Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ

THE SAVIOUR’S SHAME
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 30/3/2014
A sermon preached at the Baptist Tabernacle of Los Angeles
Lord’s Day Evening, March 30, 2014

“ເພາະເຫັນແກ່ຄວາມຍິນດີທີ່ມີຢູ່ທາງໜ້ານັ້ນ ພຣະອົງໄດ້ຊົງທົນເອົາກາງແຂນ ຊົງຖືວ່າຄວາມອາຍບໍ່ເປັນສິ່ງສຳຄັນອັນໃດ ແລະໄດ້ສະເດັດປະທັບເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າແລ້ວ” (ເຮັບເລີ 12:2)


ບົດເທດສະໜານີ້ຖືກດັດແປງພຽງຈຸດດຽວເທົ່ານັ້ນຈາກຄໍາເທດສະໜາສາມຈຸດໂດຍ ສະເປີໂຈນ “ເຈົ້າຊາຍຂອງນັກເທດທັງຫຼາຍ” ຂໍໃຫ້ເປັນພຣະພອນແກ່ພວກທ່ານ!

ຂ້າພະເຈົ້າມັກແປກໃຈວ່າເປັນຫຍັງນັກເທດສະໄໝໃຫມ່ຫຼາຍຄົນບໍ່ເວົ້າເຖິງຄວາມ ທຸກທໍລະມານຂອງພຣະຄຣິສໃນວັນອາທິດໃກ້ວັນຄືນພຣະຊົນ, ພວກເຂົາເທດໄປຕາມການ ອະທິບາຍຂອງເຂົາແລະເວົ້າເຖິງການຊ່ວຍເຫຼືອຕົນເອງໃນວັນອາທິດວັນຄືນພຣະຊົນ, ຫຼັງ ຈາກນັ້ນໂດຍບໍ່ໄດ້ນຶກຝັນພວກເຂົາກໍເວົ້າເຖິງການຟື້ນຄືນພຣະຊົນຂອງພຣະເຢຊູ.

ດຣ.ໄມໂຄຮໍຕັ້ນໄດ້ກ່າວໄວ້ວ່າມີສິດຍາພິບານພວກຂ່າວປະເສີດຫຼາຍຄົນບໍ່ເທດສະ ໜາແມ່ນກະທັ່ງເລື່ອງການຟື້ນຄືນຈາກຕາຍຂອງພຣະເຢຊູໃນວັນອິດສະຕີ! ລາວເວົ້າເຖິງ ນັກສາສະໜາສາດເສລີຄົນໜື່ງໄປຢ້ຽມຄຣິສຕະຈັກຂ່າວປະເສີດໃຫຍ່ແຫ່ງໜື່ງ, ລາວຄິດວ່າ ລາວຈະໄດ້ຍິນຂ່າວປະເສີດ, ລາວພັດໄດ້ຍິນບົດເທດໃນເລື່ອງ“ພຣະເຢຊູຊົງໃຫ້ກໍາລັງແກ່ ເຮົາທີ່ຈະເອົາຊະນະອຸປະສັກຂອງເຮົາແນວໃດແດ່”ແທນ, ຈາກນັ້ນ ດຣ.ຮໍຕັນ ກໍເວົ້າເຖິງ ເລື່ອງຂອງນັກສາສະໜາສາດເສລີເມໂຕດິສຄົນໜື່ງຜູ້ຊື່ງໄປຮ່ວມໂບດ “ທີ່ເຊື່ອພຣະຄໍາພີ” ບ່ອນທີ່ “ບົດເທດຄື ບາງສິ່ງບາງຢ່າງ ກ່ຽວກັບວ່າພຣະເຢຊູຊົງເອົາຊະນະຄວາມລົ້ມ ເຫຼວແລະພວກເຮົາກໍສາມາດເອົາຊະນະໄດ້” ສາສະດາຈານເມໂຕດິສຈື່ງອອກໄປເວົ້າວ່າ ປະສົບການນັ້ນຢືນຢັນເຖິງຄວາມຄິດຂອງລາວວ່າຜູ້ທີ່ເຊື່ອພຣະຄໍາພີຫຼາຍຄົນເປັນຄືກັບ ພວກເສລີທີ່ຈະເວົ້າເຖິງກ່ຽວກັບ “ເລື່ອງຈິດຕະວິທະຍາເພງປັອບ, ການເມືອງຫຼືສິນລະທໍາ ແທນເລື່ອງຂ່າວປະເສີດ” (Michael Horton, Ph.D., Christless Christianity: The Alternative Gospel of the American Church, Baker Books, 2008, pp. 29, 30).

ປະຈຸບັນນີ້ມີການເທດສະໜາໜ້ອຍຫຼາຍເຖິງຄວາມທຸກທໍລະມານແລະຄວາມຕາຍ ຂອງພຣະຄຣິສ, ເຫດຜົນຫຼັກໆກໍຄືວ່ານັກເທດຫຼາຍຄົນຄິດວ່າທຸກຄົນທີ່ມາໂບດຂອງເຂົາ ເປັນຄຣິສຕຽນແລ້ວ-ເຫດສະນັ້ນຈື່ງບໍ່ຈໍາເປັນທີ່ຈະໄດ້ຍິນເຖິງຄວາມຮັກຂອງພຣະຄຣິສ,ມັນ ເປັນຄວາມຜິດພາດອັນດຽວກັນທີ່ເຮັດໃຫ້ຄຣິສຕະຈັກທັງຫຼາຍຂອງຊາວເຢຍລະມັນລົ້ມຈົ່ມ ລົງໃນຕອນຕົ້ນສະຕະວັດທີ່ສິບເກົ້າ, ລູອິສໂອ.ແບຣສໂຕໄດ້ກ່າວໄວ້ວ່າການເທດສະໜາໃນ ປະເທດເຢຍລະມັນໃນຍຸກນັ້ນເກີດຄວາມຜິດພາດໂດຍຄິດວ່າທຸກໆຄົນທີ່ໄປນະມັດການຢູ່ ໂບດຂອງເຂົາລອດແລ້ວ, ດຣ.ແບຣສໂຕກ່າວວ່າ “ທີ່ປະຊຸມຂອງຄົນທີ່ຮັບບັບຕິດສະມາ ແລ້ວຖືວ່າເປັນທີ່ການຊຸມນຸມຂອງຄຣິສຕຽນແລະຄວນທີ່ຈະເປັນເຊັ່ນນີ້…ນີ້ອາດຈະເປັນໃນສ່ວນອະທິບາຍເຖິງພີ່ນ້ອງທີ່ບໍ່ມີປະສິບທິພາບຂອງການເທດສະໜາຂອງຊາວເຢຍລະມັນ” (Representative Modern Preachers, Macmillan, 1904, p. 11), ນັກເທດແບັບຕິດສ່ວນ ຫຼາຍຖືວ່າສະມາຊິກຂອງເຂົາເປັນຄຣິສຕຽນແລ້ວ,ດັ່ງນັ້ນຈື່ງບໍ່ຈໍາເປັນຕ້ອງເທດສະໜາເຖິງ ເລື່ອງຄວາມທຸກທໍລະມານແລະຄວາມຕາຍຂອງພຣະຄຣິສ, ຂ້າພະເຈົ້າແນ່ໃຈວ່າສິ່ງນີ້ໄດ້ ເຮັດໃຫ້ເກີດຄວາມອ່ອນແອຂອງການເທດສະໜາພຣະຄໍາພີເປັນຂໍ້ເປັນຂໍ້ໃນຄຣິສຕະຈັກທັງ ຫຼາຍຂອງພວກເຮົາ.

