Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ວັນທີ່ພຣະເຢຊູສິ້ນພຣະຊົນ

THE DAY JESUS DIED
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 13/4/2014
A sermon preached at the Baptist Tabernacle of Los Angeles
Lord's Day Evening, April 13, 2014

“ແລ້ວປີລາດຈຶ່ງມອບພຣະອົງໃຫ້ເຂົາພາໄປຄຶງທີ່ກາງແຂນ ແລະເຂົາພາພຣະເຢຊູໄປ ແລະພຣະອົງຊົງແບກກາງແຂນຂອງພຣະອົງໄປຍັງສະຖານທີ່ແຫ່ງໜຶ່ງຊຶ່ງເອີ້ນວ່າ ສະຖານທີ່ກະໂຫລກຫົວ ພາສາຮີບລູເອີ້ນວ່າ ໂກລະໂກທາ ໃນບ່ອນນັ້ນ ເຂົາຄຶງພຣະອົງໄວ້ທີ່ກາງແຂນກັບຄົນອີກສອງຄົນ ຄົນລະຂ້າງແລະພຣະເຢຊູຊົງຢູ່ກາງ” (ໂຢຮັນ 19:16-18)


ວັນທີ່ພຣະເຢຊູສິ້ນພຣະຊົນເທິງໄມ້ກາງແຂນຄືມວັນທີ່ສີ່ທີ່ມີຄວາມສໍາຄັນຫຼາຍທີ່ ສຸດໃນປະຫວັດສາດຂອງມະນຸດ, ວັນທີ່ສໍາຄັນອັນດັບໜື່ງແມ່ນວັນທີ່ພຣະເຈົ້າຊົງສ້າງມະ ນຸດຄົນທໍາອິດຂື້ນມາ, ວັນທີ່ສອງຄືວັນທີ່ມະນຸດລົ້ມລົງເມື່ອມະນຸດໄດ້ເຮັດບາບແລະນໍາເອົາ ຄວາມຕາຍແລະຄວາມຫາຍະນະເຂົ້າມາໃນໂລກ, ວັນທີ່ສາມແມ່ນວັນທີ່ພຣະເຈົ້າຊົງສົ່ງນໍ້າ ຖ້ວມມາໃນສະໄໝຂອງໂນອາ, ແຕ່ອັນທີ່ສີ່ເປັນວັນທີ່ສໍາຄັນທີ່ສຸດຄືວັນທີ່ພຣະຄຣິສຊົງສິ້ນ ພຣະຊົນເທິງໄມ້ກາງແຂນ, ໃນຮ່ອມພູຢູ່ທາງນອກກໍາແພງເມືອງເຢຣູຊາເລັມ.

ວັນທີ່ພຣະເຢຊູສິ້ນພຣະຊົນເທິງໄມ້ກາງແຂນປະຫວັດສາດຂອງມະນຸດຊາວໂລກ ໄດ້ປ່ຽນແປງໄປ-ຕະຫຼອດການ! ຊີວິດຂອງມະນຸດຫຼາຍພັນຄົນໄດ້ຮັບການປ່ຽນແປງ, ຈິດ ວິນຍານຫຼາຍດວງໄດ້ຮັບຄວາມລອດແລະໂລກກໍບໍ່ຄືເກົ່າອີກຕໍ່ໄປ, ຄືນນີ້ພວກເຮົາຈະຍ້ອນ ກັບໃນມື້ທີ່ພຣະເຢຊູຊົງສິ້ນພຣະຊົນແລະໃຫ້ສັງເກດເຫດການສີ່ຢ່າງທີ່ໄດ້ເກີດຂື້ນ.

I. ໜື່ງ ຄວາມມືດເກີດຂື້ນໃນມື້ນັ້ນ.

ພຣະຄໍາພີກ່າວວ່າ:

“ແລ້ວກໍບັງເກີດຄວາມມືດທົ່ວທັງແຜ່ນດິນ ຕັ້ງແຕ່ເວລາທ່ຽງ ຈົນເຖິງບ່າຍສາມໂມງ” (ມັດທາຍ 27:45)

ດຣ.ເຈ.ເວີນັນແມັກກີໄດ້ກ່າວໄວ້ວ່າ:

