢູ່ທີ່ນີ້ເພື່ອຊ່ວຍພວກທ່ານ!.

ຢ່າແບ່ງປັນຄວາມໂດດດ່ຽວຂອງທ່ານເອງໂດຍການຢູ່ຫ່າງຈາກຄຣິສຕະຈັກ! ຈົ່ງ ກັບມາອີກໃນວັນອາທິດໜ້ານີ້! ຈົ່ງກັບມາໃນແລງວັນເສົາ! ຈົ່ງກັບມາໃນຄືນນີ້ອີກຖ້າທ່ານ ມາໄດ້! ພວກເຮົາມີບາງສິ່ງບາງຢ່າງສໍາຫຼັບພວກຄົນໜຸ່ມອາທິດໜື່ງຫຼາຍມື້ພໍສົມຄວນ ເປັນ ຫຍັງຕ້ອງຢູ່ຄົນດຽວ? ຈົ່ງກັບບ້ານຫາຄຣິສຕະຈັກເທີນ

III. ສາມ ທ່ານມີຄວາມໂດດດ່ຽວໜື່ງທີ່ເລິກເຊີ່ງກວ່າ.

ນັ້ນຄືຄວາມໂດດດ່ຽວທີ່ເຮມິງເວເວົ້າເຖິງເມື່ອລາວເວົ້າວ່າ:

ຂ້າພະເຈົ້າອາໄສຢູ່ໃນສູນອາກາດໜື່ງນັ້ນຄືຄວາມໂດດດ່ຽວຄືກັບເຄື່ອງຫຼີ້ນວິທະຍຸຕອນທີ່ຖ່ານຂອງມັນຕາຍແລະບໍ່ມີຫູທີ່ຈະສຽບສາກມັນໄດ້.

ຄົນໜຸ່ມຂອງພວກເຮົາຄົນໜື່ງບອກຂ້າພະເຈົ້າວ່າລາວໄດ້ອ່ານໜັງສືທີ່ຂຽນໂດຍເຮມິງເວ ໃນຫ້ອງຮຽນຢູ່ວິທະຍາໄລທີ່ລາວຮຽນຢູ່,ເອີ້ນວ່າ “A Clean, Well Lighted Place” ມັນເປັນໜັງສືກ່ຽວກັບຄວາມໂດດດ່ຽວຂອງມະນຸດ, ເຮມິງເວຮູ້ຈັກໝົດທຸກຢ່າງກ່ຽວກັບ ເລື່ອງນັ້ນ,ລາວເປັນຜູ້ທີ່ແກ້ບັນຫາຢ່າງຈິງກັບການອົດທົນຄວາມເຈັບປວດ, ຈັກກະວານທີ່ ໂດດດ່ຽວເພື່ອພຣະເຈົ້າ,ລາວບໍ່ເຄີຍເອົາຊະນະມັນເລີຍ,ບໍພໍເທົ່າໃດປີຕໍ່ມາລາວກໍຂ້າຕົວຕາຍນັກປັດຊະຍາຊື່ຟຣິດດຣິກໄນເອັດເຊໄດ້ເວົ້າວ່າ“ພຣະເຈົ້າຊົງຕາຍແລ້ວ” ລາວກາຍມາເປັນ ຄົນທີ່ບໍ່ເຊື່ອພຣະເຈົ້າ,ບໍເທົ່າໃດປີຕໍ່ມາລາວກໍເປັນໂລກຈິດ,ລາວບໍ່ສາມາດມີຊີວິດຢູ່ໃນໂລກ ໂດຍປາສະຈາກພຣະເຈົ້າໄດ້,ໂດຍບໍ່ມີຄວາມໝາຍ,ໂດຍບໍ່ມີການໃຫ້ອະໄພຫຼືຄວາມຫວັງໄດ້