ຂ້າພະເຈົ້າຄິດເຊັ່ນກັນວ່າຄົນທີ່ລອດແລ້ວຕ້ອງການໄດ້ຍິນຄວາມທຸກທໍລະມານ ຂອງພຣະຄຣິສ, ອັກຄະສາວົກເປໂຕກ່າວວ່າ:

“ພຣະຄຣິສໄດ້ຊົງຮັບທົນທຸກທໍລະມານເພື່ອເຮົາທັງຫລາຍ ໃຫ້ເປັນແບບຢ່າງແກ່ເຮົາ ເພື່ອທ່ານຈະໄດ້ຕາມຮອຍພຣະບາດຂອງພຣະອົງ” (1 ເປໂຕ 2:21)

ມີຫຼາຍຄົນໃນຄຣິສຕະຈັກຫຼາຍແຫ່ງຂອງເຮົາບໍ່ພ້ອມທີ່ຈະໄດ້ຮັບຄວາມທຸກທໍລະມານໃດໆ ໃນປະຈຸບັນ, ພວກເຂົາບໍ່ມາແມ່ນກະທັ່ງການນະມັດສະການວັນອາທິດຕອນແລງຫຼືການ ປະຊຸມອະທິຖານກາງອາທິດ, ເຫດຜົນໜື່ງຕ້ອງເປັນຄວາມຈິງທີ່ວ່າພວກເຂົາບໍ່ໄດ້ຮັບການ ເຕືອນສະຕິເຖິງຄວາມທຸກທໍລະມານທີ່ຍິ່ງໃຫຍ່ຂອງພຣະຄຣິສ-ຊື່ງອັກຄະສາວົກເປໂຕໄດ້ ກ່າວວ່າ “ເປັນຕົວຢ່າງເພື່ອໃຫ້ທ່ານຕາມຮອຍພຣະບາດຂອງພຣະອົງ”, ມີຊາຍຄົນໜື່ງຈົ່ມ ໃສ່ຂ້າພະເຈົ້າວ່າລາວຕ້ອງຂັບລົດສີ່ສິບນາທີແຕ່ລະເທື່ອເພື່ອໄປໂບດຂອງລາວ, ຂ້າພະເຈົ້າ ບອກລາວວ່າມັນເປັນສິ່ງທີ່ດີທີ່ເຈົ້າຄວນຈະເຮັດ, ເໜືອສິ່ງອື່ນໃດພຣະຄຣິສ“ໄດ້ຊົງຮັບທົນທຸກທໍລະມານເພື່ອເຮົາທັງຫລາຍ ໃຫ້ເປັນແບບຢ່າງແກ່ເຮົາ ເພື່ອທ່ານຈະໄດ້ຕາມຮອຍພຣະບາດຂອງພຣະອົງ” ພວກເຮົາສາມາດເປັນສາວົກທີ່ເຂັ້ມແຂງໄດ້ໂດຍການຜ່ານຜ່າຄວາມ ທຸກທໍລະມານເພື່ອພຣະຄຣິສ,ແບບທີ່ເຮົາຖືກບອກໄວ້ໃນໂລມ 5:3-5, ສິ່ງນີ້ໄດ້ນໍາເຮົາກັບ ໄປໃນຂໍ້ພຣະຄໍາພີຂອງເຮົາຊື່ງບອກເຮົາເຖິງຄວາມທຸກທໍລະມານແລະຄວາມອາຍທີ່ພຣະ ຄຣິສຊົງພົບພໍ້ເພື່ອຊ່ວຍເຮົາໃຫ້ພົ້ນ.

“ເພາະເຫັນແກ່ຄວາມຍິນດີທີ່ມີຢູ່ທາງໜ້ານັ້ນ ພຣະອົງໄດ້ຊົງທົນເອົາກາງແຂນ ຊົງຖືວ່າຄວາມອາຍບໍ່ເປັນສິ່ງສຳຄັນອັນໃດ ແລະໄດ້ສະເດັດປະທັບເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າແລ້ວ” (ເຮັບເລີ 12:2)

ຂ້າພະເຈົ້າຂໍຍົກເອົາປະໂຫຍກ“ຊົງຖືວ່າຄວາມອາຍບໍ່ເປັນສິ່ງສໍາຄັນອັນໃດ”ໃນຄືນນີ້,ພາສາ ກຣີກແປຄໍາວ່າ “ດູຖູກ” ໝາຍເຖິງ “ບໍ່ນັບຖື” ຫຼື “ບໍ່ມີຄຸນຄ່າ” ອາຈານເອລີຄອທບອກເຮົາ ວ່າ“ຄວາມໝາຍທີ່ແທ້ຈິງຄືຖືກບັງຄັບຫຼາຍ ຊົງທົນເອົາກາງແຂນ ຊົງຖືວ່າຄວາມອາຍ, ຄວາມອາຍແຫ່ງຄວາມຕາຍຖືກຕັ້ງຕໍ່ສູ້ຄວາມຍິນດີທີ່ຢູ່ເຊີງໜ້າພຣະອົງ” (Charles John Ellicott, editor, Ellicott’s Commentary on the Whole Bible, vol. VIII, Zondervan Publishing House, n.d., p. 336; note on Hebrews 12:2).