ພຣະເຈົ້າຂອງເຮົາຖືກຄຶງເທິງໄມ້ກາງແຂນໃນຊົ່ວໂມງທີ່ສາມຊື່ງເປັນເວລາເກົ້າໂມງເຊົ້າ,ພໍຮອດຕອນທ່ຽງມະນຸດກໍພະຍາຍາມເຮັດທຸກສິ່ງທຸກຢ່າງທີ່ ເຂົາສາມາດເຮັດໄດ້ຕໍ່ພຣະບຸດຂອງພຣະເຈົ້າ,ຈາກນັ້ນໃນເວລາທ່ຽງຄວາມ ມືດໄດ້ປົກຄຸມລົງມາ ແລະໄມ້ກາງແຂນນັ້ນກໍໄດ້ກາຍເປັນແທ່ນບູຊາຊື່ງ ພຣະເມສານ້ອຍຜູ້ທີ່ຮັບເອົາຄວາມຜິດບາບຂອງໂລກໄປເສຍໄດ້ຖືກຖະ ວາຍເປັນເຄື່ອງບູຊາ (Thru the Bible, Thomas Nelson, 1983, volume IV, p. 148).

ມັດທິວ,ມາລະໂກແລະລູກາບອກເຮົາວ່າຄວາມມືດປົກຄຸມ“ທົ່ວທັງແຜ່ນດິນ”ຕັ້ງແຕ່ ຕອນທ່ຽງຈົນຮອດສາມໂມງຕົງເມື່ອພຣະເຢຊູສິ້ນພຣະຊົນ, ດຣ.ຈອນແມັກອາເທີຄິດຜິດໃນ ເລື່ອງພຣະໂລຫິດຂອງພຣະເຢຊູ,ແຕ່ລາວເວົ້າຖືກຕ້ອງໃນເລື່ອງຄວາມມືດວ່າ:

ເລື່ອງນີ້ບໍ່ຄວນຈະອ້າງເຫດຜົນໂດຍສຸລິຍະຄາດ(ກົບກິນຕາເວັນ)ເພາະຄົນ ຢິວໃຊ້ປະຕິທິນດວງເດືອນ, ແລະເທດສະການປັດສະກາເກີດຂື້ນໃນຊ່ວງ ເດືອນເຕັມດວງສະເໝີ, ການອ້າງເຫດຜົນສຸລິຍະຄາດກໍເປັນຄໍາຖາມນອກ ເລື່ອງ, ຄວາມມືດນີ້ເປັນເລື່ອງເໜືອທໍາມະຊາດ(MacArthur Study Bible, note on Luke 23:44).

ຄວາມມືດເໜືອທໍາມະຊາດທີ່ປົກຄຸມອ້ອມຮອບແຜ່ນດິນເມື່ອພຣະຄຣິສຊົງສິ້ນພຣະຊົນໄດ້ເຕືອນສະຕິພວກເຮົາເຖິງການອັດສະຈັນສິບສອງຢ່າງທີ່ເກີດຂື້ນພາຍໃຕ້ໂມເສດ ກ່ອນທີ່ພວກລູກຫຼານອິດສະຣາເອນຈະອອກໄປຈາກປະເທດອີຢິບ.

“ພຣະເຢໂຮວາຕັດກັບໂມເສດວ່າ ຈົ່ງຊູມືຂອງເຈົ້າຂື້ນສູ່ທ້ອງຟ້າເພື່ອຈະໃຫ້ ມີຄວາມມືດທົ່ວແຜ່ນດິນອີຢິບ ເປັນຄວາມມືດຈົນຈັບຄໍາໄດ້, ໂມເສດຈື່ງ ຊູມືຂື້ນສູ່ທ້ອງຟ້າແລ້ວກໍເກີດມີຄວາມມືດທຶບທົ່ວໄປໃນແຜ່ນດິນອີຢິບ...” (ອົບພະຍົບ 10:21-22).

ພຣະເຈົ້າຊົງສົ່ງຄວາມມືດນັ້ນມາໃນສະໄໝຂອງໂມເສດ, ແລະພຣະເຈົ້າຊົງສົ່ງ ຄວາມມືດອັນດຽວກັນມາເໜືອແຜ່ນດິນໃນຕອນທີ່ພຣະເຢຊູສິ້ນພຣະຊົນເທິງໄມ້ກາງແຂນ ຄືກັບທີ່ ດຣ.ວັດ ໄດ້ຂຽນລົງໄປວ່າ:

ດວງຕາເວັນລີ້ຢູ່ໃນຄວາມມືດແລະໄດ້ປິດສະງ່າລສີຂອງມັນລົງ
ເມື່ອພຣະຄຣິສ,ຜູ້ສ້າງທີ່ຊົງລິດຕາຍເພື່ອຄວາມບາບຂອງມະນຸດ
(Alas! And Did My Saviour Bleed?” by Isaac Watts, D.D., 1674-1748).