ພວກທ່ານເຫັນບໍ ຈົ່ງເຂົ້າມາໃນຄຣິສຕະຈັກນີ້ແລະມານີ້ທຸກໆອາທິດມັນຈະຊ່ວຍ ປີ່ນປົວຄວາມໂດດດ່ຽວຂອງທ່ານເພື່ອພົບໝູ່ຄູ່, ສ່ວນຄວາມໂດດດ່ຽວຂອງທ່ານເພື່ອພຣະ ເຈົ້າເດ່ແມ່ນຫຍັງ? ໜື່ງໃນເລື່ອງເສົ້າທີ່ສຸດຂອງສະຕະວັດທີ່ຊາວເອັດຄືການທີ່ຄົນໜຸ່ມສາວ ຫຼາຍຄົນບໍ່ຮູ້ຈັກພຣະເຈົ້າແທ້,ແລະຖ້າບໍ່ມີພຣະເຈົ້າກໍບໍ່ມີຄວາມຫວັງອັນໃດເລີຍ!

ແມ່ນແລ້ວຂ້າພະເຈົ້າຢາກໃຫ້ພວກທ່ານກັບມາທີ່ຄຣິສຕະຈັກນີ້ອີກແລ້ວເປັນໝູ່ກັນ-ແຕ່ຂ້າພະເຈົ້າກໍຍັງຢາກໃຫ້ທ່ານໄດ້ພົບກັບພຣະເຈົ້າ,ອໍກັສຕິນໄດ້ກ່າວໄວ້ວ່າ “ຫົວໃຈຂອງ ພວກເຮົາກະວົນກະວາຍຈົນກວ່າພວກມັນຈະພົບທີ່ສະຫງົບສຸກໃນພຣະອົງ” ນັກປັດຊະຍາ ຄົນຝຣັ່ງຊື່ແບລປັສການໄດ້ກ່າວວ່າມີ “ຮູບຮ່າງຂອງພຣະເຈົ້າໃນບ່ອນວ່າງເປົາ”ໃນຫົວໃຈ ຂອງເຮົາ, ລາວໝາຍຄວາມວ່າມີຈຸດວ່າງເປົາໜື່ງຢູ່ໃນໃຈຂອງມະນຸດທຸກຄົນທີ່ສາມາດຕື່ມ ເຕັມໄດ້ໂດຍພຣະເຈົ້າເທົ່ານັ້ນ.

ແຕ່ພຣະຄໍາພີສອນວ່າທ່ານຖືກຕັດຂາດຈາກພຣະເຈົ້າໂດຍຄວາມບາບຂອງທ່ານ ພຣະຄໍາພີໄດ້ກ່າວໄວ້ວ່າ:

“ຄວາມຊົ່ວຊ້າຂອງເຈົ້າທັງຫຼາຍໄດ້ເຮັດໃຫ້ເກີດການແຍກລະຫວ່າງເຈົ້າກັບພຣະເຈົ້າຂອງເຈົ້າແລະບາບຂອງເຈົ້າທັງຫຼາຍໄດ້ບັງພຣະພັກຂອງພຣະອົງຈາກເຈົ້າ...”(ອິດສະຢາ 59:2)

ມີການແບ່ງແຍກລະຫວ່າງທ່ານກັບພຣະເຈົ້າເພາະຄວາມບາບ, ອາດໍາແລະເອວາຖືກໄລ່ ອອກຈາສວນເອເດນເພາະພວກເຂົາໄດ້ເຮັດບາບ, ຄວາມບາບຂອງເຂົາໄດ້ແຍກເຂົາອອກ ຈາກພຣະເຈົ້າ.