ມັນຄືເປົ້າໝາຍຂອງຂ້າພະເຈົ້າໃນຄືນນີ້ທີ່ຈະສະແດງໃຫ້ທ່ານເຫັນຄວາມທໍລະມານຂອງພຣະຄຣິສໃນຄວາມອາຍ, ສິ່ງທີ່ໂຫດຮ້າຍທີ່ພຣະເຢຊູຊົງພົບພໍ້ຄືຄວາມອາຍຫຼາຍໃນມື້ ທີ່ພຣະອົງຊົງທຸກທໍລະມານເພື່ອຊ່ວຍເຮົາໃຫ້ພົ້ນ!ໂຈເຊບຮາດເຂົ້າໃຈເລື່ອງນີ້ ລາວກ່າວວ່າ

ຈົ່ງເບິ່ງເຖີດວ່າພຣະເຢຊູຢືນອົດທົນ
ຖືກດູໝີ່ນໃນສະຖານທີ່ໂຫດຮ້າຍນີ້
ຄົນບາບໄດ້ມັດມືຂອງຜູ້ຊົງລິດ
ແລະຕີໃບໜ້າພຣະຜູ້ສ້າງຂອງເຂົາ
(“His Passion” by Joseph Hart, 1712-1768; altered by the Pastor).

ເພື່ອຄວາມດີຂອງເຮົາແລະຄວາມລອດຂອງເຮົາພຣະເຢຊູຊົງອັບອາຍໃນສີ່ຫົນທາງ

I. ໜື່ງ ຄິດເຖິງຄວາມອາຍຂອງຄໍາກ່າວຫາທີ່ຕໍ່ສູ້ພຣະເຢຊູ

ພຣະອົງບໍ່ມີບາບ,ພຣະອົງບໍ່ໄດ້ເຮັດຫຍັງຜິດ,ແມ່ນແຕ່ປີລາເຈົ້າເມືອງຊາວໂຣມຜູ້ທີ່ ໃຫ້ເຂົາຄຶງພຣະເຢຊູກໍເວົ້າເຊັ່ນກັນ, ປີລາດເວົ້າກັບຜູ້ທີ່ກ່າວຫາພຣະອົງວ່າ“ເຮົາບໍ່ເຫັນວ່າ ຄົນນີ້ມີຄວາມຜິດ”(ລູກາ 23:4) “ເຮົາບໍ່ເຫັນວ່າຄົນນັ້ນມີຄວາມຜິດແມ່ນແຕ່ໜ້ອຍດຽວ”(ໂຢ ຮັນ 18:38), ແມ່ນພຣະເຢຊູຖືກກ່າວຫາດ້ວຍຄວາມບາບນາໆປະການ, ພຣະອົງຖືກກ່າວ ໂທດໂດຍພວກສານຊານເຮດຣິນດ້ວຍຄວາມບາບຂອງການດູໝີ່ນ, ພຣະອົງດູໝີ່ນໄດ້ບໍ? ພຣະອົງຜູ້ຊື່ງອະທິຖານຕໍ່ພຣະເຈົ້າໃນຂະນະທີ່ພຣະອົງເຫື່ອໄຫຼເປັນເລືອດວ່າ“ພຣະບິດາ… ຢ່າໃຫ້ເປັນຕາມໃຈຂອງຂ້າພຣະອົງແຕ່ໃຫ້ເປັນຕາມນໍ້າພຣະໄທພຣະອົງ” (ລູກາ 22:42), ບໍ່ມີທາງທີ່ພຣະເຢຊູຈະດູໝີ່ນພຣະບິດາຂອງພຣະອົງ,ເພາະມັນຂັດແຍ້ງກັບພຣະລັກສະນະຂອງພຣະອົງທີ່ພຣະອົງຮູ້ສຶກອາຍຂອງການກ່າວຫາທີ່ທີ່ມແທງນີ້.

ຕໍ່ໄປພວກເຂົາກໍກ່າວຫາພຣະອົງວ່າເປັນກະບົດ,ພວກເຂົາເວົ້າວ່າພຣະອົງເປັນຄົນທໍລະຍົດທີ່ຕໍ່ຕ້ານຈັກກະພັດໂລມັນ, ພວກເຂົາວ່າພຣະອົງປຸກລະດົມຜູ້ຄົນແລະບອກເຂົາວ່າ ພຣະອົງຄືກະສັດອົງໜື່ງ, ແນ່ນອນພຣະອົງຊົງບໍລິສຸດ, ເມື່ອປະຊາຊົນພະຍາຍາມບັງຄັບ ພຣະອົງໃຫ້ເປັນກະສັດຂອງເຂົາ,ພຣະອົງຊົງອອກໄປໃນທະເລຊາຍເພື່ອອະທິຖານ, ພຣະ ອົງບອກປີລາດວ່າ “ອານາຈັກຂອງເຮົາບໍ່ແມ່ນຂອງໂລກນີ້” (ໂຢຮັນ 18:36), ພຣະອົງບໍ່ ເຄີຍນໍາກະບົດຕໍ່ສູ້ລັດຖະບານ, ແມ່ນພວກເຂົາໃສ່ຮ້າຍພຣະອົງເລື່ອງນີ້.

II. ສອງ ຄິດເຖິງຄວາມອາຍຂອງການເຍາະເຍີ້ຍທີ່ພຣະເຢຊູທົນເອົາ.

ພຣະອົງຊົງຜ່ານຄວາມອາຍແຫ່ງການເຍາະເຍີ້ຍມາເຊັ່ນກັນ, ພຣະອົງຖືກແກ້ຜ້າ ອອກໂດຍພວກທະຫານ, ຮ່າງກາຍຂອງພຣະອົງຖືກແກ້ຜ້າສອງເທື່ອ, ເຖິງແມ່ນວ່ານັກສິນ ລະປະໄດ້ແຕ້ມຮູບພຣະອົງທີ່ຢູ່ເທິງໄມ້ກາງແຂນດ້ວຍຜ້າຕ່ຽວກໍຕາມ, ແນ່ນອນພຣະອົງຊົງ ເປືອຍກາຍຢ່າງລ້ອນຈ້ອນ, ພຣະອົງບໍ່ມີຫຍັງທີ່ຈະປົກປິດຄວາມເປືອຍກາຍຂອງພຣະອົງ ຈາກສາຍຕາທີ່ຈ້ອງເບິ່ງແລະປາກທີ່ເຍາະເຍີ້ຍຂອງຝູງຄົນຊົ່ວ,ພວກເຂົາພາກັນຈົກສະຫຼາກ ເສື້ອຂອງພຣະອົງໃນຂະນະທີ່ພຣະອົງບໍ່ມີຫຍັງປົກຄຸມຄວາມອາຍແຫ່ງຄວາມເປື່ອຍເປົ່າ ຂອງພຣະອົງເທິງໄມ້ກາງແຂນ.