II. ສອງ ຜ້າກັ້ງໃນພຣະວິຫານຂາດໃນມື້ນັ້ນ.

ພຣະຄໍາພີກ່າວວ່າ:

“ແລະເບິ່ງເຖີດ ຜ້າກັ້ງໃນພຣະວິຫານກໍຂາດອອກເປັນສອງທ່ອນຕັ້ງແຕ່ເທິງຈົນຮອດລຸ່ມ” (ມັດທາຍ 27:51)

ຢູ່ໃນພຣະວິຫານມີຜ້າກັ້ງໃຫຍ່ແລະໜາ, ດຣ.ຈອນ.ອາ.ໄຣສ໌ ບອກພວກເຮົາເຖິງ ເລື່ອງພຣະວິຫານວ່າ:

ພວກເຮົາຖືກບອກວ່າສະຖານທີ່ສັກສິດຫຼືວິຫານສັກສິດມີຄວາມຍາວເກົ້າ ສິບຟຸດ,ກວ້າງສາມສິບຟຸດແລະສູງເກົ້າສິບຟຸດ...ສະຖານທີ່ສັກສິດຖືກແບ່ງອອກເປັນສອງສ່ວນ,ຫົກສິບຟຸດທໍາອິດແມ່ນສະຖານທີ່ບໍລິສຸດ... ມີຜ້າກັ້ງ ໃຫຍ່ແບ່ງສະຖານທີ່ບໍລິສຸດຈາກສ່ວນອື່ນໆ,ໜື່ງໃນສາມຂອງຕຶກນັ້ນຄື ສະ ຖານທີ່ບໍລິສຸດທີ່ສຸດ (Dr. John R. Rice, The King of the Jews: A Commentary on Matthew, Sword of the Lord, 1955, p. 479).

ດຣ.ໄຣສ໌ ຍັງສືບຕໍ່ເວົ້າວ່າບໍ່ມີຜູ້ໃດສາມາດເຂົ້າໄປໃນສະຖານທີ່ບໍລິສຸດທີ່ສຸດນັ້ນໄດ້ນອກ ຈາກປະໂລຫິດໃຫຍ່,ແລະປະໂລຫິດໃຫຍ່ສາມາດເຂົ້າໄປໄດ້ປີລະເທື່ອເທົ່ານັ້ນ, ໃນວັນຂອງ ການໄຖ່ບາບ, ຫຼັງຈາກນັ້ນ ດຣ.ໄຣສ໌ ກ່າວວ່າ:

ເມື່ອພຣະຄຣິສຊົງສິ້ນພຣະຊົນເທິງໄມ້ກາງແຂນ,ເຫດສັນນັ້ນ “ຜ້າກັ້ງໃນວິ ຫານໄດ້ຂາດອອກເປັນສອງທ່ອນຕັ້ງແຕ່ເທິງຈົນຮອດລຸ່ມ” (ມັດທາຍ 27:51),ມັນຂາດເລີ່ມຕັ້ງແຕ່ເທິງຄືສັນຍາລັກວ່າພຣະເຈົ້າເອງຊົງ[ຈີກ] ຜ້າ ກັ້ງ...ເມື່ອຜ້າກັ້ງຖືກຈີກລົງມາ,ຈາກນັ້ນທຸກສິ່ງທີ່ກີດກັ້ນລະຫວ່າງພຣະເຈົ້າແລະມະນຸດໄດ້ຖືກຍົກເອົາໄປແລ້ວເພື່ອຄົນເຫຼົ່ານັ້ນທີ່ພ້ອມທີ່ຈະເຂົ້າໄປຫາ[ພຣະຄຣິສ] (ເຫຼັ້ມດຽວກັນ).

III. ສາມ ແຜ່ນດິນໄຫວເກີດຂື້ນໃນມື້ນັ້ນ.

ພຣະຄໍາພີກ່າວວ່າ:

“ແຜ່ນດິນກໍໄຫວ ກ້ອນຫີນກໍແຕກອອກຈາກກັນ” (ມັດທາຍ 27:51)