ພຣະຄໍາພີສອນວ່າພຣະເຈົ້າໂກດຮ້າຍໃຫ້ກັບຄວາມບາບຂອງທ່ານ,ແມ່ນໃນເວລາ ດຽວກັນພຣະອົງຊົງຮັກທ່ານ,ພຣະເຈົ້າໂກດຮ້າຍໃຫ້ກັບຄວາມບາບຂອງທ່ານ,ແຕ່ໃນເວລາ ດຽວກັນພຣະອົງຊົງຮັກທ່ານ,ນັ້ນແລະເປັນເຫດຜົນທີ່ພຣະອົງຊົງສົ່ງພຣະເຢຊູຄຣິດໃຫ້ມາ ຕາຍເທິງໄມ້ກາງແຂນ,ພຣະອົງຊົງຕາຍຢູ່ເທິງໄມ້ກາງແຂນເພື່ອເຮັດໃຫ້ທ່ານຄືນດີກັບພຣະ ເຈົ້າ,ພຣະເຈົ້າບໍ່ສາມາດແນມເບິ່ງຄວາມບາບຂອງທ່ານໄດ້,ພຣະອົງໄດ້ສົ່ງພຣະເຢຊູຄຣິດ ມາເພື່ອຈ່າຍໜີບາບໃຫ້ກັບທ່ານຢູ່ເທິງໄມ້ກາງແຂນ“ວ່າພຣະອົງຊົງເປັນຜູ້ຊອບທຳ ແລະຊົງໂຜດໃຫ້ຜູ້ທີ່ເຊື່ອໃນພຣະເຢຊູເປັນຜູ້ຊອບທຳດ້ວຍ”(ໂລມ 3:26), ຄວາມໂກດຮ້າຍຂອງ ພຣະເຈົ້າສາມາດເຮັດໃຫ້ຄືນດີກັນໄດ້ໂດຍຜ່ານທາງການເສຍສະຫຼະຂອງພຣະຄຣິດຢູ່ເທິງ ໄມ້ກາງແຂນເທົ່ານັ້ນ.

ມັນບໍ່ແມ່ນອຸບັດຕິເຫດທີ່ພຣະເຢຊູຊົງຕາຍຢູ່ເທິງໄມ້ກາງແຂນ,ພຣະອົງຊົງໄປບ່ອນນັ້ນໂດຍຄວາມຕັ້ງໃຈ,ພຣະຄໍາພີກ່າວວ່າເມື່ອເວລາທີ່ພຣະອົງຈະຖືກຄຶງ“ພຣະອົງຊົງມຸ້ງໜ້າ ໄປຍັງກຸງເຢລູຊາເລັມ”(ລູກາ 9:51),ຈາກນັ້ນພຣະເຢຊູຊົງບອກພວກສາວົກວ່າ

“ເບິ່ງເຖີດ ເຮົາທັງຫລາຍຈະຂຶ້ນໄປຍັງກຸງເຢລູຊາເລັມ ແລະບຸດມະນຸດຈະຖືກທໍລະຍົດໃຫ້ຢູ່ກັບພວກປະໂລຫິດໃຫຍ່ແລະພວກນັກທຳ ແລະເຂົາເຫລົ່ານັ້ນຈະປັບໂທດທ່ານເຖິງຕາຍ ແລະຈະມອບທ່ານໄວ້ກັບຄົນຕ່າງຊາດໃຫ້ເຍາະເຍີ້ຍຄ້ຽນຕີ ແລະໃຫ້ຄຶງໄວ້ທີ່ກາງແຂນ”(ມັດທາຍ 20:18-19)

ພຣະອົງຊົງໄປບ່ອນນັ້ນໂດຍມີເປົ້າໝາຍ, ເພື່ອຕາຍເທິງໄມ້ກາງແຂນ, ດັ່ງນັ້ນຄວາມບາບ ຂອງເຮົາຈື່ງໄດ້ຮັບການອະໄພ-ແລະຖືກຊໍາລະລ້າງໂດຍພຣະໂລຫິດຂອງພຣະອົງ.