ພວກເຂົາໄດ້ເຍາະເຍີ້ຍທໍາມະຊາດຂອງພຣະອົງໃນຖານະພຣະບຸດຂອງພຣະເຈົ້າ ເຊັ່ນດຽວກັນ, ພວກເຂົາກ່າວວ່າ“ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ,ຈົ່ງລົງມາຈາກກາງ ແຂນເຖີດ”(ມັດທາຍ 27:40), ພວກເຂົາຮ້ອງໃສ່ພຣະອົງວ່າ:

“ເຂົາໄວ້ໃຈໃນພຣະເຈົ້າ ຖ້າພຣະອົງພໍພຣະໄທໃນເຂົາກໍໃຫ້ພຣະອົງຊົງຊ່ວຍເຂົາໃຫ້ລອດດຽວນີ້ເຖີດ ເພາະເຂົາໄດ້ກ່າວວ່າ ເຮົາເປັນພຣະບຸດຂອງພຣະເຈົ້າ ເຖິງໂຈນທີ່ຖືກຄຶງໄວ້ກັບພຣະອົງກໍຍັງກ່າວຄຳຫຍາບຊ້າຕໍ່ພຣະອົງຄືກັນ” (ມັດທາຍ 27:43-44)

ພຣະອົງບໍ່ໄດ້ເວົ້າຍັງເລີຍໃນເວລາທີ່ພວກເຂົາເຍີ້ຍພຣະອົງຢ່າງໜ້າອັບອາຍ-ເພາະພຣະອົງ “ຊົງທົນເອົາກາງແຂນຊົງຖືວ່າຄວາມອາຍບໍ່ເປັນສິ່ງສໍາຄັນ” (ເຮັບເລີ 12:2)

ອີກຄັ້ງໜື່ງພວກເຂົາເຍາະເຍີ້ຍພຣະອົງແລະຫົວຂວັນໃສ່ພຣະອົງຢ່າງໜ້າອາຍໃນ ຖານະເປັນກະສັດຂອງອິດສະຣາເອວ, ພຣະອົງຊົງເປັນກະສັດຂອງເຂົາ, ແຕ່ເຂົາດູໝີ່ນ ພຣະອົງ,ຫົວຂັວນພຣະອົງແລະເຮັດໃຫ້ພຣະອົງອັບອາຍ, ພຣະອົງຊົງເປັນກະສັດເໜືອກະ ສັດທັງຫຼາຍແລະເປັນເຈົ້ານາຍເໜືອເຈົ້ານາຍທັງຫຼາຍ, ພຣະອົງສາມາດເອີ້ນທູດສະຫວັນ ຫຼາຍພັນອົງເພື່ອມາທໍາລາຍພວກເຂົາທຸກຄົນໄດ້, ພຣະອົງສາມາດຮ້ອງແລະໃຫ້ພື້ນດິນ ທີ່ພວກເຂົາຢືນເປີດອອກແລ້ວກືນເຂົາເຂົ້າໄປ “ສູ່ແດນຄົນຕາຍທັງເປັນ”ພ້ອມກັບໂຄຣາຜູ້ທີ່ ເວົ້າຕໍ່ຕ້ານໂມເສດໄດ້ໃນຕອນທີ່ພວກເຂົາເວົ້າຕໍ່ສູ້ພຣະຄຣິສ(ກັນດານວິຖີ 16:33),ພຣະອົງ ສາມາດເອີ້ນໄຟລົງມາຈາກສະຫວັນແລະເຜົາຊີວິດຂອງເຂົາຄືກັບທີ່ເອລີຢາເຮັດກັບທະຫານຂອງກະສັດອາຫັບໄດ້ (2 ກະສັດ 1:9-10), “ພຣະອົງບໍ່ໄດ້ເປີດປາກຂອງພຣະອົງເລີຍ” ໃນການປ້ອງກັນພຣະອົງເອງ(ອິດສະຢາ 53:7).

ພວກເຂົາເຍາະເຍີ້ຍພຣະອົງຢ່າງໜ້າອາຍໃນຖານະຜູ້ທໍານວາຍຄົນໜື່ງ, ພວກເຂົາ ປິດຕາພຣະອົງ,ຫຼັງຈາກນັ້ນກໍເອົາກໍາປັ້ນຕີໃບໜ້າພຣະອົງແລ້ວເວົ້າວ່າ “ເຈົ້າພຣະຄຣິສ ຈົ່ງທໍານວາຍໃຫ້ແກ່ເຮົາວ່າ ໃຜຕົບເຈົ້າ” (ມັດທາຍ 26:68), ພວກເຮົາຮັກຜູ້ທໍານວາຍດຽວ ນີ້, ອິດສະຢາໄດ້ເຮັດໃຫ້ໃຈຂອງເຮົາຕື່ນເຕັ້ນດ້ວຍຄໍາທໍານວາຍທີ່ຊັດເຈນຂອງລາວເຖິງ ເລື່ອງພຣະຄຣິສແລະຄວາມເຂົ້າໃຈຢ່າງເລິກເຊິງຂອງລາວເຖິງເລື່ອງຄວາມລອດຂອງຈິດ ວິນຍານຂອງເຮົາ, ເຮົາຈະຮູ້ສຶກໂສກເສົ້າແນວໃດແດ່ເພື່ອຄິດເຖິງຜູ້ທໍານວາຍພຣະເຢຊູທີ່ ຖືກປິດຕາແລະຖືກຕີ,ຖືກເຍາະເຍີ້ຍແລະຖືກດູຖູກໃນສະຖານທີ່ຂອງປະໂລຫິດໃຫຍ່!