ແຜ່ນດິນໄຫວນີ້ອາດຈະພົວພັນກັບການຈີກຂາດຂອງຜ້າກັ້ງ,ຂ້າພະເຈົ້າຄິດວ່າແມ່ນແຕ່ຄືກັບເອເດີເຊອິມໄດ້ກ່າວວ່າ “ເຖິງແມ່ນວ່າແຜ່ນດິນໄຫວຖືກຕົບແຕ່ງຕາມພື້ນຖານທາງ ດ້ານຟີສິກກໍຕາມ, ຜ້າກັ້ງຂອງພຣະວິຫານຄື...ການເຮັດໂດຍພຣະຫັດຂອງພຣະເຈົ້າແທ້” (Alfred Edersheim, The Life and Times of Jesus the Messiah, Eerdmans, 1945, volume II, p. 611).ເອເດີເຊອິມໄດ້ບົງຊີ້ວ່າຜ້າກັ້ງເປັນຜ້າທີ່ໜາທີ່ເຮັດດ້ວຍມືຂອງມະນຸດ ຈາກຕົ້ນປາມ(ໜາປະມານສອງນິ້ວເຄິ່ງ) “ຖ້າຜ້າກັ້ງຫາກເປັນຄືກັບທີ່ຖືກອະທິບາຍໃນໜັງສື ທໍາມຸດມັນຈະບໍ່ຈີກຂາດເປັນສອງສ່ວນໂດຍແຜ່ນດິນໄຫວເທື່ອດຽວເທົ່ານັ້ນ.

ການຈີກຂາດຂອງຜ້າກັ້ງມາໃນເວລາ“ຍາມຖະວາຍເຄື່ອງເຜົາບູຊາຕອນແລງ, ປະ ໂລຫິດທີ່ປະກອບພິທີໄດ້ເຂົ້າໄປໃນສະຖານທີ່ບໍລິສຸດ,ບໍ່ວ່າຈະເປັນເຜົາເຄື່ອງຫອມຫຼືເຮັດພິທີ ອື່ນໆ”(ເຫຼັ້ມດຽວກັນ), ການຈີກຂາດຂອງຜ້າກັ້ງເຮັດໃຫ້ເກີດຄວາມນຶກຄິດອັນໃຫຍ່ຫຼວງໃນ ພວກປະໂລຫິດຊາວຢິວ, ດຣ.ຊາລສ໌ຊີ.ໄຣຣີໄດ້ເວົ້າວ່າໜື່ງໃນ “ຜົນຂອງເຫດການທີ່ເໜືອ ທໍາມະຊາດນີ້ແຫ່ງການຈີກຂາດຂອງຜ້າກັ້ງຖືກບັນທຶກໄວ້ໃນກິດຈະການ 6:7 ບ່ອນທີ່ເຮົາ ຖືກບອກວ່າ “ພວກປະໂລຫິດເປັນຈໍານວນຫຼາຍກໍໄດ້ເຊື່ອຟັງໃນຄວາມເຊື່ອນັ້ນ” (cf. Ryrie Study Bible, note on Matthew 27:51).

ເມື່ອພຣະຄຣິສສິ້ນພຣະຊົນຜ້າກັ້ງຂາດເປັນສອງສ່ວນ,ຕອນນີ້ພວກທ່ານສາມາດໄປ ຫາພຣະເຈົ້າໄດ້ເພາະວ່າພຣະຄຣິສຊົງເປັນຄົນກາງ, ບໍ່ມີຜ້າກັ້ງມາບັງລະຫວ່າງທ່ານກັບ ພຣະເຈົ້າໃນຕອນນີ້, ພຣະເຢຊູຊົງຢູ່ລະຫວ່າງທ່ານກັບພຣະເຈົ້າ, ຈົ່ງມາຫາພຣະເຢຊູແລະ ພຣະອົງຈະພາທ່ານໄປຫາພຣະພັກຂອງພຣະເຈົ້າໂດຍກົງ.

“ເພາະວ່າມີພຣະເຈົ້າອົງດຽວແລະມີຄົນກາງແຕ່ຜູ້ດຽວລະຫວ່າງພຣະເຈົ້າ ກັບມະນຸດຄືພຣະເຢຊູຜູ້ຊົງສະພາບເປັນມະນຸດ”( 1ຕີໂມທຽວ 2:5).