ພວກທະຫານໄດ້ເຂົ້າມາແລ້ວຈັບພຣະອົງຢູ່ໃນສວນເກັດເສມານີທີ່ມືດມົນ,ພວກເຂົາເອົາໂສ້ມາມັດພຣະອົງ,ພວກເຂົາຕີໜ້າພຣະອົງ,ພວກເຂົາດຶງໜວດເຂົາຂອງພຣະອົງ,ພວກ ເຂົາລາກພຣະອົງໄປຫາເຈົ້າເມືອງຊາວໂລມັນຊື່ປີລາດ,ພວກເຂົາຂ້ຽນຕີຫຼັງຂອງພຣະອົງຈົນເກືອບຕາຍ, ພວກເຂົາເອົາໄມ້ກາງແຂນໃສ່ບ່າຂອງພຣະອົງແລະໃຫ້ພຣະອົງແບກໄປຕາມ ທາງ,ພວກເຂົາຕອກມືແລະຕີນຂອງພຣະອົງໃສ່ໄມ້ກາງແຂນນັ້ນ, ພຣະເຢຊູຊົງແນມລົງມາ ເບິ່ງເຂົາແລ້ວກ່າວວ່າ:

“ຂ້າແດ່ພຣະບິດາ ຂໍໂຜດໃຫ້ອະໄພໂທດເຂົາ ເພາະວ່າເຂົາບໍ່ຮູ້ວ່າເຂົາ ເຮັດຫຍັງ” (ລູກາ 23:34)

ພຣະອົງຊົງອະທິຖານ“ພຣະບິດາໂຜດໃຫ້ອະໄພເຂົາແດ່”
ແມ່ນແຕ່ໃນຂະນະທີ່ເລືອດພຣະອົງໄຫຼ
ອະທິຖານເພື່ອຄົນບາບໃນຂະນະມີບັນຫາ
ບໍ່ມີຜູ້ໃດນອກຈາກພຣະເຢຊູທີ່ເຮັດໄດ້
ສັນເສີນພຣະຜູ້ໄຖ່! ພຣະຜູ້ໄຖ່ປະເສີດ!
ດຽວນີ້ຄືວ່າຂ້າເຫັນພຣະອົງເທິງໄມ້ກາງແຂນ
ຊົງບາດເຈັບແລະເລືອດໄຫຼຮ້ອງຂໍເພື່ອຄົນບາບ
ທີ່ຕາບອດແລະບໍ່ຟັງຄວາມ-ຊົງຕາຍເພື່ອຂ້າ
(“Blessed Redeemer” by Avis Burgeson Christiansen, 1895-1985)

ພຣະເຢຊູຊົງຕາຍເທິງໄມ້ກາງແຂນ, ແບກເອົາຄວາມຜິດບາບຂອງທ່ານເທິງພຣະ ກາຍຂອງພຣະອົງ(ເຊັ່ນ 1 ເປໂຕ 2:24),ທ້ອງຟ້າມືດມົວໃນຕອນກາງເວັນ,ເມື່ອພຣະອົງ ຕາຍກໍເກີດແຜ່ນດິນໄຫວໃຫຍ່ຊື່ງເປັນເຫດໃຫ້ແຜ່ນດິນແຍກອອກຈາກກັນ,ຜ້າກັ້ງໜາທີ່ປົກຄຸມສະຖານທີ່ບໍລິສຸດທີ່ສຸດຢູ່ໃນວິຫານຖືກຈີກລົງມາເປັນສອງສ່ວນ, ຄວາມຕາຍຂອງພຣະ ຄຣິດເທິງໄມ້ກາງແຂນໄດ້ຈ່າຍໜີ້ບາບຂອງພວກເຮົາ, ພຣະໂລຫິດຂອງພຣະອົງຫຼັ່ງລົງມາ ເພື່ອຊໍາລະລ້າງບາບຂອງເຮົາເພື່ອໃຫ້ເຮົາສາມາດເຂົ້າໄປໃນບ່ອນທີ່ພຣະເຈົ້າຢູ່ໄດ້.