ພຣະອົງຍັງທຸກທໍລະມານດ້ວຍການຖືກເຍີ້ຍໃນຖານະເປັນປະໂລຫິດຂອງພວກເຮົາ ເຊັ່ນກັນ, ພຣະເຢຊູໄດ້ສະເດັດເຂົ້າມາໃນໂລກເພື່ອປະໂລຫິດຂອງເຮົາແລະຖະວາຍເຄື່ອງ ເຜົາບູຊາ, ແຕ່ພວກເຂົາເຍີ້ຍຄວາມເປັນປະໂລຫິດຂອງພຣະອົງເຊັ່ນກັນ, ຄວາມລອດທຸກ ຢ່າງແມ່ນຢູ່ໃນພຣະຫັດຂອງປະໂລຫິດທັງຫຼາຍ, ດຽວນີ້ພວກເຂົາເວົ້າກັບພຣະອົງວ່າ “ຖ້າ ທ່ານເປັນພຣະຄຣິສຈົ່ງຊ່ວຍຕົວເອງແລະພວກເຮົາໃຫ້ລອດເຖີດ” ພຣະອົງຊົງເປັນປະໂລ ຫິດໃຫຍ່, ພຣະອົງຊົງລູກແກະປັດສະກາ, ພຣະອົງຊົງເປັນລູກແກະຂອງພຣະເຈົ້າທີ່ຮັບ ເອົາຄວາມບາບຂອງໂລກໄປເສຍ, ມັນເປັນຕາຢ້ານຫຼາຍເທົ່າໃດທີ່ພຣະອົງຊົງທົນຄວາມ ເຍາະເຍີ້ຍທີ່ບໍ່ມີຫົວໃຈຂອງເຂົາ! ພຣະອົງຊົງທົນເອົາກາງແຂນ “ຊົງຖືວ່າຄວາມອາຍບໍ່ ເປັນສິ່ງສໍາຄັນອັນໃດ” (ເຮັບເລີ 12:2).

III. ສາມ ຄິດເຖິງຄວາມອາຍຂອງການຕີແລະການຄຶງທີ່ພຣະອົງຊົງທຸກທໍລະມານ.

ພຣະອົງຊົງຖືກເຍາະເຍີ້ຍຫຼາຍຂື້ນໂດຍການຖືກຕີດ້ວຍແສ້, ບັນພະບຸລຸດຂອງຄຣິສ ຕະຈັກຍຸກຕົ້ນໆຫຼາຍຄົນໄດ້ອະທິບາຍເຖິງຄວາມໂຫດຮ້າຍຂອງການຖືກແສ້ຕີຂອງພຣະ ຄຣິສ, ບໍ່ວ່າສິ່ງທີ່ເຂົາເວົ້າອີງຕາມຄວາມເປັນຈິງທີ່ພວກເຮົາບໍ່ສາມາດເວົ້າຫຼືບໍ, ແຕ່ການຖືກ ຕີຂອງພຣະອົງຈະຕ້ອງພິລຶກຫຼາຍເພາະຜູ້ທໍານວາຍໄດ້ກ່າວໄວ້ວ່າ:

“ແຕ່ທ່ານຖືກບາດເຈັບເພາະຄວາມລະເມີດຂອງເຮົາທັງຫຼາຍ ທ່ານຟົກຊໍ້າ ເພາະຄວາມຊົ່ວຊ້າຂອງເຮົາ ການຕີສອນທີ່ເຮັດໃຫ້ເຮົາທັງຫຼາຍປອດໄພ ນັ້ນຕົກແກ່ທ່ານ ດ້ວຍຮອຍຕີຂອງພຣະອົງເຮົາຈື່ງຮັບການຮັກສາໃຫ້ດີ” (ອິດສະຢາ 53:5)

ມັນຕ້ອງເປັນຮອຍຕີທີ່ເປັນຕາຢ້ານຫຼາຍເທິງຫຼັງຂອງພຣະອົງ - ເພາະຜູ້ທໍານວາຍໄດ້ເອີ້ນ ວ່າ “ບາດເຈັບ”,“ຟົກຊໍ້າ”, “ຕີສອນ” ແລະຖືກ “ຕີ”,ແລະທຸກເທື່ອທີ່ຖືກແສ້ມັນຈະດຶງຫຼັງ ຂອງພຣະອົງອອກ,ຜູ້ທໍລະມານຫົວຂວັນດ້ວຍຄໍາຄືນາຮົກ,ທຸກເທື່ອທີ່ພຣະໂລຫິດຂອງພຣະ ອົງໄຫຼອອກຈາກຮອຍບາດເຈັບແລະເນື້ອໜັງຖືກສີກຂາດເປັນທ່ອນ, ຖືກໂຫ່ຮ້ອງໃສ່ຢ່າງ ໜ້າອັບອາຍແລະເຍາະເຍີ້ຍແລະຫົວຂວັນໃສ່ຄວາມເຈັບປວດຂອງພຣະອົງຢ່າງໂຫດຫ້ຽມ ອໍາມະຫິດ, ແນ່ນອນເພື່ອຄວາມດີຂອງເຮົາ, ເພື່ອຄວາມລບອດຂອງເຮົາ, ພຣະອົງຊົງຖືກ ດູຖູກຢ່າງໜ້າອາຍ!

ແລະຫຼັງຈາກນັ້ນພຣະອົງຊົງໄປທີ່ໄມ້ກາງແຂນ,ເຂົາກໍຕອກພຣະອົງ, ໃນຄວາມໂມ ໂຫແບບຊາຕານຂອງເຂົາເຂົາສືບຕໍ່ເຍາະເຍີ້ຍແລະຫົວຂວັນໃສ່ຄວາມທຸກທໍລະມານຂອງ ພຣະອົງ! ພວກປະໂລຫິດໃຫຍ່ແລະພວກນັກທໍາກໍນັ່ງລົງແລ້ວແນມເບິ່ງພຣະອົງຖືກຫ້ອຍຢູ່ ເທິງໄມ້ກາງແຂນ, ຂ້າພະເຈົ້າຈິນຕະນາການວ່າພວກເຂົາເວົ້າວ່າ “ລາວຈະບໍ່ມີໂອກາດໄດ້ ຊຸມນຸມກັບຝູງຊົນອີກເທື່ອໜື່ງຢ່າງແນ່ນອນ!” “ຮາຮາຮາ ມືເຫຼົ່ານັ້ນທີ່ເຄີບຈັບຄົນຂີ້ທູດແລະ ປີ່ນປົວເຂົາແລະທີ່ປຸກຄົນຕາຍແລ້ວໃຫ້ຟື້ນຈະບໍ່ສາມາດເຮັດໄດ້ອີກເທື່ອໜື່ງຢ່າງແນ່ນອນ” ພວກເຂົາເຍາະເຍີ້ຍພຣະອົງແລະສຸດທ້າຍພຣະອົງຕັດວ່າ “ເຮົາກະຫາຍນໍ້າ”ພວກເຂົາກໍເອົາ ນໍ້າສົ້ມໃຫ້ພຣະອົງດື່ມ-ເຍີ້ຍແມ່ນແຕ່ປາກທີ່ແຫ້ງແລະລິ້ນທີ່ບວມຂອງພຣະອົງ!