IV. ສີ່ ພຣະເຢຊູຕັດຈາກໄມ້ກາງແຂນໃນມື້ນັ້ນ.

ພວກທະຫານຮັກສາວິຫານໄດ້ຈັບພຣະເຢຊູໄປໃນຂໍ້ຫາທີ່ບໍ່ຖືກຕ້ອງ,ພວກເຂົາລາກ ພຣະອົງໄປຫາປະໂລຫິດໃຫຍ່, ພວກເຂົາຖົ່ມນໍ້າລາຍໃສ່ໜ້າພຣະອົງແລະເອົາກໍາປັ່ນຕີໃບ ໜ້າຂອງພຣະອົງ, ເພາະພວກຢິວບໍ່ມີອໍານາດເປັນທາງການພວກເຂົາຈື່ງພາພຣະເຢຊູໄປຫາປີລາດເຈົ້າເມືອງຊາວໂຣມັນ, ປີລາດຈື່ງຖາມພຣະເຢຊູແລະປະກາດວ່າພຣະອົງຊົງບໍລິ ສຸດແລະພະຍາຍາມຊ່ວຍຊີວິດຂອງພຣະອົງ, ລາວຈື່ງໃຫ້ເຂົາຕີພຣະເຢຊູດ້ວຍແສ້ໂດຍຄິດວ່າຈະເຮັດໃຫ້ພວກປະໂລຫິດໃຫຍ່ພໍໃຈ, ພວກທະຫານຈື່ງເອົາແສ້ຕີຫຼັງພຣະເຢຊູ,ພວກເຂົາເອົາໜາມສານເປັນມົງກຸດມາສວມໃສ່ຫົວຂອງພຣະອົງແລ້ວເອົາເສື້ອສີມ່ວງມາສວມໃສ່ໃຫ້ພຣະອົງ, ປີລາດກໍເອົາພຣະເຢຊູອອກມາໃຫ້ເຂົາເບິ່ງວ່າພຣະອົງຖືກຂ້ຽນຕີແລ້ວໂດຍຄິດວ່າພວກເຂົາຈະອີຕົນພຣະເຢຊູ,ປີລາດບອກພວກເຂົາວ່າ“ຂ້າພະເຈົ້າບໍ່ເຫັນວ່າລາວເຮັດ ຜິດຫຍັງ”(ໂຢຮັນ 19:4), ເມື່ອພວກປະໂລຫິດໃຫຍ່ເຫັນພຣະອົງເຂົາກໍພາກັນຮ້ອງສຽງດັງວ່າ “ເອົາມັນໄປຄຶງ! ເອົາມັນໄປຄຶງ!” ປີລາດບອກພວກເຂົາວ່າ“ພວກທ່ານຈົ່ງເອົາລາວຄຶງສາເພາະເຮົາບໍ່ພົບຄວາມຜິດໃນຄົນຜູ້ນີ້”, ພວກຜູ້ນໍາຊາວຢິວຈື່ງຮ້ອງອອກມາວ່າ “ຖ້າທ່ານປ່ອຍຊາຍຄົນໄປທ່ານກໍບໍ່ແມ່ນມິດຂອງຊີຊາ, ຜູ້ໃດກໍຕາມຕັ້ງໂຕຂື້ນເປັນກະສັດກໍເປັນສັດຕູຕໍ່ຊີຊາ”, ປີລາດກ່າວວ່າ “ຈະໃຫ້ເຮົາຄຶງກະສັດຂອງພວກທ່ານຫຼື?” ພວກປະໂລຫິດໃຫຍ່ຮ້ອງອອກມາວ່າ “ນອກຈາກຊີຊາແລ້ວເຮົາບໍ່ມີກະສັດອົງອື່ນ” ຫຼັງຈາກນັ້ນປີລາດຈື່ງພາ ພຣະເຢຊູໄປໃຫ້ພວກທະຫານແລະພວກເຂົາກໍພາພຣະອົງໄປເພື່ອຄຶງເທິງໄມ້ກາງແຂນ.

ພຣະເຢຊູຊົງທໍລະມານເຈັບປວດຢ່າງໃຫຍ່ຫຼວງແລະເຈັບປວດຢ່າງແສນສາຫັດໃນ ຂະນະທີ່ຖືກຄຶງເທິງໄມ້ກາງແຂນ,ແຕ່ໃນເວລາທີ່ພຣະອົງທຸກທໍລະມານຢູ່ນັ້ນພຣະອົງໄດ້ຕັດຄໍາເຫຼົ່ານີ້ວ່າ:

ຄໍາເວົ້າທີ່ - ການໃຫ້ອະໄພ

“ເມື່ອມາເຖິງສະຖານທີ່ແຫ່ງໜຶ່ງຊຶ່ງເອີ້ນວ່າ ກະໂຫລກຫົວ ເຂົາກໍຄຶງພຣະອົງໄວ້ທີ່ກາງແຂນບ່ອນນັ້ນ ພ້ອມກັບຜູ້ຮ້າຍສອງຄົນນັ້ນ ຂ້າງຂວາພຣະຫັດຄົນໜຶ່ງ ແລະຂ້າງຊ້າຍອີກຄົນໜຶ່ງ ຝ່າຍພະເຍຊູຈຶ່ງຊົງອະທິຖານວ່າ "ຂ້າແຕ່ພຣະບິດາ ຂໍໂຜດອະໄພໂທດເຂົາ ເພາະວ່າເຂົາບໍ່ຮູ້ວ່າເຂົາເຮັດຫຍັງ" ເຂົາກໍເອົາເສື້ອຂອງພຣະອົງຈັບສະຫຼາກແບ່ງປັນກັນ” (ລູກາ 23:33-34)