“ເຫດສະນັ້ນພີ່ນ້ອງທັງຫລາຍ ເມື່ອເຮົາມີໃຈກ້າທີ່ຈະເຂົ້າໄປໃນທີ່ບໍລິສຸດທີ່ສຸດໂດຍພຣະໂລຫິດຂອງພຣະເຢຊູ” (ເຮັບເລີ10:19)

ທ່ານສາມາດມາຫາພຣະເຈົ້າໄດ້ໂດຍໃຫ້ຄວາມບາບຂອງທ່ານຖືກລ້າງດ້ວຍພຣະໂລຫິດ ຂອງພຣະບຸດຂອງພຣະອົງຄືພຣະເຢຊູຄຣິດ, ທ່ານສາມາດຄືນດີກັບພຣະອົງໄດ້ໂດຍທີ່ ຄວາມບາບຂອງທ່ານຖືກຊໍາລະລ້າງດ້ວຍພຣະໂລຫິດຂອງພຣະຄຣິດ.

ຖ້າທ່ານຫາກກ່ຽວຂ້ອງກັບຄຣິສຕະຈັກນີ້, ພໍ່ແມ່ຂອງພວກທ່ານບາງຄົນອາດຈະ ບອກກັບທ່ານວ່າທ່ານກໍາລັງເສຍເວລາໄປລ້າໆ, ຂ້າພະເຈົ້າຂໍບອກທ່ານວ່າຈະສຶກສາແລະ ໄດ້ຄະແນນດີແນວໃດແດ່ໃນເວລານະມັດສະການທຸກເທື່ອ,ຂ້າພະເຈົ້າສອນທ່ານວ່າຈະໄດ້ ຄະແນນດີແນວໃດແດ່,ແຕ່ພໍ່ແມ່ບາງຄົນອາດຈະເວົ້າວ່າທ່ານຕ້ອງຢູ່ບ້ານແ ລະຮຽນຕື່ມອີກ ເພື່ອທີ່ທ່ານຈະສາມາດຫາເງີນໄດ້ຫຼາຍເມື່ອຮຽນຈົບໄປແລ້ວ.

ໂຣບິນວິວລ່ຽມດາລາຕະຫຼົກທີ່ມີຊື່ສຽງຊາວອາເມລິກາຜູ້ໜ້າສົງສານເດເປັນແນວໃດແດ່? ພວກທ່ານຮູ້ບໍວ່າລາວຫາເງີນໄດ້ຫຼາຍກວ່າທຸກຄົນ!ລາວມີທຸກຢ່າງ,ແຕ່ລາວບໍ່ມີຄຣິສ ຕະຈັກ,ລາວບໍ່ມີພຣະເຈົ້າ, ສອງມືຫຼັງຈາກທີ່ລາວຂ້າຕົວຕາຍເມຍຂອງລາວໄດ້ເປີດເຜີຍວ່າ ລາວເປັນເປັນພະຍາດພາຄິນສັນ, ລາວບໍ່ສາມາດປະເຊີນໜ້າກັບມັນໄດ້, ລາວຢູ່ຜູ້ດຽວໃນ ບ້ານຫຼັງໃຫຍ່ຂອງຕົນຢູ່ເຂດຄົນຮັ່ງມີຂອງມາຣິນຄາວຕີ້ທາງເໜືອຂອງລັດຄາລິຟໍເນຍ,ລາວ ເອົາສາຍແອວຮັດຄໍແລ້ວແຂວນຕົນເອງລົງມາ,ຊ່າງເປັນເລື່ອງທີ່ໂສກເສົ້າແທ້! ຂ້າພະເຈົ້າ ມັກໂຣບິນວິວລ່ຽມ! ຂ້າພະເຈົ້າຮູ້ສຶກເສຍໃຈຈື່ງໄດ້ໃຫ້ເພື່ອລາວ.