ຈົ່ງເບິ່ງພຣະເຢຊູຢືນອົດທົນພຽງໃດ
ຖືກດູຖູກໃນສະຖານທີ່ເປັນຕາຢ້ານ
ຄົນບາບໄດ້ມັດມືຜູ້ຊົງລິດ
ແລະຖົ່ມນໍ້າລາຍໃສ່ໜ້າພຣະຜູ້ສ້າງ

ດ້ວຍມົງກຸດໜາມທິມແທງເລິກແລະຍາວ
ເຮັດໃຫ້ເລືອດໄຫຼຈາກທຸກສ່ວນຂອງຮ່າງກາຍ
ຫຼັງພຣະອົງເປັນຮອຍຂ້ຽນຕີຍາວເລິກ
ແລະພວກຂ້ຽນຕີໄດ້ຈີກຫົວໃຈຂອງພຣະອົງ

ໄມ້ກາງແຂນ! ໄມ້ກາງແຂນ! ເມື່ອເຮົາໄດ້ຍິນຄໍາເຫຼົ່ານີ້ໃນປະຈຸບັນນີ້ມັນບໍ່ໄດ້ເຮັດ ໃຫ້ເຮົາຄິດເຖິງຄວາມອາຍ, ແຕ່ໃນສະໄໝຂອງພຣະຄຣິສໄມ້ກາງແຂນຖືກແນມເບິ່ງວ່າ ເປັນສິ່ງທີ່ໂຫດຫ້ຽມແລະເປັນການລົງໂທດທີ່ປ່າເຖື່ອນເໜືອທຸກສິ່ງຢ່າງ, ວິທີທີ່ເປັນຕາຢ້ານ ຂອງການຄຶງເທິງໄມ້ກາງແຂນນີ້ຖືກສະຫງວນໄວ້ໃຫ້ສະເພາະແກ່ພວກອາດຊະຍາກອນ ເທົ່ານັ້ນ, ສະຫງວນໄວ້ເພື່ອ-ທາດທີ່ຂ້າເຈົ້ານາຍຂອງຕົນ,ຄົນທໍລະຍົດ,ອາດຊະຍາກອນທີ່ ຊົ່ວຊ້າທີ່ສຸດ, ໄມ້ກາງແຂນເຮັດໃຫ້ເກີດທັງຄວາມຕາຍທີ່ເປັນຕາຢ້ານແລະເຈັບປວດສຸດໆ ການຄຶງເທິງໄມ້ກາງແຂນມີໄວ້ສໍາຫຼັບຄົນຊົ່ວຮ້າຍ-ຂ້າຕະກອນ,ຄົນລອບສັງຫານ, ມັນໃຊ້ ເວລາຍາວນານແລະເຈັບປວດຫຼາຍກວ່າຈະຕາຍ, ທຸກເຄື່ອງມືແຫ່ງການທໍລະມານຂອງ ພວກບໍ່ມີສາສະໜາຂອງໂລກຊາວໂລມັນ, ບໍມີຈັກອັນທີ່ໂຫດຫ້ຽມເທົ່າການຄຶງໃສ່ໄມ້ກາງ ແຂນ, ພວກເຮົາບໍ່ສາມາດທີ່ຈະເຂົ້າໃຈໄດ້ໝົດເຖິງຄວາມອາຍໃນການຕາຍເທິງໄມ້ກາງ ແຂນວ່າມີຫຼາຍເທົ່າໃດ, ແຕ່ຄົນຢິວຮູ້ດີແລະຊາວໂລມັນກໍຮູ້ດີ,ແລະພຣະຄຣິສຊົງຮູ້ວ່າແມ່ນ ຫຍັງຄືຄວາມອາຍໃນການທີ່ຖືກແກ້ຜ້າອອກເປືອຍກາຍແລ້ວຖືກຕອກໃສ່ໄມ້ກາງແຂນ,ແລະ ການຖືກຄຶງຂອງພຣະເຢຊູຮ້າຍກວ່າຄົນອື່ນໃດ, ພຣະອົງຕ້ອງແບກໄມ້ກາງແຂນຂອງພຣະ ອົງຍ່າງຕາມຖະໜົນ, ພຣະອົງຊົງຖືກຄຶງລະຫວ່າງໂຈນສອງຄົນຊື່ງໝາຍຄວາມວ່າພຣະອົງ ຊົງເປັນຄົນບໍ່ດີຄືກັບອາດຊະຍາກອນທົ່ວໄປ, ອັນນີ້ເຮັດໃຫ້ຄວາມຕາຍຂອງພຣະອົງໜ້າ ອາຍຫຼາຍກວ່າເກົ່າ, ແຕ່ພຣະອົງຊົງດູຖູກຄວາມອາຍແລະທົນເອົາກາງແຂນ-ເພື່ອຄວາມ ລອດຂອງພວກເຮົາແລະເປັນແບບຢ່າງໃຫ້ແກ່ພວກເຮົາ.