ນັ້ນຄືເຫດຜົນທີ່ພຣະເຢຊູໄປເຖິງໄມ້ກາງແຂນ-ເພື່ອໃຫ້ອະໄພຄວາມບາບຂອງເຮົາ,ພຣະເຢ ຊູຊົງຕັ້ງໃຈໄປເຖິງໄມ້ກາງແຂນເພື່ອຈ່າຍຄ່າຂອງຄວາມບາບເພື່ອເຮົາ.

ຄໍາເວົ້າທີ່ - ຄວາມລອດ

“ຝ່າຍຄົນໜຶ່ງໃນຜູ້ຮ້າຍທີ່ຖືກຄຶງໄວ້ຈຶ່ງເວົ້າຫຍາບຄາຍຕໍ່ພຣະອົງວ່າ ຖ້າທ່ານເປັນພຣະຄຣິສ ຈົ່ງຊ່ວຍຕົວເອງກັບເຮົາໃຫ້ລອດເຖີດ ແຕ່ອີກຄົນໜຶ່ງຫ້າມເຂົາວ່າ "ເຈົ້າກໍບໍ່ຢ້ານຢ້ຳພຣະເຈົ້າບໍ ເພາະເຈົ້າເປັນຄົນຖືກໂທດຄືກັນ ແລະເຮົາກໍສົມກັບໂທດນັ້ນແທ້ ເພາະເຮົາໄດ້ຮັບສົມກັບການທີ່ເຮົາໄດ້ເຮັດ ແຕ່ທ່ານຜູ້ນີ້ບໍໄດ້ເຮັດຜິດຫຍັງເລີຍ ແລ້ວຄົນນັ້ນຈຶ່ງທູນພຣະເຢຊູວ່າ ພຣະອົງເຈົ້າຂ້າ ຂໍພຣະອົງຊົງລະນຶກເຖິງຂ້າພະອົງເມື່ອພຣະອົງສະເດັດເຂົ້າໃນອານາຈັກຂອງພຣະອົງ ຝ່າຍພຣະເຢຊູຊົງຕອບເຂົາວ່າ ເຮົາບອກຄວາມຈິງແກ່ເຈົ້າວ່າ ວັນນີ້ເຈົ້າຈະຢູ່ກັບເຮົາໃນເມືອງສຸກສຳລານ” (ລູກາ 23:39-43)

ພຣະເຢຊູຊົງສິ້ນພຣະຊົນເທິງໄມ້ກາງແຂນເພື່ອຊ່ວຍຄົນບາບໃຫ້ລອດ,ຄົນທໍາອິດທີ່ພຣະອົງ ຊົງຊ່ວຍໃຫ້ລອດຄືໂຈນທີ່ເຊື່ອຢູ່ເທິງໄມ້ກາງແຂນທີ່ຢູ່ຂ້າງພຣະອົງ, ມີຫຼາຍຄົນຄິດວ່າພວກ ເຂົາສາມາດຮຽນເພື່ອທີ່ຈະລອດໄດ້,ແຕ່ໂຈນຄົນນີ້ບໍ່ໄດ້ຮຽນຮູ້ຫຍັງຫຼາຍ, ລາວໄດ້ເຊື່ອວາງ ໃຈໃນພຣະເຢຊູແບບງ່າຍໆ, ຄົນອື່ນໆຄິດວ່າພວກເຂົາຕ້ອງມີຄວາມຮູ້ສຶກຫຼືການປ່ຽນແປງ ຢູ່ພາຍໃນ, ແຕ່ໂຈນບໍ່ມີອັນໃດຈັກຢ່າງ, ລາວພຽງແຕ່ເຊື່ອວາງໃຈພຣະເຢຊູແບບງ່າຍໆ.