ຈົ່ງບອກພໍ່ແມ່ຂອງທ່ານວ່າ! ທ່ານສາມາດຫາເງີນໄດ້ເປັນຈໍານວນຫຼາຍແຕ່ແມ່ນ ຫຍັງຈະເກີດຂື້ນເມື່ອຂ່າວຮ້າຍມາເຖິງໃນແບບທີ່ມາເຖິງທຸກຄົນບໍ່ວ່າຈະຊ້າຫຼືໄວ? ແມ່ນ ຫຍັງຈະເກີດຂື້ນຖ້າທ່ານຫາກບໍ່ມີໝູ່ຄູ່ຄຣິສຕຽນທີ່ຈະເພີ່ງພາເລີຍ? ແມ່ນຫຍັງຈະເກີດຂື້ນ ຖ້າທ່ານຫາກບໍ່ມີພຣະເຈົ້າທີ່ຈະເພີ່ງພາໄດ້ໃນຍາມມີບັນຫາ?

ຂໍພຣະເຈົ້າຊົງຊ່ວຍທ່ານໃຫ້ເຫັນວ່າທ່ານຕ້ອງການຄຣິສຕະຈັກ,ວ່າທ່ານຕ້ອງການ ໝູ່ຄຣິສຕຽນ,ວ່າທ່ານຕ້ອງການພຣະເຢຊູຄຣິດເພື່ອອະໄພໂທດບາບຂອງທ່ານແລະປະທານ ສັນຕິສຸກໃຫ້ແກ່ທ່ານ, ນັ້ນແລະເປັນເຫດຜົນທີ່ພວກເຮົາເວົ້າວ່າ “ເປັນຫຍັງຈື່ງໂດດດ່ຽວ? ຈົ່ງກັບບ້ານ-ຫາຄຣິສຕະຈັກ! ເປັນຫຍັງຈື່ງຫຼົງຫາຍຢູ່? ຈົ່ງກັບບ້ານ - ຫາພຣະເຢ ຊູຄຣິດພຣະບຸດຂອງພຣະເຈົ້າ” ຂໍພຣະເຈົ້າອວຍພອນທ່ານທຸກຄົນ! ເອແມນ. ຂໍເຊີນ ດຣ.ແຊນ ມານໍາພວກເຮົາອະທິຖານແດ່.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ເພງສັນລະເສີນ 142:1-7
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Boulevard of Broken Dreams” (by Green Day, 2004)/
“It Is No Secret” (by Stuart Hamblen, 1908-1989).

ໂຄງຮ່າງບົດເທດສະໜາ

ປະສົບການແຫ່ງຄວາມໂດດດ່ຽວ

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ຂ້າພຣະອົງແນມທາງຂວາມືແລະແນມເບິ່ງ ແຕ່ບໍ່ມີໃຜຍອມຮູ້ຈັກ ຂ້າພຣະອົງ ຂ້າພຣະອົງບໍ່ມີທີ່ຫລົບໄພ ບໍ່ມີໃຜເອົາໃຈໃສ່ຂ້າ ພຣະອົງເລີຍ”(ເພງສັນລະເສີນ 142:4)

I. ໜື່ງ ມີຄວາມໂດດດ່ຽວຫຼາຍປະເພດທີ່ແຕກຕ່າງກັນ. ປະຖົມມະການ 2:18.

II. ສອງ ທ່ານສາມາດສະໜັບສະໜູນຕໍ່ຄວາມໂດດດ່ຽວຂອງຕົນເອງໄດ້.
ປະຖົມມະການ 4:12; ຢູດາ 11; ປະຖົມມະການ 2:18.

III. ສາມ ທ່ານມີຄວາມໂດດດ່ຽວໜື່ງທີ່ເລິກເຊີ່ງກວ່າ. ເອຊາຢາ 59:2
ໂລມ 3:26; ລູກາ 9:51.ມັດທາຍ 20:18-19; ລູກາ 23:34;
1 ເປໂຕ 2:24; ເຮັບເລີ 10:19.