IV. ສີ່ ໃຫ້ເຮົາເຂົ້າໃກ້ໄມ້ກາງແຂນຂອງພຣະເຢຊູແລະເບິ່ງຄວາມອາຍໃຫ້ຫຼາຍຂື້ນ

ໄມ້ກາງແຂນ! ໄມ້ກາງແຂນ! ຄວາມໂສກເສົ້າເຕີມໃຈຂອງເຮົາໃນວິນາທີທີ່ຄິດເຖິງ ມັນ! ໄມ້ຫຍາບຖືກວາງລົງພື້ນ,ພຣະຄຣິສຖືກຖີ້ມລົງທາງຂ້າງຫຼັງ,ທະຫານສີ່ຄົນຈັບມືຂອງ ແລະຕີນພຣະອົງໄວ້ແລ້ວຕອກຕະປູທະລຸເນື້ອໜັງນັ້ນ,ເລືອດຂອງພຣະອົງກໍເລີ່ມໄຫຼ, ພຣະ ອົງຖືກຍົກຂື້ນສູ້ຟ້າອາກາດ,ສຸດທ້າຍໄມ້ກາງແຂນຖືກຕອກຕິດກັບຂຸມທີ່ເຂົາໄດ້ຂຸດເອົາໄວ້, ກະດູກແຂນຂອງພຣະອົງເຄື່ອນຫຼຸດໂບກ, ກະດູກທຸກອັນຖືກດຶງອອກຈາກກັນໂດຍສຽງກະ ແທກທີ່ຮຸນແຮງ, ພຣະອົງຖືກຫ້ອຍຢູ່ຫັ້ນດ້ວຍຄວາມເປື່ອຍກາຍທີ່ໜ້າອາຍ, ຖືກແນມເບິ່ງ ໂດຍຝູງຊົນເປັນຈໍານວຍນຫຼາຍທີ່ມາລວມຕົວກັນ, ຄວາມຮ້ອນຈາກດວງຕາເວັນແຜດເຜົາ ເນື້ອໜັງຂອງພຣະອົງ,ໄຂ້ສູງເລີ່ມເຜົາຮ່າງກາຍຂອງພຣະອົງ, ລິ້ນຂອງພຣະອົງແຫ້ງຕິດເພ ດານປາກ, ຄວາມເຈັບປວດແມ່ນເຈັບປວດຫຼາຍແທ້ໆຈົນເກືອບທົນບໍ່ໄດ້.

ສິ່ງທີ່ຂີ້ຮ້າຍເໜືອສິ່ງອື່ນໃດກໍຄືພຣະອົງໄດ້ສູນເສຍສິ່ງທີ່ໄດ້ໃຫ້ກໍາລັງໃຈແກ່ພວກຜູ້ທີ່ຍອມສະຫຼະຊີບເພື່ອຄວາມເຊື່ອຂອງຕົນ, ພຣະອົງຊົງສູນເສຍພຣະພັກຂອງພຣະເຈົ້າ, ຕອນນີ້ພຣະບິດາກໍາລັງເຮັດໃຫ້ພຣະອົງເປັນຜູ້ລຶບລ້າງເພື່ອຄວາມບາບຂອງພວກເຮົາ, ຕອນນີ້ພຣະບິດາຊົງ“ພໍພຣະໄທ…ທີ່ຈະໃຫ້ທ່ານເຈັບຊ້ຳດ້ວຍຄວາມທຸກ [ເມື່ອພຣະອົງຊົງ ເຮັດໃຫ້] ວິນຍານຂອງທ່ານເປັນເຄື່ອງບູຊາໄຖ່ບາບ” (ອິດສະຢາ 53:10), ນີ້ຄືພຣະເຢຊູ-ຖືກພຣະ ເຈົ້າປະຖີ້ມແລະແລະຖືກຖີ້ມໂດຍໝູ່ເພື່ອຂອງພຣະອົງ!

ຖືກຕອກເປື່ອຍກາຍໃສ່ໄມ້ທີ່ຖືກສາບແຊ່ງ
ຕາກໃສ່ໂລກແລະສະຫວັນເບື້ອງເທິງ
ພາບທີ່ເປັນຕາອັບອາຍຂອງບາດແຜແລະເລືອດ
ພາບທີ່ໜ້າເສົ້າຂອງຄວາມເຈັບແຫ່ງຄວາມຮັກ

ຈົ່ງຟັງ! ສຽງຮ້ອງທີ່ເປັນຕາຢ້ານຂອງພຣະອົງ
ກະທົບໃສ່ພວກທູດສະຫວັນໃນຂະນະທີ່ເຂົາເບິ່ງ
ເພື່ອນຂອງພຣະອົງຖີ້ມພຣະອົງໄປໃນຕອນກາງຄືນ
ແລະຕອນນີ້ພຣະເຈົ້າຂອງພຣະອົງປະຖີ້ມພຣະອົງເຊັ່ນກັນ!

ພຣະເຢຊູຊົງຢູ່ຜູ້ດຽວ,ພວກສາວົກຂອງພຣະອົງໄດ້ໜີໄປດ້ວຍຄວາມຢ້ານ,ພຣະເຈົ້າໄດ້ລົງໂທດພຣະອົງແລະຫັນໜີໄປ,ພຣະເຢຊູຖືກປະໃຫ້ຢູ່ລຳພັງເພື່ອໃຫ້ຖືກຢຽບຢໍ້າໃນເຫຼົ້າອະງຸ່ນທີ່ຖືກບີບຄັ້ນແລະເສື້ອຄຸມຂອງພຣະອົງຖືກຈຸ່ມໃສ່ໃນພຣະໂລຫິດພຣະອົງເອງ! ເພື່ອ ຄວາມດີຂອງເຮົາແລະເພື່ອຄວາມລອດຂອງເຮົາ,ພຣະອົງຊົງຖືກບາດເຈັບ,ຖືກບີບຄັ້ນ,ຖືກ ທໍາລາຍ,ຈິດໃຈຂອງພຣະອົງໂສກເສົ້າຈົນເຖິງຄວາມຕາຍ.

ໃນສະໄໝເກົ່າທັງຜູ້ຍິງແລະຜູ້ຊາຍພາກັນຮ້ອງໄຫ້ເມື່ອອະທິບາຍເຖິງພຣະເຢຊູໃນລັກສະນະນີ້,ບາງເທື່ອພວກເຂົາກໍຮ້ອງໄຫ້ສຽງດັງໃນເວລານະມັດສະການ,ຊື່ງພວກເຮົາສາ ມາດອ່ານເລື່ອງນີ້ໄດ້ໃນປື້ມປະຫວັດສາດປະຈຸບັນນີ້, ຮຸ່ນສະໄໝຂອງທ່ານເຫັນພາບຂອງ ຂ້າຕະກອນເປັນພັນໆຄົນຢູ່ໃນໂທລະພາບແຕ່ບໍ່ມີນໍ້າຕາແມ່ນແຕ່ຢອດດຽວ, ຮຸ່ນຂອງທ່ານ ປຽກດ້ວຍເລືອດຂອງຫ້າສິບຫ້າລ້ານຄົນທີ່ເອົາລູກອອກບໍ່ມີແມ່ນແຕ່ຄວາມເສຍໃຈແມ່ນແຕ່ ໜ້ອຍດຽວ, ສະເພາະຮຸ່ນພວກທ່ານທີ່ບໍ່ມີຜົນກະທົບທາງທໍາມະຊາດແລະພຽງແຕ່ຈ້ອງຕາ ເບິ່ງດ້ວຍຄວາມວ່າງເປົ່າ! ຖ້າພວກທ່ານຄືຍຸກສະໄໝທີ່ປົກກະຕິທ່ານກໍຈະຮູ້ສຶກເຈັບປວດ ໃຈຂອງທ່ານທີ່ພຣະເຢຊູຊົງພົບຜ່ານສິ່ງເຫຼົ່ານີ້ເພື່ອຊ່ວຍຈິດວິນຍານຂອງທ່ານໃຫ້ລອດ.