ຄໍາເວົ້າທີ່ສາມ - ຄວາມຮັກແພງ

“ຜູ້ທີ່ຍືນຢູ່ຂ້າງກາງແຂນຂອງພຣະເຢຊູນັ້ນ ມີແມ່ຂອງພຣະອົງກັບນ້າສາວຂອງພຣະອົງ ມາລີພັນລະຍາຂອງເຄໂອປັສ ແລະມາລີຊາວມັກດາລາ ສະນັ້ນເມື່ອພຣະເຢຊູທອດພຣະເນດເຫັນແມ່ຂອງພຣະອົງ ແລະສາວົກຄົົນທີ່ພຣະອົງຊົງຮັກຍືນຢູ່ໃກ້ ພຣະອົງຕັດກັບແມ່ຂອງພຣະອົງວ່າ "ຍິງເອີ໋ຍ ຈົ່ງເບິ່ງລູກຂອງທ່ານເຖີດ" ແລ້ວພຣະອົງຕັດກັບສາວົກຄົນນັ້ນວ່າ "ຈົ່ງເບິ່ງແມ່ຂອງທ່ານເຖີດ" ແລະຕັ້ງແຕ່ເວລານັ້ນມາ ສາວົກຄົນນັ້ນກໍຮັບນາງມາຢູ່ໃນບ້ານຂອງຕົນ”(ໂຢຮັນ 19:25-27)

ພຣະເຢຊູບອກໃຫ້ຢອນເບິ່ງແຍງແມ່ຂອງພຣະອົງ, ພຣະເຢຊູຕ້ອງການໃຫ້ພວກເຮົາຫ່ວງ ໃຍເຊິ່ງກັນແລະກັນໃນການສາມັກຄີທໍາຂອງຄຣິສຕະຈັກທ້ອງຖີ່ນ.

ຄໍາເວົ້າທີ່ສີ່ - ການລົບລ້າງພຣະອາຍາ

“ແລ້ວກໍບັງເກີດຄວາມມືດທົ່ວທັງແຜ່ນດິນ ຕັ້ງແຕ່ເວລາທ່ຽງ ຈົນເຖິງບ່າຍສາມໂມງ ຄັ້ນປະມານບ່າຍສາມໂມງພຣະເຢຊູຊົງຮ້ອງສຽງດັ່ງວ່າ "ເອລີ ເອລີ ລາມາສະບັກທານີ" ແປວ່າ "ພຣະເຈົ້າຂອງຂ້າພຣະອົງ ພຣະເຈົ້າຂອງຂ້າພຣະອົງ ເປັນຫຍັງພຣະອົງຊົງປະຖິ້ມຂ້າພຣະອົງເສຍ” (ມັດທາຍ 27:45-46)

ການຮ້ອງຢ່າງເຈັບປວດຂອງພຣະເຢຊູສະແດງໃຫ້ເຫັນວ່າພຣະອົງຖືກແຍກອອກຈາກພຣະເຈົ້າພຣະບິດາໃນຖານະທີ່ພຣະອົງກາຍເປັນຜູ້ລົບລ້າງພຣະອາຍາ,ຊົງເສຍສະຫຼະເພື່ອບາບ ຂອງພວກເຮົາ.

ຄໍາເວົ້າທີ່ຫ້າ - ຄວາມທຸກທໍລະມານ

“ຫລັງຈາກນັ້ນພຣະເຢຊູຊົງຮູ້ວ່າ ທຸກສິ່ງສຳເລັດແລ້ວ ເພື່ອພຣະຄຳພີຈະສຳເລັດຈຶ່ງຕັດວ່າ "ເຮົາກະຫາຍນ້ຳ" ມີພາຊະນະໃສ່ນ້ຳອະງຸ່ນສົ້ມວາງຢູ່ບ່ອນນັ້ນ ເຂົາຈຶ່ງເອົາຟອງນ້ຳ ຊຸບນ້ຳອະງຸ່ນສົ້ມໃສ່ປາຍໄມ້ຫຸສົບຊູຂຶ້ນໃຫ້ເຖິງພຣະໂອດຂອງພຣະອົງ” (ໂຢຮັນ 19:28-29).

ເລື່ອງນີ້ສະແດງເຖິງຄວາມເຈັບປວດອັນໃຫຍ່ຫຼວງທີ່ພຣະເຢຊູຊົງພົບພໍ້ເພື່ອຈ່າຍໜີ້ບາບສໍາ ຫຼັບພວກເຮົາ.

ຄໍາເວົ້າທີ່ຫົກ - ການຊົງໄຖ່

“ເມື່ອພຣະເຢຊູຊົງຮັບນ້ຳອະງຸ່ນສົ້ມແລ້ວ ພຣະອົງຕັດວ່າ "ສຳເລັດແລ້ວ" ແລະຊົງກົ້ມພຣະສຽນລົງປ່ອຍພຣະວິນຍານຈິດອອກໄປ”(ໂຢຮັນ 19:30)

ທຸກສິ່ງທີ່ຈໍາເປັນສໍາຫຼັບຄວາມລອດຂອງພວກເຮົາດຽວນີ້ໄດ້ສໍາເລັດລົງແລ້ວ, ບໍ່ມີຫຍັງເຫຼືອ ໃຫ້ຄົນບາບທີ່ຫຼົງຫາຍເຮັດມີແຕ່ເຊື່ອພຣະເຢຊູເທົ່ານັ້ນ.

ຄໍາເວົ້າທີ່ເຈັດ - ການມອບໂຕແດ່ພຣະບິດາ

“ພຣະເຢຊູຊົງຮ້ອງສຽງດັ່ງຕັດວ່າ "ພຣະບິດາເຈົ້າຂ້າ ຂ້າພະອົງຝາກຈິດວິນຍານຂອງຂ້າພະອົງໄວ້ໃນພຣະຫັດຂອງພຣະອົງ" ຕັດຢ່າງນັ້ນແລ້ວ ຈຶ່ງຊົງປ່ອຍພຣະວິນຍານຈິດອອກໄປ” (ລູກາ 23:46).

ນາຍຮ້ອຍຜູ້ຫຍາບຊ້າເຄີຍເຫັນການຄຶງເທິງກາງແຂນຫຼາຍເທື່ອແລ້ວ, ໃຈຂອງລາວເກີດ ແຂງກະດ້າງ,ແຕ່ລາວບໍ່ເຄີຍເຫັນຜູ້ໃດຕາຍຄືພຣະເຢຊູ, ນາຍຮ້ອຍແນມເບິ່ງຮ່າງກາຍທີ່ ຕາຍແລ້ວຂອງພຣະເຢຊູທີ່ຖືກຫ້ອຍຢູ່ເທິງໄມ້ກາງແຂນ, ນໍ້າຕາໄດ້ໄຫຼລົງມາຈາກແກ້ມທັງ ສອງຂ້າງຂອງລາວ, ລາວກ່າວວ່າ:

“ແທ້ຈິງທ່ານຜູ້ນີ້ເປັນພຣະບຸດຂອງພຣະເຈົ້າ” (ມາລະໂກ 15:39)

ຂໍໃຫ້ທ່ານເຊື່ອວາງໃຈໃນພຣະບຸດຂອງພຣະເຈົ້າ ແລະລອດພົ້ນຈາກບາບຂອງທ່ານໂດຍ ການເສຍສະຫຼະຂອງພຣະອົງແລະໂດຍພຣະໂລຫິດຂອງພຣະອົງ. ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ້າວ ອາເບວ ພຣຸດໂຮມ: ມາລະໂກ 15:25-39.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“A Crown of Thorns” (by Ira F. Stanphill, 1914-1993; altered by the Pastor).


ໂຄງຮ່າງບົດເທດສະໜາ

ວັນທີ່ພຣະເຢຊູສິ້ນພຣະຊົນ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ແລ້ວປີລາດຈຶ່ງມອບພຣະອົງໃຫ້ເຂົາພາໄປຄຶງທີ່ກາງແຂນ ແລະເຂົາພາພຣະເຢຊູໄປ ແລະພຣະອົງຊົງແບກກາງແຂນຂອງພຣະອົງໄປຍັງສະຖານທີ່ແຫ່ງໜຶ່ງຊຶ່ງເອີ້ນວ່າ ສະຖານທີ່ກະໂຫລກຫົວ ພາສາຮີບລູເອີ້ນວ່າ ໂກລະໂກທາ ໃນບ່ອນນັ້ນ ເຂົາຄຶງພຣະອົງໄວ້ທີ່ກາງແຂນກັບຄົນອີກສອງຄົນ ຄົນລະຂ້າງແລະພຣະເຢຊູຊົງຢູ່ກາງ”(ໂຢຮັນ 19:16-18)

I. ໜື່ງ ຄວາມມືດເກີດຂື້ນໃນມື້ນັ້ນ. ມັດທາຍ 27:45; ອົບພະຍົບ 10:21-22.

II. ສອງ ຜ້າກັ້ງໃນພຣະວິຫານຂາດໃນມື້ນັ້ນ. ມັດທາຍ 27:51ກ

III. ສາມ ແຜ່ນດິນໄຫວເກີດຂື້ນໃນມື້ນັ້ນ. ມັດທາຍ 27:51ຂ; 1 ຕີໂມທຽວ 2:5

IV. ສີ່ ພຣະເຢຊູຕັດຈາກໄມ້ກາງແຂນໃນມື້ນັ້ນ. ໂຢຮັນ 19:4; ລູກາ 23:33-34,
39-43; ໂຢຮັນ 19:25-27; ມັດທາຍ 27:45-46; ໂຢຮັນ 19:28-29,
30; ລູກາ 23:46; ມາລະໂກ 15:39.