ເພື່ອນທັງຫຼາຍຂອງຂ້າພະເຈົ້າ ກະລຸນາຄິດເຖິງທີ່ພຣະເຢຊູຊົງຜ່ານຄວາມເຈັບ ປວດທັງໝົດນີ້ແລະຄວາມອາຍທັງໝົດນີ້ເພື່ອພວກທ່ານ, ເພື່ອຄວາມລອດຂອງທ່ານແລະ ເປັນແບບຢ່າງໃຫ້ແກ່ທ່ານ, ພຣະອົງຊົງທົນເອົາກາງແຂນ,ຊົງອັບອາຍເພື່ອທ່ານ.

“ຂະນະທີ່ເຮົາຍັງເປັນຄົນບາບຢູ່ນັ້ນ ພຣະຄຣິສໄດ້ຊົງສິ້ນພຣະຊົນເພື່ອເຮົາ ບັດນີ້ເຮົາຈຶ່ງເປັນຄົນຊອບທຳແລ້ວໂດຍພຣະໂລຫິດຂອງພຣະອົງ ຍິ່ງກວ່ານັ້ນ ເຮົາຈະພົ້ນຈາກພຣະພິໂລດໂດຍພຣະອົງ”(ໂລມ 5:8-9)

ເຊີນຢືນຂື້ນແລ້ວຮ້ອງເພງສຸດທ້າຍໃນປື້ມເພງຂອງທ່ານ.

ເມື່ອຂ້ານ້ອຍແນມເບິ່ງກາງແຂນປະຫຼາດ
ບ່ອນທີ່ພຣະເຢຊູຊົງສະຫຼະພຣະຊົນ
ຊັບສິນໃນໂລກຂ້ານ້ອຍບໍ່ເສຍດາຍ
ເມື່ອທຽບກາງແຂນອັນປະເສີດເຫຼືອຫຼາຍ

ໂຜດຢ່າໃຫ້ຂ້ານ້ອຍຄິດອວດອ້າງໃນໂລກນີ້
ຂໍຄິດອວດເຖິງແຕ່ຄວາມຕາຍຂອງພຣະຄຣິດ
ສິ່ງອະນິຈັງທີຄ່ຂ້ານ້ອຍມັກທີ່ສຸດ
ຂໍມອບໄວ້ເພາະເຫັນແກ່ພຣະໂລຫິດ

ເບິ່ງດູຈາກພຣະສຽນພຣະຫັດແລະພຣບາດ
ຄວາມທຸກແລະຄວາມຮັກຈື່ງໄດ້ໄຫຼລົງມາ
ໃຜແດ່ທົນທຸກຫຼືສະແດງເຖິງຄວາມຮັກ
ແລະສວມໜາມແທນມົງກຸດອັນໂສພາ

ເຖິງແມ່ນຈະເອົາຊັບສົມບັດໃນໂລກ
ຍັງບໍ່ພຽງພໍທີ່ຈະຍົກມາຖະວາຍ
ເພາະຄວາມຮັກຂອງພຣະອົງຍິ່ງໃຫຍ່ປະຫຼາດ
ສົມຄວນຕ້ອງມອບກາຍຖະວາຍທັງຈິດໃຈ
(“ເມື່ອຂ້າແນມເບິ່ງກາງແຂນປະຫຼາດ”ໂດຍ Dr. Isaac Watts, 1674-1748).

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ້າວ ອາເບວ ພຣຸດໂຮມ ມັດທາຍ 26:59-68
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“His Passion” (by Joseph Hart, 1712-1768).


ໂຄງຮ່າງບົດເທດສະໜາ

ຄວາມອາຍຂອງພຣະຜູ້ຊ່ວຍໃຫ້ລອດ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ເພາະເຫັນແກ່ຄວາມຍິນດີທີ່ມີຢູ່ທາງໜ້ານັ້ນ ພຣະອົງໄດ້ຊົງທົນເອົາກາງແຂນ ຊົງຖືວ່າຄວາມອາຍບໍ່ເປັນສິ່ງສຳຄັນອັນໃດ ແລະໄດ້ສະເດັດປະທັບເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າແລ້ວ” (ເຮັບເລີ 12:2)

(1 ເປໂຕ 2:21)

I. ໜື່ງ ຄິດເຖິງຄວາມອາຍຂອງຄໍາກ່າວຫາທີ່ຕໍ່ສູ້ພຣະເຢຊູ. ລູກາ 23:4 ໂຢຮັນ 18:38; ລູກາ 22:42; ໂຢຮັນ 18:36.

II. ສອງ ຄິດເຖິງຄວາມອາຍຂອງການເຍາະເຍີ້ຍທີ່ພຣະເຢຊູທົນເອົາ. ມັດທາຍ 27:40, 43-44; ກັນດານວິຖີ 16:33; 2 ກະສັດ 1:9-10; ອິດສະຢາ 53:7; ມັດທາຍ 26:68.

III. ສາມ ຄິດເຖິງຄວາມອາຍຂອງການຕີແລະການຄຶງທີ່ພຣະອົງຊົງທຸກທໍລະມານ. ອິດສະຢາ 53:5.

IV. ສີ່ ໃຫ້ເຮົາເຂົ້າໃກ້ໄມ້ກາງແຂນຂອງພຣະເຢຊູແລະເບິ່ງຄວາມອາຍໃຫ້ຫຼາຍຂື້ນ. ອິດສະຢາ 53:10; ໂລມ 5:8-9.